ແນວຄິດໂຮ່ຈີມິນກ່ຽວກັບຄວາມສຸກຂອງຂອງມະນຸດ -
ໝູນໃຊ້ເຂົ້າໃນການເບິ່ງແຍງດູແລຄວາມສຸກ
ຂອງປະຊາຊົນຫວຽດນາມ ໃນປະຈຸບັນ
ໝູນໃຊ້ເຂົ້າໃນການເບິ່ງແຍງດູແລຄວາມສຸກ
ຂອງປະຊາຊົນຫວຽດນາມ ໃນປະຈຸບັນ
ແນວຄິດໂຮ່ຈີມິນກ່ຽວກັບຄວາມສຸກຂອງມະນຸດ
ການສະແຫວງຫາຄວາມສຸກແມ່ນຄວາມປາດຖະໜາຖາວອນຂອງມະນຸດ, ດັ່ງນັ້ນ ຄວາມສຸກຈຶ່ງສາມາດເຂົ້າເຖິງໄດ້ຈາກຫຼາຍແງ່ມຸມທີ່ຕ່າງກັນ ໂດຍສະເພາະ ຈາກແງ່ມຸມປັດຊະຍາ. ລັດທິມາກ-ເລນິນດ້ວຍວິທີວິທະຍາ ວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມປະຫວັດສາດ ໄດ້ກໍ່ໃຫ້ເກີດ “ການປະຕິວັດ” ໃນແນວຄິດກ່ຽວກັບຄວາມສຸກ. ກ່ອນອື່ນໝົດ, ປັດຊະຍາມາກຊິດຄັດຄ້ານບັນດາທັດສະນະທີ່ເລິກລັບ ແລະຈິດຕະນິຍົມ ຂອງສາສະໜາກ່ຽວກັບຄວາມສຸກ ແລະ ຢືນຢັນວ່າ ຜູ້ຄົນຈຳເປັນຕ້ອງມີຄວາມສຸກໃນຄວາມເປັນຈິງ. ໃນສະພາບການສັງຄົມທຶນນິຍົມທີ່ເຕັມໄປດ້ວຍຄວາມອະຍຸຕິທຳນັ້ນ “ຄວາມສຸກແມ່ນການຕໍ່ສູ້” - ການຕໍ່ສູ້ຕ້ານການກົດຂີ່ທາງຊົນຊັ້ນແລະຊົນຊາດ, ຕ້ານຄວາມຊົ່ວຮ້າຍ ແລະຄວາມຝືນວັດທະນະທຳ ເພື່ອສ້າງສັງຄົມກອມມູນິດ ເຊິ່ງການພັດທະນາຢ່າງເສລີຂອງແຕ່ລະບຸກຄົນເປັນເງື່ອນໄຂສຳລັບການພັດທະນາຢ່າງເສລີຂອງທຸກຄົນ. ກົງກັນຂ້າມກັບທັດສະນະທີ່ວ່າ ຄວາມສຸກແມ່ນການ “ໄດ້ຮັບ”, ແມ່ນການຊົມໃຊ້ເພີດເພີນສ່ວນຕົວ, ກ.ມາກ ກ່າວວ່າ ບຸກຄົນທີ່ນຳຄວາມສຸກມາສູ່ຄົນສ່ວນໃຫຍ່ ແມ່ນບຸກຄົນທີ່ມີຄວາມສຸກທີ່ສຸດ. ທັດສະນະດັ່ງກ່າວກາຍເປັນຊີວະທັດຂອງ ກ.ມາກ: “ຖ້າຫາກເຮົາເລືອກເອົາອາຊີບທີ່ເຮົາສາມາດຊ່ວຍເຫຼືອມະນຸດຊາດໄດ້ຫຼາຍທີ່ສຸດ ເຮົາຈະບໍ່ຮູ້ສຶກເຖິງພາລະຂອງອາຊີບນັ້ນ, ເພາະວ່າມັນເປັນການເສຍສະລະສຳລັບທຸກຄົນ. ເມື່ອນັ້ນ ຄວາມສຸກທີ່ເຮົາໄດ້ຮັບນັ້ນ ຈະບໍ່ພຽງແຕ່ເປັນຄວາມສຸກທີ່ເຫັນແກ່ຕົວ ໃຈແຄບ ແລະນ້ອຍໆເທົ່ານັ້ນ, ແຕ່ຄວາມສຸກຂອງເຮົາກໍ່ຈະເປັນຂອງຜູ້ຄົນນັບລ້ານ”(1). ບັນດາທັດສະນະທີ່ຖືກຕ້ອງຂອງລັດທິມາກ-ເລນິນມີຜົນກະທົບຢ່າງຫຼາຍຕໍ່ໂລກກະທັດ ແລະຊີວະທັດເວົ້າລວມ ແລະ ຕໍ່ຄວາມຮັບຮູ້ກ່ຽວກັບຄວາມສຸກເວົ້າສະເພາະ ຂອງປະທານໂຮ່ຈີມິນ. ສິ່ງທີ່ໂດດເດັ່ນທີ່ສຸດໃນແນວຄິດຂອງໂຮ່ຈີມິນກ່ຽວກັບຄວາມສຸກແມ່ນຂໍ້ຄິດທິດສະດີບາງຂໍ້ຕໍ່ໄປນີ້:
ທີໜຶ່ງ, ປະຊາຊົນຈະມີຄວາມສຸກໄດ້ກໍ່ຕໍ່ເມື່ອປະເທດຊາດມີເອກະລາດແລະເສລີພາບເທົ່ານັ້ນ.
ກຳເນີດໃນສະພາບການ “ປະເທດຖືກສູນເສຍ, ບ້ານເຮືອນຖືກທຳລາຍ”, ປະທານ ໂຮ່ຈີມິນ ໄດ້ເຂົ້າໃຈເຖິງຄວາມໂສກເສົ້າເສຍຫາຍຂອງຜູ້ທີ່ສູນເສຍປະເທດຊາດຂອງຕົນ - “ທາດຂອງຊາດທີ່ສູນເສຍ”. ລະບອບອານານິຄົມຝຣັ່ງໃນອິນດູຈີນແມ່ນກົງກັນຂ້າມກັບຄັນທຸງແຫ່ງ “ເສລີພາບ, ຄວາມສະເໝີພາບ, ຄວາມເມຕາກະລຸນາ” ຂອງການປະຕິວັດຊົນຊັ້ນນາຍທຶນຝຣັ່ງໂດຍສິ້ນເຊີງ. ດ້ວຍຄວາມເຈັບປວດແລະຄວາມຂຸ່ນເຄືອງ, ໃນຈົດໝາຍເປີດຜະນຶກເຖິງລັດຖະມົນຕີອານານິຄົມຝຣັ່ງ ອານແບ ຊາໂຣ, ຫງວຽນ ອ໋າຍ ກວັກ ກ່າວປະນາມຢ່າງເຢາະເຢີ້ຍວ່າ: “ພາຍໃຕ້ການປົກຄອງຂອງທ່ານ, ຊາວອານນາມມີຄວາມຈະເລີນທີ່ແທ້ຈິງ ແລະ ຄວາມສຸກທີ່ແທ້ຈິງ, ຄວາມສຸກທີ່ໄດ້ພົບເຫັນບັນດາບໍລິສັດເຫຼົ້າ ແລະ ບໍລິສັດຢາຟິ່ນ ທີ່ຢູ່ທົ່ວທຸກແຫ່ງໃນປະເທດ, ສິ່ງເຫຼົ່ານີ້ພ້ອມກັບການຍິງສັງຫານໝູ່, ເຮືອນຈຳ, ປະຊາທິປະໄຕ ແລະ ກົນໄກອັນຊັບຊ້ອນຂອງອາລະຍະທຳສະໄໝໃໝ່, ເຮັດໃຫ້ຊາວອານາມີຄວາມກ້າວໜ້າທີ່ສຸດໃນອາຊີ ແລະ ມີຄວາມສຸກທີ່ສຸດໃນໂລກ”(2). ດໍາລົງຊີວິດພາຍໃຕ້ລະບອບປະຕິກິລິຢາທີ່ຮຸນແຮງ, ປະຊາຊົນໃນປະເທດອານານິຄົມຕ້ອງທົນທຸກທໍລະມານນັບບໍ່ຖ້ວນ, ດັ່ງນັ້ນ ເສັ້ນທາງດຽວທີ່ຫຼີກລ່ຽງບໍ່ໄດ້ຂອງພວກເຂົາແມ່ນ: ຕໍ່ສູ້ຕ້ານລັດທິຈັກກະພັດນິຍົມ, ສະຖາປະນາປະເທດເອກະລາດ. ການປະຕິວັເດືອນສິງຫາປີ 1945 ຊ່ວຍໃຫ້ຊາດຫວຽດນາມຝື້ນຄືນຊີບຂຶ້ນມາໃໝ່, ແຕ່ສັດຕູຈັກກະພັດນິຍົມຍັງຄົງມີຄວາມທະເຍີທະຍານທີ່ຈະກົດຂີ່ ແລະ ບັງຄັບປະຊາຊົນຫວຽດນາມໃຫ້ເປັນທາດ. ດ້ວຍທັດສະນະທີ່ວ່າ ຄວາມສຸກຂອງແຕ່ລະຄົນບໍ່ສາມາດແຍກອອກຈາກເອກະລາດຂອງຊາດໄດ້, ສະນັ້ນ ເມື່ອພວກລ່າເມືອງຂຶ້ນຝຣັ່ງ “ຕັ້ງໃຈທີ່ຈະລັກເອົາປະເທດຂອງພວກເຮົາອີກຄັ້ງ”, ປະທານໂຮ່ຈີມິນຈຶ່ງປະກາດວ່າ: “ເຖິງແມ່ນວ່າພວກເຮົາຕ້ອງຕໍ່ຕ້ານເປັນເວລາ 5 ປີ, 10 ປີ, ຫຼືດົນນານກວ່ານັ້ນ, ເພື່ອປົກປັກຮັກສາຄວາມເປັນເອກະພາບ ແລະ ເອກະລາດຂອງປະເທດຊາດ, ເພື່ອຍາດເອົາເສລີພາບ ແລະຄວາມສຸກ ມາໃຫ້ເຜົ່າພົງວົງວານຂອງພວກເຮົາ, ພວກເຮົາກໍໍ່ຕັດສິນໃຈຕໍ່ຕ້ານຈົນເຖິງໄຊຊະນະສຸດທ້າຍ”(3). ເມື່ອຈັກກະພັດນິຍົມອາເມລິກາວາງແຜນທີ່ຈະໃຊ້ກຳລັງທາງວັດຖຸ ເພື່ອທຳລາຍເຈດຈຳນົງທີ່ເປັນເອກະພາບຂອງຊາດຫວຽດນາມ, ປະທານໂຮ່ຈີມິນໄດ້ນຳສະເໜີສັດຈະທຳແຫ່ງຍຸກສະໄໝຄື: “ບໍ່ມີຫຍັງມີຄ່າຫຼາຍກວ່າຄວາມເປັນເອກະລາດ ແລະສິດເສລີພາບ”. ຕາມຄຳຮຽກຮ້ອງຂອງເພິ່ນ, ປະຊາຊົນຫວຽດນາມໄດ້ອຸທິດຕົນດ້ວຍຄວາມສະໝັກໃຈ, ພ້ອມທີ່ຈະເສຍສະລະ ແລະ ຕໍ່ສູ້ຢ່າງເດັດດ່ຽວ ເພື່ອປົກປັກຮັກສາຄວາມສຸກຂອງປະຊາຊົນທີ່ເປັນອິດສະລະ.
ທີສອງ, ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງພາຍໃຕ້ລະບອບສັງຄົມນິຍົມເທົ່ານັ້ນ.
ບົນພື້ນຖານຫຼັກໝັ້ນຂອງຊົນຊັ້ນກຳມະກອນ, ປະທານ ໂຮ່ຈີມິນ ເນັ້ນໜັກວ່າ: ຄວາມສຸກກ່ອນອື່ນໝົດແມ່ນຄວາມຜາສຸກຂອງປະຊາຊົນຜູ້ອອກແຮງງານ. ໃນບົດນິພົນ ເສັ້ນທາງປະຕິວັດ (ປີ 1927), ເພິ່ນໄດ້ຢືນຢັນວ່າ: “ພວກເຮົາໄດ້ເສຍສະລະເພື່ອເຮັດການປະຕິວັດ, ດັ່ງນັ້ນ ເຮົາຄວນເຮັດມັນຈົນເຖິງທີ່ສຸດ, ໝາຍຄວາມວ່າ ພາຍຫຼັງການປະຕິວັດ, ອຳນາດຖືກສົ່ງມອບໃຫ້ປະຊາຊົນສ່ວນຫຼາຍ, ຢ່າປ່ອຍໃຫ້ມັນຢູ່ໃນກຳມືຂອງຄົນຈຳນວນໜ້ອຍ. ພຽງແຕ່ເທົ່ານັ້ນ ພວກເຮົາຈະຫຼີກເວັ້ນການເສຍສະລະຫຼາຍ, ເພື່ອໃຫ້ປະຊາຊົນຈະມີຄວາມສຸກ”(4). ຕາມທີ່ເພິ່ນເວົ້າ, ມີພຽງລັດທິກອມມູນິດເທົ່ານັ້ນ ທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມທຸກຍາກ, ນຳມາໃຫ້ທຸກຄົນມີເສລີພາບ, ຄວາມສະເໝີພາບ, ຄວາມເມດຕາກະລຸນາ, ຄວາມສາມັກຄີ, ຄວາມຈະເລີນຮຸ່ງເຮືອງ ໂດຍບໍ່ມີການຈຳແນກເຊື້ອຊາດ ຫຼືຕົ້ນກຳເນີດ. ຈາກຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນລັກສະນະທາດແທ້ຂອງບັນດາປະເພດສັງຄົມຮ່ວມສະໄໝ, ປະທານໂຮ່ຈີມິນຊີ້ໃຫ້ເຫັນຢ່າງຊັດເຈນວ່າ “ບໍ່ມີລະບອບການປົກຄອງໃດທີ່ເຄົາລົບປະຊາຊົນ, ໃຫ້ຄວາມສຳຄັນກັບການພິຈາລະນາຜົນປະໂຫຍດສ່ວນບຸກຄົນທີ່ຖືກຕ້ອງ ແລະ ຮັບປະກັນວ່າ ຜົນປະໂຫຍດນັ້ນຈະໄດ້ຮັບການຕອບສະໜອງໂດຍລະບອບສັງຄົມນິຍົມ ແລະ ກອມມູນິດນິຍົມ”(5). ສັງຄົມນິຍົມແມ່ນບັນໄດການພັດທະນາທີ່ສູງກວ່າລັດທິທຶນນິຍົມໃນທຸກດ້ານ, ນຳເອົາເອກະລາດ, ເສລີພາບ, ຄວາມສຸກທີ່ແທ້ຈິງ ມາໃຫ້ປະຊາຊົນ, ປະທານໂຮ່ຈີມິນຈຶ່ງເຂົ້າເຖິງລັດທິດສັງຄົມນິຍົມຈາກແງ່ມຸມຜົນປະໂຫຍດ ແລະ ຄວາມເໜືອກວ່າຂອງລະບອບການປົກຄອງໃໝ່ ແນໃສ່ຊ່ວຍໃຫ້ປະຊາຊົນຜູ້ອອກແຮງງານຫຼຸດພົ້ນອອກຈາກຄວາມທຸກຍາກ, ທຸກຄົນມີວຽກເຮັດງານທໍາ ໄດ້ກິນອິ່ມນຸ່ງອຸ່ນ ແລະ ດໍາລົງຊີວິດຢ່າງມີຄວາມສຸກ. ເພິ່ນໄດ້ສະຫຼຸບວ່າ: “ລວມຄວາມແລ້ວ, ສັງຄົມນັບມື້ນັບກ້າວໜ້າ, ສິ່ງຂອງວັດຖຸນັບມື້ນັບເພີ່ມຂຶ້ນ, ຈິດວິນຍານດີຂຶ້ນເລື້ອຍໆ, ນັ້ນແມ່ນລັດທິສັງຄົມນິຍົມ”(6).
ທີສາມ, ການນຳຄວາມສຸກມາໃຫ້ປະຊາຊົນ ແມ່ນຄວາມຮັບຜິດຊອບຂອງພັກແລະລັດ.
ປະທານໂຮ່ຈີມິນໃຫ້ທັດສະນະວ່າ, ຖ້າປະເທດມີເອກະລາດ ແຕ່ປະຊາຊົນບໍ່ມີຄວາມສຸກແລະເສລີພາບ, ເອກະລາດນັ້ນກໍ່ບໍ່ມີຄວາມໝາຍ. ຄວາມສຸກມັກຈະປະກອບດ້ວຍຄວາມເພິ່ງພໍໃຈແລະຄວາມດີໃຈສະເໝີ ເມື່ອເພີດເພີນກັບວັດຖຸແລະຄຸນຄ່າທາງຈິດວິນຍານທີ່ຄູ່ຄວນ, ເມື່ອໄດ້ເປັນເຈົ້າຂອງສັງຄົມ, ເປັນເຈົ້າຂອງຕົນເອງ. ເພິ່ນຍັງເຂົ້າໃຈແຈ້ງວ່າ, ປະຊາຊົນຈະຮູ້ເຖິງຄຸນຄ່າຂອງອິດສະລະພາບ ແລະເອກະລາດ ກໍ່ຕໍ່ເມື່ອພວກເຂົາໄດ້ຮັບອາຫານແລະເຄື່ອງນຸ່ງຫົ່ມທີ່ດີເທົ່ານັ້ນ. ເພາະສະນັ້ນ, ເມື່ອປະທານໂຮ່ຈີມິນ ໃນນາມລັດຖະບານປະກາດວ່າ “ວຽກງານຂອງລັດຖະບານຈະຕ້ອງມຸ່ງເປົ້າໄປທີ່ຈຸດປະສົງດຽວຄື ການສ້າງເສລີພາບ ແລະ ຄວາມສຸກໃຫ້ກັບທຸກຄົນ”(7) ດັ່ງນັ້ນ ລັດຖະບານຈຳເປັນຕ້ອງມີຄວາມຮັບຜິດຊອບໃນການພັດທະນາຄຸນນະພາບຊີວິດຂອງປະຊາຊົນ, ຍົກລະດັບຄວາມຮູ້ຂອງປະຊາຊົນ ແລະ ປະຕິບັດສິດທິພົນລະເມືອງ; ໃນນັ້ນ, ການເຮັດໃຫ້ປະຊາຊົນມີອາຫານ ເຄື່ອງນຸ່ງຫົ່ມ ທີ່ພັກອາໄສ ແລະ ການສຶກສາ ຖືເປັນວຽກງານຮີບດ່ວນທີ່ສຸດ. ຄວາມພໍໃຈຕໍ່ລະບອບການປົກຄອງກໍ່ນຳຄວາມສຸກມາໃຫ້ປະຊາຊົນ, ດັ່ງນັ້ນ ປະທານໂຮ່ຈີມິນຈຶ່ງກຳນົດໃຫ້ບັນດາໜ່ວຍງານຂອງລັດຖະບານຕ້ອງຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ. ປະທານໂຮ່ຈີມິນ ຍາມໃດກໍ່ຖືເອົາຄວາມຜາສຸກຂອງປະຊາຊົນແມ່ນອຸດົມຄະຕິດຽວຂອງພັກ, ດັ່ງນັ້ນ ໃນບົດພິໄນກຳ ອັນສັກສິດຂອງຕົນ, ເພິ່ນຕັກເຕືອນວ່າ: ພັກຕ້ອງມີແຜນການທີ່ດີໃນການພັດທະນາເສດຖະກິດ ແລະ ວັດທະນະທຳ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ທີສີ່, ເພື່ອໃຫ້ມີຄວາມຜາສຸກ, ປະຊາຊົນທຸກຄົນຕ້ອງສາມັກຄີກັນ ແລະ ສູ້ຊົນ, ພະນັກງານຕ້ອງຮູ້ຈັກເສຍສະລະ.
ປະທານໂຮ່ຈີມິນເນັ້ນໜັກວ່າ ຢາກກໍ່ສ້າງລັດທິສັງຄົມນິຍົມແມ່ນຕ້ອງອີງໃສປະຊາຊົນເພື່ອນຳຄວາມສຸກມາສູ່ປະຊາຊົນ, ເພາະການປະຕິວັດແມ່ນພາລະກິດຂອງມວນຊົນ. ເມື່ອເວົ້າເຖິງຄວາມຈຳເປັນໃນການເຕົ້າໂຮມກຳລັງຂອງປະຊາຊົນ, ປະທານໂຮ່ຈີມິນໃຊ້ພາບວ່າ: “ນ້ຳທຸກຢອດຈະຊຶມລົງດິນ ແລະໄຫຼໄປໃນທິດທາງໃໝ່ ທີ່ຈະກາຍເປັນສາຍນ້ຳຫຼືແມ່ນ້ຳ. ຢອດນ້ຳນ້ອຍໆບໍ່ຈັກວ່າເທົ່າໃດຢອດລວມກັນເປັນມະຫາສະໝຸດ”(9). ຖ້າປະຊາຊົນທຸກຄົນສະໝັກໃຈສ້າງຜົນປະໂຫຍດໃຫ້ປະເທດ “ຜົນປະໂຫຍດນ້ອຍໆຈຳນວນຫຼາຍຮ່ວມກັນເປັນຜົນປະໂຫຍດອັນໃຫຍ່ຫຼວງ” ປະເທດຈະຮັ່ງມີຢ່າງແນ່ນອນ ແລະ ປະຊາຊົນຈະມີຄວາມສຸກຢ່າງແນ່ນອນ. ຄວາມສຸກຢູ່ທີ່ນີ້ບໍ່ພຽງແຕ່ມີການສະເຫວີຍຜົນເທົ່ານັ້ນ, ແຕ່ຍັງລວມເຖິງຄວາມສຸກຂອງຜູ້ຄົນທີ່ສ້າງສັນຊີວິດຂອງຕົນເອງ; ເພາະວ່າ ຜູ້ໃດທີ່ພຽງແຕ່ລໍຖ້າຄວາມສຸກທີ່ “ຕົກລົງຈາກທ້ອງຟ້າ” ບໍ່ສົມຄວນໄດ້ຮັບຄວາມສຸກ ແລະແທ້ຈິງແລ້ວ ບໍ່ສາມາດມີຄວາມສຸກໄດ້.
ເມື່ອພັກກອມມູນິດຫວຽດນາມກາຍເປັນພັກຜູ້ກຳອຳນາດ, ປະທານໂຮ່ຈີມິນຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມຄຸນສົມບັດປະຕິວັດໃຫ້ພະນັກງານ, ສະມາຊິກພັກ; ເພາະວ່າ ຖ້າເຈົ້າໜ້າທີ່ສໍ້ລາດບັງຫຼວງ, ຜົນປະໂຫຍດແລະຄວາມຜາສຸກຂອງປະຊາຊົນກໍ່ຈະສູນເສຍ. ເພິ່ນຊີ້ແຈງວ່າ: “ຂ້າພະເຈົ້າຕ້ອງເວົ້າເພື່ອຄວາມສຸກຂອງຊາດ, ເພື່ອຜົນປະໂຫຍດຂອງປະເທດຊາດ. ພວກເຮົາຕ້ອງຈົດຈຳຄໍາວ່າ “ຄວາມຍຸຕິທໍາແລະຄວາມຊື່ກົງ” ໄວ້ເລິກໃນໃຈຂອງພວກເຮົາ”(10). ເມື່ອຮຽກຮ້ອງໃຫ້ພະນັກງານແລະສະມາຊິກພັກປະຕິບັດຄຸນທຳແຫ່ງການເສຍສະລະ ເພື່ອຮັບໃຊ້ປະຊາຊົນ, ປະທານໂຮ່ຈີມິນຢືນຢັນວ່າ, ການເສຍສະລະເພື່ອປະເທດຊາດ ແລະເພື່ອປະຊາຊົນ ຖືເປັນຄວາມສຸກອັນຍິ່ງໃຫຍ່; ສະນັ້ນ “ເມື່ອເຮົາຮູ້ວ່າຕ້ອງທຸກ ເຮົາກໍ່ອົດທົນມັນຢ່າງມ່ວນຊື່ນ, ຄ່ອຍໆ ຈະບໍ່ຮູ້ສຶກທຸກອີກ... ເຮົາທົນທຸກເພື່ອປະເທດຊາດແລະເພື່ອປະຊາຊົນ, ເປັນຄວາມທຸກທີ່ມີຄ່າຫຼາຍ, ຄວາມທຸກທາງວັດຖຸ ຈິດໃຈກໍ່ຍິ່ງມີຄວາມສຸກ”(11).
ແນວຄິດໂຮ່ຈີມິນກ່ຽວກັບຄວາມສຸກນັ້ນເລິກເຊິ່ງຫຼາຍ, ບໍ່ພຽງແຕ່ຜ່ານບັນດາທັດສະນະທາງວິທະຍາສາດ ແລະມະນຸດສະທຳເທົ່ານັ້ນ ແຕ່ຍັງໄດ້ຮັບປະກັນດ້ວຍການເສຍສະລະຕະຫຼອດຊີວິດຂອງເພິ່ນ. ເພິ່ນເວົ້າເຖິງຄວາມຮັບຜິດຊອບຂອງຕົນຕໍ່ປະຊາຊົນວ່າ: “ຍ້ອນຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ຂ້າພະເຈົ້າ, ພີ່ນ້ອງຮ່ວມຊາດຈຶ່ງຝາກຊະຕາກຳຂອງປະເທດຊາດ ແລະ ປະຊາຊົນໃຫ້ຂ້າພະເຈົ້າ. ໜ້າທີ່ຂອງຂ້າພະເຈົ້າໃນຖານະຜູ້ຂັດທ້າຍ ຈະຕ້ອງຂັບເຮືອຄືແນວໃດເພື່ອນຳເຮືອຂອງປະເທດຊາດໃຫ້ພົ້ນຈາກພະຍຸ ແລະໄປເຖິງຝັ່ງແຫ່ງຄວາມສຸກຂອງປະຊາຊົນຢ່າງປອດໄພ”(12). ຕະຫຼອດຊີວິດແຫ່ງການສູ້ຊົນ ແລະ ເສຍສະລະຢ່າງຄົບຖ້ວນ ເພື່ອຄວາມສຸກຂອງປະຊາຊົນ, ປະທານໂຮ່ຈີມິນຈະຢູ່ໃນໃຈຂອງປະຊາຊົນຕະຫຼອດໄປ.
ການເບິ່ງແຍງດູແລຄວາມສຸກຂອງປະຊາຊົນຫວຽດນາມໃນຍຸກປະຈຸບັນ
ຕາມແນວຄິດໂຮ່ຈີມິນ
ບົນພື້ນຖານການໝູນໃຊ້ແລະການພັດທະນາແນວຄິດໂຮ່ຈີມິນຢ່າງປະດິດສ້າງ, ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງໃນສະໄໝແຫ່ງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ (ແຕ່ປີ 1986) ຖືເປັນ “ຂັ້ນຕອນ” ໃນຂະບວນການຮັບຮູ້ຂອງພັກກອມມູນິດຫວຽດນາມກ່ຽວກັບຄວາມສຸກຂອງປະຊາຊົນ. ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ປີ 1986) ເນັ້ນໜັກວ່າ ການປ່ຽນແປງໃໝ່ດຳເນີນໄປດ້ວຍຈິດໃຈ “ທັງໝົດເພື່ອປະເທດຊາດສັງຄົມນິຍົມ, ເພື່ອຄວາມສຸກຂອງປະຊາຊົນ”. ຕໍ່ໜ້າການລົ້ມສະຫຼາຍຂອງລະບອບສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະບັນດາປະເທດໃນເອີຣົບຕາເວັນອອກ, ພັກກອມມູນິດຫວຽດນາມຍັງຄົງຕັ້ງໝັ້ນໃນທິດທາງສັງຄົມນິຍົມ; ເພາະເຫັນໄດ້ຢ່າງຈະແຈ້ງວ່າ “ພຽງແຕ່ລັດທິສັງຄົມນິຍົມເທົ່ານັ້ນທີ່ສາມາດນຳເອົາອາຫານ, ເຄື່ອງນຸ່ງຫົ່ມທີ່ອົບອຸ່ນ ແລະ ຄວາມສຸກມາໃຫ້ປະຊາຊົນໄດ້ຢ່າງພຽງພໍ”(13). ເພື່ອເຊີດຊູຄຸນຄ່າຂອງຄວາມສຸກ ດັ່ງນັ້ນ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ປີ 1991) ແລະ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາ ປີ 2011) ລ້ວນກຳນົດວ່າ ສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມກໍ່ສ້າງນັ້ນ ແມ່ນສັງຄົມທີ່ຜູ້ຄົນມີຊີວິດທີ່ອີ່ມໜຳສຳລານ, ເສລີພາບ ມີຄວາມສຸກ, ມີເງື່ອນໄຂໃນການພັດທະນາຕົນເອງຢ່າງຮອບດ້ານ. ພັກກອມມູນິດຫວຽດນາມບໍ່ພຽງແຕ່ເນັ້ນຄວາມຮັບຜິດຊອບຂອງປະຊາຊົນໃນການສູ້ຊົນເພື່ອຄວາມສຸກຂອງຕົນເອງເທົ່ານັ້ນ, ແຕ່ຍັງຖືວ່າຄວາມສຸກຂອງປະຊາຊົນເປັນເຄື່ອງວັດຄຸນທຳຂອງສະມາຊິກພັກເມື່ອຢືນຢັນວ່າ: “ຄຸນສົມບັດອັນສູງສົ່ງຂອງນັກກອມມູນິດແມ່ນ... ຕະຫຼອດຊີວິດຂອງເຂົາໄດ້ສູ້ຊົນເພື່ອອຸດົມຄະຕິແຫ່ງການປະຕິວັດ, ເພື່ອເອກະລາດຂອງປະເທດຊາດ ແລະ ຊີວິດທີ່ອີ່ມໜຳສຳລານ, ເສລີພາບ ແລະ ມີຄວາມຜາສຸກຂອງປະຊາຊົນ, ລວມທັງຕົນເອງ ແລະ ຄອບຄົວ”(14).
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ປີ 2021) ສະຫຼຸບວ່າ “ການຖືເອົາຄວາມສຸກແລະຄວາມເປັນຢູ່ທີ່ອິມໜຳສຳລານຂອງປະຊາຊົນເປັນເປົ້າໝາຍໃນການສູ້ຊົນ” ແມ່ນບົດຮຽນອັນລ້ຳຄ່າ; ກຳນົດວ່າ “ການປຸກລະດົມຈິດໃຈ ເຈດຈຳນົງ ແລະ ຄວາມຕັດສິນໃຈໃນການພັດທະນາປະເທດ ໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ” ແມ່ນພະລັງຂັບເຄື່ອນທີ່ຍິ່ງໃຫຍ່ ໃນການພັດທະນາປະເທດຊາດ; ພ້ອມກັນນັ້ນ, ເນັ້ນໜັກວ່າ: “ການປັບປຸງຍົກສູງຄຸນນະພາບຊີວິດ ແລະ ດັດຊະນີຄວາມສຸກຂອງຊາວຫວຽດນາມ” ແມ່ນໜ້າທີ່ຈຸດໜັກໃຈກາງ.
ຢ່າງໃດກໍ່ຕາມ, ປະຈຸບັນການສ້າງຄວາມຄຸກໃຫ້ກັບປະຊາຊົນກຳລັງປະເຊີນກັບອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ. ໃນໂລກນີ້, ໄພຂົ່ມຂູ່ຈາກອາວຸດນິວເຄຼຍ, ການປະທະກັນທາງອາວຸດ, ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ... ແມ່ນໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ຊີວິດ, ສຸຂະພາບ ແລະ ການຜະລິດຂອງມະນຸດ. ພາຍໃນປະເທດ, ມົນລະພາວະຕໍ່ສິ່ງແວດລ້ອມ, ຄວາມເສື່ອມໂຊມຂອງຈະລິຍະທຳ ແລະວິຖີຊີວິດຂອງພະນັກງານແລະສະມາຊິກພັກພາກສ່ວນໜຶ່ງ ແລະຂໍ້ຈຳກັດໃນການແກ້ໄຂບັນຫາສັງຄົມຫຼາຍປະການໃນບາງພື້ນທີ, ຄວາມເສື່ອມໂຊມຂອງວັດທະນະທຳ ຈະລິຍະທຳທາງສັງຄົມ, ຊ່ອງຫວ່າງທີ່ເພີ່ມຂຶ້ນ ລະຫວ່າງຄົນຮັ່ງມີແລະທຸກຍາກ, ຄວາມຊົ່ວຮ້າຍທາງສັງຄົມ, ອາດຊະຍາກຳ... ຍັງເຮັດໃຫ້ເກີດອຸປະສັກຫຼາຍຢ່າງໃຫ້ຜູ້ຄົນໃນການເຂົ້າເຖິງຄວາມສຸກ.
ກົງກັນຂ້າມກັບຄວາມບໍ່ພຽງພໍນັ້ນ ແມ່ນຄວາມຕ້ອງການຄວາມສຸກທີ່ເພີ່ມຂຶ້ນຂອງຜູ້ຄົນ ແລະທ່າອ່ຽງທີ່ຈະສົ່ງເສີມຄວາມສຸກຂອງມະນຸດຊາດ. ໃນປີ 2012, ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດກຳນົດໃຫ້ວັນທີ 20 ມີນາ (ມື້ດຽວທີ່ດວງອາທິດຢູ່ຂ້າມເສັ້ນສູນສູດ, ກາງເວັນແລະກາງຄືນມີຄວາມຍາວເທົ່າກັນ) ແມ່ນວັນແຫ່ງຄວາມສຸກສາກົນ (International Day of Happiness) ເພື່ອຖ່າຍທອດຂໍ້ຄວາມ: ການສະແຫວງຫາຄວາມສຸກແມ່ນເປົ້າໝາຍພື້ນຖານຂອງມະນຸດ; ຄວາມສຸກແລະຄວາມຈະເລີນຮຸ່ງເຮືອງ ແມ່ນເປົ້າໝາຍແລະຄວາມປາດຖະໜາທົ່ວໄປຂອງມະນຸດ ແລະ ຄວາມສໍາຄັນຂອງການຮັບຮູ້ສິ່ງນີ້ໃນເປົ້າໝາຍນະໂຍບາຍສາທາລະນະ; ຕ້ອງມີວິທີການເຂົ້າເຖິງການເຕີບໂຕທາງເສດຖະກິດທີ່ຮອບດ້ານ, ຍຸຕິທຳ ແລະ ສົມດຸນກວ່າອີກ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງທຸກຊົນຊາດ.
ຫວຽດນາມແມ່ນໜຶ່ງໃນເກືອບ 200 ປະເທດທີ່ໃຫ້ຄຳໝັ້ນສັນຍາຈະຕອບສະໜອງວັນແຫ່ງຄວາມສຸກສາກົນ. ວັນທີ 26 ທັນວາ 2013 ນາຍົກລັດຖະມົນຕີໄດ້ອອກມະຕິເລກທີ 2589/QĐ-TTg ວ່າດ້ວຍ “ການອະນຸມັດໂຄງການ “ຈັດຕັ້ງການເຄື່ອນໄຫວໃນວັນແຫ່ງຄວາມສຸກສາກົນ 20 ມີນາຂອງທຸກໆປີ””. ຍ້ອນໄດ້ຜ່ານສົງຄາມອັນດຸເດືອດມາເປັນເວລາດົນນານ ແລະ ໄລຍະເສດຖະກິດເກື້ອກູນອຸດໜູນທີ່ຫຍຸ້ງຍາກລຳບາກ, ປະຊາຊົນຫວຽດນາມຈຶ່ງປາດຖະໜາມີຄວາມຜາສຸກ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງແຮງກ້າ. ດັ່ງນັ້ນ, ຄວາມຮັບຜິດຊອບຂອງພັກ ແລະ ລັດ ໃນການນຳຄວາມຜາສຸກມາໃຫ້ປະຊາຊົນຈຶ່ງນັບມື້ນັບຮີບດ່ວນ.
ວິທີແກ້ໄຂເພື່ອສືບຕໍ່ຍົກລະດັບຮັບປະກັນຄວາມສຸກໃຫ້ແກ່ປະຊາຊົນ
ທີໜຶ່ງ, ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຸກຂອງປະຊາຊົນ ທັງຈາກພັກ ລັດຖະບານ ແລະ ປະຊາຊົນ
ຄວາມສຸກແມ່ນຈຸດບັນຈົບກັນລະຫວ່າງເງື່ອນໄຂພາວະວິໄສ ແລະ ຄວາມຮູ້ສຶກອັດຕະວິໄສ. ທາງດ້ານພາວະວິໄສ, ຄວາມສຸກແມ່ນບັນດາຄຸນຄ່າທາງວັດຖຸແລະຈິດໃຈທີ່ດີ ທີ່ປະເທດແລະຊຸມຊົນທາງສັງຄົມຈຳເປັນຕ້ອງສ້າງຂຶ້ນ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ ແລະສົມບູນ. ທາງດ້ານອັດຕະວິໄສ, ຄວາມສຸກແມ່ນສະພາວະຈິດໃຈທີ່ຕັ້ງໜ້າ ເຊິ່ງສະແດງເຖິງຄວາມເພິ່ງພໍໃຈຂອງຜູ້ຄົນຕໍ່ສະພາບການ, ເງື່ອນໄຂທໍາມະຊາດ, ສັງຄົມ, ຄອບຄົວ ແລະ ຕົນເອງ. ດັ່ງນັ້ນ, ເພື່ອບັນລຸຄວາມປາດຖະໜາກ່ຽວກັບຄວາມຜາສຸກໄດ້ນັ້ນ, ຈຳເປັນຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຸກ ທັງຈາກຜູ້ນຳ ຜູ້ບໍລິຫານຄຸ້ມຄອງປະເທດ ແລະ ປະຊາຊົນ.
ສືບທອດທັດສະນະຂອງປະທານໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບ ໃນການຮັບໃຊ້ປະຊາຊົນ, ຖັນແຖວພະນັກງານແລະສະມາຊິກພັກ ບໍ່ພຽງແຕ່ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງຄວາມສຸກຂອງປະຊາຊົນ ໃນຖານະທີ່ເປັນແຮງຜັກດັນ ແລະ ເປົ້າໝາຍຂອງການປະຕິວັດເທົ່ານັ້ນ ແຕ່ຍັງຕ້ອງຊາບຊຶມສັດຈະທຳທີ່ວ່າ: ຜູ້ທີ່ໃຫ້ຫຼາຍທີ່ສຸດຈະມີຄວາມສຸກທີ່ສຸດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະຫຼຸບວ່າ: “ຄວາມສຸກຂອງມະນຸດບໍ່ພຽງແຕ່ມີເງິນຫຼາຍ, ມີຊັບສົມບັດຫຼາຍ, ກິນເຂົ້າດີ ແລະນຸ່ງຖືດີເທົ່ານັ້ນ, ແຕ່ຍັງຢູ່ໃນຄວາມອຸດົມສົມບູນຂອງຈິດວິນຍານ, ມີຊີວິດຢູ່ທ່າມກາງຄວາມຮັກແພງ ແລະ ຄວາມເມດຕາ, ຄວາມຊອບທຳ ແລະ ຄວາມຍຸດຕິທຳ”(15). ຖ້າພະນັກງານ ແລະ ສະມາຊິກພັກຮູ້ວິທີເອົາຊະນະ “ຂ້ອຍ” ຂອງຕົນ ເພື່ອອຸທິດຕົນເພື່ອປະຊາຊົນ ແລະ ປະເທດຊາດ, ພວກເຂົາຈະເປັນຄົນທີ່ມີຄວາມສຸກ, ເພາະວ່າ ອານຸສາວະລີທີ່ແຂງແກ່ນທີ່ສຸດແມ່ນຢູ່ໃນໃຈຂອງປະຊາຊົນ.
ສໍາລັບປະຊາຊົນ, ຄວາມສຸກບໍ່ພຽງແຕ່ຂຶ້ນກັບປັດໃຈ “ພາຍນອກ” ເທົ່ານັ້ນ, ແຕ່ຍັງຂຶ້ນຢູ່ກັບປັດໃຈ “ພາຍໃນ”; ນັ້ນແມ່ນຈິດວິນຍານແລະຄວາມສາມາດຂອງເຂົາໃນການຮັບຮູ້ຄວາມສຸກ. ຜູ້ໃດທີ່ຄິດວ່າຕົນເອງບໍ່ສາມາດມີຄວາມສຸກໄດ້ ຜູ້ນັ້ນໄດ້ກີດກັນໂອກາດແຫ່ງຄວາມສຸກຂອງຕົນເອງ. ກົງກັນຂ້າມ, ຄົນທີ່ເຫັນຄວາມສຸກບໍ່ພຽງແຕ່ເປັນຈຸດໝາຍປາຍທາງ ແຕ່ເປັນຂະບວນການທີ່ຈະໄປເຖິງຈຸດໝາຍນັ້ນ; ຄວາມສຸກແມ່ນການແບ່ງປັນ, ຮັກແພງ, ຮູ້ຈັກ “ພໍພຽງ”, ຮູ້ຈັກຄວບຄຸມຕົນເອງ, ຮູ້ຈັກຄວບຄຸມສະຖານະການ, ຮູ້ຈັກອົດທົນຜ່ອນຜັນຕໍ່ຜູ້ອື່ນ ແລະ ຕົນເອງ, ຮູ້ຈັກຖືວ່າຄວາມຫຍຸ້ງຍາກເປັນສ່ວນໜຶ່ງຂອງຊີວິດທີ່ຫຼີກລ່ຽງບໍ່ໄດ້... ແລ້ວຜູ້ນັ້ນກໍ່ຈະສະຫງົບສຸກ ແລະມີຄວາມສຸກ. ດັ່ງນັ້ນ, ການເພີ່ມທະວີການອົບຮົມສຶກສາໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນ ກ່ຽວກັບຄຸນຄ່າຊີວິດທີ່ຖືກຕ້ອງ, ການປຸກຕື່ນຄວາມປາດຖະໜາທີ່ຈະອຸທິດຕົນໃນແຕ່ລະຄົນ ຈຶ່ງເປັນຄວາມຮັບຜິດຊອລອັນສູງສົ່ງຂອງພັກແລະລັດ.
ທີສອງ, ປັບປຸງສະຖາບັນແລະກົນໄກດ້ານສິດທິມະນຸດໃຫ້ສົມບູນແບບ ເພື່ອຍົກສູງດັດຊະນະຄວາມສຸກຂອງປະຊາຊົນ
ຄົນທີ່ມີຄວາມສຸກຈະຕ້ອງເປັນອິດສະລະ ແລະຮູ້ສຶກປອດໄພເມື່ອສິດທິຂອງເຂົາເຈົ້າເປັນໄປຕາມລັດຖະທຳມະນູນ ກົດໝາຍ ແລະ ບັງຄັບໃຊ້ໃນພາກປະຕິບັດ. ຫວຽດນາມໄດ້ເຂົ້າເປັນສະມາຊິກສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ ວາລະປີ 2014-2016, ປະຈຸບັນ ເປັນສະມາຊິກສະພາສິດທິມະນຸດ ແຫ່ງສະຫະປະຊາຊາດ ວາລະປີ 2023-2025; ສິ່ງດັ່ງກ່າວພິສູດໃຫ້ເຫັນວ່າ ລັດຫວຽດນາມ ຍາມໃດກໍ່ມານະພະຍາຍາມຜັນຂະຫຍາຍ ແລະ ຮັບປະກັນສິດທິມະນຸດ ແລະ ສິດທິພົນລະເມືອງ. ພ້ອມກັນນັ້ນ, ເພື່ອໃຫ້ປະຊາຊົນໄດ້ຮັບສິດທິທີ່ຊອບດ້ວຍກົດໝາຍ ແລະຊອບທຳຂອງຕົນ ຕາມລັດຖະທຳມະນູນຢ່າງເຕັມທີ່, ລັດຈະຕ້ອງມີແຜນນິຕິບັນຍັດໄລຍະຍາວ ເພື່ອໃຫ້ບັນລຸເຖິງສິດທິໃນລັດຖະທຳມະນູນ.
ໃນໂລກສະໄໝໃໝ່, ຄວາມສຸກບໍ່ແມ່ນພຽງແຕ່ຄວາມຮູ້ສຶກທຳມະດາໆ ເທົ່ານັ້ນ, ແຕ່ຍັງແມ່ນປະລິມານທີ່ເພີ່ມຂຶ້ນອີກນຳ. ອົງການສາກົນແລະຕ່າງປະເທດຈຳນວນໜຶ່ງ ໄດ້ສະເໜີປະລິມານພື້ນຖານເພື່ອວັດຄວາມສຸກ ເຊັ່ນ ດັດຊະນີຄວາມສຸກ (HI), ດັດຊະນີຄວາມສຸກແຫ່ງດາວເຄາະ (HPI) ແລະ ລາຍງານຄວາມສຸກຂອງໂລກ (WHR)... ໃນທ່າອ່ຽງທົ່ວໄປ, ຫວຽດນາມໄດ້ທົດລອງສ້າງດັດຊະນີຄວາມສຸກແຫ່ງຊາດຂອງຫວຽດນາມ (VNHI), ເຊິ່ງຄິດໄລ່ບົນພື້ນຖານຂອງ 4 ກຸ່ມມາດຖານຄື: ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ປະສິດທິພາບການຄຸ້ມຄອງ ແລະການບໍລິຫານລັດຖະການ.
ທີສາມ, ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ ພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.
ຄວາມເປັນຈິງໄດ້ພິສູດແລ້ວວ່າ, ຄວາມຮັ່ງມີບໍ່ໄດ້ໝາຍເຖິງຄວາມສຸກສະເໝີໄປ, ແຕ່ສິ່ງທີ່ແນ່ນອນກໍຄື ໃນປະເທດທີ່ທຸກຍາກ, ປະຊາຊົນບໍ່ສາມາດມີຄວາມສຸກໄດ້; ການເຕີບໂຕດ້ານເສດຖະກິດເປັນເງື່ອນໄຂ “ດັ້ງເດີມ” ສະເໝີ ເພື່ອໃຫ້ປະຊາຊົນກິນອີ່ມນຸ່ງອຸ່ນ ແລະ ມີຄວາມສຸກ. ຢູ່ຫວຽດນາມ, ເມື່ອດຳເນີນພາລະກິດການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ຖືເອົາການປ່ຽນແປງໃໝ່ທາງເສດຖະກິດເປັນຈຸດໜັກໃຈກາງ. ດ້ວຍຄວາມປາດຖະໜາໃຫ້ປະຊາຊົນມີອາຫານແລະເຄື່ອງນຸ່ງຫົ່ມທີ່ດີ, ມີຄວາມຜາສຸກ, ປະເທດຊາດຈະເລີນຮຸ່ງເຮືອງ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດຈຸດໝາຍຮອດປີ 2045, ຫວຽດນາມຈະກາຍເປັນ “ປະເທດທີ່່ພັດທະນາແລ້ວແລະມີລາຍໄດ້ສູງ”. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ໃນເວລານີ້, ຫວຽດນາມຕ້ອງເຮັດສຳເລັດຢ່າງວ່ອງໄວໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ, ເພີ່ມທະວີການລົງທຶນດ້ານວິທະຍາສາດ, ເຕັກໂນໂລຢີ, ການສຶກສາ ແລະ ໃຫ້ຄວາມສຳຄັນກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອຮັບປະກັນຄວາມຕ້ອງການທັງສອງໃນຍຸດທະສາດການພັດທະນາເສດຖະກິດທີ່ທັງ “ໄວ” ແລະ “ຍືນຍົງ”.
ທີສີ່, ສືບຕໍ່ເສີມຂະຫຍາຍປະຊາທິປະໄຕ, ປັບປຸງຍົກສູງຄຸນນະພາບການບໍລິການສາທາລະນະ.
ເນື່ອງຈາກປະຊາທິປະໄຕເປັນທັງແຮງຜັກດັນການພັດທະນາ ແລະ ເປັນເງື່ອນໄຂແຫ່ງຄວາມສຸກ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຈຶ່ງໄດ້ເພີ່ມເນື້ອໃນໃໝ່ທີ່ສຳຄັນຄື “ປະຊາຊົນຊົມໃຊ້”, ເພື່ອໃຫ້ເກີດຫຼັກນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”(16). ການເຊີດຊູປັດໄຈ “ປະຊາຊົນຊົມໃຊ້” ຈະປະກອບສ່ວນ “ປົດປ່ອຍ” ຊັບພະຍາກອນອັນບໍ່ມີທີ່ສິ້ນສຸດໃນໝູ່ປະຊາຊົນ, ຊຸກຍູ້ການພັດທະນາປະເທດຢ່າງແຂງແຮງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ຜົນປະໂຫຍດ ແລະ ມີສ່ວນຮ່ວມຕໍ່ໄປ.
ຄວາມສຸກຂອງປະຊາຊົນລວມເຖິງຄວາມເພິ່ງພໍໃຈຕໍ່ລະບອບການປົກຄອງສະເໝີ, ໂດຍສະເພາະ ຄຸນນະພາບຂອງການບໍລິການສາລະນະ. ດັ່ງນັ້ນ ຈຶ່ງຈຳເປັນຕ້ອງເອົາໃຈໃສ່ເຖິງການປັບປຸງຍົກສູງຄຸນນະພາບການປົກຄອງບໍລິຫານປະເທດ, ພະຍາຍາມໃນການທໍາຄວາມສະອາດສໍານັກງານສາທາລະນະ ແລະປັບປຸງຈັນຍາບັນການບໍລິການສາທາລະນະ. ການສ້າງລັດຖະບານເອເລັກໂຕຣນິກ ເພື່ອປັບປຸງຍົກສູງຄວາມໂປ່ງໃສຂອງການບໍລິຫານລັດຖະການ ແລະ ຫຼີກລ່ຽງບໍ່ໃຫ້ປະຊາຊົນມີຄວາມຮູ້ສຶກທາງລົບ... ກໍ່ແມ່ນວຽກງານອັນຮີບດ່ວນ.
ທີຫ້າ, ຍູ້ແຮງການປະຕິບັດຄວາມກ້າວໜ້າ ແລະຄວມຍຸຕິທຳທາງສັງຄົມ, ຮັບປະກັນຄວາມໝັ້ນຄົງຂອງມະນຸດ ແລະ ຄວາມປອດໄພທາງສັງຄົມ.
ຄວາມອະຍຸຕິທຳແມ່ນບໍ່ເກີດຂອງຄວາມຂັດແຍ້ງທາງສັງຄົມ, ສ້າງໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງປະເທດ. ໃນພາລະກິດການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມມີຄວາມຮັບຮູ້ນັບມື້ນັບຈະແຈ້ງ ກ່ຽວກັບສາຍພົວພັນອັນໃກ້ຊິດ ລະຫວ່າງເປົ້າໝາຍການເຕີບໂຕທາງເສດຖະກິດ ແລະ ຄວາມກ້າວໜ້າແລະຄວາມຍຸຕິທຳທາງສັງຄົມ. ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາຄື ລັດມີບັນດານະໂຍບາຍທີ່ເໝາະສົມ ໃນການຄວບຄຸມການແບ່ງຊັ້ນທາງສັງຄົມ, ສືບຕໍ່ປະຕິບັດຍຸດທະສາດ “ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ” ແບບຍືນຍົງ, ປະຕິຮູບຄ່າແຮງງານ ແລະ ເພີ່ມລະດັບການຊ່ວຍເຫຼືອທາງສັງຄົມໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຕານນະໂຍບາຍ...
ບັນຫາ ຄວາມໝັ້ນຄົງຂອງມະນຸດ ຈຳເປັນຕ້ອງໄດ້ຮັບຄວາມເອົາໃຈໃສ່, ເພາະຄົນເຮົາບໍ່ອາດມີຄວາມສຸກໄດ້ ຖ້າຮູ້ສຶກບໍ່ໝັ້ນຄົງຢູ່ສະເໝີ ເນື່ອງຈາກຄວາມຊົ່ວຮ້າຍທາງສັງຄົມ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ຄວາມບໍ່ໝັ້ນຄົງດ້ານການຈະລາຈອນ ຫຼືຄວາມສ່ຽງຈາກການລະບາດຂອງພະຍາດ ແລະ ໄພທຳມະຊາດທີ່ຊຸ່ມຊ້ອນຢູ່... ໂລກພວມປະເຊີນກັບປະກົດການໃໝ່ທີ່ເອີ້ນວ່າ “ຜູ້ລີ້ໄພຈາກສະພາບພູມິອາກາດ” ແລະ ຫວຽດນາມ ແມ່ນປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກ ຈາກການປ່ຽນແປງສະພາບພູມິອາກາດ, ດັ່ງນັ້ນ ລັດຈຶ່ງຕ້ອງມີແຜນການ ແລະ ແຫຼ່ງກຳລັງ ເພື່ອຕອບສະໜອງຢ່າງມີປະສິດທິຜົນ. ສິ່ງເຫຼົ່ານີ້ແມ່ນບັນຫາໃຫຍ່ທີ່ປະຊາຊົນບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ ແລະ ລັດຈະຕ້ອງດຳເນີນການຮັບຜິດຊອບໃນການປົກປ້ອງພົນລະເມືອງຂອງຕົນ ດ້ວຍຈິດວິນຍານແຫ່ງ “ການຮັກສາຄວາມໝັ້ນຄົງຂອງປະຊາຊົນ, ການປົກຄອງປະເທດ”.
ເມື່ອບັນດາຊັ້ນປະຊາກອນ, ບັນດາກຸ່ມສັງຄົມ ມີສະພາບການເປັນຢູ່ທີ່ແຕກຕ່າງກັນ, ເພື່ອປະຕິບັດຄຳຂວັນ “ບໍ່ປະຜູ້ໃດໄວ້ຂ້າງຫຼັງ” ແລະ ປະຊາຊົນທຸກຄົນສາມາດຊົມໃຊ້ໝາກຜົນຂອງການປ່ຽນແປງໃໝ່, ລັດຈະຕ້ອງສ້າງລະບົບປະກັນສັງຄົມ ແບບຫຼາຍຊັ້ນ ເພື່ອຊ່ວຍໃຫ້ປະຊາຊົນຫຼຸດຄວາມສ່ຽງ ແລະ ແບ່ງປັນ ຊ່ວຍເຫຼືອເຊິ່ງກັນແລະກັນ; ຕ້ອງມີນະໂຍບາຍທີ່ແທດຈິງກວ່າອີກ ເພື່ອປັບປຸງສຸຂະພາບແລະຮູບຮ່າງ ຂອງຊາວຫວຽດນາມ; ລະບົບສາທາລະນະສຸກຂອງຫວຽດນາມຍາມໃດກໍຕ້ອງມຸ່ງໄປເຖິງເປົ້າໝາຍຮັບໃຊ້ປະຊາຊົນ./.
------------------------
(1) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊູດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1994, ເຫຼັ້ມ 40, ໜ້າ 18.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 1, ໜ້າ 109.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 602.
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 292
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 610
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 438
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 21
(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 311
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 663
(10) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 66
(11) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 176
(12) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 191
(13) ເອກະສານພັກຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 49, ໜ້າ 764.
(14) ເອກະສານພັກຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2007, ເຫຼັ້ມ 54, ໜ້າ 142.
(15) ຫງວຽນຝູຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 159.
(16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 249.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1036 (ເດືອນເມສາ 2024)