ການຮັບມືແລະຄວບຄຸມການແຜ່ລະບາດຂອງໂຄວິດ-19
ໃນພື້ນທີ່ແຂວງ ກ໋ວາງນິງ - ການເຂົ້າເຖິງຈາກແງ່ຂອງ
ການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ
ໃນພື້ນທີ່ແຂວງ ກ໋ວາງນິງ - ການເຂົ້າເຖິງຈາກແງ່ຂອງ
ການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ
ສະຫາຍຫງວຽນຊວັນກີ໋, ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ກ໋ວາງນິງ ລົງກວດກາວຽກງານປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19, ຮັບປະກັນຄວາມປອດໄພໃນການຜະລິດຢູ່ບັນດາໂຮງຈັກຜະລິດຊີ້ນສ່ວນເອເລັກໂຕຣນິກ ທີ່ຂຶ້ນກັບກຸ່ມບໍລິສັດ Foxconn ຢູ່ເຂດອຸດສາຫະກໍາ ດົງມາຍ (ເທດສະບານເມືອງ ກ໋ວາງອຽນ), ເດືອນມິຖຸນາ 2021 _ພາບ: baoquangninh.com.vn
ການຮັບຮູ້ການແຜ່ລະບາດຂອງໂຄວິດ-19
ຈາກສິ່ງທ້າທາຍຂອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ
ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ວາງໜ້າທີ່ການປ້ອງກັນແລະຮັບມືກັບສິ່ງທ້າທາຍຂອງຄວາມປອດໄພແບບດັ້ງເດີມ ແລະ ບໍ່ແມ່ນແບບດັ້ງເດີມອອກຄື: “ຖືເປັນສໍາຄັນຄວາມສະຫງົບ, ຄວາມປອດໄພ ແມ່ນໜຶ່ງໃນບັນດາປັດໄຈອັນດັບໜຶ່ງໃນການດໍາລົງຊີວິດຂອງປະຊາຊົນ. ກໍານົດວ່າ “ຕ້ອງມີຄວາມເປັນເຈົ້າການໃນການປ້ອງກັນ” ເປັນຫຼັກ. ຮັບມືກັບບັນດາໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມຢ່າງທັນທ່ວງທີ ແລະ ມີປະສິດທິຜົນ”(1) ແລະ “ກຽມພ້ອມທີ່ຈະຮັບມືກັບສິ່ງທ້າທາຍຈາກຄວາມປອດໄພແບບດັ້ງເດີນ ແລະ ບໍ່ແມ່ນແບບດັ້ງເດີມ”(2).
ບັນດາໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມທີ່ໄດ້, ກໍາລັງ ແລະ ຈະກາຍເປັນສິ່ງທ້າທາຍອັນໃຫຍ່ຫຼວງ ຕໍ່ຄວາມສະຫງົບ ແລະ ການພັດທະນາຂອງມະນຸດ, ວົງຄະນະຍາດສັງຄົມ, ປະເທດ - ຊົນຊາດ ແລະ ມະນຸດຊາດທັງໝົດ. ຖ້າວ່າ ຖືຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມເປັນສິ່ງທ້າທາຍຂອງແຫຼ່ງກໍາເນີດທີ່ບໍ່ມາຈາດການທະຫານ, ບໍ່ແມ່ນຂອງລັດ, ແຕ່ມີຄວາມສາມາດແຜ່ກະຈາຍຂ້າມຊາດໄດ້ຢ່າງໄວວາ, ຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງມະນຸດ, ການຄົງຕົວ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດ, ຊົນຊາດ(3) ເຊິ່ງສາມາດເຫັນວ່າ ການແຜ່ລະບາດໃຫຍ່ຂອງໂຄວິດ-19 ມີລັກສະນະແລະຄຸນລັກສະນະທັງໝົດ ຂອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ.
ໃນວັນທີ 11 ມີນາ 2020, ອົງການອະນາໄມໂລກ (WHO) ໄດ້ອອກຖະແຫຼງການເອີ້ນ “ໂຄວິດ-19” ເປັນ “ການແຜ່ລະບາດໃຫຍ່ທົ່ວໂລກ”. ນັບເຖິງເດືອນສິງຫາ 2021, ໃນໂລກໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 220 ລ້ານກ່ວາຄົນ ແລະ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ຖືກເສຍຊີວິດແມ່ນ 4 ລ້ານກ່ວາຄົນ. ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບທາງລົບທີ່ໜັກໜ່ວງຕໍ່ເສດຖະກິດ, ສັງຄົມໃນທົ່ວໂລກ, ເຮັດໃຫ້ບັນດາລະບົບການສະໜອງຖືກຂາດສະບັ້ນ, ໃນນັ້ນ, ຂົງເຂດບໍລິການ ແລະ ການທ່ອງທ່ຽວ ແມ່ນຖືກຮັບຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່.ເພື່ອປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ, ລັດຖະບານຂອງຫຼາຍປະເທດຕ້ອງໄດ້ປິດໂຮງຮຽນ, ໃຫ້ຢຸດຕິບັນດາການເຄື່ອນໄຫວການຄ້າ, ບໍລິການ, ການຜະລິດ ແລະອື່ນໆ, ເຮັດໃຫ້ຫຼາຍວິສາຫະກິດຕ້ອງຢຸດການຜະລິດ, ພົບຄວາມລໍາບາກ, ຖືກລົ້ມລະລາຍ, ຜູ້ອອກແຮງງານຕ້ອງຫວ່າງງານເປັນຈຳນວນຫຼວງຫຼາຍ ແລະ ບັນດາທະນາຄານຕ້ອງປະເຊີນໜ້າກັບບ້ວງໜິ້ເສຍເພີ່ມຂຶ້ນ. ກອງທຶນການເງິນສາກົນ (IMF) ໄດ້ປະເມີນວ່າ ການແຜ່ລະບາດຂອງໂຄວິດ-19 ອາດຈະສ້າງຄວາມເສຍຫາຍຕໍ່ GDP ຂອງໂລກຕັ້ງແຕ່ປີ 2020 ຈົນເຖິງປີ 2025 ປະມານ 22.000 ຕື້ໂດລາສະຫະລັດ. ຢູ່ຫວຽດນາມ, ຕັ້ງແຕ່ເວລາທີ່ພະຍາດໂຄວິດ-19 ເລີ່ມປາກົດຕົວ ຈົນເຖິງວັນທີ 21 ກັນຍາ 2021, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 695.744 ຄົນ. ພະຍາດໂຄວິດ-19 ໄດ້ເຮັດໃຫ້ການເຄື່ອນໄຫວການຜະລິດ, ທຸລະກິດຢູ່ຫຼາຍບ່ອນຖືກຂາດສະບັ້ນ, ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນ. ບັນດາວິສາຫະກິດໃນຂົງເຂດບໍລິການ, ການທ່ອງທ່ຽວ ແລະ ການຂົນສົ່ງ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ, ລາຍຮັບຫຼຸດລົງຢ່າງຮ້າຍແຮງ, ຈໍາເປັນຕ້ອງໄດ້ຫຼຸດຈໍານວນແຮງງານ ຫຼື ຢຸດຕິການເຄື່ອນໄຫວຊົ່ວຄາວ.
ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງເກີດຂຶ້ນໃນໂລກ ແລະ ຢູ່ຫວຽດນາມ ໄດ້ມີເຄື່ອງໝາຍທີ່ພົ້ນເດັ່ນຂອງສິ່ງທ້າທາຍຈາກຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ. ນັ້ນແມ່ນ:
ກ່ຽວກັບເປົ້າໝາຍ: ໄວຣັດທີ່ກໍ່ໃຫ້ເກີດໂຄວິດ-19 ແມ່ນຕົວຊ່ວຍທີ່ເບິ່ງບໍ່ເຫັນແລະບໍ່ຮຸນແຮງ ທີ່ພັດທະນາຕົນເອງພ້ອມກັບການກາຍພັນທີ່ເປັນອັນຕະລາຍອື່ນໆອີກຫຼວງຫຼາຍ ແລະ ມີອັດຕາການຕິດເຊື້ອແຜ່ລະບາດໃນທົ່ວໂລກໄວຂຶ້ນ.
ກ່ຽວກັບລັກສະນະ, ລະດັບ, ການຂົ່ມຂູ່: ພະຍາດໂຄວິດ-19 ສົ່ງຜົນກະທົບທາງລົບຕໍ່ການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ; ຕໍ່ສຸຂະພາບ, ຊີວິດ, ການເປັນຢູ່ ແລະ ການດໍາເນີນຊີວິດຂອງທຸກຄົນໃນໂລກ; ມັນຂ້າມຊາຍແດນຂອງແຕ່ລະປະເທດ ແລະ ກາຍເປັນບັນຫາທົ່ວໂລກ ທີ່ສົ່ງຜົນກະທົບໂດຍກົງແລະໂດຍອ້ອມ, ເຮັດໃຫ້ເກີດຜົນກະທົບຢ່າງໜັກໜ່ວງໃນທັນທີ ແລະ ໃນໄລຍະຍາວ.
ກ່ຽວກັບຂອບເຂດຂອງຜົນກະທົບ: ພະຍາດໂຄວິດ-19 ແຜ່ລາມໄປທົ່ວໂລກ ໃນສະຖານທີ່ສ່ວນໃຫຍ່ທີ່ມະນຸດອາໄສຢູ່, ດໍາລົງຊີວິດ, ພົວພັນແລກປ່ຽນ; ມັນເກີດຂຶ້ນດ້ວຍຄວາມໃວທີ່ບໍ່ເຄີຍມີມາກ່ອນ, ບັງຄັບໃຫ້ບັນດາປະເທດຕ້ອງປິດຊາຍແດນ ເພື່ອຈໍາກັດການແຜ່ກະຈາຍຂອງພະຍາດ. ລະດັບໄພຂົ່ມຂູ່ ແລະ ການທຳລາຍເສດຖະກິດແລະສັງຄົມນັບມື້ນັບເພີ່ມຂຶ້ນ ສຳລັບບັນດາປະເທດທີ່ບໍ່ມີຄວາມສາມາດຢ່າງພຽງພໍ ເພື່ອປ້ອງກັນແລະສະກັດກັ້ນ.
ກ່ຽວກັບການຮັບມືກັບການແຜ່ລະບາດຂອງພະຍາດ: ພະຍາດໂຄວິດ-19 ໄດ້ກະທົບເຖິງທຸກປະເທດໃນໂລກ ສະນັ້ນຈຶ່ງຕ້ອງການຄວາມພະຍາຍາມຮ່ວມມືຂອງປະຊາຄົມສາກົນ ແລະ ຄວາມຮັບຜິດຊອບຂອງແຕ່ລະປະເທດ ເພື່ອຮ່ວມຈິດຮ່ວມໃຈກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ, ພິເສດແມ່ນການແບ່ງປັນວັດຖຸອຸປະກອນການແພດ ແລະ ວັກຊີນກັນພະຍາດໂຄວິດ-19.
ຈາກແງ່ມຸມຂອງໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ສາມາດເຫັນວ່າ ໃນຊຸມປີ 2020 - 2021, ການແຜ່ລະບາດຂອງໂຄວິດ-19 ໄດ້ກໍ່ໃຫ້ເກີດຜົນກະທົບຮ້າຍແຮງຫຼາຍຢ່າງ ຕໍ່ໂລກແລະຫວຽດນາມ:
ຕໍ່ໂລກ: ການແຜ່ລະບາດໃຫຍ່ຂອງໂຄວິດ-19 ແມ່ນການກະທົບກະເທືອນອັນໃຫຍ່ຫຼວງທາງດ້ານສາທາລະນະສຸກ, ສົ່ງຜົນກະທົບຕໍ່ທຸກດ້ານຂອງເສດຖະກິດໂລກ. ການເຕີບໂຕຂອງທົ່ວໂລກ ແລະ ຂອງຫຼາຍປະເທດຢູ່ໃນລະດັບລົບ; ການລົງທຶນແລະການຄ້າທົ່ວໂລກຖືກຫຼຸດລົງ; ຄວາມອະຄະຕິ ແລະ ການຈຳແນກການປະພຶດຕໍ່ຄົນເຊື້ອສາຍອາຊີເພີ່ມຂຶ້ນຢູ່ປະເທດຈໍານວນໜຶ່ງ; ຄວາມບໍ່ສະເໝີພາບໃນການເຂົ້າເຖິງວັກຊີນ ລະຫວ່າງບັນດາປະເທດຮັ່ງມີ ແລະ ປະເທດທຸກຍາກ ໄດ້ເຮັດໃຫ້ພະຍາດສືບຕໍ່ມີຄວາມສ່ຽງຂອງການແຜ່ລະບາດໃຫຍ່; ເດັກນ້ອຍແລະຜູ້ດ້ອຍໂອກາດເປັນຜູ້ທີ່ຖືກຜົນກະທົບຂອງພະຍາດຢ່າງໜັກໜ່ວງທີ່ສຸດ, ລວມທັງຜົນກະທົບທາງດ້ານກໍາລັງກາຍ ແລະ ຈິດໃຈ.
ຕໍ່ຫວຽດນາມ: ການແຜ່ລະບາດຂອງໂຄວິດ-19 ໄດ້ເຮັດໃຫ້ຜົນງານໃນການພັດທະນາເສດຖະກິດຂອງປະເທດ ແລະ ການສະສົມຊັບສິນຂອງປະຊາຊົນໃນເວລາເວັ້ນໄລຍະຫ່າງທາງສັງຄົມ ຖືກຫຼຸດນ້ອຍຖອຍລົງ, ປະເທດຊາດຕ້ອງໄດ້ລະດົມແຫຼ່ງກໍາລັງຢ່າງຫຼວງຫຼາຍ ເພື່ອສຸມໃສ່ການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ໃນໄລຍະເວລາທີ່ຍາວນານ. ລະບົບຕ່ອງໂສ້ການສະໜອງທີ່ແຕກຫັກ ສົ່ງຜົນກະທົບໂດຍກົງຕໍ່ການເຄື່ອນໄຫວຜະລິດທຸລະກິດຂອງວິສາຫະກິດໃນໄລຍະສັ້ນ ແລະ ເປັນການຍາກທີ່ຈະຟື້ນຕົວໃນໄລຍະຍາວ. ບັນດາໂຮງຮຽນທີ່ຕ້ອງປິດເປັນເວລາດົນນານ ສົ່ງຜົນກະທົບໂດຍກົງ ຕໍ່ນັກຮຽນທາງດ້ານຈິດຕະສາດ ແລະ ສະຕິປັນຍາ. ໃນໄລຍະຍາວ, ຕະຫຼາດແຮງງານທີ່ບໍ່ສົມດຸນ, ອາດຈະສ້າງ “ຄົນຮຸ່ນໜຶ່ງທີ່ຖືກເສຍຫາຍ”ສໍາລັບຜູ້ທີ່ເຖິງອາຍຸເຂົ້າຮ່ວມຕະຫຼາດແຮງງານແລ້ວ ແຕ່ວຽກເຮັດງານທໍາບໍ່ພຽງພໍ. ການຄວບຄຸມ, ປ້ອງກັນ, ຮັບມື, ແກ້ໄຂບັນດາສິ່ງທ້າທາຍຂອງໂລກລະບາດໂຄວິດ-19 ໃນແງ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມ, ຮີບດ່ວນຂອງການບໍລິຫານປະເທດໃນສະພາບການປະຈຸບັນ.
ການປ້ອງກັນແລະຮັບມືກັບບັນດາໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ຕ້ອງມີການເຂົ້າຮ່ວມຂອງຫຼາຍອັດຕະພາບ, ລະດົມບັນດາກຳລັງ, ຊັບພະຍາກອນຕ່າງໆ ແລະ ນໍາໃຊ້ແບບວິທີທີ່ແຕກຕ່າງຈາກການຮັບມືກັບສິ່ງທ້າທາຍຄວາມປອດໄພແບບດັ້ງເດີມ. ເພື່ອຮັບປະກັນການປ້ອງກັນ, ຮັບມື ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິຜົນ, ຕ້ອງມີການວິໄຈສະພາບຕົວຈິງຢ່າງຖືກຕ້ອງ, ມີວິທີເຂົ້າເຖິງໃນຫຼາຍຂະແໜງການ, ໃນນັ້ນ, ມີການເຂົ້າເຖິງການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ແລະ ວາງບັນດາວິທີການແກ້ໄຂໃຫ້ສອດຄ່ອງກັບພຶດຕິກໍາຕົວຈິງ.
ການກວດກາ, ປ້ອງກັນ ແລະ ຮັບມືກັບໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດິມ ປະກອບມີການເຄື່ອນໄຫວແຊກແຊງຕ່າງໆ ທີ່ອາດຈະໄດ້ດໍາເນີນກ່ອນ, ໃນ ແລະ ຫຼັງຈາກການເກີດໄພອັນຕະລາຍ, ການຂົ່ມຂູ່ ຫຼື ການກະທົບອັນລະອຽດ ແນໃສ່ຫຼຸດຜ່ອນຜົນເສຍຫາຍກ່ຽວກັບຄົນ ແລະ ຊັບສິນ, ພ້ອມດຽວກັນນັ້ນ, ໄດ້ຊຸກຍູ້ຂະບວນວິວັດການຟື້ນຟູ ແລະ ພັດທະນາຢ່າງໄວວາ. ປະເທດສ່ວນໃຫຍ່ໃນທົ່ວໂລກ ໄດ້ຄຸ້ມຄອງໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມໂດຍຜ່ານ 5 ຂັ້ນຕອນ: prevention (ການປ້ອງກັນ), mitigation - adaption (ການບັນເທົາ - ການປັບຕົວ), preparedness (ຄວາມພ້ອມ: ກະກຽມກຳລັງ, ພື້ນຖານວັດຖຸ), response (ການຕອບສະໜອງ), recovery (ການຟື້ນຟູ). ໃນພຶດຕິກໍາຕົວຈິງ, ການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ຂອງແຂວງ ກ໋ວາງນິງ ໃນເວລາທີ່ຜ່ານມາ, ສາມາດຖອດຖອນບົດຮຽນທີ່ມີຄຸນປະໂຫຍດຢ່າງຫຼວງຫຼາຍ ເພື່ອປະກອບເພີ່ມເຕີມເຂົ້າໃນທິດສະດີດັ່ງກ່າວ.
ຜູ້ໂດຍສານປະຕິບັດລະບຽບການເຂົ້າເມືອງທີ່ສະໜາມບິນສາກົນ ເວີນໂດ່ນ (ເມືອງ ເວີນໂດ່ນ, ແຂວງກ໋ວາງນິງ) _ພາບ: TTXVN
ພຶດຕິກໍາຕົວຈິງແລະບົດຮຽນປະສົບການຂອງແຂວງກ໋ວາງນິງ
ໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19 - ສິ່ງທ້າທາຍ
ດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມທີ່ອັນຕະລາຍລະດັບໂລກ
ເມື່ອໄດ້ຮັບບັນດາເອກະສານ, ຄໍາສັ່ງ, ຄໍາຮຽກຮ້ອງຈາກການນໍາພັກ ແລະ ລັດ, ການຊີ້ນໍາໂດຍກົງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19, ແຂວງ ກ໋ວາງນິງ ໄດ້ດຳເນີນການວິໄຈ ແລະ ປະເມີນຜົນກະທົບຂອງພະຍາດຕໍ່ການພັດທະນາເສດຖະກິດ - ສັງຄົມໃນພື້ນທີ່ແຂວງຢ່າງທັນທ່ວງທີ, ຈາກນັ້ນ, ສ້າງແຜນການປ້ອງກັນແລະຕ້ານການແຜ່ລະບາເຂອງພະຍາດຢ່າງມີປະສິດທິຜົນ, ສອດຄ່ອງກັບລັກສະນະສະເພາະເປັນແຂວງທີ່ມີການພົວພັນການຄ້າຊາຍແດນກັບປະເທດຈີນ, ໃນພື້ນທີ່ແຂວງມີຫຼາຍເຂດອຸດສາຫະກໍາ ເຊິ່ງໄດ້ເຕົ້າໂຮມຊາວຜູ້ອອກແຮງງານມາຈາກຫຼາຍແຂວງຕ່າງໆເປັນຈໍານວນຫຼວງຫຼາຍ, ມີຂະແໜງການທ່ອງທ່ຽວທີ່ມີການພັດທະນາແລະອື່ນໆ. ຄະນະພັກ, ອໍານາດການປົກຄອງຂັ້ນຕ່າງໆ ແລະ ປະຊາຊົນແຂວງກ໋ວາງນິງ ຍາມໃດກໍຖືເອົາການສູ້ຊົນບໍ່ໃຫ້ພະຍາດແຊກຊຶມ, ແຜ່ລະບາດ ແລະ ເກີດຂຶ້ນໃນພື້ນທີ່ແຂວງ ເປັນຄໍາສັ່ງທີ່ເປັນຕາຍ, ເປັນໜ້າທີ່ອັນຮີບດ່ວນ. ເຖິງແມ່ນວ່າ ເປັນທ້ອງຖິ່ນທີ່ມີຊາຍແດນ, ມີດ່ານສາກົນ ມ໋ອງກ໋າຍ, ສະໜາມບິນສາກົນ ເວີນໂດ່ນ, ພ້ອມກັນນັ້ນ, ເປັນຈຸດສຸມການທ່ອງທ່ຽວຂອງປະເທດ, ລະດັບການພົວພັນການຄ້າຫຼາຍກໍຕາມ ແຕ່ແຂວງ ກ໋ວາງນິງ ຍາມໃດກໍມີຄວາມເປັນເຈົ້າການໃນການຄວບຄຸມການແຜ່ລະບາດຂອງພະຍາດໄດ້ເປັນຢ່າງດີ, ບໍ່ໃຫ້ຕົກໃນທ່າຮັບທີ່ບໍ່ຄາດຄິດ ໃນທຸກກໍລະນີ. ໃນການແຜ່ລະບາດຄັ້ງທຳອິດ ແລະ ຄັ້ງທີສອງຂອງພະຍາດໂຄວິດ-19, ແຂວງໄດ້ກວດພົບຜູ້ຕິດເຊື້ອຢ່າງທັນທ່ວງທີ, ໄດ້ຈັດການປິ່ນປົ່ວໃຫ້ຫາຍປ່ວຍຢ່າງຕັ້ງໜ້າ. ໃນການແຜ່ລະບາດຄັ້ງທີສາມ ຕັ້ງແຕ່ເດືອນມັງກອນ 2021, ແຂວງກ໋ວາງນິງ ມີຜູ້ຕິດເຊື້ອ 42 ຄົນໃນຊຸມຊົນເມື່ອວັນທີ 3 ກຸມພາ 2021. ນີ້ແມ່ນກໍລະນີທີ່ໃຫຍ່ທີ່ສຸດຂອງການແຜ່ລະບາດຂອງໂຄວິດ-19 ໃນຊຸມຊົນ ຈົນເຖິງປະຈຸບັນໃນທ້ອງຖິ່ນ, ມີຄວາມສາມາດແຜ່ລະບາດໃນຂອບເຂດທີ່ກ້ວາງຂວາງຢ່າງໄວວາ, ຜູ້ມີຄວາມສ່ຽງສູງ (ເອີ້ນວ່າ F1) ໃນຊຸມຊົນທີ່ຈະກາຍເປັນຜູ້ຕິດເຊື້ອ (F0) ແລະ ເຮັດໃຫ້ເກີດການແຜ່ລະບາດຄັ້ງໃໝ່.
ໂດຍກໍາແໜ້ນແນວຄິດຊີ້ນໍາຂອງສູນກາງ ແລະ ເລີ່ມຈາກພຶດຕິກໍາຕົວຈິງ, ຕັ້ງແຕ່ຕົ້ນປີ 2020, ເພື່ອປ້ອງກັນແລະຕ້ານການແຜ່ລະບາດ ພ້ອມທັງຮັກສາສະພາບແວດລ້ອມທີ່ໝັ້ນຄົງໃຫ້ແກ່ການພັດທະນາເສດຖະກິດ, ໃນເງື່ອນໄຂທີ່ຍັງບໍ່ທັນມີວັກຊີນປ້ອງກັນພິເສດສະເພາະສຳລັບໂຄວິດ-19, ພ້ອມກັບການປະກາດໃຊ້ເອກະສານສໍາຄັນຢ່າງຫຼວງຫຼາຍ ເພື່ອນໍາພາຊີ້ນໍາ, ເພີ່ມທະວີບັນດາມາດຕະການປ້ອງກັນແລະຕ້ານການລະບາດຂອງໂຄວິດ-19 ໃນພື້ນທີ່ແຂວງ, ກ໋ວາງນິງໄດ້ສ້າງບັນດາແຜນການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ ໂດຍການເຂົ້າເຖິງໃນແງ່ການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ນັ້ນແມ່ນ:
ກ່ຽວກັບວຽກງານນໍາພາ, ຊີ້ນໍາ: ຈາກພຶດຕິກໍາຕົວຈິງທີ່ໄດ້ສະຫຼຸບມາຈາກການປ້ອງກັນແລະຕ້ານໄພນໍ້າຖ້ວມ, ໄພທໍາມະຊາດໃນຊຸມປີທີ່ຜ່ານມາ, ແຂວງກ໋ວາງນິງໄດ້ເຫັນວ່າ ຕ້ອງໝູນໃຊ້ຮູບແບບ “3 ຂໍ້ຕ້ອງປະຕິບັດກ່ອນ” (ການຮັບຮູ້, ເປັນເຈົ້າການໃນການປ້ອງກັນກ່ອນແລະການຕ້ານຕັ້ງແຕ່ຫົວທີ; ການກວດພົບ, ດຳເນີນງານ ແລະ ຈັດການແກ້ໄຂໂດຍໄວ; ກະກຽມແຜນການແລະອຸປະກອນໄວ້ກ່ອນ) ແລະ “4 ວຽກຕ້ອງປະຕິບັດຢູ່ກັບທີ່” (ກໍາລັງຢູ່ກັບທີ່; ການບັນຊາຢູ່ກັບທີ່; ພາຫະນະຢູ່ກັບທີ່; ພາລາທິການຢູ່ກັບທີ່) ໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19. ຄະນະພັກແຂວງ ກ໋ວາງນິງ ໄດ້ປະກາດໃຊ້ເອກະສານສໍາຄັນຫຼາຍສະບັບ ເພື່ອນໍາພາຊີ້ນໍາ, ເພີ່ມທະວີບັນດາມາດຕະການປ້ອງກັນແລະຕ້ານການລະບາດຂອງໂຄວິດ-19 ໃນພື້ນທີ່ແຂວງ(4).
ຜູ້ເປັນຫົວໜ້າຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ຫົວໜ້າຂະແໜງການຕ່າງໆ ຕ້ອງຊີ້ນໍາໂດຍກົງ ແລະ ຮັບຜິດຊອບກ່ຽວກັບວຽກງານປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ, ບໍ່ໃຫ້ມີຄວາມອັດຕະວິໄສຢ່າງເດັດຂາດ ແລະ ຕ້ອງຖືການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ ຄືກັນກັບການ “ຕ້ານສັດຕູ”.
ລະດົມທົ່ວລະບົບການເມືອງ, ກອງກໍາລັງປະກອບອາວຸດ ແລະ ປວງຊົນທັງຊາດ ເພື່ອປະຕິບັດບັນດາມາດຕະການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ, ຕັດສິນໃຈຄວບຄຸມບໍ່ໃຫ້ພະຍາດແຜ່ລະບາດໃນວົງກວ້າງ.
ຢຶດໝັ້ນການປະຕິບັດຫຼັກການ, ທິດນໍາຄື: “ຖືການປ້ອງກັນການແຜ່ລະບາດເປັນບຸລິມະສິດ”, “ກຳຈັດຄວາມສ່ຽງການແຜ່ລະບາດຂອງພະຍາດຈາກພາຍນອກ, ຈຳກັດພື້ນທີ່ບໍລິເວນ, ກຳຈັດການແຜ່ລະບາດພາຍໃນຢ່າງຂາດຂັ້ນ, ປິ່ນປົວຢ່າງມີປະສິດທິພາບ”, ສະກັດກັ້ນ, ກວບຄົ້ນ, ເປັນເຈົ້າການໃນການກວດພົບຢ່າງທັນທ່ວງທີ, ກັກຕົວ, ຈຳກັດບໍລິເວນຢ່າງມີວິທະຍາສາດ, ກຳຈັດການແຜ່ລະບາດ, ກວດວິເຄາະເຊື້ອຢ່າງໄວ, ບໍ່ປ່ອຍໃຫ້ໄວຣັສແຜ່ລາມ. ຖ້າບໍ່ຈຳກັດບໍລິເວນ ກຳຈັດການແຜ່ລະບາດແຕ່ຫົວທີ, ຈາກທາງໄກ, ແຕ່ຮາກຖານ (ໃນພື້ນທີ່ນ້ອຍສຸດທີ່ເປັນໄປໄດ້) ວຽກງານການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ ຈະພົບຄວາມຫຍຸ້ງຍາກ ຍ້ອນບໍ່ມີແຫຼ່ງກໍາລັງຢ່າງພຽງພໍເພື່ອຮັບມືເມື່ອໂລກລະບາດແຜ່ກະຈາຍໄປໃນວົງກ້ວາງ.
ໃນການລະດົມ, ຈັດຕັ້ງກໍາລັງ ແລະ ຈັດແບ່ງກໍາລັງ ເພື່ອປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວີດ-19: ໄດ້ລະດົມ, ນໍາໃຊ້ບັນດາກໍາລັງທະຫານແລະຕໍາຫຼວດ ເພື່ອຮັບມືກັບສິ່ງທ້າທາຍຂອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ປະສານງານກັບອໍານາດການປົກຄອງຮາກຖານແລະປະຊາຊົນທີ່ມີສ່ວນຮ່ວມ ເພື່ອປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ຕາມການຊີ້ນໍາຂອງຄະນະພັກແຂວງ, ເຊັ່ນ: 1- ຕໍາຫຼວດແຂວງຊີ້ນໍາໃຫ້ຕໍາຫຼວດຂັ້ນຮາກຖານເປັນເຈົ້າພາບແລະປະສານງານກັບໜ່ວຍງານຄວບຄຸມພະຍາດໂຄວິດ-19 ໃນຊຸມຊົນດ້ວຍຕົນເອງ “ໄປຫາແຕ່ລະຊອຍ, ເຄາະປະຕູແຕ່ລະບ້ານ, ກວດຄືນແຕ່ລະເປົ້າໝາຍ”, ຊ່ວຍເຫຼືອບັນດາຫົວໜ່ວຍທີ່ກ່ຽວຂ້ອງໃນການກວດກາ, ກວດຄືນ, ຕິດຕາມກໍລະນີທີ່ກັບມາຈາກພື້ນທີ່ມີໂລກລະບາດ ໂດຍບໍ່ມີການແຈ້ງການຢ່າງຊື່ສັດ, ຜູ້ລົບໜີຈາກສູນຈຳກັດບໍລິເວນ, ຜູ້ເຂົ້າເມືອງແລະພາຄົນເຂົ້າເມືອງຢ່າງຜິດກົດໝາຍ, ຜູ້ຢູ່ອາໄສໃນພື້ນທີ່ຢ່າງຜິດກົດໝາຍ, ບັນດາກໍລະນີລ່ວງລະເມີດຂໍ້ກໍານົດວ່າດ້ວຍການປ້ອງກັນແລະຕ້ານໂລກລະບາດ; 2- ກອງບັນຊາການທະຫານແຂວງສົມທົບກັບກອງບັນຊາການທະຫານຊາຍແດນແຂວງ ໃນການຄວບຄຸມທາງຮ່ອມ ທາງນ້ອຍ ຊ່ອງເປີດ ຢ່າງໃກ້ຊິດ, ສະກັດກັ້ນຄົນເຂົ້າເມືອງຫວຽດນາມຢ່າງຜິດກົດໝາຍ. ບັນດາໜ່ວຍງານທະຫານກຽມພ້ອມຮັບເອົາກໍລະນີຕ້ອງກັກຕົວຈາກພາຍນອກເຂົ້າມາພື້ນທີ່ແຂວງ ຕາມການກໍານົດຂອງກະຊວງສາທາລະນະສຸກ ແລະ ເປັນກໍາລັງຫຼັກແຫຼ່ງໃນການຄຸ້ມຄອງບັນດາສູນຈຳກັດບໍລິເວນ; 3- ຄະນະຂົນຂວາຍມະຫາຊົນຂອງຄະນະພັກແຂວງ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຕັ້ງແຕ່ຂັ້ນແຂວງລົງຮອດຮາກຖານ ໄດ້ສ້າງແຜນການລະອຽດ, ມີຄວາມເປັນເຈົ້າການ ໃນການປະສານງານກັບຂະແໜງການສາທາລະນະສຸກ ແລະ ອໍານາດການປົກຄອງຂັ້ນຕ່າງໆຢ່າງຕັ້ງໜ້າ ເພື່ອປະຕິບັດການໂຄສະນາຢ່າງກ້ວາງຂວາງ ແລະ ເລິກເຊິ່ງ, ເປັນປະຈໍາ, ຕໍ່ເນື່ອງ ແນໃສ່ຍົກສູງຄວາມຮັບຮູ້ໃນທົ່ວສັງຄົມ ເພື່ອປະຕິບັດບັນດາວິທີການປ້ອງກັນແລະຕ້ານໂລກລະບາດຢ່າງຄົບຊຸດ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງປະຊາຊົນແຕ່ລະຄົນ ໃນການຮັກສາແລະຍົກສູງສຸຂະພາບໃຫ້ແກ່ຕົນເອງ ແລະ ວົງຄະນະຍາດ. ປະຕິບັດ “3 ຂໍ້ຕ້ອງປະຕິບັດກ່ອນ”, “4 ວຽກຕ້ອງປະຕິບັດຢູ່ກັບທີ່” ໃຫ້ໄດ້ເປັນຢ່າງດີ.
ໃນວິທີການຈັດຕັ້ງ ແລະ ຈັດວາງກໍາລັງ ເພື່ອປ້ອງກັນ, ຕ້ານ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19: ບົນຈິດໃຈ “ການຕ້ານໂລກລະບາດຄືກັນກັບການຕ້ານສັດຕູ”, ແຂວງ ກ໋ວາງນິງ ໄດ້ຜັນຂະຫຍາຍມາດຕະການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ຫຼາຍມາດຕະການ ໂດຍເຊື່ອມຕິດກັບການສັບຊ້ອນກໍາລັງເປັນຫຼາຍຊັ້ນຫຼາຍຂັ້ນ, ຕັ້ງແຕ່ກໍາລັງຫຼັກແຫຼ່ງ ຈົນເຖິງກໍາລັງປະສານງານ ແລະ ປວງຊົນທັງຊາດ, ລະອຽດຄື: 1- ສ້າງ, ປັບປຸງບູລະນະແຜນການຮັບມືກັບແຕ່ລະກໍລະນີລະອຽດຢ່າງມີປະສິດທິຜົນ (ກໍລະນີຕິດເຊື້ອ, ພື້ນທີ່ມີການແຜ່ລະບາດ, ພະຍາດແຜ່ລາມໄປສູ່ຊຸມຊົນ, ໂດຍສະເພາະເມື່ອກວດພົບຫຼາຍກໍລະນີຕິດເຊື້ອ, ສົງໄສຕິດເຊື້ອຢູ່ບໍລິເວນຊາຍແດນ, ໃນຊຸມຊົນ ເຊິ່ງຕ້ອງໄດ້ຈັດການແບ່ງເຂດ, ຂະຈັດການລະບາດ, ຈຳກັດບໍລິເວນຢ່າງແໜ້ນໜາ, ຢູ່ໃນພື້ນທີ່); 2- ຖືເອົາປະຊາຊົນເປັນໃຈກາງ, ເຂດຊຸມຊົນເປັນປ້ອມປ້ອງກັນການແຜ່ລະບາດຂອງພະຍາດ, ສ້າງທ່າສະໜາມຮົບຈິດໃຈປະຊາຊົນ ໃນຂະບວນການ “ປວງຊົນທັງຊາດສາມັກຄີກັນໃນການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19, ກວດພົບແລະກ່າວຟ້ອງຜູ້ເຂົ້າເມືອງຢ່າງຜິດກົດໝາຍ, ຜູ້ລົບໜີ ແລະ ຜູ້ທີ່ບໍ່ປະຕິບັດການກັກຕົວຢ່າງເຂັ້ມງວດ” ເພື່ອຮັບປະກັນການຮັກສາຄວາມປອດໄພຂອງທ້ອງຖິ່ນ. ສືບສວນ, ຄົ້ນຫາ, ຈັດປະເພດ, ໃຫ້ກັກຕົວຜູ້ທີ່ໃກ້ຊິດກັບຜູ້ຕິດເຊື້ອ (F1) ຢູ່ສູນຈຳກັດບໍລິເວນຕ່າງໆ ແລະ ເມື່ອສູນຈຳກັດບໍລິເວນເຕັມແລ້ວ ຈະໃຫ້ກັກຕົວ F1 ຢູ່ກັບເຮືອນ ພາຍໃຕ້ການຕິດຕາມກວດກາຂອງຊຸມຊົນ ແລະ ໜ່ວຍຄວບຄຸມໂຄວິດ-19 ດ້ວຍຕົນເອງ, ເພື່ອຊ່ວຍແບ່ງປັນ, ຫຼຸດຜ່ອນຄວາມກົດດັນຕໍ່ອໍານາດການປົກຄອງ ໃນການປ້ອງກັນແລະຕ້ານໂລກລະບາດ; 3-ບັນດາກໍາລັງຕໍາຫຼວດປະສານງານກັບຫົວໜ່ວຍທີ່ກ່ຽວຂ້ອງ ໃນແຕ່ລະບໍລິເວນທີ່ມີ F0 ເພື່ອຊຸກຍູ້ເລັ່ງຄວາມໄວໃນການຕິດຕາມໂລກລະບາດໃນຂອບເຂດກ້ວາງໃຫຍ່, ເກັບຕົວຢ່າງມາກວດວິເຄາະເຊື້ອພະຍາດໂຄວິດ-19 ໂດຍບໍ່ມີການລະເວັ້ນ; 4-ປັບປຸງ, ຍົກສູງຄວາມສາມາດໃນການກັກຕົວແບບລວມສູນຕໍ່ບັນດາກໍລະນີ F1, ໂດຍສະເພາະແມ່ນຢູ່ນອກສະຖານທີ່ທາງການແພດ (ກັກຕົວຢູ່ກັບທີ່); ຈັດຕັ້ງໃຫ້ກອງກໍາລັງທະຫານ, ຕຳຫຼວດ, ການແພດ ແລະ ອໍານາດການປົກຄອງຮາກຖານ ສ້າງເປັນ “ເຫຼົ່າຮົບຫຼັກ” ທີ່ເຂົ້າຮ່ວມໂດຍກົງໃນການຄວບຄຸມ, ສະໜັບສະໜູນ, ຕິດຕາມກວດກາຢ່າງໃກ້ຊິດ, ຄຸ້ມຄອງຢ່າງເຂັ້ມງວດ, ປະຕິບັດຕາມລະບຽບການກ່ຽວກັບການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ຢູ່ບັນດາສູນຈຳກັດບໍລິເວນ, ບໍ່ໃຫ້ມີການຕິດເຊື້ອໄຂວ່ຂ້າມ, ບໍ່ໃຫ້ເກີດການແຜ່ລະບາດໃໝ່, ການແຜ່ລະບາດອອກນອກຊຸມຊົນໂດຍເດັດຂາດ; 5- ເພີ່ມທະວີຄວາມສາມາດປິ່ນປົ່ວໃນລະດັບການແພດຂັ້ນແຂວງ ແລະ ຂັ້ນເມືອງ. ເພີ່ມທະວີລະບຽບການປ້ອງກັນແລະຕ້ານໂລກລະບາດຢູ່ໂຮງໝໍ, ສະຖານການແພດ, ບັນດາສະຖານທີ່ປິ່ນປົ່ວຕ່າງໆ, ໂດຍສະເພາະສະຖານການແພດເອກະຊົນ. ບ່ອນໃດທີ່ປະໃຫ້ເກີດການຕິດເຊື້ອໄຂວ່ຂ້າມ ຫຼື ມີການແຜ່ເຊື້ອໃໝ່, ຜູ້ເປັນຫົວໜ້າຕ້ອງມີຄວາມຮັບຜິດຊອບຕໍ່ຄະນະພັກ, ອໍານາດການປົກຄອງ ແລະ ຈະຖືກຈັດການຕາມກົດໝາຍ; 6- ຄະນະໂຄສະນາອົບຮົມຂັ້ນຕ່າງໆ, ພະແນກຖະແຫຼງຂ່າວ-ການສື່ສານ, ສູນສື່ສານຂອງແຂວງ ຕ້ອງເປັນເຈົ້າການແລະຕັ້ງໜ້າໃນການໂຄສະນາກ່ຽວກັບສະພາບການ ແລະ ບັນດາມາດຕະການປ້ອງກັນແລະຕ້ານການແຜ່ລບາດຂອງໂຄວິດ-19 ຢ່າງເປັນປະຈໍາ, ແຂງແຮງ ແລະ ມີແບບມີແຜນ ເພື່ອໃຫ້ປະຊາຊົນຍົກສູງສະຕິລະວັງຕົວ, ຍົກສູງສະຕິຮັບຜິດຊອບໃນການປ້ອງກັນຕົນເອງ ແລະ ວົງຄະນະຍາດ ຕໍ່ພະຍາດໂຄວິດ-19. ປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວ ເປັນນັກຮົບຜູ້ໜຶ່ງ, ທຸກໆຊຸມຊົນເປັນປ້ອມປາການ, ມີບົດບາດແລະທີ່ຕັ້ງສໍາຄັນທີ່ສຸດ ໃນວຽກງານການປ້ອງກັນ, ຕ້ານ ແລະ ກຳຈັດການແຜ່ລະບາດຂອງໂຄວິດ-19.
ໃນລະຫວ່າງການແຜ່ລະບາດຄັ້ງທີສີ່, ເຖິງແມ່ນວ່າມີຜູ້ຕິດເຊື້ອຫຼາຍສິບຄົນຢູ່ໃນຊຸມຊົນແລະຜູ້ຕິດເຊື້ອມາຈາກແຂວງອື່ກໍຕາມ ແຕ່ຍ້ອນຍຸດທະສາດການກວດວິເຄາະເຊື້ອໂຄວິດແລະຄົ້ນຫາຜູ້ຕິດເຊື້ອຢ່າງໄວພະລັນ, ການນໍາໃຊ້ລະບົບໄອທີ ເພື່ອຊ່ວຍເຫຼືອຢ່າງຫຼາຍສຸດ, ແຂວງ ກ໋ວາງນິງ ໄດ້ສະກັດກັ້ນທຸກແຫຼ່ງຕິດເຊື້ອ, “ປິດແໜ້ນກໍລະນີຕິດເຊື້ອ”, “ທຳຄວາມສະອາດພື້ນທີ່’’ ຢ່າງໄວວາ, ບໍ່ໃຫ້ກໍລະນີຕິດເຊື້ອກາຍເປັນຈຸດແຜ່ເຊື້ອໂດຍເດັດຂາດ. ມາຮອດປະຈຸບັນ, 80 ວັນໄດ້ຜ່ານໄປ, ແຂວງ ກວ໋າງນິງ ບໍ່ມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ, ແຂວງກໍໄດ້ເຮັດສໍາເລັດຍຸດທະການສັກວັກຊີນກັນພະຍາດໂຄວິດ-19 ເຂັມທີໜຶ່ງໃຫ້ປະຊາຊົນ 100% ຂອງຜູ້ມີອາຍຸສູງກ່ວາ 18 ປີ ທີ່ໄດ້ສັ່ງໃຫ້ສັກວັກຊີນຢ່າງໄວ, ຮັກສາຈັງຫວະການເຕີບໂຕດ້ານເສດຖະກິດ, ສູ້ຊົນບັນລຸລະດັບສອງຕົວເລກໃນປີ 2021, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ.
ຈາກຜົນການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດຄັ້ງທີ 2, 3 ແລະ 4 ໃນພື້ນທີ່ແຂວງ ກ໋ວາງນິງ, ບົນພື້ນຖານການເຂົ້າເຖິງວິທີການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ສາມາດຖອດຖອນບົດຮຽນປະສົບການຈໍານວນໜຶ່ງ ດັ່ງນີ້:
ໜຶ່ງແມ່ນ, ການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ຕ້ອງອີງໃສ່ວິທີເຂົ້າເຖິງແບບຫຼາຍຂະແໜງການ, ຖືການເຂົ້າເຖິງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມເປັນເຈົ້າພາທາງ - ເພື່ອກໍານົດຈຸດໝາຍ, ເປົ້າໝາຍ, ຈັດຕັ້ງກອງກໍາລັງ, ສັບຊ້ອນແຫຼ່ງພະລັງ, ກໍານົດວິທີການຮັບມື, ຄວບຄຸມການແຜ່ລະບາດຂອງພະຍາດຢ່າງສອດຄ່ອງເໝາະສົມ. ການກໍານົດການແຜ່ລະບາດຂອງໂຄວິດ-19 ຈາກໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ເພື່ອໃຫ້ເຫັນວ່າ ມັນບໍ່ຄືກັນກັບໂລກລະບາດທົ່ວໄປທີ່ສົ່ງຜົນກະທົບຕໍ່ບຸກຄົນ ກຸ່ມຄົນ ພື້ນທີ່ ທ້ອງຖິ່ນ ຫຼືເຂດໜຶ່ງເທົ່ານັ້ນ ແຕ່ມັນກໍ່ໄພຂົ່ມຂູ່ຕໍ່ທົ່ວສັງຄົມ, ປະເທດຊາດ, ຊົນຊາດ ແລະ ມວນມະນຸດ; ຂົ່ມຂູ່ຕໍ່ສຸຂະພາບ, ເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ຄວາມປອດໄພແຫ່ງຊາດອີກດ້ວຍ. ເປົ້າໝາຍຂອງການປ້ອງກັນແລະຕ້ານຢູ່ທີ່ນີ້ແມ່ນສັດຕູທີ່ເບິ່ງບໍ່ເຫັນ, ມີການກາຍພັນທີ່ຄາດເດົາບໍ່ໄດ້,ແຕ່ໃນປະຫວັດສາດຂອງມະນຸດ ບໍ່ເຄີຍມີພະຍາດນີ້ມາກ່ອນ ໃນແງ່ຄວາມໄວຂອງການແຜ່ກະຈາຍ, ພະລັງທໍາລາຍລ້າງ ແລະ ອັນຕະລາຍ. ຍ້ອນຄວາມໄວຂອງການແຜ່ກະຈາຍໄວທີ່ສຸດ, ດັ່ງນັ້ນ ການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ຈະມີປະສິດທິຜົນເມື່ອແຍກຕົວຜູ້ຕິດເຊື້ອອອກ, ບໍ່ປ່ອຍໃຫ້ຄວາມສ່ຽງກາຍເປັນໄພຂົ່ມຂູ່, ບໍ່ໃຫ້ກໍລະນີຕິດເຊື້ອກາຍເປັນໂລກລະບາດ ແລະ ບໍ່ໃຫ້ການລະບາດແຜ່ກະຈາຍໃນຊຸມຊົນ. ການປະຕິບັດ “ເປົ້າໝາຍຄູ່”, ທັງຮັກສາແລະພັດທະນາການຜະລິດ, ທັງປ້ອງກັນແລະຕ້ານການແຜ່ລະບາດ ຖືເປັນຄວາມທ້າທາຍທີ່ໃຫຍ່ຫຼວງຕໍ່ວຽກງານນໍາພາ, ຊີ້ນໍາ. ຍ້ອນກໍາແໜ້ນສິ່ງດັ່ງກ່າວ ແລະ ວິທີການເຂົ້າເຖິງໃນແງ່ການບໍລິຫານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ໄດ້ຊ່ວຍໃຫ້ແຂວງ ກ໋ວາງນິງ ມີການຮັບມືຕໍ່ການແຜ່ລະບາດຂອງພະຍາດຢ່າງມີປະສິດທິຜົນ, ທັງຮັກສາການຜະລິດ ການພົວພັນການຄ້າ, ຮັກສາຄວາມໄວໃນການເຕີບໂຕ.
ສອງແມ່ນ, ເປັນເຈົ້າການ, ຄາດຄະເນ, ສະກັດກັ້ນແຕ່ຕົ້ນ, ຈາກທາງໄກ, ຈາກແຫຼ່ງກໍາເນີດເມື່ອຍັງບໍ່ມີການລະບາດໃນທ້ອງຖິ່ນ; ກະກຽມຢ່າງຕັ້ງໜ້າ ແລະ ກຽມພ້ອມຮັບມື ບົນພື້ນຖານຄວາມຕັດສິນໃຈການເມືອງສູງ, ກະທຳເດັດຂາດ ດ້ວຍຈິດໃຈຮີບດ່ວນເມື່ອໄພໂລກລະບາດເລີ່ມປາກົດຕົວ. ຫັນປ່ຽນສະຖານະຈາກການປ້ອງກັນ, ສະກັດກັ້ນ ມາເປັນການບຸກໂຈມຕີກຳຈັດປັດເປົ່າການແຜ່ລະບາດຢ່າງເລັ່ງດ່ວນແລະທັນທ່ວງທີ ເມື່ອປະກົດມີຜູ້ຕິດເຊື້ອພຽງຄົນດຽວ, ບໍ່ໃຫ້ກໍລະນີຕິດເຊື້ອກາຍເປັນໂລກລະບາດ, ດ້ວຍຈິດໃຈ “ການກວດຜູ້ຕິດເຊື້ອຕ້ອງໄວທີ່ສຸດ, ດຳເນີນການຄົ້ນຫາຕ້ອງໄວ ແລະ ເຖິງຖອງ, ບໍ່ລະເວັ້ນກໍລະນີ F1, ບໍ່ລະເວັ້ນຈຸດມີການແຜ່ລະບາດຂອງ F0”, ກຳຈັດການແຜ່ລະບາດຢ່າງຂາດຂັ້ນ, ບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນ, ບໍ່ໃຫ້ກາຍເປັນວິກິດການສຸຂະພາບ, ເສດຖະກິດຖືກຢຸດຊະງັກ. ທິດນໍາ “3 ຂໍ້ຕ້ອງປະຕິບັດກ່ອນ” ແມ່ນເພື່ອສະກັດກັ້ນການແຜ່ລະບາດແຕ່ຕົ້ນ, ຈາກທາງໄກ, ກະກຽມເງື່ອນໄຂ ແລະ ຈັດວາງກອງກຳລັງກຽມພ້ອມຕ້ານພະຍາດໃນເມື່ອທີ່ແຂວງ ກ໋ວາງນິງ ຍັງເປັນພື້ນທີ່ປອດໄພ, “ເຂດສີຂຽວ”. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ແຕ່ລະອົງການ ແລະ ບຸກຄົນ ຍາມໃດກໍຍົກສູງສະຕິລະວັງຕົວ; ມີຄວາມເປັນເຈົ້າການ ແລະ ກຽມຄວາມພ້ອມໃຫ້ທຸກຄວາມສາມາດທີ່ອາດຈະເກີດຂຶ້ນໃນອະນາຄົດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ ທີ່ບໍ່ຄາດຄິດ; ພ້ອມແລ້ວທີ່ຈະປ່ຽນສະຖານະການຕອບໂຕ້ຈາກການປ້ອງກັນ, ສະກັດກັ້ນ ເປັນການໂຈມຕີເພື່ອກຳຈັດການແຜ່ລະບາດຂອງໂຄວິດເມື່ອມີຄວາມສ່ຽງນ້ອຍທີ່ສຸດ.
ສາມແມ່ນ, ສ້າງທ່າສະໜາມຮົບການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ທີ່ ຮັບປະກັນຄວາມເປັນເອກະພາບລະຫວ່າງການຊີ້ນໍາ ນໍາພາ ກັບການສົ່ງເສີມຄວາມເປັນອິດສະລະໃນການປະຕິບັດງານ, ຈັດການແຕ່ລະເນື້ອໃນ ແຕ່ລະສະຖານະການ ໃນແຕ່ລະສະຖານທີ່ ໃນທຸກເວລາ ຢ່າງມີປະສິດທິຜົນ ໂດຍຖືເອົາຊຸມຊົນເປັນ “ປ້ອມປາການ”. ຊຸມຊົນທີ່ຢູ່ອາໄສຖືກຖືເປັນ “ປ້ອມປາການ” ເພາະວ່າ ມັນບໍ່ຄືກັນກັບຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມປະເພດອື່ນ, ການແຜ່ລະບາດຂອງໂຄວິດ-19 ແຜ່ລາມຜ່ານຄົນເອງ, ພຽງແຕ່ຢູ່ໃນເຂດທີ່ຢູ່ອາໄສເທົ່ານັ້ນ ຈຶ່ງສາມາດກຳໄດ້ຈໍານວນຜູ້ອອກຈາກ - ຄົນເຂົ້າມາ ໃນເຂດຊຸມຊົນ, ຄົນຮູ້ຈັກ - ຄົນແປກໜ້າ, ຜູ້ຄົນທີ່ກັບມາຈາກພື້ນທີ່ທີ່ມີໂລກລະບາດ. ຊຸມຊົນຂະໜາກນ້ອຍ (ຄອບຄົວ, ກຸ່ມຄອບຄົວ, ໝູ່ບ້ານ) ການຕິດຕາມກວດກາເຊິ່ງກັນແລະກັນ ແຮງມີປະສິດທິຜົນ ເພື່ອກວດພົບຜູ້ຕິດເຊື້ອໂຄວິດ, ຊ່ວຍໃຫ້ອົງການທີ່ກ່ຽວຂ້ອງກໍາແໜ້ນສະພາບການ ແລະ ພາເປົ້າໝາຍທີ່ເປັນ F0, F1 ໄປກັກຕົວໃນສູນຈຳກັດບໍລິເວນແຕ່ຫົວທີ. ທິດນໍາ “4 ວຽກຕ້ອງປະຕິບັດຢູ່ກັບທີ່” ກໍແມ່ນແບບວິທີຮັບປະກັນການເສີມຂະຫຍາຍບົດບາດຂອງຂັ້ນຮາກຖານ, ຂອງຊຸມຊົນໃນການກະກຽມ ແລະ ຮັບມືກັບການແຜ່ລະບາດຂອງພະຍາດ, ຊໍ້າບໍ່ໜໍາ ຍັງມີລັກສະນະຕັດສິນການປ້ອງກັນແລະສະກັດກັ້ນເມື່ອພະຍາດຍັງຢູ່ໃນລະດັບເປັນຄວາມສ່ຽງ ຫຼື ຫາກໍປາກົດຕົວ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ແຕ່ລະຊຸມຊົນ, ບ້ານຊ່ອງບໍ່ຕ້ອງລໍຖ້າ, ເອື່ອຍອີງ, ເຊິ່ງຍາມໃດກໍຈະມີຄວາມເປັນເຈົ້າການໃນການກະກຽມ ແລະ ຈັດການແກ້ໄຂສະຖານະການທີ່ເກີດຂຶ້ນໂດຍກົງ. ແຂວງ ກວ໋າງນິງ ໄດ້ສ້າງຕັ້ງໜ່ວຍຄຸ້ມຄອງຕົນເອງຂອງຊຸມຊົນເພື່ອປ້ອງກັນແລະຕ້ານໂຄວິດ-19 ຫຼາຍກວ່າ 1.000 ໜ່ວຍ, ນີ້ແມ່ນພື້ນຖານຂອງຄວາມປອດໄພໃນໄລຍະຍາວຢູ່ສະຖານທີ່ ເພື່ອຮັບມືກັບຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ.
ສີ່ແມ່ນ, ເສີມຂະຫຍາຍກໍາລັງແຮງສັງລວມ, ຖືເອົາປະຊາຊົນເປັນໃຈກາງ, ຖືເອົາກໍາລັງຮັບຜິດຊອບສະເພາະເປັນຫຼັກແຫຼ່ງ, ປະກອບມີ ກໍາລັງແຮງຂອງທົ່ວລະບົບການເມືອງ, ຂອງປວງຊົນ, ຂອງບັນດາກໍາລັງຫຼັກແຫຼ່ງ ໃນການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ. ອົງຄະນະພັກ ແລະ ອໍານາດການປົກຄອງຕ້ອງມີຄວາມຮັບຜິດຊອບສູງຕໍ່ສູນກາງ, ຕໍ່ປະຊາຊົນ, ຍາມໃດກໍຕ້ອງມີການຫັນປ່ຽນສະພາບການຢ່າງໄຫວພິບ ເພື່ອຕັດສິນໃຈຢ່າງຖືກຕ້ອງ, ສະຫຼາດສ່ອງໃສ. ບົດບາດເປັນໃຈກາງຂອງປະຊາຊົນສະແດງອອກໃນທຸກດ້ານຂອງການເຄື່ອນໄຫວປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ, ຈາກສະຕິໃນການປ້ອງກັນ ສະກັດກັ້ນ, ການກັກກັນຕົວເອງ ການແຍກຕົວ ການປ້ອງກັນຕົນເອງ ແລະ ປ້ອງກັນຊຸມຊົນ, ການຕິດຕາມກວດກາເຊິ່ງກັນແລະກັນ ຈົນເຖິງການບໍລິຈາກກຳລັງວັດຖຸ, ການຊ່ວຍເຫຼືອທາງສັງຄົມ, ການເຂົ້າຮ່ວມໜ່ວຍຄຸ້ມຄອງຕົນເອງເພື່ອປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19, ຊ່ວຍຜ່ອນຄາຍຄວາມກົດດັນຕໍ່ກໍາລັງແກນກາງ, ສ້າງ “ທ່າສະໜາມຮົບດ້ວຍຈິດໃຈປະຊາຊົນ” ເພື່ອຮັບມືກັບການແຜ່ລະບາດໃຫຍ່. ບັນດາກໍາລັງແກນກາງປະກອບມີ: ພະນັກງານການແພດ, ກອງທັບ, ຕໍາຫຼວດ, ລະບົບການເມືອງຂັ້ນຮາກຖານ, ມີບົດບາດຄຸ້ມຄອງພົນລະເມືອງໂດຍກົງເພື່ອໃຫ້ປະຕິບັດຕາມຂໍ້ກໍານົດວ່າດ້ວຍການປ້ອງກັນໂລກລະບາດ, ຄົ້ນຫາ, ຄູ້ມຄອງຄົນເຂົ້າເມືອງ, ຈັດຕັ້ງການກັດຕົວທາງການແພດ ເພື່ອປ້ອງກັນການຕິດເຊື້ອໄຂວ່ຂ້າມ, ການແຜ່ລະບາດຂອງພະຍາດ ແລະ ການແຜ່ກະຈາຍພາຍນອກ. ສິ່ງທີ່ຕ້ອງໄດ້ເນັ້ນໜັກແມ່ນ ບຸກຄະລາກອນແລະກໍາລັງວັດຖຸເພື່ອປະຕິບັດພາລະບົດໃນການຮັບປະກັນຄວາມປອດໄພແບບດັ້ງເດີມ ເຊັ່ນກອງທັບແລະຕໍາຫຼວດ ເຊິ່ງໄດ້ຮັບການລະດົມເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ, ຮັບມືກັບຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ໃນລະດັບສູງສຸດຢ່າງທັນທ່ວງທີ. ກໍາລັງແກນກາງໄດ້ຮັບການເສີມຂະຫຍາຍຄວາມຮັບຜິດຊອບຢ່າງພຽງພໍ ເປັນພື້ນຖານເພື່ອລະດົມກໍາລັງແຮງຂອງທົ່ວສັງຄົມ ເຂົ້າໃນການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19, ບໍ່ຈໍາແນກພາກລັດ ຫຼື ພາກເອກະຊົນ.
ຫ້າແມ່ນ, ວິທີການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ຄວບຄຸມການແຜ່ລະບາດຂອງໂຄວິດ-19 ຕ້ອງຮັບປະກັນລັກສະນະຫຼາຍຮູບຫຼາຍແບບ, ມີໄຫວພິບ, ປະດິດສ້າງໂດຍຕິດກັບການເລືອກເຟັ້ນວົງຈອນໃຫ້ສອດຄ່ອງ. ລັກສະນະຫຼາຍຮູບຫຼາຍແບບຂອງວິທີການໄດ້ສະແດງອອກໃນແຕ່ລະກໍລະນີລະອຽດ ລະຫວ່າງການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ; ລະຫວ່າງການກະກຽມ ສະກັດກັ້ນ ແລະ ກຳຈັດການລະບາດຂອງພະຍາດ; ລະຫວ່າງການນໍາໃຊ້ແຫຼ່ງກໍາລັງຢູ່ກັບທີ່ ແລະ ແຫຼ່ງກໍາລັງຊ່ວຍເຫຼືອເພີ່ມ; ລະຫວ່າງການປ້ອງກັນ ຕ້ານການແຜ່ລະບາດຂອງພະຍາດ ແລະ ການຮັກສາ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ; ລະຫວ່າງການຮັບມືກັບໂລກລະບາດໃນເວລາທີ່ບໍ່ມີຢາວັກຊີນ ແລະ ໃນເວລາທີ່ການສັກວັກຊີນໄດ້ບັນລຸອັດຕາທີ່ແນ່ນອນ. ລັກສະນະໄຫວພິບໄດ້ສະແດງອອກໃນການຫັນປ່ຽນສະພາບການຈາກຄວາມເປັນເຈົ້າການໃນການປ້ອງກັນ ມາເປັນເຈົ້າການໃນການກຳຈັດໂລກລະບາດ, ການແຊກແຊງນະໂຍບາຍເມື່ອປະເຊີນກັບສະຖານະການທີ່ບໍ່ຄາດຄິດ ທີ່ກ່ຽວຂ້ອງກັບການປົກຄອງທ້ອງຖິ່ນ ໃນສະພາບການເກີດວິກິດການສຸຂະພາບ ແລະອື່ນໆ. ວົງຈອນ ການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ, ຄວບຄຸມການແຜ່ລະບາດຂອງພະຍາດຢູ່ແຂວງ ກວ໋າງນິງ ແມ່ນ: ປ້ອງກັນ, ສະກັດກັ້ນ - ບັນເທົາ, ຊ່ວຍເຫຼືອ, ຟື້ນຟູ, ປັບຕົວ, ການຟື້ນຟູການພັດທະນາ. ເມື່ອການສັກວັກຊີນບັນລຸເຖິງອັດຕາສູງໃນປະຊາກອນ ຈະຕ້ອງຫັນໄປສູ່ໄລຍະການປັບຕົວ ເຊິ່ງລວມເຖິງການປັບຕົວ ແລະ ຄວາມພ້ອມທີ່ຈະຮັບມື ແລະ ບັນເທົາຕາມແຕ່ລະກໍລະນີລະອຽດ.
ຢຶດໝັ້ນໃນການປະຕິບັດບັນດາທິດທາງ, ໜ້າທີ່ປ້ອງກັນແລະຕ້ານ
ການແຜ່ລະບາດຂອງໂຄວິດ-19 ຕາມວິທີເຂົ້າເຖິງແບບຫຼາຍຂະແໜງການ,
ຖືເອົາການເຂົ້າເພິງການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມເປັນເສົາຄໍ້າ
ການບໍລິຫານປະເທດເວົ້າລວມ, ເວົ້າສະເພາະແມ່ນການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມທີ່ມີປະສິດທິຜົນ ແມ່ນເຮັດແນວໃດໃຫ້ໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ ສ້າງຄວາມເສຍຫາຍໜ້ອຍສຸດໃຫ້ແກ່ປະຊາຊົນ, ສັງຄົມ, ຊາດ ແລະ ປະເທດຊາດ. ດັ່ງນັ້ນ, ການປັບຕົວເຂົ້າກັບໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມຈໍານວນໜຶ່ງແມ່ນເນື້ອໃນ ຂອດທີ່ສໍາຄັນໃນການຄຸ້ມຄອງຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ. ບັນດາບັນຫາປັບຕົວເຂົ້າກັບການປ່ຽນແປງພູມີອາກາດ, ອາກາດໃນໂລກຮ້ອນຂຶ້ນ, ພາຍຸ ແລະ ນໍ້າຖ້ວມເກີດຂຶ້ນຢ່າງຜິດປົກກະຕິ, ການແຜ່ລະບາດຂອງພະຍາດ… ຕ້ອງໄດ້ສ້າງເປັນໂຄງການ, ແຜນງານຂອງປະເທດ ແລະ ບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ອົງການ, ຫົວໜ່ວຍ, ໂຮງຮຽນ ແລະ ວິສາຫະກິດ. ການປັບຕົວຢູ່ທີ່ນີ້ຕ້ອງໄດ້ເຂົ້າໃຈວ່າ ພວກເຮົາຕ້ອງຍອມຮັບການດໍາລົງຊີວິດ, ເຮັດວຽກ, ຜະລິດແລະທຸລະກິດ ໃນສະພາວະທີ່ມີໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມຢູ່ສະເໝີ ແລະ ວາງແຜນມາດຕະການເພື່ອຫຼຸດຜ່ອນການບຸກລຸກຂອງໄພຂົ່ມຂູ່ຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ. ເວົ້າອີກຢ່າງໜຶ່ງ, ນີ້ແມ່ນ “ສະພາບປົກກະຕິໃໝ່” ຂອງສັງຄົມແລະປະຊາຊົນ ຕໍ່ໜ້າໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ.
ຈາກພຶດຕິກໍາຕົວຈິງຂອງການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ໃນພື້ນທີ່ແຂວງ ກ໋ວາງນິງ ໃນເວລາທີ່ຜ່ານມາ, ສາມາດເຫັນວ່າ, ບັນດາໄພຂົ່ມຂູ່ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມນັ້ນ ຄາດເດົາໄດ້ຍາກທີ່ສຸດ. ໃນໄລຍະຍາວ, ເພື່ອປະຕິບັດ “ເປົ້າໝາຍຄູ່” ໃນເງື່ອນໄຂການແຜ່ລະບາດຂອງພະຍາດ, ຈໍາເປັນຕ້ອງຮັບປະກັນ:
ທີໜຶ່ງ, ບັນດາອົງການຈັດຕັ້ງພັກຂອງຄະນະພັກແຂວງ, ແນວໂຮມປະເທດຊາດ, ອົງການຈັດຕັ້ງການເມືອງ - ສັງຄົມຂອງແຂວງ, ຄະນະປະຈໍາຄະນະພັກທ້ອງຖິ່ນຕ່າງໆ ຕ້ອງຍູ້ແຮງການກວດກາ, ຕິດຕາມກວດກາການປະຕິບັດຂໍ້ກໍານົດຕ່າງໆຂອງກົດໝາຍ, ບັນດາມາດຕະການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ ຕາມການຊີ້ນໍາຂອງສູນກາງ, ຂອງແຂວງ. ສ້າງແລະປັບປຸງບັນດາຂັ້ນຕອນປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດໃຫ້ສອດຄ່ອງກັບໄວຣັດໂຄໂຣນາສາຍພັນໃໝ່ ບົນພື້ນຖານຄວາມຮຽກຮ້ອງຕ້ອງການຕ່າງໆກ່ຽວກັບຈັງ ຫວະການຮັບມືທີ່ສູງກ່ວາເກົ່າ ແລະ ຄວາມດຸເດືອດ, ເຖິງຖອງ ຕາມທິດນໍາ “3 ຂໍ້ຕ້ອງປະຕິບັດກ່ອນ” ແລະ “4 ວຽກຕ້ອງປະຕິບັດຢູ່ກັບທີ່”.
ທີສອງ, ປັບປຸງກົນໄກຮັບມືກັບທຸກການຜັນແປຂອງການແຜ່ລະບາດ ຕາມທິດຍົກສູງປະສິດທິພາບ, ປະສິດທິຜົນການນໍາພາ, ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ; ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງກໍາລັງຕໍາຫຼວດໃນການຄົ້ນຫາໄວ, ຊັດເຈນ, ມີປະສິດທິຜົນ; ຂອງກໍາລັງການທະຫານໃນການກັກຕົວໃນສູນຈຳກັດບໍລິເວນ; ຂອງກໍາລັງການແພດໃນການເກັບຕົວຢ່າງ ກວດວິເຄາະເຊື້ອພະຍາດ ແລະ ການປິ່ນປົ່ວ. ຮັດແໜ້ນການຄຸ້ມຄອງລະບົບຊາຍແດນທາງບົກແລະທາງທະເລ; ບໍ່ໃຫ້ມີການເຂົ້າເມືອງຜິດກົດໝາຍ; ພ້ອມກັນນັ້ນ, ຄຸ້ມຄອງຄົນເຂົ້າເມືອງຢ່າງເຂັ້ມງວດ, ສອດຄ່ອງກັບລະດັບການແຜ່ລະບາດໃນເຂດຕ່າງໆ ທີ່ຕິດຈອດກັບແຂວງອື່ນ, ພິເສດແມ່ນເຂດທີ່ມີກໍລະນີເປັນ F0, F1; ບໍ່ໃຫ້ຕົກໃນທ່າຮັບທີ່ບໍ່ຄາດຄິດໃນທຸກກໍລະນີຢ່າງເດັດຂາດ, ກວດພົບ, ຈັດການແກ້ໄຂທຸກກໍລະນີທີ່ລ່ວງລະເມີດກົດໝາຍຢ່າງເຂັ້ມງວດ.
ທີສາມ, ຜ່ານການເຄື່ອນໄຫວສື່ສານເພື່ອເພີ່ມທະວີຄວາມເຫັນດີເຫັນພ້ອມຂອງສັງຄົມ, ປັບປຸງກ້ອນມະຫາສາມັກຄີປວງຊົນທັງຊາດ, ລະດົມກໍາລັງແຮງສັງລວມໃນວຽກງານປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດຕາມທິດນໍາ “ປ້ອງກັນຢ່າງຕັ້ງໜ້າ, ກວດພົບແຕ່ຫົວທີ, ກັກຕົວຢ່າງໄວວາ, ປິ່ນປົ່ວຢ່າງມີປະສິດທິຜົນ, ແບ່ງເຂດຢ່າງມີວິທະຍາສາດ ແລະ ສົມເຫດສົມຜົນ, ຈັດການແກ້ໄຂຢ່າງຂາດຂັ້ນ, ເຮັດໃຫ້ສະພາບການມີສະຖຽນລະພາບໂດຍໄວ”. ສືບຕໍ່ປັບປຸງຮູບແບບຊຸມຊົນຄຸ້ມຄອງຕົນເອງໃນການປ້ອງກັນແລະຕ້ານການລະບາດຂອງພະຍາດ ໃນແຕ່ລະບ້ານ ແຕ່ລະຄຸ້ມເມືອງ ແນໃສ່ຮັບປະກັນຄວາມສະຫງົບ, ຄວາມປອດໄພຈາກພະຍາດ, ເຊື່ອມຕິດກັບການແຜ່ຂະຫຍາຍຮູບແບບ “ບ້ານ, ຄຸ້ມບໍ່ມີຄົນຕິດເຊື້ອໂຄວິດໃນຊຸມຊົນ”. ເຮັດໃຫ້ທຸກຄົນ, ທຸກຄອບຄົວຍົກສູງສະຕິລະວັງຕົວ, ເສີມຂະຫຍາຍຄວາມຕັ້ງໜ້າ, ເປັນເຈົ້າການ, ມີສະຕິຕື່ນຕົວ,ມີຄວາມຮັບຜິດຊອບ ໃນການຄຸ້ມຄອງຕົນເອງ, ມີຈິດໃຈຊຸມຊົນຢ່າງສູງ, ລະດົມໄດ້ກໍາລັງແຮງຂອງກ້ອນມະຫາສາມັກຄີປວງຊົນທັງຊາດ ໃນການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19, ພິເສດແມ່ນການປະຕິບັດຄໍາແນະນຳ 5K, 5T ຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ.
ທີສີ່, ຮຽກຮ້ອງບັນດາຂະແໜງການ, ອົງການ, ທ້ອງຖິ່ນ, ຫົວໜ່ວຍຕ່າງໆ ໃຫ້ກໍາແໜ້ນ, ຄາດຄະເນສະພາບການຢ່າງໃກ້ຊິດ ແລະ ຖືກຕ້ອງ, ມີຄວາມເປັນເຈົ້າການຕັ້ງແຕ່ຕົ້ນ, ຈາກທາງໄກ, ຈາກຮາກຖານ, ຜັນຂະຫຍາຍບັນດາມາດຕະການຄວບຄຸມ ແລະ ສະກັດກັ້ນບັນດາແຫຼ່ງຕິດເຊື້ອເຂົ້າໃນພື້ນທີ່ແຂວງຢ່າງດຸເດືອດ, ຄົບຊຸດ ແລະ ມີປະສິດທິຜົນ, ປະຕິບັດທິດນໍາ “ການສະກັດກັ້ນ” ດີກ່ວາ “ການຕ້ານ”, ປະກອບມີ: ຜູ້ເຂົ້າເມືອງຢ່າງຜິດກົດໝາຍ; ຜູ້ເຂົ້າເມືອງຖືກຕາມກົດໝາຍ ແຕ່ບໍ່ປະຕິບັດຕາມກົດລະບຽບວ່າດ້ວຍການກັກຕົວແລະການດູແລທາງການແພດຢ່າງເຄັ່ງຄັດ; ແຫຼ່ງຕິດເຊື້ອໃນຊຸມຊົນ, ພິເສດແມ່ນຈາກບັນດາທ້ອງຖິ່ນກໍາລັງມີກໍລະນີເປັນ F0, F1 ທີ່ຍັງບໍ່ທັນຖືກຄົ້ນພົບ ທີ່ອາດຈະແຊກຊຶມເຂົ້າພື້ນທີ່ແຂວງ; ສິນຄ້າຈໍານວນໜຶ່ງທີ່ໄດ້ຜະລິດ ຫຼື ຂົນສົ່ງຂ້າມປະເທດ, ຂ້າມເຂດທີ່ມີໂລກລະບາດ.
ທີຫ້າ, ອີງໃສ່ສະພາບຕົວຈິງເພື່ອປະຕິບັດບັນດາມາດຕະການ “ຮັດແໜ້ນພາຍນອກ, ຜ່ອນຄາຍພາຍໃນຢ່າງມີການຄວບຄຸມ” ເໝາະສົມກັບລະດັບຄວາມສ່ຽງຂອງພະຍາດໃນແຕ່ລະເຂດ ແລະ ທີ່ຕັ້ງຂອງແຂວງ ກວ໋າງນິງ ເພື່ອຮັກສາພື້ນທີ່ໃຫ້ປອດໄພ, ມີຄວາມໝັ້ນຄົງ, ປະຕິບັດ “ເປົ້າໝາຍຄູ່” ຮັກສາຄວາມໝັ້ນຄົງຂອງການຜະລິດ ທຸລະກິດ; ບໍ່ໃຫ້ລະເຫຼີງ, ອັດຕະວິໄສ, ເສຍສະຕິລະວັງຕົວຢ່າງເດັດຂາດ. ເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດບັນດາມາດຕະການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດໃນພື້ນທີ່ຢ່າງແໜ້ນແຟ້ນ, ພິເສດແມ່ນຢູ່ບັນດາດ່ານທາງບົກ, ດ່ານທາງທະເລ, ສະຖານສຸຂະພາບ, ໂຮງຮຽນ, ເຂດອຸດສາຫະກໍາ, ໂຮງຈັກໂຮງງານ, ຕະຫຼາດ, ຮ້ານຄ້າໃຫຍ່ ແລະ ເຂດທີ່ມີການເຕົ້າໂຮມປະຊາຊົນໜາແໜ້ນ ແລະ ແກ້ໄຂທຸກກໍລະນີລ່ວງລະເມີດຢ່າງເດັດຂາດ, ເຂັ້ມງວດ ແລະ ທັນທ່ວງທີ./.
-------------
(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສຶ້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ. I, ໜ້າ. 156, 279.
(3) ເບິ່ງ: ຕ້າງ້ອກເຕີ້ນ, ຟ້າມແທ່ງຢຸງ, ດ່ວານມິງຫວນ (ຫົວໜ້າບັນດາທິການຮ່ວມ): ຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ - ບັນດາບັນຫາທິດສະດີ ແລະ ພຶດຕິກໍາຕົວຈິງ, ສພຈ ທິດສະດີການເມືອງ, ຮ່າໂນ້ຍ, 2015, ໜ້າ 45 – 49.
(4) ເບິ່ງ: ຄໍາສັ່ງຂອງຄະນະປະຈໍາຄະນະພັກແຂວງ ເລກທີ 32-CT/TU, ລົງວັນທີ 30 ມັງກອນ 2020, “ວ່າດ້ວຍການເພີ່ມທະວີມາດຕະການອັນຮີບດ່ວນ ເພື່ອປ້ອງກັນແລະຕ້ານພະຍາດອັກເສບປອດຈາກສາຍພັນໃໝ່ຂອງໄວຣັດ ໂຄໂຣນາ (nCoV)”; ຄໍາສັ່ງຂອງຄະນະປະຈໍາຄະນະພັກແຂວງ ກ໋ວາງນິງ ເລກທີ 36-CT/TU, ລົງວັນທີ 28 ເມສາ 2020, “ວ່າດ້ວຍການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນແລະຕ້ານພະຍາດໂຄວິດ-19 ໃນສະພາບການໃໝ່ ແລະ ສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ - ສັງຄົມໃນພື້ນຖີ່ແຂວງ ກ໋ວາງນິງ”; ຄໍາສັ່ງຂອງຄະນະປະຈໍາຄະນະພັກແຂວງ ກ໋ວາງນິງ ເລກທີ 40-CT/TU, ລົງວັນທີ 29 ກໍລະກົດ 2020, “ວ່າດ້ວຍການເພີ່ມທະວີການນໍາພາ, ຊີ້ນໍາ ແລະ ຈັດ ຕັ້ງປະຕິບັດບັນດາມາດຕະການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ໃນສະພາບການໃໝ່ຢ່າງຄົບຊຸດ ແລະ ດຸເດືອດ”; ຄໍາສັ່ງຂອງຄະນະປະຈໍາຄະນະພັກແຂວງ ກ໋ວາງນິງ ເລກທີ 04-CT/TU, ລົງວັນທີ 30 ທັນວາ 2020, “ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ກ່ອນ, ໃນ ແລະ ຫຼັງປີໃໝ່ປີສະຫຼູ”; ຄໍາສັ່ງຂອງຄະນະປະຈໍາຄະນະພັກແຂວງ ກ໋ວາງນິງ ເລກທີ 08-CT/TU, ລົງວັນທີ 3 ກຸມພາ 2021, “ວ່າດ້ວຍການເພີ່ມທະວີຜັນຂະຫຍາຍບັນດາມາດຕະການອັນຮີບດ່ວນ ເພື່ອປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ໃນພື້ນທີ່ແຂວງໃນສະພາບການປະຈຸບັນ”; ຄໍາສັ່ງຂອງຄະນະປະຈໍາຄະນະພັກແຂວງ ກ໋ວາງນິງ ເລກທີ 09-CT/TU, ລົງວັນທີ 3 ພຶດສະພາ 2021, “ວ່າດ້ວຍເພີ່ມທະວີການນໍາພາ, ຊີ້ນໍາການປະຕິບັດໄລຍະສູງສຸດຂອງການປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19 ໃນສະພາບການໃໝ່”.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ວັນທີ 3 ຕຸລາ 2021