ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​
ຕໍ່ສະ​ພາ​ແຫ່ງ​ຊາດ ​ໃນເງື່ອນໄຂ​ໃໝ່

ໂດຍ ຫງວຽນ ທິ ແທງ* - ຮສ, ປອ. ໂດ໋ ຝູ ຫາຍ**
*ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າຄະນະວຽກງານຜູ້ແທນ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ - **ອາຈານຂັ້ນສູງ, ກະຊວງສຶກສາທິການແລະການຝຶກອົບຮົມ
02:45, 19-05-2023

ວກ. - ບົນ​ພື້ນ​ຖານ​ທັດ​ສະ​ນະ, ຫຼັກ​ການ ແລະ ເປົ້າ​ໝາຍຂອງການກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ​ ຕາມ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດຫວຽດ​ນາມ, ຄວາມ​ຕ້ອງການ​ທີ່​ວາງ​ອອກ​ມາໃນ​ປະ​ຈຸ​ບັນ​ແມ່ນ ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກຕໍ່​ສະ​ພາ​ແຫ່ງ​ຊາດ​ ຕາມ​ທິດ​ຄົບ​ຊຸດແລະມີ​ປະ​ສິດ​ທິ​ຜົນ, ແນ​ໃສ່​ຍົກ​ສູງ​ປະ​ສິດ​ຕິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການກໍ່​ສ້າງ ແລະ ປັບປຸງ​​ລັດແຫ່ງ​ອຳ​ນາດ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມຫວຽດ​ນາມ ໃນ​ໄລ​ຍະ​ໃໝ່.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫວ້ (ຄົນທີ 3 ຈາກຊ້າຍ) ແລະຄະນະຜູ້ແທນສະພາແຫ່ງຊາດນະຄອນ ຫາຍຟ່ອງ ພົບປະຜູ້ມີສິດເລືອກຕັ້ງໃນເມືອງ ຖູຍງວຽນ, ນະຄອນຫາຍຟ່ອງ ກ່ອນກອງປະຊຸມສະພາແຫ່ງຊາດຄັ້ງທີສີ່ ສະໄໝທີ 15 _ພາບ: TTXVN

ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ
ຕໍ່​ສະ​ພາ​ແຫ່ງ​ຊາດ
- ພື້ນ​ຖານ​ທິດ​ສະ​ດີ ແລະ ພຶດຕິກຳ​ຕົວ​ຈິງ 

ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ແມ່ນ​ສັງ​ລວມ​ບັນ​ດາ​ຮູບ​ການ, ວິ​ທີ​ການ, ວິ​ທີ, ກົດ​ລະ​ບຽບ, ຂໍ້​ກຳ​ນົດ, ລຳ​ດັບ​​ດຳ​ເນີນງານ, ແບບ​ແຜນ ແລະ ແບບ​ວິ​ທີ​ເຮັດ​ວຽກ ​ທີ່​ພັກ​ນຳ​ໃຊ້​ ເພື່ອ​ກະ​ທົບ​ເຂົ້າ​ໃນ​ເປົ້າ​ໝາຍ​ນຳ​ພາ, ແນ​ໃສ່​ປະ​ຕິ​ບັດ​ໃຫ້​ສຳ​ເລັດ​ມີ​ໄຊ ​ໂຄງ​ການ​​ການ​ເມືອງ, ແນວ​ທາງ ແລະ ​ມະ​ຕິ​ຂອ​ງ​ພັກ, ເພື່ອກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ​ສັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ.

ໂຄງ​ການການເມືອງກໍ່​ສ້າງ​ປະ​ເທດ​ໃນ​ສະໄໝ​ຂ້າມ​ຜ່ານ​ຂຶ້ນສູ່​ສັງ​ຄົມ​ນິ​ຍົມ (ສະ​ບັບ​ປັບ​ປຸງ ພັດ​ທະ​ນາ​ປີ 2011) ກຳ​ນົດ​ຢ່າງຈະ​ແຈ້ງ​ກ່ຽວກັບ​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ເຊິ່ງສຸມ​ໃສ່​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ່ຄື: ພັກ​ນຳ​ພ​າ​ດ້ວຍ​ໂຄງ​ການການເມືອງ, ຍຸດ​ທະ​ສາດ, ​ກຳ​ນົດ​ທິດ​ທາງ​ນະ​ໂຍ​ບາຍ ແລະ ແຜນ​ນະ​ໂຍ​ບາຍ​ທີ່ສຳຄັນ; ດ້ວຍ​ວຽກ​ງານ​ໂຄ​ສະ​ນາຊວນ​ເຊື່ອ, ຂົນ​ຂວາຍ, ຈັດ​ຕັ້ງ, ກວດ​ກາ, ຕິດ​ຕາມກວດກາ ແລະ ດ້ວຍ​ການເປັນ​ແບບ​ຢ່າງ​ຂອງ​ສະ​ມາ​ຊິກ​ພັກ; ພັກ​ເປັນ​ເອ​ກະ​ພາບ​ໃນ​ການ​ນຳ​ພາ​ວຽກ​ງານ​ພະ​ນັກ​ງານ; ພັກນຳພາຜ່ານການຈັດຕັ້ງພັກ ແລະ ສະມາຊິກພັກທີ່ດຳເນີນງານໃນອົງການຈັດຕັ້ງຂອງລະບົບການເມືອງ(1). 

​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກຕໍ່ສ​ະ​ພາ​ແຫ່ງ​ຊາດ ​ໄດ້​ຮັບ​ການຜັນຂະຫຍາຍ​ແລະ ຈັດຕັ້ງຄົ້ນຄວ້າ​​ບົນ​ພື້ນຖານ​ບັນດາ​ເນື້ອ​ໃນ​ທີ່​ກ່າວ​ມາ​ຂ້າງ​ເທິງ. ພັກ​ນຳພາ​ລັດ ​ແລະ ສັງຄົມ, ພ້ອມກັນນັ້ນ ບັນດາ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກເຄື່ອນໄຫວ​ໃນ​ຂອບ​ເຂດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ​ຜ່ານ​ກົດ​ໝາຍ ແລະ ມະ​ຕິຕົກລົງຕ່າງໆ, ສະ​ພາ​ແຫ່ງ​ຊາດ​ຫັນແນວທາງ ແຜນນະໂຍບາຍຂອງພັກ​ເປັນ​ນິຕິກຳ​ ແລະ ຕັດສິນຕົກ​ລົງ​ບັນ​ດາ​ບັນ​ດາ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດ ແລະ ຕິດ​ຕາມກວດກາການ​ເຄື່ອນ​ໄຫວ​ຂອງ​ລັດ.

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳ​ນົດ​ໜ້​າ​ທີ່​: “ການສືບ​ຕໍ່​ສ້າງແລະປັບປຸງ ລັດແຫ່ງອຳນາດກົດໝາຍ​ສັງ​ຄົມ​ນິ​ຍົມ​ຫວຽດນາມ ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະເພື່ອ​ປະ​ຊາ​ຊົນ ພາຍໃຕ້ການ​ນຳ​ພາຂອງພັກ ແມ່ນໜ້າທີ່ຈຸດໜັກໃຈກາງຂອງ​ການປ່ຽນແປງໃໝ່ລະບົບການເມືອງ... ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ຮັບປະກັນໃຫ້ສະພາແຫ່ງຊາດແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດຢ່າງແທ້ຈິງ. ປ່ຽນ​ແປງ​ໃໝ່​ວິ​ທີ​ການ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ຂອງການ​ເຄື່ອນ​ໄຫວ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ ແລະ ອຳ​ນາດ​ກົດ​ໝາຍ, ເພີ່ມຄວາມເປັນມືອາຊີບ​ໃນ​ການ​ຈັດ​ຕັ້ງ ແລະ ການດຳເນີນງານ​ຂອງ​ສະ​ພາ​ແຫ່ງ​ຊາດ, ໃນ​ການ​ປະ​ຕິ​ບັດ​​ໜ້າ​ທີ່​ດ້ານນິຕິບັນຍັດ, ໃນການຕັດສິນຕົກ​ລົງ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດ ແລະ ໃນການຕິດ​ຕາມກວດ​ກາ​ສູງ​ສຸດ(2).

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກຳນົດຄວາມຕ້ອງການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດ, ວາງພາລະກິດຫຼັກໂດຍລວມໃນການປ່ຽນແປງໃໝ່ລະບົບການເມືອງແມ່ນ ການສືບຕໍ່ສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ. ເພື່ອປະຕິບັດ​ໂຄງການ​ວຽກ​ງານ​ຄົບ​ຊຸດ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13, ກອງ​ປະ​ຊຸມ​ສູນ​ກາງພັກ​ຄັ້ງທີ 6 ທີ່​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 27-NQ/TW, ສະ​ບັບ​ລົງ​ວັນ​ທີ 9 ພະ​ຈິກ 2022, “ວ່າ​ດ້ວຍການ​ສືບ​ຕໍ່​ສ້າງ ແລະ ປັບປຸງ​ລັດແຫ່ງ​ອຳ​ນາດ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ​ໃນ​ໄລ​ຍະ​ໃໝ່ແລະ ມະ​ຕິ​ເລກ​ທີ 28-NQ/TW, ສະ​ບັບ​ລົງ​ວັນ​ທີ 17 ພະ​ຈິກ 2022, “ວ່າ​ດ້ວຍການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ ແລະ ການກຳ​ອຳ​ນາດ​ ຂອງພັກ​ຕໍ່​ລະ​ບົບ​ການ​ເມືອງ​ໃນ​ໄລ​ຍະ​ໃໝ່ ເຊິ່ງກຳນົດບັນດາ​ໜ້າ​ທີ່​ສຳຄັນ ​ແລະ ມາດຕະການຫຼັກ ໃນ​ການ​ປ່ຽນ​ໃໝ່​ວິທີ​ການ​ນຳພາ​ຂອງ​ພັກ ໂດຍເຊື່ອມ​ໂຍງ​ກັບ​ການ​ປ່ຽນແປງໃໝ່ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ການ​ປັບປຸງ​ກົງຈັກ​ຂອງ​ລັດໂດຍລວມ. 

ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ມີ​ຄວາມ​ໝາຍ​ຕັດ​ສິນ​ໃນ​ການ​ກຳ​ນົດທິດ​ແລະ ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ສະພາບຄວາມເປັນ​ຈິງໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ບົດ​ບາດ​​ນຳ​ພາ​ຂອງ​ພັກ​ຕໍ່ສະ​ພາ​ແຫ່ງ​ຊາດ ​ໃນ​ການ​ຫັນ​ແນວ​ທາງ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ເປັນ​ນິຕິກຳ​ນັ້ນ ​ນັບ​ມື້​ນັບ​ຈະ​ແຈ້ງ, ມັນຈຳ​ກັດການທັບ​ຊ້ອນ​ກັນ​, ການອຸ້ມ​ວຽກ ເຮັດແທນ. ການ​ນຳ​ພາ​ຂອງ​ພັກ​ຕໍ່​ສ​ະ​ພາ​ແຫ່ງ​ຊາດ​ສະ​ແດງອອກ​ໃນ​ການ​ກຳ​ນົດ​ຢ່າງ​ຖືກ​ຕ້ອງ​ບົດ​ບາດ ແລະ ທີ່​ຕັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ, ​ກຳ​ນົດ​ທິດ​ທາງພື້ນ​ຖານ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ເຈົ້າ​ການ, ຄວາມ​ຄິດ​ປະ​ດິດ​ສ້າງ ແລະ ສ້າງ​ເງື່ອນ​ໄຂ​ອຳນວຍສະ​ດວກ​ໃຫ້​ສະ​ພາ​ແຫ່ງ​ຊາດ​ສຳ​ເລັດ​​ໜ້າ​ທີ່ໄດ້ດີ.

ທັດ​ສະ​ນະ, ຫຼັກ​ການ ແລະ ເປົ້າ​ໝາຍ​ປ່ຽນ​ແປງ​ໃໝ່​
ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ກອ​ມູ​ນິດ​ຫວຽດ​ນາມຕໍ່​ສະ​ພາ​ແຫ່ງ​ຊາດ

ກ່ຽວ​ກັບ​ທັດ​ສະ​ນະ ແລະ ຫຼັກ​ການ:

- ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕາມ​ໂຄງ​ການການເມືອງ ແລະ ບັນ​ດາ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ​ຂອ​ງ​ພັກ ​ກ່ຽວ​ກັບ​ການ​ຈັດຕັ້ງ ແລະ ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ; ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະພາແຫ່ງ​ຊາດ​ ໃນ​ການ​ປະ​ຕິ​ບັດ​ພາ​ລະບົດບາດ, ໜ້າ​ທີ່ ແລະ ສິດ​ຂອບເຂດ ທີ່​ໄດ້ລະບຸໄວ້ໃນລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​.

- ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ແປງ​ໃໝ່​ທາງດ້ານການ​ຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ຕັ້ງ​ຢູ່​ໃນຂໍ້ກຳນົດໂດຍລວມ ກ່ຽວກັບ​ການ​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ການເຄື່ອນ​ໄຫ​ວ​ຂອງ​ລະ​ບົບ​ການ​ເມືອງ ​ຕາມ​ທິດ​ນຳ​ຂອງການດຳເນີນການ​ເທື່ອ​ລ​ະກ້າວ ໂດຍມີ​ແຜນງານທີ່ສົມເຫດສົມຜົນແລະເໝາະ​ສົມ.

- ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕ້ອງປະ​ຕິ​ບັດ​ຕາມຫຼັກ​ການອຳນາດລັດທັງໝົດເປັນຂອງປະຊາຊົນ. ​ອຳ​ນາດ​​ລັດ​ແມ່ນ​ເປັນ​ເອ​ກະ​ພາບ, ມີ​ການ​ແບ່ງງານຢ່າງ​ຈະ​ແຈ້ງ ແລະ ການປະ​ສານ​ສົມ​ທົບຢ່າງ​ແໜ້ນ​ແຟ້ນ ແລະ ການຄວບຄຸມທີ່​ມີ​ປະ​ສິດ​ທິ​ຜົນ ​ລະ​ຫວ່າງ​ບັນ​ດາ​ອົງ​ການຂອງ​ລັດ​ທີ່ໃຊ້​ອຳນານິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ. ສ​ະ​ພາ​ແຫ່ງ​ຊາດ​ແມ່ນ​ອົງ​ການ​ອຳ​ນາດ​​ລັດ​ສູງ​ສູດ. ການປ່ຽນ​ແປງ​ໃໝ່​ບົນ​ພື້ນ​ຖານ​ການເລືອກຮັບ​ເອົາ​​ບົດ​ຮຽນ​ຂອງ​ໂລກ ຕາມລັກສະນະ​ສະ​ເພາະ ແລະ ເງື່ອນ​ໄຂ​ຕົວ​ຈິງ ​ຂອງຫວຽດ​ນາມ ແລະ ຄວາມ​​ຕ້ອງ​ການ​ຂອງການເຊື່ອມ​ໂຍງ​ສາ​ກົນ​ຢ່າງເລິກ​ເຊິ່ງກວ້າງ​ຂວາງ; ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ອະ​ນາ​ຄົດ.

ກ່ຽວ​ກັບ​ເປົ້າ​ໝາຍ:

ເປົ້າ​ໝາຍ​ຂອງການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ແມ່ນ​ ແນ​ໃສ່​ກໍ່​ສ້າງ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ປະ​ຊາ​ຊົນ, ເປັນ​ຜູ້​ຕາງ​ໜ້າ​ໃຫ້​ແກ່​ເຈດ​ຈຳ​ນົງ ແລະ ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ, ເປັນ​ອົງ​ການ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ອົງ​ການ​​ອຳ​ນາດລັດ​ສູງ​ສຸດ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ອຳ​ນາດ​ກົດ​ໝາຍ ແລະ ວິ​ທະ​ຍາ​ສາດ, ເພີ່​ມ​ຄວາມເປັນມືອາຊີບ, ທັນ​ສະ​ໄໝ, ປະສິດທິພາບ, ປະສິດທິຜົນ, ເປີດ​ເຜີຍ, ໂປ່ງໃສ​ໃນ​ການ​ຈັດ​ຕັ້ງ ແລະ ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການໃນການ​ສ້າງ ແລະ ປັບປຸງ​ລັດແຫ່ງ​ອຳ​ນາດ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ເຖິງ​ປີ 2030 ແລະ ກຳ​ນົດ​ທິດ​ເຖິງ​ປີ 2045; ລະ​ອຽດຄື:

- ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ​ເພື່ອປະຕິບັດ​ໜ້າ​ທີ່​ນຳພາ​​ລັດ ​ແລະ ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ທັງ​ຮັບ​ປະ​ກັນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດທີ່​ເປັນ​ອົງ​ການ​ອຳ​ນາດ​​ລັດ​ສູງ​ສຸດ, ອົງ​ການຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ທັງ​ຮັບ​ປະ​ກັນ​ປະ​ຊາ​ທິ​ປະ​ໄຕ​ໃນ​ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ເພີ່ມຄວາມເປັນມືອາຊີບ, ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ ແລະ ​ອຳ​ນາດ​ກົດ​ໝາຍ​ໃນ​ການ​ຈັດ​ຕັ້ງ ແລະ ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. 

- ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ​ໃນ​ຂອບ​ຂອງ​ລັດ​ຖະ​ທຳ​ມະ​ນຸນ; ກຳ​ນົດ​ຢ່າງ​ຈະ​ແຈ້ງ​ທີ່​ຕັ້ງ, ບົດ​ບາດ, ພາ​ລະ​ໜ້າ​ທີ່, ສິດ​ອຳ​ນາດ ແລະ ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ຊົນ​ເຜົ່າ, ບັນດາ​ຄະນະ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ຕາມ​ທິດ​ຈະ​ແຈ້ງ, ມີ​ຄວາມ​ຮັບ​ຜິດ​ຊອບ, ສະເພາະ​ເລິ​ກ​ເຊິ່ງ, ເປັນມືອາຊີບ, ເພີ່ມ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ຄວາມໄຫວພິບ, ກວມ​ລວມ​ຄວາມ​ສັກ​ສິດ​ໃນການເຄື່ອນ​ໄຫວ, ສະ​ເໜີ​​ຄວາມ​ຄິດ​ລິ​ເລີ່ມ​ ເພື່ອຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ຄຸນ​ນະ​ພາບຂອງ​ການເຄື່ອນ​ໄຫວນິຕິບັນຍັດ​ໄດ້​ຮັລການຍົກ​ສູງຂຶ້ນ, ຂັ້ນຕອນຂະບວນການໄດ້ຮັບການປ່ຽນແປງໃໝ່ ແລະ ຕອບສະ​ໜອງ​​ຄວາມ​​ຕ້ອງ​ການ​ໃນທາງປະຕິບັດໂດຍທັນທີ; ຕັດສິນຕົກ​ລົງ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດຢ່າງເປັນຮູບປະທຳຂຶ້ນ; ຍົກ​ສູງປະສິດທິພາບ ແລະ ປະ​ສິດ​ທິຜົນຂອງການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ. ເພີ່ມຄວາມ​ເປີດ​ເຜີຍ ແລະ ໂປ່ງໃສ, ຮັບ​ປະ​ກັນ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ເປັນຕົວແທນຂອງປະ​ຊາ​ຊົນ; ປ່ຽນ​ແປງ​ໃໝ່​ຮູບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ; ກໍ່​ສ້າງ​ສະ​ພາ​ແຫ່ງ​ຊາດເອເລັກໂຕຮນິກ. ສືບ​ຕໍ່​ປັບປຸງ​ບູ​ລະ​ນະ​ກົນໄກຄວບຄຸມອຳນາດ ແລະ ກົນໄກປົກປ້ອງລັດຖະທຳມະນູນ, ຮັບປະກັນບັນາຫຼັກການອຳນາດກົດໝາຍໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ປັບປຸງບັນດາໜ່ວຍງານຊ່ວຍ​ວຽກທີ່ມີ​ວິ​ທະ​ຍາ​ສາດ, ເປັນ​ເຈົ້າ​ການ, ເປັນມືອາຊີບ, ​ເລິກ​ເຊິ່ງ.    

- ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ແນ​ໃສ່​ກໍ່​ສ້າງ​ສະ​ພາ​ແຫ່ງ​ຊາດທີ່ມີ​ວິ​ທະ​ຍາ​ສາດ, ທັນ​ສະ​ໄໝ, ຮັບ​ປະ​ກັນ​ປະສິທິພາບ, ປະ​ສິດ​ທິ​ຜົນ, ເປີດ​ເຜີຍ, ໂປ່ງ​ໃສ, ປະ​ຊາ​ທິ​ປະ​ໄຕ, ມຸ່ງ​ສູ່​ການເຄື່ອນ​ໄຫວ​​ປົກ​ກະ​ຕິ, ເພື່ອ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ, ເປັນ​ອົງ​ການຕົວແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ອົງ​ການ​ອຳ​ນາດ​​ລັດ​ສູງ​ສຸດ; ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນແລະເປັນມືອາຊີບໃນການດຳເນີນ​ພາ​ລະ​ໜ້າ​ທີ່​ນິຕິບັນຍັດ, ຕັດສິນຕົກ​ລົງ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ຂອງຊາດ ແລະ ຕິດຕາມກວດ​​ສູງ​ສຸດ ​ຕໍ່​ການເຄື່ອນ​ໄຫວ​ຂອງ​ລັດ; ປັບໂຄງສ້າງ ແລະ ບຸກ​ຄະ​ລາ​ກອນລະດັບສູງ​ ຂອງ​ບັນ​ດາ​ອົງ​ການຂອງ​ລັດ ໃຫ້ສົມບູນແບບ, ກຳ​ນົດຕຳແໜ່ງ, ບົດ​ບາດ​ຂອງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ແລະ ກົນ​ໄກ​ປົກປ້ອງ​ລັດຖະທຳ​ມະນູນ. ເສີມ​ຂະ​ຫຍາຍ​ທີ່​ຕັ້ງແລະບົດ​ບາດ​ເປັນ​ໃຈ​ກາງ ​ຂອງ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ; ​ສ້າງ​ລະ​ບົບ​ກົດ​ໝາຍທີ່ມີ​ວິ​ທະ​ຍາ​ສາດ, ຄົບ​ຊຸດ, ເປັນ​ເອກ​ະ​ພາບ, ໝັ້ນ​ຄົງ, ເປັນ​ໄປ​ໄດ້, ເປີດ​ເຜີຍ, ໂປ່ງ​ໃສ, ຊຸກ​ຍູ້​ຄວາມ​​ຄິດສ້າງສັນ, ຍືນ​ຍົງ, ຮັບ​ມື​ຢ່າງ​ທັນ​ເວ​ລາ​ຕໍ່​ການ​ປ່ຽນແປງຢ່າງ​ໄວວາ​ຂອງຄວາມເປັນ​ຈິງ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​ທີ່ເລິກ​ເຊິ່ງກວ້າງ​ຂວາງ, ຮັບ​ປະ​ກັນ​​ການ​ປ້ອງ​ກັນ​ປະເທດ-ປ້ອງ​ກັນ​ຄວາມ​ໝັ້ນຄົງ​ໃນ​ເງື່ອນ​ໄຂ​ໃໝ່.        

ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ
​ດ້ວຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ
, ແນວ​ທາງ ແລະ ນ​ະ​ໂຍ​ບາຍ​ໃຫຍ່ 

ໃນ​ເວ​ລາ​ທີ່​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ​ໄດ້​ເຮັດ​​ໜ້າ​ທີ່​ຢ່າງດີ ໃນການຫັນແນວທາງ ແຜນນະໂຍບາຍຂອງພັກ ​ເປັນກົດໝາຍແລະມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ. ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ກາດ​ໃຊ້​ເອ​ກະ​ສານ​​ທາງ​​ກົດ​ໝາຍ ໄດ້​ກຳ​ນົດ​ເນື້ອ​ໃນ​​ບັງ​ຄັບ​ກວດສອບ​ຄວາມສອດຄ່ອງຂອງ​​ຮ່າງ​ເອ​ກະ​ສານ​ ກັບ​ແນວ​ທາງ ແຜນ​ນະ​ໂຍ​ບາຍ​ຂອງ​ພັກ. ​ຄະ​ນະພັກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕັ້ງ​ໜ້າ ແລະ ເປັນເຈົ້າການ ໃນການນຳພາ ຊີ້ນຳຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ. ບັນດາແຜນນະໂຍບາຍ ແລະ ນະໂຍບາຍທີ່ສຳຄັນ, ສັບ​ສົບທັງໝົດ ຈະຖືກລາຍ​ງານ ຂໍ​ຄຳ​ຄິດ​ເຫັນ​ຂອງ​ກົມ​ການ​ເມືອງ ແລະ ຄະ​ນະ​ເລ​ຂາ​ທິ​ການ​ທັນທີ ເພື່ອຫາແນວທາງ​ແກ້​ໄຂ​ທີ່​ເໝາະ​ສົມ ແລະ ມີ​ປະ​ສິດ​ທິ​ຜົນ. ​ຄະ​ນະພັກ​ສະ​ພາ​ແຫ່ງ​ຊາດ​ໄດ້ລາຍງານ​ຂໍຄວາມ​ຄິດ​ເຫັນ​ຢ່າງຈິງຈັງຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ ແລະ ຄະ​ນະ​ເລ​ຂາ​ທິ​ການສູນກາງ ເພື່ອ​ກຳ​ນົດ​ທິດທາງຫຼັກ ກ່ຽວ​ກັບ​ເນື້ອ​ໃນຂອງການ​ເຄື່ອນ​ໄຫວຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ບັນ​ຫາ​ສຳຄັນ​ຂອງ​ໂຄງ​ການ​ກົດ​ໝາຍ ແລະ ລັດ​ຖະ​ດຳ​ລັດ​ທີ່​ສຳ​ຄັນ ຫຼາຍສະບັບ, ມີ​ຜົນ​ກະ​ທົບແລະອິດທິພົນຕໍ່​ສະຖານະການທາງ​ການ​ເມືອງ, ການປ້ອງ​ກັນປະເທດ, ຄວາມໝັ້ນຄົງ, ເສດ​ຖະ​ກິດ, ສັງ​ຄົມ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.     

ສະ​ພາ​ແຫ່ງ​ຊາດ​ໄດ້​ສ່ອງ​ແສງ​ຕໍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການສູນກາງຢ່າງທັນການ ເຖິງ​ຄວາມ​ຄິດ​ເຫັນ ແລະ ຂໍ້​ສະ​ເໜີ​ຂອງ​ປະ​ຊາ​ຊົນ ​ກ່ຽວ​ກັບ​ການສ້າງ​ສາ​ປະ​ເທດ​ຊາດ​ ເພື່ອປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກຳ​ນົດ​ແຜນ​ນະ​ໂຍ​ບາຍ ແນວ​ທາງ ແລະ ນະ​ໂຍ​ບາຍ​ຂອງ​ພັກ. ໃນໄລ​ຍະ​ເວ​ລາຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະພັກ​​ສະ​ພາ​ແຫ່ງ​ຊາດ​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍຢ່າງ ​ໃນ​ການ​ໃຫ້ຄຳປຶກສາກັບ​ກົມ​ການ​ເມືອງສູນກາງ. ບັນ​ດາ​ເນື້ອ​ໃນຂອງ​ລາຍ​ງານ​ຄວາມ​​ຄິດ​ເຫັນຖືກຈັດກຸ່ມເປັນນ​ກຸ່ມ​ບັນ​ຫາ ເພື່ອ​​ຮັບ​ປະ​ກັນ​ເພີ່ມ​ທະ​ວີ​​ບົດ​ບາດ​ນຳ​ພາ ຊີ້​ນຳ​ຂອງ​ພັກ, ທັງ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິປະ​ໄຕ​ໃນການພິຈາລະນາ​ຂອງ​ສະພາ​ແຫ່ງ​ຊາດ ລວມທັງບັນຫາ​ທີ່​ຕ້ອງ​ຂໍຄວາມເຫັນຊີ້ນຳສະເພາະ ແລະ ບັນຫາທີ່ຈະລາຍງານຕໍ່ກົມການເມືອງສູນກາງພັກ ເພື່ອຮັບຊາບແລະຂໍໃຫ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາແລະປຶກສາສົນ​ທະ​ນາ.   

ສືບ​ເນື່ອງຈາກ​ຜົນ​ງານ​ໃນ​ເວ​ລາ​ທີ່​ຜ່ານ​ມາ, ໃນ​ໄລ​ຍະ​ເວ​ລາ​ຕໍ່​ໄປ ຈຳເປັນ​ຕ້ອງ​​ຍູ້​ແຮງ​ການ​ປ່ຽນ​ແປງໃໝ່ວິ​ທີ​ການ​ນຳ​ພາ​ ດ້ວຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍສະເພາະ​ດັ່ງ​ນີ້: 

ທີ​ໜຶ່ງ, ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາ​ແນວ​ທາງ​ການ​ເມືອງ ​ເພື່ອ​ຊ່ວຍ​ໃຫ້​ພັກ​ນຳ​ພາ​ລັດ​ຢ່າງ​ຮອບ​ດ້ານ, ໃນ​ນັ້ນ​ມີ​ການ​ນຳ​ພາ​ສະ​ພາ​ແຫ່ງ​ຊາດ. ດ້ວຍ​ບົດບາດ​ຂອງ​ຕົນ, ສະ​ພາ​ແຫ່ງ​ຊາດ​ມີ​ໜ້າ​ທີ່​ປະ​ຕິ​ບັດ​ແນວ​ທາງ​ການ​ເມືອງ​ທີ່​ໄດ້​ປະ​ກາດ​ໃນ​ໂຄງ​ການການເມືອງ ແລະ ບັນ​ດາ​ແຜນ​ນະ​ໂຍ​ບາຍທີ່ສຳຄັນ​ຂອງ​ພັກ. ແນວ​ທາງ​ການ​ເມືອງ​ທີ່​ໄດ້​ກຳ​ນົດ​ຢ່າງ​ລະ​ອຽດ​ໃນ​ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ແລະ ຫັນ​ເປັນ​ລະ​ອຽດໃນ​ບັນ​ດາ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ ດ້ວຍ​ບັນ​ດາ​ມະ​ຕິ​ສະ​ເພາະ​ທີ່ກຳ​ນົດ​​ເປົ້າ​ໝາຍ, ໜ້າ​ທີ່ ແລະ ມາດ​ຕະ​ການ​ນະ​ໂຍ​ບາຍ​ທີ່​ເລີ່ມ​ຈາກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາກ​ປະຕິບັດ. 

ທີ​ສອງ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສົນ​ທະ​ນາ​​ບັນ​ດາ​ບັນ​ຫາກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ - ສັງ​ຄົມ, ສິ່ງ​ແວດ​ລ້ອມ, ການປ້ອງ​ກັນ​ປະເທດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ກາດ​ໃຊ້ມະ​ຕິ​ ຢ່າງ​ທັນ​ເວ​ລາ; ໃນ​ນັ້​ນ, ກຳນົດ​ຈຸດໝາຍ​ຢ່າງ​ຈະ​ແຈ້ງ, ​ແນະນຳ​ວິທີ​ແກ້​ໄຂ ​ແລະ ​ເຄື່ອງມື​ນະ​ໂຍບາຍ​ທີ່​ເໝາະ​ສົມ​ ເພື່ອ​ໃຫ້​ລັດ​ປະຕິບັດ. ດ້ານ​ໜຶ່ງ, ສະ​ພາ​ແຫ່ງ​ຊາດ​ເປັນອົງປະກອບ​ໜຶ່ງ​ໃນ​ລະ​ບົບ​ການ​ເມືອງ ເຊິ່ງໄດ້ຮັບມອໝາຍໃຫ້ດຳເນີນການຕາມວັດຖຸປະສົງຂອງ​ນະ​ໂຍ​ບາຍເຫຼົ່ານີ້; ອີກ​ດ້ານ​ໜຶ່ງ, ເປັນ​ອົງ​ການທີ່ໃຊ້ອຳນາດນິຕິບັນຍັດ ແລະ ຕິດ​ຕາມກວດ​ກາ​ສູງ​ສຸດ​ ໃນການ​ປະ​ຕິ​ບັດ​ຕາມ​ລັດ​ຖະ​ທຳ​ມະ​ນຸນ, ກົດ​ໝາຍ ແລະ ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ.

ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ​ດ້ວຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ທີ່ຮັບ​ປະ​ກັນ​ການ​ສ້າງ ແລະ ປັບປຸງ​ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ​ໃຫ້​ຄົບ​ຖ້ວນ, ຄົບ​ຊຸດ, ເປັນ​ເອ​ກະ​ພາບ, ທັນ​ເວ​ລາ, ເປັນ​ໄປ​ໄດ້, ໝັ້ນ​ຄົງ, ເປີດ​ເຜີຍ, ໂປ່ງໃສ, ມີ​ກຳ​ລັງ​ແຮງ​ໃນ​ການ​ແຂ່ງ​ຂັນ​ສາ​ກົນ ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການແລະ​ທິດ​ທາງຂອງ ຍຸດ​ທະ​ສາດການສ້າງແລະປັບປຸງ​ ລັດແຫ່ງ​ອຳ​ນາດ​ກົດ​ໝາຍ​ຫວຽດ​ນາມສັງ​ຄົມ​ນິ​ຍົມ​ເຖິງ​ປີ 2030 ແລະ ກຳ​ນົດ​ທິດ​ເຖິງ​ປີ 2045. ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພານັ້ນຕິດ​ພັນ​ກັບ​ການ​ເຮັດໃຫ້​ລະ​ບົບ​ກົດ​ໝາຍສົມບູນແບບ ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ​ໃນ​ບັນ​ດາ​ຂົງ​ເຂດ, ຂະ​ແໜງ​ການ​ ບົນ​ພື້ນ​ຖານ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍທີ່ໄດ້ວາງໄວ້​ຂອງ​ພັກ​.

ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ດ້ວຍ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ ເຊິ່ງຮັບ​ປະ​ກັນວ່າພັກ​ບໍ່​ໄດ້ເຮັດ​ໜ້າທີ່​ແທນ​ລັດ, ໃນ​ນັ້ນ​ມີ​ສະ​ພາ​ແຫ່ງ​ຊາດ, ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃນ​ທຸກ​ດ້ານ ແລະ ທຸກ​ຂົງ​ເຂດ​ຂອງຊີ​ວິດ​ສັງ​ຄົມ; ພ້ອມ​ກັນນັ້ນ, ບົນ​ພື້ນ​ຖານ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ ແລະ ນະ​ໂຍ​ບາຍທີ່ສຳຄັນ, ພັກ​ນຳ​ພາ​ລັດ, ໃນ​ນັ້ນ​ມີ​ສະ​ພາ​ແຫ່ງ​ຊາດ, ໃນການສືບ​ຕໍ່ປັບປຸງ​​ນະ​ໂຍ​ບາຍສະເພາະໃຫ້ສົມບູນ ແລະ ນຳນະ​ໂຍ​ບາຍໄປປະຕິບັດ, ປະເມີນ​ນະ​ໂຍ​ບາຍ​ໂດຍ​ຜ່ານ​​ພາ​ລະ​ໜ້າ​ທີ່​ຂອງ​ສະ​ພາ​ແຫ່ງ​ຊາດ ເຊັ່ນການອອກ​ມະ​ຕິ ແລະ ໂຄງການ​ກົດ​ໝາຍ, ການຕັດສິນຕົກ​ລົງ​​ບັນ​ຫາ​ສຳ​ຄັນ, ການຕິດ​ຕາມກວດ​ກາ​ສູງ​ສຸດບັນ​ດາຈຸດປະສົງຂອງ​ນະ​ໂຍ​ບາຍ ຈຳເປັນ​ຕ້ອງ​ໄດ້ຮັບການ​ວັດ​ແທກໂດຍສະເພາະຈາກ​ຕົວຊີ້​ວັດ​ ແລະ ມາດ​ຖານ​ດ້ານ​ປະ​ລິ​ມານ​ ເພື່ອອຳນວຍ​ຄວາມ​ສະ​ດວກໃນການນຳໄປ​ປະ​ຕິ​ບັດ, ຕິດ​ຕາມກວດ​ກາ ແລະ ປະເມີນຜົນ.

ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ເພື່ອໃຫ້​ສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ​ນະໂຍບາຍ​ດ້ວຍ​ໂຄງການກົດໝາຍ (ຜ່ານກົດໝາຍ) ແລະ ໂຄງການຕິດຕາມກວດກາ ແລະ ປະຕິບັດນະໂຍບາຍ ຜ່ານການຕັດສິນໃຈທີ່ສຳຄັນ; ໃນ​ນັ້ນ, ຂະ​ບວນການໃຊ້​ງົບ​ປະ​ມານ​ຂອງສະ​ພາ​ແຫ່ງ​ຊາດ ກໍ່​ແມ່ນ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ຂອງ​ພັກ, ຕັ້ງແຕ່​ການ​ຈັດສັນ​ງົບ​ປະ​ມານ ຈົນເຖິງການຊຳ​ລະ​​ງົບ​ປະ​ມານ. ດັ່ງ​ນັ້​ນ, ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ, ​ຜ່ານການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແ​ຫ່ງ​ຊາດ ​ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ ເຊິ່ງພັກ​ໃນ​ຖາ​ນະອົງປະກອບຫຼັກແລະເປັນຜູ້​ນຳ​​ລະ​ບົບ​ການ​ເມືອງ​ ໄດ້​ວາງ​ແຜນ​ ແລະ ​ສ້າງຂຶ້ນ. ດ້ວຍ​ເຫດນັ້ນ, ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ດ້ວຍ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ຂອງ​ພັກ​ ​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ການເຄື່ອ​ນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ສ້າງ​ແຮງຜັກດັນອັນຍິ່ງ​ໃຫຍ່ໃນການບໍລິຫານ​ປົກຄອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ໄປ​ສູ່​ເປົ້າໝາຍ​ການພັດທະນາ​ແບບ​ຍືນ​ຍົງ.

ໃນ​ເວ​ລາ​ທີ່​ຜ່ານ​ມາ, ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ຂອງ​ພັກ, ເຊັ່ນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ນິ​ເວດ, ການພັດ​ທະ​ນາ​ແບບ​ຍືນ​ຍົງ, ການຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ການເປັນ​ເຈົ້າ​ດ້ວຍ​ຕົນ​ເອງ ແລະ ການຫັນ​ເປັນ​ສັງ​ຄົມຂອງການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ການສຶກ​ສາແລະສາ​ທາ​ລະ​ນະສຸກ, ການປ້ອງກັນແລະຄວບ​ຄຸມ​ການແຜ່ລະບາດຂອງ​ໂຄວິດ-19,… ລ້ວນ​ແຕ່​ຕິດ​ພັນ​ກັບ​ໂຄງ​ການ​ກົດ​ໝາຍ ແລະ ການຕັດສິນຕົກ​ລົງ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ ເຊັ່ນ ການຕັດສິນ​ຕົກ​ລົງ​ດ້ານງົບ​ປະ​ມານ, ການຕັດສິນໃຈ​ລົງ​ທຶນພາກລັດ ເພື່ອຟື້ນ​ຟູເສດ​ຖະ​ກິດ-ສັງ​ຄົມ ​ພາຍຫຼັງ​ການ​ແຜ່​ລະ​ບາດ​ຂອງ​ໂຄວິດ-19. ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ໃນ​ປະຈຸ​ບັນ​ແມ່ນ ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກຕໍ່​ສະ​ພາ​ແຫ່ງ​ຊາດ, ປ່ຽນ​ແປງ​ໃໝ່​ການເຄື່ອນ​ໄຫວ​ດ້ານນິຕິບັນຍັດ​ຂອງ​ສະ​ພາ​ແຫ່ງ​ຊາດ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການໃນການ​ຍົກ​ສູງ​ຄຸນ​ນະ​ພາບ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ​ຂອງການ​ປະ​ກາດ​ໃຊ້​ກົດ​ໝາຍ ແລະ ການປັບປຸງລະ​ບົບ​ກົດ​ໝາຍໃຫ້ສົມບູນແບບ, ສ້າງ​ກອບ​ທາງກົດໝາຍເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໄລ​ຍະປີ 2021-2030, ກຳ​ນົດ​ທິດ​ເຖິງ​ປີ 2045 ໃຫ້​ສຳ​ເລັດ​ມີ​ໄຊ​. 

ທີ​ສາມ, ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກນັ້ນ​ ​ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບໃນການກວດ​ກາ, ຕິດ​ຕາມກວດກາ ແລະ ປະເມີນຜົນ​ການ​ປະ​ຕິ​ບັດ​​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນ​ະ​ໂຍ​ບາຍ. ລັດ, ໃນ​ນັ້ນ​ມີ​ສະ​ພາ​ແຫ່ງ​ຊາດ, ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ ​ຜ່ານ​ໂຄງ​ການ​ກົດ​ໝາຍ, ອອກ​ກົດ​ໝາຍ, ຮັບ​ຮອງຄວາມຖືກຕ້ອງຂອງ​ກົດ​ໝາຍ ແລະ ​ລະ​ບົບ​ກົດ​ໝາຍ, ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ​ຜ່ານ​ການເຄື່ອນ​ໄຫວ​ຕິດ​ຕາມ, ອີງ​ຕາມ​ເປົ້າ​ໝາຍ​ນະ​ໂຍບາຍ​ຂອງ​ແຕ່ລະ​ຂະ​ແໜງການ, ​ແຕ່​ລະ​ຂົງເຂດໂດຍທີ່​ມີ​ຈຸດໝາຍ ​ແລະ ມາດຖານ​ສະ​ເພາະ.         

ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕາມ​ທິດ​ພັກ​ເປັນ​ຜູ້ກວດ​ກາ, ຕິດຕາມ​ກວດກາ​ຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ, ຜົນ​ກະທົບ​ທາງ​ດ້ານ​ນະ​ໂຍບາຍ (ພາຍຫຼັງ​ການ​ປະຕິບັດ), ຜ່ານ​ການ​ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບສັງລວມ​ບັນ​ດາ​ມະ​ຕິ​ທີ່​ໄດ້​ປະ​ກາດ​ໃຊ້​ກາງວາລະ ຫຼື ສິ້ນ​ສຸດວາລະ ຂອງສະ​ພາ​ແຫ່ງ​ຊາດ, ເພື່ອ​ຮັບ​ປະ​ກັນ​ການກວດ​ກາ, ຕິດ​ຕາມກວດກາ ແລະ ປະເມີນ​ຜົນ​ສຳ​ເລັດ​ຂອງການ​ປະ​ຕິ​ບັດ, ຜົນ​ກະ​ທົບ​ຂອງ​ບັນ​ດາ​ແຜນ​ນະ​ໂຍ​ບາຍ ແລະ ນະ​ໂຍ​ບາຍ​ ຢ່າງ​ຄົບ​ຖ້ວນ​ທີ່​ສຸດ.

ທີ​ສີ່, ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂອຳນວຍຄວາມ​ສະດວກ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການຂອງ​ສະ​ພາ​ແຫ່ງ​ຊາດ​ ປະຕິບັດພາລະບົດບາດແລະ​ໜ້າ​ທີ່​ຂອງ​ຕົນ. ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ລວມມີ​ການ​ຍົກ​ສູງ​ຄຸນ​ນະພາບຂອງການ​ວິ​ເຄາະ​ນະ​ໂຍບາຍ, ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ, ຮັບປະກັນ​ຈຸດໝາຍ​ນະ​ໂຍບາຍ​ທີ່​ເໝາະ​ສົມ ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ລັດ, ເປັນ​ຕົ້ນ​ແມ່ນ​ສະ​ພາ​ແຫ່ງ​ຊາດ​ກັບ​ຊຸມ​ຊົນ​ສັງ​ຄົມ. ສິ່ງ​ສຳຄັນ​ໃນ​ການ​ປັບປຸງ​ຢູ່​ທີ່​ນີ້​ແມ່ນ, ບົນ​ພື້ນຖານ​ແນວ​ທາງ​ການ​ເມືອງ​ທີ່​ສະ​ແດງ​ອອກໃນໂຄງການການເມືອງ, ການອອກ​ມະຕິທີ່ ຖືກຕ້ອງ​ແລະ ເໝາະສົມພິເສດແມ່ນ ​​ມະຕິ​ສະເພາະເລື່ອງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ລະບົບ​ການ​ເມືອງທັງໝົດ, ສ້າງ​ເງື່ອນ​ໄຂ​ທີ່ເອື້ອອຳນວຍ​ໃຫ້​ສະພາ​ແຫ່ງ​ຊາດ​ໃນການຈັດຕັ້ງ​ປະຕິບັດ.

ທີ​ຫ້າ, ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ເພື່ອ​ສ້າງ​ຄວາມ​ເປັນ​ເຈົ້າ​ການ ແລະຄວາມ​ຄິດສ້າງສັນ​ໃນການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ໂດຍສະເພາະຢ່າງຍິ່ງ ໃນກິດຈະກຳດ້ານ​ກົດ​ໝາຍສຳລັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍຕ່າງໆ ​ເຊິ່ງຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ສູນກາງ ກຳນົດ​ຂອບ​ການ ​ເພື່ອໃຫ້​ສະ​ພາ​ແຫ່ງ​ຊາດ​ສົນ​ທະ​ນາ ແລະ ຕັດສິນຕົກ​ລົງ​ສະເພາະ​ ໃນ​ຂອບ​ເຂດ​ຂອງແຜນ​ນະ​ໂຍ​ບາຍ​ຂອງ​ພັກ; ພ້ອມກັນນັ້ນ ຊ່ວຍ​ໃຫ້​ກົມ​ການ​ເມືອງສູນກາງດັດປັບ​ເນື້ອ​ໃນຊີ້ນຳ​ຂອງ​ພັກຢ່າງໄວ ຕໍ່​ບັນດາ​ບັນຫາ​ສຳຄັນທີ່ມີຄວາມເຫັນແຕກຕ່າງກັນໃນ​ການ​ປຶກສາ​ຫາລື​ຢູ່​ສະພາ​ແຫ່ງ​ຊາດ. ໃນແຕ່ລະສະໄໝຂອງສະ​ພາ​ແຫ່ງ​ຊາດ, ພັກ​ໄດ້​ວາງ​ທິດ​ທາງ​ແຜນການ​ສ້າງ​ກົດໝາຍ ​ແລະ ລັດຖະບັນຍັດ​ສໍາ​ລັບ​ວາ​ລະ​ທັງໝົດ​

ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ​
ດ້ວຍ​ວຽກ​ງານ​ການຈັດ​ຕັ້ງ​ພະ​ນັກ​ງານ

ໃນເວ​ລາ​ທີ່​ຜ່ານ​ມາ, ​ຄະ​ນະ​ພັກສະ​ພາ​ແຫ່ງ​ຊາດ​ໄດ້​​ດຳ​ເນີນ​ການຕາມຂັ້ນຕອນທີ່ເຄັ່ງຄັດ ເພື່ອ​ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ ແລະ ວຽກ​ງານ​ການຈັດ​ຕັ້ງ​ພະ​ນັກ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ. ບົນ​ພື້ນ​ຖານ​ການສະຫຼຸບ​ຄວາມເປັນ​ຈິງ​ຂອງ​ບັນ​ດາ​ສະ​ໄໝ​ທີ່​ຜ່ານ​ມາ, ຈຳເປັນຕ້ອງ​​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ​ ໃນດ້ານວຽກງານການ​ຈັດ​ຕັ້ງ​ພະ​ນັກ​ງານດັງຕໍ່ໄປນີ້:  

ທີ​ໜຶ່ງ, ກ່ອນການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດແຕ່ລະຄັ້ງ, ຄະ​ນະ​ພັກສະ​ພາ​ແຫ່ງ​ຊາດຈະ​ສ້າງ​ແຜນການຢ່າງລະອຽດ ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນໃຫຍ່​ ຂອງ​ການ​ເລືອກ​ຕັ້ງ ແລະ ຍື່ນ​ໃຫ້​ກົມ​ການ​ເມືອງສູນກາງ ແລະ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ເພື່ອຂໍຄວາມເຫັນ; ພ້ອມ​ກັນ​ນັ້ນ, ປະຕິບັດ​ຂໍ້​ສະ​ຫຼຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຢ່າງ​ເຂັ້ມ​ງວດ. ແຕ່​ວ່າ, ພັກ​ບໍ່​ໄດ້ເຮັດ​ແທນ, ໂດຍສະເພາະ ບໍ່ໄດ້ກຳ​ນົດໂຄງສ້າງສະມາຊິກສະພາແຫ່ງຊາດ, ບໍ່​ກຳ​ນົດ​ໂຄງສ້າງ​ ແຂງທີ່ຈະຈັດແບ່ງ​ໃຫ້ກັບ​ອົງ​ການ, ​ການ​ຈັດ​ຕັ້ງ. ໃນ​ເວ​ລາ​ທີ່​ຜ່ານ​ມາ, ຜູ້ສະໝັກຮັບເລືອກຕັ້ງສ່ວນຫຼາຍໃນ​ໂຄງສ້າງ ແຂງແມ່ນຜູ້​ນຳ​ຂອງອົງ​ການແລະ​ການ​ຈັດ​ຕັ້ງ ​ເຮັດ​ໃຫ້​ອັດ​ຕາ​ສ່ວນ​ຜູ້​ແທນທີ່ເປັນ​ນັກ​ວິ​ທີ​ຍາ​ສາດ, ເພດຍິງ ແລະ ຂະ​ແໜງ​ການ​ບໍ່​ໄດ້ຕາມຄາດໝາຍ, ພາ​ໃຫ້​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດສ່ວນໃຫຍ່ຕ້ອງ ຮັບ​ຜິດ​ຊອບຫຼາຍໜ້າທີ່”. ທ່າ​ອຽງ​ເພີ່ມ​ຈຳນວນ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ເຕັມ​ເວລາ ຈາກ​ປະມານ 5 - 6% ຂອງຈຳນວນ​ຜູ້​ແທນ​ສະພາ​ແຫ່ງ​ຊາດທັງໝົດ ​ໃນ​ຕົ້ນ​ວາລະການປະຊຸມສະພາແຫ່ງຊາດສະໄໝ​​ທີ 9 ຂຶ້ນ​ເປັນ 25,1% ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 11(3), ປະມານ 35 - 40% ໃນ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ແລະ ເພີ່ມ​ຂຶ້ນ​ປະ​ມານ 5% ໃນ​ແຕ່​ລ​ະ​ວາລະຖັດ​ໄປ ​ແມ່ນ​ສັນ​ຍານທີ່​ດີ; ຍ້ອນ​ວ່າ, ການ​ເພີ່ມ​ຈຳ​ນວນ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ເຕັມເວລາ​ ຈະ​ຊ່ວຍ​ໃຫ້​ສະ​ພາ​ແຫ່ງ​ຊາດ​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ​ດີຂຶ້ນ. 

ທີ​ສອງ, ການປ່ຽນ​ແປງ​ໃໝ່​ວຽກ​ງານ​ພະ​ນັກ​ງານ, ຄັດເລືອກ​ຄົນ​ທີ່​ມີ​ຄຸນ​ນະພາບແລະຄວາມ​ສາ​ມາດ​​ເຂົ້າ​ຮ່ວມ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ. ບຸກ​ຄະ​ລາ​ກອນ​ຂັ້ນ​ຍຸດ​ທະ​ສາດ​ຕ້ອງ​ການ​ມີ​ຄວາມຮັບ​ຜິດຊອບ​ຕໍ່​ພັກ​ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ​ຂອງ​ພັກ, ໝາຍ​ຄວາມ​ວ່າ ​ເຊື່ອມໂຍງການ​ຄັດເລືອກ​ບຸກ​ຄະ​ລາ​ກອນ​ຂັ້ນ​ຍຸດ​ທ​ະ​ສາດ​ ກັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ; ເວົ້າ​ອີກ​ແບບ​ໜຶ່ງແມ່ນ ການສົມທົບ​ວິ​ທີ​ການ​ນຳ​ພາ​ດ້ວຍ​ວຽກ​ງານ​ພະ​ນັກ​ງານ ​ກັບ​ວິ​ທີ​ການ​ນຳ​ພ​າ​ດ້ວຍ​ນະ​ໂຍ​ບາຍ. ໂຄງສ້າງບຸກ​ຄະ​ລາ​ກອນ​ໃນ​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ແຫ່ງ​ຊາດໃນ​ປະ​ຈຸ​ບັນ ມີຄວາມເໝາະສົມໂດຍພື້ນຖານ, ຮັບ​ປະ​ກັນ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກັບສະ​ພາ​ຊົນ​ເຜົ່າ, ບັນ​ດາ​ຄະ​ນະ​ກຳ​ມະ​ການ ແລະ ​ອົງ​ການຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ລວມ​ມີ 3 ອົງ​ການ​ຊ່ວຍ​ວຽກກ່ຽວກັບ​ວຽກ​ງານຜູ້ແທນ, ການພົວພັນກັບຜູ້ມີສິດເລືອກຕັ້ງ ແລະ ການນິຕິບັນຍັດ(4). ໂດຍສະເພາະຢ່າງຍິ່ງ, ຄະ​ນະ​ວຽກ​ງານຜູ້ແທນໄດ້​ເຮັດໜ້າທີ່ໃຫ້ຄຳປຶກສາ ແລະ ​ຮັບ​ໃຊ້​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະ​ພາ​ແຫ່​ງ​ຊາດ ແລະ ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ເປັນຢ່າງດີ; ຍົກ​ສູງ​ຄຸນ​ນະ​ພາບຂອງ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແລະ ຜູ້​ແທນ​ສະ​ພາ​ແຫ່ງ​ຊາດເຕັມເວລາ. 

ໃນ​ເວ​ລາ​ທີ່​ຜ່ານ​ມາ, ພັກ​ໄດ້​ນຳ​ພາ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ ໃນການປະ​ຕິ​ບັດເປັນຢ່າງ​ດີ ​ໜ້າ​ທີ່​ເປັນ​ອົງ​ການ​ປະ​ຈຳ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ຊີ້​ນຳ, ດັດປັບ, ປະ​ສານ​ສົມ​ທົບການ​ເຄື່ອນ​ໄຫວ​ ຂອງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໄດ້​ແບ່ງງານ​ໃຫ້​ສະ​ພາ​ຊົນ​ເຜົ່າ, ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ກວດສອບຮ່າງ​​ກົດ​ໝາຍ, ມະ​ຕິ ແລະ ບັນດາບົດ​ລາຍ​ງານ ແລະ ໂຄງ​ການ​ອື່ນໆ ​ຕາມ​ພາ​ລະບົດບາດ, ໜ້າ​ທີ່ ແລະ ສິດ​ອຳ​ນາດຂອງຕົນ; ປະ​ຕິ​ບັ​ດ​ບັນ​ດາ​ເນື້ອ​ໃນຂອງໂຄງການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ຂອງຄະ​ນະ​ປະ​ຈຳ​ສ​ະ​ພາ​ແຫ່ງ​ຊາດ.

ທີ​ສາມ, ຕ້ອງ​ມີ​ກົນ​ໄກ​ເພີ່ມ​ທະ​ວີ​ບົດ​ບາດ, ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະພັກ​ສະ​ພາ​ແຫ່ງ​ຊາດ ແລະ ການ​ຈັດ​ຕັ້ງ​ພັກ​ຢູ່ໃນ​ຄະ​ນະ​ປະ​ຈຳ​ສະ​ພາ​ຊົນ​ເຜົ່າ, ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ​ຕັ້ງແຕ່ຕົ້ນ ຈາກ​ໄກ ​ໃນ​ການ​ໃຫ້ຄຳປຶກສາ​ແກ່ພັກ​ ເພື່ອຕັດສິນ​ຕົກ​ລົງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ; ມີ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ຄະ​ນະພັກ​ສະ​ພາ​ແຫ່ງ​ຊາດ ແລະ ອົງ​ການ​ທີ່​ຍື່ນ​ເນື້ອ​ໃນ​ມະ​ຕິ​ ໃຫ້​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງສູນກາງ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສນກາງ ເພື່ອ​ສ້າງ​ຄວາມເຫັນດີ​ເປັນ​ເອກະພາບ ໃນ​ການເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ຍົກ​ສູງ​ບົດ​ບາດ​ຂອງ​ເລ​ຂາທິການ, ຮອງ​ເລ​ຂາ​ທິການຄະ​ນະ​ພັກສະ​ພາ​ແຫ່ງ​ຊາດ ແລະ ຂອງຄະ​ນະ​ພັກສະ​ພາ​ແຫ່ງ​ຊາດ ໃຫ້​ຮັບ​ຜິດ​ຊອບ​ຕໍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງສູນກາງ ແລະ ຄະ​ນະ​ເລ​ຂາ​ທິ​ການສູນກາງ ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ເປີດກວ້າງ​​ຂອບ​ເຂດ​ການປະເມີນ ແລະ ການຫັນ​ເປັນ​ຮູບປະທຳໂດຍປະເມີນ​ຜົນ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ ​ທີ່​ພັກ​ໄດ້​ວາງ​ແຜນໄວ້.​

ທີ​ສີ່, ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ໂດຍ​ຜ່ານ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​​ພັກ​ໃນ​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ຊົນ​ເຜົ່າ ແລະ ຄະ​ນະ​ກຳ​ມາທິການ 9 ຄະນະຂອງສະພາແຫ່ງຊາດ(5) (ນັບ​ແຕ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 12) ​ຜ່ານ​ບັນດາ​ອົງການ​ພັກ​ຢູ່​ທີ່​ນີ້. ສະ​ພາ​ຊົນ​ເຜົ່າ ແລະ ບັນ​ດາ​ຄະ​ນະ​ກຳ​ມະ​ການ​​ມີ​ຄະນະປະ​ຈຳ​ການ ເຊິ່ງປະກອບດ້ວຍປະ​ທານ, ຮອງ​ປະ​ທານ​ ແລະ ກຳ​ມະ​ການ​ເຕັມເວລາ. ຈຳເປັນຕ້ອງ​ປັບປຸງ​ການ​ຈັດ​ຕັ້ງອົງການ​ພັກ​ໃນ​ສະ​ພາ​ແຫ່ງ​ຊາດໂດຍໄວ ​ເພື່ອເຊື່ອມໂຍງແລະຄຸ້ມ​ຄອງຢ່າງແໜ້ນ​ແຟ້ນ ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດທີ່​ເຮັດວຽກເຕັມເວລາ ໃນບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ອົງ​ການ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ; ກຳ​ນົດບົດ​ບາດ​ຂອງ​ອົງ​ການ​​ພັກ​ໃນ​ສະ​ພາ​ຊົນ​ເຜົ່າ ແລະ ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ແຫ່ງ​ຊາດຢ່າງຊັດເຈນ ​ໃນ​ການ​ນຳ​ພາ​ອົງ​ການ​ທຽບ​ເທົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ; ມີຮູບ​ແບບ​​ການ​ຈັດ​ຕັ້ງ​​ພັກສະເພາະ ໃນ​ສະ​ພາ​ແຫ່ງ​ຊາດ​ ເມື່ອເພີ່ມ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ເຕັມເວລາ. 

ທີ່​ຫ້າ, ການປ່ຽນ​ແປງ​ໃໝ່​ການ​ນຳ​ພາ​ຂອງ​ພັກ​ຕໍ່​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ໂດຍສຸມ​ໃສ່​​ຜູ້​ແທນ​ສ​ະ​ພາ​ແຫ່ງ​ຊາດທີ່ເຮັດວຽກເຕັມເວລາ, ຊ່ວຍ​ໃຫ້​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ເສີ​ມ​ຂະ​ຫຍາຍ​​ບົດ​ບາດ​ຂອງຕົນ ໃນຖານະ​ຂົວ​ຕໍ່​ລະ​ຫວ່າງ​ຜູ້​ແທ​ນສະພາແຫ່ງຊາດ​ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ, ສະ​ໜອງ​ຂໍ້​ມູນເພີ່ມເຕີມ, ຂໍ້​ມູນ​ທີ່​ໂປ່ງ​ໄສ​ກວ່າ​ອີກ ໃຫ້​ແກ່​ການເຄື່ອນ​ໄຫວ​ຕິດ​ຕາມກວດກາ​ຂອງ​​ອົງ​ການ​ຂອງ​ສ​ະ​ພາ​ແຫ່ງ​ຊາດ, ຊ່ວຍ​ໃຫ້​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດໜ້າທີ່ໄດ້ດີ. 

ທີ​ຫົກ, ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ໂດຍຜ່ານ​ການ​ຊອກ​ຫາ ແລະ ການຄັດເລືອ​ກຜູ້​ມີ​ຄວາມ​ສາ​ມາດທີ່ເປັນ​ບຸກ​ຄະ​ລາ​ກອນລະດັບ​ຍຸດ​ທະ​ສາດ​ ໃນ​ພາກ​ສ່ວນ​ຊ່ວຍ​ເຫຼືອ ແລະ ໃຫ້ຄຳປຶກສາ​ແກ່​ສະ​ພາ​ແຫ່ງ​ຊາດ, ໂດຍສະເພາະຕຳແໜ່ງ​ເລ​ຂາທິ​ການໃຫຍ່ສະພາແຫ່ງຊາດ ແລະ ເສີມຂະຫຍາຍລະບຽບວິໄນດ້ານການບໍລິຫານ ແລະ ເປົ້າໝາຍການປະຕິຮູບດ້ານການບໍລິຫານຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ.

ການປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ສະ​ພາ​ແຫ່ງ​ຊາດ​
ດ້ວຍ​ວຽກ​ງານ​ການ​ຂົ​ນ​ຂວາຍ ແລະ
ໂຄ​ສະ​ນາຊວນເຊື່ອ

ສະ​ພາ​ແຫ່ງ​ຊາດຜ່ານ​ຜູ້​ມີສິດ​ເລືອກ​ຕັ້ງ ຮັ​ບ​ຟັງ​ຄວາມຄິດ​ຄວາມ​ປາດ​ຖະ​ໜາ ແລະ ເຈດ​ຈຳ​ນົງ​ຂອງ​ປະ​ຊາ​ຊົນ, ຂົນ​ຂວາຍ​ປະ​ຊາ​ຊົນໃຫ້ມີສ່ວນ​ຮ່ວມ​ຢ່າງຕັ້ງໜ້າ ໃນການກໍ່​ສ້າງ​ພັກ ແລະ ລະ​ບົບ​ການ​ເມືອງ, ພິ​ເສດ​ແມ່ນ​ ຂົນ​ຂວາຍ​ປະ​ຊາ​ຊົນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ.

ທີ​ໜຶ່ງ, ພັກ​ເອົາໃຈໃສ່​ຮັບ​ຟັງ​ຄວາມ​ຄິດ​ເຫັນ ແລະ ຄຳສະເໜີ​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ຊັ້ນ. ເພື່ອ​ປ່ຽນ​ແປງ​ໃໝ່​​ວິ​ທີ​ການ​ນຳ​ພາ​ຂອງ​ພັກດ້ວຍ​ວຽກ​ງານ​ຂົນ​ຂວາຍ ແລະ ໂຄ​ສະ​ນາຊວນເຊື່ອ​ຢ່າງມີປະສິດທິຜົນ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ທີ່​ເຂົ້າ​ຮ່ວມ​ສ​ະ​ພາ​ແຫ່ງ​ຊາດນັ້ນ ​ຕ້ອງ​ອອກ​ແຮງຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ ຕິດ​ກັບ​ການ​ຮ່ຳ​ຮຽນ​ທິດ​ສະ​ດີ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ໂຮ່​ຈິີມິນ, ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ, ຂອງ​ກຸ່ມ​ກ້ອນ​ມາ​ຫາ​ສາ​ມັກ​ຄີປວງຊົນທັງຊາດ​ມີ​ວິ​ທີທີ່​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນ​ ​ໃນ​ການ​ປຸກລະດົມ ​ແລະ ຂົນຂວາຍ​ມະຫາຊົນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ໃຫ້​ສຳ​ເລັດ​ຜົນ.

ທີ​ສອງ, ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ແລະສະພາ​ແຫ່ງ​ຊາດ, ຮັບ​ຟັງ​ຄວາມຄິດເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພັດ​ທະ​ນາ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການປ້ອງ​ກັນ​ປະເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ, ລວບລວມ​ຄ​ວາມ​ຄິດ​ເຫັນ​ເຫຼົ່ານັ້ນ ແລະ ນຳສະເໜີຕໍ່​ພັກ; ພ້ອມ​ກັນນັ້ນ, ເຕົ້າ​ໂຮມແລະຂົນ​ຂວາຍ​ປະ​ຊາ​ຊົນໃຫ້​ປະ​ຕິ​ບັດ​ຕາມນະ​ໂຍ​ບາຍ ແລະ ກົດ​ໝາຍຂອງ​ລັດ.

ທີ​ສາມ, ຖັນ​ແຖວ​ພະ​ນັກ​ງານ, ເປັນ​ຕົ້ນ​ແມ່ນ​ພະ​ນັກ​ງານ​ນຳ​ພາ​ຕົ້ນ​ຕໍ່​ ຂອງ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ອົງ​ການ, ສະ​ພາ, ​ຄະ​ນະ​ກຳ​ມາທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ​​ມີ​ໜ້າ​ທີ່​ປືກ​ສາຫາລືຢ່າງໂປ່ງໃສກັບຄວາມ​ຕ້ອງ​ການ, ເຈດ​ຈຳ​ນົງ ແລະ ຄວາມ​​ປາດ​ຖະ​ໜາ​ອັນຊອບ​ທຳ​ຂອງ​ປະ​ຊາ​ຊົນ ​ກ່ຽວ​ກັບແຜນນ​ະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ, ປະເມີນຜົນ​ກະ​ທົບຂອງ​ນະ​ໂຍ​ບາຍແລະກົດໝາຍໃນໂຄງການກົດໝາຍ, ປະເມີນການປະຕິບັດນະໂຍບາຍ ແລະ ຜົນກະທົບຂອງນະໂຍບາຍ; ຈາກນັ້ນ, ແນະນຳໃຫ້​ພັກ​ວາງ​ແຜນ​ ຖືກ​ຕ້ອງແລະ ເໝາະສົມໂດຍທັນທີ ກ່ຽວກັບ​ບັນ​ດາ​ບັນ​ຫາ​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ການ​ເມືອງ, ວັດ​ທະ​ນະ​ທຳ-ສັງ​ຄົມ, ການປ້ອງ​ກັນ​ປະເທດ-​ຄວາມ​ໝັ້ນຄົວ​ໃນ​ສະ​ພາບ​ການ​ໃໝ່. 

ທີ​ສີ່, ວຽກງານພົວພັນກັບຜູ້ມີສິດເລືອກຕັ້ງ​ ບໍ່​ພຽງ​ແຕ່​ໃຫ້ຄຳແນະນຳ​ການປະຕິບັດວຽກງານຂອງສະພາແຫ່ງຊາດເທົ່ານັ້ນ, ແຕ່ຍັງເປັນເຈົ້າການໃນການ​ຮັບ​ເອົາ, ຈັດ​ປະ​ເພດ ແລະ ປະມວນຜົນ​ຄຳຮ້ອງ, ໃບສະເໜີ ແລະ ຈົດ​ໝາຍ​ຂອງ​ພົນລະເມືອງ, ວິ​ເຄາະ​ແລະປະເມີນຄຳຮ້ອງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ຊຸກ​ຍູ້ໃຫ້ໜ່ວຍງານຈັດການ​ແກ້​ໄຂຄຳຮ້ອງຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ; ຄ່ອຍໆແກ້​ໄຂຜ່ານຜ່າ​​ສະ​ພາບ​ການ​ສົ່ງຕໍ່​ໃບ​ສະ​ເໜີແລະຈົດ​ໝາຍ​​ ລະ​ຫວ່າງ​​ອົງ​ການ​ຕ່າງໆຂອງ​ສະ​ພາ​ແຫ່ງ​ຊາດ, ດຳເນີນການໃຫ້ຄຳຕອບແລະປະ​ຕິ​ບັດຂໍ້​ສະ​ເໜີ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢ່າງໄວແລະມີປະສິດທິຜົນ. ເອົາ​ໃຈ​ໃສ່ເກັບ​ກຳ​​ຄວາມ​ຄິດ​ຈິດ​ໃຈ, ເຈດ​ຈຳ​ນົງ ແລະ ຄວາມປາດຖະໜາ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ ແລະ ນະ​ໂຍ​ບາຍ, ​ຜ່ານ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເພື່ອສົ່ງຕໍ່ໄປໃຫ້​ອົງ​ການ​ນຳ​ພາ​ຂອງ​ພັກ​ຢູ່​ສູນ​ກາງ, ກົມ​ການ​ເມືອງສູນກາງ ແລະ ຄະ​ນະ​ເລ​ຂາ​ທິ​ການສູນກາງໃນທັນທີ. 

ທີ​ຫ້າ, ປະ​ຕິ​ບັດ​ເປັນຢ່າງ​ດີ​ ຄວາມ​ຮັບ​ຜິດ​ຊອບ​ເປັນ​ແບບ​ຢ່າງ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ໃນ​ສະ​ພາ​ແຫ່ງ​ຊາດ. ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຕ້ອງ​ມານະ​ພະຍາຍາມຮ່ຳຮຽນຄຸນສົມບັດ​ສິນ​ທຳ​ປະຕິວັດ ​ຕາມ​ແນວຄິດ, ຄຸນສົມບັດ​ສິນ​ທຳ​ ແລະ ແບບແຜນ​ໂຮ່ຈີ​ມິນ, ລົບ​ລ້າງ​ລັດທິເອກະຊົນ, ດຳເນີນການ “​​ເວົ້າ​ພ້ອມ​ກັບ​ການ​ກະທຳ, ​ໃຫ້​ກາຍ​ເປັນ​ແບບຢ່າງ​ທີ່ໃສແຈ້ງ​ຢູ່​ພາຍ​ໃນ​ອົງການ ​ແລະ ໃ​ນ​ສັງຄົມ; ຈາກນັ້ນ, ສ້າງ​ຄວາມໜ້າເຊື່ອຖື ​ແລະ ຄວາມ​ດຶງ​ດູດໃຈຕາມ​ທຳ​ມະ​ຊາດ ​ຕໍ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນນະໃນ​ສັງ​ຄົມ​./.

------------------------

(1) ເບິ່ງ: ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ສພຈ ການ​ເມືອງ​ແຫ່ງ​ຊາດ​ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ໜ້າ 88 - 89.

(2) ເບິ່ງ: ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ສພຈ ການ​ເມືອງ​ແຫ່ງ​ຊາດ​, ຮ່າ​ໂນ້ຍ, 2001, ໜ້າ 132.

(3) ເປັນຄັ້ງ​ທຳ​ອິດທີ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ປີ 2001 ກຳ​ນົດໃຫ້​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຢ່າງ​ໜ້ອຍ 25% ​ເຮັດ​ວຽກ​ເຕັມ​ເວລາ.

(4) ຄະ​ນະ​ວຽກ​ງານຜູ້ແທນ, ຄະນະພົວພັນກັບຜູ້ມີສິດເລືອກຕັ້ງ ແລະ ຄະ​ນະ​ວຽກ​ງານນິຕິບັນຍັດ.

(5) ເພີ່ມ​ຄະ​ນະ​ກຳ​ມະ​ການຕຸລາການ, ຍຸບ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ແລະ ງົບ​ປະ​ມານ ໂດຍ​ແທນທີ່ດ້ວຍ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ແລະ ຄະ​ນະ​ກຳ​ມະ​ການ​ການ​ເງິນແລະງົບ​ປະ​ມານ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1004 (​ເດືອນທັນ​ວາ 2022)