ເສີມຂະຫຍາຍບົດບາດຂອງຖັນແຖວປັນຍາຊົນ
ຢ່າງແຂງແຮງແລະມີປະສິດທິຜົນ ໃນພາລະກິດສ້າງສາ
ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ
ຢ່າງແຂງແຮງແລະມີປະສິດທິຜົນ ໃນພາລະກິດສ້າງສາ
ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ
ວກ. - ໃນເວລາທີ່ຜ່ານມາ, ການກໍ່ສ້າງຖັນແຖວປັນຍາຊົນ ໃນສະໄໝແຫ່ງການຍູ້ແຮງ ການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດ ໄດ້ຮັບຜົນງານທີ່ສຳຄັນ. ຖັນແຖວປັນຍາຊົນໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ. ໃນສະພາບການພັດທະນາໃໝ່, ຄວາມຮຽກຮ້ອງຕ້ອງການແມ່ນຕ້ອງສືບຕໍ່ກໍ່ສ້າງ ແລະ ເສີມຂະຫຍາຍບົດບາດຂອງຖັນແຖວປັນຍາຊົນຢ່າງແຂງແຮງ ເພື່ອໃຫ້ປັນຍາຊົນຫວຽດນາມສົມຄວນໄດ້ເປັນ “ທຶນຮອນອັນລ້ຳຄ່າຂອງປະເທດຊາດ” ດັ່ງຄຳສອນຂອງປະທານໂຮ່ຈິມິນທີ່ເຄົາລົບຮັກ.
15 ປີແຫ່ງການສ້າງຖັນແຖວປັນຍາຊົນໃນສະໄໝແຫ່ງການຊຸກຍູ້
ການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດ:
ບັນດາຜົນງານທີ່ໄດ້ຮັບ
ວັນທີ 6 ສິງຫາ 2008, ຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ປະກາດໃຊ້ມະຕິເລກທີ 27-NQ/TW “ວ່າດ້ວຍການກໍ່ສ້າງຖັນແຖວປັນຍາຊົນໃນສະໄໝແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝຂອງປະເທດ”. ມະຕິຢືນບັນດາທັດສະນະທີ່ສຳຄັນຂອງພັກກອມມູນິດຫວຽດນາມ ກ່ຽວກັບປັນຍາຊົນ ແລະ ສະເໜີບັນດາແຜນນະໂຍບາຍທີ່ສຳຄັນ ກ່ຽວການກໍ່ສ້າງແລະເສີມຂະຫຍາຍບົດບາດຂອງຖັນແຖວປັນຍາຊົນ ໃນພາລະກິດການຫັນປະເທດເປັນອຸດສາຫດກຳ ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ພາຍຫຼັງ 15 ປີແຫ່ງການປະຕິບັດມະຕິເລກທີ 27-NQ/TW ພ້ອມກັນກັບການພັດທະນາຂອງເສດຖະກິດ-ສັງຄົມ, ຂອງພາລະກິດການສຶກສາ-ຝຶກອົບຮົມ ແລະ ວິທະຍາສາດ-ເຕັກໂນໂລຊີ, ຖັນແຖວປັນຍາຊົນຫວຽດນາມໄດ້ມີການເຕີບໃຫຍ່ ພັດທະນາ ທັງດ້ານປະລິມານ ຄຸນນະພາບ ແລະ ໂຄງປະກອບ. ຖັນແຖວປັນຍາຊົນໄດ້ປະກອບສ່ວນຫຼາຍຢ່າງ ເຂົ້າໃນຂະບວນການຊຸກຍູ້ການຫັນເປັນອຸດສາຫະກຳ ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ. ເສີມຂະຫຍາຍມູນເຊື້ອຮັກຊາດ ແລະ ຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ຖັນແຖວປັນຍາຊົນ ແລະ ນັກວິທະຍາສາດໄດ້ຕັ້ງໜ້າອຸທິດຄວາມສາມາດແລະສະຕິປັນຍາຂອງຕົນ, ເຂົ້າຮ່ວມການສ້າງຫຼັກຖານວິທະຍາສາດ ແລະ ໃຫ້ຄຳປຶກສາກ່ຽວກັບແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍການພັດທະນາຂອງພັກແລະລັດ; ຝຶກອົບຮົມແຫຼ່ງບຸກຄະລາກອນຄຸນນະພາບສູງ; ຄົ້ນຄວ້າ, ປະຍຸກໃຊ້ ແລະ ຖ່າຍໂອນວິທະຍາສາດແລະເຕັກໂນໂລຊີ, ຊຸກຍູ້ຂະບວນການປ່ຽນແປງໃໝ່ປະດິດສ້າງ, ຂະບວນການປ່ຽນແປງດິຈິຕອນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດການພັດທະນາເສດຖະກິດ ວັດທະນະທຳ ສັງຄົມ ການປ້ອງກັນປະເທດ ຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງຫວຽດນາມ.
ຜົນສຳເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດຂອງເກືອບ 40 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ໂດຍສະເພາະແມ່ນຜົນສຳເລັດອັນສຳຄັນ ແລະ ຮອບດ້ານ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ XII, ໃນເວລາດຽວກັນຕັ້ງແຕ່ຕົ້ນວາລະກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມາຮອດປະຈຸບັນ, ແມ່ນໝາກຜົນແຫ່ງຄວາມສາມັກຄີ, ຄວາມຮ່ວມແຮງຮ່ວມໃຈ, ຄວາມຕັ້ງໜ້າພະຍາຍາມ ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ໃນນັ້ນມີການປະກອບສ່ວນອັນສຳຄັນ ຂອງຖັນແຖວປັນຍາຊົນທົ່ວປະເທດ. ພວກເຂົາແມ່ນຜູ້ເຂົ້າຮ່ວມຢ່າງຫ້າວຫັນໃນຂົງເຂດທີ່ສໍາຄັນຂອງຊີວິດສັງຄົມ ເຊັ່ນ ການພັດທະນາວິທະຍາສາດແລະເຕັກໂນໂລຊີ, ສາທາລະນະສຸກ, ການສຶກສາ-ຝຶກອົບຮົມ, ການພັດທະນາເສດຖະກິດ ວັດທະນະທຳ ສັງຄົມ, ການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ ແລະການຕ່າງປະເທດ. ກ້ອນມະຫາສາມັກຄີປວງຊົນທັງຊາດທີ່ອີງໃສ່ພັນທະພາບລະຫວ່າງຊົນຊັ້ນກຳມະກອນ ຊົນຊັ້ນຊາວນາ ແລະ ຖັນແຖວປັນຍາຊົນ ທີ່ນັບມື້ນັບໄດ້ຮັບການປັບປຸງແລະພັດທະນາ. ສາມາດເວົ້າໄດ້ວ່າ, ບໍ່ມີຂົງເຂດໃດທີ່ປັນຍາຊົນບໍ່ໄດ້ປະກອບສ່ວນທີ່ສຳຄັນ. ແນວທາງການປ່ຽນແປງໃໝ່ຂອງພັກ, ນະໂຍບາຍການພັດທະນາປະເທດຢ່າງໄວວາແລະຍືນຍົງ; ແຜນນະໂຍບາຍຂອງພັກໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວມແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວ ເພື່ອກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ ໃຫ້ປອດໃສແລະໝັ້ນຄົງເຂັ້ມແຂງ ໃນຊຸມປີທີ່ຜ່ານມາ ໄດ້ຮັບການສະໜັບສະໜູນແລະໄວ້ວາງໃຈຈາກປັນຍາຊົນ. ພ້ອມກັນນັ້ນ, ພັກກໍ່ເຊື່ອໝັ້ນໃນປັນຍາຊົນ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍທີ່ເອື້ອອຳນວຍຄວາມສະດວກເພື່ອເສີມຂະຫຍາຍບົດບາດຂອງປັນຍາຊົນຢ່າງແຂງແຮງ ໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ. ປັນຍາຊົນເຊື່ອໝັ້ນພັກ ແລະ ພັກກໍ່ເຊື່ອໝັ້ນປັນຍາຊົນ, ເຄົາລົບປັນຍາຊົນ.
ຢ່າງໃດກໍດີ, ນອກຈາກບັນດາຜົນງານທີ່ບັນລຸໄດ້ແລ້ວ, ການເຄື່ອນໄຫວຂອງຖັນແຖວປັນຍາຊົນຍັງມີຂໍ້ຈຳກັດ ແລະ ຂໍ້ບົກພ່ອງບາງຢ່າງ. ການປະກອບສ່ວນຂອງຖັນແຖວປັນຍາຊົນ ເຂົ້າໃນພາລະກິດການສ້າງສາ ພັດທະນາປະເທດ ຍັງບໍ່ທັນໄດ້ຕາມຄາດຫວັງ; ຂາດທີມປັນຍາຊົນຊັ້ນນໍາໃນຂະະແໜງການ, ທີມປັນຍຊົນສືດທອດກໍ່ຂາດເຂີນ; ກົນໄກແລະ ນະໂຍບາຍດຶງດູດຜູ້ມີຄວາມເກັ່ງກ້າສາມາດ ບໍ່ທັນພຽງພໍ, ບໍ່ຄົບຊຸດ ແລະ ບໍ່ມີຄວາມບຸກທະລຸ; ນັກວິທະຍາສາດສ່ວນໃຫຍ່ໄດ້ຮັບເງິນເດືອນຕາມຕຳແໜ່ງແລະລະດັບການບໍລິຫານ (ຜູ້ຊ່ຽວຊານ, ເຈົ້າໜ້າທີ່), ເງິນເດືອນບໍ່ສອດຄ່ອງກັບຜົນໄດ້ຮັບຂອງກິດຈະກໍາທາງວິທະຍາສາດແລະເຕັກໂນໂລຢີ; ກົນໄກການຈ່າຍຄ່າຕອບແທນຍັງຂາດແຮງຈູງໃຈໃຫ້ປັນຍາຊົນແລະນັກວິທະຍາສາດອຸທິດຕົນເພື່ອປະເທດຊາດ.
- ຄວາມຮັບຮູ້ຂອງຜູ້ນຳຂັ້ນຕ່າງໆຈຳນວນໜຶ່ງ ກ່ຽວກັບການເສີມຂະຫຍາຍບົດບາດຂອງປັນຍາຊົນໃນພາລະກິດການພັດທະນາເສດຖະກິດ-ສັງຄົມ ແລະການປ່ຽນແປງໃໝ່ປະດິດສ້າງ ຍັງບໍ່ທັນຖືກຕ້ອງແລະຖືກລະດັບ; ໃນເວລາ 15 ປີທີ່ຜ່ານມາຍັງບໍ່ມີຄວາມກ້າວໜ້າບຸກທະລຸໃນຄວາມຮັບຮູ້ ແລະນະໂຍບາຍໃນການເສີມຂະຫຍາບົດບາດຂອງຖັນແຖວປັນຍາຊົນ.
- ຄວເອົາໃຈໃສ່ຂອງບັນດາຂັ້ນ, ບັນດາຂະແໜງການໃນການຝຶກອົບຮົມ, ບຳລຸງສ້າງ, ນຳໃຊ້, ແຕ່ງຕັ້ງ, ໃຫ້ຄ່າຕອບແທນ ແລະ ຍົກຍ້ອງໃຫ້ກຽດປັນຍາຊົນນັ້ນ ບໍ່ພຽງພໍ; ຍັງບໍ່ທັນຖືວ່າປັນຍາຊົນເປັນ “ພະລັງຊີວິດຂອງຊາດ” ທີ່ຕິດພົນຢ່າງແໜ້ນແຟ້ນກັບຊະຕາກຳຂອງປະເທດ. ການຮ່ວມມືສາກົນໃນດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ການສຶກສາ-ການຝຶກອົບຮົມ ບໍ່ໄດ້ຮັບການສົ່ງເສີມ, ປະສິດທິຜົນບໍ່ສູງ ແລະມີການສິ້ນເປືອງຊັບພະຍາກອນບຸກຄົນຄຸນນະພາບສູງ.
- ຂາດການປະສານງານຢ່າງໃກ້ຊິດ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ດັ່ງນັ້ນການສ້າງແລະປະຕິບັດນະໂຍບາຍທີ່ກ່ຽວຂ້ອງຈຶງບໍ່ສອດຄ່ອງກັນ, ບໍ່ສ້າງແຮງຈູງໃຈທີ່ແຂງແຮງ ເພື່ອພັດທະນາຖັນແຖວປັນຍາຊົນທັງໝົດ. ຂາດສູນວິໄຈທີ່ເຂັ້ມແຂງໃນສະຖາບັນວິໄຈ ແລະມະຫາວິທະຍາໄລ.
- ສະພາບແວດລ້ອມໃນການເຮັດວຽກບໍ່ເປັນທີ່ດຶງດູດແທ້ໆ, ໂດຍສະເພາະຜູ້ທີ່ມີຄວາມເກັ່ງກ້າສາມາດ; ການປະເມີນ, ການນໍາໃຊ້ ແລະ ການໃຫ້ຄ່າຕອບແທນຕໍ່ປັນຍາຊົນແລະນັກວິທະຍາສາດ ຍັງມີລັກສະນະຮູບນອກຫຼາຍ.
ທິດທາງແລະວິທີແກ້ໄຂໃນການສ້າງຖັນແຖວປັນຍາຊົນໃນໄລຍະຈະມາເຖິງ
ໃນປະຈຸບັນໂລກກຳລັງປະສົບກັບການປ່ຽນແປງຄັ້ງໃຫຍ່ ເລິກເຊິ່ງ ສັບສົນທີ່ສຸດ ແລະ ຄາດເດົາບໍ່ໄດ້; ຄວາມຂັດແຍ້ງອັນເນື່ອງມາຈາກພູມສາດການເມືອງ ແລະ ຄວາມຂັດແຍ້ງລະຫວ່າງປະເທດໃຫຍ່ທີ່ຮຸນແຮງຂຶ້ນ ແລະ ກະທົບຕໍ່ໂລກ. ສະຖານະການດັ່ງກ່າວຮຽກຮ້ອງໃຫ້ຕ້ອງອາໄສຄວາມຄິດຍຸດທະສາດ, ລະດັບສະຕິປັນຍາສູງ, ວິໄສທັດທີ່ເລິກເຊິ່ງ ແລະ ຮອບດ້ານ ໃນການຂັບເຄື່ອນປະເທດ. ສິ່ງດັ່ງກ່າວໃນຕົວຂອງມັນເອງເວົ້າເຖິງຄວາມສໍາຄັນຂອງຄວາມຮູ້ແລະປັນຍາ. ການພັດທະນາຢ່າງວ່ອງໄວຂອງການປະຕິວັດອຸດສາຫະກຳທີ 4 ໄດ້ນຳໄປສູ່ການບຸກທະລຸໃນຫຼາຍຂົງເຂດ ເຊັ່ນ ການກໍ່ສ້າງສັງຄົມ 5.0, ປັນຍາປະດິດ, ການປະມວນຜົນແບບຄລາວດ໌, ການສ້າງສັງຄົມດິຈິຕອນ, ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ພົນລະເມືອງດິຈິຕອນ... ດ້ວຍຄວາມຮູ້ທາງວິທະຍາສາດທີ່ແຜ່ຫຼາຍ, ຍຸກປະຈຸບັນກຳລັງທະວີຄູນບົດບາດຂອງຖັນແຖວປັນຍາຊົນ; ພ້ອມກັນນັ້ນ, ຍັງສ້າງທັງຄວາມທ້າທາຍແລະໂອກາດໃນການພັດທະນະາ, ກຳນົດຄວາມຮັບຜິດຊອບອັນໜັກໜ່ວງ ແລະສະຫງ່າລາສີໃຫ້ກັບປັນຍາຊົນຂອງປະເທດເຮົາ ໃນການປະກອບສ່ວນເຂົ້າໃນພາລະກິດການສ້າງສາ ພັດທະນາປະເທດຊາດ ແລະ ຍົກສູງກຽດສັກສີແລະຖານະບົດບາດຂອງປະເທດຊາດ. ດັ່ງນັ້ນ, ພັກແລະລັດຈຶງຕ້ອງຕັດສິນໃຈໃຫ້ຖືກຕ້ອງທັນເວລາ ເພື່ອພັດທະນາຖັນແຖວປັນຍາຊົນຢ່າງຮອບດ້ານຄົບຊຸດ ແລະ ເສີມຂະຫຍາຍບົດບາດແລະແຮງຂັບເຄື່ອນຂອງພວກເຂົາ ໃນພາລະກິດການສ້າງສາແລະພັດທະນາປະເທດຢ່າງແຂງແຮງ ໃນຈຸດປ່ຽນ. ດັ່ງນັ້ນ, ຈຶງຈຳເປັນຕ້ອງສຸມໃສ່ປະຕິບັດຕາມທິດທາງແລະມາດຕະການຕົ້ນຕໍ່ດັ່ງຕໍ່ໄປນີ້:
ກ່ຽວກັບການຮັບຮູ້:
ຈຳເປັນຕ້ອງຮັບຮູ້ຢ່າງເລິກເຊິ່ງ ຮອບດ້ານ ແລະແຂງແຮງກວ່າອີກ ກ່ຽວກັບບົດບາດຂອງຖັນແຖວປັນຍາຊົນຫວຽດນາມໃນພາລະກິດການປ່ຽນແປງໃໝ່, ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ. ປະທານໂຮ່ຈີມິນຢືນຢັນວ່າ: “ຄວາມຮູ້ທາງປັນຍາແມ່ນທຶນຮອນອັນລ້ຳຄ່າຂອງປະເທດ”(1), “ສ່ວນໜຶ່ງຂອງອະນາຄົດຂອງປະເທດ”(2) ແມ່ນມາຈາກຄວາມພະຍາຍາມ ແລະ ການປະກອບສ່ວນຂອງພວກເຂົາ. ມະຕິເລກທີ 27-NQ/TW ຢືນຢັນວ່າ: “ປັນຍາຊົນຫວຽດນາມແມ່ນກຳລັງແຮງງານທີ່ມີຫົວຄິດປະດິດສ້າງທີ່ສຳຄັນເປັນພິເສດ ໃນຂະບວນການຊຸກຍູ້ການຫັນເປັນອຸດສາຫະກຳ ທັນສະໄໝຂອງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ... ການກໍ່ສ້າງຖັນແຖວປັນຍາຊົນທີ່ເຂັ້ມແຂງ ແມ່ນການຍົກລະດັບທາງປັນຍາຂອງຊາດ ແລະກຳລັງແຮງຂອງປະເທດໂດຍກົງ, ປັບປຸງຍົກສູງຄວາມສາມາດນຳພາຂອງພັກ ແລະ ຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງ. ການລົງທຶນສ້າງຖັນແຖວປັນຍາຊົນແມ່ນການລົງທຶນໃນການພັດທະນາທີ່ຍືນຍົງ... ການສ້າງຖັນແຖວປັນຍາຊົນແມ່ນຄວາມຮັບຜິດຊອບລວມຂອງທົ່ວສັງຄົມ, ຂອງລະບົບການເມືອງທັງໝົດ, ໃນນັ້ນຄວາມຮັບຜິດຊອບຂອງພັກແລະລັດມີບົດບາດຕັດສິນຊີ້ຂາດ”(3).
ທິດທາງທີ່ຈະມາເຖິງແມ່ນກໍ່ສ້າງຖັນແຖວປັນຍາຊົນຫວຽດນາມທີ່ມີນ້ຳໃຈຮັກຊາດ, ເຂັ້ມແຂງທາງດ້ານການເມືອງ, ເກັ່ງທາງດ້ານວິຊາຊີບ, ສຸດອົກສຸດໃຈຕໍ່ອາຊີບ, ມີຄວາມປາດຖະໜາຢາກປະກອບສ່ວນພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງແລະຜາສຸກ.
ກ່ຽວກັບກົນໄກ, ນະໂຍບາຍ:
ຈຳເປັນຕ້ອງມີນະໂຍບາຍບຸກທະລຸ ທີ່ແຂງແຮງພໍທີ່ຈະສົ່ງເສີມ ແລະດຶງດູດຜູ້ທີ່ີມີຄວາມສາມາດທາງດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ແລະດຶງດູດປັນຍາຊົນໃນສາມດ້ານຕົ້ນຕໍດັ່ງນີ້:
ທີໜຶ່ງ, ກ່ຽວກັບລະບອບໃຫ້ຄ່າຕອບແທນແລະລາຍໄດ້:
ຈຳເປັນຕ້ອງ “ໃຫ້ຄວາມສຳຄັນກັບການໃຊ້ ແລະ ການໃຫ້ຄ່າຕອບແທນທີ່ດີແກ່ຜູ້ທີ່ມີຄວາມເກັ່ງກ້າສາມາດ, ນັກວິທະຍາສາດ ແລະນັກເຕັກໂນໂລຊີຊາວຫວຽດນາມທີ່ມີລະດັບວິຊາຊີບສູງ ທັງໃນປະເທດແລະຕ່າງປະເທດ, ໂດຍສະເພາະ ນັກວິທະຍາສາດນຳໜ້າຂະແໜງການ, ນັກວິທະຍາສາດທີ່ມີຄວາມສາມາດເປັນປະທານໃນວຽກງານວິທະຍາສາດແລະເຕັກໂນໂລຊີທີ່ສໍາຄັນພິເສດ. ເຄົາລົບແລະສ້າງເງື່ອນໄຂຢ່າງແທ້ຈິງ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວໃຫ້ຄຳປຶກສາແລະວິຈານຂອງຂອງຜູ້ຊ່ຽວຊານແລະປັນຍາຊົນ”(4).
ທີສອງ, ກ່ຽວກັບເງື່ອນໄຂ ແລະສິ່ງແວດລ້ອມການເຮັດວຽກ:
ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການເຄື່ອນໄຫວວິທະຍາສາດ, ມີກົນໄກປະຕິບັດປະຊາທິປະໄຕ, ເສີມຂະຫຍາຍເສລີພາບໃນການປະດິດສ້າງ ແລະເຊີດຊູຄຸນສົມບັດແລະຄວາມຮັບຜິດຊອບສ່ວນບຸກຄົນ ໃນການຄົ້ນຄວ້າວິທະຍາສາດ ແລະການເຜີຍແຜ່ຜົນການວິໄຈຕາມລະບຽບຂໍ້ບັງຄັບ. ໃຫ້ບຸລິມະສິດການລົງທຶນໃນການພັດທະນາ ເຊິ່ງການລົງທຶນທີ່ສຳຄັນແມ່ນການສ້າງພື້ນທີ່ການປະດິດສ້າງ. ຈຳເປັນຕ້ອງປັບປຸງສະພາບແວດລ້ອມການເຮັດວຽກເພື່ອຄວາມເປັນມືອາຊີບ, ຄວາມທັນສະໄໝ, ການແຂ່ງຂັນທີ່ດີ, ສ້າງໂອກາດໃນການພັດທະນາການຄົ້ນຄວ້າ ແລະການປ່ຽນແປງໃໝ່ປະດິດສ້າງ ຂອງປັນຍາຊົນ; ປົດປ່ອຍຊັບພະຍາກອນທັງໝົດ ແລະນຳໃຊ້ເພື່ອພັດທະນາຖັນແຖວປັນຍາຊົນ.
ຕ້ອງເພີ່ມທະວີການລົງທຶນເພື່ອພັດທະນາວິທະຍາສາດແລະເຕັດໂນໂລຊີ ໂດຍສຸມໃສ່ລົງທຶນເພື່ອບຸກທະລຸຍຸດທະສາດສາມປະການ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ດ້ວຍບັນດາເນື້ອໃນທີ່ລະອຽດຕໍ່ໄປນີ້:
- ປັບປຸງລະບົບສະຖາບັນໃຫ້ສົມບູນຕາມທິດທາງສ້າງພະລັງຜັກດັນການພັດທະນາ, ໃນນັ້ນມີສະຖາບັນການພັດທະນາວິທະຍາສາດແລະເຕັກໂນໂລຊີ. ປ່ຽນແປງໃໝ່ກົນໄກການຄົ້ນຄວ້າ ການຄຸ້ມຄອງວິທະຍາສາດແລະເຕັກໂນໂລຊີ ແລະນະວັດຕະກຳ ຢ່າງແຂງແຮງ ເພື່ອອຳນວຍຄວາມສະດວກໃນການຄົ້ນຄວ້າແລະຖ່າຍທອດກິດຈະກຳ ແລະສອດຄ່ອງກັບກົນໄກຕະຫຼາດ.
- ຊຸກຍູ້ການພັດທະນາຊັບພະຍາກອນບຸກຄົນຄຸນນະພາບສູງ ໂດຍເນັ້ນການພັດທະນາຊັບພະຍາກອນບຸກຄົນຢ່າງຮອບດ້ານໃນດ້ານວິທະຍາສາດແລະເຕັກໂນໂລຊີ ແລະນະວັດຕະກຳ ເພື່ອຕອບສະໜອງຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະການເຊື່ອມໂຍງສາກົນຢ່າງກວ້າງຂວາງ. ພັດທະນາຖັນແຖວຜູ້ຊ່ຽວຊານແລະນັກວິທະຍາສາດຊັ້ນນຳ; ໃຫ້ຄວາມສຳຄັນກັບການດຶງດູດປັນຍາຊົນຊາວຫວຽດນາມໃນຕ່າງປະເທດໃຫ້ມີສ່ວນຮ່ວມໃນການກໍ່ສ້າງປະເທດຊາດ ດ້ວຍນະໂຍບາຍນຳໃຊ້ທີ່ເຄົາລົບແລະໃຫ້ກຽດ, ໃຫ້ສິ່ງຈູງໃນ ແລະສ້າງສະພາບການເຮັດວຽກແລະຄວາມເປັນຢູ່ທີ່ດີ ເພື່ອໃຫ້ພວກເຂົາຮູ້ສຶກໝັ້ນຄົງໃນການປະກອບສ່ວນຂອງຕົນ. ບັນດາອົງການຈັດຕັ້ງຂອງພັກ ແລະລັດຈຳເປັນຕ້ອງມີນະໂຍບາຍໃນການສັ່ງການແລະມອບໝາຍງານໃຫ້ນັກວິທະຍາສາດ, ໂດຍສະເພາະເພື່ອໃຫ້ມີຄວາມໄວ້ວາງໃຈໃນນັກວິທະຍາສາດຫຼາຍຂຶ້ນ.
- ສ້າງໂຄງສ້າງພື້ນຖານທິ່ຄົບຊຸດແລະທັນສະໄໝສຳລັບການພັດທະນາ, ການຖ່າຍທອດມອບໂອນ, ການປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີ. ລົງທຶນຢ່າງເປັນລະບົບໃນບັນດາອົງການຄົ້ນຄວ້າ, ການອົບຮົມສຶກສາ, ການທົດລອງ ແລະ ການປະຍຸກໃຊ້; ການເຊື່ອມໂຍງຢ່າງໃກ້ຊິດລະຫວ່າງການປະຍຸກໃຊ້ເຕັກໂນໂລຊີ ຕະຫຼາດ ແລະ ວິສາຫະກິດ; ສ້າງທີມຄົ້ນຄວ້າທີ່ເຂັ້ມແຂງ.
- ຍຸດທະສາດການກໍ່ສ້າງແລະພັດທະນາຖັນແຖວປັນຍາຊົນຕ້ອງເຊື່ອມຕໍ່ຢ່າງແໜ້ນແຟ້ນກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດວິທະຍາສາດ-ເຕັກໂນໂລຊີ ແລະ ຍຸດທະສາດພັດທະນາການສຶກສາ-ຝຶກອົບຮົມ.
ທີສາມ, ກ່ຽວກັບການຍົກຍ້ອງໃຫ້ກຽດປັນຍາຊົນ:
ພັກແລະລັດຕ້ອງເຄົາລົບປັນຍາຊົນຢ່າງແທ້ຈີງ, ຍົກຍ້ອງໃຫ້ກຽດປັນຍາຊົນ, ນັກວິທະຍາສາດຊັ້ນນຳ ແລະຜູ້ຊ່ຽວຊານດ້ານວິທະຍາສາດແລະເຕັກໂນໂລຊີ. ປັນຍາຊົນແມ່ນຄົນທີ່ມີຄວາມເກັ່ງກ້າສາມາດຂອງປະເທດ ແລະເປັນທຶນຮອນອັນລ້ຳຄ່າຂອງປະເທດ ດັ່ງນັ້ນ ພວກເຂົາຈຶງຕ້ອງໄດ້ຮັບການເຄົາລົບ, ຍ້ອງຍໍໃຫ້ກຽດ ແລະພັດທະນາຕໍ່ໄປ. ຢາກໄດ້ຄືແນວນັ້ນ, ພັກຕ້ອງມີນະໂຍບາຍບຸກທະລຸໃນການພັດທະນາຜູ້ມີຄວາມເກັ່ງກ້າສາມາດ ແລະນະໂຍບາຍທີ່ໂດດເດັ່ນສຳລັບປັນຍາຊົນ; ການລົງທຶນໃນຜູ້ມີຄວາມສາມາດແມ່ນການລົງທຶນທີ່ໃຫ້ຜົນກຳໄລສູງສຸດ, ດັ່ງນັ້ນຈຶ່ງຈຳເປັນຕ້ອງມີຍຸດທະສາດໃນການຄົ້ນຫາ ດຶງດູດ ແລະໃຊ້ຜູ້ມີຄວາມສາມາດ. ຈຳເປັນຕ້ອງມີນະໂຍບາຍສ້າງແຮງຈູງໃຈອັນແຂງແຮງໃຫ້ຖັນແຖວປັນຍາຊົນທຸ່ມເທຄວາມສາມາດ ຄວາມກະຕືລືລົ້ນ ແລະຄວາມສຸດອົກສຸດໃຈໃນການສ້າງສາ ພັດທະນາປະເທດ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ໃນໄລຍະການພັດທະນາໃໝ່./.
-----------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 184
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 556
(3) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2018, ເຫຼັ້ມ 67, ໜ້າ 799–800
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 167
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1018 (ເດືອນກໍລະກົດ 2023)