ສະຫະພັນ​ແມ່ຍິງ​ຫວຽດນາມ ປະກອບສ່ວນ​ປັບປຸງຍົກສູງ
ຄວາມສາມາດດ້ານເສດຖະກິດ​ຂອງ​ແມ່ຍິງ

ໂດຍ ຮ່າ ທີ້ ງາ
ກຳມະການສູນກາງພັກ, ປະທານສະຫະພັນແມ່ຍິງຫວຽດນາມ
04:09, 21-09-2023
ວກ. - ດ້ວຍ​ການ​ປະສານງານ​ຂອງ​ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ, ດ້ວຍ​ບັນດາ​ຮູບການ ແລະ ເນື້ອໃນທີ່ຫຼາກຫຼາຍແລະອຸດົມສົມບູນ ເຊັ່ນການ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ, ການເລີ່ມຕົ້ນທຸລະກິດ, ການສ້າງ​ຮູບແບບ​ການ​ດຳລົງ​ຊີວິດ, ການ​ຝຶກ​ອົບຮົມ​ວິຊາ​ຊີບ ແລະອື່ນໆ, ແມ່​ຍິງ​ຫວຽດ​ນາມນັບ​ມື້​ນັບເສີມຂະຫຍາຍ​ຄວາມ​ສາ​ມາດ​ຂອງ​ຕົນ ແລະ ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ລະບົບເສດ​ຖະ​ກິດແຫ່ງຊາດ. ຕາມນັ້ນ, ຄວາມສາມາດດ້ານເສດຖະກິດ ແລະ ທີ່​ຕັ້ງ​ຂອງ​ແມ່ຍິງ​ໃນ​ຄອບຄົວ ​ແລະ ສັງຄົມ​ນັບ​ມື້​ນັບ​ດີ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ແມ່ຍິງ​ຫວຽດນາມ ​ສູ້​ຊົນ ​ແລະ ບືນຕົວຂຶ້ນ, ​​ສົມ​ກັບມູນເຊື້ອ “​ວິລະ​ຊົນ, ບໍ່ອ່ອນຍອມ, ຈົງ​ຮັກ​ພັກດີ, ຮັບພາລະກ້າກັ່ນ”.

ທ່ານນາງ ຮ່າ ທີ້ ງາ ກຳມະການສູນກາງພັກ, ປະທານສະຫະພັນແມ່ຍິງຫວຽດນາມ ຢ້ຽມຢາມຮູບແບບ ສະໂມສອນແມ່ຍິງຕ່ຳແຜ່ນແພພື້ນເມືອງ ແຂວງຢາລາຍ _ແຫຼ່ງ: baogialai.com.vn

ໃນຂົງເຂດເສດຖະກິດ, ແມ່ຍິງມີສ່ວນຮ່ວມໃນກໍາລັງແຮງງານໃນອັດຕາທີ່ສູງ. ກວມ​ເອົາ 47,7% ຂອງ​ກຳລັງ​ແຮງ​ງານ​ໃນ​ຕົວ​ເມືອງ ​ແລະ 47,2% ຂອງ​ກຳລັງ​ແຮງ​ງານ​ຊົນນະບົດ(1), ​ແມ່ຍິງ​ມີ​ຢູ່​ໃນ​ທຸກ​ຂົງ​ເຂດ ​ແລະ ເປັນ​ສ່ວນ​ໃຫຍ່​ໃນ​ບາງຂະແໜງການ​ແລະ ອາຊີບ ​ເຊັ່ນ: ກະສິກຳ, ການ​ສຶກສາ, ການ​ແພດ. ກວມ​ເອົາ 45,5% ຂອງ​ກຳລັງ​ແຮງ​ງານ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ປ່າ​ໄມ້; ​ແມ່ຍິງ​ຢູ່​ຊົນນະບົດ​ສູ້​ຊົນບືນຕົວ​ຂຶ້ນ ​ແລະ ​ເປັນ​ເຈົ້າ​ການ​ຜະລິດ​ຢ່າງ​ແທ້​ຈິງ ; ​ແມ່ຍິງ​ສ່ວນ​ຫຼາຍ​ໄດ້​ເຂົ້າ​ໃກ້ ​ແລະ ​ປັບຕົວເຂົ້າກັບກົນໄກໃໝ່, ມີບົດບາດສຳຄັນໃນການຜະລິດກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ.

ຄຽງ​ຄູ່​ກັບ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ​ຂອງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ປະ​ເທດ, ແມ່ຍິງ​ໄດ້​ເຂົ້າ​ຮ່ວມນັບມື້ນັບໜາແໜ້ນ ໃນ​ຂະ​ແໜງອຸດສາຫະກຳ​ປຸງ​ແຕ່ງ, ​​ຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ​ເອ​ເລັກ​ໂຕຼນິກ, ການ​ຄ້າ, ການ​ເງິນ ​ແລະ ການ​ທະນາຄານ. ຂະບວນການພັດທະນາເສດຖະກິດຫຼາຍພາກສ່ວນ ​ໄດ້​ຈັດ​ຕັ້ງ​ແລະພັດທະນາຖັນແຖວນັກທຸລະກິດ​ຍິງ ທີ່ດຳ​ເນີນ​ທຸລະ​ກິດ​ໃນ​ຫຼາຍ​ຂົງ​ເຂດ, ຂະແໜງການ ​ແລະ ວິຊາ​ຊີບ ໂດຍມີສ່ວນປະກອບທີ່​ສຳຄັນ​ເຂົ້າ​ໃນ​ເສດຖະກິດ. ດ້ວຍອັດຕາວິສາຫະກິດທີ່ແມ່ນຍິງເປັນເຈົ້າຂອງສູງເຖິງ 24% ໃນປີ 2019(2), ນັກ​ທຸ​ລະ​ກິດ​ແມ່​ຍິງ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ທີ່​ບໍ່​ອາດ​ຈະ​ປະ​ຕິ​ເສດໄດ້ ​ໃນ​ຂະ​ແໜງ​ການ​ຄ້າ, ການ​ບໍ​ລິ​ການ, ຂະ​ບວນ​ການ ປະ​ເທດ​ເລີ່ມ​ຕົ້ນ ແລະ ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່ສັງ​ຄົມ. ພິ​ເສດ, ​ເມື່ອ​ທົ່ວ​ປະ​ເທດຕ້ອງຕໍ່ສູ້ເພື່ອຮັບມືກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ພາວະ​ເສດຖະກິດ​ຖົດ​ຖອຍ, ບັນດາ​ນັກທຸລະກິດ​ຍິງໄດ້ພ້ອມໃຈກັນ​ກັບ​ຄົນ​ງານ ​ແລະ ປະຊາຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ. 

​ເຖິງ​ວ່າ​ມີ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ເທດ, ​ແຕ່​ແມ່ຍິງຫວຽດນາມຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ສົ່ງຜົນຕໍ່​ການ​ພັດທະນາ​ຂອງ​ແມ່ຍິງ, ໂດຍສະເພາະໃນ​ການປັບປຸງຍົກສູງຄວາມສາມາດ​ດ້ານ​ເສດຖະກິດ​ຂອງ​ແມ່ຍິງ ​ແລະ ການປະຕິບັດ​ເປົ້າ​ໝາຍ​ສະ​ເໝີ​ພາບທາງເພດ.

ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມເຂົ້າຮ່ວມແລະ​ສະໜັບ​ສະໜູນ ​
ການປັບປຸງຍົກສູງຄວາມສາມາດດ້ານ​ເສດ​ຖະ​ກິດ​ຂອງ​ແມ່​ຍິງ

​ໃນ​ຖານະ​​ອົງການ​ຫຼັກ​ໃນ​ວຽກ​ງານ​ແມ່ຍິງ, ສະຫະພັນ​ແມ່ຍິງຫວຽດນາມ​ໄດ້​ປ່ຽນແປງໃໝ່ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ສາມັກຄີ, ເຕົ້າ​ໂຮມ, ຂົນຂວາຍ, ເສີມຂະຫຍາຍ​ທ່າ​ແຮງ ​ແລະ ຄວາມຄິດ​ປະດິດ​ສ້າງຂອງ​ແມ່ຍິງ​ທຸກ​ຊັ້ນ​ວັນນະ​ໃນ​ທົ່ວ​ປະ​ເທດ. ໂດຍຍຶດໝັ້ນຢ່າງໃກ້ຊິດກັບໜ້າທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ແລະ​ທ້ອງ​ຖິ່ນ, ສະມາຄົມ​ແມ່ຍິງທຸກ​ຂັ້ນ​ໄດ້​ຜັນ​ຂະຫຍາຍບັນດາຂະບວນການແຂ່ງຂັນ, ບັນດາການຂົນຂວາຍ ແລະ ບັນດາໜ້າທີ່​ສຳຄັນ, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ ​ແລະ ຄຸນ​ນະພາ​ບຊີວິດ​ໃນ​ທຸກ​ດ້ານ​ຂອງ​ສະມາຊິກສະມາຄົມ ​ແລະ ​ແມ່ຍິງ; ໃນນັ້ນ ມີກິດຈະກຳສະໜັບສະໜູນແມ່ນຍິງໃນການພັດທະນາເສດຖະກິດ, ຍົກສູງຄວາມສາມາດດ້ານເສດຖະກິດໃຫ້​ແກ່​ແມ່​ຍິງ, ດ້ວຍ 5 ຜົນງານທີ່ໂດດ​ເດັ່ນ​ໃນ​ໄລຍະ 2017-2022(3), ລະອຽດຄື:     

1- ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ສະມາຊິກ ​ແລະ ​ແມ່ຍິງ​ ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແມ່ນ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃນ​ທຸກ​ລະດັບ. ຜ່ານ​ບັນດາ​ຮູບ​ແບບ​ການ​ດຳລົງ​ຊີວິດ​ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ສະຖານ​ທີ່, ບັນດາ​ການ​ເຄື່ອນ​ໄຫວ​ທີ່ກຳນົດເປົ້າໝາຍເພື່ອໜູນ​ຊ່ວຍ​ແມ່ຍິງ​ທຸກ​ຍາກ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ໃນການ​ພັດທະນາ​ເສດຖະກິດ​ຄອບຄົວ, ໜູນ​ຊ່ວຍ​ທຶນ​ສິນ​ເຊື່ອ​ ໃຫ້​ແກ່​ແມ່ຍິງ​ຜູ້​ທຸກ​ຍາກ​ ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ເຊິ່ງເຊື່ອມໂຍງກັບ​ໂຄງການເປົ້າໝາຍ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ໂຄງການເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບການກໍ່ສ້າງຊົນນະບົດໃໝ່, ໂຄງການ​​ແຫ່ງ​ຊາດ​ຕາແສງໜຶ່ງມີຜະລິດຕະພັນປະເພດໜຶ່ງ” (OCOP), ການຂົນຂວາຍກໍ່ສ້າງຄອບຄົວ 5 ບໍ່, 3 ສະອາດ”, ໂຄງການພ້ອມກັບແມ່ຍິງຊາຍແດນ. ສະມາຄົມແມ່ຍິງທຸກຂັ້ນໄດ້ຊ່ວຍ​ເຫຼືອຄອບ​ຄົວທີ່​ທຸກ​ຍາກຫຼາຍກວ່າ 2 ລ້ານ​​ຄອບ​ຄົວ​, ໃນຈຳນວນນີ້ ເກືອບ 270.000 ຄອບຄົວໄດ້ຫຼຸດພົ້ນຈາກຄວາມທຸກຍາກຕາມແບບຫຼາຍມິຕິ. ຄວາມສຳເລັດໃນການ​ປະຕິບັດ​ບັນດາ​ຮູບ​ແບບ​ຫຼຸດຜ່ອນ​ຄວາມທຸກ​ຍາກ ບົນ​ພື້ນຖານ​ການສ້າງ​ກົນ​ໄກ​ຄຸ້ມ​ຄອງ​ທຶນ​ໝູນວຽນ ທີ່​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ ຂອງ​ແຕ່ລະ​ຕົວ​ແບບນັ້ນ ໄດ້​ຮັບການຕີ​ລາຄາ​ສູງ​ ຈາກ​ບັນດາອົງການແລະຂະແໜງການ ​ແລະ ​ເປັນ​ພື້ນຖານ​ເພື່ອ​ສືບ​ຕໍ່​ກໍ່ສ້າງ ​ແລະ ພັດທະນາ​ຮູບ​ແບບ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ ຂອງ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ເພື່ອ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ​ໄລຍະ 2021-2025.   

2- ​ການ​ຜັນຂະຫຍາຍໂຄງການ “​ໜູນ​ຊ່ວຍ​ແມ່​ຍິງເລີ່ມ​ຕົ້ນທຸ​ລະ​ກິດ ​ໄລ​ຍະ 2017-2025” (ໂຄງການ 939) ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມຮັບຮູ້ ແລະ ສົ່ງເສີມຈິດ​ໃຈເລີ່ມຕົ້ນທຸລະກິດ​ຂອງ​ແມ່ຍິງ​ທຸກ​ຊັ້ນ​ວັນນະ, ​ເອົາ​ໃຈ​ໃສ່​ພາກສ່ວນ​ແມ່ຍິງ​ທີ່​ອ່ອນແອ ມີ​ຄວາມ​ສ່ຽງ ​ເຊັ່ນ: ແມ່ຍິງ​ພິການ, ໂສເພນີທີ່ກັບຄືນສູ່ຊີວິດຊື່ສັດ, ແມ່ຍິງທີ່ໄດ້ຮັບຜົນກະທົບຈາກເຊື້ອ HIV/AIDS, ແມ່ຍິງທຸກຍາກ, ແມ່ຍິງຊົນເຜົ່າ ແລະ ແມ່ຍິງຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນ​ບັນລຸຜົນສຳເລັດຕາມ​ເປົ້າ​ໝາຍ “ບໍ່​ປະ​ຜູ້ໃດ​ໄວ້​ເບື້ອງ​ຫຼັງ”. ກິດຈຳກຳການເຄື່ອນໄຫວໜູນຊ່ວຍຂອງສະມາຄົມແມ່ຍິງ ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະເປົ້າໝາຍແມ່ຍິງ; ວິທີການຈັດຕັ້ງມີຄວາມຍືດຫຍຸ່ນ, ສອດຄ່ອງກັບຄວາມຕ້ອງການແລະທ່າອ່ຽງການພັດທະນາສັງຄົມ (ອອນໄລນ໌ສົມທົບກັບການເຮັດໂດຍກົງໜ້າຕໍ່ໜ້າ).

ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ປະກອບ​ການ​ຂອງ​ແມ່ຍິງ​ແມ່ນ​ໄດ້​ຮັບ​ການ​ຊຸກຍູ້​ດ້ວຍ​ຫຼາຍ​ຮູບ​ແບບ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ. ຫົວ​ຂໍ້​ວັນ​ແມ່​ຍິງເລີ່ມຕົ້ນທຸລະກິດ​ປະ​ຈໍາ​ປີ​ ໄດ້​ປະ​ຕິ​ບັດ​ຕາມການຊີ້ນຳ​ຂອງ​ລັດ​ຖະ​ບານ​ ແລະ​ ການ​ເຄື່ອນ​ໄຫວ​ຂອງ​ເສດ​ຖະ​ກິດຢ່າງໃກ້ຊິດ; ຈາກນັ້ນ, 63 ໃນ 63 ແຂວງ, ນະຄອນໄດ້​ຈັດ​ຕັ້ງ​ວັນ​ແມ່​ຍິງເລີ່ມຕົ້ນທຸລະກິດ​ຂັ້ນ​ແຂວງ, 31 ໃນ 63 ​ແຂວງ, ນະຄອນ ຈັດ​ຕັ້ງ​ວັນ​ແມ່​ຍິງເລີ່ມຕົ້ນທຸລະກິດ​ຂັ້ນ​ເມືອງ, ​ໄດ້​ດຶງ​ດູດ​ແມ່​ຍິງທີ່ມີແນວຄິດແລະໂຄງການຫຼາຍກວ່າ 24.640 ຄົນ ມາ​ຮ່ວມ​ການ​ແຂ່ງຂັນ. ສະມາຄົມແມ່ຍິງລະດົມເງິນໄດ້ 479 ຕື້ດົ່ງ (ໃນນັ້ນ 254 ຕື້ດົ່ງຈາກງົບປະມານຂອງລັດແລະທ້ອງຖິ່ນ ແລະ 225 ຕື້ດົ່ງຈາກແຫຼ່ງສັງຄົມ) ເພື່ອການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ເລີ່ມ​ຕົ້ນທຸລະກິດ​ຂອງ​ແມ່​ຍິງ; ລະດົມແລະໜູນ​ຊ່ວຍ​ແມ່ຍິງ​ເກືອບ 73.000 ຄົນ​ໃນການ​ເລີ່​ມຕົ້ນທຸລະ​ກິດ, ​ຜ່ານ​ການ​ຝຶກ​ອົບຮົມ​ຍົກ​ສູງ​ຄວາມ​ສາມາດ, ​ເຊື່ອມ​ໂຍງ​ເຂົ້າ​ເຖິງ​ສິນ​ເຊື່ອ, ​ເຊື່ອມໂຍງ​ຕະຫຼາດ​ການ​ບໍລິ​ໂພ​ກຜະລິດ​ຕະພັນ, ​ເຊື່ອມໂຍງ​ການສົ່ງເສີມ​ການ​ຄ້າ​ແລະການ​ລົງທຶນ ແລະອື່ນໆ. ພາຍໃນກອບຂອງໂຄງການ 939, ພາຍຫຼັງ 5 ປີ, 100% ຂອງພະນັກງານສະຫະພັນ​ແມ່ຍິງ​​ທຸກ​ຂັ້ນ​ເຂົ້າ​ຮ່ວມການຜັນຂະຫຍາຍໂຄງການ ​ໄດ້​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ວິທີ​ໜູນ​ຊ່ວຍ​ແມ່ຍິງ ​ໃນ​ການ​ເລີ່​ມດຳ​ເນີນ​ທຸລະ​ກິດ ​ແລະ ການພັດທະນາ​ທຸລະ​ກິດ​; 70% ຂອງສະມາຊິກແມ່ຍິງໄດ້ຮັບການໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ກ່ຽວກັບວຽກເຮັດງານທຳ ແລະ ການເລີ່ມຕົ້ນທຸລະກິດ ໂດຍຜ່ານການໂຄສະນາເຜີຍແຜ່ 197.140 ຄັ້ງ ໃຫ້ແກ່ສະມາຊິກແມ່ຍິງຫຼາຍກວ່າ 13,6 ລ້ານຄົນ ກ່ຽວກັບວຽກເຮັດງານທຳ ແລະ ການເລີ່ມຕົ້ນທຸລະກິດ; ຊ່ວຍເຫຼືອແມ່ຍິງ 63.864 ຄົນໃນການເລີ່ມຕົ້ນທຸລະກິດ; ປະສານ​ສົມທົບ​ແລະໜູນ​ຊ່ວຍ​ການ​ສ້າງ​ຕັ້ງໜ່ວຍຮ່ວມມື/ສະຫະກອນ 4.747 ແຫ່ງ​ທີ່ຄຸ້ມຄອງໂດຍ​ແມ່ຍິງ; 50.665 ວິສາຫະກິດຂອງແມ່ຍິງທີ່ສ້າງຕັ້ງຂຶ້ນໃໝ່ ໄດ້ຮັບການປຶກສາ ແລະ ສະໜັບສະໜູນ ໃນການພັດທະນາທຸລະກິດ.  

ການເຄື່ອນໄຫວໜູນຊ່ວຍພັດທະນາວິສາກິດທີ່ແມ່ຍິງເປັນເຈົ້າຂອງ ໄດ້ຮັບການປ່ຽນແປງໃໝ່ ໃນທິດທາງໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນ ວິສາຫະກິດຂະໜາດນ້ອຍແລະຂະໜາດນ້ອຍສຸດ ໂດຍອີງໃສ່ຄວາມຕ້ອງການໃນການພັດທະນາ ແລະ ການປັບຕົວເຂົ້າກັບສະພາບປັດຈຸບັນ; ສະມາຄົມແມ່ຍິງທຸກຂັ້ນ ໄດ້ຈັດຕັ້ງໂຄງການທີ່ຫຼາກຫຼາຍ ເພື່ອສະໜັບສະໜູນວິສາຫະກິດແລະຄອບຄົວທຸລະກິດ ທີ່ແມ່ຍິງເປັນເຈົ້າຂອງ ເພື່ອປັບປຸງຍົກສູງຄວາມສາມາດ; ສະໜັບສະໜູນການເຂົ້າເຖິງສິນເຊື່ອ ຕະຫຼາດ ຂໍ້ມູນຂ່າວສານ ເຕັກໂນໂລຊີ ແລະ ຜົນກະທົບດ້ານນະໂຍບາຍ. ຄຽງ​ຄູ່​ກັບ​ເນື້ອໃນການຝຶກອົບຮົມແບບດັ້ງເດີມເພື່ອປັບປຸງຄວາມສາມາດໃນການທຸລະກິດ, ສະມາຄົມແມ່ຍິງ​ທຸກ​ຂັ້ນ​ໄດ້ເສີມຂະຫຍາຍຄວາມຕັ້ງໜ້າ, ຄວາມຄິດສ້າງສັນ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ ​ແລະ ການ​ຮ່ວມ​ມື​ຫຼາຍ​ຢ່າງ, ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄວາມສາມາດແຂ່ງຂັນ ​ເຊັ່ນ: ການບໍລິຫານທຸລະກິດ, ຄວາມສາມາດໃນການຕອບໂຕ້ວິກິດການທີ່ເກີດຈາກການແຜ່ລະບາດຂອງໂຄວິດ-19, ການໃຊ້ອີຄອມເມີຊ, ການເຊື່ອມໂຍງການຈຳໜ່າຍຜະລິດຕະພັນ, ການຈັດຕັ້ງການແຂ່ງຂັນ ແລະ ການສົ່ງເສີມຜະລິດຕະພັນຂອງແມ່ຍິງທີ່ເລີ່ມຕົ້ນທຸລະກິດ; ຊຸກຍູ້ການເຊື່ອມໂຍງລະຫວ່າງແຂວງ ແລະ ພາຍໃນແຂວງ, ຊ່ວຍໜູນການຈຳໜ່າຍຜະລິດຕະພັນ ໂດຍສະເພາະ ຜະລິດຕະພັນກະສິກຳ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19; ການເຊື່ອມໂຍງການຈຳໜ່າຍຜະລິດຕະພັນ ຜ່ານການປະສານງານກັບໄປຊະນີຫວຽດນາມ, ​ເວທີ​ການ​ຄ້າອີຄອມເມີຊ Postmart, Tiki, Shoppee ແລະອື່ນໆ.    

ການເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ສະ​ມາ​ຄົມ / ສະ​ມາພັນ / ສະ​ໂມ​ສອນ​ນັກທຸລະກິດແມ່ຍິງ, ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​, ເສີມຂະຫຍາຍທ່າແຮງຂອງແຕ່ລະອົງການ (ສະຫະພັນແມ່ຍິງ ແລະ ສະມາຄົມ / ສະມາພັນນັກທຸລະກິດແມ່ຍິງ) ນັ້ນ ໄດ້ຮັບຄວາມເອົາໃຈໃສ່ຫຼາຍກວ່າແຕ່ກ່ອນ; ຊຸກຍູ້ການພັດທະນາເຄືອ​ຂ່າຍ​ສະ​ມາ​ຄົມ / ສະ​ມາພັນ / ສະ​ໂມ​ສອນ​ນັກທຸລະກິດແມ່ຍິງ. ມາເຖິງປະຈຸບັນ, ໃນທົ່ວປະເທດມີ 31 ສະມາຄົມ / ສະມາພັນນັກທຸລະກິດແມ່ຍິງ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ໂດຍມີ​ສະ​ມາ​ຊິກ​ເກືອບ 10.000 ຄົນ; ມີສະໂມສອນນັກທຸລະກິດແມ່ຍິງ 896 ແຫ່ງ ໃນນັ້ນມີ 42 ສະໂມສອນຂັ້ນແຂວງ.

3- ​ໃນ​ສະພາບ​ການ​ຈັດ​ຕັ້ງ​ສູນ​ຝຶກ​ອົບຮົມ​ວິຊາ​ຊີບ​ຂອງ​ສະມາຄົມ​ຄືນ​ໃໝ່, ສະມາຄົມແມ່ຍິງທຸກຂັ້ນ ໄດ້ປັບປ່ຽນແບບວິທີການຝຶກອົບຮົມຢ່າງມທັນການ, ເພີ່ມທະວີການປະສານງານ, ການເຊື່ອມໂຍງ, ແນະນຳການບຳລຸງສ້າງ, ຈັດຕັ້ງຈຸ / ໜ່ວຍແມ່ຍິງຊ່ວຍເຫຼືອເຊິ່ງກັນແລະກັນ ໃນ ​ການ​ຮຽນ​ວິຊາ​ຊີບ​ທີ່​ໃກ້​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ,​ເພີ່ມ​ອັດຕາ​ສ່ວນ​ຂອງ​ແຮງ​ງານ​ເພດ​ຍິງ​ທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ວິຊາ​ຊີບ. 

ສະມາຄົມແມ່ຍິງທຸກຂັ້ນ ແລະ ສະຖານອາຊີວະສຶກສາຂອງສະມາຄົມ ໄດ້ຈັດການຝຶກອົບຮົມວິຊາຊີບ, ປະສານງານ ແລະ ແນະນຳການຝຶກອົບຮົມວິຊາຊີບ ໃຫ້ແກ່ແຮງງານຍິງຫຼາຍກວ່າ 206.765 ຄົນ, ຕົ້ນຕໍແມ່ນການຝຶກອົບຮົມໃນລະດັບອາຊີວະສຶກສາຊັ້ນປະຖົມ ແລະ ຕ່ຳກວ່າ 3 ເດືອນ ດ້ວຍການຝຶກອົບຮົມສາຂາວິຊາການຜະລິດກະສິກຳທີ່ສະອາດແລະປອດໄພ. (ເຕັກນິກການປູກຜັກຢ່າງປອດໄພ, ເຕັກນິກການລ້ຽງງົວຄວາຍແລະສັດປີກ...) ຫຼືງານຫັດຖະກຳ (ການຖັກສານຜັກຕົບຊະວາ, ໄມ້ໄຜ່ ຫວາຍ, ການຖັກແສ່ວ, ການປັກຖັກຮ້ອຍ...). ການ​ເຄື່ອນ​ໄຫວ​ຝຶກ​ອົບຮົມ​ວິຊາ​ຊີບ​ຂອງ​ສະມາຄົມແມ່ຍິງທຸກ​ຂັ້ນ​ ຕິດ​ພັນ​ກັບ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ຫຼັງການຝຶກ​ອາຊີບ ຜ່ານ​ການ​ສະໜັບສະໜູນ​ການ​ສ້າງ​ຮູບ​ແບບ​ເສດຖະກິດ​ລວມໝູ່ ​ເຊັ່ນ: ສະຫະກອນ, ໜ່ວຍ​ຮ່ວມມື, ຈຸ/ໜ່ວຍແມ່ຍິງ​ທີ່ເຊື່ອມໂຍງກັນ​ການ​ຜະລິດແລະ​ທຸລະ​ກິດ ​ແລະ ການສະໜັບສະໜູນ​ແມ່ຍິງເລີ່ມຕົ້ນທຸລະກິດ...ນັ້ນ ໄດ້ຮັບການສົ່ງເສີມຍູ້ແຮງ; ຈາກນັ້ນ, ປະກອວສ່ວນສ້າງວຽກເຮັດງານທຳທີ່ຍືນຍົງ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ແກ່ແມ່ຍິງ, ດຶງ​ດູດ​ແມ່ຍິງ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ວິຊາ​ຊີບ​ຢ່າງ​ຕັ້ງໜ້າ. ພາຍຫຼັງ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ, ມີ​ແຮງງານ​ຍິງຈຳນວນ 206.765 ຄົນ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມດ້ານ​ວິ​ຊາ​ຊີບ.

4- ສະຫະພັນແມ່ຍິງຫວຽດນາມສືບ​ຕໍ່​ເປັນ​ອົງການຊັ້ນ​ນຳທີ່ມີ 6 ຂໍ້ ດີ​ທີ່​ສຸດ(4) ​ໃນ​ກິດຈະກຳການ​ມອບ​ໝາຍກັບ​ທະນາຄານ​ນະ​ໂຍບາຍ​ສັງຄົມ, ເປັນຊ່ອງທາງທຶນທີ່ມີປະສິດທິພາບສໍາລັບໂຄງການສິນເຊື່ອຕາມນະໂຍບາຍຂອງລັດ. ກິດຈະກໍາການເງິນຈຸລະພາກຂອງສະມາຄົມແມ່ຍິງທຸກຂັ້ນ ມີຄວາມເປັນມືອາຊີບເພີ່ມຂຶ້ນ. ໂຄງການການເງິນຈຸລະພາກຂອງສະມາຄົມທຸກຂັ້ນ ໄດ້ເຕີບໂຕຢ່າງຕໍ່ເນື່ອງ, ບໍ່ພຽງແຕ່ທາງດ້ານປະລິມານເທົ່ານັ້ນ ແຕ່ຍັງມີຄຸນນະພາບ ແລະ ປະສິດທິຜົນອີກນຳ; ບໍ່ພຽງແຕ່ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ໂດຍສະເພາະໃນເຂດປະສົບກັບຄວາມຫຍຸ້ງຍາກແລະຫ່າງໄກສອກຫຼີກ ເທົ່ານັ້ນ ແຕ່ຍັງມຸ່ງຫວັງທີ່ຈະປະຕິບັດຕາມຂໍ້ກຳນົດຂອງກົດໝາຍສະເພາ(5). ຈຸດ​ພົ້ນ​ເດັ່ນ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ ​ມີໂຄງການ/​ແຜນງານ​ການເງິນ​ຈຸ​ລະ​ພາກ​ຂອງ​ແຂວງ, ນະຄອນ ຈຳນວນ 30 ໂຄງການ ໄດ້​ຂຶ້ນ​ທະບຽນ​ຕາມ​ມະຕິ​ຕົກລົງ​ສະບັບ​ເລກທີ 20/2017/QD-TTg, ລົງ​ວັນ​ທີ 12 ມິຖຸນາ 2017 ຂອງນາຍົກລັດຖະມັນຕີ ກ່ຽວກັບ “ລະບຽບການດຳເນີນງານຂອງໂຄງການແລະແຜນງານການເງິນຈຸລະພາກຂອງອົງການການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ”.  

ຕາມນັ້ນ, ອົງການການເງິນຈຸລະພາກທີ່ມີຄວາມຮັບຜິດຊອບຈຳກັດສະມາຊິກດຽວເພື່ອຄວາມເຫັນອົກເຫັນໃຈ ໄດ້ສຸມໃສ່ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການກະຈາຍ​ຜະລິດ​ຕະພັນ​ການ​ເງິນ​ແລະ​ບໍ່​ແມ່ນ​​ການ​ເງິນ, ຕອບສະໜອງຄວາມຕ້ອງການຂອງແມ່ຍິງຫຼາຍກຸ່ມທີ່ແຕກຕ່າງກັນ, ໃນນັ້ນມີກຸ່ມແມ່ຍິງເລີ່ມຕົ້ນທຸລະກິດ ດ້ວຍເງິນກູ້ຢືມຫຼາຍກວ່າ 2.000 ຕື້ດົ່ງ ໃຫ້ແມ່ຍິງ 173.000 ຄົນ. ສູນກາງສະຫະພັນແມ່ຍິງຫວຽດນາມ ສືບ​ຕໍ່​ທົດ​ລອງກິດຈະກຳ​ກອງ​ທຶນ​ປະກັນ​ໄພ​ຈຸລະ​ພາກ ເພື່ອປະກອບສ່ວນ​ກະຈາຍ​ຜະລິດ​ຕະພັນການ​ເງິນ​ຈຸ​ລະ​ພາກ ​ແລະ ສ້າງ​ຊ່ອງ​ທາງ​ປະກັນ​ສັງຄົມ​ເພີ່ມ​ເຕີມ​ໃຫ້​ແມ່ຍິງ​ທີ່ທຸກ​ຍາກ.

ແຜນການປະຕິບັດຍຸດທະສາດການເງິນຮອບດ້ານຂອງລັດເຖິງປີ 2025, ວິໄສທັດເຖິງປີ 2030 ໄດ້ຮັບການເຜີຍແຜ່ແລະຜັນຂະຫຍາຍໃນທົ່ວ​ລະບົບ​ຂອງສະມາຄົມ​ແມ່ຍິງ ເພື່ອ​ປັບປຸງ​ຍົກສູງຄວາມ​ເຂົ້າ​ໃຈ ຄວາມສາມາດທາງການເງິນ ແລະ ຄວາມສາມາດຂອງແມ່ຍິງ ໃນການເຂົ້າເຖິງ ແລະ ໃຊ້ຜະລິດຕະພັນແລະບໍລິການດ້ານການເງິນ ຢ່າງປອດໄພແລະສະດວກ ເໝາະສົມກັບຄາມຕ້ອງການຂອງຕົນເອງ.

ການເຄື່ອນໄຫວສິນເຊື່ອ ແລະ ເງິນຝາກປະຢັດ ຢູ່ສາຂາສະມາຄົມ ແລະ ກຸ່ມແມ່ຍິງ ສືບຕໍ່ໄດ້ຮັບການຮັກສາ, ຕອບສະໜອງຄວາມຕ້ອງການແທດຈິງຂອງສະມາຊິກສະມາຄົມ ແລະ ແມ່ຍິງ.   

5- ສະມາຄົມແມ່ຍິງທຸກຂັ້ນໄດ້ຍູ້ແຮງການເຄື່ອນໄຫວສະໜັບສະໜູນແມ່ຍິງໃຫ້ເຂົ້າຮ່ວມແລະພັດທະນາຮູບແບບເສດຖະກິດລວມໝູ່, ສະຫະກອນ ໃນຫຼາຍຮູບການເຊັ່ນ: ໂຄສະນາເຜີຍແຜ່, ຂົນຂວາຍບັນດາສະມາຊິກ, ແມ່ຍິງ ແລະ ປະຊາຊົນ ໃຫ້ເຂົ້າຮ່ວມບັນດາຮູບແບບເສດຖະກິດລວມໝູ່; ​ພະນັກງານ​ສະມາຄົມແມ່ຍິງ​ທຸກ​ຂັ້ນປະມານ 90% ​ແລະ ສະມາຊິກສະມາຄົມ​ກວ່າ 80% ​ໄດ້​ຮັບ​ການ​ໂຄສະນາ​ເຜີຍແຜ່ກ່ຽວ​ກັບ​​ນະ​ໂຍບາຍ ​ແລະ ​ແຜນນະໂຍບາຍການ​ພັດທະນາ​ເສດຖະກິດ​ລວມໝູ່; ສ້າງຮູບແບບສະຫະກອນທີ່ເໝາະສົມກັບການປັບໂຄງປະກອບເສດຖະກິດ ແລະ ໂຄງປະກອບແຮງງານໃນທ້ອງຖິ່ນ, ເຂດ, ພາກພື້ນ ໃນທິດທາງຟື້ນຟູ ແລະ ເສີມຂະຫຍາຍອາຊີບດັ້ງເດີມ, ເສີມຂະຫຍາຍຊັບພະຍາກອນທີ່ມີຢູ່, ປະກອບສ່ວນສ້າງຍີ່ຫໍ້ຜະລິດຕະພັນທ້ອງຖິ່ນ; ຜະລິດຜະລິດຕະພັນທີ່ປົກປ້ອງສຸຂະພາບຂອງຜູ້ໃຊ້ແລະເປັນມິດກັບສິ່ງແວດລ້ອມ; ສ້າງຮູບແບບສະຫະກອນຕິດກັບການສ້າງວຽກເຮັດງານທຳໃຫ້ຄົນງານຍິງ. ສະມາຄົມແມ່ຍິງທຸກຂັ້ນໄດ້ສະໜັບສະໜູນ​ການ​ສ້າງ​ຕັ້ງ​ສະຫະກອນ​ໃໝ່ຫຼາຍກວ່າ 800 ​ແຫ່ງ​ທີ່​ຄຸ້ມ​ຄອງ​ໂດຍ​ແມ່ຍິງ ເຊິ່ງມີສະມາ​ຊິກຫຼາຍກວ່າ 14.000 ຄົນ ແລະ ໜ່ວຍຮ່ວມມື 11.000 ​ໜ່ວຍ ທີ່ມີສະມາຊິກຫຼາຍກວ່າ 30.000 ​ຄົນ, ໃນ​ນັ້ນ 70% ​ແມ່ນ​ສະຫະກອນ​ກະສິກຳ​ທີ່ຜະລິດແລະ ບໍລິ​ໂພ​ກຜະລິດຕະພັນທີ່​ປອດ​ໄພ; ລາຍຮັບສະເລ່ຍຂອງສະມາຊິກສະເລ່ຍຫຼາຍກວ່າ 5 ລ້ານດົ່ງ / ຄົນ / ເດືອນ. ມີການຈັດຕັ້ງຮູບແບບການດຳລົງຊີວິດເກືອບ 400 ຮູບແບບ ເພື່ອໜູນຊ່ວຍແມ່ຍິງຢູ່ເຂດຊາຍແດນ ໃຫ້ພັດທະນາເສດຖະກິດແບບຍືນຍົງ ພາຍໃຕ້ໂຄງການພ້ອມກັນກັບແມ່ຍິງຊາຍແດນ. ​ໂຄງການ ໜູນ​ຊ່ວຍ​ສະຫະກອນທີ່ຄຸ້ມຄອງໂດຍແມ່ຍິງ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ເພດ​ຍິງ​ຮອດ​ປີ 2030(6)​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​ໃນ​ປີ 2023 ໂດຍມີ​ເປົ້າໝາຍ, ໜ້າທີ່ ​ແລະ ວິທີ​ແກ້​ໄຂ​ສະ​ເພາະ, ນີ້​ແມ່ນ​ພື້ນຖານທີ່​ສຳຄັນ​ເພື່ອ​ໃຫ້​ສະມາຄົມ ​ແລະ ບັນດາ​ຂະ​ແໜງ​ການ ​ແລະ ຂັ້ນ​ຕ່າງໆ ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​​ແມ່ຍິງ​ໃຫ້ເຂົ້າ​ຮ່ວມໃນ​ການ​ພັດທະນາ​ເສດຖະກິດ​ລວມໝູ່, ປະກອບສ່ວນ​ເພີ່ມ​ທະວີຄວາມສາມາດດ້ານ​ເສດຖະກິດ​ຂອງ​ແມ່ຍິງ.   

ບົດຮຽນປະສົບການແລະບາງ​ວິທີ​ແກ້​ໄຂ ​ເພື່ອ​ສະໜັບສະໜູນ​ການປັບປຸງຍົກສູງ
ຄວາມສາມາດ​ດ້ານ​ເສດຖະກິດ​ຂອງ​ແມ່ຍິງ

ຈາກ​ໝາກຜົນ​ເບື້ອງ​ຕົ້ນ​ໃນ​ການ​ໜູນ​ຊ່ວຍປັບປຸງຍົກສູງຄວາມສາມາດດ້ານເສດຖະກິດຂອງ​ແມ່ຍິງ, ສະຫະພັນ​ແມ່ຍິງຫວຽດນາມ ​ໄດ້ຖອດຖອນ​ບົດຮຽນ​ປະສົບ​ການບາງປະການ​ດັ່ງຕໍ່ໄປ​ນີ້:

ທີໜຶ່ງ, ກຳແໜ້ນແລະຫັນແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດໃນແຕ່ລະປີ ແຕ່ລະໄລຍະ ເປັນຮູບປະທຳ; ເລືອກກິດຈະກຳ​ສະໜັບສະໜູນ​ທີ່​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຮີບດ່ວນ​ຂອງ​ແມ່ຍິງ ​ແລະ ຄວາມ​ສາມາດ​ຂອງ​ສະມາຄົມຂັ້ນຕ່າງໆ; ພ້ອມ​ກັນ​ນັ້ນ, ຕອບສະໜອງຄວາມຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ​ ໃຫ້ສອດຄ່ອງ​ກັບ​ພຶດຕິກຳ​​ຕົວ​ຈິງໂດຍທັນທີ.  

ທີສອງ, ເສີມຂະຫຍາຍ ແລະ ກະຕູ້ນເຈດຈຳນົງເປັນເຈົ້າຕົນເອງ, ອີງໃສ່ຕົນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາດຖະໜາທີ່ຈະບືນຕົວຂຶ້ນ ແລະ ຈິດໃຈເປັນເຈົ້າການ ປະດິດຄິດສ້າງ ເພື່ອໃຫ້ສະມາຊິກແລະແມ່ຍິງສາມາດເພີ່ມລາຍຮັບໄດ້ ແລະ ເຂົ້າຮ່ວມຢ່າງແຂງຂັນ ໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.  

ທີສາມ, ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ສະ​ມາ​ຄົມ​ທີ່​ເຮັດ​ວຽກ​ສະໜັບສະໜູນ​ການ​ພັດທະນາ​ເສດຖະກິດ​ຂອງ​ແມ່ຍິງ, ປັບປຸງຄວາມຮັບຮູ້​ແນວທາງ​ ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ເສດຖະກິດ​ຢ່າງ​ທັນ​ການ, ມີ​ຄວາມ​ຮູ້ ​ແລະ ທັກ​ສະ​ພື້ນຖານ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ​ຂອງ​ແມ່ຍິງ.

ທີສີ່, ເກັບກຳສະພາບການແນວຄິດ, ຊີວິດ ​ແລະ ການ​ເຮັດ​ວຽກ​ຂອງ​ສະມາຊິກສະມາຄົມ ​ແລະ ​ແມ່ຍິງ; ປັບປຸງຍົກສູງປະສິດທິພາບຂອງວຽກງານໃຫ້ຄໍາປຶກສາ, ສະເໜີນະໂຍບາຍ, ຕິດຕາມກວດກາ ແລະ ວິພາກວິຈານສັງຄົມ ຕໍ່ນະໂຍບາຍທີ່ກ່ຽວຂ້ອງກັບການສະໜັບສະໜູນການພັດທະນາເສດຖະກິດຂອງແມ່ຍິງ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

ທີຫ້າ, ລະດົມແຫຼ່ງກຳລັງສັງລວມຈາກບັນດາຂະແໜງການ, ອົງການຈັດຕັ້ງ ແລະ ບຸກຄົນທັງໃນປະເທດ ແລະ ຕ່າງປະເທດ ເພື່ອສ້າງແຫຼ່ງກຳລັງສຳລັບການເຄື່ອນໄຫວ, ເຊື່ອມໂຍງເຂົ້າກັບບັນດາໂຄງການເປົ້າໝາຍແຫ່ງຊາດ, ໂຄງການພັດທະນາເສດຖະກິດ-ສັງຄົມ ຂອງສູນກາງແລະທ້ອງຖິ່ນ, ແລະ ໂຄງການປະສານງານກັບກະຊວງ, ຂະແໜງການ ແລະ ອົງການຕ່າງໆ.

ເພື່ອປັບປຸງຍົກສູງຄວາມສາມາດດ້ານເສດຖະກິດຂອງແມ່ຍິງໃນໄລຍະທີ່ຈະມາເຖິງ, ສະມາຄົມແມ່ຍິງຈະຜັນຂະຫຍາຍວິທີແກ້ໄຂທີ່ສຳຄັນບາງຢ່າງ ດັ່ງ​​ນີ້​:

ທີໜຶ່ງ, ຍູ້ແຮງການໂຄສະນາຊວນເຊື່ອທາງສື່ມວນຊົນ ແລະ ຊ່ອງທາງການສື່ສານຂອງສະມາຄົມ ກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດກ່ຽວກັບການເລີ່ມຕົ້ນທຸລະກິດ, ການພັດທະນາທຸລະກິດ ແລະ ສະຫະກອນ; ກ່ຽວກັບບົດບາດແລະທີ່ຕັ້ງຂອງແມ່ຍິງ ໃນການພັດທະນາເສດຖະກິດ-ສັງຄົມ; ເສີມຂະຫຍາຍກຳລັງພາຍໃນ, ເຈດຈຳນົງບືນຕົວຂຶ້ນຂອງແມ່ຍິງແລະຊຸມຊົນ; ເອົາໃນໃສ່ເຖິງການຄົ້ນພົບ, ເຜີຍແຜ່, ໃຫ້ກຽດ ແລະ ຍົກຕົວຢ່າງຂອງຕົວຢ່າງທີ່ດີເດັ່ນ; ຂະຫຍາຍບັນດາ​ຕົວ​ແບບ​ທີ່​ມີ​ປະສິດທິ​ຜົນ ​ແລະ ແນວ​ປະຕິບັດ​ທີ່​ດີ ​ໃນ​ການ​ພັດທະນາ​ເສດຖະກິດ, ການ​ເລີ່​ມຕົ້ນທຸລະກິດ ​ແລະ ພັດທະນາ​ສະຫະກອນແລະວິ​ສາ​ຫະກິດ. 

ທີສອງ, ສືບຕໍ່ຕິດຕາມກວດກາ, ສະເໜີນະໂຍບາຍເພື່ອສະໜັບສະໜູນວິສາຫະກິດທີ່ແມ່ຍິງເປັນເຈົ້າຂອງ, ສຸມໃສ່ວິສາຫະກິດຂະໜາດນ້ອຍແລະຂະໜາດນ້ອຍສຸດ; ຄົ້ນຄວ້າ ປະເມີນ ແລະ ຂະຫຍາຍຮູບແບບສະຫະກອນ, ໜ່ວຍຮ່ວມມືທີ່ມີປະສິດທິຜົນ.

ທີສາມ, ຍົກສູງຄວາມສາມາດໃນການຈັດຕັ້ງຂອງຖັນແຖວພະນັກງານສະມາຄົມແມ່ຍິງ. ສະມາຄົມແມ່ຍິງຈັດຕັ້ງຊຸດຝຶກອົບຮົມເພື່ອເພີ່ມຂີດຄວາມສາມາດຂອງຖັນແຖວພະນັກງານ ໃນການເຄື່ອນໄຫວສະໜັບະໜູນການເລີ່ມຕົ້ນທຸລະກິດຂອງແມ່ຍິງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ; ຈັດນຳເນື້ອໃນການສຶກສາທາງການເງິນທີ່ຮອບດ້ານ, ທັກສະໃນການສະໜັບສະໜູນໃຫ້ແມ່ຍິງພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ເຂົ້າໃນເອກະສານຝຶກອົບຮົມຂອງສະມາຄົມແມ່ຍິງ.

ທີສີ່, ປະສານ​ສົມທົບ ​ແລະ ລະດົມ​ແຫຼ່ງກຳລັງ ​ເພື່ອ​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ​ຂອງ​ແມ່ຍິງ. ສະມາຄົມແມ່ຍິງທຸກຂັ້ນຊຸກຍູ້​ການ​ສ້າງ​ເຄືອ​ຂ່າຍ​ທີ່​ປຶກສາ, ສະໜັບສະໜູນ​ແມ່ຍິງ​ໃນ​ການ​ເລີ່​ມ​ຕົ້ນທຸລະ​ກິດ ​ແລະ ພັດທະນາ​ເສດຖະກິດ; ຈັດຕັ້ງກອງປະຊຸມ, ເວທີປາໄສການເຊື່ອມໂຍງ, ການເຊື່ອມຕໍ່ລະຫວ່າງວິສາຫະກິດຂອງແມ່ຍິງ, ສະຫະກອນທີ່ຄຸ້ມຄອງໂດຍແມ່ຍິງ ກັບບັນດາວິສາຫະກິດແລະຜູ້ຈັດຈໍາໜ່າຍ; ປະສານງານກັບທະນາຄານນະໂຍບາຍສັງຄົມ, ທະນາຄານກະສິກຳແລະພັດທະນາຊົນນະບົດ ແລະສະຖາບັນສິນເຊື່ອ ໃນການສະໜັບສະໜູນແມ່ຍິງເຂົ້າເຖິງບໍລິການທາງການເງິນທີ່ຫຼາກຫຼາຍ; ​ເພີ່ມ​ທະວີ​ການ​ລະດົມ​ແຫຼ່ງທຶນ​ຈາກ​ງົບປະມານ​ແຫ່ງ​ລັດ ດ້ວຍ​ຄວາມເປັນເຈົ້າການໃນການ​ເຄື່ອນ​ໄຫວ​ຄົ້ນຄວ້າ, ພັດທະນາ, ສະ​ເໜີ​ບັນດາ​ການ​ເຄື່ອນ​ໄຫວ ​ໂຄງການ ​ແລະ ການເຂົ້າ​ຮ່ວມ​ບັນດາ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ; ຂະຫຍາຍການປະສານງານກັບບັນດາອົງການຈັດຕັ້ງໃນປະເທດແລະຕ່າງປະເທດ ເພື່ອເຕົ້າໂຮມແຫຼ່ງພະລັງເຂົ້າໃນການເຄື່ອນໄຫວໜູນຊ່ວຍການພັດທະນາເສດຖະກິດຂອງແມ່ຍິງ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ./.

---------------------------

(1) ເບິ່ງ: ກົມໃຫຍ່ສະຖິຕິ: “ລາຍງານການສຳຫຼວດແຮງງານແລະວຽກເຮັດງານທຳປີ 2020”, https://www.gso.gov.vn/wp-content/uploads/2022/02/sach_laodong_2020_b6.pdf

(2) ເບິ່ງ: ກະຊວງແຜນການແລະການລົງທຶນ: “ລາຍງານແຫ່ງຊາດປີ 2020 - ຄວາມຄືບໜ້າ 5 ປີ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ”, ໜ້າ 71.

(3) ເບິ່ງ: ສະຫະພັນແມ່ຍິງຫວຽດນາມ: “ເອກະສານເພື່ອຮຽນຮູ້ແລະຊາບຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13”, http://hoilhpn.org.vn/documents/1809139/3700021/baigiang+NQDH+13+full.pdf/1a534372-bd08-4cc5-912f-c3ac991bd154

(4) 6 ຂໍ້ ທີ່ສຸດ”: ໜີ້ຄົງຄ້າງສູງສຸດ; ອັດຕາໜີ້ທີ່ຄ້າງຊໍາລະຕໍ່າສຸດ; ຈຳນວນໜ່ວຍເງິນຝາກປະຢັດແລະເງິນກູ້ມີຫຼາຍທີ່ສຸດ; ອັດຕາສ່ວນສະມາຊິກທີ່ເຂົ້າຮ່ວມໃນເງິນຝາກປະຢັດສູງທີ່ສຸດ; ຈໍານວນສະມາຊິກຫຼາຍທີ່ສຸດ; ໜ່ວຍສິນເຊື່ອແລະເງິນຝາກປະຢັດມີຄຸນນະພາບດີທີ່ສຸດ.    

(5) ເຖິງເດືອນທັນວາ 2021, ລະບົບສະມາຄົມແມ່ຍິງໃນ 52/63 ແຂວງ ນະຄອນ ທີ່ມີການດຳເນີນໂຄງການການເງິນຈຸລະພາກ, ​ໃນ​ນັ້ນ​ມີ 1 ອົງການ​ການ​ເງິນ​ຈຸ​ລະ​ພາກ​ທີ່​ໄດ້​ຮັບໃບ​ອະນຸຍາດ (ຂັ້ນ​ສູນ​ກາງ), ໂຄງການການ​ເງິນ​ຈຸ​ລະ​ພາກ 170 ໂຄງການທີ່​ດຳ​ເນີນການ​ໂດຍ​ສະຫະພັນ​ແມ່ຍິງ​ບໍລິຫານຈັດການ​ໂດຍ​ກົງ. ໜີ້ຄົງຄ້າງລວມມີມູນຄ່າເກືອບ 2.000 ຕື້ດົ່ງ ແລະ ຍອດເງິນຝາກປະຢັດສູງເຖິງເກືອບ 400 ຕື້ດົ່ງ ໂດຍມີລູກຄ້າທັງໝົດເກືອບ 300.000 ຄົນ. 

(6) ຕາມມະຕິ​ຕົກລົງ​ສະບັບ​ເລກທີ 01/QĐ-TTg, ລົງວັນທີ 3 ມັງກອນ 2023, ຂອງນາຍົກລັດຖະມົນຕີ.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1010 (ເດືອນມີນາ 2023)