ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ
​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ​
- ບາງ​ບັນຫາ​ໃໝ່​ທີ່ໄດ້​ຍົກ​ອອກ​ມາ​ໃນ​ປະຈຸບັນ

ໂດຍ ຈິ້ງ ວັນ ກ້ວຽດ
ພົນໂທ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ
03:06, 30-06-2024
ວກ. - ຕະຫຼອດ​ຂະ​ບວນການ​ກໍ່ສ້າງ, ​ເຕີບໃຫຍ່ ​ແລະ ນຳພາ​ການ​ປະຕິວັດ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ຊາບຊຶມແນວຄິດທີ່ວ່າ “ປະ​ເທດ​ຖື​ປະຊາຊົນ​ເປັນ​ຮາກ​ຖານ” ​ໂດຍ​ຖື​ວ່າ ການ​ປະຕິວັດ​ແມ່ນພາລະກິດ​ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ແລະ ເພື່ອປະຊາຊົນ. ມະຕິໝາຍເລກ 43-NQ/TW ລົງວັນທີ 24 ພະຈິກ 2023 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XIII “ກ່ຽວກັບການເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ກໍ່ສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະມີຄວາມສຸກ”, ໂດຍເນັ້ນໜັກວ່າ: “ຕໍ່ໜ້າຄວາມຕ້ອງການທີ່ນັບມື້ນັບເພີ່ມຂຶ້ນ ຂອງພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສູ້ຊົນເຮັດໃຫ້ປະເທດເຮົາເປັນປະເທດທີ່ພັດທະນາ ແລະ ມີລາຍຮັບສູງໃນປີ 2045 ຮຽກຮ້ອງໃຫ້ມີການເຊີດຊູ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ”.

ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ໃນການກໍ່ສ້າງແລະປົກປັກຮັກສາ
ປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ
- ພື້ນຖານທິດສະດີແລະພຶດຕິກຳ

ໂດຍຊາບຊຶມທັດສະນະຂອງລັດທິມາກ-ເລນິນ ແລະ ບົດຮຽນທີ່ສືບທອດມາກ່ຽວກັບບົດບາດຂອງມະຫາຊົນໃນປະຫວັດສາດແຫ່ງການສ້າງສາແລະປົກປັກຮັກສາປະເທດ, ພັກກອມມູນິດຫວຽດນາມ ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ເປັນ​ຫົວໜ້າ ​ໄດ້​ຢືນຢັນສະເໝີ​ວ່າ ປະຊາຊົນແມ່ນອັດຕະພາບຂອງການປະຕິວັດ, ມີຄວາມຄິດສ້າງສັນອັນບໍ່ມີທີ່ສິ້ນສຸດ ແລະພະລັງອັນຍິ່ງໃຫຍ່. ເພິ່ນຊີ້​ໃຫ້ເຫັນ​ວ່າ: “ບໍ່​ມີ​ສິ່ງ​ໃດ​ໃນ​ທ້ອງຟ້າ​ນີ້ມີ​ຄ່າ​ກວ່າປະຊາຊົນ. ໃນໂລກນີ້ບໍ່ມີສິ່ງໃດທີ່ແຂງແຮງກວ່າກຳລັງສາມັກຄີຂອງປະຊາຊົນ”(1), “ດ້ວຍພະລັງຂອງປະຊາຊົນ ວຽກງານຈະໃຫຍ່ຫຼືຫຍຸ້ງຍາກປານໃດ ກໍ່ເຮັດໄດ້ທຸກຢ່າງ. ຖ້າບໍ່ມີມັນ ກໍ່ບໍ່ເຮັດສິ່ງໃດໄດ້. ປະຊາຊົນຮູ້ວິທີການແກ້ໄຂບັນຫາຕ່າງໆໄດ້ຢ່າງງ່າຍດາຍ, ວ່ອງໄວແລະສົມບູນ ເຊິ່ງຄົນເກ່ງແລະອົງການໃຫຍ່ຄິດບໍ່ເຖິງ”(2); “ຄວາມເປັນຈິດໜຶ່ງໃຈດຽວຂອງພີ່ນ້ອງຮ່ວມຊາດເຮົາກໍ່ໃຫ້ເກີດກຳແພງທອງເຫຼືອງຮອບປະເທດຊາດ. ສັດຕູຈະດຸຮ້າຍແລະເລິກແລບປານໃດກໍ່ຕາມ, ຫາກຊົນກັບກຳແພງນັ້ນ ພວກເຂົາກໍ່ຈະປະລາໄຊຢ່າງສິ້ນເຊີງ”(3).

ຕາມແນວຄິດຂອງປະທານໂຮ່ຈີມິນ “ປະຊາຊົນ” ມີຄວາມໝາຍແຝງທີ່ກວ້າງຫຼາຍ ລວມທັງຊາວຫວຽດນາມຜູ້ຮັກຊາດທັງໝົດ ເຊິ່ງເປັນກຳລັງຂະໜາດໃຫຍ່ທີ່ມີອຳນາດອັນຍິ່ງໃຫຍ່. ພະລັງຂອງປະຊາຊົນແມ່ນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ນັ້ນແມ່ນກຳລັງແຮງທາງດ້ານວັດຖຸແລະຈິດໃຈ ທີ່ຫຼອມລວມຈາກຄວາມເຂັ້ມແຂງຂອງແຕ່ລະບຸກຄົນ, ຈາກແຕ່ລະກຸ່ມຊົນເຜົ່າ, ສາສະໜາ, ຊັ້ນຄົນ ແລະຊົນຊັ້ນທາງສັງຄົມ. ປະຊາຊົນແມ່ນກຳລັງທີ່ໜາແໜ້ນ, ແຕ່ຖ້າແຕ່ລະຄົນຢືນຢັດຢູ່ລຳພັງ ເຂົາຈະບໍ່ສາມາດສ້າງເປັນກຳລັງແຮງໄດ້; ພະລັງອັນຍິ່ງໃຫຍ່ຈະຖືກສ້າງຂຶ້ນ ກໍ່ຕໍ່ເມື່ອທຸກຄົນໄດ້ຕື່ນຕົວ ແລະລວມຕົວກັນເປັນອັນໜຶ່ງອັນດຽວກັນແຫ່ງເຈດຈຳນົງແລະການກະທຳ. ດັ່ງນັ້ນ, ການເອົາໃຈໃສ່ກໍ່ສ້າງແລະປັບປຸງຢ່າງຕໍ່ເນື່ອງ, ການເພີ່ມທະວີກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດນັ້ນ ແມ່ນເງື່ອນໄຂທີ່ສຳຄັນທີ່ສຸດ ໃນການເສີມຂະຫຍາຍກຳລັງແຮງອັນຍິ່ງໃຫຍ່ຂອງປະຊາຊົນ.

ພາລະກິດການຕໍ່ສູ້ເພື່ອປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ແລະ ກໍ່ສ້າງລັດທິສັງຄົມນິຍົມ ແມ່ນພາລະກິດທີ່ສຳຄັນທີ່ສຸດ ແຕ່ຫຍຸ້ງຍາກແລະລຳບາກຫຼາຍ ຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງຕ້ອງອາໄສຄວາມເສຍສະຫຼະ ແລະການອຸທິດຕົນອັນຍິ່ງໃຫຍ່ໃນທຸກດ້ານຂອງຊາດ. ພາລະກິດທີ່ຍາວນານ, ຫຍຸ້ງຍາກແລະລຳບາກນັ້ນ ຈະສຳເລັດໄດ້ກໍ່ຕໍ່ເມື່ອພັກເຕົ້າໂຮມ ລວບລວມ ແລະ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນທຸກຊົນຊັ້ນ, ກໍ່ໃຫ້ເກີດກຳລັງແຮງອັນມະຫາສານ ແລະເປັນກຳລັງແຮງຂອງ “ປະຊາຊົນຈຳນວນໝື່ນເປັນໜຶ່ງດຽວກັນ”. ການເຕົ້າໂຮມ ລວບລວມ ແລະ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນຕ້ອງອາໄສວິທີການແລະຮູບການທີ່ເໝາະສົມ, ບົນພື້ນຖານການປະສົມປະສານຜົນປະໂຫຍດທີ່ແທດຈິງຂອງປະຊາຊົນຢ່າງກົມກຽວ; ໃນນັ້ນ, ພັກແມ່ນແກນກາງທີ່ເຕົ້າໂຮມແລະສາມັກຄີປະຊາຊົນເປັນເອກະພາບ.

ຄວາມເປັນຈິງຂອງການຕໍ່ສູ້ເພື່ອປົດປ່ອຍຊາດ ແລະໂຮມປະເທດຊາດເປັນເອກະພາບໄດ້ພິສູດແລ້ວວ່າ ຍ້ອນແນວທາງການ​ປະຕິວັດ​ທີ່​ຖືກຕ້ອງ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ມຸ່ງສູ່​ເອກະລາດ​ແຫ່ງ​ຊາດ ແລະສັງຄົມ​ນິຍົມ, ​ເພື່ອ​ເສລີພາບ ​ແລະ ຄວາມ​ສຸກ​ຂອງ​ປະຊາຊົນ; ມີຖັນແຖວພະນັກງານ ສະມາຊິກ​ພັກ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ, ສຸດອົກສຸດໃຈ, ເສຍສະຫຼະ​ເພື່ອ​ປະຊາຊົນ, ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ ດັ່ງນັ້ນ​ພັກ​ກອມ​ມູນິດ​ຫວຽດນາມຈຶ່ງ​ໄດ້​ເຕົ້າ​ໂຮມ ລວບລວມ ແລະ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປະຊາຊົນ ທັງດ້ານກຳລັງແຮງ​ແລະ​ຊັບສິນ​, ​ວັດ​ຖຸ​ແລະ​ຈິດໃຈ ເພື່ອນຳມາເຊິ່ງ​ໄຊ​ຊະ​ນະ​ໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາປີ 1945, ແລະ “ໄຊຊະນະດ້ຽນບຽນຟູ ທີ່ໂດ່ງດັງ, ສະເທືອນໂລກ” ປີ 1954 ແລະ ໄຊຊະນະທີ່ຍິ່ງໃຫຍ່ໃນລະດູບານໃໝ່ປີ 1975, ປົດປ່ອຍພາກໃຕ້ຢ່າງສົມບູນ ແລະໂຮມປະເທດຊາດເປັນເອກະພາບ. ນັ້ນແມ່ນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຜູ້ຄົນຈຳນວນລ້ານເປັນໜຶ່ງດຽວກັນ, ຕັດສິນໃຈ ແລະພ້ອມກັນລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍປະເທດຊາດຈາກການກົດຂີ່ຂູດຮີດ ຂອງລະບອບລ່າເມືອງຂຶ້ນແລະສັກດິນາ. ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ ໂດຍບໍ່ຄຳນຶງເຖິງຄວາມເສຍສະຫຼະ, ຄວາມຫຍຸ້ງຍາກລຳບາກ ແລະ ບໍ່ຍອມຈຳນົນຕໍ່ກອງກຳລັງຮຸກຮານຫຼືກົດຂີ່ໃດໆ ມີຕົ້ນກຳເນີດມາຈາກປະເພນີອັນລ້ຳຄ່າທີ່ຖືກສ້າງຂຶ້ນມາເປັນເວລາຫຼາຍພັນປີ ໃນການກໍ່ສ້າງແລະປົກປ້ອງປະເທດຊາດ; ໃນຍຸກປະຈຸບັນ ໄດ້ກາຍເປັນຄວາມເຊື່ອໝັ້ນອັນຍິ່ງໃຫຍ່ຂອງປະຊາຊົນ ຕໍ່ການນຳພາຂອງພັກແລະປະທານໂຮ່ຈີມິນ.

ໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ, ເພື່ອເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ພັກເຮົາໄດ້ກຳນົດແລະຖືເອົາເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ອາລະຍະທຳ” ເປັນຄວາມຄ້າຍຄືກັນ; ຮັບປະກັນຄວາມຍຸຕິທຳແລະຄວາມສະເໝີພາບທາງສັງຄົມ, ເບິ່ງແຍງດູແລຜົນປະໂຫຍດທີ່ແທດຈິງ ຊອບທຳ ຖືກກົດໝາຍຂອງທຸກຊົນຊັ້ນ, ທຸກຊັ້ນວັນນະທາງສັງຄົມ; ປະສົມປະສານຜົນປະໂຫຍດສ່ວນບຸກຄົນ, ຜົນປະໂຫຍດສ່ວນລວມ ແລະຜົນປະໂຫຍສັງຄົມຢ່າງກົມກຽວ,... ຖືວ່າສິ່ງເຫຼົ່ານີ້ເປັນປັດໄຈສຳຄັນໃນການປັບປຸງ ແລະພັດທະນາກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ພ້ອມກັນນັ້ນ, ພັກນຳພາການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ດ້ວຍຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບການຈັດຕັ້ງທຸລະກິດ ແລະຮູບການແຈກຢາຍທີ່ເໝາະສົມ ແລະມີປະສິດທິຜົນ; ການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ອຳນາດລັດທັງໝົດແມ່ນຂອງປະຊາຊົນ ເຊິ່ງຮາກຖານແມ່ນພັນທະພາບລະຫວ່າງຊົນຊັ້ນກຳລະກອນ ກັບຊົນຊັ້ນຊາວນາ ແລະຖັນແຖວປັນຍາຊົນ ນຳໂດຍພັກກອມມູນິດຫວຽດນາມ. ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນໃນທຸກຂົງເຂດຂອງຊີວິດສັງຄົມ, ຮັບປະກັນວ່າ ປະຊາທິປະໄຕຈະຖືກນຳໃຊ້ໃນທາງປະຕິບັດໃນແຕ່ລະຂັ້ນ, ແຕ່ລະພາກສ່ວນ ແລະ ໃນທຸກຂົງເຂດຂອງຊີວິດສັງຄົມ. ການສ້າງພື້ນຖານວັດທະນະທຳຫວຽດນາມທີ່ກ້າວໜ້າ, ອຸດົມໄປດ້ວຍເອກະລັກປະຈຳຊາດ ແລະ ພັດທະນາຢ່າງຮອບດ້ານ, ເປັນເອກະພາບໃນຄວາມຫຼາກຫຼາຍ, ຊາບຊຶມຢ່າງເລິກເຊິ່ງເຖິງຈິດໃຈມະນຸດສະທຳ ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ; ເຮັດໃຫ້ວັດທະນະທຳເຊື່ອມໂຍງຢ່າງແໜ້ນແຟ້ນ ແລະ ຊືມເລິກເຂົ້າໄປໃນຊີວິດສັງຄົມທັງໝົດ, ກາຍເປັນຮາກຖານທາງຈິດໃຈທີ່ໝັ້ນຄົງ ແລະກຳລັງແຮງພາຍໃນທີ່ສຳຄັນ ເພື່ອພັດທະນາປະເທດ. ປະຕິບັດ​ນະ​ໂຍບາຍ​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ​ລະຫວ່າງ​ບັນດາ​ເຜົ່າ, ສ້າງ​ເງື່ອນ​ໄຂທີ່ເອື້ອອຳນວຍໃຫ້ບັນດາ​ເຜົ່າ​ພັດທະນາ, ຕິດ​ພັນຢ່າງແໜ້ນແຟ້ນ​ກັບ​ການ​ພັດທະນາ​ຮ່ວມກັນຂອງ​ປະຊາ​ຄົມ​ບັນດາ​ເຜົ່າຫວຽດນາມ; ຄັດຄ້ານຕ້ານການເລືອກປະຕິບັດ ແລະການແບ່ງ​ແຍກທາງ​ຊົນ​ເຜົ່າ​ຢ່າງ​ເດັດດ່ຽວ. ເຄົາລົບ ແລະ ຮັບປະກັນ​ສິດ​ເສລີ​ພາບໃນ​ການ​ເຊື່ອ​ຖື, ສາສະໜາ ​ແລະ ບໍ່​ເຊື່ອ​ຖື​ ຂອງ​ປະຊາຊົນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ; ຕໍ່ສູ້ແລະຈັດການລົງໂທດຢ່າງເຄັ່ງຄັດ ຕໍ່ທຸກການກະທຳລະເມີດກົດໝາຍ ລະເມີດສິດເສລີພາບ ປະຊາທິປະໄຕ ເສລີພາບໃນການເຊື່ອຖື ສາສະໜາ ແລະ ການສວຍໃຊ້ “ປະຊາທິປະໄຕ”, “ຄວາມເຊື່ອ, ສາສະໜາ” ເພື່ອທຳລາຍຜົນປະໂຫຍດຂອງຊາດ-ປະເທດຊາດ ແລະຜົນປະໂຫຍດຂອງປະຊາຊົນ. ປະຕິບັດແນວທາງ​ການ​ຕ່າງປະ​ເທດ​ທີ່ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ການພັດທະນາຢ່າງຕໍ່ເນື່ອງ; ດຳເນີນການພົວພັນຕ່າງປະເທດແບບຫຼາຍກ້ຳ ຫຼາຍຝ່າຍ, ເປັນເຈົ້າການແລະຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ; ຍົກ​ສູງ​ກຽດ​ສັກ​ສີ ແລະ ທີ່​ຕັ້ງ​ຂອງ​ປະ​ເທດ; ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ; ພ້ອມທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ.

ດ້ວຍແຜນນະໂຍບາຍແລະວິທີແກ້ໄຂທີ່ຄົບຊຸດ, ພັກຂອງພວກເຮົາໄດ້ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ປະສົມປະສານກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ ຊ່ວຍໃຫ້ປະເທດຂອງພວກເຮົາເອົາຊະນະຄວາມຫຍຸ້ງຍາກລຳບາກ ແລະຄວາມທ້າທາຍທັງໝົດ, ຮັກສາເອກະລາດ ອຳນາດອະທິປະໄຕ ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ດຳເນີນການປ່ຽນແປງໃໝ່ຢ່າງຮອບດ້ານ ກ່ອນອື່ນໝົດແມ່ນການປ່ຽນແປງໃໝ່ທາງດ້ານເສດຖະກິດ, ສ້າງການພັດທະນທີ່ໂດດເດັ່ນ. ອາໄສສິ່ງດັ່ງກ່າວ “ປະເທດເຮົາ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ພັດທະນາ​ຢ່າງ​ແຂງ​ແຮງແລະຮອບດ້ານ ​ເມື່ອ​ທຽບ​ກັບ​ຊຸມ​ປີ​ກ່ອນ​ການປ່ຽນແປງໃໝ່. ຂະ​ໜາດ​ແລະ​ລະ​ດັບ​ຂອງ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​. ຊີ​ວິດ​ຂອງ​ປະ​ຊາ​ຊົນ ທັງ​ດ້ານ​ວັດ​ຖຸແລະຈິດໃຈດີຂຶ້ນຢ່າງຈະແຈ້ງ. ປະ​ເທດ​ຂອງ​ພວກ​ເຮົາ​ບໍ່​ເຄີຍ​ມີ​ຄວາມ​ໂຊກ​ດີ, ທ່າ​ແຮງ, ຕຳ​ແໜ່ງ ແລະ ກຽດ​ສັກ​ສີ​ສາ​ກົນ​ເທົ່າ​ກັບ​ທຸກ​ວັນ​ນີ້ (4). ປະຈຸບັນ, ຫວຽດນາມີການພົວພັນທາງການທູດກັບ 193 ປະເທດແລະດິນແດນ, ໃນນັ້ນ 3 ປະເທດມີການພົວພັນພິເສດ, 6 ປະເທດເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 13 ປະເທດເປັນຄູ່ຮ່ວມມືຍຸດທະສາດ ແລະ 12 ປະເທດເປັນຄູ່ຮ່ວມມືຮອບດ້ານ(5). ນີ້ແມ່ນພະລັງຂັບເຄື່ອນ ຊັບພະຍາກອນທີ່ສຳຄັນ, ແມ່ນພື້ນຖານແລະຄວາມເຊື່ອໝັ້ນໃຫ້ທົ່ວພັກ, ປະຊາຊົນ ແລະ ກອງທັບເຮົາ ເອົາຊະນະຄວາມຫຍຸ້ງຍາກລຳບາກແລະຄວາມທ້າທາຍ, ສືບ​ຕໍ່​ກ້າວຢ່າງໝັ້ນຄົງບົນ​ເສັ້ນ​ທາງແຫ່ງການປ່ຽນແປງໃໝ່ຢ່າງ​ຮອບ​ດ້ານ ແລະ ຄົບຊຸດ; ພັດທະນາ​ປະ​ເທດ​ຢ່າງ​ວ່ອງ​ໄວແລະຍືນ​ຍົງ.

ສຳລັບກອງທັບປະຊາຊົນຫວຽດນາມທີ່ມາຈາກປະຊາຊົນ, ຕໍ່ສູ້ເພື່ອປະຊາຊົນ, ມີຄວາມຜູກພັນໃກ້ຊິດກັບປະຊາຊົນ, ພາຍໃຕ້ການນຳພາທີ່ເດັດຂາດແລະໂດຍກົງໃນທຸກດ້ານຂອງພັກ, ໃນເກືອບ 80 ປີທີ່ຜ່ານມາ, ກອງກຳລັງທະຫານຍັງຄົງປະຕິບັດພາລະບົດບາດແລະໜ້າທີ່ໃນການເປັນກອງກຳລັງສູ້ຮົບ, ກອງກຳລັງປະຕິບັດງານ, ກອງກຳລັງອອກແຮງງານທຳການຜະລິດ ເປັນຢ່າງດີຕະຫຼອດມາ. ໃນທຸກສະຖານະການ, ທຸກບ່ອນທຸກທີ່, ດ້ວຍຈິດໃຈເພື່ອເອກະລາດແລະອິດສະລະພາບຂອງປະເທດຊາດ ແລະເພື່ອຄວາມສຸກຂອງປະຊາຊົນ, ພະນັກງານທະຫານແລະນັກຮົບທຸກຄົນຂອງກອງທັບປະຊາຊົນຫວຽດນາມ ພ້ອມທີ່ຈະເສຍສະຫຼະຊີວິດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກທຸກຢ່າງໃນການສູ້ຮົບ ເພື່ອປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ແລະ ປົກປ້ອງປະຊາຊົນ; ເຮັດໜ້າທີ່ແກນຫຼັກ ແລະ ພ້ອມກັນກັບປະຊາຊົນໃນການປ້ອງກັນ, ຕໍ່ສູ້ ແລະເອົາຊະນະຜົນທີ່ຕາມມາຈາກໄພພິບັດທາງທຳມະຊາດ, ພະຍາດລະບາດ, ໄພພິບັດດ້ານສິ່ງແວດລ້ອມ, ການຄົ້ນຫາ ຊ່ວຍເຫຼືອ ກູ້ໄພກູ້ຊີບ, ເປັນເຈົ້າການແລະຕັ້ງໜ້າເຂົ້າຮ່ວມໃນກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ,... ເຕີມຄວາມສົດໃສໃຫ້ກັບຄຸນສົມບັດຂອງ “ທະຫານລຸງໂຮ່” ໃນຍຸກສະໄໝໃໝ່; ຜ່ານນັ້ນ, ປະກອບສ່ວນຍົກສູງບົດບາດຖານະ ແລະກຽດຊື່ສຽງຂອງຫວຽດນາມໃນເວທີສາກົນ, ປົກປັກຮັກສາປະເທດຕັ້ງແຕ່ຕົ້ນ, ຈາກໄລຍະໄກ; ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ ລັດ ແລະ ລະບອບສັງຄົມນິຍົມ, ຕໍ່ກອງທັບ, ເປັນພື້ນຖານສຳຄັນເພື່ອເຕົ້າໂຮມ ລວບລວມ ແລະ ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ.   

ໃນເວລາທີ່ຈະມາເຖິງ, ເປົ້າໝາຍການພັດທະນາປະເທດທີ່ກຳນົດໂດຍພັກກອມມູນິດຫວຽດນາມຄື: “ຮອດປີ 2030, ສະເຫຼີມສະຫຼອງການກໍ່ຕັ້ງພັກຄົບຮອບ 100 ປີ: ຫວຽດນາມຈະເປັນປະເທດກຳລັງພັດທະນາ, ມີອຸດສາຫະກຳທີ່ທັນສະໄໝ ແລະ ມີລາຍໄດ້ປານກາງສູງ. ຮອດປີ 2045, ສະເຫຼີມສະຫຼອງການສະຖາປະນາສາທາລະນະລັດປະຊາທິປະໄຕຫວຽດນາມ ເຊິ່ງປະຈຸບັນແມ່ນ ສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 100 ປີ: ຫວຽດນາມຈະກາຍເປັນປະເທດທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ”(6). ນີ້ແມ່ນໜ້າທີ່ທີ່ຍິ່ງໃຫຍ່ແລະສະຫງ່າງາມທີ່ສຸດ, ແຕ່ກໍ່ໜັກໜ່ວງແລະສັບສົນຫຼາຍ, ມັນຮຽກຮ້ອງໃຫ້ພັກແລະລັດ ບໍ່ພຽງແຕ່ຕ້ອງມີແນວທາງທີ່ຖືກຕ້ອງ, ມີຍຸດທະສາດ ແຜນການ ແລະ ມາດຕະການທີ່ຄົບຊຸດ, ຍົກສູງຄວາມຕັດສິນໃຈຂອງທຸກຂັ້ນ ຂະແໜງການ ກອງກຳລັງ ແລະລະບົບການເມືອງທັງໝົດ, ແຕ່ຍັງຕ້ອງເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ແລະຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ຢ່າງໃດກໍ່ຕາມ, ໃນເງື່ອນໄຂໃໝ່, ການເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ໃນການປະຕິບັດໜ້າທີ່ການປະຕິວັດ ກຳລັງປະເຊີນກັບບັນຫາໃໝ່ຫຼາຍຢ່າງ.

ພະນັກງານການແພດທະຫານ ກວດແລະປິ່ນປົວພະຍາດໃຫ້ປະຊາຊົນ (ນັກຂ່າວ: ຟຸ່ງດຶກຢຸງ) _ແຫຼ່ງ: qdnd.vn

ສືບຕໍ່ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ໃໝ່
ໃນການສ້າງແລະປົກປ້ອງປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ

ທີໜຶ່ງ, ປຸກລະດົມ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ​ເສີມສ້າງຄວາມ​ສັດທາ, ອຸດົມຄະຕິແຫ່ງ​ການ​ປະຕິວັດ, ​ຄວາມ​ປາດ​ຖະໜາ​ທີ່ຈະພັດທະນາ​ປະ​ເທດ​ໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມ​​ສຸກ​ ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ.

ກ່ອນອື່ນໝົດ, ຕ້ອງເຮັດວຽກງານການໂຄສະນາແລະອົບຮົມສຶກສາໃຫ້ດີ, ເຮັດໃຫ້ປະຊາຊົນເຫັນຄຸນຄ່າແລະຄວາມໝາຍ ຂອງພາລະກິດການສ້າງລັດທິສັງຄົມນິຍົມ. ການກ້າວໄປສູ່ລັດທິສັງຄົມນິຍົມແມ່ນເສັ້ມທາງດຽວທີ່ຖືກຕ້ອງ ແລະ ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ; ຮັບປະກັນຄວາມເປັນເອກະລາດ ແລະການພັດທະນາຂອງປະເທດ, ຄວາມຈະເລີນຮຸ່ງເຮືອງ ເສລີພາບ ແລະ ຄວາມສຸກຂອງປະຊາຊົນ. ຍູ້ແຮງການໂຄສະນາກ່ຽວກັບຄວາມສຳເລັດຂອງຂະບວນການປ່ຽນແປງໃໝ່, ຢືນຢັນວ່າ ບົດບາດນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ແມ່ນ​ບັນດາ​ປັດ​ໄຈ​ສຳຄັນ​ທີ່​ສຸດ ທີ່​ຮັບປະກັນ​ຄວາມ​ສຳ​ເລັດ​ຂອງພາລະກິດ​ການປ່ຽນແປງໃໝ່, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພ້ອມກັນນັ້ນ, ​ເຮັດ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ຄົນ​ເຫັນ​ໄດ້​ບົດບາດ ​ແລະ ພະລັງ​ແຫ່ງ​ຄວາມ​ສາມັກຄີ, ຄວາມ​ຮັບຜິດຊອບ​ຮ່ວມກັນ, ການ​ຮ່ວມ​ມື ແລະ ຄວາມເປັນຈິດໜຶ່ງໃຈດຽວໃນການຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ ແລະສິ່ງ​ທ້າ​ທາຍມັງໝົດ; ມີພຽງຄວາມສາມັກຄີເປັນເອກະພາບເທົ່ານັ້ນ ທີ່ສາມາດສ້າງກຳລັງແຮງເພື່ອປະຕິບັດຄວາມປາດຖະໜາໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ, ຮັບປະກັນຜົນປະໂຫຍດຂອງປະຊາຊົນແຕ່ລະຄົນ. ການໂຄສະນາ ແລະ ອົບຮົມສຶກສາຕ້ອງດຳເນີນການຢ່າງເປັນປະຈຳ ດ້ວຍຮູບແບບແລະວິທີການທີ່ຫຼາກຫຼາຍ ແລະເໝາະສົມກັບເປົ້າໝາຍ; ໃນນັ້ນ, ສຸມໃສ່ການໂຄສະນາແລະອົບຮົມສຶກສາໃຫ້ຄົນຮຸ່ນໃໝ່ - ຊຶ່ງເປັນເຈົ້າຂອງຂອງປະເທດໃນອະນາຄົດ - ກ່ຽວກັບຄວາມຮັບຜິດຊອບແລະໜ້າທີ່ຂອງເຂົາເຈົ້າ. ຈາກນັ້ນ, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ ແລະຕໍ່ເສັ້ນທາງໄປສູ່ລັດທິສັງຄົມນິຍົມ, “ປຸກລະດົມນ້ຳໃຈຮັກຊາດຢ່າງແຂງແຮງ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ແລະຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ”(7) ໃນປະຊາຊົນທຸກຊັ້ນວັນນະ.

ທີສອງ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ປະຕິບັດ​ຄວາມ​ກ້າວໜ້າ ແລະຄວາມຍຸຕິທຳທາງ​ສັງຄົມ.

ໃນຊຸມປີທີ່ຜ່ານມາ, ເສດຖະກິດແລະສັງຄົມມີການພັດທະນາຢ່າງຕໍ່ເນື່ອງ, ຈີດີພີ (GDP) ຕໍ່ຫົວຄົນເພີ່ມຂຶ້ນ, ບັນດາຂົງເຂດສັງຄົມມີການປ່ຽນແປງທີ່ດີຫຼາຍຢ່າງ, ຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນທຸກຊັ້ນວັນນະ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເຫັນໄດ້ແຈ້ງ, ຄວາມ​ຕ້ອງການ ​ແລະ ຄວາມສຳພັນທາງຜົນປະໂຫຍດ​ໃນ​ສັງຄົມ, ຕະຫຼອດຈົນ​​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຊົນ​ຊັ້ນ, ພາກສ່ວນ ແລະກຳລັງ​​ທາງສັງຄົມ ​ໄດ້​ຮັບ​ການ​ຕອບສະໜອງແລະແກ້​ໄຂ​ຢ່າງ​ກົມກຽວ ​ແລະໜ້າ​ພໍ​ໃຈຫຼາຍຂຶ້ນເລື້ອຍໆ. ບັນດາບັນຫາສັງຄົມເຊັ່ນ ແຮງງານ, ວຽກເຮັດງານທຳ, ຄວາມຊົ່ວຮ້າຍທາງສັງຄົມ, ການປະຕິບັດຄວາມຍຸຕິທຳ ແລະຄວາມສະເໝີພາບທາງສັງຄົມ,... ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ. ນັ້ນແມ່ນປັດໄຈທີ່ຕັ້ງໜ້າ, ສ້າງຮາກຖານທີ່ໝັ້ນຄົງ ເພື່ອເຕົ້າໂຮມ ລວບລວມ ແລະເສີມຂະຫຍາຍກຳລັງແຮງຂອງປະຊາຊົນ.

ຢ່າງໃດກໍ່ຕາມ, ໃນຫຼາຍເຂດ ຫຼາຍພາກພື້ນ, ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ, ເຂດພູເຂົາ ໝູ່ເກາະ, ເຂດຊົນເຜົ່າສ່ວນໜ້ອຍ, ສະພາບການເສດຖະກິດ-ສັງຄົມຍັງມີຄວາມຫຍຸ້ງຍາກແລະຄວາມທຸກຍາກ ແລະມີຄວາມບໍ່ຮູ້ໜັງສື ເຊິ່ງເປັນຄວາມທ້າທາຍໃຫຍ່. ຄຽງຄູ່ກັນນັ້ນ,  ການຜັນ​ແຍກ​ຄົນ​ຮັ່ງມີ - ທຸກ​ຍາກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ໂດຍມີ​ສັນຍານ​ທີ່​ຈະ​ແຈ້ງຂຶ້ນຂອງ​ການ​ແບ່ງຊັ້ນທາງ​ສັງຄົມ, ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດທີ່​ແທດຈິງ​ຂອງ​ປະຊາຊົນ​ບໍ່​ໄດ້​ຮັບ​ການ​ຮັບປະກັນ​ຢ່າງ​ຄົບ​ຖ້ວນ, ກໍ່​ໃຫ້ເກີດຄວາມຫຍຸ້ງຍາກໃນການ​ພົວພັນ​ຊຸມ​ຊົນ, ​ເພີ່ມຄວາມ​ສ່ຽງຂອງ​ຄວາມ​ບໍ່​ໝັ້ນຄົງ​ທາງສັງຄົມແລະການເມືອງ, ທຳລາຍຄວາມ​ເຊື່ອມ​ໂຍງ​ແລະຄວາມຜູກພັນລະຫວ່າງຊົນຊັ້ນ, ພາກສ່ວນ ແລະກຳລັງໃນສັງຄົມ. ຜົນກະທົບບໍ່ດີຈາກດ້ານລົບຂອງເສດຖະກິດຕະຫຼາດ, ເຊັ່ນ: ລັດທິປະຕິບັດນິຍົມ, ຄວາມເຫັນແກ່ຕົວ, ການຖືຜົນປະໂຫຍດທາງເສດຖະກິດເປັນອັນດັບໜຶ່ງ,... ເຮັດໃຫ້ຄຸນຄ່າທາງສັງຄົມຫຼາຍຢ່າງຖືກປີ້ນກັບກັນ, ນໍາໄປສູ່ການເບິ່ງເບົາລັກສະນະຊຸມຊົນ, ກຸ່ມເອກະພາບແຫ່ງຊາດຂາດຄວາມສາມັກຄີ; ດັ່ງນັ້ນ, ຮຽກຮ້ອງໃຫ້ພັກ ລັດ, ບັນດາຂັ້ນ ຂະແໜງການ, ແຕ່ລະອົງການ ໜ່ວຍງານ ຕ້ອງມີແຜນນະໂຍບາຍ, ນະໂຍບາຍ ແລະວີທິການແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດທີ່ຊອບທຳຖືກກົດໝາຍ ຂອງປະຊາຊົນທຸກຊົນຊັ້ນ ທັງດ້ານວັດຖຸແລະຈິດໃຈ. ຍົກສູງຈິດໃຈແລະຄວາມຮັບຜິດຊອບຂອງແຕ່ລະຄົນ ເພື່ອພາລະກິດສ່ວນລວມ, ເພື່ອເປົ້າໝາຍແລະອຸດົມຄະຕິເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ, ໂດຍໃຫ້ຄວາມສຳຄັນກັບຜົນປະໂຫຍດສ່ວນລວມ ແລະຜົນປະໂຫຍດຂອງຊາດ-ປະເທດຊາດເປັນອັນດັບໜຶ່ງ. ສືບຕໍ່ປະຕິບັດເປັນຢ່າງດີ ແຜນນະໂຍບາຍທີ່ວ່າ ແຕ່ລະຂັ້ນຕອນຂອງການເຕີບໂຕທາງເສດຖະກິດ ຈະຕ້ອງຕິດກັບການຮັບປະກັນຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມໃຫ້ດີຂຶ້ນ; ຍູ້ແຮງແຜນນະໂຍບາຍ ແລະນະໂຍບາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມປອດໄພທາງສັງຄົມ, ວັດທະນະທຳ, ການສຶກສາ, ການຝຶກອົບຮົມ, ສາທາລະນະສຸກ,... ປັບປຸງຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ເພື່ອຈຳກັດ​ການ​ເພີ່ມ​ຂຶ້ນຂອງຊ່ອງຫວ່າງ​ລະຫວ່າງ​ຄົນ​ຮັ່ງມີ ​ແລະ ຄົນ​ທຸກ​ໃຫ້​ໜ້ອຍ​ທີ່​ສຸດ​ລະຫວ່າງ​ພາກສ່ວນ​ແລະຊົນ​ຊັ້ນສັງຄົມ, ຮັບປະກັນ​ຄວາມ​ຍຸຕິ​ທຳ ​ແລະ ຄວາມ​ສະ​ເໝີ​ພາບ​ໃນ​ສັງຄົມ.

ທີສາມ, ເສີມຂະຫຍາຍບົດບາດຂອງປະຊາທິປະໄຕສັງຄົມນິຍົມ, ປະຕິບັດສິດເປັນເຈົ້າຂອງຂອງປະຊາຊົນຢ່າງດີ ແລະ ເພີ່ມທະວີການການປະຕິບັດລະບອບປະຊາທິປະໄຕທາງກົງຂອງປະຊາຊົນ.

ພັກແລະລັດສືບຕໍ່ຜັນຂະຫຍາຍສະຖາບັນປະຊາທິປະໄຕໃຫ້ເປັນຮູບປະທຳແລະສົມບູນແບບ, ຮັບປະກັນວ່າ ອຳນາດລັດທັງໝົດເປັນຂອງປະຊາຊົນ, ພົນລະເມືອງທຸກຄົນສາມາດສະແດງເຈດຈຳນົງ ແລະຄວາມປາດຖະໜາຂອງຕົນໄດ້ໂດຍກົງແລະສະເໝີພາບ, ມີສ່ວນຮ່ວມໂດຍກົງ ຕັ້ງໜ້າ ແລະ ເປັນເຈົ້າການ ເຂົ້າໃນກິດຈະການຂອງລັດໃນທຸກຂົງເຂດ ເສດຖະກິດ ການເມືອງ ວັດທະນະທຳ ສັງຄົມ ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ ການຕ່າງປະເທດ ແລະອື່ນໆ. ເສີມຂະຫຍາຍບົດບາດອັນຕັ້ງໜ້າຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງແລະປັບປຸງພັກ, ກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ສ້າງຖັນແຖວສະມາຊິກພັກ, ພະນັກງານ, ລັດຖະກອນ ໃຫ້ນັບມື້ນັບເຂັ້ມແຂງ,... ໃນແຕ່ລະການເຄື່ອນໄຫວແລະຂົງເຂດຕ່າງໆ ໃຫ້ປະຕິບັດຄຳຂວັນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້” ໃຫ້ດີ. ການປະຕິບັດລະບອບປະຊາທິປະໄຕໄປຄວບຄູ່ກັບການຮັກສາຄວາມສະຫງົບຮຽບຮ້ອຍແລະລະບຽບວິໄນ; ຈັດການຢ່າງທັນການແລະເຂັ້ມງວດ ຕໍ່ອົງການແລະບຸກຄົນທີ່ສວຍໃຊ້ບັນຫາ “ປະຊາທິປະໄຕ”, “ສິດທິມະນຸດ” ເພື່ອກໍ່ໃຫ້ເກີດຄວາມວຸ່ນວາຍພາຍໃນ, ທຳລາຍສະຖຽນລະພາບທາງການເມືອງ-ສັງຄົມ, ຫຼືລະເມີດປະຊາທິປະໄຕ, ກໍ່ໃຫ້ເກີດອັນຕະລາຍຕໍ່ປະຊາທິປະໄຕຂອງປະຊາຊົນ.

ທີສາມ, ຍົກສູງຖານະບົດບາດແລະຕຳແໜ່ງຂອງແນວໂຮມປະເທດຊາດຫວຽດນາມ ແລະ ປະສິດທິຜົນຂອງຂະບວນການແຂ່ງຂັນກັນຮັກຊາດ.

ລັດຕ້ອງສືບຕໍ່ປັບປຸງກົດລະບຽບທາງກົດໝາຍກ່ຽວກັບການຈັດຕັ້ງແລະການເຄື່ອນໄຫວຂອງສະມາຄົມໃຫ້ສົມບູນແບບ ເພື່ອຮັບປະກັນ​ໃຫ້​ສະມາຄົມ​ດຳ​ເນີນ​ງານ​ຕາມຈຸດປະສົງແລະ​ຄະຕິທຳຕາມ​ກົດໝາຍ, ໂດຍສະເພາະ ການເຄື່ອນໄຫວຊ່ວຍເຫຼືອເຊິ່ງກັນແລະກັນໃນຊີວິດ, ການປົກປ້ອງສິດແລະຜົນປະໂຫຍດທີ່ຖືກກົດໝາຍຂອງສະມາຄົມ ແລະສະມາຊິກ; ເຂົ້າຮ່ວມການສ້າງສາ ແລະປົກປັກຮັກສາປະເທດຊາດ. ພ້ອມກັນນັ້ນ, ຕ້ອງສືບຕໍ່ປ່ຽນແປງໃໝ່, ປັບປຸງຍົກສູງບົດບາດທີ່ຕັ້ງ ຕຳແໜ່ງ ແລະ ຄຸນນະພາບການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ, ຮັບປະກັນປະຕິບັດໜ້າທີ່ແລະພາລະກິດຂອງຕົນໄດ້ດີ ໃນຖານະສູນກາງການເຕົ້າໂຮມ ລວບລວມ ແລະ ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ. ສົ່ງເສີມການເຄື່ອນໄຫວຫຼາຍຂຶ້ນມຸ່ງສູ່​ຮາກ​ຖານ, ເຖິງ​ແຕ່​ລະ​ຄົວ​ເຮືອນ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເຂດມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ; ເອົາໃຈໃສ່ສົ່ງເສີມແລະຊີ້​ນຳ​ຜູ້​ມີ​ຊື່​ສຽງ​ໃນ​ຊຸມ​ຊົນ ໃຫ້ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ລວມ; ເສີມຂະຫຍາຍ​ຈຸດ​ດີ​ຂອງ​ຮູບ​ແບບ​ຊຸມຊົນດັ້ງເດີມ​ເຊັ່ນ: ບ້ານ, ໝູ່​ບ້ານ, ຕະກູນ, ຄອບຄົວ; ແກ້​ໄຂປະກົດການພາກສ່ວນນິຍົມ ​ແລະຂໍ້ຜິດເຂວຕ່າງໆຢ່າງທັນທ່ວງ​ທີ່. ພ້ອມກັນນັ້ນ, ມີກົນໄກແລະນະໂຍບາຍທີ່ເໝາະສົມ ໃຫ້ອົງການປະຊາຊົນສະທ້ອນຄວາມຄິດເຫັນ ແລະຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ​ຂອງ​ທຸກ​ຊັ້ນ​ຄົນຢ່າງກົງໄປກົງມາ; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ແນວທາງ ແຜນນະ​ໂຍບາຍ​ຂອງ​ພັກ, ນະໂຍບາຍ ກົດໝາຍ​ຂອງ​ລັດຢ່າງຕັ້ງໜ້າ; ເພີ່ມທະວີບົດບາດຕິດຕາມກວດກາການເຄື່ອນໄຫວຂອງອົງການລັດ, ການປະຕິບັດຄວາມຮັບຜິດຊອບ ໜ້າທີ່ ແລະ ການຝຶກຝົນຫຼໍ່ຫຼອມ ຂອງຜູ້ແທນທີ່ໄດ້ຮັບການເລືອກ, ຂອງພະນັກງານ ສະມາຊິກພັກ ແລະລັດຖະກອນ, ປະກອບສ່ວນກໍ່ສ້າງແລະປົກປັກຮັກສາກອົງການຈັດຕັ້ງພັກ ແລະອຳນາດການປົກຄອງ ໃຫ້ມີຄວາມສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ. ສືບຕໍ່ປ່ຽນແປງໃໝ່ ແລະ ປັບປຸງຍົກສູງປະສິດທິພາບ ຂອງຂະບວນການແຂ່ງຂັນກັນຮັກຊາດ ແລະຂະບວນການຂົນຂວາຍປະຊາຊົນ, ຮັບປະກັນຄວາມແທດຈິງ, ໃກ້ຊິດກັບຈຸດພິເສດ ຄວາມຕ້ອງການ ແລະໜ້າທີ່ຂອງແຕ່ລະຂັ້ນ ຂະແໜງການ ແລະຄວາມຕ້ອງການຂອງປະຊາຊົນ; ຜ່ານ​ນັ້ນ, ສ້າງ​ການ​ເຄື່ອນ​ໄຫວ​ປະຕິວັດ​ທີ່​ເລິກ​ເຊິ່ງ ​ແລະ ອຸດົມສົມບູນ ​ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ທີຫ້າ, ເພີ່ມທະວີການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງໃຫ້ສະອາດປອດໃສ ແລະໝັ້ນຄົງເຂັ້ມແຂງ.

ບັນດາອົງການຈັດຕັ້ງພັກ, ຖັນແຖວພະນັກງານ ສະມາຊິກພັກ, ໂດຍສະເພາະ ໃນລະດັບຮາກຖານ, ຈະຕ້ອງໃກ້ຊິດກັບປະຊາຊົນ, ເຂົ້າໃຈແຈ້ງເຖິງແນວຄິດຈິດໃຈແລະຄວາມປາດຖະໜາອັນຊອບທຳ ຖືກກົດໝາຍຂອງປະຊາຊົນ; ສືບຕໍ່ຊາບຊຶມແລະປະຕິບັດຕາມມະຕິແລະກົດລະບຽບກ່ຽວກັບການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງທີ່ສະອາດປອດໃສແລະໝັ້ນຄົງເຂັ້ມແຂງຢ່າງເຄັ່ງຄັດ; ຍູ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະແບບແຜນໂຮ່ຈີມິນ; ພ້ອມກັນນັ້ນ, ຕໍ່ສູ້ຢ່າງເດັດດ່ຽວກັບການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ການໃຊ້ຈ່າຍຟຸມເຟືອຍ, ປະກົດການຂອງຄວາມເສື່ອມໂຊມທາງດ້ານແນວຄິດການເມືອງ ຄຸນສົມບັດສິນທຳ ວິຖີຊີວິດ, “ການຜັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ”,...

ເອົາໃຈໃສ່ເພີ່ມທະວີການກໍ່ສ້າງລະບົບການເມືອງໃຫ້ສະອາດປອດໃສແລະໝັ້ນຄົງເຂັ້ມແຂງ, ຖືເອົາວຽກ​ງານ​ຮັບ​ໃຊ້​ປະຊາຊົນ​ເປັນ​ອັນ​ດັບ​ໜຶ່ງ, ​ແກ້​ໄຂ​ວຽກ​ງານ​ທີ່​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງຖືກຕ້ອງແລະໄວວາ. ສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ ແລະລັດຖະກອນ ກ່ຽນກັບການສ້າງແລະປະຕິບັດຕາມແບບ “ເຄົາລົບປະຊາຊົນ, ໃກ້ຊິດປະຊາຊົນ, ເຂົ້າໃຈປະຊາຊົນ, ຮຽນຮູ້ຈາກປະຊາຊົນ ແລະ ຮັບຜິດຊອບຕໍ່ປະຊາຊົນ”, “ຮັບຟັງປະຊາຊົນ, ເວົ້າໃຫ້ປະຊາຊົນເຂົ້າໃຈ, ເຮັດໃຫ້ປະຊາຊົນເຊື່ອ”; ມີທັດສະນະຄະຕິທີ່ຈິງໃຈ, ເຄົາລົບປະຊາຊົນ, ຊີ້​ນໍາ​ແລະ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​; ປະຕິບັດວິທີການປະຊາທິປະໄຕໃນການນໍາພາ, ການຄຸ້ມຄອງແລະບໍລິຫານ, ເດັດດ່ຽວແກ້ໄຂຜ່ານຜ່າວິທີເຮັດວຽກແບບຄໍາສັ່ງ, ບໍລິຫານງ່າຍດາຍ.

ທີຫົກ, ຕໍ່ສູ້ຢ່າງເດັດດ່ຽວ ເພື່ອເອົາຊະນະທຸກແຜນການ ກົນອຸບາຍ ແລະການເຄື່ອນໄຫວຂອງບັນດາອິດທິກຳລັງສັດຕູ ທີ່ທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.

ປະຈຸບັນ, ບັນດາອິດທິ​ກຳລັງ​ສັດຕູ​ພວມ​ໃຊ້ປະໂຫຍດຢ່າງສຸດຂີດຈາກ​ບັນຫາ “ເສລີພາບ​ທາງ​ຄວາມ​ຄິດ”, “ປະຊາທິປະ​ໄຕ”, “ສິດທິ​ມະນຸດ”, “​ຊາດ”, “ສາສະໜາ”; ຂໍ້ຈຳກັດ ແລະ ຂໍ້ບົກຜ່ອງຂອງພະນັກງານ ແລະສະມາຊິກພັກຈຳນວນໜຶ່ງ ເພື່ອບິດເບືອນແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ເວົ້າຄຳດູໝິ່ນຜູ້ນຳ; ຊັກ​ຊວນ​ໃຫ້​ປະຊາຊົນ​ເຕົ້າ​ໂຮມ​ກັນ​ເປັນ​ຈຳນວນ​​ຫຼາຍເພື່ອ​ປະທ້ອງ, ຮ້ອງ​ຮຽນ, ຄັດຄ້ານຕ້ານ​ລັດຖະບານ,... ​ເພື່ອ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ໝັ້ນຄົງ​ທາງ​ການ​ເມືອງ, ເຮັດໃຫ້ເກີດ​ການ​ຄັດຄ້ານ ແລະ ​ແບ່ງ​ແຍກ​ສາຍ​ພົວພັນ​ອັນ​ສະໜິດສະໜົມ​ລະຫວ່າງ​ປະຊາຊົນ​ກັບ​ພັກ ແລະ ລະຫວ່າງຊົນ​ເຜົ່າ​ສ່ວນຫຼາຍກັບບັນດາຊົນເຜົ່າສ່ວນໜ້ອຍ, ລະ​ຫວ່າງ​ຜູ້​ຄົນ​ຂອງ​ສາ​ສະໜາ​ທີ່​ແຕກ​ຕ່າງ​ກັນ​. ດັ່ງນັ້ນ, ຄະນະພັກ, ອົງການຈັດຕັ້ງພັກ, ສຳນັກງານ ອົງການຕ່າງໆ ຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບໜ້າທີ່ຕໍ່ສູ້ປ້ອງກັນແລະຕ້ານ “ການຫັນປ່ຽນໂດຍສັນຕິ”, ແຜນການແລະກົນອຸບາຍຂອງກອງກຳລັງສັດຕູທີ່ຫວັງທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ນີ້ແມ່ນໜ້າທີ່ອັນຮີບດ່ວນແລະເປັນປະຈຳຂອງທົ່ວພັກ, ທົ່ວປວງຊົນ ແລະຂອງກອງທັບເຮົາທັງໝົດ. ໃນຂະບວນການຈັດຕັ້ງປະຕິບັດໜ້າທີ່ນີ້, ຈຳເປັນຕ້ອງເຂົ້າໃຈທັດສະນະຊີ້ນຳຂອງພັກຢ່າງໜັກແໜ້ນ ແລະປະຕິບັດທິດນຳຕໍ່ໄປນີ້ໃຫ້ດີຄື: ເປັນເຈົ້າການ, ສະຫຼາດຄ່ອງແຄ່ວ ແລະເດັດດ່ຽວ; ປະສົມປະສານລະຫວ່າງ “ການສ້າງ” ແລະ “ການຕ້ານ” ໂດຍຖືເອົາ “ການສ້າງ” ເປັນຫຼັກ, “ການຕ້ານ” ເປັນປະຈຳສະໝ່ຳສະເໝີ. ກ່ອນອື່ນໝົດ, ຕ້ອງເສີມຂະຫຍາຍບົດບາດຂອງຖັນແຖວພະນັກງານ ສະມາຊິກພັກ, ອົງການຖະແຫຼງຂ່າວ ແລະສື່ມວນຊົນ ເພື່ອສຸມໃສ່ຕໍ່ສູ້ປະຕິເສດຖ້ອຍທຳນອງທີ່ຜິດພາດຂອງບັນດາອິດທິກຳລັງສັດຕູ, ເຜີຍແບຄວາມເຫັນທີ່ຜິດພາດ, ປົກປ້ອງເຮັດໃຫ້ພື້ນຖານແນວຄິດຂອງພັກເຂັ້ມແຂງຂຶ້ນໃນແຕ່ລະອົງການແລະໜ່ວຍງານ. ຄະນະພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງ ແລະກອງກຳລັງ, ໂດຍສະເພາະ ກອງກຳລັງປະກອບອາວຸດ ຕ້ອງກຳແໜ້ນຈຸດພິເສດຂອງສະຖານະການໃນແຕ່ລະພື້ນທີ່ ໂດຍເນັ້ນໄປທີ່ພື້ນທີ່ຍຸດທະສາດ, ເຂດຫ່າງໄກສອກຫຼີກ ແລະ ເຂດຊົນເຜົ່າສ່ວນໜ້ອຍ, ເພື່ອກວດ​ພົບ ​ແລະ ຕໍ່ສູ້​ກັບກົນອຸບາຍ ​ແລະ ການເຄື່ອນໄຫວກໍ່​ການ​ຮ້າຍ​ຂອງ​ກຳລັງ​ສັດຕູທັນທີ; ຈັດການກັບສະຖານະການຢ່າງເດັດດ່ຽວແລະ​ສະຫຼາດ ໂດຍບໍ່ປ່ອຍ​ໃຫ້ “ຈຸດ​ຮ້ອນ” ເກີດຂຶ້ນ​ເປັນເວລາດົນນານ. ພ້ອມກັນນັ້ນ, ເສີມຂະຫຍາຍກຳລັງແຮງສັງລວມຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະຂອງລະບົບການເມືອງ, ຍູ້ແຮງການກໍ່ສ້າງຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຊາດ, ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ, ສາສະໜາ​ຂອງ​ພັກ ​ແລະລັດຫວຽດນາມ​ຢ່າງ​ດີ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ,... ເພື່ອເອົາຊະນະທຸກແຜນການແລະກົນອຸບາຍທຳລາຍຂອງບັນດາອິດທິກຳລັງສັດຕູ, ປະຕິການ ແລະພວກສວຍໂອກາດທາງການເມືອງ./.

--------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 10, ໜ້າ 453

(2), (3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 335, 179

(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 103-104

(5) ເບິ່ງ: ຫວູຈ້ອງເລິມ: “ແນວຄິດທີ່ສອດຄ່ອງແລະບໍ່ປ່ຽນແປງ ກ່ຽວກັບແນວທາງການຕ່າງປະເທດ ແລະການທູດຫວຽດນາມ”, ວາລະສານແນວໂຮມເອເລັກໂຕຣນິກ, ອອກວັນທີ 22 ພະຈິກ 2023, https://tapchimattran.vn/thuc-tien/tu-tuong-nhat-quan-xuyen-suot-ve-duong-loi-doi-ngoai-ngoai-giao-viet-nam-55585.html; ວັນທີ 27 ພະຈິກ 2023, ຫວຽດນາມແລະຍີ່ປຸ່ນໄດ້ສ້າງຕັ້ງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຢູ່​ອາຊີ ​ແລະ ​ໃນ​ໂລກ

(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 112

(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 110

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1028 (ເດືອນທັນວາ 2023)