ວກ. - ບັນ​ຫາ​ວັດ​ທະ​ນະ​ທຳ​​ແລະຜູ້​ຄົນຫວຽດນາມ ມີ​ບົດ​ບາດ​ເປັນ​ພື້ນ​ຖານ​ແລະສຳ​ຄັນ ​ເຊິ່ງ​ສະທ້ອນ​ໃຫ້​ເຫັນ​ໃນຫຼາຍ​ເນື້ອ​​ໃນ​ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ. ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ສະພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ພັດ​ທະ​ນາ​ທິດ​ສະ​ດີ, ຍົກ​ລະ​ດັບ​ທັດ​ສະ​ນະ​ຊີ້​ນຳ​ ​ເມື່ອ​ກຳ​ນົດ​ການກໍ່​ສ້າງ ແລະ ເສີມ​ຂ​ະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ກຳ​ລັງ​ແຮງ​ຂອງຄົນຫວຽດ​ນ​າມ ໃນ​ສາຍ​ພົວ​ພັນ​ທີ່ເປັນ​ເອ​ກະ​ພາບ​ແລະສັດ​ຈະ​ວິ​ພາກ, ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ, ກຳ​ລັງ​ໜູນ​ທີ່ແຂງ​ແຮງ​ ເພື່ອ​ຊຸກ​ຍູ້​ການພັດ​ທະ​ນາ​ປະ​ເທດ​ຢ່າງ​ໄວວາ ຍື​ນ​ຍົງ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັດກອມມູນິດຫວຽດນາມ ຊອກຮູ້ການພິມພາບພື້ນເມືອງ ດົງໂຮ່ ທີ່ມໍລະດົກປະຫວັດສາດ-ວັດທະນະທຳ ເດ່ນໂດ ຢູ່ຄຸ້ມ ເທື້ອງ, ໝູ່ບ້ານ ດິ່ງບາງ, ຕົວເມືອງ ຕື່ເຊີນ, ແຂວງ ບັກນິງ _ພາບ: ສາລາຄະດີ.

ບາງ​ເນື້ອ​ໃນ​ກ່ຽວ​ກັບ​ການກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ
​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ​ຖືກປະ​ເມີນ​ວ່າ​ເປັນຂີດໝາຍ​ການ​ຫັນປ່ຽນ​ທີ່ສຳຄັນ, ເປັນປະຖົມປັດໃຈໃຫ້ບັນດາວາລະ​ຕໍ່ໄປ ເພື່ອບັນລຸ​ຜົນສຳ​ເລັດ​ຕາມເປົ້າໝາຍຍຸດທະສາດການພັດທະນາປະເທດເຖິງປີ 2030 ເປັນປະເທດກຳລັງພັດທະນາ ​ທີ່ມີອຸດສາຫະກຳທັນສະໄໝ ລາຍ​​ໄດ້ປານ​ກາງ​ສູງ ແລະ ຮອດປີ 2045 ຈະກາຍເປັນປະເທດ​ທີ່ພັດທະນາ​ແລ້ວ ​ແລະມີລາຍສູງສູງ. ເພື່ອ​ປະຕິບັດເປົ້າໝາຍຂ້າງ​ເທິງບັນລຸ​ຄວາມສຳເລັດມີໄຊ​, ພ້ອມ​ກັນກັບການຊຸກຍູ້ຢ່າງຮອບດ້ານຄົບຊຸດພາລະກິດ​ການປ່ຽນ​ແຜງ​ໃໝ່, ຫັນເປັນອຸດສາຫະກຳທັນສະໄໝ, ພັດທະນາເສດຖະກິດ​ພູມ​ປັນຍານັ້ນ, ຈຳ​ເປັນຕ້ອງປະຕິບັດຫຼາຍເນື້ອໃນ​ແລະວິທີ​ແກ້​ໄຂ​ທີ່​ສໍາ​ຄັນພ້ອມໆ​ກັນ; ໃນນັ້ນ, ບັນຫາ​ການກໍ່ສ້າງ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ​ແລະກຳລັງແຮງ​ຂອງຄົນຫວຽດນາມ​ໃນໄລຍະໃໝ່ ຖືກ​ກຳນົດ​ໂດຍກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ​ວ່າ​ເປັໜຶ່ງໃນບັນດາໜ້າທີ່ຈຸດສຸມໃຈກາງ.

ສືບ​ທອດ​ເນື້ອ​ໃນ​ໃນ​ບັນ​ດາ​ມະ​ຕິ, ເອ​ກະ​ສານຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ ​ມະ​ຕິ​ກອງ​ປະ​ຊຸມ​ສຸນ​ກາງ​ພັກ​ຄັ້ງ​ທີ 5 ສະ​ໄໝທີ 8 ກ່ຽວ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ວັນ​ທະ​ນະ​ທຳຫວຽດ​ນາມທີ່ກ້າວ​ໜ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະ​ລັກ​ປະຈຳ​​ຊາດ”; ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ 11 ກ່ຽວ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ ​ແລະ ຄົນຫວຽດ​ນາມ ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາປະ​ເທດ​ຢ່າງ​ຍືນ​ຍົງ”; ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ກ່ຽວ​ກັບກໍ່​ສ້າງ​, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແລະຜູ້​ຄົນ; ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13, ທັດ​ສະ​ນະ​ຂອງ​ພັກ​ກ່ຽວ​ກັບ​ກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ ໄດ້​ນຳສະ​ເໜີ​ໃນ​ການ​ພົວ​ພັ​ນ​ເປັນ​ເອ​ກະ​ພາບ​ແລະສັດ​ຈະ​ວິ​ພາກ ເມື່ອ​ຢືນ​ຢັນ​: “ຮັກ​ສາແລະເສີມ​ຂະ​ຫຍາຍ​ຄຸນ​ຄ່າວ​ວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງຂອງຄົນຫວຽດ​ນາມ ໃນ​ພາ​ລະ​ກິດການກໍ່​ສ້າງແລະປົກ​ປັກ​ຮັກ​ສາປະ​ເທດ​ຊາດ, ການເຊື່ອມ​ໂຍງ​ສາ​ກົນ(1).

ແທ້​ຈິງວ່າ, ການກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າງວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ ແມ່ນ​ຂະ​ບວນ​ວິ​ວັດ​ການ​​ສົມທົບ​ຢ່າງນິ້ມນວນ, ທັງ​ມີ​ຄວາມ​ປະ​ດິກ​ສ້າງ, ກຳ​ນົດ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ມາດຕະຖານ​ດ້ານຈັນ​ຍາ​ບັນ​ໃໝ່, ທັງ​ປຸກ​ຕື່ນ, ​ແຜ່​ຂະຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ຂອງວັດ​ທະ​ນະ​ທຳ, ມາດຕະຖານ​ດ້ານຈັນ​ຍາ​ບັນ, ຈິດ​ໃຈ ແລະ ເຈດ​ຈຳ​ນົງ​ຕັດ​ສິນ​ໃຈ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ກຳ​ລັງ​ແຮງປະ​ດິດ​ສ້າງ​ຂອງ​ຄົນຫວຽດ​ນາມ, ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາຢ່າງຍືນ​ຍົງ, ປະ​ເທດ​ຊາດ​ເຂັ້ມ​ແຂງ​ ແລະ ວັດ​ທະ​ນາ​ຖາ​ວອນ, ໝັ້ນຍືນ. ຂະ​ບວ​ນ​ວິ​ວັດ​ນີ້ກໍ່​​ລວມ​ທັງ​ການ​ອະ​ນຸ​ລັກ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ, ​ບໍ່​ໃຫ້​ຊອດ​ກະ​ຈາ, ​ຊຸດ​ໂຊມ ​ສູນ​ເສຍ​ໄປ; ເປັນ​ເຈົ້າ​ການ​ແລະຕັ້ງ​ໜ້າ​​​ໃນ​ການຮັບ​ເອົາ​ສິ່ງຍອດ​ຢ້ຽມ​​ໃນວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ​ມະ​ນຸດ ​ເພື່ອ​ປັບ​ປຸງ​ແລະເສີມ​ຂະຫຍາຍ​ຄຸນຄ່າ​​ວັດທະນະທຳ​ແລະຄຸນ​ທຳ​ໃຫ້​ສອດຄ່ອງ​ກັບ​​ເປັນ​ຈິງ​ຂອງ​ປະ​ເທດ. ວິ​ທີ​ເຂົ້າ​ເຖິງ​ຄື​ແນວນັ້ນ​​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ໃໝ່​ ໃນ​ຈິນ​ຕະ​ນາ​ການ​ທິດ​ສະ​ດີ​ ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ແລະຄົນຫວຽດນາມ ໃນ​ໄລ​ຍະ​ໃໝ່.  

ບົນ​ພື້ນ​ຖານ​ສາຍ​ພົວ​ພັ​ນ​ສັດ​ຈະ​ວິ​ພາກ ​ລະ​ຫວ່າງວັດ​ທະ​ນະ​ທຳກັບຜູ້​ຄົນ, ຜູ້​ຄົນກັບວັດ​ທະ​ນະ​ທຳ, ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ໄດ້​ກຳ​ນົດ​ວ່າ: “ປຸກ​ຕື່ນ​ຢ່າງ​ແຂງ​ແຮງ ​ຈິດ​ໃຈ​ຮັກ​ຊາດ, ເຈດ​ຈຳ​ນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງປະ​ເທດ​ຊາດ, ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​​ແວງ​ຊົນທັງ​ຊາດ ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ພັດ​ທະ​ນາ​ປະ​ເທດ​ໃຫ້​ວັດ​ທະ​ນາ​ຖາ​ວອນ, ມີ​ຄວາມ​ຜາ​ສຸກ(2); ພ້ອ​ມ​ທັງ, ຖື​ເປັນ​ສຳ​ຄັນ​ການກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ຄວາມ​ພາກ​ພູມ​ໃຈ​ແຫ່ງ​ຊາດ, ເຈດ​ຈຳ​ນົງ​ສ້າງ​ຄ​ວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກຳ​ລັງ​ຫົວ​ຄິດ​ປະ​ດິດ​ສ້າງ, ຈິດ​ໃຈ​ອຸ​ທິດ​ເພື່ອ​ປະ​ເທດ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​​ໃນ​ຄວາມ​ວັດທະ​ນາ​ຖາ​ວອນ, ຄວາມ​ເມດ​ຕາ, ຄວາມ​ເອ​ກະ​ພາບ​ສັງ​ຄົ​ມ, ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ຢ່າງ​ໄວ ແລະ ຍືນ​ຍົງ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ເນັ້ນ​ໜັກ ແລະ ກ່າວ​ມາຫຼາຍ​ເທື່ອ, ເຊິ່ງ​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໃນ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະ​ກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ ໃນ​ໄລ​ຍະ​ໃໝ່, ເໝາະ​ສົມ​ກັບ​ທ່າ​ອຽງ​ພັດ​ທະ​ນາ​ແບບ​ພາ​ວະ​ວິ​ໄສ​ຂອງ​ຍຸກ​ສະ​ໄມ, ແທດ​ເໝາະ​ກັບ​ຕົວ​ຈິງ​ຂອງ​ປະ​ເທດ.

ດ້ວຍ​ທັດ​ສະ​ນະ​ຜູ້​ຄົນ​ເປັນ​ຈຸດ​ສຸມ​ໃຈ​ກາງ, ອັດ​ຕະ​ພາບ, ແຫຼ່ງ​ພະ​ລັງ​ສຳ​ຄັນ​ກວ່າ​ໝູ່ໝົດ ແລະ ເປົ້າ​ໝາຍ​ຂອງ​ການ​ພັດ​ທະ​ນາ; ຖືເອົາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະ​ຄົນ​ຫວຽດນາມເປັນ​ພື້ນ​ຖານ, ກຳ​ລັງ​ແຮງ​ພາຍ​ໃນ​ທີ່​ສຳ​ຄັນ ທີ່​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຢືນ​ຢັນ​ບົດ​ບາດ, ທີ່​ຕັ້ງ, ຄວາມ​ໝາຍ, ຄວາມ​ສຳ​ຄັນ​ ຂອງ​ຄຸນ​ຄ່າ​ວັດ​ທະ​ນະ​ທຳແລະກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ, ສ້າງ​ພື້ນ​ຖານ​ເພື່ອກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ ທີ່ຕິ​ດ​ພັນ​ແໜ້ນ​ແຟ້ນ, ນີ້ມນວນ​ກັບ​ການກໍ່​ສ້າງ​ມາດຕະຖານ​ຄົນຫວຽດ​ນາມ. ຍ້ອນ​ວ່າ, ຜູ້​ຄົນ​ແມ່ນ​ອັດ​ຕະ​ພາບ​ທີ່​ປະ​ດິດ​ສ້າງ​ຄຸນ​ຄ່າ​ວັດ​ຖຸ ແລະ ຄຸນ​ຄ່າ​ຈິດ​ໃຈ, ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຮຽກ​ຮ້ອງ​ການ​ຂອງ​ຕົນ​ເອງ ແລະ ສັງ​ຄົມ. ​ໃນ​ຖານະ​ເປັນ​ອັດ​ຕະ​ພາບ, ແຫຼ່ງ​ພະ​ລັງ​ສຳ​ຄັນ​ກວ່າ​ໝູ່ ແລະ ເປົ້າ​ໝາຍ​ຂອງ​ການ​ພັດ​ທະ​ນາ, ການກໍ່​ສ້າງ​ຄົນຫວຽດ​ນາມຮຽກຮ້ອງ​ໃຫ້​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນ​ທຳ ​ຕິດ​ພັນ​ກັບ​ກາ​ນ​ຮັກ​ສາ, ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ຄຸນ​ຄ່າ ມາ​ຕະຖານ​ຜູ້​ຄົນ ແລະ ປຸກ​ຕື່ນ​ຄວາມ​ສາ​ມາດ, ສະ​ຕິ​ປັນ​ຍາ, ກຳ​ລັງ​ແຮງ​ປະ​ດິດ​ສ້າງ​ຂອງ​ຄົນ​ ໃນ​ບັນ​ດາ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ. ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ການ​ພົວ​ພັນ​ວັດ​ທະ​ນະ​ທຳ, ລະບຽບ​ລະບອບ​ວັດ​ທະ​ນະ​ທຳທັງ​ໝົດ ​ລ້ວນ​ແຕ່​ສຸມ​ໃສ່​ການ​ປັບ​ປຸງ, ບູ​ລະ​ນະ​ລະ​ບົບ​ຄຸນ​ຄ່າ, ມາດຕະຖານ ແລະ ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ຜູ້​ຄົນ​ພັດ​ທະ​ນາ​ຮອບ​ດ້ານ ​ທັງ​ຄຸນ​ສົມ​ບັດ, ຄວາມ​ສາ​ມາດ; ປັບ​ປຸງ​ຄວາມ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ຮັກ​ຊາດ, ຄຸນ​ຄ່າ​ມະ​ນຸດ​ສະ​ທຳ, ລັກ​ສະ​ນະ​ຜູກ​ພັນ​ປະ​ຊາ​ຄົມ, ຄວາມ​ຮັບ​ຮູ້, ຄວາມ​ຮັບ​ຜິດ​ຊອບ, ຄຸນ​ສົມ​ບັດ​ສັງ​ຄົມ, ​ແບບ​ແຜນດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຕາມ​ກົດ​ໝາຍ, ຕັດ​ສິນ​ໃຈ​ຜ່ານ​ຜ່າຄວາມ​ຫຍຸ້ງ​ຍາກສິ່ງ​ທ້າ​ທາຍທັງ​ໝົດ, ພິ​ເສດ​ແມ່ນ​ໃນ​ສະ​ຖານ​ະ​ການ​​ໂລກລະບາດ​ຜັນ​ແປ​ຢ່າງ​ສັບ​ສົນ. ບັນ​ດາການ​ເຄື່ອນ​ໄຫວ​ດັ່ງ​ກ່າວນັ້ນ​ມຸ່ງ​ສູ່​: “ພັດ​ທະ​ນາ​ຜູ້​ຄົນຢ່າງ​ຮອບ​ດ້ານ ແລະ ກໍ່​ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳຫວຽດ​ນາມທີ່ກ້າວ​ໜ້າ​ ແລະ ​ເຂັ້ມ​ຂົນ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ ເພື່ອ​ວັດ​ທະ​ນະ​ທຳ​ແລະຄົນຫວຽດ​ນາມ ກາຍ​ເປັນ​ກຳ​ລັງ​ແຮງ​ພາຍ​ໃນ, ກຳ​ລັງ​ໜູນ​ໃຫ້​​ແກ່ການ​ພັດ​ທະ​ນາ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ(3). ວິ​ທີ​ຕັ້ງ​ບັນ​ຫາ​ຄື​ແນວນັ້ນ​ ສະ​ແດງໃຫ້​ເຫັນ​ການ​ພັດ​ທະ​ນາ​ຈິນ​ຕະ​ນາ​ການ​ທິດ​ສະ​ດີ​ຂອງ​ພັກ ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງການກໍ່​ສ້າງ ​ແລະ ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ​ທີ່​ສຸດ, ສອດຄ່ອງກັບພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​​ໃນປະ​ຈຸ​ບັນ.

ໜ້າ​ທີ່​ແລະ​ວິທີ​ແກ້​ໄຂ​​ໃນ​ການກໍ່​ສ້​າງ ແລະ ເສີມ​ຂະ​ຫຍາຍ
​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງ​ຂອງຄົນຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່

ກ​ອ່ນ​ອື່ນ​ໝົດ, ກ່ຽວ​ກັບ​ການກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ມາດຕະ​ຖານ​ຄົນຫວຽດ​ນາມ, ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ກຳ​ນົດ​ວ່າ: “ສຸມ​ໃສ່​ຄົ້ນ​ຄວ້າ, ກຳ​ນົດ ແລະ ຜັນ​ຂະ​ຫຍາຍການກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ມາດຕະ​ຖານ​ຜູ້​ຄົ​ນຫວຽດ​ນາມໃນ​ໄລ​ຍະ​ໃໝ່(4). ນີ້​ແມ່ນ​ບັນ​ຫານຫຼັກ​ແຫຼ່ງ​ແກ່ນ​ສານທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ກ່ຽວ​ກັບ​ການ​ກໍ່​ສ້າງ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ ໃນ​ຊຸມ​ປີ​ຕໍ່​ໄປ​ນີ້. ອີກ​ດ້ານ​ໜຶ່ງ, ຂະບວນ​​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແລະຜູ້​ຄົນ​ແມ່ນ​ຂຶ້ນ​ສ່ວນ​ໃຫຍ່ກັບ​ການວ້າງ​ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ມາດຕະຖານ​ຄົນຫວຽດ​ນາມ. ໃນ​ເງື່ອນ​ໄຂທີ່​ປະ​ເທດ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່ແລະເຊື່ອມ​ໂຍງ​ສາ​ກົນ​ຢ່າງຮອບດ້ານ​ແລະເລິກ​ເຊິ່ງນັ້ນ, ການ​ກຳ​ນົດການ​ສ້າງ​ລະ​ບົບຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບຄຸນ​ຄ່າວັດ​ທະ​ນະ​ທຳ, ມາດຕະ​ຖານ​ຄົນຫວຽດ​ນາມ ຖືກ​ນຳ​ສະ​ເໜີ​ຢ່າງ​ເປັນ​ເອກະ​ພາບ​ຢູ່​ລະດັບ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ ໃນ​ການ​ປັບ​ປຸງ, ເພີ່ມ​ເຕີ່ມ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ພັດ​ທະ​ນາບຸກຄະ​ລິດ​ດະ​ພາບ​ຄົນຫວຽດ​ນາມ.

ຕາມນັ້ນ, ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ຄົ້ນ​ຄວ້າ, ກຳ​ນົດ ແລະ ກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ສ້າງ​ພື້ນ​ຖານ​ອັນຫຼັກ​ແຫຼ່ງ​ເພື່ອ​ເປັນ​ເອ​ກະ​ພາບ​ໃນ​ການກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ມາດຕະ​ຖານ​ຜູ້​ຄົນ, ພ້ອມ​ທັງຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ​ກັບ​ການກໍ່​ສ້າງ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ກັບ​ຜູ້​ຄົນ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ກຳ​ລັງ​ແຮງຂອງ​ຜູ້​ຄົນ​ໃນ​ໄລ​ຍະ​ໃໝ່. ສືບ​ຕໍ່​ຮັກ​ສາ, ປັບ​ປຸງ, ບູ​ລະ​ນະ​ບັນ​ດາ​ຄຸນ​ຄ່າ​ອັນ​​ເປັນມູນ​ເຊື້ອຫຼັກ​​ຂອງ​ປະ​ເທດ​ຊາດ, ເຊັ່ນ​ຈິດ​ໃຈ​ຊາດ, ຄວາມ​ເມດ​ຕາ​ຈິດ, ມະ​ນຸດ​ສະ​ທຳ, ຄວາມ​ຮັກ​ແພງ​ກັນ; ພົວ​ພັນ​ແບບ​​ເປັນ​ມິດ ສະ​ໜິດ​ສະ​ໜົມ​ກັນ, ​ເອື້ອ​ອາ​ລີ; ຜູກ​ພັນ​ປະ​ຊາ​ຄົມ​ບ້ານ​ເມືອງ; ຈິດ​ໃຈ​ລວມໝູ່; ນ້ຳ​ໃຈ​ສາ​ມັກ​ຄີ; ຄວາມ​ຮູ້​ບຸນ​ຄຸນ; ມັກ​ຄວາມສະຫງົບ; ນັບ​ຖື​ຄວາມ​ຮັກ​ແພງ; ຄວາມ​ສາ​ມາດ​ອົດ​ທົນ; ຄວາມ​ຮັກ​ແຂກ; ຈິດ​ໃຈ​ເຊື່ອ​ໝັ້​ນ​ຕໍ່​ອະ​ນາ​ຄົດ, ຈິດ​ໃຈ​ເປີດກວ້າງ; ຄວາມ​ສາ​ມາດກວມ​ລວມ. ມີ​​ຫົວ​ຄິດ​ປະ​ດິດ​ສ້າງຍົກ​ລະ​ດັບ​ຄຸນ​ຄ່າ, ປັບ​ປຸງ ແລະ ພັດ​ທະ​ນາ​ເພີ່ມ​ເຕີ່ມ​ບັນ​​ດາ​ປັດ​ໃຈ​ໃໝ່ ​ໃນ​ລະ​ບົບ​ຄຸນ​ຄ່າ​ ຕອບ​ສະ​ໜອງ​ກັບ​ຄ​ວາມ​ຮຽກ​ຮ້ອງ​ຕ້ອງ​ການກໍ່​ສ້າງວັດ​ທະ​ນະ​ທຳ​ແລະຄົນຫວຽດ​ນາມ ໃນ​ປະ​ຈຸ​ບັນ. ​ເຊື່ອມຕິດຢ່າງ​ແໜ້ນ​ແຟ້ນ​ ການເສີມ​ຂະ​ຫຍາຍ​ຄວາມ​ຮັກ​ຊາດ ​ກັບ​ເຈດ​ຈຳ​ນົງສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຄວາມ​ກ້າຫານ​ຂອງ​ຊາດ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ພັດ​ທະ​ນາ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ໝັ້ນ​ແກ່ນ ​ແລະ ວັດ​ທະ​ນາ​ຖາ​ວອນ; ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສາ​ມັກ​ຄີ, ກຳ​ລັງ​ແຮງ​ທົ່ວ​ປະ​ເທດ​ຊາດ, ສ້າງ​ກຳ​ລັງ​ໜູນ​ທີ່ແຂງ​ແຮງ​ໃຫ້​ແກ່​ພາ​ລະ​ກິດກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຊຸກ​ຍູ້​ປະ​ເທດ​ຊາດເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ ​ແລະ ໝັ້ນ​ຍືນ. ອີກ​ດ້ານ​ໜຶ່ງ, ບົນ​ພື້ນ​ຖານ​ຄຸນ​ຄ່າ​ຄວາມເມດ​ຕາ​ຈິດ, ຄວາມ​ອະ​ລິ​ຍະ​ທຳ, ຄວາມ​ເມ​ດ​ຕາ, ນ້ຳ​ໃຈ​ໂອບອ້​ອມ​ອາ​ລີ, ນັບ​ຖື​ຄວາມ​ຮັກ​ແພງ, ຈັນ​ຍາ​ທຳ, ຈິດ​ໃຈ​ກວ້າງ​ຂວາງຂອງ​ຄົ​ນຫວຽດ​ນາມ, ສືບ​ຕໍ່ຄົ້ນ​ຄວ້າ, ກຳ​ນົດ​ບັນ​ດາ​ຄຸນ​ຄ່າ​ໃໝ່, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ບັນ​ດາ​ການ​ພົວ​ພັນ​ສາ​ກົນ. ໃນ​ໄລ​ຍະ​ໃໝ່, ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ມາດ​ຕະ​ຖານ​ຂ​ອງ​ຄົນຫວຽດ​ນາມ, ເຊັ່ນ​ຄວາມ​ນັບ​ຖື​ຕົນ​ເອງ, ຄວາມ​ດຸໝັ່ນ​ຂະ​ຫຍັນ​ພຽນ, ອົດ​ທຸກ​ອົດ​ຍາກ, ​ຄ່ຽມ​ຄົມ, ງ່າຍ​ດາຍ, ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ, ສະຫຼາດ​ສະ​ຫຼຽວ, ມີຫົວ​ຄິດ​ປະ​ດິດ​ສ້າງ, ມີ​ຄວາມ​ໄຫວ​ພິບ ແລະ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຄອບ​ຄົວ​ມູນ​ເຊື້ອ​ອັນ​ດີ​ງາມ​ ຍິ່ງ​ຕ້ອງ​​ໄດ້​​ສືບ​ທອດ, ປັບ​ປຸງ, ເຮັດ​ໃຫ້​ອຸ​ດົມ​ສົມ​ບຸນ, ແຜ່ກະຈາຍ ແລະ ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ໃນ​ບັນ​ດາ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ.

ການກໍ່ສ້າງ​ລະບົບ​ຄຸນຄ່າ​ວັດທະນະທຳ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ເສີມ​ຂະຫຍາຍ ​ແລະ ປັບປຸງ​ມາດຕະຖານ​ດ້ານ​ຈັນຍາ​ບັນ​ຂອງ​ມະນຸດ​ໃຫ້​ສົມບູນ​ແບບ​ຕາມ​ຍຸກ​ສະ​ໄໝ​ໃໝ່, ໃນ​ນັ້ນ​ຄຸນ​ສົມ​ບັດ, ສະ​ຕິ​ບັນ​ຍາ, ຮ່າງ​ກາຍ, ຄວາມ​ງາມ​ ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ໃຈ​ກາງ, ຫຼັກ​ແຫຼ່ງ​ແກ່ນ​ສານ​ ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ລະ​ບົບຄຸນ​ຄ່າ​ແຫ່ງ​ຊາດ. ຕິດ​ແທດ​ພຶດຕິ​ກຳ​ຕົວ​ຈິງ​ເພື່ອ​ກຳ​ນົດ​​ເນື້ອ​ໃນ, ມາດ​ຕະ​ການ​ທີ່​ເໝາະ​ສົມ​ແນ​ໃສ່​ກໍ່​ສ້າງ​ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ມາດຕະ​ຖານ​ຜູ້​ຄົນ ​ທີ່​ຕິດ​ກັບ​ການ​ຮັກ​ສາ​ແລະພັດ​ທະ​ນາ​ລະ​ບົບ​ຄຸນ​ຄ່າ​ຄອບ​ຄົວຫວຽດ​ນາມ ເພື່ອ​ຕອບ​ສະ​ໜອງ​ກັບເງື່ອນ​ໄຂການພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ແລະ ເຊື່ອມ​ໂຍງ​ສາ​ກົນທີ່​ນັບມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ. ​ຈາກນັ້ນ​, ສ້າງ​ພື້ນ​ຖານ​ໃຫ້​ໝັ້ນ​ຄົງ​ເພື່ອ​ປັບ​ປຸງ, ບູ​ລະ​ນະ​ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ກຳ​ນົດ​ກຳ​ລັງ​ໜູນ​ດ້ານ​ຈິດ​ໃຈ, ເສີມ​ຂະ​ຫຍ​າຍ​ກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ ໃນ​ການກໍ່​ສ້າງ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ກ່ຽວກັບ​ກຳລັງ​ໜູນ​​ໃນ​ການກໍ່​ສ້າງແລະເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ຄົນຫວຽດ​ນາມ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກໍ່​ໄດ້​ກຳ​ນົດ​​ວ່າ ກໍ່​ສ້າງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ອຸ​ທິດຕົນ​ເພື່ອ​ປະ​ເທດ​ຂອງ​ຄົນຫວຽດ​ນາມທຸກ​ຄົນ. ເສີມ​ຂະ​ຫຍາຍ​​ປັດ​​ໄຈມະນຸ​ດຢ່ງສຸດ​ຂີດ(5). ສົ່ງ​ເສີມ, ສ້າ​ງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຫວຽດນາມທຸກ​ຄົນ​ໄດ້​ເສີມ​ຂະ​ຫຍາຍ​​ຄວາມ​ສາ​ມາດ​ ຄວາມຄິດສ້າງສັນໃນຊີວິດ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ເສ​ລີ. ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມຢ່າງ​ດີ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແລະສະ​ຫວັດ​ດິ​ການ​ສັງ​ຄົມ, ຄວາມ​ສະ​ຫງົບ​ປອດ​ໄພ​ຂອງມະ​ນຸດ, ປະ​ຕິ​ບັດ​ຄວາມ​ກ້າວ​ໜ້າ ແລະ ຍຸ​ຕິ​ທຳ​ທາງສັງ​ຄົມ. ເອົາ​ໃຈ​ໃສ່, ເບິ່ງ​ແຍ​ງ​ດູ​ແລ, ບຳ​ລຸງ​ຜູ້​ຄົນ​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ມີ​ຄວາມ​ສົມ​ດຸນ​ລະ​ຫວ່າງ​ຊີ​ວິດ​ວັດ​ຖຸ ແລະ ຊີ​ວິດ​ຈິດ​ໃຈ, ມີ​ຄວາມກົມ​ກຽວ​ລະ​ຫວ່າງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ທາງ​ດ້ານ​ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ, ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ ແລະ ຄວາມ​ຜ​າ​ສຸກ​ຂອງ​ຜູ້​ຄົນ​ຢ່າງບໍ່​ຢຸດຢັ້ງ.

ທີ​ສອງ, ກ່ຽວ​ກັບ​ວຽກ​ງານ​ການ​ອົບຮົມສຶກ​ສາ​ຄົນຫວຽດ​ນາມ​ໃນໄລ​ຍະ​ໄໝ່, ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ໄດ້​ຊີ້​ແຈ້ງວ່າ: “ເພີ່ມ​ທະ​ວີ​ການ​ອົບຮົມສຶກ​ສາ​ນ້ຳ​ໃຈຮັກ​ຊາດ, ຄວາມ​ພາກ​ພູມ​ໃຈ​ປະ​ເທດ​ຊາດ, ມູນ​ເຊື້ອ ແລະ ປະ​ຫວັດ​ສາດ​ຂອງ​ຊາດ, ສະ​ຕິ​ຕື່ນ​ຕົວ​ສະໝັກ​ໃຈກ່ຽວ​ກັບ​ຄວາມ​ຮັບ​ຜີດ​ຊອບ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ຊັ້ນ, ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມຍົກ​ສູງ​ຄວາມ​ຮັບ​ຮູ້, ສະ​ຕິ​ຕື່ນ​ຕົວ​ນັບ​ຖື ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຮັກ​ສາ​ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ປະຈຳ​ຊາດ​ຂອງ​ຄົນຫວຽດ​ນາມ(6); ພ້ອ​ມ​ທັງ​ເອົາ​ໃຈ​ໃສ່​ການ​ອົບຮົມສຶກ​ສາ​ຄຸນ​ສົມ​ບັດ, ກິດ​ຕິ​ຄຸນ​ມະ​ນຸດ, ຈິນ​ຕະ​ນາ​ການ​ປະ​ດິດ​ສ້າງ, ທັກ​ສະ​ດຳ​ລົງ​ຊີ​ວິດ, ທັກ​ສະ​ການ​ເຮັດ​ວຽກ, ພາ​ສາ​ຕ່າງ​ປະ​ເທດ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ແລະ ບັນ​ດາ​ຄຸນ​ຄ່າ​ຫຼັກ​ແຫຼ່ງ​ແກ່ນ​ສານ; ຕິດ​ພັນ​ການ​ສຶກ​ສາ​ດ້ານ​ພູມ​ປັນ​ຍາ, ຄຸນ​ສົມ​ບັດ, ຄວາມ​ສາ​ມາດ​ຮັບ​ຮູ້​ຄວາມ​ງາມ, ທັກ​ສະ​ການ​ດຳ​ລົງ​ຊີ​ວິດ​ ກັບ​ການ​ຝຶກ​ຝົນ​ດ້ານ​ຮ່າງ​ກາຍ, ຍົກ​ສູງ​ຮູບ​ຮ່າງ​ຄົນ ຫວຽດ​ນາມ.

ເນື້ອ​ໃນ​ການ​ອົບຮົມສຶກ​ສາ​ຕ້ອງ​ການ​ຮອບ​ດ້ານ, ແຕ່​ວ່າ​ຕ້ອງ​ການ​ມີ​ການ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ກົມ​ກຽວ​ລະ​ຫວ່າງ​ຄຸນ​ຄ່າ​ມູນ​ເຊື້ອ ແລະ ຄຸນ​ຄ່າ​ທັນ​ສະ​ໄໝ; ທັງ​ສືບ​ທອດ​ບັນ​ດາ​ຄຸນ​ຄ່າ, ມາດຕະ​ຖານ, ວາດ​ຊົງ​ອັນ​ດີ​ງາມ​ຂອງ​ຄົນຫວຽດ​ນາມມູນ​ເຊື້ອ, ທັງ​ປັບ​ປຸງ​ໃຫ້ສອດຄ່ອງ​ກັບ​ສະພາບ​ການ​ປະຈຸ​ບັນ​ຂອງ​ປະ​ເທດ ແລະ ການ​ພັດ​ທະ​ນາ​ຂອງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ. ຖື​ເປັນ​ສຳ​ຄັນ ​ການ​ເພີ່ມ​ພູ​ນ​ຄຸນ​ສ້າງ​​ຄວາມ​ເມດ​ຕາ, ຈິດ​ໃຈ​ກວ້າງ​ຂວາງ, ຄວາມ​ຈິງ​ໃຈ, ຄວາມ​ສັດ​ຊື່, ນັບ​ຖື​ຈັນ​ຍາ​ທຳ, ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ປະ​ຢັດ, ມີ​ຫົວຄິດ​ປະ​ດິດ​ສ້າງ, ທັນ​ສະ​ໄໝ, ມີ​ກິດ​ຕິ​ຄຸນ​ມະ​ນຸດ​ທີ່​ດີ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ອັນ​ດີ​ງາມ. ຂະ​ບວນ​ວິ​ວັດ​ການອົບຮົມ​ສຶກ​ສາ​ຄົນ​ຕ້ອງ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ກຳ​ລັງ, ໃນ​ນັ້ນ​ ປະສານປະ​ສົມ​ຢ່າງ​ແໜ້ນ​ແຟ້ນ​ ລະຫວ່າງ​ໂຮງ​ຮຽນ​ກັບ​ຄອບ​ຄົວ ແລະ ສັງ​ຄົມ, ເອົາ​ໃຈ​ໃສ່​ເປັນພິ​ເສດເຖິງການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຄອບ​ຄົວ​ ເພື່ອ​ຄຸນ​ສ້າງ​ໃຫ້​ຜູ້​ຄົນ​ບັນ​ດາ​ຄຸນ​ຄ່າ, ມາດຕະ​ຖານ​ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ​ອັນ​ດີ​ງາມ.

ພ້ອມ​ກັນ​ກັບ​ການ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ໃນ​ວັດ​ທະ​ນະ​ທຳ, ມາດຕະ​ຖານ​ຄຸນ​ສົມ​ບັດ​ເພື່ອອົບຮົມ​ສຶກ​ສາ​ຜູ້​ຄົນ, ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກໍ່​ໄດ້​ຢືນ​ຢັນ​ວ່າ ປະ​ຕິ​ບັດ​​ມາດ​ຕະ​ການ​ບຸກ​ທະ​ລຸຢ່າງ​ມີ​ປະ​ສິດ​ທິ​ຜົນ ​​ເພື່ອກີດ​ກັ້ນ​ຄວາມ​ເສື່ອ​ໂຊມທາງ​ດ້ານສິນ​ທຳ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ຍູ້​​ຖອຍ​ຄວາມ​ຫຍໍ້​ທໍ້​ສັງ​ຄົມ ແລະ ຄວາມ​ຊົ່ວ​ຮ້າຍ​ທາງ​ສັງ​ຄົມ(7). ພິ​ເສດ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກໍ່​ໄດ້​ຊີ້​ແຈ້ງວ່າ: “ບືນ​ຕົວ​ຂຶ້ນ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າຄວາມ​ຈຳ​ກັດ​ຂອງ​ຄົນຫວຽດ​ນາມເທື່ອ​ລະ​ກ້າວ; ກໍ່​ສ້າງ​ຄົນຫວຽດ​ນາມສະ​ໄໝໄໝ່, ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ກົມ​ກຽວ​ລະ​ຫວ່າງ​ບັນ​ດາ​ຄຸນ​ຄ່າ​ມູນ​ເຊື້ອ ແລະ ຄຸນ​ຄ່າ​ທັນ​ສະ​ໄໝ(8). ພັດ​ກອ​ມ​ມູ​ນິດຫວຽດ​ນາມ ໄດ້​ຕັ້ງ​ບັນ​ຫາ​ແກ້​ໄຂ​ຂໍ້​ຈຳ​ກັດ​ຂອງ​ຄົນຫວຽດ​ນາມ ໃນ​ການ​ພົວ​ພັນ​ແບບ​ອິນ​ຊີ, ບໍ່​ສາ​ມາດ​ແຍກອອ​ກ​ໄດ້ ​ກັບ​ການ​ສຶກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ນິ​ໄສ​ອັນ​ດີ​ງາມ​ຂອງ​ຄົນຫວຽດ​ນາມ ທີ່​ໄດ້​ສ້າງ​ຕັ້ງ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ. ເນື້ອ​ໃນ​ນີ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ການ​ປະ​ສານ​ປະ​ສົມ​ຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ “ການກໍ່​ສ້າງແລະ “ການຕ້ານໃນ​ການ​ອົບຮົມສຶກ​ສາ​ຜູ້​ຄົນ, ສະທ້ອນ​ເຖິງ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງກ​ວ່າ, ເລິກ​ເຊິ່ງ ຮອບ​ດ້ານ​ກວ່າ​ອີກ ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ຄົນຫວຽດ​ນາມ, ທັງ​ຢືນ​ຢັນ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ, ທີ່​ມີ​ຄວາມ​ໝາຍ​ພື້ນ​ຖານ, ກຳນົດ​ເອກະລັກ​ວັດທະນະທຳ​ແລະຄົນຫວຽດ​ນາມ, ທັງ​ສະ​ແດງ​ເຖິງ​ຈິດ​ໃຈຕິ​ຊົມ​ຕົນ​ເອງ ແລະ ຕິ​ຊົມຢ່າງ​ເລິກ​ເຊິ່ງ ​ຂອງ​ພັກກອມ​ມູ​ນິດຫວຽດ​ນາມ.

ຕໍ່ໜ້າສະຖານະການ: “ຈັນຍາບັນ ແລະ ວິຖີຊີວິດໃນຄອບຄົວ, ໂຮງຮຽນ, ສັງຄົມ ກຳລັງຊຸດໂຊມລົງຢ່າງໜ້າເປັນຫ່ວງ, ສ້າງຄວາມວຸ້ນວາຍໃຫ້ແກ່ສັງຄົມ(9), ພັກ​ກອມ​ມູ​ນິດ ຫວຽດ​ນາມ ຮຽກ​ຮ້ອງ​​ໃຫ້​ຖື​ເປັນ​ສຳ​ຄັນ​ການອົບຮົມ​ສຶກ​ສາ ອຸ​ດົມ​ຄະ​ຕິ​ປະ​ຕິ​ວັດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ​ວັດ​ທະ​ນະ​ທຳ, ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ພາກ​ພູມ​ໃຈ​ປະ​ເທດ​ຊາດ, ຫຼໍ່ລ້ຽງ​ຄວາມ​ໃຝ່ຝັນ ຄວາມ​ມຸ້ງ​ຫວັງ​ ຄວາມ​ກະຫາຍ​ບືນ​ຕົວ​ກ້າວ​ຂຶ້ນ; ຍົກ​ສູງ​ຈິດ​ໃຈຮັບ​ຜິດ​ຊອບ​ຕໍ່​ປະ​ເທດ, ຕໍ່​ສັງ​ຄົມ ເພື່ອ​ພັດ​ທະ​ນາ​ແບບ​ປອດ​ໃສ, ຮອບ​ດ້ານ, ກົມ​ກຽວ​ທັງ​ສະ​ຕິ​ປັນ​ຍາ, ຮ່າງ​ການ ແລະ ຄຸນ​ຄ່າ​ການ​ຮັບ​ຮູ້​ຄວາມ​ງາມ(10). ໃນດ້ານ​ການອົບຮົມ​ສຶກ​ສາ, ຕ້ອງ​ການ​ເຮັດ​ໃຫ້​ຜູ້​ຄົນ​ເຊື່ອມ​ຊືມ​ຈິດ​ໃຈ​​ຊາດ, ສະ​ແດງ​ເຖິງ​ບຸກຄະ​ລິກ ຈິດວິນຍາມ​ແລະ​ ຄວາມ​ກ້າຫານ​ກ້າຫານ​ຂອງ​ຊາດ; ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັກ​ສາ, ປັບ​ປຸງ​ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ​ອັນ​ດີ​ງາມ​ຂອງ​ຄອບ​ຄົວຫວຽດ​ນາມ ແລະ ຄຸນ​ຄ່າ​ມະ​ນຸດ​ສະ​ທຳ, ຄວາມ​ເມດ​ຕາ​ຈິດ, ວັດ​ທະ​ນະ​ທຳ​ໂຮງ​ຮຽນ​ທີ່​ດີ​ງາມ.

ທີ​ສາມ, ກ່ຽວ​ກັບ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນ​ະ​ທຳ​ອັນ​ດີ​ງາມ, ປອດ​ໃສ. ໃນ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ປະ​ເທດ​ໄລ​ຍະ 2021-2030, ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກໍ່​ໄດ້​ກຳ​ນົດ​ວ່າ ​ຕ້ອງ​ເອົາ​ໃຈ​ໃສ່​ໃຫ້​ຖືກ​ຕ້ອງ​ເຖິງ​ການກໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ອັນ​ປອດ​ໃສ, ເໝາະ​ສົມ​ກັບ​ສະ​ຖາ​ນະ​ການ​ເຊື່ອມ​ໂຍງ​ສາ​ກົນ. ດ້ວຍ​ການ​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ, ພັກ​ກອມ​ມູ​ນິດຫວຽດ​ນາມ ​ໄດ້​ຊີ້​ແຈງ​ຢ່າງກົງ​ໄປ​ກົງ​ມາ​ວ່າ: ວັດ​ທະ​ນ​ທຳ ຍັງ​ບໍ່​ທັນ​ໄດ້​ຮັບ​ຄວ​າມ​ເອົາ​ໃຈ​ໃສ່​ທີ່​ເໝາະ​ກັບ​ເສດ​ຖະ​ກິດ ແລະ ການ​ເມືອງ, ຍັງ​ບໍ່​ທັນ​ກາຍ​ເປັນ​ແຫຼ່ງ​ພະ​ລັງ​ງານ, ກຳ​ລັງ​ໜູນ​ພາຍ​ໃນ​ຢ່າງ​ແທ້​ຈິງ​ ໃຫ້​ແກ່​ການ​ພັດ​ທະ​ນາປະ​ເທດ​ຢ່າງ​ຍືນ​ຍົງ. ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ໃນ​ການກໍ່​ສ້າງ​ຜູ້​ຄົນ​ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ຖືກ​ຕ້ອງ​ຕາມ​ລະ​ດັບ, ​ຍັງ​ມີ​ທ່າ​ອ່ຽງທີ່​ຈະ​ໃຫ້​ຄວາມ​ສຳ​ຄັນກັບ​ພາ​ລະໜ້າ​ທີ່ບັນ​ເທິງ​ເທົ່າ​ນັ້ນ. ຂາດ​​ບັນດາ​ຜົນງານ​ດ້ານສິລະ​ປະ ວັນ​ນະຄະດີ ວັນນະກຳ​ທີ່​ດີ​ເດັ່ນ ​ສ່ອງ​ແສງ​ຢ່າງ​ຊີ​ວິດ​ຊີ​ວາ​​ແລະຄວາມ​ຍິ່ງ​ໃຫຍ່​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ທີ່​ມີ​ຄຸນ​ປະ​ໂຫຍດ​ຕັ້ງ​ໜ້າ​ຕໍ່​ຜູ້​ຄົນ. ສະ​ພາບ​ແວດ​ລ້ອມທາງ​ວັດ​ທະ​ນະ​ທຳ​ແລະສັງ​ຄົມ ຍັງຖືກ​ມົນ​ລະ​ພິດ​ດ້ວຍ​ຄວາມ​ຊົ່ວຮ້າຍ​ທາງ​ສັງ​ຄົມ, ການສໍ້​ລາດ​ບັງຫຼວງ, ຄວາມ​ຫຍໍ້​ທໍ້(11), ມີ​ບາງ​ດ້ານທີ່ບໍ່​ດີ​ຕໍ່​ສັງຄົມ, ຂັດ​ກັບ​ຂະໜົບທຳນຽມ​ແລະ​ປະ​ເພນີອັນ​ດີງາມ​ຂອງ​ວັດ​ທະ​ນ​ທຳ​ຂອງ​ຊາດ. ຈາກ​ບັນ​ດາ​ຄວາມ​ຈຳ​​ກັດ, ຂໍ້​ຂາດ​ຕົກ​ປົກ​ພ່ອງ​ນັ້ນ, ພັກ​ກອມ​ມູ​ນິດຫ​ວຽດ​ນາມ​ໄດ້​ຢືນ​ຢັນ​ວ່າ: “ການກໍ່​ສ້າງ, ພັດ​ທະ​ນາ, ສ້າງ​ສະ​ພາບ​ແວດ​ລ້ອມ ແລະ ເງື່ອນ​ໄຂ​ສັງ​ຄົມ​ໃຫ້​ສະ​ດວກ​ທີ່​ສຸດ​ ເພື່ອ​ປຸກ​ຕື່ນ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ພາກ​ພູມ​ໃຈ​ຂອງ​ຊາດ, ຄວາມ​ເຊື່ອ​ໝັ້ນ, ຄວາມ​ມຸ່ງ​ຫວັງ​ພັດ​ທະ​ນ​າ​ປະ​ເທດ​ໃຫ້​ວັດ​ທະ​ນາ​ຖາ​ວອນ ​ແລະ ມີ​ຄວາມ​​ສຸກ; ຄວາມສາ​ມາດ ສະ​ຕິ​ປັນ​ຍາ, ຄຸນສົມບັດ​ຂອງ​ຄົນຫວຽດ​ນາມ ​ເປັນ​ໃຈ​ກາງ ເປົ້າ​ໝາຍ ແລະ ກຳ​ລັງ​ໜູນທີ່​ສຳຄັນ​ທີ​ສຸດ​ໃນ​ການ​ພັດທະນາ​ປະ​ເທດ(12). ພ້ອມກັນ​ນັ້ນ, ​ໃຫ້​ຄວາມ​ສຳ​ຄັນກັບ​ການ​ພັດ​ທະ​ນາ​​ວັດ​ທະ​ນະ​ທຳຢ່າງຮອບ​ດ້ານ​ແລະຄົບ​ຊຸດ, ພັດທະນາຊີ​ວິດ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບຸນ ຫຼາກຫຼາຍ ມີ​ອາ​ລະ​ບະທຳ ​ແລະ​ ສົດ​ໃສ, ສ້າງ​ເງື່ອນ​ໄຂທີ່​​ເອື້ອ​ອຳນວຍ​ເພື່ອ​ໃຫ້​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນ​ະ​ທຳ, ມາດຕະ​ຖານ​ມະນຸດ​ ໄດ້ຮັບ​ການ​ປັບ​ປຸງ ​ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ເປັນ​ພື້ນ​ຖານ​ຈິດ​ໃຈ, ແຫຼ່ງ​ພະ​ລັງ​​ພາຍ​ໃນ ແລະ ກຳ​ລັງໜູນ​ບຸກ​ທະ​ລຸ​ຢ່າງ​ແທ້​ຈິງ ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ແລະ ເຊື່ອມ​ໂຍງ​ສາ​ກົນ.

ເພື່ອກໍ່​ສ້າງ​ສະ​ພາບ​ແວດ​ລ້ອມທາງ​ວັດ​ທະ​ນະ​ທຳ​ທີ່​ໃສ​ສະ​ອາດ, ປອດ​ໃສ, ພັກ​ກອມ​ມູ​ນິດຫວຽດ​ນາມ ​ໄດ້​ກຳ​ນົດ​ວ່າ: “ມີ​ກົນ​ໄກ, ນະ​ໂຍ​ບາຍ, ມາດ​ຕະ​ການ​ເພື່ອກໍ່​ສ້າງ​ສະ​ພາບ​ແວດ​ລ້ອມທາງ​ວັດ​ທະ​ນະ​ທຳ​ທີ່​ໃສ​ສະ​ອາດ, ປອດ​ໃສ, ປົວ​ແປງ​ເງື່ອນ​ໄຂຊົມ​ໃຊ້​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ(13). ພ້ອມ​ກັນ​ນັ້ນ, ປະ​ຕິ​ບັດ​ໃຫ້​ໄດ້​ດີ​ທິດ​ນຳ: “ປະ​ຊາ​ຊົນ​ຮູ້, ປະ​ຊາຊົນ​ປຶກ​ສາ​ຫາ​ລື, ປະ​ຊາ​ຊົ​ນ​ປະ​ຕິ​ບັດ, ປະ​ຊາ​ຊົນກວດ​ກາ, ປະ​ຊາ​ຊົນຕິດ​ຕາມ, ປະ​ຊາ​ຊົນ​ຊົມ​ໃຊ້ຜົນ​ປະ​ໂຫຍ​ດ”; ​ເອົາ​ໃຈ​ໃສ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຄອບ​ຄົວ, ຊຸມ​ຊົນ, ສັງ​ຄົມ ​ສ້າງ​ກຳ​ລັງ​ແຮງ​ສັງ​ລວມ ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ທາງວັດ​ທະ​ນະ​ທຳ​ທີ່​ດີ​ງາມ, ໃສ​ສະ​ອາດ, ເປັນ ​ທິດທາງ​ຄຸນ​ຄ່າ” ທີ່​ແທ້​ຈິງ​ເພື່ອ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນ​ະ​ທຳ​ແລະກຳ​ລັງ​ແຮງ​ຂອງ​ຄົນຫວຽດ​ນາມ; ປຸກ​ຕື່ນ​ຢ່າງ​ແຂງ​ແຮງ ​ຄວາມ​ມຸ້ງມາດ​ປາດ​ຖະ​ໜາພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ພາກ​ພູມ​ໃຈ, ເຈດ​ຈຳ​ນົງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້​ວຍ​ຕົນ​ເອງ ແລະ ຄວາມ​ເມດ​ຕາ​ຈິດ, ຈິດ​ໃຈ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ສັງ​ຄົມ; ​ສ້າງ​ສະ​ພາບ​ແວດ​ລ້ອມ ແລະ ຊີ​ວິດ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບຸນ, ຫຼາກຫຼາຍ, ມີ​ອາ​ລະ​ຍະທຳ, ສົດ​ໄສ ​ແລະ ເຊື່ອມ​ໂຍງ​ສາ​ກົນ(14).

ທີ​ສີ່, ກ່ຽວ​ກັບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ໃນ​ບັນ​ດາ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົ​ມ. ເພື່ອ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ກຳ​ລັງ​ແຮງ​ຂອງ​ຄົນຫວຽດນາມ ​ໃນ​ບັນ​ດາ​ຂົງ​ເຂດ​ຊີ​ວິດ​ສັງ​ຄົມ, ເອ​ກະ​ສານກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ່ 13 ​ໄດ້​ຢືນ​ຢັນ​ວ່າ: “ກໍ່​ສ້າງ ແລະ ປະ​ຕິ​ບັດ​ບັນ​ດາ​ມາດຕະ​ຖານ​ວັດ​ທະ​ນ​ະ​ທຳ​ໃນ​ການ​ນຳ​ພາ, ຄຸ້ມ​ຄອງ. ເອົາ​ໃຈ​ໃສ່​ກໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ສຳນັກງານ​ທີ່​ປອດ​ໃສ, ປະ​ຊາ​ທິ​ປະ​ໄຕ, ສາ​ມັກ​ຄີ, ເມດ​ຕາ​ຈິດ; ຍູ້​ຖອຍ​ພະ​ຍາດ​ອາດ​ຍາ​ສິດ, ພັກ​ພວກ, ບໍ່​ມີ​ຄວາມ​ສາ​ມັກ​ຄີ, ລັດ​ທິ​ສວຍ​ໂອ​ກາດ ແລະ ອັດ​ຖະ​ປະ​ໂຫຍດ. ​ສ້າງວັດ​ທະ​ນ​ທຳ​ວິ​ສາ​ຫະ​ກິດ, ວັດທະນະທໍາຜູ້ປະກອບການ ​ແລະ​ວັດທະນະທໍາທຸລະ​ກິດ(15). ຕາມນັ້ນ, ​ໃຫ້​ຄວາມ​ສຳ​ຄັນ​ກັບການກໍ່​ສ້າງ ແລະ ແຜ່​ຂະຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ ທັງ​ໃນ​ການ​ເມືອງແລະເສດ​ຖະ​ກິດ, ເປັນ​ຕົ້ນ​ແມ່ນ​ ໃນ​ບັນ​ດາ​ອົງ​ການ​ຂອງ​ພັກ, ລັດ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ຊຸມ​ຊົນ​ປະ​ຊາ​ຊົນ​ ເພື່ອ​ໃຫ້​ວັດ​ທະ​ນະ​ທຳ​ເຊື່ອມ​ຊືມຢ່າງ​ເລິກ​ເຊິ່ງ, ສ້າງ​ກຳ​ລົງ​ໜູນ​ຊຸກ​ຍູ້​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ, ສັງ​ຄົມ​ຢ່າງ​ຍືນ​ຍົງ. ຍົກ​ສູງ​ລັ​ກ​ສະ​ນະ​ນຳ​ໜ້າ, ເປັນ​ແບບ​ຢ່າງ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ ແລະ ສະ​ມາ​ຊິກ​ພັກ ​ຢູ່​ບັນ​ດາ​ອົງ​ການ, ກົມ​ກອງ​ໃນ​ການ​ປະ​ພຶ​ດ, ​ພົວ​ພັນແລກ​ປ່ຽນ ແລະ ແກ້​ໄຂ​ບັນ​ດາ​ສາຍ​ພົວ​ພັນ​ ດ້ວຍ​ຄຸນ​ຄ່າ​ວັດ​ທະ​ນ​ທຳ​ຈາກ​ຄຳ​ເວົ້າ, ວິ​ທີ​ພົວ​ພັນ​ແລກ​ປ່ຽນ ​ຈົນ​ເຖິງ​ການ​ກະ​ທຳ, ເຮັດ​ວຽກ, ທັງ​ຄວາມ​ຮັບ​ຮູ້, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດປະ​ຊາ​ທິ​ປະ​ໄຕ, ເຄົາ​ລົບ​ປະ​ຊາ​ຊົນ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມ​ຮັກ​ແພງ​ສະ​ຫາຍ, ເພື່ອນ​ຮ່ວມ​ງານ; ​ຜ່ານນັ້ນ, ຊຸກ​ຍູ້​ການກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ​ພັກ ແລະ ລະ​ບົບ​ການ​ເມືອງ​ທີ່ໃສສະ​ອາດ ​ແລະ ເຂັ້​ມ​ແຂງ. ນີ້​ແມ່ນ​ເນື້ອ​ໃນ​ພື້ນ​ຖານ​ທີ່​ສຸດ ​ເພື່ອກໍ່​ສ້າງວັດ​ທະ​ນ​ະ​ທຳ​ໃນ​ການ​ເມືອງ.

ສຸມ​ໃສ່​ຫັນການ​ເຄື່ອນ​ໄຫວ​ວັດ​ທະ​ນ​ະ​ທຳ​ ຕິດ​ພັນແລະເຊື່ອມ​ຊືມ​ເລິກ​ ​ເຂົ້າ​ໃນ​ຄວາມ​ຮັບ​ຮູ້, ທ່າ​ທີ, ການ​ປະພຶດໃນ​ການ​ພົວ​ພັນ ແລະ ເຄື່ອນ​ໄຫວ​ປະ​ຈຳ​ວັນ​ຂອງ​ອົງ​ການ​ຈັດ​ຕັ້ງ, ກຳ​ລັງ ແລະ ປະ​ຊາ​ຊົນ, ຍົກ​ສູງ​ຄວາ​ມ​ຮັບ​ຜິດ​ຊອບ, ພັນ​ທະ​ພົນ​ລະ​ເມືອງຕໍ່​ປະ​ຊາ​ຊົນ, ຄອບ​ຄົວ, ຊຸມ​ຊົນ, ສັງ​ຄົມ ແລະ ປະ​ເທດ. ພ້ອມ​ກັບ​ການ​ກຳ​ນົດ​ກົນ​ໄກ​ປຸກ​ຕື່ນ​ນ້ຳ​ໃຈ​ອຸ​ທິດ​ເພື່ອ​ປະ​ເທດ, ສ້າງ​ກຳ​ລັງ​ໜູນ​​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນສຳ​ເລັດ​ໜ້າ​ທີ່​ທີ່​ໄດ້ຮັບ​ມອບ​ໝາຍ, ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງສຸດ​ອົກ​ສຸດ​ໃຈ, ຕ້ອງ​ວິຈານ​ຢ່າງ​ເດັດດ່ຽວ​ແລະ​ເຂັ້ມ​ງວດ​ຕໍ່​ພະນັກງານ, ລັດຖະກອນ​ ພາລະ​ກອນ​ທີ່​ເມີນ​ເສີຍ, ຂາດ​ສະຕິຮູ້ສຶກ, ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ, ທ່າ​ທີ່​ອາດຍາເຈົ້າ​ນາຍ, ອວດອ້າງ​ຈອງຫອງ, ອຳນາດບາດ​ໃຫຍ່, ລົບ​ກວນ​ປະຊາຊົນ.

ເພື່ອ​ເສີມ​ຂະ​ຫຍາຍມ​ເປັນ​ຢ່າງ​ດີ ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ກຳ​ລັງ​ແຮງຂອງ​ຄົນຫວຽດ​ນາມ​ໃນໄລ​ຍະ​ໃໝ່, ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ກຳ​ນົດ​​ໃຫ້ຍົກ​ສູງ​ຄຸນ​ນະ​ພາບ​ແລະປະ​ສິດ​ທິ​ຜົນຂອງ​ບັນ​ດາ​ຮູບ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິລະ​ປະ, ທັງ​ຮັບ​ປະ​ກັນການ​ຊຸກ​ຍູ້​ວັດ​ທະ​ນະ​ທຳ​​ໃຫ້ພັດ​ທ​ະ​ນາ, ທັງ​ປະ​ກອບ​ສ່ວນ​ອົບຮົມສຶກ​ສາ ຫຼໍ່ຫຼອມ​ຜູ້​ຄົນ, ພ້ອມ​ທັງ: “ມີ​ແຜນກ​ານ, ກົນ​ໄກ ແລະ ມາດ​ຕະ​ການ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ ​ການ​ພົວ​ພັນ​ລະ​ຫວ່າງ​ການອະ​ນຸ​ລັກ ແລະ ການເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ປ​ະ​ຫວັດ​ສາດ​ມູນ​ເຊື້ອ​ປະ​ເທດ​ຊາດ​ໃນ​ການກໍ່​ສ້າງ​ຜູ້​ຄົນ, ພັດ​ທະ​ນາ​ເສດ​ຖະ​ກິ​ດ-ສັງ​ຄົມ”(16); ຍົກ​ສູງ​ຄຸນ​ຄ່າ​ແນວ​ຄິດ, ສິລະ​ປະ, ຮັບ​ປະ​ກັນ​ສິດ​ເສ​ລີ, ປະ​ຊາ​ທິ​ປະ​ໄຕ ​ໃນ​ການ​ປະ​ດິດ​ສ້າງວັນ​ນະ​ຄະ​ດີ, ສິລະ​ປະ; ເອົາ​ໃຈ​ໃສ່​​ເຖິງ​ການ​ບຳ​ລຸງ​ຈິດ​ໃຈ, ຮູບ​ຊົງ​ຂອງ​ຄົນຫວຽດ​ນາມ, ພິ​ເສດ​ແມ່ນ​ຄົນ​ລຸ້ນ​ໜຸ່ມ./.

-------------------------------

(1) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດ ຫວຽດ​ນາມ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າໂນ້ຍ, ເຫຼັ້ມ 1, 2021, ໜ້າ 202.

(2), (3) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ກອມ​ມູ​ນິດຫວຽດ​ນາມ, ປື້ມທີ່​ໄດ້​ແນະ​ນຳ, ​ເຫຼັ້ມ 1, ໜ້າ 34, 115 -116.

(4) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມ, ປື້ມທີ່​ໄດ້​ແນະ​ນຳ, ​ເຫຼັ້ມ 1, ໜ້າ 143.

(5), (6), (7), (8) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມ, ປື້ມ​ທີ່ໄດ້​ແນະ​ນຳ, ​ເຫຼັ້ມ 1, ໜ້າ 47, 143, 143, 143.

(9) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມ, ປື້ມ​ທີ່ໄດ້​ແນະ​ນຳ, ​ເຫຼັ້ມ 2, ໜ້າ 72.

(10), (11), (12), (13) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມ, ປື້ມທີ່​ໄດ້​ແນະ​ນຳ, ​ເຫຼັ້ມ 1, ໜ້າ 168, 84, 116, 114.

(14), (15), (16) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມ, ປື້ມທີ່​ໄດ້​ແນະ​ນຳ, ​ເຫຼັ້ມ 1, ໜ້າ 221-222, 144, 145.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 982 (​ເດືອນ​ມັງ​ກອນ 2022)