ເພີ່ມທະວີການປົກປ້ອງ, ເບິ່ງແຍງດູແລ ແລະ
ປັບປຸງຍົກສູງສຸຂະພາບຂອງປະຊາຊົນໃນສະພາບການໃໝ່
ປັບປຸງຍົກສູງສຸຂະພາບຂອງປະຊາຊົນໃນສະພາບການໃໝ່
ທ່ານນາງ ດ່າວຮົ່ງລານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ ລົງກວດກາການຈັດຕັ້ງຂະບວນການເສີມວິຕາມິນ A ໃຫ້ແກ່ເດັກອາຍຸ 6 ຫາ 35 ເດືອນ ຢູ່ຄຸ້ມ ດ້ຽນບຽນ, ເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ _ພາບ: TTXVN
ບົດບາດຂອງວຽກງານການປົກປ້ອງ, ເບິ່ງແຍງດູແລ ແລະ ປັບປຸງຍົກສູງສຸຂະພາບ
ຂອງປະຊາຊົນໃນການພັດທະນາຄົນຫວຽດນາມ ໃນສະພາບການໃໝ່
ທັດສະນະທີ່ວ່າ ປະຊາຊົນເປັນສູນກາງຂອງການພັດທະນາ ໄດ້ກາຍເປັນທິດທາງຍຸດທະສາດຕະຫຼອດຂະບວນການພັດທະນາຂອງປະເທດເຮົາ ແລະ ໄດ້ຮັບການຢືນຢັນຜ່ານກອງປະຊຸມໃຫຍ່ຄັ້ງຕ່າງໆ ຂອງພັກກອມມູນິດຫວຽດນາມ. ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທັດສະນະນີ້ໄດ້ຮັບການລົງເລິກອີກຄັ້ງ ດ້ວຍວິທີການເຂົ້າເຖິງທີ່ຮອບດ້ານແລະປົກຫຸ້ມ: “ເສີມຂະຫຍາຍປັດໄຈມະນຸດໃຫ້ສູງສຸດ; ປະຊາຊົນເປັນສູນກາງ, ເປັນເຈົ້າພາບ, ເປັນແຫຼ່ງກຳລັງຕົ້ນຕໍ ແລະ ເປັນເປົ້າໝາຍຂອງການພັດທະນາ. ສ້າງຄົນຫວຽດນາມໃຫ້ພັດທະນາຢ່າງຮອບດ້ານ,…”(1) ມີສຸຂະພາບແຂງແຮງ, ມີຄວາມສາມາດ, ລະດັບການສຶກສາ, ມີຈິດສຳນຶກ ແລະ ຄວາມຮັບຜິດຊອບຕໍ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ.
ຜູ້ຄົນທີ່ພັດທະນາຢ່າງຮອບດ້ານນັ້ນ ກ່ອນອື່ນໝົດຕ້ອງມີສຸຂະພາບແຂງແຮງ ລວມທັງສຸຂະພາບກາຍແລະໃຈ. ສຸຂະພາບທີ່ດີບໍ່ພຽງແຕ່ສະທ້ອນໃຫ້ເຫັນອາຍຸຍືນຍາວຂຶ້ນເທົ່ານັ້ນ ແຕ່ຍັງລວມເຖິງຈໍານວນປີຂອງຊີວິດທີ່ມີຄຸນນະພາບ, ບໍ່ໄດ້ຮັບຜົນກະທົບຈາກຄວາມເຈັບປ່ວຍຫຼືພະຍາດ. ສຸຂະພາບຂອງມະນຸດເປັນປັດໄຈຫຼັກຂອງແຮງງານສັງຄົມ, ຄົນທີ່ມີສຸຂະພາບແຂງແຮງຈະສ້າງກຳລັງແຮງງານທີ່ເຂັ້ມແຂງ ແລະ ມີສະມັດຕະພາບແຮງງານສູງ. ສຸຂະພາບທີ່ດີຈະເຮັດໃຫ້ແຕ່ລະບຸກຄົນ, ຊຸມຊົນ ແລະ ສັງຄົມໂດຍລວມ ມີການພັດທະນາທີ່ໝັ້ນຄົງ ແລະ ແຂງແຮງຢູ່ສະເໝີ. ມີຫຼັກຖານຫຼາຍຢ່າງທີ່ສະແດງໃຫ້ເຫັນວ່າ ມີຄວາມສໍາພັນທາງບວກລະຫວ່າງດັດສະນີສຸຂະພາບທີ່ດີຂຶ້ນ ແລະ ການເຕີບໂຕຂອງ GDP, ເຊັ່ນ ອາຍຸຍືນສະເລ່ຍເພີ່ມຂຶ້ນ 1 ປີ ເຮັດໃຫ້ເສດຖະກິດເຕີບໂຕ 2,4% (2).
ສຸຂະພາບ, ໂດຍສະເພາະ “ອາຍຸຍືນສະເລ່ຍແຕ່ເມື່ອເກີດ”, ເປັນໜຶ່ງໃນຕົວຊີ້ວັດອົງປະກອບສາມປະການຂອງດັດຊະນີການພັດທະນາມະນຸດ (HDI). ດັດຊະນີການພັດທະນາມະນຸດຂອງຫວຽດນາມໄດ້ຮັບການປັບປຸງຢ່າງຕໍ່ເນື່ອງໃນຫຼາຍປີທີ່ຜ່ານມາ. ນັບແຕ່ປີ 2019, ຫວຽດນາມໄດ້ຮັບການຈັດອັນດັບຢູ່ໃນກຸ່ມປະເທດທີ່ມີການພັດທະນາຊັບພະຍາກອນມະນຸດສູງ ແລະ ຍັງຮັກສາລະດັບດັງກ່າວມາເຖິງປະຈຸບັນ. ຕາມລາຍງານການພັດທະນາມະນຸດຂອງ UNDP ປະຈຳປີ 2024, ດັດຊະນີການພັດທະນາມະນຸດຂອງຫວຽດນາມບັນລຸ 0,726 ເຊິ່ງຢູ່ໃນອັນດັບທີ 107 ຈາກ 193 ປະເທດແລະດິນແດນ. ໃນບັນດາດັດຊະນີອົງປະກອບທັງສາມນີ້, ຄວາມສຳເລັດດ້ານສຸຂະພາບຖືເປັນດັດຊະນີທີ່ສູງສຸດ ໂດຍມີອາຍຸຍືນສະເລ່ຍຢູ່ທີ່ 73,7 ປີ (ຂໍ້ມູນປີ 2022). ເປົ້າໝາຍດ້ານສຸຂະພາບເປັນໜຶ່ງໃນ 17 ເປົ້າໝາຍຂອງໂຄງການປີ 2030 ແຫ່ງສະຫະປະຊາຊາດ ເພື່ອການພັດທະນາແບບຍືນຍົງ (SDGs), ໂດຍສະເພາະເປົ້າໝາຍທີ 3: “ຮັບປະກັນໃຫ້ຊີິວິດມີສຸຂະພາບດີ ແລະ ເພີ່ມສະຫວັດດີການໃຫ້ທຸກຄົນໃນທຸກເພດທຸກໄວ”.
ຈາກຄວາມຮັບຮູ້ກ່ຽວກັບບົດບາດສຳຄັນຂອງວຽກງານເບິ່ງແຍງດູແລສຸຂະພາບໃນການພັດທະນາເສດຖະກິດ-ສັງຄົມ, ພັດທະນາມະນຸດ ແລະ ປະເທດ, ທັດສະນະກ່ຽວກັບວຽກງານການເບິ່ງແຍງດູແລສຸຂະພາບ ໄດ້ຖືກຊີ້ອອກຢ່າງຈະແຈ້ງ ໃນກອງປະຊຸມໃຫຍ່ຄັ້ງຕ່າງໆ ແລະ ໃນມະຕິຂອງຄະນະບໍລິຫານງານສູນກາງພັກ. ພິເສດ, ມະຕິໝາຍເລກ 20-NQ/TW, ລົງວັນທີ 25 ຕຸລາ 2017, ກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ XII ກ່ຽວກັບ “ການເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ປັບປຸງຍົກສູງສຸຂະພາບຂອງປະຊາຊົນໃນສະພາບການໃໝ່” ໄດ້ເນັ້ນໜັກເຖິງບົດບາດຂອງສຸຂະພາບ ແລະ ການເບິ່ງແຍງດູແລສຸຂະພາບ: “ສຸຂະພາບແມ່ນຊັບສິນອັນລ້ຳຄ່າຂອງແຕ່ລະບຸກຄົນ ແລະ ຂອງທົ່ວສັງຄົມ. ການລົງທຶນດ້ານສາທາລະນະສຸກ ເພື່ອປົກປ້ອງ, ເບິ່ງແຍງດູແລ ແລະ ປັບປຸງຍົກສູງສຸຂະພາບຂອງປະຊາຊົນ ແມ່ນການລົງທຶນພັດທະນາ”; “ການບໍລິການດ້ານສາທາລະນະສຸກແມ່ນໜຶ່ງໃນບັນດາເນື້ອໃນຂອງສະຫວັດດີການສັງຄົມ ແລະ ຕ້ອງໄດ້ຮັບປະກັນໃຫ້ປະຊາຊົນທຸກຊັ້ນວັນນະ. ລັດຕ້ອງໃຫ້ບຸລິມະສິດການລົງທຶນງົບປະມານດ້ານສາທາລະນະສຸກ”(3).
ຜົນສຳເລັດໃນການປົກປ້ອງ, ເບິ່ງແຍງດູແລ ແລະ ປັບປຸງຍົກສູງສຸຂະພາບຂອງປະຊາຊົນໃນໄລຍະທີ່ຜ່ານມາ
ການປັບປຸງຕົວຊີ້ວັດສຸຂະພາບພື້ນຖານ
ຂໍ້ມູນຈາກທະນາຄານໂລກ (WB) ໃຫ້ເຫັນວ່າ ດັດຊະນີສຸຂະພາບຂອງຊາວຫວຽດນາມ ແມ່ນສູງກວ່າລະດັບສະເລ່ຍຂອງກຸ່ມບັນດາປະເທດທີ່ມີລາຍຮັບປານກາງຕ່ຳ. ໂດຍສະເພາະ ອາຍຸຍືນສະເລ່ຍຂອງຄົນຫວຽດນາມແມ່ນ 75 ປີ, ສູງກວ່າລະດັບສະເລ່ຍຂອງບັນດາປະເທດມີລາຍຮັບປານກາງ (71 ປີ)(4). ຕາມລາຍງານຕິດຕາມກວດກາທົ່ວໂລກກ່ຽວກັບການຄຸ້ມຄອງສຸຂະພາບທົ່ວໂລກ, ໃນປີ 2022 ຫວຽດນາມບັນລຸດັດຊະນີການຄຸ້ມຄອງບໍລິການໃນລະດັບ 70/100, ສູງກວ່າລະດັບສະເລ່ຍທົ່ວໂລກທີ່ 67.
ສຸຂະພາບຮ່າງກາຍຂອງຄົນຫວຽດນາມດີຂຶ້ນຢ່າງຈະແຈ້ງ. ຄວາມສູງຂອງຄົນຫວຽດນາມເພີ່ມຂຶ້ນ ໂດຍໃນປີ 2020 ຜູ້ຊາຍໄວ 18 ປີມີຄວາມສູງ 168,1 ຊມ. (ເພີ່ມຂຶ້ນ 3,7 ຊມ. ເມື່ອທຽບກັບປີ 2010: 164,4 ຊມ.) ລື່ນກາຍເປົ້າໝາຍທີ່ຕັ້ງໄວ້ໂດຍຍຸດທະສາດແຫ່ງຊາດກ່ຽວກັບໂພຊະນາການ (> 2 ຊມ.) ແລະ ຄວາມສູງຂອງຜູ້ຍິງໄວລຸ້ນໃນປີ 2020 ແມ່ນ 156,2 ຊມ. ເພີ່ມຂຶ້ນ 0,8 ຊມ. ເມື່ອທຽບກັບປີ 2010 (154,8 ຊມ.). ເປົ້າໝາຍທັງໝົດລື່ນກາຍລະດັບທີ່ກຳນົດໄວ້ໃນມະຕິໝາຍເລກ 20-NQ/TW.
ອັດຕາການຂາດສານອາຫານແບບຕ່ຳເຕ້ຍຈ່ອຍຜອມໃນເດັກນ້ອຍອາຍຸຕ່ຳກວ່າ 5 ປີ (ຄວາມສູງ/ອາຍຸ) ຫຼຸດລົງຢ່າງຕໍ່ເນື່ອງ, ນັບແຕ່ປີ 2010 ເຖິງ 2020, ອັດຕາການຂາດສານອາຫານແບບຕ່ຳເຕ້ຍຈ່ອຍຜອມທົ່ວປະເທດຫຼຸດລົງຈາກ 29,3% ເຫຼືອ 19,6% ແລະພາຍໃນປີ 2023 ເຫຼືອ 18,8% (ຄາດວ່າຈະຫຼຸດລົງເຫຼືອ 15% ພາຍໃນປີ 2030). ດັ່ງນັ້ນ, ເປົ້າໝາຍດັງກ່າວຈຶງລື່ນກາຍເປົ້າໝາຍທີ່ກຳນົດໄວ້ໃນມະຕິໝາຍເລກ 20-NQ/TW ວ່າ ພາຍໃນປີ 2025 “ອັດຕາການຂາດສານອາຫານໃນເດັກອາຍຸຕ່ຳກວ່າ 5 ປີ ຈະຕ່ຳກວ່າ 20%.
ການປັບປຸງສະຖາບັນ, ລະບົບນະໂຍບາຍ ແລະກົດໝາຍ ກ່ຽວກັບສາທາລະນະສຸກໃຫ້ສົມບູນແບບ
ໃນໄລຍະປີ 2021-2025, ວຽກງານການສ້າງແລະປັບປຸງບູລະນະສະຖາບັນຂອງຂະແໜງການສາທາລະນະສຸກໄດ້ບັນລຸຜົນສຳເລັດທີ່ໂດດເດັ່ນ. ການທົບທວນເອກະສານທາງກົດໝາຍ, ລະບຸບັນຫາ ແລະ ຂໍ້ບົກພ່ອງ ເພື່ອແກ້ໄຂ, ປັບປຸງເພີ່ມເຕີມ ແລະ ສະເໜີກົນໄກສະເພາະຂອງຂະແໜງການສາທາລະນະສຸກນັ້ນ ໄດ້ດຳເນີນການຢ່າງເປັນປະຈຳ ແລະທັນທ່ວງທີ. ນັບແຕ່ປີ 2021 ເຖິງປະຈຸບັນ, ມີການປະກາດໃຊ້ກົດໝາຍສຳຄັນຂອງຂະແໜງການສາທາລະນະສຸກ 3 ສະບັບ, ປະກອບດ້ວຍ ກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດ ປີ 2023, ກົດໝາຍວ່າດ້ວຍການແກ້ໄຂ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຢາ ປີ 2024, ກົດໝາຍວ່າດ້ວຍການແກ້ໄຂ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສຸຂະພາບປີ 2024. ກະຊວງສາທາລະນະສຸກຍັງໄດ້ໃຫ້ຄຳແນະນຳກ່ຽວກັບການອອກເອກະສານສຳຄັນຈຳນວນໜຶ່ງ ເຊັ່ນ ມະຕິຂອງສະພາແຫ່ງຊາດ 4 ສະບັບ; ມະຕິຂອງຄະນະປະຈຳສະພາແຫ່ງຊາດ 1 ສະບັບ; ບົດສະຫຼຸບຂອງກົມການເມືອງສູນກາງພັກ 2 ສະບັບ; ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ 2 ສະບັບ; ມະຕິ 26 ສະບັບ ແລະດຳລັດ 13 ສະບັບຂອງລັດຖະບານ; ອອກໜັງສືວຽນຂອງກະຊວງສາທາລະນະສຸກຫຼາຍກວ່າ 100 ສະບັບ; ແລະ ນະໂຍບາຍການພັດທະນາຂະແໜງການສາທາລະນະສຸກໄລຍະກາງ ແລະໄລຍະຍາວ ເຖິງປີ 2030 ແລະ ວິໄສທັດເຖິງປີ 2045-2050 ຫຼວງຫຼາຍ ເຊັ່ນ ຍຸດທະສາດການພັດທະນາຂະແໜງການສາທາລນະສຸກໂດຍລວມ ແລະ ຍຸດທະສາດການພັດທະນາພາກສ່ວນສະເພາະ, ການວາງແຜນຂະແໜງການສາທາລະນະສຸກ ແລະອື່ນໆ. ນອກຈາກນີ້ ຍັງມີນະໂຍບາຍ ແລະ ເອກະສານທາງກົດໝາຍຕ່າງໆ ຫຼາຍຢ່າງ ເພື່ອຂະຈັດບັນຫາແລະອຸປະສັກທີ່ເກີດຂຶ້ນໃນການປະຕິບັດງານ ເຊັ່ນ ການຈັດຊື້, ການປະມູນ, ກາຊຳລະເບ້ຍປະກັນສຸຂະພາບ, ການອອກໃບອະນຸຍາດໃຫ້ຈຳໜ່າຍຢາ, ອຸປະກອນ, ອຸປະກອນການແພດ, ລາຄາຄ່າບໍລິການກວດແລະການປິ່ນປົວພະຍາດ, ການຈັດອັນດັບໜ່ວຍອາຊີບທາງການແພດ, ຕໍາແໜ່ງວຽກເຮັດງານທໍາ ແລະ ມາດຕະຖານໂຄງສ້າງພະນັກງານຕາມຊື່ຕໍາແໜ່ງ…
ເຄືອຂ່າຍບໍລິການສາທາລະນະສຸກຂະຫຍາຍຕົວແລະເຂັ້ມແຂງຂຶ້ນ ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນສາມາດເຂົ້າເຖິງບໍລິການສຸຂະພາບທີ່ມີຄຸນນະພາບໄດ້.
ທີໜຶ່ງ, ເຄືອຂ່າຍບໍລິການກວດແລະປິ່ນປົວພະຍາດຂະຫຍາຍຕົວຢ່າງແຜ່ຫຼາຍ.
ລະບົບບໍລິການສາທາລະນະສຸກໃນຫວຽດນາມ ໄດ້ຮັບການຈັດຕັ້ງຢ່າງແໜ້ນແຟ້ນຈາກຂັ້ນສູນກາງ, ແຂວງ, ເມືອງ ແລະ ຕາແສງ ໂດຍຕິດກັບອຳນາດການປົກຄອງທຸກຂັ້ນ. ເຄືອຂ່າຍສະຖານທີ່ກວດແລະປິ່ນປົວພະຍາດໄດ້ສ້າງຂຶ້ນໃນທົ່ວປະເທດ, ປະກອບດ້ວຍໂຮງໝໍສູນກາງ 34 ແຫ່ງ ກະຈາຍຕາມພູມພາກຕ່າງໆ ທົ່ວປະເທດ, ໂຮງໝໍມະຫາວິທະຍາໄລ 13 ແຫ່ງ, ໂຮງໝໍແຂວງ 462 ແຫ່ງ, ໂຮງໝໍເມືອງ/ສູນອະນາໄມເມືອງທີ່ມີຕຽງຜູ້ປ່ວຍ 629 ແຫ່ງ, ໂພລີຄຼິນິກພາກພື້ນ 544 ແຫ່ງ ແລະ ສະຖານີອະນາໄມຕາແສງ 11.101 ແຫ່ງ. ໃນປີ 2023, ຈຳນວນຕຽງໃນໂຮງໝໍສະເລ່ຍຕໍ່ປະຊາກອນ 10.000 ຄົນໃນຫວຽດນາມແມ່ນ 32 ຕຽງ, ສູງກວ່າປະເທດອາຊຽນທຸກປະເທດ. ນອກຈາກລະບົບສາທາລະນະສຸກພາກລັດແລ້ວ, ເຄືອຂ່າຍສາທາລະນະສຸກພາກເອກະຊົນກໍມີການພັດທະນາຢ່າງແຂງແຮງ. ໃນທົ່ວປະເທດ, ມີສະຖານທີ່ການແພດການຢາເອກະຊົນຫຼາຍກວ່າ 65.000 ແຫ່ງ, ລວມທັງການແພດເອກະຊົນຫຼາຍກວ່າ 35.000 ແຫ່ງ ແລະ ສະຖານທີ່ຂາຍຍ່ອຍຢາ 39.172 ແຫ່ງ. ຮອດຕົ້ນປີ 2024, ທົ່ວປະເທດມີໂຮງໝໍເອກະຊົນທັງໝົດ 343 ແຫ່ງ ດ້ວຍຈຳນວນຕຽງນອນໂຮງໝໍກວມ 5,26% ຂອງຈຳນວນຕຽງນອນໂຮງໝໍໃນທົ່ວປະເທດ. ນອກຈາກນັ້ນ, ຍັງມີສະຖານທີ່ການແພດພາຍໃຕ້ກະຊວງ ແລະ ຂະແໜງການອື່ນໆ ອີກ 755 ແຫ່ງ ລວມມີໂຮງໝໍ, ໂພລີຄຼິນິກ, ສູນພະຍາບານ, ສູນການແພດ ແລະ ສະຖານີອະນາໄມຂອງໜ່ວຍງານທີ່ບໍ່ມີຕຽງ ແລະ ໂຮງໝໍຟື້ນຟູສຸຂະພາບ 63 ແຫ່ງ.
ຄຸນນະພາບບໍລິການກວດແລະປິ່ນປົວພະຍາດໃນທຸກລະດັບເຕັກນິກ ໄດ້ຮັບການເອົາໃຈໃສ່ປັບປຸງຍົກສູງ. ລະບົບໂຮງໝໍນຳໃຊ້ການປະເມີນຄຸນນະພາບໂຮງໝໍໂດຍອີງຕາມມາດຖານ 83 ຂໍ້ເພື່ອລະບຸບັນຫາທີ່ມີຢູ່ ແລະ ບຸລິມະສິດໃນການພັດທະນາໂຄງການປັບປຸງຄຸນນະພາບ. ນອກຈາກນີ້ ໂຮງໝໍຍັງໄດ້ປັບປຸງຄຸນນະພາບທາງດ້ານຄຼິນິກຢ່າງຕັ້ງໜ້າ ຜ່ານການນຳໃຊ້, ການປັບປຸງ ແລະ ການຈັດຕັ້ງປະຕິບັດແນວທາງວິຊາການ. ເຄືອຄ່າຍໂຮງໝໍດາວທຽມນັບມື້ນັບໄດ້ຮັບການເປີດກວ້າງ ໂດຍໄດ້ຮັບເຕັກນິກແລະເຕັກໂນໂລຊີທາງການແພດຫຼາຍຢ່າງ, ຄວາມສາມາດໃຫ້ບໍລິການກວດ ແລະປິ່ນປົວພະຍາດ ກໍ່ໄດ້ຮັບການປັບປຸງຍົກສູງ.
ຄວາມກ້າວໜ້າທາງດ້ານວິທະຍາສາດແລະເຕັກໂນໂລຢີຈໍານວນຫຼາຍໃນການກວດແລະການປິ່ນປົວພະຍາດໄດ້ຖືກນໍາໄປໃຊ້, ເຊັ່ນ: ການໃຊ້ແພຼດຟອມເພື່ອສະໜັບສະໜູນການກວດແລະປຶກສາການປິ່ນປົວພະຍາດອອນໄລນ໌ແລະທາງໄກ, ການໃຊ້ບັນທຶກສຸຂະພາບເອເລັກໂຕຣນິກ ແລະ ການໃຊ້ແອບພຼີເຄຊັນ AI ເພື່ອຊ່ວຍການວິນິດໄສແລະການປິ່ນປົວ. ການນຳໃຊ້ບັນທຶກສຸຂະພາບເອເລັກໂຕຣນິກ ແລະ ຄ່ອຍໆກ້າວໄປສູ່ເປົ້າໝາຍການສ້າງຕັ້ງລະບົບປຶ້ມສຸຂະພາບແບບເອເລັກໂຕຣນິກສຳລັບປະຊາຊົນແຕ່ລະຄົນ, ການປັບປຸງຂໍ້ມູນ ແລະ ຕົວຊີ້ວັດດ້ານສຸຂະພາບເມື່ອປະຊາຊົນໄປກວດສຸຂະພາບ ແລະ ປິ່ນປົວພະຍາດ.
ເພີ່ມທະວີການປະສົມປະສານການແພດແຜນໂບຮານ ກັບການແພດສະໄໝໃໝ່ ໃນການປ້ອງກັນພະຍາດ, ການກວດ, ການປິ່ນປົວ, ການຟື້ນຟູ ແລະ ການພັດທະນາສຸຂະພາບ. ເຄືອຂ່າຍການກວດແລະປິ່ນປົວພະຍາດດ້ວຍການແພດແຜນໂບຮານສືບຕໍ່ໄດ້ຮັບການປັບປຸງ ໂດຍມີໂຮງໝໍແຜນໂບຮານພາກລັດ 65 ແຫ່ງ. ອັດຕາໂຮງໝໍທັນສະໄໝທີ່ມີພະແນກຫຼືກຸ່ມການແພດແຜນໂບຮານ ແມ່ນ 89,6%. ອັດຕາຕາແສງທີ່ດຳເນີນການກວດ ແລະປິ່ນປົວພະຍາດດ້ວຍການແພດແຜນໂບຮານແມ່ນ 83,2%. ຈໍານວນການກວດແລະການປິ່ນປົວດ້ວຍການແພດແຜນໂບຮານເພີ່ມຂຶ້ນເລັກນ້ອຍ ໃນໄລຍະຫຼາຍປີທີ່ຜ່ານມາ.
ທີສອງ, ເຄືອຂ່າຍການແພດປ້ອງກັນນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມທະວີຄວາມສາມາດໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ.
ລະບົບການແພດປ້ອງກັນໄດ້ຮັບການປັບປຸງ ແລະ ຈັດຕັ້ງສັບຊ້ອນໃຫ້ຄ່ອງຄົວເທື່ອລະກ້າວ. ຮອດປີ 2022, ໃນແຂວງແລະນະຄອນທັງໝົດ 63 ແຫ່ງ ໄດ້ສ້າງຕັ້ງສູນຄວບຄຸມແລະປ້ອງກັນພະຍາດຂຶ້ນ ໂດຍອິງໃສ່ການລວມສູນການແພດປ້ອງກັນຫຼາຍແຫ່ງໃນຂັ້ນແຂວງ. ວຽກງານປ້ອງກັນ ແລະ ຕ້ານພະຍາດຕິດແປດ ແລະພະຍາດບໍ່ຕິດແປດ ໄດ້ຮັບຜົນສຳເລັດເປັນຢ່າງດີ. ສະຖານະການພະຍາດຕິດແປດໄດ້ຮັບການຄວບຄຸມ ແລະ ບັນລຸເປົ້າໝາຍໃນການຫຼຸດອັດຕາການເກີດພະຍາດ ແລະ ອັດຕາການເສຍຊີວິດຈາກພະຍາດຕິດແປດປະຈຳປີໃຫ້ເຫຼືອໜ້ອຍທີ່ສຸດ ເມື່ອທຽບກັບຄ່າສະເລ່ຍໃນໄລຍະປີ 2016-2020; ພະຍາດບາງຊະນິດມີຈຳນວນຜູ້ປ່ວຍເພີ່ມຂຶ້ນ ຫຼືເກີດຂຶ້ນໃນພື້ນທີ່ບາງແຫ່ງ ເຊັ່ນ ໄຂ້ຫວັດສາຍພັນ A (H5N1), ໄຂ້ຫວັດສາຍພັນ A (H9N2) ໄດ້ຮັບການຄວບຄຸມ ແລະ ສະກັດກັ້ນຢ່າງທັນການ. ພິເສດ, ຫວຽດນາມສາມາດຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສຳເລັດ ເຊິ່ງຖືເປັນຄວາມສຳເລັດອັນຕັ້ງໜ້າໃນການຕອບໂຕ້ໂລກລະບາດ.
ເດັກອາຍຸຕ່ຳກວ່າ 1 ປີປະມານ 90% ໄດ້ຮັບການສັກຢາວັກຊີນຄົບໂດສ ຕາມໂຄງການຂະຫຍາຍພູມຄຸ້ມກັນ; ພະຍາດ ແລະ ພະຍາດລະບາດຮ້າຍແຮງຫຼາຍຊະນິດ ໄດ້ຮັບການຄວບຄຸມ ແລະກຳຈັດ (HIV/AIDS, ໄຂ້ເລືອດອອກ, SARS, ແລະອື່ນໆ), ຮັກສາຜົນການກຳຈັດ ແລະ ຂະຈັດພະຍາດບາງຊະນິດ (ໂປລິໂອ, ບາດທະຍັກໃນເດັກເກີດໃໝ່, ແລະອື່ນໆ), ມຸ່ງໜ້າສູ່ການກຳຈັດວັນນະໂລກ, ຂີ້ທູດ, ໄຂ້ຍຸງ ແລະອື່ນໆ. ໂຄງການສັກວັກຊີນຂະຫຍາຍຜົນຍັງຄົງດຳເນີນຕໍ່ໄປ ໂດຍການຊັກວັກຊີນເພື່ອປ້ອງກັນພະຍາດ 10 ພະຍາດ. ຮອດປະຈຸບັນ, ຫວຽດນາມສາມາດຜະລິດວັກຊີນໄດ້ດ້ວຍຕົນເອງ 9 ຊະນິດຈາກ 11 ຊະນິດ ທີ່ໃຊ້ໃນໂຄງການສັກວັກຊີນຂະຫຍາຍຜົນ.
ວຽກງານການປ້ອງກັນແລະຄວບຄຸມພະຍາດບໍ່ຕິດແປດ ໄດ້ຮັບຄວາມເອົາໃຈໃສ່, ໂດຍສະເພາະ ການຄຸ້ມຄອງພະຍາດຊໍາເຮື້ອ ແລະ ພະຍາດບໍ່ຕິດຕໍ່ບາງພະຍາດຢູ່ສະຖານີອະນາໄມຕາແສງ. ຄວາມຮັບຮູ້ ແລະ ການປະຕິບັດວຽກງານປ້ອງກັນ ແລະ ປັບປຸງສຸຂະພາບຂອງປະຊາຊົນ, ຄອບຄົວ ແລະ ສັງຄົມ ໄດ້ຮັບການຍົກສູງຂຶ້ນ. ອັດຕາການສູບຢາມີແນວໂນ້ມຫຼຸດລົງ ນັບແຕ່ມີການບັງຄັບໃຊ້ກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມອັນຕະລາຍຈາກການສູບຢາ, ອັດຕາຄົນສູບຢາຂອງຜູ້ຊາຍຫຼຸດລົງຈາກ 47,4% ໃນປີ 2010 ເຫຼືອ 42,3% ໃນປີ 2020. ໃນກຸ່ມອາຍຸ 25-64 ປີ, ອັດຕາການບໍ່ອອກກຳລັງກາຍຫຼຸດລົງຈາກ 30,4% ໃນປີ 2010 ເຫຼືອ 26,1% ໃນປີ 2015. ໂຄງການສຸຂະພາບຫວຽດນາມ ທີ່ນາຍົກລັດຖະມົນຕີອະນຸມັດ ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນໃນເບື້ອງຕົ້ນ. ວຽກງານການຄຸ້ມຄອງ ແລະ ຕິດຕາມສຸຂະພາບຂອງພົນລະເມືອງແຕ່ລະຄົນ ໄດ້ຮັບການເອົາໃຈໃສ່ໃນຊຸມປີມໍ່ໆມານີ້, ໂດຍສະເພາະ ຫຼັງຈາກທີ່ຄະນະບໍລິຫານງານສູນກາງພັກຊຸດທີ XII ອອກມະຕິໝາຍເລກ 20-NQ/TW. ຜົນສະຫຼຸບປີ 2023 ສະແດງໃຫ້ເຫັນວ່າ ອັດຕາປະຊາກອນທີ່ໄດ້ຮັບການຄຸ້ມຄອງ ແລະ ຕິດຕາມດ້ານສຸຂະພາບໃນ 57 ແຂວງແລະນະຄອນ ທີ່ລາຍງານຜົນໄດ້ສູງເຖິງ 77,5%(5). ບັນດາກິດຈະກໍາທີ່ກ່ຽວຂ້ອງກັບອະນາໄມ ສຸຂະພາບ ແລະສິ່ງແວດລ້ອມ; ຄຸນະພາບນໍ້າສະອາດທີ່ໃຊ້ເພື່ອການອຸປະໂພກບໍລິໂພກ; ສຸຂະພາບ ແລະ ສຸຂະອະນາໄມໃນໂຮງຮຽນ; ສຸຂະອະນາໄມໃນການອອກແຮງງານ; ການຕິດຕາມ, ປ້ອງກັນ ແລະ ຄວບຄຸມພະຍາດໃນການເຮັດວຽກ, ການບາດເຈັບແລະອຸບັດຕິເຫັດໃນໄລຍະຜ່ານມາ ໄດ້ຮັບການເອົາໃຈໃສ່, ຈັດຕັ້ງປະຕິບັດ ແລະ ປະສົບຜົນສຳເລັດບາງປະການ.
ສາທາລະນະສຸກຮາກຖານເສີມຂະຫຍາຍບົດບາດສຳຄັນ ໃນການເບິ່ງແຍງດູແລສຸຂະພາບຂັ້ນຕົ້ນ, ການປ້ອງກັນ ແລະ ການປັບປຸງຍົກສູງສຸຂະພາບ
ເຄືອຄ່າຍສາທາລະນະສຸກຮາກຖານໄດ້ຮັບການພັດທະນາຢ່າງກວ້າງຂວາງໃນທົ່ວປະເທດ, ໂດຍ 100% ຂອງເມືອງ, ຕົວເມືອງ, ເທດສະບານແຂວງ, ໃຈກາງເມືອງ ມີສູນການແພດ; 99,6% ຂອງຕາແສງ, ຄຸ້ມ, ຕົວເມືອງນ້ອຍ ມີສະຖານີອະນາໄມ (ຕໍ່ໄປນີ້ເອີ້ນວ່າສະຖານີອະນາໄມຕາແສງ); 97,3% ຂອງສະຖານີອະນາໄມຕາແສງໄດ້ບັນລຸມາດຕະຖານສຸຂະພາບລະດັບຊາດໃນໄລຍະປີີ 2011-2020.
ພື້ນຖານວັດຖຸ ສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຕ່າງໆ ໄດ້ຮັບການລົງທຶນປັບປຸງແລະພັດທະນາ ຜ່ານບັນດາໂຄງການ ແລະ ແຜນການສະໜັບສະໜູນ, ລົງທຶນໃສ່ວຽກງານສາທາລະນະສຸກຂັ້ນເມືອງ ແລະ ຈັດຕັ້ງປະຕິບັດຊຸດມາດຖານລະດັບຊາດ ກ່ຽວກັບສາທາລະນະສຸກຕາແສງພາຍໃນປີ 2030. ສະຖານີອະນາໄມຕາແສງເກືອບ 80% ແຫ່ງ ໄດ້ຮັບການລົງທຶນຢ່າງໝັ້ນຄົງ, ໃນປີ 2022, ອັດຕາຕາແສງທີ່ບັນລຸມາດຖານລະດັບຊາດດ້ານສຸຂະພາບແມ່ນ 97,3%. ຄວາມສາມາດ ແລະ ຄຸນນະພາບຂອງການໃຫ້ບໍລິການສຸຂະພາບຢູ່ສະຖານພະຍາບານຮາກຖານ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ອັດຕາການກວດປະກັນສຸຂະພາບຂັ້ນເມືອງໃນຈຳນວນການກວດປະກັນສຸຂະພາບທົ່ວແຂວງເພີ່ມຂຶ້ນຈາກ 43,3% ໃນປີ 2015 ເປັນ 62,2% ໃນປີ 2022. ອັດຕາຄວາມເພິ່ງພໍໃຈໃນການກວດສຸຂະພາບ ແລະການປິ່ນປົວພະຍາດ ໃນຂັ້ນເມືອງບັນລຸ 86%. ສະຖານີອະນາໄມຕາແສງແລະຄຸ້ມ ບັນລຸຜົນສຳເລັດທີ່ສຳຄັນໃນດ້ານສາທາລະນະສຸກປ້ອງກັນ. ສະຖານີອະນາໄມຕາແສງ 100% ແຫ່ງໄດ້ດຳເນີນການສັກວັກຊີນຢ່າງກວ້າງຂວາງ; ສະຖານີອະນາໄມຕາແສງ 100% ແຫ່ງໄດ້ດຳເນີນການກວດກາ ແລະ ຕິດຕາມສະຖານທີ່ຜະລິດແລະຄ້າຂາຍອາຫານ, ປ້ອງກັນແລະຄວບຄຸມອາຫານເປັນພິດ... ພິເສດ, ໃນໄລຍະການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ເຄືອຂ່າຍສາທາລະນະສຸກຮາກຖານທັງໝົດຖືກລະດົມເພື່ອກວດກາ ແລະ ຕິດຕາມແຫຼ່ງທີ່ມາຂອງການຕິດເຊື້ອພະຍາດໂຄວິດ-19; ຮັບປະກັນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງວ່ອງໄວ, ປອດໄພ, ມີປະສິດທິຜົນ ແລະວິທະຍາສາດ; ຈັດຕັ້ງ ແລະ ດຳເນີນສະຖານີການແພດເຄື່ອນທີ່, ຄຸ້ມຄອງ ແລະ ປິ່ນປົວຜູ້ປ່ວຍພະຍາດໂຄວີດ-19 ຢູ່ບ້ານ, ຢູ່ສູນການແພດເມືອງ.
ປ່ຽນແປງໃໝ່ການເງິນດ້ານສາທາລະນະສຸກ, ປະຕິບັດການຄຸ້ມຄອງປະກັນໄພສຸຂະພາບທົ່ວປວງຊົນ.
ໃນເວລາທີ່ຜ່ານມາ, ຫວຽດນາມໄດ້ຜັນຂະຫຍາຍວິທີແກ້ໄຂຕ່າງໆຫຼາຍວິທີ ເພື່ອປ່ຽນແປງໃໝ່ກົນໄກການເງິນດ້ານສາທາລະນະສຸກ ລວມທັງສະພາແຫ່ງຊາດໄດ້ຜ່ານມະຕິໝາຍເລກ 18/2008-QH12 “ວ່າດ້ວຍການສົ່ງເສີມການປະຕິບັດນະໂຍບາຍກົດໝາຍສັງຄົມ ເພື່ອປັບປຸງຍົກສູງຄຸນນະພາບການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ”, ກຳນົດໃຫ້ເພີ່ມອັດຕາສ່ວນລາຍຈ່າຍງົບປະມານປະຈຳປີສຳລັບພາກສາທາລະນະສຸກ ໂດຍຄ່ອຍໆ ເພີ່ມອັດຕາສ່ວນການໃຊ້ຈ່າຍພາກລັດດ້ານສາທາລະນະສຸກ. ລາຍຈ່າຍສາທາລະນະສຸກທັງໝົດເມື່ອທຽບກັບ GDP ໄດ້ເພີ່ມຂຶ້ນໃນຫຼາຍປີທີ່ຜ່ານມາ ແລະ ນັບແຕ່ປີ 2000 ຄ່າໃຊ້ຈ່າຍກໍ່ເພີ່ມຂຶ້ນສູງເຖິງ 5% ສະເໝີມາ, ແຕ່ປີ 2016 ຄ່າໃຊ້ຈ່າຍກໍ່ເພີ່ມຂຶ້ນເປັນ 6% ຂອງ GDP ແລະເພີ່ມຂຶ້ນເຖິງ 6,8% ຂອງ GDP ໃນປີ 2019(6)... ອັດຕາການປົກຫຸ້ມຂອງປະກັນສຸຂະພາບເພີ່ມຂຶ້ນຕະຫຼອດຫຼາຍປີທີ່ຜ່ານມາ, ເຖິງວັນທີ່ 31 ຕຸລາ 2023 ປະຊາກອນຫວຽດນາມ 93,35% ເຂົ້າຮ່ວມປະກັນສຸຂະພາບ(7).
ດຳເນີນການປ່ຽນແປງໃໝ່ນະໂຍບາຍການເງິນດ້ານສາທາລະນະສຸກ ຕາມທິດການຄິດໄລ່ລາຄາບໍລິການສຸຂະພາບຢ່າງຖືກຕ້ອງ ແລະ ຄົບຖ້ວນ ລວມທັງຕົ້ນທຶນຕ່າງໆຢ່າງມີທິດທາງ; ພ້ອມກັນນັ້ນ, ຜັນຂະຫຍາຍມາດຕະການໜູນຊ່ວຍຢ່າງມີປະສິດທິຜົນ ໃຫ້ກັບກຸ່ມດ້ອຍໂອກາດ, ເຊັ່ນ: ບັດປະກັນສຸຂະພາບໃຫ້ຜູ້ທຸກຍາກ, ເດັກນ້ອຍ ແລະ ຜູ້ເຖົ້າ; ຊ່ວຍເຫຼືອຄົນໃກ້ຈະທຸກຍາກ ດ້ວຍມູນຄ່າບັດປະກັນສຸຂະພາບ 70% ຂອງລາຄາໜ້າບັດ; ຊ່ວຍເຫຼືອຄ່າອາຫານ ແລະ ການເດີນທາງ, ສະໜັບສະໜູນການຈ່າຍຮ່ວມປະກັນສຸຂະພາບຂອງຄົນທຸກຍາກ ຄົນຊົນເຜົ່າສ່ວນໜ້ອຍ ແລະອື່ນໆ. ຂະແໜງສາທາລະນະສຸກຍັງໄດ້ຈັດຕັ້ງປະຕິບັດຫຼາຍວິທີແກ້ໄຂ ເພື່ອປັບປຸງປະສິດທິພາບການດຳເນີນງານຂອງສະຖານທີ່ສາທາລະນະສຸກ ລວມທັງການຈັດຕັ້ງປະຕິບັດກົນໄກເປັນເຈົ້າຕົນເອງທາງດ້ານການເງິນ, ບຸກຄະລາກອນ ແລະ ເປັນເຈົ້າຕົນເອງໃນການຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີ. ຈໍານວນຫົວໜ່ວຍບໍລິການສາທາລະນະສຸກທີ່ເປັນເຈົ້າຕົນເອງ ທີ່ໄດ້ຮັບລາຍຈ່າຍເປັນປົກກະຕິ ເພີ່ມຂຶ້ນຈາກ 28 ຫົວໜ່ວຍໃນປີ 2013 ເປັນ 253 ຫົວໜ່ວຍໃນປີ 2020, ໂຮງໝໍຫຼາຍແຫ່ງໄດ້ປະກັນເພີ່ມຂຶ້ນ 80% – 95% ເຮັດໃຫ້ຈຳນວນພະນັກງານທີ່ຮັບເງິນເດືອນຈາກງົບປະມານປະເທດຫຼຸດລົງ. ນະໂຍບາຍຫັນເປັນສັງຄົມກໍ່ໄດ້ປະກອບສ່ວນລະດົມແຫຼ່ງທຶນນອກງົບປະມານແຫ່ງລັດໃຫ້ຫຼາຍກວ່າເກົ່າ ເພື່ອລົງທຶນກໍ່ສ້າງສະຖານທີ່ສາທາລະນະສຸກ, ຍົກສູງຄຸນນະພາບການບໍລິການ.
ການສ້າງບຸກຄະລາກອນທາງການແພດທີ່ຕອບສະໜອງຄວາມຕ້ອງການດ້ານວິຊາຊີບ ແລະ ຈັນຍາບັນທາງການແພດ
ທີ່ໜຶ່ງ, ຈໍານວນບຸກຄະລາກອນທາງການແພດເພີ່ມຂຶ້ນຢ່າງໄວວາ ແລະສະໝ່ຳສະເໝີ ໃນຫຼາຍປີທີ່ຜ່ານມາ.
ດ້ວຍຄວາມພະຍາຍາມຂອງຂະແໜງສາທາລະນະສຸກໂດຍທົ່ວໄປ ແລະ ບັນດາສະຖານຝຶກອົບຮົມບຸກຄະລາກອນສາທາລະນະສຸກໂດຍສະເພາະ ເຮັດໃຫ້ຈຳນວນພະນັກງານສາທາລະນະສຸກ ເພີ່ມຂຶ້ນຢ່າງວ່ອງໄວ ແລະ ໝັ້ນຄົງ ໃນທົດສະວັດທີ່ຜ່ານມາ. ໃນປີ 2000, ຈຳນວນພະນັກງານສາທາລະນະສຸກທຸກປະເພດຕໍ່ປະຊາກອນ 10.000 ຄົນແມ່ນເກືອບ 30 ຄົນ/10.000 ຄົນ, ຮອດປີ 2020 ເພີ່ມຂຶ້ນເປັນ 49,5 (8). ຈໍານວນນາຍໝໍເພີ່ມຂຶ້ນຢ່າງໄວວາ ຈາກ 5,9 ທ່ານໝໍຕໍ່ປະຊາກອນ 10.000 ຄົນໃນປີ 2003 ເປັນ 12,5 ທ່ານໝໍຕໍ່ປະຊາກອນ 10.000 ຄົນໃນປີ 2023. ຈຳນວນພະຍາບານເພີ່ມຂຶ້ນຈາກ 6,00 ນາຍພະຍາບານຕໍ່ປະຊາກອນ 10.000 ຄົນໃນປີ 2003 ເປັນ 15 ນາຍພະຍາບານຕໍ່ປະຊາກອນ 10.000 ຄົນໃນປີ 2023(9). ຈໍານວນເພສັດຊະກອນມະຫາວິທະຍາໄລຕໍ່ປະຊາກອນ 10,000 ຄົນເພີ່ມຂຶ້ນຈາກ 1,76 ໃນປີ 2010 ເປັນ 2,85 ໃນປີ 2020.
ທີສອງ, ການປັບປຸງອັບເດດເຕັກນິກຢ່າງທັນການແລະສະໝ່ຳສະເໝີນັ້ນ ຕ້ອງອາໄສລະດັບວິຊາສະເພາະຂັ້ນສູງ
ໃນຂົງເຂດການກວດສຸຂະພາບແລະປິ່ນປົວພະຍາດ, ທ່ານໝໍແລະພະຍາບານ ລ້ວນແຕ່ໄດ້ຮັບການອົບຮົມອັບເດດເຕັກນິກການວິນິດໄສ, ການດູແລ ແລະ ການປິ່ນປົວໃໝ່ ຈາກປະເທດທີ່ພັດທະນາແລ້ວທົ່ວໂລກ. ໂຮງໝໍຫຼາຍແຫ່ງໄດ້ນຳໃຊ້ເຕັກນິກຂັ້ນສູງເປັນປະຈຳ ເຊັ່ນ ການປູກຖ່າຍອະໄວຍະວະ, ການຜ່າຕັດຜ່ານກ້ອງເພື່ອຮັກສາຫຼອດເລືອດແລະຫົວໃຈ... ປະຕິບັດບາດກ້າວທໍາອິດໃນການປ່ຽນແປງໃໝ່ການຝຶກອົບຮົມຊັບພະຍາກອນບຸກຄົນທາງການແພດ ຢ່າງເປັນພື້ນຖານແລະຮອບດ້ານ ຕາມທິດທາງເຊື່ອມໂຍງສາກົນ. ລວມເອົາລະບຽບການກ່ຽວກັບການສອບເສັງ ແລະການມອບໃບຮັບຮອງການປະກອບວິຊາຊີບຊົ່ວຄາວ ເຂົ້າໃນກົດໝາຍວ່າດ້ວຍການກວດ ແລະປິ່ນປົວພະຍາດ ປີ 2023. ຜັນຂະຫຍາຍປະຕິບັດລະບຽບການຈັດຝຶກອົບຮົມພາກປະຕິບັດ ແລະ ການຝຶກອົບຮົມວິຊາສະເພາະ ໃນຂະແໜງສາທາລະນະສຸກ; ປະກາດໃຊ້ມາດຕະຖານສະມັດຖະນະວິຊາຊີບ, ປ່ຽນແປງໃໝ່ໂຄງການຝຶກອົບຮົມຕາມສະມັດຖະນະ. ສ້າງຕັ້ງສະພາການແພດແຫ່ງຊາດຕາມຂໍ້ຕົກລົງໝາຍເລກ 956/QD-TTg, ລົງວັນທີ 6 ກໍລະກົດ 2020 ຂອງນາຍົກລັດຖະມົນຕີ, ກ້າວໄປສູ່ການຈັດຕັ້ງສອບເສັງລະດັບຊາດ ເພື່ອປະເມີນຄວາມສາມາດກ່ອນອອກໃບຮັບຮອງການປະກອບວິຊາວີບ. ບຸກຄະລະກອນທາງການແພດຢູ່ຂັ້ນລຸ່ມ, ໃນເຂດຫ່າງໄກສອກຫຼີກ ແລະ ພື້ນທີ່ດ້ອຍໂອກາດ ໄດ້ຮັບການເພີ່ມທະວີ ແລະປັບປຸງຍົກສູງຄຸນນະພາບເທື່ອລະກ້າວ ຜ່ານການຝຶກອົບຮົມ ການສັນຫາຕາມສະຖານທີ່, ການເຊື່ອມໂຍງ, ການຝຶກອົບຮົມຄວາມຮູ້, ການຖ່າຍທອດເຕັກໂນໂລຊີ, ການສົ່ງແພດໜຸ່ມໄປພື້ນທີ່ດ້ອຍໂອກາດ ແລະ ການໝູນວຽນບຸກຄະລະກອນທາງການແພດໃນສອງທິດທາງ.
ບາງວິທີແກ້ໄຂໃນໄລຍະຈະມາເຖິງ
ເພື່ອປັບປຸງຍົກສູງປະສິດທິພາບການດູແລສຸຂະພາບຂອງປະຊາຊົນ, ຮັບປະກັນຄວາມເປັນທຳ ແລະ ການເຂົ້າເຖິງການບໍລິການສາທາລະນະສຸກຖ້ວນໜ້າ ໂດຍອີງໃສ່ຫຼັກການຖືເອົາຜູ້ຮັບບໍລິການເປັນໃຈກາງ, ລະບົບການໃຫ້ບໍລິການສາທາລະນະສຸກຈຳຕ້ອງໄດ້ຮັບການອອກແບບໃໝ່ ໂດຍໃຫ້ການດູແລສຸຂະພາບເບື້ອງຕົ້ນເປັນຮາກຖານ, ໃນນັ້ນ ເອົາໃຈໃສ່ເຖິງການໃຫ້ບໍລິການປ້ອງກັນພະຍາດ, ສົ່ງເສີມສຸຂະພາບ ແລະ ບໍລິການດູແລສຸຂະພາບ ເພື່ອໃຫ້ຊຸມຊົນມີສຸຂະພາບແຂງແຮງ, ບໍ່ພຽງແຕ່ແນໃສ່ປິ່ນປົວພະຍາດເມື່ອເຈັບປ່ວຍເທົ່ານັ້ນ ແຕ່ຍັງຮັບປະກັນການບໍລິການສຸຂະພາບຕາມທິດທາງຂອງການດູແລຢ່າງຮອບດ້ານ ໂດຍມີຄວາມສົມດູນລະຫວ່າງການດູແລເບື້ອງຕົ້ນ ແລະການດູແລໃນໂຮງໝໍ. ຕາມນັ້ນ:
ທີໜຶ່ງ, ສັບຊ້ອນ ແລະ ປ່ຽນແປງໃໝ່ການຈັດຕັ້ງກົງຈັກສາທາລະນະສຸກຕາມເນື້ອໃນ ແລະ ຄວາມຕ້ອງການຂອງມະຕິໝາຍເລກ 18-NQ/TW ແລະ ມະຕິໝາຍເລກ 20-NQ/TW.
ດຳເນີນການສັບຊ້ອນແລະຈັດຕັ້ງກົງຈັກປະຕິບັດງານຂອງກະຊວງສາທາລະນະສຸກ ແລະ ບັນດາໜ່ວຍງານໃນສັງກັດ ຕາມທິດທາງກະທັດລັດ, ຮັດກຸມ, ເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ ແລະ ສອດຄ່ອງກັບລະບຽບລະບອບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ຈັດຕັ້ງລະບົບການບໍລິການດ້ານສາທາລະນະສຸກຕາມ 3 ລະດັບວິຊາຊີບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການກວດ ແລະ ປິ່ນປົວພະຍາດປີ 2023: ລະດັບການກວດແລະປິ່ນປົວພະຍາດເບື້ອງຕົ້ນ, ຂັ້ນພື້ນຖານ ແລະ ສະເພາະທາງ ຕາມພາລະບົດບາດ ແລະໜ້າທີ່ ທີ່ເໝາະສົມຕາມຄວາມຕ້ອງການລະດັບວິຊາຊີບ (ບໍ່ແບ່ງຕາມລະດັບບໍລິຫານປົກຄອງຄືປັດຈຸບັນ). ໃຫ້ກຳນົດພາລະບົດບາດ, ໜ້າທີ່ ແລະ ຂອບເຂດການໃຫ້ບໍລິການຂອງໜ່ວຍງານການແພດໃນແຕ່ລະຂັ້ນຢ່າງຈະແຈ້ງ, ໃນນັ້ນ ຕ້ອງລະບຸການພົວພັນລະຫວ່າງສະຖານພະຍາບານໃນການສະໜອງບໍລິການທາງການແພດຢ່າງຈະແຈ້ງ. ຕ້ອງກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງໂຮງໝໍຢ່າງຈະແຈ້ງ ໃນການໜູນຊ່ວຍລະດັບປະຖົມພະຍາບານ ໃຫ້ມີປະສິດທິຜົນໃນການປະຕິບັດໜ້າທີ່ເບິ່ງແຍງດູແລສຸຂະພາບເບື້ອງຕົ້ນ.
ສ້າງສູນຄວບຄຸມພະຍາດສາຍກາງ (CDC) ເພື່ອຮັບບົດບາດໃນການປະສານງານ ແລະ ຊີ້ນຳດ້ານວິຊາຊີບທົ່ວທັງລະບົບ ພ້ອມທັງເຊື່ອມໂຍງ ແລະ ຮ່ວມມືດ້ານວິຊາຊີບກັບເຄືອຂ່າຍຄວບຄຸມພະຍາດສາກົນ. ປັບປຸງບັນດາໜ່ວຍງານທີ່ຮັບຜິດຊອບດ້ານການກວດສອບແລະພິສູດໃຫ້ເປັນລະບົບອົງການຄວບຄຸມຜະລິດຕະພັນຢາອາຫານ ແລະ ອຸປະກອນການແພດທີ່ເໝາະສົມ ແລະ ເຊື່ອມໂຍງກັບສາກົນ.
ທີສອງ, ປ່ຽນແປງໃໝ່ກົນໄກທາງການເງິນ.
ເພື່ອປະຕິບັດການຄຸ້ມຄອງການດູແລສຸຂະພາບທົ່ວປວງຊົນ, ຈຳເປັນຕ້ອງກຳນົດວ່າແຫຼ່ງທຶນຈາກງົບປະມານແຫ່ງລັດ ແລະ ການປະກັນສຸຂະພາບ ຕ້ອງມີບົດບາດນຳໜ້າ, ຕາມນັ້ນແລ້ວ, ການເບິ່ງແຍງດູແລສຸຂະພາບເບື້ອງຕົ້ນ, ການສາທາລະນະສຸກປ້ອງກັນ ແລະ ການສາທາລະນະສຸກພາກລັດ ຕ້ອງໄດ້ຮັບການຮັບປະກັນຈາກງົບປະມານແຫ່ງລັດ. ຊຸກຍູ້ການຫັນເປັນສັງຄົມ, ເພີ່ມທະວີການພົວພັນຮ່ວມມືພາກລັດ-ເອກະຊົນດ້ານສາທາລະນະສຸກ, ຮັບປະກັນຄວາມເປີດເຜີຍ, ຄວາມໂປ່ງໃສ ແລະ ການແຂ່ງຂັນທີ່ຍຸຕິທຳ ເພື່ອສົ່ງເສີມການພັດທະນາການດູແລສຸຂະພາບພາກເອກະຊົນ. ຈັດຕັ້ງປະຕິບັດແຜນງານລາຄາບໍລິການໃນທິດທາງການຄິດໄລ່ຕົ້ນທຶນທີ່ຖືກຕ້ອງແລະຄົບຖ້ວນ (ລວມທັງການກວດສຸຂະພາບ, ການປິ່ນປົວພະຍາດ, ຢາປ້ອງກັນ ແລະ ການດູແລສຸຂະພາບເບື້ອງຕົ້ນ). ຄົ້ນຄວ້າສືບຕໍ່ເພີ່ມເບ້ຍປະກັນສຸຂະພາບຕາມແຜນງານຂອງກົດໝາຍວ່າດ້ວຍປະກັນສຸຂະພາບ, ສອດຄ່ອງກັບງົບປະມານແຫ່ງລັດ ແລະ ຄວາມສາມາດໃນການຊຳລະເງິນຂອງປະຊາຊົນ. ພັດທະນານະໂຍບາຍທີ່ເໝາະສົມກັບການປ່ຽນແປງຮູບແບບພະຍາດ, ປະຊາກອນສູງອາຍຸ ແລະ ຊັບພະຍາກອນປະກັນສຸຂະພາບ. ນຳໃຊ້ວິທີການທີ່ລັດສັ່ງຊື້ແລະ ມອບໜ້າທີ່ໃຫ້ສາທາລະນະສຸກຂັ້ນຮາກຖານ ໃນການປະຕິບັດຊຸດບໍລິການສາທາລະນະສຸກຂັ້ນຮາກຖານ; ການຈ່າຍເງິນໃນທິດທາງສົ່ງເສີມການໃຫ້ບໍລິການດູແລສຸຂະພາບເບື້ອງຕົ້ນ ແລະ ການຄຸ້ມຄອງສຸຂະພາບຊຸມຊົນ. ປະຕິບັດການປ່ຽນແປງໃໝ່ວິທີການຊໍາລະເງິນປະກັນສຸຂະພາບ.
ທີສາມ, ວິທີແກ້ໄຂເພື່ອພັດທະນາຊັບພະຍາກອນບຸກຄົນທາງການແພດ.
ເພີ່ມທະວີການລົງທຶນ ແລະ ຍົກລະດັບ ເພື່ອຍົກສູງຄວາມສາມາດຂອງສະຖານທີ່ຝຶກອົບຮົມບຸກຄະລາກອນທາງການແພດໃນທົ່ວປະເທດ ທາງດ້ານສິ່ງອໍານວຍຄວາມສະດວກ, ພະນັກງານສິດສອນ, ເງື່ອນໄຂການຮຽນ-ການສອນ, ໂດຍສະເພາະ ສະຖານທີ່ຝຶກປະຕິບັດ; ສືບຕໍ່ຂະຫຍາຍຂະໜາດພື້ນທີ່ການຝຶກອົບຮົມ ແລະ ຄວາມສາມາດການຝຶກອົບຮົມບຸກຄະລາກອນທາງການແພດ ໂດຍສະເພາະການຝຶກອົບຮົມພະຍາບານແລະທ່ານໝໍ ໃຫ້ບັນລຸເປົ້າໝາຍພື້ນຖານທາງດ້ານບຸກຄະລາກອນສາທາລະນະສຸກທີ່ໄດ້ຮັບມອບໝາຍ. ປ່ຽນແປງໃໝ່ຢ່າງຮອບດ້ານວຽກງານຝຶກອົບຮົມເພື່ອຍົກສູງຄຸນນະພາບຊັບພະຍາກອນບຸກຄົນທາງການແພດ. ປ່ຽນແປງໃໝ່ການສອບເສັງ ແລະ ການອອກໃບອະນຸຍາດປະກອບວິຊາຊີບ; ຜັນຂະຫຍາຍການເຄື່ອນໄຫວຂອງສະພາການແພດແຫ່ງຊາດ. ຮັບປະກັນປະລິມານ ໂຄງປະກອບ ແລະ ຄຸນນະພາບບຸກຄະລາກອນທາງການແພດທີ່ເໝາະສົມໃນແຕ່ລະພາກພື້ນ, ແຕ່ລະລະດັບການດູແລສຸຂະພາບ ແລະ ແຕ່ລະສາຂາວິຊາສະເພາະ. ດຳເນີນການໝູນວຽນ ຖ່າຍໂອນ ແລະ ລະດົມບຸກຄະລາກອນທາງການແພດຢ່າງມີປະສິດທິຜົນແລະຄົບຊຸດ ເພື່ອໜູນຊ່ວຍການດູແລສຸຂະພາບລະດັບຮາກຖານຢ່າງເປັນປະຈຳ.
ພັດທະນາ ແລະ ປະກາດໃຊ້ມາດຕະຖານຄວາມສາມາດວິຊາຊີບ ແລະ ມາດຕະຖານໂຄງການຝຶກອົບຮົມສຳລັບສາຂາວິຊາ ແລະ ລະດັບການຝຶກອົບຮົມ ໃນຂະແໜງສາທາລະນະສຸກ ໃຫ້ທຽບເທົ່າກັບບັນດາປະເທດທີ່ກ້າວໜ້າໃນພາກພື້ນ. ປະຕິບັດນະໂຍບາຍແລະລະບຽບການຈ່າຍຄ່າຕອບແທນທີ່ເໝາະສົມກັບຄວາມຕ້ອງການຂອງໜ້າທີ່ ແລະວຽກງານສະເພາະ ຂອງບຸກຄະລາກອນທາງການແພດ.
ທີສີ່, ຮັບປະກັນຄຸນນະພາບການບໍລິການທາງການແພດ.
ສ້າງກົນໄກກວດກາຄຸນນະພາບການບໍລິການທາງການແພດ ທັງດ້ານການປິ່ນປົວແລະ ການປ້ອງກັນພະຍາດ; ປັບປຸງຂະບວນການໃຫ້ຄຳປຶກສາແນະນຳວິຊາຊີບໃຫ້ສົມບູນແບບ ເພື່ອຕິດຕາມກວດກາຄຸນນະພາບການບໍລິການທາງການແພດ; ພັດທະນາກົນໄກການຕິດຕາມ ແລະຄວບຄຸມການເຄື່ອນໄຫວຂອງສະຖານີອະນາໄມຕາແສງ ແລະ ໂຮງໝໍຕ່າງໆ ໂດຍອີງໃສ່ການກຳນົດຕົວຊີ້ວັດພື້ນຖານໃນການປະເມີນຜົນການເຄື່ອນໄຫວ.
ທີຫ້າ, ຊຸກຍູ້ການເຄື່ອນໄຫວສື່ສານດ້ານການສຶກສາສາທາລະນະສຸກໃຫ້ແກ່ຊຸມຊົນ ແລະ ການສື່ສານດ້ານນະໂຍບາຍ.
ສ້າງຍຸດທະສາດການສື່ສານດ້ານການສຶກສາສຸຂະພາບ ແລະ ດໍາເນີນກິດຈະກໍາການສື່ສານໃຫ້ແກ່ຊຸມຊົນ ເພື່ອໃຫ້ຄວາມຮູ້ດ້ານສຸຂະພາບເພື່ອປ່ຽນແປງພຶດຕິກໍາຂອງປະຊາຊົນ ແລະມີສ່ວນຮ່ວມຢ່າງຕັ້ງໜ້າໃນການຮັກສາ ແລະ ປັບປຸງສຸຂະພາບສ່ວນບຸກຄົນ. ດຳເນີນການເຄື່ອນໄຫວໂຄສະນາດ້ານນະໂຍບາຍ ເພື່ອລະດົມການເຂົ້າຮ່ວມ ແລະ ການສະໜັບສະໜູນຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ບັນດາຄູ່ຮ່ວມມືດ້ານນະໂຍບາຍ, ຍຸດທະສາດ ແລະ ແຜນການດ້ານສາທາລະນະສຸກ.
ທີຫົກ, ເພີ່ມທະວີລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກ ແລະ ການຫັນປ່ຽນດິຈິຕອນ.
ຂະຫຍາຍການນຳໃຊ້ເຕັກໂນໂລຊີດິຈິຕອນໃນບັນດາຂົງເຂດການເຄື່ອນໄຫວຂອງຂະແໜງສາທາລະນະສຸກ, ສ້າງລະບົບສາທາລະນະສຸກແບບອັດສະລິຍະ. ສ້າງແລະປັບປຸງໂຄງສ້າງພື້ນຖານດ້ານເຕັກໂນໂລຊີໃຫ້ສົມບູນ ເພື່ອຮັບໃຊ້ການສະໜອງຜະລິດຕະພັນ ແລະ ບໍລິການທາງການແພດດິຈິຕອນ; ເພີ່ມທະວີການປະສົມແລະການເຊື່ອມໂຍງລະຫວ່າງໜ່ວຍງານສາທາລະນະສຸກ ແລະ ລະຫວ່າງຂະແໜງສາທາລະນະສຸກ ກັບບັນດາກະຊວງ, ຂະແໜງ ແລະ ທ້ອງຖິ່ນ ເພື່ອໃຫ້ບໍລິການທາງການແພດດິຈິຕອນແບບອະເນກປະສົງ. ຄຽງຄູ່ກັນນັ້ນ, ຂະແໜງສາທາລະນະສຸກ ສືບຕໍ່ສົມທົບຢ່າງໃກ້ຊິດກັບກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອເລັ່ງປະຕິບັດມະຕິໝາຍເລກ 06/QD-TTg ຂອງນາຍົກລັດຖະມົນຕີ: ອະນຸມັດໂຄງການພັດທະນາແອບພຼິເຄຊັນຂໍ້ມູນປະຊາກອນ, ການລະບຸຕົວຕົນ ແລະ ການພິສູດຕົວຕົນທາງເອເລັກໂຕຣນິກ ເພື່ອຮັບໃຊ້ການປ່ຽນແປງທາງດິຈິຕອນລະດັບຊາດໃນໄລຍະປີ 2022-2025, ວິໄສທັດເຖິງປີ 2030, ນຳມາເຊິ່ງຜົນສຳເລັດສະເພາະຕົວຈິງ ໃນການນຳໃຊ້ຖານຂໍ້ມູນປະຊາກອນລະດັບຊາດເຂົ້າກັບຜະລິດຕະພັນ ແລະບໍລິຫານທາງການແພດ ເພື່ອຮັບໃຊ້ປະຊາຊົນ.
-------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 47
(2) Masagus M. Ridhwan ແລະຜູ້ຮ່ວມງານ: ຜົນກະທົບຂອງສຸຂະພາບຕໍ່ການເຕີບໂຕທາງເສດຖະກິດ: ການສັງເຄາະຈາກການວິເຄາະແບບກວມລວມ, ວາລະສານ Empirical Economics, 2022
(3) ເບິ່ງ: ມະຕິໝາຍເລກ 20-NQ/TW, ລົງວັນທີ 25 ຕຸລາ 2017, ກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XII “ວ່າດ້ວຍການເພີ່ມທະວີວຽກງານການປົກປ້ອງ, ເບິ່ງແຍງດູແລ ແລະ ປັບປຸງຍົກສູງສຸຂະພາບຂອງປະຊາຊົນໃນສະພາບການໃໝ່”, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xii/nghi-quyet-so-20-nqtw-ngay-25102017-hoi-nghi-lan-thu-sau-ban-chap-hanh-trung-uong-dang-khoa-xii-ve-tang-cuong-cong-tac-bao-570
(4) ຂໍ້ມູນເປີດເຜີຍຂອງທະນາຄານໂລກ, https://data.worldbank.org/indicator/
(5) ຜົນການສະຫຼຸບສັງລວມ 20 ປີແຫ່ງການປະຕິບັດຄຳສັ່ງເລກທີ 06-CT/TW, ລົງວັນທີ 22 ມັງກອນ 2002, ຂອງຄະນະເລຂາທິການສູນກາງພັກ “ວ່າດ້ວຍການປັບປຸງ ແລະ ບູລະນະເຄືອຂ່າຍສາທາລະນະສຸກຂັ້ນຮາກຖານ” (ຜົນການລາຍງານຂໍ້ມູນ 57 ແຂວງ)
(6) ກະຊວງສາທາລະນະສຸກ, ບັນຊີສຸຂະພາບແຫ່ງຊາດປີ 2018-2019
(7) ກະຊວງສາທາລະນະສຸກ, ລາຍງານສະບັບເລກທີ 11/BC-BYT ສະຫຼຸບວຽກງານສາທາລະນະສຸກໃນປີ 2023 ແລະ ໜ້າທີ່ແລະວິທີແກ້ໄຂໃນປີ 2024
(8) ກະຊວງສາທາລະນະສຸກ: ປຶ້ມສະຖິຕິສາທາລະນະສຸກ, 2020
(9) ກະຊວງສາທາລະນະສຸກ: ປຶ້ມສະຖິຕິສາທາລະນະສຸກ 2003 ແລະ ລາຍງານສະບັບເລກທີ 11/BC-BYT ສະຫຼຸບວຽກງານສາທາລະນະສຸກໃນປີ 2023 ແລະ ໜ້າທີ່ແລະວິທີແກ້ໄຂໃນປີ 2024 ທີ່ອອກໂດຍກະຊວງສາທາລະນະສຸກ