ເປັນເຈົ້າການແລະຕັ້ງໜ້າໃນການປັບປຸງ​ຍົກສູງປະສິດທິ​ຜົນ​
ການ​ຄຸ້ມ​ຄອງ​ລັດ​ດ້ານ​ວັດທະນະທຳ
ກິລາແລະການທ່ອງທ່ຽວ

ໂດຍ ຫງວຽນ ວັນ ຮຸ່ງ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ
11:48, 25-07-2024
ວກ. - ຜ່ານ​ໄລຍະ​ເຄິ່ງວາລະ 2021-2026, ຂະແໜງການວັດທະນະທຳ ກິລາ ​ແລະການທ່ອງ​ທ່ຽວຫວຽດນາມ ​ໄດ້​ສາມັກຄີ​ເປັນ​ເອກະ​ພາບ,ເສີມຂະຫຍາຍກຳລັງແຮງສັງລວມ ແລະ ບັນລຸ​ໝາກຜົນ​ທີ່ໂດດ​ເດັ່ນ, ​ໃນ​ນັ້ນ ​ມີການເປັນເຈົ້າການແລະຕັ້ງໜ້າ ໃນການປັບປຸງຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ວັດທະນະທຳ ກິລາ ​ແລະ ການທ່ອງ​ທ່ຽວ. ນີ້ແມ່ນຜົນມາຈາກການອອກແຮງເພີ່ມພູນຄູນສ້າງແລະການສະສົມ; ຈາກ​ການ​ກະທຳ​ທີ່​ຂະຫຍັນຂັນແຂງ ​ທີ່​ເກີດ​ຈາກ​ຄວາມ​ປາຖະໜາ​ຢາກ​ປະກອບສ່ວນ​ຕໍ່​ຊາດ ​ແລະ ປະຊາຊົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂອ້ລົມກັບບັນດາຜູ້ແທນທີ່ມາຮ່ວມກອງປະຊຸມວັດທະນະທຳແຫ່ງຊາດ ຢູ່ຫໍສະພາແຫ່ງຊາດ, ວັນທີ 24 ພະຈິກ 2021 - ແຫຼ່ງ: vietnamnet.vn

ເປັນເຈົ້າການແລະຕັ້ງໜ້າໃນການປະຕິບັດພາລະກຳ ວັດທະນະທຳ​ຕ້ອງ​ສ່ອງ​ທາງ​ໃຫ້​ປະ​ເທດ​ຊາດ

ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ຄຳສະຫຼຸບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳແຫ່ງຊາດຄັ້ງປີ 2021 ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃນຂົງເຂດວັດທະນະທຳ, ຈິດໃຈ “ການກະທຳທີ່ເດັດດ່ຽວ, ຄວາມປາຖະໜາທີ່ຈະປະກອບສ່ວນ” ໄດ້ການເປັນ “ເຂັມທິດ” ເພື່ອໃຫ້ຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວ ພ້ອມກັນມານະພະຍາຍາມ, ສ້າງສັນ ແລະ ເປັນເຈົ້າການ ໃນການສ້າງຄວາມກ້າວໜ້າທີ່ບຸກທະລຸ. ພາລະກຳປະຫວັດສາດ “ວັດທະນະທຳ​ຕ້ອງ​ສ່ອງ​ທາງ​ໃຫ້​ປະ​ເທດ​ຊາດ” ຈາກກອງປະຊຸມວັດທະນະທຳແຫ່ງຊາດປີ 1946 ຖືເປັນຂໍ້ຄວາມທີ່ “ຮ້ອນແຮງ” ມາໂດຍຕະຫຼອດ ເພື່ອໃຫ້ຖັນແຖວພະນັກງານເຮັດວຽກງານວັດທະນະທຳທັງໝົດ ມີຄວາມຮັບຮູ້ເລິກເຊິ່ງເຖິງຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍຈາກພັກ ລັດ ແລະປະຊາຊົນ ເປັນໜ້າທີ່ໃນການສ້າງແລະຟື້ນຟູວັດທະນະທຳຂອງຊາດ.

ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວໄດ້ປະສານງານກັບຄະນະໂຄສະນາອົບຮົມສູງກາງ ເພື່ອໃຫ້ຄຳແນະນຳແກ່ກົມການເມືອງສູນກາງ ແລະຄະນະເລຂາທິການສຸນກາງ ຕັດສິນໃຈຈັດຕັ້ງກອງປະຊຸມວັດທະນະທຳແຫ່ງຊາດໃນວັນທີ 24 ພຶດສະພາ 2021, ຄົບຮອບ 75 ປີນັບຕັ້ງແຕ່ວັນທີ່ປະທານ ໂຮ່ຈີມິນ ເປັນປະທານກອງປະຊຸມວັດທະນະທຳແຫ່ງຊາດຄັ້ງທີໜຶ່ງ. ໃນກອງປະຊຸມວັດທະນະທຳແຫ່ງຊາດຄັ້ງປີ 2021, ທ່ານເລຂາທິການໃຫຍ່ ຫງຽນຝູຈ້ອງ ໄດ້ເນັ້ນໜັກຫຼາຍເທື່ອເຖິງຂໍ້ຄວາມທີ່ວ່າ: “ວັດທະນະທຳແມ່ນ ຈິດວິນຍານ ຂອງຊາດ ເຊິ່ງສະແດງເຖິງ ເອກະລັກ ຂອງຊາດ. ຕາບໃດທີ່ວັດທະນະທຳຍັງຄົງຢູ່ ປະເທດຊາດກໍ່ຈະຍັງຄົງຢູ່ (1). ຄຳ​ຮຽກຮ້ອງ​ຂອງ​ປະທານ​ໂຮ່ຈີ​ມິນຜູ້ຍິ່ງໃຫຍ່​ໃນ​ເມື່ອກ່ອນ ເປັນຄຳເວົ້າທີ່ຈິງໃຈຂອງ​ຫົວໜ້າ​ພັກ​ກອມ​ມູນິດ​ຫວຽດນາມໃນປະຈຸບັນ ​ແມ່ນ​ການ​ຢືນຢັນ​ທີ່​ຕັ້ງ ​ແລະບົດບາດ​ສຳຄັນ​ຂອງ​ວັດທະນະທຳ​​ ໃນ​ການ​ພັດທະນາປະເທດຫວຽດນາມທີ່​ຍືນ​ຍົງ.

ນັບຕັ້ງແຕ່ກອງປະຊຸມວັດທະນະທຳແຫ່ງຊາດຄັ້ງປີ 2021, ອາດຈະເວົ້າໄດ້ວ່າ “ບໍ່ນ້ຳໃຕ້ດິນ” ຕະຫຼອດການໄຫຼວຽນຂອງວັດທະນະທຳຫວຽດນາມ ໄດ້ຮັບການເປີດກວ້າງຢ່າງແທ້ຈິງ. ປະເທດຢູ່ໃນຍາມຫົວລ້ຽວຫົວຕໍ່ທີ່ສຳຄັນທີ່ສຸດ ໃນການພັດທະນາວັດທະນະທຳ. ຂໍ້ຄວາມຈາກ “ກອງປະຊຸມຢຽນໂຮ່ງ” ກ່ຽວກັບວັດທະນະທຳໄດ້ຮັບການເຜີຍແຜ່ຢ່າງແຂງແຮງ. ການເຂົ້າຮ່ວມຂອງບັນດາອົງການພັກແລະລັດ, ທັງສູນກາງແລະທ້ອງຖິ່ນ, ດ້ວຍບັນດາໂຄງການ ແຜນງານ ແລະຊັບພະຍາກອນບຸລິມະສິດ ແມ່ນສັນຍານທີ່ຕັ້ງໜ້າ ສຳລັບການພັດທະນາວັດທະນະທຳ.

ດ້ວຍຄວາມຮັບຮູ້ຢ່າງຈະແຈ້ງເຖິງພາລະກຳ ແລະ ຄວາມຮັບຜິດຊອບຂອງຕົນ, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໄດ້ເປັນເຈົ້າການແລະຕັ້ງໜ້າ ໃນການປະຕິບັດໜ້າທີ່ບໍລິຫານຄຸ້ມຄອງລັດ ທາງດ້ານວັດທະນະທຳ ຄອບຄົວ ການແອບກຳລັງກາຍ ການກິລາ ແລະການທ່ອງທ່ຽວ, ດ້ວຍຈຸດປະສົງ​ເຂົ້າ​ຮ່ວມໃນການ​ບັນ​ລຸເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ເທດ, ກໍ່ສ້າງວັດທະນະທຳແລະຜູ້ຄົນຫວຽດນາມ ໃຫ້ຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດຢ່າງຍືນຍົງ; ພັດທະນາ​ວັດທະນະທຳ​ເທົ່າ​ທຽມ​ກັບ​ເສດຖະກິດ, ການ​ເມືອງ ​ແລະ ສັງຄົມ, ຕາມຈິດໃຈເນື້ອໃນ​ຂອງມະຕິຕ່າງໆຂອງ​ພັກ.

ປ່ຽນຄວາມຄິດ, ສ້າງຄວາມກ້າວໜ້າທາງວັດທະນະທຳ

ໜຶ່ງໃນຂີດໝາຍທີ່ໂດດເດັ່ນ ແລະ ຮອບດ້ານໃນການເຄື່ອນໄຫວທົ່ວໄປຂອງຂະແໜງວັດທະນະທຳທັງໝົດແມ່ນ ສຸມໃສ່ປ່ຽນແປງໃໝ່ຄວາມຄິດຈາກ “ການເຮັດວັດທະນະທຳ” ໄປເປັນ “ການຄຸ້ມຄອງບໍລິຫານລັດທາງດ້ານວັດທະນະທຳ” ໂດຍກຳນົດການຄຸ້ມຄອງບໍລິຫານລັດຜ່ານເຄື່ອງມືທາງກົດໝາຍ ກົນໄກ ແລະ ນະໂຍບາຍ ເປັນ​ວຽກ​ງານຈຸດສຸມ​ແລະກວມລວມ ​ເພື່ອ “ປົດ​ລັອກ​ຊັບ​ພະ​ຍາ​ກອນ” ແລະ “​ສົ່ງ​ເສີມຄວາມຄິດ​ສ້າງ​ສັນ​”​; ເພີ່ມທະວີ “ການປັບປຸງ ກໍ່ສ້າງ ແລະ ບູລະນະສະຖາບັນທາງວັດທະນະທຳໃຫ້ສົມບູນແບບ” ເພື່ອຂະຈັດອຸປະສັກດ້ານນະໂຍບາຍ, ໃຊ້ປະໂຫຍດຈາກຊັບພະຍາກອນທາງວັດທະນະທຳ ແລະ ສົ່ງເສີມການເຂົ້າຮ່ວມຢ່າງແຂງຂັນຂອງສັງຄົມ, ສ້າງແຮງຜັກດັນການເສີມຂະຫຍາຍກຳລັງແຮງພາຍໃນຂອງວັດທະນະທຳ... ເຊິ່ງອາດຈະເວົ້າໄດ້ວ່າ ນີ້ແມ່ນປັດໄຈຫຼັກທີ່ສ້າງຄວາມກ້າວໜ້າແລະໂດດເດັ່ນໃນກາງວາລະຂອງຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວ. ຈິດໃຈແຫ່ງການປ່ຽນແປງໃໝ່ຢ່າງແຮງນັ້ນ ໄດ້ຮັບການຍອມຮັບແລະຕີລາຄາສູງຈາກຜູ້ນຳພັກແລະລັດ.

ໃນ​ຕົ້ນ​ປີ 2022, ພິທີ​ເປີດຂະບວນການ “ກໍ່ສ້າງ​ສະພາບ​ແວດ​ລ້ອມ​ວັດທະນະທຳ​ຮາກ​ຖານ ​ແລະ ວຽກ​ງານ​ຈັດ​ຕັ້ງ​ພະນັກງານ” ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ເກີດ​ຂອງ​ປະທານ​ໂຮ່ຈີມິນ. ນີ້ກໍ່ແມ່ນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະບົດ​ສະຫຼຸບ​ທີ່​ກອງ​ປະຊຸມ​ວັດທະນະທຳ​ແຫ່ງ​ຊາດ​ປີ ​​2021 ໃຫ້ເປັນຮູບປະທຳຢ່າງເປັນເຈົ້າການ ເພື່ອຟື້ນຟູແລະພັດທະນາວັດທະນະທຳຫວຽດນາມ ຕາມທິດທາງກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ.

ຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວທັງໝົດ ​ເຊື່ອ​ໝັ້ນ​ສະເໝີ​ວ່າ: ການ​ເຮັດ​ວັດທະນະທຳ​ບໍ່​ສາມາດ​ເຫັນ​ຜົນໄດ້​​ໃນ​ທັນທີ, ແຕ່​ຄວາມ​ພະຍາຍາມ​ທີ່​ບໍ່​ອິດ​ເໝື່ອຍ​ໃນ​ມື້​ນີ້​ຈະ​ນຳ​ເອົາ “ໝາກ​ໄມ້ທີ່​ຫວານ” ມາ​ໃຫ້​ໃນ​ມື້​ອື່ນ. ທັດສະນະນັ້ນແລະມຸມມອງນັ້ນ ໄດ້ສະແດງອອກມາໃນແຕ່ລະວຽກງານສະເພາະ, ໃນແຕ່ລະຂັ້ນຕອນຂອງການຫັນປ່ຽນຈາກຄວາມຄິດໄປສູ່ການກະທຳຂອງແຕ່ລະບຸກຄົນ, ແຕ່ລະສ່ວນຂອງ “ລົດໄຟ” ທີ່ຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວກຳລັງເດີນທາງຢູ່. ຍອມຮັບໂອກາດ, ເບິ່ງກົງໄປທີ່ຄວາມຫຍຸ້ງຍາກ, ດ້ວຍຈິດໃຈດຸເດືອດແລະບໍ່ຫຼົບຫຼີກ, “ອຸດຕັນ” ຢູ່ບ່ອນໃດກໍ່ຈະແກ້ໄຂບ່ອນນັ້ນ.

​ໃນເວລາກວ່າ​ໜຶ່ງ​ປີ​ຫຼັງຈາກກອງປະຊຸມວັດທະນະທຳແຫ່ງຊາດຄັ້ງປີ 2021, ​ໄດ້​ມີເຫດ​ການ​ທາງ​ການ​ເມືອງ​ທີ່​ສຳຄັນ​ຫຼາຍ​ຢ່າງ, ມີຄວາມສູງ​ແລະຂະ​ໜາດ​ໃຫຍ່​ຂອງ​ຂະ​ແໜງການ​ວັດທະນະທຳ ແລະຂົງເຂດວັດທະນະທຳ ໄດ້​ຮັບການເຂົ້າຮ່ວມ​ແລະເປັນປະທານຂອງຜູ້​ນຳ​ພັກ ​ແລະ ລັດ. ໃນປີ 2022, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໄດ້ເປັນເຈົ້າການໃນການໃຫ້ຄຳແນະນຳແລະປະສານງານກັບ ບັນດາຄະນະ ກະຊວງ ຂະແໜງການສູນກາງ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ ເພື່ອຈັດກິດຈະກຳທາງວັດທະນະທຳທີ່ສຳຄັນ 2 ກິດຈະກຳຄື: ກອງປະຊຸມສໍາມະນາ “ລະບົບ​ຄຸນຄ່າ​ຂອງ​ຊາດ, ລະບົບ​ຄຸນຄ່າ​ວັດທະນະທຳ, ລະບົບ​ຄຸນຄ່າ​ຄອບຄົວ ​ແລະ ມາດຕະຖານຄົນ​ຫວຽດນາມ​ໃນ​ຍຸກ​ໃໝ່” ​ແລະ ກອງ​ປະຊຸມ​ສຳ​ມະ​ນາ “​ສະ​ຖາ​ບັນ ນະ​ໂຍບາຍ ​ແລະ ຊັບພະຍາກອນເພື່ອການ​ພັດທະນາ​ວັດທະນະທຳ”.

ໃນກອງປະຊຸມສຳມະນາສອງຄັ້ງນີ້, ຜູ້ນຳພັກແລະລັດໄດ້ຮັບຟັງ “ຄຳສະເໜີວິທີການທີ່ສັກສິດ” ແລະ ຄຳແນະນຳທິດທາງກໍ່ສ້າງແລະພັດທະນາຄຸນຄ່າວັດທະນະທຳຫວຽດນາມ ແລະກຳລັງແຮງຂອງຄົນຫວຽດນາມໃນຍຸກໃໝ່. ເພື່ອ​ແນ​ໃສ່ຜັນຂະຫຍາຍທັດສະນະ​ຂອງ​ພັກ​ທີ່​ຖື​ວັດທະນະທຳ​ຕ້ອງ​ເທົ່າທຽມ​ກັບ​ເສດຖະກິດ ການ​ເມືອງ, ບັນດາ​ບັນຫາ​ສຳຄັນ​ດ້ານ​ສະ​ຖາ​ບັນ ນະ​ໂຍບາຍ ​ແລະ ການ​ພັດທະນາຊັບພະຍາກອນ​ເພື່ອການ​ພັດທະນາ​ວັດທະນະທຳ ຈຶງຖືກຈັດຂຶ້ນໃນ​ກອງ​ປະຊຸມ​ສຳ​ມະ​ນາກ່ຽວກັບ​ວັດທະນະທຳ​ປີ 2022 ​ແລະ ໄດ້ຮັບການທົບທວນແລະປະເມີນຈາກຫຼາຍດ້ານ. ຈາກນັ້ນ, ຈຶງເຫັນແຈ້ງຄວາມສຳຄັນຂອງການລົງທຶນດ້ານວັດທະນະທຳຢ່າງພຽງພໍ, ຂະຈັດ “ຄໍຂວດ” ໃນສະຖາບັນແລະນະໂຍບາຍ ເພື່ອສ້າງແຮງຜັກດັນຊຸກຍູ້ການພັດທະນາວັດທະນະທຳໃນຍຸກໃໝ່.

ໃນຕົ້ນປີ 2023, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໄດ້ໃຫ້ຄຳແນະນຳແລະລາຍງານຕໍ່ຄະນະເລຂາທິການ ເພື່ອອະນຸມັດແຜນນະໂຍບາຍການຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງຄົບຮອບ 80 ປີ ໂຄງຮ່າງວັດທະນະທຳຫວຽດນາມ (ເອີ້ນວ່າ ໂຄງຮ່າງ) ດ້ວຍລາຍການເຄື່ອນໄຫວຕ່າງໆຫຼາຍລາຍການ ຢູ່ສູນກາງເຊິ່ງມີກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວເປັນປະທານ ແລະ ກິດຈະກຳຕອບສະໜອງທົ່ວປະເທດທີ່ຈັດໂດຍແຂວງແລະນະຄອນຂຶ້ນກັບສູນກາງ, ຍັງຄົງເປັນເຄື່ອງໝາຍຢືນຢັນຄວາມສຳຄັນຂອງວັດທະນະທຳທີ່ມີຕົ້ນກຳເນີດມາຈາກ ໂຄງຮ່າງ ອັນເປັນປະຫວັດສາດ ທີ່ຮ່າງໂດຍທ່ານເລຂາທິການໃຫຍ່ ເຈື່ອງຈິງ ເມື່ອ 80 ປີກ່ອນ. ແສງສະຫວ່າງແລະແນວຄິດຫຼັກຂອງ ໂຄງຮ່າງ ຫຼັງຈາກແປດທົດສະຫວັດຍັງຄົງສ່ອງແສງ, ເພື່ອໃຫ້ຖັນແຖວພະນັກງານເຮັດວຽກງານວັດທະນະທຳໃນປະຈຸບັນ ສືບຕໍ່ປັບປຸງຄວາມເຊື່ອໝັ້ນ ແຮງຈູງໃຈ ແລະຄວາມຕັດສິນໃຈ ໃນການສ້າງວັດທະນະທຳໃໝ່ ດ້ວຍຄວາມປາດຖະໜາທີ່ຈະຟື້ນຟູ ແລະພັດທະນາວັດທະນະທຳຂອງຊາດ.

ພ້ອມກັນນັ້ນ ໃນໄລຍະກວ່າເຄິ່ງວາລະນີ້, ບັນດາເຄື່ອງໝາຍທີ່ໂດດເດັ່ນຂອງຂະແໜງການຍັງໄດ້ສະແດງອອກຜ່ານບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສ້າງ​ຄວາມ​ປະ​ທັບ​ໃຈທີ່ດີຕໍ່ສາທາລະນະຊົນ, ພ້ອມດ້ວຍ​ການ​ແຂ່ງຂັນ, ງານ​ບຸນ​ສິລະ​ປະ ແລະ ບັນດາ​ລາຍການ​ແນະນຳ​​ສິລະ​ປິນທີ່ດີເດັ່ນ..., ປະກອບສ່ວນ​ສ້າງ​ຄວາມ​ຕື່ນ​ເຕັ້ນ ​ແລະ ຍົກ​ສູງ​ຄວາມ​ເປັນ​ມືອາຊີບ, ນຳ​ຄຸນຄ່າທາງ​ຄວາມງາມ​ສູງມາສູ່ສາທາລະນະ​, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ການ​ຊົມ​ໃຊ້​ສິລະ​ປະ. ເພື່ອສ້າງນະວັດຕະກຳທີ່ກ້າວໜ້າໃນຂົງເຂດວັດທະນະທຳນີ້, ຂະແໜງການທັງໝົດຕ້ອງເປັນເຈົ້າການ ແລະກ້າວຢ່າງໜັກແໜ້ນຜ່ານຜ່າຄວາມທ້າທາຍຫຼາຍປະການ. ໜ່ວຍສິລະປະສ່ວຍໃຫຍ່ໄດ້ມີການປ່ຽນແປງຢ່າງຕັ້ງໜ້າ ໃນການເລືອກແລະການຈັດສະແດງລະຄອນ. ໄດ້ມີການມອບລາງວັນຕ່າງໆເຊັ່ນ ລາງວັນໂຮ່ຈີມິນ, ລາງວັນລະດັບລັດສາຂາວັນນະຄະດີແລະສິລະປະ, ນາມມະຍົດສິລະປິນປະຊາຊົນ ສິລະປິນຜູ້ດີເດັ່ນ ແລະ ມີການຈັດການແຂ່ງຂັນ ແລະງານບຸນຫຼາຍຢ່າງ ເພື່ອຍົກຍ້ອງຄວາມຄິດສ້າງສັນຂອງສິລະປິນ... ມີວັນນະກຳແລະຜົນງານສິລະປະຫຼາຍຢ່າງ ທີ່ມີຄຸນຄ່າສູງທາງດ້ານແນວຄິດ ເນື້ອໃນ ແລະສິລະປະ, ສະທ້ອນບັນຫາທາງສັງຄົມໃນປະຈຸບັນຢ່າງແທ້ຈິງ; ຜ່ານ​ນັ້ນ, ​ໄດ້​ວາງ​ທິດ​ທາງ​ດ້ານ​ຄວາມ​ງາມ​ໃຫ້​ຜູ້​ຊົມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນການ​ຊົມ​ໃຊ້​ສິລະ​ປະ​ໃນ​ຍຸກ​ໃໝ່.

ໃນດ້ານຄອບຄົວ, ເຄື່ອງໝາຍທີ່ໂດດເດັ່ນທີ່ສຸດໃນການບໍລິຫານລັດແມ່ນ ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໄດ້ສ້າງແລະໃຫ້ຄຳແນະນຳແກ່ລັດຖະບານໃຫ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ ແລະຄວບຄຸມຄວາມຮຸນແຮງໃນຄອບຄົວ (ຜ່ານວັນທີ 14 ພະຈິກ 2022 ໃນກອງປະຊຸມຄັ້ງທີສີ່ ສະພາແຫ່ງຊາດຊຸດທີ XV ໂດຍມີຜົນຕັ້ງແຕ່ວັນທີ 1 ກໍລະກົດ 2023). ກົດໝາຍມີຈຸດໃໝ່ທີ່ກ້າວໜ້າຫຼາຍປະການ ເຊິ່ງໄດ້ແກ້ໄຂຜ່ານຜ່າຂໍ້ຈຳກັດຂອງກົດໝາຍທີ່ປະກາດໃຊ້ໃນປີ 2007; ໃນນັ້ນ ສຸມໃສ່ການຊ່ວຍເຫຼືອຜູ້ທຸກທໍລະມານຈາກຄວາມຮຸນແຮງໃນຄອບຄົວ, ໂດຍສະເພາະ ຜູ້ທີ່ມີຄວາມສ່ຽງໃນຄອບຄົວ; ​ເງື່ອນ​ໄຂ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ.

ຍົກ​ສູງ​ຊື່​ສຽງ ​ແລະ ທີ່​ຕັ້ງ​ຂອງ​ກິລາ​ຫວຽດນາມ ​ໃນ​ເວທີ​ສາກົນ

ໃນດ້ານກິລາ, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ຍາມ​ໃດ​ກໍ່​ກຳນົດ​ທິດ​ຊີ້​ນຳ​ແມ່ນ​ ການ​ພັດທະນາ​ກິລາ​ໂດຍ​ອີງ​ໃສ່ 2 ​ເສົາ​ຄ້ຳ​ຄື: ກິລາ​ມວນ​ຊົນ ​ແລະ ກິລາ​ສະມັດຖະນະ​ສູງ; ແຕ່ລະສະໜາມແມ່ນສະຖານທີ່ຕັ້ງທີ່ເສີມສ້າງເຊິ່ງກັນແລະກັນ, ສົ່ງເສີມແລະປະຕິສໍາພັນເພື່ອໃຫ້ກິລາມວນຊົນກາຍເປັນຮາກຖານສໍາລັບກິລາທີ່ມີສະມັດຖະນະສູງ, ຈາກນັ້ນ ສາມາດຄົ້ນພົບຄວາມສາມາດຈຳນວນຫຼາຍ ແລະຈາກກິລາທີ່ມີສະມັດຖະພາບສູງດ້ວຍນັກກິລາທີ່ດີເດັ່ນຈະກັບຄືນມາ ສ້າງແຮງຈູງໃຈ ແລະ ຊຸກຍູ້​ການ​ພັດທະນາ​ກິລາ​ມວນຊົນ.

ທິດນຳການດຳເນີນງານນີ້ ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ໂດຍ​ຂະ​ແໜງການ​ກິ​ລາ​ຫວຽດ​ນາມ. ​ໃນ​ເວລາ​ທີ່​ຜ່ານ​ມາ, ດ້ວຍ​ຄວາມຕັ້ງ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ຂະ​ແໜງ​ການ, ຂົງ​ເຂດ​ການແອບກຳລັງກາຍ​ແລະການກິລາ ໄດ້ບັນລຸ​​ຜົນງານ​ທີ່​ສຳຄັນຫຼາຍຢ່າງ; ໃນນັ້ນ, ຂະບວນການກິລາສຳລັບທຸກຄົນນັບມື້ນັບຂະຫຍາຍກວ້າງ. ຕາມສະຖິຕິຂອງກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ, ໃນປີ 2022 ປະຊາຊົນ 35,6% ຫຼິ້ນກິລາເປັນປະຈຳ ແລະ 26,7% ຂອງຄອບຄົວຝຶກແອບກຳລັງກາຍ ແລະຫຼິ້ນກິລາເປັນປະຈຳໃນທົ່ວປະເທດ. ສິ່ງນີ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ ປະຊາຊົນມີຄວາມສົນໃຈໃນການແອບກຳລັງກາຍ, ກິລາ ແລະການດູແລຕົນເອງຫຼາຍຂຶ້ນ.

ໃນດ້ານຜົນງານທີ່ໂດດເດັ່ນ​ຂອງ​ກິລາ​ມວນ​ຊົນ, ບໍ່​ອາດຈະບໍ່​ກ່າວ​ເຖິງ​ບົດບາດ​ຂອງ​ການ​ຄຸ້ມ​ຄອງແລະຊີ້​ນຳ​ໃຫ້ຂະ​ແໜງ​ການ ​ແລະທ້ອງ​ຖິ່ນ ​ໃນ​ການຈັດ​ຕັ້ງການແຂ່ງຂັນ​ກິລາ​ກາຍ​ຍະ​ກຳ​ໃນ​ທຸກລະດັບ​ ມຸ່ງສູ່​​ງານມະຫາ​ກຳ​ກິລາ​ແຫ່ງ​ຊາດ ​ຄັ້ງ​ທີ 9 ປີ 2022. ຕາມຂໍ້ມູນຈາກກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ, ມີຕາແສງ ຄຸ້ມເມືອງ ຕົວເມືອງນ້ອຍ 9.374 ແຫ່ງ ແລະ 681 ເມືອງຈັດງານມະຫາກຳພະລະສຶກສາແລະກິລາທຸກລະດັບ; 62 ທ້ອງຖິ່ນຈັດງານມະຫາກຳກິລາປະຈຳແຂວງ. ພິເສດ, ຜົນສຳເລັດຂອງງານມະຫາກຳກິລາແຫ່ງຊາດຄັ້ງທີ 9 ຖືວ່າແມ່ນໂອກາດສຳຄັນເພື່ອໃຫ້ກິລາຫວຽດນາມ ກວດກາຄືນກຳລັງແຮງກະກຽມໃຫ້ແກ່ງານມະຫາກຳກິລາຊີເກມ, ເອຊຽນເກມ ແລະ ໂອລິມປິກ. ນີ້ຍັງແມ່ນງານມະຫາກຳກິລາໃຫຍ່ທີ່ສຸດທີ່ເຄີຍມີມາ, ຢູ່ສະຖານທີ່ເຈົ້າພາບຫຼັກຂອງແຂວງກວ໋າງນິງ ແລະ 10 ແຂວງ ນະຄອນອື່ນໆ ທີ່ມີນັກກິລາເຂົ້າຮ່ວມປະມານ 10.000 ຄົນ, ແຂ່ງຂັນກິລາ 43 ລາຍການ. ຜົນສຳເລັດຂອງກິລາຫວຽດນາມໃນໄລຍະມໍ່ໆມານີ້ ໂດດເດັ່ນເປັນພິເສດ​ແມ່ນ​ງານ​ມະຫາ​ກຳ​ກິລາ​ຊີ​ເກ​ມ 2 ຄັ້ງ​ທີ່​ຈັດ​ຂຶ້ນ​ຕິດ​ຕໍ່​ກັນ​ໃນ​ປີ 2022-2023. ຜ່ານຜ່າສິ່ງທ້າທາຍນັບບໍ່ຖ້ວນຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຫວຽດນາມໄດ້ຈັດຕັ້ງງານມະຫາກຳກິລາຊີເກມ ຄັ້ງທີ 31 ຢ່າງສຳເລັດຜົນ, ໂດຍໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ ໃນການຈັດຕັ້ງການດຳເນີນການ ​ແລະ ​ສ້າງ​ຂີດ​ໝາຍ​ຄວາມຊ່ຽວຊານຂອງ​ຕົນ ດ້ວຍ​ໄຊຊະນະອັນ​ໜ້າ​ເຊື່ອ​ຂອງ​ເຈົ້າພາບຫວຽດນາມ(2). ໃນຊິເກມຄັ້ງທີ 32 (ຈັດຂຶ້ນທີ່ກຳປູເຈຍ), ຫວຽດນາມສືບ​ຕໍ່​ນຳ​ໜ້າ​ພາກ​ພື້ນ(3). ຜົນສຳເລັດຂອງຊີເກມ 2 ຄັ້ງຕິດຕໍ່ກັນ ໄດ້ຍົກລະດັບຕຳແໜ່ງ ແລະຊື່ສຽງຂອງກິລາຫວຽດນາມໃນເວທີສາກົນ.

ຢືນຢັນ​ທີ່​ຕັ້ງ​ຂອງ​ຂະ​ແໜງ​ການທ່ອງທ່ຽວ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ

ໃນສະພາບການເສດຖະກິດໃນປະເທດແລະທົ່ວໂລກ ຖືກຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວໄດ້ລະບຸທັງໂອກາດແລະຄວາມທ້າທາຍທີ່ເກີດຈາກພຶດຕິກຳຕົວຈິງໂດຍທັນທີ່, ຈາກນັ້ນ ໄດ້ໃຫ້ຄຳແນະນຳແລະສະເໜີຕໍ່ລັດຖະບານ ແລະກະຊວງ ຂະແໜງການຕ່າງໆ ເພື່ອອອກນະໂຍບາຍຕ່າງໆ ເພື່ອສະໜັບສະໜູນວິສາຫະກິດ ແລະຜູ້ອອກແຮງງານໃນຂະແໜງການທ່ອງທ່ຽວ, ທັງຊີ້ນຳຢ່າງທັນການແລະຮຸນແຮງ ເພື່ອຟື້ນຟູແລະພັດທະນາຂະແໜງການທ່ອງທ່ຽວຢ່າງຍືນຍົງ. ຄຽງຄູ່ກັບບັນດາໜ້າທີ່ປະຈຳປີ, ຂະແໜງການທ່ອງທ່ຽວຍັງວິທີເຂົ້າເຖິງໃໝ່ ເປົ້າໝາຍໃໝ່ ແລະ ຮູບແບບທີ່ແຕກຕ່າງກັນ, ວາງຮາກຖານການພັດທະນາການທ່ອງທ່ຽວຕະຫຼອກໄລຍະເວລາ 5 ປີ 2021-2025 ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ຫຼັງຈາກຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້, ຂະແໜງການທ່ອງທ່ຽວກໍ່ຄ່ອຍໆຟື້ນຕົວ ໂດຍຄ່ອຍໆຜ່ອນຄາຍມາດຕະການຈຳກັດການເດີນທາງແຕ່ທ້າຍປີ 2021. ພິເສດ, ຕັ້ງແຕ່ວັນທີ 15 ມີນາ 2022  ຫວຽດນາມ​ໄດ້ກັບມາ​ເປີດກິດຈະກຳການ​ທ່ອງ​ທ່ຽວ​ພາຍ​ໃຕ້​ສະພາບ​ປົກກະຕິ​ໃໝ່​ ຢູ່​ບັນດາ​ດ່ານ​ຊາຍ​ແດນ, ທາງ​ຖະໜົນ, ທາງ​ທະ​ເລ, ທາງ​ລົດ​ໄຟ ແລະ ທາງ​ອາກາດ. ຫວຽດນາມໄດ້ຮັບການພິຈາລະນາຈາກອົງການການທ່ອງທ່ຽວໂລກ (UNWTO) ໃຫ້ເປັນໜຶ່ງໃນປະເທດທີ່ມີນະໂຍບາຍເປີດກວ້າງຫຼາຍທີ່ສຸດໃນໂລກ; ເປັນໜຶ່ງໃນ 5 ປະເທດໃນພາກພື້ນອາຊີ-ປາຊີຟິກ ​ແລະ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ທີ່​ເປີດ​ການທ່ອງທ່ຽວ​​ເຕັມຮູບແບບ.

ການສ້າງນະໂຍບາຍເພື່ອພັດທະນາການທ່ອງທ່ຽວແບບຍືນຍົງຍັງເປັນເຄື່ອງໝາຍທີ່ໂດດເດັ່ນຂອງຂະແໜງການວັດທະນະທຳ ກິລາ ແລະການທ່ອງທ່ຽວທັງໝົດ. ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ ໃນວຽກງານຊີ້ນຳ ແລະບໍລິຫານ ໂດຍສຸມໃສ່ການຄົ້ນຄວ້າ ແລະປ່ຽນແປງແນວຄິດການຄຸ້ມຄອງບໍລິຫານຢ່າງແຮງ; ເປັນເຈົ້າການໃນການໃຫ້ຄຳແນະນຳແກ່ສະພາແຫ່ງຊາດ ແລະລັດຖະບານ ໃນການປະກາດໃຊ້ນະໂຍບາຍ ແລະວິທີແກ້ໄຂ ເພື່ອຟື້ນຟູແລະພັດທະນາການທ່ອງທ່ຽວຢ່າງຮອບດ້ານແລະຍືນຍົງ. ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວຍັງໄດ້ຄົ້ນຄວ້າ ໃຫ້ຄຳແນະນຳ ແລະສະເໜີໃຫ້ຂະຈັດບັນຫາຄໍຂວດໃນກົນໄກແລະນະໂຍບາຍ ເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍໃນການດຶງດູດນັກທ່ອງທ່ຽວຕ່າງຊາກ; ພ້ອມກັນນັ້ນ, ສືບ​ຕໍ່ເນັ້ນໜັກເຖິງ​ບົດບາດ​ຂອງ​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ, ຖື​ການທ່ອງທ່ຽວ​ພາຍ​ໃນ​ປະ​ເທດ​ເປັນຖານໃນ​ສະພາບ​ທີ່​ຫວຽດນາມ​ຄ່ອຍໆ​ຟື້ນ​ແຮງຜັກດັນການ​ເຕີບ​ໂຕ​ໃນ​ຕະຫຼາດ​ສາກົນ. ໃນ​ກອງ​ປະຊຸມ​ສົ່ງເສີມແຫຼ່ງທ່ອງທ່ຽວລະຫວ່າງປະເທດສູ່​ຫວຽດນາມ (​ເດືອນ​ທັນວາ 2022) ແລະກອງປະຊຸມແຫ່ງຊາດດ້ານການທ່ອງທ່ຽວ (ເດືອນມີນາ 2023), ລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ໃນນາມຂອງ​ຂະ​ແໜງ​ການທ່ອງ​ທ່ຽວ​ ຍັງໄດ້​ສະ​ເໜີ​ແນວທາງແກ້ໄຂຕໍ່​ລັດຖະບານ​ ເພື່ອຂະຈັດບັນຫາຄໍຂວດ ແລະສ້າງ​ກົນ​ໄກທີ່​ເປີດ​ກ້ວາງ ​ແລະເອື້ອອຳນວຍຕໍ່ການພັດທະນາ ເຊິ່ງສະເໜີໃຫ້ມີການປະກາດໃຊ້ກົນໄກແລະນະໂຍບາຍທີ່ມີລັກສະນະສະເພາະ; ນະໂຍບາຍວີຊ່າແບບເປີດ; ຈັດ​ຕັ້ງ​ໂຄງການ​ສົ່ງ​ເສີມການຂະຫຍາຍ​ແລະ​ໂຄສະນາ​ຢ່າງ​ເປັນ​ມື​ອາ​ຊີບ ​ແລະມີ​ປະສິດທິ​ຜົນ ​ຢູ່​ບັນດາ​ຕະຫຼາດ​ທີ່​ສຳຄັນ​ເຊັ່ນ: ​ເກົາຫຼີ, ຍີ່ປຸ່ນ, ​ເອີ​ຣົບ, ຈີນ... ຜູ້ນຳກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ຍັງຊີ້ນຳຂະແໜງການທ່ອງທ່ຽວທັງໝົດ ໃຫ້ເອົາໃຈໃສ່ການປະຕິບັດໜ້າທີ່ແລະການແກ້ບັນຫາ ທີ່ກຳນົດໄວ້ໃນມະຕິໝາຍເລກ 08-NQ/TW ລົງວັນທີ 16 ມັງກອນ 2017 ຂອງກົມການເມືອງສູນກາງພັກກ່ຽວກັບ “ການພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດຫົວຫອກ”, ບັນດາມະຕິສະເພາະຂອງ​ສູນ​ກາງ​ກ່ຽວ​ກັບ​ການ​ພັດທະນາ​ພາກ​ພື້ນ, ສຸມ​ໃສ່​ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະທ່າ​ແຮງ ​ເພື່ອ​ພັດທະນາ​ແລະຍົກ​ສູງ​ທີ່​ຕັ້ງຂອງ​ຂະ​ແໜງການທ່ອງ​ທ່ຽວ​ຫວຽດນາມ​ໃນ​ໄລຍະ​ໃໝ່ ບົນ​ພື້ນຖານ​ປົກ​ປັກ​ຮັກສາ ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າຂອງ ຊັບພະຍາກອນທຳມະຊາດ ຊັບພະຍາກອນ​ປະຫວັດສາດ ແລະ ວັດທະນະທຳ...; ພ້ອມກັນນັ້ນ, ໃຫ້ຮີບປະຕິບັດແຜນການປະຕິບັດງານ ແລະຜັນຂະຫຍາຍມະຕິໝາຍເລກ 82/NQ-CP ລົງວັນທີ 18 ພຶດສະພາ 2023 ຂອງລັດຖະບານ ກ່ຽວກັບ “ໜ້າທີ່ ແລະວິທີແກ້ໄຂຕົ້ນຕໍ ເພື່ອຊຸກຍູ້ການຟື້ນຟູ ແລະ ເລັ່ງການພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນແລະຍືນຍົງ” ເພື່ອໃຫ້ຂະແໜງການທ່ອງທ່ຽວສາມາດເລັ່ງການຟື້ນຕົວແລະພັດທະນາຢ່າງມີຈຸດໜັກໃຈກາງ, ແລະກາຍເປັນຂະແໜງການເສດຖະກິດຫົວຫອກທີ່ແທ້ຈິງ, ໃນກຸ່ມ 30 ປະເທດໃນໂລກທີ່ມີຄວາມສາມາດໃນການແຂ່ງຂັນດ້ານການທ່ອງທ່ຽວຊັ້ນນຳ. ຍ້ອນ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ, ​ໃນ​ປີ 2022 ​ແລະ 2023, ຂະແໜງການທ່ອງ​ທ່ຽວ​​ ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ໜ້າຊົມເຊີຍ. ຕາມຂໍ້ມູນຈາກກົມໃຫຍ່ການທ່ອງທ່ຽວຫວຽດນາມ, ປີ 2022, ຈໍານວນນັກທ່ອງທ່ຽວສາກົນເຂົ້າມາປະເທດຫວຽດນາມບັນລຸປະມານ 3,5 ລ້ານຄົນ, ຈໍານວນນັກທ່ອງທ່ຽວໃນປະເທດທັງໝົດ ຄາດວ່າປະມານ 101,3 ລ້ານຄົນ; ລາຍ​ໄດ້​ຈາກ​ການ​ທ່ອງ​ທ່ຽວ​ທັງ​ໝົດ​ປະມານ 495.000 ຕື້​ດົ່ງ. ຕາມລາຍງານຂອງກົມໃຫຍ່ສະຖິຕິ, ໃນ 9 ເດື່ອຕົ້ນປີ 2023, ຈໍານວນນັກທ່ອງທ່ຽວສາກົນເຂົ້າມາໃນຫວຽດນາມບັນລຸເກືອບ 8,9 ລ້ານຄົນ (ເກີນ 111% ຂອງແຜນການທີ່ວາງໄວ້)(4). ໃນພິທີມອບລັງວັນ World Travel Awards ປະຈຳປີ 2022 - ພາກພື້ນອາຊີ ແລະ ໂອເຊຍເນຍ, ການທ່ອງທ່ຽວຫວຽດນາມໄດ້ຮັບລາງວັນການທ່ອງທ່ຽວເຖິງ 16 ລາງວັນ, ເຊິ່ງສືບຕໍ່ຢືນຢັນຍີ່ຫໍ້ ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ການທ່ອງທ່ຽວຫວຽດນາມ ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ປະຈຸບັນ, ກະຊວງວັດທະນະທຳ ກິລາ ແລະການທ່ອງທ່ຽວ ພວມ​ເລັ່ງລັດ​ກໍ່ສ້າງ ແລະປັບປຸງໃຫ້ສົມບູນ ເພື່ອ​ຍື່ນ​ຕໍ່ອົງການທີ່ມີອຳນາດເພື່ອ​ປະກາດ​ໃຊ້ “​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຟື້ນ​ຟູ ​ແລະ ພັດທະນາ​ວັດທະນະທຳ ​ແລະ ສ້າງຄົນ​ຫວຽດນາມໃນໄລຍະປີ 2026-2030, ວິ​ໄສ​ທັດ​ຮອດ​ປີ 2045”. ນີ້ແມ່ນໂຄງການສຳຄັນທີ່ສ້າງແຮງຜັກດັນ ແລະຊັບພະຍາກອນ ເພື່ອການພັດທະນາວັດທະນະທຳ ໃນການພັດທະນາປະເທດຢ່າງຍືນຍົງ. ນັ້ນກໍ່ແມ່ນເປົ້າໝາຍສຳຄັນໃນການສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ. ນັ້ນກໍ່ເປັນວິທີໜຶ່ງໃນການປົກປ້ອງປະເທດຊາດຕັ້ງແຕ່ຕົ້ນແລະຈາກໄລຍະໄກ ດັງທີ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນໄວ້ວ່າ ຕາບໃດທີ່ວັດທະນະທຳຍັງຄົງຢູ່ ປະເທດຊາດກໍ່ຈະຍັງຄົງຢູ່”./.

-------------------

(1) ຫງວຽນຝູຈ້ອງ: “ອອກແຮງກໍ່ສ້າງ ຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທີ່ໂດດເດັ່ນຂອງ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວໜ້າ ແລະອຸດົມໄປດ້ວຍ​ເອກະລັກປະຈຳ​ຊາດ”, ວາລະສານກອມມູນິດ ສະບັບທີ 979 (ເດືອນທັນວາ 2021), ໜ້າ 3

(2) ​ໃນ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31, ຫວຽດນາມນຳໜ້າ​ໃນ​ຕາຕະລາງຄະແນນລວມ ດ້ວຍ 205 ຫຼຽນ​ຄຳ, 125 ຫຼຽນ​ເງິນ 116 ຫຼຽນ​ທອງແດງ

(3) ໃນ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 32 (ຈັດຂຶ້ນທີ່ກຳປູເຈຍ), ຫວຽດນາມສືບ​ຕໍ່​ນຳ​ໜ້າ​ພາກ​ພື້ນ ດ້ວຍ 136 ຫຼຽນ​ຄຳ, 105 ຫຼຽນ​ເງິນ, 118 ຫຼຽນ​ທອງແດງ.

(4) ເບິ່ງ: “ການທ່ອງທ່ຽວຫວຽດນາມມີພື້ນຖານເພື່ອຕ້ອນຮັບນັກທ່ອງທ່ຽວສາກົນປະມານ 13 ລ້ານຄົນໃນປີ 2023”, ໜັງສືພິມປະຊາຊົນເອເລັກໂຕຣນິກ, ວັນທີ 10 ຕຸລາ 2023, https://nhandan.vn/du-lich-viet-nam-co-co-so-de-don-khoang-13-trieu-khach-quoc-te-nam-2023-post776817.html

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1030 (ເດືອນມັງກອນ 2024)