ບົດບາດຂອງຊັບພະຍາກອນວັດທະນະທຳ
ໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ
ໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ
ວກ. - ໃນປະຫວັດສາດມະນຸດຊາດ ກໍຄືໃນປະຫວັດສາດຂອງຊາດຫວຽດນາມ, ວັດທະນະທຳມີກຳລັງແຮງພາຍໃນທີ່ໃຫຍ່ຫຼວງ, ມີບົດບາດໃນການກະຕຸ້ນໃຫ້ຄົນສ້າງສັນແລະພັດທະນາ. ດັ່ງນັ້ນ, ການເປີດຊັບພະຍາກອນທາງວັດທະນະທຳມີຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ - ສັງຄົມຫວຽດນາມ, ໂດຍສະເພາະແມ່ນໃນສະພາບການປະຈຸບັນ.
1- ມາດຕາເກນວັດທະນະທໍາ ມີຫຼາຍດ້ານ, ມີເນື້ອໃນອຸດົມສົມບູນທີ່ສຸດ ແລະສາມາດເຂົ້າໃຈໄດ້ໃນຄວາມໝາຍກວ້າງຫຼືແຄບທີ່ແຕກຕ່າງກັນ.
ຕາມຄວາມໝາຍແຄບ, ວັດທະນະທຳແມ່ນຄຸນຄ່າວັດຖຸແລະຄຸນຄ່າຈິດໃຈທັງໝົດທີ່ມະນຸດສ້າງຂຶ້ນ; ດັ່ງນັ້ນ, ວັດທະນະທຳປະກອບດ້ວຍສອງດ້ານພື້ນຖານຄື ວັດທະນະທຳວັດຖຸ ແລະ ວັດທະນະທຳຈິດໃຈ. ທັງສອງດ້ານນີ້ຖືກສ້າງຂຶ້ນໂດຍມະນຸດໃນແຕ່ລະໄລຍະຂອງການພັດທະນາ ແລະໃນລະຫວ່າງການພັດທະນາອັນຍາວນານຂອງປະຫວັດສາດມະນຸດ.
ຕາມຄວາມໝາຍແຄບ, ວັດທະນະທຳຖືກຖືວ່າເປັນດ້ານຈິດໃຈຂອງສັງຄົມ; ແມ່ນລະດັບການພັດທະນາທີ່ຄົນແລະສັງຄົມບັນລຸໄດ້ທາງດ້ານການຮຽນຮູ້, ວິທະຍາສາດ, ສິລະປະ ວັນນະຄະດີ, ປັດຊະຍາ, ຄຸນສົມບັດສິນທຳ, ວິທີການຕິດຕໍ່ສື່ສານ, ວິທີການປະຕິບັດຕົນໃນສັງຄົມລະຫວ່າງຄົນກັບຄົນ, ລະຫວ່າງຄົນແລະສັງຄົມມະນຸດ ກັບທຳມະຊາດ,... ພ້ອມກັບສະຖາບັນທີ່ກ່ຽວຂ້ອງ.ງານບຸນແຫ່ຊ້າງຢູ່ຕາແສງດ່າວຊ໊າ, ເມືອງຕາມນົງ, ແຂວງຝູທໍ້ (ຫວຽດນາມ) _ພາບ: ເອກະສານຂໍ້ມູນ
ສິ່ງໜຶ່ງທີ່ແນ່ນອນວ່າ, ວັດທະນະທຳບໍ່ແມ່ນສິ່ງທີ່ມີຢູ່ຕັ້ງແຕ່ເລີ່ມຕົ້ນຂອງເຊື້ອຊາດມະນຸດ, ຫຼືມີຢູ່ໃນມະນຸດທຸກຄົນຕັ້ງແຕ່ເກີດ. ປະທານໂຮ່ຈີມິນເຄີຍຂຽນວ່າ: “ເພື່ອຄວາມຢູ່ລອດຕະຫຼອດຈົນຈຸດມຸ່ງໝາຍຂອງຊີວິດ, ມະນຸດຊາດຈຶ່ງໄດ້ສ້າງແລະປະດິດພາສາ, ການຂຽນ, ສິນທໍາ, ກົດໝາຍ, ວິທະຍາສາດ, ສາສະໜາ, ສິລະຫະ, ວັນນະຄະດີ, ບັນດາເຄື່ອງມືເຄື່ອງໃຊ້ສໍາລັບການດໍາລົງຊີວິດປະຈໍາວັນ ກ່ຽວກັບອາຫານ, ເຄື່ອງນຸ່ງຫົ່ມ, ທີ່ຢູ່ອາໄສ ແລະ ບັນດາແບບວິທີການນໍາໃຊ້. ການສ້າງສັນແລະສິ່ງປະດິດທັງໝົດນັ້ນແມ່ນວັດທະນະທຳ. ວັດທະນະທຳແມ່ນການສັງລວມທຸກຮູບແບບການດຳລົງຊີວິດ ແລະການສະແດງອອກຂອງມັນ ທີ່ມະນຸດຊາດໄດ້ຜະລິດຂຶ້ນມາ ເພື່ອປັບຕົວເຂົ້າກັບຄວາມຕ້ອງການຂອງຊີວິດ ແລະຄວາມຕ້ອງການຂອງການດຳລົງຄົງຕົວ”(1). ເລີ່ມຈາກນີ້, ແຕ່ເມື່ອຫວຽດນາມຍັງບໍ່ທັນໄດ້ຮັບເອກະລາດ, ປະທານໂຮ່ຈີມິນກໍໄດ້ຍົກບັນຫາສຳຄັນ 5 ປະການ ເພື່ອສ້າງວັດທະນະທຳຫວຽດນາມ ລວມມີ: “1) ສ້າງຈິດຕະສາດ: ຈິດໃຈເອກະລາດແລະເພິ່ງຕົນເອງ; 2) ສ້າງຄຸນນະທຳ: ຮູ້ຈັກເສຍສະຫຼະຕົນເອງ, ເປັນປະໂຫຍດຕໍ່ມະຫາຊົນ; 3) ສ້າງສັງຄົມ: ທຸກພາລະກິດກ່ຽວຂ້ອງກັບສະຫວັດດີການຂອງປະຊາຊົນໃນສັງຄົມ; 4) ກໍ່ສ້າງການເມືອງ ສິດທິພົນລະເມືອງ; 5) ກໍ່ສ້າງເສດຖະກິດ”(2).
ທັນທີພາຍຫຼັງຫວຽດນາມໄດ້ຮັບເອກະລາດ, ປະທານໂຮ່ຈີມິນເນັ້ນວ່າ, “ວັດທະນະທຳຕ້ອງສ່ອງທາງໃຫ້ປະຊາຊົນໃນຫະເທດ”. ຕໍ່ຈາກນັ້ນ, ໃນຈົດໝາຍເຖິງຈິດຕະກອນເນື່ອງໃນໂອກາດງານວາງສະແດງຮູບແຕ້ມປີ 1951, ເພິ່ນຍັງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສໍາພັນອັນໃກ້ຊິດລະຫວ່າງວັດທະນະທໍາ, ເສດຖະກິດ ແລະການເມືອງ ເມື່ອເພີ່ນຂຽນວ່າ: “ວັດທະນະທຳ, ສິລະປະ, ຄືກັບກິດຈະກໍາອື່ນທັງໝົດ, ບໍ່ສາມາດຢູ່ນອກໄດ້, ແຕ່ຕ້ອງຢູ່ໃນເສດຖະກິດແລະການເມືອງ”(3).
ພິເສດແມ່ນ, ເພື່ອຮັບເອົາແລະພັດທະນາທັດສະນະຂອງປະທານໂຮ່ຈີມິນກ່ຽວກັບວັດທະນະທຳ, ຫຼັງຈາກກວ່າ 10 ປີແຫ່ງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ໃນກອງປະຊຸມສູນກາງຄັ້ງທີ 5 ສະໄໝທີ 8, ວັນທີ 16 ກໍລະກົດ 1998, ພັກກອມມູນິດຫວຽດນາມອອກມະຕິກ່ຽວກັບ “ກໍ່ສ້າງແລະພັດທະນາພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າແລະເຂັ້ມຂົ້ນໄປດ້ວຍເອກະລັກຂອງຊາດ”. ມະຕິສະບັບນີ້ຖືວ່າ ບັນດາຂົງເຂດວັດທະນະທຳທີ່ແຕກຕ່າງກັນ“ແມ່ນຮາກຖານທາງຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍແລະທັງເປັນແຮງຊຸກດັນການພັດທະນາເສດຖະກິດແລະສັງຄົມ”(4). ສາມາດເວົ້າໄດ້ວ່າ ນີ້ແມ່ນໜຶ່ງໃນມະຕິທີ່ສົມບູນແລະຄົບຖ້ວນທີ່ສຸດ ຂອງພັກກອມມູນິດຫວຽດນາມ ຈົນເຖິງເວລານັ້ນ ກ່ຽວກັບວັດທະນະທຳ. ມະຕິຢືນຢັນວ່າ “ການດູແລວັດທະນະທໍາແມ່ນການເບິ່ງແຍງປັບປຸງຮາກຖານດ້ານຈິດວິນຍານຂອງສັງຄົມ. ຖ້າບໍ່ມີຮາກຖານດ້ານຈິດວິນຍານທີ່ກ້າວໜ້າແລະສົດໃສ, ບໍ່ເອົາໃຈໃສ່ແກ້ໄຂສາຍພົວພັນລະຫວ່າງການພັດທະນາເສດຖະກິດ ກັບຄວາມກ້າວໜ້າທາງສັງຄົມແລະຄວາມຍຸຕິທໍາໃຫ້ໄດ້ເປັນຢ່າງດີ, ຈະບໍ່ມີການພັດທະນາເສດຖະກິດແລະສັງຄົມທີ່ຍືນຍົງ”(5). ສືບຕໍ່ທັດສະນະດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມຢືນຢັນວ່າ, ຕ້ອງ “ສ້າງວັດທະນະທຳໃຫ້ກາຍເປັນພື້ນຖານທາງຈິດໃຈທີ່ໝັ້ນຄົງຂອງສັງຄົມຢ່າງແທ້ຈິງ,ເປັນກຳລັງແຮງພາຍໃນອັນສຳຄັນ ເພື່ອຮັບປະກັນການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດຫວຽດນາມຢ່າງໜັກແໜ້ນ ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”(6). ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມສືບຕໍ່ເນັ້ນໜັກ: “ພັດທະນາຜູ້ຄົນຢ່າງຮອບດ້ານ ແລະ ກໍ່ສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍເອກະລັກຂອງຊາດ ເພື່ອໃຫ້ວັດທະນະທຳແລະຄົນຫວຽດນາມກາຍເປັນກຳລັງແຮງພາຍໃນອັນແທ້ຈິງ, ເປັນກໍາລັງຊຸກຍູ້ການພັດທະນາແລະປົກປັກຮັກສາປະເທດຊາດ”(7).
ການຢືນຢັນຂ້າງເທິງນີ້ແມ່ນຖືກຕ້ອງແທ້ແລະຈຳເປັນທີ່ສຸດ ໂດຍເນັ້ນໜັກບົດບາດທີ່ສຳຄັນຂອງວັດທະນະທຳໃນການພັດທະນາສັງຄົມ, ບົດບາດຂອງວັດທະນະທຳໃນສາຍພົວພັນລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາສັງຄົມໃນຫວຽດນາມ.
ພິເສດ, ການຢືນຢັນຂ້າງເທິງໃນມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ VIII ແລະໃນກອງປະຊຸມໃຫຍ່ຄັ້ງຕ່າງໆຂອງພັກກອມມູນິດຫວຽດນາມຍັງມີຄຸນຄ່າພຶດຕິກຳສູງທີ່ສຸດ ເມື່ອຖືວັດທະນະທຳແມ່ນກຳລັງຂັບເຄື່ອນ, ແມ່ນກຳລັງແຮງພາຍໃນ ທີ່ຊຸກຍູ້ການພັດທະນາເສດຖະກິດແລະການພັດທະນາສັງຄົມຂອງຫວຽດນາມ. ນີ້ແມ່ນຂໍ້ຄິດທິດສະດິທີ່ສົດໃໝ່ຫຼາຍ, ສອດຄ່ອງກັບຄວາມຮັບຮູ້ແລະພຶດຕິກຳໃນຍຸກໂລກາພິວັດແລະການເຊື່ອມໂຍງສາກົນຢ່າງກວ້າງຂວາງຫຼາຍດ້ານໃນປະຈຸບັນ. ແນ່ນອນ, ຄວນສັງເກດວ່າ, ບໍ່ຖືບົດບາດຂອງວັດທະນະທຳເປັນອັນເດັດຂາດ, ແລະບໍ່ຄວາມຖືວ່າວັດທະນະທຳເປັນກຳລັງຂັບເຄື່ອນພຽງຢ່າງດຽວ ໃນການຊຸກຍູ້ການເຕີບໂຕແລະການພັດທະນາເສດຖະກິດ - ສັງຄົມ. ແຕ່, ຖ້າຫາກປະໝາດກຳລັງຂັບເຄື່ອນນີ້ ຫຼືປະຂ້າມມັນ ກໍຈະເປັນຄວາມຜິດພາດທີ່ຍອມຮັບບໍ່ໄດ້, ໂດຍສະເພາະໃນສະພາບການທີ່ທຸກປະເທດໃນໂລກກໍາລັງກ້າວເຂົ້າສູ່ເສດຖະກິດພູມປັນຍາ, ເສດຖະກິດດິຈິຕອນ ດ້ວຍຄວາມໄວແລະປະສິດທິຜົນ ໂດຍອາໃສຜົນສໍາເລັດທາງປັນຍາຂອງມະນຸດ.
ກວ່າເວລາໃດໝົດ, ໃນສະຕະວັດທີ 21, ຈຳເປັນຕ້ອງມີການຮັບຮູ້ໃໝ່ກ່ຽວກັບບົດບາດທີ່ສຳຄັນພິເສດຂອງວັດທະນະທຳໃນການພັດທະນາທີ່ຍືນຍົງ ຂອງປະເທດ, ບໍ່ຄວນຢຸດຢູ່ທີ່ທັດສະນະຂອງທົດສະວັດທີ 70 - 90 ຂອງສະຕະວັດທີ 20, ໃນຊ່ວງເວລາທີ່ຫຼາຍຄົນພຽງແຕ່ຖືວ່າ ການພັດທະນາແບບຍືນຍົງປະກອບດ້ວຍສານເສົາຄ້ຳຫຼັກຄື: ການພັດທະນາແບບຍືນຍົງທາງດ້ານເສດຖະກິດ, ການພັດທະນາແບບຍືນຍົງທາງດ້ານການເມືອງ-ສັງຄົມ ແລະການພັດທະນາແບບຍືນຍົງດ້ານສິ່ງແວດລ້ອມ.
ໃນບາງບົດຄວາມ, ພວກຂ້າພະເຈົ້າໄດ້ພິນິດພິເຄາະແລະເນັ້ນໜັກເຖິງບົດບາດສຳຄັນຂອງການພັດທະນາແບບຍືນຍົງທາງດ້ານວັດທະນະທຳ ໃນການພັດທະນາແບບຍືນຍົງຂອງສັງຄົມໃນໄລຍະປະຈຸບັນ ແລະໃນອະນາຄົດ. ເພາະປະຫວັດສາດຂອງມະນຸດສະແດງໃຫ້ເຫັນວ່າ, ທຸກການພັດທະນາ, ທ້າຍທີ່ສຸດ, ຖ້າຕ້ອງການໄປໄກ ແລະມີປະສິດທະຜົນໃນໄລຍະຍາວ, ຖ້າຢາກມີຄວາມຍືນຍົງຫຼາຍຂຶ້ນເລື້ອຍໆ ແມ່ນຕ້ອງຢູ່ໃນວົງໂຄຈອນຂອງວັດທະນະທໍາ, ຕ້ອງມີວັດທະນະທໍາທີ່ດີແລະກ້າວໜ້າເພື່ອພາທາງ. ພິເສດ, ໃນຂະນະທີ່ຫວຽດນາມຍັງ “ຍັງບໍ່ທັນສ້າງຍຸດທະສາດການພັດທະນາວັດທະນະທຳ ໄປຄຽງຄູ່ກັບຍຸດທະສາດການພັດທະນາເສດຖະກິດ... ໃນການເຄື່ອນໄຫວເສດຖະກິດ, ຍັງບໍ່ທັນເອົາໃຈໃສ່ເຖິງປັດໄຈວັດທະນະທໍາ ແລະ ຄວາມຕ້ອງການພັດທະນາວັດທະນະທຳທີ່ກ່ຽວຂ້ອງ”(8) ຄືທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມສູນກາງຄັ້ງທີ 5 ສະໄໝທີ 8 ຂອງພັກກອມມູນິດຫວຽດນາມ, ດັ່ງນັ້ນ ການລະດົມຊັບພະຍາກອນທາງວັດທະນະທຳທີ່ອຸດົມສົມບູນແລະຫຼາກຫຼາຍ, ທັງວັດທະນະທຳທາງວັດຖຸ ແລະວັດທະນະທຳທາງຈິດໃຈ, ໃຫ້ກາຍເປັນກຳລັງຂັບເຄື່ອນ ເພື່ອການພັດທະນາຂອງແຕ່ລະທ້ອງຖິ່ນກໍ່ຄືຂອງທັງປະເທດ ມີບົດບາດສຳຄັນຫຼາຍຂຶ້ນເລື້ອຍໆ.ວັດທະນະທຳໄດ້ຮັບການຖ່າຍທອດຈາກເຊັ່ນຄົນສູ່ເຊັ່ນຄົນ, ຈາກຮຸ່ນສູ່ຮຸ່ນ ແລະ ພ້ອມກັນນັ້ນກໍໄດ້ຮັບການຫຼໍ່ຫຼອມແລະເສີມຄຸນຄ່າຢ່າງຕໍ່ເນື່ອງໂດຍຄົນຮຸ່ນຕໍ່ໆໄປ _ພາບ: ເອກະສານຂໍ້ມູນ
2- ບໍ່ວ່າຈະເຂົ້າໃຈໃນຄວາມໝາຍກວ້າງຫຼືແຄບກໍ່ຕາມ, ວັດທະນະທຳຍັງຖືກສ້າງຂຶ້ນໂດຍມະນຸດ, ໄດ້ຮັບການບັນທຶກແລະສົ່ງຕໍ່ຈາກເຊັ່ນຄົນສູ່ເຊັ່ນຄົນ, ຈາກຮຸ່ນສູ່ຮຸ່ນ ແລະ ພ້ອມກັນນັ້ນກໍໄດ້ຮັບການຫຼໍ່ຫຼອມແລະເສີມຄຸນຄ່າໃຫ້ອຸດົມສົມບູນຢ່າງຕໍ່ເນື່ອງໂດຍຄົນຮຸ່ນຕໍ່ໆໄປ. ວັດທະນະທຳ ດັງທີ່ກ່າວມາຂ້າງເທິງ, ລວມມີສອງດ້ານພື້ນຖານທີ່ສຸດຄື ວັດທະນະທຳທາງວັດຖຸ ແລະວັດທະນະທຳທາງຈິດໃຈ, ຫຼືວັດທະນະທຳທີ່ມີຕົວຕົນ ແລະວັດທະນະທຳທີ່ບໍ່ມີຕົວຕົນ. ເຖິງຈະຢູ່ໃນຮູບແບບໃດ ວັດທະນະທຳກໍ່ແມ່ນຊັບພະຍາກອນທີ່ສຳຄັນ ແລະມີບົດບາດເປັນ “ກຳລັງຂັບເຄື່ອນທີ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ”. ຖ້າວັດທະນະທໍາສະແດງອອກໃນຮູບແບບຂອງຜະລິດຕະພັນທີ່ມີຕົວຕົນ, ວິທີການຂຸດຄົ້ນແລະນໍາໃຊ້ຊັບພະຍາກອນເຫຼົ່ານີ້ ຈະແຕກຕ່າງຈາກວິທີການຂຸດຄົ້ນແລະນໍາໃຊ້ຊັບພະຍາກອນວັດທະນະທໍາທີ່ບໍ່ມີຕົວຕົນ.
ອາດຈະເວົ້າວ່າ, ຊັບພະຍາກອນຂອງຜະລິດຕະພັນວັດທະນະທຳທີ່ມີຕົວຕົນໂດຍມະນຸດສ້າງຂຶ້ນແລະຕາມທຳມະຊາດ ແຕ່ມີການເສີມສ້າງໃນລະດັບທີ່ຕ່າງກັນດ້ວຍຝາມືຄົນຫວຽດນາມນັ້ນ ອຸດົມສົມບູນແລະຫຼາກຫຼາຍທີ່ສຸດ. ບັນດາສິ່ງມະຫັດສະຈັນທຳມະຊາດແລະມະນຸດສ້າງຂຶ້ນທີ່ມີຄຸນຄ່າພິເສດທີ່ໄດ້ຮັບການຮັບຮອງໂດຍ UNESCO ໃຫ້ເປັນມໍລະດົກວັດທະນະທຳໂລກ ເຊັ່ນດຽວກັບມໍລະດົກວັດທະນະທຳທີ່ມີຊື່ສຽງອື່ນ ໃນທົ່ວປະເທດຫວຽດນາມດ້ວຍ “ຄວາມງາມອັນບໍ່ມີສິ້ນສຸດ”, ເຊັ່ນ ຊາປາ (ແຂວງລາວກາຍ), ອ່າວຮ້າລອງ, ເກາະໂກໂຕ, ບູຮານສະຖານອຽນຕື້ (ແຂວງກວ໋າງນິງ), ອະນຸສອນສະຖານວັດທະນະທຳ - ກວັກຕື້ຢ໋າມ, ເມືອງເກົ່າ (ຮ່າໂນ້ຍ), ໂໝກເຈົາ (ແຂງເຊີນລາ), ມາຍເຈົາ (ແຂວງຮວ່າບິ່ງ), ວັດບ້າຍດິ້ງ, ທັດສະນິຍະພາບຈ່າງອານ (ແຂວງນິງບິ່ງ), ຖ້ຳຟອງບາ - ແກ໋ບ່າງ (ແຂວງກວ໋າງບິ່ງ), ເມືອງຫຼວງເວ້ (ແຂວງເທື່ອທຽນເວ້), ໝິເຊີນ, ໂຮ້ຍອານ (ແຂວງກວ໋າງນາມ), ອຸໂມງກູ໋ຈີ - ເບ້ນເຢືອກ (ນະຄອນໂຮ່ຈີມິນ),... ເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວທັງໃນແລະຕ່າງປະເທດຈຳນວນຫຼາຍ ເຊິ່ງນຳແຫຼ່ງລາຍໄດ້ທີ່ດີມາສູ່ງົບປະມານທ້ອງຖິ່ນແລະງົບປະມານຂອງປະເທດ. ຖ້າຈັດຕັ້ງການເຊື່ອມໂຍງບັນດາສະຖານທີ່ທ່ອງທ່ຽວເຫຼົ່ານີ້ເປັນຢ່າງດີ, ບວກກັບການນໍາເອົາຄຸນຄ່າທາງປະຫວັດສາດຂອງຊາດເຂົ້າໃສ່, ຜົນກະທົບຫຼາຍດ້ານຈະເພີ່ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບກັບການຈັດຕັ້ງເປັນຕ່າງຫາກ ຫຼືພໍໃຜພໍລາວ.
ບັນຫາທີ່ຈະຕ້ອງກ່າວເຖິງຢ່າງເລິກເຊິ່ງກວ່າອີກຄື ຊັບພະຍາກອນວັດທະນະທຳທີ່ບໍ່ມີຕົວຕົນ ຫຼືຍັງໄດ້ເອີ້ນວ່າຊັບພະຍາກອນວັດທະນະທຳທາງຈິດໃຈ ສຳລັບການພັດທະນາຂອງຫວຽດນາມ. ອາດຈະເຂົ້າໃຈວ່າ, ຊີວິດທາງດ້ານຈິດໃຈຂອງສັງຄົມແມ່ນລະດັບການພັດທະນາທີ່ປະຊາຊົນແລະສັງຄົມບັນລຸໄດ້ໃນດ້ານສຳຄັນເຊັ່ນ: ລະດັບການສຶກສາຂອງປະຊາຊົນ, ລະດັບການພັດທະນາວິທະຍາສາດ - ເຕັກໂນໂລຊີ, ສິລະປະແລະວັນນະຄະດີ; ວັດທະນະທຳສິນທຳ, ວັດທະນະທຳການເມືອງ, ວັດທະນະທຳນຳພາແລະຄຸ້ມຄອງສັງຄົມ; ວັດທະນະທຳທຸລະກິດ, ວັດທະນະທຳການສື່ສານ, ວັດທະນະທຳ ການປະພຶດໃນສັງຄົມລະຫວ່າງຄົນກັບຄົນ ແລະ ລະຫວ່າງຄົນກັບທຳມະຊາດ, ກວມລວມທັງໝົດແມ່ນລະດັບວັດທະນະທຳປັດຊະຍາ, ຍ້ອນທ່ານກາກມາກໄດ້ເວົ້າວ່າ, ລະຫວ່າງຈິນຕະນາການຂອງຄົນແລະວິໄສທັດປັດຊະຍາ ກັບວັດທະນະທຳມີຄວາມຜູກພັນແບບອິນຊີ, ແລະວ່າ ປັດຊະຍາຕ້ອງ “ກາຍເປັນຈິດວິນຍານແຫ່ງວັດທະນະທຳ…”(9).
ໃນໂລກຍຸກປະຈຸບັນ, ດ້ານເຫຼົ່ານີ້ຂອງວັດທະນະທຳນັບມື້ນັບມີບົດບາດສຳຄັນ, ປະກອບສ່ວນຊຸກຍູ້ຄວາມໄວໃນການພັດທະນາຂອງສັງຄົມທີ່ບໍ່ເຄີຍມີມາກ່ອນ. ຊັບພະຍາກອນວັດທະນະທຳທາງດ້ານຈິດໃຈເຊັ່ນ ມໍລະດົກທາງສິລະປະ, ແກ່ນສານວັດທະນະທຳພື້ນເມືອງ, ດົນຕີປະຈຳຊາດ,... ຖ້າຫາກຂຸດຄົ້ນໄດ້ດີ ເພື່ອທັງຮັບໃຊ້ການທ່ອງທ່ຽວ ແລະທັງແນະນຳ, ໂຄສະນາຄຸນຄ່າວັດທະນະທຳທາງຈິດໃຈຂອງຊາດ ຕໍ່ກັບໂລກ ເພື່ອດຶງດູດນັກທ່ອງທ່ຽວມາຫວຽດນາມ, ມັນຈະເປັນການຊຸກຍູ້ພັດທະນາການທ່ອງທ່ຽວ, ປະກອບສ່ວນສຳຄັນເຂົ້າໃນຂະແໜງອຸດສາຫະກຳວັດທະນະທຳ.ນັກທ່ອງທ່ຽວໄປຢ້ຽມຊົມນະຄອນເວ້ດ້ວຍປູມເປົ້າອາກາດຮ້ອນ _ພາບ: ເອກະສານຂໍ້ມູນ
ຈິງຢູ່ແລ້ວວ່າ, ການຂຸດຄົ້ນແລະສົ່ງເສີມຄຸນຄ່າທາງດ້ານວັດທະນະທໍາຂອງລະບົບຄ່ານິຍົມແຫ່ງຊາດຢ່າງມີປະສິດທິຜົນໃນການພັດທະນາປະເທດ ແມ່ນສິ່ງທີ່ຂາດບໍ່ໄດ້ແລະແຍກອອກບໍ່ໄດ້ຈາກເຈດຈຳນົງແລະຄວາມປາຖະໜາທີ່ຈະບືນຕົວຂຶ້ນຂອງແຕ່ລະຄົນ, ບໍ່ວ່າຈະຢູ່ໃນຖານະຕໍາແໜ່ງໃດໃນສັງຄົມ; ແຕ່ປະເທດຈະບໍ່ສາມາດພັດທະນາໄດ້ ຖ້າມັນບໍ່ໄດ້ໃຊ້ຢ່າງມີປະສິດທິຜົນ ຫຼືບໍ່ມີນະໂຍບາຍທີ່ເໝາະສົມໃນການຫຼໍ່ລ້ຽງແລະໃຊ້ຊັບພະຍາກອນວິທະຍາສາດແລະເຕັກໂນໂລຍີຢ່າງມີປະສິດທິຜົນ ແລະ ຜົນການນຶກຄິດປະດິດແລະສິ່ງປະດິດໃນຂົງເຂດນີ້. ສິ່ງນີ້ເຫັນໄດ້ງ່າຍຫຼາຍ ເມື່ອຫວຽດນາມດຳເນີນການປະເມີນໃໝ່ ຫຼືສະຫຼຸບຂະບວນການພັດທະນາໃນແຕ່ລະໄລຍະທີ່ຜ່ານມາ. ແຕ່ສິ່ງທີ່ຄວນເນັ້ນໜັກຢູ່ນີ້ແມ່ນ, ຕ້ອງຍົກສູງ, ຍົກລະດັບ ແລະ ນຳໃຊ້ຢ່າງມີປະສິດທິຜົນ ລະດັບວັດທະນະທຳການເມືອງ, ວັດທະນະທນຳພາແລະວັດທະນະທຳຄຸ້ມຄອງສັງຄົມ; ວັດທະນະທຳທຸລະກິດ; ວັດທະນະທຳການສື່ສານ; ວັດທະນະທຳການປະພຶດ ໃນສັງຄົມລະຫວ່າງຄົນແລະຄົນ ແລະ ລະຫວ່າງຄົນແລະທຳມະຊາດ ເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ.
ກ່ອນອື່ນໝົດ, ໃນຍຸກໂລກາພິວັດ, ທຸກດ້ານຂອງຊີວິດສັງຄົມແລະຂອງໂລກທີ່ມີການປ່ຽນແປງຜັນຜວນທາງການເມືອງ - ສັງຄົມ ແລະ ພູມສາດ - ການເມືອງທີ່ບໍ່ສາມາດຄາດເດົາໄດ້ຄືກັບທຸກມື້ນີ້ນັ້ນ ວັດທະນະທໍາການເມືອງມີບົດບາດຊີ້ນໍາ. ໃນເງື່ອນໄຂດັງກ່າວ, ຖ້າຫວຽດນາມຕ້ອງການພັດທະນາຢ່າງໄວວາແລະຍືນຍົງ ວັດທະນະທຳຕ້ອງແຊກຊຶມເຂົ້າໃນທຸກດ້ານຂອງຊີວິດສັງຄົມ. ພິເສດ, ວັດທະນະທຳຕ້ອງຊຶມເລິກເຂົ້າໄປໃນຄວາມຄິດຂອງຜູ້ທີ່ມີບົດບາດໃນການຄຸ້ມຄອງ, ຈັດການ, ປົກຄອງ ແລະບໍລິຫານປະເທດຢ່າງມີຄວາມປະດິດສ້າງແລະມີປະສິດທິຜົນ ໃນບັນດາຂົງເຂດເຊັ່ນ ວິທະຍາສາດ, ສິລະປະວັນນະຄະດີ, ໂດຍສະເພາະແມ່ນຂົງເຂດການເມືອງ ໃນຖານະເປັນວັດທະນະທຳການເມືອງ; ໝາຍຄວາມວ່າ, ການເມືອງຕ້ອງອີງໃສ່ພື້ນຖານວັດທະນະທຳ.
ໃນຍຸກປະຈຸບັນ, ການເມືອງຕ້ອງອີງໃສ່ພື້ນຖານວັດທະນະທຳ ຈະເປັນການຮັບປະກັນ, ກຳລັງຂັບເຄື່ອນຊຸກຍູ້ການກໍ່ສ້າງສັງຄົມທີ່ມີສະຖຽນລະພາບ, ປະຊາທິປະໄຕ, ເສລີພາບ, ຍຸຕິທຳ, ມະນຸດສະທຳ ແລະການພັດທະນາຢ່າງຍືນຍົງ. ພິຈາລະນາໂດຍລວມແລ້ວ, ວັດທະນະທຳການເມືອງ, ວັດທະນະທຳການບໍລິຫານ, ວັດທະນະທຳສິນທຳ ແລະ ພື້ນຖານວັດທະນະທຳເວົ້າລວມ ຍາມໃດກໍເປັນກຳລັງຂັບເຄື່ອນທີ່ສ້າງກຳລັງແຮງ, ຢືນຢັນຄວາມຖືກຕ້ອງຊອບທຳຂອງພັກການເມືອງທີ່ກຳລັງນຳພາແລະກຳອຳນາດການປົກຄອງປະເທດ, ຂອງລະບອບຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງຍືນຍົງຂອງລະບອບນັ້ນ. ຄຸນຄ່າຂອງຊັບພະຍາກອນວັດທະນະທຳການເມືອງນີ້ ວັດໄດ້ຍາກຕາມແບບປົກກະຕິ ເຊິ່ງພຽງແຕ່ປະເມີນໄດ້ຜ່ານຜົນສໍາເລັດສະເພາະທີ່ລະບອບການເມືອງນຳມາໃຫ້ພົນລະເມືອງແຕ່ລະຄົນ, ມາໃຫ້ສັງຄົມທັງໝົົດ ແລະ ດ້ວຍຄວາມໝັ້ນຄົງຍືນຍົງຂອງລະບອບນັ້ນ, ດ້ວຍຄວາມເພີງພໍໃຈແລະຄວາມໄວ້ວາງໃຈຂອງປະຊາຊົນ.
ປະຫວັດສາດສັງຄົມມະນຸດເຄີຍໃຫ້ເຫັນວ່າ, ວັດທະນະທຳສິນທຳ, ວັດທະນະທຳການເມືອງອາດຈະປະກອບສ່ວນປັບປຸງຫຼືຊຸກຍູ້ການພັດທະນາຂອງລະບອບສັງຄົມໜຶ່ງ, ແຕ່ມັນກໍສາມາດຍັບຍັ້ງ, ແມ້ກະທັ້ງເຮັດໃຫ້ເກີດການທຳລາຍແລະລົບລ້າງລາຊະວົງໜຶ່ງ, ປະເທດໜຶ່ງ(10). ດັ່ງນັ້ນ, ພື້ນຖານວັດທະນະທຳຂອງພະນັກງານການເມືອງ, ຂອງລັດຖະກອນ, ພາລະກອນໃນທຸກລະດັບຂອງການບໍລິຫານລັດຖະກິດໃນສັງຄົມ ແມ່ນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບພວກເຂົາທີ່ຈະສາມາດປະຕິບັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍໄດ້.
ຫວຽດນາມກຳລັງພັດທະນາພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ. ເພື່ອພັດທະນາພື້ນຖານເສດຖະກິດນີ້ຢ່າງໄວ, ສົດໃສ ແລະ ຍືນຍົງ ໃນສະຖານະການໂລກາພິວັດປະຈຸບັນ ຫວຽດນາມບໍ່ພຽງແຕ່ຕ້ອງການຕະຫຼາດໃນປະເທດເທົ່ານັ້ນ ແຕ່ຍັງຕ້ອງການຕະຫຼາດຕ່າງປະເທດຂະໜາດໃຫຍ່ອີກດ້ວຍ. ສິ່ງດັ່ງກ່າວໝາຍຄວາມວ່າ, ຫວຽດນາມບໍ່ພຽງແຕ່ຕ້ອງສ້າງຄວາມໄວ້ວາງໃຈຂອງຜູ້ບໍລິໂພກໃນປະເທດເທົ່ານັ້ນ, ແຕ່ຍັງຕ້ອງສ້າງແລະທີ່ສໍາຄັນຕ້ອງຮັກສາຄວາມໄວ້ວາງໃຈໃນໄລຍະຍາວຂອງຜູ້ບໍລິໂພກໃນປະເທດຕ່າງໆທົ່ວໂລກທີ່ຫວຽດນາມມີການພົວພັນທາງການຄ້າແລະການພົວພັນເສດຖະກິດໂດຍລວມ. ດັ່ງນັ້ນ, ນອກຈາກຄວາມສາມາດຜະລິດ, ລະດັບຝີມື ແລະ ຄຸນສົມບັດທີ່ສຳຄັນອື່ນໆອີກຫຼວງຫຼາຍແລ້ວ, ເພື່ອຍາດໄດ້ຄວາມໄວ້ວາງໃຈຈາກຜູ້ບໍລິໂພກທົ່ວໂລກ, ຜູ້ຜະລິດແລະຜູ້ຄ້າຂາຍຢູ່ຫວຽດນາມຕ້ອງມີ ວັດທະນະທຳທຸລະກິດ ແລະຈັນຍາບັນທຸລະກິດ.
ເພື່ອໃຫ້ຮັ່ງມີຢ່າງຖືກກົດໝາຍແລະຍືນຍົງ, ນັກທຸລະກິດຫວຽດນາມໃນຍຸກປະຈຸບັນຂອງເສດຖະກິດຕະຫຼາດໂລກາພິວັດ ບໍ່ພຽງແຕ່ຕ້ອງມີຄວາມຮັບຜິດຊອບທາງສິນທຳເທົ່ານັ້ນ, ແຕ່ຍັງຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມນໍາອີກ, ໝາຍຄວາມວ່າຕ້ອງ ຫາຄວາມລ່ຳລວຍຢ່າງມີວັດທະນະທຳ. ເພາະສະນັ້ນ, ເນື້ອໃນສຳຄັນໃນວັດທະນະທຳວິສາຫະກິດແລະວັດທະນະທຳນັກທຸລະກິດແມ່ນຄວາມຮັບຜິດຊອບທາງສັງຄົມ ຂອງວິສາຫະກິດແລະນັກທຸລະກິດ. ວັດທະນະທຳທຸລະກິດຮຽກຮ້ອງໃຫ້ການທຸລະກິດຕ້ອງມີຄວາມຮັບຜິດຊອບ. ຄວາມຮັບຜິດຊອບນີ້ຕ້ອງຊຶມເຂົ້າໄປໃນຈິນຕະນາການຂອງນັກທຸລະກິດ, ທັງຕ້ອງສະແດງອອກໃນບັນດາຜະລິດຕະພັນທີ່ພວກເຂົານຳອອກສູ່ຕະຫຼາດ, ໂດຍສະເພາະແມ່ນ ບັນດາຜະລິດຕະພັນທີ່ກ່ຽວຂ້ອງກັບສຸຂະພາບຂອງຄົນ, ພິເສດແມ່ນສຸຂະພາບຂອງຊາວໜຸ່ມ; ພ້ອມກັນນັ້ນ, ບໍ່ທຳລາຍສິ່ງແວດລ້ອມທາງທຳມະຊາດແລະສັງຄົມ. ຢູ່ນີ້, ຄວາມເປັນປະໂຫຍດ ຕ້ອງສອດຄ່ອງກັບຄວາມສັດຈະ; ຖ້າສົນໃຈແຕ່ປະໂຫຍດ ຈະກໍ່ໃຫ້ເກີດໄພພິບັດທີ່ນັບບໍ່ຖ້ວນຕໍ່ຜູ້ຄົນ ແລະ ສະພາບແວດລ້ອມການດຳລົງຊີວິດ. ວັດທະນະທຳສິນທຳແລະຄວາມຮັບຜິດຊອບທາງສັງຄົມຂອງນັກທຸລະກິດ ແມ່ນການສະແດງອອກຢ່າງລວມສູນແລະສູງສຸດຂອງວັດທະນະທຳທຸກລະກິດ. ດັ່ງນັ້ນ, ສາມາດເວົ້າວ່າ, ວັດທະນະທຳສິນທຳອາດຈະຍົກພວກເຂົາຂຶ້ນສູ່ຈຸດສູງສຸດ, ແຕ່ການຂາດວັດທະນະທຳສິນທຳກໍ່ສາມາດຊຸກດັນໃຫ້ເຂົາເຈົ້າຕົກລົງສູ່ໜ້າຜາ, ລົ້ມລະລາຍ ຫຼືເຂົ້າຄຸກໄດ້ ເມື່ອກົດໝາຍຄົ້ນພົບການກະທຳຜິດ, ຂາດວັດທະນະທຳຂອງເຂົາເຈົ້າ.
ດັ່ງນັ້ນ, ບົດບາດການຂັບເຄື່ອນຂອງວັດທະນະທຳທຸລະກິດ ໃນລະບົບເສດຖະກິດຕະຫຼາດນັ້ນ ແມ່ນກຸນແຈສຳຄັນໃນການເປີດໂອກາດຍາດເອົາຊະນະໃນການແຂ່ງຂັນທີ່ຍຸຕິທຳແລະສົດໃສ, ເຊິ່ງຜ່ານນັ້ນ ສົ່ງເສີມການພັດທະນາການຜະລິດຂອງສັງຄົມ.
ຄຽງຄູ່ກັນນັ້ນ, ເພື່ອໃຫ້ປະເທດຫວຽດນາມພັດທະນາຢ່າງວ່ອງໄວແລະຍືນຍົງ, ຈໍາເປັນຕ້ອງປະພຶດຢ່າງມີວັດທະນະທໍາກັບທໍາມະຊາດແລະກັບສະພາບແວດລ້ອມທຳມະຊາດ, ໃນຂະນະດຽວກັນ ກໍຕ້ອງສ້າງສະພາບແວດລ້ອມທາງສັງຄົມທີ່ດີ; ຕ້ອງຖືເອົາວັດທະນະທຳເປັນກຳລັງຂັບເຄື່ອນທີ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ.
ກ່ອນອື່ນໝົດ, ກ່ຽວກັບດ້ານນີ້, ຈຳເປັນຕ້ອງປະພຶດຢ່າງມີວັດທະນະທຳກັບທຳມະຊາດ ແລະສະພາບແວດລ້ອມທຳມະຊາດ. ພວກເຮົາທຸກຄົນເຂົ້າໃຈວ່າ, ມະນຸດແລະສັງຄົມ ສາມາດຢູ່ໄດ້ແລະພັດທະນາຢູ່ໃນສະພາບແວດລ້ອມທຳມະຊາດທີ່ຕິດພັນກັບທຳມະຊາດເທົ່ານັ້ນ. ທ່ານກາກມາກໄດ້ຂຽນໄວ້ວ່າ, “ມະນຸດ... ມີຊີວິດຢູ່ດ້ວຍໂລກທຳມະຊາດອະນົງຄະທາດ... ໂລກທຳມະຊາດ... ແມ່ນຮ່າງກາຍອະນົງຄະທາດ ຂອງມະນຸດ. ມະນຸດມີຊີວິດຢູ່ໂດຍໂລກທຳມະຊາດ. ຄືແນວນັ້ນໝາຍຄວາມວ່າ ໂລກທຳມະຊາດແມ່ນຮ່າງກາຍ ຂອງມະນຸດ, ຮ່າງກາຍທີ່ມະນຸດຕ້ອງຢູ່ໃນຂະບວນການສື່ສານຢ່າງຕໍ່ເນື່ອງເພື່ອຄວາມຢູ່ລອດ... ມະນຸດເປັນສ່ວນໜຶ່ງຂອງໂລກທຳມະຊາດ”(11). ທ່ານ ຟ.ອັງແກນ ກໍໄດ້ຢືນຢັນວ່າ “ພວກເຮົາເອງ, ດ້ວຍເນື້ອ ໜັງ ເລືອດ ແລະ ຈິດໃຈ ຂອງພວກເຮົາ, ເປັນຂອງໂລກທຳມະຊາດ, ພວກເຮົານອນຢູ່ໃນອ້ອມກອດຂອງທຳມະຊາດ”. ດັ່ງນັ້ນ, ຟ.ອັງແກນ ເຕືອນຢ່າງເຂັ້ມງວດວ່າ, ຜູ້ຄົນຕ້ອງປະພຶດຢ່າງມີວັດທະນະທຳກັບໂລກທຳມະຊາດ ແລະວ່າ, “ພວກເຮົາບໍ່ສາມາດຄວບຄຸມທຳມະຊາດໄດ້ຢ່າງແນ່ນອນ ເໝືອນຜູ້ຮຸກຮານທີ່ຄອບງຳຊາດອື່ນ, ເໝືອນຄົນທີ່ຢູ່ນອກຂອດເຂດຂອງໂລກທຳມະຊາດ”(12). ຄ້າຍຄືກັນກັບ ຟ.ອັງແກນ, ກ.ມາກ ກໍໄດ້ສະຫຼຸບຄຳເຕືອນວ່າ, “ຖ້າການປູກຝັງຖືກປະຕິບັດແບບເກີດເອງໂດຍບໍ່ມີການຊີ້ນໍາຢ່າງມີສະຕິ...ມັນຈະປະພື້ນທີ່ຮົກເຮື້ອວ່າງເປົ່າໄວ້ເບື້ອງຫຼັງ”(13).
ໃນປະຫວັດສາດຂອງຊາດຫວຽດນາມ, ຄົນຫວຽດນາມຫຼາຍເຊັ່ນຄົນໄດ້ປະພຶດຕົນຢ່າງຄ່ອງແຄ້ວກັບທໍາມະຊາດ ແລະ ຍຶດຖືຫຼັກປັດຊະຍາແຫ່ງຄວາມເປັນໜຶ່ງດຽວກັນຂອງມະນຸດແລະທຳມະຊາດມາໂດຍຕະຫຼອດ. ປະເທດຫວຽດນາມ, ເຖິງວ່າຈະຕ້ອງປະເຊີນກັບເຫດການຂຶ້ນໆລົງໆຫຼາຍຄັ້ງ ທີ່ເກີດຈາກສົງຄາມທີ່ທຳລາຍລ້າງ, ແຕ່ໂດຍພື້ນຖານແລ້ວ, ຫວຽດນາມຍັງຮັກສາສະພາບແວດລ້ອມການດໍາລົງຊີວິດທີ່ດີຢູ່. ແຕ່ວ່າ, ການພັດທະນາເສດຖະກິດ, ໂດຍສະເພາະແມ່ນການພັດທະນາອຸດສາຫະກຳໃນເວລາທີ່ຜ່ານມາໃນທົ່ວປະເທດ, ກຳລັງວາງບັນຫາຂັດແຍ້ງຫຼາຍຢ່າງສຳລັບຫວຽດນາມ ກ່ຽວກັບວິທີການຈັດການກັບສະພາບແວດລ້ອມທາງທຳມະຊາດ. ຍ້ອນພຶດຕິກຳທີ່ບໍ່ເປັນໄປຕາມຫຼັກວິທະຍາສາດ, ມົນລະພິດຂອງດິນ ນ້ຳ ອາກາດ...ຢູ່ໃນຫຼາຍເຂດ ພື້ນທີ່ຂອງຫວຽດນາມ ຈຶງຢູ່ໃນລະດັບສູງຢ່າງໜ້າຕົກໃຈ. ນີ້ເປັນຜົນມາຈາກການຂາດຄວາມຮູ້ກ່ຽວກັບວັດທະນະທຳສິ່ງແວດລ້ອມແລະວັດທະນະທຳທາງນິເວດວິທະຍາ. ວັດທະນະທຳຍັງບໍ່ທັນຊຶມເຂົ້າໃນຈິນຕະນາການຂອງຜູ້ກຳນົດນະໂຍບາຍ, ຜູ້ວາງແຜນ, ຜູ້ວາງແຜນກຳນົດ ແລະ ຍັງບໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອົງການທີ່ປຶກສາໃນຫວຽດນາມ. ຢູ່ນີ້, ຍັງມີຄວາມຮັບຜິດຊອບທີ່ສຳຄັນຂອງບັນດາອົງການບັງຄັບໃຊ້ກົດໝາຍ. ເວົ້າຢ່າງອື່ນ, ການຂາດຈິນຕະນາການລະບົບ, ຂາດຄວາມຄົບຊຸດ ໃນການກຳນົດນະໂຍບາຍ, ໃນການວາງແຜນພັດທະນາ, ໃນການກວດກາ ເຊິ່ງຍັງເປັນບັນຫາໃຫຍ່ຢູ່ໃນຫວຽດນາມ.ນັກທ່ອງທ່ຽວຢ້ຽມຊົມງານແຂ່ງຊ້າງຢູ່ດັກລັກ (ຫວຽດນາມ) _ ພາບ: ເອກະສານຂໍ້ມູນ
ໃນໂລກ, ໃນໄລຍະສອງສາມທົດສະວັດທີ່ຜ່ານມາ, ມີການເຕືອນຢ່າງຮີບດ່ວນຫຼາຍເກີນໄປກ່ຽວກັບຜົນກະທົບທີ່ບໍ່ຕ້ອງການຂອງມົນລະພາວະ ແລະການທຳລາຍສິ່ງແວດລ້ອມ. ຕົວຢ່າງເຊັ່ນ, ຕາມລາຍງານຂອງອົງການອະນຸລັກສາກົນ, ໂລກໃນຊຸມປີທີ່ຜ່ານມາມໍ່ນີ້ “ທຸກໆ 20 ນາທີ, ນອກຈາກສິ່ງມີຊີວິດຊະນິດໜຶ່ງທີ່ສູນພັນແລ້ວ, ປ່າໄມ້ 485 ເຮັກຕາຖືກເຜົາແລະຖືກທຳລາຍເພື່ອຈຸດປະສົງທາງເສດຖະກິດ”(14).
ຢູ່ປະເທດຫວຽດນາມ, ການທຳລາຍປ່າຕົ້ນນ້ຳ, ປ່າປ້ອງກັນ, ການຕັດໄມ້ທຳລາຍປ່າແລະການເຜົາປ່າ ເພື່ອໃຫ້ໄດ້ເນື້ອທີ່ດິນປູກຝັັງ, ການລັກຂຸດຄົ້ນໄມ້ທີ່ມີຄ່າຢູ່ໃນປ່າດົງດິບໄດ້ເຮັດໃຫ້ເກີດນ້ຳຖ້ວມ, ນ້ຳຖ້ວມທໍ່, ນ້ຳຖ້ວມກະທັນຫັນ, ດິນເຈື່ອນຫິນຖະຫຼົ່ມ ເຊິ່ງກຳລັງທຳລາຍທີ່ຢູ່ອາໄສຂອງສາຍພັນສັດ ແລະຂົ່ມຂູ່ຊີວິດຂອງມະນຸດ.
ມະນຸດມີຄວາມກ່ຽວຂ້ອງຢ່າງໃກ້ຊິດກັບທັງສະພາບແວດລ້ອມທຳມະຊາດແລະສະພາບແວດລ້ອມທາງສັງຄົມຕັ້ງແຕ່ມະນຸດປະກົດຕົວຂຶ້ນຈົນເຖິງປະຈຸບັນ. ການພັດທະນາຂອງມະນຸດກໍຢູ່ພາຍໃຕ້ຂໍ້ຈຳກັດແລະຂໍ້ບັງຄັບບາງປະການຂອງສິ່ງແວດລ້ອມ, ເຖິງວ່າມະນຸດເອງຈະມີຄວາມສາມາດໃນການດັດແປງທັງສະພາບແວດລ້ອມທຳມະຊາດ ແລະສະພາບແວດລ້ອມທາງສັງຄົມ. ການປົກປ້ອງສະພາບແວດລ້ອມທຳມະຊາເປັນຢ່າງດີແມ່ນໄດ້ປົກປ້ອງພື້ນຖານການດຳລົງຄົງຕົວຂອງມະນຸດນັ້ນເອງ. ຢ່າງໃດກໍຕາມ, ຜູ້ຄົນບໍ່ສາມາດພັດທະນາຄຸນລັກສະນະທີ່ດີຂອງຕົນໄດ້ ຖ້າບໍ່ມີສະພາບແວດລ້ອມທາງສັງຄົມທີ່ສະອາດແລະສົດໃສ. ດັ່ງນັ້ນ, ການສ້າງສະພາບແວດລ້ອມທາງສັງຄົມທີ່ສະອາດສົດໃສ ແມ່ນເງື່ອນໄຂທີ່ຂາດບໍ່ໄດ້ ເພື່ອສາມາດພັດທະນາມະນຸດຢ່າງຮອບດ້ານ ໃນຖານະເປັນກຳລັງການຜະລິດພື້ນຖານຂອງສັງຄົມ ແລະ ຜ່ານນັ້ນຈະຊຸກຍູ້ການພັດທະນາຂອງສັງຄົມ.
ສະພາບແວດລ້ອມທາງສັງຄົມທີ່ດີ, ສະອາດ, ສົດໃສທີ່ມີຄຸນຄ່າວັດທະນະທຳ ຕ້ອງເປັນສະພາບແວດລ້ອມທີ່ສ້າງເງື່ອນໄຂດີທີ່ສຸດສໍາລັບການພັດທະນາຄວາມສາມາດທັງໝົົດ, ເພື່ອຄວາມຄິດສ້າງສັນ. ໃນສັງຄົມໃດໆ, ຈຳນວນຄົນທີ່ມີພອນສະຫວັນເກ່ງກ້າສາມາດຕົວຈິງບໍ່ແມ່ນຫາຍາກ ແລະກໍບໍ່ແມ່ນມີພຽງໜ້ອຍດຽວ, ແຕ່ເພື່ອໃຫ້ຄົນມີພອນສະຫວັນສາມາດພັດທະນາໄດ້, ໂດຍສະເພາະການໄດ້ມາເຊິ່ງຜູ້ມີຄວາມປີຊາສາດມາດ ອັດສະລິຍະບູລຸດ, ສັງຄົມ “ຕ້ອງດູແລດິນປູກຝັງເພື່ອໃຫ້ຜູ້ມີພອນສະຫວັນ ສາມາດເຕີບໂຕໄດ້ຈາກດິນແດນນັ້ນ. ອັດສະລິຍະບູລຸດພຽງແຕ່ສາມາດຫາຍໃຈຢ່າງເສລີໃນອາກາດ ແຫ່ງອິດສະລະພາບ”(15). ສິ່ງທີ່ຂັດຂວາງການພັດທະນາຂອງມະນຸດ ແມ່ນການທີ່ຜູ້ຄົນຖືກກົດຂີ່ໂດຍສະພາບຂອງກົດໝາຍທີ່ເຂັ້ມງວດ, ການອະນຸລັກທີ່ຈັດໂພດແລະຝືນວັດທະນະທຳ, ຄວາມໄຮ້ລະບຽບ ໂດຍສະເພາະການຂາດປະຊາທິປະໄຕແລະບໍ່ມີເສລີພາບທີ່ແທ້ຈິງ. ຜູ້ຄົນບໍ່ສາມາດສະແດງຄວາມສາມາດຂອງຕົນເອງ, ບໍ່ສາມາດພັດທະນາສະຕິປັນຍາຂອງຕົນໃຫ້ເຖິງລະດັບສູງສຸດໄດ້ ຖ້າພວກເຂົາຕ້ອງຢູ່ໃນບັນຍາກາດທາງສັງຄົມທີ່ອຶດອັດ, ບໍ່ມີປະຊາທິປະໄຕ, ບໍ່ມີເສລີພາບ. ແຕ່, ຖ້ານັ້ນເປັນອິດສະລະພາບທີ່ບໍ່ມີກົດໝາຍ, ເສລີພາບທີ່ບໍ່ມີຂອບເຂດ, ບໍ່ຄຳນຶງເຖິງລະບຽບວິໄນແລະຂໍ້ກຳນົດກົດໝາຍ ມັນຈະນຳສັງຄົມໄປສູ່ຄວາມວຸ່ນວາຍ, ຄວາມບໍ່ໝັ້ນຄົງ ແລະຂັດຂວາງການພັດທະນາ. ເວົ້າອີກຢ່າງໜຶ່ງ, ສະພາບແວດລ້ອມທີ່ເສລີ ແລະປະຊາທິປະໄຕໃນຂອບຂອງກົດໝາຍ, ສອດຄ່ອງກັບເງື່ອນໄຂປະຫວັດສາດ-ສັງຄົມ ຈຶ່ງເປັນກຳລັງຂັບເຄື່ອນທີ່ແທ້ຈິງຂອງການພັດທະນາ. ການສ້າງຄວາມກົມກຽວລະຫວ່າງກົດໝາຍ, ລະບຽບວິໄນ ແລະ ເສລີພາບ, ປະຊາທິປະໄຕໃນສັງຄົມໃຫ້ທຸກຄົນໄດ້ນັ້ນ ແມ່ນໄດ້ສ້າງສະພາບແວດລ້ອມທາງສັງຄົມທີ່ເໝາະສົມ ແນໃສ່ສົ່ງເສີມຄວາມຄິດສ້າງສັນ, ການກຳເນີດຂອງນະວັດຕະກຳ ແລະການປະດິດສ້າງວິທະຍາສາດ; ຜ່ານສິ່ງດັ່ງກ່າວເພື່ອຊຸກຍູ້ການຜະລິດ ແລະການພັດທະນາສັງຄົມ. ກຳລັງແຮງແລະກຳລັງຂັບເຄື່ອນຂອງວັດທະນະທຳສະແດງອອກຢ່າງຈະແຈ້ງທີ່ສຸດຢູ່ທີ່ຈຸດນີ້.
ຈາກນັ້ນ, ສາມາດຢືນຢັນອີດຄັ້ງວ່າ, ວັດທະນະທຳມີບົດບາດສຳຄັນທີ່ສຸດຕໍ່ຂະບວນການພັດທະນາ. ເມື່ອວັດທະນະທຳຢຸດສະງັກກໍຈະບໍ່ມີການພັດທະນາເສດຖະກິດແລະສັງຄົມໃດເລີຍ. ດັ່ງນັ້ນ, ການເປີດນຳໃຊ້ຊັບພະຍາກອນວັດທະນະທຳ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນໃນສະພາບການປະຈຸບັນ, ປະກອບສ່ວນຊຸກຍູ້ຄວາມປາດຖະໜາພັດທະນາປະເທດຫວຽດນາມໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ./.
----------------------------
(1), (2) ໂຮ້ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2011, ເຫຼັ້ມ 3, ໜ້າ 458.
(3) ໂຮ້ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 246.
(4), (5) ເອກະສານກອງປະຊຸມຄັ້ງທີຫ້າຂອງຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ສະໄໝທີ VIII, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1998, ໜ້າ 55.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2016, ໜ້າ 126.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 115–116.
(8) ເອກະສານກອງປະຊຸມຄັ້ງທີຫ້າຂອງຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ສະໄໝທີ VIII, ປຶ້ມທີ່ໄດ້ແນະນຳ, ໜ້າ 52, 53.
(9) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1995, ເຫຼັ້ມ 1, ໜ້າ 157.
(10) ເບິ່ງ: ຫງວຽນຈ້ອງຈ໋ວນ: ການສໍ້ລາດບັງຫຼວງແລະອັນຕະລາຍຂອງມັນ, ວາລະສານວິທະຍາສາດສັງຄົມຫວຽດນາມ, ສະບັບອອກເດືອນທັນວາ 2013, ໜ້າ 53 – 60.
(11) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2000, ເຫຼັ້ມ 42, ໜ້າ 134, 135.
(12) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1994, ເຫຼັ້ມ 20, ໜ້າ 635.
(13) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1997, ເຫຼັ້ມ 32, ໜ້າ 80.
(14) ຄັດຈາກ: Thomas L.Friedman: ຮ້ອນ, ພຽງ, ແຄບ, ສພຈ ໜຸ່ມ, ນະຄອນໂຮ່ຈີມິນ, 2009, ໜ້າ 200.
(15) J.S. Mill: ສົນທະນາກ່ຽວກັບເສລີພາບ, ສພຈ ຄວາມຮູ້, ຮ້າໂນ້ຍ, 2005, ໜ້າ 148.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 963 (ເດືອນເມສາ 2021)