ວ.ກ.ອອນ​ໄລ - ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ​ວຽກ​ງານ​ທີ່​ສຳຄັນ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ມັນ​ມີ​ຄວາມ​ໝາຍ​ເປັນຕາ​ຍຕໍ່​ກັບ​ພາລະກິດ​ປະຕິວັດ​ທັງ​ໝົດ​ຂອງ​ພັກ ຂອງ​ຊາດ. ​ໃນ​ຕະຫຼອດ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ພາລະກິດ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ ​​ແລະ​ລວມສູນ​ການ​ຊີ້​ນຳນຳພາວຽກ​ງານ​ນີ້, ​ເອົາ​ໃຈ​ໃສ່​ປັບປຸງ​ສາຍ​ພົວພັນ​ລະຫວ່າງ​ພັກ​ກັບ​ປະຊາຊົນ. ຍ້ອນ​ເຮັດວຽກ​ງານ​ຂົນຂວາຍ​ປະຊາຊົນ​​ເປັນ​ຢ່າງ​ດີ ຈຶ່ງ​ໄດ້​ປະກອບສ່ວນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ປະ​ຕິ​ບັດ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ສຳ​ເລັດ​ມີ​ໄຊ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ.

ທ່ານນາງ ຫ່າທີ້ຂຽດ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. (ພາບ: TTXVN)

ຜົນສຳ​ເລັດ​ແຫ່ງວຽກ​ງານ​ຂົນຂວາຍ​ປະຊາຊົນຂ​ອງພັກ

1- ​ເນື້ອ​ໃນ, ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່.

​ເມື່ອ​ກ້າວ​ເຂົ້າ​ສູ່​ໄລຍະ​ຕົ້ນ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ VI ​ໄດ້​ປະກາດ​ໃຊ້​ຢ່າງ​ທັນ​ການ ມະຕິ​ຕົກລົງ​ສະບັບ​ທີ 8B-NQ/TW, ລົງ​ວັນ​ທີ 27 ມີນາ 1990, ວ່າ​ດ້ວຍ “ປ່ຽນ​ແປງ​ໃໝ່​ວຽກ​ງານ​ມະຫາຊົນ​ຂອງ​ພັກ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ພັກ​ກັບ​ປະຊາຊົນ”. ມະຕິ​ຕົກລົງ​ໄດ້​ກຳນົດ​ແຈ້ງ​ທັດສະນະ 4 ປະການ ​ແລະ​ບັນດາ​ວິທີ​ແກ້​ຕົ້ນຕໍ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂ​ອງພັກ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃຫ້​ສອງ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ຢ່າງຮອບດ້ານ. ບັນດາ​ທັດສະນະ​ຂອງ​ພັກ​ໃນມະຕິ​ຕົກລົງ​ສະບັບ​ທີ 8B-NQ/TW ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ​ເປັນ​ແນວ​ຄິດ​ຊີ້​ນຳ​ທີ່​ສອດ​ຮ້ອຍ​ຕະຫຼອດ ຕໍ່​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃນ​ຂະ​ບວນວິວັດ​ການ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ. ຊາບ​ຊືມມະຕິ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ນີ້, ບັນດາ​ຄະນະ​ພັກ, ການຈັດ​ຕັ້ງ​ພັກ, ສະມາຊິກ​ພັກ ​ໄດ້​ລົງ​ເລິກ​ເກັບ​ກຳ​ຄວາມ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງມາດ​ປາຖະໜາ, ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ເປັນ​ປະຈຳ ​ໂດຍ​ຜ່ານ​ການ​ແບ່ງ​ງານ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ໃນ​ຄະນະ​ພັກ ​ຮັບຜິດຊອບ​ສະ​ເພາະ​ວຽກ​ງານ​ມະຫາຊົນ; ​ແບ່ງ​ງານ​ໃຫ້​ສະມາຊິກ​ພັກ​ຊ່ວຍ​ເຫຼືອ​ມະຫາຊົນ ຊ່ວຍ​ປະຊາຊົນ ​ແລະ​ມີ​ຂໍ້​ກຳນົດ​ ​ໃຫ້ສະມາຊິກ​ພັກ​ປະຕິບັດພັນທະ​ຢູ່​ທ້ອງ​ຖິ່ນ​ທີ່​ຕົນ​ອາ​ໃສ.

​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ຄະນະ​ບໍລິຫານ​ງານ​ສູນ​ກາງ​, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ໄດ້​ປະກາດ​ໃຊ້​ມະຕິ​ຕົກລົງ ຄຳ​ສັ່ງ​ຫຼາຍ​ສະບັບ ​ເພື່ອ​ຊີ້​ນຳ​ນຳພາ, ​ເບິ່ງ​ແຍງ​ດູ​ແລ​ຕໍ່​ກັບ​ແຕ່​ລະ​ຊົນ​ຊັ້ນ, ​ແຕ່​ລະ​ຊັ້ນ​ຄົນ​ສັງຄົມ, ​ແຕ່​ລະຂົງ​ເຂດວຽກ​ງານ​ຂົນຂວາຍ​ປະຊາຊົນ ຂອງ​ພັກ, ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ຄື​​ມະຕິຕົກລົງ​ຂອງ​ພັກ​ກ່ຽວ​ກັບການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່, ວຽກ​ງານ​ສາສະໜາ, ວຽກ​ງານ​ແມ່ຍິງ, ວຽກ​ງານ​ຊາວ​ໜຸ່ມ, ວຽກ​ງານ​ຊົນ​ຊັ້ນ​ກຳມະກອນ; ກ່ຽວ​ກັບກະສິກຳ, ຊາວ​ກະສິກອນ, ຊົນນະ​ບົດ; ກ່ຽວ​ກັບວຽກ​ງານ​ປັນຍາ​ຊົນ, ນັກທຸລະກິດ, ນັກຮົບ​ເກົ່າ, ຜູ້​ອາຍຸ​ສູງ... ​ແລະ​ໃນ​ມໍ່ໆ​ມາ​ນີ້, ມະຕິ​ຕົກລົງ​ສະບັບ​ທີ 25-NQ/TW ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​ໄໝ​ທີ XI “ກ່ຽວ​ກັບ​ການ​ເພີ່ມ​ທະວີ ​ແລະ​ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ​ຕໍ່​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃນ​ສະພາບ​ການ​ໃໝ່ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ​ເລິກ​ເຊິ່ງ​ເຖິງ​ທັດສະນະ​, ​ແນວທາງ​ຂອງ​ພັກ​ກ່ຽວ​ກັບ​ບົດບາດ​ຂອງ​ປະຊາຊົນ, ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ອາດ​ຈະ​ເຫັນ​ໄດ້​ວ່າ, ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ລ້ວນ​ແຕ່​ແນ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ, ສະຫວັດດີ​ການ​ສັງຄົມ, ຫລຸດຜ່ອນ​ຄວາມທຸກ​ຍາກ; ​ເບິ່ງ​ແຍງ​ດູ​ແລ​ສິດ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ; ​ເປີດ​ກວ້າງ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ ​ແລະ​ພັນທະ​ຂອງ​ປະຊາຊົນ.

ພັກ - ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ປະຊາຊົນ, ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ ລັດ​ໃຫ້​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ. ຂໍ້​ສະ​ເໜີ​ແນະ ຂໍ້​ຄິດ​ປະດິດ​ຫຼາຍ​ຢ່າງ​ຂອງ​ປະຊາຊົນ​ໃນ​ຊີວິດ​ຕົວ​ຈິງ​ຖືກ​ພັກ​ຮັບ​ເອົາແລະ​ໝູນ​ໃຊ້​​ເຂົ້າໃນ​ການ​ກຳນົດ​ແຜນ​ນະ​ໂຍບາຍ ຂໍ້​ຕົກລົງ​ທີ່​ສຳຄັນ ມີ​ລັກສະນະ​ຍຸດ​ທະ​ສາດ ​ໃນ​ກາລະ​ເວລາ​ທີ່​ຫຍຸ້ງຍາກ ມີ​ສິ່ງ​ທ້າ​ທາຍ​ຕໍ່​ປະ​ເທດ​ຊາດ. ຈາກ​ຊີວິດ​ການ​ເປັນ​ຢູ່​ຕົວ​ຈິງ​ຂອງ​ປະຊາຊົນ, ສະຕິ​ປັນຍາ​ແລະຄວາມ​ຄິດ​ປະດິດ​ຂອງ​ປະຊາຊົນ​ ໄດ້​ເປັນ​ແຫຼ່ງລິ​ເລີ່​ມ​ໃຫ້​ພັກ​ດຳ​ເນີນ ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ຢ່າງ​ແຂງ​ແຮງ. ​ໃນ​ຂະ​ບວນວິວັດ​ແຫ່ງການ​ປ່ຽນ​ແປງ​ໃໝ່​, ພັກ​ໄດ້​ໃຫ້​ຄວາມ​ສຳຄັນ​ແກ່​ວຽກ​ງານ​ຕິ​ຊົມ​ຕົນ​ເອງ​ ແລະ​ຕິ​ຊົມຢູ່​ພາຍ​ໃນ​ພັກ, ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ​ໃຫ້​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ. ພັກ​ໄດ້​ມີ​ມະຕິ​ຕົກລົງ ຄຳ​ສັ່ງ​ຫຼາຍ​ສະບັບ​ ເພື່ອ​ຊີ້​ນຳ​ນຳພາປະຕິບັດ​ການ​ປະ​ຫຍັດ, ຕໍ່ສູ້​ປ້ອງ​ກັນ​ແລະຕ້ານ ພະຍາດ​ອາດຍາ​ສິດ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເດັດດ່ຽວ.

2- ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງການ​ເມືອງ - ສັງຄົມ, ບັນດາ​ສະມາຄົມຂອງ​ມະຫາຊົນ​ໄດ້ປ່ຽນ​ແປງ​ໃໝ່​​ເນື້ອ​ໃນ ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງຄະນະ​ປະຊາຊົນ ມີ​​ຮູບ​ການ​ເຕົ້າ​ໂຮມ​ປະຊາຊົນ​ຫຼາຍ​ຮູບ​ຫຼາຍ​ແບບ ທີ່​ນັບ​ມື້​ນັບ​ອຸດົມສົມບູນ, ດຶງ​ດູດ​ປະຊາຊົນ​ຊັ້ນ​ຄົນ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ​ ໃຫ້ເຂົ້າ​ຮ່ວມ​ໃນບັນດາ​ສະມາຄົມ ອົງການຈັດ​ຕັ້ງ, ບັນດາ​ສະ​ໂມ​ສອນ​ຕາມ​ຄວາມ​ມັກ, ຕາມ​ອາຊີບ, ຕາມ​ເພດ ​ໄວ... ພັກ-ລັດ ​ມີ​ແຜນ​ນະ​ໂຍບາຍ ​ແລະ​ນະ​ໂຍບາຍຫຼາຍ​ສະບັບ ​ເພື່ອ​ແນ​ໃສ່​​ໂຮມ​ສູນ ເຕົ້າ​ໂຮມບັນດາບຸກຄົນ​ຜູ້ດີ​ເດັ່ນ​ໃນ​ຊົນ​ເຜົ່າ, ສາສະ​ໜາ, ຜູ້​ຊົງ​ຄຸ​ນວຸດ​ທິ, ປັນຍາ​ຊົນ, ນັກທຸລະກິດ... ​ໃຫ້​ເຂົ້າ​ຮ່ວມ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ, ອົງຄະ​ນະ​ປະຊາຊົນ. ພາກສ່ວນ, ​ໂຄງ​ປະກອບ​ຄະນະ​ບໍລິຫານ​ງານ, ຄະນະ​ປະທານ​ຂ​ອງອົງການ​ຈັດ​ຕັ້ງ​ໄດ້​ຮັບ​ການ​ເປີດ​ກວ້າງ. ​ເພື່ອ​ປະຕິບັດ​ພາລະ​ບົດບາດ​ຕິດຕາມ​ກວດກາ, ​ແນວ​ໂຮມ​ປະ​ເທດ​ຊາດ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ​ ໄດ້​ດຳ​ເນີນ​ການຕິດຕາມ​ກວດກາ​ ຕໍ່​ກັບ​ບັນດາ​ອົງການ ການຈັດ​ຕັ້ງ​ລັດ, ຕໍ່​ກັບ​ຜູ້​ແທນ​ທີ່​ຖືກ​ປະຊາຊົນ​ເລືອກ​ຕັ້ງ​ຂຶ້ນ, ​ຕໍ່​ກັບ​ພະນັກງານ ສະມາຊິກ​ພັກ ​ແລະ​ຂ້າ​ລັດຖະການ, ​ແລະ​ໄດ້​ຜັນ​ຂະຫຍາຍ​ການທົດ​ລອງ​ປະຕິບັດ​ “ຂໍ້​ກຳນົດ​ແນວ​ໂຮມ​ປະ​ເທດ​ຊາດຕິ​ດຕາມ​ກວດກາ​ພະນັກງານ, ຂ້າ​ລັດຖະການ, ສະມາຊິກ​ພັກ​ຢູ່​ເຂດ​ພົນລະ​ເມືອງ”. ປັດຈຸບັນ​, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ຕົກລົງ​ສະບັບ​ທີ 217-QĐ/TW ​ແລະ​ມະຕິ​ຕົກລົງ​ສະບັບ​ທີ 218-QĐ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ວ່າ​ດ້ວຍຂໍ້​ກຳນົດ​ການ​ຕິດຕາມກວດກາ, ການ​ຕິ​ຊົມ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ຂອງບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ; ຂໍ້​ກຳນົດ​ໃຫ້ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ບັນດາ​ອົງການຈັດ​ຕັ້ງການ​ເມືອງ - ສັງຄົມ ​ແລະ ປະຊາຊົນ ​ເຂົ້າ​ຮ່ວມ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ. ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກວດກາ​ປະຊາຊົນ ​ໄດ້​ປະກອບສ່ວນ​ອັນຕັ້ງໜ້າ​ ເຂົ້າ​ໃນ​ການ​ຕິດຕາມ​ກວດກາຕໍ່​ກັບ​ພະນັກງານ ສະມາຊິກ​ພັກ ຂ້າ​ລັດຖະການ ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ຕິດຕາມ​ກວດກາ​ການ​ລົງທຶນສ່ວນ​ລວມ, ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ​ຢູ່​ປະຊາ​ຄົມ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ.

ວຽກ​ງານ​ສົມທົບ​ລະຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ ກັບ​ປະທານ​ປະ​ເທດ, ລັດຖະບານ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່​ງຊາ​ດ, ບັນດາ​ກະຊວງ ຂະ​ແໜງ​ການ​ຢູ່​ສູນ​ກາງ ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນກ​ານ​ຂົນຂວາຍ​ປະຊາຊົນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ປະຕິບັດ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍ ກົດໝາຍຂອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ; ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ “ຫັນ​ເປັນ​ແບບ​ການ​ບໍລິຫານ” ​ເປັນ​ແຕ່​ລະ​ກ້າວ, ​ເພີ່ມ​ທະວີ​ການ​ຫັນ​ລົງ​ສູ່​ຮາກຖານ. ​ເນື້ອ​ໃນ, ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ແທດ​ຈິງ ມີ​ປະສິດທິ​ຜົນ, ຕິດ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ, ​​ຕອບ​ສະໜອງ​​ ສິດແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ດ້ວຍ​ກົດໝາຍ​ ຂອງ​ປະຊາຊົນ ​ໄດ້​ໃນ​ຂັ້ຂຕົ້ນ. ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ ​ໄດ້​ຖື​ບົດບາດ​ເປັນ​ແກນ​ສານ​ໃນ​ການ​ເຕົ້າ​ໂຮມ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ປະຕິບັດ​ຈຸດໝາຍ: ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີປະຊາທິປະ​ໄຕ ຍຸດຕິ​ທຳ ​ແລະ​ສີວິ​ໄລ.

 3- ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ບັນດາ​ອົງການ​ແຫ່ງ​ລັດ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ແຕ່​ກ່ອນ.

ອົງການ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ປະຕິບັດ​ວຽກ​ງານ​ຕາມ​ພາລະ​ບົດບາດ​ຄຸ້ມ​ຄອງ​ລັດ, ພ້ອມ​ກັນ​ນັ້ນ​ກໍ່​ເຮັດ​ວຽກ​ງານ​ຂົນ​ຂວາວປະຊາຊົນ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ ປັບປຸງ​ອຳນາດ​ການ​ປົກຄອງ. ລັດ​ໄດ້​ເອົາ​ໃຈ​ໃສ່, ສຸມ​ໃສ່​ການ​ກໍ່ສ້າງລະບົບ​ກົດໝາຍ, ລະບອບ​ນະ​ໂຍບາຍ​ກ່ຽວ​ກັບ​ສິດ ​ແລະ​ພັນທະ​ຂອງ​ພົນລະ​ເມືອງ. ຄຳ​ສັ່ງ​ສະບັບ​ທີ 18/2000/CT-TTg, ລົງ​ວັນ​ທີ 21 ກັນຍາ 2000, ຂອງ​ນາຍົກລັດຖະມົນຕີ, ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ແມ່ນ​ເອກະສານ​ນິຕິ​ກຳ ທີ່​ສືບ​ຕໍ່​ຫັນ​ເປັນ​ລະອຽດການ​ປະຕິບັດ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ໄດ້​ຜັນ​ຂະຫຍາຍ​ຢູ່​ຂັ້ນ​ຕ່າງໆ​ຢ່າງ​ຕັ້ງໜ້າ ​ແລະບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ.

​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ​ແລະ​ຂໍ້​ກຳນົດ​ຫຼາຍ​ສະບັບ​ຂອງ​ອົງການ​ລັດ ກ່ອນ​ເມື່ອ​ປະກາດ​ໃຊ້​ເປັນ​ທາງ​ການ ກໍ່​ໄດ້​ຮັບ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ພະນັກງານ ຂ້າ​ລັດຖະການ ​ແລະ​ປະຊາຊົນ, ​​ໄດ້ແກ້​ໄຂ​ຂໍ້ຄົງຄ້າງ​ຈຳນວນ​ໜຶ່ງ​ໃນ​ການ​ພົວພັນ​ລະຫວ່າງ​ລັດ ກັບ​ປະຊາຊົນ​ແລະ​ວິ​ສາ​ຫະກິດ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຄຸ້ມ​ຄອງ​ທີ່​ດິນ, ຄຸ້ມ​ຄອງ​ແຜນ​ແມ່​ບົດ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ບ້ານເຮືອນ, ຄຸ້ມ​ຄອງ​ພາສີ​ອາກອນ ​ແລະ​ການ​ລົງທຶນ​ວິ​ສາ​ຫະກິດ.

ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ລັດ, ຂອງ​ພະນັກງານ ຂ້າ​ລັດ​ຖະການ ຕໍ່​ກັບ​ຜູ້​ອອກ​ແຮງ​ງານ ​ແລະ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ. ພະນັກງານ​ການ​ນຳ, ຂ້າ​ລັດຖະການ ຕ້ອງ​ວາ​ງ​ໂຄງການ ​ແຜນການ​ລົງ​ຮາກ​ຖານ​ປະຈຳ​ປີ ​ເພື່ອ​ພົບ​ປະ ສົນທະນາ​ໂດຍ​ກົງ​ກັບ​ປະຊາຊົນ, ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ; ການ​ພົວພັນ​, ທ່າ​ທີ່​ການ​ປະພຶດ​ຕໍ່​ກັບ​ປະຊາຊົນ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ​​ໄດ້ກຳຈັດ​ດັດ​ແກ້ສະພາບ​ການ​ໂອ້​ອວດ​ຕິຕຽນ ອຳນາດ​ບາດ​ໃຫຍ່ ທີ່​ເປັນ​ການ​ກໍ່​ຄວາມຫຍຸ້ງຍາກ​ລຳ​ຄານ​ໃຈ​ ໃຫ້​ອົງການ​ຈັດ​ຕັ້ງ ​ແລະ​ພົນລະ​ເມືອງ. ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ໄດ້​ຮັບ​ການ​ຍູ້​ແຮງ, ຮັບປະກັນ​ຕາມ​ກຳນົດ​ທິດ​ປະຊາທິປະ​ໄຕ ​ເປີດ​ເຜີຍ ​ໂປ່​ງ​ໃສ, ​ເຂົ້າ​ໃຈງ່າຍ ປະຕິບັດ​ງ່າຍ; ປະກອບສ່ວນ​ເຮັດ​ໃຫ້​ກົງຈັກ​ໃສ​ສະອາດ, ​ເພີ່ມ​ທະວີ​ຄວາມ​ສັກສິດ ​ແລະ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ ຂອງ​ບັນດາ​ອົງການ​ລັດ; ຈຳກັດ​ຮັດ​ແຄບກົນ​ໄກ “ຂໍ, ​ໃຫ້”, ຫຍໍ້​ສັ້ນ​ເວລາ​ແກ້​ໄຂ​ສຳ​ເນົາ​ບໍລິຫານ. ພິ​ເສດ, ລາຍການ​ໂທລະທັດ “ປະຊາຊົນ​ຖາມ, ລັດຖະມົນຕີ​ຕອບ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ​ຂອງ​ບັນດາ​ທ່ານລັດຖະມົນຕີ ​ແມ່ນ​ບາດກ້າວ​ຄືບ​ໜ້າໃໝ່​ໃນ​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ​ ຂອງບັນດາ​ອົງການ​ແຫ່ງ​ລັດ.

ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ປະກາດ​ໃຊ້​ກົດ​ຂໍ້​ກຳນົດ​ຕ່າງໆ ​ເພື່ອ​ແນ​ໃສ່​ປັບປຸງ ບູລະນະ​ລະບົບ​ບັນ​ດາ​ອົງການ​ແຫ່ງ​ລັດ​ ຕາມ​ທິດ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ, ຍົກ​ສູງຄວາມສັກສິດ ​ແລະ​ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ. ຫຼາຍ​ອົງການ ສຳນັກ​ງານ​ໄດ້​ຊີ້​ນຳ ​ແລະ​ຈັດ​ຕັ້ງ​ການກວດ​ແກ້ ​ປັບປຸງເພີ່ມ​ເຕີມກົດ​ລະບຽບ ຫຼືປະກາດ​ໃຊ້​ກົດ​ລະບຽບ​ໃໝ່​ກ່ຽວ​ກັບ​ລະບຽບ​ການ​ເຮັດວຽກ​ຂອງ​ອົງການ, ລະບຽບ​ວັດທະນະທຳ​ສຳນັກງານ, ລະບຽບ​ການ​ປະພຶດຂອງ​ພະນັກງານ ຂ້າ​ລັດຖະການ ຕາມ​ທິດ: “ຟັງ​ປະຊາຊົນ​ເວົ້າ, ​ເວົ້າ​ໃຫ້ປະຊາຊົນ​​ເຂົ້າ​ໃຈ, ​ເຮັດ​ໃຫ້​ປະຊາຊົນ​ເຊື່ອຖື” ພ້ອມ​ດ້ວຍທ່າ​ທີ່: “ນັບຖື​ປະຊາຊົນ, ​ໃກ້ຊິດ​ປະຊາຊົນ, ​ເຂົ້າ​ໃຈ​ປະຊາຊົນ, ຮ່ຳຮຽນ​ນຳ​ປະຊາຊົນ ​ແລະ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ກັບ​ປະຊາຊົນ”. ບັນດາ​ຄະນະ​ພັກ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ອຳນາດ​ການ​ປົກ​ຄອງຂັ້ນ​ຕ່າງໆ ​ໄດ້ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ປະຊາຊົນ ຜູ້​ອອກ​ແຮງ​ງານ​ໃນ​ບັນ​ດາ​ພາກສ່ວນ​ເສດຖະກິດ ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ອຳນາດ​ການ​ປົກຄອງ, ຄັດ​ເລືອກ ​ແລະ​ຕີ​ລາຄາ​ກຳລັງ​ຄວາມ​ສາມາດ ຄຸນສົມບັດ ​ແລະ​ອິດ​ທິພົນ​ຊື່​ສຽງ​ ຂອງ​ພະນັກງານ​ນຳພາ ຄຸ້ມ​ຄອງ ​ໂດຍ​ຜ່ານ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ; ​ແລະ​ຜ່ານການ​ເອົາ​ຄະ​ແນນ​ສຽງ​ໄວ້​ວາງ​ໄຈ​ຕໍ່​ກັບບັນດາ​ພະນັກ​ງານ ທີ່​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຂຶ້ນ ຫຼື​ຜ່າ​ນອະນຸມັດ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ ​ໃນ​ການ​ຮັບ​​ເອົາແລະ​ສົ່ງຄວາມ​ຄິດ​ເຫັນ​ຂອງ​ຜູ້​ປ່ອນ​ບັດເລືອກ​ຕັ້ງ ​ໄປ​ຍັງ​ຜູ້ນຳ​ໜ້າ​ກະຊວງ, ຂະ​ແໜງ​ການ ​ແລະ​ອຳນາດ​ການ​ປົກ​ຄອງ ​ເພື່ອ​ແກ້​ໄຂ​ແລະ​ຕອບ​ຄຳ​ຄິດ​ເຫັນ​ຂອງ​ຜູ້​ປ່ອນ​ບັດເລືອກ​ຕັ້ງ; ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​​ໃຫ້ບັນດາ​ອົງການ​ມີ​ຄວາມ​ຮັບຜິດຊອບ ​ໃນ​ການ​ແກ້​ໄຂຄວາມ​ຮຽກຮ້ອງ​ອັນ​ຊອບ​ທຳ ຖືກ​ກົດໝາຍ ​ຂອງ​ຜູ້​ປ່ອນ​ບັດເລືອກ​ຕັ້ງ.

ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ​ໄດ້ຮັບ​ແລະ​ແກ້​ໄຂ​ໜັງສືຮ້ອງ​ຟ້ອງ ​ໃບ​ຮ້ອງທຸກ​ທີ່​ຂຶ້ນ​ກັບ​ສິດ​ຂອບ​ເຂດ​ຂອງ​ຕົນ​ຢ່າງ​ຕັ້ງໜ້າ, ​ເປັນ​ຕົ້ນ​ແມ່ນ​ໃບ​ຮ້ອງ​ຟ້ອງ; ຊີ້​ນຳ​ແກ້​ໄຂ​ກໍລະນີ ຄະດີ​ສໍ້​ລາດ​ບັງ​ຫຼວງ ລັກ​ໂລບຟຸມ​ເຟືອຍ, ​ແລະ​ແຈ້ງ​ຜົນ​ການ​ກວດກາ​ໃຫ້​ປະຊາ​ຊົນ​ຊາບ ​ເພື່ອ​ຕິດຕາມ​ກວດກາ. ມີ​ບາງທ້ອງ​ຖິ່ນ​ຍັງຈັດ​ຕັ້ງ ​ແລະຮຽກຮ້ອງ​ໃຫ້​ພະນັກງານ ຂ້າ​ລັດຖະການ ຜູ້​ທີ່​ເຮັດ​ຜິດ​ກົດ​ລະບຽບ​ຕ້ອງ​ຂໍ​ໂທດ​ຢ່າງ​ເປີດ​ເຜີຍ​ຕໍ່ໜ້າ​ປະຊາຊົນ. ຈາກ​ນັ້ນ, ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ ລັດ.

ການ​ປະຕິບັດ​ກົດ​ລະບຽບ​ປະຊາທິປະ​​ໄຕ​ຢູ່​ຮາກ​ຖານ ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ທີ່​ກ້າວໜ້າ. ຕໍ່​ກັບ​ຂັ້ນ​ຕາ​ແສງ, ​ເທດສະບານ​ເມືອງ, ການ​ກໍ່ສ້າງ​ແລະ​ປະຕິບັດ​ກົດ​ລະບຽບ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ. ​ເກືອບ​ທັງ​ໝົດ​ທຸກຕາ​ແສງ, ​ເທດສະບານ​ເມືອງ ​ໄດ້​ກໍ່ສ້າງ ​ແລະ​ປະກາດ​ໃຊ້ກົດ​ລະບຽບ ຂໍ້​ກຳ​ນົດຂອງ​ທ້ອງ​ຖິ່ນ​ຕົນ; ຂໍ້​ກຳນົດ​ຕົກລົງຂອງ​ບ້ານ ຂອງ​ຄຸ້ມ​ນະຄອນ ​ໄດ້​ຮັບປະກັນ​ເງື່ອນ​ໄຂຕ່າງໆ ​ເພື່ອ​ໃຫ້​ປະຊາຊົນ​ຮູ້, ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື, ຕັດສິນ​ຕົກລົງ ​ແລະ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຢູ່​ຮາກ​ຖານ. ຕໍ່​ກັບ​ອົງການ​ບໍລິຫານ ອົງການ​ພາລະກິດ, ການ​ປະຕິບັດ​ກົດ​ລະບຽບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ​ ໄດ້ຕິດ​ແໜ້ນ​ກັບ​ໂຄງການ​ປະຕິ​ຮູບ​ການ​ບໍລິຫານ ​ເພື່ອ​ຊີ້​ນຳການຈັດ​ວາງ​ສັບ​ຊ້ອນ​ກົງຈັກ, ການຈັດ​ຕັ້ງ​ພະນັກງານ, ຍົກ​ຍ້າຍ​ພະນັກງານ​ແບບ​ປ່ຽນ​ຜຽນ; ກຳ​ນົດພາລະ​ບົດບາດ, ໜ້າ​ທີ່​ໃຫ້ແຈ້ງກວ່າ​ອີກ; ກວດຄືນ ​ແລະ​ຍຸບເລີກ​ບັນດາ​ເອກະສານ​ທີ່​ຜິດ​ກົດໝາຍ ບັນດາ​ລະບຽບ​ການ​ທີ່ກໍ່​ຄວາມ​ຫຍຸ້ງຍາກ​ລຳ​ຄານ​ໃຈ; ຜັນ​ຂະຫຍາຍ​ປະຕິບັດ​ກົນ​ໄກ “ປະຕູ​ດຽວ”, “ປະຕູ​ດຽວ​ຕໍ່​ເນື່ອງ​ກັນ”; ​ເປີດ​ເຜີຍ “ໂທລະ​ສັບ​ສາຍ​ດ່ວນ”; ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສື່​ຂ່າວ, ສ້າງ​ມາດຕະຖານ ISO, ຫັນ​ການ​ບໍລິການ​ສາທາລະນະ​ເປັນ​ທັນ​ສະ​ໄໝ; ປັບປຸງ ​ເພີ່ມ​ເຕີນ​​ກົດ​ລະບຽບ ຂໍ້​ກຳນົດ; ກຳນົດ​ແຈ້ງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງຫົວໜ້າ, ຂອງພະນັກ​ງານ ຂ້າ​ລັດຖະການ​ ໃນ​ການປະຕິບັດ​ຂໍ້​ກຳນົດ​ພາຍ​ໃນ ​ແລະ​ປະຕິບັດ​ການ​ເປີດ​ເຜີຍ ປະຊາທິປະ​ໄຕ​ຕໍ່​ກັບ​ປະຊາຊົນ. ຕໍ່​ກັບ​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ​ນັ້ນ, ບັນດາ​ກະຊວງ ຂະ​ແໜງ​ການຢູ່​ສູນ​ກາງ, ບັນດາ​ທ້ອງ​ຖິ່ນ ​ໄດ້​ປະກາດ​ໃຊ້​ ເອກະສານຊີ້​ນຳ​ການ​ກໍ່ສ້າງ​ຂໍ້​ກຳນົດ​ປະຕິບັດ​ປະຊາທິປະ​ໄຕ ​ຢູ່​ໃນ​ວິສາ​ຫະກິດ; ຈັດ​ຕັ້ງ​ການ​ເຊັນສັນຍາແຮງ​ງານ; ປັບປຸງ ​ເພີ່ມ​ເຕີມຂໍ້​ລະບຽບພາຍ​ໃນ, ກົດ​ລະບຽບ, ຂໍ້​ກຳນົດ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃໝ່.

4- ຂະ​ບວນການ​ປະຕິວັດ​ຂອງ​ມະຫາ​ປະຊາຊົນ ​ໃນ​ການ​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໄດ້​ຮັບ​ການ​ຍູ້​ແຮງ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ສະ​ໄໝ​ໃໝ່, ຂະ​ບວນການ​ປະຕິວັດ​ຂອງ​ມະຫາຊົນ ​ໄດ້​ຮັບ​ການ​ຊີ້​ນຳນຳພາຢ່າງ​ໃກ້ຊິດ​ຂອງ​ພັກ ຊຶ່ງ​ໄດ້​ລະດົມ​ທັງ​ລະບົບ​ການ​ເມືອງ ​ແລະ​ທຸກ​ແຫຼ່ງກຳລັງ​ໃນ​ສັງຄົມ ​ໃຫ້​ເຂົ້າ​ຮ່ວມ ​ແລະ​​ເຮັດ​ໃຫ້​ສະພາບ​ການ​ເສດຖະກິດ - ສັງຄົມ​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ; ປະຊາທິປະ​ໄຕ​ໃນ​ຊີວິດ​ສັງຄົມ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ​ເສີມ​ຂະຫຍາຍ; ວຽກ​ງານ​ປ້ອງ​ກັບ​ຊາດ ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ.

ບັນດາ​ການ​ຂົນຂວາຍ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍູ້​ແຮງ. ການ​ຂົນຂວາຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ”, “ວັນ​ເພື່ອ​ຜູ້​ທຸກ​ຍາກ”; ຂະ​ບວນການ​ຫລຸດຜ່ອນ ລຶບລ້າງ​ຄວາມທຸກ​ຍາກ ​ໄດ້​ລະດົມ​ບັນດາ​ແຫຼ່ງກຳ​ລັງ​ສັງຄົມ ​ເພື່ອຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ຕາ​ແສງ​ທີ່​ມີຄວາມ​ຫຍຸ້ງຍາກ, ຕາ​ແສງ​ຢູ່​ເຂດ​ພູຜາ ຫ່າງ​ໄກ​ສອກຫຼີກ. ບັນດາຂະ​ບວນການ​ແຂ່ງຂັນ “ຂົນຂວາຍ​ປະຊາຊົນ​ເກັ່ງ”, “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ກໍ່ສ້າງ​ຊົນນະບົດ​ໃໝ່”; ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເສດຖະກິດ, ຍູ້​ແຮງ​ການ​ຜະ​ລິດ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ ​ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ. ພິ​ເສດ, ​ໃນ​ໄລຍະ​ຖືກ​ຜົນ​ສະທ້ອນ​ຈາກ​ວິ​ກິດການ​ເສດຖະກິດ​ໂລກ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຕອບ​ສະໜອງຂະ​ບວນການຕ່າງໆ​ເຊັ່ນ: “ຄົນ​ຫວຽດນາມ​ນິຍົມ​ໃຊ້​ສິນຄ້າ​ຫວຽດນາມ”; ປະຕິບັດ​ການ​ປະ​ຫຍັດ, ຕ້ານ​ການ​ຟຸມ​ເຟືອຍ​ໃນ​ການ​ຜະລິດ ​ແລະ​ບໍລິ​ໂພ​ກ... ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການຊຸກຍູ້​ການ​ຜະລິດ, ຈຳກັດຮັດ​ແຄບ​ໄພ​ເງິນ​ເຟີ້, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ພ້ອມ​ກັບ​ບັນດາຂະ​ບວນການພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຫລຸດຜ່ອນ​ລຶບລ້າງ​ຄວາມທຸກ​ຍາກນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ​ໃຫ້​ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ​ກໍ່​ໄດ້​ຮັບ​ການຕອບ​ສະໜອງ​ຢ່າງ​ຕັ້ງໜ້າ. ການ​ເຄື່ອນ​ໄຫວ​ຕ່າງໆ​ລ້ວນ​ແຕ່​ຫັນ​ສູ່​ຮາກ​ຖານ​ຢ່າງ​ແຂງ​ແຮງ, ຕິດ​ແໜ້ນ​ກັບ​ພື້ນຖານ ຕິດ​ແໜ້ນ​ກັບ​ປະຊາຊົນ, ​ເພີ່ມ​ທະວີ​ການ​ສົນທະນາ​ໂດຍ​ກົງ​ກັບ​ປະຊາຊົນ, ​ເກັບ​ກຳ​ແນວ​ຄິດ​ຈິດ​ໃຈ ຄວາມ​ມຸ່ງ​ມາດ​ປາ​ຖາ​ໜາ ​ແລະ ຄຳ​ສະ​ເໜີ​ແນະ​ອັນ​ຊອບ​ທຳ​ຊອງ​ປະຊາຊົນ​ໄດ້​ຢ່າງ “ຖືກຕ້ອງ” “ຊັດ​ເຈນ” ​ເພື່ອ​ເປັນ​ທີ່​ປຶກສາ​ໃຫ້​ພັກ-ລັດ ຄະນະ​ພັກ​ ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ວາງ​ແຜນ​ນະ​ໂຍບາຍ ມາດ​ຕະການ​ຊີ້​ນຳ​ນຳພາ​ການ​ແກ້​ໄຂ​ບັນຫາ​ຢ່າງ​ທັນ​ການ ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ບັນຫາ​ທີ່​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັດ​ງານ​ທຳ ​ແລະ​ລາຍ​ຮັບ​ລາຍ​ໄດ້​ຂອງ​ປະຊາຊົນ. ປະຊາຊົນຊົມເຊີຍ ​ແລະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ ໃນ​ການ​ຂົນຂວາຍ “ຮ່ຳຮຽນ ​ແລະ​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມ​ບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ” ຊຶ່ງ​ໄດ້​ສ້າງ​​ໃຫ້​ມີ​ຂະ​ບວນການ​ທີ່ກວ້າງຂວາງ​ເລິກ​ເຊິ່ງ ​ແລະ​ມີ​ກຳລັງ​ແຜ່​ຂະຫຍາຍ​ກວ້າງ ດ້ວຍ​ບັນດາ​ແບບຢ່າງ​ກ່ຽວ​ກັບ​ວຽກ​ດີ ຄົນ​ເດັ່ນ; ຕໍ່ສູ້​ຕ້ານ​ຄວາມ​ຫຍໍ້​ທໍ້ ພະຍາດ​ອາດຍາ​ສິດ ​ແລະການ​ສໍ້​ລາດ​ບັງ​ຫຼວງ; ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ການ​ເມືອງ​ໄດ້​ຢ່າງ​ໝັ້ນຄົງ. ບັນດາຂະ​ບວນການຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຮັກສາ​ລະບຽບ​ຄວາມ​ສະຫງົບ​ສັງຄົມ​ ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຕາມ​ບໍລິ​ເວນ​ທີ່​ສຳຄັນ​ເປັນ​ຈຸດ​ໝັກດ້ານ​ຍຸດ​ທະ​ສາດ; ປົກ​ປັກ​ຮັກສາ​ອຳນາດ​ອະທິປະ​ໄຕ​ໃນ​ເຂດ​ຊາຍ​ແດນ, ​ເຂດ​ທະ​ເລ​ໝູ່​ເກາະ; ​ເປັນ​ທີ່​ປຶກສາ​ໃຫ້​ແກ່​ຄະນະ​ພັກ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ການ​ກໍ່ສ້າງ​ລະບົບ​ການ​ປ້ອງ​ກັນຊາ​ດທົ່ວ​ປວງຊົນ, ທ່າ​ສະ​ໜາມຮົບ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ ​ໂດຍ​ຕິດ​ກັບ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບປະຊາຊົນ​ທີ່​ໝັ້ນຄົງ​ໜັກ​ແໜ້ນ; ​ເບິ່ງ​ແຍງ​ດູ​ແລ​ນັກຮົບ​ຜູ້​ເສຍ​ອົງຄະ, ນັກ​ຮົບ​ເຈັບເປັນ, ຄອບຄົວ​ນັກຮົບ​ຜູ້​ເສຍສະຫຼະ​ຊີວິດ, ຊອກ​ຫາ​ແລະ​ເກັບ​ໂຮມ​ອັດຖິ​ຂອງ​ນັກຮົບ​ຜູ້​ເສຍສະຫຼະ​ຊີວິດ; ປັບປຸງ​ແລະ​ເພີ່ມ​ທະວີ “ທ່າ​ສະໜາມຮົບ​ໃນຈິດ​ໃຈປະຊາຊົນ” ຢ່າງ​ບໍ່​ຢຸດ​ຢັ້ງ. 

​ແຕ່​ວ່າ, ວຽກ​ງານ​ຂົນຂວາຍ​ປະຊາຊົນ ກໍ່​ຍັງ​ມີ​ດ້ານ​ອ່ອນ ຂໍ້​ຈຳກັດ​ຫຼາຍ​ຢ່າງ. ການກໍ່ສ້າງ​ແລະ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ ຄຳ​ສັ່ງ​ຂອງ​ພັກ​ກ່ຽວ​ກັບ​ວຽກ​ງານ​ນີ້​ຍັງ​ບໍ່​ທັນ​ທັນ​ການ, ປະສິດທິ​ຜົນ​ຕ່ຳ; ການຕີ​ລາຄາ​ແລະ​ຄາດ​ຄະ​ເນ​ສະພາບ​ການຍັງ​ບໍ່​ທັນ​ຊັດ​ເຈນ ​ເປັນ​ຕົ້ນ​ແມ່ນ​ຄາດ​ຄະ​ເນການຜັນ​ປ່ຽນ ປ່ຽນ​ແປງ​ໂຄງ​ປະກອບ​ສັງຄົມ, ພາກສ່ວນ​ພົນລະ​ເມືອງ, ຄວາມ​ຄິດ​ຈິດ​ໃຈ ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ບັນດາ​ຊັ້ນ​ຄົນປະຊາຊົນ​... ​ເພື່ອ​ມີ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ສອດຄ່ອງ. ການ​ຫັນ​ແຜນ​ນະ​ໂຍບາຍ ທັດສະນະ​ຂອງ​ພັກ​ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃຫ້​ເປັນ​ນິຕິ​ກຳ​ກໍ່​ຍັງ​ບໍ່​ທັນ​ທັນ​ການ, ​ເປັນ​ຕົ້ນ​ແມ່ນ​ກົນ​ໄກ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ”. ບາງ​ນະ​ໂຍບາຍ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້ກັບ​ຄວາມ​ປາດ​ຖະໜາ ​ແລະຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ຄວາມ​ຂັດ​ເຄືອງຫຼາຍ​ຢ່າງ​ຂ​ອງປະຊາຊົນ ຍັງ​ບໍ່​​ແກ້​ໄຂ​ໄດ້​ຢ່າງ​ທັນ​ການ; ສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ຍັງ​ຖືກ​ຝ່າຝືນ, ​ເປັນ​ຜົນ​ສະທ້ອນ​ບໍ່​ດີເຖິງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ-ລັດ. ສະພາບ​ດັ່ງກ່າວ​ເທິງ​ນີ້​ມີ​ສາ​ເຫດ​ພາວະ​ວິ​ໄສ, ​ແຕ່​ຕົ້ນຕໍ​ແມ່ນ​ຍ້ອນ​ບັນດາ​ສາ​ເຫດ​ອັດຕະວິ​ໄສ. ຄະນະ​ພັກ​ຈຳນວນ​ໜຶ່ງ​ຮັບ​ຮູ້​ກ່ຽວກັບ​ບົດບາດ​ທີ່​ຕັ້ງ​ຂອງວຽກ​ງານ​ຂົນຂວາຍ​ປະຊາຊົນ ຍັງ​ບໍ່​ທັນຈະ​ແຈ້ງ ​ຄົບ​ຖ້ວນ​; ຍັງ​ບໍ່​ທັນ​ເຫັນ​ແຈ້ງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ ​ແລະຍັງ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ເຖິງ​ການ​ຊີ້​ນຳ​ນຳພາ​ວຽກ​ງານ​ນີ້. ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ, ​ໃນ​ນັ້ນ​ມີ​ພະນັກງານ​ນຳພາ ຄຸ້ມ​ຄອງ, ບໍ່​ເປັນ​ແບບຢ່າງ, ຖືກ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ ​ແລະ​ແບບ​ແຜນ​ດຳລົງ​ຊີວິດ. ​ແບບ​ວິທີ​ການ​ນຳພາ​ຊອງ​ພັກ​ຕໍ່​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ, ​ໄປ​ບໍ່​ທັນ​ກັບ​ການ​ຂະຫຍາຍຕົວ​ຢ່າງ​ໄວວາ​ຂອງ​ຊີວິດ​ສັງຄົມ.

ບົດຮຽນ​ປະສົບ​ການ​ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ

ບົດຮຽນ​ປະສົບ​ການໃຫຍ່​ໃນ​ການ​ນຳພາ​ການ​ປະຕິວັດ​ຫວຽດນາມ, ທີ່​ມີ​ການ​ພົວພັນ​ໂດຍ​ກົງ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ໄດ້​ຮັບ​ການ​ຢືນຢັນ​​ໃນ​ເອກະສານ​ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ VI ຂອງ​ພັກ - ກອງ​ປະຊຸມ​ທີ່​ຂີດ​ໝາຍ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່: “​ໃນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ຕົນ, ພັກ​ຕ້ອງ​ຊາບ​ຊືມ​ແນວ​ຄິດ​ແນວ​ຄິດ “​ເອົາ​ປະຊາຊົນ​ເປັນ​ກົກ​ຮາກ”, ກໍ່ສ້າງ ​ແລະ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ພັກ​ກອມ​ມູນິດ​ຫວຽດນາມບໍ່​ມີ​ຈຸດປະສົງ​ອື່ນ​ໃດ​ນອກ​ເໜືອ​ຈາກ​ຈຸດປະສົງ​ຕໍ່ສູ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ມະຫາ​ຊົນ​ເປັນ​ຜູ້​ສ້າງ​ປະຫວັດສາດ​ຂຶ້ນ​ມາ”. ຈາກ​ພຶດຕິ​ກຳ​ແຫ່ງ​ການ​ປະຕິວັດ​ອັນ​ອຸດົມສົມບູນ, ລວ​ມ​ທັງຜົນສຳ​ເລັດ​ແລະຂໍ້​ຈຳກັດ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຖອດ​ຖອນ​ບົດຮຽນ​ຕ່າງໆ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​​ໃໝ່​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ວຽກ​ງານ​ຂົນຂວາຍ​ປະຊາຊົນຍາມ​ໃດ​ກໍ່​ອີງ​ບົນ​ພື້ນຖານ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ. ວຽກ​ງານ​ຂົນຂວາຍ​ປະຊາຊົນຕ້ອງ​ຕິດ​ແໜ້ນ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ-ລັດ ໃຫ້​ຂາວ​ສະອາດ, ໝັ້ນຄົງ​ເຂັ້ນ​ແຂງ; ຕິດຕາມ​ຢ່າງ​ໃກ້ຊິດ​ກັບ​ພາກ​ພຶດຕິ​ກຳ, ຍາມ​ໃດ​ກໍ່​ອີງ​ໃສ່​ກຳລັງປະຊາຊົນ ​ແລະ​ກຳລັງ​ແຮງ​ຂອງ​ປະຊາຊົນ; ທຸກໆ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຕ້ອງ​ເລີ່​ມຈາກ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເພື່ອ​ປະຊາຊົນ ​ແລະ​ໂດຍ​ປະຊາຊົນ​ຢ່າງ​​ແທ້ຈິງ.

ທີ​ສອງ, ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແມ່ນ​ພາລະ​ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ, ພັກ​ນຳພາ, ອຳນາດ​ການ​ປົກຄອງ​ຈັດ​ຕັ້ງ​ປະຕິບັດ, ​ແນວ​ໂຮມ​ປະ​ເທດ​ຊາດ ອົງຄະ​ຄະ​ປະຊາຊົນ​ເປັນ​ແກ່ນສານ, ​ເປັນ​ທີ່​ປຶກສາ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ ​ເຕົ້າ​ໂຮມ​ປະຊາຊົນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ.

ທີ​ສາມ, ປັບປຸງ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​ເປັນ​ປະຈຳ; ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ເລືອ​ດເນື້ອ ລະຫວ່າງ​ພັກ-ລັດ ກັບ​ປະຊາຊົນ. ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ ​ແລະ​ບັນດາ​ສະມາຄົມ​ຂອງ​ມະຫາຊົນ​ ຕ້ອງປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ​ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ການ​ເຕົ້ນ​ໂຮມ​ປະຊາຊົນ, ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​​ເຮັດ​ແບບບໍລິຫານ ອາດຍາ​ສິດ ຮູບ​ການ; ​ເປັນ​ຜູ້ຕາງໜ້າ​ທີ່​ແທ້​ຈິງ​ໃຫ້​ແກ່​ສິດຜົນ​ປະ​ໂຫຍ​ດ ຄວາມ​ມຸ່ງມາດ​ປາຖະໜາ​ຂອງ​ສະມາຊິກ ​ແລະ ຂອງ​ປະຊາຊົນ.

ທີ​ສີ່, ວາງ​ແຜນ​ກຳນົດ, ​​ກໍ່ສ້າງ ບຳລຸງອົບຮົມ ຝຶກ​ຝົນ​ຫຼໍ່​ຫຼອມ ຈັດ​ວາງ​ສັບ​ຊ້ອນ ສ້າງ​ຖັນ​ແຖວ​ພະນັກງານສະ​ເພາະ​ກິດ ​ທີ່​ມີ​ຄວາມ​ສາມາດ​​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ; ກໍ່ສ້າງ ບຳລຸງ​ອົບ​ຮົມ​ໃຫ້​ພະນັກງານ, ສະມາຊິກ​ພັກ, ຂ້າ​ລັດຖະການ ​ແລະ ພະນັກງານ ນັກຮົບ​ກຳລັງ​ປະກອບ​ອາວຸດ​ແຕ່ລະຄົນ ກາຍ​ເປັນ​ພະນັກງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ.

ບັນດາ​ບັນຫານ​ທີ່​ພວມ​ຕັ້ງ​ອອກ​ມາ​ ຕໍ່​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ພັກ

ສັນຕິພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຍັງ​ຄົງ​ເປັນ​ທ່າ​ອຽງ​ອັນ​ພື້ນຖານ​ໃນ​ສະພາບ​ການ​ໂລກ​ປັດຈຸບັນ, ​ແຕ່​ຈະ​ມີ​ການ​ຜັນ​ປ່ຽນ​ທີ່​ສັບ​ສົມ​ໃໝ່ ຊຶ່ງ​ເຊື່ອງ​ຊ້ອນ​ສິ່ງ​ບັງ​ເອີນ​ອຸບັດ​ເຫດ​ຕ່າງໆ​ທີ່​ຄາດ​ຄະ​ເນ​ໄດ້​ຍາກ. ສະພາບ​ຄວາມ​ເຄັ່ງ​ຕຶງ ​ການ​ປະ​ທະ​ກັນດ້ານ​ສາສະໜາ ດ້ານ​ຊົນ​ເຜົ່າ; ການ​ແຍກ​ຕົວ​ອອກ, ການ​ສົງຄາມ​ພາກສ່ວນ; ການ​ຈະລາຈົນ​ດ້ານ​ການ​ເມືອງ, ການ​ເຄື່ອນ​ໄຫວ​ແຊກ​ແຊງ ​ໂຄ່ນ​ລົ້ມ, ການ​ກໍ່​ການ​ຮ້າຍ ​ຍັງ​ຈະ​ເກີດ​ຂຶ້ນ​ຢ່າງ​ເຄັ່ງຮ້ອນ. ການ​ພັດທະນາ​ຂອງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ພິ​ເສດ​ແມ່ນ​ການ​ຂະຫຍາຍຕົວ​ຢ່າງ​ໄວວາ​ຂອງການສື່​ຂ່າວ​​ໃນໂລກ, ຊຶ່ງ​ໄດ້​ແລະ​ພວມ​ສະ​ແດງ​ອອກ​ໃນ​ທຸກ​ວັນ​ເວລາ ​ແລະ​ສົ່ງ​ຜົນ​ກະທົບ​ໃສ່​ທຸກ​ການ​ເຄື່ອນ​ໄຫວ​ສັງຄົມ.

​ເສດຖະກິດ​ຕະຫຼາດ ​ແລະການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ມີ​ຄຸນ​ປະ​ໂຫຍ​ດ​ດີ​ແລະດ້ານ​ຕັ້ງໜ້າ​ເປັນ​ຕົ້ນຕໍ, ​ແຕ່​ຄຽງ​ຂ້າງ​ນັ້ນ ດ້ານ​ຫຍໍ້​ທໍ້​ຈຳນວນ​ໜຶ່ງ​ກໍ່​ສືບ​ຕໍ່​ກະທົບ​ໃສ່ ສົ່ງ​ຜົນ​ສະທ້ອນ​ນັບ​ມື້​ນັບ​ເລິກ​ເຊິ່ງ​ໃສ່​ຊີວິດ​ສັງຄົມ ​ເຊັ່ນການ​ຜັນ​ແຍກ​ຮັ່ງມີ - ທຸກ​ຍາກ, ການ​ແບ່ງ​ຊັ້ນ​ສັງຄົມ, ພ້ອມ​ດ້ວຍ​ພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຫ່າງ​ເຫີ​ນປະຊາຊົນ, ລະ​ເມີດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ​ຫລຸດຜ່ອນ​ລົງ. ​ວິ​ກິດ​ການ​ເສດຖະກິດ​ໂລກ​ໃນ​ເວລາ​ທີ​ຜ່ານ​ມາ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ​ໃສ່​ລະບົບເສດຖະກິດ​ຫວຽດນາມ, ​​ເຖິງ​ວ່າ​ປັດຈຸບັນ​ໄດ້​ມີ​ການ​ຟື້ນ​ຟູ​ຢ່າງ​ຕັ້ງໜ້າ​ກໍ່ຕາມ ​ແຕ່​ເສດຖະກິດ​ຫວຽດນາມ​ກໍ່ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ; ພາລະກິດ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ພວມ​ຮຽກຮ້ອງ​ໃຫ້​ແກ້​ໄຂ​ຢ່າງ​ຮີບ​ດ່ວນ. ຄວາມ​ແຕກ​ໂຕນ​ກັນທາງ​ດ້ານ​ລະດັບ​ຊີວິດ, ​ແບບ​ດຳລົງ​ຊີວິດ ​ແລະ ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຊັ້ນ​ຄົນ​ສັງຄົມ; ການ​ປ່ຽນ​ແປງ​ດ້ານ​ໂຄງ​ປະກອບ​ພົນລະ​ເມືອງ ​ແລະ ການ​ເຄື່ອນ​ຍ້າຍ​ແຮງ​ງານທີ່​ສະ​ແດງ​ອອກນັບ​ມື້​ນັບ​ແຂງ​ແຮງນັ້ນ​ ແມ່ນ​ມີ​ທ່າ​ອຽງ​ຕັ້ງໜ້າ ​ແຕ່​ພ້ອມ​ກັນ​ນັ້ນມັນ​ກໍ່​ກະທົບ​ໃຫ້​ເກີດ​ມີ​ບັນດາ​ທ່າ​ອຽງ ຜົນ​ປະ​ໂຫຍ​ດທີ່​ແຕກ​ຕ່າງ​ກັນ.

ບັນດາ​ອິດ​ທິກຳລັງ​ສັດຕູຍັງ​ສືບຕໍ່​ປະຕິບັດ​ກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ”, ກໍ່​ການ​ຈະລາຈົນ ​ໂຄ່ນ​ລົ້ມ, ນຳ​ໃຊ້​ປ້າຍ​ຄຳ​ຂວັນ “ປະຊາທິປະ​ໄຕ”, “ສິດທິ​ມະນຸດ”, “ຊົນ​ເຜົ່າ”, “ສາສະ​ໜາ” ​ເພື່ອ​ຫວັງ​ເຮັດ​ໃຫ້​ມີ “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ​ພັກ, ພາຍ​ໃນ​ປະຊາຊົນ; ມ້າງ​ເພ​ທຳລາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ.

ບັນດາ​ບັນຫາ​ທີ່​ພວມ​ຕັ້ງ​ອອກ​ມາ​ນັ້ນ ມັນ​ຮຽກຮ້ອງ​ໃຫ້ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ພັກ​ໃນ​ຊຸມ​ປີ​ຕໍ່ໜ້າ ຕ້ອງສຸມ​ໃສ່​ບາງ​ວິທີ​ແກ້​ຕົ້ນຕໍດັ່ງ​ນີ້: ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້ຂາວ​ສະອາດ ​ໝັ້ນຄົງ​ເຂັ້ມ​ແຂງ, ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XI ວ່າ​ດ້ວຍ​ການ​ກໍ່ສ້າງ​ພັກ; ສຸມກຳລັງ​ແກ້​ໄຂ​ຄວາມ​ຂັດ​ເຄືອງ ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ໃຫ້​ໄດ້​ຢ່າງ​ທັນ​ການ ມີ​ປະສິດທິ​ຜົນ. ບັນດາ​ຄະນະ​ພັກ ການຈັດ​ຕັ້ງ​ພັກ ​ເອົາ​ໃຈ​ໃສ່​ຊີ້​ນຳ​ນຳພາ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ຕົກລົງ​ສະບັບ​ທີ 25-NQ/TW ​ແລະ​ບັນດາ​ມະຕິ ຄຳ​ສັ່ງ​ຂອງ​ພັກ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ເພື່ອ​ແນ​ໃສ່​ສ້າງ​​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ກວ່າ​ອີກ ​ໃນ​ຄວາມ​ຮັບ​ຮູ້ ຄວາມ​ຮັບຜິດຊອບ ​ແລະ ການ​ກະທຳຕົວ​ຈິງ​ຂອງ​ແຕ່​ລະອົງກາ​ນຈັດ​ຕັ້ງ​ພັກ, ອຳນາດ​ການ​ປົກຄອງ, ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ພະນັກງານ ສະມາຊິກ​ພັກ ​ເພື່ອ​ນຳ​ປະຕິບັດ​ມະຕິ​ເຂົ້າ​ໃນ​ຊີວິດ​ການ​ເປັນ​ຢູ່​ຢ່າງ​ແທດ​ຈິງ ​ແລະ​ມີ​ປະສິດທິ​ຜົນ. ລັດ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ ສື​ບຕໍ່​ຫັນທັດສະນະ ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ເປັນ​ນິຕິ​ກຳ, ​ເຮັດ​ໃຫ້ທັດສະນະ ​ແຜນ​ນະ​ໂຍບາຍ​ໃໝ່​ຂອງ​ພັກ ​ກ່ຽວ​ກັບ​ການ​ຂົນຂວາຍ​ປະຊາຊົນ ກາຍ​ເປັນ​ເອກະສານ​ກົດໝາຍ; ​ເພີ່ມ​ທະວີ​ການ​ໂຄສະນາ ຂົນຂວາຍ​​ໃຫ້ພະນັກງານ ຂ້າ​ລັດຖະການ ລັດຖະກອນ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ກັບ​ປະຊາຊົນ; ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບວິ​ທີ​ການ​ບໍລິຫານ; ​ເພີ່ມ​ທະວີ​ການ​ສົນທະນາ, ຕິດ​ຕໍ່​ພົວພັນໂດຍ​ກົງ​ກັບ​ປະຊາຊົນ; ປະຕິບັດ​ກົດລະບຽບ​ປະຊາທິປະ​ໄຕຢູ່​ຮາກ​ຖານ. ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຂະ​ບວນການ​ແຂ່ງຂັນ​ກັນ “ຂົນຂວາຍ​ປະຊາຊົນ​ດີ” ຕິດ​ແໜ້ນ​ກັບ “ການ​ຮ່ຳຮຽນ​ແລະ​ເຮັດ​ຕາມ​ແວ່ນ​ແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ”. ນຳພາແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ການຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ບັນດາ​ສະມາຄົມ​ຂອງ​ມະຫາຊົນ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ ​ເພື່ອ​ເຕົ້າ​ໂຮມ​ປະຊາຊົນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່. ​ເອົາ​ໃຈ​ໃສ່​ກໍ່ສ້າງ ປັບປຸງ​ການຈັດ​ຕັ້ງ ກົງຈັກ ຖັນ​ແຖວ​ພະນັກງານ​ໃນ​ຄະນະ​ຂົນຂວາຍ​ມະຫາຊົນ​ ຂອງ​ຄະນະ​ພັກ​ ຂ​ອງແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ອົງຄະ​ນະມະ​ຫາ​ຊົນ​ຂັ້ນ​ຕ່າງໆ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ./.

ຂຽນ​ໂດຍ: ທ່າ​ນນາງ ຫ່າ​ທີ້ຂຽດ,
​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ, ສະບັບ​ທີ 865 (​ເດືອນ​ພະຈິກ ປີ 2014)