ຝ່າຍ​ການ​ຕ່າງ​ປະ​ເທດ​ແລະ​ການ​ທູດ​ພິ​ເສດ
ແລະສະເພາະຂອງຍຸກ​ສະ​ໄໝ​ໂຮ່​ຈີມິນ​
ທີ່ເຕັມໄປດ້ວຍ​ເອ​ກະ​ລັກ​​ຂອງ ໄມ້​ໄຜ່​ຫວຽດ​ນາມ

ໂດຍ ຮສ, ປອ. ຟ້າມ ມິງ ຕວັ໊ນ
ຮອງບັນນາທິການໃຫຍ່ວາລະສານກອມມູນິດ, ກຳມະການສະພາທິດສະດີສູນກາງ, ປະທານສະມາຄົມພິມຈຳໜ່າຍຫວຽດນາມ
07:30, 23-06-2024
ວກ. ກ່າວປາໄສໃນພິທີເປີດປຶ້ມ ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດແລະການທູດຫວຽດນາມທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສະຫາຍ ເຈືອງທິມາຍ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ຢືນຢັນວ່າ: ປຶ້ມຂອງທ່ານເລຂາທິການໃຫຍ່ເປັນເຂັມທິດແນວທາງ, ແຜນນະໂຍບາຍຂອງພັກ ກ່ຽວກັບການຕ່າງປະເທດ; ປະກອບສ່ວນສຳຄັນເຂົ້າໃນການປັບປຸງບູລະນະລະບົບທິດສະດີ ແລະພື້ນຖານພຶດຕິກຳ ກ່ຽວກັບການກໍ່ສ້າງສັງຄົມນິຍົມ ແລະເສັ້ນທາງໄປສູ່ລັດທິສັງຄົມນິຍົມຂອງຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຊົມການວາງສະແດງປຶ້ມກ່ຽວກັບການທູດຫວຽດນາມ ໃນກອງປະຊຸມການທູດຄັ້ງທີ 32 _ພາບ: TTXVN

ດ້ວຍຄວາມຈຸກວ່າ 800 ໜ້າ, ປຶ້ມແບ່ງອອກເປັນ 3 ພາກ ກວມດ້ວຍພາບລວມ “ການສືບທອດແລະເສີມຂະຫຍາຍມູນເຊື້ອຂອງຊາດ, ແນວຄິດການທູດໂຮ່ຈີມິນ, ຕັດສິນໃຈກໍ່ສ້າງແລະ ແລະພັດທະນາພື້ນຖານການຕ່າງປະເທດແລະການທູຫວຽດນາມທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ”” ແລະ 85 ບົດຄວາມ, ສຸນທອນພັດ, ບົດສຳພາດ, ຈົດໝາຍ, ໂທລະສານການຕ່າງປະເທດ,... ຂອງເລຂາທິການໃຫຍ່ຫງວຽນຝູຈ້ອງ, ຄວາມຄິດເຫັນ 52 ລາຍການ ຈາກນັກການເມືອງ, ຜູ້ຊ່ຽວຊານ ນັກວິຊາການ ແລະເພື່ອນມິດຕ່າງຊາດ. ເນື້ອໃນຂອງປຶ້ມຢືນຢັນທັດສະນະຮອບດ້ານ, ສະເໝີຕົ້ນສະເໝີປາຍ, ສະແດງໃຫ້ເຫັນເຖິງວິໄສທັດຍຸດທະສາດ, ຄວາມຄິດທີ່ສຽບແຫຼມ ແລະຊີ້ຂາດ ຂອງຫົວໜ້າພັກກອມມູນິດຫວຽດນາມ ຕໍ່ວຽກງານການຕ່າງປະເທດແລະການທູດ, ປະກອບສ່ວນປະຕິບັດແຜນນະໂຍບາຍ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກ່ຽວກັບ “ການກໍ່ສ້າງພື້ນຖານການທູດທີ່ຮອບດ້ານແລະທັນສະໄໝ ດ້ວຍສາມເສົາຫຼັກຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ”(1), ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ສະເໝີພາບ, ການຮ່ວມມື, ມີຜົນປະໂຫຍດຮ່ວມກັນ, ເຊີດຊູບົດບາດທີ່ຕັ້ງ ແລະກຽດສັກສີຂອງປະເທດ.

ການທູດແບບ “ໄມ້ໄຜ່ຫວຽດນາມ” ສະແດງໃຫ້ເຫັນເຖິງຄຸນສົມບັດແລະຄວາມກ້າຫານຂອງຊາດຫວຽດນາມ

ການທູດແບບ “ໄມ້ໄຜ່ຫວຽດນາມ” ແມ່ນແນວຄວາມຄິດທີ່ນັກການທູດຫຼາຍຄົມກ່າວເຖິງເມື່ອເວົ້າເຖິງນະໂຍບາຍການຕ່າງປະເທດຂອງຫວຽດນາມ. ແນວຄວາມຄິດນີ້ບໍ່ແມ່ນພັກຝ່າຍການທູດໃໝ່, ແຕ່ແມ່ນການສະຫຼຸບ ແລະສະແດງພາບພົດແຫ່ງແນວທາງການຕ່າງປະເທດ ທີ່ພັກກອມມູນິດຫວຽດນາມໄດ້ແລະກຳລັງດຳເນີນການ ໂດຍມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດ.

ໃນກອງປະຊຸມການທູດຄັ້ງທີ 29 (ເດືອນສິງຫາ 2016), ທ່ານເລຂະທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢືນຢັນຝ່າຍການທູດທີ່ມີເອກະລັກສະເພາະ ແລະເຕັມໄປດ້ວຍເອກະລັກຂອງ “ໄມ້ໄຝ່ຫວຽດນາມ”. ຕໍ່ມາ, ເຖິງກອງປະຊຸມການຕ່າງປະເທດແຫ່ງຊາດເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ເດືອນທັນວາ 2021), ທ່ານເລຂາທິການໃຫຍ່ສືບຕໍ່ຢືນຢັນ, ເພີ່ມເຕີມ, ໄຈ້ແຍກ ແລະ ເຈາະເລິກ ກ່ຽວກັບຝ່າຍການຕ່າງປະເທດແລະການທູດ ທີ່ພິເສດສະເພາະ ແລະມີເອກະລັກຂອງຍຸກໂຮ່ຈີມິນ ທີ່ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຝ່ຫວຽດນາມ”: “ຕະຫຼອດ 90 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ, ການຕ່າງປະເທດແລະການທູດຫວຽດນາມ ໄດ້ສືບທອດ ແລະເສີມຂະຫຍາຍເອກະລັກ, ຮາກຖານທາງວັດທະນະທຳ ແລະມູນເຊື້ອຂອງຊາດ, ເລືອກຮັບເອົາແກ່ນສານຂອງໂລກ ແລະແນວຄິດທີ່ກ້າວໜ້າຂອງຍຸກສະໄໝ, ພັດທະນາບົນພື້ນຖານທິດສະດີຂອງລັດທິ ມາກ-ເລນິນ ແລະແນວຄິດໂຮ່ຈີມິນ, ກໍ່ໃຫ້ເກີດຝ່າຍການຕ່າງປະເທດແລະການທູດທີ່ພິເສດສະເພາະ ແລະມີເອກະລັກ, ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຝ່ຫວຽດນາມ”. ນັ້ນເປັນທັງການຍຶດໝັ້ນໃນຫຼັກການ ແລະຄວາມຍືດຫຍຸ່ນ ໃນຍຸດໂທບາຍ; ນຸ່ມນວນ, ສະຫຼາດ ແຕ່ກໍ່ກ້າແກ່ນແລະດຸເດືອດຫຼາຍ; ມີຄວາມຍືດຫຍຸ່ນ ປະດິດສ້າງ ແຕ່ກ້າຫານແລະທົນທານໝັ້ນໜຽວ ຕໍ່ຄວາມຫຍຸ້ງຍາກລຳບາກແລະສິ່ງທ້າທາຍ, ເພື່ອເອກະລາດຂອງຊາດ, ເພື່ອເສລີພາບ ແລະຄວາມສຸກ ຂອງປະຊາຊົນ; ຄວາມສາມັກຄີ, ຄວາມເຫັນອົກເຫັນໃຈ ແຕ່ປົກປັກຮັກສາຜົນປະໂຫຍດຂອງຊາດ-ປະເທດຊາດຢ່າງເດັດດ່ຽວ ແລະຕໍ່ເນື່ອງ”(2). 

ເນື້ອໃນນີ້ໄດ້ຮັບການຊີ້ແຈງຜ່ານບົດຄວາມພາບລວມ ແລະ ສຸນທອນພົດ 7 ບົດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນກອງປະຊຸມຄະນະບໍລິຫານງານສູນກາງພັກ, ກອງປະຊຸມທາງການທູດ ແລະກອງປະຊຸມການຕ່າງປະເທດແຫ່ງຊາດ. ສະຫາຍ ບູ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່າ ບົດຄວາມພາບລວມຖືເປັນຈຸດເດັ່ນຂອງພາກນີ້ ແລະ ປຶ້ມທັງເຫຼັ້ມ, ຍ້ອນ​ວ່າ ​ນີ້​ແມ່ນ​ບົດ​ຂຽນ​ຫຼ້າ​ສຸດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ກ່ຽວ​ກັບການ​ຕ່າງປະ​ເທດ ​ແລະ ຕີ​ພິມ​ເປັນ​ຄັ້ງ​ທຳ​ອິດ, ​ເຊິ່ງໄດ້ສະຫຼຸບ​ສັງ​ລວມທິດສະດີ ແລະພາກປະຕິບັດການຕ່າງປະເທດຂອງຫວຽດນາມ ໃນ​ໄລຍະການປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ​ເລິກ​ເຊິ່ງ.

ຕະຫຼອດ​ບັນດາ​ບົດ​ກ່າວ​ປາ​ໄສ ​ແລະ ບົດ​ຄວາມ​ຂອງ​ທ່ານ, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ເນັ້ນ​ໜັກ​ ​ແລະຢືນຢັນ​ທັດສະນະ​ຂອງ​ຕົນເປັນພິເສດວ່າ: “ການຕ່າງປະເທດແມ່ນພາລະກິດຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ຂອງ​ລະບົບ​ການ​ເມືອງທັງໝົດ, ພາຍ​ໃຕ້​ການນຳພາ​ໂດຍ​ກົງ ​ແລະ ຮອບດ້ານ​ຂອງ​ພັກ, ການ​ຄຸ້ມ​ຄອງລວມສູນຂອງ​ລັດ; ການເຊື່ອມໂຍງຢ່າງແໜ້ນແຟ້ນ ແລະເປັນຈັງຫວະ ລະຫວ່າງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ”(3). ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ມີຄວາມຕິດພັນກັນຢ່າງໃກ້ຊິດ ແລະສະໜັບສະໜູນເຊິ່ງກັນແລະກັນ, ເຮັດວຽກເພື່ອເປົ້າໝາຍຮ່ວມກັນ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ. ການ​ຜັນ​ຂະຫຍາຍ​ຢ່າງຄົບຊຸດ, ການ​ປະສານງານຢ່າງ​ແໜ້ນ​ແຟ້ນ​ແລະກົມກຽວ ລະຫວ່າງ​ການຕ່າງປະເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ຕ່າງປະເທດ​ປະຊາຊົນ ຈະເສີມຂະຫຍາຍ​ທ່າ​ແຮງ​ຂອງ​ແຕ່ລະ​ເສົາ​ຄ້ຳ​ການ​ຕ່າງປະ​ເທດ, ກໍ່ໃຫ້ເກີດກຳລັງແຮງສັງລວມຂອງການ​​ທູດ​ຫວຽດນາມ.    

ພ້ອມກັບການຢືນຢັນບົດບາດບຸກເບີກຂອງການຕ່າງປະເທດແລະການທູດ ໃນການສ້າງແລະຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ, ການລະດົມຊັບພະຍາກອນພາຍນອກເພື່ອພັດທະນາປະເທດ ແລະ ຍົກລະດັບຕຳແໜ່ງແລະສັກສີຂອງປະເທດ, ການພັດທະນາຄວາມຄິດດ້ານນະໂຍບາຍການຕ່າງປະເທດຂອງພັກ ຍັງສະແດງອອກໃນການຍຶດໝັ້ນເປົ້າໝາຍການຕ່າງປະເທດ ແລະດຳເນີນການຕາມຂັ້ນຕອນທີ່ເໝາະສົມ ໃນການແກ້ໄຂຄວາມສຳພັນລະຫວ່າງການຮັກສາຄວາມເປັນເອກະລາດ ເປັນເຈົ້າຕົນເອງ ແລະ ຄວາມຕັ້ງໜ້າ, ເປັນເຈົ້າການ ໃນການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງ; ພຶດຕິກຳທີ່ຍືດຫຍຸ່ນ ​ຄ່ອງ​ແຄ້ວ ​ແລະ ​ຫຼາກ​ຫຼາຍ​ໃນ​ວິທີການ ​ແລະ ມາດ​ຕະການ ​ຕໍ່ຄວາມເປັນ​ຈິງ​ທີ່​ສັບສົນ​ແລະຜັນ​ຜວນ​ ຂອງສະຖານະການ​ສາກົນ, ໂດຍ​ສະ​ເພາະ ​ໃນ​ການ​ສ້າງ​ຄວາມ​ຄ້າຍຄື​ກັນ ​ແລະ ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ ເພື່ອ​ກະຊັບຮັດແໜ້ນ​ການ​ພົວພັນ​ຕ່າງປະ​ເທດ​ກັບ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ.

ໃນຊຸມປີທີ່ຜ່ານມາ, ວຽກງານການຕ່າງປະເທດແລະການທູດຫວຽດນາມບັນລຸໄດ້ໝາກຜົນດີເດັ່ນ, ປະກອບສ່ວນສຳຄັນເຂົ້າໃນບັນດາຜົນງານລວມອັນໃຫຍ່ຫຼວງ ແລະ ສຳຄັນທາງປະຫວັດສາດ ຂອງປະເທດເຮົາ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່; ຖ່າຍທອຂໍ້ຄວາມຂອງປະເທດທີ່ເປັນມິດ, ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ຊ່ວຍ​ເຫຼືອ ​ແລະ ​ແບ່ງປັນ​ກັບ​ປະຊາ​ຄົມ​ໂລກ: “ຫວຽດ​ນາມຍາມ​ໃດ​ກໍ່​ຖື​ປະ​ຊາ​ຊົນ​ເປັນສູນກາງ ແລະເຕັມໃຈທີ່ຈະສະ​ໜັບ​ສະ​ໜູນທຸກຄົນສະເໝີ ໂດຍບໍ່ຄຳນຶງເຖິງ​ສັນ​ຊາດ”(4). ຈາກ​ນັ້ນ, ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເປັນ​ຈິງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້ ນັ້ນ​ແມ່ນ ປະ​ເທດ​ເຮົາ​ບໍ່​ເຄີຍ​ມີ​ພາລະກິດທີ່ຍິ່ງໃຫຍ່, ທ່າ​ແຮງ, ຖານະ​ຕຳ​ແໜ່​ງ ​ແລະ ຊື່​ສຽງ​ສາກົນ​ຄື​ປະຈຸ​ບັນ(5).

ຄຽງຂ້າງການ​ຊີ້​ແຈງ​ບັນດາຜົນສຳເລັດ ​ແລະ​ຜົນງານ​ອັນໃຫຍ່​ຫຼວງ, ທ່ານເລຂາທິການໃຫຍ່​ຍັງ​ຮຽກຮ້ອງໃຫ້ “ຈຳເປັນຕ້ອງ​ເບິ່ງ​ກົງທີ່​ຂໍ້​ຈຳກັດ​ ເພື່ອແກ້ໄຂ​ຜ່ານ​ຜ່າ, ສືບ​ຕໍ່​ມານະ​ພະຍາຍາມ ​ແລະ ປັບປຸງ​ຕົນ​ເອງ ​ໃຫ້​ບັນລຸ​ໄດ້​ຜົນງານ​ທີ່ຍິ່ງໃຫຍ່​ກວ່າ​ອີກ”.

ບົນ​ພື້ນຖານ​ການ​ຕີ​ລາຄາຄວາມສຳເລັດ​ ແລະໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ຊີ້​ໃຫ້ເຫັນຢ່າງຈະແຈ້ງເຖິງຂໍ້​ຈຳກັດ​ ຂອງ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ ໃນ​ໄລຍະ​ທີ່ຜ່ານ​ມາ, ທ່ານ​ເລຂາທິການ​ໃຫຍ່​ໄດ້ຖອດຖອນບົດຮຽນອັນ​ລ້ຳ​ຄ່າ 5 ບົດ, ໃນນັ້ນ ບົດຮຽນທີ່ກວມລວມ ແລະບໍ່ປ່ຽນແປງ​ແມ່ນ​ ຮັບປະກັນ​ການ​ນຳພາ​ໂດຍ​ກົງ ​ແລະຮອບດ້ານ ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງລວມສູນຂອງລັດ ຕໍ່​ການ​ຕ່າງປະ​ເທດ​ແລະການ​ທູດ​ (7); ຖື​ວ່າການ​​ນຳພາ​ຂອງ​ພັກ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ ໃນ​ການ​ເສີມຂະຫຍາຍ​ປະສິດທິ​ຜົນ ​ແລະ ກຳລັງແຮງສັງວມ ຂອງການ​ຕ່າງປະ​ເທດ. ພ້ອມກັນນັ້ນ, ກຳນົດ​ຢ່າງ​ຈະ​ແຈ້ງ​ຫຼັກການ, ​ເປົ້າ​ໝາຍ, ໜ້າທີ່ ແລະ ທິດ​ທາງວຽກງານ​ການ​ຕ່າງປະ​ເທດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງໜ້າທີ່​ໃນ​ສະຖານະການ​ໃໝ່.

​ເພື່ອ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງໃຫ້​ປະສົບ​ຜົນສຳ​ເລັດ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ໄດ້​ກຳນົດ​ວ່າ: “ປັບປຸງຍົກສູງຄວາມກ້າຫານ, ຄຸນນະພາບ, ຄວາມສາມາດ, ແບບແຜນມືອາ​ຊີບ ແລະ ການປະດິດສ້າງ ຂອງ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ; ເປັນເຈົ້າການໃນການປັບໃຫ້ເຂົ້າກັບການປ່ຽນແປງຂອງສະຖານະການ; ເພີ່ມທະວີກົນໄກປະສານສົມທົບຢ່າງໃກ້ຊິດ ລະຫວ່າງຊ່ອງທາງແລະໜ່ວຍງານການຕ່າງປະເທດ, ສົ່ງເສີມແລະປັບປຸງຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ ແລະຫານເຊື່ອມໂຍງເຂົ້າກັບສາກົນ”(8) ແລະ “ການກໍ່ສ້າງພື້ນຖານທູດທີ່ຮອບດ້ານ ແລະທັນສະໄໝ ດ້ວຍສາມເສົາຫຼັກຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ”. ໜ້າທີ່ທີ່ກຳນົດໄວ້ສຳລັບວຽກງານການຕ່າງປະເທດຂອງຫວຽດນາມໃນເວລາທີ່ຈະມາເຖິງນັ້ນໜັກໜ່ວງຫຼາຍ ມັນຮຽກຮ້ອງໃຫ້ນັກການທູດຫວຽດນາມຮຸ່ນຕໍ່ຮຸ່ນຕ້ອງສືບທອດ ແລະເສີມຂະຫຍາຍແກ່ນແທ້ຂອງການທູດດັ້ງເດີມ, ຍາມ​ໃດ​ກໍ່​ຍຶດໝັ້ນ​ນ້ຳ​ໃຈ​ຮັກ​ຊາດ, ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ​ເປັນ​ອັນ​ດັບ​ໜຶ່ງ, ຊາບຊຶມຄຳຂວັນ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”, ເສີມຂະຫຍາຍຄວາມກ້າຫານ, ສະຕິປັນຍາ, ຄວາມສຸດອົກສຸດໃຈ, ຄວາມເປັນມືອາຊີບຂອງຕົນເອງ ແລະ ຈິດໃຈສາມັກຄີຂອງໝູ່ຄະນະ, ຊາບຊຶມຢ່າງເລິກເຊິ່ງທັດສະນະຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນກອງປະຊຸມການທູດຄັ້ງທີ 30 (ເດືອນສິງຫາ 2018) ທີ່ວ່າ: “ນັກການທູດທີ່ດີຈະຕ້ອງເປັນນັກການເມືອງທີ່ດີກ່ອນ, ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ແລະຂອງ​ລະບອບການປົກຄອງ​ ເປັນເຂັມທິດ​ໃນ​ການດຳເນີນການຢູ່ສະເໝີ. ນັກ​ການ​ທູດ​ຈຳ​ໄວ້ສະເໝີ​ວ່າ ​ເບື້ອງ​ຫຼັງພວກເຂົາ​ແມ່ນ​ພັກ, ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ. ຕ້ອງມີຄວາມໝັ້ນໃຈ, ໝັ້ນທ່ຽງ, ໝັ້ນຄົງ ແລະ ສະຫຼາດ”(9).

ເອກະລັກຂອງ “ການທູດແບບໄມ່ໄຝ່”: ຖືເອົາເອກະລາດ, ຄວາມເປັນເຈົ້າຕົນເອງ,
ສັນຕິພາບ, ມິດຕະພາບ, ຄວາມຫຼາກຫຼາຍ ແລະ ຫຼາຍຝ່າຍ ເປັນເຂັມທິດ

ໃນ 37 ປີແຫ່ງການປ່ຽນແປງໃໝ່ທີ່ຜ່ານມາ, ສືບທອດແລະເສີມຂະຫຍາຍມູນເຊື້ອການຕ່າງປະເທດທີ່ສະຫງ່າງາມຂອງຊາດ, ໂດຍສະເພາະ ແນວຄິດຂອງປະທານໂຮ່ຈີມິນ - ຜູ້ວາງຮາກຖານສຳລັບການທູດໃນຍຸກໂຮ່ຈີມິນ, ພັກກອມມູນິດຫວຽດນາມໄດ້ສືບທອດ ແລະເພີ່ມເຕີມ, ພັດທະນາ, ປັບປຸງໃຫ້ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເປີດກວ້າງເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາສົມບູນແບບຢ່າງຕໍ່ເນື່ອງ ໂດຍດຳເນີນນະໂຍບາຍການຕ່າງປະເທດແບບຫຼາຍທິດຫຼາຍຝ່າຍ ຫຼາຍຮູບແບບ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ. ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ເນັ້ນເຖິງຄວາມຕັດສິນໃຈ “ປະຕິບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະການພັດທະນາ, ການພົບພັນຕ່າງປະເທດທີ່ຫຼາກຫຼາຍ ແລະຫຼາຍກ້ຳຫຼາຍຝ່າຍ. ຮັບປະກັນດີສຸດຜົນປະໂຫຍດຂອງຊາດຽ-ປະເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ສະເໝີພາບ, ການຮ່ວມມື ແລະມີຜົນປະໂຫຍດຮ່ວມກັນ. ປະສົມປະສານກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ, ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະກວ້າງຂວາງ; ຫວຽດນາມເປັນເພື່ອ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ ແລະເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ”(10).

ໃນດ້ານການພົວພັນສອງຝ່າຍ, ບັນດາສຸນທອນພົດ, ບົດຄວາມ, ບົດປາໄສ ຂອງທ່ານເລຂາທິການ ຫງວຽນຝູຈ້ອງ ຍາມໃດກໍ່ຕີລາຄາສູງ ການພົວພັນມິດຕະພາບ ແລະການຮ່ວມມືກັບປະເທດຕ່າງໆ ບົນຫຼັກການຂອງການເຄົາລົບເຊິ່ງກັນແລະກັນ ຄວາມສະເໝີພາບ ແລະການຮ່ວມມືທີ່ເປັນປະໂຫຍດຮ່ວມກັນ. ໂດຍເສີມຂະຫຍາຍມູນເຊື້ອແຫ່ງຄວາມສັນທະວະໄມຕີຂອງບັນພະບຸລຸດຂອງພວກເຮົາ, ທ່ານເລຂາທະການໃຫຍ່ໄດ້ຢືນຢັນເຖິງຄວາມຈຳເປັນໃນການສົ່ງເສີມແລະກະຊັບ ການພົວພັນກັບປະເທດເພື່ອນບ້ານ, ປະເທດຄູ່ຮ່ວມຍຸດທະສາດຮອບດ້ານ, ປະເທດຄູ່ຮ່ວມຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ປະເທດເພື່ອນມິດດັ້ງເດີມ, ການເພີ່ມຄວາມໄວ້ວາງໃຈ, ເສີມຂະຫຍາຍຈຸດຮ່ວມ, ຄວາມຫຍືດຍຸ່ນ ແລະຄວາມຄິດສ້າງສັນ ໃນການຈັດການກັບຂໍ້ພິພາດ ແລະ ສົ່ງເສີມສັນຕິພາບ, ຮ່ວມມືກັນພັດທະນາຮ່ວມກັນ ເພື່ອປັບປຸງ​ສະຖານະ​ການ​ການ​ຕ່າງປະ​ເທດທີ່ມີສະຖຽນລະພາບໃຫ້​ໝັ້ນຄົງ, ຮັບ​ໃຊ້​ພາລະກິດການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ສຳລັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ, ທ່ານເລຂາທິການໃຫຍ່ຢືນຢັນວ່າ: “ໃນໄລຍະປະຕິວັດປະຈຸບັນ, ການເພີ່ມທະວີ ແລະ ການປັບປຸງຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ມີຄວາມໝາຍສຳຄັນທີ່ສຸດ ແລະເປັນປັດໄຈທີ່ຮັບປະກັນໄຊຊະນະຂອງພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນແຕ່ລະປະເທດ”(12); ພັກ ລັດ ແລະ ປະຊາຊົນຫວຽດນາມ “ໃຫ້ຄວາມສຳຄັນທີ່ສຸດ ແລະ ​ໃຫ້ບຸລິມະສິດກ່ອນອື່ນໝົດ​ ຕໍ່​ການ​ພົວພັນ​ແບບ​ພິ​ເສດ​ ​ທີ່ທັງ​ແມ່ນ​ສະຫາຍ ​ແລະ ທັງແມ່ນອ້າຍ​ນ້ອງ​ ລະຫວ່າງ​ສອງ​ພັກ ​ແລະ ສອງ​ປະ​ເທດ​ຂອງ​ພວກ​ເຮົາ”(13). ໃນການພົວພັນຄູ່ຮ່ວມ ແລະການຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງຫວຽດນາມແລະຈີນ, ທ່ານເລຂາທິການໃຫຍ່ຖືວ່າ ນີ້ແມ່ນຮາກຖານທີ່ສຳຄັນ, ກຳນົດທິດທາງຍຸດທະສາດໄລຍະຍາວ, ຊຸກຍູ້ການພົວພັນລະຫວ່າງສອງພັກ ແລະສອງປະເທດ ໃຫ້ພັດທະນາຢ່າງດີ ໝັ້ນຄົງ ແລະ ຍືນຍົງ. ​ໃນ​ສານ​ອວຍພອນ​ເຖິງ​ສະຫາຍ ສີ ຈິ້ນຜິງ ເນື່ອງ​ໃນ​ໂອກາດ​ທີ່ທ່ານໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ຊຸດ​ທີ 20 ອີກຄັ້ງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຢືນຢັນ​ວ່າ: “ຂ້າພະ​ເຈົ້າ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມກັບສະຫາຍ ​ສືບ​ຕໍ່​ເອົາ​ໃຈ​ໃສ່ຢ່າງສູງ ​ແລະ ຊີ້​ນຳ​ທຸກ​ຂັ້ນ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຂອງທັງ​ສອງຝ່າຍ ໃຫ້ເຂົ້າໃຈ​ແລະປະຕິບັດເປັນຢ່າງດີ ​ບັນດາ​ຂໍ້​ຕົກລົງ  ​ແລະ ຄວາມ​ຮັບ​ຮູ້​ຮ່ວມກັນ​ຂັ້ນ​ສູງ, ​ນຳ​ການ​ພົວພັນ​ມິດຕະພາບ ເພື່ອນ​ບ້ານ​ໃກ້​ຄຽງ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງຫວຽດນາມແລະຈີນ ​ຂຶ້ນ​ສູ່​ລະດັບ​ໃໝ່, ໝັ້ນຄົງ, ດີຕໍ່ສຸຂະພາບ ແລະ ຍືນຍົງ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດພື້ນຖານ​ແລະຍາວ​ນານ​ຂອງ​ສອງ​ພັກ, ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ”(14). ໃນສ່ວນຂອງການພົວພັນຄູ່ຮ່ວມມືຍຸດທະສາຮອບດ້ານ ລະຫວ່າງຫວຽດນາມແລະສະຫະລັດອາເມລິກາ ເພື່ອສັນຕິພາບ ການຮ່ວມມື ແລະການພັດທະນາທີ່ຍືນຍົງ, ທ່ານເລຂາທິການໃຫຍ່ຢືນຢັນວ່າ: “ຄວາມເຂົ້າໃຈເຊິ່ງກັນແລະກັນ, ເຂົ້າໃຈສະຖານະການຂອງກັນແລະກັນ, ການເຄົາລົບຜົນປະໂຫຍດທີ່ຊອບທຳຂອງກັນແລະກັນ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງກັນແລະກັນ ແມ່ນບັນດາຫຼັກການພື້ນຖານ ທີ່ມີຄວາມໝາຍສຳຄັນທີ່ສຸດ ໃນການພົວພັນລະຫວ່າງສອງປະເທດ ແລະການພົວພັນສາກົນ. ຫວຽດນາມຕີລາຄາສູງ ແລະໃຫ້ຄວາມສຳຄັນຢ່າງຍິ່ງ ຕໍ່ການຢືນຢັນຂອງສະຫະລັດອາເມລິກາ ທີ່​ສະ​ໜັບ​ສະ​ໜູນປະເທດ​ຫວຽດ​ນາມ​ທີ່ “​ເຂັ້ມ​ແຂງ, ເປັນ​ເອ​ກະ​ລາດ, ເປັນເຈົ້າ​ຕົນ​ເອງ ແລະ ຈະເລີນຮຸ່ງເຮືອງ””(15)...

ແຜນນະໂຍບາຍສົ່ງເສີມແລະກະຊັບການພົວພັນສອງຝ່າຍໃຫ້ເລິກເຊິ່ງຍັງສະແດງອອກມາຜ່ານບົດຄວາມ, ຄຳປາໄສ ແລະການສຳພາດຕ່າງໆ ເຊັ່ນ: “ເສີມຂະຫຍາຍສາຍພົວພັນມິດຕະພາບແບບດັ້ງເດີມ, ການຮ່ວມມືທີ່ຮອບດ້ານ ແລະຍືນຍົງຍາວນານ ລະຫວ່າງຫວຽດນາມແລະກຳປູເຈຍ”; “ເພີ່ມພູນຄູນສ້າງມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງຫວຽດນາມແລະກູ​ບາ ຢ່າງ​ບໍ່​ຢຸດ​ຢັ້ງ”; “ປັບປຸງການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະພັກແຮງງານເກົາຫຼີ ໃນໄລຍະໃໝ່ ຢ່າງບໍ່ຢຸດຢັ້ງ”; “ຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ບຸລິມະສິດການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບສະຫະພັນທະລັດລັດເຊຍ”; “ເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືທີ່ມີເນື້ອແທ້, ສ້າງການພັດທະນາໃໝ່ໃນການພົວພັນຫວຽດນາມ - ອິນໂດເນເຊຍ”; “ຍີ່ປຸ່ນເປັນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ເສດຖະກິດ​ທີ່ສຳຄັນທີ່ສຸດ​ ແລະຍາວ​ນານທີ່ສຸດ ​ຂອງຫວຽດນາມ”... ຜ່ານນັ້ນ, ຢືນຢັນຄວາມພ້ອມຂອງຫວຽດນາມ ໃນການເຂົ້າຮ່ວມໃນກົນໄກການຮ່ວມມືຫຼາຍຝ່າຍ, ບັນດາອົງການພາກພື້ນແລະສາກົນ ແລະ ບັນດາກອບການຮ່ວມມືລະຫວ່າງປະເທດ ແລະ​ບັນຫາ​ຍຸດ​ທະ​ສາດ​ທີ່​ສຳຄັນ, ສອດຄ່ອງ​ກັບ​ຄວາມ​​ຕ້ອງການ, ຄວາມ​ສາມາດ ​ແລະ ເງື່ອນ​ໄຂ​ຂອງ​ປະ​ເທດ.

​ໃນ​ການ​ພົວພັນ​ກັບ​ບັນດາ​ພັກ​ກອມ​ມູນິດ, ພັກກຳມະກອນ, ພັກທີ່​ກຳ​ອຳນາດ ​ແລະ ບັນດາ​ພັກ​ປະຊາທິປະ​ໄຕ, ​ເພື່ອ​ສັນຕິພາບ ​ແລະ ຄວາມ​ກ້າວ​ໜ້າ​ໃນ​ໂລກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ໃຫ້ຄວາມສຳຄັນ​ເປັນ​ພິ​ເສດ ​ແລະ ມີ​ການ​ປະກອບສ່ວນ​ສຳຄັນ​ ທັງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິກຳ​ ຕໍ່​ຄັງສົມບັດ​ຂອງ​ລັດທິມາກ-​ເລ​ນິນ ແລະ ແນວຄິດໂຮ່ຈີມິນ ຈາກຂະບວນການປ່ຽນແປງໃໝ່ຂອງຫວຽດນາມ. ທ່ານເລຂາທິການໃຫຍ່ເນັ້ນໜັກວ່າ: ພັກກອມມູນິດຫວຽດນາມ “ຍາມ​ໃດ​ກໍ່ໃຫ້ຄວາມສຳຄັນກັບ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ກັບພັກພັກ​ກອມ​ມູນິດ, ພັກກຳມະກອນ ​ແລະ ມິດສະຫາຍດັ້ງເດີມ”(16); “ໃນ​ພາລະກິດ​ປະຕິວັດຂອງຕົນ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ເຊີດ​ຊູ​ຈິດ​ໃຈ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ປະສົມປະສານ​ກຳລັງ​ແຮງ​ຂອງ​ຊາດ ກັບກຳລັງແຮງຂອງຍຸກສະໄໝ, ຍຶດໝັ້ນເປົ້າໝາຍເອກະລາດ​ແຫ່ງ​ຊາດ ຕິດພັນ​ກັບລັດທິ​ສັງຄົມ​ນິຍົມ”(17); “ລັດທິມາກ-ເລນິນ ກຳລັງແລະຈະສືບຕໍ່ເປັນທວນໄຟຊີ້ທິດເຍືອງທາງໃຫ້ແກ່ການປະຕິວັດຫວຽດນາມໃນຍຸກໃໝ່... ພັກກອມມູນິດຫວຽດນາມຍາມໃດກໍ່ໃຫ້ຄວາມສຳຄັນ ແລະພ້ອມທີ່ຈະຂະຫຍາຍການຮ່ວມມືກັບພັກການເມືອງ ມາກຊິດ ແລະກຳລັງທີ່ກ້າວໜ້າໃນໂລກ”(18). ພິເສດ, ທ່ານເລຂາທິການໃຫຍ່ໃຫ້ທັດສະນະວ່າ, ເພື່ອຮັກສາພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ ບົນພື້ນຖານກົດໝາຍສາກົນ, ຈຳເປັນຕ້ອງເຊີດຊູຕຳແໜ່ງຂອງອາຊຽນ, ສືບຕໍ່ເສີມຂະຫຍາຍບົດບາດ ແລະຄຸນຄ່າຫຼັກ ຂອງອາຊຽນ, “ການເຄື່ອນໄຫວຂອງ AIPO ມີຄວາມສຳຄັນຫຼາຍຂຶ້ນເລື້ອຍໆ, ມະຕິຂອງ AIPO ຈະຕ້ອງເຂົ້າສູ່ຊີິວິດທາງການເມືອງ ຂອງແຕ່ລະປະເທດ ຢ່າງແທ້ຈິງ”(19), “ເພື່ອໃຫ້ AIPA ມຸ່ງເປົ້າໄປທີ່ປະຊາຄົມຂອງປະຊາຊົນ, ເພື່ອປະຊາຊົນ, ຫຸ້ມຫໍ່ກັນ ແລະ ແບ່ງປັນ”(20), ພ້ອມ​ກັນ​ນັ້ນ ກໍ່ໃຊ້ໂອກາດ​ໃຫ້ເປັນປະໂຫຍດ​ນັບ​ແຕ່​ເຂົ້າຮ່ວມ WTO ​ແລະ ເສີມຂະຫຍາຍຄວາມ​ໄດ້​ປຽບ ​ແລະ ຄວາມເໜືອກວ່າ​ ຂອງ​ຂະບວນການ​ຮ່ວມ​ມື​ສາກົນ​ ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ...

ໃນບັນດາບົດຄວາມແລະບົດປາໃສ, ແນວຄິດ “ການຕ່າງປະເທດແມ່ນພາລະກິດຂອງທົ່ວພັກ, ທົ່ວປວງຊົນ ແລະຂອງລະບົບການເມືອງທັງໝົດ” ຍັງໄດ້ຮັບການຊີ້ນຳໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ສະເໝີ; ໃນນັ້ນ, ທ່ານໄດ້ເອົາໃຈໃສ່ເປັນພິເສດເຖິງບັນຫາການສ້າງເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ຄວາມເປັນເຈົ້າການ ໃນການເຊື່ອມໂຍງເສດຖະກິດສາກົນ, ໂດຍຖືວ່າ ນີ້ແມ່ນສອງດ້ານທີ່ມີການພົວພັນສັດຈະວິພາບນຳກັນ ແລະເພີ່ມເຕີມໃຫ້ແກ່ກັນ ເພື່ອແນໃສ່ພັດທະນາເສດຖະກິດຂອງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ຕາມທິດທາງສັງຄົມນິຍົມ. ຕາມທັດສະນະຂອງທ່ານເລຂາທິການໃຫຍ່, ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງ ບໍ່ໄດ້ໝາຍຄວາມວ່າ ຈະເບິ່ງເບົາບັນຫາການເຊື່ອມໂຍງເຂົ້າກັບສາກົນ, ແຕ່ກົງຂ້າມ, ການເຊື່ອມໂຍງເສດຖະກິດສາກົນ ແມ່ນເນື້ອໃນໜຶ່ງໃນແນວທາງເສດຖະກິດ ແລະແນວທາງການຕ່າງປະເທດ ຂອງພັກແລະລັດ ຂອງພວກເຮົາ, ການປະສົມປະສານພະລັງພາຍໃນ ກັບພະລັງພາຍນອກ ເພື່ອສ້າງໃຫ້ເກີດກຳລັງແຮງສັງລວມ ຂອງພາລະກິດການສ້າງສາພັດທະນາປະເທດ. ການເຊື່ອມໂຍງເສດຖະກິດສາກົນ ກໍ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ເສດຖະກິດທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ເພື່ອຕອບສະໜອງ​ຄວາມ​ຕ້ອງການ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ; ພ້ອມ​ກັນ​ນັ້ນ, ຜ່ານ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ເພື່ອເສີມຂະຫຍາຍ​ບົດບາດ ​ແລະ ຄວາມສາມາດບົ່ມຊ້ອນ​ຂອງ​ປະ​ເທດ​ເຮົາ ​ໃນ​ຂະ​ບວນການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສ່ວນໜຶ່ງຂອງ​ເນື້ອ​ໃນໂດຍ​ລວມ “ການ​ຕ່າງປະ​ເທດ​ແມ່ນພາລະກິດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ຂອງ​ລະບົບ​ການ​ເມືອງທັງໝົດ”, ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ ​ແລະຄວາມຮັກຕໍ່ຊຸມຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ເປັນພິເສດ, ກໍ່​ຄືຕໍ່ປະຊາຊົນຂອງປະເທດເຈົ້າພາບ. ສຳລັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ: “ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ບໍ່​ວ່າ​ພວກເຂົາຈະ​ຢູ່​ໃສ, ຍາມ​ໃດ​ກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້ ​ຂອງ​ປະ​ເທດ​ຊາດ”(21); ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ “ແມ່ນ “ຕົວເລັ່ງ” ທີ່​ສຳຄັນ​ສຳລັບຄວາມສຳ​ເລັດ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​ຂອງ​ປະຊາຊົນ​ໃນຂະບວນ​ການ​ປ່ຽນແປງໃໝ່. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ແລະ ສາສະໜາ, ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ​ໄດ້​ປະກອບສ່ວນ​ຮັກສາ​ເອກະລັກ ​ແລະສົ່ງເສີມຄຸນຄ່າທາງ​ວັດທະນະທຳ​ຂອງ​ຊາດ, ສ້າງ​ພາບລັກສະນະ​ຂອງ​ຫວຽດນາມຢູ່​ຕ່າງປະ​ເທດ, ສົ່ງເສີມ, ເຜີຍ​ແຜ່ ​ແລະ ຍາດ​ໄດ້​ຄວາມ​ຮັກ​ແພງ​ຂອງ​ເພື່ອນ​ມິດ​ຈາກບັນດາ​ປະ​ເທດ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ ​ແລະ ຊື່​ສຽງ​ຂອງຫວຽດນາມ​ໃນ​ເວທີ​ສາກົນ”(22). ສຳລັບປະຊາຊົນຂອງປະເທດເຈົ້າພາບ: ລາວ, ກູບາ, ຈີນ, ສະຫະພັນທະລັດລັດເຊຍ, ສະຫະລັດອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ຮັງກາລີ..., ທ່ານເລຂາທິການໃຫຍ່ເນັ້ນໜັກເຖິງການແບ່ງປັນ ບັນດາ​ຄຸນຄ່າທີ່​ຄ້າຍຄື​ກັນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ, ການ​ຮ່ວມ​ມື ​ແລະ ຄວາມ​​ພະຍາຍາມ​ສ້າງ​ບັນດາ​ຂໍ້​ຕົກລົງ ​ແລະ ກົນ​ໄກ​ທີ່​ມີ​ປະສິດທິ​ພາບ ເພື່ອຮັກສາສັນຕິພາບ ສະຖຽນລະພາບ ແລະຮັບປະກັນຄວາມໝັ້ນຄົງຮ່ວມກັນ, ປ້ອງກັນຄວາມຂັດແຍ່ງແລະສົງຄາມ, ຈັດການກັບສິ່ງທ້າທາຍຈາກຄວາມໝັ້ນຄົງແບບດັ້ງເດີມ ແລະບໍ່ເປັນແບບດັ້ງເດີມ ຢ່າງມີປະສິດທິພາບ, ພ້ອມກັນນັ້ນ ເພີ່ມທະວີຄວາມເຂົ້າໃຈຮ່ວມກັນ, ກະຊັບມິດຕະພາບ ແລະສ້າງຮາກຖານທາງສັງຄົມໃຫ້ແກ່ການພົວພັນ ລະຫວ່າງຫວຽດນາມ ແລະບັນດາປະເທດໃນທົ່ວໂລກ.   

ຄວາມປະທັບໃຈດ້ານການຕ່າງປະເທດແລະການທູດຂອງຫວຽດນາມໃນເວທີສາກົນ

ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດຕາມ​ຈິດ​ໃຈ “ການ​ທູດແບບ​ໄມ້​ໄຜ່” ​ໄດ້ລວມສະພາບ​ການ​ຕ່າງປະ​ເທດໄວ້​ຢ່າງ​ໝັ້ນຄົງ ​ເພື່ອ​ໃຫ້​ຫວຽດນາມມີ​ສະພາບ​ແວດ​ລ້ອມທີ່​ສະຫງົບສຸກແລະໝັ້ນຄົງ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງປະເທດ, ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ເພີ່ມ​ທະວີ​ບົດບາດທີ່​ຕັ້ງ ແລະຊື່ສຽງ​ສາກົນ​ຂອງ​ປະ​ເທດ. ການປະຕິບັດ​ທາງ​ການ​ທູດ​ໃນ​ໄລຍະ 2 ປີຜ່ານມາ ຍັງ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ​ເພີ່ມພູນບົດຮຽນ​ອັນ​ລ້ຳ​ຄ່າ ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ ໃນ​ຂະ​ບວນການ​ປ່ຽນແປງໃໝ່. ນັ້ນຄື: ເຮົາຍິ່ງປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍເທົ່າໃດ, ເຮົາກໍ່ຍິ່ງຕ້ອງຍຶດໝັ້ນໃນຫຼັກການ, ມີຄວາມຍືດຫຍຸ່ນ ແລະ ສ້າງສັນໃນຍຸດໂທບາຍຂອງເຮົາຫຼາຍຂຶ້ນເທົ່ານັ້ນ; ຈັດການ​ການ​ພົວພັນ​ລະຫວ່າງ​ເອກະລາດແລະຄວາມເປັນເຈົ້າຄົນເອງ ກັບ ຄວາມ​ສາມັກຄີແລະການ​ຮ່ວມ​ມື​ສາກົນ, ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຂາດ ກັບ ພັນທະ​ແລະຄວາມ​ຮັບຜິດຊອບ​ສາກົນ ຢ່າງເໝາະສົມ.

ປຶ້ມເຫຼັ້ມນີ້ຕີພິມຄວາມຄິດເຫັນ 52 ຄວາມຄິດເຫັນ ຂອງຜູ້ຊ່ຽວຊານ, ນັກການເມືອງ, ນັກການທູດ, ນັກຄົ້ນຄວ້າ ແລະເພື່ອນມິດສາກົນ ກ່ຽວກັບບົດບາດແລະການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການກໍ່ຕັ້ງແລະພັດທະນາຝ່າຍການທູດຫວຽດນາມທີ່ຮອບດ້ານ, ທັນສະໄໝ ແລະເຕັມໄປດ້ວຍເອກະລັກຂອງ “ໄມ້ໄຝ່ຫວຽດນາມ”. ເຫຼົ່ານັ້ນ​ແມ່ນ​ຄວາມ​ຊົງ​ຈຳ, ຄວາມ​ຮູ້​ສຶກ ແລະ ເລື່ອງ​ລາວ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ເຈົ້າ​ໜ້າ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ການ​ທູດ, ນັກ​ຂ່າວ ແລະ ຊາວ​ຫວຽດ​ນາມຢູ່ຕ່າງ​ປະ​ເທດ ທີ່​ໄດ້ຕິດຕາມແລະພົບ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໃນລະຫວ່າງການຢ້ຽມຢາມ ແລະເດີນທາງໄປເຮັດວຽກຢູ່ພາຍໃນ ແລະ ຕ່າງປະເທດ.

ກ່າວເຖິງຄວາມສຳເລັດແລະຮອຍປະທັບ​ໃນການຕ່າງປະເທດຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ, ສະຫາຍ ທອງ​ສະຫວັນ ພົມວິຫານ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຢືນຢັນ​ວ່າ: “ບັນດາຜົນງານຂອງຫວຽດນາມເວົ້າລວມ ແລະ ຜົນສຳເລັດໃນວຽກງານການຕ່າງປະເທດເວົ້າສະເພາະ ກໍ່ແມ່ນບັນດາຜົນງານ ແລະ ບົດຮຽນອັນລ້ຳຄ່າ ສຳລັບປະເທດລາວ”(23); “ພິເສດ, ພັກແລະລັດລາວ ຕີລາຄາສູງຄວາມເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການເນັ້ນໜັກ 6 ກຸ່ມບັນຫາ ທີ່ເປັນເປົ້າໝາຍແລະໜ້າທີ່ທີ່ຍິ່ງໃຫຍ່ ໜັກໜ່ວງ ແຕ່ສະຫງ່າລາສີ ໃນການຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງຫວຽດນາມ”(24). ໃນບົດຄວາມເລື່ອງ “ຄຸນຄ່າຍຸກສະໄໝຂອງຝ່າຍການທູດມີເອກະລັກຂອງ “ໄມ້ໄຝ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ”, ສະຫາຍ ຮັ່ນ ຟາງໝິງ, ຮອງປະທານຄະນະກຳມະການການຕ່າງປະເທດແຫ່ງຊາດຈີນ, ປະທານສະຖາບັນການທູດ ແລະການ​ພົວພັນ​ສາກົນ CHARHAR ​ໃຫ້​ຄຳ​ເຫັນ​ວ່າ: “ການທູດແບບ “ໄມ້ໄຝ່ຫວຽດນາມ”... ແມ່ນທັງຄວາມມານະພະຍາຍາມ ໃນການນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ການຄວາມ​ຕັ້ງໜ້າ​ໃນ​ການຂະຫຍາຍຂົງ​ເຂດ​ການ​ທູດ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ຜົນ​ປະ​ໂຫຍ​ດແຫ່ງ​ຊາດຂອງຫວຽດນາມ, ສົມທົບ​ກັນ​ຢ່າງ​ຄ່ອງ​ແຄ້ວ ​ແລະ ມີ​ຫຼັກການ, ມານະ​ພະຍາຍາມ​ປັບ​ຕົວ​ເຂົ້າ​ກັບ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ; ຄຽງ​ຄູ່​ກັບ​ການ​ພັດທະນາ​ການ​ພົວພັນ​ທາງ​ການ​ທູດ​ທີ່​ມີ​ຢູ່​ແລ້ວ, ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ໃໝ່, ປະສົມປະສານຄວາມຍືດຫຍຸ່ນແລະຫຼັກການ ຢ່າງຊ່ຽວຊານ, ມຸ່ງໝັ້ນທີ່ຈະປັບຕົວໃຫ້ເຂົ້າກັບໂລກທີ່ປ່ຽນແປງຢູ່ຕະຫຼອດເວລາ; ທາງດ້ານອື່ນ, ຄວບຄູ່ໄປກັບການພັດທະນາຄວາມສຳພັນທາງການທູດທີ່ມີຢູ່, ການສ້າງຄວາມສຳພັນການຮ່ວມມືໃໝ່. ນີ້ແມ່ນຮາກຖານທາງການທູດ ເພື່ອໃຫ້ຫວຽດນາມຍັງຄົງພັດທະນາຢ່າງໝັ້ນຄົງແລະສົດໃສ ເຖິງຈະປະເຊີນກັບສະຖານະການໂລກທີ່ສັບສົນທີ່ສຸດ”(25). ຜ່ານ​ບົດຄວາມເລື່ອງ “ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ​ຈ້ອງ ໃນ​ການ​ພົວ​ພັນ​ທາງການທູດ​ວັດ​ທະ​ນະ​ທຳ ລະຫວ່າງ​ຫວຽດ​ນາມແລະຍີ່​ປຸ່ນ”, ທ່ານ ຄຸໂຮອີວະ ຢູຈິ, ​ເຈົ້າ​ແຂວງ ຄານາກາວາ, ປະເທດຍີ່​ປຸ່ນ ບໍ່ພຽງແຕ່ສະ​ແດງ​ຄວາມ​ຮັກ​ແພງ ​ແລະ ຄວາມ​ເຄົາລົບ​ນັບຖື​ ຕໍ່​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ຍ້ອນ​ຄວາມ​ສະໜິດສະໜົມ ​ແລະເປັນມິດ​ກັບ​ປະຊາຊົນ​ໃນແຂວງ ຄານາກາວາ, ແຕ່​ຍັງ​ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ວ່າ: ການແລກປ່ຽນທີ່ໄດ້ຮັບການສົ່ງເສີມໃນລະດັບອຳນາດການປົກຄອງທ້ອງຖິ່ນ ຂອງທັງສອງປະເທດ ຈະປະກອບສ່ວນຊ່ວຍໃຫ້ການພົວພັນຂອງທັງສອງປະເທດ “ຂະຫຍາຍ, ຍືດຫຍຸ່ນ ແລະ ໝັ້ນຄົງ”, ແມ່ນ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ຕົວ​ຈິງ​ຂອງ “ການ​ທູດ​ແບບໄມ້​ໄຜ່​ຫວຽດນາມ”(26). ມີ​ຄວາມຄິດເຫັນແລະຄຳຢືນຢັນ​ທີ່​ມີ​ຄຸນຄ່າ ​ແລະ​ກະ​ຕື​ລື​ລົ້ນຫຼວງຫຼາຍ ​ຜ່ານ​ເນື້ອ​ໃນ​ຂອງບັນດາ​ບົດຄວາມ “ການ​ທູດຫວຽດນາມພາຍໃຕ້​ການ​ນຳພາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ - ກ້າແກ່ນ ແລະ ນັບມື້ນັບພັດທະນາ”; “ການທູດຫວຽດນາມສະໜອງແບບຢ່າງທີ່ດີກວ່າໃຫ້ແກ່ປະເທດຕ່າງໆ ທົ່ວໂລກ”; “ຝ່າຍການທູດທີ່ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ” ໄດ້ຖືກນຳໄປໃຊ້ໃນທາງປະຕິບັດໂດຍຫວຽດນາມຢ່າງປະສົບຄວາມສຳເລັດ”;... ຫຼືລຽບງ່າຍ ແລະກະທັດລັດ ຄືກັນກັບຊື່ “ຄວາມປະທັບໃຈຂອງຫວຽດນາມ” ແຕ່ເຕັມໄປດ້ວຍຄວາມຄິດ ແລະຄວາມຮູ້ສຶກອັນເລິກເຊິ່ງຂອງທ່ານນາງ ລໍເຣນາ ເປນາ ເມນໂດຊາ, ປະທານສະຫະພັນແມ່ຍິງປະຊາທິປະໄຕສາກົນ, ກ່ຽວກັບປະສົບການພຶດຕິກຳຂອງຫວຽດນາມ ແລະລະບົບທິດສະດີຂອງພັກກອມມູນິດຫວຽດນາມ; ຈາກຈຸດນັ້ນ ສ້າງຄວາມຫວັງສຳລັບອະນາຄົດທີ່ສົດໃສ ສຳລັບການຕໍ່ສູ້ທີ່ພວກເຮົາກຳລັງຕໍ່ສູ້ເພື່ອໂລກທີ່ມີສັນຕິພາບ ສະເໝີພາບ ແລະ ມີຫຼາຍຂົ້ວ, ທີ່ເຊິ່ງສິດທິຂອງບັນດາຊົນຊາດ ແລະ ໂດຍສະເພາະຢ່າງຍິ່ງ ສິດທິຂອງແມ່ຍິງແລະເດັກຍິງ ໄດ້ຮັບການເຄົາລົບຢ່າງເຕັມທີ່(27). ສາມາດຢືນຢັນວ່າ, ​ແມ່ນ​ແບບ​ແຜນ​ການ​ທູດຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ​ທີ່​ເຕັມໄປດ້ວຍແກ່ນແທ້ຂອງວັດທະນະທຳ​ປະຈຳ​ຊາດ​ຫວຽດນາມ ​ເຮັດໃຫ້ໄດ້ຮັບຄວາມນັບຖື ຄວາມຊື່ນຊົມ ແລະ ​ຄວາມ​ໄວ້ວາງ​ໃຈ ຈາກມິດສະຫາຍຕ່າງປະເທດ​ ​ຕໍ່​ພັກ​ກອມ​ມູນິດ​ຫວຽດນາມ ແລະປະເທດຫວຽດນາມຫຼາຍຂຶ້ນ, ໄດ້ກາຍເປັນປັດໄຈໜຶ່ງທີ່ເສີມສ້າງກຳລັງແຮງຂອງການທູດຫວຽດນາມ.

ຄຽງຄູ່ກັບການກ່າວເຖິງຄວາມຄິດເຫັນ, ການຕີລາຄາ ແລະ ການໄຕ່ຕອງຂອງເພື່ອນມິດສາກົນນັ້ນ, ປື້ມເຫຼັ້ມນີ້ຍັງປະກອບສ່ວນຢັ້ງຢືນການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມອັນໃຫຍ່ຫຼວງ ຂອງປະຊາຊົນຫວຽດນາມ ຕໍ່ແນວທາງແລະນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ ພາຍໃຕ້ການຊີ້ນຳຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ພ້ອມກັນນັ້ນ, ສະ​ແດງ​ໃຫ້ເຫັນເຖິງຄວາມ​ເຄົາລົບ, ຄວາມ​ຮັກ​ແພງ ​ແລະ ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ ຂອງປະຊາຊົນ ຕໍ່​ທ່ານ​ເລຂາທິການ​ໃຫຍ່, ຜ່ານ​ນັ້ນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະຄວາມພາກ​ພູມ​ໃຈ ໃນ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ສຳຄັນ​ ຂອງ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຂອງ​ຫວຽດນາມ. ເຫຼົ່ານີ້ຄື “ຂໍ້ຄວາມບາງສ່ວນກ່ຽວກັບຜູ້ນຳການທູດ “ໄມ້ໄຝ່ຫວຽດນາມ””, “ກ່ຽວກັບຝ່າຍການທູດຫວຽດນາມສະໄໝໃໝ່”, ແມ່ນຄວາມປະທັບໃຈຂອງ “ແບບແຜນການທູດທີ່ມີມະນຸດສະທຳຂອງເລດຂາທິການໃຫຍ່ ຫງວຽນຝູຈ້ອງ”,...; ຫຼືອ່ອນໂຍນແຕ່ເລິກເຊິ່ງທີ່ສຸດ, ເຊັ່ນ ““ຊຸມປີທີ່ລ້ຳຄ່າ - ຄວາມຊົງຈຳທີ່ບໍ່ອາດລືມໄດ້ກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ” - ເລື່ອງຂອງຜູ້ທີ່ເຮັດວຽກເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນເວລາ 12 ປີ, ໃນນັ້ນມີ 10 ປີ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານເລຂາທິການໃຫຍ່ ເຊິ່ງໄດ້ກະກຽມ ແລະຮັບໃຊ້ວຽກງານການຕ່າງປະເທດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ດ້ວຍເຫດນັ້ນ, ຜູ້ອ່ານຈຶງປະທັບໃຈກັບແບບແຜນການທູດຂອງທ່ານເລຂາທິການໃຫຍ່ຫຼາຍຍິ່ງຂຶ້ນ: “ທ່ານ​ເລຂາທິການ​ໃຫຍ່​ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ເຄື່ອງ​ນຸ່ງ​ຫົ່ມ ​ແລະ ການ​ປະດັບ​ປະດາ​ຫຼາຍ​ເກີນ​ໄປ, ​ແຕ່​ສາມາດ​ເວົ້າ​ໄດ້​ວ່າ ​​ລຽບ​ງ່າຍ, ຖ່ອມຕົວ, ການພົວພັນ​ຕ້ອນຮັບ​ແຂກ​ສາກົນ​​ຢ່າງ​ຈິງ​ໃຈ ​ເປີດ​ເຜີຍ ແລະ ​ເປັນ​ມິດ ​ດ້ວຍ​ຮອຍ​ຍິ້ມ​ທີ່​ອົບ​ອຸ່ນ, ການຈັບມືທີ່ອົບອຸ່ນ, ເມື່ອຕິດຕໍ່ສື່ສານກັບແຂກ ເພິ່ນເວົ້າຢ່າງສຸຂຸມຈະແຈ້ງ ເຂັ້ມງວດ ມີໄຫວພິບ ມີແບບສະບາຍໆ ແລະສະຫງ່າງາມ”(28), ແລະຈາກນັ້ນກໍ່ເບິ່ງຄືຈະຊັດເຈນວ່າ: ທ່ານເລຂາທິການ​ໃຫຍ່​ຂອງ​ພວກ​ເຮົາ​ເປັນ​ແບບ​ນັ້ນ - ​ເຂົ້າ​ໃຈ​ແລະ​ເຄົາລົບ​ນັບຖື​ເພື່ອນ​ມິດສາ​ກົນສະເໝີ.

​ໃນ​ສະພາບ​ການ​ໂລກາພິວັດ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ປຶ້ມ​ເຫຼັ້ມນີ້​ແມ່ນ​ຄູ່​ມື ​ແລະ ​ຂໍ້ມູນ​ອ້າງອີງ​ທີ່​ມີ​ປະ​ໂຫຍ​ດຢ່າງ​ແທ້​ຈິງ, ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ເຂົ້າ​ໃຈ​ທິດ​ສະ​ດີ ​ແລະ ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ, ແຕ່ຍັງເຂົ້າໃຈຢ່າງຈະແຈ້ງ ແລະ ເຫັນດ້ວຍກັບແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ./.     

--------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 162

(2) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 18-19.

(3) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 47-48

(4) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 36

(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 25

(6) ເບິ່ງ: ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 37-38

(7) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 38

(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 165

(9) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 38

(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 161–162

(11) ເບິ່ງ: ຫງວຽນທິທູ່ຍລິງ: “ພິທີເປີດປຶ້ມ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ວາລະສານກອມມູນິດເອເລັກຕຣິກ, ວັນທີ 22 ພະຈິກ 2023

(12), (13) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 181, 201

(14), (15), (16), (17) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 213, 300-301, 408, 406

(18) (19), (20), (21), (22) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 411-412, 438, 440, 518, 523

(23), (24), (25), (26) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 642, 644, 649-650, 688–689

(27), (28) ເບິ່ງ: ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍ​ເອກະລັກ​ຂອງ “​ໄມ້​ໄຜ່​ຫວຽດນາມ, ປຶ້ມທີ່ໄດ້ແນະນຳ, ໜ້າ 728-729, 739

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1027 (ເດືອນທັນວາ 2023)