ເບິ່ງຄືນຫຼັງ 16 ປີແຫ່ງການປະຕິບັດມະຕິເລກທີ 11-NQ/TW
ກ່ຽວກັບເນື້ອໃນການພັດທະນາພະນັກງານຍິງ -
ຜົນສຳເລັດ ແລະທິດທາງໃນຕໍ່ໜ້າ

ໂດຍ ຮວ່າງ ທິ ຖູວ ລານ
ກຳມະການສູນກາງພັກ, ເລຂາທິການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງຫວິງຟຸກ
07:48, 01-02-2024
ວກ. - ວັນທີ 27 ເມສາ 2007, ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 11-NQ/TW “ວ່າດ້ວຍວຽກງານແມ່ຍິງ ໃນສະໄໝແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄມຂອງປະເທດ”. ມະຕິນີ້ມີຄວາມໝາຍສຳຄັນໃນການເພີ່ມທະວີການນຳພາຂອງພັກຕໍ່ວຽກງານແມ່ຍິງ; ສືບຕໍ່ປ່ຽນແປງໃໝ່ວຽກງານການພັດທະນາພະນັກງານຍິງ, ເພື່ອໃຫ້ແມ່ຍິງຫວຽດນາມ “ເສີມຂະຫຍາຍມູນເຊື້ອ, ຄວາມສາມາດບົ່ມຊ້ອນ ທ່າແຮງ ຈິດໃຈເປັນເຈົ້າຂອງ ແລະຄວາມປາດຖະໜາບືນຕົວຂຶ້ນ... ສ້າງແມ່ຍິງຫວຽດນາມໃນຍຸກໃໝ່. ປັບປຸງຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດຍິງ, ຕອບສະໜອງຄວາມຕ້ອງການຂອງການພັດທະນາທີ່ຍືນຍົງ ແລະການເຊື່ອມໂຍງສາກົນ”(1).

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະຜູ້ແທນຍິງສະພາແຫ່ງຊາດຫວຽດນາມ ສະໄໝທີ XV _ພາບ: TTXVN

ວິໄສທັດ ທັດສະນະ ແລະ ຜົນສຳເລັດຈຳນວນໜຶ່ງ

ມະຕິເລກທີ 11-NQ/TW ອອກຫຼັງຈາກການປ່ຽນແປງໃໝ່ 20 ປີ ແລະແມ່ນການສືບຕໍ່ແລະການພັດທະນາໂດຍລວມ ຂອງວິໄສທັດຍຸດທະສາດ ແລະການຕັດສິນໃຈຍຸດທະສາດ ຂອງພັກກອມມູນິດຫວຽດນາມ ໃນສະໄໝແຫ່ງການຍູ້ແຮງການຫັນເປັນອຸດສາຫະກຳແລະທັນສະໄໝຂອງປະເທດ. ນີ້ແມ່ນການສືບຕໍ່​ມະຕິຕ່າງໆ​ຂອງ​ພັກ​ໃນ​ເມື່ອ​ກ່ອນ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ​​ຍິງ, ​ເຊັ່ນ: ມະຕິ​ເລກທີ 152-NQ/TW, ລົງວັນທີ 10 ມັງກອນ 1967 ຂອງຄະນະເລຂາທິການສູນກາງວ່າດ້ວຍບາງບັນຫາການຈັດຕັ້ງການນຳພາວຽກງານຂົນຂວາຍແມ່ຍິງ”; ຄຳສັ່ງເລກທີ່ 37-CT/TW ລົງວັນທີ 16 ພຶດສະພາ 1994 ຂອງຄະນະເລຂາທິການສູນກາງວ່າດ້ວຍບາງ​ບັນຫາ​ວຽກ​ງານ​ພະນັກງານ​ຍິງ​ໃນ​ສະພາບ​ການ​ໃໝ່”... ຄຳສັ່ງແລະມະຕິເຫຼົ່ານີ້ລ້ວນກຳນົດຄວາມຈຳເປັນຕ້ອງສືບຕໍ່ການວາງແຜນແລະກາສ້າງແຫຼ່ງພະນັກງານຍິງ ດ້ວຍການພັດທະນາຍຸດທະສາດການຝຶກອົບຮົມ ບຳລຸງສ້າງ ແລະການໃຊ້ຜູ້ອອກແຮງງານຍິງເວົ້າລວມ ແລະພະນັກງານຍິງເວົ້າສະເພາະ. ມະຕິເລກທີ 11-NQ/TW ຢືນຢັນອີກຄັ້ງວ່າ ການສ້າງແລະພັດທະນາຖັນແຖວພະນັກງານຍິງຢ່າງໝັ້ນຄົງ ເຊິ່ງສອດຄ່ອງກັບບົດບາດອັນຍິ່ງໃຫຍ່ຂອງແມ່ຍິງນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະແມ່ນເນື້ອໃນສຳຄັນ ໃນຍຸດທະສາດວຽກງານພະນັກງານຍິງຂອງພັກ.

ຫຼັງຈາກການປະຕິບັດມະຕິເລກທີ 11-NQ/TW ເປັນເວລາ 16 ປີ, ການສ້າງແລະປະຕິບັດຕາມແຜນການ ການຝຶດອົບຮົມ ການບຳລຸງສ້າງ ແລະການຈັດວາງນຳໃຊ້ພະນັກງານຍິງ ກໍ່ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່. ນະໂຍບາຍການພັດທະນາຖັນແຖວພະນັກງານຍິງ ໄດ້ຮັບການປ່ຽນແປງໃໝ່, ປັບປຸງໃຫ້ສົມບູນ ແລະ ນຳໄປປະຕິບັດຢ່າງຮອບດ້ານແລະຄົບຊຸດຢ່າງຕໍ່ເນື່ອງ ຕັ້ງແຕ່ການນຳພາ ການຄຸ້ມຄອງ ຈົນເຖິງການເຄື່ອນໄຫວຄົ້ນຄວ້າວິທະຍາສາາດ; ຕັ້ງແຕ່ການໃຫ້ບຸລິມະສິດການບັນຈຸພະນັກງານຍິງ ແລະຜູ້ອອກແຮງງານຍິງ ທີ່ມີລະດັບມະຫາວິທະຍາໄລ ແລະລະດັບສູງກວ່າປະລິນຍາຕີ ຈົນເຖິງການສົ່ງເສີມແລະພັດທະນາຄວາມສາມາດຂອງແມ່ຍິງ. ຈຳນວນແລະຄຸນນະພາບຂອງຖັນແຖວພະນັກງານນຳພາແລະຄຸ້ມຄອງຍິງ ທີ່ມີຄຸນສົມບັດທາງວິຊາຊີບ ແລະທິດສະດີການເມືອງທີ່ເໝາະສົມກັບຕຳແໜ່ງງານ ກຳລັງເພີ່ມຂຶ້ນ; ອາຍຸຂອງພະນັກງານນຳພາແລະຄຸ້ມຄອງຍິງນັບ​ມື້​ນັບ​ນ້ອຍ​ລົງ; ຕຳແໜ່ງຂອງພະນັກງານນຳພາແລະຄຸ້ມຄອງຍິງ ໄດ້ຮັບການຢືນຢັນແລະປັບປຸງຍົກສູງ.

ຖ້າຫາກວາລະກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ​ມີ​ກຳມະການ​ກົມ​ການ​ເມືອງເປັນແມ່ຍິງ 1 ຄົນ, ວາລະກອງປະຊຸມໃຫຍ່ຄັ້ງທີ XII ມີ​ກຳມະການ​ກົມ​ການ​ເມືອງເປັນແມ່​ຍິງ 3 ຄົນ ແລະວາລະກອງປະຊຸມໃຫຍ່ຄັ້ງທີ XIII ມີ​ກຳມະການ​ກົມ​ການ​ເມືອງແລະສະມາຊິກ​ຄະນະເລຂາທິການເປັນແມ່​ຍິງ 2 ຄົນ. ອັດຕາ​ສ່ວນ​ພະນັກງານ​​ຍິງ​ເຂົ້າ​ຮ່ວມ​ອົງການ​ເລືອກ​ຕັ້ງ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ຜ່ານ​ມາ, ມີ​ຜູ້​ແທນ​ເພດ​ຍິງ 151 ຄົນ​ເຂົ້າ​ຮ່ວມ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XV, ບັນລຸ 30,26% (​ເພີ່ມ​ຂຶ້ນ 3,54% ​ເມື່ອ​ທຽບ​ໃສ່​ໄລຍະ​ຜ່ານ​ມາ, ແຕ່ກໍ່ຍັງບໍ່ເຖິງລະດັບເປົ້າໝາຍ 35%-40%). ຫວຽດນາມຍັງເປັນປະເທດທີ່ມີຜູ້ແທນສະພາແຫ່ງຊາດຍິງອັນດັບທີ 51 ຂອງໂລກ, ອັນດັບທີ 4 ໃນອາຊີ ແລະ ຢູ່ໃນອັນດັບທີໜຶ່ງໃນສະຫະພັນລັດຖະສະພາແຫ່ງສະມາຄົນປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້. ອັດຕາ​ສ່ວນ​ພະນັກງານ​ຍິງ​ເຂົ້າ​ຮ່ວມ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ​ເມືອງ​ບັນລຸ 29% (​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ຜ່ານ​ມາ). ດ້ວຍ​ອັດຕາສ່ວນ​ດັ່ງກ່າວ, ຫວຽດນາມ​ແມ່ນ​ຢູ່​ໃນ​ກຸ່ມ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ໂລກ ທີ່ມີ​ອັດຕາ​ເພດ​ຍິງ​ໃນ​ດ້ານ​ການ​ເມືອງ​ສູງ; ອັນດັບທີ 3 ໃນພາກພື້ນອາຊຽນ ແລະ ອັນດັບທີ 47 ໃນ 187 ປະເທດໃນໂລກ ໃນດ້ານຄວາມສະເໝີພາບທາງເພດ ທີ່ເຂົ້າຮ່ວມການເມືອງ; ອັນດັບທີ 87 ໃນ 156 ປະເທດກ່ຽວກັບດັດຊະນີການຫຼຸດຊ່ອງຫວ່າງທາງເພດ.

ພິເສດ, ອັດຕາສ່ວນພະນັກງານນຳພາຄຸ້ມຄອງຍິງໃນອົງການພັກແລະລັດ ມີເພີ່ມຂຶ້ນ ທັງໃນດ້ານປະລິມານແລະຄຸນນະພາບ. ເຖິງເດືອນທັນວາ 2022, ໃນກະຊວງ, ອົງການລະດັບກະຊວງ ແລະໜ່ວຍງານພາຍໃຕ້ລັດຖະບານ ​ຜູ້​ນຳ​ສຳ​ຄັນ 50%​ ແມ່ນ​ເພດ​ຍິງ ເຊິ່ງເຂົ້າໃກ້ເປົ້າໝາຍທີ່ຕັ້ງໄວ້ສຳລັບປີ 2025. ພະນັກງານຍິງຈຳນວນຫຼາຍໄດ້ຮັບຄວາມໄວ້ວາງໃຈຈາກພັກແລະລັດ ໃຫ້ດຳລົງຕຳແໜ່ງແລະຄວາມຮັບຜິດຊອບສູງ ໃນກົນໄກການນຳພາຂອງພັກແລະລັດ. ຫວ່າງ​ມໍ່ໆ​ມາ​ນີ້, ວັນ​ທີ 6 ມີນາ 2023, ທ່ານ​ນາງ ​ເຈືອງ​ທິ​ມາ​ຍ, ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ໃຫ້ເປັນສະມາຊິກ​ປະຈຳ​ຄະນະ​ເລຂາທິການ. ນີ້​ແມ່ນ​ພະນັກງານ​ຍິງ​ຄົນ​ທຳ​ອິດ​ ທີ່​ໄດ້​ຮັບ​ຕຳ​ແໜ່ງ​ສຳຄັນ​ນີ້; ທັງ​ເປັນ​ການ​ຢືນຢັນ​ເຖິງ​ຜົນສຳ​ເລັດ​ຂອງ​ພັກ​ໃນ​ວຽກ​ງານ​ການ​ນຳພາ ​ໃນ​ການ​ກໍ່ສ້າງ​ຖັນແຖວ​ພະນັກງານ​ຍິງ​ໃຫ້​ທຽບ​ເທົ່າກັບ​ລະດັບໜ້າທີ່. ພ້ອມກັນກັບຄວາມກ້າວໜ້າແລະການພັດທະນາຂອງຖັນແຖວພະນັກງານນຳພາຄຸ້ມຄອງຍິງນັ້ນ, ຖັນແຖວປັນຍາຊົນແລະນັກວິທະຍາສາດຍິງ ກໍ່ຂະຫຍາຍຕົວແລະເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ. ນັກວິທະຍາສາດຍິງທີ່ດີເດັ່ນໃນດ້ານຕ່າງໆຫຼາຍຄົນ ໄດ້ຮັບກຽດແລະມອບລາງວັນຕ່າງໆ, ລວມທັງລາງວັນ ໂກວາແລັບສະກາຢາ - ລາງວັນນີ້ມອບໃຫ້ກັບນັກວິທະຍາສາດຍິງໃນການຄົ້ນຄວ້າວິທະຍາສາດທຳມະຊາດ ແລະວິທະຍາສາດພື້ນຖານ. ແມ່ຍິງຫວຽດນາມນັບມື້ນັບຢືນຢັນບົດບາດ, ຕຳແໜ່ງ, ກຳລັງແຮງ ແລະສັກສີຂອງຕົນເອງ ໃນຫຼາຍຂົງເຂດຂອງຊີວິດການເມືອງ-ສັງຄົມຂອງປະເທດ.

ເຖິງວ່າຜົນທີ່ໄດ້ຮັບນັ້ນຍິ່ງໃຫຍ່ແລະຮອບດ້ານພໍຄວນ, ແຕ່ພວກເຮົາຕ້ອງຍອມຮັບຢ່າງກົງໄປກົງມາວ່າ: ເມື່ອທຽບກັບເປົ້າໝາຍແລະ 5 ໜ້າທີ່ ທີ່ກຳນົດໄວ້ໃນມະຕິເລກທີ 11-NQ/TW ແລ້ວ ມີເນື້ອໃນຈຳນວນໜຶ່ງ ແລະລວມທັງເປົ້າໝາຍທີ່ຍັງບໍ່ທັນບັນລຸໄດ້ເຊັ່ນ: 1- ອັດຕາສ່ວນພະນັກງານນຳພາຄຸ້ມຄອງຍິງຍັງຕ່ຳ ເມື່ອທຽບກັບກຳລັງແຮງງານຍິງ ແລະເມື່ອທຽບກັບຄວາມຕ້ອງການຂອງການພັດທະນາປະເທດ. ອັດຕາສ່ວນພະນັກງານຍິງທີ່ເຂົ້າຮ່ວມໃນຄະນະພັກ ແລະສະພາປະຊາຊົນທຸກຂັ້ນ ຍັງຕ່ຳເມື່ອທຽບກັບຂໍ້ກຳນົດຂອງມະຕິເລດທີ 11-NQ/TW.  2- ເຖິງວ່າຈະມີແຜນນະໂຍບາຍ, ນະໂຍບາຍ, ລະບົບເອກະສານທາງກົດໝາຍເພື່ອສົ່ງເສີມຄວາມສະເໝີພາບທາງເພດໃນການເຄື່ອນໄຫວທາງການເມືອງ, ​ແຕ່​ການ​ຮັບປະກັນ​ເງື່ອນ​ໄຂ​ເສດຖະກິດ, ວັດທະນະທຳແລະສັງຄົມ​ທີ່ອຳນວຍຄວາມ​ສະດວກ​ໃຫ້​​ແມ່ຍິງເສີມຂະຫຍາຍບົດບາດ​ຂອງ​ຕົນ ກໍ່​ຍັງ​ມີ​ຫຼາຍ​ບັນຫາ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ, ໂດຍສະເພາະທີໜຶ່ງ, ຄວາມຮັບຮູ້ຂອງຄະນະພັກ ແລະອຳນາດການປົກຄອງບາງແຫ່ງ ກ່ຽວກັບຄວາມສະເໝີພາບທາງເພດ, ກ່ຽວກັບບົດບາດ ຄວາມສາມາດຂອງແມ່ຍິງ ຍັງຖືກຈຳກັດ; ທີສອງ, ໃນບາງສະຖານທີ່, ການສັບຊ້ອນຈັດງານໃຫ້ພະນັກງານຍິງບາງຄັ້ງ ກໍ່ບໍ່ສົມເຫດສົມຜົນ ດັ່ງນັ້ນ ຈຶງບໍ່ສົ່ງເສີມຄວາມສາມາດແລະຈຸດແຂງຂອງພະນັກງານຍິງ ແລະບໍ່ສ້າງເງື່ອນໄຂໃຫ້ພະນັກງານຍິງກ້າວໜ້າທີສາມ, ການເຄື່ອນໄຫວຂອງສະຫະພັນແມ່ຍິງທຸກຂັ້ນ ໄດ້ມີການປ່ຽນແປງໃໝ່ ແຕ່ຍັງບໍ່ທັນການພັດທະນາ. ການໃຫ້ຄຳປຶກສາແກ່ຄະນະພັກກ່ຽວກັບວຽກງານແມ່ຍິງໃນລະດັບໜຶ່ງຂອງສະຫະພັນແມ່ຍິງ ບາງຄັ້ງຍັງບໍ່ທັນເວລາທີສີ່, ຄວາມຮັບຮູ້ຂອງກຸ່ມສັງຄົມຫຼາຍກຸ່ມ ກ່ຽວກັບບົດບາດແລະຕຳແໜ່ງທາງການເມືອງຂອງແມ່ຍິງ ຍັງຄົງມີອະຄະຕິແລະເຂັ້ມງວດຫຼາຍກວ່າຜູ້ຊາຍ, ເຮັດໃຫ້ແມ່ຍິງຈຳກັດຄວາມສາມາດ ແລະຄວາມກ້າວໜ້າໃນຕຳແໜ່ງທາງການເມືອງຂອງແມ່ຍິງ ໃນດ້ານການເຄື່ອນໄຫວທາງການເມືອງແລະສັງຄົມ, ເຮັດໃຫ້ອັດຕາສ່ວນຂອງພະນັກງານຍິງທີ່ມີສ່ວນຮ່ວມໃນການເມືອງ ຍັງຄົງມີຈຳນວນບໍ່ພຽງພໍ ແລະມີບົດບາດດຳລົງຕຳແໜ່ງທີ່ຈຳກັດ ເມື່ອທຽບກັບຄວາມສາມາດບົ່ມຊ້ອນຂອງແມ່ຍິງ ແລະຄວາມຮຽກຮ້ອງຕ້ອງການໃນການພັດທະນາຂອງປະເທດ; ທີຫ້າ, ແມ່ຍິງສ່ວນໜຶ່ງ ຍັງມີຄວາມພາກພູມໃຈໃນຕົນເອງແລະຄວາມອຸ່ນໃຈຕ່ຳ, ຢ້ານທີ່ຈະປ່ຽນສະພາບແວດລ້ອມໃນການເຮັດວຽກ ແລະຢ້ານທີ່ຈະສູ້ຊົນທີຫົກ, ນະ​ໂຍບາຍ​ສຳລັບ​ພະນັກງານ​ຍິງ​ ຍັງ​ມີ​ຂໍ້​ຈຳກັດ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ວ່ອງ​ໄວ.

ທິດທາງແກ້ໄຂບັນຫາບາງປະການເພື່ອຮັບປະກັນການ​ປະຕິບັດ​
ວຽກ​ງານ​ພັດທະນາ​ພະນັກງານ​ຍິງ​ໃນ​ໄລຍະ​ໃໝ່​ໃຫ້​ດີ

ທີໜຶ່ງ, ສືບຕໍ່ປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການປະຕິບັດເປົ້າໝາຍຄວາມສະເໝີພາບທາງເພດ, ປະກອບສ່ວນບັນລຸເປົ້າໝາຍການພັດທະນາທີ່ຍືນຍົງເຖິງປີ 2030, ເພື່ອທີ່ຈະຫຼຸດຊ່ອງວ່າງທາງເພດຕໍ່ໄປ, ສ້າງເງື່ອນໄຂແລະໂອກາດເພື່ອໃຫ້ແມ່ຍິງ ແລະ ຜູ້ຊາຍມີຄວາມສະເໝີພາບໃນທຸກຂົງເຂດ.

ທີສອງໃຫ້ຄວາມສຳຄັນກັບການວາງແຜນແລະສ້າງແຫຼ່ງພະນັກງານຍິງທີ່ເຮັດວຽກງານການນຳພາຄຸ້ມຄອງ ແລະ ພັດທະນາແມ່ຍິງຢ່າງຮອບດ້ານ. ຈຳເປັນຕ້ອງກຳນົດວ່າ ການສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມໃນວຽກງານການນຳພາຄຸ້ມຄອງ ແມ່ນຄວາມຮັບຜິດຊອບແລະວຽກງານທີ່ສຳຄັນ ສະໝ່ຳສະເໝີ ຂອງພັກແລະລັດ, ຂອງບັນດາກະຊວງ ຄະນະ ຂະແໜງການ ແລະ ທ້ອງຖິ່ນ, ໂດຍສະເພາະໃນຂັ້ນຮາກຖານ, ເພື່ອຫຼີກລ້ຽງບັນຫາການຂາດແຄນໃນຈຳນວນພະນັກງານຍິງ. ເພີ່ມທະວີການເຂົ້າຮ່ວມຢ່າງແຂງຂັນແລະມີປະສິດທິພາບຂອງບັນດາກຸ່ມສັງຄົມ, ໂດຍສະເພາະພະນັກງານຊາຍ ໃນການປະຕິບັດມະຕິ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບວຽກງານການພັດທະນາຖັນແຖວພະນັກງານຍິງ, ເພື່ອໃຫ້ມີຖັນແຖວພະນັງານຍິງສອດຄ່ອງກັບບົດບາດທີ່ຍິ່ງໃຫຍ່ຂອງແມ່ຍິງໃນຍຸດທະສາດໂດຍລວມ ຂອງວຽກງານພະນັກງານຂອງພັກ. ວຽກງານແມ່ຍິງຈະຕ້ອງດຳເນີນການຢ່າງໃກ້ຊິດຕິດແທດກັບແຕ່ລະເປົ້າໝາຍ, ເຂດ, ພາກພື້ນ, ເສີມຂະຫຍາຍຈິດໃຈເປັນເຈົ້າຂອງ, ຄວາມສາມາດບົ່ມຊ້ອນ, ຄວາມຄິດສ້າງສັນ ແລະ ຄວາມສາມາດປະກອບສ່ວນສູງສຸດ ຂອງແມ່ຍິງທຸກຊັ້ນຄົນ ໃນການພັດທະນາປະເທດ; ເບິ່ງແຍງດູແລຄວາມກ້າວໜ້າຂອງແມ່ຍິງໃນທຸກດ້ານ, ເອົາໃຈໃສ່ສິດທິແລະຜົນປະໂຫຍດທີ່ຊອບທຳແລະຖືກກົດໝາຍຢ່າງເຕັມທີ່ ເພື່ອໃຫ້ແມ່ຍິງມີເງື່ອນໄຂທີ່ດີທີ່ສຸດໃນການປະຕິບັດໜ້າທີ່ໃນຄອບຄົວແລະສັງຄົມ.

ທີສາມຍົກສູງຄຸນນະພາບການເຄື່ອນໄຫວຂອງສະຫະພັນແມ່ຍິງທຸກຂັ້ນ ທັງໃນປະຈຸບັນແລະທີ່ກຳລັງຈະມາເຖິງສະຫະພັນແມ່ຍິງທຸກຂັ້ນຕ້ອງເປັນເຈົ້າການ ໄຫວພິບ ແລະປະດິດສ້າງ ໃນການເລືອກເນື້ອໃນການເຄື່ອນໄຫວ; ຕິດຕາມໜ້າທີ່ການເມືອງຂອງພັກ, ໜ້າທີ່ຂອງທ້ອງຖິ່ນຢ່າງໃກ້ຊິດ ເພື່ອເລືອກກິດຈະກຳທີ່ເໝາະສົມກັບສະພາບຂອງສະມາຄົນແລະສະມາຊິກ; ສະໜັບສະໜູນແມ່ຍິງໃຫ້ພັດທະນາທາງເສດຖະກິດ, ຍົກສູງລະດັບຂອງຕົນ, ເຂົ້າຮ່ວມການເຄື່ອນໄຫວທາງການເມືອງແລະສັງຄົມຢ່າງມີປະສິດທິພາບຫຼາຍຂຶ້ນເລື້ອຍໆ. ແມ່ຍິງທຸກຄົນເອງກໍ່ຈຳເປັນຕ້ອງພະຍາຍາມບືນຕົວຂຶ້ນ, ເອົາຊະນະກອບຄວາມຄິດພໍໃຈນຳໂຊກຊະຕາແລະຄວາມນັບຖືຕົນເອງ.

ທີສີ່ເພີ່ມທະວີການຮ່ວມມືສາກົນ ເພື່ອພັັດທະນາແມ່ຍິງຢ່າງແຂງແຮງແລະຮອບດ້ານເວົ້າລວມ ແລະພັດທະນາຖັນແຖວພະນັກງານຍິງເວົ້າສະເພາະ. ສືບຕໍ່ເປັນເຈົ້າການໃນການປະສານງານຢ່າງແໜ້ນແຟ້ນ ແລະມີປະສິດທິພາບ ກັບບັນດາອົງການສາກົນ ເພື່ອພັດທະນາແລະຍົກສູງຄວາມສາມາດຂອງແມ່ຍິງ ທີ່ເຮັດວຽກໃນອົງການຂອງພັກ ແລະອົງການຂອງລັດ; ເສີມຂະຫຍາຍບົດບາດນຳພາຂອງພະນັກງານຍິງທີ່ມີຄວາມສາມາດໃນພາກລັດ; ຜ່ານນັ້ນ, ປະກອບສ່ວນໃນການຄົ້ນພົບ ບຳລຸງສ້າງ ແລະຝຶກອົບຮົມຊັບພະຍາກອນມະນຸດຍິງ ເພື່ອການພັດທະນາເສດຖະກິດພູມປັນຍາ ປັນຍາປະດິດ ແລະການປ່ຽນແປງດິຈິຕອນ; ໃຫ້ຄວາມສຳຄັນກັບການຝຶກອົບຮົມພະນັກງານຍິງໃນຊົນເຜົ່າສ່ວນນ້ອຍ, ຜູ້ນັບຖືສາສະໜາ ແລະຂົງເຂດທີ່ມີອັດຕາສ່ວນຂອງພະນັກງານຍິງບໍ່ສົມສ່ວນ ເພື່ອພັດທະນາແລະເສີມ​ຂະຫຍາຍ​ທີ່​ຕັ້ງ ຄວາມ​ເຂັ້ມ​ແຂງ ​ແລະ ທ່າ​ແຮງ​ຂອງ​ແມ່ຍິງຢ່າງຮອບດ້ານ​ໃນ​ສະພາບ​ການ​ໃໝ່./.

-----------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 169

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1020 (ເດືອນສິງຫາ 2023)