ວກ. - ປຶ້ມ ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ ຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ແມ່ນນິພົນທີ່ມີຄຸນຄ່າທີ່​ຍິ່ງ​ໃຫຍ່​, ປະກອບສ່ວນພັດທະນາປະດິດສ້າງ ລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ກ່ຽວກັບການກໍ່ສ້າງພັກເວົ້າລວມ, ກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ເວົ້າສະເພາະ. ນິພົນນີ້ມີຄວາມໝາຍສ້າງແຮງບັນດານໃຈຢ່າງແທ້ຈິງ; ພ້ອມກັນນັ້ນ, ສະແດງຄວາມຕັດສິນໃຈສູງ, ຄວາມພະຍາຍາມສູງ, ກຳນົດທັດສະນະຊີ້ນຳ ແລະ ລະບົບວິທີແກ້ໄຂທີ່ຖືກຕ້ອງ ຮອບດ້ານ ເພື່ອສືບຕໍ່ຍູ້ແຮງແລະຍົກສູງປະສິດທິພາບ ຂອງການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນໄລຍະປະຈຸບັນ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ກັບບັນດາສະຫາຍໃນຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ _ພາບ: TTXVN

ນິພົນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ ສະຫຼຸບພຶດຕິກຳຕົວຈິງອັນ​ອຸດົມສົມບູນຂອງ​​ໄລຍະ 10 ປີ​ແຫ່ງ​ການດຳເນີນງານ ​ນັບ​ແຕ່​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະຄວາມຫຍໍ້ທໍ້ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ກົງ​ຢູ່​ພາຍ​ໃຕ້​ກົມ​ການ​ເມືອງສູນກາງພັກ ໂດຍມີ​ສະຫາຍ​ເລຂາທິການ​ໃຫຍ່ເປັນຫົວໜ້າຄະນະ(1); ຖອດຖອນບັນດາບັນຫາໃນລະດັບທິດສະດີກ່ຽວກັບການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ກຳນົດທິດທາງການແກ້ບັນຫາທີ່ສຳຄັນໃນເວລາອັນໃກ້ນີ້. ນິພົນ​ໄດ້​ນຳ​ສະ​ເໜີ​ບັນຫາການຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້​ໃນ​ລະດັບ​ທິດ​ສະ​ດີ, ຊີ້​ແຈ້ງ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ຂົງ​ເຂດ​ນີ້; ສະໜອງພື້ນຖານວິທະຍາສາດເພື່ອ ຮັບຮູ້ຢ່າງຖືກຕ້ອງ ເຖິງທາດແທ້ຂອງສະພາບການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ວິທີການເພື່ອ ກຳນົດ ແລະ ປະຕິບັດຢ່າງຖືກຕ້ອງ ວຽກງານທີ່ທົ່ວພັກແລະທົ່ວປວງຊົນກຳລັງຜັນຂະຫຍາຍຢ່າງເດັດດ່ຽວ ໜຽວແໜ້ນ; ພ້ອມ​ກັນ​ນັ້ນ, ກໍ່ສະໜອງ​ພື້ນຖານ​ທາງ​ທິດ​ສະ​ດີ ​ແລະພຶດຕິກຳຕົວຈິງ ເພື່ອ​ ປັດປະຕິເສດຢ່າງແຂງແຮງແລະມີປະສິດທິພາບ ຕໍ່ຖ້ອຍທຳນອງ​ທີ່​ບິດ​ເບືອນ​ຂອງ​ອິດທິກຳລັງສັດຕູ ​ປະຕິການ. ນິພົນດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງເນື້ອໃນຫຼັກດັງຕໍ່ໄປນີ້:

ລະບຸຢ່າງຈະແຈ້ງກວ່າກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຄວາມຫຍໍ້ທໍ້; ຜົນສະທ້ອນຂອງການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ຄວາມໝາຍຂອງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້; ຜົນທີ່ຕາມມາຂອງການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ຄວາມໝາຍຂອງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ສະຫຍາຍເລຂາທິການໃຫຍ່ກ່າວຢ້ຳເຖິງຄຳຈຳກັດຄວາມທີ່ຈຳງ່າຍ, ເຂົ້າໃຈງ່າຍ ແຕ່ກໍ່ເຂັ້ມງວດທີ່ສຸດ ຂອງປະທານໂຮ່ຈີມິນ ວ່າ: ການສໍ້ລາດບັງຫຼວງແມ່ນການກະທຳ ລັກ​ຊັບ​ສິນສາທາລະນະເພື່ອການໃຊ້ສ່ວນ​ຕົວ; ການສໍ້ໂກງແລະການສໍ້ລາດບັງຫຼວງແມ່ນ “ຜູ້ຮຸກຮານພາຍໃນ”. ພ້ອມ​ກັນ​ນັ້ນ, ສະຫາຍ​ເລ​ຂາ​ທິ​ການ​ໃຫຍ່​ເນັ້ນ​ໜັກ​ວ່າ, ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຄວາມຫຍໍ້ທໍ້​ແມ່ນ ຄວາມ​ບົກ​ຜ່ອງໂດຍກຳເນີດຂອງ​ອຳ​ນາດ(2).

ນິພົນ​ຂອງສະຫາຍ​ເລຂາທິການ​ໃຫຍ່​ໄດ້ລະບຸ​ຂອບ​ເຂດ​ຂອງການ​ສໍ້​ລາດ​ບັງ​ຫຼວງ ​ແລະຄວາມຫຍໍ້ທໍ້ຢ່າງ​ຈະ​ແຈ້ງ​ແລະ​ເລິກ​ເຊິ່ງ; ວິເຄາະແລະຊີ້ໃຫ້ເຫັນຄວາມສຳພັນລະຫວ່າງການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ເມື່ອປຽບທຽບກັບ “ການສໍ້ລາດບັງຫຼວງ” ແລ້ວ, “ຄວາມຫຍໍ້ທໍ້” ມີຄວາມໝາຍກວ້າງກວ່າ. ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ພຶດຕິ​ກຳ​ທາງ​ລົບປະເພດໜຶ່ງ​ຂອງຜູ້ທີ່ຢູ່ໃນ​ຕຳ​ແໜ່​ງ ຜູ້ມີອຳນາດ. ຄວາມຫຍໍ້ທໍ້ແມ່ນສະພາບແວດລ້ອມທີ່ມີການສໍ້ລາດບັງຫຼວງເກີດຂຶ້ນ. ການສໍ້ລາດບັງຫຼວງເຮັດໃຫ້ຄວາມຫຍໍ້ທໍ້ຮ້າຍແຮງຂຶ້ນ. ຮາກເຫງົ້າ ການສຳແດງ ແລະ ສາເຫດໂດຍກົງຂອງການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ທີ່ໄດ້ຮັບການລະບຸ, ນັ້ນແມ່ນຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ ຄຸນສົມບັດສິນທຳ ແລະວິຖີຊີວິດ. ສະຫາຍເລຂາທິການໃຫຍ່ກ່າວຢ່າງຊັດເຈນວ່າ: ການສໍ້ລາດບັງຫຼວງເງິນແລະຊັບສິນສາມາດກູ້ຄືນໄດ້, ແຕ່ “ຖ້າສິນທໍາແລະແນວຄິດເສື່ອມລົງ ທຸກຢ່າງກໍ່ຈະສູນຫາຍໄປ(3). ສະນັ້ນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້ ຕ້ອງ​ສຸມ​ໃສ່​ຕໍ່ສູ້​ແກ້​ໄຂ​ຕົ້ນ​ເຫດ​ຂອງ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້ ​ເຊິ່ງ​ເປັນ​ການ​ເສື່ອມ​ໂຊມ​ດ້ານ​ແນວຄິດການ​ເມືອງ ຄຸນສົມບັດສິນທຳ ແລະ ວິຖີຊີວິດ ​ຂອງ​ພະນັກງານ ສະມາຊິກ​ພັກ. ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້, ສຸມໃສ່ສະກັດກັ້ນ ແລະ ຕ້ານການເສື່ອມໂຊມດ້ານແນວຄິດການເມືອງ, ຄຸນສົມບັດສິນທຳ ແລະ ວິຖີຊີວິດຂອງພະນັກງານ ສະມາຊິກພັກ, ພະນັກງານ-ລັດຖະກອນ, ກໍ່ຄືສະກັດກັ້ນການສໍ້ລາດບັງຫຼວງ. ເພາະສະນັ້ນ, ການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕ້ອງໄດ້ສຸມໃສ່ການຕໍ່ສູ້ກັບຕົ້ນເຫດ, ຮາກເຫງົ້າຂອງການສໍ້ຫຼາດບັງຫຼວງແລະຄວາມຫຍໍ້ທໍ້ ນັ້ນຄືພາວະຄວາມເສື່ອມໂຊມທາງແນວຄິດການເມືອງ ຄຸນສົມບັດສິນທຳ ແລະວິຖີຊີວິດ ໃນພະນັກງານ ສະມາຊິກພັກ. “ການປ້ອງກັນແລະຕ້ານຄວາມຫຍໍ້ທໍ້ ເຊິ່ງຈຸດສຸມແມ່ນການປ້ອງກັນແລະຕ້ານຄວາມເສື່ອມໂຊມທາງແນວຄິດການເມືອງ ຄຸນສົມບັດສິນທຳ ແລະວິຖີຊີວິດ ໃນພະນັກງານ ສະມາຊິກພັກ ລັດຖະກອນ ພາລະກອນ, ນັ້ນຄືການຂະຈັດກົກຮາກຂອງການສໍ້ລາດບັງຫຼວງ(4).

ບັນຫາພື້ນຖານໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ແມ່ນການກີດກັ້ນຕັ້ງແຕ່ກ່ອນ ຈາກໄລຍະໄກ ເຊິ່ງສູນກາງແມ່ນການກໍ່ສ້າງແລະປັບປຸງພັກ, ພິເສດແມ່ນ ຕ້ານການເສື່ອມໂຊມທາງດ້ານແນວຄິດ, ຄຸນສົມບັດສິນທຳ, ສິຖີຊີວິດໃນພະນັກງານ ສະມາຊິກ, ເພື່ອຂະຈັດກົກຮາກຂອງການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້.

ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ເປັນສິ່ງຈໍາເປັນ, ຫຼີກລ່ຽງບໍ່ໄດ້ ແລະກາຍເປັນກະແສທີ່ບໍ່ອາດຈະປີ້ນຂວ້ຳປີ້ນຫງາຍໄດ້. ເພາະວ່າ, ພັກຜູ້ກຳອຳນາດມັກຈະສ່ຽງຕໍ່ການເສື່ອມໂຊມ ການປ່ຽນທາດສະເໝີ ເຊິ່ງການສໍ້ຫຼາດບັງຫຼວງແລະຄວາມຫຍໍ້ທໍ້ແມ່ນຄວາມບົກພ່ອງແຕ່ກຳເນີດ ທີ່ຂົ່ມຂູ່ຕໍ່ຄວາມຢູ່ລອດຂອງພັກ ແລະລະບອບການປົກຄອງ. ການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໄດ້ຫຼຸດຜ່ອນຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ ແລະລັດ; ແມ່ນຄວາມທ້າທາຍຕໍ່ການນຳພາຂອງພັກ ແລະປະສິດທິຜົນການຄຸ້ມຄອງຂອງລັດ; ຂົ່ມຂູ່ຄວາມໝັ້ນຄົງແລະການພັດທະນາຂອງປະເທດ, ຄວາມຢູ່ລອດຂອງພັກແລະຂອງລະບອບການປົກຄອງ. ເພາະສະນັ້ນທີ່ຕັ້ງ, ບົດບາດຂອງການຕໍ່ສູ້ປ້ອງກັນ ແລະຕ້ານການສໍ້ຫຼາດບັງຫຼວງແລະຄວາມຫຍໍ້ທໍ້ ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການ​ຮັບ​ຮູ້​ທີ່​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ກວ່າ(5). ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ແມ່ນບັນຫາທີ່ສຳຄັນໜຶ່ງໃນການກໍ່ສ້າງແລະປັບປຸງພັກ, ນັບ​ມື້​ນັບ​ໄດ້​ຮັບ​ການ​ຕີ​ລາຄາສູງ​ຈາກພະນັກງານ ສະມາຊິກ​ພັກ ​ແລະ ປະຊາຊົນ​ຫຼາຍ​ຄົນ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ.

ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ແມ່ນຄວາມຕ້ອງການຂອງຄວາມເປັນຈິງ, ແມ່ນຄຳສັ່ງຂອງຊີວິດ. ໃນເວລາຍັງມີຊີວິດຢູ່, ປະທານໂຮ່ຈີມິນເຖິງວ່າຈະເສົ້າໃຈ ແຕ່ກໍ່ເດັດດ່ຽວຫຼາຍໃນການຈັດການພະນັກງານທີ່ສໍ້ລວດບັງຫຼວງ, ໃຊ້ຈ່າຍສິ້ນເປືອງ ແລະໃຊ້ຊີວິດຢ່າງຟຸມເຟືອຍ ໃນຂະນະທີ່ເພື່ອນຮ່ວມຊາດແລະທະຫານຂອງພວກເຮົາຕ້ອງທົນທຸກທໍລະມານກັບຄວາມສູນເສຍ ແລະການເສຍສະຫຼະຫຼວງຫຼາຍ ໃນການຕໍ່ຕ້ານອັນຍາວນານ. ໃນປະຈຸບັນ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ​ເມື່ອ​ຕ້ອງ​ປະຕິບັດ​ວິ​ໄນ​ຢ່າງ​ເຂັ້ມ​ງວດ​ຕໍ່​ຜູ້​ຝ່າຝືນ​ການ​ສໍ້​ລາດ​ບັງ​ຫຼວງແລະຄວາມຫຍໍ້ທໍ້, ພວກ​ເຮົາມີ​ຄວາມ​ເປັນ​ຫ່ວງ​ແລະເສຍໃຈ​ສະເໝີ, ແຕ່​ກໍ່ກຳນົດ​ຫຼັກ​ໝັ້ນ​ຢ່າງ​ຈະ​ແຈ້ງ​ວ່າ: ຖ້າບໍ່ຈັດການຢ່າງເດັດດ່ຽວຈະສົ່ງຜົນເຖິງການຢູ່ລອດຂອງລະບອບການປົກຄອງ. ການຈັດການກັບພະນັກງານ, ນັບທັງພະນັກງານຂັ້ນສູງ ຄືກັນກັບສິ່ງທີ່ເກີດຂຶ້ນ, ເປັນສິ່ງທີ່ບໍ່ມີໃຜປາຖະໜາ, ເຖິງຈະເຈັບໃຈແລະເສຍໃຈຫຼາຍ, ແຕ່ກໍ່ເປັນສິ່ງທີ່ຕ້ອງເຮັດ, ເພື່ອພາລະກິດລວມ, ເພື່ອຄວາມເຂັ້ມງວດຂອງລະບຽບວິໄນຂອງພັກ, ຄວາມເຄົາລົບກົດໝາຍຂອງລັດ, ເພື່ອ​ຄວາມ​ບໍລິສຸດ ຄວາມ​ເຂັ້ມ​ແຂງ ​ແລະ ກຽດ​ສັກ​ສີ​ຂອງ​ພັກ​ແລະລັດ, ​ແລະ ສຳຄັນ​ກວ່າ​ໝູ່​ແມ່ນ ​ເພື່ອ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ.

ສະຫຍາຍເລຂາທິການໃຫຍ່ໄດ້ຊີ້ໃຫ້ເຫັນບາດກ້າວໃໝ່ ກ່ຽວກັບຄວາມຮັບຮູ້ໃນການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຟຸມເຟືອຍ: ຈາກບ່ອນ, ໃນເມື່ອກ່ອນ ຄົນສ່ວນຫຼາຍເປັນຫ່ວງກ່ຽວກັບຄວາມເສຍຫາຍທີ່ເກີດຂຶ້ນທັນທີທາງດ້ານວັດຖຸ, ແຕ່ດຽວນີ້ ເຂົາເຈົ້າເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ ​ຕໍ່ຄວາມເສຍຫາຍທີ່ຊ້ອນແຝງ ​ແລະຄາດເດົາບໍ່ໄດ້​ຂອງການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້; ກ່ອນໜ້ານີ້ ພຽງແຕ່ເນັ້ນໃສ່ຂະແໜງການຂອງລັດ ແລະ ການກະທຳທີ່ເຮັດໃຫ້ເກີດການສູນເສຍຊັບສິນຂອງລັດ, ແຕ່ປະຈຸບັນໄດ້ຂະຫຍາຍໄປເຖິງຂະແໜງການນອກພາກລັດ; ເຊື່ອມໂຍງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ກັບການຕໍ່ສູ້ຕ້ານຄວາມຫຍໍ້ທໍ້ ແລະຕໍ່ສູ້ຕ້ານລັດທິອັດຕະບຸກຄົນ... ໂດຍສະເພາະ ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້ ໄດ້ຮັບການຈັດການ ແກ້ໄຂຢ່າງສະໝ່ຳສະເໝີຈາກຄວາມຄິດການຮັບຮູ້ ໄປສູ່ການກະທຳ, ຈາກນັ້ນ ມັນໄດ້ຖືກປະຕິບັດຢ່າງກວ້າງຂວາງ, ຕັ້ງແຕ່ຕົ້ນ ຈາກໄລຍະໄກ, ທັງ “ເທິງ” ແລະ “ຮາກ”.

ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໄດ້ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ. ປີ 2014, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງໄດ້ປະເມີນວ່າ: ການ​ສໍ້​ລາດ​ບັງ​ຫຼວງ “ຍັງ​ເປັນ​ສິ່ງ​ທ້າ​ທາຍ​ແລະ​ເປັນ​ບັນຫາ​ອັນ​ຮີບ​ດ່ວນ​ທີ່​ສຸດ​ໃນ​ສັງຄົມ”. ເຖິງປີ 2018, ສະຖານະການນີ້ “ຄ່ອຍໆຖືກຄວບຄຸມ ແລະມີທ່າອ່ຽງດີຂຶ້ນ”. ປີ 2020, ການຕໍ່ສູ້ປ້ອງກັນແລະຕ້ານດານສໍ້ລາດບັງຫຼວງ “ໄດ້ບັນລຸຜົນສຳເລັດຕົວຈິງທີ່ສຳຄັນ ຮອບດ້ານ ແລະຈະແຈ້ງຫຼາຍປະການ... ກາຍເປັນຂະບວນການ ກະແສໜຶ່ງ ທີ່ພະນັກງານ ສະມາຊິກ ແລະປະຊາຊົນ ເຫັນດີເຫັນພ້ອມ ສະໜັບສະໜູນ ແລະຕີລາຄາສູງ, ແລະໄດ້ຮັບການຍອມຮັບຈາກສາກົນ(6). ຫາກໃນປີ 2014 ຄະນະຊີ້ນຳປະເມີນວ່າການກວດຈັບການສໍ້ລາດບັງຫຼວງແມ່ນຂອດທີ່ອ່ອນແອ ແລ້ວ ໃນເວລາມໍ່ໆມານີ້ ວຽກງານນີ້ໄດ້ຮັບການຊີ້ນຳ ແລະ ດຳເນີນການຢ່າງເປັນແບບສະບັບ, ຄົບຊຸດ, ເດັດດ່ຽວ, ມີປະສິດທິຜົນ, ສ້າງບາດກ້າວບຸກທະລຸໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ​ສິ່ງ​ທີ່​ໜ້າ​ສັງ​ເກດ​ທີ່​ສຸດຄື ລະບົບ​ລະບຽບ​ກົດໝາຍ​ຮັດ​ແຄບ ​ແລະ ປິດ ຊ່ອງ​ຫວ່າງ, ກີດກັ້ນ ແລະ ຫຼຸດການກະທຳສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ທີ່ອາດຈະຫຼຸດລອດໄປໄດ້; ເສີມຂະຫຍາຍສະຕິເປັນເຈົ້າຂອງ ແລະ ຈິດໃຈປະຊາທິປະໄຕຂອງປະຊາຊົນ; ແຈ້ງເຕືອນແລະເພີ່ມທະວີການອົບຮົມສຶກສາ, ຝຶກຝົນຫຼໍ່ຫຼອມພະນັກງານ ສະມາຊິກພັກ; ລົບລ້າງການກະທຳ, ຄະດີສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຂອງບຸກຄົນ. ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໄດ້ປະກອບສ່ວນຊຸກຍູ້ຄວາມກ້າວໜ້າ ແລະບັນດາຄຸນຄ່າທີ່ດີງາມ, ເພີ່ມແຮງຈູງໃຈໃຫ້ພະນັກງານ ສະມາຊິກພັກທີ່ສະອາດ ເຮັດວຽກແລະມີສ່ວນຮ່ວມຢ່າງກະຕືລືລົ້ນ. ແລະໃນຄວາມເປັນຈິງ ໃນຊຸມປີທີ່ຜ່ານມາ, ພ້ອມກັບການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໄດ້ບັນລຸຜົນສຳຄັນຫຼາຍປະການ, ເສດຖະກິດນັບມື້ນັບພັດທະນາ, ການເມືອງ ແລະສັງຄົມມີສະຖຽນລະພາບ, ກຽດສັກສີແລະຖານະຕຳແໜ່ງຂອງປະເທດໄດ້ຮັບການຍົກສູງ.

ບັນດາຜົນງານສຳຄັນທີ່ກ່າວມາເທິງນີ້ ​ແມ່ນ​ຫຼັກ​ຖານ​ທີ່​ໜ້າ​ເຊື່ອ​ຖື, ປະຕິ​ເສດ​ຢ່າງ​ແຂງ​ແຮງ​ຕໍ່​ຄວາມ​​ກັງວົນ​ວ່າ ຖ້າ​ພວກ​ເຮົາ​ເອົາ​ໃຈ​ໃສ່​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ກໍ່ສ້າງ​ແລະປັບປຸງ​ພັກ​ຫຼາຍ​ເກີນ​ໄປ, ມັນ​ຈະ​ເຮັດ​ໃຫ້ການຊີ້ນຳ​ຂອງ​ພັກ ຫົດຖອຍ ຫຼືການພັດທະນາ ຊ້າ​ລົງ”; ຈຳເປັນຕ້ອງຢືນຢັນຢ່າງສະໝ່ຳສະເໝີວ່າ, ຍ້ອນ​ເຮັດ​ວຽກ​ງານ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ ແລະການຍູ້ແຮງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງນັ້ນ ໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ເພີ່ມທະວີການປ້ອງກັນຄວາມໝັ້ນຄົງ-ການປ້ອງກັນປະເທດ ແລະການຕ່າງປະເທດ(7). ການຈັດການຢ່າງເຂັ້ມງວດ ຕໍ່ພະນັກງານສະມາຊິກພັກຫຼາຍທ່ານທີ່ໄດ້ກະທຳຜິດນັ້ນ ບໍ່ໄດ້ ເຮັດໃຫ້ການພັດທະນາຊ້າລົງ” ແຕ່ກົງກັນຂ້າມ, ເປັນການຊໍາລະລ້າງ ແລະ ສ້າງຄວາມເຂັ້ມແຂງຢ່າງແທ້ຈິງໃຫ້ກັບກົງຈັກການຈັດຕັ້ງແລະພະນັກງານ; ປັບປຸງແລະເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນ, ສ້າງແຮງຜັກດັນໃໝ່ ແລະບັນຍາກາດໃໝ່ ເພື່ອປະຕິບັດ​ທຸກ​ວຽກ​ງານ​ໃຫ້​ສຳ​ເລັດ​ຜົນ, ສ້າງຄວາມເປັນເອກະພາບສູງ ໃນເຈດຈຳນົງແລະການກະທຳຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນ(8). ໃນຄວາມເປັນຈິງ, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ນັ້ນ ພຽງແຕ່ ກີດກັ້ນຜູ້​ທີ່​ມີ​ເຈຕະນາທີ່​ບໍ່​ບໍລິສຸດ, “ມືດມົນ” ຢູ່​​ແລ້ວ ແລະ ຜູ້​ທີ່ບໍ່​ເຂົ້າໃຈ​ແຜນນະໂຍບາຍ​ແລະນະ​ໂຍບາຍ​ຂອງ​ພັກ, ຂາດ​ຄວາມ​ຮູ້ ປະສົບ​ການ ​ແລະ ຄວາມ​ກ້າຫານ.

ການລະບຸແລະໄຈ້ແຍກການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນຫຼາຍດ້ານກ່ອນອື່ນໝົດ, ນີ້ແມ່ນການຕໍ່ສູ້ - ການຕໍ່ສູ້ພາຍໃນຈິດໃຈ, ຄວາມຮັບຮູ້ ແລະແນວຄິດຂອງພະນັກງານ ສະມາຊິກພັກແຕ່ລະຄົນ; ການຕໍ່ສູ້ກ່ອນອື່ນໝົດພາຍໃນພັກ, ພາຍໃນແຕ່ລະພະນັກງານ ສະມາຊິກພັກ ແລະ ອົງການຈັດຕັ້ງພັກທຸກຂັ້ນ - ການຕໍ່ສູ້ລະຫວ່າງການລໍ້ລວງທາງດ້ານວັດຖຸເລັກໆນ້ອຍໆໃນດ້ານໜຶ່ງ ກັບຄວາມຮັບຜິດຊອບ ແລະສິດທິຕາມກົດໝາຍແລະຊອບທຳ; ການຕໍ່ສູ້ລະຫວ່າງການລໍ້ລວງແລະທຸຈະລິດຂອງອຳນາດໃນດ້ານໜຶ່ງ ກັບຄຸນສົມບັດປະຕິວັດແລະຄວາມຮັບຜິດຊອບຂອງພະນັກງານ ສະມາຊິກພັກແຕ່ລະຄົນ ໃນການຮັບໃຊ້ພັກ, ຮັບໃຊ້ປະຊາຊົນ ແລະຮັບໃຊ້ປະເທດຊາດ. ການຕໍ່ສູ້ນີ້ມີຂອບເຂດກວ້າງຂວາງທົ່ວທັງພັກ ແລະລະບົບການເມືອງ ໂດຍມວນຊົນມີສ່ວນຮ່ວມຢ່າງແຂງຂັນ. ເຖິງວ່າຈະເກີດຂຶ້ນໃນຍາມສັນຕິພາບ ແຕ່ການຕໍ່ສູ້ນີ້ມັກມີລະສະນະເປັນຫຼືຕາຍສະເໝີ, ເພາະມັນມີຄວາມໝາຍຕໍ່ການຢູ່ລອດຂອງລະບອບການປົກຄອງ.

ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ແມ່ນວຽກງານໜຶ່ງ ທີ່ມີລະບົບການຈັດຕັ້ງແຕ່ເທິງລົງລຸ່ມ, ມີແຜນນະໂຍບາຍທີ່ເຂັ້ມແຂງ, ມີທັດສະນະທີ່ບໍ່ປ່ຽນແປງ, ຫຼັກການທີ່ແໜ້ນແຟ້ນ, ທິດນຳທີ່ຈະແຈ້ງ, ວິທີການດຳເນີນງານທີ່ເປັນແບບສະບັບ ໄຫວພິບ, ມີກຳລັງອັນຍິ່ງໃຫຍ່; ໄດ້ຮັບການເອົາໃຈໃສ່ ຕິດຕາມກວດກາ ຕີລາຄາຈາກພັກແລະປະຊາຊົນ ເຊິ່ງຕົວຊີ້ວັດປະສິດທິຜົນສູງສຸດແມ່ນຄວາມໄວ້ວາງໃຈຂອງປະຊາຊົນ. ວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໄດ້ກຳນົດອັດຕະພາບແລະເປົ້າໝາຍຢ່າງຈະແຈ້ງ; ອາວຸດຕໍ່ສູ້ທີ່ເຂັ້ມແຂງແລະມີອໍານາດ; ວິ​ທີ​ການ​ຕໍ່​ສູ້​ທີ່​ຫຼາກ​ຫຼາຍ​, ເໝາະ​ສົມກັບ​ແຕ່​ລະ​ເປົ້າໝາຍ​, ພຶດ​ຕິ​ກໍາ​, ແລະ​ລະ​ດັບ​ການ​ລະ​ເມີດ​; ຮູບ​ແບບ​ການຕໍ່ສູ້​ທີ່ດຸເດືອດ​, ເຖິງ​ທີ່​ສຸດ​, ​ບໍ່​ມີ​ການ​ປະ​ນີ​ປະ​ນອມ​. ພິເສດ, ວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ມີກຳລັງອັນຍິ່ງໃຫຍ່, ລະດົມກຳລັງແຮງຂອງທັງລະບົບການເມືອງແລະສັງຄົມທັງໝົດ, ໃນນັ້ນມີການນຳພາໂດຍກົງ, ແໜ້ນແຟ້ນ, ຮອບດ້ານ ແລະເປັນປະຈຳຂອງພັກ ແມ່ນປັດໄຈຕັດສິນຊີ້ຂາດ.

ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ບໍ່ພຽງແຕ່ແມ່ນໜ້າທີ່ແລະຄວາມຮັບຜິດຊອບ ຂອງບັນດາອົງການສະເພາະກິດເທົ່ານັ້ນ, ແຕ່ຍັງກາຍເປັນຄວາມເອົາໃຈໃສ່ລວມຂອງປະຊາຊົນ​ທຸກ​ຊັ້ນ​ວັນນະ, ຂອງພະນັກງານ ສະມາຊິກ​ພັກ ​ແລະ ບັນດາ​ເພື່ອນ​ມິດສາ​ກົນ. ໃນຊີວິດສັງຄົມທີ່ແທ້ຈິງ, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໄດ້ກາຍເປັນຂະບວນການໜຶ່ງ ເຊິ່ງໃນນັ້ນມີບົດບາດສຳຄັນພິເສດຂອງປະຊາຊົນແລະສັງຄົມ. ກຳລັງແຮງແລະແຮງຜັກດັນອັນໃຫຍ່ຫຼວງ ຂອງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ນັ້ນ ແມ່ນຄວາມເຫັດດີເຫັນພ້ອມ, ສະໜັບສະໜູນ, ການຕອບສະໜອງ, ການເຂົ້າຮ່ວມຢ່າງແຂງຂັນຂອງປະຊາຊົນ ແລະ ລະບົບການເມືອງທັງໝົດ ເຊິ່ງແກນກາງແມ່ນ​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ​ເຊັ່ນ: ກິດຈະການ​ພາຍ​ໃນ, ການກວດກາ, ການກວດການ, ການກວດສອບ, ການສືບສວນ, ການຟ້ອງຮ້ອງ, ການພິຈາລະນາ​ຄະດີ, ການບັງຄັບໃຊ້​ຄຳ​ພິພາກສາ.ຖ້າຫາກບໍ່ອີງໃສ່ປະຊາຊົນ, ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຍາກທີ່ຈະປະສົບຜົນສໍາເລັດໄດ້(9). ສະຫາຍເລຂາທິການໃຫຍ່ໄດ້ເນັ້ນເຖິງບົດບາດ ແລະຄວາມຮັບຜິດຊອບຂອງບັນດາອົງການທີ່ປະຊາຊົນເລືອກຕັ້ງຂຶ້ນ, ແນວໂຮມປະເທດຊາດ, ບັນດາອົງການການເມືອງ-ສັງຄົມ, ປະຊາຊົນ ແລະສື່ມວນຊົນ, ວິສາຫະກິດ, ນັກທຸລະກິດແລະອື່ນໆ,...

ກ່ຽວກັບແນວຄິດແລະຄຳຂວັນຊີ້ນຳໂດຍຕະຫຼອດແລະສະໝ່ຳສະເໝີວ່າ: ເດັດດ່ຽວ, ໝັ້ນໜຽວ, ຕໍ່ເນື່ອງ, ທົນທາງໜຽວແໜ້ນ, ບໍ່ພັກເຊົາ, ບໍ່ຢຸດຢັ້ງ; ປ້ອງກັນການສໍ້ລາດບັງຫຼວງຕັ້ງແຕ່ກ່ອນ ຈາກໄລຍະໄກ, ທັງ​ເທິງ ​ແລະ ລຸ່ມ; ເປັນເຈົ້າການໃນການປ້ອງກັນ ແລະການຕໍ່ສູ້ກັບການການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ໃນນັ້ນ ການປ້ອງກັນແມ່ນຕົ້ນຕໍ ພື້ນຖານ ຍາວນານ, ການຕ້ານແມ່ນມີຄວາມສຳຄັນແລະຮີບດ່ວນ. ໃຫ້ປະຕິບັດຢ່າງເຄັ່ງຄັກຈາກເທິງລົງລຸ່ມ (ສະຫາຍເລຂາທິການໃຫຍ່ເຕືອນວ່າ: ເຮົາຕ້ອງຫຼີກລ່ຽງສະຖານະການທີ່ວ່າຂັ້ນເທິງບໍ່ທ່ຽງທຳ, ຂັ້ນລຸ່ມຈະວຸ່ນວາຍ!”, “ຜູ້ບັງຄັບບັນຊາບໍ່ຢູ່ໃນຕຳແໜ່ງທີ່ຖືກຕ້ອງ / ຂ້າງລຸ່ມນີ້ພວກເຮົາຈຶ່ງຈອງຫອງດື້ດ້ານ!”(10)), ບໍ່ມີເຂດຫວງຫ້ານ, ບໍ່ມີພື້ນທີ່ຫວ່າງ, ບໍ່ມີຂໍ້ຍົກເວັ້ນ, ບໍ່ມີສິດພິເສດ, ບໍ່ວ່າບຸກຄົນນັ້ນຈະເປັນໃຜ, ບໍ່ມີຄວາມກົດດັນຈາກບຸກຄົນໃດໆ; ການປ້ອງກັນ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້ຕັ້ງແຕ່​ຕົ້ນ, ຈາກໄລຍະ​ໄກ, ທັງ​ເທິງ​ແລະລຸ່ມ; ການຈັດຕັ້ງປະຕິບັດຕ້ອງມີການສອດຄ່ອງຕັ້ງແຕ່ເທິງລົງລຸ່ມ, ແນວຕັ້ງແລະແນວນອນ. ນີ້ແມ່ນການຕໍ່ສູ້ທີ່ບໍ່ປະນິປະນອມ, ບໍ່ທໍ້ຖອຍ”, “ສະດຸດ”, “ເຈັບຫົວເຂົ່າ”. ຈັດການກັບການກະທຳສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕະຫຼອດທັງການກະທຳເມີນເສີຍ ​ແລະ ​ປົກ​ປິດ​ການ​ສໍ້​ລາດ​ບັງ​ຫຼວງແລະຄວາມຫຍໍ້ທໍ້, ການ​ແຊກ​ແຊງ, ຂັດຂວາງ​ການຕໍ່ສູ້ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້.

ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ດຳເນີນຕາມທິດນຳ ເພື່ອການພັດທະນາແລະບົນຈິດໃຈການພັດທະນາ. ຫຼາຍສິບປີກ່ອນ, ສະຫາຍ ຫງວຽນ ຝູ ຈ້ອງ ໄດ້ຂຽນບົດຄວາມທີ່ລົງພິມໃນວາລະສານກອມມູນິດ ກ່ຽວກັບຄວາມຢ້ານກົວຄວາມຮັບຜິດຊອບ. ຫວ່າງ​ມໍ່ໆ​ມາ​ນີ້, ກົມ​ການ​ເມືອງສູນກາງພັກ​ໄດ້​ອອກ​ລະບຽບ​ການ​ກ່ຽວ​ກັບ​ການສົ່ງເສີມ ​ແລະປົກ​ປັກ​ຮັກສາ​ພະນັກງານ ສະມາຊິກ​ພັກ​ທີ່​ກ້າ​ຄິດ, ກ້າ​ເຮັດ, ກ້າບຸກທະລຸ, ກ້າ​ຮັບຜິດຊອບ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ທີ່​ຕົນ​ໄດ້​ຮັບ​ມອບ​ໝາຍ. ໃນຄວາມເປັນຈິງ, ບໍ່ພຽງແຕ່ພະນັກງານເທົ່ານັ້ນ, ແຕ່ປະຊາຊົນຍັງເຫັນວ່າ ຜູ້ທີ່ຖືກລົງໂທດຖານການສໍ້ລາດບັງຫຼວງ ໃນເວລາມໍ່ໆນີ້ ແມ່ນໄດ້ກະທໍາເພື່ອຜົນປະໂຫຍດສ່ວນຕົວ ຫຼືຜົນປະໂຫຍດກຸ່ມ, ແລະບໍ່ມີຜູ້ໃດຖືກລົງໂທດທາງວິໄນ ຫຼືຖືກຕັດສິນຄະດີຍ້ອນເຂົາກ້າເຮັດ, ກ້າທີ່ຈະຮັບຜິດຊອບ. ຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ເພື່ອຍູ້ຖອຍການເສື່ອມໂຊມ, ພ້ອມດຽວກັນນັ້ນກໍ່ປຸກລະດົມຈິດໃຈສ້າງສັນ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ໃນຖັນແຖວພະນັກງານ ແລະ ສະມາຊິກພັກ ໂດຍສະເພາະຜູ້ນຳ.

ນິພົນຂອງສະຫາຍເລຂາທິການໃຫຍ່ເຜີຍ​ແຜ່​ຈິດ​ໃຈ​ຂອງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ພ້ອມກັນນັ້ນ ​ກໍ່ມີຄຸນ​ຄ່າ​ມະ​ນຸດນິຍົມຢ່າງ​ເລິກ​ເຊິ່ງ. ສະຫາຍເລຂາທິການໃຫຍ່ເນັ້ນເຖິງທັດສະນະຂອງປະທານໂຮ່ຈີມິນ: “ຕັດກິ່ງໄມ້ທີ່ມີໜອນອອກບາງສ່ວນ ເພື່ອຮັກສາຕົ້ນໄມ້ທັງຕົ້ນ”. ຈຸດປະສົງໃນການຈັດການກັບການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ແມ່ນເພື່ອ “ປິ່ນປົວພະຍາດ, ຊ່ວຍຊີວິດຜູ້ຄົນ” ລົງໂທດຄົນຈໍານວນໜ້ອຍ ເພື່ອຊ່ວຍເຫຼືອຄົນຈໍານວນຫຼາຍ. ດຳເນີນຄະດີໜຶ່ງເພື່ອແຈ້ງເຕືອນທັງເຂດ ຫຼືຂະແໜງການ. ການຕໍ່ສູ້ຈະຕ້ອງຄວບຄູ່ໄປກັບການສ້າງສະເໝີ. ບໍ່​ຈຳ​ເປັນ​ຕ້ອງ​ຈັດການ​ຫຼາຍ​ເພື່ອ​ເປັນ​ການ​ດີ, ​ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ​ຕ້ອງ​ຕໍ່ສູ້​ເພື່ອ​ປ້ອງ​ກັນ, ສະກັດ​ກັ້ນ, ແຈ້ງ​ເຕືອນ, ຕັກ​ເຕືອນ, ຂັດຂວາງ... ການຈັດການຕ້ອງສັດຈະວິພາກແລະແໜ້ນແຟ້ນທີ່ສຸດ, ວາງຢູ່ໃນສະພາບແວດລ້ອມປະຫວັດສາດສະ​ເພາະ​ຂອງ​ຄວາມເປັນ​ຈິງ ​ແລະ​ຂໍ້ບັງຄັບທາງ​ກົດໝາຍ ​ໃນຂະນະທີ່ເກີດການລະເມີດ; ພິຈາລະນາສິ່ງຊຸກຍູ້, ວັດຖຸປະສົງຂອງການລະເມີດ, ຄວາມເສຍຫາຍທີ່ຕາມມາ ແລະສາເຫດຢ່າງຮອບຄອບ ເພື່ອປະເມີນຄວາມສຳພັນໂດຍລວມຢ່າງພາວະວິໄສ ແລະຮອບດ້ານ; ຈາກນັ້ນ ລະບຸລັກສະນະທີ່ແທ້ຈິງຂອງເຫດການ, ການລະເມີດ ຂໍ້ຜິດພາດ ສິ່ງຊຸກຍູ້ ແລະວັດຖຸປະສົງ(11). ຈັດການກັບການລະເມີດຂອງຜູ້ທີ່ໃຊ້ສິ່ງຊຸກຍູ້ຈາກຜົນປະໂຫຍດສ່ວນຕົວຢ່າງເຄັ່ງຄັດ; ສົ່ງເສີມຄວາມຕື່ນຕົວໃນການຍອມຮັບຂໍ້ບົກພ່ອງແລະຂໍ້ຜິດພາດ, ສະໝັກໃຈໃນການແກ້ໄຂຜົນທີ່ຕາມມາ, ຊົດເຊີຍຄວາມເສຍຫາຍ ແລະ ລາອອກຈາກຕຳແໜ່ງຂອງຜູ້ທີ່ກະທຳການລະເມີດ; ພ້ອມກັນນັ້ນ, ປົກປ້ອງແລະສົ່ງເສີມຜູ້ທີ່ກ້າຄິດ ກ້າເຮັດ ກ້າປ່ຽນແປງໃໝ່ ແລະ ປະດິດສ້າງ ເພື່ອພາລະກິດລວມ(12). ຄວນມີນະໂຍບາຍອະໄພຍະທານໃຫ້ຜູ້ທີ່ກະທຳການສໍ້ລາດບັງຫຼວງ ແຕ່ໄດ້ເປັນເຈົ້າການລາຍງານແລະແກ້ໄຂຜົນທີ່ຕາມມາກ່ອນທີ່ຈະຖືກຄົ້ນພົບ, ເພື່ອສ້າງບັນຍາກາດທາງສັງຄົມທີ່ດີເພື່ອປ້ອງກັນການສໍ້ລາດບັງຫຼວງ. ໃນຄວາມເປັນຈິງ, ວຽກງານການສອບສວນ, ດຳເນີນຄະດີ ແລະ ພິຈາລະນາຄະດີສໍ້ລາດບັງຫຼວງໃນເວລາທີ່ຜ່ານມາມໍ່ນີ້ ດຳເນີນໄປຢ່າງເດັດດ່ຽວ, ຕໍ່ເນື່ອງ, ບໍ່ປະນີປະນອມ, ບໍ່ຄ່ອຍເບົາ, ບໍ່ປ່ອຍໃຫ້ອາຊະຍາກອນຫຼົບໜີ; ພ້ອມກັນນັ້ນ, ບໍ່ເຮັດຄວາມອະຍຸຕິທຳ; ເຂັ້ມງວດຫຼາຍ ແຕ່ກໍ່ມີມະນຸດສະທຳຫຼາຍ, ມີຄວາມເຫັນອົກເຫັນໃຈ, ມີເຫດຜົນ ແລະ ສະແດງຄວາມຮັກແພງ. ດ້ວຍເຫດນີ້, ຜູ້ທີ່ຖືກຈັດການຄະດີ​ສ່ວນ​ໃຫຍ່​ແມ່ນ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ລະ​ເມີດ​ຂອງ​ພວກເຂົາ ​ພ້ອມ​ທັງ​ຜົນທີ່ຕາມມາ​ຂອງ​ການ​ລະ​ເມີດ​ເຫຼົ່າ​ນັ້ນ; ພວກເຂົາຕ້ອງຍອມຮັບດ້ວຍຫົວໃຈແລະຄຳເວົ້າ, ສະແດງຄວາມກັບໃຈກິນແໜງ, ຂໍໂທດພັກ ລັກ ແລະປະຊາຊົນ(13).

ນິພົນຂອງສະຫາຍເລຂາທິການໃຫຍ່ໄດ້ສະຫຼຸບແລະຖອດຖອນບັນດາບົດຮຽນທີ່ມີຄຸນຄ່າຫຼາຍ ທັງໃນດ້ານທິດສະດີແລະພຶດຕິກຳ ເພື່ອເສີມສ້າງຄວາມກ້າຫານແລະຄວາມເຊື່ອໝັ້ນໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ໃນນັ້ນມີບັນດາບົດຮຽນທີ່ສຳຄັນຄື: 1- ຮັບຮູ້ຢ່າງຄົບຖ້ວນແລະເລິກເຊິ່ງກ່ຽວກັບທີ່ຕັ້ງແລະຄວາມໝາຍສຳຄັນພິເສດ ຂອງວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ຈາກນັ້ນ ມີຄວາມຕັດສິນໃຈທາງການເມືອງສູງສຸດ, ມີມາດຕະການທີ່ຖືກຕ້ອງ ແລະ ການດຳເນີນການທີ່ດຸເດືອດພາຍໃຕ້ການນຳພາ ຊີ້ນຳໂດຍກົງ ລວມສູນ ເປັນເອກະພາບຂອງພັກ ເຊິ່ງໂດຍກົງແມ່ນຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ທີ່ຂຶ້ນກັບກົມການເມືອງສູນກາງພັກ; ຄະນະກິດຈະການພາຍໃນສູນກາງແມ່ນ​ອົງການ​ປະຈຳ​ຂອງຄະນະ​ຊີ້​ນຳ; 2- ເອົາໃຈໃສ່ເປັນພິເສດ ແລະ ໃຫ້ຄວາມສຳຄັນກັບວຽກງານພະນັກງານ; ເຊື່ອມຕໍ່ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ກັບການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ ໃຫ້ສະອາດປອດໄສ ແລະໝັ້ນຄົງເຂັ້ມແຂງ, ແລະ ການຮ່ຳຮຽນແລະປະຕິບັດຕາມແນວຄິດ ຄຸນສົມບັດສິນທຳ ແລະ ແບບແຜນຂອງໂຮ່ຈີມິນ; ລະດົມກຳລັງແຮງສັງລວມຂອງລະບົບການເມືອງ ແລະທົ່ວສັງຄົມ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; 3- ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ແມ່ນການຕໍ່ສູ້ກັບພວກບຸກລຸກພາຍໃນ”; ແມ່ນໜ້າທີ່ສຳຄັນທີ່ສຸດ ແຕ່ກໍ່ຫຍຸ້ງຍາກທີ່ສຸດ, ມັນຮຽກຮ້ອງໃຫ້ຕ້ອງດຳເນີນຢ່າງເດັດດ່ຽວ ໜຽວແໜ້ນ ຕໍ່ເນື່ອງ ໝັ້ນໜຽວ, “ບໍ່ພັກເຊົາ”, “ບໍ່ຢຸດຢັ້ງຢູ່ທຸກຂັ້ນ ທຸກຂະແໜງການ ທຸກຂົງເຂດ; ປະຕິບັດບັນດາມາດຕະການດ້ານການເມືອງ ແນວຄິດ ການຈັດຕັ້ງ ການບໍລິຫານ ເສດຖະກິດ ອາດຊະຍາ. ບໍ່ອັດຕະວິໄສ ຮ້ອນຮົນ; ບໍ່ຫຼົບຫຼີກ, ບໍ່ເຮັດແບບຢຸໆຢ່ອນໆ; 4- ຕ້ອງປະສານສົມທົບຢ່າງແໜ້ນແຟ້ນແລະຄົບຊຸດລະຫວ່າງ ການປ້ອງກັນຢ່າງຕັ້ງໜ້າ ກັບ ການເປັນເຈົ້າການໃນການກວດພົບ ແລະ ການຈັດການກັບການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຢ່າງທັນການແລະເຂັ້ມງວດ; ໃນນັ້ນ ການປ້ອງກັນເປັນຕົ້ນຕໍ, ພື້ນຖານ ແລະ ຍາວນານ; ການກວດພົບແລະການຈັດການແມ່ນສຳຄັນແລະບຸກທະລຸ. ເພີ່ມທະວີການອົບຮົມສຶກສາທາງວິໄນ, ຮັດແໜ້ນລະບຽບວິໄນ, ໃຊ້ວິໄນທີ່ເຂັ້ມງວດ ແລະຕິດຕາມກວດກາຢ່າງເຂັ້ມງວດ; ເພື່ອໃຫ້ພະນັກງານ ສະມາຊິກພັກຮັກສາ, ຈົດຈຳຂໍ້ຫ້າມ ແລະຈຳກັດຂອບເຂດ; 5- ເພີ່ມທະວີ ແລະຍົກສູງປະສິດທິພາບຂອງການຄວບຄຸມອຳນາດ. ອຳນາດທັງໝົດຈະຕ້ອງຖືກຄວບຄຸມໂດຍກົນໄກ; ອຳນາດຕ້ອງຜູກມັດດ້ວຍຄວາມຮັບຜິດຊອບ; ເມື່ອມີອຳນາດມາພ້ອມກັບຄວາມຮັບຜິດຊອບ, ມີອຳນາດສູງ ຄວາມຮັບຜິດຊອບກໍ່ສູງຂຶ້ນເທົ່ານັ້ນ. ເຮົາຕ້ອງ “ຂັງ” ອຳນາດໄວ້ໃນ “ກົງ” ຂອງກົນໄກ, ເພື່ອຮັບປະກັນວ່າ ອຳນາດໄດ້ດຳເນີນການຢ່າງຖືກຕ້ອງແລະບໍ່ “ກາຍເປັນໂມຄະ”. ຕ້ອງເພີ່ມທະວີການຕິດຕາມກວດກາການໃຊ້ອຳນາດຂອງພະນັກງານການນຳ, ໂດຍສະເພາະແມ່ນຫົວໜ້າ, ເພີ່ມທະວີການຕິດຕາມກວດກາພາຍໃນຄະນະນຳ; ໃຊ້ອຳນາດຕາມກົດໝາຍຢ່າງເປີດເຜີຍ ເພື່ອໃຫ້ພະນັກງານແລະປະຊາຊົນຕິດຕາມກວດກາ. ບໍ່​ມີ​ໃຜ​ມີ​ອຳນາດເດັດຂາດເໜືອ​ກົດໝາຍ, ຜູ້​ໃດກໍ່ຕາມທີ່​ໃຊ້​ອຳນາດ​ຕ້ອງ​ຮັບ​ໃຊ້​ປະຊາຊົນ ​ຮັບຜິດຊອບ​ຕໍ່​ປະຊາຊົນ ​ແລະ ຍອມຮັບການຕິດຕາມກວດກາຂອງປະຊາຊົນດ້ວຍຄວາມສະໝັກໃຈ; 6- ເອົາໃຈໃສ່ເຖິງການປັບປຸງຍົກສູງປະສິດທິພາບແລະປະສິດທິຜົນໃນການປະຕິບັກງານ, ເສີມຂະຫຍາຍບົດບາດຫຼັກແຫຼ່ງ ແລະການປະສານສົມທົບຢ່າງໃກ້ຊິດ, ຄົບຊຸດ, ເຂົ້າແກັບເຂົ້າເກຍ, ທັນການ ແລະມີປະສິດທິຜົນ ຂອງອົງການທີ່ມີໜ້າທີ່ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ໃນນັ້ນ, ຄະນະຊີ້ນຳເປັນສູນກາງໃນການຊີ້ນຳແລະປະສານການເຄື່ອນໄຫວ; 7- ບັນດາວິທີແກ້ໄຂການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕ້ອງສອດຄ່ອງກັບສະພາບການ ແລະຄວາມຕ້ອງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ ແລະ ປະເພນີວັດທະນະທຳຂອງປະເທດ; ຮັບເອົາບົດຮຽນຈາກຕ່າງປະເທດໂດຍມີການເລືອກເຝັ້ນ; ສືບທອດບົດຮຽນຂອງບັນດາວາລະປະຊຸມກ່ອນໜ້ານີ້; 8- ລະວັງຕົວ, ຕໍ່ສູ້ກັບກົນອຸບາຍແລະການກະທຳຂອງອິດທິກຳລັງສັດຕູ ແລະ ພວກຜູ້ຮ້າຍທີ່ສວຍໃຊ້ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ເພື່ອປຸກປັ່ນ ແບ່ງແຍກ ແລະທຳລາຍພັກ ລັດແລະລະບອບການປົກຄອງຂອງພວກເຮົາ. ຈັດການຢ່າງເຄັ່ງຄັດແລະແກ້ໄຂຜ່ານຜ່າສະຖານະການຂໍ້ມູນດ້ານດຽວ, ຂໍ້ມູນທີ່ບໍ່ຖືກຕ້ອງ, ຂໍ້ມູນຍົວະຍຸ ກໍ່ໃຫ້ເກີດຄວາມສັບສົນ ຫຼືຕັດສິນຄວາມຜິດແລະຄຳພິພາກສາກ່ອນການພິຈາລະນາຄະດີ.

ຊີ້ໃຫ້ເຫັນການແກ້ໄຂທີ່ຮອບດ້ານ ເພື່ອສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິພາບການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໃນນິພົນຂອງສະຫາຍເລຂາທິການໃຫຍ່, ມີການລະບຸໜ້າທີ່ແລະວິທີແກ້ໄຂໄວ້ຢ່າງຮອບດ້ານວ່າ ບໍ່ກ້າ”, “ບໍ່ສາມາດ” “ບໍ່ຢາກ”, “ບໍ່ຕ້ອງການການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ປະສານມາດຕະການທາງການເມືອງແນວຄິດ ການຈັດຕັ້ງບໍລິຫານ ເສດຖະກິດ ແລະ ອາດຊະຍາກຳ; ມີຈຸດໜັກໃຈກາງ, ສົມທົບຢ່າງແໜ້ນແຟ້ນລະຫວ່າງຄວາມຕັ້ງໜ້າໃນການປ້ອງກັນ ກັບຄວາມເປັນເຈົ້າການໃນການຄົ້ນພົບ ແລະ ຈັດການຢ່າງເຂັ້ມງວດ; ມີບາດກ້າວແລະແຜນງານທີ່ເໝາະສົມກັບແຕ່ລະໄລຍະການພັດທະນາຂອງປະເທດ, ຕັ້ງແຕ່ການໂຄສະນາຊວນເຊື່ອ, ກາຝຶກອົບຮົມ, ການປັບປຸງບູລະນະສະຖາບັນ, ວຽກງານພະນັກງານ, ການກວດກາ, ການຕິດຕາມກວດກາ, ການຄວບຄຸມຊັບສິນແລະລາຍໄດ້, ການປະຕິຮູບດ້ານການບໍລິຫານ, ການກໍ່ສ້າງອົງການ ໜ່ວຍງານ ແລະພະນັກງານວິຊາສະເພາະ. ດ້ວຍຈິດໃຈແຫ່ງການສ້າງບາດກ້າວໃໝ່ທີ່ຮຸນແຮງຍິ່ງຂຶ້ນ, ແຂງແຮງຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນໃນເວລາທີ່ຈະມາເຖິງ, ສະຫາຍເລຂາທິການໃຫຍ່ໄດ້ລະບຸຢ່າງຊັດເຈນ ເຖິງໜ້າທີ່ແລະວິທີແກ້ໄຂຫຼັກທີ່ຕ້ອງສຸມໃສ່ປະຕິບັດໃຫ້ດີ:

- ສືບຕໍ່ສ້າງແລະປັບປຸງບູລະນະກົນໄກທີ່ຄົບຊຸດ ກ່ຽວກັບການກໍ່ສ້າງແລະປັບປຸງພັກ, ຍົກສູງຄວາມຮັບຮູ້ ຄວາມຮັບຜິດຊອບ, ລັກສະນະປະຈັນບານນຳໜ້າ ເປັນແບບຢ່າງ, ສ້າງວັດທະນະທຳແຫ່ງຄວາມຊື່ສັດທ່ຽງທຳ, ບໍ່ສໍ້ລາດບັງຫຼວງ ບໍ່ຫຍໍ້ທໍ້ ໃນພະນັກງານ ສະມາຊິກພັກ ແລະປະຊາຊົນ, ກ່ອນອື່ນໝົດແມ່ນຄວາມເປັນແບບຢ່າງ, ເວົ້າຄວບຄູ່ກັບການກະທຳ ຂອງຫົວໜ້າແລະຄະນະນຳທຸກຂັ້ນ, ຂະແໜງການ, ສຳນັກງານອົງການ, ທ້ອງຖິ່ນ ແລະໜ່ວຍງານ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ບັນດາຄະນະພັກແລະອົງການຈັດຕັ້ງພັກຕ້ອງຍົກສູງລັກສະນະສູ້ຮົບ, ເປັນເຈົ້າການໃນການປ້ອງກັນ, ຄົ້ນພົບດ້ວຍຕົນເອງ ແລະ ຈັດການກັບການກະທຳສໍ້ລາດບັງຫຼວງແລະຄວາມຫຍໍ້ທຍໍ້. ພະນັກງານ ສະມາຊິກພັກທຸກຄົນ, ກ່ອນອື່ນໝົດແມ່ນຫົວໜ້າ ຕ້ອງເປັນແບບຢ່າງ ໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ເຊີດຊູຄວາມຮັບຜິດຊອບໃນການເປັນແບບຢ່າງ ແລະຄວາມຮັບຜິດຊອບຂອງຫົວໜ້າ. ພະນັກງານນຳພາແລະຄຸ້ມຄອງ ຕ້ອງເປັນແບບຢ່າງດ້າງຄວາມຊື່ສັດ ຄວາມບໍລິສຸດ, ບໍ່ສໍ້ລາດບັງຫຼວງ ບໍ່ໃຊ້ຈ່າຍຟຸມເຟືອຍ; ເປັນແບບຢ່າງໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ຫົວໜ້າຕ້ອງຮັບຜິດຊອບຕໍ່ຈຸດອ່ອນ ແລະການລະເມີດການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນສຳນັກງານ ອົງການ ໜ່ວຍງານ ກົມກອງ ແລະທ້ອງຖິ່ນຂອງຕົນ. ຖ້າຫາກການກວດກາ, ຕິດຕາມກວດກາຕົນເອງ ບໍ່ກວດພົບການສໍ້ລາດບັງຫຼວງຄວາມຫຍໍ້ທໍ້, ແຕ່ທີມງານ​ກວດກາຂອງ​ສູນ​ກາງ ໄດ້ກວດ​ພົບ​ການ​ສໍ້​ລາດ​ບັງ​ຫຼວງ ຄວາມຫຍໍ້ທໍ້, ຜູ້ເປັນຫົວໜ້າຈະຕ້ອງຮັບຜິດຊອບ ແລະຕ້ອງຖືກດຳເນີນການທາງວິໄນຢ່າງເຂັ້ມງວດ(14).

ສະຫາຍເລຂາທິການໃຫຍ່ເນັ້ນໜັກວ່າ: ບັນດາອົງການຈັດຕັ້ງພັກແລະສະມາຊິກພັກຕ້ອງສາມັກຄີ, ເປັນເອກະພາບ ແລະລຸລ່ວງ, ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ດ້ວຍຄວາມຕັດສິນໃຈສູງ, ຄວາມພະຍາຍາມສູງ, ເວົ້າຄວບຄູ່ກັບການກະທຳ; “ສິ່ງທີ່ຈຳເປັນທີ່ສຸດໃນເວລານີ້ຄື ຄວາມຕື່ນຕົວ, ຄວາມເປັນເອກະພາບສູງທາງດ້ານເຈດຈຳນົງ ແລະການກະທຳ, ການຈັດຕັ້ງປະຕິບັດ”. ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ບໍ່ພຽງແຕ່​ແມ່ນ​ການ​ປະກາດ, ​ແຕ່​ໄດ້​ກາຍ​ເປັນ​ການ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ ປະຕິບັດ​ຕົວ​ຈິງ. ການແກ້ໄຂຜ່ານຜ່າສະຖານະການ “ຂ້າງເທິງຮ້ອນ, ຂ້າງລຸ່ມເຢັນ”.

ເພີ່ມທະວີວຽງກງານກວດກາ, ຕິດຕາມກວດກາ, ກວດການ, ກວດບັນຊີ ເພື່ອຄົ້ນພົບ ແລະ ຈັດການກັບການກະທຳສໍ້ລາດບັງຫຼວງ ແລະຄວາມຫຍໍທໍ້ຢ່າງທັນການແລະເຂັ້ມງວດ. ຍູ້ແຮງການສອບສວນ, ການດຳເນີນຄະດີ, ການພິຈາລະນາຄະດີ ແລະການດຳເນີນການຕາມຄຳພິພາກສາ; ການກວດພົບຕັ້ງແຕ່ຕົ້ນ, ການຈັດການຄະດີສໍ້ລາດບັງຫຼວງຢ່າງທັນການ, ເຂັ້ມງວດ ແລະ ເປີດເຜີຍ, ຜ່ານນັ້ນ ເພີ່ມການສັ່ງສອນຕັກເຕືອນ, ແຈ້ງເຕືອນ. ເພື່ອ ບໍ່ກ້າ” ສໍ້ລາດບັງຫຼວງ, ຈຳເປັນຕ້ອງມີກົນໄກສັ່ງເຕືອນ ແລະລົງໂທດຢ່າງເຂັ້ມງວດ. ເປັນເຈົ້າການໃນການຄົ້ນພົບ ແລະຈັດການກັບການສໍ້ລາດບັງຫຼວງຢ່າງເຂັ້ມງວດຕັ້ງແຕ່ເທິງລົງລຸ່ມ, ບໍ່ມີເຂດຕ້ອງຫ້າມ, ບໍ່ມີພື້ນທີ່ວ່າງ, ບໍ່ມີຂໍ້ຍົກເວັ້ນ, ບໍ່ມີສິດພິເສດ, ບໍ່ວ່າບຸກຄົນນັ້ນຈະເປັນຜູ້ໃດກໍ່ຕາມ. ຈັດການກັບພະນັກງານທັງປະຈຳການແລະກະສຽນອາຍຸ ທີ່ກະທຳການສໍ້ລາດບັງຫຼວງ ລວມທັງພະນັກງານລະດັບສູງ ພະນັກງານໃນກອງທັບ. ສຸມໃສ່ການຈັດການຢ່າງຂາດຕົວກັບຫຼາຍກໍລະນີທີ່ສັບສົນ ແກ່ຍາວຜ່ານຫຼາຍວາລະ. ເປີດກວ້າງການເຄື່ອນໄຫວປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນຂົງເຂດນອກພາກລັດ; ຍົກສູງປະສິດທິຜົນການຮ່ວມມືສາກົນ ໃນດ້ານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ. ດຳ​ເນີນ​ການ​ປະສານ​ສົມທົບ​ລະຫວ່າງ​ການ​ປະຕິບັດ​ລະບຽບ​ວິ​ໄນ​ຂອງ​ພັກ ​ກັບ​ລະບຽບ​ວິ​ໄນ​ບໍລິຫານ​ຂອງ​ລັດ, ລະບຽບ​ວິ​ໄນ​ຂອງອົງການຈັດຕັ້ງ ​ແລະ ການ​ແກ້​ໄຂ​ທາງ​ອາຍາ. ໃນນັ້ນ, ລະບຽບວິໄນຂອງພັກຕ້ອງໄດ້ປະຕິບັດກ່ອນ, ສ້າງປະຖົມປັດໄຈເພື່ອຈັດການແກ້ໄຂວິໄນການບໍລິຫານ, ວິໄນຂອງອົງການຈັດຕັ້ງ ແລະການຈັດການທາງອາຍາ; ວິໄນຂອງພັກເຂັ້ມງວດກວ່າການລົງໂທດທາງກົດໝາຍ.

ສະຫາຍເລຂາທິການໃຫຍ່ໃຫ້ຄວາມເຫັນທີ່ເປັນທັດສະນະຊີ້ນຳສະເພາະທີ່ສຸດ ແລະໃຊ້ງານໄດ້ຈິງຫຼາຍ, ຮຽກ​ຮ້ອງ​ໃຫ້​ມີ​ການ​ປະ​ຕິ​ບັດ​ຢ່າງເຂັ້ມງວດ​, ປະ​ກອບ​ສ່ວນ​ສ້າງບາດກ້າວບຸກທະລຸ​ໃນ​ການ​ກວດ​ສອບ​ແລະ​ການ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້: ຫາກມີກໍລະນີແມ່ນຕ້ອງ​ໄດ້​ຮັບ​ການ​ກວດ​ສອບ​ແລະ​ຊີ້​ແຈງ​; ຕັ້ງໜ້າ, ຮີບດ່ວນ, ຈະແຈ້ງຮອດລະດັບໃດ ໃຫ້ຈັດການແກ້ໄຂຮອດລະດັບນັ້ນ; ຈັດການທັງການສໍ້ລາດບັງຫຼວງ ຄວາມຫຍໍ້ທໍ້ ແລະ ການກະທຳເພື່ອປົກປິດການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ການແຊກແຊງຂັດຂວາງການຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ຖ້າມີປະກົດການກໍ່ອາດຊະຍາກຳ ແມ່ນຕ້ອງເລີ່ມຟ້ອງຮ້ອງ, ສືບສວນ ສອບສວນ, ສະຫຼຸບວ່າມີຄວາມຜິດ ແມ່ນຕ້ອງດຳເນີນຄະດີ ແລະ ພິຈາລະນາຄະດີ; ຖ້າ​ບໍ່​ເຖິງລະດັບຄວາມຜິດທາງອາດຊະຍາ ກໍ່ຕ້ອງ​ໄດ້​ຮັບ​ການຈັດການ​ຢ່າງ​ເຂັ້ມ​ງວດ ​ຕາມຂໍ້ບັງຄັບ​ຂອງ​ລັດ ​ແລະ ອົງການ​ຈັດ​ຕັ້ງ. ໃນຂະບວນການກວດກາ, ຕິດຕາມກວດກາ, ກວດການ, ກວດບັນຊີ ແລະ ດຳເນີນການຕາມຄຳພິພາກສາ, ຖ້າຫາກກວດພົບຄະດີທີ່ມີສັນຍານຂອງການກໍ່ອາດຊະຍາກຳ ຈະຕ້ອງໂອນເອກະສານໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ເພື່ອດຳເນີນຄະດີຕາມກົດໝາຍ ໂດຍບໍ່ລໍຖ້າໃຫ້ຂະບວນການສິ້ນສຸດລົງ... ໃນລະຫວ່າງການສອບສວນ ດຳເນີນຄະດີ ພິຈາລະນາຄະດີ ການບັງຄັບໃຊ້ຄຳພິພາກສາ, ການກວດສອບ ແລະການກວດບັນຊີ, ຫາກກວດພົບການລະເມີດທີ່ກ່ຽວຂ້ອງກັບພະນັກງານ ສະມາຊິກພັກ ຈະຕ້ອງລາຍງານແລະໂອນເອກະສານໄປໃຫ້ຄະນະພັກ, ຄະນະກຳມະການກວດກາທີ່ມີອຳນາດໃນການພິຈາລະນາແລະດຳເນີນການຕາມທັດສະນະຂອງພັກໂດຍທັນທີ.

ສຸມໃສ່ຊີ້ນຳແລະຈັດການກັບຂັ້ນຕອນທີ່ອ່ອນແອແລະຍາກໃນການປ້ອງກັນແລະຕ້ານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງໃນປະຈຸບັນ. ໃນນັ້ນ ຂັ້ນຕອນທີ່ອ່ອນແອຄືການກວດຈັບການສໍ້ລາດບັງຫຼວງແລະຄວາມຫຍໍ້ທຍ້; ວຽກ​ງານ​ທີ່​ຫຍຸ້ງຍາກ, ຂົງ​ເຂດ​ແຄບ​ແລະ​ເລິກ ​ເຊັ່ນ ວຽກ​ງານ​ປະເມີນ​ລາຄາ, ການ​ຕີ​ລາຄາ​ຊັບ​ສິນ, ການກູ້ຄືນ​ຊັບ​ສິນ​ທີ່ລັກບອບ, ລວມທັງຊັບສິນທີ່ກະຈັດກະຈາຍໄປຕ່າງປະເທດດ້ວຍຫຼາຍວິທີ, ການປະສານງານກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອປ້ອງກັນຕັ້ງແຕ່ຕົ້ນ, ກວດຈັບ ແລະ ດຳເນີນຄະດີຢ່າງເຂັ້ມງວດຕໍ່ຜູ້ລະເມີດທີ່ຫຼົບໜີໄປຕ່າງປະເທດ...

- ປັບປຸງບູລະນະກົນໄກປ້ອງກັນທີ່ເຂັ້ມງວດ ເພື່ອເຮັດໃຫ້​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມ​ຫຍໍ້​ທໍ້ “​ເປັນ​ໄປ​ບໍ່​ໄດ້. ສືບຕໍ່ກໍ່ສ້າງແລະປັບປຸງສະຖາບັນການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ແກ້ໄຂຄວາມບໍ່ພຽງພໍໂດຍທັນທີ, ປິດ “ຊ່ອງວ່າງ”, “ຊ່ອງໂຫວ່”, ປັບປຸງຍົກສູງປະສິດທິພາບການຈັດຕັ້ງປະຕິບັດສະຖາບັນ ເພື່ອເຮັດໃຫ້​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມ​ຫຍໍ້​ທໍ້ “​ເປັນ​ໄປ​ບໍ່​ໄດ້”. ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງ ການປ້ອງກັນຢ່າງຕັ້ງໜ້າ ກັບຄວາມເປັນເຈົ້າການໃນການກວດຈັບ ແລະການຈັດການການກະທຳສໍ້ລາດບັງຫຼວງ ຄວາມຫຍໍ້ທໍ້ຢ່າງເຂັ້ມງວດແລະທັນທ່ວງທີ. ສືບຕໍ່ປັບປຸງບູລະນະ ແລະປະຕິບັດກົດລະບຽບກ່ຽວກັບການເປີດເຜີຍ ໂປ່ງໃສ ແລະຄວາມຮັບຜິດຊອບໃນການອະທິບາຍລາຍງານ ໃນອົງການຈັດຕັ້ງ ແລະໜ່ວຍງານຢ່າງເຄັ່ງຄັດ; ຄວບຄຸມຊັບສິນແລະລາຍໄດ້ຂອງຜູ້ດຳລົງຕຳແໜ່ງແລະຜູ້ມີອຳນາດ ຢ່າງມີປະສິດທິພາບ; ຍູ້ແຮງການປະຕິຮູບການບໍລິຫານ; ສ້າງຖັນແຖວພະນັກງານທີ່ມີຄຸນສົມບັດ ຄວາມສາມາດ ແລະສັກສີພຽງພໍໃຫ້ເທົ່າທຽມກັບໜ້າທີ່ໃນຍຸກໃໝ່ ແລະເພີ່ມທະວີການຕິດຕາມກວດກາການໃຊ້ອຳນາດ.

ເພີ່ມທະວີການເປີດເຜີຍ ຄວາມໂປ່ງໃສ, ການຕິດຕາມກວດກາແລະຄວບຄຸມອຳນາດ; ສ້າງວັດທະນະທຳແຫ່ງຄວາມຊື່ສັດແລະຄວາມປະຢັດ. ໃນນັ້ນ, ການເປີດເຜີນ ຄວາມໂປ່ງໃສ ແລະຄວາມຮັບຜິດຊອບໃນການອະທິບາຍລາຍງານ ໄດ້ຮັບການເນັ້ນຢ້ຳໂດຍສະຫາຍເລຂາທິການໃຫຍ່ວ່າ ເປັນເງື່ອນໄຂສຳຄັນທຳອິດໃນການຄວບຄຸມອຳນາດ ເພື່ອໃຫ້ອົງການທີ່ກ່ຽວຂ້ອງ ສາມາດຕິດຕາມກວດກາວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໄດ້ຢ່າງມີປະສິດທິພາບ. ເພີ່ມທະວີການກວດກາ ແລະຄວບຄຸມການໃຊ້ອຳນາດ; ຕິດຕາມກວດກາການບຳລຸງສ້າງ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳ ວິຖີຊີວິດ ແລະ ການເປັນແບບຢ່າງຂອງພະນັກງານ ສະມາຊິກພັກ. ຄວບຄຸມອຳນາດຢ່າງມີປະສິດທິຜົນ ແລະຝຶກຝົນຄວາມຊື່ສັດທ່ຽງທຳ, ກ່ອນອື່ນໝົດແມ່ນໃນອົງການທີ່ເຮັດວຽກງານປ້ອງກັນແລະຕ້ານກາສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ເພີ່ມທະວີການພົວພັນແບບເລືອດເນື້ອ ລະຫວ່າງພັກແລະປະຊາຊົນ. ປະຕິບັດວຽກງານຮັບ ປະມວນຜົນ ຕອບຮັບ ແລະ ຕອບສະໜອງຕໍ່ຂໍ້ສະເໜີແນະ ແລະຄຳແນະນຳ ຂອງປະຊາຊົນໄດ້ເປັນຢ່າງດີ. ໃຫ້ຄວາມສຳຄັນກັບການປະຕິບັດປະຊາທິປະໄຕໃນຮາກຖານ ແລະສົນທະນາກັບປະຊາຊົນທຸກສາຂາອາຊີບ ເພື່ອປ້ອງກັນ ຄົ້ນພົບ ແລະຕໍ່ສູ້ກັບການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ສົ່ງເສີມການປະຕິຮູບນະໂຍບາຍເງິນເດືອນ, ຍົກລະດັບຄຸນນະພາບຊີວິດຂອງພະນັກງານ ລັດຖະກອນ ພາລະກອນ; ສ້າງວັດທະນະທຳແຫ່ງຄວາມຊື່ສັດທ່ຽງທຳ ແລະ ຄວາມປະຢັດ ເພື່ອໃຫ້ບໍ່ຕ້ອງການ, ບໍ່ຢາດການສໍ້ລາດບັງຫຼວງຫຼືຄວາມຫຍໍ້ທໍ້.

- ສືບ​ຕໍ່​ເສີມ​ຂະຫຍາຍ​ການຈັດ​ຕັ້ງກົງຈັກ; ປັບປຸງຍົກສູງ​ຄວາມ​ສາມາດ ​ແລະ ປະສິດທິພາບ​ການ​ເຄື່ອນ​ໄຫວ ​ຂອງ​ບັນດາ​ອົງການ, ໜ່ວຍງານ​ທີ່​ມີ​ໜ້າ​ທີ່​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງແລະຄວາມຫຍໍ້ທໍ້ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ; ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ສາກົນ, ຜັນຂະຫຍາຍການເຄື່ອນໄຫວປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນຂົງເຂດນອກພັກລັດ ຢ່າງມີປະສິດທິຜົນ. ຄົ້ນຄວ້າແລະປັບປຸງຮູບແບບຂອງອົງການຮັບຜິດຊອບສະເພາະການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃຫ້ສົມບູນແບບ. ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ດຳເນີນກ່ອນອື່ນໝົດຢູ່ພາຍໃນອົງການທີ່ມີໜ້າທີ່ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານທີ່ເຮັດວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ຮັບປະກັນຄວາມຊື່ສັດທ່ຽງທຳ ແລະສາມາດປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໄດ້ສຳເລັດ, ຖືເປັນ ດາບທີ່ປະເສີດຂອງພັກແລະລັດໃນວຽກງານນີ້ຢ່າງແທ້ຈິງ; ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ຄວບ​ຄຸມ​ອຳນາດ ແລະ ການປ້ອງກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້ໃນອົງການເຫຼົ່ານີ້.   

ນິພົນ ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ ຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ສະ​ແດງ​ໃຫ້​ເຫັນເຖິງຄວາມຫຼໍ່ຫຼອມຈິດໃຈ​, ຄວາມກະຕືລືລົ້ນໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ລວມທັງເນື້ອໃນທີ່ສະຫາຍເຄີຍຍົກຂຶ້ນມາໃນບົດຄວາມຫຼາຍບົດ ເມື່ອເຄິ່ງສະຕະວັດກ່ອນ. ດ້ວຍການເຂົ້າເຖິງລະບົບ ເຊິ່ງເລິ່ມຈາກທິດສະດີແລະການສະຫຼຸບຢ່າງເລິກເຊິ່ງ, ນິພົນດັງກ່າວ​ໄດ້​ວາງຫຼັກໝາຍ​ສຳຄັນ​ທັງ​ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ ​ເພື່ອ​ນຳ​ເອົາ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້ ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ກາຍ​ເປັນ ວຽກ​ງານ​ທີ່​ຈຳ​ເປັນ; ທ່າອ່ຽງທີ່ບໍ່ສາມາດປີ້ນກັບໄດ້”./.

------------------------------------

(1) ວັນທີ 1 ກຸມພາ 2013, ກົມການເມືອງສູນກາງພັກອອກມະຕິຕົກລົງເລກທີ 162-QĐ/TW, ວ່າດ້ວຍການຈັດຕັ້ງຄະນະຊີ້ນຳສູງກາງພັກກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ. ວັນທີ 16 ກັນຍາ 2021, ກົມການເມືອງສູນກາງພັກອອກກົດລະບຽບເລກທີ 32-QĐ/TW, “ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດຂອບເຂດ, ລະບອບເຮັດວຽກ ແລະ ການ​ພົວ​ພັນ​ເຮັດ​ວຽກ​ ຂອງ​ຄະ​ນະ​ຊີ້​ນໍາ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້”

(2) ເບິ່ງ: ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະ ຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 15

(3), (4), (5) ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 16, 16, 18

(6) ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 90-91

(7), (8) ເບິ່ງ: ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 75, 79

(9) ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 21

(10), (11) ເບິ່ງ: ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 40, 45

(12), (13) ເບິ່ງ: ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 24, 28

(14) ເບິ່ງ: ຫງວຽນ ຝູ ຈ້ອງ: ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງພວກເຮົາ ໃຫ້ນັບມື້ນັບປອດໃສ ແລະໝັ້ນຄົງເຂັ້ມແຂງ, ປຶ້ມທີ່ໄດ້ແນະນຳ, ໜ້າ 44

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1017 (ເດືອນກໍລະກົດ 2023)