ວກ. - ພາຍຫຼັງ 20 ປີ​ແຫ່ງ​ການ​ປະຕິບັດ​ຍຸດ​ທະ​ສາດ​ການ​ປະຕິຮູບ​ດ້ານ​ຕຸລາການຕາມມະຕິຂອງພັກ, ການ​ເຄື່ອນ​ໄຫວ​ປະຕິ​ຮູບ​ດ້ານ​ຕຸລາການ​ຢູ່​ສານ​ປະຊາຊົນ​ທຸກ​ຂັ້ນ ​ໄດ້ບັນລຸຜົນສຳ​ເລັດ​ທີ່​ສຳຄັນ, ປະກອບສ່ວນປັບປຸງທີ່ຕັ້ງ, ພາບລັກສະນະ, ຊື່ສຽງ ແລະ ປະສິດທິພາບຂອງສານ. ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ແລະ ມະຕິ​ກອງ​ປະຊຸມ​​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 13 ​ໃຫ້​ສຳ​ເລັດ​ຜົນ, ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງສືບ​ຕໍ່ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ; ກໍ່ສ້າງ​ລະບົບ​ສານ​ປະຊາຊົນ​ທຸກ​ຂັ້ນ​ທີ່​ເປັນ​ເອກະລາດ, ​ເປັນ​ມື​ອາຊີບ, ທັນ​ສະ​ໄໝ, ຍຸຕິ​ທຳ, ມີ​ອາລະຍະທຳ, ທ່ຽງ​ທຳ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ.

ກຳມະການກົມການເມືອງສູນກາງ, ປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫວ້ (ຜູ້ຢູ່ກາງ) ແລະບັນດາຜູ້ແທນ ດຳເນີນພິທີເປີດສູນຄວບຄຸມແລະບໍລິຫານການພິຈາລະນາຄະດີອອນໄລນ໌ ຂອງສານປະຊາຊົນ _ພາບ: TTXVN

ພາບລວມຂອງການຈັດຕັ້ງ ແລະ ການ​ເຄື່ອນ​ໄຫວ​
ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ

ປະຕິບັດ​ແນວທາງ ​ແຜນ​ນະ​ໂຍບາຍ ທິດ​ທາງ​ຂອງ​ພັກ​ແລະ​ລັດ, ​ໂດຍ​ສະ​ເພາະ​ແມ່ນ ຜ່ານ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ສະບັບ​ເລກທີ 08-NQ/TW, ລົງ​ວັນ​ທີ 2 ມັງກອນ 2002, ຂອງ​ກົມ​ການ​ເມືອງ​ສູນ​ກາງ, ວ່າ​ດ້ວຍ “ບາງ​ໜ້າ​ທີ່​ສຳຄັນ​ຂອງ​ວຽກ​ງານ​ຕຸລາການ​ໃນ​ໄລຍະ​ຈະ​ມາ​ເຖິງ” ​ແລະ ມະຕິ​ສະບັບ​ເລກທີ 49-NQ/TW, ລົງ​ວັນ​ທີ່ 2 ກໍລະກົດ 2005, ຂອງ​ກົມ​ການ​ເມືອງ​ສູນ​ກາງ, ວ່າ​ດ້ວຍ “ຍຸດ​ທະ​ສາດ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ເຖິງ​ປີ 2020”, ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ ​ໄດ້​ມີ​ການ​ປ່ຽນ​ແປງ​ທີ່​ຕັ້ງໜ້າຫຼາຍ​ຢ່າງ;  ຖານະ​ບົດບາດ ພາບ​ລັກສະນະ ​ແລະ ຊື່​ສຽງ​ຂອງ​ສານ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ​ເປັນ​ຄັ້ງ​ທຳ​ອິດ​ທີ່ ລັດຖະທຳ​ມະນູນ​ປີ 2013 ກຳນົດ​ວ່າ: “ສານປະຊາຊົນ​ແມ່ນ​ອົງການ​ຕຸລາການ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ​ໃຊ້​ອຳນາດ​ຕຸລາການ”(1). ບົນ​ພື້ນ​ຖາ​ນນັ້ນ, ບັນດາກົດໝາຍ​ຕຸລາການ​ໄດ້​ຮັບ​ການ​ປະກາດ​ໃຊ້, ​ໄດ້​ສຳ​ເລັດ​ຂັ້ນ​ຕອນ​​ການ​ຈັດ​ຕັ້ງກົງຈັກ ​ຂອງ​ລະບົບ​ສານ​ປະຊາຊົນ​ທຸກ​ຂັ້ນ. ໃນນັ້ນ, ກໍ່ສ້າງລະບົບສານປະກອບດ້ວຍ 4 ຂັ້ນ (ສານ​ປະຊາຊົນ​ສູງ​ສຸດ; ສານ​ປະຊາຊົນ​ຊັ້ນ​ສູງ; ສານ​ປະຊາຊົນ​ແຂວງ, ນະຄອນ​ຂຶ້ນກັບ​ສູນ​ກາງ; ສານ​ປະຊາຊົນ​ເມືອງ​, ​ເທດ​ສະບາ​ນ, ຕົວ​ເມືອ​ຂຶ້ນ​ກັບ​ແຂວງ); ປ່ຽນ​ແປງ​ໃໝ່ວິທີ​ການຈັດ​ຕັ້ງ​ການ​ພິຈາລະນາ​ຄະດີ ​ໃນ​ທິດ​ທາງ​ຂອງ​ການ​ດູດ​ຊຶມ​ແກ່ນ​ທີ່ສົມ​ເຫດ​ສົມ​ຜົນ​ຂອງຮູບແບບການດໍາເນີນຄະດີ; ປ່ຽນ​ແປງ​ໃໝ່ຮູບແບບຂອງຫ້ອງພິຈາລະ​ນາຄະດີ; ຕຳ​ແໜ່​ງຕຸລາການ​ໃນ​ສານ​ປະຊາຊົນ​ທຸກ​ຂັ້ນ ​ກໍ່​ໄດ້​ຮັບ​ການ​ປັບປຸງ, ​ເພີ່ມ​ທະວີ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ. ເຂດ​ອຳນາດ​ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ, ​ໂດ​ສະ​ເພາະ​ຢ່າງ​ຍິ່ງ, ​ເຂສິດ​ອຳນາດ​ຂອງ​ສານ​ປະຊາຊົນ​ຂັ້ນ​ເມືອງ​ໄດ້​ຮັບ​ການ​ຂະຫຍາຍ​ກວ້າງ. ກົນ​ໄກ​ຕິດຕາມ​ກວດກາ​ຂອງ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ຕໍ່​ການ​ເຄື່ອນ​ໄຫວ​ຂອງສານ​ປະຊາຊົນ​ຂັ້ນ​ຕ່າງໆ ​ໄດ້​ຮັບ​ການ​ເພີ່ມ​ທະວີ. ຄຸນ​ນະພາ​ບຂອງ​ພະນັກງານ​ສານ​ປະຊາຊົນ​ທຸກ​ຂັ້ນ​ ໄດ້​ຮັບ​ການ​ປັບປຸງຍົກ​ສູງ​ຂຶ້ນ(2); ຄຸນ​ນະພາ​ບຂອງ​ການດຳ​ເນີ​ຄະດີ​ໃນ​ການ​ພິຈາລະນາ​ຄະດີ ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ; ຂັ້ນ​ຕອນ​ການ​ບໍ​ລິ​ຫານ​ຕຸ​ລາ​ການ​ໃນ​ສານ​ ໄດ້​ຮັບ​ການ​ປ່ຽນ​ໃໝ່​ ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງການ​ດຳ​ເນີນ​ງານ; ຄໍາ​ຕັດ​ສິນ, ການ​ຕັດ​ສິນ​ໃຈ​ແລະ​ກິດ​ຈະ​ກໍາບາງ​ຢ່າງ​ຂອງ​ສານ ​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ສາ​ທາ​ລະ​ນະ...       

ຄຽງ​ຄູ່​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ, ການຈັດ​ຕັ້ງ​ກົງຈັກ ​ແລະ ສິດ​ອຳນາດ​ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ ຍັງ​ມີ​ຂໍ້​ບົກ​ຜ່ອງ​ທີ່​ພາ​ໃຫ້​ມີ​ຂໍ້​ຈຳກັດ​ໃນ​ປະສິດທິ​ຜົນ​ຂອງ​ສານ. ຖັນ​ແຖວ​ພະນັກງານ ລັດຖະກອນ​ຂອງ​ສານ ​ຍັງ​ຂາດ​ເຂີນ(3); ລະບອບ​ແລະ​ນະ​ໂຍບາຍ ​ສຳລັບ​ຕຳ​ແໜ່​ງຕຸລາການ ​ບໍ່​ສອດຄ່ອງ​ກັບຄວາມ​ຕ້ອງການ​ຂອງວຽກ​ງານ. ຂະ​ບວນ​ການ​ຕຸ​ລາ​ການ​ຍັງ​ບໍ່​ພຽງ​ພໍ, ຫຼຸດ​ປະ​ສິດ​ທິ​ຜົນ​ຂອງ​​ການພິຈາລະ​ນາຄະ​ດີຂອງ​ສານ(4). ​ເງິນທຶນແລະສິ່ງອໍານວຍຄວາມສະດວກ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຕ້ອງການຂອງການປະຕິບັດພາລະໜ້າທີ່ ແລະ ວຽກງານຂອງສານ(5); ການຮ່ວມມືສາກົນດ້ານຍຸຕິທໍາຍັງ​ຖືກ​ຈຳກັດ(6). ກົນ​ໄກ​​ນຳພາ​ອງ​ພັກ​ຕໍ່​ສານ​ ແລະ ​ການຕິດຕາມ​ກວດກາ​ຂອງ​ອົງ​ການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ຍັງ​ມີ​ຂໍ້​ບົກພ່ອງ.

ປະຈຸ​ບັນ​ນີ້, ສະພາບ​ການ​ໃນ​ໂລກ, ພາກ​ພື້ນ ​ແລະ ​ໃນ​ປະ​ເທດ​ກຳລັງ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ສ້າງ​ໂອກາດທີ່​ສະດວກ​ດີ ​ແລະ ສິ່ງ​ທ້າ​ທາຍຫຼາຍຢ່າງ ​ໃນ​ການ​ປະຕິ​ບັດບັນ​ດາ​ເປົ້າ​ໝາຍ​ກ່ຽວ​ກັບ​ການປະຕິ​ຮູບດ້ານ​ຕຸລາການ. ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ແລະ ​ເສດຖະກິດ​ດິຈິ​ຕອນກຳລັງ​ສ້າງ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ຊີວິດ​ທາງ​ເສດຖະກິດ​ແລະ​ສັງຄົມ. ​ເສດຖະກິດ​ໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ຄວາມ​ບໍ່​ໝັ້ນຄົງ​ຂອງຕ່ອງໂສ້ການສະໜອງທົ່ວໂລກ. ການລະ​ເມີດ​ກົດໝາຍ, ອາດຊະຍາ​ກຳ ​ແລະ ການຂັດ​ແຍ້​ງ​ກັນ ​ມີ​ຄວາມສັບສົນຂຶ້ນ​ເລື້ອຍ​ໆ; ປະກົດ​ຮູບ​ແບບ​ອາດຊະຍາ​ກຳ​ໃໝ່ໆ ແລະ ອາດຊະ​ຍາ​ກຳ​ໃໝ່ຫຼາຍ, ​ໂດຍ​ສະ​ເພາະ​ອາດຊະຍາ​ກຳ​ທາງ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ, ອາ​ຊະ​ຍາ​ກຳ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ; ​ເຖິງ​ວ່າ​ອາດຊະຍາ​ກຳ​ສໍ້​ລາດ​ບັງ​ຫຼວງ​ໄດ້ຖືກ​ກິດ​ກັ້ນແລ້ວ ​ແຕ່​ຍັງ​ສັບສົນ ​ແລະ ​ສ້າງ​ຄວາມຂັດ​ຂ້ອງ​ໃຈ​ໃນ​ສັງຄົມ​.    

ພ້ອມ​ກັນ​ນັ້ນ, ການ​ປະຕິ​ຮູບ​ດ້ານ​ຕຸລາການ​ພວມ​ປະ​ເຊີນ​​ກັບ​ຄວາມ​ຂັດ​ແຍ່ງ​​ລະຫວ່າງ​ສະພາບ​ການ​ເຮັດ​ວຽກ​ໜັກ​ເກີນ​ໄປ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງຫຼຸດ​ຈຳນວນ​ພະ​ນັກ​ງານ​; ລະຫວ່າງ​ການ​ປະຕິບັດ​ລະບອບ​ແລະນະ​ໂຍບາຍ​ຕາມ​ກົດລະບຽບ​ ແລະ ການຮັບປະກັນ​ລະບອບ​ຕາມ​ຄວາມ​ຕ້ອງການ​ຕົວ​ຈິງ. ເນື້ອໃນກົດໝາຍ ແລະ ພິທີ​ພິຈາລະນາ​ຄະດີ​ ຍັງມີຂໍ້ບົກຜ່ອງຫຼາຍຢ່າງ, ບໍ່ຕອບສະໜອງ​ຄວາມ​ເປັນ​ຈິງຂອງການແກ້ໄຂຂໍ້ຂັດແຍ່ງ ແລະ ການ​ຕໍ່ສູ້​ກັບອາດຊະຍາກຳ, ການລະ​ເມີດ​ກົດໝາຍ, ການສໍ້ລາດບັງຫຼວງ ແລະ ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ. ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ສັງຄົມ​ຕໍ່​ອົງການ​ຕຸລາການ ​ແລະ ພະນັກງານ​ຕຸລາການ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສານ​ປະຊາຊົນ​ທຸກ​ຂັ້ນ​ຕ້ອງ​​ເປັນ​ບ່ອນ​ອີງ​ທີ່​ແທ້​ຈິງ​ຂອງ​ປະຊາຊົນ ໃນການປົກປ້ອງຄວາມຍຸຕິທຳ ແລະ ສິດທິມະນຸດ; ເປັນ​ເຄື່ອງ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປົກ​ປ້ອງ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ​ທຸກ​ປະ​ເພດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຕໍ່ໜ້າ​ສະພາບ​ການ​ປະຈຸ​ບັນຂອງ​ລະບົບ​ຕຸລາການທີ່ມີ​ຂໍ້​ຈຳກັດ ​ແລະ ບັນຫາຫຼາຍປະການ​ດັ່ງ​ກ່າວ​ຂ້າງ​ເທິງ, ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ກໍ່ສ້າງ​ ແລະ ​ປັບປຸງ​​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ ໃຫ້​ປະກົດ​ເປັນ​ຈິງ​ນັ້ນ, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຕັ້ງ​ທີ 6 ສະ​ໄໝ​ທີ 13 ​ໄດ້​ກຳນົດ​ໜ້າ​ທີ່​ຈຸດ​ໜັກ​ໃຈ​ການ ​ຂອງ​ການ​ປະຕິ​ຮູບ​ດ້ານ​ຕຸລການ, ນັ້ນ​ຄື: 1- ປັບປຸງ​ນະ​ໂຍບາຍ​ແລະ​ກົດໝາຍ​ທີ່​ກ່ຽວຂ້ອງ​ກັບ​ຂະ​ບວນການ​ຍຸຕິ​ທຳ​ ໃຫ້​ສົມບູຍ​ແບບ. ກໍານົດສິດອໍານາດຂອງສານທີ່ຖືກຕ້ອງ ​ເພື່ອ​ປະຕິບັດສິດອຳນາດຕຸລາການຢ່າງຄົບຖ້ວນແລະຖືກຕ້ອງ; 2- ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ໜ້າ​ທີ່ການ​ພິຈາລະນາ​ຄະດີ​ຂັ້ນ​ຕົ້ນ, ການພິຈາລະ​ນາ​ຄະດີອຸທອນ; ການ​ກວດຄືນຄຳຕັດສິນ, ການຕັດສິນ​ໃຈຕາມຂັ້ນຕອນ ​ແຄ​ເຊ​ຊັ້ (cassation);  ການກໍ່ສ້າງສານເອເລັກໂຕຣນິກ; 3- ສ້າງ​ສະ​ຖາ​ບັນ​ຂະ​ບວນ​ການ​ຕຸ​ລາ​ການ​ໂດຍ​ມີ​ການ​ພິຈາລະນາ​ຄະດີ​ເປັນ​ສູນ​ກາງ​, ການ​ໂຕ້​ວາທີ​ເປັນວິ​ທີ​ບຸກທະລຸ; ຮັບປະກັນ​ໃຫ້​ການ​ດຳ​ເນີນ​ຄະດີ​ເປັນ​ປະຊາທິປະ​ໄຕ, ຍຸຕິ​ທຳ, ມີ​ອາລະຍະ​ທຳ, ທັນ​ສະ​ໄໝ, ເຂັ້ມ​ງວດ ​ແລະ ​ເຂົ້າ​ເຖິງ​ໄດ້. ປັບປຸງຍົກ​ສູງ​ປະສິດທິ​ຜົນ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ການ​ດຳ​ເນີນ​ຄະດີ​ຂອງ​ສານ. ​ການ​ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ສາ​ປະຊາຊົນ​ທຸກ​ຂັ້ນ ​ແມ່ນຂະ​ບວນວິວັດ​ທີ່​ຕ້ອງ​ເປັນ​ໄປ ​ເພື່ອຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ​ໄດ້​ດີກ​ວ່າ​ເກົ່າ. ​ໃນ​ນັ້ນ ສຸມ​ໃສ່​ບັນດາ​ໜ້າ​ທີ່​ສະ​ເພາະ​ຄື: 1- ສ້າງ​ລະບົບຕຸລາການຫວຽດນາມທີ່​ເປັນ​ເອກະລາດ, ​ເປັນມື​ອາຊີບ, ທັນ​ສະ​ໄໝ, ຍຸຕິ​ທຳ, ​ເຂັ້ມ​ງວດ, ​ຊື່ສັດ, ມີ​ປະສິດທິ​ພາບ ​ແລະ ມີ​ປະສິດທິ​ຜົນ; 2- ຮັບປະກັນ​ໃຫ້​ສານ​ມີອຳນາດ ​ແລະ ຄວາມ​ສາມາດ​ພຽງພໍ​ ທີ່​ຈະ​ຈັດການກັບ​ການ​ລະ​ເມີດ​ກົດໝາຍ, ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທີ່​ເກີດ​ຂຶ້ນ​ໃນ​ສັງຄົມ ​ແລະ ປະຕິບັດ​ສິດ​ອຳນາດສານ​ຂອງ​ປະ​ເທດ; 3- ກໍ່ສ້າງ​ບຸກຄະລາ​ກອນ​ສານ, ກ່ອນ​ອື່ນ​ໝົດ​ແມ່ນ ​ຜູ້​ພິພາກສາ​ທີ່​ສະອາດ ຊື່​ສັດທ່ຽງ​ທຳ, ມີ​ຄຸນສົມບັດ​ທາງ​ດ້ານ​ການ​ເມືອງ, ​ເກັ່ງ​ທາງ​ດ້ານ​ວິຊາ​ຊີບ, ​ມີ​ຄວາມຮອບ​ຮູ້ດ້ານ​ກົດໝາຍ, ທ່ຽງ​ທຳ ​ແລະ ກ້າຫານ, ມີ​ລະບຽບ​ວິ​ໄນ ​ແລະ ມີ​ຄວາມ​ເມດ​ຕາ; ​ຜູ້​ພິພາກສາທີ່​ຊ່ຽວຊານ, ປ່ຽນ​ແປງ​ໃໝ່ ​ແລະ ປັບ​ໂຄງ​ສ້າງ​ຕຳ​ແໜ່​ງ​ຕຸລາການ; 4- ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ກົງຈັກ​ຕາມ​ທິດ​ທາງ​ກະທັດ​ລັດ​ຮັດກຸມ, ປະຕິບັດ​ໜ້າ​ທີ່ ​ແລະ ​ອຳນາດ​ຕຸລາການ​ໄດ້ເປັນຢ່າງດີ​; 5- ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຽດສັກສີ ເພື່ອໃຫ້ສານ​ເປັນຈຸດລວມແຫ່ງເຫດຜົນ ແລະຄວາມຍຸຕິທໍາຢ່າງ​ແທ້​ຈິງ; 6- ປັບປຸງ​ພື້ນຖານ​ວັດ​ຖຸຂອງ​ສານ​ໃຫ້​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ​ແລະ ສ້າງສາ​ນ​ເອ​ເລັກ​ໂຕຣນິກ.     

ບາງ​ວິທີ​ແກ້​ໄຂ​ເພື່ອປ່ຽນ​ແປງ​ໃໝ່​ກົງຈັກການຈັດຕັ້ງ ​ແລະ
ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນ​ທຸກ​ຂັ້ນ​ໃນ​ໄລຍະ​ຈະ​ມາ​ເຖິງ

ທີ​ໜຶ່ງ, ກຳນົດ​​ເນື້ອ​ໃນ, ລັກສະນະ ​ແລະ ​ອັດຕະພາບນໍາ​ໃຊ້​ອໍາ​ນາດ​ຕຸ​ລາ​ການຢ່າງ​ຈະ​ແຈ້ງ ​ເພື່ອ​ເປັນ​ພື້ນຖານ​​ໃນ​ການສ້າງ​ກົນ​ໄກການ​ມອບ​ໝາຍ​ງານ​ທີ່​ຊັດ​ເຈນ, ການ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເພີ່ມ​ທະວີ​ການ​ຄວບ​ຄຸມການ​ໃຊ້​ອຳນາດ​ລັດ, ຕອບ​ສະໜອງຄວາມ​ຕ້ອງການຂອງ​ການສ້າງລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ. ອ້າງອີງແນວຄວາມຄິດທົ່ວ​ໄປ​ຂອງ​ສາກົນ​ກ່ຽວ​ກັບອຳນາດຕຸລາການຂອງປະເທດຕ່າງໆໃນທົ່ວໂລກ ​ເພື່ອ​ເຮັດ​ໃຫ້​ສະ​ຖາ​ບັນ​ກົດໝາຍສົມບູນແບບ ແລະ ກໍານົດຢ່າງຊັດເຈນວ່າ: ອຳນາດ​ຕຸລາການ​ແມ່ນ​ການ​ເຄື່ອນ​ໄຫວ​ພິຈາລະນາ​ຄະດີ​ຂອງ​ສານ; ການນຳໃຊ້ກົດໝາຍແລະຕັດສິນຄະດີ; ການຕີຄວາມກົດໝາຍ; ຕັດສິນພຶດຕິກຳຂອງອົງການຂອງລັດແລະພະນັກງານ​ລັດຖະກອນ ແລະ ຄວາມ​ຖືກຕ້ອງ​ຕາ​ມລັດຖະທຳມະນູນ, ຄວາມ​ຖືກ​ຕ້ອງຕາມ​ກົດໝາຍ ຂອງກົດໝາຍ ແລະ ເອກະສານທາງ​ກົດໝາຍ. ອຳນາດ​ຕຸລາການ​ລວມມີ: 1- ສິດ​ໃນ​ການ​ພິຈາລະນາ​ຄະດີ; 2- ສິດ​ຕັດສິນ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ ​ແລະ ສິດ​ທິ​ພົນລະ​ເມືອງ; 3- ສິດ​ຕັດສິນ​ຄວາມ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ, ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ​ ຂອງ​ເອກະສານ​ທາງ​ກົດໝາຍ(7).    

ທີ​ສອງ, ປັບປຸງ​​ລະບຽບການ​ກ່ຽວ​ກັບ​​ອຳນາດ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນ​ຂັ້ນ​ຕ່າງໆ ​ເພື່ອປະຕິບັດອຳນາດຕຸລາການຢ່າງຄົບຖ້ວນ ແລະ ຖືກຕ້ອງ; ກຳນົດ​ໜ້າ​ທີ່​ພິຈາລະນາ​ຄະດີ​ຂັ້ນ​ຕົ້ນ, ການພິຈາລະ​ນາ​ຄະດີອຸທອນ ​ແລະ ການ​ກວດຄືນຄຳຕັດສິນ​ ໃຫ້​ຊັດ​ເຈນຕາມ​ລະດັບ​ການ​ພິຈາລະນາ​ຄະດີ ​ແຕ່​ບໍ່​ແມ່ນ​ຕາມ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ບໍລິຫານ; ຊີ້​ແຈງ​ຂີດ​ອຳນາດ ​ແລະ ຂັ້ນຕອນ​ການດຳ​ເນີນ​ການຕາມ​ຄຳ​ຮ້ອງ​ທີ່​ກ່ຽວຂ້ອງກັບ​ສິດທິ​ມະນຸດ. ປ່ຽນແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ພາຍ​ໃນ​ຂອງ​ສານ​ປະຊາຊົນ​ທຸ​ກຂັ້ນ, ຄົ້ນຄວ້າ​ການ​ຈັດ​ຕັ້ງ​ອົງການ​ບໍລິຫານສະ​ເພາະ ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ບໍ່​ກ່ຽວຂ້ອງ​ໂດຍ​ກົງກັບ​ການພິຈາລະນາ​ຄະດີ​. ສ້າງ​ຕັ້ງ​ສະພາ​ຕຸລາການ​ແຫ່ງ​ຊາດ ​ເຊິ່ງມີ​ໜ້າ​ທີ່ກຳນົດ​ຍຸດ​ທະ​ສາດ ​ແລະ ​ແຜນການ​ດຳ​ເນີນ​ງານ​ຂອງ​ສານ, ລະບອບ, ນະ​ໂຍບາຍ ແລະອື່ນໆ ສຳລັບການ​ເຄື່ອນ​ໄຫວ​ຕຸລາການ. ສ້າງ​ຂະ​ບວນການ​ທາງ​ກົດໝາຍ​ໂດຍ​ມີ​ການ​ພິຈາລະນາ​ຄະດີ​ເປັນ​ສູນ​ກາງ, ກຳນົດສິດອຳນາດ ​ແລະ ຄວາມ​ຮັບຜິດຊອບ​ຂອງສະມາຊິກ​ແຕ່ລະຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ຄະນະ​ກຳມະການ​ພິຈາລະນາ​ຄະດີ​​ ໃຫ້​ຈະ​ແຈ້ງຍິ່ງ​ຂຶ້ນ. ກຳນົດ​ຕຳ​ແໜ່​ງ​ແລະ​ບົດບາດ​ຂອງ​ສານຢ່າງ​ຈະ​ແຈ້ງ​ ​ໃນ​ການ​ພົວພັນ​ກັບ​ອົງການ​ທີ່​ດຳ​ເນີນຂະ​ບວນການ​ພິຈາລະນາ​ອື່ນໆ. ປັບປຸງຂັ້ນຕອນການດຳເນີນຄະດີໃຫ້ສົມບູນແບບ, ໂດຍສະເພາະແມ່ນ ຂໍ້ກຳນົດກ່ຽວກັບຫຼັກຖານ, ກົດການພິສູດ ແລະ ຄວາມຮັບຜິດຊອບໃນການພິສູດ ເພື່ອຮັບປະກັນການໂຕ້ວາທີໃນສານມີສາລະສຳຄັນຫຼາຍຂຶ້ນ. ສ້າງ​ກົນ​ໄກ​ຂະ​ບວນ​ການ​ຕຸ​ລາ​ການ ​ເພື່ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ. ປັບປຸງປະສິດທິພາບການດຳເນີນຄະດີໃຫ້ເປັນໄປໄດ້, ເປັນເອກະພາບ ແລະ ສອດຄ່ອງເໝາະສົມ.

ທີສາມ, ຍົກສູງຄຸນນະພາບແຫຼ່ງບຸກຄະລາກອນຂອງສານປະຊາຊົນທຸກຂັ້ນໃຫ້ເປັນມືອາຊີບ ແລະ ມີສະຕິປັນຍາ, ມີຄວາມກ້າຫານແລະຄວາມເມດຕາ, ອຸທິດຕົນ ແລະ ຍຸຕິທໍາ ໃນທິດທາງ: ປ່ຽນແປງໃໝ່ໂຄງສ້າງຕຳແໜ່ງຕຸລາການ, ປັບປຸງສະຖາບັນຍັດຜູ້ພິພາກສາໃຫ້ສົມບູນແບບ ທັງໂຄງສ້າງລະດັບຊັ້ນ ຕຳແໜ່ງ, ການຈັດສັນຜູ້ພິພາກສາໃນທຸກລະດັບຂອງສານ ແລະ ກົນໄກການຄວບຄຸມດູແລແລະຈັດການກັບຜູ້ລະເມີດ. ປ່ຽນແປງໃໝ່ວຽກງານການຄັດເລືອກ, ແຕ່ງຕັ້ງ; ຂະຫຍາຍແຫຼ່ງຂອງການແຕ່ງຕັ້ງຜູ້ພິພາກສາ; ເພີ່ມທະວີວຽກງານຝຶກອົບຮົມ, ບຳລຸງສ້າງ ແລະ ຍົກສູງຄຸນນະພາບຂອງແຫຼ່ງບຸກຄະລາກອນ. ສ້າງລະບອບແລະນະໂຍບາຍທີ່ເໝາະສົມສຳລັບພະນັກງານຕຸລາການເຊັ່ນ ລະບອບເງິນເດືອນ, ນະໂຍບາຍຄ່າຕອບແທນ; ມີກົນ​ໄກ​ທີ່​ມີ​ປະ​ສິດ​ທິ​ຜົນ ໃນການ​ປົກ​ປ້ອງ​ຜູ້​ພິ​ພາກ​ສາ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຕຸ​ລາ​ການ. 

ທີສີ່, ເພີ່ມທະວີ​ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ວັດຖຸ, ຮັບປະກັນ​ແຫຼ່ງກຳລັງ, ​ໃນ​ນັ້ນ​ ສຸມ​ໃສ່​ປັບປຸງ​ລະບອບລະບຽບກົດໝາຍໃຫ້​ສົມບູນ​ແບບ, ມີຄວາມ​ຮັບ​ຮູ້​ທີ່ຖືກຕ້ອງ​ ກ່ຽວ​ກັບທີ່ຕັ້ງ ແລະ ບົດບາດ​ສະເພາະຂອງ​ສານ, ຈາກນັ້ນ ມີ​ກົນ​ໄກຮັບປະກັນ​ແຫຼ່ງກຳລັງ​ຢ່າງ​ພຽງ​ພໍ ​ໃນ​ການ​ໃຊ້​ສິດ​ຕຸ​ລາ​ການ. ເສີມສ້າງສິ່ງອໍານວຍຄວາມສະດວກດ້ານວັດຖຸຂອງລະບົບ​ສານ​ປະຊາຊົນ​ທຸກ​ຂັ້ນ ​ຕາມທິດຄົບຊຸດ, ທັນ​ສະ​ໄໝ ແລະ ​ເໝາະ​ສົມ​ກັບ​ບົດບາດທີ່ຕັ້ງ ຂອງ​ອົງການ​ຕຸລາການ. ມີກົນໄກການເງິນສະເພາະ ແລະ ຈັດແບ່ງງົບປະມານຢ່າງສົມເຫດສົມຜົນ ເພື່ອຕອບສະໜອງຄວາມຕ້ອງການວຽກງານຂອງສານ.    

ທີຫ້າ, ສ້າງສານເອເລັກໂຕຮນິດ ເພື່ອຍ້າຍ​ການດຳເນີນງານສ່ວນໜຶ່ງ​ຂອງສານ ​ຈາກ​ພື້ນທີ່​ຕົວ​ຈິງ ​ໄປ​ສູ່​ພື້ນທີ່​ດິຈິ​ຕອນ ແນໃສ່​ຍົກ​ສູງ​ຄວາມ​ສາມາດ ​ແລະ ປະສິດທິພາບ​ການເຄື່ອນໄຫວຂອງ​ສານ, ຮັບ​ໃຊ້​ປະຊາຊົນ​ໃຫ້​ເຂົ້າ​ເຖິງ​ຄວາມ​ຍຸຕິ​ທຳ​ໄດ້ສະດວກໄວວາ. ສ້າງສານເອເລັກໂຕຮນິດມຸ່ງສູ່ການປະຕິບັດງານ ແລະ ການຍົກສູງຄວາມສາມາດໃນຫານຄຸ້ມຄອງບໍລິຫານສານ ບົນຖານດິຈິຕອນ. ຕາມນັ້ນ, ສານເອເລັກໂຕຮນິກປະກອບສ່ວນສະໜອງ​ການ​ບໍລິການ​ດ້ານ​ຕຸລາການສາທາລະນະ ເພື່ອຮັບໃຊ້​ປະຊາຊົນ​ໄດ້ດີຂຶ້ນ, ຊ່ວຍ​ເຫຼືອ​ຜູ້​ພິພາກສາ​ໃນ​ການ​ປັບປຸງ​ປະສິດທິ​ຜົນ ​ແລະ ຄຸນ​ນະພາ​ບຂອງ​ການ​ດຳ​ເນີນ​ງານ, ຜັນ​ຂະຫຍາຍການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ອອນໄລນ໌. ພ້ອມ​ກັນ​ນັ້ນ, ສານເອເລັກໂຕຮນິກປະກອບສ່ວນ​ເພີ່ມ​ທະວີ​ຄວາມເປີດເຜີຍ ແລະ ຄວາມ​ໂປ່​ງ​ໃສ​ໃນ​ການ​ດຳ​ເນີນ​ງານ​ຂອງ​ສານ ​ແລະ ​ເຊື່ອມຕໍ່ກັບເວທີດິຈິຕອນອື່ນໆ ເພື່ອແບ່ງປັນຊັບພະຍາກອນ ແລະ ຮັບໃຊ້ຂະບວນການສ້າງສັງຄົມດິຈິຕອນ ແລະ ເສດຖະກິດດິຈິຕອນ, ປັບປຸງປະສິດທິພາບ ແລະ ປະສິດທິຜົນ ຂອງການຄຸ້ມຄອງບໍລິຫານປະເທດ.

ທີຫົກ, ເພີ່ມທະວີການຮ່ວມມືສາກົນ, ໃນນັ້ນສຸມໃສ່ການປັບປຸງ ແລະ ບູລະນະກົດໝາຍກ່ຽວກັບການຮ່ວມມືສາກົນ; ເພີ່ມທະວີການເຈລະຈາ ເຊັນສັນຍາສາກົນສອງຝ່າຍ ແລະ ຫຼາຍຝ່າຍ ໃນຂົງເຂດຍຸຕິທຳ, ກ່ອນອື່ນໝົດແມ່ນ ຮ່ວມມືກັບບັນດາປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດໃນພາກພື້ນ ແລະ ບັນດາປະເທດທີ່​ມີ​ການ​ພົວ​ພັນ​ແບບ​ດັ້ງ​ເດີມ, ປະ​ເທດ​ທີ່​ມີ​ລະ​ບົບ​ຕຸ​ລາ​ການ​ທີ່​ພັດ​ທະ​ນາ​ທັນ​ສະ​ໄໝ. ສ້າງຖັນແຖວ​ພະນັກງານ​ທີ່​ມີຄວາມສາມາດ ແລະ ​ຄວາມຊ່ຽວຊານ​ດ້ານ​ກົດໝາຍ​ສາກົນ​, ໂດຍສະເພາະຜູ້ພິພາກສາ, ຜູ້ນຳສຳຄັນຂອງສານປະຊາຊົນທຸກຂັ້ນ ແລະ ພະນັກງານ​ທີ່​ປະຕິບັດ​ການຮ່ວມ​ມື​ສາກົນ​ໂດຍ​ກົງ​ໃນ​ການ​ດຳ​ເນີນ​ຄະດີ​ຂອງ​ສານ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​​ສາກົນ. ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ສາກົນ​ໃນ​ຂົງ​ເຂດ​ຕຸລາການ, ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ສານ​ໃນ​ບັນດາ​ສະ​ຖາ​ບັນ​ສາກົນ​ທີ່ຫວຽດນາມ​ເປັນ​ສະມາຊິກ. ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ແກ້​ໄຂ ​ແລະ ພິພາກສາຄະດີ​ທາງ​ແພ່ງ, ຄະດີອາຍາ ​ແລະ ຄະດີປົກຄອງ ທີ່​ກ່ຽວຂ້ອງ​ກັບ​ອົງການ​ຕ່າງປະ​ເທດ.

ທີເຈັດ, ການເພີ່ມທະວີການນຳພາຂອງພັກຕໍ່ລະບົບສານປະຊາຊົນ ແມ່ນປັດໄຈທີ່ສຳຄັນພິເສດ ເພື່ອທີ່ຮັບປະກັນຄວາມສຳເລັດຂອງວຽກງານປະຕິຮຸບດ້ານຕຸລາການ. ພັກນຳພາສານ, ແຕ່​ຍັງ​ຮັບປະກັນ​ການ​ເຄົາລົບ​ຫຼັກການຄວາມເປັນເອກະລາດດ້ານ​ຕຸລາການ, ບໍ່​ແຊກ​ແຊງ​ເຂົ້າ​ການ​ດຳ​ເນີນຂະບວນການພິຈາລະນາ​ສະເພາະຄະດີ​ທີ່​ກະທົບຕໍ່​ຄວາມ​ຍຸຕິ​ທຳ. ດັ່ງນັ້ນ, ຈຳເປັນຕ້ອງສ້າງຮູບແບບການຈັດຕັ້ງພັກ ແລະ ຈັດບຸກຄະລາກອນທີ່ເໝາະສົມເຂົ້າຮ່ວມໃນຄະນະກຳມະການພັກ ຕາມທິດທາງຕໍ່ໄປນີ້: ອົງຄະນະພັກຂອງສານປະຊາຊົນສູງສຸດປະກອບດ້ວຍອົງການຈັດຕັ້ງພັກຂອງສານປະຊາຊົນສູງສຸດ, ອົງການຈັດຕັ້ງພັກຂອງສານປະຊາຊົນຊັ້ນສູງ ແລະ ອົງການຈັດຕັ້ງພັກຂອງສານປະຊາຊົນຂັ້ນຕົ້ນພິເສດ. ຄະນະກຳມະການພັກສານປະຊາຊົນສູງສຸດຢູ່ພາຍໃຕ້ການນຳພາໂດຍກົງຂອງກົມການເມືອງແລະຄະນະເລຂາທິການສູນກາງພັກ. ສ້າງຕັ້ງອົງຄະນະພັກຂອງສານປະຊາຊົນອຸທອນທີ່ຂຶ້ນໂດຍກົງກັບອົງຄະນະພັກແຂວງ ຫຼື ນະຄອນສັງກັດສູນກາງ ເຊິ່ງລວມມີອົງການຈັດຕັ້ງພັກຂອງສານປະຊາຊົນອຸທອນ ແລະ ສານປະຊາຊົນຂັ້ນຕົ້ນພາກພື້ນ. ຈັດຫົວໜ້າຜູ້ພິພາກສາສານທຸກລະດັບ ໃຫ້ເຂົ້າຮ່ວມເປັນກຳມະການພັກໃນລະດັບດຽວກັນ ໂດຍມີຕຳແໜ່ງສູງກວ່າຕຳແໜ່ງປະຈຸບັນ ແລະ ເໝາະສົມກັບທ້ອງຖິ່ນ. ຕາມນັ້ນ, ຫົວໜ້າຜູ້ພິພາກສາສານປະຊາຊົນສູງສຸດເປັນກຳມະການກົມການເມືອງ, ກຳມະການຄະນະເລຂາທິການສູນກາງ. ຫົວໜ້າຜູ້ພິພາກສາສານປະຊາຊົນອຸທອນຢູ່ແຂວງ, ນະຄອນສັງກັດສູນກາງ ແລະ ແຂວງ​ທີ່​ມີ​ປະຊາກອນຈຳນວນ​ຫຼາຍ ແລະ ​ເປັນສູນກາງ​​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ວັດທະນະທຳ​ຂອງ​ປະ​ເທດນັ້ນ ເປັນກຳມະການ​ປະຈຳ​ຄະນະພັກ​ແຂວງ; ຫົວໜ້າ​ຜູ້​ພິພາກສາ​ສານ​ປະຊາຊົນ​ແຂວງ​ທີ່​ຍັງ​ເຫຼືອ ​ເປັນກຳມະການຄະນະບໍລິຫານງານ​ພັກ​ແຂວງ. ຫົວໜ້າຜູ້ພິພາກສາສານປະຊາຊົນຊັ້ນສູງ ແລະ ຫົວໜ້າຜູ້ພິພາກສາສານປະຊາຊົນຂັ້ນຕົ້ນພິເສດ ເປັນກຳມະການຄະນະບໍລິຫານງານພັກສານປະຊາຊົນສູງສຸດ. ຫົວໜ້າສານປະຊາຊົນຂັ້ນຕົ້ນພາກພື້ນ ເປັນກຳມະການຄະນະບໍລິຫານງານພັກສານປະຊາຊົນອຸທອນ./.

-----------------------

(1) ຂໍ້ 3, ມາດຕາ 102 ລັດຖະທຳມະນູນປີ 2013.

(2) ໃນປະຈຸບັນ, ລະບົບສານປະຊາຊົນທຸກຂັ້ນມີສາດສະດາຈານ, ຮອງສາດສະດາຈານ 3 ຄົນ, ປະລີນຍາເອກ 47 ຄົນ, ປະລິນຍາໂທ 2.205 ຄົນ, ປະລິນຍາຕີ 10.939 ຄົນ, ສ່ວນທີ່ເຫຼືອມີຄຸນສົມບັດທີ່ເໝາະສົມກັບມາດຕະຖານຕໍາແໜ່ງ ແລະ ໜ້າທີ່ທີ່ຮັບຜິດຊອບ; ປະລິນຍາຕີ ຫຼື ຊັ້ນສູງທາງທິດສະດີການເມືອງ 2.342 ຄົນ, ທິດສະດີການເມືອງລະດດັບກາງ 4.187 ຄົນ.

(3) ຈຳນວນບັນຈຸພະນັກງານທີ່ຈັດສັນໂດຍຄະນະກຳມະການປະຈຳສະພາແຫ່ງຊາດຕັ້ງແຕ່ປີ 2012 ຕາມຈຳນວນຄະດີທີ່ສານທຸກລະດັບຕ້ອງຈັດການມີ 303.848 ຄະດີ/ປີ. ເຖິງດຽວນີ້, ຈຳນວນຄິດີທີ່ຕ້ອງໄດ້ຮັບການແກ້ໄຂໃນແຕ່ລະປີເພີ່ມຂຶ້ນເກືອບສອງເທົ່າ ແລະ ຄາດວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປີຕໍ່ໆໄປ, ໃນຂະນະທີ່ຈຳນວນພະນັກງານທີ່ຈັດສັນນ້ອຍກວ່າປີ 2012 ເນື່ອງຈາກຕ້ອງປະຕິບັດມະຕິສະບັບເລກທີ 39-NQ/TW, ລົງວັນທີ 17 ເມສາ 2015, ຂອງກົມການເມືອງສູນການພັກ, “ວ່າດ້ວຍການຫຼຸດການບັນຈຸພະນັກງານ ແລະ ການປັບໂຄງສ້າງພະນັກງານ, ລັດຖະກອນ ແລະ ພາລະກອນ

(4) ຕົວຢ່າງ, ຍັງຄົງກຳນົດສິດທິແລະຄວາມຮັບຜິດຊອບຂອງສານ ໃນການລວບລວມພະຍານຫຼັກຖານໃນການດຳເນີຄະດີແພ່ງ; ບໍ່ມີບົດລົງໂທດທີ່ເຂັ້ມງວບກັບຜູ້ທີ່ບໍ່ໃຫ້ເອກະສານ, ຫຼັກຖານ; ບໍ່ມີກົດລະບຽບສະເພາະກ່ຽວກັບການດຳເນີນຄະດີທາງເອເລັກໂຕຮນິກ ເພື່ອໃຫ້ປະຊາຊົນເຂົ້າເຖິງຄວາມຍຸຕິທຳໄດ້; ບໍ່ໃຫ້ຄວາມສໍາຄັນກັບຄວາມເປັນໄປໄດ້ ແລະ ຄວາມຄຸ້ມຄ່າຂອງການດໍາເນີນຄະດີທາງກົດຫມາຍ ເຊິ່ງນຳໄປສູ່ການບັງຄັບໃຊ້ຄໍາຕັດສິນຂອງສານຢ່າງຈໍາກັດ.  

(5) ກົນ​ໄກການ​ຈັດ​ສັນ​ເງິນ​ໃຫ້​ສານ​ຍັງ​ຂຶ້ນ​ກັບ​ລັດຖະບານ ເຊິ່ງຈຳກັດ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ງົບປະມານ​ຂອງ​ສານ ​ແລະ ນຳ​ໄປ​ສູ່​ຄວາມ​ຮັບ​ຮູ້​ທີ່​ບໍ່​ເໝາະ​ສົມ​ຕໍ່​ບົດບາດ ​ແລະ ຄວາມເປັນ​ເອກະລາດ​ຂອງ​ສານ ໃນສ່ວນທີ່ກ່ຽວຂ້ອງກັບອົງການອື່ນຂອງລັດ.

(6) ຈຳນວນສົນທິສັນຍາສາກົນກ່ຽວກັບການຊ່ວຍເຫຼືອທາງກົດໝາຍຮ່ວມກັນໃນເລື່ອງທາງອາຍາແລະທາງແພ່ງ ມີຈຳນວນນ້ອຍ; ຜູ້ພິພາກສາແລະພະນັກງານສານ ບໍ່ມີປະສົບການຫຼາຍໃນກົດໝາຍລະຫວ່າງປະເທດ ແລະ ມີທັກສະພາສາຕ່າງປະເທດຈໍາກັດ.

(7) ອ້າງເຖິງມາດຕາ 3 ຂອງລັດຖະທໍາມະນູນແຫ່ງສະຫະລັດອາເມລິກາ; ເບິ່ງເພີ່ມເຕີມກ່ຽວກັບລະບົບຂອງສະຫະລາຊະອານາຈັກໄດ້ທີ່ https://www.judiciary.uk/about-the-judiciary/our-justice-system/jud-acc-ind/judges-and-parliament/ 

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 1006 (ເດືອນມັງກອນ 2023)