ວກ. - ໃນແນວຄິດໂຮ່ຈີມິນນັ້ນ ການຮ່ຳຮຽນແລະຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດຊອງພະນັກງານ ສະມາຊິກພັກ ມີທີ່ຕັ້ງແລະບົດບາດສຳຄັນ ແລະ ມີລັກສະນະສະຖານະການສະເໝີ.

 

ໃນຊີວິດການເຄື່ອນໄຫວປະຕິວັດຂອງຕົນ, ປະທານໂຮ່ຈີມິນຍາມໃດກໍເອົາໃຈໃສ່ໃຫ້ຄວາມສຳຄັນກັບວຽກງານອົບຮົມສຶກສາຄຸນສົມບັດປະຕິວັດ ໃຫ້ຖັນແຖວພະນັກງານ ສະມາຊິກພັກ. ເພິ່ນເນັ້ນໜັກວ່າ, ເພື່ອໃຫ້ພັກໃສສະອາດ, ໝັ້ນຄົງເຂັ້ມແຂງ, ສົມຄວນກັບການເປັນສິນທຳແລະອາລະຍະທຳ ນັ້ນ, ພະນັກງານ ສະມາຊິກພັກທຸກຄົນຕ້ອງເຊື່ອມຊຶມຄຸນສົມບັດປະຕິວັດຢ່າງແທ້ຈິງ, ເປັນຜູ້ນຳ, ຜູ້ຮັບໃຊ້ທີ່ຊື່ສັດຂອງປະຊາຊົນ. ໃນພິໄນກຳ, ເພິ່ນຕັກເຕືອນວ່າ: “ພັກເຮົາແມ່ມພັກກຳອຳນາດການປົກຄອງ. ສະມາຊິກພັກແລະພະນັກງານທຸກຄົນຕ້ອງຊາບຊຶມຄຸນສົມບັດປະຕິວັດ ຢ່າງເລິດເຊິ່ງ, ຕ້ອງດຸໝັ່ນ ປະຢັດ ຊື່ສັດທ່ຽງທຳ ເຫັນແກ່ສ່ວນລວມ ບໍ່ເຫັນແກ່ສ່ວນຕົວ. ຕ້ອງຮັກສາພັກຂອງພວກເຮົາໃຫ້ບໍລິສຸດ, ຕ້ອງສົມຄວນເປັນຜູ້ນຳ, ຜູ້ຮັບໃຊ້ທີ່ຊື່ສັດຂອງປະຊາຊົນ(1).

ປະທານໂຮ່ຈີມິນ ລອງໃຊ້ຈັກດຳນາດັດແປງ ທີ່ສູນທົດລອງປູກເຂົ້າ ພະແນກກະສິກຳປ່າໄມ້ ຮ່າໂນ້ຍ (ປີ 1960) _ພາບ: ຂໍ້ມູນຂ່າວສານ

ແນວຄິດໂຮ່ຈີມິນກ່ຽວກັບຄຸນສົມບັດປະຕິວັດ

ປະທານໂຮ່ຈີມິນບໍ່ພຽງແຕ່ເນັ້ນໜັກວ່າ ຄຸນສົມບັດສິນທຳແມ່ນກົກຮາກຂອງຄົນໃນທຸກຍຸກສະໄໝເທົ່ານັ້ນ ແຕ່ເພິ່ນຍັງຍົກແນວຄວາມຄິດຄຸນສົມບັດໃໝ່ ດ້ວຍເນື້ອໃນໃໝ່ ທີ່ສະ​ທ້ອນ​ຄຸນສົມບັດ​ໃນ​ລະ​ດັບ​ສູງ​ກວ່າ ກວ້າງກວ່າ ເລິກເຊິ່ງ​ກວ່າ​, ນັ້ນແມ່ນ ຄຸນສົມບັດປະຕິວັດ ຂອງພະນັກງານ ສະມາຊິກພັກ. ເພິ່ນຊີ້ແຈ້ງວ່າ ຄຸນສັມບັດປະຕິວັດເຮັດໃຫ້ພັກເຂັ້ມແຂງ ແລະ ເປັນປັດໄຈສຳຄັນທີ່ຮັບປະກັນບົດບາດນຳພາຂອງພັກ, ຮັບປະກັນໄຊຊະນະຂອງພາລະກິດການປະຕິວັດທີ່ພັກເຮົານຳພາ.

ແນວຄິດໂຮ່ຈີມິນກ່ຽວກັບຄຸນສົມບັດສິນທຳມີຮາກຖານມາຈາກຄຸນຄ່າທາງສິນທຳດັ້ງເດີມຊອງຊາດຫວຽດນາມ ເຊິ່ງກໍ່ຕົວແລະພັດທະນາຂຶ້ນ ໃນຂະບວນວິວັດການຕໍ່ສູ້ເພື່ອກໍ່ສ້າງປະເທດ ແລະ ປົກປັກຮັກສາປະເທດຊາດ. ນັ້ນຍັງແມ່ນການໝູນໃຊ້ ແລະ ພັດທະນາຄຸນສົມບັດປະຕິວັດ ຂອງລັດທິມາກ-ເລນິນ ຢ່າງປະດິດສ້າງ; ການຮັບເອົາແລະພັດທະນາບັນດາແກ່ນສານທາງວັດທະນະທຳແລະສິນທຳ ຂອງມະນຸດຊາດ ທີ່​ເພິ່ນ​ໄດ້​ເຂົ້າໃກ້​ໃນ​ໄລຍະ​ການເຄື່ອນໄຫວ​ປະຕິວັດ​ທີ່​ຫຍຸ້ງຍາກລຳບາກ​ ແລະ ເຕັມໄປດ້ວຍຄວາມທ້າ​ທາຍ ​ເພື່ອເປົ້າໝາຍການປົກປ່ອຍ​ຊາດ, ປົດ​ປ່ອຍ​ຊົນ​ຊັ້ນ ​ແລະ ປົດ​ປ່ອຍ​ປະຊາຊົນ. ສຳລັບການປະຕິວັດຫວຽດນາມ, ຄວາມ​​ຕ້ອງການ​ທາງດ້ານ​ສິນ​ທຳ​ກໍ​ຍິ່ງ​ສູງ​ກວ່າ​ອີກ, ​ເພາະວ່າ ​ການ​ປະຕິວັດ​ຫວຽດນາມຕ້ອງ​ດຳ​ເນີນ​ໃນ​ສະພາບ​ການ​ພິ​ເສດ​ຄື: ດຳເນີນໃນປະເທດກະສິກຳຫຼ້າຫຼັງ ແລະ ຕ້ອງປະເຊີນໜ້າກັບບັນດາອິດທິກຳລັງສັດຕູ ທີ່ປະຕິການທີ່ສຸດ ເລິກແລບທີ່ສຸດ. ປະທານໂຮ່ຈີມິນຊີ້ແຈງວ່າ: ການປະຕິວັດຈະສຳເລັດຢ່າງແນ່ນອນ, ​ແຕ່ຈະ​ສຳ​ເລັດ​​ໄວ​ຫຼື​ຊ້າ, ລະດັບ​ຄວາມ​ສຳ​ເລັດ​ຈະ​ໃຫຍ່​ຫຼື​ນ້ອຍ... ​ແມ່ນ​ຂຶ້ນ​ຢູ່​ກັບຄຸນສົມບັດ​ປະຕິວັດ ຂອງບັນດານັກປະຕິວັດ, ລະດັບ​ຄວາມ​ຕື່ນຕົວ​ປະຕິວັດ ​ແລະ ເຈດຈຳນົງໃນການ​ຕໍ່ສູ້​ຂອງ​ມະຫາຊົນ.  

ດ້ວຍຈິດໃຈນັ້ນ, ປະທານໂຮ່ຈີມິນໄດ້ເປັນ​ແບບ​ຢ່າງ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ກ່ຽວ​ກັບ​ຄຸນສົມບັດ​​ປະຕິວັດ ແລະ ໃນຊີວິດການເຄື່ອນໄຫວປະຕິວັດຂອງຕົນ, ເພິ່ນໄດ້ອົບຮົມສຶກສາກ່ຽວກັບ​ຄຸນສົມບັດ​ປະຕິວັດ​ ໃຫ້​ແກ່​ພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ ຢ່າງບໍ່ຢຸດຢັ້ງ. ຄຸນສົມບັດປະຕິວັດດ້ານໜຶ່ງ, ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຂາດ​ບໍ່​ໄດ້​ ຂອງ​ການ​ປະຕິວັດ​ກ່ອນໜ້ານີ້​ແລະ​ທຸກ​ວັນ​ນີ້ດ້ານອື່ນ, ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນສໍາລັບຄວາມສໍາເລັດຂອງຜູ້ນໍາ.

ທ່ານ​ປະທານ​ໂຮ່ຈີ​ມິນ​ເຊື່ອ​ໝັ້ນ​ວ່າ ຄຸນສົມບັດປະຕິວັດ​ແມ່ນຮາກຖານໃນການ​ສ້າງ​ແຮງ​ຈູງ​ໃຈສຳລັບການກະທຳທີ່ຖືກຕ້ອງ, ສ້າງ​ເຈດ​ຈຳນົງ ​ແລະ ຄວາມ​ຕັດສິນ​ໃຈ​ປະຕິບັດ​ໜ້າ​ທີ່​ໃຫ້ສຳເລັດຂອງນັກ​ປະຕິວັດ. ຈາກນັ້ນ, ​ປະທານ​ໂຮ່ຈີ​ມິນຖືວ່າ ຄຸນສົມບັດປະຕິວັດແມ່ນກົກຮາກຂອງນັກປະຕິວັດ. ຖ້າມີຄຸນສົມບັດປະຕິວັດ, ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກລຳບາກ ຄວາມ​ລົ້ມ​ເຫຼວ ຈະບໍ່​ເສຍກຳລັງໃຈ ບໍ່ຖອຍຫຼັງ, ​ເມື່ອ​ປະ​ເຊີນ​ກັບ​ເງື່ອນ​ໄຂ​ທີ່​ສະດວກ ຄວາມ​ສຳ​ເລັດ​ ກໍ​ຍັງ​ຄົງ​ຮັກສາ​ຈິດ​ໃຈ​ແຫ່ງ​ຄວາມ​ລຽບ​ງ່າຍ ຄວາມສະຫງົບສະງ່ຽມ ແລະ ຄວາມ​ຖ່ອມຕົວ; ຕັ້ງ​ໃຈເຮັດວຽກໃຫ້​ສໍາ​ເລັດລຸລ່ວງຢ່າງ​ດີ​ ໂດຍ​ບໍ່​ອິດສານິນທາໃນຄວາມສຸກ, ບໍ່ອວດ​ອ້າງຄຸນ​ງາມ​ຄວາມ​ດີ, ບໍ່ອາດຍາສິດ, ບໍ່ອວດອົ່ງຈອງຫອງ, ບໍ່ຫຼິ້ນແສ້ພານສາວ.    

ທ່ານ​ປະທານ​ໂຮ່ຈີ​ມິນຕີລາຄາສູງທັງສອງດ້ານຄຸນທຳ ແລະ ຄວາມສາມາດຂອງແຕ່ລະຄົນ. ໃນສາຍພົວພັນລະຫວ່າງຄຸນທຳ ແລະ ຄວາມສາມາດນັ້ນ, ເພິ່ນຢືນຢັນວ່າຄຸນທຳແມ່ນຮາກຫງົ້າ, ຕັດສິນຊີ້ຂາດ​ກຳ​ລັງ​ຈິດ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ຜູ້ຄົນ, ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ປວງຊົນທັງ​ຊາດ; ຈາກນັ້ນ, ຄຸນສົມບັດ​ສິນ​ທຳ, ພິ​ເສດ​ແມ່ນ​ຄຸນສົມບັດ​​ປະຕິວັດ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ຫວຽດນາມ. ຍ້ອນ​ແນວ​ນັ້ນ, ​ປະທານ​ໂຮ່ຈີ​ມິນຍາມໃດກໍໃຫ້ຄວາມສຳຄັນກັບການອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມຄຸນສົມບັດ​ສິນ​ທຳໂດຍທົ່ວໄປ ກໍຄືຄຸນສົມບັດປະຕິວັດໂດຍສະເພາະ ໃຫ້ທຸກຄົນ, ກ່ອນອື່ນໝົດແມ່ນ ໃຫ້ຖັນແຖວພະນັກງານ ສະມາຊິກພັກ

ສະຫຼຸບ​ລວມ​ແລ້ວ, ທັດສະນະ​ຂອງ​ປະທານ​ໂຮ່ຈີມິນ ກ່ຽວ​ກັບ​ຄຸນສົມບັດ​ປະຕິວັດ​ລວມມີ​ບັນດາ​ຈຸດ​ພື້ນຖານ​ດັ່ງຕໍ່ໄປນີ້:

ທີໜຶ່ງ, ຄຸນສົມບັດຄວາມຈົງຮັກພັກດີຕໍ່ປະເທດ, ຄວາມກະຕັນຍູຕໍ່ປະຊາຊົນ.

ຕາມ​ປະທານ​ໂຮ່ຈີ​ມິນ, ນີ້ແມ່ນຄຸນສົມບັດທີ່ສຳຄັນທີ່ສຸດ, ປົກຫຸ້ມທີ່ສຸດ ແລະ ຄວບຄຸມຄຸນສົມບັດອື່ນໆ. ຈາກທັດສະນະກ່ຽວກັບຄຸນສົມບັດເກົ່າທີ່ຈົງຮັກພັກດີຕໍ່ກະສັດ, ກະຕັນບູຕໍ່ພໍ່ແມ່ໃນສັງຄົມສັກດິນາຕາເວັນອອກ, ​ປະທານ​ໂຮ່ຈີ​ມິນນຳສະເໜີເນື້ອໃນໃໝ່ທີ່ສູງກວ່າແລະກວ້າງຂວາງກວ່າຄື ຄວາມຈົງຮັກພັກດີຕໍ່ປະເທດ, ຄວາມກະຕັນຍູຕໍ່ປະຊາຊົນ”. ເພິ່ນຢືນຢັນວ່າ: “ຈົງຮັກພັກດີຕໍ່ປະເທດຊາດ, ກະຕັນຍູຕໍ່ປະຊາຊົນ, ໜ້າທີ່ໃດໆກໍ່ເຮັດສຳເລັດ, ຄວາມຫຍຸ້ງຍາກປານໃດກໍ່ຜ່ານພົ້ນໄດ້, ສັດຕູໃດໆກໍ່ສາມາດເອົາຊະນະໄດ້(2). ຄຳຊີ້ນຳດັງກ່າວຂອງປະທານໂຮ່ຈີມິນ ​ແມ່ນ​ທັງ​ຄຳ​ຮຽກຮ້ອງ​ໃຫ້​ມີ​ການ​ກະທຳ, ທັງ​ແມ່ນ​ທິດ​ທາງ​ດ້ານ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ສຳລັບ​ຊາວ​ຫວຽດນາມ​ແຕ່ລະຄົນ, ບໍ່​ພຽງ​ແຕ່​ໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ​ເທົ່າ​ນັ້ນ ແຕ່ຍັງລວມເຖິງ​ຕະຫຼອດ​ໄປອີກນຳ.

ທີສອງ, ຄວາມຮັກແພງມະນຸດດ້ວຍກັນ

ປະທານ​ໂຮ່ຈີ​ມິນເວົ້າກ່ຽວກັບຄວາມຮັກມະນຸດທີ່ກວ້າງຂວາງ ແລະ ເປັນເອກະລັກ. ເພີ່ນກຳນົດວ່າ ຄວາມຮັກແພງມະນຸດແມ່ນຄຸນສົມບັດທີ່ສູງສົ່ງສວຍງານທີ່ສຸດ ໃນຄວາມຮູ້ສຶກທາງສິນທຳຂອງມະນຸດ. ເພິ່ນ​ໃຫ້​ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຕໍ່​ຄົນ​ທຸກ​ຍາກ, ຄົນ​ງານ​ທີ່​ຖືກ​ກົດ​ຂີ່​ແລະ​ຂູດ​ຮີດ. ຢູ່ໃນປະທານ​ໂຮ່ຈີ​ມິນ, ຄວາມ​ຮັກ​ແພງ​ພີ່​ນ້ອງ​ຮ່ວມ​ຊາດແລະສະຫາຍນັ້ນ ​ມີຫຼວງຫຼາຍ ​ກວ້າງ​ໄກ ​ແລະ ທົ່ວເຖິງ, ​ບໍ່​ວ່າ​ຈະ​ຢູ່​ໃນ​ເຂດແຄວ້ນໃດ ພາກ​ພື້ນໃດ, ເດັດຫຼືຜູ້​ໃຫຍ່, ຊາຍຫຼືຍິງ..., ແມ່ນ​ຊາວ​ຫວຽດນາມ​ທີ່​ຮັກ​ຊາດ ​ລ້ວນ​ແຕ່​ມີ​ທີ່ໜຶ່ງ​ໃນ​ໃຈແຫ່ງຄວາມເມດຕາຂອງເພິ່ນ. ໃນພິໄນກຳ ອັນ​ສັກ​ສິດ​ທີ່​ປະ​ທານ​ໂຮ່​ຈິ​ມິນ​ຂຽນ​ໄວ້​ໃຫ້​ຄົນລຸ້ນ​ຕໍ່ໆ​ໄປ, ເພິ່ນ​ໄດ້​ຕັກ​ເຕືອນ​ວ່າ: “ຕ້ອງມີນ້ຳໃຈສະຫາຍຮັກແພງເຊິ່ງກັນແລະກັນ(3); ພະນັກງານ ສະມາຊິກພັກທຸກຄົນ ຍາມໃດກໍເອົາໃຈໃສ່ເຖິງຄວາມຮັກແພງມະນຸດດ້ວຍກັນ. 

ທີສາມ, ບັນດາຄຸນສົມບັດ ດຸໝັ້ນ ປະຢັດ ຊື່ສັດ ທ່ຽງທຳ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ

ຕາມ​ປະທານ​ໂຮ່ຈີ​ມິນດຸໝັ່ນ ໝາຍຄວາມວ່າ ການອອກແຮງງານຢ່າງຂະຫຍັນໝັ່ນພຽນ, ປະດິດສ້າງ, ມີແຜນການ, ມີສະມັດຖະພາບສູງ, ດ້ວຍຕິດໃຈອີງໃສ່ຕົນເອງເພິ່ງຕົນເອງ, ບໍ່ຂີ້ຄ້ານ, ບໍ່ເພິ່ງພາອາໃສ ເອື່ອຍອີງຜູ້ອື່ນປະຢັດ ໝາຍຄວາມວ່າ ປະຢັດກຳລັງແຮງງານ ເວລາ ເງິນທອງຂອງປະຊາຊົນ ຂອງປະເທດ ຂອງຕົນເອງ; ຕ້ອງປະຢັດຕັ້ງແຕ່ສິ່ງໃຫຍ່ໂຕ ຈົນເຖິງສິ່ງນ້ອຍໆ, ຍ້ອນວ່າ ບັນດາສິ່ງນ້ອຍໆບວກເຂົ້າເປັນສິ່ງໃຫຍ່ໂຕ. ປະຢັດຍັງໝາຍຄວາມວ່າບໍ່ສິ້ນເປືອງ, ບໍ່ໃຊ້ຈ່າຍຟຸມເຟືອຍ, ບໍ່ເຮັດຕະພຶດໄປ, ບໍ່ໂອ້ອວດ, ບໍ່ເຮັດແບບຮູບນອກ, ບໍ່ເປີດງານລ້ຽງຫຼິ້ນກິນຢ່າງເມົາມົວຊື່ສັດ ໝາຍຄວາມວ່າ ຍາມໃດກໍນັບຖື ຮັກສາຊັບສິນເຄື່ອງຂອງລວມຂອງປະຊາຊົນ, ບໍ່ລະເມີດເງິນແມ່ນແຕ່ກີບ ຫຼືເຂົ້າແມ່ນແຕ່ເມັດຂອງລັດ, ຂອງປະຊາຊົນ; ຕ້ອງເປັນຄົນບໍລິສຸດ, ບໍ່ໂລບ, ບໍ່ໂລບຕຳແໜ່ງ, ບໍ່ໂລບເງິນ, ບໍ່ໂລບຄວາມສຸກ, ບໍ່ມັກຄົນຍົກຍ້ອງ ເພື່ອໃຫ້ຕົນຜ່ອງໃສ ມີທຳ ບໍ່ຄົດໂກງເສື່ອມເສຍທ່ຽງທຳ ໝາຍຄວາມວ່າບໍ່ຊົ່ວ, ມີຄວາມຊື່ກົງ ກົງໄປກົງມາ, ຊອບທຳ; ສໍາລັບຕົນເອງ, ບໍ່ອວດອົງທະນົງຕົວ, ຕັ້ງໃຈຮຽນຮູ້, ຫາຄວາມກ້າວຫນ້າ, ວິຈານຕົນເອງສະເໝີ ເພື່ອພັດທະນາຄວາມດີ ແກ້​ໄຂ​ຄວາມ​ຊົ່ວ; ຕໍ່ຄົນອື່ນ, ບໍ່ປະຈົບປະແຈງຜູ້ບັງຄັບບັນຊາ, ບໍ່ດູຖູກຜູ້ໃຕ້ບັງຄັບບັນຊາ, ຮັກສາ​ທ່າທີ່​ທີ່​ຈິງ​ໃຈ, ຖ່ອມ​ຕົວ, ສາມັກຄີ, ຊື່​ສັດ, ບໍ່​ຕົວະ​ຫຼື​ຫຼອກ​ລວງ; ດ້ານການງານ ໃຫ້ເຮັດວຽກງານສ່ວນລວມກ່ອນ, ວຽກສ່ວນຕົວແລະວຽກຄອບຄົວຕາມຫຼັງ. ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ ໝາຍຄວາມວ່າເຮັດ​ວຽກ​ເພື່ອພາລະກິດສ່ວນລວມ, ໃຫ້ຄວາມສຳຄັນກັບຜົນປະໂຫຍດສາທາລະນະເປັນອັນດັບໜຶ່ງ; ບໍ່ສະແຫວງຫາຜົນປະໂຫຍດສ່ວນຕົວ, ບໍ່ແມ່ນເພື່ອຜົນປະໂຍດສ່ວນຕົວ(4). ເວລາຈະເຮັດຫຍັງ ຢ່າຄິດຮອດໂຕເອງກ່ອນ, ເວລາສະເຫວີຍຜົນໃຫ້ມາຕາມຫຼັງ, ຕ້ອງ “ກັງວົນກ່ອນທຸກຄົນ ສະເຫວີສຸກຫຼັງທຸກຄົນ”.  

​ປະທານ​ໂຮ່ຈີ​ມິນໃຫ້ທັດສະນະວ່າ, ແຕ່ລະຄົນ, ໂດຍສະເພາະຜູ້ທີ່ມີອິດທິພົນໃນສັງຄົມ, ຊຸມຊົນ, ຕ້ອງສູ້ຊົນ ຝຶກຝົນຫຼໍ່ຫຼອມແລະບຳລຸງສ້າງຕົນເອງຢ່າງຕໍ່ເນື່ອງ ແລະປະຕິບັດຄຸນສົມບັດ 4 ປະການຄື: ດຸໝັ່ນ, ປະຢັດ, ຊື່ສັດ, ທ່ຽງທຳ; ຖ້າຂາດຄຸນທຳໜຶ່ງກໍ່ເກີດເປັນຄົນບໍ່ໄດ້.

ທີສີ່, ຈິດໃຈສາກົນນິຍົມທີ່ຜ່ອງໃສ

ນັ້ນແມ່ນຈິດໃຈສາມັກຄີສາກົນຂອງ​ຊົນ​ຊັ້ນ​ກຳມາຊີບ, ແມ່ນຈິດໃຈສາມັກຄີລະຫວ່າງຊາວກອມມູນິດກັບບັນດາປະຊາຊາດທີ່ຖືກກົດຂີ່ ແລະ ປະຊາຊົນຜູ້ອອກແຮງງານໃນໂລກ ເຊິ່ງປະທານໂຮ່ຈີມິນໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ ໃນພຶດຕິກຳການເຄື່ອນໄຫວປະຕິວັດຂອງຕົນເອງ ແລະ ດ້ວຍພາລະກິດການປະຕິວັດຂອງຊົນຊາດ. ນັ້ນກໍແມ່ນນ້ຳໃຈສາມັກຄີ, ການຮ່ວມມື ແລະ ມິດຕະພາບ​ຂອງ​ປະຊາຊົນ​ຫວຽດນາມ ກັບ​ບັນດາ​ຜູ້​ກ້າວໜ້າ​ໃນ​ທົ່ວ​ໂລກ ເພື່ອເປົ້າໝາຍສັນຕິພາບ, ຄາມຍຸຕິທຳ, ຄວາມກ້າວໜ້າທາງສັງຄົມ ແລະ ຄວາມເປັນເອກະລາດແຫ່ງຊາດ.

ຕີລາຄາບົດບາດຂອງຄຸນສົມບັດປະຕິວັດ, ​ປະທານ​ໂຮ່ຈີ​ມິນກຳນົດມາດຕະຖານຂອງພະນັກງານທີ່ດີ ຄື: ພະນັກງານ​ຕ້ອງ​ມີ​ທັງຄວາມສາມາດ​ແລະຄຸນ​​ທຳ ເຊິ່ງມີ​ຄຸນທຳເປັນຮາກ​ຖານ. ເພິ່ນເອງ​ທີ່​ເປັນ​ແບບຢ່າງ​ອັນຮຸ່ງເຮືອງເຫຼືອງເຫຼື້ອມຂອງ​ຄຸນສົມບັດ​ປະຕິວັດ, ເປັນການຕົກຜະລຶກຂອງ​ຄຸນ​ສົມບັດທີ່ດີ​ທີ່​ສຸດທັງໝົດ​ຂອງ​ຊາວ​ຫວຽດນາມ ​ແລະ ຄຸນທຳຄຸນສົມບັດກອມມູນິດອັນ​ສູງ​ສົ່ງ​ຂອງ​ລັດທິມາກ-​ເລ​ນິນ. ບັນດາ​ກົດທາງ​ສິນ​ທຳ​ທີ່​ເພິ່ນ​​ຍົກ​ອອກ​ມາ​ໄດ້​ກາຍ​ເປັນ​ອາວຸດ​ທາງ​ຈິດໃຈ​ອັນ​ມີ​ພະລັງ​ຂອງ​ຊາວ​ຫວຽດນາມທັງມວນ ​ໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ ເສລີພາບ ​ແລະ ສັງຄົມ​ນິຍົມ, ເພື່ອສັນຕິພາບ ການ​ຮ່ວມ​ມື ​ແລະ ມິດຕະພາບ​ກັບ​​ທຸກຊົນຊາດໃນໂລກ. ໃນຕະຫຼອດ 53 ປີແຫ່ງການປະຕິບັດພິໄນກຳ ຂອງປະທານໂຮ່ຈີມິນ, ແນວຄິດໂຮ່ຈີມິນກ່ຽວກັບຄຸນສົມບັດປະຕິວັດ ສືບ​ຕໍ່​ເປັນ​ໂຄມ​ໄຟ​ສ່ອງທາງ ນຳ​ພາລະກິດ​ການ​ປະ​ຕິ​ວັດ​ຂອງ​ປະ​ເທດ​ເຮົາ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ​ໃໝ່​ໃນ​ປະ​ຈຸ​ບັນ.        

ສືບຕໍ່ເພີ່ມທະວີການອົບຮົມສຶກສາ ແລະ ຝຶກຝົນຫຼໍ່ຫຼອມ
ຄຸນສົມບັດປະຕິວັດໃຫ້ພະນັກງານ ສະມາຊິກພັກ ຕາມແນວຄິດໂຮ່ຈີມິນ
ໃນສະພາບການໃໝ່

ປະທານ​ໂຮ່ຈີ​ມິນຊີ້ແຈງວ່າ: ​ເພື່ອ​ໃຫ້​ພະນັກງານ ​ແລະ ສະມາຊິກ​ພັກ​ແຕ່ລະຄົນ​ຮັກສາ​ຄຸນສົມບັດ​ສິນ​ທຳ​ອັນ​ດີງາມ​ຂອງ​ຕົນໄວ້ສະເໝີ, ຮູ້ສຶກຕື່ນຕົວເຖິງ​ອຸດົມຄະຕິ​ປະຕິວັດ, ຕັ້ງໝັ້ນ​ໃນສະພາບ​ສັງຄົມ​ແລະສະພາບ​ແວດ​ລ້ອມ​ທີ່​ແຕກ​ຕ່າງ​ກັນທັງໝົດ, ພ້ອມ​ກັນ​ກັບ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​ຕົນ​ເອງ ແລະ ການສູ້​ຊົນ, ຍັງ​​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ການ​ກວດ​ກາ​ ແລະ ​ການ​ຊີ້​ນໍາ​ຂອງ​ພັກ. ໂດຍສະເພາະ, ໃນເງື່ອນໄຂທີ່ພັກກາຍເປັນພັກກຳອຳນາດການປົກຄອງ, ປະທານ​ໂຮ່ຈີ​ມິນຖືວ່າ ການກໍ່ສ້າງແລະປັບປຸງພັກ ​​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ໄດ້ດຳເນີນການ​ຢ່າງເປັນປະຈຳ ​ແລະ ​ຕໍ່ເນື່ອງກວ່າອີກ. ດ້ວຍທັກສະນະການເມືອງທີ່ສ້ຽມແຫຼມເປັນພິເສດ, ເພິ່ນໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງຄວາມເປັນສອງດ້ານຂອງ​ອຳນາດ: ດ້ານໜຶ່ງ, ອຳນາດມີພະລັງມະຫາສານເພື່ອດັດສ້າງສັງຄົມເກົ່າ ແລະ ກໍ່ສ້າງສັງຄົມໃໝ່ ​ຖ້າ​ນຳ​ໃຊ້​ຢ່າງ​ຖືກຕ້ອງ; ອີກດ້ານໜຶ່ງ, ອຳນາດມີອານຸພາບທຳລາຍລ້າງມະຫາສານ ຖ້າຜູ້ຖືອຳນາດເສື່ອມເສຍ, ເສື່ອມໂຊມປ່ຽນທາດ, ຕົກຢູ່ໃນວິຖີແຫ່ງຄວາມກະຫາຍອຳນາດ, ສະແຫວງຫາອຳນາດ, ແກ່ງແຍ້ງຊິງອຳນາດ; ສວຍໃຊ້ອຳນາດ, ໃຊ້ອຳນາດໃນທາງທີ່ຜິດ, ປ່ຽນ​ອຳນາດ​ຂອງ​ປະຊາຊົນ​ໃຫ້​ເປັນເອກະສິດ ເປັນຜົນ​ປະ​ໂຫຍ​ດສ່ວນ​ຕົວ... ດັ່ງນັ້ນ, ພັກຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ ປັບປຸງພັກ ແລະ ປ່ຽນແປງໃໝ່ແບບວິທີການນຳພາຂອງພັກ ເພື່ອກີດກັ້ນ ຍູ້ຖອຍ ແລະ ສືບ​ຕໍ່​ກຳຈັດ​​ຄວາມ​ຊົ່ວ​ຮ້າຍທັງໝົດ​ທີ່​ເກີດ​ຈາກ​ຄວາມ​ເສື່ອມ​ໂຊມປ່ຽນທາດ ​ຂອງ​ພະນັກງານ ສະມາຊິກ​ພັກ, ​ໃນ​ເງື່ອນໄຂ​ທີ່​ພັກ​ກຳ​ອຳນາດການປົກຄອງ ແລະ ​ນຳພາ​​ລັດ​ແລະສັງຄົມຢ່າງຮອບດ້ານ.   

ຜ່ານໄລຍະເວລາກວ່າ 35 ປີແຫ່ງການປ່ຽນແປງໃໝ່, ດ້ວຍຜົນສຳເລັດອັນໃຫຍ່ຫຼວງ ທີ່ມີຄວາມໝາຍປະຫວັດສາດ, ປະເທດຊາດບໍ່ເຄີຍມີພາລະກິດ, ທ່າແຮງ, ຖານະຕຳແໜ່ງ ແລະ ກຽດສັກສີລະດັບສາກົນຄືໃນປະຈຸບັນ. ການ​ປະຕິບັດ​ປະຊາທິປະ​ໄຕພາຍໃນ​ພັກ​ແລະ​ໃນ​ສັງຄົມ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ, ສິດ​ເປັນເຈົ້າຂອງ​ຂອງ​ປະຊາຊົນ​ໄດ້​ຮັບ​ການເສີມຂະຫຍາຍ. ພະນັກງານ ສະມາຊາຊິກພັກສ່ວນຫຼາຍ​ຕັ້ງໜ້າ​ປູກ​ຝັງ ​ແລະ ຝຶກຝົນຫຼໍ່ຫຼອມ​ຄຸນສົມບັດ​ສິນ​ທຳ, ຄວາມ​ສາມາດ​ດ້ານ​ວິຊາ​ຊີບ, ນຳໜ້າ​ເປັນ​ແບບຢ່າງ, ຂະຫຍັນຂັນແຂງ ​ແລະມີ​ຫົວຄິດ​ປະດິດ​ສ້າງ ໃນການງານ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດການປ່ຽນແປງໃໝ່. ຢ່າງໃດກໍຕາມ, ຕໍ່ໜ້າການກະທົບຂອງຫຼາຍປັດໄຈພາວະວິໄສແລະອັດຕະວິໄສ, ໃນນັ້ນມີດ້ານລົບ ດ້ານຫຍໍ້ທໍ້ຂອງເສດຖະກິດຕະຫຼາດ, ການໂລກາພິວັດ, ການເຊື່ອມໂຍງສາກົນ, ການພັດທະນາຂອງວິທະຍາສາດແລະເຕັກໂນໂລຊີ... ດັ່ງນັ້ນ ພະນັກງານ ສະມາຊິກພັກ ພາກສ່ວນໜຶ່ງທີ່ບໍ່ໜ້ອຍ ໄດ້ມີປະກົດການຂອງການເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ.

ໃນບັນດາກອງປະຊຸມໃຫຍ່ຂອງພັກ ແລະ ກອງປະຊຸມຄະນະບໍລິຫານງານສູນກາງພາຍຫຼັງກອງປະຊຸມໃຫຍ່, ພັກໄດ້ປະເມີນຄວາມສ່ຽງເຫຼົ່ານີ້​ຢ່າງ​ກົງ​ໄປ​ກົງ​ມາ; ໃນນັ້ນ, ສິ່ງທີ່​ໜ້າ​ວິຕົກ​ກັງວົນຄື: ການ​ປະກົດ​ຕົວ​ຂອງ ການ​ປ່ຽນແປງຕົນ​ເອງ”, “ການຫັນປ່ຽນຕົນ​ເອງຢູ່​ພາຍ​ໃນ, ການຈືດຈາງໄປຂອງອຸດົມຄະຕິ, ຂອງ​ຄວາມເຊື່ອ​ຖືໃນພັກ​ແລະລະບອບ​ສັງຄົມ​ນິຍົມ. ສິ່ງທີ່ອັນຕະລາຍຫຼາຍຄື ການ “ຟື້ນຕົວລຸກຂຶ້ນ” ຂອງລັດທິອັດຕະບຸກຄົນ, ວິຖີຊີວິດທີ່ເຫັນແກ່ຕົວແລະສະແຫວງຫາຜົນປະໂຫຍດສ່ວນຕົວ, ການໄລ່ຕາມຄຸນຄ່າທາງດ້ານວັດຖຸ, ບໍ່ສົນໃຈກັບຄຸນຄ່າທາງຈິດໃຈ; ພວກ​ເຂົາ​ສົນໃຈ​ພຽງແຕ່​ການ​ປູກ​ຝັງ​ສໍາ​ລັບຕົນເອງ ​ແຕ່ເບິ່ງເບົາ ຫຼີກ​ລ້ຽງ​ຄວາມ​ຮັບ​ຜິດ​ຊອບຕໍ່​ພັກ ຕໍ່ປະເທດຊາດ ຕໍ່ປະຊາຊົນ. ຄວາມຊື່ສັດສຸຈະລິດ (ທັງໃນດ້ານອຸດົມຄະຕິ ການເມືອງ ແລະ ຄຸນສົມບັດສິນທຳ) ຂອງພະນັກງານ ສະມາຊິກພັກຈຳນວນໜຶ່ງທີ່ບໍ່ໜ້ອຍ ໄດ້ຫຼຸດລົງຢ່າງໜັກໜ່ວງ. ການຫຶງສານິນທາດ້ານຖານະຕຳແໜ່ງ, ກາແຍ້ງຊິງອຳນາດ, ໂດຍທຸກວິທີການເພື່ອຊອກຫາຄວາມສໍາພັນ, ການເຊື່ອມໂຍງ “ຜົນປະໂຫຍດກຸ່ມ” ທີ່ຜິດກົດໝາຍ, “ເພື່ອຜົນປະໂຫຍດຂອງຕົນເອງ ທຳຮ້າຍຄົນອື່ນ”, ​ໃຊ້​ເງິນ​​ສໍ້​ລາດ​ບັງ​ຫຼວງ​ເພື່ອ​ຊື້​ຕຳ​ແໜ່ງ, ຊື້​ຊື່​ສຽງ, ​ໂດຍ​ບໍ່​ຄຳນຶງ​ເຖິງ​ຄວາມ​ຊື່​ສັດ​ແລະ​ສິນ​ທຳ. ການ​ສໍ້​ລາດ​ບັງ​ຫຼວງ​ຍັງ​ຄົງມີ​ຢູ່​ເປັນ​ເວລາ​​ນານ ແລະສັບສົນ​ຂຶ້ນ​ເລື້ອຍໆ, ​ເຮັດ​ໃຫ້​ເກີດຄວາມ​ເຈັບ​ປວດ​ທາງດ້ານ​ສິນລະທຳ​ໃນ​ພັກ, ຫຼຸດຜ່ອນ​ຄວາມ​ໄວ້ວາງ​ໃຈ​ຂອງ​ປະຊາຊົນ​ແລະສັງຄົມ​ ຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ລະບອບການປົກຄອງ.  

ດັ່ງ​ນັ້ນ, ຄວາມເປັນຈິງຂອງຄວາມເສື່ອມໂຊມໃນສິນ​ທຳ​ແລະ​ການ​ດຳເນີນຊີວິດ​ຂອງ​ພະນັກງານ ສະມາຊິກ​ພັກ​​ຈຳນວນໜຶ່ງທີ່ບໍ່ໜ້ອຍ ​ໄດ້ເຮັດ​ໃຫ້​ເກີດ​ຜົນກະທົບ​ຢ່າງ​ໜັກໜ່ວງ, ​ທຳລາຍ​ກຽດ​ສັກ​ສີ​ແລະຊື່​ສຽງ​ຂອງ​ພັກ, ເຊິ່ງຖ້າ​ຫາກ​ບໍ່​​ສະກັດ​ກັ້ນແລະຍູ້ຖອຍຢ່າງເດັດຂາດ ຈະ​ສົ່ງ​ຜົນ​ສະກະທົບ​ຢ່າງ​ຮ້າຍ​ແຮງ ເຖິງການຢູ່ລອດຂອງພັກແລະລະບອບການປົກຄອງ. ອາລົມ​ຈິດ​ສັງຄົມ​ແລະຄວາມ​​ປາຖະໜາ​ຂອງ​ປະຊາຊົນ​ໃນ​ເວລາ​ນີ້ ​ແມ່ນ​ຕ້ອງການ​ຢ່າງ​ຈິງຈັງ ແລະ ພ້ອມ​ກັນ​ນັ້ນ​ກໍ່​ຮຽກຮ້ອງ​ຢ່າງເຄັ່ງຄັດ ໃຫ້​ພັກ​ມີ​ຄວາມ​ບໍລິສຸດ​ແລະ​ເຂັ້ມ​ແຂງ ໂດຍ​ເລີ່​ມຕົ້ນ​ຈາກ​ສິນ​ທຳ. ພະນັກງານ ສະມາຊິກພັກຕ້ອງພິສູດໃນຄວາມເປັນຈິງດ້ວຍການກະທຳ ພຶດຕິກຳ ແລະ ການປະພຶດວ່າ ຕົນເອງເປັນຜູ້ມີຈະລິຍະທຳ.

ໂດຍເຫັນແຈ້ງຄວາມຈິງດັ່ງກ່າວ, ໃນກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ພັກໄດ້ເນັ້ນໜັກບັນຫາ ການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ ແລະ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ໃໝ່, ພື້ນຖານ ​ແລະ ສຳຄັນ​ທີ່​ສຸດ​ ໃນ​ການ​ເປີດກວ້າງ​ເນື້ອ​ໃນ​ກໍ່ສ້າງ​ພັກ:ສຸມໃສ່ປະຕິບັດເປົ້າໝາຍ: “ກໍ່ສ້າງພັກໃຫ້ໃສສະອາດ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງແລະຄຸນສົມບັດສິນທຳ””(5). ເປັນຄັ້ງທຳອິດທີ່ພັກໄດ້ລວມເນື້ອໃນການກໍ່ສ້າງພັກທາງດ້ານຄຸນສົມບັດສິນທຳ - ເຊິ່ງເປັນເນື້ອໃນສຳຄັນໃນວຽກງານກໍ່ສ້າງພັກ - ໄວ້ໃນເອກະສານ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເພີ່ມອົງປະກອງໜຶ່ງອີກເຂົ້າໃນວຽກງານກໍ່ສ້າງພັກ ນັ້ນຄືພະນັກງານ: “ໃນຊຸມປີທີ່ຈະມາເຖິງ ຕ້ອງເອົາໃຈໃສ່ເປັນພິເສດ ແລະ ຍູ້ແຮງການກໍ່ສ້າງແລະປັບປຸງພັກຢ່າງຮອບດ້ານ ທັງດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ(6). ນັ້ນ​ເປັນທັງ​ທິດ​ທາງພຶດຕິກຳ ​ແລະ ​​ຕົວບົ່ງຊີ້​ ເພື່ອ​ປະເມີນຜົນ​ຂອງ​ການ​ກໍ່ສ້າງ​ແລະປັບປຸງພັກ​ໃນ​ປະຈຸ​ບັນ.

ໃນເວລາຕໍ່ໄປ, ເພື່ອເພີ່ມທະວີການອົບຮົມສຶກສາແລະຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດໃຫ້ຖັນແຖວພະນກງານ ສະມາຊິກພັກຕາມແນວຄິດໂຮ່ຈີມິນ, ຈຳເປັນຕ້ອງເອົາໃຈໃສ່ເປັນພິເສດເຖິງເນື້ອໃນຈຳນວນໜຶ່ງດັງຕໍ່ໄປນີ້:

ທີໜຶ່ງ, ພະນັກງານ ສະມາຊິກພັກທຸກຄົນຕ້ອງຕື່ນຕົວສະໝັກໃຈຮ່ຳຮຽນແລະຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ. ສິ່ງນີ້ຕ້ອງໄດ້ຮັບການກຳນົດວ່າເປັນມາດຕະການທີ່ສຳຄັນທີ່ສຸດ, ແມ່ນໜ້າທີ່ປະຈຳແລະໄລຍະຍາວ ໃນພາລະກິດການປະຕິວັດຫວຽດນາມ. ການຮ່ຳຮຽນ, ການຮຽນຮູ້ດ້ວຍຕົນເອງ ເພື່ອຍົກສູງຄວາມຮູ້ຂອງພະນັກງານ ສະມາຊິກພັກກ່ຽວກັບຄຸນສົມບັດປະຕິວັດນັ້ນ ຕ້ອງໄດ້ດຳເນີນເປັນປະຈໍາ, ຕໍ່ເນື່ອງ.

ທີສອງ, ຍົກສູງຄຸນນະພາບຂອງວຽກງານກໍ່ສ້າງແລະປັບປຸງພັກ. ສິ່ງນີ້ຖືກລະບຸວ່າເປັນຂັ້ນຕອນສຳຄັນໃນການສົ່ງເສີມຄວາມຮູ້ສຶກຮັບຜິດຊອບຂອງພະນັກງານ ສະມາຊິກພັກ, ຕ້ານລັດທິອັດຕະບຸກຄົນ, ເວົ້າຄວບຄູ່ກັບເຮັດ, ແກ້ໄຂຜ່ານຜ່າສະພາບຄວາມເສື່ອມໂຊມທາງຄຸນສົມບັດສິນທຳ, ວິຖີຊີວິດຂອງພະນັກງານ ສະມາຊິກພັກຈຳນວນໜຶ່ງໃນປະຈຸບັນ.      

ເພື່ອປະຕິບັດເນື້ອໃນນີ້ໃຫ້ໄດ້ເປັນຢ່າງດີ, ຕ້ອງກຳແໜ້ນບັນດາຫຼັກການຈັດຕັ້ງແລະເຄື່ອນໄຫວຂອງພັກ, ເສີມຂະຫຍາຍປະຊາທິປະໄຕໃນພັກ, ປະຕິບັດການຕິຊົມຕົນເອງແລະຕິຊົມໃຫ້ດີ, ປະຕິບັດຢ່າງເຄັ່ງຄັດ ມະຕິແລະກົດລະບຽບຂອງພັກກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ເປັນແບບຢ່າງຂອງ​ພະນັກງານ ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ຫົວ​ໜ້າ​(7).

ທີສາມ, ໃຫ້ຄວາມສຳຄັນກັບການສ້າງ​ລະບຽບ​ການ​ເຮັດ​ວຽກ, ກຳນົດ​ສິດທິ​ແລະໜ້າທີ່ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະບຸກຄົນ ​ແລະ ອົງການ​ຢ່າງ​ຈະ​ແຈ້ງ; ພ້ອມກັນນັ້ນ, ເພີ່ມທະວີການກວດກາ, ຕິດຕາມກວດກາການປະຕິບັດພາລະບົດບາດແລະໜ້າທີ່ ຂອງແຕ່ລະຊຸກຄົນ, ອົງການດ້ານໜຶ່ງ, ເພື່ອໃຫ້ພະນັກງານ ສະມາຊິກພັກແຕ່ລະຄົນຍົກສູງຄວາມຮັບຜິດຊອບນັ້ນ, ຄວາມຕ້ອງການທໍາອິດແມ່ນກໍານົດຄວາມຮັບຜິດຊອບແລະຫນ້າທີ່ຂອງແຕ່ລະຄົນຢ່າງຊັດເຈນ, ຈາກນັ້ນ ການເຄື່ອນໄຫວຂອງແຕ່ລະຄົນ ແຕ່ລະອົງການຈັດຕັ້ງຈຶ່ງມີປະສິດທິຜົນ. ຄວາມເປັນຈິງໃຫ້ເຫັນວ່າ, ຕ້ອງມີຄວາມຮັບຜິດຊອບ, ມີສິດຂອບເຂດຢ່າງຈະແຈ້ງ, ແຕ່​ລະ​ຄົນຈຶ່ງຈະ​ສາມາດ​ປະກອບສ່ວນຕົວຈິງ​ໃຫ້​ແກ່​ອົງການ, ຈຶ່ງ “ເວົ້າ​ຄວບຄູ່ກັບເຮັດ”, ​ເຂົ້າຮ່ວມກຸ່ມຕໍ່ຕ້ານລັດທິອັດຕະບຸກຄົນ. ດ້ານອື່ນ, ເພື່ອລະດົມກຳລັງໃຈ ແລະສົ່ງເສີມຈິດໃຈຮັບຜິດຊອບ ແລະ ຈຳກັດຄວາມຂີ້ຄ້ານ, ຂາດຄວາມຮັບຜິດຊອບ, ຄວາມເພິ່ງພາອາໃສ, ຄວາມຄິດຫາຜົນປະໂຫຍດສ່ວນຕົວ ຂອງພະນັກງານ ສະມາຊິກພັກນັ້ນ, ຈຳເປັນຕ້ອງເພີ່ມທະວີວຽກງານກວດກາ, ຕິດຕາມກວດກາການປະຕິບັດໜ້າທີ່, ສິດຂອບເຂດຂອງພະນັກງານ ສະມາຊິກພັກ. ພ້ອມກັນນັ້ນ ກໍຄົ້ນເຜີຍ ແລະ ຈັດການຢ່າງທັນການຕໍ່ພະນັກງານ ສະມາຊິກພັກທີ່​ຝ່າຝືນ​ຄຸນ​ນະພາ​ບ, ​ເສື່ອມ​ເສຍ​ຄຸນສົມບັດ, ວິຖີຊີວິດ, ສວຍ​ໂອກາດ​, ​ບໍ່​ພໍ​ໃຈ, ກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ພາຍ​ໃນ​ພັກ, ລະເມີດ​ຫຼັກການ​ການຈັດ​ຕັ້ງ​ແລະການດຳເນີນຊີວິດພັກ.     

ທີສີ່, ປັບປຸງບູລະນະກົນໄກ ນະໂຍບາຍ ກົດໝາຍຢ່າງບໍ່ຢຸດຢັ້ງ ຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ງວດຂອງ​ວິ​ໄນ​ພັກ ແລະ ກົດ​ໝາຍ​ຂອງ​ລັດ. ຂະບວນການປ່ຽນແປງໃໝ່ແລະການເຊື່ອມໂຍງເຂົ້າກັບສາກົນ, ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃນປະຈຸບັນ ​ມີ​ຄວາມຈຳເປັນທີ່ສຸດທີ່ຈະ​ຕ້ອງ​ເລັ່ງລັດປັບປຸງ​ກົນ​ໄກ ນະ​ໂຍບາຍ ​ແລະ ກົດໝາຍໃຫ້​ຄົບ​ຖ້ວນ ​ເພື່ອ​ຈຳກັດ ຊ່ອງ​ຫວ່າງທີ່​ຖືກໂອກາດໄດ້​ງ່າຍ; ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ລະບຽບ​ວິ​ໄນ ແລະ ຄວາມ​ເຂັ້ມ​ງວດ​ຂອງ​ກົດໝາຍ ​ເພື່ອ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ອົງການ​ລັດ. ພ້ອມກັນນັ້ນ, ເພີ່ມທະວີແລະເສີມຂະຫຍາຍປະຊາທິປະໄຕໃນພັກ ແລະ ປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ; ຈັດການກັບພະນັກງານ ສະມາຊິກພັກທີ່​ລະ​ເມີດລະບຽບວິໄນ​ໂດຍ​ທັນ​ການ​ແລະ​ເປີດ​ເຜີຍ ໂດຍບໍ່ຄຳນຶງເຖິງ​ຕຳ​ແໜ່​ງ​ແລະຄວາມ​ຮັບຜິດຊອບ​ຂອງພວກເຂົາ; ຕໍ່ສູ້​​ກັບ​ນິໄສທີ່​ບໍ່​ດີແລະຄວາມຊົ່ວຮ້າຍ​ໃນພັກຢ່າງ​ເດັດດ່ຽວ. 

ທີຫ້າ, ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນທຸກຊັ້ນວັນນະ ໃນການຕິດຕາມກວດກາພະນັກງານ ລັດຖະກອນ. ນີ້ແມ່ນວິທີແກ້ໄຂບັນຫາທີ່ຮີບດ່ວນແລະໄລຍະຍາວ ຂອງວຽກງານກໍ່ສ້າງພັກ, ກໍຄືໃນການປ້ອງກັນແລະຕ້ານລັດທິອັດຕະບຸກຄົນ ແລະ ກີດກັ້ນສະພາບຄວາມເສື່ອມໂຊມທາງດ້ານຄຸນສົມບັດສິນທຳ, ວີຖິຊີວິດ ຂອງພະນັກງານ ສະມາຊິກພັກຈຳນວນໜຶ່ງໃນປະຈຸບັນ. ຄຽງຄູ່ກັນນັ້ນ, ຕ້ອງເສີມຂະຫຍານດ້ານຕັ້ງໜ້າຂອງຫາງສຽງສັງຄົມ ແລະ ພາຫະນະສື່ມວນຊົນໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຕ້ານຄວາມຫຍໍ້ທໍ້ເລວຊາມ. ການ​ນຳວິທີແກ້ບັນການີ້ໄປປະຕິບັດຢ່າງດີ​ ຈະ​ປະກອບສ່ວນ​ສຶກສາ​ອົບຮົມ ​ແລະ ກ່າວເຕືອນ​ພະນັກງານ ສະມາຊິກ​ພັກທຸກຄົນ, ແລະ ຕໍ່ສູ້ປ້ອງກັນ, ສະກັດກັ້ນການເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ./.

----------------

(1) ໂຮ່ຈີມິນນິພົນຄົບຊຸດສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 15, ໜ້າ 622.

(2) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 619.

(3) ໂຮ່ຈີມິນນິພົນຄົບຊຸດປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 622.

(4) ຫງວຽນ ຝູຈ້ອງ: “ອອກແຮງຮ່ຳຮຽນ, ພະຍາຍາມສູ້ຊົນ ແລະ ຝຶກຝົນຫຼໍ່ຫຼອມ, ປະຕິບັດ​ຕາມແນວຄິດ, ຄຸນສົມບັດ, ​ແບບແຜນ​ຂອງ​ປະທານ​ໂຮ່ຈິີມິນຢ່າງບໍ່ຢຸດຢັ້ງ”, ວາລະສານກອມມູນິດ, ສະບັບທີ 968, ເດືອນມິຖຸນາ 2021, ໜ້າ 5.

(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 202.

(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 180.

(7) ເຊັ່ນ: ກົດລະບຽບເລກທີ 101-QD/TW ລົງວັນທີ 7 ມິຖຸນາ 2012 ຂອງຄະນະເລຂາທິການສູນກາງ, “ວ່າດ້ວຍຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນພະນັກງານນຳພາຫຼັກແຫຼ່ງຂັ້ນຕ່າງໆ”; ກົດລະບຽບເລກທີ 08-QD/TW ລົງວັນທີ 25 ຕຸລາ 2018 ຂອງຄະນະບໍລິຫານງານສູນກາງ, “ວ່າດ້ວຍຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ ສະມາຊິກພັກ, ໂດຍສະເພາະແມ່ນກຳມະການກົມການເມືອງ, ກຳມະການຄະນະເລຂາທິການ, ກຳມະການຄະນະບໍລິຫານງານສູນກາງ”;...

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 996 (ເດືອນສິງຫາ 2022)