ວກ. - ປະທານ​ໂຮ່ຈີ​ມິນ​ແມ່ນບຸກຄົນ​ຜູ້ຍິ່ງ​ໃຫຍ່​ທີ່ໄດ້​ອຸທິດ​ຊີວິດ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ພາລະກິດທີອັນຍິ່ງໃຫຍ່ນັ້ນ ບໍ່ພຽງແຕ່ເກີດຈາກຄວາມຮັກຂອງເພິ່ນທີ່ມີຕໍ່ຜູ້ຄົນເທົ່ານັ້ນ, ແຕ່ຍັງມາຈາກຄວາມຮັບຮູ້ອັນເລິກເຊິ່ງກ່ຽວກັບຄວາມສຸກຂອງມະນຸດ. ແນວຄິດ​ໂຮ່ຈີ​ມິນກ່ຽວ​ກັບ​ຄວາມ​ສຸກ​ຂອງ​ມະນຸດ​ສະ​ແດງ​ໃຫ້​ເຫັນເຖິງ​​ມະນຸດສະທຳຢ່າງເລິກເຊິ່ງ,​ແມ່ນ​ພື້ນຖານທາງ​ທິດ​ສະ​ດີ ສຳລັບການຮັບຮູ້ຂອງພັກ​ກອມ​ມູນິດ​ຫວຽດນາມກ່ຽວກັບ​ຄວາມ​ສຸກ​ຂອງ​ປະຊາຊົນ ​ແລະ ສະ​ເໜີ​ແນະ​ວິທີ​ແກ້​ບັນຫາ​ທີ່​ແທດ​ຈິງ ​ເພື່ອ​ຫັນ​ອຸດົມຄະຕິດັ່ງກ່າວເປັນຮູບປະທຳໃນ​ຊີວິດ​ຂອງ​ປະ​ເທດ​ໃນ​ປະຈຸ​ບັນ.

ລຸງໂຮ່ຢ້ຽມຢາມຫ້ອງຮຽນອະນຸບານ (ພາບຂອງນັກແຕ້ມ ໂດ໋ ຫຶວ ເຫວ່) _ທີ່ມາ: nhandan.vn

ແນວຄິດໂຮ່ຈີມິນກ່ຽວກັບຄວາມສຸກຂອງມະນຸດ

ການສະແຫວງຫາຄວາມສຸກແມ່ນຄວາມປາດຖະໜາຖາວອນຂອງມະນຸດ, ດັ່ງນັ້ນ ຄວາມສຸກຈຶ່ງສາມາດເຂົ້າເຖິງໄດ້ຈາກຫຼາຍແງ່ມຸມທີ່ຕ່າງກັນ ໂດຍສະເພາະ ຈາກແງ່ມຸມປັດຊະຍາ. ລັດທິມາກ-ເລນິນດ້ວຍວິທີວິທະຍາ ວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມປະຫວັດສາດ ໄດ້ກໍ່ໃຫ້ເກີດ “ການປະຕິວັດ” ໃນແນວຄິດກ່ຽວກັບຄວາມສຸກ. ກ່ອນອື່ນໝົດ, ປັດຊະຍາມາກຊິດຄັດຄ້ານບັນດາທັດສະນະທີ່ເລິກລັບ ແລະຈິດຕະນິຍົມ ຂອງສາສະໜາກ່ຽວກັບຄວາມສຸກ ແລະ ຢືນຢັນວ່າ ຜູ້ຄົນຈຳເປັນຕ້ອງມີຄວາມສຸກໃນຄວາມເປັນຈິງ. ໃນສະພາບການສັງຄົມທຶນນິຍົມທີ່ເຕັມໄປດ້ວຍຄວາມອະຍຸຕິທຳນັ້ນ “ຄວາມສຸກແມ່ນການຕໍ່ສູ້” - ການຕໍ່ສູ້ຕ້ານການກົດຂີ່ທາງຊົນຊັ້ນແລະຊົນຊາດ, ຕ້ານຄວາມຊົ່ວຮ້າຍ ແລະຄວາມຝືນວັດທະນະທຳ ເພື່ອສ້າງສັງຄົມກອມມູນິດ ເຊິ່ງການພັດທະນາຢ່າງເສລີຂອງແຕ່ລະບຸກຄົນເປັນເງື່ອນໄຂສຳລັບການພັດທະນາຢ່າງເສລີຂອງທຸກຄົນ. ກົງກັນຂ້າມກັບທັດສະນະທີ່ວ່າ ຄວາມສຸກແມ່ນການ “ໄດ້ຮັບ”, ແມ່ນການຊົມໃຊ້ເພີດເພີນສ່ວນຕົວ, ກ.ມາກ ກ່າວວ່າ ບຸກຄົນທີ່ນຳຄວາມສຸກມາສູ່ຄົນສ່ວນໃຫຍ່ ແມ່ນບຸກຄົນທີ່ມີຄວາມສຸກທີ່ສຸດ. ທັດສະນະດັ່ງກ່າວກາຍເປັນຊີວະທັດຂອງ ກ.ມາກ: “ຖ້າ​ຫາກ​ເຮົາ​ເລືອກ​ເອົາ​ອາຊີບ​ທີ່​ເຮົາ​ສາມາດຊ່ວຍເຫຼືອມະນຸດຊາດໄດ້ຫຼາຍທີ່ສຸດ ​ເຮົາ​ຈະ​ບໍ່​ຮູ້ສຶກ​ເຖິງ​ພາລະ​ຂອງ​ອາຊີບ​ນັ້ນ, ​ເພາະວ່າ​ມັນ​ເປັນ​ການ​ເສຍ​ສະລະສຳລັບ​ທຸກ​ຄົນ. ເມື່ອ​ນັ້ນ ຄວາມ​ສຸກ​ທີ່​ເຮົາໄດ້ຮັບນັ້ນ ຈະ​ບໍ່​ພຽງ​ແຕ່​ເປັນ​ຄວາມ​ສຸກ​ທີ່​ເຫັນ​ແກ່​ຕົວ ໃຈ​ແຄບ ແລະນ້ອຍໆ​ເທົ່າ​ນັ້ນ, ແຕ່​ຄວາມ​ສຸກ​ຂອງ​ເຮົາກໍ່​ຈະ​ເປັນ​ຂອງຜູ້ຄົນນັບ​ລ້ານ”(1). ບັນດາທັດສະນະທີ່ຖືກຕ້ອງຂອງລັດທິມາກ-ເລນິນມີຜົນກະທົບຢ່າງຫຼາຍຕໍ່ໂລກກະທັດ ແລະຊີວະທັດເວົ້າລວມ ແລະ ຕໍ່ຄວາມຮັບຮູ້ກ່ຽວກັບຄວາມສຸກເວົ້າສະເພາະ ຂອງປະທານໂຮ່ຈີມິນ. ສິ່ງທີ່ໂດດເດັ່ນທີ່ສຸດໃນແນວຄິດຂອງໂຮ່ຈີມິນກ່ຽວກັບຄວາມສຸກແມ່ນຂໍ້ຄິດທິດສະດີບາງຂໍ້ຕໍ່ໄປນີ້:   

ທີໜຶ່ງ, ປະຊາຊົນຈະມີຄວາມສຸກໄດ້ກໍ່ຕໍ່ເມື່ອປະເທດຊາດມີເອກະລາດແລະເສລີພາບເທົ່ານັ້ນ.

ກຳເນີດໃນສະພາບການ “ປະ​ເທດ​ຖືກສູນເສຍ, ບ້ານ​ເຮືອນຖືກທຳລາຍ”, ປະທານ ​ໂຮ່ຈີ​ມິນ ​ໄດ້​ເຂົ້າ​ໃຈ​ເຖິງ​ຄວາມ​ໂສກ​ເສົ້າ​ເສຍ​ຫາຍ​ຂອງ​ຜູ້​ທີ່ສູນເສຍ​ປະ​ເທດ​ຊາດຂອງຕົນ - “​ທາດ​ຂອງ​ຊາດທີ່ສູນເສຍ”. ລະບອບອານານິຄົມຝຣັ່ງໃນອິນດູຈີນແມ່ນກົງກັນຂ້າມກັບຄັນທຸງແຫ່ງ “ເສລີພາບ, ຄວາມສະເໝີພາບ, ຄວາມເມຕາກະລຸນາ” ຂອງການປະຕິວັດຊົນຊັ້ນນາຍທຶນຝຣັ່ງໂດຍສິ້ນເຊີງ. ດ້ວຍຄວາມເຈັບປວດແລະຄວາມຂຸ່ນເຄືອງ, ໃນຈົດໝາຍເປີດຜະນຶກເຖິງລັດຖະມົນຕີອານານິຄົມຝຣັ່ງ ອານແບ ຊາໂຣ, ຫງວຽນ ອ໋າຍ ກວັກ ກ່າວປະນາມຢ່າງເຢາະເຢີ້ຍວ່າ: “ພາຍໃຕ້ການປົກຄອງຂອງທ່ານ, ຊາວອານນາມມີຄວາມຈະເລີນທີ່ແທ້ຈິງ ແລະ ຄວາມສຸກທີ່ແທ້ຈິງ, ຄວາມສຸກທີ່ໄດ້ພົບເຫັນບັນດາບໍລິສັດເຫຼົ້າ ແລະ ບໍລິສັດຢາຟິ່ນ ທີ່ຢູ່ທົ່ວທຸກແຫ່ງໃນປະເທດ, ສິ່ງເຫຼົ່ານີ້ພ້ອມກັບການຍິງສັງຫານໝູ່, ເຮືອນຈຳ, ປະຊາທິປະໄຕ ແລະ ກົນໄກອັນຊັບຊ້ອນຂອງອາລະຍະທຳສະໄໝໃໝ່, ເຮັດໃຫ້ຊາວອານາມີຄວາມກ້າວໜ້າທີ່ສຸດໃນອາຊີ ແລະ ມີຄວາມສຸກທີ່ສຸດໃນໂລກ”(2). ດໍາລົງຊີວິດພາຍໃຕ້ລະບອບປະຕິກິລິຢາທີ່ຮຸນແຮງ, ປະຊາຊົນໃນປະເທດອານານິຄົມຕ້ອງທົນທຸກທໍລະມານນັບບໍ່ຖ້ວນ, ດັ່ງນັ້ນ ເສັ້ນທາງດຽວທີ່ຫຼີກລ່ຽງບໍ່ໄດ້ຂອງພວກເຂົາແມ່ນ: ຕໍ່ສູ້ຕ້ານລັດທິຈັກກະພັດນິຍົມ, ສະຖາປະນາປະເທດເອກະລາດ. ການປະຕິວັເດືອນສິງຫາປີ 1945 ຊ່ວຍໃຫ້ຊາດຫວຽດນາມຝື້ນຄືນຊີບຂຶ້ນມາໃໝ່, ​ແຕ່​​ສັດຕູ​ຈັກກະພັດ​ນິຍົມຍັງຄົງມີຄວາມ​ທະ​ເຍີທະ​ຍານ​ທີ່​ຈະ​ກົດ​ຂີ່ ​ແລະ ບັງຄັບ​ປະຊາຊົນ​ຫວຽດນາມ​ໃຫ້​ເປັນ​ທາດ. ດ້ວຍທັດສະນະທີ່ວ່າ ຄວາມສຸກຂອງແຕ່ລະຄົນບໍ່ສາມາດແຍກອອກຈາກເອກະລາດຂອງຊາດໄດ້, ສະນັ້ນ ເມື່ອພວກລ່າເມືອງຂຶ້ນຝຣັ່ງ “ຕັ້ງໃຈທີ່ຈະລັກເອົາປະເທດຂອງພວກເຮົາອີກຄັ້ງ”, ປະທານໂຮ່ຈີມິນຈຶ່ງປະກາດວ່າ: “​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ຕ້ອງ​ຕໍ່ຕ້ານ​ເປັນ​ເວລາ 5 ປີ, 10 ປີ, ຫຼື​ດົນນານ​ກວ່າ​ນັ້ນ, ​ເພື່ອ​ປົກ​ປັກ​ຮັກສາ​ຄວາມເປັນເອກະພາບ ​ແລະ ​ເອກະລາດຂອງປະເທດຊາດ, ​ເພື່ອຍາດເອົາ​ເສລີພາບ ​ແລະຄວາມ​ສຸກ ມາໃຫ້ເຜົ່າພົງວົງວານຂອງພວກ​ເຮົາ, ​ພວກ​ເຮົາ​ກໍໍ່​ຕັດສິນ​ໃຈ​ຕໍ່ຕ້ານ​ຈົນ​ເຖິງ​ໄຊຊະນະ​ສຸດ​ທ້າຍ”(3). ເມື່ອຈັກກະພັດນິຍົມອາເມລິກາວາງແຜນທີ່ຈະໃຊ້ກຳລັງທາງວັດຖຸ ເພື່ອທຳລາຍເຈດຈຳນົງທີ່ເປັນເອກະພາບຂອງຊາດຫວຽດນາມ, ປະທານໂຮ່ຈີມິນໄດ້ນຳສະເໜີສັດຈະທຳແຫ່ງຍຸກສະໄໝຄື: “ບໍ່​ມີ​ຫຍັງ​ມີ​ຄ່າ​ຫຼາຍ​ກວ່າ​ຄວາມ​ເປັນ​ເອ​ກະ​ລາດ ​ແລະ​ສິດ​ເສລີ​ພາບ”. ຕາມຄຳຮຽກຮ້ອງຂອງເພິ່ນ, ປະຊາຊົນຫວຽດນາມໄດ້ອຸທິດຕົນດ້ວຍຄວາມສະໝັກໃຈ, ພ້ອມທີ່ຈະເສຍສະລະ ແລະ ຕໍ່ສູ້ຢ່າງເດັດ​ດ່ຽວ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນທີ່ເປັນອິດສະລະ.

ທີສອງ, ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງພາຍໃຕ້ລະບອບສັງຄົມນິຍົມເທົ່ານັ້ນ.

ບົນ​ພື້ນຖານ​ຫຼັກ​ໝັ້ນ​ຂອງ​ຊົນ​ຊັ້ນ​ກຳມະກອນ, ປະທານ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ: ຄວາມສຸກ​ກ່ອນອື່ນໝົດແມ່ນ​ຄວາມ​ຜາ​ສຸກ​ຂອງປະຊາຊົນຜູ້ອອກແຮງ​ງານ. ໃນບົດນິພົນ ເສັ້ນທາງປະຕິວັດ (ປີ 1927), ເພິ່ນໄດ້ຢືນຢັນວ່າ: “ພວກເຮົາໄດ້ເສຍສະລະເພື່ອເຮັດການປະຕິວັດ, ດັ່ງນັ້ນ ເຮົາຄວນເຮັດມັນຈົນເຖິງທີ່ສຸດ, ໝາຍຄວາມວ່າ ພາຍຫຼັງ​ການ​ປະ​ຕິ​ວັດ, ອຳນາດຖືກສົ່ງມອບ​ໃຫ້​ປະຊາຊົນ​ສ່ວນ​ຫຼາຍ, ຢ່າປ່ອຍໃຫ້ມັນ​ຢູ່​ໃນ​ກຳມື​ຂອງ​ຄົນ​ຈຳນວນ​ໜ້ອຍ. ພຽງ​ແຕ່​ເທົ່າ​ນັ້ນ ​ພວກ​ເຮົາ​ຈະ​ຫຼີກ​ເວັ້ນ​ການ​ເສຍ​ສະ​ລະ​ຫຼາຍ​, ເພື່ອໃຫ້ປະ​ຊາ​ຊົນ​ຈະ​ມີ​ຄວາມ​ສຸກ​”(4). ຕາມທີ່ເພິ່ນເວົ້າ, ມີພຽງລັດທິກອມມູນິດເທົ່ານັ້ນ ທີ່ສາມາດຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມທຸກຍາກ, ນຳ​ມາ​ໃຫ້​ທຸກ​ຄົນ​ມີ​ເສລີພາບ, ຄວາມ​ສະ​ເໝີ​ພາບ, ຄວາມເມດຕາກະລຸນາ, ຄວາມ​ສາມັກຄີ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ໂດຍ​ບໍ່​ມີ​ການ​ຈຳ​ແນ​ກ​ເຊື້ອ​ຊາດ​ ຫຼື​ຕົ້ນ​ກຳ​ເນີ​ດ. ຈາກຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນລັກສະນະທາດແທ້ຂອງບັນດາປະເພດສັງຄົມຮ່ວມສະໄໝ, ປະທານໂຮ່ຈີມິນຊີ້ໃຫ້ເຫັນຢ່າງຊັດເຈນວ່າ “ບໍ່ມີລະບອບການປົກຄອງໃດທີ່ເຄົາລົບປະຊາຊົນ, ໃຫ້ຄວາມສຳຄັນກັບການພິຈາລະນາຜົນປະໂຫຍດສ່ວນບຸກຄົນທີ່ຖືກຕ້ອງ ແລະ ຮັບປະກັນວ່າ ຜົນປະໂຫຍດນັ້ນຈະໄດ້ຮັບການຕອບສະໜອງໂດຍລະບອບສັງຄົມນິຍົມ ແລະ ກອມມູນິດນິຍົມ”(5). ສັງຄົມ​ນິຍົມ​ແມ່ນບັນໄດການ​ພັດທະນາ​ທີ່​ສູງ​ກວ່າ​ລັດທິ​ທຶນ​ນິຍົມ​ໃນ​ທຸກ​ດ້ານ, ນຳ​ເອົາ​ເອກະລາດ, ​ເສລີພາບ, ຄວາມ​​ສຸກທີ່​ແທ້​ຈິງ ​ມາ​ໃຫ້​ປະຊາຊົນ, ປະທານ​ໂຮ່ຈີ​ມິນຈຶ່ງເຂົ້າເຖິງລັດ​ທິດ​ສັງຄົມ​ນິຍົມ​ຈາກ​ແງ່ມຸມ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ເໜືອ​ກວ່າຂອງ​ລະບອບ​ການປົກຄອງໃໝ່ ແນໃສ່​ຊ່ວຍ​ໃຫ້ປະຊາຊົນຜູ້ອອກແຮງ​ງານ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ທຸກຄົນມີວຽກເຮັດງານທໍາ ໄດ້ກິນອິ່ມນຸ່ງອຸ່ນ ແລະ ດໍາລົງຊີວິດຢ່າງມີຄວາມສຸກ. ເພິ່ນ​ໄດ້​ສະ​ຫຼຸບ​​ວ່າ​: “ລວມຄວາມແລ້ວ, ສັງຄົມນັບມື້ນັບກ້າວໜ້າ, ສິ່ງຂອງ​​ວັດຖຸ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຈິດ​ວິນ​ຍານ​ດີ​ຂຶ້ນເລື້ອຍໆ, ນັ້ນ​ແມ່ນ​ລັດທິ​ສັງຄົມ​ນິຍົມ”(6).

ທີສາມ, ການນຳຄວາມສຸກມາໃຫ້ປະຊາຊົນ ແມ່ນຄວາມຮັບຜິດຊອບຂອງພັກແລະລັດ.

ປະທານໂຮ່ຈີມິນໃຫ້ທັດສະນະວ່າ, ຖ້າປະເທດມີເອກະລາດ ແຕ່ປະຊາຊົນບໍ່ມີຄວາມສຸກແລະເສລີພາບ, ເອກະລາດນັ້ນກໍ່ບໍ່ມີຄວາມໝາຍ. ຄວາມສຸກມັກຈະປະກອບດ້ວຍຄວາມເພິ່ງພໍໃຈແລະຄວາມດີໃຈສະເໝີ ເມື່ອເພີດເພີນກັບວັດຖຸແລະຄຸນຄ່າທາງຈິດວິນຍານທີ່ຄູ່ຄວນ, ເມື່ອໄດ້ເປັນເຈົ້າຂອງສັງຄົມ, ເປັນເຈົ້າຂອງຕົນເອງ. ເພິ່ນຍັງເຂົ້າໃຈແຈ້ງວ່າ, ປະຊາຊົນຈະຮູ້ເຖິງຄຸນຄ່າຂອງອິດສະລະພາບ ແລະເອກະລາດ ກໍ່ຕໍ່ເມື່ອພວກເຂົາໄດ້ຮັບອາຫານແລະເຄື່ອງນຸ່ງຫົ່ມທີ່ດີເທົ່ານັ້ນ. ເພາະສະນັ້ນ, ເມື່ອປະທານ​ໂຮ່ຈີ​ມິນ ​ໃນ​ນາມ​ລັດຖະບານປະກາດວ່າ “ວຽກ​ງານ​ຂອງ​ລັດ​ຖະ​ບານຈະ​ຕ້ອງ​ມຸ່ງເປົ້າ​ໄປທີ່​ຈຸດ​ປະ​ສົງ​ດຽວຄື ການສ້າງເສລີ​ພາບ ແລະ ຄວາມ​ສຸກໃຫ້ກັບ​ທຸກ​ຄົນ”(7) ດັ່ງນັ້ນ ລັດຖະບານຈຳເປັນຕ້ອງມີຄວາມຮັບຜິດຊອບໃນການພັດທະນາຄຸນນະພາບຊີວິດຂອງປະຊາຊົນ, ຍົກລະດັບຄວາມຮູ້ຂອງປະຊາຊົນ ແລະ ປະຕິບັດສິດທິພົນລະເມືອງ; ໃນນັ້ນ, ການເຮັດໃຫ້ປະຊາຊົນມີອາຫານ ເຄື່ອງນຸ່ງຫົ່ມ ທີ່ພັກອາໄສ ແລະ ການສຶກສາ ຖືເປັນວຽກງານຮີບດ່ວນທີ່ສຸດ. ຄວາມພໍໃຈຕໍ່ລະບອບການປົກຄອງກໍ່ນຳຄວາມສຸກມາໃຫ້ປະຊາຊົນ, ດັ່ງນັ້ນ ປະທານ​ໂຮ່ຈີ​ມິນຈຶ່ງກຳນົດໃຫ້ບັນດາໜ່ວຍງານຂອງລັດຖະບານຕ້ອງຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ. ປະທານໂຮ່ຈີມິນ ຍາມໃດກໍ່ຖືເອົາຄວາມຜາສຸກຂອງປະຊາຊົນແມ່ນອຸດົມຄະຕິດຽວຂອງພັກ, ດັ່ງນັ້ນ ໃນບົດພິໄນກຳ ອັນສັກສິດຂອງຕົນ, ເພິ່ນຕັກເຕືອນວ່າ: ພັກຕ້ອງມີແຜນການທີ່ດີໃນການພັດທະນາເສດຖະກິດ ແລະ ວັດທະນະທຳ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.

ທີສີ່, ​ເພື່ອ​ໃຫ້​ມີ​ຄວາມ​ຜາ​ສຸກ, ປະຊາຊົນ​ທຸກ​ຄົນ​ຕ້ອງ​ສາມັກຄີ​ກັນ ​ແລະ ສູ້​ຊົນ, ພະນັກງານ​ຕ້ອງ​ຮູ້ຈັກ​ເສຍສະລະ.

ປະທານ​ໂຮ່ຈີ​ມິນເນັ້ນໜັກວ່າ ຢາກກໍ່ສ້າງລັດທິສັງຄົມນິຍົມແມ່ນຕ້ອງອີງໃສປະຊາຊົນເພື່ອນຳຄວາມສຸກມາສູ່ປະຊາຊົນ, ເພາະການປະຕິວັດແມ່ນພາລະກິດຂອງມວນຊົນ. ເມື່ອເວົ້າເຖິງຄວາມຈຳເປັນໃນການເຕົ້າໂຮມກຳລັງຂອງປະຊາຊົນ, ປະທານ​ໂຮ່ຈີ​ມິນໃຊ້ພາບວ່າ: “ນ້ຳ​ທຸກ​ຢອດ​ຈະຊຶມລົງ​ດິນ ​ແລະ​ໄຫຼ​ໄປ​ໃນ​ທິດ​ທາງ​ໃໝ່ ທີ່ຈະ​ກາຍ​ເປັນ​ສາຍ​ນ້ຳ​ຫຼື​ແມ່​ນ້ຳ. ຢອດນ້ຳນ້ອຍໆບໍ່ຈັກວ່າເທົ່າໃດຢອດລວມກັນເປັນມະຫາສະໝຸດ”(9). ຖ້າ​ປະຊາຊົນ​ທຸກ​ຄົນ​ສະໝັກ​ໃຈ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະ​ເທດ “​ຜົນ​ປະ​ໂຫຍ​ດນ້ອຍໆຈຳນວນຫຼາຍຮ່ວມກັນເປັນ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ” ປະ​ເທດ​ຈະ​ຮັ່ງມີ​ຢ່າງ​ແນ່ນອນ ແລະ ປະຊາຊົນ​ຈະ​ມີ​ຄວາມ​ສຸກຢ່າງແນ່ນອນ. ຄວາມສຸກຢູ່ທີ່ນີ້ບໍ່ພຽງແຕ່ມີການສະເຫວີຍຜົນເທົ່ານັ້ນ, ແຕ່ຍັງລວມເຖິງຄວາມສຸກຂອງຜູ້ຄົນທີ່ສ້າງສັນຊີວິດຂອງຕົນເອງ; ເພາະ​ວ່າ ​ຜູ້​ໃດ​ທີ່​ພຽງ​ແຕ່​ລໍ​ຖ້າ​ຄວາມ​ສຸກທີ່ “ຕົກ​ລົງຈາກ​ທ້ອງ​ຟ້າ” ບໍ່​ສົມ​ຄວນ​ໄດ້ຮັບ​ຄວາມ​ສຸກ ​ແລະແທ້​ຈິງແລ້ວ ​ບໍ່​ສາ​ມາດ​ມີ​ຄວາມ​ສຸກໄດ້.    

ເມື່ອພັກກອມມູນິດຫວຽດນາມກາຍເປັນພັກຜູ້ກຳອຳນາດ, ປະທານ​ໂຮ່ຈີ​ມິນຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມຄຸນສົມບັດປະຕິວັດໃຫ້ພະນັກງານ, ສະມາຊິກພັກ; ເພາະ​ວ່າ ​ຖ້າ​ເຈົ້າ​ໜ້າ​ທີ່​ສໍ້​ລາດ​ບັງ​ຫຼວງ, ​ຜົນ​ປະ​ໂຫຍດ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ກໍ່​ຈະ​ສູນ​ເສຍ. ເພິ່ນຊີ້ແຈງວ່າ: “ຂ້າພະເຈົ້າຕ້ອງເວົ້າເພື່ອຄວາມສຸກຂອງຊາດ, ເພື່ອຜົນປະໂຫຍດຂອງປະເທດຊາດ. ພວກເຮົາຕ້ອງຈົດຈຳຄໍາວ່າ “ຄວາມຍຸຕິທໍາແລະຄວາມຊື່ກົງ” ໄວ້ເລິກໃນໃຈຂອງພວກເຮົາ”(10). ເມື່ອຮຽກຮ້ອງໃຫ້ພະນັກງານແລະສະມາຊິກພັກປະຕິບັດຄຸນທຳແຫ່ງການເສຍສະລະ ເພື່ອຮັບໃຊ້ປະຊາຊົນ, ປະທານ​ໂຮ່ຈີ​ມິນຢືນຢັນວ່າ, ການເສຍສະລະເພື່ອປະເທດຊາດ ແລະເພື່ອປະຊາຊົນ ຖືເປັນຄວາມສຸກອັນຍິ່ງໃຫຍ່; ສະນັ້ນ “ເມື່ອເຮົາຮູ້ວ່າຕ້ອງທຸກ ເຮົາກໍ່ອົດທົນມັນ​ຢ່າງ​ມ່ວນຊື່ນ, ຄ່ອຍໆ ຈະບໍ່ຮູ້ສຶກທຸກອີກ... ເຮົາທົນທຸກເພື່ອປະເທດຊາດແລະເພື່ອປະຊາຊົນ, ເປັນຄວາມທຸກທີ່ມີຄ່າຫຼາຍ, ຄວາມທຸກທາງວັດຖຸ ຈິດໃຈກໍ່ຍິ່ງມີຄວາມສຸກ”(11).  

ແນວຄິດ​ໂຮ່ຈີ​ມິນກ່ຽວກັບຄວາມສຸກນັ້ນເລິກເຊິ່ງຫຼາຍ, ບໍ່ພຽງແຕ່ຜ່ານບັນດາທັດສະນະທາງວິທະຍາສາດ ແລະມະນຸດສະທຳເທົ່ານັ້ນ ແຕ່ຍັງ​ໄດ້​ຮັບ​ປະ​ກັນດ້ວຍການເສຍສະລະຕະຫຼອດຊີວິດຂອງເພິ່ນ. ເພິ່ນ​ເວົ້າ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ປະຊາຊົນ​ວ່າ: “ຍ້ອນ​ຄວາມ​ຮັກ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຂ້າພະ​ເຈົ້າ, ພີ່ນ້ອງຮ່ວມຊາດຈຶ່ງ​ຝາກຊະຕາກຳ​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ໃຫ້​ຂ້າພະ​ເຈົ້າ. ໜ້າ​ທີ່​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະຜູ້​ຂັດທ້າຍ ຈະຕ້ອງຂັບເຮືອຄືແນວໃດເພື່ອ​ນຳ​ເຮືອຂອງ​ປະ​ເທດ​ຊາດ​ໃຫ້​ພົ້ນ​ຈາກ​ພະ​ຍຸ ແລະ​ໄປ​ເຖິງ​ຝັ່ງ​ແຫ່ງ​ຄວາມ​​ສຸກ​ຂອງ​ປະ​ຊາ​ຊົນຢ່າງປອດໄພ”(12). ຕະຫຼອດ​ຊີວິດ​ແຫ່ງ​ການ​ສູ້​ຊົນ ​ແລະ ​ເສຍສະລະ​ຢ່າງ​ຄົບ​ຖ້ວນ ​ເພື່ອ​ຄວາມ​ສຸກ​ຂອງ​ປະຊາຊົນ, ປະທານ​ໂຮ່ຈີ​ມິນຈະຢູ່​ໃນ​ໃຈຂອງ​ປະຊາຊົນ​ຕະຫຼອດ​ໄປ.

ການເບິ່ງແຍງດູແລຄວາມ​ສຸກ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ຍຸກ​ປະຈຸ​ບັນ
​ຕາມ​ແນວຄິດ​ໂຮ່ຈີ​ມິນ

ບົນພື້ນຖານການໝູນໃຊ້ແລະການພັດທະນາແນວຄິດໂຮ່ຈີມິນຢ່າງປະດິດສ້າງ, ກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງໃນສະໄໝແຫ່ງການປ່ຽນແປງໃໝ່ປະເທດຢ່າງຮອບດ້ານ (ແຕ່ປີ 1986) ຖືເປັນ “ຂັ້ນຕອນ” ໃນຂະບວນການຮັບຮູ້ຂອງພັກກອມມູນິດຫວຽດນາມກ່ຽວກັບຄວາມສຸກຂອງປະຊາຊົນ. ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (ປີ 1986) ເນັ້ນໜັກວ່າ ການປ່ຽນແປງໃໝ່ດຳ​ເນີນ​ໄປ​ດ້ວຍ​ຈິດ​ໃຈ “ທັງ​ໝົດ​ເພື່ອ​ປະ​ເທດ​ຊາດ​ສັງ​ຄົມ​ນິ​ຍົມ, ເພື່ອ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ”. ຕໍ່ໜ້າການລົ້ມສະຫຼາຍຂອງລະບອບສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະບັນດາປະເທດໃນເອີຣົບຕາເວັນອອກ, ພັກກອມມູນິດຫວຽດນາມຍັງຄົງຕັ້ງໝັ້ນໃນທິດທາງສັງຄົມນິຍົມ; ເພາະ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ວ່າ “ພຽງ​ແຕ່​ລັດ​ທິ​ສັງ​ຄົມນິຍົມເທົ່ານັ້ນທີ່​ສາ​ມາດ​ນຳເອົາ​ອາ​ຫານ, ເຄື່ອງ​ນຸ່ງ​ຫົ່ມ​ທີ່​ອົບ​ອຸ່ນ ແລະ ຄວາມ​ສຸກ​ມາ​ໃຫ້​ປະ​ຊາ​ຊົນໄດ້ຢ່າງພຽງພໍ”(13). ເພື່ອເຊີດຊູຄຸນຄ່າຂອງຄວາມສຸກ ດັ່ງນັ້ນ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ປີ 1991) ແລະ ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ ພັດທະນາ ປີ 2011) ລ້ວນກຳນົດວ່າ ສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມກໍ່ສ້າງນັ້ນ ແມ່ນສັງຄົມທີ່ຜູ້ຄົນມີຊີວິດທີ່ອີ່ມໜຳສຳລານ, ເສລີພາບ ມີຄວາມສຸກ, ມີເງື່ອນໄຂໃນການພັດທະນາຕົນເອງຢ່າງຮອບດ້ານ. ພັກກອມມູນິດຫວຽດນາມບໍ່ພຽງແຕ່ເນັ້ນຄວາມຮັບຜິດຊອບຂອງປະຊາຊົນໃນການສູ້ຊົນເພື່ອຄວາມສຸກຂອງຕົນເອງເທົ່ານັ້ນ, ແຕ່ຍັງຖືວ່າຄວາມສຸກຂອງປະຊາຊົນເປັນເຄື່ອງວັດຄຸນທຳຂອງສະມາຊິກພັກເມື່ອຢືນຢັນວ່າ: “ຄຸນສົມບັດອັນສູງສົ່ງຂອງນັກກອມມູນິດແມ່ນ... ຕະຫຼອດ​ຊີວິດ​ຂອງ​ເຂົາໄດ້​ສູ້​ຊົນ​ເພື່ອ​ອຸດົມຄະຕິແຫ່ງ​ການ​ປະຕິວັດ, ​ເພື່ອ​ເອກະລາດ​ຂອງປະເທດ​ຊາດ ​ແລະ ຊີວິດທີ່ອີ່ມໜຳສຳລານ, ​ເສລີພາບ ​ແລະ ມີ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ລວມທັງ​ຕົນ​ເອງ ​ແລະ ຄອບຄົວ”(14).  

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ປີ 2021) ສະຫຼຸບວ່າ “ການຖື​ເອົາ​ຄວາມ​ສຸກແລະຄວາມເປັນຢູ່ທີ່ອິມໜຳສຳລານ​ຂອງ​ປະຊາຊົນ​ເປັນ​ເປົ້າ​ໝາຍ​ໃນການສູ້​ຊົນ” ​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ; ກຳນົດ​ວ່າ “ການ​ປຸກລະດົມ​ຈິດ​ໃຈ ເຈດຈຳນົງ ​ແລະ ຄວາມຕັດສິນໃຈໃນການ​ພັດທະນາ​ປະ​ເທດ ​​ໃຫ້ຈະເລີນຮຸ່ງເຮືອງແລະມີຄວາມ​ສຸກ” ​ແມ່ນພະລັງຂັບເຄື່ອນທີ່ຍິ່ງໃຫຍ່ ໃນ​ການ​ພັດທະນາ​ປະ​ເທດ​ຊາດ; ພ້ອມ​ກັນ​ນັ້ນ, ​ເນັ້ນ​ໜັກ​ວ່າ: “ການປັບປຸງຍົກ​ສູງ​ຄຸນ​ນະພາ​ບຊີວິດ ​ແລະ ດັດຊະນີ​ຄວາມສຸກ​ຂອງ​ຊາວ​ຫວຽດນາມ” ​ແມ່ນໜ້າທີ່ຈຸດໜັກໃຈກາງ.

ຢ່າງໃດກໍ່ຕາມ, ປະຈຸບັນການສ້າງຄວາມຄຸກໃຫ້ກັບປະຊາຊົນກຳລັງປະເຊີນກັບອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງ. ໃນໂລກນີ້, ໄພ​ຂົ່ມ​ຂູ່​ຈາກ​ອາ​ວຸດ​ນິວ​ເຄຼຍ, ການ​ປະ​ທະ​ກັນ​ທາງ​ອາ​ວຸດ, ພະຍາດ​ລະ​ບາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ... ແມ່ນ​ໄພ​ຂົ່ມ​ຂູ່​ອັນ​ໃຫຍ່​ຫຼວງ​ຕໍ່​ຊີ​ວິດ, ສຸ​ຂະ​ພາບ ແລະ ການ​ຜະ​ລິດ​ຂອງ​ມະ​ນຸດ. ພາຍໃນປະເທດ, ມົນລະພາວະຕໍ່ສິ່ງແວດລ້ອມ, ຄວາມເສື່ອມໂຊມຂອງຈະລິຍະທຳ ແລະວິຖີຊີວິດຂອງພະນັກງານແລະສະມາຊິກພັກພາກສ່ວນໜຶ່ງ ແລະຂໍ້ຈຳກັດໃນການແກ້ໄຂບັນຫາສັງຄົມຫຼາຍປະການໃນບາງພື້ນທີ, ຄວາມເສື່ອມໂຊມຂອງວັດທະນະທຳ ຈະລິຍະທຳທາງສັງຄົມ, ຊ່ອງ​ຫວ່າງທີ່ເພີ່ມຂຶ້ນ​ ລະ​ຫວ່າງ​ຄົນ​ຮັ່ງມີ​ແລະ​ທຸກ​ຍາກ, ຄວາມ​ຊົ່ວ​ຮ້າຍ​ທາງ​ສັງຄົມ, ອາດຊະຍາ​ກຳ... ຍັງ​ເຮັດ​ໃຫ້ເກີດ​ອຸປະສັກ​ຫຼາຍ​ຢ່າງໃຫ້ຜູ້ຄົນໃນການເຂົ້າເຖິງຄວາມສຸກ.​

ກົງກັນຂ້າມກັບຄວາມບໍ່ພຽງພໍນັ້ນ ແມ່ນຄວາມຕ້ອງການຄວາມສຸກທີ່ເພີ່ມຂຶ້ນຂອງຜູ້ຄົນ ແລະທ່າອ່ຽງທີ່ຈະສົ່ງເສີມຄວາມສຸກຂອງມະນຸດຊາດ. ໃນປີ 2012, ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດກຳນົດໃຫ້ວັນທີ 20 ມີນາ (ມື້ດຽວທີ່ດວງອາທິດຢູ່ຂ້າມເສັ້ນສູນສູດ, ກາງເວັນແລະກາງຄືນມີຄວາມຍາວເທົ່າກັນ) ແມ່ນວັນແຫ່ງຄວາມສຸກສາກົນ (International Day of Happiness) ເພື່ອຖ່າຍທອດຂໍ້ຄວາມ: ການສະແຫວງຫາຄວາມສຸກແມ່ນເປົ້າໝາຍພື້ນຖານຂອງມະນຸດ; ຄວາມສຸກແລະຄວາມຈະເລີນຮຸ່ງເຮືອງ ແມ່ນເປົ້າໝາຍແລະຄວາມປາດຖະໜາທົ່ວໄປຂອງມະນຸດ ແລະ ຄວາມສໍາຄັນຂອງການຮັບຮູ້ສິ່ງນີ້ໃນເປົ້າໝາຍນະໂຍບາຍສາທາລະນະ; ຕ້ອງມີວິທີການເຂົ້າເຖິງການເຕີບໂຕທາງເສດຖະກິດທີ່ຮອບດ້ານ, ຍຸຕິທຳ ແລະ ສົມດຸນກວ່າອີກ ເພື່ອຊຸກຍູ້ການພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງທຸກຊົນຊາດ.

ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ເກືອບ 200 ປະ​ເທດທີ່​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຕອບ​ສະໜອງ​ວັນ​ແຫ່ງ​ຄວາມສຸກ​ສາກົນ. ວັນທີ 26 ທັນວາ 2013 ນາຍົກລັດຖະມົນຕີໄດ້ອອກມະຕິເລກທີ 2589/QĐ-TTg ວ່າດ້ວຍ “ການອະນຸມັດໂຄງການ “ຈັດຕັ້ງການເຄື່ອນໄຫວ​ໃນ​ວັນ​ແຫ່ງ​ຄວາມ​ສຸກ​ສາ​ກົນ 20 ມີ​ນາ​ຂອງ​ທຸກໆ​ປີ””. ຍ້ອນ​​​ໄດ້​ຜ່ານ​ສົງຄາມ​ອັນດຸເດືອດ​ມາ​ເປັນ​ເວລາ​ດົນ​ນານ ​ແລະ ​ໄລຍະເສດຖະກິດເກື້ອກູນອຸດ​ໜູນ​ທີ່​ຫຍຸ້ງຍາກລຳບາກ, ປະຊາຊົນ​ຫວຽດນາມຈຶ່ງ​ປາດຖະໜາ​ມີ​ຄວາມ​ຜາ​ສຸກ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງຢ່າງ​ແຮງ​ກ້າ. ດັ່ງ​ນັ້ນ, ຄວາມ​ຮັບຜິດຊອບ​ຂອງ​ພັກ ​ແລະ ລັດ ​ໃນ​ການ​ນຳ​ຄວາມ​ຜາ​ສຸກ​ມາ​ໃຫ້​ປະຊາຊົນຈຶ່ງນັບ​ມື້​ນັບ​ຮີບ​ດ່ວນ.

ວິທີແກ້ໄຂເພື່ອສືບຕໍ່ຍົກລະດັບຮັບປະກັນຄວາມສຸກໃຫ້ແກ່ປະຊາຊົນ  

ທີໜຶ່ງ, ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຸກຂອງປະຊາຊົນ ທັງຈາກພັກ ລັດຖະບານ ແລະ ປະຊາຊົນ

ຄວາມສຸກແມ່ນຈຸດບັນຈົບກັນລະຫວ່າງເງື່ອນໄຂພາວະວິໄສ ແລະ ຄວາມຮູ້ສຶກອັດຕະວິໄສ. ທາງດ້ານພາວະວິໄສ, ຄວາມສຸກແມ່ນບັນດາຄຸນຄ່າທາງວັດຖຸແລະຈິດໃຈທີ່ດີ ທີ່ປະເທດແລະຊຸມຊົນທາງສັງຄົມຈຳເປັນຕ້ອງສ້າງຂຶ້ນ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ ແລະສົມບູນ. ທາງດ້ານອັດຕະວິໄສ, ຄວາມສຸກແມ່ນສະພາວະຈິດໃຈທີ່ຕັ້ງໜ້າ ເຊິ່ງສະແດງເຖິງຄວາມ​ເພິ່ງ​ພໍ​ໃຈ​ຂອງ​ຜູ້ຄົນຕໍ່​​ສະ​ພາບ​ການ​, ເງື່ອນ​ໄຂ​ທໍາ​ມະ​ຊາດ​, ສັງ​ຄົມ​, ຄອບ​ຄົວ ​ແລະ ​ຕົນ​ເອງ​. ດັ່ງນັ້ນ, ​ເພື່ອ​ບັນລຸ​ຄວາມ​ປາດ​ຖະໜາກ່ຽວກັບຄວາມ​ຜາ​ສຸກໄດ້ນັ້ນ, ຈຳເປັນຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຸກ ທັງຈາກຜູ້ນຳ ຜູ້ບໍລິຫານຄຸ້ມຄອງ​ປະ​ເທດ ​ແລະ ປະຊາຊົນ.

ສືບທອດທັດສະນະຂອງປະທານ​ໂຮ່ຈີ​ມິນ ກ່ຽວກັບຄວາມຮັບຜິດຊອບ ໃນການຮັບໃຊ້ປະຊາຊົນ, ຖັນແຖວພະນັກງານແລະສະມາຊິກພັກ ບໍ່ພຽງແຕ່ຕ້ອງຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງຄວາມສຸກຂອງປະຊາຊົນ ໃນຖານະທີ່ເປັນແຮງຜັກດັນ ແລະ ເປົ້າໝາຍຂອງການປະຕິວັດເທົ່ານັ້ນ ແຕ່ຍັງຕ້ອງຊາບຊຶມສັດຈະທຳທີ່ວ່າ: ຜູ້ທີ່ໃຫ້ຫຼາຍທີ່ສຸດຈະມີຄວາມສຸກທີ່ສຸດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ໄດ້​ສະຫຼຸບ​ວ່າ: “ຄວາມ​ສຸກ​ຂອງ​ມະນຸດ​ບໍ່​ພຽງ​ແຕ່​ມີ​ເງິນ​ຫຼາຍ, ມີຊັບສົມບັດຫຼາຍ, ກິນ​ເຂົ້າ​ດີ ແລະນຸ່ງ​ຖືດີ​ເທົ່າ​ນັ້ນ, ແຕ່​ຍັງ​ຢູ່​ໃນ​ຄວາມ​ອຸດົມສົມບູນ​ຂອງ​ຈິດ​ວິນ​ຍານ, ມີ​ຊີວິດ​ຢູ່​ທ່າມກາງ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເມດ​ຕາ, ຄວາມຊອບທຳ ແລະ ຄວາມຍຸດຕິທຳ”(15). ຖ້າພະນັກງານ ແລະ ສະມາຊິກພັກຮູ້ວິທີເອົາຊະນະ “ຂ້ອຍ” ຂອງຕົນ ເພື່ອອຸທິດຕົນເພື່ອປະຊາຊົນ ແລະ ປະເທດຊາດ, ພວກເຂົາຈະເປັນຄົນທີ່ມີຄວາມສຸກ, ເພາະວ່າ ອານຸສາວະລີທີ່ແຂງແກ່ນທີ່ສຸດແມ່ນຢູ່ໃນໃຈຂອງປະຊາຊົນ.

ສໍາລັບປະຊາຊົນ, ຄວາມສຸກບໍ່ພຽງແຕ່ຂຶ້ນກັບປັດໃຈ “ພາຍນອກ” ເທົ່ານັ້ນ, ແຕ່ຍັງຂຶ້ນຢູ່ກັບປັດໃຈ “ພາຍໃນ”; ນັ້ນແມ່ນຈິດວິນຍານແລະຄວາມສາມາດຂອງເຂົາໃນການຮັບຮູ້ຄວາມສຸກ. ຜູ້​ໃດ​ທີ່​ຄິດ​ວ່າ​ຕົນ​ເອງ​ບໍ່​ສາມາດ​ມີ​ຄວາມ​ສຸກໄດ້ ຜູ້ນັ້ນໄດ້ກີດກັນໂອກາດແຫ່ງຄວາມສຸກຂອງຕົນເອງ. ກົງກັນຂ້າມ, ຄົນທີ່ເຫັນຄວາມສຸກບໍ່ພຽງແຕ່ເປັນຈຸດໝາຍປາຍທາງ ແຕ່ເປັນຂະບວນການທີ່ຈະໄປເຖິງຈຸດໝາຍນັ້ນ; ຄວາມສຸກແມ່ນການແບ່ງປັນ, ຮັກແພງ, ຮູ້ຈັກ “ພໍພຽງ”, ຮູ້ຈັກຄວບຄຸມຕົນເອງ, ຮູ້ຈັກຄວບຄຸມສະຖານະການ, ຮູ້ຈັກອົດທົນຜ່ອນຜັນຕໍ່ຜູ້ອື່ນ ແລະ ຕົນເອງ, ຮູ້ຈັກຖືວ່າຄວາມຫຍຸ້ງຍາກເປັນສ່ວນໜຶ່ງຂອງຊີວິດທີ່ຫຼີກລ່ຽງບໍ່ໄດ້... ແລ້ວຜູ້ນັ້ນກໍ່ຈະສະຫງົບສຸກ ແລະມີຄວາມສຸກ. ດັ່ງນັ້ນ, ການເພີ່ມທະວີການອົບຮົມສຶກສາໃຫ້ພະນັກງານ ສະມາຊິກພັກ ແລະ ປະຊາຊົນ ກ່ຽວກັບຄຸນຄ່າຊີວິດທີ່ຖືກຕ້ອງ, ການປຸກຕື່ນຄວາມປາດຖະໜາທີ່ຈະອຸທິດຕົນໃນແຕ່ລະຄົນ ຈຶ່ງເປັນຄວາມຮັບຜິດຊອລອັນສູງສົ່ງຂອງພັກແລະລັດ.

ທີສອງ, ປັບປຸງສະຖາບັນແລະກົນໄກດ້ານສິດທິມະນຸດໃຫ້ສົມບູນແບບ ເພື່ອຍົກສູງດັດຊະນະຄວາມສຸກຂອງປະຊາຊົນ

ຄົນທີ່ມີຄວາມສຸກຈະຕ້ອງເປັນອິດສະລະ ແລະຮູ້ສຶກປອດໄພເມື່ອສິດທິຂອງເຂົາເຈົ້າເປັນໄປຕາມລັດຖະທຳມະນູນ ກົດໝາຍ ແລະ ບັງຄັບໃຊ້ໃນພາກປະຕິບັດ. ຫວຽດນາມໄດ້​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ແຫ່ງ​ສະຫະ​ປະຊາ​ຊາດ ວາລະປີ 2014-2016, ປະຈຸບັນ ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ແຫ່ງ​ສະຫະ​ປະຊາ​ຊາດ ວາລະປີ 2023-2025; ສິ່ງ​ດັ່ງກ່າວ​ພິສູດ​ໃຫ້​ເຫັນ​ວ່າ ລັດຫວຽດນາມ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຜັນ​ຂະຫຍາຍ ​ແລະ ຮັບປະກັນ​ສິດທິ​ມະນຸດ ​ແລະ ສິດທິ​ພົນລະ​ເມືອງ. ພ້ອມກັນນັ້ນ, ເພື່ອໃຫ້ປະຊາຊົນໄດ້ຮັບສິດທິທີ່ຊອບດ້ວຍກົດໝາຍ ແລະຊອບທຳຂອງຕົນ ຕາມລັດຖະທຳມະນູນຢ່າງເຕັມທີ່, ລັດຈະຕ້ອງມີແຜນນິຕິບັນຍັດໄລຍະຍາວ ເພື່ອໃຫ້ບັນລຸເຖິງສິດທິໃນລັດຖະທຳມະນູນ.

ໃນໂລກສະໄໝໃໝ່, ຄວາມສຸກ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ຮູ້​ສຶກທຳມະດາໆ ເທົ່ານັ້ນ​, ແຕ່​ຍັງແມ່ນ​ປະ​ລິ​ມານທີ່ເພີ່ມຂຶ້ນ​ອີກນຳ. ອົງການສາກົນແລະຕ່າງປະເທດຈຳນວນໜຶ່ງ ໄດ້ສະເໜີປະລິມານພື້ນຖານເພື່ອວັດຄວາມສຸກ ເຊັ່ນ ດັດຊະນີຄວາມສຸກ (HI), ດັດຊະນີຄວາມສຸກແຫ່ງດາວເຄາະ (HPI) ແລະ ລາຍງານຄວາມສຸກຂອງໂລກ (WHR)... ໃນທ່າອ່ຽງທົ່ວໄປ, ຫວຽດນາມໄດ້ທົດລອງສ້າງດັດຊະນີຄວາມສຸກແຫ່ງຊາດຂອງຫວຽດນາມ (VNHI), ເຊິ່ງຄິດ​ໄລ່​ບົນ​ພື້ນ​ຖານ​ຂອງ 4 ກຸ່ມ​ມາດ​ຖານ​ຄື: ເສດ​ຖະ​ກິດ, ສັງ​ຄົມ, ສິ່ງ​ແວດ​ລ້ອມ, ປະ​ສິດ​ທິ​ພາບ​ການ​ຄຸ້ມ​ຄອງ ​ແລະ​ການ​ບໍ​ລິ​ຫານ​ລັດຖະການ.  

ທີສາມ, ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ ພື່ອ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຄວາມເປັນຈິງໄດ້ພິສູດແລ້ວວ່າ, ຄວາມຮັ່ງມີບໍ່ໄດ້ໝາຍເຖິງຄວາມສຸກສະເໝີໄປ, ແຕ່ສິ່ງທີ່ແນ່ນອນກໍຄື ໃນປະເທດທີ່ທຸກຍາກ, ປະຊາຊົນບໍ່ສາມາດມີຄວາມສຸກໄດ້; ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດເປັນ​ເງື່ອນ​ໄຂ “ດັ້ງ​ເດີມ” ສະເໝີ ເພື່ອ​ໃຫ້​ປະ​ຊາ​ຊົນກິນອີ່ມນຸ່ງອຸ່ນ ແລະ ​ມີ​ຄວາມ​ສຸກ. ຢູ່ຫວຽດນາມ, ເມື່ອດຳເນີນພາລະກິດການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ຖືເອົາການປ່ຽນແປງໃໝ່ທາງເສດຖະກິດເປັນຈຸດໜັກໃຈກາງ. ດ້ວຍຄວາມປາດ​ຖະໜາ​ໃຫ້​ປະຊາຊົນ​ມີ​ອາຫານແລະເຄື່ອງນຸ່ງຫົ່ມທີ່ດີ, ມີ​ຄວາມ​ຜາ​ສຸກ, ປະ​ເທດ​ຊາດ​ຈະ​ເລີ​ນຮຸ່ງ​ເຮືອງ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​ຈຸດໝາຍ​ຮອດ​ປີ 2045, ຫວຽດນາມຈະ​ກາຍ​ເປັນ “ປະ​ເທດ​ທີ່່ພັດທະນາແລ້ວແລະມີ​ລາຍ​ໄດ້​ສູງ”. ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ໃນເວລານີ້, ຫວຽດນາມຕ້ອງ​ເຮັດ​ສຳ​ເລັດ​ຢ່າງ​ວ່ອງ​ໄວ​ໃນ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ຂອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ລົງທຶນ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ການສຶກສາ ​ແລະ ໃຫ້ຄວາມສຳຄັນກັບການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ເພື່ອ​ຮັບປະກັນ​ຄວາມ​ຕ້ອງການ​ທັງສອງໃນ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດທີ່​ທັງ “ໄວ” ​ແລະ “ຍືນ​ຍົງ”.

ທີສີ່, ສືບຕໍ່ເສີມຂະຫຍາຍປະຊາທິປະໄຕ, ປັບປຸງຍົກສູງຄຸນນະພາບການບໍລິການສາທາລະນະ.

ເນື່ອງຈາກປະຊາທິປະໄຕເປັນທັງແຮງຜັກດັນການພັດທະນາ ແລະ ເປັນເງື່ອນໄຂແຫ່ງຄວາມສຸກ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຈຶ່ງໄດ້ເພີ່ມເນື້ອໃນໃໝ່ທີ່ສຳຄັນຄື “ປະຊາຊົນຊົມໃຊ້”, ເພື່ອໃຫ້ເກີດຫຼັກນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”(16). ການເຊີດຊູປັດໄຈ “ປະຊາຊົນຊົມໃຊ້” ຈະ​ປະກອບສ່ວນ “​ປົດ​ປ່ອຍ” ຊັບພະຍາກອນອັນບໍ່ມີທີ່​ສິ້ນ​ສຸດ​ໃນໝູ່​ປະຊາຊົນ, ຊຸກຍູ້​ການ​ພັດທະນາ​ປະ​ເທດຢ່າງ​ແຂງ​ແຮງ​ ​ເພື່ອ​ໃຫ້​ປະຊາຊົນ​ໄດ້ຊົມໃຊ້ຜົນປະໂຫຍດ ​ແລະ ມີສ່ວນຮ່ວມຕໍ່ໄປ.

ຄວາມສຸກຂອງປະຊາຊົນລວມເຖິງຄວາມເພິ່ງພໍໃຈຕໍ່ລະບອບການປົກຄອງສະເໝີ, ໂດຍສະເພາະ ຄຸນນະພາບຂອງການບໍລິການສາລະນະ. ດັ່ງນັ້ນ ຈຶ່ງຈຳເປັນຕ້ອງເອົາໃຈໃສ່ເຖິງການປັບປຸງຍົກສູງຄຸນນະພາບການປົກຄອງບໍລິຫານປະເທດ, ພະ​ຍາ​ຍາມ​ໃນ​ການ​ທໍາ​ຄວາມ​ສະ​ອາດ​ສໍາ​ນັກ​ງານ​ສາ​ທາ​ລະ​ນະ​ ແລະ​ປັບ​ປຸງ​ຈັນ​ຍາ​ບັນ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​. ການສ້າງລັດຖະບານເອເລັກໂຕຣນິກ ເພື່ອປັບປຸງຍົກສູງຄວາມໂປ່ງໃສຂອງ​ການ​ບໍລິຫານ​ລັດຖະການ ແລະ ຫຼີກ​ລ່ຽງບໍ່ໃຫ້ປະຊາຊົນ​ມີ​ຄວາມ​ຮູ້​ສຶກ​ທາງ​ລົບ... ກໍ່​ແມ່ນ​ວຽກ​ງານ​ອັນ​ຮີບ​ດ່ວນ.

ທີຫ້າ, ຍູ້ແຮງການປະຕິບັດຄວາມກ້າວໜ້າ ແລະຄວມຍຸຕິທຳທາງສັງຄົມ, ຮັບປະກັນຄວາມໝັ້ນຄົງຂອງມະນຸດ ແລະ ຄວາມປອດໄພທາງສັງຄົມ.

ຄວາມອະຍຸຕິທຳແມ່ນບໍ່ເກີດຂອງຄວາມຂັດແຍ້ງທາງສັງຄົມ, ສ້າງໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງປະເທດ. ໃນພາລະກິດການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມມີຄວາມຮັບຮູ້ນັບ​ມື້​ນັບຈະແຈ້ງ ກ່ຽວກັບ​ສາຍ​ພົວພັນ​ອັນ​ໃກ້​ຊິດ ​ລະຫວ່າງ​​ເປົ້າ​ໝາຍການ​ເຕີບ​ໂຕທາງເສດຖະກິດ ​ແລະ ຄວາມ​ກ້າວໜ້າ​ແລະຄວາມ​ຍຸຕິ​ທຳທາງ​ສັງຄົມ. ຄວາມຮຽກຮ້ອງຕ້ອງການທີ່ວາງອອກມາຄື ລັດ​ມີ​ບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ​ ໃນ​ການ​ຄວບ​ຄຸມ​ການ​ແບ່ງຊັ້ນ​ທາງສັງຄົມ, ສືບ​ຕໍ່​ປະຕິບັດ​ຍຸດ​ທະ​ສາດ “ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ” ​ແບບ​ຍືນ​ຍົງ, ປະຕິ​ຮູບ​ຄ່າ​ແຮງ​ງານ ​ແລະ  ​ເພີ່ມລະດັບ​ການ​ຊ່ວຍ​ເຫຼືອທາງ​ສັງຄົມ​ໃຫ້​ແກ່​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕານ​ນະ​ໂຍບາຍ...

ບັນຫາ ຄວາມໝັ້ນຄົງຂອງມະນຸດ ຈຳເປັນຕ້ອງໄດ້ຮັບຄວາມເອົາໃຈໃສ່, ເພາະຄົນເຮົາບໍ່ອາດມີຄວາມສຸກໄດ້ ຖ້າຮູ້ສຶກບໍ່ໝັ້ນຄົງຢູ່ສະເໝີ ເນື່ອງຈາກຄວາມຊົ່ວຮ້າຍທາງສັງຄົມ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ຄວາມບໍ່ໝັ້ນຄົງດ້ານການຈະລາຈອນ ຫຼືຄວາມສ່ຽງຈາກການລະບາດຂອງພະຍາດ ແລະ ໄພທຳມະຊາດທີ່ຊຸ່ມຊ້ອນຢູ່... ​ໂລກ​ພວມ​ປະ​ເຊີນ​​ກັບ​ປະກົດ​ການ​ໃໝ່​ທີ່​ເອີ້ນ​ວ່າ “ຜູ້ລີ້ໄພຈາກສະພາບພູມິ​ອາກາດ” ​ແລະ ຫວຽດນາມ ​ແມ່ນ​ປະ​ເທດທີ່ໄດ້ຮັບຜົນ​ກະທົບ​ຢ່າງ​ໜັກ​ ຈາກ​ການ​ປ່ຽນ​ແປງສະພາບພູມິ​ອາກາດ, ດັ່ງ​ນັ້ນ ລັດຈຶ່ງ​ຕ້ອງ​ມີ​ແຜນການ ​ແລະ ​ແຫຼ່ງກຳລັງ​ ເພື່ອ​ຕອບ​ສະໜອງ​ຢ່າງ​ມີ​ປະສິດທິ​ຜົນ. ສິ່ງເຫຼົ່ານີ້ແມ່ນບັນຫາໃຫຍ່ທີ່ປະຊາຊົນບໍ່ສາມາດແກ້ໄຂໄດ້ດ້ວຍຕົນເອງ ແລະ ລັດຈະຕ້ອງດຳເນີນການຮັບຜິດຊອບໃນການປົກປ້ອງພົນລະເມືອງຂອງຕົນ ດ້ວຍຈິດວິນຍານແຫ່ງ “ການຮັກສາຄວາມໝັ້ນຄົງຂອງປະຊາຊົນ, ການປົກຄອງປະເທດ”. 

ເມື່ອ​ບັນດາຊັ້ນປະຊາກອນ, ບັນດາກຸ່ມ​ສັງຄົມ​ ມີສະພາບ​ການ​ເປັນ​ຢູ່​ທີ່​ແຕກ​ຕ່າງ​ກັນ, ​ເພື່ອ​ປະຕິບັດ​ຄຳ​ຂວັນ “ບໍ່​ປະ​ຜູ້ໃດ​ໄວ້ຂ້າງ​ຫຼັງ” ​ແລະ ປະຊາຊົນ​ທຸກ​ຄົນ​ສາມາດຊົມໃຊ້​ໝາກ​ຜົນ​ຂອງ​ການ​ປ່ຽນແປງໃໝ່, ລັດຈະ​ຕ້ອງ​ສ້າງ​ລະບົບ​ປະກັນ​ສັງຄົມ ແບບ​ຫຼາຍ​ຊັ້ນ ເພື່ອຊ່ວຍໃຫ້ປະຊາຊົນ​ຫຼຸດຄວາມ​ສ່ຽງ ແລະ ແບ່ງປັນ ຊ່ວຍເຫຼືອເຊິ່ງກັນແລະກັນ; ຕ້ອງມີນະໂຍບາຍ​ທີ່​ແທດ​ຈິງ​ກວ່າອີກ ​ເພື່ອປັບປຸງ​ສຸຂະ​ພາບ​ແລະຮູບຮ່າງ ຂອງ​ຊາວ​ຫວຽດນາມ; ລະ​ບົບສາທາລະນະສຸກ​ຂອງ​ຫວຽດ​ນາມຍາມ​ໃດ​ກໍ​ຕ້ອງ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ຮັບ​ໃຊ້​ປະ​ຊາ​ຊົນ./.

------------------------

(1) ກ.ມາກ ແລະ ຟ.ອັງແກນ: ນິພົນຄົບຊູດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 1994, ເຫຼັ້ມ 40, ໜ້າ 18.

(2) ໂຮ່ຈີມິນ: ນິພົນຄົບຊຸດສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 1, ໜ້າ 109.

(3) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 602.

(4) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 292

(5) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 610

(6) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 438

(7) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 21

(8) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 311

(9) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 663

(10) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 66

(11) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 176

(12) ໂຮ່ຈີມິນ: ນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 191

(13) ເອກະສານພັກຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 49, ໜ້າ 764.

(14) ເອກະສານພັກຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2007, ເຫຼັ້ມ 54, ໜ້າ 142.

(15) ຫງວຽນຝູຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 159.

(16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 2, ໜ້າ 249.

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1036 (ເດືອນເມສາ 2024)