ເຄືອຂ່າຍຄວາມປອດໄພທາງສັງຄົມທີ່ມຸ່ງສູ່
ພື້ນຖານເສດຖະກິດເພື່ອປະຊາຊົນໃນຫວຽດນາມ
ພື້ນຖານເສດຖະກິດເພື່ອປະຊາຊົນໃນຫວຽດນາມ
ສະຫາຍ ຟ້າມມິງຈີ້ງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນຳແຂວງ ບັກນິງ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍທີ່ສູນປິ່ນປົ່ວບຳລຸງສຸຂະພາບໃຫ້ແກ່ທະຫານເສຍອົງຄະເມືອງທ້ວນແທ່ງ, ແຂວງ ບັກນິງ _ພາບ: TTXVN
ເຄືອຂ່າຍຄວາມປອດໄພທາງສັງຄົມ ແລະ ພື້ນຖານເສດຖະກິດເພື່ອມະນຸດ
ຕາມອົງການ Oxfam, ພື້ນຖານເສດຖະກິດຕ້ອງໄດ້ອອກແບບ ແລະ ສ້າງ ເພື່ອແນໃສ່ຕອບສະໜອງບັນດາຄວາມຕ້ອງການທີ່ແຕກຕ່າງກັນຂອງໝົດທຸກຄົນ, ພ້ອມດຽວກັນນັ້ນ, ປົກປັກຮັກສາດາວເຄາະຂອງພວກເຮົາ. ນັ້ນແມ່ນພື້ນຖານເສດຖະກິດ ເພື່ອມະນຸດ ບົນພື້ນຖານຈຸດໝາຍແມ່ນຄວາມສະເໝີພາບ, ຍຸຕິທຳ ແລະ ໝັ້ນຄົງ; ຄວາມກ້າວໜ້າຂອງສັງຄົມໄດ້ນຳເອົາຜົນປະໂຫຍດມາໃຫ້ທຸກຄົນ ເຊິ່ງບໍ່ທຳລາຍສິ່ງແວດລ້ອມ; ເຄົາລົບນັບຖືບັນດາການປະກອບສ່ວນທີ່ໄດ້ຮັບເງິນເດືອນ ແລະ ບໍ່ໄດ້ຮັບເງິນເດືອນໃນພື້ນຖານເສດຖະກິດ. ໃນພື້ນຖານເສດຖະກິດເພື່ອມະນຸດດັ່ງກ່າວ, ບັນດາລັດຖະບານຕ້ອງສ້າງນະໂຍບາຍຕ່າງໆ ທີ່ກ້າວໄປສູ່ຄວາມສະເໝີພາບ, ຍຸຕິທຳ ໃຫ້ແກ່ທຸກຄົນ, ລວມທັງແມ່ຍິງ ແລະ ເດັກນ້ອຍ. ພື້ນຖານເສດຖະກິດເພື່ອມະນຸດ ກ່ອນອື່ນໝົດຕ້ອງຮັບປະກັນຄວາມສະເໝີພາບກ່ຽວກັບກາລະໂອກາດ ແລະ ລາຍຮັບ, ມີຄວາມເອົາໃຈໃສ່ຕໍ່ສິ່ງແວດລ້ອມ ແລະ ບັນດາຄຸນຄ່າທາງສັງຄົມ(1).
ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດເພື່ອປະຊາຊົນແມ່ນ ຮັບປະກັນສິດທິໃນການປະກັນສັງຄົມທີ່ມີລາຍໄດ້ຂັ້ນຕໍ່າ ແລະຮັບປະກັນວ່າ ທຸກຄົນສາມາເຂົ້າເຖິງບໍລິການສັງຄົມຂັ້ນພື້ນໄດ້. ໃນຊີວິດຂອງແຕ່ລະຄົນ, ບໍ່ແມ່ນຍາມໃດກໍມີແຫຼ່ງລາຍໄດ້ທີ່ໝັ້ນຄົງ ເພື່ອຕອບສະໜອງຄວາມຕ້ອງການໃນການດຳລົງຊີວິດ. ເຮັດແນວໃດເພື່ອຮັບປະກັນຊີວິດ, ຕອບສະໜອງຄວາມຕ້ອງການດຳລົງຊີວິດ, ຢ່າງໜ້ອຍແມ່ນຂັ້ນຕ່ຳສຸດ, ໃນເມື່ອເຖົ້າແກ່ ອ່ອນເພຍ ຫຼືມີຄວາມສ່ຽງ? ເຄືອຂ່າຍຄວາມປອດໄພທາງສັງຄົມຖືກສ້າງຂຶ້ນ ເພື່ອຮັບປະກັນລາຍໄດ້ໃຫ້ແກ່ຜູ້ທີ່ຖືກເຄາະຮ້າຍເສຍລາຍໄດ້ ຫຼື ລາຍໄດ້ຫຼຸດລົງຍ້ອນສຸຂະພາບ, ເຖົ້າແກ່, ການຫວ່າງງານ ຫຼືເຫດຜົນອື່ນໆ.
ຕາມອົງການແຮງງານສາກົນ (ILO), “ປະກັນຄວາມປອດໄພທາງສັງຄົມແມ່ນການປ້ອງກັນທີ່ສັງຄົມມອບໃຫ້ບຸກຄົນແລະຄົວເຮືອນ ເພື່ອໃຫ້ເຂົ້າເຖິງສາທາລະນະສຸກແລະຮັບປະກັນລາຍໄດ້, ໂດຍສະເພາະໃນກໍລະນີເຖົ້າແກ່, ຫວ່າງງານ, ເຈັບປ່ວຍ, ຄວາມພິການ, ອຸປະຕິເຫດຈາກການເຮັດວຽກ, ການເກີດລູກ ຫຼືບໍ່ມີຄົນລ້ຽງດູ”(2). ເພື່ອຮັບປະກັນຕອບສະໜອງຄວາມຕ້ອງການ ຂອງບັນດາເປົ້າໝາຍປະກັນສັງຄົມທີ່ແຕກຕ່າງກັນ, ລະບົບປະກັນສັງຄົມຈຶງຖືກຈັດເປັນເຄືອຂ່າຍຄວາມປອດໄພ. ໂດຍທົ່ວໄປ ຄວາມປອດໄພທາງສັງຄົມປະກອບດ້ວຍ:
ໜຶ່ງແມ່ນ, ລະບົບການຊ່ວຍເຫຼືອແກ້ໄຂວຽກເຮັດງານທຳ.
ສອງແມ່ນ, ລະບົບປະກັນສັງຄົມ.
ສາມແມ່ນ, ລະບົບການຊ່ວຍເຫຼືອທາງສັງຄົມ.
ສີ່ແມ່ນ, ລະບົບການຮັບປະກັນບໍລິການສັງຄົມຂັ້ນພື້ນຖານ.
ບັນດາພາກສ່ວນໃນເຄືອຂ່າຍຄວາມປອດໄພທາງສັງຄົມມີສາຍພົວພັນ, ກະທົບເຊິ່ງກັນແລະກັນ ແລະ ພ້ອມກັນກ້າວໄປສູ່ການປະຕິບັດພາລະບົດບາດຂອງເຄືອຂ່າຍຄວາມປອດໄພທາງສັງຄົມ ແມ່ນສະກັດກັ້ນຄວາມສ່ຽງ, ປົກປ້ອງປະຊາຊົນ ແລະ ຊຸກຍູ້ການພັດທະນາ. ສະນັ້ນ, ເຄືອຂ່າຍຄວາມປອດໄພທາງສັງຄົມແມ່ນລະບົບໜຶ່ງທີ່ກ້າວໄປສູ່ການສ້າງພື້ນຖານເສດຖະກິດເພື່ອມະນຸດ ໂດຍຜ່ານການຮັບປະກັນລາຍໄດ້ ແລະ ການເຂົ້າເຖິງບໍລິການສັງຄົມຂັ້ນພື້ນຖານໃຫ້ແກ່ປະຊາຊົນທຸກຄົນ, ພິເສດ, ສຸມໃສ່ການຊ່ວຍເຫຼືອກຸ່ມເປົ້າໝາຍທີ່ເສຍປຽບໃນສັງຄົມ ນັ້ນແມ່ນຜູ້ເຖົ້າຜູ້ແກ່, ຄົນພິການ, ແມ່ຍິງ, ເດັກນ້ອຍ ແລະ ຜູ້ທຸກຍາກ. ການສ້າງເຄືອຂ່າຍຄວາມປອດໄພທາງສັງຄົມທີ່ປົກຫຸ້ມປະຊາກອນທັງໝົດ ເພື່ອຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງ ແລະ ຊົມໃຊ້ການປະກັນສັງຄົມ ແມ່ນຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດເພື່ອປະຊາຊົນ.ຜູ້ເຂົ້າຮ່ວມປະກັນສັງຄົມໄດ້ຮັບຜົນປະໂຫຍດດ້ານການກວດສຸຂະພາບ ແລະການປິ່ນປົວຄຸນນະພາບສູງ ຢູ່ໂຮງໝໍເມືອງ ເກີ້ມເຄ, ແຂວງ ຝູທໍ້ _ພາບ: TTXVN)
ຜົນການກໍ່ສ້າງ ແລະ ປະຕິບັດເຄືອຂ່າຍຄວາມປອດໄພທາງສັງຄົມຢູ່ຫວຽດນາມ
ມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 11 ເລກທີ 15-NQ/TW, ລົງວັນທີ 1 ມິຖຸນາ 2012, “ວ່າດ້ວຍບັນຫາຈຳນວນໜຶ່ງກ່ຽວກັບນະໂຍບາຍສັງຄົມໄລຍະ 2012 - 2020”, ໄດ້ສ້າງຄວາມຕັດສິນໃຈພັດທະນາລະບົບຄວາມປອດໄພທາງສັງຄົມຂອງຫວຽດນາມ ໃຫ້ສອດຄ່ອງກັບປະເທດທີ່ມີລາຍໄດ້ປານກາງ ແລະກັບບັນດາມາດຕະຖານສາກົນ, ຮັບປະກັນສິດທິມະນຸດຂັ້ນພື້ນຖານທີ່ດີຂຶ້ນ. ຫຼັງຈາກນັ້ນ, ໃນກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 12, ພັກກອມມູນິດຫວຽດນາມໄດ້ຊີ້ແຈ້ງທິດທາງ ແລະ ວິທີການແກ້ໄຂການປະຕິຮູບນະໂຍບາຍປະກັນສັງຄົມໃນມະຕິເລກທີ 28-NQ/TW, ລົງວັນທີ 23 ພຶດສະພາ 2018, “ວ່າດ້ວຍການປະຕິຮູບນະໂຍບາຍປະກັນສັງຄົມ”. ມະຕິໄດ້ຊີ້ແຈ້ງບັນດາເນື້ອໃນການປະຕິຮູບປະກອບດ້ວຍ: 1- ສ້າງລະບົບປະກັນສັງຄົມທີ່ມີຫຼາຍຊັ້ນ ປະກອບມີ 3 ຊັ້ນ ເຊັ່ນ: ຊັ້ນທີໜຶ່ງແມ່ນເງິນອຸດໜູນ ບຳນານທາງສັງຄົມໃຫ້ຜູ້ອາຍຸສູງທີ່ບໍ່ມີເບ້ຍບຳນານ ຫຼື ປະກັນສັງຄົມປະຈຳເດືອນ. ຊັ້ນທີສອງແມ່ນປະກັນສັງຄົມຂັ້ນພື້ນຖານ, ປະກອບມີປະກັນສັງຄົມແບບບັງຄັບ ແລະ ສະໝັກໃຈ ໂດຍອີງໃສ່ການປະກອບສ່ວນຂອງຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ. ຊັ້ນທີສາມແມ່ນປະກັນສັງຄົມຮັບເບ້ຍບຳນານເພີ່ມເຕີມ ຕາມຫຼັກການຕະຫຼາດ ເພື່ອໃຫ້ຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານມີທາງເລືອກເພີ່ມ ກ່ຽວກັບການປະກອບສ່ວນ ແນໃສ່ຊົມໃຊ້ລະດັບເບ້ຍບຳນານທີ່ສູງກ່ວາ; 2- ປັບໄລຍະເວລາຂັ້ນຕ່ຳໃນການເຂົ້າຮ່ວມປະກັນສັງຄົມເພື່ອຊົມໃຊ້ເບ້ຍບຳນານ ຕາມທິດມີຄວາມໄຫວພິບ, ປັບວິທີຄິດໄລ່ເງິນບໍານານຕາມຫຼັກການປະກອບສ່ວນ - ຊົມໃຊ້, ມີຄວາມຍຸຕິທໍາ, ສະເຫມີພາບ, ການແບ່ງປັນ ແລະຄວາມຍືນຍົງ. ເປີດກ້ວາງເປົ້າໝາຍເຂົ້າຮ່ວມປະກັນສັງຄົມແບບບັງຄັບ. ເພີ່ມທະວີການຮ່ວມສຳພັນ, ຊ່ວຍເຫຼືອລະຫວ່າງບັນດານະໂຍບາຍປະກັນສັງຄົມ ກໍຄືລັກສະນະໄຫວພິບຂອງນະໂຍບາຍ ເພື່ອແນໃສ່ບັນລຸໄດ້ຈຸດໝາຍເປີດກ້ວາງການປະກັນສັງຄົມ. ເພີ່ມຈຳນວນແຮງງານເຂົ້າຮ່ວມປະກັນສັງຄົມໃນຂົງເຂດທີ່ບໍ່ແມ່ນທາງການ. ປັບປຸງຂໍ້ກຳນົດວ່າດ້ວຍລະດັບການປະກອບສ່ວນ, ບ່ອນອີງໃນການປະກອບສ່ວນ ເພື່ອບັນລຸໄດ້ຈຸດໝາຍເປີດກ້ວາງເປົ້າໝາຍທີ່ກວມໄປເຖິງຂອງປະກັນສັງຄົມ; 3- ປະຕິຮູບໃນການສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແນໃສ່ປັບປຸງຄວາມເຊື່ອໝັ້ນ, ເພີ່ມລະດັບຄວາມພາກພູມໃຈຂອງຜູ້ເຂົ້າຮ່ວມລະບົບປະກັນສັງຄົມ; 4- ປະຕິບັດການປັບເພີ່ມອາຍຸບຳນານຕາມແຜນງານ. ແກ້ໄຂຄວາມບໍ່ສົມເຫດສົມຜົນຂອງລະບອບປະກັນບໍານານຕາມທິດທາງຂອງເງື່ອນໄຂຊົມໃຊ້ທີ່ຍືດຫຍຸ່ນ, ກົດລະບຽບທີ່ເຂັ້ມງວດກວ່າອີກໃນການຊົມໃຊ້ລະບອບປະກັນໄພສັງຄົມແບບເໝົາຈ່າຍ, ເພີ່ມອາຍຸບໍານານໂດຍສະເລ່ຍທີ່ແທ້ຈິງຂອງພະນັກງານ. ປັບອັດຕາການສະສົມ ເພື່ອໃຫ້ໄດ້ອັດຕາຜົນປະໂຫຍດບຳນານສູງສຸດທີ່ເໝາະສົມຕາມຫຼັກປະຕິບັດສາກົນ. ປັບເງິນບຳນານໃຫ້ມີຄວາມເອກະລາດພໍສົມຄວນ ໃນການພົວພັນກັບເງິນເດືອນຂອງຜູ້ທີ່ກຳລັງເຮັດວຽກ, ປ່ຽນວິທີປັບເງິນບຳນານໃນທິດທາງການແບ່ງປັນ; 5- ເປີດຄວາມຫຼາກຫຼາຍຂອງປະເພດການລົງທຶນ ແລະ ໂຄງສ້າງການລົງທຶນ ຂອງກອງທຶນປະກັນສັງຄົມ ຕາມຫຼັກຄວາມປອດໄພ, ຄວາມຍືນຍົງ ແລະ ມີປະສິດທິຜົນ.
ໂດຍຫັນແນວທາງ ແຜນນະໂຍບາຍຂອງພັກເປັນອັນລະອຽດ, ລັດແຫ່ງ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໄດ້ສ້າງລະບົບກົດໝາຍ ແລະ ປະກາດໃຊ້ກົນໄກ, ນະໂຍບາຍຫຼາຍສະບັບ ແນໃສ່ຮັບປະກັນຄວາມປອດໄພທາງສັງຄົມໃຫ້ແກ່ປະຊາຊົນນັບມື້ນັບດີຂຶ້ນ, ໃນນັ້ນ ມີບັນດາກົດໝາຍ ນະໂຍບາຍລວມ ກ່ຽວກັບຄວາມປອດໄພທາງສັງຄົມ ກໍຄືບັນດາກົດໝາຍ ນະໂຍບາຍສະເພາະສຳລັບແຕ່ລະເສົາຄ້ຳ, ແຕ່ລະເນື້ອໃນຂອງຄວາມປອດໄພທາງສັງຄົມລະອຽດ. ບົນພື້ນຖານດັ່ງກ່າວ, ລັດໄດ້ກຳນົດເຄືອຂ່າຍຄວາມປອດໄພທາງສັງຄົມຂອງຫວຽດນາມ ປະກອບມີ 4 ເສົາຄ້ຳຫຼັກຄື: ວຽກເຮັດງານທຳ, ປະກັນສັງຄົມ, ການຊ່ວຍເຫຼືອທາງສັງຄົມ ແລະ ບັນດາບໍລິການສັງຄົມຂັ້ນພື້ນຖານ.ເຄືອຂ່າຍຄວາມປອດໄພທາງສັງຄົມປະກອບສ່ວນເຂົ້າໃນການຊ່ວຍເຫຼືອວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກ, ຊ່ວຍຜູ້ອອກແຮງງານຮັບປະກັນພາຫະນະຄອງຊີບ ແລະ ລາຍໄດ້ຢ່າງຫຼວງຫຼາຍ _ພາບ: ເອກະສານ
ເບິ່ງໃນແງ່ເປົ້າໝາຍທີ່ກວມໄປເຖິງ ແລະ ລະດັບການຊົມໃຊ້ສະຫວັດດີການສັງຄົມ, ເຄືອຂ່າຍຄວາມປອດໄພທາງສັງຄົມຂອງຫວຽດນາມໃນປະຈຸບັນ ແມ່ນລະບົບ ຄວາມປອດໄພທາງສັງຄົມທີ່ມີຫຼາຍຊັ້ນ, ຄ້າຍຄືກັນກັບຮູບແບບລະບົບຄວາມປອດໄພທາງສັງຄົມຂອງ ILO. ໃນນັ້ນ, ໃນຊັ້ນທີໜຶ່ງ, ລັດຮັບປະກັນຄວາມປອດໄພຂັ້ນຕ່ຳສຸດໃຫ້ແກ່ປະຊາຊົນ ໂດຍຜ່ານການອຸດໜູນທາງສັງຄົມ, ຫຼຸດຜ່ອນຄວາມທຸກຍາກ ແລະ ສະໜອງບັນດາບໍລິການສັງຄົມຂັ້ນພື້ນຖານ. ຮູບແບບຄວາມປອດໄພທາງສັງຄົມຂອງຫວຽດນາມໄດ້ກ້າວໄປສູ່ການຮັບປະກັນໃຫ້ປະຊາຊົນມີມາດຕະຖານການຄອງຊີບຂັ້ນຕ່ຳ, ພິເສດ ມີຄວາມເອົາໃຈໃສ່ຕໍ່ບັນດາກຸ່ມຄົນທີ່ເສຍປຽບ ເຊັ່ນ: ເດັກນ້ອຍ, ຜູ້ເຖົ້າຜູ້ແກ່, ຄົນພິການ, ແມ່ຍິງ, ຜູ້ທຸກຍາກ, ປະຊາຊົນຊົນເຜົ່າສ່ວນໜ້ອຍ. ແຕ່ວ່າ ຍ້ອນເງື່ອນໄຂການພັດທະນາເສດຖະກິດ ແລະ ຄວາມສາມາດທາງດ້ານງົບປະມານ, ດັ່ງນັ້ນ ການຮັບປະກັນລະດັບການດຳລົງຊີວິດຂັ້ນຕ່ຳນັ້ນ ຍັງພົບຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ. ບົນພື້ນຖານແຜນນະໂຍບາຍໝູນໃຊ້ຮູບແບບລະບົບຄວາມປອດໄພທາງສັງຄົມທີ່ມີຫຼາຍຊັ້ນ ດ້ວຍເບ້ຍບຳນານທາງສັງຄົມຢູ່ຊັ້ນທີ່ໜຶ່ງ ທີ່ນຳສະເໜີໂດຍພັກກອມມູນິດຫວຽດນາມ ໃນມະຕິກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 12, ຫວຽດນາມຕັ້ງເປົ້າປະກັນສັງຄົມຂັ້ນສຳລັບຜູ້ສູງອາຍຸທີ່ບໍ່ມີເງິນບຳນານ ຫຼືລາຍໄດ້ອື່ນ. ຢູ່ຊັ້ນທີສອງ ແມ່ນຄວາມປອດໄພທາງສັງຄົມທີ່ອີງໃສ່ການປະກັນສັງຄົມຕາມກົນໄກປະກອບສ່ວນ - ຊົມໃຊ້, ແບ່ງປັນ. ຜູ້ອອກແຮງງານທີ່ຈ່າຍເບ້ຍປະກັນໄພສັງຄົມຢູ່ໃນໄວເຮັດວຽກ ແລະ ມີສິດທິໄດ້ຮັບການປະກັນສັງຄົມໃນກໍລະນີເຈັບປ່ວຍ, ຕິດພະຍາດ, ອຸປະຕິເຫດ ຫຼື ເກີດລູກ. ເມື່ອພວກເຂົາເຖົ້າແກ່, ພວກເຂົາມີສິດທິໄດ້ຮັບເງິນບຳນານແລະເມື່ອຕາຍ ພວກເຂົາມີສິດທິໄດ້ຮັບລະບອບຂອງຜູ້ເສຍຊີວິດ. ນອກຈາກນີ້, ຍັງມີການປະກັນສັງຄົມເພີ່ມເຕີມໃນຊັ້ນທີສາມ ສຳລັບຜູ້ທີ່ຕ້ອງການຄວາມຄຸ້ມຄອງໃນລະດັບທີ່ສູງຂຶ້ນ.
ໃນຊຸມປີຜ່ານມາ, ເຄືອຂ່າຍຄວາມປອດໄພທາງສັງຄົມຂອງຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການຮັບປະກັນຄວາມປອດໄພທາງສັງຄົມ, ສ້າງພື້ນຖານເສດຖະກິດເພື່ອປະຊາຊົນຢູ່ຫວຽດນາມ. ລະອຽດຄື:
ທີໜຶ່ງ, ເຄືອຂ່າຍຄວາມປອດໄພທາງສັງຄົມໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ຮັບປະກັນວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກ. ຈາກນັ້ນ, ຜູ້ອອກແຮງງານຫຼາຍຄົນໄດ້ມີວຽກເຮັດງານທຳ, ຮັບປະກັນພາຫະນະຄອງຊີບ ແລະ ລາຍໄດ້. ອັດຕາຄອບຄົວທຸກຍາກຢູ່ຫວຽດນາມໄດ້ຫຼຸດລົງຢ່າງວ່ອງໄວ. ອັດຕາຄອບຄົວທຸກຍາກໂດຍໝູນໃຊ້ການເຂົ້າເຖິງມາດຕະຖານຄວາມທຸກຍາກຕາມຫຼາຍທິດ ໄດ້ຫຼຸດລົງຈາກ 9,9% ໃນປີ 2016 ເປັນ 4,8% ໃນປີ 2020.
ທີສອງ, ເປົ້າໝາຍທີ່ກວມໄປເຖິງຂອງປະກັນສັງຄົມໄດ້ເພີ່ມຂຶ້ນ, ຮັບປະກັນສິດຜົນປະໂຫຍດຂອງຜູ້ເຂົ້າຮ່ວມປະກັນສັງຄົມໄດ້ດີກ່ວາເກົ່າ, ໃນນັ້ນ, ໄດ້ຍົກສູງສິດ ຜົນປະໂຫຍດໃຫ້ແກ່ແມ່ຍິງເກີດລູກ, ຜູ້ອອກແຮງງານຖືກເຈັບປ່ວຍ, ຫວ່າງງານເປັນພິເສດ. ຈຳນວນຄົນເຂົ້າຮ່ວມປະກັນສັງຄົມເພີ່ມຂຶ້ນຈາກ 13,056 ລ້ານຄົນ (ປີ 2016)ເປັນ 16,101 ລ້ານຄົນ (ປີ 2020).
ທີສາມ, ການຊ່ວຍເຫຼືອທາງສັງຄົມໄດ້ຮັບຄວາມເອົາໃຈໃສ່, ປະກອບສ່ວນຮັບປະກັນຊີວິດຂອງຜູ້ສູງອາຍຸ, ຄົນພິການ, ຜູ້ຖືກຜົນກະທົບຈາກໄພທຳມະຊາດ ແລະ ອື່ນໆ. ການຊ່ວຍເຫຼືອທາງສັງຄົມໄດ້ຫັນເປັນສັງຄົມເທື່ອລະກ້າວ, ໄດ້ດຶງດູດການເຂົ້າຮ່ວມຂອງວົງຄະນະຍາດສັງຄົມ ແລະ ວິສາຫະກິດ ດ້ວຍຄວາມສະໝັກໃຈ. ຈົນຮອດປະຈຸບັນ, ນະໂຍບາຍການຊ່ວຍເຫຼືອທາງສັງຄົມ ໄດ້ກວມເອົາບັນດາກຸ່ມເປົ້າໝາຍເກືອບທັງໝົດໃນທຸກໄວອາຍຸ; 3% ຂອງປະຊາກອນແລະ 100% ຂອງຜູ້ຮັບຜົນປະໂຫຍດຈາກການຄຸ້ມຄອງທາງສັງຄົມ ມີສິດໄດ້ຮັບເງິນຊ່ວຍເຫຼືອທາງສັງຄົມລາຍເດືອນເປັນປະຈຳ; ຮັບປະກັນວ່າ 100% ຂອງຜູ້ເສຍຫາຍຈາກໄພທຳມະຊາດ ອຸທົກກະໄພ, ຄວາມຂາດເຂີນອຶດຫີວ ແລະ ໂລກລະບາດ ໄດ້ຮັບການຊ່ວຍເຫຼືອຢ່າງທັນການ.
ທີສີ່, ການບໍລິການສັງຄົມຂັ້ນພື້ນຖານໄດ້ຮັບຄວາມເອົາໃຈໃສ່ ແລະ ນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ. ເປີດກ້ວາງການເຂົ້າເຖິງບັນດາບໍລິການສັງຄົມຂັ້ນພື້ນຖານ ເຊັ່ນ: ການສຶກສາ, ສາທາລະນະສຸກ, ນ້ຳປະປາ ແລະ ອື່ນໆ. ຍ້ອນຄວາມຕັ້ງໜ້າພະຍາຍາມດັ່ງກ່າວ, ຫວຽດນາມໄດ້ເປັນປະເທດທີ່ມີດັດຊະນີການພັດທະນາມະນຸດ (HDI) ສູງ; ການຫຼຸດຜ່ອນຄວາມທຸກຍາກເວົ້າລວມ ແລະ ຄວາມທຸກຍາກຫຼາຍມິຕິໂດຍສະເພາະ ໄດ້ບັນລຸຜົນທີ່ໜ້າປະທັບໃຈ; ການປະກັນສຸຂະພາບໄດ້ກວມເອົາຫຼາຍກວ່າ 80% ຂອງປະຊາກອນ.
ຂໍ້ຈຳກັດບາງປະການຂອງເຄືອຂ່າຍຄວາມປອດໄພທາງສັງຄົມໃນປະຈຸບັນຂອງ ຫວຽດນາມ ຕ້ອງໄດ້ຮັບການແກ້ໄຂໃນໄລຍະຈະມາເຖິງ:
ທີໜຶ່ງ, ການຄຸ້ມຄອງທີ່ແທ້ຈິງຂອງເຄືອຂ່າຍຄວາມປອດໄພທາງສັງຄົມຍັງແຄບ. ເຖິງແມ່ນວ່າ ມີເປົ້າໝາຍທີ່ຈະຮັບປະກັນຄວາມປອດໄພທາງສັງຄົມໃຫ້ກັບປະຊາກອນທັງໝົດ ແຕ່ໃນຄວາມເປັນຈິງ ເຄືອຂ່າຍຄວາມປອດໄພທາງສັງຄົມຫວຽດນາມ ໄດ້ຄວບຄຸມພຽງສ່ວນໜຶ່ງຂອງປະຊາກອນເທົ່ານັ້ນ. ສິ່ງດັ່ງກ່າວ ສະແດງອອກໃນຂະໜາດຕ່ຳຂອງການປະກັາສັງຄົມ ເຖິງວ່າຈະມີການປັບປຸງໃຫ້ດີຂຶ້ນ ໃນຊຸມປີທີ່ຜ່ານມາ. ດ້ານໜຶ່ງ, ອັດຕາຄວາມຄຸ້ມຄອງປະກັນສັງຄົມມີພຽງກ່ວາ 30% ຂອງກຳລັງແຮງງານ. ອັດຕາການເຂົ້າຮ່ວມປະກັນການຫວ່າງງານຍັງຂ້ອນຂ້າງຕໍ່າ; ອີກດ້ານໜຶ່ງ, ຈໍານວນຄົນເຂົ້າຮ່ວມປະກັນສັງຄົມໂດຍສະໝັກໃຈ ກວມເອົາພຽງໜ້ອຍໜຶ່ງຂອງຈຳນວນແຮງງານທັງໝົດເຂົ້າຮ່ວມໃນປະກັນສັງຄົມ. ພາຍຫຼັງ 10 ກ່ວາປີແຫ່ງການຜັນຂະຫຍາຍນະໂຍບາຍປະກັນສັງຄົມໂດຍສະໝັກໃຈ (ຕັ້ງແຕ່ປີ 2008 ຈົນຮອດປະຈຸບັນ), ມີຜູ້ເຂົ້າຮ່ວມພຽງ 3 ແສນຄົນເທົ່ານັ້ນ. ໃນຂະນະດຽວກັນ, ຂົງເຂດບໍ່ເປັນທາງການໃນປະຈຸບັນນີ້ກຳມະກອນປະມານ 40 ລ້ານຄົນ.
ເງິນອຸດໜູນທາງສັງຄົມພຽງແຕ່ກວມເອົາສ່ວນໜຶ່ງຂອງຜູ້ທີ່ຕ້ອງການການຊ່ວຍເຫຼືອເທົ່ານັ້ນ. ການປະກັນສັງຄົມພຽງກວມເອົາຜູ້ທຸກຍາກ, ຄົນພິການທີ່ບໍ່ມີບ່ອນເພິ່ງພາອາໄສ, ບໍ່ສາມາດດູແລຕົນເອງ ແລະ ຜູ້ເຖົ້າທີ່ມີອາຍຸເກີນ 80 ປີເປັນຕົ້ນຕໍ; ຜູ້ອອກແຮງງານໃນຂົງເຂດເສດຖະກິດເປັນທາງການທີ່ເຂົ້າຮ່ວມການປະກັນສັງຄົມ. ສິ່ງດັ່ງກ່າວໝາຍຄວາມວ່າ ແຮງງານສ່ວນໃຫຍ່ບໍ່ໄດ້ເຂົ້າຮ່ວມການປະກັນສັງຄົມ ແລະ ບໍ່ໄດ້ຮັບຜົນປະໂຫຍດຈາກການປະກັນໄພສັງຄົມ, ໃນປະຈຸບັນແລະອະນາຄົດ ເມື່ອຮອດອາຍຸບໍານານ. ນອກຈາກນີ້, ຜູ້ສູງອາຍຸສ່ວນໃຫຍ່ຢູ່ໃນໄວກະສຽນ ແຕ່ບໍ່ມີປະກັນສັງຄົມ ແລະ ບໍ່ໄດ້ຮັບການຊ່ວຍເຫຼືອທາງສັງຄົມ. ການຊ່ວຍເຫຼືອສັງຄົມຕໍ່ຄົນພິການ ແລະ ເດັກກໍາພ້າທີ່ບໍ່ມີບ່ອນເພິ່ງພາອາໄສ ແມ່ນຍັງຈໍາກັດ. ຜູ້ທີ່ມີຄວາມສ່ຽງສູງຕໍ່ຄວາມທຸກຍາກແລະໃກ້ຈະທຸກຍາກ ກໍຍັງບໍ່ໄດ້ຮັບການຊ່ວຍເຫຼືອຫຼາຍ.
ທີສອງ, ຮູບແບບການປະກັນຄວາມປອດໄພທາງສັງຄົມໃນປະຈຸບັນມີຄວາມສ່ຽງທີ່ຈະບໍ່ໝັ້ນຄົງຍືນຍົງ ໃນສະພາບທີ່ປະຊາກອນສູງອາຍຸ. ຖ້າໃນປີ 1996 ມີ 217 ຄົນຈ່າຍປະກັນສັງຄົມໃຫ້ກັບຜູ້ຮັບບໍານານຄົນໜຶ່ງ, ຮອດປີ 2011 ມີພຽງ 10 ຄົນເທົ່ານັ້ນທີ່ຈ່າຍປະກັນສັງຄົມໃຫ້ຜູ້ບໍານານຄົນໜຶ່ງ. ຄວາມແຕກຕ່າງລະຫວ່າງລາຍຮັບ ແລະ ລາຍຈ່າຍຂອງກອງທຶນປະກັນສັງຄົມໄດ້ຫຼຸດລົງຢ່າງວາ. ດ້ວຍອັດຕາການເຕີບໂຕຂອງການໃຊ້ຈ່າຍປະກັນສັງຄົມໃນປະຈຸບັນ, ຫາກບໍ່ມີການອອກແບບຮູບແບບໃໝ່, ການໃຊ້ຈ່າຍປະກັນສັງຄົມຈະເກີນລາຍໄດ້ໃນບໍ່ນານອີກ, ນຳໄປສູ່ຄວາມສ່ຽງໃນການຫົດຕົວຂອງກອງທຶນປະກັນສັງຄົມ. ໃນຂະນະນັ້ນ, ສະພາບພາບການຂໍໄດ້ຮັບປະກັນສັງຄົມແບບຄັ້ງດຽວມີທ່າອ່ຽງເພີ່ມຂຶ້ນໃນໝູ່ຜູ້ອອກແຮງງານ, ພິເສດແມ່ນແຮງງານໃນວິສາຫະກິດ ໃນບັນດາເຂດອຸດສາຫະກຳ, ສົ່ງຜົນກະທົບຕໍ່ກອງທຶນປະກັນສັງຄົມ ແລະ ໃນຂະນະດຽວກັນກໍ່ເພີ່ມຈຳນວນຜູ້ບໍ່ມີປະກັນສັງຄົມເມື່ອເຖິງໄວກະສຽນ. ແຫຼ່ງເງິນທຶນເພື່ອດຳເນີນການປະກັນສຸຂະພາບຂຶ້ນກັບງົບປະມານຂອງລັດຫຼາຍເກີນໄປ.
ຄວາມຕ້ອງການປະກັນສັງຄົມໄດ້ເພີ່ມຂຶ້ນຢ່າງວ່ອງໄວ ເນື່ອງຈາກປະຊາກອນສູງອາຍຸ, ເນື່ອງຈາກຄວາມຮັບຮູ້ກ່ຽວກັບການປະກັນສັງຄົມນັບມື້ນັບສູງຂຶ້ນ; ການຂະຫຍາຍເປົ້າໝາຍສະໜັບສະໜູນທາງສັງຄົມ, ບຳເນັດບຳນານສັງຄົມ… ສ້າງແຮງກົດດັນອັນໃຫຍ່ຫຼວງຕໍ່ງົບປະມານຂອງລັດ ເຊິ່ງເປັນແຫຼ່ງເງິນທຶນຕົ້ນຕໍສຳລັບການຊ່ວຍເຫຼືອທາງສັງຄົມ (ແລະປະກັນສັງຄົມບາງສ່ວນ).
ທີສາມ, ລະດັບການສະໜັບສະໜູນການປະກັນສັງຄົມ ໃນຮູບແບບການຮັບປະກັນຄວາມປອດໄພໃນປະຈຸບັນ ຍັງຢູ່ໃນລະດັບຕ່ຳ ແລະ ປະຊາກອນບາງສ່ວນຍັງບໍ່ໄດ້ຮັບການຮັບຮອງມາດຕະຖານການຄອງຊີບຂັ້ນຕ່ຳ. ການໃຊ້ຈ່າຍປະກັນສັງຄົມຈາກງົບປະມານສູນກາງກວມເອົາອັດຕາສ່ວນໜ້ອຍໜຶ່ງ ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP - ຈີດີພີ) ແລະ ລາຍຈ່າຍງົບປະມານທັງໝົດຂອງລັດ. ໄລຍະປີ 2012 - 2018, ລາຍຈ່າຍເພື່ອຮັບປະກັນຄວາມປອດໄພທາງສັງຄົມກວມເອົາ 2,44% ຂອງຈີດີພີ ແລະ 8,66% ຂອງລາຍຈ່າຍງົບປະມານທັງໝົດຂອງລັດ.
ປະສິດທິຜົນການນຳໃຊ້ແຫຼ່ງກຳລັງໃຫ້ແກ່ການຮັບປະກັນຄວາມປອດໄພທາງສັງຄົມຍັງຕ່ຳ ຍ້ອນແຫຼ່ງກຳລັງຍັງມີໜ້ອຍ, ແຕ່ລົງທຶນຊ້ຳພັດກະແຈກກະຈາຍໃຫ້ຫຼາຍໂຄງການ ແຜນງານ, ນະໂຍບາຍ. ການຄຸ້ມຄອງ, ຕິດຕາມກວດກາຂະບວນການຈັດສັນແລະນຳໃຊ້ຊັບພະຍາກອນຍັງຫຼວມແຫຼວ ບໍ່ເຂັ້ມງວດ, ພາໃຫ້ເກີດການສູນເສຍແລະສິ້ນເປືອງຫຼາຍ, ສົ່ງຜົນເສຍຕໍ່ປະສິດທິຜົນຂອງການປະຕິບັດນະໂຍບາຍ.
ທິດທາງປັບປຸງບູລະນະເຄືອຂ່າຍຄວາມປອດໄພທາງສັງຄົມ
ກ້າວໄປສູ່ພື້ນຖານເສດຖະກິດເພື່ອປະຊາຊົນ ຢູ່ຫວຽດນາມ
ເພື່ອສືບຕໍ່ປັບປຸງບູລະນະເຄືອຂ່າຍຄວາມປອດໄພທາງສັງຄົມຢູ່ຫວຽດນາມ ກ້າວໄປສູ່ພື້ນຖານເສດຖະກິດເພື່ອປະຊາຊົນ, ຕ້ອງສ້າງເຄືອຂ່າຍຄວາມປອດໄພທາງສັງຄົມທີ່ມີຫຼາຍຊັ້ນ ບົນພື້ນຖານຮູບແບບຊັ້ນປະກັນສັງຄົມຂອງ ILO.
ໃນຊັ້ນທີໜຶ່ງ ແມ່ນປະກັນສັງຄົມຂັ້ນພື້ນຖານ ເຊິ່ງໃຫ້ການຮັກສາຄວາມປອດໄພຂັ້ນພື້ນຖານ, ຮັບປະກັນຄວາມໝັ້ນຄົງດ້ານລາຍໄດ້ ແລະ ເງື່ອນໄຂດຳລົງຊີວິດຂັ້ນພື້ນຖານ ໃຫ້ແກ່ປະຊາຊົນ. ການຮັບປະກັນຄວາມປອດໄພທາງສັງຄົມ ຖືກຖືເປັນສິດທິມະນຸດພື້ນຖານ ແລະ ໃນຊັ້ນທີໜຶ່ງຂອງຮູບແບບຄວາມປອດໄພທາງສັງຄົມມີໜ້າທີ່ຮັບປະກັນຄວາມປອດໄພຂອງປະຊາຊົນທຸກຄົນໃນລະດັບພື້ນຖານ. ໃນຄວາມເປັນຈິງ, ຊັ້ນທີໜຶ່ງຮັບປະກັນຄວາມປອດໄພຂັ້ນພື້ນຖານ ຕໍ່ປະຊາກອນກຸ່ມບອບບາງ ລວມທັງເດັກ, ຜູ້ສູງອາຍຸ, ຜູ້ພິການທີ່ບໍ່ມີລາຍໄດ້, ຜູ້ທຸກຍາກ ແລະ ຜູ້ຫວ່າງງານຫຼືຂາດວຽກເຮັດງານທຳ, ບໍ່ສາມາດປະກັນສັງຄົມດ້ວຍຕົນເອງໄດ້. ການປະກັນສັງຄົມຂັ້ນພື້ນຖານຮັບປະກັນໃຫ້ຄົນເຫຼົ່ານີ້ສາມາດເຂົ້າເຖິງບໍລິການສະຫວັດດີການຂັ້ນພື້ນຖານໄດ້, ເຖິງວ່າພວກເຂົາອາດຈະບໍ່ສາມາດປະກອບເງິນກໍຕາມ.
ໃນເຄືອຂ່າຍຄວາມປອດໄພທາງສັງຄົມ, ຊັ້ນປະກັນສັງຄົມຂັ້ນພື້ນຖານປະກອບມີ 4 ພາກສ່ວນຄື:
ທີໜຶ່ງ, ການເບິ່ງແຍງສຸຂະພາບປະຊາຊົນທັງຊາດ ໂດຍຜ່ານການປະກັນສຸຂະພາບທົ່ວໄປ. ປະຊາຊົນທຸກຄົນໃນສັງຄົມລ້ວນແຕ່ໄດ້ຮັບການເບິ່ງແຍງດູແລສຸຂະພາບ ແລະ ມີປະກັນສຸຂະພາບຈ່າຍໃຫ້ໃນເມື່ອຖືກເຈັບປ່ວຍ ໂລກໄພໄຂ້ເຈັບ. ສຳລັບຜູ້ມີວຽກເຮັດງານທຳແລະມີລາຍໄດ້, ເຂົາຈະຕ້ອງຈ່າຍຄ່າປະກັນສຸຂະພາບພາກບັງຄັບ ແລະໄດ້ຮັບການເບິ່ງແຍງດູແລຜ່ານປະກັນສຸຂະພາບ. ສຳລັບຜູ້ທີ່ບໍ່ມີລາຍໄດ້ຫຼືຂາດລາຍໄດ້, ເຂົາຈະໄດ້ຮັບການຊ່ວຍເຫຼືອທັງໝົດຫຼືສ່ວນໜຶ່ງຂອງເງິນຊື້ປະກັນສຸຂະພາບ ຈາກແຫຼ່ງກອງທຶນປະກັນສຸຂະພາບ, ເງິນອຸດໜູນຂອງງົບປະມານແຫ່ງລັດ ຫຼື ຈາກແຫຼ່ງເງິນອຸດໜູນອື່ນໆ.
ທີສອງ, ການປະກັນສັງຄົມສໍາລັບເດັກນ້ອຍ. ເດັກນ້ອຍແມ່ນອະນາຄົດຂອງປະເທດຊາດ ແລະ ໄດ້ຮັບປະກັນສິດຄວາມໝັ້ນຄົງຂັ້ນພື້ນຖານຄື: ໄດ້ຮັບປະກັນກ່ຽວກັບສະບຽງອາຫານ, ທາດບຳລຸງ, ເຄື່ອງນຸ່ງຫົ່ມຢ່າງພຽງພໍ ແລະ ໄດ້ເຂົ້າເຖິງບໍລິການສັງຄົມພື້ນຖານ ເຊັ່ນ: ການສຶກສາ, ສາທາລະນະສຸກ, ເຮືອນຢູ່, ນ້ຳປະປາ, ຂໍ້ມູນຂ່າວສານ. ການຮັບປະກັນຄວາມປອດໄພທາງສັງຄົມຂັ້ນຕ່ຳໃຫ້ແກ່ເດັກນ້ອຍ ຈະສຸມໃສ່ບັນດາຈຸດໝາຍຕົ້ນຕໍຄື: ຮັບປະກັນໃຫ້ເດັກນ້ອຍບໍ່ຖືກອຶດຫີວ, ໄດ້ຮັບປະກັນທາດບຳລຸງຢ່າງພຽງພໍ, ຫຼຸດຜ່ອນອັດຕາເດັກນ້ອຍຂາດສານອາຫານ; ຮັບປະກັນໃຫ້ເດັກນ້ອຍເມື່ອຮອດອາຍຸແມ່ນໄດ້ເຂົ້າໂຮງຮຽນ, ກ້າວໄປສູ່ການສຶກສາຊັ້ນມັດທະຍົມປາຍຢ່າງທົ່ວໄປ;ເດັກນ້ອຍອາຍຸນ້ອຍກ່ວາ 6 ປີ ໄດ້ຮັບການເບິ່ງແຍງດູແລສຸຂະພາບໃນທຸກກໍລະນີໂດຍບໍ່ເສຍເງິນ; 100% ເດັກນ້ອຍກຳພ້າບໍ່ມີບ່ອນເພິ່ງພາອາໄສ ໄດ້ຮັບການເບິ່ງແຍງດູແລທີ່ສູນອຸປະຖຳສັງຄົມ ຫຼືໂດຍບຸກຄົນ ຄອບຄົວທີ່ສະໝັກໃຈ. ຜູ້ລ້ຽງເດັກກຳພ້າໄດ້ຮັບເງິນອຸດໜູນການລ້ຽງດູຈາກກອງທຶນເບິ່ງແຍງດູແລເດັກນ້ອຍ (ໄດ້ມາຈາກງົບປະມານຂອງລັດແລະແຫຼ່ງສັງຄົມ).ເດັກນ້ອຍແມ່ນອະນາຄົດຂອງປະເທດຊາດ ແລະ ໄດ້ຮັບປະກັນສິດຄວາມປອດໄພຂັ້ນຕ່ຳເຊັ່ນ: ສະບຽງອາຫານ, ທາດບຳລຸງຢ່າງພຽງພໍ ແລະ ໄດ້ເຂົ້າເຖິງບັນດາບໍລິການສັງຄົມພື້ນຖານເຊັ່ນ: ການສຶກສາ, ສາທາລະນະສຸກ ແລະອື່ນໆ _ພາບ: TTXVN
ທີສາມ, ການປະກັນສັງຄົມສຳລັບຜູ້ສູງອາຍຸ, ຄົນພິການ ແລະ ຜູ້ທີ່ບໍ່ສາມາດອອກແຮງງານໄດ້. ຜູ້ເຖົ້າຜູ້ແກ່, ຄົນພິການເປັນກຸ່ມຄົນທີ່ບໍ່ມີແຫຼ່ງລາຍໄດ້ຍ້ອນສະພາບສຸຂະພາບ. ຜູ້ເຖົ້າຜູ້ແກ່ຈຳນວນໜຶ່ງໄດ້ຮັບເງິນບຳນານ ໂດຍມີການປະກອບສ່ວນໃນເວລາອອກແຮງງານ. ສຳລັບຜູ້ເຖົ້າຜູ້ແກ່ທີ່ບໍ່ມີເບ້ຍບຳນານ ແລະ ຄົນພິການ, ການປະກັນສັງຄົມຂັ້ນພື້ນຖານ ຈະຮັບປະກັນລາຍໄດ້ຂັ້ນຕ່ຳສຳລັບຄົນກຸ່ມນີ້ ຜ່ານເງິນບຳນານທາງສັງຄົມ ຫຼື ເງິນຊ່ວຍເຫຼືອທາງສັງຄົມ. ແຫຼ່ງເງິນທຶນມາຈາກກອງທຶນບຳເນັດບຳນານທາງສັງຄົມ, ການສະໜັບສະໜູນຈາກງົບປະມານຂອງລັດ ແລະແຫຼ່ງອື່ນໆຂອງການລະດົມທາງສັງຄົມ ແລະການລະດົມທຶນທີ່ບໍ່ແມ່ນງົບປະມານ. ຍ້ອນອັດຕາຜູ້ເຖົ້າຜູ້ແກ່ທີ່ບໍ່ມີເງິນບຳນານຢູ່ຫວຽດນາມນັ້ນສູງຫຼາຍ (ຫຼາຍກ່ວາ 50%), ສະນັ້ນ, ການໃຫ້ເງິນບຳນານທາງສັງຄົມ ຫຼືຜົນປະໂຫຍດຫຼັງກະສຽນທັນທີນັ້ນ ແມ່ນເປັນໄປບໍ່ໄດ້. ດັ່ງນັ້ນ, ທິດທາງການປ່ຽນແປງໃໝ່ຮູບແບບການຮັບປະກັນຄວາມປອດໄພທາງສັງຄົມໃນຕໍ່ໜ້າແມ່ນ ການຂະຫຍາຍການສົງເຄາະສັງຄົມຕາມແຜນງານ ຕິດກັບຄວາມສາມາດໃນການຮັບປະກັນທາງດ້ານການເງິນ ຂອງງົບປະມານຂອງລັດ ແລະແຫຼ່ງລະດົມຈາກສັງຄົມ. ຄຽງຄູ່ກັນນັ້ນ, ຕ້ອງໄດ້ຍົກສູງອາຍຸການບໍານານ, ພ້ອມທັງສົ່ງເສີມໃຫ້ຜູ້ສູງອາຍຸໄດ້ເຮັດວຽກທີ່ເໝາະສົມກັບສຸຂະພາບຂອງຕົນເອງ ເພື່ອມີລາຍໄດ້ເພີ່ມຂຶ້ນ, ໄດ້ອອກກຳລັງກາຍເພື່ອສຸຂະພາບທີ່ດີ, ມີຊີວິດທີ່ມີຄວາມສຸກແລະມີປະໂຫຍດ.
ທີສີ່, ການປະກັນສັງຄົມສຳລັບຜູ້ທຸກຈົນ, ຜູ້ຫວ່າງງານ ຫຼື ຂາດວຽກເຮັດງານທຳ. ນີ້ແມ່ນກຸ່ມຄົນມີກຳລັງອອກແຮງງານ ແຕ່ບໍ່ມີວຽກເຮັດງານທຳ, ຂາດວຽກເຮັດງານທຳ ຫຼື ວຽກເຮັດງານທຳບໍ່ພໍ ເພື່ອຮັບປະກັນຊີວິດການເປັນຢູ່. ໂດຍພື້ນຖານແລ້ວ ການປະກັນສັງຄົມສະໜັບສະໜຸນກຸ່ມຄົນນີ້ ເພື່ອຊ່ວຍໃຫ້ພວກເຂົາມີລາຍໄດ້ ໃນຂະນະທີ່ພວກເຂົາຫວ່າງງານຫຼືບໍ່ມີວຽກເຮັດງານທຳ ໂດຍຜ່ານເງິນອຸດໜູນເຊັ່ນ: ເງິນອຸດໜູນຜູ້ຫວ່າງງານ, ພ້ອມກັນນັ້ນກໍສ້າງເງື່ອນໄຂໃຫ້ເຂົາເຈົ້າຊອກວຽກເຮັດງານທຳ, ປ່ຽນວຽກ, ມີອາຊີບເພື່ອໄປເຮັດວຽກ, ມີລາຍໄດ້ ຫຼືປະກອບອາຊີບອິດສະລະເພື່ອດຳລົງຊີວິດ. ຢ່າງໃດກໍຕາມ, ການປະກັນສັງຄົມສຳລັບກຸ່ມຄົນນີ້ ຈະຕ້ອງມີການຈຳກັດ ແລະ ຄຸ້ມຄອງຢ່າງເຄັ່ງຄັດ ເພື່ອຫຼີກລ່ຽງການການລ່ວງລະເມີດແລະການເອື່ອຍອິງ. ໃນຕົວຈິງ, ການປະກັນສັງຄົມຂັ້ນພື້ນຖານຢູ່ຊັ້ນທີໜຶ່ງ ສຸມໃສ່ກຸ່ມຜູ້ດ້ອຍໂອກາດເປັນຫຼັກ ເຊັ່ນ: ເດັກກຳພ້າ, ຄອບຄົວທຸກຍາກ, ຜູ້ເຖົ້າຜູ້ແກ່ທີ່ບໍ່ມີເງິນບຳນານ, ຄົນພິການແລະອື່ນໆ ເຊິ່ງບໍ່ສາມາດຮັບປະກັນຊີວິດການເປັນຢູ່ຂັ້ນພື້ນຖານ. ອັນທີ່ຈິງ, ຊັ້ນທີໜຶ່ງຂອງຮູບແບບຄວາມປອດໄພທາງສັງຄົມ ມຸ່ງເປົ້າໄປທີ່ຜູ້ຢູ່ໃນລະບົບການຊ່ວຍເຫຼືອວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຍາກ; ລະບົບການຊ່ວຍເຫຼືອທາງສັງຄົມ ແລະ ລະບົບການໃຫ້ບໍລິການສັງຄົມຂັ້ນພື້ນຖານ.
ສໍາລັບຜູ້ທີ່ສາມາດເຮັດວຽກໄດ້, ການຮັບປະກັນລາຍໄດ້ເມື່ອມີຄວາມສ່ຽງ ຫຼືໃນໄວກະສຽນນັ້ນ ແມ່ນອີງໃສ່ການປະກັນສັງຄົມຢູ່ຊັ້ນທີສອງ ແລະ ຊັ້ນທີສາມ.
ໃນຊັ້ນທີສອງ, ການປະກັນສັງຄົມໂດຍອີງໃສ່ການປະກອບສ່ວນແບບບັງຄັບຫຼືສະໝັກໃຈຂອງຜູ້ອອກແຮງງານ. ເສົາຄ້ຳຂອງຊັ້ນທີສອງແມ່ນລະບົບປະກັນໄພສັງຄົມທີ່ອີງໃສ່ການປະກອບສ່ວນຂອງຜູ້ອອກແຮງງານ ແລະ ນາຍຈ້າງ. ຕາມນັ້ນ, ທັງຜູ້ອອກແຮງງານແລະນາຍຈ້າງທຸກຄົນມີສ່ວນຮ່ວມ ໃນການເສຍຄ່າປະກັນໄພສັງຄົມ ຕາມອັດຕາທີ່ກຳນົດ ແລະ ມີສິດທິໄດ້ຮັບປະກັນສັງຄົມໃນກໍລະນີທີ່ສູນເສຍລາຍໄດ້ເນື່ອງຈາກການເຈັບປ່ວຍ ໂລກໄພໄຂ້ເຈັບ, ສູນເສຍຄວາມສາມາດໃນການອອກແຮງງານ,ເກີດລູກ ຫຼືເມື່ອກະສຽນອາຍຸ. ລະດັບຂອງຜົນປະໂຫຍດປະກັນສັງຄົມ ສ່ວນໜຶ່ງຂຶ້ນຢູ່ກັບລະດັບການປະກອບສ່ວນ ແລະ ສ່ວນໜຶ່ງຕາມຫຼັກການແບ່ງປັນ ລະຫວ່າງບັນດາຜູ້ເຂົ້າຮ່ວມການປະກັນໄພສັງຄົມຢ່າງສະໝັກໃຈ. ການປະກອບສ່ວນ - ການຊົມໃຊ້ໃນລະບອບປະກັນໄພສັງຄົມນັ້ນ ຮັບປະກັນຄວາມສະເໝີພາບລະຫວ່າງພາກລັດ ແລະ ພາກເອກະຊົນ, ລະຫວ່າງປະກັນໄພສັງຄົມແບບບັງຄັບ ແລະ ປະກັນໄພສັງຄົມສະໝັກໃຈ. ນອກເໜືອໄປຈາກລະບອບປະກັນໄພສັງຄົມແລ້ວ, ກຸ່ມເປົ້າໝາຍນີ້ມັກຈະມີເງື່ອນໄຂ ເພື່ອຊົມໃຊ້ການບໍລິການສັງຄົມຂັ້ນພື້ນຖານ (ແລະຂັ້ນສູງ), ໄດ້ຮັບການສະໜັບສະໜູນວຽກເຮັດງານທຳ ເມື່ອສູນເສຍວຽກເຮັດງານທຳ ແລະ ການຊ່ວຍເຫຼືອສັງຄົມ ເມື່ອຕົກຢູ່ນອັນຕະລາຍ.
ຖ້າຊັ້ນທີ 2 ແມ່ນອີງໃສ່ປະກັນໄພສັງຄົມແບບບັງຄັບແລະສະໝັກໃຈ ໃນລະດັບທີ່ກຳນົດໄວ້ລ່ວໜ້າ, ຊັ້ນທີ 3 ແມ່ນການເພີ່ມການຮັບປະກັນຄວາມປອດໄພທາງສັງຄົມ ສຳລັບບຸກຄົນແລະຄອບຄົວທີ່ຕ້ອງການປະກັນສັງຄົມທີ່ສູງກວ່າ. ບັນດາຄອບຄົວ, ບຸກຄົນສາມາດຊື້ປະກັນສັງຄົມເພີ່ມ ເພື່ອໄດ້ຮັບເງິນບຳນານສູງໃນເມື່ອເຖົ້າແກ່ ຫຼື ສາມາດຊື້ປະກັນສຸຂະພາບເພີ່ມເຕີມ ເພື່ອໄດ້ຮັບການເບິ່ງແຍງທີ່ດີກ່ວາ. ເຂົາກໍສາມາດປະກອບສ່ວນ ເພື່ອໄດ້ຮັບບໍລິການສັງຄົມທີ່ດີຕາມຮູບການຫັນເປັນສັງຄົມ.
ດ້ວຍເຄືອຂ່າຍປະກັນຄວາມປອດໄພທາງສັງຄົມນີ້, ປະຊາຊົນທຸກຄົນໄດ້ຮັບປະກັນຄວາມປອດໄພທາງສັງຄົມຂັ້ນຕ່ຳ, ທຸກຄົນໄດ້ຮັບປະກັນທາງດ້ານລາຍໄດ້ ແລະການເຂົ້າເຖິງບໍລິການສັງຄົມຂັ້ນພື້ນຖານ. ນີ້ແມ່ນຫຼັກຖານຂອງການສ້າງພື້ນຖານເສດຖະກິດເພື່ອມະນຸດຢູ່ຫວຽດນາມ./.
---------------------
(1) A. P. Butt, J. Remme, L. Rost, S. A. Koissy-Kpein “Exploring the need for gender-equitable fiscal policies for a human economy: Evidence from Uganda and Zimbabwe”, Oxfam Research Reports, 2018.
(2) ILO: “Facts on Social Security”, ILO.org.
(3) C. Arnold, T. Conway and M. Greenslade: “Cash transfers Literature Review”, London: Department for International Development, 2011.
(4) Barrientos: “Social protection and poverty. Social Policy and Development Programme”, United Nations Research Institute for Social Development, Geneva, 2021, pp. 42.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 966 (ເດືອນ ພຶດສະພາ 2021)