ລະບຸແລະປັດປະຕິເສດບາງທັດສະນະທີ່ຜິດພາດແລະເປັນສັດຕູ
ກ່ຽວກັບການກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍ
ສັງຄົມນິຍົມຫວຽດນາມ ໃນປະຈຸບັນ
ກ່ຽວກັບການກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍ
ສັງຄົມນິຍົມຫວຽດນາມ ໃນປະຈຸບັນ
ວກ. - ໃນເວລາທີ່ຜ່ານມາ, ບັນດາອິດທິກຳລັງສັດຕູ ປະຕິກິລິຍາ ແລະສວຍໂອກາດທາງການເມືອງ ໄດ້ພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມ ທີ່ພວກເຮົາກຳລັງກໍ່ສ້າງ ເພື່ອປະຕິບັດແຜນການ “ຫັນປ່ຽນ” ຄວາມຮັບຮູ້ ແລະແນວຄິດ ຂອງພະນັກງານ ສະມາຊິກພັກ ແລະ ປະຊາຊົນເຮົາ. ເນື້ອໃນໜຶ່ງທີ່ກອງກຳລັງເຫຼົ່ານີ້ບິດເບືອນ ປັ້ນແຕ່ງ ແລະປ້າຍສີຫຼາຍທີ່ສຸດແມ່ນ ບັນດາບັນຫາກ່ຽວກັບການກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ, ເຊິ່ງຫວັງ “ຊີ້ນຳ” ລະບອບການເມືອງຂອງປະເທດເຮົາໃຫ້ເປັນໄປຕາມທິດທາງການພັດທະນາຂອງປະເທດທຶນນິຍົມ. ດັ່ງນັ້ນຈຶງຈໍາເປັນຕ້ອງລະບຸທັດສະນະແລະຂໍ້ກ່າວຫາທີ່ຜິດພາດ ຂອງອິດທິກໍາລັງສັດຕູ ປະຕິກິລິຍາ ແລະສວຍໂອກາດທາງການເມືອງ ໃຫ້ຊັດເຈນ ເພື່ອໃຫ້ມີຫຼັກພິນິດທີ່ຖືກຕ້ອງ ແລະເຊື່ອຖືໄດ້ ໃນການຕໍ່ສູ້ປັດປະຕິເສດທັດສະນະເຫຼົ່ານັ້ນ.
ລະບຸທັດສະນະທີ່ຜິດພາດແລະເປັນສັດຕູກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ
ທັດສະນະທີ່ຜິດພາດແລະເປັນສັດຕູກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໄດ້ສຸມໃສ່ບັນດາລັກສະນະທີ່ສໍາຄັນຕໍ່ໄປນີ້:
ທີໜຶ່ງ, ການບິດເບືອນແລະປະຕິເສດທາດແທ້ຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ. ໃນເວລາທີ່ຜ່ານມາ, ໃນຫຼາຍເວທີປາໄສທີ່ແຕກຕ່າງກັນ, ບັນດາອິດທິກໍາລັງສັດຕູ ປະຕິກິລິຍາ ແລະສວຍໂອກາດທາງການເມືອງ ໄດ້ເສກສັນປັ້ນແຕ່ງວ່າ ທາດແທ້ຂອງລັດຂອງພວກເຮົາແມ່ນ “ຜະເດັດການ”, “ລະບອບຜູກຂາດ” ໂດຍອາໄສບັນດາຖ້ອຍທຳນອງທີ່ບິດບ້ຽວ, ປັ້ນແຕ່ງ ແລະປ້າຍສີ ເຊິ່ງຫວັງປະຕິເສດບົດບາດນຳພາຂອງພັກຂອງພວກເຮົາ. ພວກເຂົາເຄີຍເວົ້າວ່າ “ລະບອບພັກດຽວຂອງຫວຽດນາມແມ່ນຂັດກັບຫຼັກນິຕິທຳ, ບໍ່ສາມາດເສີມຂະຫຍາຍປະຊາທິປະໄຕໄດ້, ເປັນພຽງຜະເດັດການແລະບີບບັງຄັບເທົ່ານັ້ນ”(!?); “ຕໍ່ໜ້າການປົກຄອງແບບຜະເດັດການ ແລະ ບໍ່ມີປະສິດທິຜົນຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະຊາຊົນບໍ່ສາມາດທົນໄດ້ອີກຕໍ່ໄປ ແລະກຳລັງລຸກຂຶ້ນຕໍ່ຕ້ານຄວາມຜິດພາດເຫຼົ່ານັ້ນ, ລຸກຂຶ້ນທວງເອົາກຽດສັກສີ, ສິດທິມະນຸດ ແລະ ປະຊາທິປະໄຕ. ມີຄົນຕໍ່ສູ້ນັບມື້ນັບຫຼາຍ, ຄົນເດີນໜ້າ ຄົນຂ້າງຫຼັງ ເພີ່ມຫຼາຍຂຶ້ນເລື້ອຍໆ”(!?); “ພັກກອມມູນິດຫວຽດນາມນຳພາລັດ ແລະສັງຄົມທັງໝົດ ນັ້ນແມ່ນຕາມລະບອບການປົກຄອງຂອງພັກ - ພັກເປັນເຈົ້າຂອງ”(!?) ແລະກ່າວຫາວ່າ ສະຖາບັນທາງການເມືອງຂອງຫວຽດນາມໃນປະຈຸບັນ “ບໍ່ສອດຄ່ອງກັບມາດຕະຖານສາກົນ”, “ຂັດກັບຫຼັກການຂອງລັດແຫ່ງອຳນາດກົດໝາຍ” ຫຼື “ລັດຖະທຳມະນູນຫວຽດນາມບໍ່ຖືກຕ້ອງຕາມກົດໝາຍ, ມັນເປັນພຽງກົດລະບຽບຂອງພັກກອມມູນິດຫວຽດນາມທີ່ຜະເດັດການ ແລະປົກຄອງເດັດຂາດເທົ່ານັ້ນ”(!?)...
ທີສອງ, ສວຍໃຊ້ຄຳຂວັນປະຊາທິປະໄຕແລະສິດທິມະນຸດ, ບັນດາອິດທິກຳລັງສັດຕູແລະປະຕິກິລິຍາໄດ້ບິດເບືອນ ເສກສັນປັ້ນແຕ່ງ ແລະໃສ່ຮ້າຍປ້າຍສີການປະຕິບັດປະຊາທິປະໄຕໃນປະເທດເຮົາຢູ່ຕະຫຼອດເວລາ, ໂດຍອ້າງວ່າ ບໍ່ມີປະຊາທິປະໄຕໃນຫວຽດນາມ. ບັນດາອິດທິກຳລັງສັດຕູຍັງພະຍາຍາມບິດເບືອນ ແລະ ປຸກປັ່ນໃຫ້ເກີດຄວາມສົງໄສກ່ຽວກັບລະບອບປະຊາທິປະໄຕສັງຄົມນິຍົມທີ່ປະຊາຊົນເຮົາກຳລັງສ້າງຂຶ້ນ, ບິດເບືອນວຽກງານການເລືອກຕັ້ງໃນປະເທດເຮົາວ່າ ເປັນພຽງ “ລະຄອນປະຊາທິປະໄຕ” ທີ່ກຳກັບໂດຍພັກກອມມູນິດ. ບັນດາກອງກຳລັງປະຕິກິລິຍາຈາກຕ່າງປະເທດໄດ້ຊັກນຳ ແລະຍຸຍົງໃຫ້ນັກສວຍໂອກາດທາງການເມືອງໃນປະເທດ ດຳເນີນຍຸດທະວິທີ “ສະເໜີຊື່ຕົນເອງ”, ໂດຍຊັກຊວນກຸ່ມປະຊາທິປະໄຕບົນເຄືອຂ່າຍສັງຄົມໃຫ້ສະໜັບສະໜູນ “ນັກປະຊາທິປະໄຕ” ກໍ່ໃຫ້ເກີດບັນຫາ ແລະທຳລາຍການເລືອກຕັ້ງ; ພ້ອມກັນນັ້ນ ພວກເຂົາຍັງປ່າວຂ່າວວ່າ ພັກກອມມູນິດຈົງໃຈ “ຂັດຂວາງ” ບຸກຄົນພາຍນອກພັກ ບໍ່ໃຫ້ລົງສະໝັກຮັບເລືອກຕັ້ງ. ນອກຈາກນັ້ນ, ພວກເຂົາຍັງເຜີຍແຜ່ບົດ “ທີ່ນັ່ງ” ຂອງບຸກຄະລາກອນສະພາແຫ່ງຊາດບົນເຄືອຂ່າຍສັງຄົມ ໂດຍອ້າງວ່າ ການເລືອກຕັ້ງເປັນພຽງພິທີການຮູບນອກ ແລະ ອຳນາດໃນສະພາແຫ່ງຊາດໄດ້ຮັບການ “ຈັດກຽມ” “ການປະນີປະນອມ” “ການແບ່ງປັນ” ໂດຍ “ກູ່ມ” ຂອງພັກ... ສິ່ງເຫຼົ່ານີ້ແມ່ນຖ້ອຍທຳນອງທີ່ປະຕິການ ແລະສໍ້ໂກງຫຼອກລວງໂດຍສິ້ນເຊີງ ຂອງບັນດາອິດທິກຳລັງສັດຕູ, ປະຕິກິລິຍາ ແລະສວຍໂອກາດທາງການເມືອງ ເຊິ່ງຫວັງຈະທຳລາຍພັກ, ລັດ ແລະ ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃນປະຈຸບັນ.
ທີສາມ, ບັນດາອິດທິກຳລັງສັດຕູ ປະຕິກິລິຍາ ແລະສວຍໂອກາດທາງການເມືອງ ຍັງໄດ້ຕັ້ງຂໍ້ກ່າວຫາບໍ່ຈິງຫຼາຍຢ່າງ ເພື່ອບິດເບືອນແລະປະຕິເສດອຳນາດກົດໝາຍ ຂອງລັດສັງຄົມນິຍົມຫວຽດນາມ ໂດຍຖ້ອຍຄຳທີ່ວ່າ: “ລັດແຫ່ງອຳນາດກົດໝາຍແມ່ນຄຸນຄ່າຂອງບັນດາປະເທດທຶນນິຍົມ, ການທີ່ຫວຽດນາມມຸ່ງໝາຍກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍໃຫ້ສົມບູນແບບ ແມ່ນການໄປຕາມເສັ້ນທາງທຶນນິຍົມ”(!?) ແລະ “ມີພຽງລັດແຫ່ງອຳນາດກົດໝາຍທຶນນິຍົມເທົ່ານັ້ນ, ບໍ່ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມ”(!?), ຈາກນັ້ນ ພວກເຂົາປະຕິເສດບົດບາດນຳພາຂອງພັກກອມມູນິດຕໍ່ລັດ ແລະ ໃຫ້ທັດສະນະວ່າ ລະບອບປະຊາທິປະໄຕນາຍທຶນທີ່ມີຢູ່ໃນໂລກຕາເວັນຕົກນັ້ນ ແມ່ນປະຊາທິປະໄຕທີ່ສູງທີ່ສຸດ, ແມ່ນ “ສະຫວັນນິລັນດອນ”; ແລະ “ຖ້າບໍ່ມີພະຫຸນິຍົມ ແລະຫຼາຍພັກ, ປະຊາທິປະໄຕກໍ່ຈະບໍ່ມີວັນເກີດຂຶ້ນ”, “ຫຼາຍພັກແລະພະຫຸນິຍົມແມ່ນອົງປະກອບທີ່ສຳຄັນທີ່ສຸດເພື່ອສ້າງປະເທດປະຊາທິປະໄຕ” ແລະ “ຫຼາຍພັກຈະຮັບປະກັນສິດທິໃນການເປັນເຈົ້າຂອງປະເທດຂອງປະຊາຊົນ”(!?). ຕາມນັ້ນ, ບັນດາ “ນັກປະຊາທິປະໄຕ” ໄດ້ຮຽກຮ້ອງໃຫ້ຫວຽດນາມແກ້ໄຂລັດຖະທຳມະນູນປີ 2013, ແກ້ໄຂສະຖາບັນຂອງລັດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມຕາມຮູບແບບ “ການແບ່ງແຍກອຳນາດ”.
ຜ່ານບັນດາຖ້ອຍທຳນອງທີ່ໜ້າອັບອາຍເຫຼົ່ານັ້ນ ຈະເຫັນໄດ້ຢ່າງຊັດເຈນວ່າ ກົນອຸບາຍຂອງບັນດາອິດທິກຳລັງສັດຕູ ປະຕິກິລິຍາ ແລະສວຍໂອກາດທາງການເມືອງ ແມ່ນການບິດເບືອນ ແລະ ປະຕິເສດການດຳລົງຢູ່ ແລະທາດແທ້ ຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະລະບອບປະຊາທິປະໄຕສັງຄົມນິຍົມຂອງຫວຽດນາມ, ໂດຍພະຍາຍາມ “ຊີ້ນຳ” ເສັ້ນທາງການພັດທະນາຂອງຫວຽດນາມໃຫ້ໄປຕາມປະເທດທຶນນິຍົມ ນັ້ນຄື ການສ້າງລັດຕາມຮູບແບບຂອງປະເທດທຶນນິຍົມ ໂດຍດຳເນີນ “ການແບ່ງແຍກອຳນາດ”. ນີ້ແມ່ນກົນອຸບາຍທີ່ໂຫດຮ້າຍ ເລິກແລບແນບນຽນ ເພື່ອທຳລາຍບັນດາບັນຫາຫຼັກແຫຼ່ງຂອງການປະຕິວັດຫວຽດນາມໃນຍຸກປະຈຸບັນ.
ຫຼັກພິນິດເພື່ອຕໍ່ສູ້ກັບທັດສະນະທີ່ຜິດພາດແລະເປັນສັດຕູ
ກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງຫວຽດນາມ
ການທີ່ບັນດາອິດທິກຳລັງສັດຕູ ປະຕິກິລິຍາ ແລະສວຍໂອກາດທາງການເມືອງຊອກຫາທຸກວິທີທາງທີ່ຈະບິດເບືອນ ປັ້ນແຕ່ງ ແລະໃສ່ຮ້າຍປ້າຍສີ ໂດຍອີງໃສ່ບັນດາຖ້ອຍທຳນອງທີ່ໄຮ້ເຫດຜົນແລະບໍ່ຖືກຕ້ອງ ຫວັງປະຕິເສດລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມນັ້ນ ເປັນສິ່ງທີ່ຍອມຮັບບໍ່ໄດ້, ເຊິ່ງສະແດງອອກຜ່ານບັນຫາດັ່ງຕໍ່ໄປນີ້:
ທີໜຶ່ງ, ປະຊາທິປະໄຕແມ່ນທ່າອ່ຽງການພັດທະນາທີ່ກ້າວໜ້າໃນປະຫວັດສາດຂອງມະນຸດ, ແຕ່ມັນບໍ່ໄດ້ຖືກກຳນົດໂດຍລະບົບພັກດຽວຫຼືຫຼາຍພັກ, ມັນຂຶ້ນຢູ່ກັບຜົນປະໂຫຍດຂອງຊົນຊັ້ນທີ່ພັກຜູ້ປົກຄອງເປັນຕົວແທນ ແລະພັກການເມືອງນັ້ນມີເປົ້າໝາຍຫຍັງແດ່.
ທັດສະນະທີ່ວ່າ ພັກດຽວບໍ່ມີປະຊາທິປະໄຕ ແລະຫຼາຍພັກໝາຍເຖິງປະຊາທິປະໄຕນັ້ນ ແມ່ນທັດສະນະດ້ານດຽວ. ຄວາມເປັນຈິງສະແດງໃຫ້ເຫັນວ່າ, ການທີ່ປະເທດຈະມີປະຊາທິປະໄຕນັ້ນ ບໍ່ໄດ້ຂຶ້ນຢູ່ກັບລະບອບການປົກຄອງແບບພັກດຽວ ຫຼືຫຼາຍພັກ ແຕ່ຂຶ້ນຢູ່ກັບບ່ອນທີ່ວ່າ ພັກຜູ້ກຳອຳນາດຈະປົກປ້ອງສິດແລະຜົນປະໂຫຍດຂອງຜູ້ອອກແຮງງານສ່ວນໃຫຍ່ ຫຼືຂອງຄົນສ່ວນນ້ອຍໃນສັງຄົມເທົ່ານັ້ນ. ຖ້າຫາກພັກໜຶ່ງພຽງແຕ່ຮັບໃຊ້ຜົນປະໂຫຍດຂອງພັກຕົນເອງ ແລະຊົນຊັ້ນຂອງຕົນເອງເທົ່ານັ້ນ, ການເຄື່ອນໄຫວຂອງພັກຈະມີລັກສະນະພາກສ່ວນ ແລະຍາກທີ່ຈະໄດ້ຮັບການອະນຸມັດຈາກຊົນຊັ້ນອື່ນເພື່ອກາຍເປັນກຳລັງນຳພາຂອງທົ່ວສັງຄົມ. ໃນທາງກົງກັນຂ້າມ, ຖ້າພັກໃດເປັນຕົວແທນທັງຜົນປະໂຫຍດຂອງພັກຕົນເອງ ຊົນຊັ້ນຕົນເອງ ແລະ ຜົນປະໂຫຍດຂອງທົ່ວສັງຄົມ, ພັກນັ້ນກໍ່ຈະໄດ້ຮັບຄວາມໄວ້ວາງໃຈ ແລະຄວາມມອບໝາຍຈາກປະຊາຊົນ ໃຫ້ເປັນຜູ້ນຳພາສັງຄົມຢ່າງແນ່ນອນ, ນັ້ນແມ່ນຂໍ້ພິສູດທີ່ແທ້ຈິງທີ່ຢືນຢັນວ່າ ຫຼາຍພັກບໍ່ແມ່ນມີປະຊາທິປະໄຕ ແລະ ພັກໜຶ່ງແມ່ນການສູນເສຍປະຊາທິປະໄຕ.
ບັນຫາພັກການເມືອງໜຶ່ງ ຫຼື ຫຼາຍພັກການເມືອງນັ້ນ ມັນຂຶ້ນກັບເງື່ອນໄຂແລະສະພາບການປະຫວັດສາດຂອງແຕ່ລະປະເທດ, ໃນອີກດ້ານໜຶ່ງ ແມ່ນຂຶ້ນກັບຄວາມສຳພັນ ແລະ ການສົມທຽບກຳລັງ ລະຫວ່າງຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມ. ໃນປະເທດທຶນນິຍົມ, ມີຫຼາຍພັກການເມືອງ, ແຕ່ມີພຽງພັກຂອງຊົນຊັ້ນນາຍທຶນເທົ່ານັ້ນທີ່ກຳອຳນາດ. ບັນດາພັກເຫຼົ່ານັ້ນ ອາດຈະມີຮູບແບບການຈັດຕັ້ງ, ວິທີການປະຕິບັດງານ ແລະເປົ້າໝາຍສະເພາະທີ່ແຕກຕ່າງກັນ, ແຕ່ໂດຍທາດແທ້ແລ້ວ, ພວກເຂົາທັງໝົດເປັນຕົວແທນຂອງກຸ່ມຕ່າງໆພາຍໃນຊົນຊັ້ນນາຍທຶນ ແລະ ຕ່າງກໍ່ມີເປົ້າໝາຍໃນການຮັກສາແລະພັດທະນາລະບອບທຶນນິຍົມ. ພັກກອມມູນິດຫວຽດນາມແມ່ນກອງກຳລັງນຳໜ້າຂອງຊົນຊັ້ນກຳມະກອນ, ຂະນະດຽວກັນ ກໍ່ແມ່ນກອງກຳລັງນຳໜ້າຂອງປະຊາຊົນຜູ້ອອກແຮງງານ ແລະຂອງຊາດຫວຽດນາມທັງໝົດ; ເປັນຕົວແທນທີ່ຈົງຮັກພັກດີເພື່ອຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຂອງທັງຊາດ. ພັກບໍ່ມີຜົນປະໂຫຍດອື່ນໃດນອກຈາກຜົນປະໂຫຍດຂອງປະຊາຊົນ, ຂອງຊາດ ແລະຂອງປະເທດຊາດ. ພັກກອມມູນິດຫວຽດນາມແມ່ນພັກໜຶ່ງດຽວທີ່ກຳອຳນາດ ເຊິ່ງເປັນທັງທາງເລືອກຂອງປະຫວັດສາດ ແລະ ທັງເປັນເງື່ອນໄຂຕັດສິນເບື້ອງຕົ້ນທີ່ຮັບປະກັນປະຊາທິປະໄຕສັງຄົມນິຍົມ ແລະສິດທິໃນການເປັນເຈົ້າຂອງຂອງປະຊາຊົນ. ດັ່ງນັ້ນ, ຖ້ອຍທຳນອງທີ່ວ່າ ຖ້າຫວຽດນາມຮັກສາລະບອບການນຳພາໂດຍພັກດຽວໜຶ່ງຈະສູນເສຍປະຊາທິປະໄຕ, ໂດຍເຈດຕະນາບໍ່ສົນໃຈ ຫຼື ບໍ່ເຂົ້າໃຈທາດແທ້ການເມືອງຂອງພັກ, ຫຼື ຕັ້ງໃຈກ່າວໂທດຫວຽດນາມໃນທາງທີ່ບໍ່ດີ.
ພຶດຕິກຳຕົວຈິງໃນຫຼາຍປະເທດທົ່ວໂລກໃຫ້ເຫັນວ່າ ລະດັບປະຊາທິປະໄຕບໍ່ສົມສ່ວນກັບຈຳນວນພັກການເມືອງ. “ຕົ້ນແບບທີ່ໂດດເດັ່ນຄື, ຢູ່ສະຫະລັດອາເມລິກາໃນປະຈຸບັນມີພັກການເມືອງປະມານ 40 ພັກ, ໂຮນລັງມີ 25 ພັກ, ນອກແວມີ 23 ພັກ... ແຕ່ພວກເຮົາບໍ່ສາມາດສະຫຼຸບໄດ້ວ່າ ອາເມລິກາມີປະຊາທິປະໄຕຫຼາຍກວ່າໃນໂຮນລັງ ຫຼືນອກແວ”(1). ໃນໂລກປະຈຸບັນ ມີຫຼາຍກວ່າ 30 ປະເທດແລະດິນແດນພາຍໃຕ້ລະບອບພັກດຽວ. ສິ່ງດັງກ່າວສະແດງໃຫ້ເຫັນວ່າ ລະບອບການເມືອງທີ່ປົກຄອງໂດຍພັກດຽວບໍ່ແມ່ນສິ່ງທີ່ມີຢູ່ໃນປະເທດສັງຄົມນິຍົມທີ່ນຳໂດຍພັກກອມມູນິດເທົ່ານັ້ນ ແລະ ບໍ່ແມ່ນຄວາມຈິງທີ່ປະເທດທີ່ມີລະບອບພັກດຽວບໍ່ຮັບປະກັນປະຊາທິປະໄຕ. ດັ່ງນັ້ນ, ການທີ່ຫວຽດນາມເລືອກເອົາລະບອບພັກໜຶ່ງນຳພາແລະປົກຄອງນັ້ນ ບໍ່ແມ່ນກໍລະນີພິເສດສະເພາະ, ຂັດກັບກະແສທົ່ວໄປຂອງມະນຸດຊາດ ຄືດັ່ງທີ່ພວກສັດຕູ ພວກປະຕິກິລິຍາ ແລະສວຍໂອກາດທາງການເມືອງ ເຄີຍກ່າວຫາ, ໃສ່ຮ້າຍປ້າຍສີ!
ທີສອງ, ປະຊາທິປະໄຕສັງຄົມນິຍົມແມ່ນທາດແທ້ທີ່ດີງາມຂອງລັດແຫ່ງອຳນາດກົດໝາຍສັງຄົມນີຍົມໃນປະເທດຂອງພວກເຮົາ ເຊິ່ງໄດ້ຮັບການເພີ່ມເຕີມແລະປັບປຸງໃຫ້ສົມບູນຢ່າງຕໍ່ເນື່ອງ ໂດຍພັກກອມມູນິດຫວຽດນາມ. ນັບຕັ້ງແຕ່ກໍ່ຕັ້ງ, ພັກກອມມູນິດຫວຽດນາມໄດ້ຕັ້ງເປົ້າໝາຍທີ່ຈະນຳເອກະລາດມາສູ່ປະເທດຊາດ, ຄວາມຈະເລີນຮຸ່ງເຮືອງແລະຄວາມສຸກມາໃຫ້ປະຊາຊົນ, ຊ່ວຍໃຫ້ປະຊາຊົນມີອຳນາດເປັນເຈົ້າຂອງຢ່າງແທ້ຈິງ. ດັ່ງນັ້ນ, ເມື່ອການປະຕິວັດເດືອນສິງຫາປະສົບຄວາມສຳເລັດ, ທ່ານປະທານໂຮ່ຈີມິນໄດ້ເຊີດຊູເປົ້າໝາຍໃນການສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ແນໃສ່ປະຕິບັດອຳນາດຂອງປະຊາຊົນ ໂດຍມີທິດນຳ “ຜົນປະໂຫຍດທັງໝົດແມ່ນຂອງປະຊາຊົນ”.ພັກເຮົາໄດ້ສືບທອດແລະພັດທະນາທັດສະນະກ່ຽວກັບປະຊາທິປະໄຕຂອງປະທານໂຮ່ຈີມິນ ໂດຍການປັບປຸງລະບອບປະຊາທິປະໄຕສັງຄົມນິຍົມຢ່າງບໍ່ຢຸດຢັ້ງ ເພື່ອສ້າງລະບົບປະຊາທິປະໄຕທີ່ແທ້ຈິງ ເຊິ່ງໄດ້ປະຕິບັດໃນທຸກຂົງເຂດການເມືອງ ເສດຖະກິດ ວັດທະນະທຳ ສັງຄົມ ແລະອື່ນໆ, ໂດຍຜ່ານການເຄື່ອນໄຫວຂອງລັດທີ່ໄດ້ຮັບການເລືອກຕັ້ງໂດຍປະຊາຊົນ ໃນຮູບແບບປະຊາທິປະໄຕໂດຍກົງ ແລະປະຊາທິປະໄຕແບບຕົວແທນ. ປະຊາທິປະໄຕແມ່ນຕິດພັນກັບລະບຽບວິໄນ ແລະ ຖືກຈັດຕັ້ງຂຶ້ນໂດຍກົດໝາຍແລະ ຮັບປະກັນໂດຍກົດໝາຍ.
ທັດສະນະກ່ຽວກັບປະຊາທິປະໄຕສັງຄົມນິຍົມສະແດງອອກຢ່າງຈະແຈ້ງໃນໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບປັບປຸງ ພັດທະນາປີ 2011) ວ່າ: “ປະຊາທິປະໄຕສັງຄົມນິຍົມແມ່ນທາດແທ້ຂອງລະບອບການປົກຄອງຂອງພວກເຮົາ ທີ່ເປັນທັງເປົ້າໝາຍແລະພະລັງຂັບເຄື່ອນການພັດທະນາປະເທດ. ສ້າງແລະປັບປຸງລະບອບປະຊາທິປະໄຕສັງຄົມນິຍົມໃຫ້ສົມບູນແບບເທື່ອລະກ້າວ ເພື່ອຮັບປະກັນໃຫ້ປະຊາທິປະໄຕຈະໄດ້ຮັບການປະຕິບັດໃນຊີວິດຈິງ, ໃນແຕ່ລະຂັ້ນ, ໃນທຸກຂົງເຂດ. ປະຊາທິປະໄຕຕິດພັນກັບວິໄນແລະລະບຽບວິໄນ ແລະ ຕ້ອງໄດ້ຮັບການຈັດຕັ້ງຂຶ້ນໂດຍກົດໝາຍ ແລະ ຄ້ຳປະກັນໂດຍກົດໝາຍ”(2). ດັ່ງນັ້ນ, ຜູ້ຄົນຈຶງບໍ່ສາມາດສະຫຼຸບໂດຍບັງເອີນໄດ້ວ່າ ຫວຽດນາມບໍ່ສົນໃຈກັບປະຊາທິປະໄຕ ຫຼືສູນເສຍປະຊາທິປະໄຕໄປແລ້ວ ເພາະສິ່ງດັ່ງກ່າວສະທ້ອນຢ່າງບໍ່ຖືກຕ້ອງກັບທາດແທ້ຂອງລະບອບສັງຄົມນິຍົມທີ່ປະຊາຊົນຫວຽດນາມກຳລັງກໍ່ສ້າງ.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ: “ສືບຕໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນທີ່ນຳໂດຍພັກ ແມ່ນໜ້າທີ່ຈຸດໜັກໃຈກາງຂອງການປ່ຽນແປງໃໝ່ລະບົບການເມືອງ. ຍົກສູງຄວາມສາມາດ ປະສິດທິຜົນ ແລະ ປະສິດທິພາບການເຄື່ອນໄຫວຂອງລັດ. ກຳນົດບົດບາດທີ່ຕັ້ງ, ຕຳແໜ່ງ, ພາລະບົດບາດ, ໜ້າທີ່ ແລະ ສິດຂອບເຂດ ຂອງບັນດາອົງການຂອງລັດຢ່າງຊັດເຈນ ໃນການໃຊ້ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ບົນພື້ນຖານຫຼັກນິຕິທຳ ແລະ ຮັບປະກັນໃຫ້ອຳນາດລັດເປັນເອກະພາບ, ມີການແບ່ງໜ້າທີ່ຢ່າງຈະແຈ້ງ, ມີການປະສານງານຢ່າງແໜ້ນແຟ້ນ ແລະ ເພີ່ມທະວີການຄວບຄຸມອຳນາດລັດ. ການສ້າງລະບົບກົດໝາຍທີ່ສົມບູນ, ທັນເວລາ, ຄົບຊຸດ, ເປັນເອກະພາບ, ເປັນໄປໄດ້, ເປີດເຜີຍ, ໂປ່ງໃສ ແລະມີສະຖຽນລະພາບ ໂດຍຖືສິດທິແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງປະຊາຊົນ ແລະວິສາຫະກິດ ເປັນຫຼັກໃນການສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ, ຮັບປະກັນຄວາມຕ້ອງການໃນການພັດທະນາຢ່າງວ່ອງໄວແລະຍືນຍົງ”(3).
ດ້ວຍທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ປັບປ່ຽນແລະເພີ່ມເຕີມບາງຈຸດສຳຄັນ ກ່ຽວກັບການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ຮັບປະກັນໃຫ້ສິດປະຊາທິປະໄຕຂອງປະຊາຊົນໄດ້ຮັບການປະຕິບັດໃນພາກຕົວຈິງ. ພ້ອມກັນນັ້ນ, ກຳນົດຢ່າງຈະແຈ້ງບົດບາດ “ພັກນຳພາ, ລັດຄຸ້ມຄອງ, ແນວໂຮມປະເທດຊາດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມເປັນຫຼັກແຫຼ່ງ” ເພື່ອໃຫ້ປະຊາຊົນເປັນເຈົ້າຂອງ. ພັກແລະລັດປະກາດໃຊ້ແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍ ເພື່ອສ້າງຮາກຖານທາງການເມືອງ, ກົດໝາຍ, ຄວາມເຄົາລົບ, ຮັບປະກັນ ແລະ ປົກປ້ອງສິດຂອງປະຊາຊົນໃນການເປັນເຈົ້າຂອງ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ອີງໃສ່ການສະຫຼຸບທິດສະດີ ແລະພຶດຕິກຳຕົວຈິງ ໄດ້ເພີ່ມເຕີມແລະພັດທະນາແນວຄວາມຄິດກ່ຽວກັບການພັດທະນາລັດແຫ່ງອຳນາດກົດໝາຍສັງຄົມນິຍົມ. ການເພີ່ມເຕີມ ແລະ ການພັດທະນາເຫຼົ່ານີ້ ຢືນຢັນອີກຄັ້ງໜຶ່ງວ່າ ເຖິງວ່າໃນແຕ່ລະໄລຍະປະຫວັດສາດຈະມີການປ່ຽນແປງຮູບແບບກົນໄກຂອງລັດ, ແຕ່ເສັ້ນດ້າຍແດງທີ່ສອດຮ້ອຍຕະຫຼອດນັ້ນແມ່ນ ຄວາມຮັບຮູ້ແລະການກະທຳທີ່ສະເໝີຕົ້ນສະເໝີປາຍ ກ່ຽວກັບການກໍ່ສ້າງ ແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ທີ່ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນຢ່າງແທ້ຈິງໃນເງື່ອນໄຂໃໝ່.
ທີສາມ, ຮູບແບບລັດ “ສາມອຳນາດທີ່ແຍກຈາກກັນ” ອາດຈະເໝາະສົມໃນລະດັບທີ່ແຕກຕ່າງກັນກັບບາງປະເທດໃນໂລກ, ແຕ່ບໍ່ເໝາະສົມກັບເງື່ອນໄຂແລະສະຖາບັນທາງການເມືອງຂອງຫວຽດນາມ. ຫວຽດນາມເລືອກວິທີຈັດຕັ້ງອຳນາດຕາມແບບ “ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ”, ບໍ່ໃຊ້ຮູບແບບ “ສາມອຳນາດທີ່ແຍກຈາກກັນ” ແຕ່ຍຶດໝັ້ນໃນຫຼັກການ “ອຳນາດລັດເປັນເອກະພາບ, ມີການແບ່ງງານ ການປະສານງານ ແລະ ການຄວບຄຸມລະຫວ່າງບັນດາອົງການຂອງລັດ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ”(4) ແລະ “ການປະຕິບັດຫຼັກການລວມສູນປະຊາທິປະໄຕ”(5). ນີ້ແມ່ນຕົວເລືອກທີ່ເໝາະສົມກັບສະພາບແວດລ້ອມຂອງຫວຽດນາມ ກໍ່ຄືທ່າອ່ຽງພາວະວິໄສຂອງຍຸກສະໄໝ ເຊິ່ງຖອດຖອນມາຈາກການປະຕິບັດຍາວນານຫຼາຍກວ່າ 35 ປີແຫ່ງການປະຕິບັດຂະບວນການປ່ຽນແປງໃໝ່ ພ້ອມທັງການຮຽນຮູ້ ແລະການຄົ້ນຄວ້າທາບທາມບົດຮຽນປະສົບການຂອງບັນດາປະເທດ ໃນຂະບວນການເຊື່ອມໂຍງສາກົນ.
ພວກເຮົາບໍ່ປະຕິເສດຄຸນຄ່າທົ່ວໄປຂອງລັດແຫ່ງອຳນາດກົດໝາຍ ເຊິ່ງເປັນແກ່ນສານແຫ່ງສະຕິປັນຍາຂອງມະນຸດ ແລະມີລັກສະນະກົດເກນ, ມັນບໍ່ແມ່ນຜະລິດຕະພັນສະເພາະທີ່ຜູກຂາດຂອງລັດທິທຶນນິຍົມ. ການກໍ່ສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບນັ້ນ ແມ່ນບັນຫາທາງທິດສະດີແລະພຶດຕິກຳຕົວຈິງທີ່ໃໝ່ໆ ຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງຕ້ອງອາໄສຄວາມຮັບຮູ້ທິດສະດີວິທະຍາສາດ, ການໝູນໃຊ້ຢ່າງປະດິດສ້າງ ແລະການຮັກສາທິດທາງສັງຄົມນິຍົມຢ່າງໝັ້ນຄົງ ໃນການສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ. ນີ້ແມ່ນການສືບທອດແລະການໝູນໃຊ້ຄຸນຄ່າທົ່ວໄປຂອງລັດແຫ່ງອຳນາດກົດໝາຍຢ່າງປະດິດສ້າງ, ແຕ່ກໍ່ຕິດພັນກັບທິດທາງສັງຄົມນິຍົມ ໃນການສ້າງລັດຊົນຊັ້ນກຳມາຊີບໃນຫວຽດນາມ. ທັດສະນະກ່ຽວກັບການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂີດໝາຍບາດກ້າວສຳຄັນໃນທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບການສ້າງແລະປັບປຸງລະບົບການເມືອງຢູ່ປະເທດຫວຽດນາມ ໃນສະໄໝແຫ່ງການປ່ຽນແປງໃໝ່.
ໃນບົດນິພົນ “ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມໃນຫວຽດນາມ”, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມແຕກຕ່າງໃນດ້ານຄຸນນະພາບຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະ ລັດແຫ່ງອຳນາດກົດໝາຍທຶນນະຍົມ. ນັ້ນແມ່ນ: “ອຳນາດກົດໝາຍພາຍໃຕ້ລະບອບທຶນນິຍົມເປັນເຄື່ອງມືສຳຄັນໃນການປົກປ້ອງແລະຮັບໃຊ້ຜົນປະໂຫຍດຂອງຊົນຊັ້ນນາຍທຶນ, ໃນຂະນະທີ່ອຳນາດກົດໝາຍພາຍໃຕ້ລະບອບສັງຄົມນິຍົມເປັນເຄື່ອງມືໃນການສະແດງອອກ ແລະການປະຕິບັດສິດເປັນເຈົ້າຂອງຂອງປະຊາຊົນ, ຮັບປະກັນແລະປົກປ້ອງຜົນປະໂຫຍດຂອງປະຊາຊົນສ່ວຍໃຫຍ່. ດ້ວຍການບັງຄັບໃຊ້ກົດໝາຍ, ລັດຈະຮັບຮອງເງື່ອນໄຂໃຫ້ປະຊາຊົນເປັນເຈົ້າຂອງຂອງອຳນາດການເມືອງ, ດຳເນີນຜະເດັດການປາບປາມການກະທຳທັງໝົດທີ່ເປັນອັນຕະລາຍຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ”(13). ດັ່ງນັ້ນ, ປະຊາທິປະໄຕແມ່ນທາດແທ້ຂອງລະບອບສັງຄົມນິຍົມ, ທັງແມ່ນເປົ້າໝາຍແລະພະລັງຂັບເຄື່ອນຂອງກິດຈະການກໍ່ສ້າງລັດທິສັງຄົມນິຍົມ; ການສ້າງລະບອບປະຊາທິປະໄຕສັງຄົມນິຍົມ ແລະຮັບປະກັນອຳນາດເປັນຂອງປະຊາຊົນຢ່າງແທ້ຈິງນັ້ນ ແມ່ນໜ້າທີ່ທີ່ສຳຄັນໃນໄລຍະຍາວຂອງການປະຕິວັດຫວຽດນາມ.
ດັ່ງນັ້ນຈຶງບໍ່ອາດອ້າງຄາລົມໄດ້ວ່າ “ການກໍ່ສ້າງລັດແຫ່ງອຳນາດກົດໝາຍແມ່ນເດີນຕາມເສັ້ນທາງທຶນນິຍົມ”, ບໍ່ອາດບິດເບືອນໄດ້ວ່າ ຢູ່ຫວຽດນາມ “ມີພຽງການປົກຄອງຂອງພັກເທົ່ານັ້ນ, ບໍ່ມີອຳນາດກົດໝາຍ”... ຮູບແບບຂອງລັດທີ່ “ສາມອຳນາດແຍກຈາກກັນ” ກໍ່ບໍ່ແມ່ນຕົວແບບ ຫຼືຄວາມກ້າວໜ້າທາງດ້ານເສລີພາບ, ປະຊາທິປະໄຕ, ສິດທິມະນຸດ. ນີ້ແມ່ນຖ້ອຍທຳນອງທີ່ອັນຕະລາຍທີ່ສຸດ ເພາະວ່າ ເມື່ອກ່າວຖ້ອຍທຳນອງນີ້ ພວກປະຕິກິລິຍາຕັ້ງໃຈບິດເບືອນ ແລະ ປະຕິເສດບັນດາສະຖາບັນທາງການເມືອງຂອງຫວຽດນາມ ກໍ່ຄືປະຕິເສດບົດບາດນຳພາຂອງພັກຕໍ່ລັດແລະສັງຄົມ; ຍ້ອງຍໍ, ເຊີດຊູ ແລະຊຸກຍູ້ບັນດາຕົວແບບລັດທີ່ “ສາມອຳນາດແຍກຈາກກັນ”, ຍ້ອງຍໍອັນທີ່ເອີ້ນວ່າ ຄຸນຄ່າ “ເສລີພາບ, ປະຊາທິປະໄຕ, ສິດທິມະນຸດ” ຂອງຝ່າຍຕາເວັນຕົກ; ແບ່ງແຍກກຸ່ມກ້ອມມະຫາສາມັກຄີປວງຊົນທັງຊາດ ແລະ ການພົວພັນ, ສະຖາບັນພັກນຳພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າຂອງ. ໃນດ້ານອື່ນ, ການເຜີຍແຜ່ຖ້ອຍທຳນອງດັ່ງກ່າວເພື່ອແນໃສ່ບິດເບືອນທາດແທ້ ແລະ ຄວາມດີເດັ່ນຂອງລະບອບສັງຄົມ, ຫຼຸດຜ່ອນກຽດສັກສີ ແລະ ບົດບາທີ່ຕັ້ງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃນເວທີສາກົນ. ດັ່ງນັ້ນ, ບໍ່ອາດຈະມອງຂ້າມຫຼືເບິ່ງເບົາບັນດາຖ້ອຍທຳນອງທີ່ຜິດພາດເຫຼົ່ານີ້ໄດ້.
ສາມາດຢືນຢັນໄດ້ວ່າ ບັນດາທັດສະນະທີ່ຜິດພາດແລະເປັນປໍລະປັກກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມນັ້ນ ເປັນອັນຕະລາຍທີ່ສຸດ ເພາະວ່າມັນມີຄວາມກ່ຽວຂ້ອງໂດຍກົງກັບຄວາມຢູ່ລອດຂອງພັກ ລັດ ແລະລະບອບສັງຄົມນິຍົມທີ່ປະຊາຊົນຫວຽດນາມກຳລັງສ້າງຂຶ້ນ. ດັ່ງນັ້ນຈຶງຈຳເປັນຕ້ອງລະບຸທັດສະນະເຫຼົ່ານີ້ໃຫ້ຊັດເຈນ ແລະ ມີຫຼັກພິນິດທີ່ຖືກຕ້ອງແລະໜ້າເຊື່ອຖື ເພື່ອປັບປຸງຮາກຖານອຸດົມການຂອງພັກກອມມູນິດຫວຽດນາມ; ພ້ອມກັນນັ້ນ, ກໍ່ຍົກສູງຄວາມຮັບຮູ້ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ພວກເຮົາກຳລັງສ້າງຂຶ້ນ./.
---------------------
(1) ຫວຸ ວັນ ຮ່ຽນ (ຫົວໜ້າບັນນາທິການ): ຂໍ້ໂຕ້ແຍ້ງບາງຂໍ້ໃນການປະຕິເສດທັດສະນະທີ່ຜິດພາດ, ເປັນສັດຕູ, ໃສ່ຮ້າຍປ້າຍສີ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 143.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 84-85
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 174-175
(4) ຂໍ້ 3, ມາດຕາ 2, ລັດຖະທຳມະນູນແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
(5) ຂໍ້ 1, ມາດຕາ 8, ລັດຖະທຳມະນູນແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
(6) ຫງວຽນຝູຈ້ອງ: ບາງບັນຫາທິດສະດີແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງໄປສູ່ສັງຄົມນິຍົມໃນຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2022, ໜ້າ 29
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1032 (ເດືອນກຸມພາ 2024)