ວກ. - ໃນ​ຊຸມ​ປີ​ທີ່ຜ່ານມາ​ມໍ່ນີ້, ການເຄື່ອນ​ໄຫວສື່​ສານ, ​ການໂຄ​ສະ​ນາເຜີຍແຜ່ ແລະ ການແນະນຳຄວາມຄິດເຫັນສັງຄົມ ​ໃນໂລກໄຊເບີ​ມີ​ຄວາມ​ສະ​ດວກ ຄວາມ​ຫຍຸ້ງ​ຍາດ ແລະ ສິ່ງ​ທ້າ​ທາຍທີ່​ສະຫຼັບ​ກັນ ເຊິ່ງ​ຮຽກ​ຮ້ອງ​ຕ້ອງ​ມີ​ບັນດາວິທີແກ້ໄຂ​ທີ່​ຄົບ​ຊຸດ ພ້ອມກັບ​ບັນ​ດາ​ບາດ​ກ້າວ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ.

ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ​ການປະຍຸກ​ໃຊ້​ອິນ​ເຕີ​ເນັດເຮັດໃຫ້ເກີດພຶ້ນທີ່​ຍຸດ​ທະ​ສາດ​ໃໝ່ ​ທີ່​​ເອີ້ນ​ວ່າ ໂລກໄຊເບີ(cyberspace - ໄຊເບີສະເປດ) ທີ່ນຳ​ມາເຊິ່ງໂອ​ກາດໃນການ​ພັດ​ທະ​ນາ​ຫຼວງຫຼາຍ ພ້ອມດ້ວຍ​ຄວາມທ້າທາຍໃນທຸກດ້ານ ຂອງ​ຊີ​ວິດ​ສັງ​ຄົມໃນ​ປະ​ເທດ​ຕ່າງໆ. ໃນຫວຽດ​ນາມ, ຂໍ້ມູນຂ່າວສານ ການໂຄ​ສະ​ນາເຜີຍແຜ່ ແລະ ການແນະນຳຄວາມຄິດເຫັນສັງຄົມ ​ຖື​ເປັນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ທຳ​ອິດ​ທີ່ໄດ້ຮັບ​​ຜົນກະທົບຈາກ​ໂລກໄຊເບີ.    

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້ເນັ້ນ​ວ່າ: “ຍົກ​ສູງ​ຄຸນ​ນະ​ພາບ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ຂອງລະ​ບົບ​ຂໍ້​ມູນ​ຂ່າວ​ສານ, ໜັງ​ສື​ພິມ, ອິນ​ເຕີເນັດ, ການ​ພິມ​ຈຳ​ໜ່າຍ; ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນການ​ຄຸ້ມ​ຄອງໂລກໄຊເບີ. ​ກໍ່ສ້າງ​ອົງການ​ຂ່າວ​​ ແລະ ສຳນັກ​ສື່​ມວນ​ຊົນທີ່​ສຳຄັນ ໃຫ້ມີຄວາມ​ແຂງ​ແຮງພໍທີ່ຈະປະຕິບັດພາລະໜ້າທີ່ສື່ຂ່າວໂຄສະນາການທີ່ຈຳເປັນໄດ້ເປັນຢ່າງດີ ແລະ ເປັນເຈົ້າໃນແນວຮົບຂໍ້ມູນຂ່າວສານ(1). ໂດຍຮັບຮູ້ເຖິງຄວາມສຳຄັນຂອງໂລກໄຊເບີ ຕໍ່​ຊີ​ວິດ​ແນວ​ຄິດ ວັດທະນະທຳ ແລະ ຄຸນສົມບັດສິນທຳຂອງປະຊາຊົນ, ໂດຍສະເພາະເຍົາວະຊົນລຸ້ນໃໝ່, ໃນ​ວັນ​ທີ 5 ມີ​ນາ 2022, ນາ​ຍົກ​ລັດ​ຖະ​ມົນ​ຕີອອກມະຕິ​ຕົກ​ລົງ​ເລກ​ທີ 311/QĐ-TTg, ອະ​ນຸ​ມັດ​ໂຄງ​ການ​ສຶກ​ສາ​ອຸ​ດົມ​ຄະ​ຕິ​ປະ​ຕິ​ວັດ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ ​ສຳລັບເຍົາວະຊົນແລະຊາວໜຸ່ມ ໃນໂລກໄຊເບີ ໃນໄລຍະປີ 2022-2030.​  

ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນ ແມ້ງ ຮູ່ງ (ຜູ້ຢູ່ເບື້ອງຂວາ) ໂອ້ລົມກັບນັກສຶກສາ ສະຖາບັນເຕັກໂນໂລຊີໄປສະນີ ແລະ ໂທລະຄົມມະນາຄົມ ທີ່ຫ້ອງປະຕິບັດການເຄືອຂ່າຍໂທລະສັບເຄື່ອນທີ່ລຸ້ນທີ 4 ສຳລັບນັກສຶກສາ ພັດທະນາໂດຍບໍລິສັດອຸດສາຫະກຳໂທລະຄົມມະນາຄົມທະຫານ (Viettel) _ພາບ: thanhnien.vn

ບົດ​ບາດ​ຂອງ​ໂລກໄຊເບີໃນ​ຊີ​ວິດ​ວັດ​ທະ​ນະ​ທຳ
ແລະ
ແນວ​ຄິດ​ຂອງ​ຫວຽດ​ນາມໃນປະ​ຈຸ​ບັນ

ທີ​ໜຶ່ງ, ໂລກໄຊເບີ​ມີ​ບົດ​ບາດ​ສຳ​ຄັນໃນ​ການ​ສ້າງ​ລະ​ບົບ​ແນວ​ຄິດຫຼັກ ​ຂອງ​ປະ​ເທດ.

ໃນ​ຊຸມ​ປີ​ທີ່ຜ່ານມາ, ພັກ ແລະ ລັດ​ຫວຽດ​ນາມ ຍາມ​ໃດ​ກໍ່ໃຫ້ຄວາມ​ສຳ​ຄັນ​ກັບການ​ພັດ​ທະ​ນາ​ອິນ​ເຕີ​ເນັດ, ​ຈາກນັ້ນ, ມີ​​ແຜນນ​ະ​ໂຍ​ບາຍ ແນວ​ທາງ ນະ​ໂຍ​ບາຍ ແລະ ກົດ​ໝາຍ​ໃນການແກ້​ໄຂສາຍ​ພົ​ວ​ພັນ​ ລະ​ຫວ່າງ​ສະຖຽນລະພາບແລະການ​ພັດ​ທະ​ນາ, ປະ​ຊາ​ທິ​ປະ​ໄຕແລະລະ​ບຽບວິໄນຢ່າງເໝາະສົມ; ​ຜ່ານນັ້​ນ ​​ບັນ​ລຸ​​ຜົນ​ສຳເລັດທີ່​ສຳ​ຄັນ, ຊຸກ​ຍູ້​ການ​ພັດ​ທະ​ນາໂລກໄຊເບີ.        

ເຖິງ​ເດືອນ​ມັງ​ກອນ 2022, ຢູ່​ຫວຽດ​ນາມ ມີ​ຜູ້​ໃຊ້​ອິນ​ເຕີ​ເນັດ​ 72,1 ລ້ານ​ຄົນ, ເທົ່າ​ກັບ 73,2% ຂອງປະຊາກອນທົ່ວ​ປະ​ເທດ (ເພີ່ມ​ຂຶ້ນ 4,9% ເມື່ອ​ທຽບ​ກັບ​ປີ 2021), ຜູ້ໃຊ້​ສື່​ສັງ​ຄົມ 76,95 ລ້ານ​ຄົນ, ກວມ​ເອົາ 78,1% ຂອງ​ປະຊາກອນ​ທັງ​ໝົດ (ເພີ່ມ​ຂຶ້ນ 6,9% ເມື່ອ​ທຽບ​ກັບ​ປີ 2021). ອັດ​ຕາ​ສ່ວນຜູ້ໃຊ້ບໍລິການມືຖືທີ່ໃຊ້​ໂທ​ລະ​ສັບສະຫຼາດ​ກວມ​ເອົາ 94,6%, ສູງກວ່າ​ລະ​ດັບ​​ສະ​ເລ່ຍ​ຂອງ​ໂລກ. ເວ​ລາສະເລ່ຍໃນການໃຊ້​ອິນ​ເຕີ​ເນັດ​ຕໍ່​ວັນ​ຂອງບຸກ​ຄົນແມ່ນ 6 ຊົ່ວ​ໂມງ 38 ນາ​ທີ, ໂດຍ​ເຂົ້າເຖິງ​ຈາກ​ໂທ​ລະ​ສັບ​ມື​ຖື​ແມ່ນ 3 ຊົ່ວ​ໂມງ 32 ນາ​ທີ, ຈາກ​​ອຸ​ປະ​ກອນ​ອື່ນໆ​ແມ່​ນ 3 ຊົ່ວ​ໂມງ 6 ນາ​ທີ, ມີເວລາໃຊ້ສື່ສັງຄົມ 2 ຊົ່ວ​ໂມງ 28 ນາ​ທີ. ສື່​ສັງ​ຄົມ​ທີ່​ຖືກ​ນຳ​ໃຊ້​ຫຼາຍ​ທີ່​ສຸດ​ໃນ​ຫວຽດ​ນາມຕາມລຳດັບ​ດັງນີ້ Facebook, Zalo, Facebook Messenger, Tiktok, Instagram, Twitter, Telegram, Pinterest,... ສະ​ເພາະ​ສື່​ສັງ​ຄົມ Facebook ມີຜູ້ໃຊ້ 70,4 ລ້ານ​ຄົນ(2). ສິ່ງ​​ນີ້ສະແດງ​ໃຫ້​ເຫັນ​ວ່າ, ໂລກໄຊເບີ​​ເປັນທີ່ຮັກຂອງຊາວຫວຽດ​ນາມສ່ວນໃຫຍ່ ແລະ ປະ​ຕິ​ບັດ​ການການພົວ​ພັນແລກ​ປ່ຽນ​ທາງສັງ​ຄົມ.

ໂລກໄຊເບີກໍ່​ແມ່ນພື້ນທີ່ສະແດງຄວາມຄິດເຫັນສັງຄົມຂະໜາດໃຫຍ່ ເຊິ່ງຂໍ້​ມູນ​ຂ່າວ​ສານ (ໃນຮູບແບບຕ່າງໆ) ເປັນ​ສາຍ​ທີ່ເບິ່ງບໍ່ເຫັນ ທີ່​ເຊື່ອມ​ໂຍງຜູ້​ເຂົ້າ​ຮ່ວມທັງໝົດ. ພິ​ຈາ​ລະ​ນາ​ທາງ​ດ້ານປະລິມານ, ບໍ່​ມີ​ອົງ​ການຫຼືຊຸມ​ຊົນອື່ນ​ໃດທີ່​ມີສະ​ມາ​ຊິກຈຳນວນຫຼາຍເທົ່າກັບຊຸມຊົນອອນໄລ. ພິ​ຈາ​ລະ​ນາ​ທາງ​ດ້ານຜູ້ຊົມ, ບໍ່​ມີ​ອົງ​ການ​ຫຼືຊຸມ​ຊົນອື່ນ​ໃດ​ທີ່​ມີຜູ້ຊົມທີ່ຫຼາກຫຼາຍ​ຄື​ໂລກໄຊເບີ, ເພາະ​ວ່າ ​ທຸກຄົນສາ​ມາດ​ເຂົ້າ​ຮ່ວມ​ໄດ້ ໂດຍບໍ່​ມີ​ການ​ຈຳ​ແນກ​ທາງ​ເພດ ອາ​ຍຸ ອາ​ຊີບ ເຊື້ອຊາດ ສັນ​ຊາດ. ພິ​ຈາ​ລະ​ນາ​ທາງ​ດ້ານ​ລັກ​ສະ​ນະ, ບໍ່​ມີ ສະ​ໜາມຫຼິ້ນໃດ​ທີ່​ມີ​ລະ​ດັບ​ເສ​ລີພາບເພື່ອໃຫ້ແຕ່​ລະ​ຄົນ​ສະ​ແດງທັດ​ສະ​ນະ ຫຼັກ​ໝັ້ນ ບຸກຄະລິກ​ຂອງ​ຕົນ​ໄດ້ຢ່າງເຕັມທີ ຄືໃນໂລກໄຊເບີ. ພິ​ຈາ​ລະ​ນາ​ທາງ​ດ້ານ​ການ​ເມືອງ, ໂລກໄຊເບີ​ແມ່ນພື້ນທີ່ໃນ​ອຸ​ດົມ​ຄະ​ຕິ ​ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍຂອງການ​ຕໍ່​ສູ້​ທາງດ້ານ​ແນວ​ຄິດ, ​ຍຸດ​ທະ​ສາດ​ຂໍ້​ມູນຂ່າວສານ ແລະ ການສື່ສານ​ ຂອງ​ບັນ​ດາ​ອັດ​ຕະ​ພາບ ​ດ້​ວຍ​ບັນ​ດາກິດຈະກຳ​ໂຄ​ສະ​ນາເຜີຍແຜ່, ສ້າງ​ຫາງສຽງ ແລະ ແນະນຳຄວາມຄິດເຫັນ ໂລກໄຊເບີ​ເຮັດ​ໃຫ້​ລັກ​ສະ​ນະ​ສັບ​ສົນ​ໃນ​ແນວຮົບ​ແນວ​ຄິດ ສະ​ແດງອອກ​ຢ່າງ​ເລິກ​ເຊິ່ງ ແລະ ​ຜັນ​ແປປ່ຽນ​ນັບ​ມື້​ນັບ​ຄາດ​ເດົາ​ຍາກ. ສຳ​ລັບ​ແຕ່​ລະ​ປະ​ເທດ, ການຄວບຄຸມ​ຊີ​ວິດດ້ານແນວ​ຄິດ​ໃນໂລກໄຊເບີແມ່ນ​ໜ້າ​ທີ່​ສຳ​ຄັນ ​ເພື່ອ​ປົກ​ປັກ​ຮັກ​ສາ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ກຳ​ລັງ​ແຮງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ.

ຢູ່​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ, ໂລກໄຊເບີ​ແມ່ນ​ບ່ອນ​ທີ່​ຕ້ອງໄດ້ຮັບ​ບຸ​ລິ​ມະ​ສິດໃຫ້ຈັດຕັ້ງປະ​ຕິ​ບັດ​ລະ​ບົບ​ແນວ​ຄິດ​ຊີ້ນຳ. ຈຳເປັນຕ້ອງ​ປ່ຽນໂລກໄຊເບີ​ເປັນ ພື້ນທີ່ອຸດົມສົມບູນເພື່ອ​ປູກຝັງ ເມັດພັນທາງອຸດົມການທີ່​ດີ​ຂອງ​ລັດ​ທິ​ມະ​ນຸດນິຍົມ, ຄວາມກ້າວ​ໜ້າ ແລະ ສັນ​ຕິ​ພາບ. ໂລກໄຊເບີຕ້ອງ​ໄດ້​ຮັບ​ການປະຍຸກໃຊ້, ນຳໃຊ້ ​ແລະ ເສີມ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ ​ໃນ​ການສ້າງລະບົບແນວຄິດ​ຕົ້ນຕໍ​ຂອງ​ປະ​ເທດ, ປະກອບສ່ວນ​ສ້າງປະເທດ​ໃຫ້​ເຂັ້ມ​ແຂງແຮງກ້າ ​ແລະ ຈະເລີນຮຸ່ງເຮືອງ.

ທີ​ສອງ, ໂລກໄຊເບີ​ປະກອບສ່ວນສົ່ງເສີມການພັດທະນາວັດທະນະທໍາ ແລະແນວຄິດ.

ໃນ​ປະ​ຈຸ​ບັນ, ໂລກໄຊເບີ​ແມ່ນ​ສູນ​ກາງ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ. ການ​ແລກ​ປ່ຽນ ແລະ ການປະສົມປະສານບັນ​ດາ​ກະ​ແສ​ຄວາມ​ຄິດ ແລະ ບັນ​ດາ​ຄຸນ​ຄ່າທາງ​ວັດ​ທະ​ນະ​ທຳ​ທີ່ຫຼາກຫຼາຍ​ ຊ່ວຍເສີມສ້າງຊີວິດ​ທາງ​ແນວ​ຄິດ ແລະ ວັດ​ທະ​ນະ​ທຳ, ເປີດກວ້າງ​ວິ​ໄສ​ທັດ, ຊຸກຍູ້ການ​ເຝິກ​ຝົນບຸກຄະລິກກະພາບ ແລະ ພັດທະນາ​ສະ​ຕິ​ປັນ​ຍາ​ຂອງ​ມະ​ນຸດ. ໂລກໄຊເບີ​ແມ່ນ​ພື້​ນ​ຖານ​ໃຫຍ່​ໃຫ້​ແກ່​ຂໍ້​ມູນ​ຂ່າວ​ສານ ແລະ ຄວາມຄິດເຫັນ​ສັງ​ຄົມ, ໃນ​ນັ້ນ​ມີ​ຊາວ​ເນັດ​ຫຼາຍ​ລ້ານ​ຄົນ ​ໄດ້ຮັບ​ຂໍ້​ມູນ​ຂ່າວ​ສານ ​ແລະ ແລກ​ປ່ຽ​ນ​ຂໍ້​ມູນ​ຂ່າວ​ສານ. ສິ່ງນີ້​ສົ່ງຜົນ​ກະ​ທົບ​ສຳ​ຄັນ​ຕໍ່ວິ​ທີ​ການສະແຫວງຫາ​ຄວາມ​ຮູ້, ວິ​ທີ​ການ​ນຶກ​ຄິດ, ວິທີການເບິ່ງຊີວິດ ແລະ ກິດຈະກໍາທາງສັງຄົມ, ໂດຍສະເພາະເຍົາວະຊົນລຸ້ນໃໝ່. ຍ້ອນ​ແນວນັ້ນ, ເພື່ອກໍ່​ສ້າງ​ປະ​ເທດໃຫ້ມີໂລກໄຊເບີທີ່ແຂງແຮງ ກະຕືລືລົ້ນ ປອດ​ໄພ ແລະ ພັດ​ທະ​ນາຢ່າງແທ້ຈິງ, ພວກ​ເຮົາ​ຕ້ອງ​ມີ​ພື້ນ​ຖານ​ແນວ​ຄິດ​ທີ່​ໝັ້ນ​ຄົງ ແລະ ​ວັດ​ທະ​ນະ​ທຳທີ່ມີຊີວິດ​ຊີ​ວາ. ​ເຖິງເວ​ລາ​ນັ້ນເທົ່ານັ້ນ​, ເຮົາຈຶ່ງຈະສາມາດ ຕ້ານ​ທານແລະ ​ ​ລົບ​ລ້າງ​ຂໍ້​ມູນເສດສັນປັ້ນແຕ່ງ, ​ຜິດ​ພາດ ຫຼື​ຄວາມ​ຄິດ​ທີ່ບິດເບືອນແລະປະ​ຕິ​ການ; ບັນ​ດາ​ປະ​ກົດ​ການ​ເສື່ອມໂຊມ​ທາງ​ວັດ​ທະ​ນະ​ທຳ​​ກຳ​ລັງ​ແຜ່​ກະຈາຍ ແລະ ເຜີຍແຜ່ໃນໂລກໄຊເບີ, ກໍ່ໃຫ້ເກີດ​ຄວາມຫວາດຫວັ່ນ ແລະ ບໍ່ໄວ້ວາງໃຈໃນໝູ່ປະຊາ​ຊົນ, ເຮັດ​ໃຫ້​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ລະ​ບົບ​ແນວ​ຄິດ​ທາງ​ການ​ຖືກລົດ​ຜ່ອນອ​ອ່ນ​ເພຍ​ລົງ, ​ປ່ຽນ​ແປງ​ບັນດາ​ຄຸນຄ່າ​ວັດທະນະທຳ, ຄວາມ​ເຊື່ອ ແລະ ປະຫວັດສາດ​ຂອງ​​​ປະ​ເທດຊາດ.

ທີ​ສາມ, ໂລກໄຊເບີມີຜົນກະທົບເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ໝັ້ນ​ຄົງແລະການພັດ​ທະ​ນາ​ຂອງ​ສັງ​ຄົມ.

ໃນແງ່ຂອງການ​ຄຸ້ມ​ຄອງ​ລັດ, ໂລກໄຊເບີ​ຊ່ວຍເພີ່ມຄວາມຍືດຫຍຸ່ນໃນ​ກິດຈະກຳການຄຸ້ມ​ຄອງ​​ລັດ ແລະ ປັບປຸງຄວາມຄ່ອງຕົວຂອງ​ລະ​ບົບຮັກສາຄວາມປອດໄພທີ່ສຳຄັນຂອງ​ປະ​ເທດ. ​ຄຽງ​ຄູ່​​ກັບ​ບັນ​ດາຂໍ້​ໄດ້​ປຽບ​ເຫຼົ່ານີ້, ໂລກໄຊເບີຍັງມີຄວາມສ່ຽງສູງຢູ່ສະເໝີ, ນັ້ນ​ຄື: 1- ຄວາມ​ສ່ຽງ​ທີ່​ຈະ​ທຳລາຍພາລະ​ໜ້າ​ທີ່​ບໍລິຫານ​ຂອງ​ລັດ; 2- ຄວາມສ່ຽງທີ່ຈະທຳລາຍການຈັດຕັ້ງ ແລະ ປິດໃຊ້ງານລະບົບຮັກສາຄວາມປອດໄພທີ່ສຳຄັນຂອງປະເທດ; 3- ຄວາມສ່ຽງທີ່ຈະປັບຈິດສຳນຶກທາງສັງຄົມຄືນໃໝ່(3).    

ຄວາມເປັນຈິງ​ໃຫ້​ເຫັນ​ວ່າ, ​ໃນ​ປີ 2021 ພຽງປີດຽວ, ຄວາມ​ເສຍ​ຫາຍທີ່ເກີດຈາກອາ​ຊະ​ຍາ​ກຳທາງ​​ໄຊເບີ​​ໃນທົ່ວ​ໂລກ​ປະມານ 102,3 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຕໍ່​ເດືອນ. ຢູ່​ຫວຽດ​ນາມ, ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ປະ​ເພດ​ຕ່າງໆ ​ກໍ່​ຊອກ​ຫາ​ວິ​ທີໂ​ຈມ​ຕີ​ເຂົ້າ​ໃນ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ​ທີ່ສຳ​ຄັນ​ ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ບັນ​ດາ​ຂະ​ແໜງ​ການ​ຄົມ​ມະ​ນາ​ຄົ​ມ-ຂົນ​ສົ່ງ, ການ​ເງິນ, ທະ​ນາ​ຄານແນ​ໃສ່ຢຶດ​ເອົາ​ເອ​ກະ​ສານ​ປິດ​ລັບ​ຂອງ​ລັດ, ຂໍ້​ມູນ​ລູກ​ຄ້າ, ກໍ່​ຜົນ​ຮ້າຍ​ທີ່​ຮ້າຍ​ແຮງຫຼາຍ​ຢ່າງ. ​ຕາມ​ຂໍ້​ມູນ​ຈາກ​ກົມ​ປ້ອງ​ກັນ​ຄວາມປອດໄພທາງໄຊເບີ ແລະ ປ້ອງ​ກັນແລະຕ້ານ​ອາ​ຊະ​ຍາ​ກຳ​​ເຕັກ​ໂນ​ໂລ​ຊີ​ສູງ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ໃນ 5 ເດືອ​ນ​ຕົ້ນ​ປີ 2022, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້ກວດພົບ ແລະ ວິ​ເຄາະ​ຄຳ​ເຕືອນ​ແລະສັນ​ຍານຫຼາຍກວ່າ 8 ລ້ານລາຍການ ​ທີ່ກ່ຽວຂ້ອງກັບ​ການເຄື່ອນ​ໄຫວໂຈມ​ຕີ​ທາງໄຊເບີ. ໃນ​ນັ້ນ, ​ກວດ​ພົບ, ກວດສອບ ແລະ ຈັດການກັບ​ການໂຈມຕີ​ທາງໄຊເບີເກືອບ 400 ລາຍການ ຢູ່ໃນເວັບ​ໄຊແລະປະຕູເອເລັກໂຕຮນິກ​ໃນ​ປະ​ເທດ; ຄົ້ນ​ພົບທີ່ຢູ່ IP ເກືອບ 1.000 ລາຍການໃນປະ​ເທດທີ່ໃຊ້ປະໂຫຍດຈາກຊ່ອງໂວ່ດ້ານຄວາມປອດໄພ, ຕິດໄວຣັດໂຄ້ດອັນຕະລາຍ ທີ່ຢູ່​ໃນ​ເຄືອ​ຂ່າຍ​ຄອມຜິວເຕີ ຜີຂອງ​ແ​ຮັກ​ເກີ. ພ້ອມ​ກັນ​ນັ້ນ, ກວດຈັບແລະຈັດການຄະ​ດີ​ສ​ະ​ເພາະແລະລາຍ​ຄະ​ດີ 840 ຄະດີທີ່​ກ່ຽວຂ້ອງກັບ​ອາ​ຊະ​ຍາ​ກຳທາງໄຊເບີ, ອາ​ຊະ​ຍາ​ກຳໂດຍໃຊ້​ເຕັກ​ໂນ​ໂລ​ຊີ​ສູງ (ເພີ່ມ​ຂຶ້ນ 42% ເມື່ອ​ທຽບ​ກັບ 6 ເດືອນ​ທີ່ຜ່ານມາຂອງ​ປີ 2021)(4).

ໂລກໄຊເບີແມ່ນ ເຮືອນຮ່ວມ​ກັນ​ຂອງ​ຊຸມຊົນອອນໄລ, ດັງນັ້ນ ບັນ​ດາສະ​ມາ​ຊິກ​ໃນ​ນັ້​ນ​ລ້ວນໄດ້ຮັບ​ຜົນ​ກະ​ທົບຈາກ​ມັນ. ໂລກໄຊເບີ​ແມ່ນສະເໝືອນຈິງ​ ແຕ່ຜູ້ໃຊ້ແມ່ນຕົວຈິງ, ແລະ ບັນດາຜູ້ເຂົ້າຮ່ວມຕ້ອງໄດ້ຮັບການຮັບຮອງຈາກເຄືອຊ່າຍທີ່ເໝາະສົມ ແລະ ປອດໄພ ໂດຍລະບົບຂໍ້ບັງຄັບທາງກົດໝາຍສາກົນແລະໃນປະເທດ ເຊິ່ງຊີ້ແຈງສິດທິແລະພັນທະຂອງຝ່າຍຕ່າງໆທີ່ກ່ຽວຂ້ອງ.

ທີ​ສີ່, ໂລກໄຊເບີ​ແມ່ນ​ຈຸດໃຈ​ກາງໃນ​ການ​ຕໍ່​ສູ້​ດ້ານ​ແນວ​ຄິດ ເພື່ອ​ປົກປ້ອງ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ​ໃນ​ປະ​ຈຸ​ບັນ.   

ການ​ພັດ​ທະ​ນາ​ຢ່າງ​ໄວ​ວາ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານແລະ​ອິນ​ເຕີ​ເນັດ ​ໄດ້ປ່ຽນ​ແປງວິ​ທີ​ການ​ສ້າງ ເຜີຍ​ແຜ່​ ແລະ ຊີ້ນຳ​ຄວາມຄິດເຫັນສັງຄົມຢ່າງເລິກເຊິ່ງ. ສະຖານະການໃໝ່ໆ ແລະ ບັນ​ຫາ​ໃໝ່ໆ ​ໃນດ້ານ​ແນວ​ຄິດ​ເກີດ​ຂຶ້ນແລະເພີ່ມ​ຂຶ້ນ​ໃນໂລກໄຊເບີ; ​ທັດ​ສະ​ນະ​ທີ່​ຜິດ ເປັນປະຕິ​ປັກ, ແນວ​ຄິດ​ປະ​ຕິ​ການແລະຈັດ​ໂພດຈຳນວນຫຼາຍຍັງຖືກ​ສ້າງຂຶ້ນ ແລະ ໝັກໃນ​ສະ​ພາບ​ແວດ​ລ້ອມ​ຂອງໂລກໄຊເບີນີ້.

ຢູ່​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ, ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ​​ໃນ​ປະ​ເທດແລະຕ່າງ​ປະ​ເທດ​ ​ພວມ​ພະຍາຍາມ​ນຳ​ໃຊ້ໂລກໄຊເບີ​ ເພື່ອ​ປ້າຍສີ​ພາບ​ພົດຂອງປະເທດ ​ແລະ ​ເຮັດ​ໃຫ້​ຖານະບົດບາດຂອງ​ປະ​ເທດ ລວມເຖິງ​ລະບົບ​ການ​ເມືອງ ເສື່ອມເສຍໄປ. ພວກ​ມັນ​ເພີ່ມ​ທະ​ວີ​ການ​ຕ້ານຢັນ​ທຳ​ລາຍ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ລະ​ບົບ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ, ໃສ່​ຮ້າຍ​ປ້າຍ​ສີ​ການ​ນຳ​ພັ​ກແລະລັດ, ເຜີຍ​ແຜ່ຄວາມ​ຄິດທີ່ເປັນສັດຕູ, ຍຸຍົງໃຫ້ເກີດຄວາມ​ຄຽດ​ແຄ້ນ, ບໍ່​ພໍ​ໃຈ, ຂັດ​ແຍ້ງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການໂ​ຈມ​ຕີ​ທາງໄຊເບີ ແລະ ການກະທຳທີ່ກໍ່ກວນ ແລະ ກໍ່ວິນາດສະກຳດ້ານຄວາມປອດໄພ ທັງແບບດັ້ງເດີມແລະບໍ່ເປັນ​​ແບບ​ດັ້ງ​ເດີມ ​ໃນໂລກໄຊເບີ ໄດ້​ເພີ່ມຂຶ້ນ​ດ້ວຍກົນອຸບາຍທີ່ເລິກແລບແນບນຽນ ແລະ ອັນ​ຕະ​ລາຍທີ່ສຸດ, ກໍ່ໃຫ້ເກີດຄວາມ​ເສຍ​ຫາຍ​ຮ້າຍ​ແຮງ. ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ຂ່າວ​ປອມ ຂ່າວ​ຮ້າຍ ອັນ​ຕະ​ລາຍ, ລົບ​ກວນ​ຊີວິດ​ສັງຄົມ, ໂດຍສະເພາະ​ແມ່ນ​ຊີ​ວິດ​ແນວ​ຄິດ ແລະ ການ​ເມືອງ​ໃນ​ປະ​ຊາ​ຊົ​ນ​ທຸກ​ຊົນ​ຊັ້ນ. ຫວຽດ​ນາມມັກຈະ​ຢູ່​ໃນ 3 ອັນດັບຕົ້ນຂອງປະ​ເທດ​ທີ່​ຖືກໂ​ຈມຕີທາງໄຊເບີຫຼາຍ​ທີ່​ສຸດ​ໃນ​ປີ 2018, 2019, 2020 ແລະ ເປັນ​ປະ​ເທດ​ທີ່​ມີ​ອັດ​ຕາການ​ພົບ ແຣນຊັມແວ ​ສູງ​ທີ່​ສຸດ​ໃນພາກພື້ນ​ອາ​ຊີ-ປາ​ຊີ​ຟິກ​ ໃນ​ປີ 2019(5)ໃນ​ເວ​ລາ​ທີ່​ຜ່ານ​ມາ, ​ຫວຽດ​ນາມ​ໄດ້ຄົ້ນ​ພົບ​ເວັບ​ໄຊ, ບ​ລ໊ອກ, ບັນ​ຊີ​ເຄືອ​ຂ່າຍ​ສັງ​ຄົມກວ່າ 3000 ແຫ່ງ ແລະ ສະ​ມາ​ຄົມແລະກຸ່ມເກືອບ 100 ແຫ່ງໃນ Facebook ​ທີ່​​ລົງ​ພິມຂ່າວ ຂໍ້ມູນຕໍ່ຕ້ານ​ພັກແລະລັດເປັນປະຈຳ, ຍຸຍົງກໍ່​ຄວາມ​ວຸ່ນ​ວາຍຕໍ່ຄວາມ​ໝັ້ນຄົງ ຄວາມປອດໄພ ແລະ ຄວາມສະຫງົບ​ຮຽບ​ຮ້ອຍ, ຍຸຍົງໃຫ້ເກີດການຊຸມນຸມປະ​ທ້ວງ, ການຈະ​ລາ​ຈົນ, ປະຕິບັດ ການປະ​ຕິ​ວັດ​ສີ”, “ການ​ປະ​ຕິ​ວັດ​ຕາມ​ຖະ​ໜົນ", ລົບ​ກວນ​ຊີ​ວິດ ​ແລະ ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ແນວ​ຄິດ ແລະ ການ​ເມືອງ​ໃນ​ປະ​ເທດ,…(6).     

ໂລກໄຊເບີ​ໄດ້​ກາຍ​ເປັນ ​ດິນແດນ​ພິ​ເສດແຫ່ງທີ່​ 5 ຂອງປະເທດ ຖັດຈາກແຜ່ນດິນໃຫຍ່ ເກາະດອນ ເຂດ​ນ້ຳ ແລະ ເຂດ​ນ່ານ​ຟ້າ​ຂອງ​ປະ​ເທດ(7). ອາດ​​ເວົ້າ​ໄດ້​ວ່າ, ຫາກບໍ່ສາມາດຮັບປະກັນຄວາມປອດໄພທາງໄຊເບີສະເປດໄດ້ ​ຄວາມ​ໝັ້ນຄົງຂອງຊາດກໍ່ບໍ່ສາມາດບັນລຸໄດ້​; ຄວາມ​ປອດ​ໄພ​ທາງໄຊເບີສະເປດກ່ຽວຂ້ອງ​ໂດຍ​ກົງກັບຄວາມໝັ້ນຄົງທາງ​ດ້ານ​ແນວ​ຄິດ ແລະ ຄວາມໝັ້ນຄົງທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ. ດັ່ງ​ນັ້​ນ, ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນຄົງຂອງ​ຊາດ​ຕັ້ງແຕ່ຕົ້ນ ຈາກ​ໄກ, ຕ້ອງເອົາໃຈໃສ່ເປັນພິເສດເຖິງ​ການ​ຮັບ​ປະ​ກັນ​ຄວາມ​ປອດໄພທາງໄຊເບີສະເປດ. ພິ​ເສດ, ການເຄື່ອນ​ໄຫວດ້ານຂໍ້ມູນຂ່າວສານ, ການ​ໂຄ​ສະ​ນາເຜີຍແຜ່ ແລະ ການຕໍ່​ສູ້​ກັບ​ບັນ​ດາ​ຖ້ອຍ​ທຳ​ນອງ​ເສກ​ສັນ​ປັ້ນ​ແຕ່ງ, ປະຕິການ, ບິດ​ເບືອນ​ຄວາມ​ຈິງ ແລະ ຕໍ່ຕ້ານ​​ພັກແລະລັດ​ ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ​ໃນໂລກໄຊເບີ ເຊິ່ງ​ຕ້ອງຖື​ເປັນຈຸດໃຈກາງ​ສຳ​ຄັນໃນ​​ການ​ຕໍ່​ສູ້​ດ້ານ​ແນວ​ຄິດ​ໃນໂລກໄຊເບີ​ໃນ​ປະ​ຈຸ​ບັນ.   

ຄວາມຕ້ອງການບາງຢ່າງສໍາລັບກິດຈະກໍາຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່
ແລະ ການແນະນຳຄວາມຄິດເຫັນສັງຄົມ ໃນໂລກໄຊເບີໃນ​ປະ​ຈຸ​ບັນ

ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ລວມ, ກິດຈະກຳ​ຂໍ້​ມູນ​ຂ່າວ​ສານ, ການ​ໂຄ​ສະ​ນາເຜີຍແຜ່ ແລະ ກາ​ນແນະນຳຄວາມຕິດເຫັນສັງຄົມໃນໂລກໄຊເບີ ​ຕ້ອງ​​ຮັບ​ປະ​ກັນຫຼັກ​ໝັ້ນທີ່​ຈະ​ແຈ້ງ ​ຕາມ​ແນວ​ທາງ​ການ​ເມືອງ ​ແນວທາງການ​ໂຄ​ສະ​ນາ ແລະ ທິດທາງ​ຄຸນ​ຄ່າ​ທີ່ຖືກ​ຕ້ອງ; ຮັກ​ສາ​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ງ​ຄອງ​ຂອງ​ລັດ; ສຸມໃສ່​ຮັບ​ໃຊ້ການ​ພັດ​ທະ​ນາ​​ປະ​ເທດ, ຮັກ​ສາ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີປວງຊົນ​ທັງ​ຊາດ, ປັບປຸງ​ຊີ​ວິດທາງດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ; ພ້ອມ​ກັນນັ້ນ, ເພີ່ມ​ທະ​ວີ​ການ​​ສົນ​ທະ​ນາ​ເພື່ອເຜີຍແບ ແລະ ປະ​ຕິ​ເສດ​ຖ້ອຍ​ທຳ​ນອງ​ເສກ​ສັນ​ປັ້ນ​ແຕ່ງ, ໃສ່​ຮ້າຍ​ປ້າຍ​ສີ ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ​ ທີ່ມີ​ກົນ​ອຸ​ບາຍ​ຕໍ່ຕ້ານ​ທຳ​ລາຍ​ປະ​ເທດ​ເຮົາ.

ກ່ຽວກັບຄວາມຕ້ອງການສະເພາະ, ກິດຈະກຳ​ຂໍ້​ມູນ​ຂ່າວ​ສານ, ການ​ໂຄ​ສະ​ນາເຜີຍແຜ່ ແລະ ການແນະນຳຄວາມຄິດເຫັນສັງຄົມໃນໂລກໄຊເບີ​ ຄວນປະຕິບັດຕາມເນື້ອໃນດັ່ງຕໍ່ໄປນີ້:   

ທີ​ໜຶ່ງ, ປະ​ຕິ​ບັດ​ຕາມ​ການ​ນຳ​ພາທີ່​ຖືກ​ຕ້ອງແລະທົ່ວເຖິງ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມຕໍ່​ວຽກ​ງານ​ແນວ​ຄິດ​ເວົ້າ​ລວມ ແລະ ການເຄື່ອນ​ໄຫວ​ຂໍ້​ມູນ​ຂ່າວ​ສານ ແລະການ​ໂຄ​ສະ​ນາ ​ເວົ້າ​ສະ​ເພາະ.

ນີ້​ແມ່ນ​ຄວາມ​​ຕ້ອງ​ການ​ທີ່ສຳ​ຄັນເພື່ອ​ຮັກ​ສາ​​ບົດ​ບາດ​ນຳ​ພາ​ຮອບ​ດ້ານ​ຂອງ​ພັກ ​ຕໍ່​ລັດແລະສັງ​ຄົມ. ເຖິງວ່າ​ສະຖານະການ​ສື່​ມວນ​ຊົນ​ຈະ​ພັດທະນາ​ແລະປ່ຽນ​ແປງ​ແນວ​ໃດ​ກໍ​ຕາມ, ບົດບາດ​ການ​ນຳພາ ​ແລະ ຫຼັກ​ການ​ນຳພາ​ຂອງ​ພັກ ​ໃນ​ວຽກ​ງານ​ຂໍ້ມູນຂ່າວສານ ​ແລະ ການ​ໂຄສະນາເຜີຍແຜ່​ ກໍ່​ບໍ່​ປ່ຽນ​ແປງ.    

ພິ​ເສດ, ທາງ​ດ້ານ​ການ​ເມືອງ, ຕ້ອງ​​ຖື​ເອົາ​ແນວ​ທາງ​ການ​ເມືອງ​ຂອງ​ພັກ​ເປັນ​ອັນ​ດັບ​ໜຶ່ງ, ຢຶດ​ໝັ້ນ​ໃນທັດ​ສະ​ນະ​ໜັງ​ສື​ພິມ-ການສື່ສານ​ຕາມ​ລັດ​ທິ​ມາກ-ເວ​ນິນ ແລະ ແນວ​ຄິດ​ໂຮ່​ຈິ​ມິນ; ຢຶດ​ໝັ້ນຫຼັກ​ການ​​ໂຄ​ສະ​ນາເຜີຍແຜ່ ແລະ ແນະນຳຄວາມຄິດເຫັນສັງຄົມຢ່າງຕັ້ງໜ້າ, ໂຮມເປັນເອກະພາບ “ເຈດຈຳນົງຂອງພັກແລະ ນ້ຳໃຈປະຊາຊົນ”, ຫັນປ່ຽນ​ທັດສະນະ ແຜນນະໂຍບາຍ ແລະ ​ແນວທາງ​ຂອງ​ພັກ ​ເປັນ​ການ​ກະທຳ​ທີ່​ມີ​ສະຕິ​ຂອງ​ປະຊາຊົນ; ສ່ອງ​ແສງ​ສະພາບຄວາມເປັນຈິງຂອງຊີວິດເສດຖະກິດ-ສັງຄົມຂອງປະເທດຢ່າງທັນການ; ລົງ​ເລິກ ແລະ ເຮັດ​ໃຫ້ຊີ​ວິດ​ດ້ານຈິດ​ໃຈ​ຂອງ​ປະ​ຊາ​ຊົນອຸດົມສົມບູນຂຶ້ນ​ເຕີ່ມ. ບັນດາ​ອົງການ​ຂ່າວ ​ແລະ ສື່​ມວນ​ຊົນ​ຕ້ອງ​ມີ​ບົດບາດນຳໜ້າ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ແນວທາງ ​ນະ​ໂຍບາຍ​ຂອງ​ພັກ​ໃຫ້​ດີ​ຂຶ້ນ, ບັນທຶກພັດທະນາການ ​ແລະ ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝຢ່າງກົງໄປກົງມາ, ສົ່ງເສີມ​ຄວາມ​ກ້າວໜ້າທາງ​ສັງຄົມ ແລະ ຕິດຕາມ​ກວດກາ​ຄວາມ​ຍຸຕິ​ທຳ​ທາງ​ສັງຄົມ.

ທີ​ສອງ, ປະ​ຕິ​ບັດ​ຕາມ​​ທິດ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ພັກ​ຕໍ່​ວຽກ​ງານຄວາມຄິດເຫັນສັງຄົມ.   

ການກຳ​ນົດ​ທິດ​ທາງແມ່ນ​ບັນ​ຫາສຳຄັນ, ເປັນ​ພື້ນ​ຖານ​ຂອງ​ການ​ແນະ​ນຳ​ຄວາມຄິດເຫັນສັງຄົມ. ປະ​ຫວັດ​ສາດແລະພາກປະຕິບັດ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ບໍ່ຄວນປະເມີນພະ​ລັງ​ຂອງຄວາມຄິດເຫັນສັງຄົມຕ່ຳເກີນໄປ, ໂດຍສະເພາະ ​ໃນ​ສະ​ຖາ​ນະ​ການຂອງການພັດທະນາທີ່​ແຂງ​ແຮງຂອງໂລກໄຊເບີໃນ​ປະ​ຈຸ​ບັນ. ຄວາມຄິດເຫັນສັງຄົມທີ່ດີ​ໃນໂລກໄຊເບີສາ​ມາດ​ກາຍ​ເປັນ ດິນ​ແດນຫຼໍ່ລ້ຽງ​ແນວ​ຄິດ​ທີ່​ດີ, ເປັນ ແຮງຜັກ​ດັນຂອງ​ຄຸນ​ສົມ​ບັດ​ສິນທຳທາງສັງ​ຄົມ, ເປັນ ກາວທີ່ຜູກມັດ​ຊຸມ​ຊົນ, ເປັນ ແປ້ນ​ຢັນຂອງ​ການ​ພັດ​ທະ​ນາ. ໃນທາງກົງກັນຂ້າມ, ມັນສາມາດເປັນ “ມີດແຫຼມ” ພ້ອມທີ່ຈະ “ຂ້າ” ຊີວິດຈິດໃຈຂອງປະຊາຊົນ ແລະ ສາມາດກາຍເປັນ ຕົວກະຕຸ້ນໃຫ້ແກ່ຄວາມບໍ່​ສະ​ຫງົບ​ໃນ​ສັງ​ຄົມ, ຊ້ຳ​ບໍ່​ໜຳ​ ອາດຈະກາຍ​ເປັນ​ສະຖານທີ່ ເຕົ້າ​ໂຮມ​ກຳ​ລັງສຳລັບ​ການ​ປະ​ທ້ວງ, ການຈະ​ລາ​ຈົນ, ການໂຄ່ນ​ລົ້ມ, ການດຳເນີນ ການ​ປະ​ຕິ​ວັດ​ສີ”, “ການ​ປະ​ຕິ​ວັດຕາມ​ຖະ​ໜົມ”… ຂອງກອງ​ກຳ​ລັງ​ສັດ​ຕູ. ໃນຄວາມເປັນຈິງ, ການປະທ້ວງ, “ການປະຕິວັດສີ” ໃນບາງສ່ວນຂອງໂລກ ເຊັ່ນ ໃນປະເທດຝຣັ່ງ, ບາງປະເທດເອີຣົບຕາເວັນອອກ, ອາຟຣິກກາເຫນືອ,... ໃນຊຸມປີທີ່ຜ່ານມາ ລ້ວນແຕ່ເລີ່ມຕົ້ນໄດ້ຮັບການໂຮ່ຮ້ອງສົ່ງເສີມແລະລວບລວມ ຈາກເຄືອຂ່າຍສັງຄົມ ແລະ ແຜ່ກະຈາຍຢ່າງໄວວາ. ເຄືອ​ຂ່າຍ​ສັງ​ຄົມເຮັດໜ້າທີ່​ເປັນ ຜູ້ນຳອົງການຂອງ ການ​ລຸກ​ຮື​ທາງການ​ເມືອງ​ສ່ວນໃຫຍ່ໂດຍບໍ່ມີຜູ້ນໍາສະເພາະ.

ດ້ວຍ​ເຫດນັ້ນ, ວຽກ​ງານແນະນຳຄວາມຄິດເຫັນສັງຄົມ​ໃນໂລກໄຊເບີ ​ຕ້ອງປະ​ຕິ​ບັດ​ຢ່າງ​ເຂັ້​ມງວດ ​​ຕາມການ​ນຳ​ພາ​ທີ່​ຖືກ​ຕ້ອງ​ຂອງ​ພັກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່ ແລະ ການພັດ​ທະ​ນາ​ປະ​ເທດ, ເສີມ​ຂະ​ຫຍາຍ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກຄີປວງຊັນ​ທັງ​ຊາດ ແລະ ຮັກ​ສາ​ຄວາມປອງດອງ ຄວາມ​ໝັ້ນ​ຄົງ ແລະ ການພັດ​ທະ​ນາ​ຂອງ​ສັງ​ຄົມ. ບໍ່​ວ່າ​ຈະ​ເປັນ​ສຳນັກ​ຂ່າວສານ​ສູນ​ກາງຫຼືສຳນັກຂ່າວ​ທ້ອງ​ຖິ່ນ, ບໍ່ວ່າຈະເປັນສື່ດັ້ງເດີມຫຼືສື່ໃໝ່, ບໍ່ວ່າຈະເປັນຂ່າວດ່ວນ ຂ່າວສັງຄົມ ລາຍການຖ່າຍທອດສົດ ຫຼືລາຍການບັນເທີງແລະໝວດໝູ່ອື່ນໆ, ຫ້າມບໍ່ໃຫ້ມີຊ່ອງທາງໃນການເຜີຍແຜ່ຄວາມແນວຄິດທີ່ຜິດພາດ, ຂໍ້ຄວາມທີ່ບໍ່ຈິງ ຫຼື ຂໍ້ມູນປອມແລະເປັນອັນຕະລາຍ ລົບກວນຄວາມຄິດເຫັນຂອງປະຊາຊົນໂດຍເດັດຂາດ. ​  

ທີ​ສາມ, ຢຶດໝັ້ນໃນການຮັກສາເປົ້າໝາຍຄວາມ​ສາມັກຄີ ​ແລະ ສະຖຽນ​ລະ​ພາບ​ທາງ​ການ​ເມືອງ-ສັງຄົມ; ພ້ອມ​ກັນ​ນັ້ນ, ສົ່ງເສີມ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ມະຫາຊົນ​ໃນກິດຈະກຳຂໍ້ມູນຂ່າວສານ, ​ການໂຄສະນາ​ເຜີຍ​ແຜ່ ​ແລະ ການ​ແນະນຳຄວາມຄິດເຫັນສັງຄົມ ຕາມ​ແນວທາງ ແຜນນະໂຍບາຍ​ຂອງ​ພັກ.

ຖືຄວາມ​ສາ​ມັກ​ຄີແລະຄວາມ​ເຫັນດິເຫັນພ້ອມ​ທາງສັງ​ຄົມ ແລະ ຄວາມ​ໝັ້ນ​ຄົງທາງ​ການ​ເມືອງ-ສັງ​ຄົມ ​ເປັນ​ເປົ້າ​ໝາຍ​ຕົ້ນ​ຕໍ່; ພ້ອມກັນນັ້ນ, ສຸມ​ໃສ່​ສ່ອງ​ແສງ​ທາດ​ແທ້​ທີ່ດີ ແລະ ປອດ​ໃສ​ຂອງ​ສັງ​ຄົມ, ນຳສະເໜີພາບ​ລວມຂອງ​ການ​ພັດ​ທະ​ນາ ແລະ ຄວາມກ້າວ​ໜ້າ​ໃນ​ທຸກ​ດ້ານ ​ຂອງ​ຊີ​ວິດ​ເສດ​ຖະ​ກິດ-ສັງ​ຄົມຂອງປະເທດ.   

ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຂໍ້​ມູນ​ຂ່າວ​ສານ, ການ​ໂຄ​ສະ​ນາເຜີຍແຜ່ ແລະ ການແນະນຳຄວາມຄິດເຫັນສັງຄົມບັນລຸຜົນທີ່ດີ, ຈໍາເປັນຕ້ອງ​ເພີ່ມ​ທະ​ວີ​ຂໍ້​ມູນ​ກ່ຽວ​ກັບຄວາມ​ຄິດກະແສຫຼັກ ແລະ ຄວມຄິດເຫັນສັງຄົມທີ່​ຕັ້ງ​ໜ້າ. ຂໍ້​ມູນ​ດ້ານ​ດຽວ ຫຼື​ ຫຼາຍເກີນຄວນ​​ກ່ຽວ​ກັບ​ປະ​ກົດ​ການ​ຫຍໍ້​ທໍ້, ດ້ານລົບຂອງສັງຄົມ, ​ຂໍ້​ມູນ​ດ້ານ​ບວກ​ໜ້ອຍ, ​ແບບ​ຢ່າງວຽກ​ດີຄົນ​ດີ, ​ເຮັດ​ໃຫ້ເກີດ​ຄວາມ​ເມື່ອຍ​ລ້າ​, ຂວັນເສຍ ແລະ ສູນເສຍ​ຄວາມໝັ້ນ​ໃຈໃນການຮັບຟັງຄວາມຄິດເຫັນຂອງປະຊາຊົນໄດ້ງ່າຍ.

ທີ​ສີ່, ໃຫ້ຄວາມ​ສຳ​ຄັນກັບ​ການ​ປ່ຽນ​ແປງ​ໃໝ່​ການເຄື່ອນ​ໄຫວ​ຂໍ້​ມູນ​ຂ່າວ​ສານ, ການ​ໂຄ​ສະ​ນາເຜີຍແຜ່ ແລະ ການແນະນຳຄວາມຄິດເຫັນ​ສັງຄົມ.  

ການເຄື່ອນ​ໄຫວ​ຂໍ້​ມູນ​ຂ່າວ​ສານ, ການ​ໂຄ​ສະ​ນາເຜີຍແຜ່ ແລະ ການແນະນຳຄວາມຄິດເຫັນສັງຄົມ ​ຕ້ອງໄດ້​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ວິ​ທີ​ການ​ເຂົ້າ​ເຖິງ, ເນື້ອ​ໃນ, ປະ​ເພດ, ຮູບແບບ, ວິ​ທີ​ການ, ອຸປະກອນພາ​ຫະ​ນະ, ລະ​ບົບ, ກົນ​ໄກ ແລະ ຍົກ​ສູງ​ຄວາມ​ຄົບ​ຊຸດແລະປະ​ສິດ​ທິ​ຜົນ​ ຂອງ​ສະຖາບັນ​ຂໍ້​ມູນ​ຂ່າວ​ສານ, ການ​ສື່ສານ ແລະ ສື່ສິ່ງ​ພິມ​ໃນໂລກໄຊເບີ. ຈຳເປັນຕ້ອງປັບຕົວໃຫ້ເຂົ້າກັບ​ທ່າ​ອຽງການສື່ສານທີ່ຫຼາກຫຼາຍແລະແຕກ​ຕ່າງ​ກັນ, ຍູ້​ແຮງການສ້າງຮູບ​ແບບ​ໃໝ່ໃນການແນະ​ນຳ​ຄວາມຄິດເຫັນສັງຄົມ​ໃນ​ສະ​ພາບ​ການ​ຂະ​ຫຍາຍ​ຕົວຢ່າງໄວວາ​ຂອງ​ສື່​​ສັງ​ຄົມ​ອອນໄລ.

ບາງວິທີແກ້ໄຂເພື່ອສ້າງໂລກໄຊເບີທີ່ປອດໄພແລະສົດໃສ, ຮັບ​ປະ​ກັນ​ຮັບໃຊ້ເປັນຢ່າງດີ
ໃຫ້ແກ່ການເຄື່ອນໄຫວ​ຂໍ້​ມູນ​ຂ່າວ​ສານ
, ການ​ໂຄ​ສະ​ນາເຜີຍແຜ່ ​ແລະ
ການແນະນຳ​ຄວາມ​ຄິດ​ເຫັນສັງຄົມ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ທີໜຶ່ງ, ປັບປຸງແລະເພີ່ມທະວີຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ກ່ຽວກັບລະບົບແນວຄິດຫຼັກ.

ຈຸດປະສົງຂອງວຽກງານແນວຄິດ, ການໂຄສະນາເຜີຍແຜ່, ຂໍ້ມູນຂ່າວສານ ແລະ ການແນະນຳຄວາມຄິດເຫັນສັງຄົມແມ່ນ ເພື່ອປັບປຸງທັດສະນະຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ, ການນຳພາຂອງພັກກອມມູນິດຫວຽດນາມໃນຂົງເຂດແນວຄິດ, ປັບປຸງພື້ນຖານແນວຄິດລວມສຳລັບຄວາມສາມັກຄີ, ການກໍ່ສ້າງ ແລະ ການພັດທະນາປະເທດຂອງພັກ ແລະ ທົ່ວປວງຊົນ. ດັ່ງນັ້ນ, ການເຄື່ອນໄຫວຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ແລະການແນະນຳຄວາມຄິດເຫັນສັງຄົມ ຄວນປຸກກະຕູ້ນດ້ານດີ ຕັ້ງໜ້າຂອງຊີວິດສັງຄົມ, ສົ່ງເສີມການເຝິກຝົນຫຼໍ່ຫຼອມ ແລະ ການປະຕິບັດຕາມບັນດາຄຸນຄ່າທີ່ດີຂອງສັງຄົມນິຍົມ; ກຳ​ແໜ້ນ​ເວລາ, ຂອບ​ເຂດ ​ແລະ ​ອິດ​ທິພົນ​ຂອງ​ຂໍ້​ມູນ​ຂ່າວສານ, ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ການແນະນຳຄວາມຄິດເຫັນສັງຄົມ ໃນໂລກໄຊເບີ ເພື່ອ​ເຮັດ​ໃຫ້​ສະພາບ​ແວດ​ລ້ອມໃນໂລກໄຊເບີມີ​ຄວາມ​ປອດ​ໄພແລະສົດໃສ, ຮັບ​ໃຊ້​ການ​ພັດທະນາ​ຂອງ​ສັງຄົມ. 

ທີ​ສອງ, ເພີ່ມ​ທະ​ວີ​ການ​ສ້າງ​​ເນື້ອ​ໃນ​ຂໍ້​ມູນ​ຂ່າວ​ສານ​ທີ່ສົດ​ໃສແລະຖືກ​ຕ້​ອງ.

​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃໝ່ ​ໃນບັນ​ດາ​ໜ່ວຍງານ​ຜະ​ລິດ​ຂໍ້​ມູນ​ຂ່າວ​ສານ (ໜັງ​ສື​ພິມ, ວາລະສານ, ວິ​ທະ​ຍຸ​ກະ​ຈາຍ​ສຽງ, ໂທ​ລະ​ພາບ, ໜ່ວຍງານສື່ມວນຊົນ, ເຄືອຂ່າຍສັງຄົມ,…) ແລະ ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ທັດ​ສະ​ນະ​ຄະ​ຕິ, ເນື້ອ​ໃນ, ຮູບ​ການ, ວິທີການ, ພາ​ຫະ​ນະ​ເປີດ​ເຜີຍ​ໃນໂລກໄຊເບີ. ຕໍ່​ສູ້​ຕ້ານຖ້ອຍ​ທຳ​ນອງ​ບິດ​ເບືອນ ​ແລະ ​ເປັນ​ປໍ​ລະ​ປັກໃນໂລກໄຊເບີ, ບໍ່​ໄດ້​ເມີນ​ເສີຍ ບໍ່ປ່ອຍ​ໃຫ້ກະແສ​ຂໍ້​ມູນ​​ແລະຄວາມຄິດເຫັນທີ່​ບິດ​ບ້ຽວ ​ຂັດ​ກັບການ​ນຳພາ​ທີ່​ຖືກຕ້ອງ​ຂອງ​ພັກ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດໂດຍເດັດຂາດ; ຕ້ອງ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານ​ການ​ໂຈມ​ຕີ​ຂອງ​ຂ່າວ​ລື​ທີ່ປອງຮ້າຍ, ຂໍ້​ມູນ​ທີ່​ໝິ່ນ​ປະ​ໝາດ ໃສ່ຮ້າຍປ້າຍສີ, ຫຼຸດ​ຜ່ອນ​ຊື່​ສຽງ​ຂອງ​ບຸກ​ຄົນ ແລະ ​ຜູ້​ນຳ​ທຸກ​ຂັ້ນ. ບັນ​ດາ​ອົງ​ການ​ຂອງ​ພັກ, ລັດ ແລະ ພະ​ນັກ​ງານ​ການ​ນຳ​ຂັ້ນ​ຕ່າງ​ໆ ​ຕ້ອງ​ນຳ​ໃຊ້​ອິນ​ເຕີເນັດ​ຢ່າງ​ຊຳ​ນີ​ຊຳ​ນານ ​ເພື່ອ​ຊອກ​ຮູ້​ຄວາມຄິດເຫັນຂອງປະຊາຊົນ ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ, ນຳໃຊ້ອິນເຕີເນັດເປັນເວທີໃໝ່ສຳລັບສະມາຊິກພັກແລະຜູ້ນຳ ໃນການພົວພັນສື່ສານກັບມວນຊົນ, ເຂົ້າໃຈປະຊາຊົນ, ໃກ້ຊິດກັບປະຊາຊົນ ແລະ ແກ້ໄຂບັນຫາ ຄວາມບໍ່ພຽງພໍໃນການດຳລົງຊີວິດຂອງປະຊາຊົນ; ພ້ອມ​ກັນ​ນັ້ນ, ຈຳເປັນຕ້ອງ​ຫັນ​ປ່ຽນໂລກໄຊເບີ​ໃຫ້​ເປັນ​ຊ່ອງ​ທາງ​ໃໝ່​ ເພື່ອ​ເພີ່ມ​ທະວີ​ການ​ຕິດຕາມ​ປະຊາຊົນ.      

ທີ​ສາມ, ສ້າງ​ແລະ​ປັບ​ປຸງ​ລະ​ບົບ​ການ​ຄຸ້ມ​ຄອງ​ເຄືອ​ຂ່າຍ​ທີ່​ສົມ​ບູນ​ແບບ​.

ໃນ​ໂລກໄຊເບີກໍ່​​ຄື​ກັນກັບໃນ​ສັງ​ຄົມ​ທີ່ແທ້​ຈິງ, ການສົ່ງເສີມເສ​ລີພາບຈຳເປັນຕ້ອງໄປ​ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ​ຕາມ​​ກົດ​ໝາຍ. ຈຳເປັນຕ້ອງ​ເຄົາ​ລົບ​ສິດທິຂອງຊາວເນັດໃນການ​ແລກ​ປ່ຽ​ນ​ຄວາມ​ຄິດ​ເຫັນ ແລະ ສະ​ແດງ​ເຈດ​ຈຳ​ນົງ​ຂອງພວກເຂົາ, ແລະ ໃນຂະນະດຽວກັນ ເພື່ອສ້າງ​ສະ​ພາບ​ແວດ​ລ້ອມອອນໄລ​ທີ່ປອດ​ໄພ​ແລະສົດໃສຕາມ​ກົດ​ໝາຍ, ສິດ ແລະ ຜົນ​ປະ​ໂຫຍດ​ທີ່ຖືດ​ຕ້ອງ​ຕາມ​ກົດ​ໝາຍ​ ຂອງຊາວເນັດ​ ໄດ້​ຮັບການ​ປະ​ກັນ.   

ມີຄວາມຈຳເປັນຕ້ອງປັບປຸງ​ຄວາມ​ສາ​ມາດ​ຄຸ້ມຄອງ​ເຄືອ​ຂ່າຍ ແລະ ຈັດ​ຕັ້ງ​ອົງ​ການ​ບໍ​ລິ​ຫານ​ເຄືອ​ຂ່າຍ​ທີ່​ຮອບ​ດ້ານ ໂດຍມີການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ອັດ​ຕະ​ພາບ​ທີ່​ກ່ຽວ​ຂ້ອງ, ສ້າງ​ລະ​ບົບ​ໃໝ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຮ່ວມ ແລະ ການປະຕິສຳພັນ​ຢ່າງ​ຕັ້ງ​ໜ້າ​ບົນ​ຈິດ​ໃຈ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ ທີ່​ເໝາະ​ສົມ​ກັບ​ຄຸນ​ຄ່າ​ຄຸນ​ສົມ​ບັດ, ວັດ​ທະ​ນະ​ທຳ ແລະ ປະເພນີ​ອັນ​ດີ​ງາມ​ຂອງ​ປະ​ເທດ​ຊາດຫວຽດ​ນາມ; ທົບທວນ ແກ້ໄຂ ເພີ່ມເຕີມ​ກົດ​ໝາຍ ແລະ ຂໍ້ບັງຄັບ ​ກ່ຽວ​ກັບ​ບໍ​ລິ​ການ​ຂໍ້​ມູນ​​ເຄືອ​ຂ່າຍ, ການປ້ອງ​ກັນ​ຄວາມປອດໄພຂອງ​ເຄືອ​ຂ່າຍ, ການຄຸ້ມ​ຄອງ​ສັງ​ຄົມ​ເຄືອ​ຂ່າຍ…; ການລວມ​ພາ​ລະ​ບົດ​ບາດ​ຂອງ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຄຸ້ມ​ຄອງ​ເນື້ອ​ໃນ, ການຄຸ້ມ​ຄອງ​ຂະ​ແໜງການ ແລະ ກົນ​ໄກ​ເຊື່ອມໂຍງ ປະ​ສານງານ​ໃນ​ການ​ປ້ອງ​ກັນ ແລະ ຄວບຄຸມ​ອາ​ຊະ​ຍາ​ກຳ​ທາງໄຊເບີ; ພັດທະນາ​ກົນ​ໄກ​ການສະກັດກັ້ນທີ່ເໝາະສົມ ແລະ ພຽງພໍ; “ທໍາຄວາມສະອາດອິນເຕີເນັດ” ຢ່າງສະໝ່ຳສະເໝີ ເພື່ອສ້າງສະພາບແວດລ້ອມເຄືອຂ່າຍທີ່ປອດໄພແລະສີວິໄລ...   

ທີ​ສີ່, ຊຸກ​ຍູ້​ການປະສານລວ​ມ​ການ​ສື່​ສານ​ແລະ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ພັດ​ທະ​ນາ​ຕາມ​ລວງ​ເລິກ.

ຈຳເປັນຕ້ອງປະສານລວມ ແລະ ເພີ່ມປະສິດທິຜົນຂະບວນການ ແລະ ປັບ​ໂຄງສ້າງ​ພື້ນ​ຖານ​ຂໍ້​ມູນ​ຂ່າວ​ສານ​ ເພື່ອ​ປະ​ຕິ​ບັດ​ການປະສານລວມຊັບພະຍາກອນສື່ສານກັບບັນດາ​ປັດໄຈ​ການຜະ​ລິດ​ທີ່​ແຕກ​ຕ່າງ​ກັນ ຢ່າງມີປະສິດທິຜົນ. ພ້ອມກັນນັ້ນ, ປະ​ຕິ​ບັດ​ການ​ປະສານລວມ ແລະ ​ສົມທົບ​​ປັດໄຈຕ່າງໆ​ເຊັ່ນ ​ເນື້ອ​ໃນ​ຂໍ້​ມູນ​ຂ່າວ​ສານ, ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ, ວິ​ທີ​ການ​ຄຸ້ມ​ຄອງ​ ເພື່ອສົ່ງເສີມ​ການ​ປ່ຽນ​ແປງ​ທາງ​ດ້ານຄຸນນະພາບ, ຂະຫຍາຍ​ປະ​ສິດ​ທິ​ຜົນ​ການ​ປະສານລວມ, ສ້າງ​​ກຸ່ມສື່ກະແສຫຼັກໃໝ່ທີ່​ມີ​ອິດທິພົນ ແລະ ມີຄວາມ​ສາ​ມາດໃນການ​ແຂ່ງ​ຂັນທີ່​ແຂງ​ແຮງ​ ເພື່ອດໍາເນີນການຂໍ້ມູນຂ່າວສານ ແລະ ຊີ້​ນຳ​ຄວາມ​ຄິດ​ເຫັນ​ສັງຄົມໃນໂລກໄຊເບີຢ່າງມີປະສິດທິຜົນ.   

​ໃຫ້​ບຸລິມະສິດ​ໃນ​ການ​ພັດທະນາ​ອຸປະກອນເຄື່ອນທີ່, ສ້າງ​ແລະພັດທະນາຖານ​ຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ​ລະດັບ​ຊາດ; ຊ່ວຍ​ເຫຼືອ​ສື່ກະແສຫຼັກ​​ໃຫ້ໃຊ້ການສື່ສານເຄື່ອນທີ່ຄອບຄອງຕໍາແໜ່ງນໍາໜ້າໃນການຊີ້ນຳແນວຄິດ, ແນະນຳຄວາມຄິດເຫັນສັງຄົມ. ພ້ອມກັນນັ້ນ, ເພີ່ມ​ທະ​ວີ​ຊຸກ​ຍູ້ການ​ປະ​ດິດ​ສ້າງ ແລະ ການປ່ຽນ​ແປງ​ໃໝ່ ​​ເຕັກ​ໂນ​ໂລ​ຊີຫຼັກ​ທີ່​ສຳ​ຄັນ ​ເພື່ອ​ສ້າງ​ຄວາມກ້າວໜ້າ​ທາງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະການສື່ສານ; ການປະຍຸກໃຊ້ປັນຍາປະດິດໃນການເກັບກໍາຂໍ້ມູນ, ການຜະລິດ, ການກະຈາຍ, ການຮັບ ແລະ ການຕອບສະໜອງ. ປະສານ​ສົມທົບ​ກັນ​ແກ້​ໄຂ​ຢ່າງ​ກົມກຽວ​ສາຍ​ພົວ​ພັນ​ລະ​ຫວ່າງສື່ດັ້ງເດີມກັບສື່ໃໝ່, ສື່ສູນກາງແລະສື່ທ້ອງຖິ່ນ, ສື່ມວນຊົນແລະສື່ສະເພາະກິດ. ສ້າງຕັ້ງ​ລະບົບການສື່ສານມັນຕິມີເດຍດ້ວຍຊັບພະຍາກອນທີ່ເຂັ້ມຂົ້ນ, ໂຄງສ້າງທີ່ສົມເຫດສົມຜົນ ແລະ ການປະສານງານທີ່ມີປະສິດທິພາບ. 

ເພື່ອ​ປະ​ຕິ​ບັດ​ວິທີແກ້ໄຂເຫຼົ່ານີ້, ຮຽກຮ້ອງໃຫ້ຜູ້ນໍາໃນທຸກລະດັບ ຮັບຮູ້ຢ່າງເລິກເຊິ່ງວ່າ ການສ້າງໂລກໄຊເບີທີ່ດີແລະປອດໄພແມ່ນການບຸລິມະສິດອັນດັບຫນຶ່ງໃນປະຈຸບັນ. ບັນ​ດາ​ໜ້າ​ທີ່​ສຳ​ຄັນແລະຮີບ​ດ່ວນໃນສະເພາະໜ້າ​ແມ່ນ: ຕ້ອງຢຶດໝັ້ນໃນ​ແນວ​ທາງ​ການ​ເມືອງ​ຂອງ​ພັກ, ຊີ້ນຳຄວາມຄິດເຫັນສັງຄົມ ແລະ ຮັກ​ສາ​ບັນດາຄຸນຄ່າອັນດີງາມຂອງສັງຄົມໄວ້ຢ່າງໝັ້ນຄົງ; ຕ້ອງ​ເຮັດ​ໃຫ້ໂລກໄຊເບີກາຍ​ເປັນສະຖານທີ່​ສື່ສານ ແລະ ແລກ​ປ່ຽນຂໍ້ມູນຂ່າວສານກັບມວນ​ຊົນ, ແນະ​ນຳ​ມະ​ຫາ​ຊົນ ແລະ ຮັບ​ໃຊ້​ມະ​ຫາ​ຊົນ; ສຸມ​ໃສ່​ການຄອບຄອງໂລກໄຊເບີດ້ວຍ​ທິດ​ສະ​ດີທາງ​ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ​ທີ່​ກ້າວ​ໜ້າ ແລະ ບັນ​ດາ​ຄຸນ​ຄ່າ​ດັ້ງເດີມ​ທີ່​ດີ​ງາມ; ການຄຸ້ມ​ຄອງ​ເຄືອ​ຂ່າຍ​ຢ່າງອາລະຍະທຳ, ການນຳໃຊ້ແລະເຂົ້າເຖິງອິນເຕີເນັດ​ຢ່າງ​ມີ​ປັນຍາ; ​ສ້າງ ຮົ້ວ​​ສີ​ຂຽວແລະ ສິ່ງກີດຂວາງດ້ານຄວາມປອດໄພຢ່າງໜັກແໜ້ນ ເພື່ອສ້າງໂລກໄຊເບີທີ່ດີແລະປອດໄພ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ແລະ ການພັດທະນາຮອບດ້ານຂອງປະເທດ./.

---------------------------------

(1) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ​ ສື້ເຖິ້ດ, ຮ່າ​ໂນ້ຍ, 2021, ເຫຼັ້ມ  1, ໜ້າ  272.

(2) ເບິ່ງ: “Digital 2022: Vietnam” (ແປ​ໂດຍ​ຫຍໍ້: ດີ​ຈິ​ຕອນ 2022: ຫວຽດ​ນາມ), http://datareportal.com/reports/digital-2022-vietnam

(3) ເບິ່ງ: ​ຫງວຽນ​ ວັນ ​ແທ່ງ: “ປຶກ​ສາຫາລື​ກ່ຽວ​ກັບ​ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ໃນ​ໂລກໄຊເບີ - ​ຄວາມ​ຮຽກ​ຮ້ອງຕ້ອງການ​ຮັບ​ປະ​ກັນ​ຕົວຊີ້ວັດ​ຄວາມ​ໝັ້ນຄົງ ແລະຄວາມ​ປອດ​ໄພ​ ໃນ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ”, ປື້ມ​ບັນ​ທຶກ​ການ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດໃນຫົວຂໍ້ ການ​ຮັບ​ປະ​ກັນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງປະເທດໃນໂລກໄຊເບີ, ຈັດຮ່ວມກັນໂດຍ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສຳນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ​. ສພຈ ການ​ເມືອງ​ແຫ່ງ​ຊາດ ສື້ເຖິ້ດ, ຮ່າ​ໂນ້ຍ, 2021, ເຫຼັ້ມ 1, ໜ້າ 50.  

(4) ເບິ່ງ: ກວ່ຽນ ວິງ: ກວດ​ພົບ ແລະ ຈັດການຄະ​ດີ​ສະ​ເພາະ ຄະດີກໍລິນີ 840 ຄະ​ດີ​ທີ່​ກ່ຽວຂ້ອງກັບ​ອາ​ຊະ​ຍາ​ກຳ​ທາງໄຊເບີ”, ໜັງ​ສື​ພິມ​ຕຳຫຼວດ​ປະ​ຊາ​ຊົນ​ອອນ​ໄລ, ວັນ​ທີ 6 ມິ​ຖຸ​ນາ 2022, https://cand.com.vn /Cong-nghe/phat-hien-xu-ly-840-chuyen-an-vu-viec-lien-quan-toi-pham-mang-i656116/  

(5) ເບິ່ງ: ແທ່ງ ​ລວນ:ຫວຽດ​ນາມນ​ຢູ່​ໃນອັນ​ດັບ​ທີ່ 3 ທີ່​ຖືກ​ການໂ​ຈມ​ຕີ​ທາງ​ໄຊເບີຫຼາຍ​ທີ່​ສຸດ”, ໜັງ​ສື​ພິມ​ຊາວ​ໜຸ່ມ​ອອນ​ໄລ, ສະ​ບັບ​ລົງ​ວັນ​ທີ 8 ມີ​ນາ 2019, https://thanhnien.vn/viet-nam-nam-trong-top-3-quoc-gia-bi-tan-cong-mang-nhieu-nhat-post831891.htmlໜັງ​ສື​ພິມ​ຂອງ Microsoft: ຫວຽດ​ນາມ​ເປັນ​ປະ​ເທດ​ທີ່​ມີ​ອັດ​ຕາ​ການຕິດເຊື້ອ ແຣນຊັມແວ ​ສູງ​ທີ່​ສຸດ​ໃນ​ອາ​ຊີ-ປາ​ຊີ​ຟິກ​”, ສະ​ບັບ​ລົງ​ວັນ​ທີ 24 ມິ​ຖຸ​ນາ 2020, https://news.microsoft.com/vi-vn/2020/06/24/bao-cao-cua-microsoft-viet-nam-la-quoc-gia-co-ty-le-nhiem-ma-doc-tong-tien-cao-nhat-chau-a-thai-binh-duong-nam-2019/

(6) ເບິ່ງ: ຫງວຽນ ​ຈ້ອງ​ ເຫງັຍ: “ທັດ​ສະ​ນະ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບການປ້ອງ​ກັນ​​ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ ໃນ​ໂລກໄຊເບີ ແລະ ການຮັບ​ປະ​ກັນ​ຄວາມ​ປອດໄພທາງໄຊເບີ”, ປື້​ມບັນ​ທຶກ​ການ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດໃນຫົວຂໍ້ ການ​ຮັບ​ປະ​ກັນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງປະເທດ ໃນໂລກໄຊເບີ, ຈັດຮ່ວມກັນໂດຍ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສຳນັກ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ​. ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 10.

(7) ບາງປະເທດສະເໜີແນວຄວາມຄິດວ່າ “ເຂດອະວະກາດ”.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1002 (​ເດືອນພະ​ຈິກ 2022)