ຄວາມຫວັງອັນແຮງກ້າຂອງຫວຽດນາມໃນສະໄໝໂຮ່ຈີມິນ
- ເບິ່ງຈາກລະດູບານໃໝ່ປະຫວັດສາດຂອງພັກແລະຂອງຊາດ
- ເບິ່ງຈາກລະດູບານໃໝ່ປະຫວັດສາດຂອງພັກແລະຂອງຊາດ
ເກົ້າສິບເອັດລະດູບານໃໝ່ ນັບແຕ່ເມື່ອປະຊາຊົນຫວຽດນາມມີພັກນຳພາ, ຄວາມຫວັງອັນແຮງກ້ານໃນເອກະລາດ, ອິດສະລະພາບ, ຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ ຍາມໃດກໍເປັນກະແສທີ່ໄຫຼສອດຫ້ອຍຕະຫຼອດ, ສ້າງເປັນລະດູບານໃໝ່ຂອງພັກ ຂອງປະຊາຊົນ ແລະ ຂອງປະເທດ (ໃນພາບ: ເລຂາທິການໃຫຍ່ ຫງວຽນຝູຈ້ອງ ອວຍພອນປີໃໝ່ປະຊາຊົນນະຄອນຫຼວງຮ່າໂນ້ຍ ກ່ອນການສົ່ງທ້າຍປີເກົ່າຕ້ອນຮັບໃໝ່ ປີສະຫຼູ 2021) _ພາບ: ເອກະສານຂໍ້ມູນ
ຄວາມຫວັງອັນແຮງກ້າຈາກບັນດາລະດູບານໃໝ່ແຫ່ງການຕໍ່ສູ້
ເພື່ອຍາດເອົາເອກະລາດ ອິດສະລະພາບ
ລະດູບານໃໝ່ປີ 1930, ປະຫວັດສາດຂອງຊາດໄດ້ເປີດໜ້າໃໝ່, ຂີດໝາຍໃໝ່ດ້ວຍການກຳເນີດຂອງພັກກອມມູນິດຫວຽດນາມ. ການປະກົດຕົວຂອງພັກກອມມູນິດຫວຽດນາມແມ່ນບາດລ້ຽວໃຫຍ່ແລະສຳຄັນ ໃນປະຫວັດແຫ່ງການປະຕິວັດຫວຽດນາມ: ຢຸດຕິວິກິດການທາງດ້ານແນວທາງກູ້ຊາດ ແລະ ການຈັດຕັ້ງນຳພາຂະບວນການຮັກຊາດ ຢູ່ຫວຽດນາມຕົ້ນສະຕະວັດທີ XX. ພັກກຳເນີດເກີດຂຶ້ນເນື່ອງຈາກຄວາມຕ້ອງການພັດທະນາທີ່ຫຼີກລ້ຽງບໍ່ໄດ້ ຂອງສັງຄົມຫວຽດນາມ, ແມ່ນຜົນຂອງການສົມທົບລະຫວ່າງລັດທິມາກ-ເລນິນ ກັບຂະບວນການກຳມະກອນແລະຂະບວນການຮັກຊາດຫວຽດນາມ; ພ້ອມກັນນັ້ນ, ນັ້ນກໍແມ່ນຍ້ອນການປະກອບສ່ວນທີ່ສຳຄັນຂອງຫງວຽນອ໋າຍກວັກ - ໂຮ່ຈີມິນ ຜູ້ທີ່ໄດ້ຊອກຫາເສັ້ນທາງ, ເປີດທາງ ແລະ ພາທາງໃຫ້ແກ່ການພັດທະນາຂອງຊາດຫວຽດນາມ. ພັກກອມມູນິດຫວຽດນາມກຳເນີດເກີດຂຶ້ນແມ່ນບາດລ້ຽວທີ່ໃຫຍ່ໂຕທີ່ສຸດແລະສຳຄັນທີ່ສຸດ ໃນຕະຫຼອດຂະບວນວິວັດການພັດທະນາຂອງຊາດຫວຽດນາມທັງໝົດ, ເປີດເຂົ້າສູ່ໄລຍະຕັດສິນສຳລັບທິດທາງການພັດທະນາຂອງປະເທດຊາດໃນຍຸກສະໄໝໃໝ່.
ກອງປະຊຸມສ້າງຕັ້ງພັກໄດ້ອະນຸມັດຜ່ານໂຄງການໂດຍຫຍໍ້, ຍຸດໂທບາຍໂດຍຫຍໍ້ ຂອງພັກ; ກຳນົດທິດທາງການພັດທະນາ ແລະບັນດາບັນຫາພື້ນຖານ ກ່ຽວກັບຍຸດທະສາດແລະຍຸດໂທບາຍ ຂອງການປະຕິວັດຫວຽດນາມ - ລວມເຂົ້າເປັນໂຄງການການເມືອງ ທຳອິດຂອງພັກ. ໂຄງການການເມືອງຂອງພັກສະແດງໃຫ້ເຫັນເຖິງຄວາມກ້າຫານທາງການເມືອງທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະຄວາມປະດິດສ້າງຂອງພັກ; ເປັນຄັ້ງທຳອິດທີ່ການປະຕິວັດຫວຽດນາມມີເອກະສານການເມືອງທີ່ສະທ້ອນຢ່າງຖືກຕ້ອງກັບກົດເກນພາວະວິໄສຂອງສັງຄົມຫວຽດນາມ. ໂຄງການການເມືອງໄດ້ຕອບສະໜອງຄວາມຕ້ອງການພື້ນຖານແລະຮີບດ່ວນ ຂອງສັງຄົມຫວຽດນາມ, ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ, ກຳນົດທິດຍຸດທະສາດທີ່ຖືກຕ້ອງສຳລັບຂະບວນການພັດທະນາຂອງການປະຕິວັດຫວຽດນາມ; ເປີດກະແສໄຫຼຜ່ານຕະຫຼອດນັ້ນແມ່ນ ເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມ. ຄຳຮຽກຮ້ອງຂອງຫງວຽນອ໋າຍກວັກເນື່ອງໃນໂອກາດການສ້າງຕັ້ງພັກໄດ້ຊີ້ແຈ້ງ: ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງ, “ນັ້ນແມ່ນພັກຂອງຊົນຊັ້ນກຳມາຊີບ. ພັກຈະພາຊົນຊັ້ນກຳມາຊີບນຳພາການປະຕິວັດອານນາມ ຕໍ່ສູ້ເພື່ອປົດປ່ອຍອ້າຍເອື້ອຍນ້ອງທີ່ຖືກກົດຂີ່ຂູດຮີດຂອງພວກເຮົາທຸກຄົນ”(1). ຈາກນີ້, ພັກກຳເອົາບົດບາດນຳພາການປະຕິວັດ ແລະນຳພາປະຊາຊົນຫວຽດນາມໄປສູ່ໄຊຊະນະໃນການຕໍ່ສູ້ຍາດເອົາເອກະລາດແລະເສລີພາບມາໃຫ້ປະເທດຊາດ.
ໃນບັນຍາກາດຂອງວັນເວລາລະດູບານໃໝ່, ພາຍຫຼັງບາດກ້ານການຂຶ້ນລົງຂອງການປະຕິວັດ, ກອງປະຊຸມໃຫຍ່ຄັ້ງທຳອິດຂອງພັກໄດ້ຈັດຂຶ້ນຢູ່ມາເກົາ (ປະເທດຈີນ) ໃນເດືອນມີນາ 1935. ກອງປະຊຸມໃຫຍ່ໄດ້ສະເໜີໜ້າທີ່ຕົ້ນຕໍສະເພາະໜ້າ 3 ປະການຂອງພັກ: ປັບປຸງແລະພັດທະນາພັກ; ຍູ້ແຮງການຂົນຂວາຍມະຫາຊົນ; ຕໍ່ຕ້ານສົງຄາມຈັກກະພັດ. ກອງປະຊຸມໃຫຍ່ຮັບຮອງຜ່ານມະຕິທີ່ສຳຄັນຫຼາຍສະບັບ: ກ່ຽວກັບການຂົນຂວາຍກຳມະກອນ, ຊາວນາ, ຊາວໜຸ່ມ, ແມ່ຍິງ, ທະຫານ; ກ່ຽວກັບພັນທະມິດຕ້ານຈັກກະພັດ, ວຽກງານຂົນຂວາຍຊົນເຜົ່າສ່ວນນ້ອຍ; ກ່ຽວກັບໜ່ວຍປ້ອງກັນຕົວ, ກ່ຽວກັບການສົງເຄາະແດງ... ກອງປະຊຸມແມ່ນຂີດໝາຍສຳຄັນທີ່ຢືນຢັນວ່າ ພັກກອມມູນິດຫວຽດນາມໄດ້ຜ່ານພົ້ນວັນເດືອນປີທີ່ຮ້າຍແຮງຂອງການປາບປາມກ້ຽງ, ຂີດໝາຍການຟື້ນຕົວຢ່າງແຂງແຮງ ຂອງລະບົບການຈັດຕັ້ງພັກ ແລະ ຂະບວນການປະຕິວັດ; ສືບຕໍ່ກ້າວໄປສູ່ໄຊຊະນະຂອງການລຸກຮືຂຶ້ນທົ່ວໄປໃນເດືອນສິງຫານປີ 1945 ແລະ ການກຳເນີດລັດສາທາລະນະລັດປະຊາທິປະໄຕຫວຽດນາມ.
ລະດູບານໃໝ່ປີ 1941, ພາຍຫຼັງ 30 ປີທີ່ເດີນທາງໄປຕ່າງປະເທດເພື່ອຫາວິທີທາງກອບກູ້ປະເທດ, ຜູ້ນຳ ຫງວຽນອ໋າຍກວັກ ກັບຄືນປະເທດຊາດ. ນີ້ແມ່ນເວລາສຳຄັນທີ່ສຸດ ບໍ່ພຽງແຕ່ສຳລັບປະຫວັດສາດຂອງການປະຕິວັດຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພາວະວິໄສ ຂອງຂະບວນການປະຕິວັດພາຍໃນປະເທດ, ການພັດທະນາຂະບວນການປະຫວັດສາດຂອງການຕໍ່ສູ້ ເພື່ອເອກະລາດ ແລະປົດປ່ອຍປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຍັງມີຄວາມໝາຍສຳຄັນຕໍ່ປະຊາຊົນຜູ້ທີ່ຖືກກົດຂີ່ຂອງໂລກນຳອີກ. ບົນພື້ນຖານການວິເຄາະ ແລະການປະເມີນສະຖານະການສົງຄາມໂລກຄັ້ງທີສອງ ແລະສະພາບການພາຍໃນປະເທດ, ຜູ້ນຳ ຫງວຽນອ໋າຍກວັກໄດ້ຮຽກໂຮມກອງປະຊຸມຄະນະບໍລິຫານງານສູນກາງຄັ້ງທີແປດ ສະໄໝທີ I (ແຕ່ວັນທີ 10 ຮອດວັນທີ 19 ພຶດສະພາ 1941). ກອງປະຊຸມໄດ້ກຳນົດໜ້າທີ່ປົດປ່ອຍຊາດແມ່ນໜ້າທີ່ອັນຮີບດ່ວນ, ແຖວໜ້າ ຂອງການປະຕິວັດຫວຽດນາມໃນເວລານີ້ ແລະຕ້ອງ “ໃຊ້ກຳລັງຂອງເຮົາເພື່ອປົດປ່ອຍພວກເຮົາເອງ”. ຫງວຽນອ໋າຍກວັກພ້ອມກັນກັບຄະນະບໍລິຫານງານສູນກາງພັກ ໄດ້ຕັດສິນໃຈເຮັດສຳເລັດເສັ້ນທາງການປະຕິວັດປົດປ່ອຍຊາດ, ຕອບສະໜອງຄວາມຫວັງອັນແຮງກ້າຂອງປະຊາຊົນທຸກຊັ້ນຄົນ, ສອດຄ່ອງກັບທ່າອ່ຽງການພັດທະນາຂອງການປະຕິວັດໂລກ, ມີຄວາມໝາຍຕັດສິນຕໍ່ຊະຕາກຳຂອງປະເທດ. ແນວທາງທີ່ຖືກຕ້ອງຂອງພັກໄດ້ປູທາງໄປສູ່ໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945.ລະດູບານໃໝ່ປີ 1941, ພາຍຫຼັງ 30 ປີທີ່ເດີນທາງໄປຕ່າງປະເທດເພື່ອຫາວິທີທາງກອບກູ້ປະເທດ, ຜູ້ນຳ ຫງວຽນອ໋າຍກວັກ ກັບຄືນປະເທດຊາດ. _ຮູບແຕ້ມ "ກ້ອນດິນຂອງບ້ານເກີດເມືອງນອນ” ຂອງນັກແຕ້ມ ຟ້າມກົງແທັ່ງ ທີ່ພິພິດທະພັນສິລະປະຫວຽດນາມ
ພັກໄດ້ສະແດງໃຫ້ເຫັນແຈ້ງເຖິງຄວາມກ້າຫານທາງການເມືອງ ແລະ ຄວາມສູງທາງສະຕິປັນຍາ ໃນການນຳພາການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໂດຍຜ່ານບັນດາຂະບວນການປະຕິວັດ. ພັກໄດ້ຜ່ານຜ່າຄວາມຫຍຸ້ງຍາກບໍ່ຈັກວ່າເທົ່າໃດຍ້ອນການປາບປາມກົດຂີ່ຂົ່ມເຫັງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະພວກລູກແຫຼ້ງຂອງມັນ, ແລະໄດ້ຮັກສາແລະພັດທະນາພະລັງຊີວິດຂອງຕົນ. ດ້ວຍຈິດໃຈທີ່ພິລະອາດການແລະສະຫຼາດສ່ອງໃສຂອງຕົນ, ພັກໄດ້ກໍ່ສ້າງແລະຂະຫຍາຍກຳລັງປະຕິວັດ, ກຳເອົາໂອກາດລຸກຂຶ້ນນຳພາການລຸດຮືຂຶ້ນທົ່ວໄປໃນເດືອນສິງຫາປີ 1945 ໄດ້ຮັບໄຊຊະນະ, ສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມຂຶ້ນ; ພັກກາຍເປັນພັກທີ່ກຳອຳນາດ.
ການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ເຮັດໃຫ້ຊະຕາກຳຂອງຊາດຫວຽດນາມປ່ຽນແປງໄປ: ຈາກປະເທດອານານິຄົມກາຍເປັນປະເທດເອກະລາດ; ເຮັດໃຫ້ຊະຕາຊີວິຂອງປະຊາຊົນຫວຽດນາມທຸກຄົນປ່ຽນໄປ: ຈາກສະຖານະພາບຂອງຂ້າທາດ ກາຍເປັນເຈົ້າຂອງຂອງປະເທດແລະເປັນເຈົ້າຕົນເອງ. ພຽງແຕ່ 15 ປີຫຼັງການ ກຳເນີດ, ພັກໄດ້ຢຶດເອົາເອກະລາດແຫ່ງຊາດມາໃຫ້ປະຊາຊົນຫວຽດນາມ, ຢຸດຕິການປົກຄອງຂອງລ່າເມືອງຂຶ້ນຝຣັ່ງຫຼາຍກວ່າ 80 ປີ ແລະການປົກຄອງຂອງຟາຊິດຍີ່ປຸ່ນ 5 ປີ; ໂຄ່ນລົ້ມແອກປົກຄອງຂອງລະບອບສັກດິນາທີ່ເປັນລູກມືຂອງຕ່າງຊາດ; ເປີດສັກກະຫຼາດໃໝ່ - ສັກກະຫຼາດແຫ່ງເອກະລາດຕິດແໜ້ນກັບລັດທິສັງຄົມນິຍົມ.
ຕັ້ງແຕ່ລະດູບານໃໝ່ປີ 1946, ປະຊາຊົນຫວຽດນາມໄດ້ຕ້ອນຮັບ: “ງານບຸນລະດູບານໃໝ່ຄັ້ງທຳອິດຂອງຫວຽດນາມທີ່ເປັນເອກະລາດ”(2), “ບຸນປີໃໝ່ນີ້ຈຶ່ງແມ່ນບຸນປີໃໝ່ທີ່ແທ້ຈິງຂອງປະຊາຊົນເຮົາ”(3). ບັນດາລະດູບານໃໝ່ເອກະລາດຂອງຊາດ ຍາມໃດກໍຕິດກັບຄຳສາບານເພື່ອເອກະລາດ: “ປະເທດຫວຽດນາມມີສິດໄດ້ຮັບອິດສະຫຼະພາບແລະເອກະລາດ, ແລະກໍ່ໄດ້ກາຍເປັນປະເທດທີ່ມີອິດສະຫຼະພາບແລະເອກະລາດຢ່າງແທ້ຈິງ. ປະຊາຊົນຫວຽດນາມທົ່ວທັງຊາດເດັດດ່ຽວຕັດສິນໃຈອຸທິດທັງຈິດໃຈ, ເຫື່ອແຮງ, ຊີວິດແລະຊັບສິນ ເພື່ອປົກປັກຮັກສາສິດເສລີພາບ ແລະ ເອກະລາດໄວ້ໃຫ້ໝັ້ນຄົງຖາວອນ”(4). ຄຳສາບານເພື່ອເອກະລາດກາຍເປັນໂຄມໄຟທີ່ສ່ອງແສງໃຫ້ປະຊາຊົນເຮົາສືບຕໍ່ການຕໍ່ຕ້ານແລະປົກປ້ອງຜົນສໍາເລັດຂອງການປະຕິວັດເດືອນສິງຫາ ແລະ ກໍ່ສ້າງປະເທດໃຫ້ຈະເລີນຮຸ່ງເຮືອງພາຍໃຕ້ການນຳພາຂອງພັກ.
ຕໍ່ໜ້າກົນອຸບາຍແລະການກະທຳຂອງພວກລ່າເມືອງຂຶ້ນຝຣັ່ງທີ່ຫວັງຈະເຮັດໃຫ້ຫວຽດນາມກາຍເປັນອານານິຄົມອີກເທື່ອໜຶ່ງ, ປະຊາຊົນຫວຽດນາມທັງຊາດລຸກຂຶ້ນຕອບສະໜອງຄຳຮຽກຮ້ອງຕໍ່ຕ້ານ ຂອງປະທານໂຮ່ຈີມິນ: “ພວກເຮົາຍອມເສຍສະຫຼະທຸກສິ່ງທຸກຢ່າງ, ແຕ່ເດັດຂາດບໍ່ຍອມເສຍປະເທດຊາດ, ເດັດຂາດບໍ່ຍອມເປັນຂ້ອຍຂ້າ”(5), ປະຕິບັດແນວທາງການຕໍ່ຕ້ານຂອງພັກ “ທົ່ວປວງຊົນ, ຮອບດ້ານ, ຍາວນນານ, ອີງໃສ່ກຳລັງຂອງຕົນເປັນຕົ້ນຕໍ”. ຢືນຢັນຄວາມຕັດສິນໃຈອັນກ້າແກ່ນທີ່ຈະປົກປ້ອງເອກະລາດ, ເສລີພາບ ແລະ ອິດສະຫຼະພາບຂອງຊາດ, ພັກໄດ້ນຳພາກອງທັບ ແລະປະຊາຊົນທັງປະເທດ ສົມທົບການຕໍ່ຕ້ານກັບການສ້າງສາປະເທດຊາດຢ່າງແໜ້ນແຟ້ນ ແລະສ້າງສາປະເທດຊາດເພື່ອການຕໍ່ຕ້ານ; ກໍ່ສ້າງແນວຫຼັງທີ່ໝັ້ນຄົງເຂັ້ມແຂງເພື່ອດຳເນີນການຕໍ່ສູ້ອັນຍາວນານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ທີ່ໄດ້ຮັບແຮງບັນດານໃຈ ຊ່ວຍເຫຼືອຈາກຈັກກະພັດອາເມລິກາ.
ລະດູບານໃໝ່ປີ 1951, ພັກດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຢູ່ທີ່ ຕວຽນກວາງ. ກອງປະຊຸມໃຫຍ່ໄດ້ຕັດສິນໃຈນຳພັກອອກສູ່ການເຄື່ອນໄຫວເປີດເຜີຍ(6) ແລະປ່ຽນຊື່ພັກເປັນພັກແຮງງານຫວຽດນາມ, ຢືນຢັນ: “ຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະປະຊາຊົນຜູ້ອອກແຮງງານ ແລະ ຂອງປະເທດຊາດເປັນອັນໜຶ່ງອັນດຽວ. ຍ້ອນວ່າພັກແຮງງານຫວຽດນາມເປັນພັກຂອງຊົນຊັ້ນກໍາມະກອນ ແລະປະຊາຊົນຜູ້ອອກແຮງງານ, ສະນັ້ນມັນຕ້ອງແມ່ນພັກຂອງຊາດຫວຽດນາມ”(7). ກອງປະຊຸມໃຫຍ່ໄດ້ອະນຸມັດຜ່ານໂຄງການການເມືອງຂອງພັກແຮງງານຫວຽດນາມ, ກຳນົດບັນດາບັນຫາຍຸດທະສາດ ແລະ ໜ້າທີ່ຕົ້ນຕໍ່ ຂອງການປະຕິວັດຫວຽດນາມໃນເວລານີ້ແມ່ນ: “ຂັບໄລ່ພວກຈັກກະພັດຜູ້ຮຸກຮານ, ຍາດເອົາເອກະລາດແລະເອກະພາບທີ່ແທ້ຈິງມາສູ່ປະເທດຊາດ, ລົບລ້າງບັນດາຮ່ອງຮອຍຂອງສັກດິນາແລະເຄິ່ງສັກດິນາ, ເຮັດໃຫ້ຊາວນາມີນາເພື່ອເຮັດ, ພັດທະນາລະບອບປະຊາທິປະໄຕປະຊາຊົນ, ສ້າງພື້ນຖານໃຫ້ລັດທິສັງຄົມນິຍົມ”(8). ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກຂີດໝາຍຄວາມເຕີບໃຫຍ່ທີ່ສຳຄັນໃນຈິນຕະນາການທິດສະດີຂອງພັກ ກ່ຽວກັບການປະຕິວັດ, ສົງຄາມປະຕິວັດ, ນຳເອົາພະລັງຊີວິດໃໝ່ມາໃຫ້ການຕໍ່ຕ້ານ ເຊິ່ງຖືວ່າເປັນ “ກອງປະຊຸມໃຫຍ່ທີ່ຊຸກຍູ້ການປະຕິວັດໄປສູ່ໄຊຊະນະ”. ຕັ້ງແຕ່ນັ້ນມາຈົນເຖິງລະດູບານໃໝ່ອັນເປັນປະຫວັດສາດຂອງປີ 1954, ຫວຽດນາມທັງປະເທດໄດ້ໃຊ້ກຳລັງຄົນແລະກຳງລັງຊັບໃນການຕໍ່ສູ້ແລະຍາດເອົາໄຊຊະນະດຽນບຽນຟູທີ່ລືຊື່ ເຊິ່ງເຮັດໃຫ້ໂລກສັ່ນສະເທືອນ; ສົ່ງສຽງຮຽກຄວາມຕາຍຂອງລັດທິລ່າອານານິຄົມເກົ່າ ແລະປະກອບສ່ວນສຳຄັນເຂົ້າໃນຂະບວນການປົດປ່ອຍຊາດທົ່ວໂລກ; ບັງຄັບໃຫ້ພວກລ່າເມືອງຂຶ້ນຝຣັ່ງລົງນາມໃນສັນຍາປາຣີ (ເດືອນກໍລະກົດ 1954) ແລະຍອມຮັບສິດທິພື້ນຖານແຫ່ງຊາດຂອງປະຊາຊົນຫວຽດນາມ.
ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານແລະອາເມລິກາຜູ້ແຊກແຊງສິ້ນສຸດລົງດ້ວຍໄຊຊະນະສົມບູນ ໄດ້ຢືນຢັນກຳລັງແຮງແລະມູນເຊື້ອຕ້ານການຮຸກຮານຈາກພາຍນອກຂອງຊາດຫວຽດນາມ. ພາກເໜືອຫວຽດນາມໄດ້ຮັບການປົດປ່ອຍ, ສ້າງບາດລ້ຽວໃຫ້ແກ່ພາລະກິດການປົດປ່ອຍພາກໃຕ້ ແລະໂຮມປະເທດຊາດເປັນເອກະພາບ. ໄຊຊະນະຂອງການຕໍ່ຕ້ານ, ສຳເລັດສິ້ນສຸດດ້ວຍບັ້ນຮົບດ້ຽນບຽນຟູ ແລະກອງປະຊຸມເຊີແນວ, ແມ່ນໄຊຊະນະຂອງສົງຄາມປະຊາຊົນຫວຽດນາມໃນສະໄໝໂຮ່ຈີມິນ.
ຫຼັງຈາກລົງນາມໃນສັນຍາເຊີແນວ, ຕໍ່ໜ້າກົນອຸບາຍແລະການກະທຳຂອງຈັກກະພັກອາເມລິກາທີ່ຢາກແບ່ງແຍກປະເທດຫວຽດນາມ, ເຮັດໃຫ້ພາກໃຕ້ຫວຽດນາມກາຍເປັນເມືອງຂຶ້ນແບບໃໝ່ຂອງພວກເຂົາ, ປະຊາຊົນຫວຽດນາມຈຳເປັນຕ້ອງສືບຕໍ່ຖືອາວຸດເພື່ອປົກປ້ອງເອກະລາດແຫ່ງຊາດ. ພາຍຫຼັງຫຼາຍປີແຫ່ງການຄົ້ນຄິດ, ພັກໄດ້ຄົ້ນພົບເສັ້ນທາງປະຕິວັດສຳລັບພາກໃຕ້ ດ້ວຍມະຕິຂອງກອງປະຊຸມຄັ້ງທີ 15 (ປີ 1959) ເຊິ່ງໄດ້ສ່ອງແສງແລະຕອບສະໜອງຖືກຕ້ອງກັບຄວາມຕ້ອງການພຶດຕິກຳ, ປູທາງໃຫ້ການປະຕິວັດພາກໃຕ້ກ້າວໄປຂ້າງໜ້າ, ສະແດງໃຫ້ເຫັນແຈ້ງເຖິງຄວາມກ້າຫານເປັນເອກະລາດ ເປັນເຈົ້າຕົນເອງ ແລະປະດິດສ້າງ ຂອງພັກໃນເວລາພົບຄວາມຫຍຸ້ງຍາກ. ມະຕິກອງປະຊຸມສູນກາງຄັ້ງທີ 15 ໄດ້ຈູດໄຟແຫ່ງການລຸກຂຶ້ນພ້ອມກັນ, ເລີ່ມຕົ້ນແຕ່ລະດູບານໃໝ່ປີ 1960, ເຮັດໃຫ້ການຕໍ່ສູ້ລະເບີດຂຶ້ນຢ່າງກວ້າງຂວາງ, ປ່ຽນທ່າຍຸດທະສາດຂອງການປະຕິວັດພາກໃຕ້ໃຫ້ກ້າວເຂົ້າສູ່ການຕໍ່ຕ້ານເພື່ອກູ້ຊາດ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ (ປີ 1960) ສືບຕໍ່ເພີ່ມເຕີມແນວທາງການຕໍ່ສູ້ຕ້ານອາເມລິກາເພື່ອກູ້ຊາດ, ເຊິ່ງໄດ້ກຳນົດເປົ້າໝາຍ: “ນຳເອົາພາກເໜືອໄປສູ່ລັດທິສັງຄົມນິຍົມ ແລະ ຕໍ່ສູ້ປະຕິບັດການໂຮມປະເທດເປັນເອກະພາບໂດຍສັນຕິ, ສຳເລັດການປະຕິວັດຊາດປະຊາທິປະໄຕປະຊາຊົນໃນທົ່ວປະເທດ”(9). ທັງປະເທດຢູ່ໃນບັນຍາກາດແຫ່ງການສືບຕໍ່ລະດູບສນໃໝ່ທີ່ “ພາກໃຕ້ - ພາກເໜືອແຂ່ງຂັນກັນຕີຂ້າເສິກອາເມລິກາ” - ບັນດາລະດູບານໃໝ່ຂອງຈິດໃຈຕັດສິນໃຈປົກປັກຮັກສາເອກະລາດແຫ່ງຊາດ. “ສົງຄາມອາດຈະແກ່ຍາວ 5 ປີ, 10 ປີ, 20 ປີ ຫຼືນານກວ່ານັ້ນອີກ. ຮ່າໂນ້ຍ, ຮາຍຟອງ ແລະ ຕົວເມືອງ, ໂຮງງານຈຳນວນໜຶ່ງອາດຈະຖືກທຳລາຍ, ແຕ່ປະຊາຊົນຫວຽດນາມເດັດຂາດບໍ່ຢ້ານ! ບໍ່ມີສິ່ງໃດທີ່ປະເສີດກວ່າຄວາມເປັນເອກະລາດ, ອິດສະຫຼະພາບ. ຮອດວັນໄຊຊະນະ, ປະຊາຊົນເຮົາຈະກໍ່ສ້າງປະເທດຄືນໃໝ່ໃຫ້ໃຫຍ່ໂຕໂອ້ຖົງກວ່າ, ສວຍງາມກວ່າເກົ່າ!”(10).
ລະດູບານໃໝ່ປີວອກ 1968 ທັງປະເທດປະຕິບັດການຕັດສິນທີ່ກ້າຫານຂອງພັກ ໂດຍຖືເອົາຄຳອວຍພອນປີໃໝ່ຂອງປະທານໂຮ່ຈີມິນເປັນຄຳສັ່ງ: “ກ້າວຂຶ້ນ! ໄຊຊະນະສົມບູນຈະເປັນຂອງພວກເຮົາຢ່າງແນ່ນອນ”. ນັ້ນແມ່ນລະດູບານໃໝ່ແຫ່ງການລຸກຮືຂຶ້ນແລະບຸກໂຈມຕີຢ່າງສະເທືອນຟ້າຖະຫຼົ່ມດິນ ເຂົ້າໃສ່ສຳນັກງານໃຫຍ່ຂອງສະຫະລັດແລະອຳນາດການປົກຄອງໄຊງ່ອນ ແລະ ໄດ້ສ້າງຄວາມເສຍຫານອັນໃຫຍ່ຫຼວງໃຫ້ກັບຜູ້ຮຸກຮານ. ທ່າມກາງສຽງປືນຂອງການບຸກໂຈມຕີທົ່ວໄປແລະການລຸກຮືຂຶ້ນຢູ່ພາກໃຕ້, ປະຊາຊົນທົ່ວປະເທດມີຄວາມຕື່ນເຕັ້ນແລະພູມໃຈໃນການຮັບຟັງຄຳກອນ ອວຍພອນປີໃໝ່ - ລະດູບານໃໝ່ຂອງລຸງໂຮ່: “ປີໃໝ່ນີ້ລື່ນຂາດຂັ້ນຊຸມປີຜ່ານມາ/ ບັ້ນຮົບຊະນະຂ່າວມ່ວນໄປທົ່ວອານາ/ ໃຕ້-ເໜືອແຂ່ງຂັນກັນຂ້າອາເມລິກາ/ ກ້າວຂຶ້ນ! ໄຊຊະນະສົມບູນເປັນຂອງເຮົາແນ່ນອນ”(11). ຄຳກອນຂອງລຸງໂຮ່ແມ່ນຄຳຮຽກຮ້ອງກູ້ຊາດທີ່ຮີບດ່ວນຂອງປະເທດຊາດ, ຄືກັບຄຳຮຽກຮ້ອງທີ່ສະເທືອນໃຈຂອງຄົນລຸ້ນກ່ອນໆທີ່ສະທ້ອນມາແຕ່ບູຮານ, ຮ້ອງຂໍພັນທະອັນສັກສິດຂອງຊາດທີ່ມີຕໍ່ລູກຫຼານຂອງພວກເຂົາຕະຫຼອດໄປ. “ບຸນປີໃໝ່ປີວອກໄດ້ຮັບໄຊຊະນະອັນໃຫຍ່ຫຼວງ, ເຊິ່ງໃຫຍ່ທີ່ສຸດແມ່ນ ໄດ້ທັບມ້າງເຈດຈຳນົງຮຸກຮານຂອງຈັກກະພັດອາເມລິກາ, ສ້າງບາດລ້ຽວທີ່ຕັດສິນຊີ້ຂາດຂອງສົງຄາມ”(12); ບັງຄັບໃຫ້ພວກມັນຕ້ອງປ່ຽນຍຸດທະສາດການທະຫານແລະລົງບັນໃດສົງຄາມ; ເປີດໄລຍະໃໝ່ທີ່ “ທັງຕີ, ທັງເຈລະຈາ” ເພື່ອຍາດເອົາໄຊຊະນະທີ່ຕັດສິນ, ກ້າວສູ່ໄຊຊະນະສົມບູນຂອງຫວຽດນາມ. ທັງປະເທດສຸມກຳລັງ, ຮ່ວມຈິດພ້ອມໃຈກັນເພື່ອເອກະລາດແລະອິດສະຫຼະພາບ ເພື່ອໃຫ້ມີລະດູບານໃໝ່ປີ 1975 - ລະດູບານໃໝ່ແຫ່ງມະຫາໄຊ!
ລະດູບານໃໝ່ປີ 1973 ແມ່ນລະດູບານໃໝ່ແຫ່ງກຳລັງແຮງຫວຽດນາມຢູ່ໃນໂຕະເຈລະຈາທາງການທູດ. ພາຍຫຼັງການເຈລະຈາທີ່ກອງປະຊຸມປາຣີເປັນເວລາເກືອບ 5 ປີ (ແຕ່ວັນທີ 13 ພຶດສະພາ 1968 ຮອດວັນທີ 27 ມັງກອນ 1973), ທັງໃຊ້ເຫດຜົນ, ທັງໃຊ້ປັນຍາ, ຫວຽດນາມໄດ້ບັງຄັບໃຫ້ສະຫະລັດອາເມລິກາລົງນາມໃນສັນຍາຢຸດຕິສົງຄາມ ແລະຟື້ນສັນຕິພາບຢູ່ຫວຽດນາມ, ຮັບຮອງສິດທິພື້ນຖານແຫ່ງຊາດຂອງປະຊາຊົນຫວຽດນາມ ເຊິ່ງສະຫະລັດອາເມລິກາປະຕິເສດທີ່ຈະລົງນາມເມື່ອເກືອບ 20 ປີທີ່ແລ້ວ ໃນກອງປະຊຸມເຊີແນວ. ສັນຍາປີຣີ 1973 ໄດ້ຮັບການລົງນາມ, ປະຊາຊົນຫວຽດນາມຄ່ອຍໆປະຕິບັດຄວາມປະສົງຂອງລຸງໂຮ່ ໃນບົດກະວີອວຍພອນບຸນປີໃໝ່ ກ່ອນທີ່ເພິ່ນຈະຈາກໄປ: “ເພື່ອເອກະລາດ, ເພື່ອອິດສະຫຼະພາບ/ ຕີໃຫ້ອາເມລິກາໜີ, ຕີໃຫ້ຫຸ່ນລົ້ມອາດລາດ/ ກ້າວຂຶ້ນ! ນັກຮົບ, ພີ່ນ້ອງຮ່ວມຊາດ/ ເໜືອ - ໃຕ້ຮ່ວມກັນ, ລະດູບານໃໝ່ໃດມ່ວນກວ່າ”(13).
ດ້ວຍກຳລັງແຮງ “ວັນໜຶ່ງເທົ່າກັບ 20 ປີ”, “ຮີບດ່ວນ, ຮີບດ່ວນກວ່າອີກ/ ກ້າຫານ, ກ້າຫານ, ກ້າຫານກວ່າອີກ/ ຍາດເວລາແຕ່ລະຊົ່ວໂມງ, ແຕ່ລະນາທີ, ບຸກຕະລຸມບອນເຂົ້າໄປໃນແນວຮົບ, ປົດປ່ອຍພາກໃຕ້”, “ກຳເອົາໂອກາດໃຫຍ່ຢ່າງໜັກແໜ້ນ, ພວກເຮົາຈະຍາດໄດ້ໄຊຊະນະສົມບູນຢ່າງແນ່ນອນ”, ຫຼັງການບຸກໂຈມຕີແລະລຸກຮືຂຶ້ນທົ່ວໄປໃນ 55 ວັນ, “ດ້ວຍການເດີນທັບບຸກໂຈມຕີທີ່ເຂັ້ມແຂງແຮງກ້າທີ່ສຸດ”, ພາກໃຕ້ໄດ້ຮັບການປົດປ່ອຍຢ່າງສົມບູນ, ເໜືອ - ໃຕ້ກັບມາຢູ່ຮ່ວມກັນໃນເຮືອນຫຼັງດຽວ, ດິນແດນປະເທດເປັນປຶກແຜ່ນດຽວ. ລະດູບານໃໝ່ປີ 1975 ປະເທດເປັນເອກະພາບ - “ການຮ່ວມປະເທດເປັນເອກະພາບສຳເລັດຜົນແມ່ນໄຊຊະນະອັນຍິ່ງໃຫຍ່ຂອງປະຊາຊົນເຮົາທຸກຄົນ”. ລະດູບານໃໝ່ນັ້ນໄດ້ສ້າງຂີດໝາຍອັນສະຫງ່າລາສີອີກອັນໜຶ່ງ ໃນປະຫວັດສາດຂອງປະເທດ, ເນັ້ນໜັກເຖິງມູນເຊື້ອຮັກຊາດຂອງປະຊາຊົນຫວຽດນາມ ໃນສະໄໝໂຮ່ຈີມິນ. ກຳລັງແຮງຂອງການຕໍ່ສູ້ຕ້ານອາເມລິກາເພື່ອກູ້ຊາດແມ່ນ: ກຳລັງແຮງສັງລວມຂອງລັດທິສັງຄົມນິຍົມແລະການປະຕິວັດຊາດປະຊາທິປະໄຕ, ແມ່ນກຳລັງແຮງຂອງຊາດຫວຽດນາມ ສົມທົບກັບກຳລັງແຮງຂອງສາມກະແສຟອງປະຕິວັດໃນຍຸກສະໄໝ. ນັ້ນແມ່ນໄຊຊະນະຂອງຄວາມກ້າຫານແລະສະຕິປັນຍາຫວຽດນາມ ພາຍໃຕ້ການນຳພາຂອງພັກ ດ້ວຍແນວທາງທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຖືກຕ້ອງ, ປະດິດສ້າງ, ສອດຄ່ອງກັບຈຸດພິເສດຂອງການປະຕິວັດຫວຽດນາມໃນທັງສອງພາກ. ນັບແຕ່ລະດູບານໃໝ່ປີ 1975, ພີ່ນ້ອງຮ່ວມຊາດໃນທົ່ວປະເທດມີຄວາມສຸກສົມບູນ, ປະສົບຜົນສຳເລັດໃນການປະຕິບັດຄວາມຫວັງອັນແຮງກ້າ ເພື່ອເອກະລາດແລະອິດສະຫຼະພາບ.
ຄວາມຫວັງອັນແຮງກ້າຈາກບັນດາລະດູບານໃໝ່
ແຫ່ງສັນຕິພາບ, ການປ່ຽນແປງໃໝ່ ແລະການພັດທະນາ
ພາຍຫຼັງລະດູບານໃໝ່ປີ 1975, ປະເທດເປັນເອກະພາບ, ກ້າວເຂົ້າສູ່ການກໍ່ສ້າງສັງຄົມນິຍົມໃນທົ່ວປະເທດ. ໃນພາລະກິດການສ້າງສາແລະປົດປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ, ປີ 1979, ອີກເທື່ອໜຶ່ງທີ່ປະຫວັດສາດໄດ້ທ້າທາຍພັກແລະປະຊາຊົນຫວຽດນາມ: ໄພທຳມະຊາດເກີດຂຶ້ນຢ່າງຕໍ່ເນື່ອງ, ສົງຄາມເກີດຂຶ້ນໃນຊາຍແດນທາງເໜືອແລະໃຕ້ຂອງປະເທດ, ສັນຍານຂອງວິກິດການເສດຖະກິດ - ສັງຄົມນັບມື້ນັບຈະແຈ້ງຊັດເຈນຂຶ້ນ... ໃນຄວາມຫຍຸ້ງຍາກອັນຕະລາຍນັ້ນ, ສູນກາງພັກກອມມູນິດຫວຽດນາມໄດ້ຮຽກຮ້ອງ “ພີ່ນ້ອງຮ່ວມຊາດທຸຊົນເຜົ່າອ້າຍນ້ອງໃນທົ່ວປະເທດ, ບັນດາສາສະໜາ, ບັນດາພັກຝ່າຍການເມືອງ, ປະຊາຊົນເຖົ້າໜຸ່ມ, ຍິງຊາຍ... ຫຼາຍລ້ານຄົນລວມໃຈເປັນໜຶ່ງ, ລຸກຂຶ້ນພ້ອມກັນປົກປັກຫັກສາປະເທດຊາດ”. ປະກາດຄຳສັ່ງລະດົມພົນທົ່ວໄປຂອງປະທານປະເທດ, ປະຊາຊົນໃນປະເທດໄດ້ກຽມພ້ອມແລະຕັດສິນໃຈທີ່ຈະລຸກຂຶ້ນຕໍ່ສູ້ເພື່ອເອກະລາດແລະເສລີພາບ ແລະ ປົກປ້ອງທຸກຕາລາງນິ້ວຂອງດິນແດນ, ຊາຍແດນຂອງປະເທດຊາດ.
ຕໍ່ໜ້າວິກິດການເສດຖະກິດ - ສັງຄົມໃນຊຸມປີຕົ້ນທົດສະວັດທີ 8 ຂອງສະຕະວັດທີ XX, ດ້ວຍຜົນກະທົບຂອງການປະຕິວັດວິທະຍາສາດ - ເຕັກນິກ, ການປ່ຽນແປງໃໝ່ໄດ້ກາຍເປັນ “ຄຳສັ່ງຊີວິດ” ຕໍ່ພັກແລະຕໍ່ຊາດ. ຜ່ານຂະບວນການຄົ້ນຄ້ວາແລະທົດລອງປະຕິບັດຕົວຈິງ ບວກກັບການປ່ຽນແປງໃໝ່ຈິນຕະນາການທິດສະດີ, ທັດສະນະແລະນະໂຍບາຍປ່ຽນແປງໃໝ່ຂອງພັກໄດ້ຄ່ອຍໆເປັນຮູບເປັນຮ່າງຂຶ້ນ ແລະຈັດຕັ້ງປະຕິບັດເປັນແຕ່ລະພາກສ່ວນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ຂອງພັກ (ປີ 1986) ເລີ່ມຕົ້ນແນວທາງການປ່ຽນແປງໃໝ່ຮອບດ້ານ “ເພື່ອປະເທດຊາດສັງຄົມນິຍົມ, ເພື່ອຄວາມສຸກຂອງປະຊາຊົນ”. ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກມີຄວາມໝາຍປະຫວັດສາດທີ່ສຳຄັນ, ຂີດໝາຍບາດລ້ຽວໃນຂະບວນການຂ້າມຜ່ານຂຶ້ນສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ກອງປະຊຸມໃຫຍ່ໄດ້ຊອກຫາທາງອອກຈາກວິກິດການເສດຖະກິດ-ສັງຄົມ ດ້ວຍການວາງແນວທາງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ, ວາງຮາກຖານໃຫ້ແກ່ການຊອກຫາເສັ້ນທາງທີ່ເໝາະສົມ ສຳລັບການກ້າວຂຶ້ນສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ແນວທາງການປ່ຽນແປງໃໝ່ແມ່ນຜະລິດຕະພັນ ແລະຈິນຕະນາການວິທະຍາສາດຂອງທົ່ວພັກແລະທົ່ວປວງຊົນ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈໃໝ່ຂອງພັກ. ແນວທາງການປ່ຽນແປງໃໝ່ໂດຍພັກໄດ້ສະຫຼຸບຂໍ້ຄິດປະດິດສ້າງຈາກະຊາຊົນ ເພື່ອລິເລີ່ມແລະນໍາພາ ແລະໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັບປະຊາຊົນ.
ທັນທີຫຼັງຈາກກອງປະຊຸມໃຫຍ່, ຫວຽດນາມໄດ້ເຂົ້າສູ່ລະດູບານໃໝ່ຂອງພາລະກິດການປ່ຽນແປງໃໝ່ທີ່ເປັ່ງປະກາຍຈິດວິນຍານຫວຽດນາມ. ຜົນສໍາເລັດເບື້ອງຕົ້ນຂອງພາລະກິດການປ່ຽນແປງໃໝ່ສ້າງພື້ນຖານອັນໝັ້ນຄົງ, ແມ່ນບັນດາເງື່ອນໄຂທີ່ ສຳຄັນຊ່ວຍໃຫ້ຊາດຫວຽດນາມຜ່ານຜ່າ “ລົມແຮງ, ຟອງຈັດ” ໃນຊຸມປີຕົ້ນທົດສະວັດທີ 9 ຂອງສະຕະວັດທີ XX, ເມື່ອສະພາບການສາກົນເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ, ຕົວແບບລັດທິສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະເອີຣົບຕາເວັນອອກ ໄດ້ພັງທະລາຍລົງ. ບົນພື້ນຖານຜົນສໍາເລັດເຫຼົ່ານັ້ນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຂອງພັກ (ປີ 1991) ໄດ້ອະນຸມັດຜ່ານໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ. ໂຄງການການເມືອງຢືນຢັນໄຊຊະນະຂອງການປະຕິວັດຫວຽດນາມ; ສະຫຼຸບບົດຮຽນປະສົບການ 5 ປະການ; ກຳນົດ 6 ລັກສະນະພິເສດ ຂອງສັງຄົມສັງຄົມນິຍົມຢູ່ຫວຽດນາມ; ວາງ 7 ທິດທາງການກໍ່ສ້າງແລະພັດທະນາປະເທດ; ພ້ອມກັນນັ້ນ, ຢືນຢັນແນວຄິດໂຮ່ຈີມິນ ພ້ອມກັນກັບລັດທິມາກ - ເລນິນ ເປັນພື້ນຖານແນວຄິດແລະເຂັມທິດທີ່ຊີ້ນຳການກະທຳຂອງພັກ. ປະເທດຊາດໄດ້ວາງແຜນເສັ້ນທາງຂ້າມຜ່ານໄປສູ່ສັງຄົມນິຍົມທີ່ສອດຄ່ອງກັບຈຸດພິເສດຂອງຫວຽດນາມ ແລະວາງມາດຕະການຕ່າງໆ ເພື່ອພາຫວຽດນາມພົ້ນອອກຈາກວິກິດການເສດຖະກິດ - ສັງຄົມ. ພາຍຫຼັງ 10 ປີແຫ່ງການປະຕິບັດການປ່ຽນແປງໃໝ່, “ຫວຽດນາມໄດ້ອອກຈາກວິກິດການເສດຖະກິດ - ສັງຄົມ. ໜ້າທີ່ທີ່ໄດ້ກໍານົດໄວ້ສຳລັບໄລຍະທໍາອິດຂອງສະໄໝຂ້າມຜ່ານແມ່ນການກະກຽມພື້ນຖານສໍາລັບການຫັນເປັນອຸດສາຫະກໍານັ້ນ ໄດ້ສໍາເລັດໂດຍພື້ນຖານແລ້ວ, ອະນຸຍາດໃຫ້ຫັນປ່ຽນໄປສູ່ໄລຍະໃໝ່ ເພື່ອຍູ້ແຮງການຫັນປະເທດເປັນອຸດສາຫະກຳທັນສະໄໝ. ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມໄດ້ຖືກກຳນົດຢ່າງຈະແຈ້ງກວ່າ”(14).
ໃນລະດູບານໃໝ່ປີ 2001 - ປີເລີ່ມຕົ້ນສະຕະວັດໃໝ່, ສັກກະຫຼາດໃໝ່, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກ (ເດືອນເມສາ 2001) ດ້ວຍຈິດໃຈ “ເສີມຂະຫຍາຍກຳລັງແຮງຂອງທົ່ວປະເທດ, ຍູ້ແຮງການຫັນປະເທດເປັນອຸດສາຫະກຳ ທັນສະໄໝ”, ກຳນົດເປົ້າໝາຍລວມຂອງການປະຕິວັດຫວຽດນາມແມ່ນ ເອກະລາດແຫ່ງຊາດຕິດແໜ້ນກັບລັດທິສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີຄວາມຍຸຕິທຳ ປະຊາທິປະໄຕ ແລະ ສີວິໄລ. ກອງປະຊຸມໃຫຍ່ຢືນຢັນການພັດທະນາພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແມ່ນຮູບແບບເສດຖະກິດທົ່ວໄປຂອງສະໄໝຂ້າມຜ່ານ. ກອງປະຊຸມປະເມີນຢ່າງເລິກເຊິ່ງ, ຄົບຖ້ວນແລະຮອບດ້ານກວ່າອີກ ກ່ຽວກັບທີ່ຕັ້ງ, ບົດບາດ ແລະ ເນື້ອໃນແນວຄິດໂຮ່ຈີມິນ; ໃຫ້ຄວາມກະຈ່າງແຈ້ງກວ່າອີກກ່ຽວກັບແນວຄິດສັງຄົມນິຍົມແລະເສັ້ນທາງໄປສູ່ສັງຄົມນິຍົມໃນຫວຽດນາມ; ເພີ່ມເຕີມແລະພັດທະນາແນວທາງການຕ່າງປະເທດຕາມທິດທາງປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ເປີດກວ້າງ, ຫັນການພົວພັນສາກົນເປັນຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບແບບ, ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ຂອງບັນດາປະເທດ, ເພື່ອສັນຕິພາບ ເອກະລາດ ແລະ ການພັດທະນາ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກໄດ້ຈັດຂຶ້ນໃນລະດູບານໃໝ່ປີ 2006, ດ້ວຍເປົ້າໝາຍ: ລະດົມແລະໃຊ້ຊັບພະຍາກອນທັງໝົດໃຫ້ເກີດປະໂຫຍດທີ່ດີ, ນຳປະເທດອອກຈາກສະພາບດ້ອຍພັດທະນາໂດຍໄວ. ບົນພື້ນຖານການສະຫຼຸບບາງບັນຫາທິດສະດີ - ພຶດຕິກຳໃນ 20 ປີແຫ່ງການປ່ຽນແປງໃໝ່, ກອງປະຊຸມໃຫຍ່ຢືນຢັນ: ປະຊາຊົນຫວຽດນາມບັນລຸຜົນສຳເລັດອັນໃຫຍ່ຫຼວງແລະມີຄວາມໝາຍປະຫວັດສາດ; ໄດ້ຖອດຖອນບົດຮຽນປະສົບການຂອງການປ່ຽນແປງໃໝ່ 5 ປະການ. ຄວາມຮູ້ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມ ມີຄວາມຈະແຈ້ງຂຶ້ນເລື້ອຍໆ; ລະບົບທັດສະນະທິດສະດີກ່ຽວກັບກິດຈະການປ່ຽນແປງໃໝ່, ກ່ຽວກັບສັງຄົມສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ ໄດ້ເປັນຮູບເປັນຮ່າງຂຶ້ນບົນບັນດາລັກສະນະພື້ນຖານ. ກອງປະຊຸມໃຫຍ່ໄດ້ຍົກໃຫ້ເຫັນ 8 ຄຸນລັກສະນະພື້ນຖານຂອງສັງຄົມສັງຄົມນິຍົມທີ່ຫວຽດນາມກໍ່ສ້າງ; 8 ທິດທາງພື້ນຖານເພື່ອກໍ່ສ້າງລັດທິສັງຄົມນິຍົມ. ກອງປະຊຸມໃຫຍ່ຢືນຢັນຄວາມຫວັງອັນແຮງກ້າ: ຍົກສູງຄວາມສາມາດນຳພາແລະກຳລັງແຮງສູ້ຮົບຂອງພັກ; ເສີມຂະຫຍາຍກຳລັງແຮງຂອງທົ່ວປະເທດ, ຍູ້ແຮງການປ່ຽນແປງໃໝ່ຢ່າງຮອບດ້ານ, ນຳຫວຽດນາມອອກຈາກສະພາບດ້ອຍພັດທະນາໂດຍໄວ.
ລະດູບານໃໝ່ປີ 2011, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກຂີດໝາຍໄລຍະໃໝ່ ໃນການພັດທະນາຄວາມຮັບຮູ້ທິດສະດີ ແລະພຶດຕິກຳການປ່ຽນແປງໃໝ່ຢູ່ຫວຽດນາມ. ບົນພື້ນຖານສະຫຼຸບ 20 ປີແຫ່ງການປະຕິບັດໂຄງການການເມືອງປີ 1991, ໂຄງການການເມືອງສະບັບເພີ່ມເຕີມ, ພັດທະນາປີ 2011 ລະບຸວ່າສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມກໍ່ສ້າງນັ້ນ ແມ່ນສັງຄົມທີ່ມີ 8 ຄຸນລັກສະນະພື້ນຖານ, ຂີດໝາຍບາດກ້າວທີ່ສຳຄັນໃນແນວທາງການປ່ຽນແປງໃໝ່ຂອງພັກ, ໃນຄວາມຮັບຮູ້ທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ກອງປະຊຸມໃຫຍ່ຄັ້ງທີ XI ຂີດໝາຍບາດກ້າວໃໝ່ໃນການປ່ຽນແປງໃໝ່ຈິນຕະນາການການພັດທະນາ, ແບບວິທີການພັດທະນາ, ການປ່ຽນຮູບແບບການເຕີບໂຕຈາກການພັດທະນາຕາມລວງກວ້າງເປັນຕົ້ນຕໍ່ ໄປສູ່ການພັດທະນາທີ່ສົມເຫດສົມຜົນລະຫວ່າງລວງກວ້າງແລະລວງເລິກ, ທັງເປີດກວ້າງຂະໜາດ, ທັງເອົາໃຈໃສ່ຍົກສູງຄຸນນະພາບ, ປະສິດທິຜົນ, ຄວາມຍືນຍົງ, ຕິດແໜ້ນການປ່ຽນແປງໃໝ່ຮູບແບບການເຕີບໂຕ ກັບການປັບໂຄງສ້າງເສດຖະກິດຄືນໃໝ່. ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ສ້າງເຄື່ອງໝາຍວ່າ ຫວຽດນາມໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ກ້າວເຂົ້າສູ່ປະຕູຂອງປະເທດທີ່ມີລາຍໄດ້ປານກາງໃນໂລກ. ຄວາມຫວັງອັນແຮງກ້າໃນການປ່ຽນແປງໃໝ່ເພື່ອພັດທະນາ ໄດ້ບັນລຸຜົນສຳເລັດເບື້ອງຕົ້ນທີ່ສຳຄັນທີ່ສຸດ.
ຄວາມຫວັງອັນແຮງກ້າໃນການພັດທະນາປະເທດໃນໄລຍະໃໝ່
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກໄດ້ຈັດຂຶ້ນໃນວັນເວລາລະດູບານໃໝ່ປີ 2016, ພາຍຫຼັງ 30 ລະດູບານໃໝ່ແຫ່ງການປ່ຽນແປງໃໝ່. ຫົວຂໍ້ຂອງກອງປະຊຸມໃຫຍ່ແມ່ນ: “ເພີ່ມທະວີການກໍ່ສ້າງພັກໃຫ້ສະອາດປອດໃສ, ໝັ້ນຄົງເຂັ້ມແຂງ; ເສີມຂະຫຍາຍກຳລັງແຮງທັງຊາດ ແລະປະຊາທິປະໄຕສັງຄົມນີຍົມ; ຍູ້ແຮງການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດ; ປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບແລະສະຖຽນລະພາບ; ສູ້ຊົນທີ່ຈະເຮັດໃຫ້ຫວຽດນາມໂດຍພື້ນຖານກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນບໍ່ນານ”. ປະເທດໃນວາລະກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ມີຫຼາຍເຄື່ອງໝາຍທີ່ສຳຄັນ: ບັນລຸຜົນສຳເລັດຫຼາຍຢ່າງທີ່ສຳຄັນ, ຮອບດ້ານພໍຄວນ, ສ້າງເຄື່ອງໝາຍທີ່ພົ້ນເດັ່ນຫຼາຍຢ່າງ. ເສດຖະກິດມະຫາພາກມີສະຖຽນລະພາບ, ການເຕີບໂຕຢູ່ໃນລະດັບຂ້ອນຂ້າງສູງ; ກຳລັງທ່າແຮງ, ຂະໜາດ ແລະ ຄວາມສາມາດແຂ່ງຂັນຂອງພື້ນຖານເສດຖະກິດໄດ້ຮັບການຍົກສູງຂຶ້ນ. ວຽກງານກໍ່ສ້າງປັບປຸງພັກ ແລະ ລະບົບການເມືອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ບັນລຸຜົນສຳເລັດໃນທາງບວກຫຼາຍຢ່າງ. ວຽກງານຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍ້ທໍ້, ການໃຊ້ຈ່າຍຟຸມເຟືອຍ ມີບາດກ້າວຫັນປ່ຽນແຂງແຮງ, ມີການບຸກທະລຸ, ຂຸ້ນຂ້ຽວເອົາເປັນເອົາຕາຍ, ມີປະສິດທິຜົນ, ນັບມື້ນັບເຂົ້າສູ່ລວງເລິກ, ຕິດແໜ້ນລະຫວ່າງ “ການສ້າງ” ແລະ “ການຕ້ານ”. ຄວາມເປັນເອກະພາບ, ການປະສົມປະສານຢ່າງກົມກຽວລະຫວ່າງພັກ, ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ຮັບການເພີ່ມທະວີ. ການເມືອງແລະສັງຄົມມີສະຖຽນລະພາບ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ມີຄວາມເດັດດ່ຽວ ໝັ້ນໜຽວໃນການຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບແລະຜືນແຜ່ງດິອັນຄົບຖ້ວນຂອງປະເທດຊາດ; ການພົວພັນການຕ່າງປະເທດແລະການເຊື່ອມໂຍງສາກົນນັບມື້ນັບກວ້າງຂວາງເລິກເຊິ່ງແລະມີປະສິດທິຜົນ; ບົດບາດຖານະແລະກຽດສັກສີຂອງປະເທດຫວຽດນາມໃນເວທີໂລກໄດ້ຮັບການຍົກສູງ. ສິ່ງທີ່ປະທັບໃຈເປັນພິເສດແມ່ນ: ຍ້ອນໄດ້ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ຄວາມດີເດັ່ນຂອງລະບອບສັງຄົມນິຍົມ, ການເຂົ້າຮ່ວມຢ່າງຄົບຊຸດແລະດຸເດືອຂອງລະບົບການເມືອງພາຍໃຕ້ການນຳພາທີ່ຖືກຕ້ອງຂອງພັກ, ຄວາມເຫັນດີເຫັນພ້ອມສະໜັບສະໜູນຂອງປະຊາຊົນ, ຫວຽດນາມຈຶ່ງຄ່ອຍໆຄວບຄຸມການລະບາດຂອງໂຄວິດ-19 ໄດ້ສຳເລັດ(15). ອາດຈະຢືນຢັນວ່າ, ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ພັກແລະປະຊາຊົນຫວຽດນາມ ໄດ້ສ້າງປະເທດຫວຽດນາມໃຫ້ຈະເລີນຮຸ່ງເຮືອງເຊິ່ງ “ບໍ່ເຄີຍມີພາລະກິດ, ທ່າແຮງ, ຖານະບົດບາດ ແລະ ກຽດສັກສີສາກົນຄືທຸກມື້ນີ້”(16).
ນັ້ນແມ່ນພື້ນຖານພຶດຕິກຳພາວະວິໄສເພື່ອເຖິງລະດູບານໃໝ່ປີ 2021, ຫວຽດນາມຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ດ້ວຍຄວາມເຊື່ອແລະຄວາມຫວັງອັນແຮງກ້າ ທີ່ຈະພັດທະນາປະເທດ, ດ້ວຍເປົ້າໝາຍລວມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນ ການສະສົມລວມປັນຍາ, ເຈດຈຳນົງ ແລະຄວາມປາຖະໜາຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ; ແມ່ນການສະຫຼຸບທິດສະດີແລະພຶດຕິກຳຢ່າງເລິກເຊິ່ງພາຍຫຼັງ 35 ປີແຫ່ງການດຳເນີນການປ່ຽນແປງໃໝ່; 30 ປີແຫ່ງການປະຕິບັດໂຄງການການເມືອງປີ 1991, 10 ປີແຫ່ງການປະຕິບັດໂຄງການການເມືອງ (ສະລັບປັບປຸງ ພັດທະນາປີ 2011), ຍຸດທະສາດພັດທະນາເສດຖະກິດ - ແລະສັງຄົມ 10 ປີ 2011 - 2020.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ເປີດໄລລະໃໝ່ ດ້ວຍຄວາມຫວັງອັນແຮງກ້າທີ່ຈະພັດທະນາປະເທດໃນລະດັບທີ່ສູງໃໝ່; ກຳນົດທິດທາງ, ບາດກ້າວການພັດທະນາປະເທດໃນອະນາຄົດ, ບໍ່ພຽງແຕ່ໃນໄລຍະ 2021 – 2025 ເທົ່ານັ້ນ ແຕ່ຍັງສຳລັບຫຼາຍທົດສະວັດໜ້າ. ເສັ້ນທາງພັດທະນາປະເທດໄດ້ຮັບການກຳນົດຢ່າງຈະແຈ້ງ: “ຮອດປີ 2025 ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳຕາມທິດທັນສະໄໝ, ລື່ນກາຍລະດັບລາຍໄດ້ປານກາງຕ່ຳ; ປີ 2030 ເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງ; ປີ 2045 ກາຍເປັນປະເທດທີ່ພັດທະນາ, ມີລາຍໄດ້ສູງ”(17). ນີ້ແມ່ນບັນດາຂີດໝາຍທີ່ສຳຄັນໃນຂະບວນການພັດທະນາຂອງພັກແລະຊາດຫວຽດນາມ, ສະແດງໃຫ້ເຫັນເຖິງວິໄສທັດແລະຄວາມຫວັງອັນແຮງກ້າໃນການພັດທະນາປະເທດ, ສະແດງໃຫ້ເຫັນເຖິງການປ່ຽນແປງໃໝ່ໃນຈິນຕະນາການຂອງພັກກ່ຽວກັບການກຳນົດເປົ້າໝາຍຕາມທິດການເຂົ້າເຖິງໃໝ່(18). ບັນດາທິດທາງເຫຼົ່ານີ້ໄດ້ຮັບການຫັນເປັນລະອຽດໃນແຕ່ລະໄລຍະໂດຍມີແຜນງານ, ບາດກ້າວສະເພາະ ພ້ອມເປົ້າໝາຍທີ່ຊັດເຈນສຳລັບຫຼັກໝາຍ 5 ປີ, 10 ປີ, ວິໄສທັດເຖິງປີ 2045, ສະແດງເຖິງຄວາມຫວັງອັນແຮງກ້າຂອງຊາດຫວຽດນາມ.
ເພື່ອປະຕິບັດບັນດາເປົ້າໝາຍ, ທິດທາງເທິງນີ້, ກອງປະຊຸມໃຫຍ່ວາງລະບົບບັນດາໜ້າທີ່, ວິທີແກ້ໄຂ ເພື່ອນຳຫວຽດນາມໄປສູ່ໄລຍະການພັດທະນາໃໝ່ດ້ວຍ 6 ຈຸດສຸມຄື: ທີໜຶ່ງ, ສືບຕໍ່ຍູ້ແຮງການກໍ່ສ້າງ ປັບປຸງພັກ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມແລະລະບົບການເມືອງໃຫ້ປອດໃສແລະໝັ້ນຄົງເຂັ້ມແຂງ. ທີສອງ, ປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຂງແຮງແລະມີປະສິດທິຜົນ, ປັບໂຄງສ້າງເສດຖະກິດຄືນໃໝ່, ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝບົນພື້ນຖານວິທະຍາສາດແລະເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະແຫຼ່ງບຸກຄະລາກອນຄຸນນະພາບສູງ; ກໍ່ສ້າງແລະປັບປຸງບູລະນະລະບຽບລະບອບການພັດທະນາເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມຢ່າງຄົບຊຸດ, ຄົບຖ້ວນ, ທັນສະໄໝ ແລະເຊື່ອມໂຍງ. ທີສາມ, ປຸກຕື່ນຈິດໃຈແລະເຈດຈຳນົງ, ຄວາມຕັດສິນໃຈທີ່ຈະພັດທະນາປະເທດທີ່ຈະເລີນຮຸ່ງເຮືອງແລະຜາສຸກ; ປະເທດຊາດທີ່ຈະເລີນຮຸ່ງເຮືອງແລະຍືນຍົງ; ເສີມຂະຫຍາຍຄຸນຄ່າວັດທະນະທຳແລະກຳລັງແຮງຂອງຄົນຫວຽດນາມໃນພາລະກິດການກໍ່ສ້າງແລະປົກປັກຮັກສາປະເທດຊາດ. ທີສີ່, ຮັກສາເອກະລາດແລະຄວາມເປັນເຈົ້າຕົນເອງຢ່າງໝັ້ນຄົງ; ເພີ່ມທະວີທ່າແຮງດ້ານການປ້ອງກັນປະເທດແລະຄວາມັ້ນຄົງ; ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດແລະການເຊື່ອມໂຍງສາກົນ; ເດັດດ່ຽວ, ໝັ້ນໜຽວໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ງດິນອັນຄົບຖ້ວນ, ເຂດທະເລ, ໝູ່ເກາະ ແລະເຂດຟ້າຂອງປະເທດໄວ້ຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບເພື່ອພັດທະນາປະເທດ. ທີຫ້າ ເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີປວງຊົນທັງຊາດ, ປະຊາທິປະໄຕສັງຄົມນິຍົມ, ສິດເປັນເຈົ້າຂອງຂອງປະຊາຊົນ; ເພີ່ມທະວີກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ. ທີຫົກ, ຄຸ້ມຄອງແລະນຳໃຊ້ທີ່ດິນ, ຊັບພະຍາກອນທຳມະຊາດ ຢ່າງແໜ້ນແຟ້ນ, ສົມເຫດສົມຜົນ ແລະມີປະສິດທິຜົນ; ເພີ່ມທະວີການປົກປ້ອງ, ປົວແປງສະພາບແວດລ້ອມໃຫ້ດີ; ເປັນເຈົ້າການ, ຕັ້ງໜ້າໃນການຜັນຂະຫຍາຍບັນດາວິທີການທີ່ຄ່ອງຕົວກັບການປ່ຽນແປງສະພາບອາກາດ. ລະດູບານໃໝ່ປີ 2021 ດ້ວຍເຫດການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງ, ກຳລັງແຮງຂອງທັງປະເທດ, ຄວາມເປັນເອກະພາບກັບຈິດໃຈຂອງປະຊາຊົນ, ຄວາມກ້າຫານ ຄວາມສາມັກຄີ ຄວາມຄິດສ້າງສັນ ຄວາມຕັດສິນໃຈທີ່ຈະບືນຕົວຂຶ້ນສ້າງສາພັດທະນາປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ; ຍູ້ແຮງພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດຍິ່ງຂຶ້ນ; ກໍ່ສ້າງແລະປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ, ປະຕິບັດເປົ້າໝາຍແລະໜ້າທີ່ທີ່ວາງໄວ້ໃຫ້ສຳເລັດຜົນ, ຍາດເອົາໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າ ສະຫງ່າງານກວ່າອີກໃນພາລະກິດການສ້າງສາແລະປົດປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ປະຊາຊົນຫວຽດນາມທັງຊາດ, ພາຍໃຕ້ການນຳພາຂອງພັກ, ຕັດສິນໃຈປະຕິບັດຄວາມຫວັງອັນແຮງກ້າໃນການສ້າງສາປະເທດຫວຽດນາມທີ່ເຂັ້ມແຂງແລະຈະເລີນຮຸ່ງເຮືອງ./.
--------------------------
(1) ເອກະສານຂອງພັກຄົບຊຸດ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2002, ເຫຼັມ 2, ໜ້າ 16.
(2), (3), (4), (5) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດສື້ເຖິດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 186, 198, 3, 534.
(6) ພັກອອກ “ປະກາດຍຸບພັກກອມມູນິດອິນດູຈີນໂດຍສະໝັັກໃຈ” ວັນທີ 11 ພະຈິກ 1945, ເນື້ອແທ້ແລ້ວແມ່ນການຖອນພັກເຂົ້າເຄື່ອນໄຫວປິດລັບຍ້ອນການປາບປາມທຳລາຍຂອງບັນດາອິດທິກຳລັງສັດຕູ.
(7), (8) ເອກະສານຂອງພັກຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ທີ 12, ໜ້າ 38, 434.
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 673.
(10), (11) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 131, 417.
(12) ບົດສະຫຼຸບເລກທີ 148-BBK/BCT, ວັນທີ 25 ພຶດສະພາ 1994, ຂອງກົມການເມືອງ, “ກ່ຽວກັບບາງບັນຫາປະຫວັດສາດຂອງພັກໃນໄລຍະ 1954 - 1975”
(13) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັມ 15, ໜ້າ 532.
(14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1996, ໜ້າ 67 - 68.
(15), (16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ ການເມືອງແຫ່ງຊາດສື້ເຖິດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 77-78, 25.
(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 112.
(18) ວິທີເຂົ້າເຖິງໃໝ່: ລະດັບການພັດທະນາ, ລະດັບເຕັກໂນໂລຊີ ແລະລາຍໄດ້ທີ່ສອດຄ່ອງກັບວິທີເຂົ້າເຖິງຂອງໂລກ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 963 (ເດືອນເມສາ 2021).