ປ່ຽນແປງໃໝ່ແບບວິທີການນຳພາຂອງພັກ
ຕໍ່ຂົງເຂດວັດທະນະທຳແລະສິລະປະ
ຕໍ່ຂົງເຂດວັດທະນະທຳແລະສິລະປະ
ວກ. - ວັດທະນະທຳແລະສິລະຫະແມ່ນຂົງເຂດສະເພາະທີ່ຮຽກຮ້ອງໃຫ້ພັກກອມມູນິດຫວຽດນາມ ຕ້ອງກຳນົດວິທີການນຳພາທີ່ເໝາະສົມ ໃນແຕ່ລະໄລຍະຂອງການປະຕິວັດ. ໃນເງື່ອນໄຂໃໝ່, ການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ວັດທະນະທຳແລະສິລະປະ ມີຄວາມໝາຍເພື່ອຮັບປະກັນປະຕິບັດເປົ້າໝາຍແລະໜ້າທີ່ ຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳ, ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ ຢ່າງສຳເລັດຜົນ.
ຂະບວນການປ່ຽນແປງໃໝ່ ແບບວິທີການນໍາພາຂອງພັກກອມມູນິດຫວຽດນາມ
ຕໍ່ຂົງເຂດວັດທະນະທຳແລະສິລະປະ
ກ່າວປາໄສໃນກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີໜຶ່ງ (ວັນທີ 24 ພະຈິກ 1946), ປະທານໂຮ່ຈີມິນຢືນຢັນວ່າ: “ພື້ນຖານວັດທະນະທຳໃໝ່ຂອງປະເທດເຮົາຖືເອົາຄວາມສຸກຂອງປະຊາຊົນ ຂອງຊາດເປັນພື້ນຖານ” ແລະ “ວັດທະນະທຳພົວພັນສະໜິດແໜ້ນກັບການເມືອງ. ຈະຕ້ອງເຮັດແນວໃດເພື່ອໃຫ້ວັດທະນະທໍາຊຶມເລິກເຂົ້າໃນຈິດໃຈຂອງຊາດ, ໝາຍຄວາມວ່າ ວັດທະນະທຳຕ້ອງແກ້ໄຂການສໍ້ລາດບັງຫຼວງ, ຄວາມຂີ້ຄ້ານ, ຄວາມຫຼູຫຼາ, ຄວາມຟຸ່ມເຟືອຍ ແລະອື່ນໆ. ວັດທະນະທຳຕ້ອງສ່ອງແສງທາງໃຫ້ປະເທດຊາດ. ວັດທະນະທຳນຳພາປະຊາຊົນທັງຊາດ ເພື່ອປະຕິບັດເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ”(1).
ໃນຈົດໝາຍສົ່ງເຖິງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 2 (ປີ 1948), ປະທານໂຮ່ຈີມິນເນັ້ນວ່າ: “ໃນພາລະກິດການຕໍ່ຕ້ານ ແລະ ການສ້າງສາປະເທດທີ່ຍິ່ງໃຫຍ່ຂອງຊາດເຮົາ, ວັດທະນະທໍາມີບົດບາດສໍາຄັນຫຼາຍ. ນັບແຕ່ວັນສ້າງຕັ້ງອຳນາດການປົກຄອງປະຊາທິປະໄຕ ຈົນເຖິງປັດຈຸບັນ, ພະນັກງານວັດທະນະທໍາຂອງພວກເຮົາໄດ້ພະຍາຍາມ ແລະ ປະສົບຜົນສໍາເລັດ. ແຕ່ຈາກນີ້ໄປ ພວກເຮົາຕ້ອງສ້າງວັດທະນະທຳຕໍ່ຕ້ານ ແລະ ສ້າງສາປະເທດຊາດຂອງທົ່ວປວງຊົນ”.
ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ (ເດືອນທັນວາ 1986) ໄດ້ລິເລີ່ມແນວທາງການປ່ຽນແປງໃໝ່, ກ່ອນອື່ນໝົດແມ່ນ ປ່ຽນແປງໃໝ່ຈິນຕະນາການເສດຖະກິດ, ພ້ອມກັບການປ່ຽນແປງໃໝ່ທາງດ້ານການເມືອງ, ວັດທະນະທຳ ແລະ ສັງຄົມ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝແຫ່ງການຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ ທີ່ໄດ້ຮັບອະນຸມັດໃນກອງປະຊຸມໃຫຍ່ຄັ້ງທີ່ VII ຂອງພັກ (ເດືອນມິຖຸນາ 1991) ລະບຸວ່າ ວັດທະນະທຳທີ່ຫວຽດນາມສ້າງຂຶ້ນນັ້ນແມ່ນ “ພື້ນຖານວັດທະນະທຳທີ່ກ້າວໜ້າ ແລະເຕັມໄປດ້ວຍເອກະລັກປະຈຳຊາດ”, ແມ່ນໜຶ່ງໃນຫົກຄຸນລັກສະນະພື້ນຖານ ຂອງລະບອບສັງຄົມນິຍົມຢູ່ຫວຽດນາມ. ຕໍ່ຈາກນັ້ນ, ທັດສະນະກ່ຽວກັບການກໍ່ສ້າງພື້ນຖານວັດທະນະທຳທີ່ກ້າວໜ້າ ແລະເຕັມໄປດ້ວຍເອກະລັກປະຈຳຊາດ ສືບຕໍ່ໄດ້ຮັບການເພີ່ມເຕີມ, ພັດທະນາຢ່າງຄົຍຖ້ວນແລະເລິກເຊິ່ງກວ່າອີກ ໃນບັນດາເອກະສານຂອງພັກ. ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ VII, ວັນທີ 14 ມັງກອນ 1993, “ກ່ຽວກັບວຽກງານວັດທະນະທຳແລະສິລະປະຈຳນວນໜຶ່ງ ໃນຊຸມປີທີ່ຈະມາເຖິງ”, ເປັນຄັ້ງທຳອິດທີ່ມີການນຳສະເໜີທັດສະນະວ່າ: “ວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ເປັນກຳລັງແຮງຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ, ພ້ອມກັນນັ້ນ ກໍ່ເປັນເປົ້າໝາຍຂອງລັດທິສັງຄົມນິຍົມ”. ກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ VIII ໄດ້ອອກມະຕິໝາຍເລກ 03-NQ/TW, ລົງວັນທີ 16 ກໍລະກົດ 1998, ກ່ຽວກັບ “ການກໍ່ສ້າງແລະພັດທະນາພື້ນຖານສັດທະນະທຳຫວຽດນາມທີ່ກ້ວໜ້າ ແລະອຸດົມໄປດ້ວຍເອກະລັກປະຈຳຊາດ”, ສະແດງໃຫ້ເຫັນເຖິງຈິນຕະນາການທິດສະກິວັດທະນະທຳຢ່າງຮອບດ້ານ ແລະ ເລິກເຊິ່ງ ໃນໄລຍະການປະຕິວັດໃໝ່.
ໂຄງການການເມືອງກໍ່ສ້າງປະເທດໃນສະໄໝແຫ່ງການຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບປັບປຸງ ພັດທະນາ ປີ 2011) ຢືນຢັນ: “ການກໍ່ສ້າງພື້ນຖານສັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກປະຈຳຊາດ, ພັດທະນາຢ່າງຮອບດ້ານ, ເປັນເອກະພາບໃນຄວາມຫຼາກຫຼາຍ, ຊາບຊຶມຢ່ງເລິກເຊິ່ງຈິດໃຈແຫ່ງມະນຸດສະຍະຊາດ ປະຊາທິປະໄຕ ແລະ ຄວາມກ້າວໜ້າ; ເຮັດໃຫ້ວັດທະນະທຳເຊື່ອມໂຍງກັນຢ່າງໃກ້ຊິດ ແລະຊຶມເລິກເຂົ້າໄປໃນຊີວິດສັງຄົມທັງໝົດ, ກາຍເປັນຮາກຖານຈິດໃຈທີ່ໝັ້ນຄົງ ແລະເປັນກຳລັງພາຍໃນທີ່ແຂງແຮງ ຂອງການພັດທະນາ”.
ດັ່ງນັ້ນ, ພາຍຫຼັງ 15 ປີແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ VIII, ພາລະກິດການກໍ່ສ້າງ ແລະ ພັດທະນາວັດທະນະທຳຂອງປະເທດ ໄດ້ມີການປ່ຽນແປງໃນທາງບວກ ແລະບັນລຸໝາກຜົນທີ່ສຳຄັນຫຼາຍຢ່າງ. ຢ່າງໃດກໍຕາມ, ຕໍ່ໜ້າການປ່ຽນແປງຢ່າງໄວວາ, ຫຼາກຫຼາຍ ແລະ ສັບສົນຂອງຊີວິດ ໃນພື້ນຖານເສດຖະກິດຕະຫຼາດ ແລະ ສະພາບການໂລກາພິວັດ, ການເຊື່ອມໂຍງເຂົ້າກັບສາກົນນັ້ນ ການເຄື່ອນໄຫວວັດທະນະທຳກໍ່ເຜີຍໃຫ້ເຫັນເຖິງຂໍ້ບົກຜ່ອງ, ຂໍ້ຈຳກັດ ແລະ ຈຸດອ່ອນຫຼາຍຢ່າງ. ແບບວິທີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວັດທະນະທຳແລະສິລະປະ ໄດ້ຮັບການປ່ຽນແປງໃໝ່ຢ່າງຊັກຊ້າ. ພວກເຮົາຍັງບໍ່ທັນເຂົ້າໃຈຢ່າງຄົບຖ້ວນກ່ຽວກັບຄວາມສັບສົນ ແລະ ຜົນກະທົບດ້ານລົບ ຂອງເສດຖະກິດຕະຫຼາດ ຕໍ່ຊີວິດວັດທະນະທຳ. ເຖິງໄດ້ກຳນົດວ່າ “ວັດທະນະທຳເປັນທັງເປົ້າໝາຍ ແລະ ເປັນກຳລັງຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ”, ແຕ່ໃນຄວາມເປັນຈິງ, ໃນດ້ານແນວຄິດ ແລະ ການກະທຳ,ອົງການແລະບຸກຄົນຈຳນວນໜຶ່ງ ຍັງມີຄວາມລໍາອຽງເກີນໄປຕໍ່ເສດຖະກິດ ແລະ ບໍ່ສົນໃຈວັດທະນະທໍາ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ເດືອນມັງກອນ 2021) ຢືນຢັນວ່າຕອງ “ສຸມໃສ່ການຄົ້ນຄວ້າ ແລະຜັນຂະຫຍາຍການສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ ແລະ ມາດຕະຖານຂອງມະນຸດ ໂດຍເຊື່ອມໂຍງກັບການຮັກສາ ແລະ ພັດທະນາລະບົບຄຸນຄ່າຄອບຄົວຫວຽດນາມ ໃນຍຸກໃໝ່”(2) ແລະ “ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະແບບວິທີນຳພາຂອງພັກຢ່າງຮອບດ້ານ, ຍົກສູງປະສິດທິພາບ ແລະປະສິດທິຜົນການຄຸ້ມຄອງວັດທະນະທຳຂອງລັກ”(3).
ໃນບົດຄວາມທີ່ສຳຄັນ: “ບາງບັນຫາທິດສະດີ ແລະພຶດຕິກຳ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ເນັ້ນວ່າ: “ພວກເຮົາຖືວັດທະນະທຳເປັນຮາກຖານຈິດໃຈຂອງສັງຄົມ, ເປັນກຳລັງແຮງພາຍໃນ, ພະລັງຂັບເຄື່ອນການພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ; ກຳນົດການພັດທະນາວັດທະນະທຳຢ່າງຄົບຊຸດ ແລະກົມກຽວ ກັບການເຕີບໂຕທາງດ້ານເສດຖະກິດ ແລະ ຄວາມກ້າວໜ້າ ຄວາມຍຸຕິທຳທາງສັງຄົມ ແມ່ນເປັນທິດທາງພື້ນຖານຂອງຂະບວນການກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ”.
ໃນກອງປະຊຸມວັດທະນະທຳທົ່ວປະເທດ ເພື່ອຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເມື່ອວັນທີ 24 ພະຈິກ 2021, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຍົກໃຫ້ເຫັນຂໍ້ຈຳກັດ, ຈຸດອ່ອນຈຳນວນໜຶ່ງໃນຂົງເຂດວັດທະນະທຳ ແລະ ຊີ້ໃຫ້ເຫັນເຖິງສາເຫດຂອງຂໍ້ຈຳກັດແລະຈຸດອ່ອນເຫຼົ່ານັ້ນ, ໃນນັ້ນ ມີຄວາມຫຼ້າຊ້າໃນການປ່ຽນແປງໃໝ່ແບບວິທີການນຳພາຂອງພັກ ຕໍ່ວັດທະນະທຳແລະສິລະປະ: “ແບບວິທີການນຳພາ ແລະການຄຸ້ມຄອງວັດທະນະທຳ ໄດ້ຮັບການປ່ຽນແປງໃໝ່ຢ່າງຊັກຊ້າ, ຍັງບໍ່ທັນແທດເໝາະກັບການເຄື່ອນໄຫວ ແລະ ການພັດທະນາວັດທະນະທຳ ໃນໄລຍະຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ການຫັນແນວທາງວັດທະນະທຳຂອງພັກເປັນນິຕິກຳ ແລະ ການຈັດຕັ້ງປະຕິບັດແນວທາງນັ້ນ ຍັງຂາດຄວາມຄົບຊຸດ, ເດັດດ່ຽວ ແລະ ປະສິດທິຜົນ. ວຽກງານການຈັດຕັ້ງ ແລະວຽກງານພະນັກງານໃນຂົງເຂດວັດທະນະທຳ ຍັງມີຂໍ້ບົກພ່ອງ. ຄວາມຮັບຜິດຊອບຂອງຄະນະພັກ, ບັນດາອົງການໃນລະບົບການເມືອງ, ຂອງພະນັກງານ ສະມາຊິກພັກ ໃນການນຳພາແລະຊີ້ນຳການພັດທະນາວັດທະນະທຳ ຍັງບໍ່ສູງພໍ...”.
ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາຂອງພັກ ຕໍ່ຂົງເຂດວັດທະນະທຳແລະສິລະປະ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່
ທີໜຶ່ງ, ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ຂົງເຂດວັດທະນະທຳແລະສິລະປະ ດ້ວຍຍຸດທະສາດ, ການກຳນົດແນວນະໂຍບາຍ ແລະ ແຜນນະໂຍບາຍທີ່ສຳຄັນ
ຈິນຕະນາການທິດສະດີ ແລະທັດສະນະຂອງພັກກ່ຽວກັບວັດທະນະທຳແລະສິລະປະຕ້ອງໄດ້ຮັບການປ່ຽນແປງໃໝ່, ເພີ່ມເຕີມ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ໂດຍສະເພາະ ແມ່ນທັດສະນະທີ່ນັບມື້ນັບເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນກັບວັດທະນະທຳແລະສິລະປະ, ເມື່ອກຳນົດວ່າວັດທະນະທຳຕ້ອງໄດ້ວາງໃນລະດັບທີ່ເທົ່າທຽມກັນ ແລະ ພັດທະນາຢ່າງກົມກຽວກັບ ເສດຖະກິດ, ການເມືອງ ແລະ ສັງຄົມ. ນີ້ແມ່ນພື້ນຖານການເມືອງເພື່ອໃຫ້ພັກປ່ຽນແປງໃໝ່ແບບວິທີການນຳພາ ຕໍ່ຂົງເຂດວັດທະນະທຳແລະສິລະປະ ເຊິ່ງກ່ອນອື່ນແມ່ນ ການສ້າງທິດທາງ, ແຜນນະໂຍບາຍໃຫຍ່, ຍຸດທະສາດທີ່ສຳຄັນກ່ຽວກັບການພັດທະນາວັດທະນະທຳແລະສິລະປະ. ຈຳເປັນຕ້ອງມີແຜນນະໂຍບາຍ, ນະໂຍບາຍທີ່ເປັນຮູບປະທຳວ່າ ວັດທະນະທຳຕ້ອງໄດ້ວາງໃນລະດັບທີ່ເທົ່າທຽມກັນ ແລະ ພັດທະນາຢ່າງກົມກຽວກັບ ເສດຖະກິດ, ການເມືອງ ແລະ ສັງຄົມ; ໃຫ້ຄວາມເອົາໃຈໃສ່ ແລະໃຊ້ຊັບພະຍາກອນການລົງທຶນໃຫ້ວັດທະນະທໍາແລະສິລະປະ ຢ່າງເໝາະສົມແລະເປັນຮູບປະທຳ.
ທີສອງ, ພັກນຳພາຂົງເຂດວັດທະນະທຳແລະສິລະປະ ດ້ວຍການປ່ຽນແປງໃໝ່ຢ່າງແຂງແຮງໃນວຽກງານແນວຄິດ, ການໂຄສະນາ, ການຂົນຂວາຍ ແລະ ຊັກຊວນເກ້ຍກ່ອມ
ສຳລັບຂົງເຂດວັດທະນະທຳແລະສິລະປະ, ການປ່ຽນແປງໃໝ່ແບບວິທີການນຳພາຂອງພັກດ້ວຍວຽກງານແນວຄິດ ໂຄສະນາການ ແລະ ຂົນຂວາຍຊວນເຊື່ອ ແມ່ນມີຄວາມໝາຍສຳຄັນທີ່ສຸດ. ວັດທະນະທຳເຊີດຊູຄວາມເປັນປະຊາທິປະໄຕ, ມະນຸດອາລະຍະທຳ, ວິທະຍາສາດ, ຄວາມຖືກຕ້ອງ ແລະ ຄວາມຊັກຊວນເກ້ຍກ່ອມ, ຈາກນັ້ນ ສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບ ແລະ ຄວມຕື່ນຕົວໃນການຮັບຮູ້ ແລະ ການກະທຳຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ. ວຽກງານໂຄສະນາ ຕ້ອງໄດ້ໄປກ່ອນກ້າວໜຶ່ງ, ເປັນເຈົ້າການໃນການຕິດຕາມວິວັດການຂອງຄວາມຄິດ ແລະ ອາລົມຈິດ ພາຍໃນພັກ ແລະ ປະຊາຊົນຢ່າງໃກ້ຊິດ, ໂດຍສະເພາະແມ່ນ ຖັນແຖວປັນຍາຊົນ ນັກປະພັນ ສິລະປິນ ແລະ ຜູ້ເຮັດວຽກງານວັດທະນະທຳແລະສິລະປະເວົ້າລວມ, ຈາກນັ້ນ ວາງທິດທາງແນວຄິດທີ່ຖືກຕ້ອງແລະທັນທ່ວງທີ່ ເມື່ອປະເຊີນກັບຜົນກະທົບທັງທາງບວກ ແລະທາງລົບ ຂອງຊີວິດທາງດ້ານແນວຄິດ ແລະວັດທະນະທຳ ໃນໂລກແລະໃນປະເທດ; ຄາດຄະເນບັນຫາແນວຄິດ ທີ່ມີແລະຈະເກີດຂຶ້ນ ເພື່ອຈະມີວິທີການນໍາພາການແກ້ໄຂບັນຫາຢ່າງວ່ອງໄວແລະມີປະສິດທິຜົນ.
ຕ້ອງປ່ຽນແປງໃໝ່ເນື້ອໃນແລະວິທີໂຄສະນາ ຕາມທິດທາງການຈັດກຸ່ມຜູ້ຄົນ ເພື່ອມີເນື້ອໃນ, ຮູບແບບ ແລະ ຊ່ອງທາງການໂຄສະນາທີ່ເໝາະສົມ. ວິທີການໂຄສະນາ ຕ້ອງເໝາະສົມກັບແຕ່ລະຜູ້ຮັບຟັງ, ແຕ່ລະເຂດ ພາກພື້ນ ໃນທົ່ວປະເທດ. ສໍາລັບແຕ່ລະບັນຫາຂອງການໂຄສະນາ ຂົນຂວາຍ, ຕ້ອງມີແຜນງານ ຂະບວນການ ຈຸດປະສົງ ຂັ້ນຕອນສະເພາະ, ໃນຮູບແບບທີ່ແຕກຕ່າງກັນ ເພື່ອບັນລຸຄວາມຕ້ອງການທີ່ຈຳເປັນ, ລວບລັດ, ຊັດເຈນ ແລະໂປ່ງໃສ, ບໍ່ເປັນແບບຮູບນອກ, ບໍ່ບັງຄັບ, ຈາກນັ້ນຈຶງບັນລຸປະສິດທິຜົນໄດ້. ຕ້ອງປະສົມປະສານຄວາມຫຼາກຫຼາຍ, ຫຼາຍຮູບແບບ, ຫຼາຍທັກສະ ເຕັກໂນໂລຊີ ແລະ ວິທີການທີ່ທັນສະໄໝ, ເໝາະສົມກັບແຕ່ລະກຸ່ມເປົ້າໝາຍ. ເມື່ອສື່ສານຂໍ້ມູນ, ໂດຍສະເພາະກັບນັກຂຽນແລະສິລະປິນ, ຈຳເປັນຕ້ອງເລືອກບັນຫາທີ່ສຳຄັນແລະແທດຈິງ, ຫຼີກລ່ຽງການໂຄສະນາແບບບັງຄັບ ດ້ານດຽວ ທີ່ທັງຂາດການຊັກຊວນເກ້ຍກ່ອມ, ທັງເປັນຄວາມບໍ່ພໍໃຈ ຝືນການໂຄສະນາ ແລະໃຫ້ຜົນກົງກັນຂ້າມ.
ເພີ່ມທະວີການສົນທະນາ, ປະຕິສຳພົນ, ການຮັບຟັງເຊິ່ງກັນແລະກັນ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ຄວາມເຄົາລົບຕໍ່ຄຳວິຈານທີ່ສ້າງສັນ. ເອົາໃຈໃສ່ກຳສະພາບຄວາມຄິດເຫັນສັງຄົມຢ່າງຊັດເຈນ ເປັນປົກກະຕິ ເພື່ອໃຫ້ມີແນວທາງແກ້ໄຂທີ່ຖືກຕ້ອງ ແລະທັນເວລາ, ເສີມຂະຫຍາຍດ້ານບວກ ແລະຄວາມເຫັນດີເຫັນພ້ອມ, ແລະ ຈຳກັດຜົນກະທົບທາງລົບ ແລະຄວາມຂັດແຍ້ງ. ດຳເນີນວຽກງານການໂຄສະນາ ແລະ ວິທີໂຄສະນາ ຜ່ານໜັງສືພິມ, ສິ່ງພິມ, ການໂຄສະນາແບບປາກເປົ່າ, ອິນເຕີເນັດ, ສື່ມວນຊົນສັງຄົມ ແລະອື່ນໆ; ສ້າງຊ່ອງທາງຂໍ້ມູນທີ່ມີຊື່ສຽງໃນສະພາບແວດລ້ອມອອນໄລນ໌ ທີ່ຮັບປະກັນຄວາມໜ້າເຊື່ອຖື ຂອງອົງການຈັດຕັ້ງພັກ, ລັດ ແລະ ອົງຄະນະມະຫາຊົນ, ເປັນມິດແລະໜ້າດຶງດູດໃຈ ສຳລັບທຸກຊັ້ນຄົນໃນສັງຄົມ ໂດຍສະເພາະຊຸມຊົນອອນໄລນ໌.
ຕ້ອງຕັ້ງໜ້າແລະເປັນເຈົ້າການ ໃນການກຳສະພາບຄວາມຄິດ ອາລົມຈິດ ແລະ ທັດສະນະຄະຕິ ຂອງຖັນແຖວພະນັກງານ ລັດຖະກອນ ນັກປະພັນ ສິລະປິນ ກ່ຽວກັບບັນຫາທີ່ສໍາຄັນ, ສັບສັນ ແລະ ລະອຽດອ່ອນຂອງປະເທດ ຫຼືຂອງຂົງເຂດວັດທະນະທໍາແລະສິລະປະ. ການພັດທະນາທັງໝົດໃນຄວາມຄິດ ອາລົມຈິດ ທັດສະນະຄະຕິ ແລະການກະທໍາຂອງມະນຸດ ລ້ວນມີຕົ້ນກຳເນີດຈາກຄວາມສໍາພັນທາງຜົນປະໂຫຍດ ແລະ ຈິດຕະສາດສັງຄົມ, ດັ່ງນັ້ນ, ຕ້ອງ “ຄຳຊີພະຈອນ, ຂຶ້ນຕຳລາຢາ, ຊື້ຢາ” ຢ່າງຖືກຕ້ອງ ແລະສົມເຫດສົມຜົນ ສໍາລັບຄົນແຕ່ລະກຸ່ມ, ແຕ່ລະ “ສະພາບຮ່າງກາຍ”. ມີການເພີ່ມເຕີມແລະການປັບປ່ຽນເກນກຳນົດເປັນປະຈໍາ ສໍາລັບການປະເມີນຜົນກະທົບຂອງວຽກງານການໂຄສະນາຢ່າງພາວະວິໄສ ຫຼັງຈາກແຕ່ລະຂັ້ນຕອນ ແລະການປຽບທຽບກັບເປົ້າຫມາຍທີ່ຕັ້ງໄວ້. ມີແຜນການ, ເສັ້ນທາງ, ຂັ້ນຕອນການປະຕິບັດ ແລະ ການສໍາຫຼວດຄວາມຄິດເຫັນຂອງປະຊາຊົນ ເພື່ອປະເມີນລະດັບຄວາມສໍາເລັດ ເຊັ່ນດຽວກັນກັບປະຕິກິລິຍາຂອງຄວາມຄິດເຫັນສັງຄົມ ຕໍ່ບັນຫາທີ່ໄດ້ໂຄສະນາເຜີຍແຜ່.
ເຊື່ອມໂຍງວຽກງານໂຄສະນາຢ່າງໃກ້ຊິດກັບໜ້າທີ່ການພັດທະນາທຸກດ້ານຂອງຊີວິດວັດທະນະທຳແລະສິລະປະ. ວຽກງານໂຄສະນາຕ້ອງການ ແລະ ຕ້ອງມີຢູ່ໃນຂະບວນການ, ເຫດການ, ປະກົດການ ແລະ ການເຄື່ອນໄຫວ ເພື່ອໃຫ້ມີສຽງທີ່ທັນເວລາ, ມີທິດທາງ, ມີຄວາມດຶງດູດເກ້ຍກ່ອມ ແລະ ມີຜົນກະທົບທີ່ແທ້ຈິງ. ຕົວຢ່າງຄື, ໃນການເຄື່ອນໄຫວວັດທະນະທຳທາງຈິດໃຈ ຈຳເປັນຕ້ອງສົ່ງເສີມການເຄື່ອນໄຫວທີ່ມີຄວາມໝາຍອັນດີງາມ ແລະ ມີປະໂຫຍດໃນການກໍ່ສ້າງ ແລະ ພັດທະນາຄຸນຄ່າວັດທະນະທຳທາງຈິດໃຈຂອງຊາວຫວຽດນາມ; ພ້ອມກັນນັ້ນ, ຕໍ່ສູ້ຢ່າງເດັດດ່ຽວເພື່ອຂະຈັດດ້ານຫຍໍ້ທໍ້, ດ້ານທີ່ບໍ່ດີ ແລະ ການກະທຳທີ່ສວຍໃຊ້ການເຄື່ອນໄຫວວັດທະນະທຳທາງຈິດໃຈ ເພື່ອຈຸດປະສົງຝືນວັດທະນະທຳອື່ນໆ ທີ່ຂັດຕໍ່ຄວາມໝາຍອັນສູງສົ່ງຂອງວັດທະນະທຳທາງຈິດໃຈຂອງຊາວຫວຽດນາມ...
ທີສາມ, ພັກນຳພາຂົງເຂດວັດທະນະທຳແລະສິລະປະ ຜ່ານອົງການຈັດຕັ້ງພັກ ແລະ ສະມາຊິກພັກ ທີ່ເຄື່ອນໄຫວໃນລະບົບການເມືອງ ແລະ ດ້ວຍວຽກງານການຈັດຕັ້ງແລະພະນັກງານ
ພັກເປັນເອກະພາບໃນການນຳພາວຽກງານການຈັດຕັ້ງກົງຈັກ, ພະນັກງານ ແລະ ຄຸ້ມຄອງຖັນແຖວພະນັກງານ, ໄປຄຽງຄູ່ກັບການເສີມຂະຫຍາຍຄວາມຮັບຜິດຊອບຂອງອົງການ ແລະ ຫົວໜ້າອົງການໃນລະບົບການເມືອງ ກ່ຽວກັບວຽກງານພະນັກງານ. ພັກແນະນຳພະນັກງານທີ່ມີຄຸນສົມບັດ ມີຄວາມສາມາດ ແລະມີຊື່ສຽງ ເພື່ອໃຫ້ສາມາດລົງສະໝັກຮັບເລືອກຕັ້ງ ຫຼືແຕ່ງຕັ້ງເຂົ້າໃນອົງການທີ່ເຮັດວຽກງານວັດທະນະທຳແລະສິລະປະທຸກຂັ້ນ.
ອົງການພັກແລະສະມາຊິກພັກທີ່ເຮັດວຽກໃນໜ່ວຍງານວັດທະນະທຳແລະສິລະປະ ຕ້ອງປະຕິບັດຕາມມະຕິ ແລະຄຳສັ່ງຂອງພັກ ຢ່າງເຄັ່ງຄັດ; ອົງການພັກນຳພາການສ້າງເອກະສານນິຕິກຳຂອງລັດ ແລະ ແຜນນະໂຍບາຍຂອງອົງຄະນະມະຫາຊົນ; ນໍາພາການປະຕິບັດຢ່າງສ້າງສັນ ແລະມີປະສິດທິພາບ.
ໃນສະພາບການໃໝ່, ການປ່ຽນແປງໃໝ່ ແລະ ປັບປຸງລະບົບການເມືອງໃຫ້ສົມບູນແບບ, ໃນນັ້ນມີອົງການວັດທະນະທຳແລະສິນລະປະ ຕ້ອງຍຶດຖື ແລະ ຫັນທັດສະນະຂອງໂຄງການການເມືອງ, ກົດລະບຽບພັກ, ເອກະສານກອງປະຊຸມໃຫຍ່ຄັ້ງທີ XII, XIII ຂອງພັກ ເປັນນິຕະກຳ ເປັນຮູບປະທຳ ໂດຍມີຄວາມຄົບຊຸດກັບ ລັດຖະທຳມະນູນປີ 2013; ຮັບປະກັນການເພີ່ມທະວີບົດບາດນຳພາຂອງພັກ, ປະສິດທິພາບ ແລະປະສິດທິຜົນການຄຸ້ມຄອງຂອງລັດ ໃນຂົງເຂດວັດທະນະທຳ ແລະສິລະປະ, ຕອບສະໜອງຄວາມຕ້ອງການພັດທະນາປະເທດຢ່າງຍືນຍົງໃນໄລຍະໃໝ່.
ປ່ຽນແປງໃໝ່, ປັບປຸງໃຫ້ມີຄວາມຄົບຊຸດແລະສົມບູນແບບ ລະຫວ່າງບັນດາອົງການໃນລະບົບການເມືອງ, ປະສານກັບການປ່ຽນແປງໃໝ່ສະຖາບັນວັດທະນະທຳແລະສິລະປະ ໂດຍສອດຄ່ອງກັບການປ່ຽນແປງໃໝ່ເນື້ອໃນ ແລະແບບວິທີການນຳພາຂອງພັກ ຕໍ່ຂົງເຂດທີ່ສຳຄັນແລະລະອຽດອ່ອນໂດຍສະເພາະນີ້. ການປ່ຽນແປງໃໝ່ ແລະການປັບປຸງການຈັດຕັ້ງອົງການວັດທະນະທໍາແລະສິລະປະ ຈະຕ້ອງເຊື່ອມໂຍງກັບການປັບປຸງພາລະໜ້າທີ່ແລະວຽກງານ, ແລະ ຍົກສູງຄຸນນະພາບຂອງພະນັກງານ ລັດຖະກອນ ທີ່ປະຕິບັດງານໃນຂົງເຂດວັດທະນະທໍາແລະສິລະປະ; ກຳນົດຢ່າງຈະແຈ້ງຄວາມສຳພັນລະຫວ່າງໝູ່ຄະນະນຳພາ ແລະ ບຸກຄົນຮັບຜິດຊອບ; ສິດຂອບເຂດ ໄປພ້ອມກັບຄວາມຮັບຜິດຊອບ ແລະ ຍົກສູງຄວາມຮັບຜິດຊອບຂອງຫົວໜ້າ, ສົ່ງເສີມຄວາມຕື່ນຕົວສະໝັກໃຈ, ຄວາມຮັບຜິດຊອບຂອງພົນລະເມືອງ ແລະ ຄວາມຮັບຜິດຊອບຂອງປັນຍາຊົນ, ນັກຂຽນແລະສິລະປິນ.
ເປົ້າໝາຍໂດຍລວມແມ່ນ ເພີ່ມທະວີການກໍ່ສ້າງພັກໃນບັນດາອົງການວັດທະນະທຳແລະສິລະປະ ໃຫ້ມີຄວາມປອດໃສ ແລະໝັ້ນຄົງເຂັ້ມແຂງ, ຍົກສູງຄວາມສາມາດນຳພາແລະກຳລັງແຮງສູ້ຮົບຂອງພັກ ໃນຂົງເຂດວັດທະນະທຳ ເຊິ່ງເປັນຮາກຖານທາງຈິດໃຈສັງຄົມ, ແມ່ນກຳລັງແຮງພາຍໃນ ແລະ ພະລັງຂັບເຄື່ອນທີ່ຍິ່ງໃຫຍ່ ເພື່ອສ້າງສາແລະປົກປັກຮັກສາປະເທດຊາດ. ປັບປຸງແລະປ່ຽນແປງໃໝ່ການເຄື່ນອໄຫວຂອງສະມາຄົມສິລະປະວັນນະຄະດີຂັ້ນສູນກາງແລະທ້ອງຖິ່ນ ເພື່ອຍົກສູງຄວາມສາມາດໃນການເຕົ້າໂຮມ ແລະສົ່ງເສີມທ່າແຮງປະດິດສ້າງ ແລະ ພັດທະນາຖັນແຖວນັກປະພັນ ແລະສິລະປິນ.
ບົດຮຽນທີ່ຖອດຖອນໄດ້ໃນຫຼາຍປີທີ່ຜ່ານມາ ເຊິ່ງຕ້ອງໄດ້ຮັບການຮັບຮູ້ເພື່ອພັດທະນາວັດທະນະທຳສິລະປະນັ້ນ ແມ່ນເບິ່ງແຍງດູແລການກໍ່ສ້າງອົງການພັກ ແລະ ວຽກງານພະນັກງານໃນຂົງເຂດນີ້. ອົງການຈັດຕັ້ງພັກຕ້ອງມີຄວາມເຂັ້ມແຂງແທ້ໆ, ມີຄວາມສະອາດ, ມີແຮງຕໍ່ສູ້, ວິທະຍາສາດ ແລະ ມະນຸດອາລະຍະທຳ. ຖັນແຖວພະນັກງານນຳພາ ຄຸ້ມຄອງ, ທີ່ປຶກສາ ກ່ຽວກັບວຽກງານວັດທະນະທຳແລະສິລະປະ, ໂດຍສະເພາະ ພະນັກງານລະດັບຍຸດທະສາດ ແລະຂັ້ນແຂວງ ຈະຕ້ອງໄດ້ຮັບການວາງແຜນ, ຝຶກອົບຮົມ, ບຳລຸງສ້າງ ແລະ ມອບໝາຍໜ້າທີ່ ໃຫ້ຖືກງານແລະຖືກຄົນ, ຫຼີກລ່ຽງສະຖານະການທີ່ທັງຂາດຄຸນສົມບັດ ຄວາມສາມາດ ຄວາມຮູ້ ແລະ ຂາດຄວາມເປັນລະບົບ, ໄລຍະຍາວ. ຍົກສູງປະສິດທິພາບການນຳພາຂອງຄະນະພັກໃນສະມາຄົມຕ່າງໆ, ປະສິດທິຜົນການເຄື່ອນໄຫວຂອງຄະນະພັກ ໃນໜ່ວຍກິດຈະກຳວັດທະນະທຳແລະສິລະປະ, ເອົາໃຈໃສ່ການອົບຮົມແລະຮັບເອົາ ນັກປະພັນແລະສິລະປິນໜຸ່ມ ເຂົ້າຮ່ວມຄະນະຊາວໜຸ່ມ, ເຂົ້າເປັນສະມາຊິກພັກ.
ບັນດາອົງການທີ່ພັກແລະລັດມອບໝາຍໃຫ້ຊີ້ນຳ ແລະ ຄຸ້ມຄອງວັດທະນະທຳແລະສິລະປະ (ຄະນະໂຄສະນາອົບຮົມສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຢູ່ທ້ອງຖິ່ນແມ່ນ ຄະນະໂຄສະນາອົບຮົມແຂວງ, ເມືອງ, ເທດສະບານເມືອງ), ກໍ່ຕ້ອງການສ້າງກົງຈັກ ແລະ ຖັນແຖວພະນັກງານ ໃຫ້ສອດຄ່ອງກັບລະດັບວຽກງານ, ຫຼີກລ່ຽງສະພາບຂາດຄຸນສົມບັດ, ຂາດຄວາມສາມາດ, ອ່ອນແອໃນຄວາມກ້າຫານ ແລະ ວິທີການ, ເມື່ອປະເຊີນກັບສະຖານະການທີ່ສັບສົນແລະອ່ອນໄຫວກໍ່ກະວົນກະວາຍ, ຖືກຕົກໃນທ່າຮັບ, ລົ້ມໄປທາງຂວາຫຼືຊ້າຍ.
ເພີ່ມທະວີການກໍ່ສ້າງແລະປັບປຸງພັກ; ກີດກັ້ນແລະຍູ້ຖອຍຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ, ວິຖີຊີວິດ, ປະກົດການ “ຫັນປ່ຽນຕົນເອງ”, “ປ່ຽນແປງຕົນ” ຢູ່ພາຍໃນ. ສຸມໃສ່ການກໍ່ສ້າງຖັນແຖວພະນັກງານ, ໂດຍສະເພາະພະນັກງານລະດັບຍຸດທະສາດ ໃນຂົງເຂດວັດທະນະທຳແລະສິລະປະ ໃຫ້ມີຄຸນສົມບັດ ຄວາມສາມາດ ແລະກຽດສັກສີພໍຽງພໍ ແລະ ທຽບເທົ່າກັບລະດັບໜ້າທີ່.
ທີສີ່, ພັກນຳພາຂົງເຂດວັດທະນະທຳແລະສິລະປະ ດ້ວຍວຽກງານກວດກາ, ຕິດຕາມກວດກາ
ຕ້ອງເອົາໃຈໃສ່ການກຳສະພາບການ, ຕິດຕາມການເຄື່ອນໄຫວ ຂອງອົງການຈັດຕັ້ງພັກແລະສະມາຊິກພັກ, ໂດຍສະເພາະແມ່ນ ພະນັກງານຫຼັກແຫຼ່ງ, ຜູ້ເປັນຫົວໜ້າຂອງອົງການວັດທະນະທຳແລະສິລະປະ ເພື່ອເປັນເຈົ້າການໃນການກີດກັ້ນ, ກວດພົບ, ກວດກາເມື່ອມີສັນຍານຂອງການລະເມີດຕັ້ງແຕ່ເລີ່ມຕົ້ນ, ຕັ້ງແຕ່ເລີ່ມຕົ້ນຂອງການລະເມີດ, ເພື່ອປ້ອງກັນການລະເມີດແຜ່ລາມຈາກບຸກຄົນໜຶ່ງໄປຫາຫຼາຍຄົນ, ຈາກຮ້າຍແຮງໜ້ອຍໄປຫາຮ້າຍແຮງຫຼາຍ.
ເພີ່ມທະວີການເກັບກຳສະພາບການ, ເອົາໃຈໃສ່ການໂຄສະນາ, ຂົນຂວາຍ, ສົນທະນາ, ຊັກຊວນເກ້ຍກ່ອມ, ແຕ່ດ້ານອື່ນ ຕ້ອງຈັດການຢ່າງເຂັ້ມງວດກັບອົງການພັກແລະສະມາຊິກພັກໃນໜ່ວຍງານວັດທະນະທຳແລະສິລະປະ ທີ່ລະເມີດໂຄງການການເມືອງ, ກົດລະບຽບ, ມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ແລະ ການກະທຳທີ່ປ່ອຍມືໃຫ້ ຫຼືປົກປິດຂໍ້ບົກພ່ອງ, ການລະເມີດຂອງອົງການພັກແລະສະມາຊິກພັກ. ເຜີຍແຜ່ຜົນຂອງການຈັດການກັບການລະເມີດ ຕາມຊ່ອງທາງຂໍ້ມູນຂ່າວສານທີ່ເໝາະສົມຕາມລະບຽບການ.
ສ້າງແລະປັບປຸງກົດລະບຽບຂອງພັກໃຫ້ສົມບູນ ເພື່ອຍົກສູງຄຸນນະພາບ, ປະສິດທິພາບ ແລະປະສິດທິຜົນ ຂອງວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນຂອງພັກ ໃນອົງການວັດທະນະທຳແລະສິລະປະ ຕາມລະບຽບການຂອງພັກ (4).
ເມື່ອພິຈາລະນາແລະປະຕິບັດວິໄນຕໍ່ອົງການພັກ ແລະ ສະມາຊິກພັກໃນອົງການວັດທະນະທຳແລະສິລະປະ, ຈະຕ້ອງຫຼີກລ່ຽງທ່າອຽງ 2 ປະການຄື: ປ່ອຍປະລະເຫຼີງ, ຍອມຕາມໃຈ, ອ່ຽງຂວາ, ເຄິ່ງໆກາງໆ, ຫລືວ່າ ກົນຈັກຕາຍຕົວ, ບີບບັງຄັບ, ຫຍາບຄາຍ, ອ່ຽງຊ້າຍ.
ເອົາໃຈໃສ່ເຖິງການຄົ້ນຄວ້າ, ຊີ້ແຈງບັນຫາທິດສະດີ ແລະ ພຶດຕິກຳ ທີ່ເກີດຂຶ້ນໃນການກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນຂອງພັກ ຢູ່ບັນດາອົງການວັດທະນະທໍາແລະສິລະປະ, ສະເໜີການເພີ່ມເຕີມ ແລະປັບປຸງລະບຽບການກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນຂອງພັກ.
ທີຫ້າ, ພັກນຳພາຂົງເຂດວັດທະນະທຳແລະສິລະປະ ດ້ວຍການເປັນແບບຢ່າງຂອງພະນັກງານ ສະມາຊິກພັກ
ໃນຂົງເຂດວັດທະນະທຳແລະວິລະປະ, ບົດບາດຂອງການເປັນແບບຢ່າງຂອງຄະນະພັກ, ອຳນາດການປົກຄອງ, ອົງຄະນະມະຫາຊົນ, ຂອງພະນັກງານ ສະມາຊິກພັກ, ໂດຍສະເພາະຜູ້ນຳ ແລະ ບຸກຄົນວັດທະນະທຳທີ່ມີຊື່ສຽງ ແລະ ມີອິດທິພົນທີ່ເປັນສະມາຊິກພັກນັ້ນ ມີຄວາມສຳຄັນທີ່ສຸດ.
ພະນັກງານ ສະມາຊິກພັກ, ໂດຍສະເພາະ ພະນັກງານການນຳໃນອົງການວັດທະນະທຳແລະສິລະປະ ຕ້ອງມີແນວຄວາມຄິດ ຄວາມກ້າຫານທາງການເມືອງທີ່ໜັກແໜ້ນ, ເກ່ງໃນວິຊາອາຊີບ, ອຸທິດຄວາມສາມາດ, ການປູກຝັງແລະການຝຶກອົບຮົມດ້ານຈັນຍາບັນ ແລະວິຖີຊີວິດ; ເຂັ້ມງວດກັບຕົນເອງ, ຮັກສາຫຼັກການປະຊາທິປະໄຕ, ທ່ຽງທຳ, ພາວະວິໄສ ແລະ ໂປ່ງໃສ ໃນການເຮັດວຽກ, ໂດຍສະເພາະແມ່ນ ການນຳໃຊ້ ແລະປະເມີນຜົນພະນັກງານ. ສືບຕໍ່ຮ່ຳຮຽນ, ບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມຈັນຍາບັນປະຕິວັດ; ຊື່ສັດ, ງ່າຍດາຍ, ກົງໄປກົງມາ, ຈິງໃຈ, ມີມະນຸດສະທໍາ ແລະ ກ້າວຫນ້າ.
ຍົກສູງຄວາມຮັບຮູ້ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ ໃຫ້ແກ່ພະນັກງານ, ສະມາຊິກພັກ, ປັນຍາຊົນ ແລະ ສິລະປິນ. ນັກປະພັນແລະສິລະປິນຫຼາຍຄົນເປັນ “ບຸກຄົນສາທາລະນະ”, ດັ່ງນັ້ນ ການເປັນແບບຢ່າງທີ່ດີທາງດ້ານແນວຄິດການເມືອງ, ຈັນຍາບັນວິຊາຊີບ, ວິຖີຊີວິດ ແລະອື່ນໆ ມີຄວາມໝາຍທີ່ສຳຄັນ, ມີອໍານາດແຜ່ຫຼາຍ ແລະມີຜົນກະທົບທາງບວກຕໍ່ສັງຄົມ ແລະ ໃນທາງກັບກັນ. ດັ່ງນັ້ນ, ພະນັກງານ, ສະມາຊິກພັກ, ນັກປະພັນແລະສິລະປະ ຕ້ອງວາງຕົນຢູ່ໃນລະບຽບວິໄນຂອງອົງການ, ຕ້ານການກະທຳທີ່ລະເມີດແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດຢ່າງເດັດຂາດ; ບຸກຄະລິກລັກສະນະສ້າງສັນ ແລະ ເສລີພາບທາງສິລະປະ ຈະຕ້ອງບໍ່ຂັດຕໍ່ຜົນປະໂຫຍດລວມ ຫຼືຂັດຕໍ່ກົດລະບຽບຂອງພັກແລະລັດ; ເປັນຜູ້ນຳໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກ, ຕໍ່ສູ້ເພື່ອປະຕິເສດທັດສະນະທີ່ຜິດ ແລະຖ້ອຍທຳນອງບິດເບືອນແລະເປັນສັດຕູ, ເມື່ອເຫັນສິ່ງທີ່ຖືກຕ້ອງແມ່ນຕ້ອງປົກປ້ອງຢ່າງເດັດດ່ຽວ, ເມື່ອເຫັນສິ່ງທີ່ຜິດແມ່ນຕ້ອງຕໍ່ສູ້ຢ່າງດຸເດືອດ, ບໍ່ປ່ອຍໃຫ້ກອງກໍາລັງທີ່ເປັນສັດຕູ ປະຕິການ “ກະທົບໃຫ້ປ່ຽນແປງ”, ແລະພວກສວຍໂອກາດທາງການເມືອງມາລໍ້ລວງທ່ານ.
ວັດທະນະທຳແລະສິລະປະມີລັກສະນະສະເພາະ, ດັ່ງນັ້ນ ນອກຈາກແບບວິທີນຳພາທົ່ວໄປແລ້ວ ແບບວິທີການນຳພາຂອງພັກ ຕໍ່ຂົງເຂດວັດທະນະທຳແລະສິລະປະ ກໍ່ມີວິທີການນຳພາສະເພາະ, ຮັກສາຫຼັກການການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ, ພ້ອມກັນນັ້ນ ຄວາມຈິງໃຈ ຄວາມເຄົາລົບ ຄວາມໄຫວພິບ ເພື່ອເຕົ້າໂຮມແລະສາມັກຄີກອງກຳລັງທາງວັດທະນະທຳແລະສິລະປະເປັນຈຳນວນຫຼາຍ ທີ່ເຕົ້າໂຮມຢູ່ອ້ອມຂ້າງພັກ, ສ້າງເງື່ອນໄຂທີ່ເອື້ອອຳນວຍ ແລະ ສະພາບແວດລ້ອມເສລີພາບທີ່ສ້າງສັນ, ປຸກຕື່ນຄວາມສາມາດປະດິດສ້າງ ເພື່ອຜະລິດຜົນງານສິລະປະວັດທະນະທຳທີ່ຍິ່ງໃຫຍ່ຫຼາຍຂຶ້ນເລື່ອຍໆ, ຫຼໍ່ລ້ຽງ ແລະເສີມສ້າງວີຊີວິດດ້ານຈິດໃຈສັງຄົມ, ສົມກັບພາລະກິດການປ່ຽນແປງໃໝ່ ແລະ ພັດທະນາປະເທດ ພາຍໃຕ້ການນຳພາຂອງພັກ./.
-------------------------
(1) ໜັງສືພິມ ກື໋ວກວັກ (ກູ້ຊາດ), ສະບັບທີ 416, ອອກວັນທີ 25 ພະຈິກ 1946
(2), (3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ I, ໜ້າ 143, 146
(4) ເຊັ່ນ: ກົດລະບຽບສະບັບເລກທີ 22-QD/TW, ລົງວັນທີ 28 ກໍລະກົດ 2021, “ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນຂອງພັກ”; ກົດລະບຽບສະບັບເລກທີ 37-QĐ/TW, ລົງວັນທີ 25 ຕຸລາ 2021, “ກ່ຽວກັບການປະຕິບັດກົດລະບຽບສະບັບເລກທີ 22-QĐ/TW, ກ່ຽວກັບວຽກງານກວດກາ, ຕິດຕາມກວດກາ ແລະ ປະຕິບັດວິໄນຂອງພັກ”...
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1014 (ເດືອນພຶດສະພາ 2023)