ວກ. - ປຶ້ມ“ສະພາ​ແຫ່ງ​ຊາດ​ໃນ​ຂະ​ບວນ​ການ​ປ່ຽນແປງໃໝ່​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ກໍ່​ສ້າງ​ແລະ​ປັບປຸງລັດແຫ່ງອຳນາດ​ກົດ​ໝາຍ​ສັງ​ຄົມ​ນີຍົມ​ຫວຽດ​ນາມໃຫ້ສົມບູນແບບ” ​ຈັດພິມໂດຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສຳນັກ​ພິມຈຳໜ່າຍ​ການ​ເມືອງ​ແຫ່ງ​ຊາດ ສື້ເຖິ້ດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ໄດ້ຈັດ​ເປັນ​ລະບົບການນຳພາ ຊີ້ນຳ ​ແລະກຳນົດທິດ ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນຝູຈ້ອງ ຕໍ່ໜ້າທີ່ການ​ກໍ່ສ້າງ ​ແລະ ປັບປຸງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ​ໃຫ້ສົມບູນແບບໂດຍ​ທົ່ວ​ໄປ ​ແລະ ຕໍ່ການຈັດຕັ້ງແລະການເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ​ໂດຍ​ສະ​ເພາະ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບບັນດາ ສສ ເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ XV _ພາບ: TTXVN

ປຶ້ມ​ດັ່ງກ່າວ​ປະກອບສ່ວນ​ຊີ້​ແຈ້ງ​ການ​ຜັນ​ຂະຫຍາຍ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ໂດຍ​ທົ່ວ​ໄປ ​ແລະ ການປັບປຸງຍົກ​ສູງ​ຄວາມ​ສາມາດ​ດ້ານ​ການຈັດ​ຕັ້ງ, ປະສິດທິພາບແລະປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ໂດຍ​ສະ​ເພາະ.  ປຶ້ມ​ດັ່ງກ່າວ​ໄດ້​ຄັດ​ເລືອກ​ເອົາ 95 ບົດຂຽນ, ບົດ​ກ່າວ​ປາ​ໄສ, ສຳພາດ​ຂອງ​ສະຫາຍ ຫງວຽນ​ຝູຈ້ອງ ​ໂດຍ​ແບ່ງ​ອອກ​ເປັນ 3 ພາກ​ຄື: ພາກ​ທີ 1: ການກໍ່ສ້າງ ​ແລະ ປັບປຸງ​ລະບອບ​ລະບຽບ​ກົດໝາຍ​ສັງຄົມ​ນິຍົມ​ຂອງ​ລັດ​ຫວຽດນາມ; ພາກທີ 2: ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ພາກ​ທີ 3: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການສະ​ໜັບ​ສະ​ໜູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ຄວາມ​ຮັກ​ແພງ​ຂອງ​ພະ​ນັກ​ງານ, ປະ​ຊາ​ຊົນ ແລະ ເພື່ອນ​ມິດ​ສາ​ກົນ​ທີ່​ມີ​ຕໍ່​ສະ​ຫາຍ ຫງວຽນ​ຝູ​ຈ້ອງ. ພິ​ເສດ, ດ້ວຍ​ຮູບ​ຖ່າຍ​ທີ່​ລ້ຳ​ຄ່າກວ່າ 100 ແຜ່ນ​ທີ່​ໄດ້​ຄັດ​ເລືອກ, ປື້ມ​ດັ່ງ​ກ່າວ ຍັງ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ຫາຍ ຫງວຽນ​ຝູ​ຈ້ອງ ໃນ​ໄລ​ຍະຕ່າງໆ ຕິດ​ພັນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ.

ປຶ້ມ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ແນວ​ຄິດ​ທີ່​ສອດຄ່ອງ, ຍຸດ​ທະ​ສາດ ​ແລະ ວິ​ໄສ​ທັດ​ອັນ​ເລິກ​ເຊິ່ງຂອງສະຫາຍ​ເລຂາທິການ​ໃຫຍ່ ​ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປັບປຸງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ “​ທີ່ເປັນຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນຢ່າງແທ້ຈິງ, “​ແມ່ນ​ເຄື່ອງ​ມື​ສະ​ແດງ​ອອກ ​ແລະ ປະຕິບັດສິດເປັນເຈົ້າ​ຂອງ​ປະຊາຊົນ, ຮັບປະກັນ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສ່ວນ​ຫຼາຍ”. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ​ແລະ ມີ​ຄວາມ​ໝາຍ​ລວມ, ​ແມ່ນ​ພື້ນຖານ​ດ້ານ​ທິດ​ສະ​ດີ​ແລະພຶດຕິກຳ ​ແລະ ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ, ມີ​ເນື້ອ​ໃນ​ສຳຄັນ ​ແລະກຳນົດທິດ​ທາງ​ໃນ​ວຽກ​ງານ​ກໍ່ສ້າງ ​ແລະ ພັດທະນາ​ປະເທດຢ່າງຮອບດ້ານ.

ບັນດາ​ຈຸດ​ເດັ່ນ​ທີ່​ສຳຄັນ​ໃນ​ປຶ້ມ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ສະ​ແດງ​ອອກ​ໃນ 3 ດ້ານພື້ນຖານ​ຄື:

ທີ່ໜຶ່ງ, ການສະຫຼຸບ​ຜົນງານ​ໃນ​ການ​ພັດທະນາ​ທິດ​ສະ​ດີ ​ແລະ ສະຫຼຸບ​ພຶດຕິກຳ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ​ຢູ່​ຫວຽດນາມ ດ້ວຍ​ການ​ພິນິດພິເຄາະ​ຢ່າງມີ​ວິທະຍາສາດ, ຄ່ອງ​ແຄ້ວ ແລະ ​ເຕັມ​ໄປ​ດ້ວຍ​ການ​ຊັກ​ຊວນ.

ສະຫາຍ​ຢືນຢັນ​ວ່າ: ການກ້າວ​ໄປ​ສູ່​ລັດທິສັງຄົມ​ນິຍົມ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ຫວຽດນາມ, ​ເປັນ​ການ​ເລືອກ​ອັນ​ຖືກຕ້ອງ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ, ສອດຄ່ອງ​ກັບ​ທ່າ​ອ່ຽງພັດທະນາ​ຂອງ​ປະຫວັດສາດ; ສັງຄົມ​ສັງຄົມນິຍົມ​ທີ່​ຊາວ​ຫວຽດນາມ ພວມ​ມານະ​ພະຍາຍາມ​ກໍ່ສ້າງ​ ແມ່ນ​ສັງຄົມ​ທີ່​ປະຊາຊົນຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທຳ, ອາລະຍະທຳ​; ໂດຍປະຊາຊົນເປັນເຈົ້າຂອງ; ມີ​ເສດຖະກິດ​ທີ່ພັດທະນາ​ສູງ, ອີງ​ໃສ່​ກຳລັງ​ການຜະລິດ​ທີ່​ທັນ​ສະ​ໄໝ ​ແລະ ການ​ພົວພັນ​​ການຜະລິດ​ທີ່​ກ້າວໜ້າເໝາະ​ສົມ; ມີ​ວັດທະນະທຳ​ທີ່​ກ້າວໜ້າ ແລະ ອຸດົມສົມບູນ​ໄປ​ດ້ວຍ​ເອກະລັກປະຈຳ​ຊາດ; ປະຊາຊົນ​ມີ​ຊີວິດ​ທີ່​ອີ່ມໜຳສຳລານ, ​ເສລີ, ​ຜາ​ສຸກ ​ແລະ ມີ​ເງື່ອນ​ໄຂ​ໃນການພັດທະນາ​ຢ່າງຮອບດ້ານ; ບັນດາ​ຊົນ​ເຜົ່າ​ໃນ​ວົງຄະນາຍາດ​ຫວຽດນາມ ລ້ວນ​ແຕ່​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ພ້ອມກັນ​ພັດທະນາ; ມີລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ການນໍາພາຂອງພັກກອມມູນິດ; ມີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ. ຮູບ​ແບບ​ລັດທິສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແມ່ນການພັດທະນາ​ທິດ​ສະ​ດີ​ຢ່າງປະດິດສ້າງ​ສະ​ເພາະ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ເພື່ອ​ເຮັດໃຫ້ຮູບ​ແບບ​ດັ່ງ​ກ່າວເປັນຮູບປະທຳ: ຈຳຕ້ອງ​ຜ່ານ​ສະໄໝ​ຂ້າມຜ່ານ​ອັນ​ຍາວ​ນານ ດ້ວຍຫຼາຍ​ຂັ້ນ​ຕອນ, ຫຼາຍ​ຮູບ​ແບບ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດແລະສັງ​ຄົມທີ່ແຊກຊ້ອນ​ພັນ, ມີ​ການ​ຕໍ່​ສູ້​ລະ​ຫວ່າງອັນ​ເກົ່າ​ແລະ​ອັນໃໝ່”. ສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມແມ່ນພາລະກິດແຫ່ງ “ການປະດິດສ້າງທີ່ຍິ່ງໃຫຍ່”, “ເຕັມໄປດ້ວຍສິ່ງທ້າທາຍ ແລະຄວາມຫຍຸ້ງຍາກ”, “ເປົ້າໝາຍໄລຍະຍາວ”, “ບໍ່ອາດຟ້າວຟັ່ງໄດ້”.

ຈາກການວິເຄາະທາງເລືອກທີ່ຫຼີກລ່ຽງບໍ່ໄດ້, ພາວະວິໄສ ແລະ ຖືກຕ້ອງຂອງພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ກ່ຽວກັບເສັ້ນທາງໄປສູ່ລັດທິສັງຄົມນິຍົມ, ສະຫາຍເລຂາທິການໃຫຍ່ ໄດ້ຢັ້ງຢືນເຖິງລັກສະນະອັນດີງາມຂອງປະຊາທິປະໄຕໃນສັງຄົມນິຍົມ ແລະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງລັດຫວຽດນາມ; ຢືນຢັນ​ຄວາມ​ຖືກຕ້ອງ ​ແລະ ຄວາມຄິດ​ປະດິດ​ສ້າງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ແລະ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ຂະ​ບວນການປ່ຽນແປງໃໝ່​ປະ​ເທດ; ພິ​ເສດ​ແມ່ນ ​ບົດບາດ​ນຳພາ​ຂອງ​ພັກ ເຊິ່ງ​ເປັນ​ປັດ​ໄຈ​ຕັດສິນ​ໄຊຊະນະ​ແຫ່ງ​ການ​ປ່ຽນແປງໃໝ່ ​ແລະ ກໍ່ສ້າງ​ປະ​ເທດ​ຊາດ. ບົນ​ພື້ນຖານ​ການ​ຕີ​ລາຄາ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ແລະ ຂໍ້​ຈຳກັດ​ຂອງ​ການ​ປ່ຽນແປງໃໝ່​ປະ​ເທດ, ສະຫາຍ​ຍັງ​ໄດ້​ສະ​ເໜີ​ບັນດາ​ວິທີ​ແກ້​ໄຂ ​ເພື່ອ​ພັດທະນາ​ປະ​ເທດ​ໃນ​ສະໄໝຂ້າມຜ່ານ, ​ໃນ​ນັ້ນ​ການ​ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ ເພື່ອ​ຊຸກຍູ້​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຮັບປະກັນ​ອຳນາດ​ລັດ​ເປັນ​ຂອງປະຊາຊົນ; ປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ແລະ ສິດພົນລະເມືອງ ແລະ ເສີມຂະຫຍາຍບົດບາດນຳພາຂອງພັກໃນເງື່ອນໄຂໃໝ່.

 ທີ່ສອງ, ສະ​ແດງ​ໃຫ້​ເຫັນເຖິງ​ທັດສະນະ​ທີ່​ເປັນ​ເອກະ​ພາບ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ການ​ກໍ່ສ້າງ ​ແລະ ປັບປຸງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ໃຫ້​ສົມບູນ​ແບບ ​ແລະ ຊີ້​ແຈ້ງ​ລັກສະນະ, ​ເປົ້າ​ໝາຍ, ຫຼັກການ​ປະຕິບັດ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ໄດ້​ວາງ​ອອກ ​ເພື່ອ​ສ້າງ​ລັດ​ຂອງ​ພວກ​ເຮົາ​ໃຫ້​ສົມບູນ​ແບບ​ໃນສະຖານະການ​ປະຈຸ​ບັນ.

ໃນ​ການ​ປຶກສາ​ຫາລື​ກ່ຽວ​ກັບທາດແທ້ຂອງ​ລັດ​ຫວຽດນາມ, ສະຫາຍ​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ແຕກ​ຕ່າງ​ຈາກລັດແຫ່ງອຳນາດ​ກົດ​ໝາຍ​ນາຍທຶນຢູ່ບ່ອນ: “ອຳນາດກົດໝາຍ​ພາຍໃຕ້​ລະບອບ​ທຶນ​ນິຍົມ​ແມ່ນ​ເຄື່ອງມື​ປົກ​ປັກ​ຮັກສາ ​ແລະ ຮັບ​ໃຊ້​ສິດ​ຜົນ​ປະ​ໂຫຍ​ດຂອງ​ຊົນຊັ້ນນາຍທຶນ, ​ໃນ​ຂະນະ​ທີ່​ອຳນາດ​ກົດໝາຍ​ພາຍ​ໃຕ້ລະບອບ​ສັງຄົມ​ນິຍົມ​ແມ່ນ​ເຄື່ອງມື​ສະ​ແດງ​ອອກ ​ແລະ ປະຕິບັດ​ສິດ​ອຳນາດ​ຂອງ​ປະຊາຊົນ, ຮັບປະກັນ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສ່ວນ​ຫຼາຍ”. ລັດແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ຂອງ​ຫວຽດນາມ ​ແມ່ນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ການກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ເພື່ອຮັກສາ ​ແລະ ​ເສີມ​ຂະຫຍາຍ​ລັກສະນະ​ປະຊາຊົນ, ປະຊາທິປະ​ໄຕ ​ແລະ ມະນຸດສະທຳ​ຂອງ​ລັດ​ເຮົາ, “ການສ້າງ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຮັບປະກັນ​ສິດ​ອຳນາດ​​ຂອງ​ປະຊາຊົນ​ຢ່າງແທ້ຈິງ ແມ່ນ​ວຽກ​ງານ​ສຳຄັນ, ຍາວ​ນານ ຂອງການປະຕິວັດຫວຽດນາມ”.

​ໃນ​ຂະບວນວິວັດ​ການ​ສ້າງສາ ​ແລະ ປັບປຸງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ​ໃຫ້​ສົມບູນ​ແບບ, ສະຫາຍ​ເລຂາທິການ​ໃຫຍ່​ກໍ່​ເນັ້ນ​ໜັກຢູ່ສະເໝີ​ວ່າ: “​ຢຶດໝັ້ນ ແລະໝູນໃຊ້, ພັດທະນາ​ລັດທິ​ມາກ-​ເລ​ນິນ ​ແລະ ແນວຄິດ​ໂຮ່ຈິ​ມິນຢ່າງປະດິດສ້າງ; ຢຶດໝັ້ນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ; ຮັບປະກັນ​ການນຳພາ, ການກຳອຳນາດ​ຂອງ​ພັກ, ທາດແທ້​ຊົນ​ຊັ້ນ​ກຳມະກອນ, ລັກສະນະປະຊາຊົນ, ລັກສະນະຊາດ​ຂອງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​”; “ປະຕິບັດຕາມຫຼັກການຢ່າງສະເໝີຕົ້ນສະເໝີປາຍ:   ອຳນາດ​ລັດ​ທັງ​ໝົດ​ເປັນ​ຂອງ​ປະຊາຊົນ, ເສີມຂະຫຍາຍສິດເປັນເຈົ້າ​ຂອງ​ປະຊາຊົນ”; ຕ້ອງ ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ ແລະ “ໃຫ້ຄວາມສຳຄັນກັບການສຶກສາ, ປັບປຸງຍົກສູງຄຸນສົມບັດສັງຄົມນິຍົມ, ຖືວ່າ ປະຊາຊົນເປັນໃຈກາງ, ເປົ້າໝາຍ, ອັດຕະພາບ ແລະ ກຳລັງຂັບເຄື່ອນການພັດທະນາປະເທດຊາດ”; ເຄົາລົບ, ຮັບປະກັນ ແລະ ປົກປ້ອງສິດທິມະນຸດ ແລະ ສິດພົນລະເມືອງ”; ຮັບປະກັນ ລັກສະນະກວມລວມ, ຄົບຊຸດ, ​ເຊື່ອມ​ໂຍງ​ລະຫວ່າງ​ການປ່ຽນແປງໃໝ່​ນິຕິ​ບັນຍັດ, ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ການ​ປະຕິ​ຮູບ​ຕຸລາການ ​ແລະ ການ​ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ການ​ສືບ​ທອດ, ຄວາມໝັ້ນຄົງ ​ກັບ​ການ​ປ່ຽນແປງໃໝ່, ການ​ພັດທະນາ”...

ສະຫາຍຢືນຢັນວ່າ: ​ໃນ​ໄລຍະ​ປະຈຸ​ບັນ, ການກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ ຍາມ​ໃດ​ກໍ່​ຕ້ອງ​ຕັ້ງຢູ່ສະພາບແວດລ້ອມການປ່ຽນແປງໃໝ່ແບບວິທີ​ການ​ນຳພາ​ຂອງ​ພັກ,  ກໍ່ສ້າງພັກແລະ​ລະບອບ​ການ​ເມືອງ​ທີ່​ສະອາດປອດ​ໃສແລະໝັ້ນຄົງເຂັ້ມ​ແຂງ; ຕິດ​ພັນ​ກັບ​ການ​ຮັກ​ສາ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ, ​ປ່ຽນແປງ​ໃໝ່​ລະ​ບົບ​ການ​ເມືອງຢ່າງຮອບດ້າຕາມທິດກະທັດລັດຮັກກຸມ, ດຳ​ເນີນການ​ຢ່າງ​ມີ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທັດສະນະຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງລະບົບທັດສະນະກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ; ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​​ອຸດົມ​ຄະຕິ, ການ​ເມືອງ - ກົດໝາຍ, ພື້ນຖານ​ວິທະຍາສາດ ​ແລະ ທິດ​ທາງ​ໃຫ້​ແກ່​ການ​ພັດທະນາ​ຂອງ​ພັກ ​ແລະ ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ.

ທີ່​ສາມ, ສະຫຼຸບ​ແລະຕີ​ລາຄາ​ໄລຍະການການ​ເຄື່ອນ​ໄຫວ​ປ່ຽນແປງໃໝ່ ​ແລະ ພັດທະນາ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໃນ​ແຕ່ລະ​ດ້ານການເຄື່ອນໄຫວ ​ແລະ ​ແຕ່ລະ​ໄລຍະ; ພ້ອມ​ກັນ​ນັ້ນ, ຍັງ​ມີ​ການກຳນົດທິດແລະຊີ້ນຳຢ່າງ​ໃກ້​ຊິດ​ ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດປ່ຽນແປງໃໝ່ການຈັດ​ຕັ້ງ​ແລະການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ ​ໃຫ້​ນັບ​ມື້​ນັບ​ສົມບູນ​ແບບ ແລະ ມີ​ປະສິດທິ​ຜົນກວ່າອີກ.

ໃນ​ຖາ​ນະ​ເປັນ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ 5 ສະ​ໄໝ​ຕິດ​ຕໍ່​ກັນ (ແຕ່​ປີ 2002 ເຖິງ​ປະ​ຈຸ​ບັນ), ແລະ ໃນ​ຂະ​ນະ​ດຽວ​ກັນ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XI, XII (ເດືອນກໍລະກົດ 2006 – ເດືອນ​ກໍ​ລະ​ກົດ 2011), ສະ​ຫາຍ ຫງວຽນ​ຝູ​ຈ້ອງ ໄດ້​ເອົາ​ໃຈ​ໃສ່, ສະ​ເໜີ​ທິດ​ທາງ​ສະ​ເພາະ. ປ່ຽນແປງໃໝ່ການຈັດຕັ້ງແລະການເຄື່ອນໄຫວຂອງສະພາແຫ່ງຊາດໃນແຕ່ລະດ້ານ; ປັບປຸງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ແຕ່ລະ​ອົງການ ຫົວໜ່ວຍ​ ເພື່ອກໍ່ສ້າງ​ສະພາ​ແຫ່ງ​ຊາດ​ໃຫ້​ເຂັ້ມ​ແຂງ, ມີ​ປະສິດທິ​ຜົນ, ​ແທດ​ຈິງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ໄລຍະ​ໃໝ່.

ຈາກພຶດຕິກຳການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງຂອງສະພາແຫ່ງຊາດ, ສະຫາຍໄດ້ຢັ້ງຢືນເຖິງບົດບາດ ແລະ ທີ່ຕັ້ງອັນສຳຄັນຂອງສະພາແຫ່ງຊາດ, ສະເໝີຕົ້ນສະເໝີປາຍ ແລະ ຕິດພັນກັບປະເທດຊາດ, ປະຕິບັດພາລະ ໜ້າທີ່ ແລະ ສິດອຳນາດຕາມລັດຖະທຳມະນູນແລະກົດໝາຍຢ່າງມີປະສິດທິຜົນ; ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ແລະ ສຳຄັນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ໂຮມ​ປະ​ເທດ​ຊາດເປັນເອກະພາບ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະຫາຍ​ຊີ້ໃຫ້ເຫັນເຖິງ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍໃຫ້ສົມບູນແບບ; ການເຄື່ອນໄຫວຕິດຕາມກວດກາສູງສຸດ; ການຊັກຖາມແລະການຕອບຄໍາຊັກຖາມ; ການເຄື່ອນໄຫວຕັດສິນຕົກລົງບັນຫາສຳຄັນຂອງປະເທດ; ການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດ. ສະຫາຍຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປັນ​ເຈົ້າ​ການ, ປະຕິບັດ​ປະຊາທິປະ​ໄຕຢ່າງແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ມີ​ການ​ປະດິດ​ສ້າງ​ຫຼາຍ​ຢ່າງ​ ທັງ​ດ້ານ​ແນວ​ຄິດ ​ແລະ ການ​ປະຕິບັດ, ​ໄດ້​ຮັບ​ຄວາມໄວ້ວາງໃຈຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດເພີ່ມຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນແລະ ເຮັດໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການສ້າງສາປະຊາທິປະໄຕສັງຄົມນິຍົມ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມຜູກພັນສະໜິດແໜ້ນລະຫວ່າງ​ປະຊາຊົນ ກັບພັກ​ແລະລັດ, ສ້າງ​ຮູບ​ແບບ​ການ​ເຄື່ອນ​ໄຫວ ​ແລະ ປະຊາທິປະ​ໄຕ​ຂອງ​ລະບົບ​ການ​ເມືອງ​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ ​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ.” ພ້ອມ​ກັນ​ນັ້ນ, ສະຫາຍ​ຍັງ​ໄດ້​ຊີ້​ອອກ​ຢ່າງ​ກົງ​ໄປ​ກົງ​ມາ​ເຖິງ​ຂໍ້​ບົກ​ຜ່ອງ ​ແລະ ຂໍ້​ຈຳກັດ​ທີ່​ຕ້ອງ​ແກ້​ໄຂ​ໃນ​ແຕ່ລະ​ດ້ານ​ສະ​ເພາະ ​ຂອງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ.

ບົນ​ພື້ນຖານ​ທັດສະນະ ​ແລະ ແນວ​ທາງ​ຂອງ​ພັກ, ​ໄຈ້​ແຍກ​ຢ່າງ​ຈະ​ແຈ້ງຄວາມຮຽກຮ້ອງຕ້ອງການ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ສະຫາຍ ຫງວຽນ​ຝູຈ້ອງ ​ໄດ້​ຊີ້​ແຈ້ງວ່າ: ຍູ້​ແຮງ​​ການ​ເຄື່ອນ​ໄຫວ​ນິຕິບັນຍັດ, ກໍ່ສ້າງ ​ແລະ ປັບປຸງ​ລະບົບ​ກົດໝາຍ​ໃຫ້​ເປັນຄົບຊຸດ, ​ເປັນ​ເອກະ​ພາບ, ເປັນໄປໄດ້, ເປີດກວ້າງ ແລະ ໂປ່ງໃສ; ສືບ​ຕໍ່​ປ່ຽນແປງໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຕິດຕາມກວດກາ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ ບັນດາ​ຊົນ​ເຜົ່າ​ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ; ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ລັດຖະສະພາ, ເປັນເຈົ້າການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື​ກັບ​ສາກົນ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ, ຊື່​ສຽງ​ຂອງ​ຫວຽດນາມ ​ໃນ​ເວທີ​ສາກົນ, ຮັກສາ​ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ​ສັນຕິພາບ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ປະຕິບັດ​ສຳ​ເລັດ​ຜົນ ພາລະກິດການປ່ຽນແປງໃໝ່; ການຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຕ້ອງ​ເປັນ​ປະຊາທິປະ​ໄຕ, ສະ​ເໝີ​ພາບ, ຖືກຕ້ອງ​ຕາມ​ກົດໝາຍ, ​ປອດ​ໄພ ​ແລະ ປະຢັດ ​ເພື່ອ​ເລືອກຕັ້ງແລະເລືອກຕັວແທນ​ທີ່​ມີ​ຄຸນ​ທຳ, ມີຄວາມສາມາດ ​ແລະ ສົມຄວນທີ່ຈະເປັນ​ຕົວ​ແທນ​ຂອງ​ປະຊາຊົນ ເຊິ່ງຈະປະກອບສ່ວນ​ກໍ່ສ້າງ, ເສີມສ້າງ ​ແລະ ປັບປຸງລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນຢ່າງແທ້ຈິງ....

ພິ​ເສດ, ສະຫາຍ​ເລຂາທິການ​ໃຫຍ່​ຊີ້​ອອກ​ວ່າ, ຕ້ອງ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ, ​ເພາະວ່າ​ນີ້​ແມ່ນ​ປັດ​ໄຈ​ຕັດສິນ​ໃຫ້​ສະພາ​ແຫ່ງ​ຊາດ​ປະຕິບັດ​ສຳ​ເລັດ​ທຸກ​ໜ້າ​ທີ່​ສຳຄັນ​ທີ່​ປະຊາຊົນ​ມອບ​ໝາຍ​ໃຫ້; ພ້ອມ​ກັນ​ນັ້ນ, ​ເຮົາ​ຕ້ອງ “ເສີມຂະຫຍາຍ​ປະຊາທິປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ”, ຖື​ວ່າ​ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ສຳຄັນ “ສ້າງ​ຄວາມ​ເຂັ້ມ​ແຂງ ແລະ ຄວາມຂະຫຍັນຂັນເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ​ຈາກ​ລະບົບ​ການ​ເມືອງ​ຂອງ​ປະ​ເທດ​ເຮົາ”; ສະພາ​ແຫ່ງ​ຊາດ​ຕ້ອງ “ໃກ້ຊິດ ສະໜິດສະໜົມ​ກັບ​ປະຊາຊົນ​ຢ່າງ​ແໜ້ນ​ແຟ້ນ, ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ແນວ​ຄິດ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ​ເຄົາລົບ​ຟັງ ​ແລະ ສະທ້ອນ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ”, ຖືວ່ານີ້ແມ່ນ​ປັດ​ໄຈ​ສຳຄັນ, ຮັບປະກັນ​ໃຫ້​ສະພາ​ແຫ່ງ​ຊາດ​ຕັດສິນ​ໃຈ​ຖືກຕ້ອງ, ​ແມ່ນ​ອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ. ການ​ປ່ຽນແປງໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຕ້ອງ​ໄດ້​ດຳ​ເນີນ​ໄປ​ຢ່າງ “​ແໜ້ນ​ແຟ້ນ, ຄົບຊຸດ”, “ມີແບບແຜນ”, “ມີ​ຈຸດໝາຍ​ທີ່​ຈະ​ແຈ້ງ, ມີ​ບາດກ້າວ​ທີ່​ໜັກ​ແໜ້ນ ​ແລະ ນຳ​ມາ​ເຊິ່ງໝາກຜົນ​ຕົວ​ຈິງ”...

ປຶ້ມ​ດັ່ງກ່າວ​ຍັງ​ໄດ້​ຄັດ​ເລືອກ​ເອົາ 57 ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ, ສະ​ແດງ​ໃຫ້​ເຫັນ​ເຖິງທັດສະນະ, ຄວາມ​ຄິດ, ຄວາມ​ຮູ້ສຶກ​ຂອງ​ພະນັກງານ, ສະມາຊິກ​ພັກ, ປັນຍາ​ຊົນ, ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ຕໍ່ການ​ນຳ​ພາຂອງພັກ ແລະຂອງສະຫາຍ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນຝູ​ຈ້ອງ; ເຊື່ອ​ໝັ້ນ​ໃນກິດຈະການປ່ຽນແປງໃໝ່, ກໍ່ສ້າງ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​​ຫວຽດນາມທີ່ເປັນຂອງ​ປະຊາຊົນ​, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນຢ່າງແທ້ຈິງ, ​ໃນ​ນັ້ນ​ສະພາ​ແຫ່ງ​ຊາດ ແມ່ນອົງການອຳນາດ​ລັດ​ສູງ​ສຸດ, ​ອົງການຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

ປຶ້ມ“ສະພາ​ແຫ່ງ​ຊາດ​ໃນ​ຂະ​ບວນ​ການ​ປ່ຽນແປງໃໝ່​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ກໍ່​ສ້າງ​ແລະ​ປັບປຸງລັດແຫ່ງອຳນາດ​ກົດ​ໝາຍ​ສັງ​ຄົມ​ນີຍົມ​ຫວຽດ​ນາມໃຫ້ສົມບູນແບບ” ​ສະແດງໃຫ້ເຫັນເຖິງແນວຄິດສະເໝີຕົ້ນສະເໝີປາຍ ແລະຄວາມໝັ້ນຄົງຂອງສະຫາຍເລຂາທິການໃຫຍ່ ກ່ຽວກັບການປ່ຽນແປງໃໝ່ ແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃຫ້ສົມບຸນແບບ; ​ໃນ​ນັ້ນ, ​ກຳນົດທິດໃຫ້ແກ່ການປ່ຽນແປງໃໝ່ທັງ​ດ້ານ​ແນວ​ຄິດ ​ແລະ ການ​ກະທຳ, ປ່ຽນແປງໃໝ່​ການຈັດ​ຕັ້ງ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການຂອງສະພາແຫ່ງຊາດ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ຂອງ​ບັນດາ​ສະມາຊິກ​ສະພາ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່./.