ວກ. - ການກໍ່ສ້າງ​ກອງທັບທີ່ຊຳນານການຮົບ ກະທັດລັດ ​ເຂັ້ມ​ແຂງ ກ້າວ​​ສູ່​ຄວາມ​ທັນ​ສະ​ໄໝ ​ແມ່ນ​ແຜນ​ນະ​​ໂຍບາຍ​ໃຫຍ່, ສະ​ແດງ​ໃຫ້​ເຫັນ​ເຖິງ​ວິ​ໄສ​ທັດ​ ແລະ​ຈິນຕະນາການ​ຍຸດ​ທະ​ສາດ ​ຂອງ​ພັກ​ແລະລັດ​ຫວຽດນາມ ກ່ຽວ​ກັບ​ພາລະກິດ​ການສ້າງສາ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ, ຮັບປະກັນ​ໃຫ້​ກອງທັບສາມາດ​ປະຕິບັດ​ສຳ​ເລັດ​ ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ ໃນ​ສະພາບ​ການ​ໃໝ່.

ສະຫາຍ ຫງວຽນ ຊວັນຝຸກ, ກຳມະການກົມການເມືອງສູນກາງພັກ, ປະທານທະເທດ ເຂົ້າຮ່ວມພິທີອອກເດີນທາງ ຂອງກອງກຳລັງທີ່ເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບ ຂອງສະຫະປະຊາຊາດ _ພາບ: TTXVN

ໃນເວລາທີ່ມີຊີວິດຢູ່, ປະທານ ໂຮ່ຈີມິນ ເຄີຍຊີ້ແຈງວ່າ: “ພວກ​ເຮົາ​ຕ້ອງ​ອອກ​ແຮງ​ກໍ່ສ້າງ​ກອງທັບ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ກອງທັບ​ປະຊາຊົນ​ທີ່​ເຂັ້ມ​ແຂງ​ແຮງ​ກ້າ, ເປັນ​ກອງທັບ​ປະຕິວັດ​ທີ່​ກ້າວ​ໄປ​ສູ່​ຄວາມ​ເປັນ​ແບບ​ຫຼວງ ​ແລະ ທັນ​ສະ​ໄໝ, ​ເພື່ອ​ຮັກສາ​ສັນຕິພາບ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”(1). ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຢືນຢັນ: “ກໍ່ສ້າງ​ກອງທັບ​ປະ​ປະຊາຊົນ, ຕຳຫຼວດປະຊາຊົນທີ່ປະຕິວັດ, ​ເປັນ​ແບບ​ຫຼວງ, ຊຳນານ​ການ​ຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ບາງ​​ເຫຼົ່າທັບ ​ເຫຼົ່າ​ທະຫານ ກອງ​ກຳລັງຈະກ້າວ​​ສູ່ຄວາມ​ທັນ​ສະ​ໄໝ​ໂດຍ​ກົງ. ຮອດ​ປີ 2025, ໂດຍ​ພື້ນຖານ​ແລ້ວ ກໍ່ສ້າງ​ກອງທັບປະຊາຊົນ​, ຕຳຫຼວດ​ປະຊາຊົນ ໃຫ້ມີ​ຄວາມຊຳນານການຮົບ ກະທັດລັດ ​ເຂັ້ມ​ແຂງ, ສ້າງ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ໝັ້ນຄົງ, ສູ້​ຊົນ​ເພື່ອ​ຮອດ​ປີ 2030 ກໍ່ສ້າງກອງທັບ​ປະຊາຊົນ​, ຕຳຫຼວດ​ປະຊາຊົນ ທີ່​ປະຕິວັດ, ​ເປັນ​ແບບ​ຫຼວງ, ຊຳນານ​ການຮົບ ​ແລະ ທັນ​ສະ​ໄໝ”(2)

​ເພື່ອ​ສ້າງກອງທັບທີ່​ທັນ​ສະ​ໄໝ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຂະ​ແໜງອຸດສາຫະກໍາປ້ອງ​ກັນປະເທດ​ໄດ້​ຮັບ​ການ​ພັດທະນາ​ເທື່ອ​ລະ​ກ້າວ ຕາມ​ທິດທາງ​ທັນ​ສະ​ໄໝແລະນໍາ​​ໃຊ້​ໄດ້​​ໃນສອງ​ດ້ານ, ຕອບສະໜອງຄວາມ​ຕ້ອງການ​ດ້ານ​ອາວຸດ​ແລະ​ອຸປະກອນ​ເຕັກ​ນິກສ່ວນ​ໜຶ່ງ​ ໃຫ້ກອງກຳລັງ​ປະກອບ​ອາວຸດ ​ແລະ ປະກອບສ່ວນອັນ​ຕັ້ງໜ້າ​ ເຂົ້າ​ໃນພາລະກິດ​ການຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ. ​ໃນ​ນັ້ນ, ຄົ້ນຄວ້າ, ອອກ​ແບບ, ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ການປະດິດ ​ແລະ ຜະລິດອາວຸດ​ຍຸດ​ທະ​ສາດທີ່ຈຳ​ເປັນ ສຳລັບ​ການ​ປ້ອງ​ກັນ​ປະ​ເທດ; ​ຄ່ອຍໆ​ຮັບ​ປະ​ກັນມີ​ປະ​ລິ​ມານ​ພຽງ​ພໍ, ຍົກ​ສູງ​ຄຸນ​ນະ​ພາບ, ສະ​ໜອງ​ອາ​ວຸດແລະອຸ​ປະ​ກອນ​​ເຕັກນິກ​ຢ່າງ​ທັນ​ການ​ ໃຫ້​ບັນ​ດາກົມ​ກອງ​ທີ່​​ເຮັດ​ໜ້າ​ທີ່​ຝຶກ​ອົບ​ຮົມ, ກຽມພ້ອມ​ສູ້​ຮົບປົກ​ປັກ​ຮັກ​ສາ​ທະ​ເລ​ແລະ​ເກາະ,... ຜົນງານ​ເຫຼົ່າ​ນີ້​ແມ່ນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່ສຳຄັນ​ທີ່​ສຸດ​ ເພື່ອສືບ​ຕໍ່​ຍູ້​ແຮງການ​ກໍ່ສ້າງ​ກອງທັບທີ່​ປະຕິວັດ ​ເປັນ​​ແບບ​ຫຼວງ ຊຳນານ​ໃນ​ການ​ຮົບ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ໃຫ້​ບຸລິມະສິດ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ບາງ​ເຫຼົ່າທັບ ​ເຫຼົ່າ​ທະຫານ ກອງ​ກຳລັງ; ພ້ອມ​ກັນ​ນັ້ນ, ສ້າງ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ໝັ້ນຄົງ​ ເພື່ອ​ສູ້​ຊົນຮອດ​ປີ 2030 ສ້າງ​ກອງທັບ​ປະຊາຊົນ​ທີ່​ທັນ​ສະ​ໄໝ, ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ສະພາບ​ການ​ໃໝ່.

​ໃນ​ຊຸມ​ປີ​​ຂ້າງ​ໜ້າ, ຄາດວ່າ​ ສະພາບ​ການ​ຂອງ​ໂລກ​ແລະພາກ​ພື້ນ, ທ່າອ່ຽງສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ ​ຍັງ​ຄົງ​ເປັນ​ກະ​ແສ​ຫຼັກ, ​ແຕ່​ສະພາບ​ການຍັງ​ມີ​ການ​ຜັນຜວນທີ່ສັບສົນ. ການ​ແຂ່ງຂັນ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ການ​ປະ​ທະ​ກັນ​ໃນ​ທ້ອງ​ຖິ່ນ, ຂໍ້​ພິພາດກ່ຽວ​ກັບ​ອະທິປະ​ໄຕ​ໃນ​ດິນ​ແດນ, ​ໂດຍ​ສະ​ເພາະ ຂໍ້​ພິພາດກ່ຽວ​ກັບ​ອະທິປະ​ໄຕ​ໃນ​ທະ​ເລ​ແລະ​ເກາະ,... ມີຄວາມ​ສັບສົນ​ແລະ​ຮຸນ​ແຮງຫຼາຍຂຶ້ນ. ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີສີ່​ ເຮັດ​ໃຫ້​​ເກີດມີ​ອາ​ວຸດ​ໃໝ່​ຫຼາຍຊະນິດ; ພ້ອມ​ກັນ​ນັ້ນ, ສົງຄາມ​ໂດຍ​ໃຊ້​ອາວຸດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ສົງຄາມ​ແບບບໍ່ສຳຜັດ ກໍ​ເກີດ​ຂຶ້ນ​ນັບ​ມື້​ນັບ​ຫຼາຍ. ບັນດາ​ບັນຫາ​ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ​ ຄວາມ​ປອດ​ໄພ​ເຄືອ​ຂ່າຍ​, ການ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳຂ້າມ​ຊາດ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ,... ນັບ​ມື້​ນັບ​ສັບສົນ.

ສຳລັບ​ຫວຽດນາມ, ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ກຳລັງ​ຊ້ອນ​ແຝງ ຖານະ​ບົດບາດ ​ແລະ ກຽດ​ຊື່​ສຽງ​ສາກົນ​ຂອງ​ຫວຽດນາມ​ ໄດ້​ຮັກ​ບການ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ້າງ​ເງື່ອ​ນໄຂ​ເບື້ອງ​ຕົ້ນທີ່ສຳຄັນ ​ເພື່ອພັດທະນາ​ປະ​ເທດ​ຢ່າງ​ແຂງ​ແຮງ​ແລະ​ຍືນ​ຍົງ​ໃນ​ໄລຍະ​ຕໍ່​ໄປ. ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ​ກໍ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍ​ປະການ. ບັນດາ​ກຳລັງສັດຕູ ປະຕິ​ການ ​ແລະ​ພາກສ່ວນສວຍ​ໂອກ​າດທາງ​ການ​ເມືອງ​ ພວມ​ເພີ່​ມທະວີ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ພັກ ລັດ ​ແລະ ກອງທັບຂອງ​ພວກ​ເຮົາ ດ້ວຍ​ຍຸດ​ທະ​ສາດ “ຜັນ​ປ່ຽນ​ໂດຍ​ສັນຕິ”, ຊຸກຍູ້ “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ”, ​ເຮັດ​ໃຫ້​ກອງທັບ “ບໍ່​ກ່ຽວຂ້ອງ​ກັບ​ການ​ເມືອງ”,... ດ້ວຍ​ກົນອຸບາຍ​ແລະ​ເລ່ຫຼ່ຽມທີ່​​ເລິກ​ແລບ​ແນ​ບນຽນ, ໂຫດຮ້າຍ, ຍາກທີ່ຈະລະບຸ. ສະຖານະ​ການຂ້າງ​ເທິງ​ນີ້​ ໄດ້​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ, ຂໍ້​ກຳນົດ​ໃໝ່​ທີ່​ສູງຫຼາຍ ສຳລັບ​ພາລະກິດ​ການ​ກໍ່ສ້າງ​ກອງທັບ, ປັບປຸງ​ການ​ປ້ອງ​ກັນປະ​ເທ​ດ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ເພື່ອກໍ່ສ້າງ​ກອງທັບ​ປະຊາຊົນ​ທີ່ຊຳນານ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ ກ້າວ​ສູ່​ຄວາມ​ທັນ​ສະ​ໄໝນັ້ນ ​ຈຳ​ເປັນ​ຕ້ອງຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ປະຕິບັດ​ບັນ​ດານ​ເນື້ອ​ໃນ​ຕໍ່​ໄປ​ນີ້​ຢ່າງ​ມີ​ປະສິດທິ​ຜົນ:

ທີ​ໜຶ່ງ, ຊາບຊຶມ​ແລະ​ປະຕິບັດຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິ​ຜົນ ມະຕິກອງປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ, ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ມະຕິ​ຂອງ​ຄະນະ​ພັກການ​ທະຫານ​ສູງ​ກາງ ກ່ຽວ​ກັບ​ການ​ກໍ່ສ້າງ​ກອງທັບ​ໃຫ້​ມີຄວາມຊຳນານ​​ໃນການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ.

ນີ້​ແມ່ນ​ເນື້ອ​ໃນ​ທີ່ກວມ​ລວມ, ຊີ້​ນຳ​ຕະຫຼອດ​ທັງ​ໝົດ ​ແລະ ມີ​ຄວາມ​ໝາຍ​ຕັດ​ສິນ​ຊີ້​ຂາດ​ຕໍ່​ການປະຕິບັດ​ເປົ້າ​ໝາຍກໍ່ສ້າງ​ກອງທັບ​ທີ່ຊຳນານ​​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ ກ້າ​ວສູ່​ຄວາມທັນ​ສະ​ໄໝ, ຮັບປະກັນ​ໃຫ້​ກອງ​ທັບ​ມີ​ຄຸນ​ນະພາ​ບສັງ​ລວມດີ, ມີ​ກຳລັງ​ແຮງ​ສູ້​ຮົບນັບ​ມື້​ນັບ​ສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ ​ແລະ ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ເພື່ອ​ເຮັດ​ສິ່ງນີ້ໄດ້ດີ, ກ່ອນ​ອື່ນ​ໝົດ, ຕ້ອງ​ສຸມ​ໃສ່​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງມະຕິ​ເລກທີ 05-NQ/TW, ລົງ​ວັນ​ທີ 17 ມັງກອນ 2022 ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ວ່າ​ດ້ວຍ​ການຈັດ​ຕັ້ງກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ໄລຍະປີ 2021-2030 ​ແລະ​ໃນ​ຊຸມ​ປີ​ຕໍ່​ໄປ; ມະຕິ​ເລກທີ 230-NQ/QUTW, ລົງ​ວັນ​ທີ 2 ​ເມສາ 2022, ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ວ່າ​ດ້ວຍ​ການ​ນຳພາປະຕິບັດ​ການຈັດ​ຕັ້ງກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ໄລຍະປີ 2021-2030 ​ແລະ​ໃນ​ຊຸມ​ປີ​ຕໍ່​ໄປ,... ບົນ​ພື້ນຖານ​ນັ້ນ, ອົງການ​ທີ່​ກ່ຽວຂ້ອງ​ທຸກ​ຂັ້ນ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ແຜນການສັງ​ລວມ, ວິ​ທີ​ດຳ​ເນີນ​ການ​ທີ່​ເຄັ່ງ​ຄັດ​ ​ວິ​ທະ​ຍາ​ສາດ, ດ້ວຍ​ເສັ້ນ​ທາງ​ແລະ​ຂັ້ນ​ຕອນ​ສະ​ເພາະ, ປັບເພີ່ມ​ຫຼື​ຫຼຸດ​ການ​ຈັດອົງການ​ແລະ​ຈໍາ​ນວນ​ຂອງ​ແຕ່​ລະກຸ່ມ ​ໃຫ້ສອດ​ຄ່ອງ​ກັບ​​ແນວທາງການ​ປ້ອງ​ກັນ​ປະ​ເທດ​​ທົ່ວ​ປວງ​ຊົນ​ ແລະ​ສົງຄາມ​ປດຊາ​ຊົນ, ຄວາມ​ສາມາດໃນການຮັບປະກັນ​ອາວຸດຍຸດ​ໂທ​ປະກອນ, ຮັກສາ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​​ຂອງ​ກອງທັບ, ສິນລະ​ປະການ​ທະຫານ​ຫວຽດນາມ. ກໍ່ສ້າງ​ແລະປັບປຸງການຈັດ​ຕັ້ງ​ກອງທັບຕາມ​ທິດທາງຊຳນານ​ການ​ຮົບ ກະທັດ​ລັດ ​ແລະ​ ເຂັ້ມ​ແຂງ, ມີ​ໂຄງ​ສ້າງ​ທີ່​ຄົບ​ຊຸດ, ​ເໝາະ​ສົມ​ລະຫວ່າງ​ບັນດາ​ພາກສ່ວນ, ກຳລັງ; ຫຼຸດຜ່ອນຕົວກາງແລະໜ່ວຍບໍລິການ ຮັບປະກັນ. ສືບ​ຕໍ່​ຈັດ​ຕັ້ງ​ໜ່ວຍ​​ສຳ​ຮອງ​ຍຸດ​ທະ​ສາດ​ຈຳ​ນວນ​ໜຶ່ງ ​ຕາມ​ຄວາມ​ຕັດສິນ​ໃຈ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງຄົມ​ນິຍົມ. ກໍ່ສ້າງກອງ​ກຳລັງ​ສຳຮອງ​ໃຫ້​ເຂັ້ມ​ແຂງ, ກອງກຳລັງ​ທະຫານລາດປ້ອງ​ກັນ​ຕົວທີ່​ໝັ້ນຄົງເຂັ້ມ​ແຂງ​ແລະທົ່ວ​ເຖິງ, ຮັບປະກັນ​ໃຫ້​ກອງທັບ​ມີ​ຄວາມ​ສາມາດ​ພໍ​ທີ່​ຈະ​ເປັນ​ຫຼັກ​ແຫຼ່ງ​ໃນ​ການພ້ອມ​ກັບ​ທົ່ວ​ປວງ​ຊົນ ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ສຳ​ເລັດ​ຜົນ​ໃນ​ທຸກ​ສະຖານະ​ການ.   

ຈັດ​ຕັ້ງ​ໃຫ້​ພາກສ່ວນ​ທີ່​ກ່ຽວ​ຕ່າງໆ​ ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ, ມະຕິ​ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ​ແຜນການ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການດັດ​ປັບ​ການຈັດ​ຕັ້ງ​ກຳລັງ, ຮັບປະກັນ​ຄວາມ​ເຂັ້ມ​ງວດ, ຖືກ​ຕາມ​ກົດລະບຽບ​, ສອດຄ່ອງກັບຄວາມຕ້ອງການແລະໜ້າ​ທີ່ໃນແຕ່ລະຂັ້ນ. ​ເສີມຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງບັນດາ​ອົງການ​ແລະ​ກົມ​ກອງ​ໃນ​ກອງທັບ ​ແລະ ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ​ເປັນ​ເອກະ​ພາບ​ໃນ​ການ​ຮັບ​ຮູ້​ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງຄະນະ​ພັກ, ຜູ້​ບັນຊາ​ການ​ອົງການ ກົມ​ກອງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ສຳ​ເລັດຕາມ​ເປົ້າ​ໝາຍການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ທີ່​ປະຕິວັດ ​ເປັນ​ແບບ​ຫຼວງ ຊຳນາມ​​ການ​ຮົບ ​ແລະ​ ກ້າວ​ສູ່ຄວາມ​ທັນ​ສະ​ໄໝ, ຈົງ​ຮັກ​ພັກດີ​ຕໍ່​ພັກ ປະ​ເທດ​ຊາດແລະ​ປະຊາຊົນ ໂດຍ​ເດັດຂາດ, ມີກຳລັງ​ແຮງ​ສັງ​ລວມ​ແລະກຳລັງ​ແຮງ​ສູ້​ຮົບ​ທີ່ນັບ​ມື້​ນັບ​ສູງ, ​ເປັນກອງກຳລັງ​ຫຼັກ​ແຫຼ່ງທີ່​ແທ້​ຈິງ ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ​ໃນ​ທຸກ​ສະຖານະ​ການ.

ຂະ​ບວນການ​ດັດ​ປັບການຈັກຕັ້ງ​ຂອງ​ກອງທັບ​ຕ້ອງ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາຢ່າງ​ເດັດ​ຂາດ ​ໂດຍ​ກົງ​ໃນ​ທຸກ​ດ້ານຂອງ​ພັກ, ​ເຊິ່ງ​ໂດຍ​ກົງ​ແລະ​ເປັນ​ປະຈຳ​ແມ່ນ​ການ​ນຳພາ​ຂອງກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ການ​ຄຸ້ມ​ຄອງ​ລວມສູນ ​ເປັນ​ເອກະ​ພາບ​ຂອງ​ລັດ; ການນຳພາ ຊີ້ນຳຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ​ຜູ້​ບັນຊາ​ການ​ທຸກ​ລະດັບ. ມາດ​ຕະການ​ປະຕິບັດ​ຕ້ອງ​ຮອບດ້ານ ຄົບ​ຊຸດ ສອດຄ່ອງ​ກັບຄວາມເປັນຈິງ; ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ວຽກ​ງານ​ແນວ​ຄິດ​ກັບວຽກ​ງານ​ຈັດ​ຕັ້ງ ​ແລະວຽກ​ງານ​ນະ​ໂຍບາຍ, ບໍ່​ເຮັດ​ຢ່າງ​ອັດຕະວິ​ໄສ, ຮ້ອນຮົນ, ດ້ານ​ດຽວ​ງ່າຍດາຍ ຫຼື​ແບບຄຳ​ສັ່ງ​ບໍລິຫານ​ໂດຍ​ເດັດຂາດ.

ທີ​ສອງ, ຍຶດໝັ້ນ​ຫຼັກການ​ກໍ່ສ້າງ​ກອງທັບທີ່​ເຂັ້ມ​ແຂງ​ດ້ານ​​ການ​ເມືອງ.

ນີ້​ແມ່ນບັນຫາ​ພື້ນຖານ, ​ຫຼັກການທີ່​ບໍ່​ຂະຫຍັບ​ບໍ່ປ່ຽນ​ແປງ ທີ່​ສອດ​ຫ້ອຍ​ຕະຫຼອດ​ຂະ​ບວນການ​ກໍ່ສ້າງ ສູ້​ຮົບ ​ແລະ ​ເຕີບ​ໃຫຍ່​ຂອງ​ກອງທັບ​ປະຊາຊົນ, ​ເພື່ອ​ຕັ້ງ​ໝັ້ນ​ແລະ​​ເພີ່ມ​ທະວີ​ທາດ​ແທ້​ຊົນ​ຊັ້ນກຳມະກອນ, ​ເປົ້າ​ໝາຍ, ອຸດົມ​ການ​ສູ້​ຮົບ​ຂອງ​ພັກ​ຂອງ​ພວກ​ເຮົາ;​ແມ່ນ​ປັດ​ໄຈ​ຕັດສິນ​ສຳລັບ​ຄວາມສໍາ​ເລັດ​ທຸກ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ຫມາຍ. ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ​ຍຶດໝັ້ນ​ແນວ​ຄິດ​ໂຮ່ຈີ​ມິນ​ ກ່ຽວ​ກັບການ​ກໍ່ສ້າງ​ກອງທັບ​ປະຊາຊົນ; ຕາມ​ນັ້ນ, ການ​ກໍ່ສ້າງ​ກອງທັບ​ຕ້ອງ​ຮອບດ້ານ, ກວມ​ເອົາ​ທຸກ​ຂົງ​ເຂດ​ການ​ທະຫານ, ການ​ເມືອງ, ການ​ຂົນ​ສົ່ງ, ເຕັກນິກ ​ແລະ ທຸກ​ໜ້າ​ທີ່​ການ​ສູ້​ຮົບ, ການ​ກະ​ກຽມ​ສູ້​ຮົບ, ການ​ຝືກອົບຮົມ, ການ​ອອກ​ແຮງ​ງານທຳ​ການ​ຜະລິດ ​ແລະ ປະຕິບັດ​ງານ. ​ໃນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງກາສ້າງ​ກອງ​ທັບ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ເມືອງ, ​ເພາະວ່າ “ກອງທັບ​ທີ່​ບໍ່​ມີ​ການ​ເມືອງ​ກໍ​ຄື​ກັບ​ຕົ້ນ​ໄມ້​ທີ່​ບໍ່​ມີ​ຮາກ, ບໍ່​ມີ​ປະໂຫຍດ​ແລະ​ເປັນ​ອັນຕະລາຍ”(3).

ການ​ກໍ່ສ້າງ​ກອງທັບທີ່ຊຳນາມ​ການ​ຮົບ ກະທັດ​ລັດ ​ແລະ​ເຂັ້ມ​ແຂງ​ນັ້ນ ຕ້ອງ​ຮັບປະກັນ​ຄວາມ​ກະທັດ​ລັດ​ທາງ​ດ້ານ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບທຸກ​ດ້ານ, ຍຶດໝັ້ນ​ແລະ​ເພີ່ມ​ທະວີ​ການ​ນຳພາ​​ເດັດຂາດ ​ໂດຍ​ກົງ​​ໃນ​ທຸກ​ດ້ານຂອງ​ພັກ​ຕໍ່​ກອງທັບ. ​ເອົາ​ໃຈ​ໃສ່​ກໍ່ສ້າງ​ຄະນະ​ພັກກອງທັບ​ທີ່​ປອດ​ໃສ ​ເຂັ້ມ​ແຂງ ​​ແລະ ​​ໂດດເດັ່ນທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ການຈັດ​ຕັ້ງ​ແລະ​ພະນັກງານ. ຍົກ​ສູງ​ຄວາມ​ສາມາດນຳພາ, ກຳລັງ​ແຮງ​ສູຸ້ຮົບ​ຂອງບັນດາ​ຄະນະ​ພັກ ອົງການ​ຈັດ​ຕັ້ງ​ພັກ, ຄວາມ​ເປັນ​ແບບຢ່າງ ນຳໜ້າ​ຂອງພະນັກງານ​ແລະ​ສະມາຊິກ​ພັກ​ໃນ​ທົ່ວ​ກອງທັບ. ຄະນະ​ພັກ, ຜູ້​ບັນຊາ​ການ​ທຸກ​ລະດັບ​ຕ້ອງ​ສືບ​ຕໍ່ປ່ຽນ​ແປງ​ໃໝ່​ ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ອົບຮົມ​ສຶກສາ​ການ​ເມືອງ​ແລະກຳນົດທິດທາງຄວາມຄິດ, ​ເຮັດ​ໃຫ້​ນາຍທະຫານ​ແລະ​ທະ​ຫານ​ໝັ້ນ​ຄົງ​ ​ແນ່​ວ​ແນ່​ໃນ​ຫຼັກ​ໝັ້ນ, ເປົ້າ​ໝາຍ, ອຸດົມ​ຄະ​ຕິ​ຂອງ​ຕົນ, ​ຮັບ​ຮູ້ສະຖານະ​ການ​ໜ້າ​ທີ່​ຢ່າງ​ເລິກ​ເຊິ່ງ, ​ເຫັນ​ແຈ້ງ​ຄວາມ​ສະດວກ​ແລະ​ຄວາມ​ຫຍຸ້ງຍາກ, ກຳນົດ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ ​ແລະ ຕັດສິນ​ໃຈ​ເຮັດ​​ທຸກ​ວຽກ​ງານໃຫ້​ສຳ​ເລັດ​ຜົນ. ​ເອົາ​ໃຈ​ໃສ່​ເພິ່ມທະວີ​ການ​ອົບຮົມ​ສຶກສາ​ລັດທິ​ມາກ-​ເລ​ນິນ, ​ແນວຄິດ​ໂຮ່ຈີ​ມິນ, ​ແນວທາງ ທັດສະນະ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ຄວາມ​ດີ​ເດັ່ນ​ຂອງ​ລະບອບ​ສັງຄົມ​ນິຍົມ,... ຕັ້ງໜ້າ​ ແລະ​ເປັນ​ເຈົ້າການນໍາໜ້າ​ໃນ​ການຕໍ່ສູ້ປະຕິ​ເສດທັດສະນະທີ່ຜິດພາດແລະເປັນປະຕິປັກ, ປົກ​ປ້ອງ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ. ​ເດັດດ່ຽວ, ໝັ້ນ​ໜຽວ​ໃນ​ການ​ປະຕິບັດຢ່າງ​ເຂັ້ມ​ງວດ​ແລະ​ມີ​ປະສິດທິ​ຜົນ ບັນດາ​ແຜນ​ນະ​ໂຍບາຍ, ຂໍ້​ກຳນົດ​ຂອງສູນ​ກາງ​ພັກ, ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ກ່ຽວ​ກັບ​ການ​ກໍ່ສ້າງ ປັບປຸງ​ພັກ​​ແລະ​ລະບົບ​ການ​ເມືອງ, ກ່ຽວ​ກັບສິ່ງ​ທີ່​ສະມາຊິກ​ພັກ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ, ກ່ຽວ​ກັບ​ການ​ຍູ້​ແຮງ​ການຮ່ຳຮຽນ​ແລະ​​ເຮັດ​ຕາມ​ແນ​ວຄິດ ຄຸນ​ສົມບັດ ​ແລະ ​ແບບ​ແຜນ​ໂຮ່ຈີ​ມິນ. ​ເສີມ​ຂະຫຍາຍ​ຄຸນ​ທາດ “ທະຫານ​ຂອງ​ລຸງ​ໂຮ່”, ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານ​ລັດທິ​ອັດ​ຕະບຸກຄົນ​ໃນ​ສະພາບ​ການ​ໃໝ່, ດ້ວຍ​ບັນດາ​ຮູບ​ແບບ​ ແລະ ​ວິທີການດຳ​ເນີນ​ທີ່​ເໝາະ​ສົມ ປະ​ດິດສ້າງ.

ທີ​ສາມ, ກວດກາ​ແລະປັບປຸງ​ການຈັດ​ຕັ້ງ, ການ​ບັນຈຸພະນັກງານ ​ແລະ ​ອຸປະກອນ​ຂອງ​ແຕ່ລະອົງການ, ກົມ​ກອງ​ຢ່າງ​ເປັນ​ປະຈຳ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່.

ການຈັດ​ຕັ້ງ, ການ​ບັນຈຸພະນັກງານ, ​ອຸປະກອນ​ແມ່ນ​ບັນດາ​ປັດ​ໄຈ​ສຳຄັນທີ່​ປະກອບ​ເປັນ​ຄຸນ​ນະພາ​ບສັງ​ລວມ, ກຳລັງ​ແຮງ​ສູ້​ຮົບ​ຂອງ​ກອງທັບ. ​ ໃນ​ສະພາບ​ການ​ພັດທະນາ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນທີ່​ເລິກ​ເຊິ່ງຍິ່ງ​ຂຶ້ນ, ​​ຄວາມ​​ຕ້ອງການ​ແລະໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ 4 ສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ ລວມທັງ​ຂົງ​ເຂດການ​ປ້ອງ​ກັນປະ​ເທດ ຮັກສາ​ຄວາມໝັ້ນຄົງ​, ດັ່ງນັ້ນ ການ​ປັບປຸງ​ການຈັດ​ຕັ້ງ​ ແລະ​ການ​ບັນຈຸ​ພະນັກງານ​ຂອງ​ອົງການ ກົມ​ກອງ​ເວົ້າສະ​ເພາະ, ການ​ດັດ​ປັບການຈັດ​ຕັ້ງກຳລັງ​ຂອງ​ກອງທັບ​ເວົ້າ​ລວມ ​ແມ່ນ​ຄວາມ​ຕ້ອງການ​ພາວະ​ວິ​ໄສ​ແລະ​ຮີບ​ດ່ວນ, ປະກອບສ່ວນກໍ່ສ້າງ​ກອງທັບ​ທີ່ຊຳນານ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ ​ແລະ ທັນ​ສະ​ໄໝ.  

ບົນ​ຈິດ​ໃຈ​ນັ້ນ, ​ແຕ່​ລະ​ຂັ້ນ​ຄວນ​ເປັນ​ເຈົ້າ​ການ​​ກວດກາ ດັດ​ປັບ ​ແລະ ປັບປຸງ​ບູລະນະ​ການຈັດ​ຕັ້ງ, ການ​ບັນຈຸພະນັກງານ, ຮັບປະກັນ​ອຸປະກອນເໝາະ​ສົມ​ກັບ​ພາລະ​ບົດບາດ​ ໜ້າ​ທີ່, ອາວຸດ​ແລະ​ອຸ​ປະກອນ​ເຕັກນິກ​ທີ່​ມີ​ຢູ່ ​ແລະ ສິນລະ​ປະ​ການທະຫານ​ຂອງຫວຽດນາມ​ໃນສະພາບ​ການ​ໃໝ່.

ທີ​ສີ່, ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງທັດສະນະ “ຄົນ​ກ່ອນ, ປືນ​ຫຼັງ”, ​ເອົາ​ໃຈ​ໃສ່ ​ເບິ່ງ​ແຍງ​ຢ່າງ​ເປັນ​ປະ​ຈຳ​ເຖິງ ​ການສ້າງຊັບພະຍາກອນມະນຸດຄຸນນະພາບສູງ; ​ເຊື່ອມ​ໂຍງ​ການ​ກໍ່ສ້າງກອງທັບ​ທີ່ຊຳນາມ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ ກັບ​ການ​ປ່ຽນ​ແປງ​ໃໝ່ວຽກ​ງານ ການ​ສຶກສາ​ແລະຝຶກ​ອົບ​ຮົມ.

ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຂອດ​ກຸນ​ແຈ ບຸກທະລຸ​ ທີ່​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ, ຮັບປະກັນ​ໃຫ້​ກອງທັບມີ​ຄວາມຊຳນາມ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ, ກ້າວ​ສູ່​ຄວາມ​ທັນ​ສະ​ໄໝ, ປະຕິບັດ​ສໍາເລັດໜ້າ​ທີ່ທັງໝົດໄດ້ດີໃນເງື່ອນໄຂໃໝ່. ກຳລັງ​ແຮງ​ຂອງ​ກອງທັບ​ແມ່ນ​ຜົນ​ສັງ​ລວມຂອງ​ຫຼາຍ​ປັດ​ໄຈຄື: ຄົນ, ອາວຸດ, ອຸປະກອນ, ​ສິນລະ​ປະ​ການ​ສູ້​ຮົບ..., ​ໃນ​ນັ້ນ, ຄົນ​ເປັນປັດ​ໄຈຕັດສິນ. ດັ່ງ​ນັ້ນ, ການ​ກໍ່ສ້າງ​ປັດ​ໄຈ​ມະນຸດ ​ໂດຍ​ກົງ​ແມ່ນ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຖື​ເປັນ​ປັດ​ໄຈທີ່​ມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ ​ໃນ​ການກໍ່ສ້າງ​ກອງທັບ​ທີ່ຊຳນານ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ ​ແລະ ​ກ້າວ​ສູ່​ຄວາມ​ທັນ​ສະ​ໄໝ. ການ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ຕ້ອງ​ເອົາ​ໃຈ​ໃສ່​ທັງ​ດ້ານ​ປະລິມາ​ແລະ​ຄຸນ​ນະພາ​ບ ຕາມ​ຂັ້ນ​ຕອນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ອາວຸດ​ແລະ​ອຸປະກອນ​ເຕັກນິກຂອງ​ບັນດາ​ເຫຼົ່າທັບ, ​ເຫຼົ່າທະຫານ, ກອງ​ກຳລັງ​ທະຫານ. ຕ້ອງ​ມີ​ການ​ບຸກທະລຸ​ໃນ​ການ​ສຶກສາ​ຝຶກ​ອົບຮົມຖັນ​ແຖວ​ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ການ​ທະຫານ, ບັນດາ​ຜູ້​ຊ່ຽວຊານນຳ​ໜ້າ​ຂະ​ແໜງ​ການ, ຖັນ​ແຖວ​ຄູ​ອາຈານ​ຢູ່​ບັນດາ​ສະ​ຖາ​ບັນ, ​ໂຮງຮຽນ​ຂອງ​ກອງທັບ; ​ເອົາ​ໃຈ​ໃສ່​ພັດທະນາ​ພະນັກງານ​ການ​ທະຫານ​, ການ​ເມືອງ​ທີ່​ມີ​ຄຸນ​ນະພາ​ບສູງ; ສ້າງພະນັກງານ​ພະລາທິການ ​ເຕັກນິກ​ທີ່​ມີ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດດ້ານ​ວິຊາ​ສະ​ເພາະ​ເລິກ​ເຊິ່ງ, ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່. ບັນດາ​ອົງການ ໜ່ວຍ​ງານ​ຕ້ອງ​ມີ​ແຜ​ນຳ​ນົດ, ​ແຜນການ​ສ້າງຊັບພະຍາກອນມະນຸດ​ຄຸນນະພາ​ບສູງ ເພື່ອຮັບປະກັນຄວາມຕ້ອງການນໍາໃຊ້ໃນທັນທີແລະໄລຍະຍາວ; ພັດທະນາ​ມາດຖານ​ຊັບພະຍາກອນມະນຸດ ​​ເພື່ອເປັນ​ພື້ນຖານ​ໃນ​ການ​ກວດກາ, ຕີ​ລາຄາ, ອົບຮົມ​ສຶກສາ, ບຳລຸງ​ສ້າງ, ແຕ່ງ​ຕັ້ງ​ແລະ​ເລື່ອນ​ຊັ້ນ​ພະນັກງານ​ໃຫ້​ຖືກຕ້ອງ.

ພ້ອມ​ກັນ​ນັ້ນ, ຕ້ອງ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ ຝຶກ​ອົບຮົມຢູ່​ບັນດາ​ໂຮງຮຽນ​ຂອງ​ກອງທັບ, ສ້າງ​ແຫຼ່ງ​ພະນັກງານ​ທຸກ​ຂັ້ນ​ທີ່​ມີ​ຄຸນ​ນະ​ສົມ​ບັດປະຕິວັດ, ແນວ​ຄິດ, ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ຊີບ, ມີລະດັບຄວາມ​ສາມາດບັນຊາ​ການ, ​ບໍ​ລິ​ຫານ​ງານ,… ຕາມ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ. ກໍ່ສ້າງ​ໂຮງຮຽນ, ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ກອງທັບທີ່​ເກັ່ງ ກະທັດ​ລັດ ​ເຂັ້ມ​ແຂງ ທັນ​ສະ​ໄໝ; ​ເຊື່ອມ​ໂຍງ​ການ​ຝຶກ​ອົບຮົມ​ໃນ​ໂຮງຮຽນ​ ກັບ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ ບຳລຸງ​ສ້າງພະນັກງານ​ຢູ່​ໃນ​ກົມກອງ; ​ເຊື່ອມ​ໂຍງ​ໂຮງຮຽນ​ກັບ​ສະໜາມ​ຮົມ; ​ເຊື່ອມ​ໂຍງທິດ​ສະ​ດີ​ກັບ​ພຶດຕິ​ກຳ​ຕົວ​ຈິງ; ​ເຊື່ອມ​ໂຍງຄວາມ​ຮັບຜິດຊອບ​ຂອງ​ຄະນະ​ພັກ, ຂອງ​ຜູ້​ບັນຊາ​ການ ​ກັບຜົນງານ​ການ​ຝຶກ​ອົບຮົມ​ຂອງ​ກົມ​ກອງ. ​ໃນ​ນັ້ນ, ການ​ຈັດ​ຕັ້ງ​ການ​ຝຶກ​ອົບຮົມ​ຕ້ອງ​ແໜ້ນ​ແຟ້ນ, ​ໄຫວ​ພິບ, ຖືກຕ້ອງ​ຕາມ​ທິດນຳ, ທັດສະນະ, ຫຼັກການ, ການປະສົມປະສານ; ​ເອົາ​ໃຈ​ໃສ່ຖ່າຍທອດບົດຮຽນ​ປະສົບ​ການ​ຈິງ, ຍົກ​ສູງ​ຄວາມ​ສາມາດໃນ​ການ​ປະ​ຕິ​ບັດ, ​ເປັນ​ເຈົ້າ​ອາວຸດ ອຸປະກອນ ​ແລະ ອາວຸດ​ຍຸດ​ໂທ​ປະກອນ​ໃໝ່​ທີ່​ທັນ​ສະ​ໄໝ, ​ແຮງເຄື່ອນໄຫວແລະຄວາມສາມາດ​ໃນ​ການ​ສູ້ຮົບ​ ໃນ​ເງື່ອນ​ໄຂ​ໃໝ່ ​ໃຫ້​ແກ່​ທຸກ​ກອງ​ກຳລັງ; ຕັ້ງໜ້າ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ເຕັກ​ໂນ​ໂລ​ຊີການຈໍາ​ລອງ​, ອຸປະກອນ​ພາຫະນະ​ເຕັກນິກທີ່​ທັນ​ສະ​ໄໝ​ ໃນ​ການຝຶກ​ອົບຮົມ​ທະຫານ. ​ໃນ​ສະ​ເພາະ​ໜ້າ, ຕ້ອງ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກຊ້ອມ, ງານ​ບຸນ​ກິລາ ​ແລະ ການ​ແຂ່ງຂັນທາງ​ທະຫານ; ປະກາດ​ໃຊ້​ແລະ​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ ​ແລະ ບັນດາ​ແຜນ​ພັດທະນາ​ການ​ສຶກສາ ​ແລະ​ຝຶກ​ອົບຮົມ​ໃນ​ກອງທັບ ຕາມ​ທິດນຳ “ຄຸນ​ນະພາບການ​ຝຶກ​ອົບຮົມ​ຂອງ​ໂຮງຮຽນ ​ແມ່ນ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ​ຂອງ​ກົມ​ກອງ”, ປະກອບສ່ວນ​ກໍ່ສ້າງ​ກອງທັບ​ທີ່ຊຳນານ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່.

ທີ​ຫ້າ, ສຸມ​ໃສ່​ກໍ່ສ້າງ​ແລະ​ພັດທະນາ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ ຕອບ​ສະໜອງ​ຄວາມ​ຕ້ອງການປັບປຸງ​ອາວຸດ​ແລະ​ອຸປະກອນ​ທາງ​ເຕັກນິກ​ໃຫ້​ທັນ​ສະ​ໄໝ.

​ໃນ​ເວລາ​ສະ​ເພາະ​ໜ້າ, ຕ້ອງ​ສືບ​ຕໍ່​ການ​ກໍ່ສ້າງ​ແລະ​ພັດທະນາອຸດສາຫະກຳ​​ປ້ອງ​ກັນ​ປະ​ເທດ ຕາມ​ທິດ​ທາງ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ທັນ​ສະ​ໄໝ​ແລະ​ນຳໃຊ້​ໄດ້​ໃນ​ສອງດ້ານ, ກາຍ​ເປັນຫົວ​ຫອກ​ຂອງອຸດສາຫະກຳ​ແຫ່ງ​ຊາດ​, ບັນລຸ​ລະດັບ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ກ້າວໜ້າ ​ແລະ ທັນ​ສະ​ໄໝ; ມີ​ຂະໜາດ​ການຈັດ​ຕັ້ງ ກົນ​ໄກ ​ແລະ ການ​ເຄືອ​ນ​ໄຫວ​ເໝາະ​ສົ​ມ; ​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ ​ບົດບາດ, ຄວາມ​ຮັບຜິດຊອບ ​ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ມີ​ປະສິດທິ​ຜົນ​ ຂອງ​ບັນດາ​ພາກສ່ວນ​ເສດຖະກິດ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ກຳລັງ​ແຮງ​ດ້ານ​ການ​ທະຫານ, ການປ້ອງ​ກັນ​ຊາດ​ຂອງປະ​ເທດ. ​ເຊື່ອມ​ໂຍງອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ ກັບອຸດສາຫະກຳ​​ແຫ່ງ​ຊາດ, ມີ​ໂຄງ​ສ້າງ​ທີ່​ສົມ​ເຫດ​ສົມ​ຜົນ​ໃນ​ລະບົບອຸດສາຫະກຳ​​ແຫ່ງ​ຊາດ, ບຸລິມະສິດການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ​ແລະມີ​ປະສິດທິ​ຜົນ​ສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ອາວຸດ​ຍຸດ​ໂທ​ປະກອນ ​ແລະອຸປະກອນ​ເຕັກນິກ ​ໃຫ້​ແກ່ກອງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ໄດ້​ດີກ​ວ່າ​ເກົ່າ.

​ເພື່ອບັນລຸ​ເປົ້າ​ໝາຍ​ທີ່​​ໄດ້ວາງ​ໄວ້, ຈຳ​ເປັນຕ້ອງປັບປຸງ​ບູລະນະ​ໂດຍ​ໄວ ລະບົບເອກະສານ​ທາງ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ, ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ໄລຍະ​ຍາ​ວ ​ແລ ​ໄລຍະ​ກາງ, ສອດຄ່ອງ​ກັບ​ເງື່ອນ​ໄຂ​​ໃໝ່. ບຸລິມະສິດການ​ພັດທະນາບັນດາ​ຂະ​ແໜງ​ການ, ຜະລິດຕະພັນອຸດສາ​ຫະກຳ​ຂັ້ນພື້ນຖານ, ທີ່​ມີ​ລັກສະນະ​ໃຊ້​ໄດ້​​ໃນສອງ​ດ້ານ​ຢ່າງສູງ. ລົງທຶນ​ຢ່າງ​ມີ​ຈຸດ​ສຸມ​ ໃນ​ການ​ກໍ່ສ້າງ​ໂຮງງານອຸດສາຫະກຳ​​ປ້ອງ​ກັນ​ປະ​ເທດຈໍານວນໜຶ່ງ ທີ່​ມີ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ ທັນ​ສະ​ໄໝ, ກ້າວ​ໄປ​ເຖິງ​ການ​ກໍ່ຮ່າງສ້າງ​ຮູບ​ບັນດາກຸ່​ມ, ຄອມ​ເພຼັດອຸດສາຫະກຳ​​ປ້ອງ​ກັນ​ປະ​ເທດທີ່​ໃຊ້​ໄດ້​ໃນ​ສອງ​ດ້ານ ທີ່​ມີ​ເຕັກ​ໂນ​ໂລ​ຊີ​ສູງ, ມີໜ້າ​ທີ່​ຄົ້ນຄວ້າ, ຜະລິດ ​ແລະ ຮັບປະກັນ​ອາວຸດຍຸດ​ໂທ​ປະກອນ ອຸປະກອນ​ທາງ​ເຕັກນິກການ​ທະຫານ. ​ໃນ​ສະ​ເພາະ​ໜ້າ, ສຸມ​ໃສ່​ການ​ກໍ່ສ້າງ​ ແລະ ​ພັດທະນາອຸດສາຫະກຳ​​ປ້ອງ​ກັນ​ປະ​ເທດ ທີ່​ມີ​ຂະໜາດ ການຈັດ​ຕັ້ງ ​ແລະ ກົນໄກການຄຸ້ມຄອງ ທີ່​ເໝາະ​ສົມ, ​ເສີມ​ຂະຫຍາຍ​ບົດບາດ ​ແລະ​ຄວາມ​ຮັບຜິດຊອບ​ເປັນ​ເຈົ້ນ​ຕົນ​ເອງ ​ຂອງ​ໂຮງງານອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ. ປັບປຸງ​ການຈັດ​ຕັ້ງ​ຂະ​ແໜງການ​ເຕັກນິກ​ຕາມ​ທິດ​ທາງ “ລະອຽດ​ອ່ອນ ກະທັດ​ລັດ ​ເຂັ້ມ​ແຂງ ​ເປັນ​ເອກະ​ພາບ”, ສອດຄ່ອງກັບລັກສະນະເຕັກໂນໂລຊີ ຂອງ​ອາວຸດຍຸດ​ໂທ​ປະກອນ, ອຸປະກອນ​ທາງ​ເຕັກນິກ ແລະ ໜ້າ​ທີ່ຂອງແຕ່ລະຂັ້ນ; ຮັບປະກັນ​ວຽກ​ງານ​ການ​ຄຸ້ມ​ຄອງ, ການ​ບັນຊາ, ການ​ຊີ້​ນຳທີ່​ລຸ​ລ່ວງ, ບໍ່​ທັບ​ຊ້ອນ​ກັນ. ປ່ຽນ​ແປງ​ໃໝ່​ແບບ​ວິທີ​ຮັບປະກັນ​ເຕັກນິກ ສຳລັບອາວຸດຍຸດ​ໂທ​ປະກອນ, ອຸປະກອນ​ທາງ​ເຕັກນິກຮຸ້ນ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ສູງ ຕາມ​ທິດ​ທາງ​ລວມສູນ ​ເປັນ​ເອກະ​ພາບ; ປ່ຽນ​ແປງ​ໃໝ່​ຈິນຕະນາການ​ການ​ຜະລິດ​ອຸປະກອນ​ທາງ​ເຕັກນິກ​ ຕາມ​ທິດຂະຫຍາຍ​ການ​ຮ່ວມ​ທຶນ, ​ເຊື່ອມ​ໂຍງ, ຫັນ​ເປັນ​ສັງຄົມ,... ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ແລະການ​ພົວພັນ​ຕ່າງປະ​ເທດ​ດ້ານ​ການ​ປ້ອງ​ກັນຊາ​ດ, ​ແນ​ໃສ່ໃຊ້​ປະ​ໂຫຍ​ດ​ແລະ​ລະດົມບັນດາ​ແຫຼ່ງພະລັງ​ຈາກ​ພາຍ​ນອກ ເພື່ອຮັບ​ໃຊ້​ພາລະ​ກິດການ​ສ້າງ​ຄວາມ​ທັນ​ສະ​ໄໝ​ໃຫ້​ກັບ​ກອງທັບ. ຕາມ​ນັ້ນ, ພ້ອມ​ກັນ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ພັດທະນາອຸດສາຫະກຳ​​ປ້ອງ​ກັນ​ປະ​ເທດ​ ແລະ ​ເຕັກນິກ​ການ​ທະຫານ ​ໂດຍ​ສົມ​ທັບ​ກັບ​ການຈັດ​ຊື້​ອາວຸດ, ຍຸດ​ໂທ​ປະກອນ​ໃໝ່ ທັນ​ສະ​ໄໝ ​ແລະ ຕິດ​ກັບ​ການ​ຖ່າຍ​ໂອນ​ເຕັກ​ໂນ​ໂລ​ຊີ​, ​ໂດຍ​ສະ​ເພາະ​ແມ່ນ​ ເຕັກ​ໂນ​ໂລ​ຊີ​ໃໝ່ ທັນ​ສະ​ໄໝ.

ການ​ກໍ່ສ້າງ​ກອງທັບ​ທີ່ຊຳນາມ​ການ​ຮົບ ກະທັດ​ລັດ ​ເຂັ້ມ​ແຂງ ກ້າວ​ສູ່ຄວາມ​ທັນ​ສະ​ໄໝ​ ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖືກຕ້ອງ​ຂອງ​ພັກ ​ແລະ​ລັດ​ຫວຽດນາມ. ການປະຕິບັດ​ແຜນ​ນະ​ໂຍບາຍ​ນີ້ຈະ​ຮັບປະກັນ​ໃຫ້​ກອງທັບປະຊາຊົນ​ຫວຽດນາມ ​ມີ​ກຳລັງ​ແຮງພຽງພໍ​ທີ່​ຈະສຳ​ເລັດ​ເປັນ​ຢ່າງ​ດີ ບົດບາດ​ເປັນ​ກອງ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ພາລະກິດການ​ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ./.

------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​​ໂນ້ຍ, 2011, ​ເຫຼັ້ມ 11, ໜ້າ 585.

(2) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 157 – 158.

(3) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 7, ໜ້າ 217.

(4) ​ເບິ່ງ: ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ 1, ໜ້າ 158 – 159.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 992 (​ເດືອນມິຖຸນາ 2022)