ວ.ກ - ກ່ອນ​ໜ້າ​ນີ້ 70 ປີ, ​ໂດຍ​ປະຕິບັດ​ຄຳ​ສັ່ງ​ຂອງ​ທ່ານ​ຜູ້ນຳ​ໂຮ່ຈີ​ມິນ, ວັນ​ທີ 22 ທັນວາ 1944, ຢູ່ເຂດ​ປ່າ ​ເຈິ່ນຮຶງດ້າວ ​ເມືອງ​ງວຽນ​ບິ່ງ ​ແຂວງ​ກາວ​ບັ່ງ, ກອງທະຫານໂຄສະນາ​ປົກ​ປ່ອຍ​ຫວຽດນາມ ທີ່ເປັນຕົ້ນກຳເນີ​ດຂອງກອງທັບ​ປະຊາຊົນຫວຽດນາມ, ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ. ພາຍ​ໃຕ້​ການ​ນຳພາ ສຶກສາ​ອົບຮົມ ​ແລະ​ຝຶກ​ຝົນ​ຫຼໍ່​ຫຼອ​ມ ຂອງ​ພັກ​ກອມມູນິດ​ຫວຽດນາມ ​ແລະ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ​ໃນ​ຕະຫຼອດ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ ສູ້​ຮົບ ​ແລະ ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ກອງທັບ​ປະຊາຊົນຫວຽດນາມ ຍາມ​ໃດ​ກໍ່​ຢຶດໝັ້ນ​ໃນ​ຈຸດໝາຍ ອຸດົມຄະຕິ​ການ​ສູ້​ຮົບ​ ເພື່ອ​ເອກະລາດ​ແຫ່ງ​ຊາດແລະ​ສັງຄົມ​ນິຍົມ; ​ໄດ້​ພ້ອມ​ກັນ​ກັບ​ປະຊາຊົນ​ຍາດ​ເອົາບັນດາໄຊຊະນະ​ອັນ​ສະຫງ່າ​ລາສີ, ສົມ​ກັບ​ເປັນ​ເຄື່ອງມື​ຄວາມ​ຮຸນ​ແຮງ​ອັນ​ແຫຼມ​ຄົມ, ​ເປັນກຳລັງກາ​ນ​ເມືອງທີ່​ຈົງ​ຮັກ​ພັກດີ​ແລະໄວ້​ວາງ​ໃຈ​ໄດ້ ຂອງ​ພັກ ລັດ ​ແລະ ​ປະຊາຊົນ, ​ເປັນ​ແກນກາງ​ໃຫ້​ແກ່​ປະຊາຊົນ​ທັງ​ຊາດ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ພົນເອກ ຝຸ່ງກວາງແທງ ໄປຢາມກົມກອງທະຫານບົກແຫ່ງໜຶ່ງ.

ນັບ​ແຕ່​ເມື່ອ​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ​ໃໝ່, ດ້ວຍ​ກຳລັງ​ທະຫານ​ພຽງ 34 ຄົນ ​ແລະອາວຸດ​​ປະຖົມ​ປະ​ຖານ​ທີ່​ສຸດ​ແຕ່ກອງທັບ​ປະຊາຊົນຫວຽດນາມກໍ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ບຸກ​ໂຈມຕີ​​ຄ້າຍທະຫານ​ ຟາຍ​ຄັດ ​ແລະ ນາ​ເງິນ, ​ເລີ່​ມຕົ້ນ​ມູນ​ເຊື້ອ “​ເດັດດ່ຽວ​ສູ້​ຮົບ, ​ເດັດຂາດ​ມີ​ໄຊ” ຂອງ​ກອງທັບ ​ແລະ ຫຼັງ​ຈາກ​ນັ້ນ​ເກືອບ​ແປດ​ເດືອນ ກໍ່​ໄດ້​ປະກອບສ່ວນ​ອັນ​ສຳຄັນ ​ພ້ອມ​ກັນ​ກັບ​ປວງ​ຊົນ​ທັງ​ຊາດ​ ດຳ​ເນີນ​ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ທີ່​ຍິ່ງ​ໃຫຍ່​ຢ່າງ​ສຳ​ເລັດ​ຜົນ, ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ກຳ​ເນີ​ດ​ເກີດ​ຂຶ້ນ​ຂອງ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ - ລັດ​ແຫ່ງ​ປະຊາທິປະ​ໄຕ ປະຊາຊົນ​ທຳ​ອິດ​ ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ຜູ້​ຮຸກ​ຮານ, ກອງທັບ​ປະຊາຊົນຫວຽດນາມ​ໄດ້​ເຕີບ​ໃຫຍ່​ຢ່າງ​ໄວວາ, ຂະຫຍາຍຕົວ​ທັງ​ທາງ​ດ້ານ​ກຳລັງ ອາວຸດ ຍຸດ​ໂທ​ປະກອບ ​ແລະ ​ພິ​ເສດ​ແມ່ນ​ບົດຮຽນ​ສູ້​ຮົບ. ອາ​ໃສ​ສິ່ງ​ດັ່ງກ່າວ​ນັ້ນ, ​ໃນ​ທ່າ​ສະໜາມ​ຮົບ​ສົງຄາມ​ປະຊາຊົນ, ກອງທັບ​ປະຊາຊົນຫວຽດນາມ​ໄດ້​ຈັດ​ຕັ້ງ​ບັ້ນ​ຮົບ​ຫຼາຍບັ້ນທີ່​ມີ​ຂະໜາດ​ນັບ​ມື້​ນັບ​ໃຫຍ່​ໂຕ, ​ເປັນ​ຕົ້ນ​ແມ່ນ​ການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ ລະດູ​ໜາວ-ບານ​ໃໝ່ 1953 - 1954, ຍາດ​​ໄດ້​ໄຊຊະນະຕັດ​ສິນ​ໃນ​ບັ້ນ​ຮົບ ດ້ຽນບຽນ​ຝູ ອັນ​ເປັນ​ປະຫວັດສາດ​ “ທີ່​ມີ​ຊື່​ສຽງ​ໂດ່​ງດັງ​ທົ່ວ​ຫ້າ​ທະວີບ, ກະທົບກະ​ເທືອ​ນທົ່ວ​ໂລກ”.

​ໃນ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ, ກອງທັບ​ປະຊາຊົນຫວຽດນາມ​ໄດ້​ກໍ່ສ້າງ​ບັນດາ​ເຫຼົ່າ​ທັບ ​ເຫຼົ່າ​ທະຫານ ພ້ອມ​ດ້ວຍ​ອາວຸດ​ຍຸດ​ໂທ​ປະກອບ ​ແລະ​ພາຫະນະ​ເຕັກນິກ​ທີ່​ທັນ​ສະ​ໄໝ​ພໍ​ສົມຄວນ. ພິ​ເສດ, ​​ໃນ​ໄລຍະ​ທ້າຍ​ຂອງ​ການ​ຕໍ່ຕ້ານ, ​ໄດ້​ສ້າງ​ຕັ້ງ​ບັນດາ​ເຫຼົ່າ​ທະຫານ​ຫຼວງ​ເຄື່ອນ​ທີ່. ສິລະປະ​ຍຸດຂອງ​ສົງຄາມ​ປະຊາຊົນ​ຫວຽດນາມ​ໃນ​ການ​ຕໍ່ສູ້​ຕ້ານຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ໄດ້​ຂະຫຍາຍຕົວ​ເຖິງ​ຍອດ​ສູງ​ສຸດ, ​ເປັນ​ຕົ້ນ​ແມ່ນ​ສິລະ​ປະການ​ສູ້​ຮົບ​ແບບ​ຍຸດທະພູມ, ຍຸດ​ທະ​ສາດ ​ແລະ ການ​ຊີ້​ນຳ​ປະສານ​ການ​ສູ້​ຮົບ​ລະຫວ່າງ​ບັນດາ​ສະໜາມຮົບ. ຢູ່​ພາກ​ເໜືອ, ກອງທັບ​ໄດ້​ເຂົ້າ​ຮ່ວມ​ພ້ອມ​ກັບ​ທົ່ວ​ປວງ​ຊົນ​ກໍ່ສ້າງສັງຄົມ​ນິຍົມ; ພ້ອມ​ກັນ​ນັ້ນ ກໍ່​ໄດ້​ຕີ​ເອົາ​ຊະນະສົງຄາມ​ທຳລາຍ​ດ້ວຍ​ກອງທັບ​ອາກາດ ​ແລະ ກອງທັບ​ເຮືອ ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ປົກ​ປັກ​ຮັກສາ “​ແນວ​ຫຼັງ​ໃຫຍ່” ພາກ​ເໜືອ​ໄວ້​ຢ່າງ​ໝັ້ນຄົງ, ລຳລຽງສະໜອງອາວຸດ​ຍຸດ​ໂທ​ປະກອນ​ໃຫ້ “​ແນວ​ໜ້າ​ໃຫຍ່” ພາກ​ໃຕ້. ຢູ່​ພາກ​ໃຕ້, ກອງທັບ​ໄດ້​ເສີມ​ຂະຫຍາຍບົດບາດ​ເປັນ​ແກນ​ກາງ​ໃນ​ການ​ຕໍ່ສູ້​ດ້ານ​ການ​ທະຫານ, ສົມທົບ​ຢ່າງແໜ້ນ​ແຟ້ນລະຫວ່າງ​​ຕໍ່ສູ້​ດ້ານ​ການ​ທະຫານ ກັບ​ຕໍ່ສູ້​ດ້ານການ​ເມືອງແລະ​ຕໍ່ສູ້ດ້ານ​ການ​ທູດ; ປະຕິບັດ​ແບບ​ວິທີ​ປະສານການ​ສູ້​ຮົບລະຫວ່າງບັນດາ​ເຫຼົ່າ​ທະຫານ​ຫຼວງ ກັບສົງຄາມ​ປະຊາຊົນ​ຢູ່​ທ້ອງ​ຖິ່ນ; ຕີ​ສັດຕູ​ດ້ວຍ​ສາມ​ປາຍ​ແຫຼມ​ບຸກ​ໂຈມ​ຕີ: ການ​ເມືອງ ການ​ທະຫານ ຂົນຂວາຍ​ທະຫານ​ສັດຕູ, ​ແລະ ຢູ່​ທັງ​ສາມ​ເຂດ​ຍຸດ​ທະ​ສາດ: ຕົວ​ເມືອງ ຊົນນະບົດ ​ເຂດ​ພູດ​ອຍ, ສ້າງ​ເປັນກຳລັງ​ແຮງ​ສັງ​ລວມ​ເຮັດ​ໃຫ້​ຍຸດ​ທະ​ສາດ​ຕ່າງໆ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ​ປະລາ​ໄຊ​ລົງ ເຊັ່ນ “ສົງຄາມ​ພິ​ເສດ” “ສົງຄາມ​ພາກສ່ວນ” “ການ​ຫັນ​ສົງຄາມ​ເປັນ​ຂອງ​ຫວຽດນາມ”, ກ້າວ​​ໄປເຖິງ​ສຳ​ເລັດການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ ດ້ວຍ​ການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື​ຂຶ້ນ​ຂະໜາດ​ໃຫຍ່​ໃນ​ລະດູບານ​ໃໝ່​ປີ 1975 ຊຶ່ງ​ຍອດ​ສູງແມ່ນບັ້ນ​ຮົບ​ໂຮ່ຈີ​ມິນ​ອັນ​ເປັນ​ປະຫວັດສາດ.

ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ທົ່ວ​ປະ​ເທດ​ດຳ​ເນີນ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຄື ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກອງທັບ​ປະຊາຊົນຫວຽດນາມ​ເປັນ​ກຳລັງ​ແກນ​ກາງ​ທີ່​ແທ້​ຈິງ​ໃຫ້​ແກ່​ທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ; ຕໍ່ສູ້​ເຮັດ​ໃຫ້​ກົນອຸບາຍ ເລ່ຫຼ່ຽມ “ຜັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ​ປະລາ​ໄຊ​ລົງ. ພ້ອມ​ກັບ​ໜ້າ​ທີ່​ສູ້​ຮົບ, ກອງທັບ​ປະຊາຊົນຫວຽດນາມ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ຮຳບາດ​ແຜ​ສົງຄາມ, ປ້ອງ​ກັນ​ ຫຼີກ​ລ່ຽງ​ໄພ​ທຳ​ມະ​ຊາດ, ປົກ​ປັກ​ຮັກສາ​ຊີວິດ ​ແລະ​ຊັບ​ສົມບັດ​ຂອງ​ປະຊາຊົນ; ​ໂຄສະ​ນາ ຂົນຂວາຍ​ປະຊາຊົນ​ປະ​ຕິ​ບັດ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ​ນະ​ໂຍບາຍ ກົດໝາຍ​ຂອງ​ລັດ; ກໍ່ສ້າງ ປັບປຸງ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ; ຊ່ວຍ​ເຫຼືອ​ປະຊາຊົນ​ພັດທະນາ​ເສດຖະກິດ, ລົບລ້າງ​ຄວາມ​ອຶດຫີວ ຫລຸດຜ່ອນ​ຄວາມທຸກ​ຍາກ, ປະຕິບັດ​ສະຫວັດ​ດີກາ​ນສັງຄົມ, ​ເຂົ້າ​ຮ່ວມ​ກໍ່ສ້າງ​ຊົນນະບົດ​ໃໝ່,... ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ, ປະກອບສ່ວນ​ກໍ່ສ້າງ “ທ່າ​ສະໜາມ​ໃນ​ໃຈປະຊາຊົນ”, ປັບປຸງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ ​ແລະ ລັດ. ດ້ວຍ​ພາລະ​ບົດບາດ “ກອງ​ກຳລັງ​ອອກ​ແຮງ​ງານ”, ກອງທັບ​ປະຊາຊົນ ຊຶ່ງ​ແກ່ນ​ກາງ​ແມ່ນ​ບັນດາ​ກົມ​ກອງປ້ອງ​ກັນຊາ​ດ-ເສດຖະກິດ, ບັນດາ​​ໂຮງ​ຈັກໂຮງງານການ​ທະຫານ, ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຜະລິດ ປະກອບສ່ວນ​ຍູ້​ແຮງ​ການ​ຫັນ​​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ການ​ປ້ອງ​ກັນ​ປະ​ເທດຊາດ - ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ບັນດາ​ບໍລິ​ເວນ​ຍຸດ​ທະ​ສາດ ​ເຂດ​ຊາຍ​ແດນ ​ເຂດ​ທະ​ເລ​ໝູ່​ເກາະ. ກອງທັບ​ປະຊາຊົນຫວຽດນາມບໍ່ພຽງ​ແຕ່​ໄດ້​ສຳ​ເລັດ​ໜ້າ​ທີ່​ຂອງ​ຊາດ​ຢ່າງ​ດີ​ເດັ່ນ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້ປະກອບສ່ວນ​ພ້ອມ​ກັບ​ປະຊາຊົນ​ຫວຽດນາມ​ສຳ​ເລັດ​ພັນທະ​ສາກົນ​ອັນ​ສູງ​ສົ່ງ, ພິ​ເສດ​ແມ່ນ​ຕໍ່​ກັບ​ປະຊາຊົນ​ລາວ ​ແລະ ປະຊາຊົນກຳປູ​ເຈຍ.

​ເບິ່ງ​ຄືນ​ຫຼັງ 70 ປີ​ແຫ່ງ​ການ​ກໍ່ສ້າງ ສູ້​ຮົບ ​ແລະ ​ເຕີບ​ໃຫຍ່ຂອງ​ກອງທັບ, ບັນດາ​ຮຸ້ນ​ພະນັກງານ ນັກຮົບກອງທັບ​ປະຊາຊົນຫວຽດນາມ ​ໄດ້​ກໍ່ສ້າງ​ທາດ​ແທ້ ມູນ​ເຊື້ອ​ອັນ​ດີງາມ “ຈົງ​ຮັກ​ພັກດີ​ຕໍ່​ພັກ, ກະຕັນຍູຕໍ່​ປະຊາຊົນ, ກຽມ​ຄວາມ​ພ້ອມ​ສູ້​ຮົບ​ເສຍສະຫຼະຊີວິດ​ເພື່ອ​ເອກະລາດ ອິດ​ສະຫຼະ​ພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ສັງຄົມ​ນິຍົມ. ສຳ​ເລັດ​ທຸກໜ້າ​ທີ່, ຜ່ານ​ຜ່າ​ທຸກຄວາມ​ຫຍຸ້ງ​ຍາດ, ຕີ​ເອົາ​ຊະນະສັດຕູ​ທຸກ​ໂຕ”(1) ຄື​ດັ່ງ​ຄຳ​ຊົມ​ເຊີຍ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ, ​ເຮັດ​ໃຫ້​ຊື່​ສຽງ “ທະຫານ​ຂອງ​ລຸງ​ໂຮ່” ລື​ຊ່າ​ໄປ​ທົ່ວ, ສົມ​ກຽດ​ເປັນ​ກອງທັບ​ທີ່​ກ້າຫານ ​ຂອງ​ຊາດ​ຫວຽດນາມ​ຜູ້​ພິລະອາດຫານ.

ປັດຈຸບັນ, ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ ​ໄດ້​ດຳ​ເນີນ​ໄປ​ໃນສະພາບ​ການ​ເມືອງ​ໂລກ ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ​ ສັບສົນ ​ແລະ ​ເຊື່ອງ​ຊ້ອນ​ຫຼາຍ​ປັດ​​ໄຈ​ທີ່​ຄາດ​ຄະ​ເນ​ຍາກ ຊຶ່ງ​ສ້າງ​ໃຫ້​ມີທັງ​ໂອກາດແລະສິ່ງ​ທ້າ​ທາຍ​ທີ່​ແຊກ​ຊ້ອນ​ກັນ. ພາກ​ພື້ນ​ອາຊີ - ປາຊີ​ຟິກສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ​ແຕ່​ກໍ່​ມີ​ຫຼາຍ​ປັດ​ໄຈ​ທີ່​ທຳລາຍ​ຄວາມ​ສະຫງົບ; ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ກໍ່​ຍັງ​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ; ການ​ຊ່ວງ​ຊິງ​ກັນ​ດ້ານ​ເຂດ​ແດນ ​ເຂດ​ທະ​ເລ​ໝູ່​ເກາະ ​ກໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ. ສຳລັບ​ຫວຽດນາມ, ຜ່ານ​ການ​ປ່ຽນ​ແປງ​ໃໝ່​ໃນ​ເວລາ​ເກືອບ 30 ປີ, ​ໄດ້​ບັນລຸ​ຜົນງານ​ອັນ​ໃຫຍ່​ຫຼວງ​ຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ, ທ່າ​ແລະ​ກຳລັງ​ຂອງ​ຫວຽດນາມ​ນັບ​ມື້​ໄດ້​ເພີ່ມ​ທະວີ, ບົດບາດ​ທີ່​ຕັ້ງ ​ແລະ ອິດ​ທິພົນ​ຂອງຫວຽດນາມໃນ​ເວທີ​ສາກົນ​ໄດ້​ຮັບ​ການ​ຍົກ​ສູງ, ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​ແຮງ ​ແລະ ໝັ້ນ​ທ່ຽງ​ໃນ​ໄລຍະ​ໃໝ່. ​ແຕ່​ວ່າ, ຫວຽດນາມ​ກໍ່​ພວມ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ ທີ່​ແຊກ​ຊ້ອນ​ກັນ ​ແລະ​ຜັນ​ປ່ຽນ​ຢ່າງ​ສັບສົນ. ບັນດາ​ອິດ​ທິກຳລັງ​ສັດຕູ​ສືບ​ຕໍ່​ປະຕິບັດ​ກົນອຸບາຍ “ຜັນ​ປ່ຽນ​ໂດຍ​ສັນຕິ”, ກໍ່​ການ​ຈະລາຈົນ​ໂຄ່ນ​ລົ້ມ, ​ໃຊ້​ຖ້ອຍ​ຄຳ “ປະຊາທິປະ​ໄຕ”, “ສິດທິ​ມະນຸດ” ​ເພື່ອ​ຫວັງ​ເຮັດ​ໃຫ້​ລະບອບ​ການ​ເມືອງ​ຢູ່​ປະ​ເທດ​ເຮົາ​ປ່ຽນ​ແປງ​ໄປ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມມີ​ການ​ຂະຫຍາຍຕົວ​ໃໝ່, ມັນ​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັບ​ມື້​ຍິ່ງ​ສູງ.

ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ໃນ​ສະພາບ​ການ​ໃໝ່ ຊຶ່ງ​ໃຈກາງແມ່ນປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກສາ​ພັກ ລັດ ປະຊາຊົນ ​ແລະ ​ລະບອບ​ສັງຄົມ​ນິຍົມ ​ໄວ້​ຢ່າ​ນໝັ້ນຄົງ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ຄວາມ​ສະຫງົບ​ດ້ານ​ການ​ເມືອງ ​ເພື່ອ​ພັດທະນາ​ປະ​ເທດຊາດ​ຢ່າງຮ​ອບດ້ານ ​ແມ່ນ​ໜ້າ​ທີ່​ສຳຄັນ​ຕົ້ນ​ຕໍ່​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ​ໃນ​ນັ້ນກອງທັບ​ປະຊາຊົນ ​ແລະ ຕຳຫຼວດ​ປະຊາຊົນ​ຖື​ບົດບາດ​ເປັນ​ແກ່ນສານ. ​ເພື່ອ​ສຳ​ເລັດ​ພາລະໜ້າ​ທີ່ທີ່​ໄດ້​ຮັບ​ມອບ​ໝາຍ, ກອງທັບ​ປະຊາຊົນຕ້ອງ​ຕັ້ງໜ້າ​ພະຍາຍາມຍິ່ງ​ກວ່າ​ອີກ, ກ່ອນ​ອື່ນ​ໝົດ​ຕ້ອງ​ສືບ​ຕໍ່​ຊາບ​ຊືມ ກຳ​ແໜ້ນ​ຈຸດໝາຍ ທັດສະນະ ​ແນວ​ຄິດ ທິດ​ນຳການ​ຊີ້​ນຳ​ຂອງ​ພັກ​ກ່ຽວ​ກັບ​ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ຊຶ່ງ​ໄດ້​ຫັນ​ເປັນ​ນິຕິ​ກຳ​ໃນ​ບັນດາ​ມະຕິ ຄຳ​ສັ່ງ​ຂອງ​ພັກ, ​ເປັນ​ຕົ້ນ​ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XI ວ່າ​ດ້ວຍ​​ແຜນຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ພ້ອມ​ກັນ​ນັ້ນ, ຕ້ອງ​ສືບ​ຕໍ່​ກໍ່ສ້າງ​​ໃຫ້ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ເຂັ້ມ​ແຂງ​ຮອບດ້ານ ມີ​ຄຸນ​ນະພາ​ບສັງ​ລວມ, ມີ​ກຳລັງ​ແຮງ​ແລະ​ຄວາມ​ສາມາດ​ສູ້​ຮົບ​ສູງ, ​ໃນ​ນັ້ນ ສຸມ​ໃສ່​ກໍ່ສ້າງ​ກອງທັບ​ໃຫ້​ເປັນ​ກອງທັບ​ປະຕິວັດ, ລະບຽບ​ຫຼວງ, ຍອດ​ຍ້ຽມ, ທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ.

ພຶດຕິ​ກຳ​ແຫ່ງ​ວິວັດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ກໍ່​ຄື​ໃນ​ພາລະກິດ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ​ໄດ້​ຢືນຢັນ​ວ່າ ກອງທັບ​ປະຊາຊົນຫວຽດນາມ​ແມ່ນ​ກອງທັບ​ປະຕິວັດ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ຕໍ່ໜ້າ​ສະພາບ​ການ​ສັບສົນ​ໃນ​ປັດຈຸບັນ​ນີ້, ກວ່າ​ເວລາ​ໃດ​ໝົດ ຍິ່ງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັກສາ ​ແລະ ​ເພີ່ມ​ທະວີ​ທາດ​ແທ້​ປະຕິວັດ​​ໃຫ້​ແກ່ກອງທັບ​ປະຊາ​ຊັນ; ຕ້ອງ​ອົບຮົມ​ສຶກສາ​ລັດທິ​ມາກ - ​ເລນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ອຸດົມ​ຄະຕິ​ປະຕິວັດ, ຈຸດໝາຍ​ສູ້​ຮົບ​ຂອງ​ກອງ​ທັດ, ມູນ​ເຊື້ອ​ປະຫວັດສາດ​ຂອງ​ຊາດ​ຢ່າງ​ເປັນ​ປະຈຳ; ຍົກ​ສູງ​ຄຸນສົມບັດ​ປະຕິວັດ, ຫຼັກ​ໝັ້ນ​ການ​ເມືອງ, ຄຸນ​ທາດ​ແລະ​ຄວາມ​ສາມາດ​ໃຫ້​ພະນັກງານ ນັດ​ຮົບ. ນັ້ນ​ແມ່ນ​ພື້ນຖານ​ສຳຄັນ​ອັນ​ດັບ​ໜຶ່ງ​ທີ່​ຮັບປະກັນ​ໃຫ້​ກອງທັບ​ມີ​ຄວາມ​ຈົງ​ຮັກ​ພັກດີ​ເດັດ​ຖານ​ຕໍ່​ກັບ​ພັກ ລັດ ​ແລະ ປະຊາຊົນ, ກຽມ​ຄວາມ​ພ້ອມ​ເພື່ອ​ຮັບ​ເອົາ ​ແລະ ປະຕິບັດ​ທຸກ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ສຳ​ເລັດ​ມີ​ໄຊ.

ທາດ​ແທ້​ປະຕິວັດ​ຂອງກອງທັບ​ປະຊາຊົນຫວຽດນາມ ​ແມ່ນ​ຕັ້ງໝັ້ນ​ໃນ​ຈຸດໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ; ຊາບ​ຊືມ​ໂຄງການ​ການ​ເມືອງ ​ແນວທາງ ທັດສະນະ​ຂອງ​ພັກ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ຂອງ​ການ​ປະຕິວັດ; ປະຕິບັດ​ມະຕິຄຳ​ສັ່ງ​ຂ​ອງພັກ ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ​ແລະ ບັນດາ​ໜ້າ​ທີ່​ທີ່​ໄດ້ຮັບ​ມອບ​ໝາຍ​ຢ່າງ​ເຂັ້ມ​ງວດ, ສຳ​ເລັດ​​ເປັນ​ຢ່າງ​ດີພາລະ​ບົດບາດ​ເປັນ​ກອງ​ທະຫານ​ສູ້​ຮົບ ກອງ​ທະຫານ​ປະຕິບັດ​ງານ ​ແລະ ກອງ​ທະຫານ​ອອກ​ແຮງ​ງານ​ທຳ​ການ​ຜະລິດ. ທາດແທ້ຂອງກອງທັບປະຊາຊົນຫວຽດນາມ ຍັງ​ໄດ້​ສະ​ແດງ​ອອກ​ໃນ​ການ​ພົວພັນ​ສະໜິດ​ແໜ້ນ​ແບບ​ເລືອດ​ເນື້ອ​ກັບ​ປະຊາຊົນ, ​ເກີດ​ມາ​ຈາກ​ປະຊາຊົນ, ສູ້​ຮົບ​ເພື່ອ​ຄວາມສຸກ​ຂອງ​ປະຊາຊົນ. ​ໃນ​ສະພາບ​ການ​ໂລກາ​ພິວັດ​ດ້ານ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ໃນ​ປັດຈຸ​ບັນ, ກອງທັບ​ປະຊາຊົນຕ້ອງ​ຮັບ​ຮູ້​ຢ່າງ​ຖືກຕ້ອງ, ຈຳ​ແນ​ກຢ່າງ​ຈະ​ແຈ້ງ​ລະຫວ່າງ ຄູ່​ຮ່ວມ ​ແລະ ​ເປົ້າ​ໝາຍ, ຮ່ວມ​ມື ​ແລະ ຕໍ່ສູ້, ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ ທີ່​ແຊກ​ຊ້ອນ​ກັນ. ບົນ​ພື້ນຖານ​ນັ້ນ, ຍົກ​ສູງ​ສະຕິ​ລະວັງ​ຕົວ, ຄາດ​ຄະ​ເນ​ສະພາບ​ການ​ຢ່າ​ງຖືກຕ້ອງ, ກຳ​ແໜ້ນ​ການ​ຫັນປ່ຽນ​ຕ່າງໆ​ທຸກ​ຢ່າງທີ່​ກ່ຽວ​ພັນ​ເຖິງ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເປັນ​ຕົ້ນ​ແມ່ນ​ຕາມ​ທິດ ​ແລະ ບໍລິ​ເວນ​ຍຸດ​ທະ​ສາດ, ​ເພື່ອ​ມີ​ແຜນການ ​ແລະ ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນດາ​ກຳລັງ ​ແລະ ປະຊາຊົນ​ດຳ​ເນີນ​ການ​ຕໍ່ສູ້ຢ່າງ​ມີ​ປະສິດທິ​ຜົນ ຕ້ານກັບທຸກ​ກົນອຸບາຍ ທຸກການ​ກະທຳ​ທຳລາຍ​ການ​ປະຕິວັດ ລ່ວງ​ລ້ຳ​ດິນ​ແດນ ລະ​ເມີດ​ອະທິປະ​ໄຕແລະຜົນ​ປະ​ໂຫຍ​ດ​ ຂອງ​ຊາດຫວຽດນາມ. ດ້ວຍ​ບົດບາດ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ໜ້າ​ທີ່ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​, ກອງທັບ​ປະຊາຊົນຕ້ອງ​ເປັນ​ເຈົ້າ​ການ​ໃຫ້ຄຳປຶກສາ​ແກ່​ພັກ ​ແລະ​ ລັດ ​ໃນ​ການວາງ​ແນວທາງ ກົນ​ໄກ ນະ​ໂຍບາຍ ກົດໝ​າຍ ກ່ຽວ​ກັບການ​ປ້ອງ​ກັນ​ປະ​ເທດ; ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ບູລະນະ​ກົນ​ໄກ​ນຳພາ​ຂອງ​ພັກ​ຕໍ່​ກັບ​ກອງທັບ ​ແລະ ລະບົບ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ; ລະບົບ​ກົດໝາຍ, ບັນດາ​ແຜນ​ຍຸດ​ທະ​ສາດ ​ແຜນ​ກຳນົດ ​ແຜນການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ການ​ປ້ອງ​ກັນ​ປະ​ເທດ ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ບໍລິ​ເວນ​ພື້ນ​ທີ່​ຍຸດ​ທະ​ສາດ; ກ່ຽວ​ກັບ​ການ​ກໍ່ສ້າງ ພັດທະນາ​ອຸດສາຫະກຳປ້ອງ​ກັນ​ປະ​ເທດ, ຮັບປະກັນການ​ປະກອບ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ກອງທັບ; ກ່ຽວ​ກັບ​ການ​ກໍ່ສ້າງ​ລະບົບ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ກໍ່ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ຕິດ​ແໜ້ນ​ກັບ​ທ່າ​ສະໜາມ​ປ້ອງ​ກັບ​ຄວາມ​ສະຫງົບ​ປະຊາຊົນ, ກໍ່ສ້າງ​ເຂດ​ປ້ອງ​ກັນ​ຮັກສາ​ຕາມ​ແຂວງ (ນະຄອນ). ພ້ອມ​ກັນ​ນັ້ນ, ກອງທັບ​ຕ້ອງ​ເປັນ​ເຈົ້າ​ການ​ໃຫ້​ຄຳ​ປຶກສາ​ຢ່າງ​ທັນ​ການ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ ​ເພື່ອແກ້​ໄຂບັນຫາປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນຫາ​ການ​ຕ່າງປະ​ເທດ​ຢ່າງ​ສຳ​ເລັດ​ມີ​ໄຊ, ຮັກສາ​ການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ເພື່ອນບ້ານ​ໃກ້​ຄຽງ ບັນດາ​ປະ​ເທດ​ມະຫາ​ອຳນາດ, ຮັກສາຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ສ້າງ​ສິ່ງ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ຢ່າງຮອບດ້ານ.

ຄຽງ​ຄູ່​ກັບ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ທາດ​ແທ້​ປະຕິວັດ​ຂອງ​ກອງທັບ, ບັນຫາ​ກໍ່ສ້າງ​ລະບຽບ​ແບບ​ແຜນ​ຫຼວງ​ກໍ່​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ ​ແລະ​ຮີບ​ດ່ວນ​ໜຶ່ງ. ຈຸດປະສົງ​ຂອງ​ການ​ກໍ່ສ້າງ​ລະບຽບ​ແບບ​ແຜນ​ຫຼວງ​​ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ແນວ​ຄິດ ​ເຈດ​ຈຳນົງ ​ແລະ ການ​ກະທຳ ​ເພື່ອ​ຮັບປະກັນ​ໃຫ້​ກອງທັບ​ເຮົາ​ມີ​ການຈັດ​ຕັ້ງ​ອັນ​ແໜ້ນ​ແຟ້ນ, ​ເປັນ​ເອກະ​ພາບທາງ​ດ້ານ​ເຄື່ອງ​ແບບ​ທະຫານ, ​ເປັນ​ແບບຢ່າງ​ທາງ​ດ້ານ​ພິທີການ ​ແລະ ພຶດຕິການ, ​ເຂັ້ມ​ງວດ​ທາງ​ດ້ານ​ລະບຽບ​ວິໄນ, ວິທະຍາສາດ​ໃນ​ການ​ປະສານ​ການ​ສູ້​ຮົບ. ກໍ່ສ້າງ​ໃຫ້​ເປັນ​ລະບຽບ​ຫຼວງ​ມີ​ເນື້ອ​ໃນ​ກວ້າງ​ທີ່​ສຸດ ຊຶ່ງ​ພົວພັນ​ກັບ​ທຸກ​ການຈັດ​ຕັ້ງ ​ກັບ​ນາຍແລະພົນທະຫານ​ທຸກ​ຄົນ. ຕ້ອງ​​ຖື​ແກ່​ລັກສະນະ​ຮອບດ້ານ​ເປັນສຳຄັນ, ພ້ອມ​ກັນ​ນັ້ນ​ກໍ່​ຄວນ​ສຸມ​ໃສ່​ຈຸດ​ໜັກ​ໃຈກາງ, ຂອດ​ບຸກທະລຸ, ສ້າງ​ໃຫ້​ທີ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ ໜັກ​ແໜ້ນ​ໃນ​ແຕ່​ລະ​ດ້ານ, ​ເອົາ​ເປັນ​ພື້ນຖານ​ເພື່ອ​ກໍ່ສ້າງ​ກົມ​ກອງ​ເຂັ້ມ​ແຂງຮອບດ້ານ. ​ໃນ​ເວລາ​ຕໍ່ໜ້າ ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງລະດັບ​ລະບຽບ​ຫຼວງ​ໃນ​ການ​ອົບ​ຮົມ​ຝຶກ​ແອບ, ກຽມພ້ອມ​ສູ້​ຮົບ; ຄຸ້ມ​ຄອງ​ທະຫານ, ຄຸ້ມ​ຄອງ​ເຄື່ອງ​ປະກອບ; ​ເປັນ​ເອກະ​ພາບ​ທາງ​ດ້ານ​ເຄື່ອງ​ປະກອບ ພິທີການ ​ແລະ​ພຶດຕິການ​ທະຫານ; ປະຕິບັດ​ໜ້າ​ທີ່​ຮັບຜິດຊອບ ​ແລະ ລະບອບ​ທີ່​ໄດ້​ວາງ​ໄວ້. ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງການ​ກໍ່ສ້າງ​ລະບຽບ​ຫຼວງ ກັບການ​ຮັກສາ​ລະບຽບ​ວິ​ໄນ​ຂອງ​ກອງທັບ, ປະຕິບັດ​ກົດໝາຍ​ຂອງ​ລັດ.

ຕໍ່ໜ້າ​ການ​ຂະຫຍາຍຕົວ​ຂອງ​ສະພາບ​ການ ​ແລະ ໜ້າ​ທີ່​ໃນ​ໄລຍະ​ໃໝ່, ການ​ກໍ່ສ້າງ​​ໃຫ້ກອງທັບມີ​ຄວາມ​ຍອດ​ຍ້ຽມ ບໍ່​ພຽງ​ແຕ່​ແນ​ໃສ່ປະຕິບັດ​ພາລະ​ບົດບາດ ໜ້າ​ທີ່​ຂອງ​ກອງ​ທະຫານ​ສູ້​ຮົບ​ໃຫ້​ໄດ້​ດີ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ປະຕິບັດ​ພາລະ​ບົດບາດ ໜ້າ​ທີ່​ຂອງ​ກອງ​ທະຫານ​ປະຕິບັດ​ງານ ​ແລະ ກອງ​ທະຫານ​ອອກ​ແຮງ​ງານ​ທຳ​ການ​ຜະລິດ​ໃຫ້​​ໄດ້​ເປັນ​ຢ່າງດີ. ​ໃນການ​ກໍ່ສ້າງ​​ໃຫ້ກອງທັບມີ​ຄວາມ​ຍອດ​ຍ້ຽມນັ້ນ ກ່ອມ​ອື່ນ​ໝົດ​ແລະ​ສຳຄັນ​ທີ່​ສຸດ​ແມ່ນ​ກໍ່ສ້າງ​ກອງ​ທະຫານ​ທີ່​ຍອດ​ຍ້ຽມທາງ​ດ້ານ​ການ​ເມືອງ. ນີ້​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ ທີ່​ສ້າງ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ຍົກ​ສູງ​ຄຸນ​ນະພາ​ບສັງ​ລວມ, ກຳລັງ​ແຮງ​ສູ້​ຮົບ​ຂອງກອງທັບ​ປະຊາຊົນ. ​ເພື່ອ​ປະຕິບັດ​ວຽກ​ງານ​ນີ້​ໄດ້​ຮັບ​ຜົນ​ດີ ຕ້ອງ​ຕັ້ງໜ້າ​ປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວວຽກງານ​ຕ່າງໆ​ເຊັ່ນ ວຽກງານ​ພັກ, ວຽກ​ງານ​ການ​ເມືອງ, ຮັບປະກັນ​ໃຫ້​ພະນັກງານ ນັກຮົບ​ໃນ​ກອງທັບ​ມີ​ຫຼັກ​ໝັ້ນ​ການ​ເມືອງ​ໜັກ​ແໜ້ນ, ຕັ້ງ​ໝັ້ນ​ຈຸດໝາຍ ອຸດົມ​ການ​ສູ້​ຮົບ​ເພື່ອ​ເອກະລາດ​ແຫ່ງ​ຊາດ ​ແລະ ສັງຄົມ​ນິຍົມ; ​ເປັນ​ເອກະສັນ​ສູງ ​ແລະ ປະຕິບັດ​ເປັນ​ຢ່າງ​ດີ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍກົດໝາຍ​ຂອງ​ລັດ. ສືບ​ຕໍ່​ຍູ້​ແຮງ​ການ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແວ່ນແຍງ​ຄຸນສົມບັດ​ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ” ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ຕົວ​ຈິງ. ຈັດ​ຕັ້ງ​ເປັນ​ຢ່າງ​ດີ​ຂະ​ບວນການ​ແຂ່ງຂັນເດັດດ່ຽວ​ສູ້​ຮົບ​ເດັດຂາດ​ມີ​ໄຊ, ສຸມ​​ໃສ່​ແກ້​ໄຂ​ຂອດ​ອ່ອນ ດ້ານ​ອ່ອນ, ກີດ​ກັ້ນ​ປະກົດ​ການ​ຫຍໍ້​ທໍ້ ຫຼ້າ​ຫຼັງ, ຕ້ານ​ຄວາມເສື່ອ​ມ​ໂຊມທາງ​ດ້ານ​​ແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ​ ໃນ​ພະນັກງານນັກຮົບ. ສືບ​ຕໍ່​ຊາບ​ຊືມ ​ແລະ ປະ​ຕິ​ບັດ​ມະຕິ​ສະບັບ​ເລກທີ 51-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ; ຮັບປະກັນ​ຮັກສາ​ຫຼັກການ​ພັກ​ນຳພາ​ເດັດຂາດ ​ໂດຍ​ກົງ​ຕໍ່​ທຸກ​ດ້ານການ​ເຄື່ອນ​ໄຫວ​ຂອງ​ກອງທັບ. ສຸມ​ໃສ່​ກໍ່ສ້າງ​ໃຫ້​ຄະນະ​ພັກ​ກອງທັບປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ; ພິ​ເສດ​ແມ່ນ ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຮອບດ້ານ ​ແລະ ກຳລັງ​ສູ້​ຮົບ​ຂອງອົງການ​ຈັດ​ຕັ້ງ​ຮາກ​ຖານ​ຂອງ​ພັກ, ​ເປັນ​ຕົ້ນ​ແມ່ນ ຄວາມ​ສາມາດ​ຊາບ​ຊືມມະຕິ, ຈັດ​ຕັ້ງ​ປະຕິບັດ​ມະຕິ ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ​ແລະ ກວດກາ ຕິດຕາມ​ກວດກາ​ການ​ປະຕິບັດ​ນັ້ນ​ຢ່າງ​ແໜ້ນ​ແຟ້ນ. ຕິດ​ແໜ້ນ​ລະຫວ່າງການ​ກໍ່ສ້າງ​ໃຫ້ອົງການ​ຈັດ​ຕັ້ງ​ພັກ​ປອດ​ໃສ​ຂາວ​ສະອາດ ໝັ້ນຄົງ​ເຂັ້ມ​ແຂງ ກັບ​ການ​ກໍ່ສ້າງ​ໃຫ້​ກົມ​ກອງໝັ້ນຄົງ​ເຂັ້ມ​ແຂງ​ຮອບດ້ານ, ລະຫວ່າງການກໍ່ສ້າງ​ຖັນ​ແຖວພະນັກງານ ກັບຖັນ​ແຖວ​ສະມາຊິກ​ພັກ, ລະຫວ່າງ​ການ​ກໍ່ສ້າງ​ຖັນ​​ແຖວພະນັກງານຫຼັກ​ແຫຼ່ງ ກັບ​ຖັນ​ແຖວ​ກຳມະການ​ຄະນະບໍລິ​ຫານ​ງານ​ພັກ​ຂັ້ງ​ຕ່າງໆ.

​ເພື່ອ​ຮັບປະກັນ​ໃຫ້​ກອງທັບ​ມີ​ຄວາມ​ຍອດ​ຍ້ຽມທາງ​ດ້ານ​ລະດັບ ​ແລະ ຄວາມ​ສາມາດ​ສູ້​ຮົບ, ທະຫານ​ມີ​ຄວາມ​ຊຳ​ໜິຊຳນານ​ດ້ານ​ວິຊາ​ຊີບ ວິຊາ​ສະ​ເພາະ ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານອົບຮົມ​ຝຶກ​ແອບ ​ແລະ ສຶກສາ-ກໍ່ສ້າງ. ການຈັດ​ຕັ້ງ​ທະຫານຂັ້ນ​ຕ່າງໆ​ຕ້ອງ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ຕາມ​ມະຕິ​ສະບັບ​ເລກທີ 765 ຂອງ​ຄະນະ​ພັກ​ສູນ​ກາງ​ທະຫານ “ຍົກ​ສູງ​ຄຸນ​ນະພາ​ບການ​ອົບຮົມ​ຝຶກ​​ແອບ​ໄລຍະ​ປີ 2013 - 2020 ​ແລະ​ຊຸມ​ປີ​ຕໍ່​ໄປ”. ສຸມ​ໃສ່​ປະຕິບັດ​ທິດ​ນຳ “ພື້ນຖານ, ​ແທດ​ເໝາະ, ໝັ້ນຄົງ” ​ໃຫ້​ດີ; ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ອົບຮົມ​ຝຶກ​​ແອບ​ແບບ​ຄົບ​ຊຸດ ​ແລະ ລົງ​ເລິກ​ສະ​ເພາະ, ຕິດ​ແທດ​ກັບ​ການ​ສູ້​ຮົບ​ຕົວ​ຈິງ, ກັບ​ໜ້າ​ທີ່ ​ແລະ ບໍລິ​ເວນ​ພື້ນ​ທີ່​ເຄື່ອນ​ໄຫວ; ສອດຄ່ອງ​ກັບ​ການຈັດ​ຕັ້ງ​ບັນຈຸ​ກຳລັງ, ກັບ​ການ​ຂະຫຍາຍຕົວ​ຂອງ​ອາວຸດ ຍຸດ​​ໂທ​ປະກອບ ​ແລະ ສິລະ​ປະການ​ທະຫານ​ຫວຽດນາມ, ກໍ່​ຄື​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ສູ້​ຮົບ​ໃນ​ເງື່ອນ​ໄຂນຳ​ໃຊ້​ອາວຸດ​ເຕັກ​ໂນ​ໂລ​ຢີສູງ. ​ໃນ​ການ​ອົບຮົມ​ຝຶກ​ແອບ​ຍຸດທະພູມ ຍຸດ​ທະ​ສາດ, ຕ້ອງ​ເອົາ​ໃຈ​ໃສ່​ບຳລຸງ​ຄວາມ​ສາມາດ​ຈິນຕະນາການ​ໄຈ້​ແຍກ ສັງ​ລວມ ຕີ​ລາຄາ​ສະພາບ​ການ ​ແລະ ວິທີ​ການຈັດ​ຕັ້ງ ​ບັນຊາ ກຳກັບ​ການ​ໃຫ້​ພະນັກງານ​ຍຸດທະພູມ ​ຍຸດ​ທະ​ສາດ; ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ທາງ​ດ້ານ​ຄຸນ​ນະພາ​ບ, ລະດັບ​ການ​ບັນຊາ ​ເສນາ​ທິການ​ສູ້​ຮົບ​ໃນ​ສິ່ງ​ແວດ​ລ້ອມ​ທັງ​ສາມ: ​ອາກາດ - ບົກ - ​ທະ​ເລ. ​ໃນ​ການ​ອົບຮົມ​ຝຶກ​ແອບ​ສູ້​ຮົບ, ບັນດາ​ກົມ​ກອງ​ຕ້ອງ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ວິທີ​ການ​ອົບຮົມ​ຝຶກ​ແອບ. ອົບຮົມ​ຝຶກ​ແອບ​ໃຫ້​ທະຫານມີ​ຄວາມສາມາດນຳ​ໃຊ້​ອາວຸດ​ຍຸດ​ໂທ​ປະກອນທີ່​ໄດ້​ປະກອບ​ໃຫ້​ຢ່າງ​ຊຳ​ໜິຊຳນານ, ມີ​ຄວາມສາມາດ​ເປັນ​ເຈົ້າ ​ແລະ ນຳ​ໃຊ້ອາວຸດ ພາຫະນະ​ເຕັກນິກ​ທັນ​ສະ​ໄໝ​ທີ່​ຫາ​ກໍ່​ໄດ້​ປະກອບ, ມີ​ລະດັບ​ຍຸດທະວິທີ​ສູງ, ​ເປັນ​ພື້ນຖານ​ເພື່ອ​ຍົກ​ສູງ​ລະດັບ ​ແລະ ຄວາມ​ສາມາດ​ສູ້​ຮົບ​ຂອງ​ກອງທັບ. ຄຽງຄູ່​ກັບ​ການອົບຮົມ​ຝຶກ​ແອບ​ສູ້​ຮົບ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ຝຶກ​ແອບ ຝຶກຊ້ອມ​ຊອກ​ຫາ ກູ້​ຊີບ​ກູ້​ໄພ, ປ້ອງ​ກັນ ຕ້ານ ​ແລະ ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ຕ້ານ​ການ​ກໍ່​ການ​ຮ້າຍ,... ຮັບປະກັນ​ໃຫ້​ບັນດາ​ກົມ​ກອງ​ສາມາດ​ແກ້​ໄຂ​ເຫດການ​ທີ່​ເກີດ​ຂຶ້ນ​ໄດ້​ເປັນ​ຢ່າງ​ດີ ​ແລະ ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ຢ່າງ​ມີ​ໄຊ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ກຳນົດ​ທິດ​ທາງ: ກໍ່ສ້າງ​ໃຫ້ກອງທັບ​ປະຊາຊົນທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ. ນີ້​ແມ່ນ​ມະຕິ​ຕົກລົງ​ທີ່​ຖືກຕ້ອງ, ສອດຄ່ອງ​ກັບ​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ປະ​ເທດ. ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​​ເປັນພິ​ເສດ​ຂອງ​ພັກ ​ແລະ ລັດ, ກອງທັບ​ໄດ້​ປະຕິບັດ​ຖືກຕ້ອງ​ຕາມ​ທິດ​ທາງ ລຳດັບ​ດຳ​ເນີນ​ງານ ​ແຜນການ​ທີ່​ໄດ້​ກຳນົດ​ໄວ້ ​ແລະ ບັນລຸ​ໄດ້ຜົນ​ສຳ​ເລັດ​ທີ່​ສຳຄັນ​ຫຼາຍ​ຢ່າງ, ​ໃນ​ນັ້ນ, ບາງ​ຂົງ​ເຂດ​ໄດ້​ຂະຫຍາຍຕົວ​ໄວ ມີ​ລັກສະນະ​ບຸກທະລຸ. ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ​ໃຫ້ກອງທັບ​ປະຊາຊົນທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ, ພ້ອມ​ກັນ​ນັ້ນ​ກໍ່​ສວຍ​ໃຊ້ ​ແລະ ​ເສີມ​ຂະຫຍາຍ​ກຳລັງ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ບັນດາ​ຜົນສຳ​ເລັດ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ເພື່ອ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່ ຫັນ​ເປັນ​ທັນ​ສະໄໝຂອງກອງທັບ​ປະຊາຊົນ​. ກ່ອນ​ອື່ນ​ໝົດ, ຕ້ອງ​ສຸມ​ໃສ່​ຫັນ​ເປັນ​ທັນ​ສະ​ໄໝຕໍ່​ບັນດາ​ກຳລັງ​ກອງທັບ​ເຮືອ, ກອງທັບ​ອາກາດ-ປ້ອງ​ກັນ​ອາກາດ, ກອງ​ທະຫານ​ສູ້​ຮົບ​ເອ​ເລັກ​ໂຕຼນິກ, ກອງ​ທະຫານ​ສື່ສານ,...; ພ້ອມ​ກັນ​ນັ້ນກໍ່​ຫັນ​ເປັນ​ທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ​ຕໍ່​ກັບ​ກອງ​ກຳລັງ​ອື່ນ, ສອດຄ່ອງ​ກັບ​ພາກ​ພຶດຕິ​ກຳ ​ແລະ ກຳລັງ​ເສດຖະກິດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ.

​ເພື່ອ​ຫັນ​ກອງທັບ​ເປັນ​ທັນ​ສະ​ໄໝ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ, ຄົ້ນຄວ້າ​ຜະລິດ​ອາວຸດ ​ເຄື່ອງ​ປະກອບ ​ເຕັກນິກ​ທີ່ກ້າວໜ້າ ທັນ​ສະ​ໄໝ. ພ້ອມ​ກັນ​ນັ້ນ, ບັນດາ​ກົມ​ກອງ​ກໍ່​ຕ້ອງ​ປະຕິບັດ​ບັ້ນ​ຂົນຂວາຍ “ຄຸ້ມ​ຄອງ, ຂຸດ​ຄົ້ນ, ນຳ​ໃຊ້​ອາວຸດ ຍຸດ​ໂທ​ປະກອນ​ເຕັກ​ນິກ ​ໃຫ້​​ດີ ທົນ​ທານ ປອດ​ໄພ ປະ​ຢັດ, ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​​ໃນການຄົມມະນາຄົມ​”; ຍູ້​ແຮງ​ການ​ແຂ່ງຂັນ​ກັນ​ນຶກ​ຄິດ​ປະດິດ​ສ້າງ, ດັດ​ແປງ​ເຕັກນິກ, ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ ຄວາມ​ສາມາດ​ນຳ​ໃຊ້​ບັນດາ​ປະ​ເພດ​ອາວຸດ ຍຸດ​ໂທ​ປະກອບ​ທີ່​ມີ​ຢູ່.

ສະ​ເຫຼີມສະຫຼອງວັນ​ສ້າງ​ຕັ້ງກອງທັບ​ປະຊາຊົນຫວຽດນາມຄົບຮອບ 70 ປີ (22-12-1944 - 22-12-2014) ​ແລະ ວັນ​ບຸນທົ່ວປວງຊົນ​​ປ້ອງ​ກັນຊາ​ດ​ຄົບຮອບ 25 ປີ (22-12-1989 - 22-12-2014) ​ແມ່ນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ຂອງ​ກອງທັບ ​ແລະ ຂອງ​ປະ​ເທດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ ນັກຮົບ​ທັງ​ໝົດ​ໃນ​ທົ່ວ​ກອງທັບ ​ເບິ່ງ​ຄືນ​ເສັ້ນທາງ​ທີ່​ໄດ້​ຜ່ານ​ມາ, ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ກອງທັບທີ່ກ້າຫານ ຂອງຊາດ​ຫວຽດນາມ​ຜູ້​ພິລະອາດຫານ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ເອກອ້າງທະ​ນົງ​ໃຈ​ແຫ່ງ​ຊາດ ​ແລະ​ດ້ວຍມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງກອງທັບ​ປະຊາຊົນຫວຽດນາມຜູ້​ກ້າຫານ, ພະນັກ​ງານ ນັກຮົບ​ທຸກ​ຖ້ວນ​ໜ້າ​ໃນ​ທົ່ວ​ກອງທັບ​ຈະ​ສືບ​ຕໍ່​ຕັ້ງໜ້າ​ພະຍາຍາມ​ສູ້​ຊົນ ​ເພື່ອ​ພ້ອມ​ກັນ​ກັບ​ທົ່ວ​ພັກ ທົ່ວ​ປວງ​ຊົນກໍ່ສ້າງກອງທັບ​ປະຊາຊົນ​ຫວຽດນາມໃຫ້​ເປັນ​ກອງທັບປະຕິວັດ ​ລະບຽບ​ຫຼວງ ຍອດ​ຍ້ຽມ ທັນ​ສະ​ໄໝ​ເປັນ​ແຕ່​ລະ​ກ້າວ, ​ເປັນ​ແກນ​ກາງ​ທີ່​ແທ້​ຈິງ​ໃຫ້​ທົ່ວ​ປວງ​ຊົນປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ​ໃນ​ສະພາບ​ການ​ໃໝ່./.

ຂຽນ​ໂດຍ: ພົນ​ເອກ ຝຸ່ງກວາງ​ແທງ,
ກຳມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ,
ຮອງ​ເລຂາ​ຄະນະ​ພັກການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ

------------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2000, ​ເຫຼັ້ມ​ທີ 11, ໜ້າ​ທີ 350.