ວກ. - ປື້ມ ບາງບັນຫາກ່ຽວກັບແນວທາງການທະຫານ ແລະ ຍຸດທະສາດການປ້ອງກັນປະເທດ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່ ຂຽນໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາທິການຄະນະພັກການທະຫານສູນກາງ ໄດ້ສະແດງໃຫ້ເຫັນເຖິງແນວຄິດສະເໝີຕົ້ນສະເໝີປາຍແລະທົ່ວເຖິງ ຂອງຜູ້ນຳພັກກອມມູນິດຫວຽດນາມ ກ່ຽວກັບທັດສະນະ, ເປົ້າໝາຍຊີ້ນຳ ແລະ ທິດທາງ, ວິທີແກ້ໄຂ ໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດໃນໄລຍະໃໝ່; ສະແດງໃຫ້ເຫັນເຖິງຄວາມຄົບຊຸດ, ຄວາມເດັດດ່ຽວ, ຄວາມຮອບດ້ານ ແລະ ຄວາມຊັກຊວນໃຈຂອງເລຂາທິການໃຫຍ່; ປະກອບສ່ວນຊີ້ແຈ້ງການພັດທະນາຄວາມຄິດທິດສະດີ ຂອງພັກກອມມູນິດຫວຽດນາມ 

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເລຂາທິການຄະນະພັກການທະຫານສູນກາງ ກັບບັນດາຜູ້ແທນດີເດັ່ນ ທີ່ມາຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດໂຮ່ຈີມິນກອງທັບຄັ້ງທີ X ໄລຍະປີ 2022-2027 _ພາບ: TTXVN

ເກືອບ 80 ປີ​ແຫ່ງ​ການກໍ່​ສ້າງ, ການສູ້​ຮົບ ແລະ ການເຕີບ​ໃຫຍ່​ ພາຍ​ໃຕ້​ການ​ພຳ​ພາ ແລະຝຶກ​ຝົນຫຼໍ່ຫຼອມ​ຂອງ​ພັກແລະປະ​ທານ​ໂຮ່​ຈິ​ມິນ, ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມໄດ້​ຮັບໄຊ​ຊະ​ນະ​ອັນ​ສະ​ຫງ່າ​ລາ​ສີ, ສົມ​ຄວນ​ທີ່ຈະເປັນ​ກຳ​ລັງ​ທີ່​ຈົງ​ຮັກ​ພັກ​ດີ​ຢ່າງ​ແທ້ຈິງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ, ມີ​ບົດ​ບາດສຳຄັນ​ໃນ​ພາ​ລະ​ກິດການ​ຕໍ່​ສູ້ເພື່ອ​ປົດ​ປ່ອຍ​ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ກໍ່​ສ້າງ​ພື້ນ​ຖານ​ການປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນທີ່​ເຂັ້ມ​ແຂງ, ເປັນ​ກອງ​ທັບ​ປະ​ຕິ​ວັດ “ຂອງປະ​ຊາ​ຊົນ ​ໂດຍປະ​ຊາ​ຊົນ ແລະ ເພື່ອປະ​ຊາ​ຊົນ” ຢ່າງແທ້ຈິງ;  ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ມູນ​ເຊື້ອ “​​ຈົງ​ຮັກ​ພັກ​ດີ​ຕໍ່​ພັກ, ກະຕັນຍູຕໍ່ປະ​ຊາ​ຊົນ, ກຽມ​ພ້ອມ​ສູ້​ຮົບແລະເສຍ​ສະຫຼະ​ເພື່ອ​ເອ​ກະ​ລາດ ແລະເສ​ລີ​ພາບ​ຂອງ​ປະເທດຊາດ, ເພື່ອ​ສັງ​ຄົມ​ນິ​ຍົມ. ສຳ​ເລັດ​ທຸກ​ໜ້າ​ທີ່, ຜ່ານ​ຜ່າຄວາມ​ຫຍຸ້ງ​ຍາກທຸກຢ່າງ, ເອົາ​ຊະນະ​ສັດ​ຕູ​ທຸກໂຕ”(1), ສົມ​ຄວນ​ເປັນ​ກອງ​ທັບ​ວິ​ລະ​ຊົນ​ຂອງ​ຊາດ​ຫວຽດ​ນາມ​ວິ​ລະ​ຊົນ.

​ປະ​ຈຸ​ບັນ, ສະ​ພາບ​ການ​ໂລກແລະພາກ​ພື້ນ​ມີ​ການ​ຜັນຜວນ​ຢ່າງ​ສັບ​ສົນແລະຄາດ​ເດົາ​ບໍ່ໄດ້​, ແລະມີ​ປັດໄຈ​ຫຼາຍປະການທີ່ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ແລະ ມີ​​ບັນ​ຫາ​​ເກີດ​ຂຶ້ນເກີນຄາດຫຼາຍຢ່າງ. ບັນ​ດາ​ປະ​ເທດ​ໃຫຍ່​ເພີ່ມ​ທະ​ວີ​ການ​ດັດ​ປັບ​ຍຸດ​ທະ​ສາດ ແລະ ແຂ່ງ​ຂັນ​ກັນຢ່າງດຸເດືອດ​; ການ​ແຂ່ງ​ຂັນ​ດ້ານ​ຍຸດ​ທະ​ສາດ, ຂໍ້ພິ​ພາດ​ດ້ານ​ອະ​ທິ​ປະ​ໄຕ, ການ​ປະ​ທະ​ກັນ, ການກໍ່​ການ​ຮ້າຍ ແລະ ​ບັນ​ຫາ​ຄວາມ​ໝັ້ນຄົງ​ທີ່ບໍ່​​ເປັນແບບດັ້ງ​ເດີມ​ ​ມີ​ທ່າ​ອຽງເພີ່ມ​ຂຶ້ນ ແລະ ນັບ​ມື້​ນັບ​ເຄັ່ງ​ຮ້ອນ, ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມບໍ່​ໝັ້ນຄົງ; ບັນ​ດາ​ອິດ​ທິ​ກຳ​ລັງສັດຕູແລະປະຕິກິລິຍາ​ ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ເພື່ອ​ທຳລາຍ​ການ​ປະຕິວັດ​ໃນ​ປະ​ເທດ​ເຮົາ, ໂດຍສະເພາະ​ແມ່ນ​ກົນ​ອຸ​ບາຍ “ເຮັດໃຫ້ກອງທັບບໍ່ກ່ຽວຂ້ອງກັບ​ການ​ເມືອງ”, “ເຮັດໃຫ້ກອງທັບ​ເປັນແບບ​ພົນ​ລະ​ເຮືອນ”, ແບ່ງ​ແຍກກອງ​ທັບ​ກັບ​ພັກ ລັດ ແລະ ປະ​ຊາ​ຊົນ. ​ສະ​ຖາ​ນະ​ການໃໝ່​ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ​ຕ້ອງ​ພະ​ຍາ​ຍາມ​ສູ້​ຊົນ​ດ້ວຍ​ເຈດ​ຈຳ​ນົງ ແລະ ຄວາມ​ຕັດ​ສິນ​ໃຈ​ສູງ​ສູດ ​ເພື່ອ​ຮັກ​ສາສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ ແລະການປ້ອງ​ກັນປະເທດ, ຍົກ​ສູງ​ກຳ​ລັງ​ແຮງ​ສັງ​ລວ​ມ​ຂອງ​ປະ​ເທດ; ພິ​ເສດແມ່ນ, ຈຳເປັນຕ້ອງປ່ຽນແປງໃໝ່​ແນວທາງ​ການ​ທະຫານ ​ແລະ ຍຸດ​ທະ​ສາດ​ການປ້ອງ​ກັນປະເທດຢ່າງ​ແທ້​ຈິງ, ປະກອບສ່ວນ​ຢ່າງຕັ້ງໜ້າ​ໃນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ຂອງ​ການ​ປະ​ທະ​ກັນ​ແລະສົງຄາມ​ຕັ້ງແຕ່​ຕົ້ນ ​ແລະຈາກ​ໄລຍະ​ໄກ, “ຮັກສາ​ປະ​ເທດ​ກ່ອນທີ່​ຈະ​ຕົກ​ຢູ່​ໃນ​ອັນຕະລາຍ”.

ປື້ມ ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ໃນ​ໄລຍະ​ໃໝ່ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ​ຈ້ອງ, ເລ​ຂາ​ທິ​ການຄະນະພັກ​ການ​ທະ​ຫານ​ສູນ​ກາ​ງ ແນະນຳໃຫ້​ຜູ້​ອ່ານຮູ້ຈັກ ລະຫວ່າງ​ກອງ​ປະ​ຊຸມ​​ກາງພາກຂອງພັກ​ສະ​ໄໝທີ XIII ແລະກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ແ​ຫ່ງ​ຊາດ​ຊຸດ​ທີ XV ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ; ບັນ​ດາ​ຂັ້​ນ, ບັນ​ດາ​ຂະ​ແໜງ​ການ​ທີ່​ກຳ​ລັງ​ຈັດ​ຕັ້ງ​ການ​ສະຫຼຸບ​ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປ​ະ​ຊຸມ​ສູນກາງພັກຄັ້ງ​ທີ 8 ສະ​ໄໝ​ທີ XI, ວ່າດ້ວຍຍຸດ​ທະ​ສາດການ​ປົກ​ປັກ​ຮັກ​ສາປະ​ເທດ​ຊາດ ​ໃນ​ສະ​ພາບ​ການ​ໃໝ່; ຄະ​ນະພັກ​​ການ​ທະ​ຫານ​ສູນ​ກາງ ປະສົບຄວາມສຳເລັດໃນການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 6, ໄລ​ຍະປີ 2020-2025 ແລະ ກອງ​ປະ​ຊຸມ​ການ​ເມືອງທົ່ວກອງທັບໃນ 6 ​ເດືອນ​ຕົ້ນ​ປີ 2023. ດັ່ງນັ້​ນ, ປື້ມເຫຼັ້ມນີ້ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍແທດຈິງສຳລັບ​ຄະ​ນະ​ພັກ, ອົງ​ການ​ຈັດ​ຕັ້ງ​ພັກ, ຜູ້ບັນ​ຊາ​ການທຸກຂັ້ນ ແລະ ພະ​ນັກ​ງານ ​ນັກ​ຮົບ​ໃນ​ທົ່ວກອງ​ທັບເທົ່າ​ນັ້ນ, ແຕ່​ຍັງ​​ຊ່ວຍ​ໃຫ້​ບັນ​ດາ​ຂັ້ນ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນໂດຍທົ່ວໄປ ໃຫ້ກຳແໜ້ນແລະເຂົ້າ​ໃຈ​ແຈ້ງເຖິງແນວ​ທາງ​ການ​ປ້ອງ​ກັນ​ປະເທດ​ທົ່ວ​ປວງ​ຊົນ, ສົງ​ຄາມ​ປະ​ຊາ​ຊົນ ແລະ ໜ້າ​ທີ່​ສ້າງ​ສາແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງ​ຄົມ​ນິ​ຍົມ ​ໃນ​ສະ​ພາບ​ການ​ໃໝ່.

ປື້ມ​ມີ​ຄວາມຈຸ 444 ໜ້າ ແລະ ມີພາບປະກອບຫຼາຍກວ່າ 50 ​ພາບ, ​ແບ່ງ​ເປັນ 3​ ພາກ, ​ຢືນ​ຢັນ​ທັດ​ສະ​ນະທີ່​ຮອບ​ດ້ານ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ວິ​ໄສ​ທັດ​ຍຸດ​ທະ​ສາດ, ຈິນ​ຕະ​ນາ​ການທີ່ແຫຼມ​ຄົມແລະເດັດ​ຂາດ​ ຂອງ​ຜູ້​ນຳ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຕໍ່​ໜ້າ​ທີ່ກໍ່​ສ້າງ​ ແລະ ວາງ​ແຜນ​ກຳ​ນົດ​ແນວ​ທາງ​ການ​ທະ​ຫານ ແລະ ຍຸດ​ທະ​ສາດ​ການ​ປ້ອງ​ກັນປະເທດ; ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມທີ່​ປະ​ຕິ​ວັດ, ເປັນ​ແບບຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ; ຢືນ​ຢັນ​ທີ່​ຕັ້ງ ແລະ ບົດ​ບາດ​ຂອງ​ກອງທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ພາ​ລະ​ກິດການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ປັດໄຈ​ສຳ​ຄັນ​ທີ່​ສຸດ​
ທີ່​ກຳ​ນົດ​ຄວາມ​ເຕີບ​ໂຕແລະກຳ​ລັງ​ແຮງ​ ຂອງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ

ດ້ວຍບົດຄວາມ ສຸນທອນພົດ ແລະ ບົດສຳພາດຂອງ​ທ່ານ​ເລ​ຂາ​ທິ​ການ 21 ບົດ, ບົນ​ພື້ນ​ຖານການ​ຮັບຮູ້ແລະປະເມີນຜົນ ຄວາມສຳເລັດຂອງ​ພາ​ລະ​ກິດການ​ຕໍ່​ສູ້​ ເພື່ອຍາດ​ເອົາ​ເອ​ກະ​ລາດແຫ່ງ​ຊາດ, ການສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ​ໃນ​ເວ​ລາ​ເກືອບ 80 ປີ​ທີ່​ຜ່ານ​ມາ, ພາກ​ທີ່​ໜຶ່ງ ຂອງ​ປື້ມຊີ້​ແຈ້ງ​ແນວ​ທາງ​ການ​ທະ​ຫານ, ຍຸດ​ທະ​ສາດ​ການ​ປ້ອງ​ກັນປະເທດ ແລະ ທິດ​ທາງກໍ່​ສ້າງກອງ​ທັບ​ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຂອງ​ໜ້າ​ທີ່​ໃນ​ສະ​ພາບ​ການ​ໃໝ່, ໂດຍສະເພາະ​ ສືບ​ຕໍ່​ຢືນ​ຢັນ​ທັດ​ສະ​ນະ​ວ່າ: ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ປັດ​ໄຈຊີ້ຂາດ​ໃນການເຕີບ​ໃຫຍ່ ການພັດທະນາ ແລະ ໄຊ​ຊະ​ນະ​ຂອງກອງ​ທັບ​ໃນ​ທຸກໆ​ໄລ​ຍະ​ການ​ປະ​ຕິ​ວັດ; ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ “ຕັ້ງ​ແຕ່​ຕົ້ນ, ຈາກໄລຍະ​ໄກ​”, “ປົກ​ປັກ​ຮັກ​ສາ​ປະ​ເທດ​ໃນ​ຂະ​ນະ​ທີ່​ຍັງ​ບໍ່​ທັນ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ”, ພ້ອມ​ທັງ​ມີແຜນການແລະວິ​ທີ​ການກີດ​ກັ້ນແລະຂະຈັດ ຄວາມສ່ຽງຈາກ​ສົງ​ຄາມ ແລະຄວາມຂັດແຍ້ງ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ. ນີ້​ແມ່ນ ຈຸດ​ສຳ​ຄັນ​ຕົ້ນ​ຕໍ່ ໃນ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເຊິ່ງນຳໂດຍ​ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນຝູ​ຈ້ອງ, ກ່ຽວ​ກັບ​ແນວ​ທາງ​ການ​ທະ​ຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນປະເທດຊາດ.

ການກໍ່ສ້າງ​ປະ​ເທດ​ພ້ອມ​ກັບ​ການ​ປົກ​ປັກ​ຮັກສາປະເທດ ​ແມ່ນ​ກົດເກນແຫ່ງຄວາມ​ຢູ່​ລອດ ​ແລະ ການພັດທະນາ​ຂອງ​ຊາດ​ຫວຽດນາມ, ​ແມ່ນ​ຮີດຄອງ​ປະ​ເພນີ​ອັນ​ລ້ຳ​ຄ່າ​ຂອງ​ບັນພະບຸລຸດ​ຂອງ​ພວກ​ເຮົາ​ໃນ​ປະຫວັດສາດ​ຍາວນານນັບ​ພັນ​ປີ. ໂດຍສືບ​ທອດຮີດຄອງ​ປະ​ເພນີ​ດັ່ງກ່າວ, ພັກ​ກອມ​ມູນິດ​ຫວຽດນາມ, ນັບ​ແຕ່​ກຳ​ເນີ​ດ​ແລະຕະຫຼອດ​ຂະ​ບວນການ​ນຳພາການ​ປະຕິວັດ​ຫວຽດນາມ, ​ໄດ້​ໝູນໃຊ້​ແລະພັດທະນາ ໜ້າທີ່​ຍຸດ​ທະ​ສາດ 2 ໜ້າທີ່​ຂອງ​ການ​ປະຕິວັດ​ຄື: ການກໍ່ສ້າງ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ; ໃນ​ນັ້​ນ, ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ແມ່ນ​ເງື່ອນ​ໄຂ ແລະປະຖົມປັດໄຈ​ສຳ​ຄັນ​ເພື່ອກໍ່​ສ້າງ ແລະ ພັດ​ທະ​ນາ​ປະ​ເທດຢ່າງ​ໄວວາແລະຍືນຍົງ. ຕາມນັ້ນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ນຳ​ພາການກໍ່​ສ້າງ ແລະ ການຈັດ​ຕັ້ງ​ກອງກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ​ໂດຍ​ກົງ​ແມ່ນ​ກອງທັບ​ປະຊາຊົນ​ທີ່​ເຂັ້ມ​ແຂງ ເພື່ອ​ເປັນ​ແກນ​ກາງ​ໃນ​ພາລະກິດ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ຜ່ານ​ບັນດາບົດ​ຄວາມແລະສຸນທອນພົດສາ​ມາດ​ຢື​ນ​ຢັນໄດ້​ວ່າ ການ​ຊີ້​ນຳ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນຝູ​ຈ້ອງ ກ່ຽວ​ກັບການ​ສ້າງ​ແນວ​ທາງ​ການ​ທະ​ຫານ ແລະ ຍຸດ​ທະ​ສາດການ​ປ້ອງ​ກັນ​ປະເທດ​ໃນ​ປື້ມເຫຼັ້ມນີ້ ​ໄດ້​ຖອດ​ຖອນມາ​ຈາກ​ຄຸນ​ຄ່າ​ດັ້ງເດີມ, ປະສົບການ ແລະ ບົດ​ຮຽນອັນ​ລ້ຳ​ຄ່າ ​ໃນ​ພາ​ລະ​ກິດ​ການ​ຕໍ່​ສູ້​ ເພື່ອສ້າງ​ສາແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຂອງ​ບັນ​ພະ​ບຸ​ລຸດຂອງເຮົາ. ນັ້ນ​ແມ່ນ​ການ​ໝູນ​ໃຊ້ ແລະ ພັດ​ທະ​ນາ​ບົດ​ຮຽນການ​ສ້າງປະເທດຄວບ​ຄູ່​​ກັບການ​ປົກ​ປັກ​ຮັກ​ສາ​ປະ​ເທດ, ​ການ​ທະ​ຫານກັບ​ການ​ທູດ, ການ​ທະ​ຫານ​ກັບ​ເສດ​ຖະ​ກິດ,… ​ໃນ​ສະພາບ​ການ​ໂລກ​ແລະ​ພາກ​ພື້ນ​ທີ່​ຜັນ​ແປ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ການ​ປ່ຽນ​ແປງ​ທ່າ​ອ່ຽງ​ການ​ພົວ​ພັນ​ສາ​ກົນ.

ບັນ​ດາ​ທັດ​ສະ​ນະ ແຜນນ​ະ​ໂຍ​ບາຍ ແນວທາງການທະຫານ ແລະ ການປ້ອງກັນປະເທດ ຖືກສ້າງຂຶ້ນບົນພື້ນຖານຂອງການວິເຄາະຄວາມຫຍຸ້ງຍາກແລະຂໍ້ໄດ້ປຽບຢ່າງລະອຽດ, ການປະເມີນສະຖານະການພາຍໃນປະເທດ, ພາກພື້ນ ແລະ ສາກົນຢ່າງຖືກຕ້ອງ, ເຫັນການປ່ຽນແປງທີ່ເລິກເຊິ່ງ ການພັດທະນາທີ່ສັບສົນແລະຄາດເດົາບໍ່ໄດ້ຢ່າງຊັດເຈນ ແລະ ຄາດຄະເນທ່າອ່ຽງທີ່ຜັນຜວນ, ຈາກນັ້ນ ຊ່ວຍເພີ່ມເຕີມ​ແລະ​ພັດ​ທະ​ນາ​ທັດ​ສະ​ນະ​ແລະແນວຄິດ​ຊີ້​ນໍາຈຳນວນໜຶ່ງ ​ແລະ ​ປັບປ່ຽນໜ້າທີ່​ແລະວິທີ​ການ​ແກ້​ໄຂຫຼາຍປະການໃນທັນທີ​. ໃນ​ພາ​ລະ​ກິດການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ໃນ​ໄລ​ຍະ​ໃໝ່, ພັ​ກກອມ​ມູ​ນິດ​ຫວຽດ​ນາມ​ກຳ​ນົດວ່າ ​ການສ້າງການ​ປ້ອງ​ກັນປະເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງແຫ່ງຊາດ ​ແມ່ນ​ໜ້າ​ທີ່​ສຳຄັນແລະເປັນປະຈຳ ເພື່ອ​ຮັບ​ປະ​ກັນ​​ຜົນ​ປະ​ໂຫຍດສູງສຸດຂອງ​ຊາດ-ປະ​ເທດ​ຊາດ​ ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ. ໃນຖານະ​ເລ​ຂາ​ທີ​ການຄະນະພັກ​ການ​ທະ​ຫານ​ສູນ​ກາງ​, ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນ​ຝູຈ້ອງ ໄດ້​ໃຫ້​ການ​ຊີ້​ນຳ​​ຈຳ​ນວນຫຼາຍ​ ແນ​ໃສ່​ເພີ່ມ​ທະ​ວີກວ່າ​ອີກ​ ການ​ນຳ​ພາ​ທີ່​ເດັດ​ຂາດແລະໂດຍ​ກົງ​ໃນ​ທຸກ​ດ້ານ ​ຂອງ​ພັກ​ຕໍ່​ກອ​ງ​ທັບ, ພ້ອມກັນນັ້ນ ສືບ​ຕໍ່​ຄົ້ນ​ຄວ້າ ເພີ່ມເຕີມ ແລະ ປັບ​ປຸງບູ​ລະ​ນະ​ກົນ​ໄກ​ນຳ​ພາ​ຂອງ​ພັກ​ຕໍ່​ກອງ​ທັບ. ໃນ​ນັ້ນ, ເລ​ຂາ​ທິ​ການ​ໃຫຍ່​ຮຽກ​ຮ້ອງໃຫ້ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມທີ່ປະ​ຕິ​ວັດ, ເປັນ​ແບບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ; ມີ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການກໍ່​ສ້າງ​ພື້ນ​ຖານການ​ປ້ອງ​ກັນປະເທດ​ທົ່ວ​ປວງ​ຊົນ, ເຊື່ອມໂຍງ​ທ່າປ້ອງ​ກັນ​ປະເທດ​ທົ່ວ​ປວງ​ຊົນ ​ກັ​ບ​ທ່າ​ປ້ອງ​ກັນ​ຄວາມໝັ້ນຄົນ​ທົ່ວ​ປວງ​ຊົນ. ກອງ​ທັບ “ຈະຕ້ອງ​ສືບ​ຕໍ່​ຄົ້ນ​ຄວ້າ, ເຂົ້າໃຈ​ສະຖານະ​ການ ການ​ພັດທະນາ ແລະ ຄວາມຜັນຜວນ​ໃນທຸກ​ທິດທາງ ແລະທຸກພື້ນທີ່, ໂດຍສະເພາະ ພື້ນທີ່ທີ່ສຳ​ຄັນ​; ເຮັດວຽກງານພະຍາກອນແລະ​ໃຫ້ຄຳປຶກສາຍຸດ​ທະ​ສາດໃຫ້ໄດ້ເປັນຢ່າງດີ, ຄົ້ນພົບຢ່າງ​ໄວ ​ແລະໃຫ້ຄຳປຶກສາແກ່​ພັກ ລັດ ແລະ ຄະນະພັກ​ການ​ທະຫານ​ສູນ​ກາງໂດຍທັນທີ ເພື່ອຊີ້​ນຳ​ສະກັດ​ກັ້ນ​ຢ່າງທັນ​ການ ແລະ ຈັດການ​ແກ້​ໄຂ​ສະພາບ​ການ​ທີ່​ເກີດ​ຂຶ້ນ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່ໃຫ້ຕົກໃນທ່າຮັບ ໃນຄວາມບັງເອີນໂດຍເດັດຂາດ”(2).

ຕາມ​ຈິດ​ໃຈ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ເພື່ອ​ສ້າງກອງ​ທັບໃຫ້​ເຕີບ​ໃຫຍ່ເຂັ້ມ​ແຂງ​ຢ່າງຮອບ​ດ້ານ, ກ່ອນ​ອື່ນ​ໝົດ​ຕ້ອງ​ປັບປຸງ​ຍົກ​ສູງ​ຄຸນ​ນະ​ພາບ ປະ​ສິດ​ທິ​ພາບ ຂອງ​ວຽກ​ງານ​ພັກ ແລະ ວຽກ​ງານ​ການ​ເມືອງ​ໃນ​ທົ່ວ​ກອງ​ທັບ, ​ສ້າງກອງ​ທັບທີ່​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ; ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ ຄວາມ​ຜູກພັນແບບ​ເລືອດ​ເນື້ອ​ກັບ​ປະ​ຊາ​ຊົນ, ເຮັດ​ໜ້າທີ່​ຂົນ​ຂວາຍ​ມະ​ຫາ​ຊົນ​ໃນ​ສະ​ພາບ​ການ​ໃໝ່ໃຫ້ດີ; ສຸມ​ໃສ່​ກໍ່​ສ້າງ​ອົງ​ຄະ​ນະ​ພັກ​ກອງ​ທັບ​ໃຫ້​ສະ​ອາດ​ປອດ​ໃສ ແລະເຂັ້ນ​ແຂງຢ່າງແທ້ຈິງ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ການຈັດ​ຕັ້ງ ແລະ ຄຸນ​ສົມ​ບັດສິນທຳ. ພ້ອມກັນນັ້ນ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ການ​ເມືອງ; ມີແຜນ​ນະ​ໂຍ​ບາຍແລະມາດ​ຕະ​ການເພື່ອຍົກ​ສູງ​ຄວາມ​ສາ​ມາດນຳພາ ແລະ ກຳ​ລັງ​ແຮງ​ສູ້​ຮົບ ຂອງ​ບັນ​ດາ​ຄະ​ນະ​ພັກ ແລະ ອົງ​ການ​ຈັດ​ຕັ້ງ​ພັກ(3). ຕໍ່​ສູ້​ຢ່າງເດັດດ່ຽວເພື່ອເອົາຊະນະ​ກົນ​ອຸ​ບາຍ ເລ່​ລ່ຽມ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູທີ່​ຫວັງ “ເຮັດໃຫ້ກອງທັບປະຊາຊົນບໍ່ກ່ຽວຂ້ອງກັບການເມືອງ”. ຈຳເປັນຕ້ອງ​​ເນັ້ນແລະຢືນ​ຢັນວ່າ ຄວາມຮຽກ​ຮ້ອງຕ້ອງການທັງໝົດ ແລະ ກໍ່​ແມ່ນ​ບົດ​ຮຽນ​ຫຼັກ​ແຫຼ່ງ​ທີ່ນຳໄປສູ່ໄຊ​ຊະ​ນະຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ ແມ່ນ​ການກໍ່​ສ້າງ​ທ່າສະໜາມຮົບໃນ​​ໃຈ​ປະ​ຊາ​ຊົນ ແລະ ການລະ​ດົມ​ກຳ​ລັງ​ແຮງແຫ່ງ​ມະ​ຫາ​ສາ​ມັກ​ຄີປວງຊົນທັງຊາດ, ດັ່ງ​ນັ້ນ ຈຶ່ງ​ຕ້ອງ​ເສີມ​ຂະ​ຫຍາຍ “ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ສ້າງ​ພື້ນ​ຖານ​ການປ້ອງ​ກັນ​ປະເທດ​ທົ່ວປວງ​ຊົນ, ທ່າ​ສະໜາມຮົບ​ປ້ອງ​ກັນ​ປະເທດ​ທົ່ວ​ປວງ​ຊົນ ​ຕິດ​ກັບ​ພື້ນ​ຖານ​ປ້ອງ​ກັນ​ຄວາມໝັ້ນຄົງ​ປະ​ຊາ​ຊົນ, ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມໝັ້ນຄົງ​ປະ​ຊາ​ຊົນ ແລ​ະ ​ສ້າງ​ການ​ປ້ອງ​ກັນເຂດ​​ທະຫານ ​ແລະ ​ເຂດ​ປ້ອງ​ກັນທຸກ​ຂັ້ນທີ່ເຂັ້ມແຂງ; ເພີ່ມທະວີຄວາມສາມາດບົ່ມຊ້ອນແລະກຳລັງແຮງ​ດ້ານ​ປ້ອງ​ກັນ​ປະ​ເທດ​ໃຫ້​ເຂັ້ມ​ແຂງ””(4).

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຍັງເນັ້ນ​ໜັກ​ວ່າ: ຕ້ອງ​ສືບ​ຕໍ່​ຍຶດຖື​ໜ້າທີ່ການ​ພັດທະນາ​ເສດຖະກິດ​ເປັນ​ໃຈກາງ, ການກໍ່ສ້າງ​ພັກ​ເປັນ​ກຸນ​ແຈ, ການພັດທະນາ​ວັດທະນະທຳ​ເປັນ​ພື້ນຖານ​ທາງ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ. ກໍ່​ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການປ້ອງ​ກັນ​ປະເທດ, ປ້ອງ​ກັນ​ຄວາມໝັ້ນຄົງ ແລະ ການ​ຕ່າງ​ປະ​ເທດ. ຍຸດ​ທະ​ສາດ​ການປ້ອງ​ກັນ​ຄວາມ​ໝັ້ນຄົງ, ປ້ອງ​ກັນ​ປະເທດ, ການສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ​ແມ່ນ​ແຜນ​ການ​ທີ່​ມີ​ລັກ​ສະ​ນະ​ສັງ​ລວມ, ດ້ວຍ​ລຳ​ດັບ​ການ​ດຳ​ເນີນ, ບາດ​ກ້າວ ແລະ ການ​ປ​ະ​ສານ​ສົມ​ທົບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ເສດ​ຖະ​ກິດ ແລະ ການ​ຕ່າງ​ປະ​ເທດ: “ປະສານສົມ​ທົບຢ່າງ​ແໜ້ນ​ແຟ້ນ​ເສດ​ຖະ​ກິດ​ກັບການ​ປ້ອງ​ກັນປະເທດ-ປ້ອງ​ກັນ​ຄວາມ​ໝັ້ນຄົງ, ປ້ອງ​ກັນປະເທດ-ປ້ອງ​ກັນ​ຄວາມໝັ້ນຄົງ​ ກັບ​ເສດ​ຖະ​ກິດ ​ໃນ​ແຕ່​ລະ​ຍຸດ​ທະ​ສາດ, ​ແຜນ​ກຳ​ນົດ, ນະ​ໂຍ​ບາ​ຍ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ; ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ​ການປ້ອງ​ກັນປະເທດ-ປ້ອງ​ກັນ​ຄວາມ​ໝັ້ນຄົງ​ກັບ​ການ​ຕ່າງ​ປະ​ເທດ”(5). ນັ້ນ​ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ​ ໃນ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມຂອງ​ຊາດ, ແມ່ນຫຼັກ​ການ​​ທີ່ຂາດບໍ່ໄດ້ ໃນການ​ກໍ່ສ້າງ ແລະ ຮັບ​ປະ​ກັນ​ທ່າແລະຄວາມເຂັ້ມແຂງ​ຂອງ​ປະ​ເທດ. ພ້ອມກັນນັ້ນ, ກໍ່​ສ້າງ​ລະ​ບົບ​ທັດ​ສະ​ນະ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດຄື: ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຕັ້ງ​ແຕ່​ຕົ້ນ ຈາກໄລຍະ​ໄກ, ປົກປ້ອງ​ປະ​ເທດເມື່ອ​ຍັງ​ບໍ່​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ; ການປົກປ້ອງຄວາເປັນ​ເອ​ກະ​ລາດ ເປັນ​ເຈົ້າ​​ຕົນ​ເອງ​ຂອງ​ປະ​ເທດ ​ຕ້ອງ​ຕິດ​ພັນ​ກັບການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ໂດຍຖື​ເອົາການ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ເປັນ​ເປົ້າ​ໝາຍ​ທີ່ສອດຫ້ອຍຕະຫຼອດ ​ໃນ​ການກໍ່​ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ການ​ປ້ອງ​ກັນ​ເທດ, ການ​ທະ​ຫານ, ສ້າງ​ເງື່ອນ​ໄຂ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ.

​ສາ​ມາດ​ຢືນ​ຢັນໄດ້​ວ່າ ​ການ​ຊີ້​ນຳ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່, ເລ​ຂາ​ທິ​ການຄະນະພັກການທະ​ຫານ​ສູນ​ກາງ ​ກ່ຽວ​ກັບ​ແນວ​ທາງ, ຍຸດ​ທະ​ສາດ​ການ​ທະ​ຫານ, ການ​ປ້ອງ​ກັນ​ປະເທດ​ ບໍ່​ພຽງ​ແຕ່​ສະ​ແດງໃຫ້ເຫັນເຖິງ​ການ​ປະ​ສົມປະສານ​ຢ່າງກົມກຽວ ​ລະ​ຫວ່າງ​ມູນ​ເຊື້ອໃນການກໍ່ຕັ້ງ​ປະ​ເທດ​ໄປ​ຄຽງ​ຄູ່​ກັບການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຂອງ​ຊາດ​ຫວຽດ​ນາມ ​ດ້ວຍ​ບົດ​ຮຽນພຶດຕິກຳທີ່ອຸ​ດົມສົມບູນແລະມີຊີ​ວິດ​ຊີ​ວາເທົ່າ​ນັ້ນ, ແຕ່​ຍັງ​ໃຫ້​ເຫັນເຖິງ​ຈິນ​ຕະ​ນາການປະດິດສ້າງ ຄວາມ​ສຸດ​ອົກ​ສຸດ​ໃຈ ແລະ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເຊິ່ງຍາ​ມ​ໃດ​ກໍ່​ຖືເອົາ​ຜົນ​ປະ​ໂຫຍດຂອງ​ຊາດ, ຜົນ​ປະ​ໂຫຍດຂອງປະ​ຊາ​ຊົນເປັນອັນດັບໜຶ່ງ, ສູງ​ສຸດ. ນັ້ນ​ກໍ່​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ສືບ​ຕໍ່​ຄົ້ນ​ຄວ້າເພີ່ມເຕີມ ​ປັບ​ປຸງບູ​ລະ​ນະ​ແນວ​ທາງ​ການ​ທະ​ຫານ ແລະຍຸດ​ທະ​ສາດການປ້ອງກັນປະເທດ, ​ປະ​ກອບ​ສ່ວນ​​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ “​ຕັ້ງ​ແຕ່​ຕົ້ນ ຈາກໄລຍະໄກ”, ຮັກ​ສາ​ໃຫ້ “ພາຍ​ໃນ​ອົບ​ອຸ່ນ, ພາຍນອກ​ລາບ​ລື່ນ”, “ປົກ​ປັກ​ຮັກ​ສາ​ປະ​ເທດເມື່ອຍັງ​ບໍ່​ທັນ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ”, ຮັກ​ສາ​ສັນ​ຕິ​ພາບແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ. ການ​ຊີ້​ນຳ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ ໄດ້ຮັບການຈັດວາງຕາມລຳດັບ​ ຕັ້ງແຕ່ບັນ​ຫາທົ່ວໄປ ​ຈົນ​ເຖິງ​ບັນ​ດາ​ເນື້ອ​ໃນສະເພາະ, ຕັ້ງແຕ່​ການ​ກຳນົດ​ທິດ​ຍຸດ​ທະ​ສາດ​ ຈົນເຖິງ​ຄວາມ​ຮຽກ​ຮ້ອງຕ້ອງການກໍ່​ສ້າງກອງ​ທັບທີ່​​ເຂັ້ມ​ແຂງ; ​ສ່ອງ​ແສງ​ເຖິງການ​ນຳ​ພາ ຊີ້​ນຳ​ທີ່​ມີ​ລັກ​ສະ​ນະ​ຮອບ​ດ້ານ ສັງ​ລວມ ເດັດ​ຂາດ​ຂອງ​ຜູ້ນຳ​ພັກ, ປະ​ກອບ​ສ່ວນ​ຊີ້ແຈງ​ບາດ​ກ້າວ​ພັດ​ທະ​ນາ​ຈິນ​ຕະ​ນາ​ການ​ທິດ​ສະ​ດີ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກ່ຽວ​ກັບ​ແນວ​ທາງ​ການ​ທະ​ຫານ  ແລະ ຍຸດ​ທະ​ສາດ​ການ​ປ້ອງ​ກັນປະເທດ, ໂດຍສະເພາະ​ ​ບົດ​ບາດ​ນຳ​ພາ ແລະ ຄວາມ​ສາ​ມາດໃນການ​ວາງ​ແຜນ​ກຳ​ນົດ​ແນວ​ທາງ ແລະ ນະ​ໂຍ​ບາຍ​ການ​ປ້ອງ​ກັນປະເທດ ເພື່ອຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອ​ງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ໃນ​ໄລ​ຍະ​ໃໝ່.

ການກໍ່​ສ້າງ​ກຳລັງທະຫານທີ່ຍຶດຖື​ບົດ​ບາດ, ພາ​ລະ​ບົດ​ບາດ, ໜ້າ​ທີ່​ ຂອງ​ແຕ່​ລະ​ອົງ​ການ​ຈັດ​ຕັ້ງ ກົມ​ກອງ,
ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມທີ່ປະ​ຕິ​ວັດ, ເປັນ​ແບບຫຼວງ, ຍອດ​ຢ້ຽມ
ແລະ ທັນ​ສະ​ໃໝ​​ເທື່ອ​ລະກ້າວ, ໃນ​ນັ້ນ ​ບາງເຫຼົ່າທັບ ເຫຼົ່າທະຫານ ກອງກຳ​ລັງຈະ​ກ້າວຂຶ້ນ​ສູ່​
ທັນ​ສະ​ໄໝໂດຍກົງ, ຕອບ​ສະ​ໜອງຄວາມ​​ຕ້ອງ​ການແລະໜ້າທີ່​ ໃນ​ສະ​ພາບ​ການ​ໃໝ່

ຕະຫຼອດ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ (ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII), ​ພັກ​ກອມ​ມູ​ນິດ​ຫວຽດ​ນາມມີ​ທັດ​ສະ​ນະທີ່ສອດຄ່ອງສະເໝີຄື: “ກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ທີ່ປະ​ຕິ​ວັດ, ເປັນ​ແບບຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ”. ພິ​ເສດ, ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫ​ວຽດ​ນາມ, ທັດ​ສະ​ນະ​ກ່ຽວ​ກັບ “ການກໍ່​ສ້າງກອງ​ທັບ​ທັນ​ສະ​ໄໝ” ສືບ​ຕໍ່​ໄດ້​ຮັບການປັບ​ປຸງ ພັດ​ທະ​ນາ ແລະສະ​ແດງອອກຢ່າງ​ຈະ​ແຈ້ງກວ່າອີກ ໂດຍມີ​ເປົ້າ​ໝາຍ ແຜນງານ ແລະ ຂັ້ນຕອນສະເພາະ: “ການກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ,… ທີ່ປ​ະຕິ​ວັດ, ເປັນ​ແບບຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ບາງ​ເຫຼົ່າ​ທັບ ເຫຼົ່າທະຫານ ກອງກຳ​ລັງຈະ​ກ້າວຂຶ້ນ​ສູ່​ທັນ​ສະ​ໄໝໂດຍກົງ”(6). ​ຜ່ານບົດຄວາມ ສຸນທອນພົດ ຄຳປາໄສ 18 ບົດໃນ​ພາກ​ທີ​ສອງ ໃນປຶ້ມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ເລ​ຂາ​ທິ​ການຄະນະພັກການ​ທະ​ຫານ​ສູນ​ກາງ ​ໄດ້​ຊີ້​ແຈງຢ່າງຈະແຈ້ງເຖິງ​ທັດ​ສະ​ນະ ແລະ ການ​ຊີ້​ນຳ​ຢ່າງໃກ້ຊິດ ແລະ ຮອບ​ດ້ານຂອງ​ສະ​ຫາຍເລຂາທິການໃຫຍ່ ​ຕໍ່​ບັນ​ດາເຫຼົ່າ​ທັບ, ເຫຼົ່າທະຫານ, ສະຖາບັນການສຶກສາ ແລະ ໂຮງ​ຮຽນການທະຫານ.

ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມແມ່ນ​ອົງ​ການ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ໃນ​ການເຄື່ອນ​ໄຫວ​ນຳ​ພາ​ຂອງ​ພັກ​ຕໍ່​ກອງ​ທັບ, ອົງ​ການ​ເສ​ນາ​ທິ​ການ​ຂອງ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ແລະ ​ໂດຍ​ກົງແລະເປັນປະຈຳ ​ແມ່ນ​ຂອງ​ຄະ​ນະພັກການ​ທະ​ຫານ​ສູນ​ກາງ ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວດ້ານ​ວຽກ​ງານ​ພັກ ແລະວຽກ​ງານ​ການ​ເມືອງ ​ໃນ​ທົ່ວ​ກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງທັບ​ຈຶ່ງມີ​ຂອບ​ເຂດ​ເຄື່ອນ​ໄຫວ​ທີ່ກວ້າງ​ຂວາງ ແລະ ເນື້ອ​ໃນ​ທີ່ສຳ​ຄັນໃນ 7 ຂົງ​ເຂດ​ວຽກ​ງານ​ໃຫຍ່ຄື: ການໂຄ​ສະ​ນາ​ອົບ​ຮົມ, ການ​ຈັດ​ຕັ້ງ, ພະ​ນັກ​ງານ, ການປ້ອງ​ກັນ, ນະ​ໂຍ​ບາຍ, ການຂົນ​ຂວາຍ​ປະ​ຊາ​ຊົນ, ວຽກ​ງານ​ມະ​ຫາ​ຊົນ; ພ້ອມ​ກັນນັ້ນ, ປະ​ສານງານ​ກັບຄະ​ນະ​ກຳ​ມະ​ການກວດ​ກາ ຂອງຄະ​ນະພັກ​ການ​ທະ​ຫານ​ສູນ​ກາງ ເພື່ອ​ຊີ້​ນຳ​ວຽກ​ງານກ​ວດ​ກາ​ໃນ​ທົ່ວ​ອົ​ງ​ຄະ​ນະ​ພັກກອງ​ທັບ. ທ່ານ​ເລ​ຂາ​ທິ​ການໃຫຍ່​​ໄດ້​ເນັ້ນເປັນ​ພິ​ເສດ​ເຖິງບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ໃນ​ທິດ​ທາງ, ໜ້າ​ທີ່​ຂອງ​ກົມ​ໃຫຍ່​ການເມືອງໃນ​ເວ​ລາ​ຕໍ່​ໄປ. ນັ້ນ​ແມ່ນ: ເຂົ້າໃຈເຖິງທີ່ຕັ້ງ, ບົດບາດຂອງວຽກງານພັກ ແລະ ວຽກງານການເມືອງໃນກອງທັບ ຢ່າງຄົບຖ້ວນແລະເລິກເຊິ່ງຍິ່ງຂຶ້ນ ເຊິ່ງກວ້າງກວ່ານັ້ນແມ່ນຄວາມຮັບຮູ້ເຖິງການເຄື່ອນໄຫວນຳພາຂອງພັກຕໍ່ກອງທັບໃນສະພາບການໃໝ່; ປະ​ສານງານຢ່າງ​ດີ​ກັບ​ບັນ​ດາ​ອົງ​ການ, ບັນ​ດາ​ເຫຼົ່າ​ທັບ ເພື່ອດຳເນີນ​ງານດ້ານ​ແນວ​ຄິດແລະທິດ​ສະ​ດີ, ປະຕິບັດວຽກງານອົບຮົມສຶກ​ສາທາງ​ການ​ເມືອງ, ການກໍ່​ສ້າງ​ອົງ​ການ​ຈັດ​ຕັ້ງ​ພັກ ແລະ ວຽກ​ງານຂົນ​ຂວາຍ​ປະ​ຊາ​ຊົນ; ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ ເພື່ອ​ເສີມ​ຂະ​ຫຍາຍບົດ​ບາດ​ປະ​ຈັນ​ບານ ແລະການເປັນ​ແບບ​ຢ່າງ​ຂອງກອງ​ທັບ ຢ່າງ​ແຂງ​ແຮງ; ເອົາໃຈໃສ່ເປັນພິເສດເຖິງ​ວຽກ​ງານກໍ່​ສ້າງ​ຂະ​ແໜງ​ການ, ກໍ່​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ການ​ເມືອງ​ຂັ້ນ​ຕ່າງໆ. ຈາກນັ້ນ, ກໍ່​ສ້າງ​ອົງ​ການ​ກົມ​ໃຫຍ່​ການ​ເມື​ອງ​ທີ່​ເຂັ້ມ​ແຂງ​ແລະເປັນ​ແບບ​ຢ່າງ​ໃນ​ທຸກ​ດ້ານ​ຢ່າງ​ແທ້​ຈິງ ເພື່ອ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ.

ສຳ​ລັບ​ກອງ​ປ້ອງ​ກັນ​ອາ​ກາດ - ກອງທັບ​ອາ​ກາດ ເຊິ່ງເປັນກອງ​ກຳ​ລັງຫຼວງ​ທີ່​ສຳ​ຄັນ​ຂອງກອງ​ທັບປະຊາຊົນຫວຽດນາມ ໂດຍມີ​ບົດ​ບາດແລະຄ​ວາ​ມ​ຮັບ​ຜິດ​ຊອບ​ຫຼັກ​ ໃນກອງກຳລັງ​ປ້ອງ​ກັນ​ທາງ​ອາ​ກາດ​ສາມ​ເຫຼົ່າທະຫານ ​ຂອງ​ທ່າ​ສະໜາມຮົບ​ປ້ອງ​ກັນ​ອາ​ກາດ​ປະ​ຊາ​ຊົນ, ທ່ານ​ເ​ລຂາ​ທິ​ການ​ໃຫຍ່​ ຮຽກ​ຮ້ອງໃຫ້​ປະ​ຕິ​ບັດ​​ວຽກ​ງານກໍ່​ສ້າງ​ພັກ ການອົບຮົມສຶກ​ສາ​ດ້ານ​ການ​ເມືອງ ແນ​ວ​ຄິດ ໃຫ້ດີ; ຕັ້ງ​ໜ້າ​ຈັດ​ຕັ້ງ​ການ​ເຝິກ​ແອບ, ຍົກ​ສູງ​ກຳ​ລັງ​ແຮງ, ລະ​ດັບ​ຄວາມ​ຮູ້ ແລະ ຄວາມ​ສາ​ມາດໃນ​ການ​ຮົບ; ການ​ຄຸ້ມ​ຄອງ, ຂຸດ​ຄົ້ນ ແລະ ​ໃຊ້​ອາ​ວຸດແລະອຸ​ປະ​ກອນທາງ​ເຕັກ​ນິກ​ທີ່​ມີ​ຢູ່ ຢ່າງມີປະສິດທິພາບ ລວມເຖິງອາ​ວຸດແລະຍານພາ​ຫະ​ນະ​ໃໝ່​, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກປ້ອງ​ນ່ານ​ຟ້າ, ​ທະ​ເລ, ຊາຍ​ແດນ, ໝູ່​ເກາະ​ທະ​ເລ, ​ເຂດ​ເສດ​ຖະ​ກິດ ແລະ ການ​ເມືອງ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້ນ​ຄົງ.  

ກ່ຽວ​ກັບ​ບົດ​ບາດ​​ຫຼັກ ແລະ ການນຳ​ໜ້າ​ຂອງກອງທັບ​ເຮືອ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ສິດ​​ອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ ແລະ ຜົນ​ປະ​ໂຫຍດ​ຂອງ​ຊາດໃນ​ທະ​ເລ ແລະ ໝູ່​ເກາະຫວຽດນາມ, ທ່ານ​ເລ​ຂາ​ທິ​ການໃຫຍ່​ຮຽກ​ຮ້ອງໃຫ້​ພະ​ນັກ​ງານແລະນັກ​ຮົບ​ຕ້ອງ   “ເຂົ້າ​ໃຈ​ທັດ​ສະ​ນະ, ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກແລ​ະລັດ​ກ່ຽວກັບການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ຢ່າງ​ເລິກ​ເຊິ່ງ ລວມທັງທີ່​ຕັ້ງທາງ​ຍຸດ​ທະ​ສາດ​ຂອງ​ທະ​ເລ ແລະ ໝູ່​ເກາະ”(7), ປັບປຸງຍົກ​ສູງ​ຄຸນ​ນະ​ພາບ​ການ​ເຝິກອົບຮົມ, ຄວາມ​ພ້ອມ​ຮົບ ແລະ ຄວາມ​ສາ​ມາດ​ໃນການຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​ອຳ​ນາດ​ອະ​ທິ​ປະ​ໄຕທາງ​ທະ​ເລ ແລະ ໝູ່​ເກາະ. 

ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ກໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ແລະ ​ຊີ້​ນຳ​ກອງກຳ​ລັງ​ທະ​ຫານຮັກສາ​ຊາຍ​ແດນຢ່າງ​ໃກ້​ຊິດ​​, ໂດຍຮຽກຮ້ອງ​ໃຫ້ກອງກຳລັງນີ້​ ຕ້ອງ​ເປັນ​ກອງທັບການເມືອງທີ່ດີ, ​ເປັນ​ກອງທັບ​ທີ່ເຮັດວຽກງານ​ດີ ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ທີ່ເຮັດໜ້າທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໃນດິນແດນ, ຮັກສາ​ຄວາມ​ໝັ້ນຄົງ ແລະຄວາມ​ສະຫງົບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ; ເຮັດໜ້າທີ່​ຂົນ​ຂວາຍ​ມະ​ຫາຊົນ​ໄດ້​ດີ, ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ​ກັບ​ການປັບປຸງການປ້ອງກັນປະເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຊາຍ​ແດນ ແລະ ປະ​ຕິ​ບັດ​ໜ້າ​ທີ່​ການ​ຕ່າງ​ປະ​ເທດບໍລິເວນ​ຊາຍ​ແດນ. ສຳ​ລັບ​ກອງກຳ​ລັງ​ສືບ​ຂ່າວດ້ານ​ປ້ອງ​ກັນ​ປະເທດ, ຕ້ອງເອົາ​ໃຈ​ໃສ່​ກໍ່​ສ້າງ​ທ່າສະໜາມ​ຮົບ​ສືບ​ຂ່າວທີ່​ເຂັ້ນ​ແຂງ ແລະ ​ໄຫວ​ພິບ; ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ສັງ​ລວມ​ຂອງບັນດາວິ​ທີ​ການແລະກຳ​ລັງໃຫ້ສູງສຸດ; ຮັບ​ປະ​ກັນ​ຄວາມໝັ້ນຄົງແລະຄວາມ​ປອດ​ໄພ​ຂອງການສືບ​ຂ່າວ​ໃຫ້​ດີ; ຄົ້ນ​ຄວ້າ​ພັດ​ທະ​ນາ​ທິດ​ສະ​ດີ​ສິ​ລະ​ປະ​ການ​ສືບ​ຂ່າວ​ທີ່​ມີ​ລັກ​ສະ​ນະແລະແບບ​ແຜນ​ຫວຽດ​ນາມ…, ເພື່ອ​ສ້າງໜ່ວຍສືບ​ຂ່າວ​ດ້ານປ້ອງ​ກັນປະເທດ ​ທີ່​ຈົ່ງ​ຮັກ​ພັກ​ດີແລະໜ້າ​ເຊື່ອຖືເປັນພິ​ເສດ​ ຂອງ​ພັກ, ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ.

ເພື່ອ​ຮັບ​ປະ​ກັນຄວາມ​ເປັນ​ເອ​ກະ​ພາບ, ເປັນ​ລະ​ບົບ, ເພີ່ມ​ທະ​ວີ​ຄວາ​ມ​ສາ​ມາດໃນການ​ຄາດ​ຄະ​ເນ ແລະ ປະ​ສານ​ສົມ​ທົບການ​ຮົບໄດ້ຢ່າງມີ​ປະ​ສິດ​ທິ​ຜົນ, ມີ​ຄວາມ​ສາມາດພຽງພໍທີ່ຈະ​ນາບ​ຄູ່ແລະປ້ອງ​ກັນ​ ແລະ ​ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການໃນການ​ສ້າງ​ສາ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ໃນການ​ຜັນ​ຜວນທີ່​ສັບ​ສົນ​ຂອງ​ສະ​ພາບ​ການ​ຕົວ​ຈິງ, ຕາມທັດສະນະຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ, ຄຽງ​ຄູ່ກັບ​ກອງ​ກຳ​ລັງຂອງບັນດາເຫຼົ່າ​ທັບ, ເຫຼົ່າທະຫານນັ້ນ, ບັນ​ດາສະຖາບັນການສຶກສາ​ ແລະ ໂຮງ​ຮຽນ​ພາຍ​ໃນ​ກອງ​ທັບ​ກໍ່​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ. ດ້ວຍ​ລັກ​ສະ​ນະ​ພິ​ເສດ​ໃນ​ປະ​ຫວັດ​ສາດຂອງ​ປະ​ເທດ, ບົດ​ຮຽນ​ທີ່​ເປັນ​ກົດ​ເກນຕະຫຼອດຂະ​ບວນ​ການ​ພັດ​ທະ​ນາ​ຂອງ​​ຊາດ​ຫວຽດ​ນາມແມ່ນ ການກໍ່ຕັ້ງປະເທດຕ້ອງໄປຄຽງຄູ່ກັບການຮັກສາປະເທດ, ການ​ກໍ່ສ້າງ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດສະເໝີ. ການ​ປ້ອງ​ກັນ​ປະເທດ ແລະປ້ອງ​ກັນ​ຄວາມໝັ້ນຄົງ​ ແມ່ນ​ພາ​ລະ​ກິດ​ອັນ​ສຳ​ຄັນ​ຍິ່ງ​ຂອງ​ຊາດ, ແມ່ນໜ້າ​ທີ່​ເປັນ​ປະ​ຈຳແລະສຳ​ຄັນ​ເປັນ​ຢ່າງ​ຍິ່ງ ​ຂອງ​ທົ່ວ​ປວງ​ຊົນ ແລະ ທົ່ວ​ປະ​ເທດ. ຄວາມເປັນ​ຈິງ​ໃຫ້​ເຫັນ​ວ່າ ​ຄືກັນກັບວຽກງານການ​ສ້າງປະເທດ, ຖ້າຢາກ​ປົກ​ປັກ​ຮັກ​ສາ​ປະ​ເທດ ກໍ່​ຕ້ອງ​ມີ​ຄວາມຮູ້, ​ຄວາມເຂົ້າໃຈ ແລະ ບົດ​ຮຽນ​ປະສົບການໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ. ບັນດາສະຖາບັນການສຶກສາ ແລະ ໂຮງ​ຮຽນ​ໃນ​ກອງ​ທັບໄດ້ຮັບການຈັດ​ຕັ້ງ​ຂຶ້ນ​ ເພື່ອຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການ​ທີ່ຫຼີກລ່ຽງບໍ່ໄດ້ນັ້ນ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຝຶກອົບຮົມ​ພະ​ນັກ​ງານ​ການ​ທະ​ຫານ ແລະ ບຳ​ລຸງ​ຄວາມ​ຮູ້​ດ້ານ​ການປ້ອງ​ກັນປະເທດ​ ໃຫ້​ປະຊາກອນທັງໝົດ, ໂດຍສະເພາະ​ ພະ​ນັກ​ງານ​ນຳ​ພາ, ຄຸ້ມ​ຄອງ​ທຸກລະດັບ. ຕາມນັ້ນ, ເມື່ອ​ກ່າວ​ເຖິງ​ໜ້າ​ທີ່​ຂອງ​​ສະຖາບັນການສຶກສາ ແລະ ໂຮງ​ຮຽນ​ໃນ​ກອງ​ທັບ​ໃນ​ສະ​ພາບ​ການ​ໃໝ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຮຽກ​ຮ້ອງ​ໃຫ້​ອອກແຮງປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ແຜນການ, ວິ​ທີ​ການ​ສຶກ​ສາ, ຝຶກອົບຮົມ, ບຳ​ລຸງ​ສ້າງ, ການ​ສອນ ແລະ ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ; ສົມທົບ​ຢ່າງ​ແໜ້ນ​ແຟ້ນ​​ການ​ສະຫຼຸບ​ສັງລວມພຶດຕິກຳຕົວຈິງ ​ກັບ​ການ​ຄົ້ນ​ຄວ້າ​ທິດ​ສະ​ດີ​ ເພື່ອ​ພັດ​ທະ​ນາ​ສິ​ລະ​ປະ​ການ​ທະ​ຫານ, ວັດ​ທະ​ນະ​ທຳ​ການ​ທະ​ຫານ​ຫວຽດ​ນາມ; ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຕໍ່​ສູ່​ໃນ​ແນວ​ຮົບ​ທິດ​ສະ​ດີ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ຮັກ​ຮັກ​ສາສະໜາມ​ຮົບ​ແນວ​ຄິດ​ຂອງ​ພັກຢ່າງ​ໝັ້ນ​ຄົງ.

ພິ​ເສດ, ເພື່ອເຊີເຊູ​ບົດ​ບາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄົນ​ລຸ້ນໜຸ່ມຫວຽດນາມໂດຍ​ທົ່ວ​ໄປ ​ແລະ ຊາວ​ໜຸ່ມ​ກອງທັບ​ເວົ້າ​ສະ​ເພາະ, ທ່ານເລຂາທິການໃຫຍ່ໄດ້ເຂົ້າຮ່ວມແລະກ່າວ​ຄຳ​ເຫັນ ໃນກອງປະຊຸມ​ພົບ​ປະ​ບັນ​ດາ​ຜູ້​ແທນ​ທີ່​ດີ​ເດັ່ນ​ ຂອງ​ຄະ​ນະ​ຊາວ​ໜຸ່ມກອງ​ທັບ ໂດຍຢືນ​ຢັນ​ການ​ປະ​ກອບ​ສ່ວນ ແລະ ການອຸທິດ​ຂອງ​ກຳ​ລັງ​ຊາວ​ໜຸ່ມກອງ​ທັບ ​ໃນ​ພາ​ລະ​ກິດການ​ຕໍ່​ສູ້​ເພື່ອປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ການສ້າງ​ສາແລະພັດ​ທະ​ນາ​ປະ​ເທດ. ນອກຈາກນີ້  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຍັງ​ໄດ້​ເຕືອນຄະນະ​ຊາວ​ໜຸ່ມ​ທະຫານ ໃຫ້​ພະຍາຍາມ​ສ້າງ “ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ດີງາມ-ຄວາມ​ຮັບຜິດຊອບ​ສູງ; ຮຽນຮູ້ດີ-ປະຕິບັດເກັ່ງ; ສາມັກຄີດີ - ມີວິໄນເຂັ້ມງວດ”, ສະແດງເຖິງຄວາມກ້າຫານ ຄວາມສະຫຼາດ ແລະ ຄຸນສົມບັດຂອງຊາວໜຸ່ມຫວຽດນາມ ໃນສະໄໝໂຮ່ຈີມິນ(8);  ອອກແຮງຮ່ຳ​ຮຽນ, ເຝິກຝົນຫຼໍ່ຫຼອມ, ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ປະຍຸກຄວາມສຳເລັດ​ທາງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ຂົງ​ເຂດ​ການ​ທະ​ຫານ; ເປັນ​ກຳ​ລັງຫຼັກ​ແຫຼ່ງ, ປະ​ຈັນ​ບານ ແລະ ນຳ​ໜ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ​ພ້ອມທີ່ຈະຕະລຸມບອນ ນຳໜ້າ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງກອງ​ທັບໃຫ້ສຳເລັດ, ໂດຍ​ສະ​ເພາະໃນພື້ນ​ທີ່ມີ​ຄວາມ​ຫຍຸ້ງ​ຍາກ, ​ລຳ​ບາກ ​ຖືກຕ້ອງຕາມ​ຄຳ​ສອນ​ຂອງ​ປະ​ທານ​ໂຮ່​ຈີມິນ: “ບ່ອນໃດຕ້ອງການ ບ່ອນນັ້ນມີຊາວໜຸ່ມ, ວຽກໃດຫຍຸ້ງຍາກ ຈະມີຊາວໜຸ່ມ”(9).

ການປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ - ບາດ​ກ້າວບຸກ​ທະ​ລຸ​ໃນ​ຄວາມຄິດກ່ຽວກັບການສ້າງ
​ຍຸດ​ທະ​ສາດການ​ປ້ອງ​ກັນ​ປະເທດ​ໃໝ່​ຂອງ​ຫວຽດ​ນາມ

ສະ​ຖາ​ນະ​ການ​ຂອງ​ສະ​ພາບ​ການ​ໃໝ່​ເຮັດໃຫ້ເກີດ​ຄວາມ​ຕ້ອງ​ການ​ຮີບ​ດ່ວນ, ຈຳເປັນຕ້ອງ​ມີ​ເອ​ກະ​ສານ​ຍຸດ​ທະ​ສາດ​​ທີ່​ມີລະດັບ​ພຽງ​ພໍ ເພື່ອ​ກຳ​​ນົດ​ແນວ​ທາງ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ​ສັງ​ຄົມ​ນິ​ຍົມຢ່າງຄົບຊຸດແລະຮອບດ້ານ, ສ້າງ​ພື້ນຖານເພື່ອຄວາມເປັນເອກະພາບໃນການ​ຮັບ​ຮູ້ ​ແລະ ການ​ເຄື່ອນ​ໄຫວ​ຂອງ​​ລະບົບ​ການ​ເມືອງທັງໝົດ, ວາງ​ຮາກ​ຖານ​ເພື່ອກຳນົດເປົ້າໝາຍ ​ແລະ ໜ້າທີ່ການສ້າງ​ກອງທັບ​ໃນ​ໄລຍະ​ຍາວ ​ແລະ ຜັນ​ຂະຫຍາຍ​ເປັນ​ໂຄງການ​ຍຸດ​ທະ​ສາດ​ເລິກ​ເຊິ່ງສະເພາະອື່ນໆ. ດັ່ງ​ນັ້ນ, ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະເທດ​ຫວຽດ​ນາມ ຈຶ່ງ​ໄດ້​ກຳ​ເນີດຂຶ້ນ. ສິ່ງສຳຄັນ​ທີ່ສຸດໃນການ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນຄວາມຄິດກ່ຽວກັບການສ້າງ ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະເທດ​ໃໝ່ ຂອງ​ຫວຽດ​ນາມ, ນັ້ນ​ແມ່ນ ​ຖື​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ ເປັນ​ຈຸດໝາຍທີ່ສອດຫ້ອຍຕະຫຼອດ​ການ​ກໍ່ສ້າງ​ກຳລັງ​ແຮງສັງລວມ ຂອງການປ້ອງ​ກັນ​ປະ​ເທດ ​ແລະ ກຳລັງ​ທະຫານ “ການ​ປົກ​ປັກ​ຮັກສາ​ເອກະລາດ ​ແລະ ຄວາມເປັນເຈົ້າຕົນເອງຂອງ​ປະ​ເທດ​ ຕ້ອງ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ສັນຕິພາບ. ນີ້​ແມ່ນ​ແນວ​ຄວາມ​ຄິດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ພ້ອມ​ກັນນັ້ນ ​ກໍ່​ແມ່ນ​ຄຸນ​ຄ່າ​ທົ່ວ​ໄປ​ຂອງ​ຍຸກ​ສະ​ໄໝ ໂດຍ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງວ່າ: “ການ​ປ້ອງ​ກັນ​ປະ​ເທດ​ຊາດ​ແມ່ນ​ການປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ; ປົກ​ປັກ​ຮັ​ກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​ປັກ​ຮັກ​ສາ​ປະ​ຊາ​ຊົນ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່ເອື້ອອຳນວຍຕໍ່ການ​ພັດ​ທະ​ນາ, ແຕ່​ຕ້ອງຕິດ​ພັນ​ກັບການປົກ​ປົກ​ຮັກ​ສາ​ສັນ​ຕິ​ພາບ ແລ​ະ​ ສັນ​ຕິ​ພາບ​ຖື​ເປັນຄຸ​ນ​ຄ່າອັນ​ສັກສິດ​ຂອງ​ປະ​ເທດ(10). ຖ້າ​ວ່າ​ບໍ່​ມີ​ເປົ້າ​ໝາຍນີ້​ ​ຈະ​ບໍ່​ມີ​ປັດໄຈ​ບຸກ​ທະ​ລຸ​ໃນຄວາມຄິດ​ຍຸດ​ທະ​ສາດການ​ປ້ອງ​ກັນປະເທດ​ໃນ​ໄລ​ຍະ​ໃໝ່; ຫຼື​ຖ້າ​ຫາກ​ຈຸດ​ປະ​ສົງຫຼັກ​​ບໍ່​ຖືກ​ຕ້ອງ​, ບໍ່ບັນລຸ ​ຍຸດ​ທາ​ສາດ​ຈະຜິດແລະຈະຫຼຸດລອຍ​ໄປ.​

ນອກ​ຈາກບົດຄວາມ ຄຳ​ປາ​ໄສ ແລະ ບົດ​ສຳ​ພາດ​ຂອງ​​ເລ​ຂາ​ທິ​ການ​ໃຫຍ່ຈຳນວນ 39 ບົດແລ້ວ, ປື້ມ​ເຫຼັ້ມນີ້​ຍັງໄດ້ອຸທິດພື້ນທີ່ສ່ວນໜຶ່ງເພື່ອພິມບົດຄວາມເຕັມເລື່ອງ “ເລຂາທິການໃຫຍ່ຫງວຽນຝູຈ້ອງ, ເລຂາທິການຄະນະພັກການທະຫານສູນກາງ - ບຸກຄົນທີ່ມີຄວາມຄິດສັດຈະວິພາກ ແລະ ວິໄສທັດຍຸດທະສາດ ໃນການສ້າງແນວທາງການທະຫານ ຍຸດທະສາດການປ້ອງກັນປະເທດ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມຫວຽດນາມ” ຂອງ​​ພົນ​ໂທ ຫງວຽນ​ຈີວິ້ງ, ອະ​ດິດ​ກຳ​ມະ​ການ​ສູນ​ກາງ​ພັກ, ອະ​ດິດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ເພື່ອ​ຊ່ວຍ​ໃຫ້​ຜູ້​ອ່ານ​ມີ​ມຸມມອງ​ທີ່​​ພາວະ​ວິ​ໄສ ກ່ຽວ​ກັບການ​ຊີ້​ນຳ, ການກຳ​ນົດ​ທິດ, ການຄິດແບບ​ສັດ​ຈະ​ວິ​ພາກ ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນຝູ​ຈ້ອງ, ເລ​ຂາ​ທິ​ການຄະນະພັກ​ການ​ທະ​ຫານ​ສູນ​ກາງ ​ໃນ​ການສ້າງ​ແນວ​ທາງ​ການ​ທະ​ຫານ ແລະ ຍຸດ​ທະ​ສາດການ​ປ້ອງ​ກັນປະເທດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງ​ຄົມ​ນິຍົມ. ດ້ວຍ​ພາ​ສາ​ທີ່ລຽບ​ງ່າຍ​ ຈິດ​ຕະ​ນາ​ການ​ແຫຼມ​ຄົມ, ຜູ້ຂຽນບົດຄວາມໄດ້ສະຫຼູບ​​ການ​ນຳ​ພາ ແລະ ຊີ້​ນຳ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫ​ຍ່, ເລ​ຂາ​ທິ​ການ​ຄະນະພັກ​ການ​ທະ​ຫານ​ສູນ​ກາງ ເຊິ່ງເປັນ “ນັກ​ຍຸດ​ທະ​ສາດ” ຜູ້​ສ້າງ​​ທິດທາງ​ພື້ນ​ຖານ ແລະ ສຳຄັນ​ໃນ​ແນວ​ທາງປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງ​ຄົມ​ນິ​ຍົມໃນ​ຍຸກ​ໃໝ່ - ​ສະ​ແດງໃຫ້ເຫັນເຖິງ​ຂະ​ບວນ​​ການ​ຄົ້ນ​ຄວ້າ, ຮຽບ​ຮຽງ ແລະ ຈັດ​ຕັ້ງ​ຊີ້​ນຳ​ການ​ສ້າງແລະປັບ​ປຸງ​​ເອ​ກະ​ສານ​ສະ​ເພາະ​ເລື່ອງຂອງ​ພັກໃຫ້ສຳເລັດສົມບູນ: ມະ​ຕິ​ເລກ​ທີ 24-NQ/TW ລົງວັນ​ທີ 16 ເມ​ສາ 2018, ຂອງ​ກົມ​ການ​ເມືອງ​ສູນກາງພັກ ສະ​ໄໝ​ທີ XII, ວ່າດ້ວຍ​ຍຸດ​ທະ​ສາດການ​ປ້ອງ​ກັນ​ປະເທດ​ຫວຽດ​ນາມ. ຄົ້ນຄິດ​ຈາກ​ການ​ເຮັດ​ວຽກ, ລາຍ​ງານ​ໂດຍ​ກົງ ແລະ ການຂໍ​ຄຳ​ເຫັນ​ຊີ້​ນຳ​ຈາກ​ເລ​ຂາ​ທິ​ການ​ໃຫຍ່, ຜູ້​ຂຽນ​ບົດຄວາມ​ໄດ້​ພັນ​ລະ​ນາເຖິງພາບລັກຂອງ​ເລ​ຂາ​ທິ​ການ​ໃຫຍ່ວ່າ “ເປັນຜູ້​ນຳທີ່ຮູ້ຈັກຮັບ​ຟັງສະເໝີ”, ແລະ ສິ່ງ​ທີ່​ເຮັດ​ໃຫ້​ທ່ານປະຫຼາດໃຈ ແລະ ນິຍົມນັບຖື ​ແມ່ນ​ແນວ​ຄິດ ວິ​ໄສ​ທັດ ​ແລະ ວິທີການວິ​ທະ​ຍາ​ສາດ​ທີ່ໂດດ​ເດັ່ນ ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ເຊິ່ງສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ ​ຕະຫຼອດ​ຂະ​ບວນການ​ຊີ້​ນຳ​ ການພັດທະນາ​ເອກະສານສະເພາະເລື່ອງຂອງພັກ ​ກ່ຽວ​ກັບ​ວຽກງານການປ້ອງກັນປະເທດ, ການທະຫານ. ປະຫຼາດໃຈ “ໃນຄວາມຮອບຮູ້, ຄວາມຮູ້ອັນກວ້າງຂວາງ” ຂອງເລຂາທິການໃຫຍ່ກ່ຽວກັບ “ຂົງ​ເຂດ​ທີ່ບໍ່ຄຸ້ນເຄີຍຫຼາຍ”; ຜ່ານຂະບວນ​ການ​ເຮັດ​ວຽກຮ່ວມ​ກັບ​ເລ​ຂາ​ທິ​ການ​ໃຫຍ່, ຜູ້​ຂ​ຽນ​ໄດ້​ຮຽນຮູ້ເພີ່ມເຕີມ​ກ່ຽວ​ກັບ​ຄວາມ​ຄ່ຽມ​ຄົມ ແລະຄວາມລຽບງ່າຍ​​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການ​ຄະນະພັກ​ການ​ທະ​ຫານ​ສູນ​ກາງ: “ຄວາມ​ຮູ້​ດ້ານ​ການ​ທະ​ຫານ ແລະ ການ​ປ້ອງ​ກັນປະເທດ​ແມ່ນ​ຂອງພວກເຈົ້າ; ໃນ​ປື້ມ ​ໜັງ​ສື​ພິມ ແລະ ເອ​ກະ​ສານຕ່າງໆຫຼວງຫຼາຍ; ສໍາລັບຂ້າພະເຈົ້າ, ຂ້າພະເຈົ້າເບິ່ງຜ່ານເລນຂອງນັກຄົ້ນຄວ້າທີ່ຮຽນຮູ້ດ້ວຍຕົນເອງ, ເຮັດວຽກແລະຮຽນຮູ້ໄປພ້ອມໆກັນ”(11). ນັ້ນ​ແມ່ນ​ບົດ​ຮຽນ​ໃຫຍ່​ຈາກ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໃນ​ຂະ​ບວນ​ການ​ສ້າງ​ຍຸດ​ທະ​ສາດການປ້ອງ​ກັນ​ປະເທດ ແລະການ​ທະ​ຫານ, ແລະກໍ່​ແມ່ນ​ວິ​ທີ​ການທີ່​ເລ​ຂາ​ທິ​ການ​ໃຫຍ່ເຂົ້າ​ເຖິງ​​ບັນ​ຫາ ແລະ ສະ​ແດງ​ຄວາມ​ຮັບ​ຜິດ​ຊອບໃນຖານະ​ເລ​ຂາ​ທິ​ການຄະນະພັກ​ການ​ທະ​ຫານ​ສູນ​ກາງ​. ​ເຖິງ​ວ່າ​ຈະ​ຖື​ວ່າ​ຕົນ​ເອງ​ເປັນ “ຄົນ​ນອກ” ​ແລະ​ຍັງ​ບໍ່ໄດ້​ເຂົ້າ​ຮ່ວມ​ກອງທັບ, ​ແຕ່​ດ້ວຍຄຳ​ແນະນຳ​ທີ່​ຈະ​ແຈ້ງ, ສະ​ເພາະເຈາະຈົງ, ລະອຽດ​ແລະ​ເລິກ​ເຊິ່ງ, ​ທ່ານ​ເລຂາທິການ​ໃຫຍ່​ກໍ່​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮອບຮູ້​ ແລະ ຄວາມ​ຮັບ​ຮູ້ທີ່ກວ້າງ​ຂວາງ ກໍ່​ຄື​ຄວາມ​ຮັບ​ຜິດ​ຊອບ​ທີ່ສູງ​ທີ່​ສຸດ, ຄວາມຕັ້ງໃຈອັນແຮງກ້າ ແລະ ການຄິດຍຸດທະສາດຂອງຜູ້ນຳພັກເຮົາ: ແນວ​ທາງ​ການ​ທະ​ຫານຂອງ​ຫວຽດ​ນາມໃນຍຸກ​ປະ​ຈຸ​ບັນ​ມີຫຼືບໍ່? ຈຳເປັນ​ຕ້ອງ​ພັດທະນາ​ແນວ​ຄິດ​ກ່ຽວ​ກັບ​ຍຸດ​ທະ​ສາດການ​ປ້ອງ​ກັນ​ປະເທດ ແລະ ແນວ​ທາງການ​ກຳ​ນົດ​ທິດຫຼືບໍ່? ເອກະສານນີ້ມີບົດບາດຄືແນວໃດໃນຍຸດທະສາດການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ(12)… ບົນ​ພື້ນ​ຖານ​ຈິນ​ຕະ​ນາ​ການ​ປັດ​ຊະ​ຍາ, ໃນຖານະນັກ​ຄົ້ນ​ຄວ້າ​ທິດ​ສະ​ດີ, ເລ​ຂາ​ທິ​ການ​ໃຫຍ່​ໄດ້​ຊີ້ແຈງບັນ​ຫາສຳຄັນ​ກ່ຽວ​ກັບວິທີການຖອດ​ຖອນ​​ບົດ​ຮຽນ​ຈາກ​ພາກປະຕິບັດຕົວຈິງ ​ເພື່ອ​ຍົກຂຶ້ນ​ເປັນ​ທິດ​ສະ​ດີ​ດ້ານ​ການ​ປ້ອງ​ກັນປະເທດ ແລະ ການ​ທະ​ຫານ; ແລະຈາກ​ຂົງ​ເຂດ​ການປ້ອງ​ກັນ​ປະເທດ ການ​ທະ​ຫານລ້ວນໆ ​ຫັນ​ປ່ຽນມາ​ເປັນຂົງ​ເຂດ​ການ​ເມືອງ​ຄື​ແນວ​ໃດ. ນັ້ນ​ແມ່ນ​ພື້ນ​ຖານ​ອັນ​ສຳຄັນ​ໃນ​ການ​ຮຽບຮຽງ, ສຳ​ເລັດ ​ແລະ ປະກາດ​ໃຊ້​ເອກະສານ​ຍຸດ​ທະ​ສາດ​ທີ່​ສອດຄ່ອງ ​ແລະ ຮອບດ້ານ ​ເພື່ອ​ແນ​ໃສ່​ສ້າງ​ນະ​ໂຍບາຍ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຜູ້​ຂຽນ​ບົດຄວາມ​ໄດ້​ຢືນ​ຢັນ​ວ່າ: “ເປັນອັນຈະ​ແຈ້ງວ່າ ​ມະ​ຕິ​ເລກ​ທີ 24-NQ/TW ແມ່ນຜົນສຳເລັດຮ່ວມກັນ, ສະຕິ​ປັນ​ຍາສ່ວນ​ລວມ, ຄຸນງາມຄວາມດີຮ່ວມກັນ. ​ແຕ່​ແນວ​ຄິດ, ການ​ກຳ​ນົດ​ທິດ​ເບື້ອງ​ຕົ້ນ, ຄວາມເຊື່ອໃນ​ຄວາມ​ຈຳເປັນ ແລະຄວາມຕ້ອງການທີ່ຈະສ້າງ ແມ່ນສິ່ງທີ່ຂາດບໍ່ໄດ້ສໍາລັບບົດບາດຂອງຜູ້ນໍາ. ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນ​ຝູ​ຈ້ອງ ບໍ່​ພຽງ​ແຕ່​ແມ່ນ​ຜູ້​ນຳ​ສູງ​ສຸດ​ຂອງ​ພັກ ລັດ ເທົ່ານັ້ນ, ແຕ່​ຍັງ​ມີ​ບົດ​ບາດເປັນນັກ​ຍຸດ​ທະ​ສາດ​ ແລະ ​ນັກ​ຄົ້ນ​ຄວ້າທິດ​ສະ​ດີ ທີ່ໄດ້ຄົ້ນ​ຄວ້າ ຮຽບ​ຮຽງ ແລະ ຈັດ​ຕັ້ງ​ຊີ້​ນຳການ​ປະ​ຕິ​ບັດໂດຍກົງ ປາກົດເປັນ​ໂຄງ​ການ​ວິ​ທະ​ຍາ​ສາດ​ທີ່ສຳຄັນ. ດັ່ງ​ນັ້ນ, ຄຽງ​ຄູ່​​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງບຸກ​ຄົນທີ່ລົງນາມໃນມະຕິດັ່ງກ່າວນັ້ນ ເລ​ຂາ​ທິ​ການ​ໃຫຍ່​ ຫງວຽນຝູ​ຈ້ອງ ​ສົມ​ຄວມ​ໄດ້​ຮັບການນັບຖື​ເປັນຜູ້​ຂຽນ​ “ຍຸດ​ທະ​ສາດການ​ປ້ອງ​ກັນປະເທດ​ຂອງຫວຽດ​ນາມ” ໃນ​ຍຸກໃໝ່”(13).

​ສາ​ມາດ​ຢືນ​ຢັນໄດ້​ວ່າ ດ້ວຍ​ເນື້ອ​ໃນ ແລະ ຄວາມ​ໝາຍ​ທີ່​ເລິກ​ເຊິ່ງ, ປື້ມບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ, ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ ໃນ​ໄລຍະ​ໃໝ່ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຫງວຽນ​ຝູ​ຈ້ອງ ແມ່ນ​ເອ​ກະ​ສານ​ສຳ​ຄັນ ທັງທາງ​ທິດ​ສະ​ດີ ແລະຄຸນ​ຄ່າ​ທາງປະຕິບັດ ສຳລັບ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມໂດຍ​ສະ​ເພາະ ແລະ ສຳລັບ​ພາ​ລະ​ກິດການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມສັງ​ຄົ​ມ​ນິ​ຍົມໂດຍ​ລວມ;​ ສະ​ແດງ​ໃຫ້ເຫັນເຖິງຄວາມ​ເຂົ້າ​ໃຈຢ່າງຖ່ອງແທ້ ແລະ ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ​ຂອງ​ຫົວ​ໜ້າ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກ່ຽວ​ກັບ​ແນວ​ທາງ​ການ​ທະ​ຫານ ແລະ ການປ້ອງ​ກັ​ນ​ປະເທດ​ຂອງຫວຽດ​ນາມ; ບົນ​ພື້ນ​ຖານ​ວິ​ທີ​ວິ​ພາກ​ຂອງ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ໂຮ່​ຈີ​ມິນ ແລະ ແກ່ນແທ້ຂອງ​ສິ​ລະ​ປະ​ການ​ທະ​ຫານ​ຫວຽດ​ນາມ ພ້ອມດ້ວຍ​ວິໄສທັດທາງ​ການ​ເມືອງທີ່​ແຫຼມ​ຄົມ ແລະປະສົບການທີ່ອຸດົມສົມບູນ​ໃນ​ພາກ​ຕົວ​ຈິງ​ການ​ປະ​ຕິ​ວັດ. ບັນ​ດາ​ທັດ​ສະ​ນະ​ຊີ້​ນຳ​ຂອງ​ສະ​ຫາຍ​ເລ​ຂາ​ທິ​ການໃຫຍ່​ແມ່ນແນວທາງ​ທີ່ສຳ​ຄັນ​ຢ່າງແທ້​ຈິງ​ ເພື່ອ​ສືບ​ຕໍ່​ກໍ່​ສ້າງ ແລະ ປັບ​ປຸງ​​ແນວ​ທາງ​ການ​ທະ​ຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະເທດ​ຫວຽດ​ນາມໃຫ້ສົມບູນແບບ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການຂອງພາລະກິດການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່ ແລະພ້ອມ​ກັນ​ນັ້ນ, ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ນຳພາທີ່​ເລິກ​ເຊິ່ງ ​ແລະ ຮອບດ້ານ​ຂອງ​ເລຂາທິການໃຫຍ່ຕໍ່ກອງທັບ​ປະຊາຊົນ​ຫວຽດນາມ - ກອງທັບ​ທີ່​ມາ​ຈາກ​ປະຊາຊົນ, ຕໍ່ສູ້​ເພື່ອ​ປະຊາຊົນ, ເປັນ​ເຄື່ອງ​ມືທີ່​ແຫຼມ​ຄົມ, ກຳລັງທາງການເມືອງທີ່ຈົງຮັກພັກດີແລະໄວ້ວາງໃຈໄດ້ຢ່າງແນ່ນອນ​ຂອງ​ພັກ, ລັດ ແລະ ປະຊາຊົນຫວຽດນາມ./.

--------------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 435

(2), (3) ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ ໃນ​ໄລຍະ​ໃໝ່, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 124, 122

(4), (5) ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 156, 125

(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 48-49

(7) ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ ​ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 273

(8) ເບິ່ງ: ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ ​ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 392

(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 613

(10) ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 419

(11) ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 416

(12) ເບິ່ງ: ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ ​ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 414

(13) ຫງວຽນຝູຈ້ອງ: ບາງ​ບັນຫາ​ກ່ຽວ​ກັບ​ແນວທາງ​ການ​ທະຫານ ແລະ ຍຸດ​ທະ​ສາດ​ການປ້ອງ​ກັນ​ປະ​ເທດ ​ໃນ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມຫວຽດນາມ​ ໃນ​ໄລຍະ​ໃໝ່, ປຶ້ມທີ່ໄດ້ແນະນຳ, ໜ້າ 437

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ​ສະບັບ​ທີ 1023 (​ເດືອນ​ຕຸ​ລາ 2023)