ການຄົ້ນຄວ້າທິດສະດີແລະສະຫຼຸບສະພາບຄວາມເປັນຈິງ
ໃນໄລຍະ 50 ປີແຫ່ງການທ້ອນໂຮມປະເທດເປັນເອກະພາບ
ແລະການກ້າວໄປສູ່ສັງຄົມນິຍົມ ແລະບັນຫາທີ່ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ
ໃນໄລຍະ 50 ປີແຫ່ງການທ້ອນໂຮມປະເທດເປັນເອກະພາບ
ແລະການກ້າວໄປສູ່ສັງຄົມນິຍົມ ແລະບັນຫາທີ່ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ
ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີເປີດແລະວາງສີລາລຶກໂຄງການແລະສິ່ງກໍ່ສ້າງຕ່າງໆ ເພື່ອສະເຫຼີມສະຫຼອງຄົບຮອບ 80 ປີວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ຢ້ຽມຊົມງານວາງສະແດງຜົນສຳເລັດຂອງປະເທດ ທີ່ສູນວາງສະແດງແຫ່ງຊາດ _ພາບ: TTXVN
ຜົນສຳເລັດ, ຂໍ້ຈຳກັດໃນການຄົ້ນຄວ້າທິດສະດີ ແລະສະຫຼຸບສະພາບຄວາມເປັນຈິງ
ໃນໄລຍະ 50 ປີແຫ່ງການທ້ອນໂຮມປະເທດເປັນເອກະລາດ ແລະການກ້າວໄປສູ່ລັດທິສັງຄົມນິຍົມ
ເຫດການທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ 1975) ໄດ້ຂີດໝາຍການບັນລຸຄວາມປາຖະໜາໃນການໄດ້ຮັບເອກະລາດ ແລະຄວາມເປັນເອກະພາບຂອງຊາດ, ນຳພາປະເທດເຂົ້າສູ່ຍຸກໃໝ່, ຍຸກແຫ່ງເອກະລາດຂອງຊາດທີ່ເຊື່ອມໂຍງກັບລັດທິສັງຄົມນິຍົມ. ເມື່ອຫວນຄືນຫຼັງໄປໃນ 50 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມໄດ້ບັນລຸຜົນສຳເລັດທາງທິດສະດີ ແລະພຶດຕິກຳຕົວຈິງທີ່ສຳຄັນຫຼາຍປະການ, ໂດຍສະເພາະດັ່ງຕໍ່ໄປນີ້:
ທີ່ໜຶ່ງ, ໄດ້ຖອດຖອນບົດຮຽນທີ່ສຳຄັນຈາກພາລະກິດການຕໍ່ສູ້ເພື່ອການປົດປ່ອຍແລະໂຮມປະເທດເປັນເອກະພາບ, ໂດຍສະເພາະ ຈາກໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ສົງຄາມຕໍ່ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ; ຢືນຢັນຄວາມຖືກຕ້ອງຂອງການທີ່ພັກກອມມູນິດຫວຽດນາມນຳເອົາລັດທິມາກ-ເລນິນມາເປັນຮາກຖານແນວຄິດ ແລະຫຼັກການຊີ້ນຳ ໃນການດຳເນີນງານ. ພັກໄດ້ນຳໃຊ້ລັດທິມາກ-ເລນິນຢ່າງມີຫົວຄິດປະດິດສ້າງເຂົ້າໃນເງື່ອນໄຂສະເພາະຂອງການປະຕິວັດຫວຽດນາມ ໂດຍໃຫ້ຄວາມສຳຄັນກັບການສະຫຼຸບປະສົບການການຕໍ່ສູ້ປະຕິວັດຂອງພັກແລະປະເທດຊາດ, ດູດຊຶມປະສົບການຈາກພັກອ້າຍນ້ອງ ແລະແກ່ນແທ້ທາງປັນຍາຂອງຍຸກສະໄໝ, ກຳນົດແນວທາງແລະນະໂຍບາຍທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງ ເພື່ອນຳພາການປະຕິວັດຫວຽດນາມໄປສູ່ໄຊຊະນະ.
ທີສອງ, ການສ້າງຕັ້ງແລະການພັດທະນາທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່. ຈາກສະພາບຄວາມເປັນຈິງຂອງປະເທດ, ໃນປີ 1986, ພັກກອມມູນິດຫວຽດນາມໄດ້ເລີ່ມຂະບວນການປ່ຽນແປງໃໝ່ປະເທດ, ພັດທະນາເສດຖະກິດສິນຄ້າຫຼາຍພາກສ່ວນ ພາຍໃຕ້ການຄຸ້ມຄອງບໍລິຫານຂອງລັດ. ນັບຕັ້ງແຕ່ນັ້ນມາ, “ການປ່ຽນແປງໃໝ່” ໄດ້ກາຍເປັນຄຳສັບໃນວັດຈະນານຸກົມ ແລະເອກະສານສາກົນທີ່ສຳຄັນ ເມື່ອກ່າວເຖິງຫວຽດນາມ. ນີ້ແມ່ນຄວາມກ້າວໜ້າທີ່ສຳຄັນ ດ້ວຍລະບົບທິດສະດີທີ່ໄດ້ຮັບການພັດທະນາໃຫ້ສົມບູນຂຶ້ນເລື້ອຍໆ ເຊິ່ງເປັນພື້ນຖານສຳຄັນສຳລັບຄວາມສຳເລັດອັນຍິ່ງໃຫຍ່ຂອງປະເທດໃນປະຈຸບັນ.
ທີສາມ, ທິດສະດີກ່ຽວກັບລັດທິສັງຄົມນິຍົມແລະເສັ້ນທາງໄປສູ່ສັງຄົມນິຍົມໃນຫວຽດນາມນັ້ນ ນັບມື້ນັບສົມບູນແລະຈະແຈ້ງຂຶ້ນເລື້ອຍໆ. ຜ່ານໄລຍະເວລາ 50 ປີນັບຕັ້ງແຕ່ການທ້ອນໂຮມປະເທດເປັນເອກະພາບ ໂດຍຜ່ານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດເກືອບ 10 ຄັ້ງ, ພັກກອມມູນິດຫວຽດນາມໄດ້ກຳນົດຢ່າງຈະແຈ້ງກ່ຽວກັບເປົ້າໝາຍ, ລັກສະນະສະເພາະ, ທິດທາງພື້ນຖານ ແລະ ບັນດາສາຍພົວພັນຫຼັກທີ່ມີລັກສະນະກົດເກນຂອງເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ປີ 1991) ລະບຸວ່າ: ເປົ້າໝາຍໂດຍລວມເມື່ອສິ້ນສຸດສະໄໝຂ້າມຜ່ານແມ່ນ ການສ້າງຮາກຖານທາງເສດຖະກິດຂັ້ນພື້ນຖານຂອງລັດທິສັງຄົມນິຍົມ ໂດຍມີໂຄງບົນທາງການເມືອງແລະແນວຄິດ ແລະ ວັດທະນະທຳທີ່ເໝາະສົມ ແລະ ສ້າງປະເທດຂອງພວກເຮົາໃຫ້ເປັນປະເທດສັງຄົມນິຍົມທີ່ຈະເລີນຮຸ່ງເຮືອງ. ພ້ອມກັນນັ້ນກໍ່ຢືນຢັນວ່າ ການຂ້າມຜ່ານໄປສູ່ລັດທິສັງຄົມນິຍົມໃນຫວຽດນາມແມ່ນຂະບວນການທີ່ຍາວນານ ເຊິ່ງຕ້ອງຜ່ານຫຼາຍໄລຍະ. ເປົ້າໝາຍຂອງໄລຍະທຳອິດແມ່ນ: ຜ່ານການປ່ຽນແປງໃໝ່ຢ່າງຮອບດ້ານຈະເຮັດໃຫ້ສັງຄົມບັນລຸເຖິງສະພາວະສະຖຽນລະພາບທີ່ໝັ້ນຄົງ, ສ້າງແຮງຜັກດັນໃຫ້ເກີດການພັດທະນາຢ່າງວ່ອງໄວໃນໄລຍະຕໍ່ໄປ. ໂຄງການການເມືອງຍັງໄດ້ວາງຮູບແບບທົ່ວໄປ, ລັກສະນະສຳຄັນ 6 ປະການຂອງລະບົບສັງຄົມນິຍົມ ແລະ ທິດທາງພື້ນຖານ 7 ປະການ ສຳລັບການພັດທະນາປະເທດ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມແລະພັດທະນາໃນປີ 2011) ກຳນົດໄວ້ວ່າ: ສັງຄົມສັງຄົມນິຍົມທີ່ປະຊາຊົນຫວຽດນາມກຳລັງກໍ່ສ້າງນັ້ນ ເປັນສັງຄົມທີ່ມີລັກສະນະ 8 ປະການ ແລະທິດທາງ 8 ປະການ; ໂດຍເພີ່ມຄວາມເຂົ້າໃຈກ່ຽວກັບເປົ້າໝາຍໂດຍລວມເມື່ອສິ້ນສຸດສະໄໝຂ້າມຜ່ານໃນປະເທດຂອງພວກເຮົາຄື ການສ້າງຮາກຖານເສດຖະກິດຂອງລັດທິສັງຄົມນິຍົມຢ່າງໝັ້ນຄົງ ດ້ວຍໂຄງບົນທາງການເມືອງ, ແນວຄິດ ແລະ ວັດທະນະທຳທີ່ເໝາະສົມ, ສ້າງພື້ນຖານໃຫ້ຫວຽດນາມກາຍເປັນປະເທດສັງຄົມນິຍົມທີ່ຈະເລີນຮຸ່ງເຮືອງ ແລະມີຄວາມສຸກຫຼາຍຍິ່ງຂຶ້ນ.
ທີສີ່, ຄວາມເຂົ້າໃຈກ່ຽວກັບບັນດາສາຍພົວພັນທີ່ສຳຄັນໄດ້ຮັບການເສີມດ້ວຍຂໍ້ມູນໃໝ່ໆຫຼາຍຢ່າງ. ຜ່ານການຮຽນຮູ້ບົດຮຽນຈາກຄວາມສຳເລັດ ແລະຄວາມລົ້ມເຫຼວຂອງປະເທດຕ່າງໆ ທົ່ວໂລກ, ໂດຍສະເພາະຈາກປະສົບການຕົວຈິງຂອງປະເທດຫຼັງຈາກການທ້ອນໂຮມປະເທດມາໄດ້ 40 ປີ, ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII (ປີ 2016), ພັກກອມມູນິດຫວຽດນາມໄດ້ລະບຸບັນດາສາຍພົວພັນທີ່ມີລັກສະນະກົດເກນ ເຊັ່ນສາຍພົວພັນລະຫວ່າງ ການປະຕິບັດຕາມກົດເກນຕະຫຼາດ ແລະ ການຮັບປະກັນທິດທາງສັງຄົມນິຍົມ; ລະຫວ່າງລັດແລະຕະຫຼາດ (ຕໍ່ມາ, ສາຍພົວພັນນີ້ໄດ້ຮັບການປັບປ່ຽນໂດຍມະຕິຂອງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກສະໄໝທີ XII ເປັນ "ລະຫວ່າງລັດ, ຕະຫຼາດ ແລະ ສັງຄົມ"); ລະຫວ່າງສະຖຽນລະພາບ, ການປ່ຽນແປງໃໝ່ ແລະການພັດທະນາ; ລະຫວ່າງການເຕີບໂຕທາງເສດຖະກິດ ແລະການພັດທະນາທາງວັດທະນະທຳ, ການປະຕິບັດຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ ແລະ ການຮັກສາສິ່ງແວດລ້ອມ; ລະຫວ່າງການສ້າງ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ເພີ່ມສາຍພົວພັນທີ່ສຳຄັນລະຫວ່າງການປະຕິບັດປະຊາທິປະໄຕ ແລະການເພີ່ມທະວີຫຼັກນິຕິມຳ, ຮັບປະກັນລະບຽບວິໄນທາງສັງຄົມ ເຊິ່ງປະກອບເປັນ 10 ສາຍພົວພັນສຳຄັນທີ່ມີລັກສະນະກົດເກນແຫ່ງການປ່ຽນແປງໃໝ່ແລະການພັດທະນາໃນຫວຽດນາມ.
ທີຫ້າ, ການກຳນົດໃຫ້ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມເປັນຮູບແບບການພັດທະນາໂດຍລວມຂອງເສດຖະກິດຫວຽດນາມ, ໂດຍລະບຸຢ່າງຈະແຈ້ງເຖິງລັກສະນະສະເພາະຂອງຮູບແບບໃນດ້ານຈຸດປະສົງ, ລະບອບເສດຖະກິດ, ກົນໄກການດຳເນີນງານ ແລະ ລະບອບການແຈກຢາຍຜະລິດຕະພັນ. ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ອົງປະກອບຂອງຕະຫຼາດ ແລະປະເພດຂອງຕະຫຼາຍຕ່າງໆ ສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບ; ຊັບພະຍາກອນສ່ວນໃຫຍ່ຖືກຈັດສັນຜ່ານຕະຫຼາດ, ການຄ້າຕ່າງປະເທດມີບົດບາດສຳຄັນເພີ່ມຂຶ້ນເລື້ອຍໆ. ເນື້ອໃນຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຍັງຄົງໄດ້ຮັບການຊີ້ແຈງຢ່າງຕໍ່ເນື່ອງ, ນັ້ນຄືເສດຖະກິດຕະຫຼາດສະໄໝໃໝ່ ທີ່ເຊື່ອມໂຍງເຂົ້າກັບສາກົນ; ດຳເນີນງານຢ່າງເຕັມທີ່ ແລະສອດຄ່ອງກັນຕາມກົດເກນຂອງເສດຖະກິດຕະຫຼາດ, ພາຍໃຕ້ການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ນຳໂດຍພັກກອມມູນິດຫວຽດນາມ; ຮັບປະກັນທິດທາງສັງຄົມນິຍົມເພື່ອເປົ້າໝາຍ "ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ", ສອດຄ່ອງກັບແຕ່ລະໄລຍະຂອງການພັດທະນາປະເທດ; ມີຫຼາຍຮູບແບບກຳມະສິດ ແລະຫຼາຍພາກສ່ວນເສດຖະກິດ ເຊິ່ງເສດຖະກິດຂອງລັດມີບົດບາດນຳພາ, ເສດຖະກິດລວມໝູ່ ແລະ ເສດຖະກິດສະຫະກອນໄດ້ຮັບການປັບປຸງແລະພັດທະນາຢ່າງຕໍ່ເນື່ອງ, ເສດຖະກິດເອກະຊົນເປັນແຮງຜັກດັນທີ່ສຳຄັນ, ເສດຖະກິດທີ່ມີການລົງທຶນຈາກຕ່າງປະເທດໄດ້ຮັບການສົ່ງເສີມໃຫ້ພັດທະນາຕາມຍຸດທະສາດ, ແຜນແມ່ບົດ ແລະແຜນການພັດທະນາເສດຖະກິດ-ສັງຄົມ. ເມື່ອກ້າວເຂົ້າສູ່ຍຸກແຫ່ງການພັດທະນາໃໝ່, ຍຸກແຫ່ງການບືນຕົວຂຶ້ນແລະຄວາມຈະເລີນຮຸ່ງເຮືອງຂອງຊາດ, ບັນຫາທາງທິດສະດີໃໝ່ໆ ຫຼາຍຢ່າງຍັງຄົງໄດ້ຮັບການເພີ່ມເຕີມ ແລະປັບປຸງໃຫ້ສົມບູນຍິ່ງຂຶ້ນ ໂດຍເຊື່ອມໂຍງກັບຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນລະດັບຊາດ...
ທີຫົກ, ມີການປັບປ່ຽນສຳຄັນໃນດ້ານການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ; ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງ; ການພັດທະນາຢ່າງວ່ອງໄວແລະຍືນຍົງ. ຕັ້ງແຕ່ເລີ່ມຕົ້ນຂະບວນການປ່ຽນແປງໃໝ່ປະເທດ, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ ຕ້ອງສືບຕໍ່ສ້າງເງື່ອນໄຂເບື້ອງຕົ້ນເພື່ອຍູ້ແຮງການຫັນເປັນອຸດສາຫະກຳສັງຄົມນິຍົມໃນໄລຍະຕໍ່ໄປ. ຫຼັງຈາກດຳເນີນກິດຕະການປ່ຽນແປງໃໝ່ເປັນເວລາ 10 ປີ, ພັກໄດ້ເຊື່ອມໂຍງການຫັນເປັນອຸດສາຫະກຳ ເຂົ້າກັບການຫັນເປັນທັນສະໄໝຢ່າງໃກ້ຊິດ, ໂດຍມີເປົ້າໝາຍໃນການສ້າງຫວຽດນາມໃຫ້ເປັນປະເທດອຸດສາຫະກຳ ທີ່ມີພື້ນຖານວັດຖຸ-ເຕັກນິກທີ່ທັນສະໄໝ, ໂຄງສ້າງເສດຖະກິດທີ່ສົມເຫດສົມຜົນ ແລະ ການພົວພັນການຜະລິດທີ່ກ້າວໜ້າ, ສອດຄ່ອງກັບລະດັບການພັດທະນາຂອງກຳລັງການຜະລິດ; ພ້ອມກັນນັ້ນ ກໍເນັ້ນເຖິງຄວາມຕ້ອງການທີ່ຈະສຸມໃສ່ການສົ່ງອອກ ໂດຍຖືວ່າຕະຫຼາດຕ່າງປະເທດເປັນປັດໄຈສຳຄັນເປັນພິເສດໃນຍຸດທະສາດການພັດທະນາ. ພັກໄດ້ກຳນົດແນວທາງການຫັນເປັນອຸດສາຫະກຳ ແລະທັນສະໄໝຢ່າງຈະແຈ້ງ ໂດຍໃຊ້ວິທີການທີ່ກະຊັບ, ມີທັງຂັ້ນຕອນຕາມລຳດັບ ແລະ ການກ້າວກະໂດດ; ຖືເອົາການພັດທະນາວິທະຍາສາດແລະເຕັກໂນໂລຊີ, ການສຶກສາແລະການຝຶກອົບຮົມ ເປັນຊັບພະຍາກອນ ແລະແຮງຂັບເຄື່ອນສຳລັບການພັດທະນາເສດຖະກິດພູມປັນຍາ; ການພັດທະນາເສດຖະກິດດິຈິຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ...
ພື້ນຖານເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງຮຽກຮ້ອງໃຫ້ມີຄວາມເປັນເອກະລາດແລະເປັນເຈົ້າຕົນເອງໃນແຜນນະໂຍບາຍ, ແນວທາງ ແລະ ຍຸດທະສາດການພັດທະນາ; ໃນການຮັບປະກັນຊັບພະຍາກອນ; ໃນການຈັດຕັ້ງປະຕິບັດ, ການປັບຕົວເຂົ້າກັບຄວາມຕ້ອງການຂອງການເຊື່ອມໂຍງ, ການພັດທະນາ ແລະການຮັບປະກັນຄວາມສາມາດໃນການແຂ່ງຂັນຂອງເສດຖະກິດຕໍ່ກັບຜົນກະທົບຈາກພາຍນອກ; ໃນວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ແລະອື່ນໆ. ໃຫ້ຄວາມສໍາຄັນກັບການພັດທະນາອຸດສາຫະກໍາໜັກ, ອຸດສາຫະກໍາການຜະລິດພື້ນຖານ ແລະ ອຸດສາຫະກໍາທີ່ມີຂໍ້ໄດ້ປຽບ, ການເລືອກເຕັກໂນໂລຊີຍຸດທະສາດ ແລະບຸລິມະສິດ.
ຂະໜາດແລະທ່າແຮງທາງເສດຖະກິດຂອງປະເທດກຳລັງເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ. ຈາກເສດຖະກິດທີ່ມີການເລີ່ມຕົ້ນຕໍ່າ, ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກຜົນຮ້າຍຂອງສົງຄາມ ແລະຖືກປິດລ້ອມແລະຂ້ຳບາດ, ເສດຖະກິດຂອງຫວຽດນາມໄດ້ປ່ຽນແປງໄປສູ່ເສດຖະກິດທີ່ເປັນເອກະພາບ ແລະຄ່ອຍໆ ພັດທະນາຂຶ້ນ; ໄດ້ປ່ຽນຈາກເສດຖະກິດແບບວາງແຜນການລວມສູນ ໄປສູ່ຮູບແບບເສດຖະກິດສິນຄ້າຫຼາຍພາກສ່ວນທີ່ດຳເນີນງານພາຍໃຕ້ກົນໄກຕະຫຼາດ, ມີການຄຸ້ມຄອງຂອງລັດ ແລະຕາມທິດທາງສັງຄົມນິຍົມ. ຂະໜາດແລະລະດັບຂອງເສດຖະກິດໄດ້ມີການເຕີບໂຕຢ່າງກ້າວກະໂດດ, ຈາກມູນຄ່າເລີ່ມຕົ້ນພຽງສອງສາມຕື້ໂດລາສະຫະລັດ ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນເປັນປະມານ 476 ຕື້ໂດລາສະຫະລັດໃນປີ 2024. ຈາກເສດຖະກິດແບບປິດ, ຫວຽດນາມໄດ້ປ່ຽນແປງໄປສູ່ເສດຖະກິດທີ່ຂະຫຍັນຂັນເຄື່ອນ ແລະເປີດກວ້າງຢ່າງຫຼາຍ ໂດຍມີມູນຄ່າການສົ່ງອອກແລະນຳເຂົ້າທັງໝົດບັນລຸ 786,29 ຕື້ໂດລາສະຫະລັດ; ຂະໜາດຂອງການລົງທຶນຈາກຕ່າງປະເທດ (ລວມທັງການລົງທຶນໃໝ່, ການປັບໂຄງສ້າງທຶນ, ການເພີ່ມທຶນ, ການຊື້ຫຸ້ນ ແລະອື່ນໆ) ກໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ການປ່ຽນແປງໃໝ່ຮູບແບບການເຕີບໂຕແລະປັບໂຄງສ້າງເສດຖະກິດໃໝ່ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນ, ເພີ່ມສັດສ່ວນຜະລິດຕະພາບຂອງປັດໄຈການຜະລິດລວມ ແລະເພີ່ມຜະລິດຕະພາບແຮງງານ. ລະບອບລະບຽບເສດຖະກິດຕະຫຼາດທີ່ຄົບຖ້ວນ, ທັນສະໄໝ, ການເຊື່ອມໂຍງ ແລະຕາມທິດສັງຄົມນິຍົມ ກຳລັງໄດ້ຮັບການສ້າງແລະພັດທະນາໃຫ້ສົມບູນແບບເທື່ອລະກ້າວ.
ທີເຈັດ, ການພັດທະນາວັດທະນະທຳ, ສັງຄົມ ແລະ ຜູ້ຄົນ. ບົນພື້ນຖານຂອງຄວາມເຂົ້າໃຈທີ່ວ່າ ວັດທະນະທຳຫວຽດນາມ “ມີເນື້ອໃນສັງຄົມນິຍົມແລະເອກະລັກປະຈຳຊາດ ແລະ ມີລັກສະນະພັກແລະລັກສະນະປະຊາຊົນ ຢ່າງເລິກເຊິ່ງ”; ໂດຍໃຫ້ຄວາມສຳຄັນກັບວັດທະນະທຳເທົ່າທຽມກັບເສດຖະກິດ, ການເມືອງ ແລະສັງຄົມ, ພັກກອມມູນິດຫວຽດນາມຈຶ່ງໄດ້ກຳນົດແນວທາງດັ່ງນີ້: ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າ, ອຸດົມສົມໄປດ້ວຍເອກະລັກປະຈຳຊາດ, ພັດທະນາຢ່າງຮອບດ້ານ, ເປັນເອກະພາບໃນຄວາມຫຼາກຫຼາຍ ແລະ ເຕັມໄປດ້ວຍຈິດໃຈແຫ່ງມະນຸດນິຍົມ, ປະຊາທິປະໄຕແລະຄວາມກ້າວໜ້າ; ເຮັດໃຫ້ວັດທະນະທຳເປັນຮາກຖານທາງຈິດວິນຍານທີ່ໝັ້ນຄົງ, ເປັນກຳລັງແຮງພາຍໃນທີ່ສຳຄັນຂອງການພັດທະນາ ແລະເປັນກົນໄກຄວບຄຸມການພັດທະນາ. ພ້ອມກັນນັ້ນ, ພັກຢືນຢັນວ່າ: “ມະນຸດແມ່ນສູນກາງຂອງຍຸດທະສາດການພັດທະນາ ແລະເປັນຜູ້ມີສ່ວນຮ່ວມໃນການພັດທະນາ. ການເຄົາລົບແລະປົກປ້ອງສິດທິມະນຸດ, ການເຊື່ອມໂຍງສິດທິມະນຸດ ກັບສິດທິແລະຜົນປະໂຫຍດຂອງຊາດ-ປະເທດຊາດ ແລະສິດທິໃນການເປັນເຈົ້າຂອງຂອງປະຊາຊົນ”(1). ການອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າທາງວັດທະນະທຳ; ເພີ່ມທະວີການເຊື່ອມໂຍງ, ການດູດຊຶມ ແລະການສົ່ງເສີມຄຸນຄ່າທາງວັດທະນະທຳ ແລະປະຊາຊົນຫວຽດນາມ; ການສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າທາງວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານຄຸນຄ່າຂອງມະນຸດຂອງຫວຽດນາມ ແລະ ຟື້ນຟູຄຸນທຳທາງສັງຄົມ. ມີກົນໄກໃນການແກ້ໄຂບັນຫາສັງຄົມ, ກຳຈັດຄວາມອຶດຫິວແລະຄວາມທຸກຍາກ, ແກ້ໄຂບັນຫາຊົນເຜົ່າແລະສາສະໜາ; ການຄຸ້ມຄອງການພັດທະນາສັງຄົມ, ປະຕິບັດຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ ໃນຂະບວນການປ່ຽແປງໃໝ່; ມີຄວາມກ້າວໜ້າໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນແຫ່ງຊາດ; ການພັດທະນາການສຶກສາແລະການຝຶກອົບຮົມ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ໂດຍສະເພາະແມ່ນ ການດຶງດູດປັນຍາຊົນແລະຜູ້ມີຄວາມສາມາດຈາກທັງພາຍໃນປະເທດ ແລະຕ່າງປະເທດ.
ບັນດາສະຖາບັນທາງວັດທະນະທໍາໄດ້ຮັບການສ້າງຕັ້ງຂຶ້ນ; ການອະນຸລັກຮັກສາ ແລະປົກປັກຮັກສາມໍລະດົກວັດທະນະທໍາ ໄດ້ຮັບຄວາມສົນໃຈ; ການເຄື່ອນໄຫວແລກປ່ຽນວັດທະນະທໍາໄດ້ຮັບການເປີດກວ້າງ. ຫວຽດນາມມີແຫຼ່ງມໍລະດົກທາງວັດທະນະທໍາທັງທີ່ຈັບຕ້ອງໄດ້ແລະບໍ່ຈັບຕ້ອງໄດ້ ທີ່ໄດ້ຮັບການຍອມຮັບຈາກທົ່ວໂລກເພີ່ມຫຼາຍຂຶ້ນເລື້ອຍໆ; ເອກະລັກທາງວັດທະນະທໍາຂອງ 54 ຊົນເຜົ່າໄດ້ຮັບການອະນຸລັກ ແລະປົກປ້ອງ; ການຄຸ້ມຄອງການພັດທະນາທາງວັດທະນະທໍາໄດ້ຮັບການເອົາໃຈໃສ່ຢ່າງເໝາະສົມ;...
ການສຶກສາແລະການຝຶກອົບຮົມປະກອບສ່ວນໃນທາງບວກຕໍ່ການພັດທະນາມະນຸດ ແລະການພັດທະນາຊັບພະຍາກອນບຸກຄະລາກອນ. ດຳເນີນການລົບລ້າງການບໍ່ຮູ້ໜັງສືໃຫ້ໝົດໄປ, ຈັດໃຫ້ມີການສຶກສາຊັ້ນປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດນະໂຍບາຍຍົກເວັ້ນຄ່າຮ່ຳຮຽນສຳລັບນັກຮຽນອະນຸບານ ແລະ ມັດທະຍົມສຶກສາຕອນປາຍ ໃນສະຖາບັນການສຶກສາຂອງລັດ ເລີ່ມຕົ້ນຕັ້ງແຕ່ປີຮຽນ 2025-2026. ລະບົບໂຮງຮຽນກຳລັງໄດ້ຮັບການລົງທຶນກໍ່ສ້າງ. ຄຸນນະພາບຂອງຄູສອນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນ ໄດ້ຮັບຄວາມເອົາໃຈໃສ່; ພື້ນຖານວິທະຍາສາດ, ຫ້ອງທົດລອງ, ສູນນະວັດຕະກໍາ, ສະຖາບັນຄົ້ນຄວ້າ, ສູນປະຍຸກໃຊ້ແລະຖ່າຍທອດເຕັກໂນໂລຊີຫຼາຍແຫ່ງ ກໍາລັງຖືກສ້າງແລະພັດທະນາ.
ການຄຸ້ມຄອງຊັບພະຍາກອນ, ການປົກປ້ອງສິ່ງແວດລ້ອມ ແລະ ການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ໄດ້ຮັບຄວາມເອົາໃຈໃສ່ເປັນສຳຄັນ. ນະໂຍບາຍສັງຄົມ ແລະການຄຸ້ມຄອງການພັດທະນາສັງຄົມແບບຍືນຍົງ ໄດ້ຮັບຄວາມເອົາໃຈໃສ່ແລະຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ; ການຫຼຸດຄວາມທຸກຍາກຢ່າງໄວແລະຍືນຍົງກວ່າເກົ່າ. ການຮັບປະກັນຄວາມປອດໄພທາງສັງຄົມ ແລະສະຫວັດດີການສັງຄົມ ໄດ້ຮັບການປັບປຸງຍົກສູງເທື່ອລະກ້າວ; ບໍລິການສາທາລະນະທີ່ຈຳເປັນໄດ້ຮັບການຮັບປະກັນ; ດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມໃນປີ 2024 ຢູ່ທີ່ 0,73 ຈຸດ ແລະ ອາຍຸຍືນສະເລ່ຍຢູ່ທີ່ 74,5 ປີ; ຄວາມສະເໝີພາບທາງເພດໄດ້ຮັບຄວາມເອົາໃຈໃສ່, ສິດທິມະນຸດໄດ້ຮັບການຮັບປະກັນ; ລະບົບສາທາລະນະສຸກ ແລະການດູແລສຸຂະພາບຂອງປະຊາຊົນ ໄດ້ຮັບການລົງທຶນ ແລະ ພັດທະນາຢ່າງແຂງແຮງ...
ທີແປດ, ກ່ຽວກັບການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ແລະ ການຕ່າງປະເທດ. ຈາກຄວາມເຂົ້າໃຈຢ່າງຈະແຈ້ງເຖິງທາດແທ້, ຄວາມສັບສົນ, ຄວາມຮຸນແຮງ ແລະ ຄວາມດຸເດືອດຂອງການຕໍ່ສູ້ທາງຊົນຊັ້ນໃນສະພາບການແລະເງື່ອນໄຂໃໝ່, ພັກກອມມູນິດຫວຽດນາມໄດ້ກຳນົດວ່າ: ບໍ່ວ່າໃນສະຖານະການໃດ ເຮົາກໍຕັດສິນໃຈຮັກສາເອກະລາດ ແລະອະທິປະໄຕອັນສັກສິດຂອງປະເທດຊາດຂອງເຮົາ. ມີຄວາມເຂົ້າໃຈທີ່ຈະແຈ້ງຂຶ້ນກ່ຽວກັບສັດຕູແລະເປົ້າໝາຍຂອງການສູ້ຮົບ; ການກຳນົດຂອບເຂດການປົກປ້ອງອະທິປະໄຕທາງທະເລແລະເກາະດອນ ໄດ້ກາຍເປັນໜ້າທີ່ໄລຍະຍາວ ແລະມີຄວາມສຳຄັນເປັນພິເສດ. ພັກໄດ້ວາງແຜນນະໂຍບາຍພັດທະນາທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງຂອງປະຊາຊົນທີ່ຮອບດ້ານ; ສຸມໃສ່ການສ້າງແຂວງແລະນະຄອນໃຫ້ເປັນເຂດປ້ອງກັນຍຸດທະສາດ ທີ່ມີລະດັບຄວາມຄິດລິເລີ່ມສູງ ແລະຄວາມສາມາດໃນການປະຕິບັດງານຢ່າງອິດສະຫຼະ. ຢືນຢັນຄວາມຮັບຜິດຊອບຂອງພັກ, ລັດ ແລະ ປະຊາຊົນທັງໝົດ ໃນການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ໂດຍມີກອງທັບປະຊາຊົນ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເປັນກຳລັງຫຼັກ. ພ້ອມກັນນັ້ນ, ໜ້າທີ່ການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງຂອງຊາດ ກໍ່ຖືກຈັດຢູ່ໃນກຸ່ມໜ້າທີ່ສຳຄັນຂອງປະເທດ, ນັ້ນຄື: ການພັດທະນາເສດຖະກິດ-ສັງຄົມເປັນໃຈກາງ; ການສ້າງພັກເປັນກຸນແຈສຳຄັນ; ການພັດທະນາວັດທະນະທຳເປັນຮາກຖານທາງຈິດວິນຍານຂອງສັງຄົມ; ການຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງແຫ່ງຊາດ ເປັນສິ່ງສຳຄັນຍິ່ງແລະຕ້ອງດຳເນີນການຢ່າງຕໍ່ເນື່ອງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ເນັ້ນໜັກວ່າ: ການພັດທະນາທິດສະດີການປ້ອງກັນປະເທດ ແລະຮັກສາຄວາມໝັ້ນຄົງຂອງຊາດໃຫ້ສົມບູນແບບ ແລະການມີແນວຄິດໃໝ່ກ່ຽວກັບການປົກປ້ອງປະເທດຊາດຕັ້ງແຕ່ຕົ້ນ ຈາກໄລຍະໄກ, ແຕ່ເມື່ອທີ່ “ປະເທດຍັງບໍ່ຕົກຢູ່ໃນອັນຕະລາຍ” ໂດຍອີງໃສ່ການສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ທີ່ໝັ້ນຄົງ; ການສ້າງກອງກຳລັງປະກອບອາວຸດປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ, ໂດຍບາງເຫຼົ່າທັບ, ເຫຼົ່າທະຫານ ແລະ ກອງກຳລັງຈະກ້າວໄປສູ່ຄວາມທັນສະໄໝໂດຍກົງ; ການປັບໂຄງສ້າງການຈັດຕັ້ງໃຫ້ກະທັດລັດຮັດກຸມ ມີປະສິດທິພາບ ແລະເຂັ້ມແຂງ ຕິດພັນກັບການຈັດວາງກຳລັງພົນໃໝ່ໃນທຸກລະດັບ. ໃນດ້ານນະໂຍບາຍການຕ່າງປະເທດ, ເປົ້າໝາຍໄດ້ປ່ຽນໄປຈາກການທຳລາຍການປິດລ້ອມແລະການຂ້ຳບາດຂອງສັດຕູ ໄປສູ່ການສ້າງເພື່ອນມິດຫຼາຍຂຶ້ນ ແລະ ສັດຕູໜ້ອຍລົງ; ການຂະຫຍາຍການພົວພັນສາກົນແບບຫຼາຍຝ່າຍ ຫຼາຍຮູບແບບ ບົນພື້ນຖານຂອງການເຄົາລົບນັບຖືເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດຮ່ວມກັນ; ພວກເຮົາມຸ່ງໝັ້ນທີ່ຈະເປັນເພື່ອນກັບທຸກປະເທດໃນປະຊາຄົມໂລກ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ຢືນຢັນເຖິງການສ້າງພື້ນຖານການທູດທີ່ຄົບຖ້ວນ ແລະທັນສະໄໝ ໂດຍມີສາມເສົາຫຼັກຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດລະຫວ່າງປະຊາຊົນ. ເພີ່ມທະວີການຄົ້ນຄວ້າ, ການຄາດຄະເນ ແລະ ການໃຫ້ຄຳປຶກສາຍຸດທະສາດ ກ່ຽວກັບວຽກງານການຕ່າງປະເທດ; ເຊື່ອມໂຍງການຕ່າງປະເທດ ເຂົ້າກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດຢ່າງໃກ້ຊິດ.
ການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ ແລະ ການຕ່າງປະເທດໄດ້ປະກອບສ່ວນຢ່າງສຳຄັນຕໍ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາປະເທດຊາດ. ອະທິປະໄຕແລະດິນແດນຂອງຊາດໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ, ໄດ້ຮັບໄຊຊະນະໃນສົງຄາມຮຸກຮານ; ຊ່ວຍກູ້ປະຊາຊົນກຳປູເຈຍໃຫ້ພົ້ນຈາກການຂ້າລ້າງເຜົ່າພັນ ແລະໄດ້ຮັບການຟື້ນຟູແລະພັດທະນາ. ການສ້າງລະບົບປ້ອງກັນປະເທດ ແລະຮັກສາຄວາມໝັ້ນຄົງຂອງຊາດທີ່ເຂັ້ມແຂງ, ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນໆ ແລະຈາກໄລຍະໄກ; ຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ໄດ້ຮັບການຮັບປະກັນ; ໄດ້ຜາບແພ້ແຜນການ, ກົນອຸບາຍ ແລະການກະທຳທັງໝົດ ຂອງກອງກຳລັງສັດຕູ ເຊິ່ງມຸ່ງໝາຍທີ່ຈະບ່ອນທຳລາຍ ແລະ ເຮັດໃຫ້ສະຖຽນລະພາບທາງການເມືອງ-ສັງຄົມຫຼຸດລົງ... ວຽກງານການຕ່າງປະເທດໄດ້ບັນລຸຜົນສຳເລັດທີ່ສຳຄັນ. ຮອດເດືອນພຶດສະພາ 2025, ຫວຽດນາມໄດ້ສ້າງສາຍພົວພັນທາງການທູດກັບ 194 ປະເທດ, ມີຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 13 ປະເທດ; ຫວຽດນາມມີສ່ວນຮ່ວມຢ່າງເລິກເຊິ່ງໃນສະຖາບັນລະຫວ່າງປະເທດທີ່ສຳຄັນ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ແລະເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືສະເໝີ; ສະຖານະໃນເວທີສາກົນຂອງຫວຽດນາມກໍ່ໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ.
ທີເກົ້າ, ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ການສ້າງ ແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ແລະປະຊາທິປະໄຕສັງຄົມນິຍົມ ໃຫ້ສົມບູນ. ນີ້ແມ່ນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ເຊິ່ງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດສ້າງຂຶ້ນບົນຫຼັກການ "ຍຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດທີ່ເຊື່ອມໂຍງກັບສັງຄົມນິຍົມຢ່າງໝັ້ນຄົງ", "ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ"; "ພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະມີຄວາມສຸກ"; "ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ"; ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ. ເສີມຂະຫຍາຍສິດເປັນເຈົ້າຂອງຂອງປະຊາຊົນ, ປະຕິບັດປະຊາທິປະໄຕຢູ່ຮາກຖານ, ຊາບຊຶມທິດນຳທີ່ວ່າ "ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນຊົມໃຊ້ຜົນປະໂຫຍດ", ຄ່ອຍໆປັບປຸງຮູບແບບປະຊາທິປະໄຕໂດຍກົງ ແລະປະຊາທິປະໄຕທາງອ້ອມ ໃຫ້ສົມບູນແບບ; ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ ແລະ ອົງການຄະນະມະຫາຊົນ, ສືບຕໍ່ປ່ຽນແປງໃໝ່ເນື້ອໃນແລະວິທີການເຄື່ອນໄຫວ, ປັບປຸງຍົກສູງປະສິດທິຜົນຂອງກິດຈະກຳການປຶກສາ, ການວິພາກວິຈານ ແລະ ການປະເມີນຜົນທາງສັງຄົມ ຂອງອົງການເຫຼົ່ານີ້.
ທາງດ້ານລັດນັ້ນ, ໄດ້ປ່ຽນຈາກຮູບແບບລັດຜະເດັດການຊົນຊັ້ນກຳມາຊີບ ໄປສູ່ຮູບແບບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ທີ່ມີລະບົບກົດໝາຍທີ່ເຂັ້ມແຂງຂຶ້ນເລື້ອຍໆ. ບົດບາດຂອງກົດໝາຍແລະການບັງຄັບໃຊ້ກົດໝາຍໃນທາງປະຕິບັດ ໄດ້ຮັບການເນັ້ນໜັກ; ກົນໄກການແບ່ງງານ, ການປະສານງານ ແລະ ການຄວບຄຸມອຳນາດ ໄດ້ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ; ລະບົບກົງຈັກຂອງລັດກຳລັງໄດ້ຮັບການປັບປຸງໃຫ້ມີຄວາມສັກສິດ, ປະສິດທິພາບ ແລະ ປະສິດທິຜົນໃນການດຳເນີນງານ, ສົ່ງເສີມການແບ່ງຂັ້ນແລະມອບອຳນາດການຄູ້ມຄອງ ແລະອື່ນໆ. ສິດທິມະນຸດ, ສິດທິພົນລະເມືອງ ແລະ ບົດບາດຂອງອົງການທີ່ເປັນຕົວແທນຂອງປະຊາຊົນ ຍັງຄົງໄດ້ຮັບການເນັ້ນໜັກຢ່າງຕໍ່ເນື່ອງ.
ທີສິບ, ວຽກງານການກໍ່ສ້າງພັກແລະລະບົບການເມືອງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ປັບປຸງທິດສະດີການນຳພາ ແລະການກຳອຳນາດຂອງພັກ ໃຫ້ສົມບູນແບບຍິ່ງຂຶ້ນ ໂດຍເຊື່ອມໂຍງການກໍ່ສ້າງພັກເຂົ້າກັບການກໍ່ສ້າງລະບົບການເມືອງ; ຮຽກຮ້ອງໃຫ້ສ້າງພັກທີ່ສະອາດ ແລະ ໝັ້ນຄົງເຂັ້ມແຂງຮອບດ້ານ ທັງການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະ ພະນັກງານ; ປັບປຸງຍົກສູງຄວາມສາມາດໃນການນຳພາ ແລະ ກຳລັງແຮງສູ້ຮົບຂອງພັກໃນເງື່ອນໄຂໃໝ່; ຍູ້ແຮງການກໍ່ສ້າງຖັນແຖວພະນັກງານທຸກລະດັບ, ໂດຍສະເພາະໃນລະດັບຍຸດທະສາດ, ທີ່ມີຄຸນນະພາບ, ຄວາມສາມາດ ແລະ ກຽດສັກສີທີ່ພຽງພໍ, ທຽບເທົ່າກັບລະດັບໜ້າທີ່. ຄວາມສາມາດໃນການນຳພາ, ຄວາມສາມາດກຳອຳນາດ ແລະກຳລັງແຮງສູ້ຮົບຂອງພັກ ໄດ້ຮັບການປັບປຸງຍົກສູງຢ່າງຕໍ່ເນື່ອງ; ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກ ແລະລະບອບການປົກຄອງ ຍັງຄົງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ວຽກງານການກໍ່ສ້າງແລະປັບປຸງພັກໃນດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງແລະພະນັກງານ ປະສົບຄວາມສຳເລັດຫຼາຍຢ່າງ; ການສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມໄປສູ່ລະບົບທີ່ກະທັດລັດ, ເຂັ້ມແຂງ, ມີຄວາມສັກສິດ, ມີປະສິດທິພາບແລະປະສິດທິຜົນ; ຍູ້ແຮງການແບ່ງຂັ້ນແລະມອບອຳນາດການບໍລິຫານ. ອົງການຈັດຕັ້ງພັກຮາກຖານ ແລະສະມາຊິກພັກ ໄດ້ຮັບການປັບປຸງ ຍົກສູງຄຸນນະພາບຢ່າງຕໍ່ເນື່ອງ. ການຈັດຕັ້ງກົງຈັກຂອງລະບົບການເມືອງສືບຕໍ່ໄດ້ຮັບການປ່ຽນແປງໃໝ່ແລະປັບໂຄງສ້າງໃໝ່ ໃຫ້ກະທັດລັດ ຄ່ອງຕົວ ໂດຍຫຼຸດຂັ້ນຕອນລະດັບກາງລົງ; ວຽກງານການຈັດຕັ້ງແລະພະນັກງານ ໄດ້ຮັບຄວາມສຳຄັນແລະຖືເປັນ "ກະແຈສຳຄັນທີ່ສຸດ". ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ໄດ້ຖືກຍູ້ແຮງ ໂດຍບໍ່ມີຂໍ້ຍົກເວັ້ນແລະບໍ່ມີພື້ນທີ່ຕ້ອງຫ້າມ; ພະນັກງານ, ສະມາຊິກພັກດຳລົງຕຳແໜ່ງສູງເທົ່າໃດ ກໍ່ຍິ່ງຕ້ອງເປັນແບບຢ່າງທີ່ດີຫຼາຍຂຶ້ນເທົ່ານັ້ນ.
ໂອກາດແລະຄວາມທ້າທາຍສຳລັບຫວຽດນາມ ໃນຍຸກແຫ່ງການພັດທະນາໃໝ່,
ຍຸກແຫ່ງການເຕີບໂຕ ແລະຄວາມຈະເລີນຮຸ່ງເຮືອງຂອງຊາດ.
ກ່ຽວກັບໂອກາດ: 50 ປີຫຼັງຈາກການທ້ອນໂຮມປະເທດເປັນເອກະພາບ, ປະເທດຫວຽດນາມມີຄວາມເຂັ້ມແຂງ ແລະອິດທິພົນເພີ່ມຂຶ້ນຢ່າງຕໍ່ເນື່ອງ; ດ້ວຍປະຊາກອນຫຼາຍກວ່າ 100 ລ້ານຄົນ, ເສດຖະກິດມີມູນຄ່າເກືອບ 500 ຕື້ໂດລາສະຫະລັດ ແລະລາຍໄດ້ສະເລ່ຍຕໍ່ຫົວປະມານ 5.000 ໂດລາສະຫະລັດ. ຫວຽດນາມເປັນປະເທດທີ່ເຂົ້າຮ່ວມຊ້າ, ແຕ່ມີສະຖານະທາງພູມິສາດການເມືອງ ແລະພູມິສາດເສດຖະກິດທີ່ເອື້ອອຳນວຍ ແລະ ກຳລັງເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການໂລກາພິວັດ ແລະການເຊື່ອມໂຍງສາກົນ. ການປະຕິວັດອຸດສາຫະກຳຄັ້ງທີ 4 ກຳລັງຊຸກຍູ້ຂະບວນການຫັນປ່ຽນດິຈິຕອນ, ສ້າງເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ ດ້ວຍຮູບແບບເສດຖະກິດໃໝ່ຫຼາຍຮູບແບບ ເຊິ່ງຊຸກຍູ້ການພັດທະນາເສດຖະກິດຢ່າງວ່ອງໄວ ແລະຍືນຍົງ ພ້ອມທັງປົກປ້ອງສິ່ງແວດລ້ອມ. ຫວຽດນາມມີລະບອບການເມືອງທີ່ໝັ້ນຄົງ, ມີແນວທາງການພັດທະນາທີ່ຖືກຕ້ອງ ເຊິ່ງໄດ້ຮັບການພິສູດແລ້ວໃນທາງປະຕິບັດ ພ້ອມດ້ວຍທິດສະດີທີ່ຄ່ອຍໆ ພັດທະນາຂຶ້ນ ແລະ ໄດ້ຮັບການສະໜັບສະໜູນ ແລະຄວາມໄວ້ວາງໃຈຈາກປະຊາຊົນ ແລະມິດສະຫາຍສາກົນ,...
ກ່ຽວກັບຄວາມທ້າທາຍ: ສະຖານະການໂລກກຳລັງປ່ຽນແປງຢ່າງໄວວາ ແລະຄາດເດົາບໍ່ໄດ້; ການແຂ່ງຂັນລະຫວ່າງບັນດາປະເທດມະຫາອຳນາດທະວີຄວາມຮຸນແຮງຂຶ້ນ; ຂໍ້ຂັດແຍ່ງທາງການຄ້າຮຸນແຮງຂຶ້ນ; ການຢຸດຊະງັກຂອງລະບົບຕ່ອງໂສ້ຄຸນຄ່າເປັນໄປໄດ້ສະເໝີ; ການປະທະກັນໃນທ້ອງຖິ່ນ, ຂໍ້ຂັດແຍ່ງທາງຊົນເຜົ່າ, ຂໍ້ພິພາດທາງດິນແດນ ແລະສະຖານະການໃນທະເລຕາເວັນອອກ ມີຄວາມສັບສົນ ແລະຄາດເດົາບໍ່ໄດ້. ບັນຫາຄວາມໝັ້ນຄົງແບບດັ້ງເດີມແລະຄວາມໝັ້ນຄົງບໍ່ແມ່ນແບບດັ້ງເດີມ ກຳລັງພັດທະນາໃນລັກສະນະທີ່ຄາດເດົາບໍ່ໄດ້. ໂລກາພິວັດແລະການປະຕິວັດອຸດສາຫະກຳຄັ້ງທີ 4 ຈະສ້າງຊ່ອງຫວ່າງການພັດທະນາທີ່ກວ້າງງຂຶ້ນເລື້ອຍໆ ລະຫວ່າງກຸ່ມປະເທດຕ່າງໆ. ພາຍໃນປະເທດ, ຂໍ້ຈຳກັດຕ່າງໆ ດັງທີ່ກ່າວມາແລ້ວ ແລະ ຄວາມສ່ຽງທີ່ຈະຫຼົງເຂວຈາກເສັ້ນທາງທີ່ຖືກຕ້ອງ, ການຖືກຕົກຢູ່ເບື້ອງຫຼັງ ແລະຕົກຢູ່ໃນກັບດັກລາຍໄດ້ປານກາງ ຫຼືກາຍເປັນຜູ້ຮັບເໝົາຜະລິດ ຍັງຄົງມີຢູ່...
ສະພາບການໃໝ່ຮຽກຮ້ອງໃຫ້ມີການເພີ່ມເຕີມ ແລະ ປັບປຸງທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່ປະເທດ, ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ລັດທິສັງຄົມນິຍົມຢູ່ຫວຽດນາມໃນຍຸກໃໝ່ໂດຍໄວ, ໂດຍສະເພາະແມ່ນບັນຫາຕໍ່ໄປນີ້:
ທີ່ໜຶ່ງ, ກ່ຽວກັບລັດທິສັງຄົມນິຍົມ ແລະ ຮູບແບບສັງຄົມນິຍົມຫວຽດນາມ. ສັງຄົມສັງຄົມນິຍົມທີ່ຫວຽດນາມກຳລັງກໍ່ສ້າງແມ່ນສັງຄົມທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະອາລະຍະທຳ. ອົງປະກອບທີ່ມີຢູ່ແລ້ວນັ້ນພຽງພໍແລ້ວບໍ? ເຮົາຄວນເພີ່ມອົງປະກອບອື່ນ ເຊັ່ນ "ຄວາມຈະເລີນຮຸ່ງເຮືອງ", "ຄວາມສຸກ" ແລະອື່ນໆ ເຂົ້າໄປດ້ວຍຫຼືບໍ? ເຮົາມາອະທິບາຍຮູບແບບເສດຖະກິດໂດຍລວມຂອງຫວຽດນາມໃນປີ 2045 ໃຫ້ຈະແຈ້ງຕື່ມອີກ. ກ່ຽວກັບບັນດາສາຍພົວພັນທີ່ສຳຄັນ, ພັກໄດ້ລະບຸສາຍພົວພັນທີ່ສຳຄັນໄວ້ແລ້ວ 10 ສາຍພົວພັນ. ດັງນັ້ນ, ໃນຍຸກແຫ່ງການພັດທະນາໃໝ່ນີ້, ສາຍພົວພັນໃດທີ່ຈະປ່ຽນແປງ, ສາຍພົວພັນໃດທີ່ຈະລ້າສະໄໝ ແລະ ສາຍພົວພັນໃດທີ່ຈະເກີດຂຶ້ນໃໝ່? ຈຳເປັນຕ້ອງມີການຄົ້ນຄວ້າແລະຊີ້ແຈງເພີ່ມເຕີມ ກ່ຽວກັບຄຸນຄ່າຂອງປະຊາທິປະໄຕ, ປະຊາທິປະໄຕສັງຄົມນິຍົມ, ຮູບແບບປະຊາທິປະໄຕໂດຍກົງແລະປະຊາທິປະໄຕແບບຕົວແທນ; ຫຼັກການທີ່ວ່າ ອຳນາດເປັນຂອງປະຊາຊົນ; ການເສີມຂະຫຍາຍປະຊາທິປະໄຕໃນລະບອບພັກດຽວກຳອຳນາດ ແລະ ປະຊາທິປະໄຕພາຍໃນພັກ; ວັດທະນະທຳທາງການເມືອງ ແລະວັດທະນະທຳທາງສິນທຳພາຍໃນພັກ; ການສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ.
ທີສອງ, ຄົ້ນຄວ້າແລະຊີ້ແຈງຄຸນຄ່າທົ່ວໄປຂອງມະນຸດຊາດໃນດ້ານການພັດທະນາເສດຖະກິດ-ສັງຄົມ, ສິດທິມະນຸດ ແລະສິດທິພົນລະເມືອງ ພາຍໃຕ້ຜົນກະທົບຂອງເສດຖະກິດພູມປັນຍາ, ການປະຕິວັດວິທະຍາສາດແລະເຕັກໂນໂລຊີ, ໂດຍສະເພາະການປະຕິວັດອຸດສາຫະກຳຄັ້ງທີສີ່. ສືບຕໍ່ຊີ້ແຈງຄຸນຄ່າແລະມູນຫຼັກຂອງລັດທິມາກ-ເລນິນໃຫ້ຈະແຈ້ງຍິ່ງຂຶ້ນ, ຜ່ານນັ້ນຈະເຫັນໄດ້ເຖິງສ່ວນທີ່ຈຳເປັນຕ້ອງພັດທະນາແລະເພີ່ມເຕີມໃຫ້ສົມບູນຍິ່ງຂຶ້ນ... ຄົ້ນຄວ້າແລະປັບປຸງເປົ້າໝາຍແລະລັກສະນະຂອງລັດທິສັງຄົມນິຍົມ, ທ່າອ່ຽງການພັດທະນາທົ່ວໄປທີ່ມີລັກສະນະກົດເກນ ໂດຍອີງຈາກພື້ນຖານທິດສະດີ ແລະມູນຫຼັກຂອງລັດທິມາກ-ເລນິນ, ໂດຍສະເພາະທິດສະດີກ່ຽວກັບຮູບຖານເສດຖະກິດ-ສັງຄົມ, ບັນດາມູນຫຼັກຂອງລັດທິວັດຖຸນິຍົມສັດຈະວິຈານ ແລະ ລັດທິວັດຖຸນິຍົມປະຫວັດສາດ... ຄົ້ນຄວ້າການພັດທະນາຂອງລັດທິທຶນນິຍົມສະໄໝໃໝ່, ການປັບຕົວແລະຂໍ້ຈຳກັດທາງປະຫວັດສາດແລະສັງຄົມຂອງມັນ; ທິດສະດີ, ຫຼັກຄຳສອນ ແລະ ຂະບວນການໃໝ່ໆ ໃນການພັດທະນາອາລະຍະທຳມະນຸດ; ບັນຫາການຂ້າມຜ່ານໄປສູ່ລັດທິສັງຄົມນິຍົມໂດຍບໍ່ຜ່ານລະບອບທຶນນິຍົມໃນຍຸກປະຈຸບັນ; ກຳລັງການຜະລິດ ແລະ ການພົວພັນການຜະລິດໃນສະພາບການໃໝ່.
ທີສາມ, ກ່ຽວກັບເສັ້ນທາງສູ່ລັດທິສັງຄົມນິຍົມໃນຫວຽດນາມ. ສືບຕໍ່ເພີ່ມເຕີມແລະພັດທະນາຄຸນຄ່າຫຼັກຂອງພື້ນຖານແນວຄິດຂອງພັກໃນຍຸກໃໝ່. ທິດສະດີກ່ຽວກັບແນວທາງການປ່ຽນແປງໃໝ່ໄດ້ຮັບການທົດສອບໃນທາງປະຕິບັດມາເກືອບ 40 ປີແລ້ວ ເຊິ່ງສະແດງໃຫ້ເຫັນວ່າ ຄວາມຄິດສ້າງສັນຂອງພັກສາມາດກາຍເປັນພື້ນຖານແນວຄິດໄດ້ຫຼືບໍ?
ຊີ້ແຈງທິດທາງ, ອົງປະກອບ, ຫຼັກການ ແລະ ແຮງຜັກດັນໃໝ່ຂອງເສັ້ນທາງສູ່ລັດທິສັງຄົມນິຍົມໃນຍຸກແຫ່ງຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ.
ເພີ່ມເຕີມ, ຊີ້ແຈງ ແລະ ລະບຸລັກສະນະສະເພາະ ແລະ ທິດທາງສັງຄົມນິຍົມ ຂອງພື້ນຖານເສດຖະກິດຕະຫຼາດຢູ່ຫວຽດນາມ: ຢືນຢັນບົດບາດນຳພາຂອງເສດຖະກິດແຫ່ງລັດ, ເສດຖະກິດລວມໝູ່ເປັນພາກສ່ວນເສດຖະກິດທີ່ສຳຄັນ ເຊິ່ງໄດ້ຮັບການເສີມສ້າງແລະພັດທະນາຄຽງຄູ່ກັບເສດຖະກິດແຫ່ງລັດ ໃຫ້ກາຍເປັນພື້ນຖານທີ່ໝັ້ນຄົງຂອງພື້ນຖານເສດຖະກິດແຫ່ງຊາດ; ເສດຖະກິດເອກະຊົນເປັນກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ, ເປັນກຳລັງບຸກເບີກທີ່ສົ່ງເສີມການເຕີບໂຕ, ສ້າງວຽກເຮັດງານທຳ, ເພີ່ມຜະລິດຕະພາບແຮງງານ, ເພີ່ມຄວາມສາມາດໃນການແຂ່ງຂັນຂອງຊາດ, ການຫັນເປັນອຸດສາຫະກຳແລະທັນສະໄໝ, ແລະປັບໂຄງສ້າງເສດຖະກິດຄືນໃໝ່ໃນທິດທາງສີຂຽວ, ໝູນວຽນ ແລະ ຍືນຍົງ; ພ້ອມກັບເສດຖະກິດຂອງລັດແລະເສດຖະກິດລວມໝູ່, ເສດຖະກິດເອກະຊົນມີບົດບາດຫຼັກໃນການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍກົນເອງ ຕິດພັນກັບການເຊື່ອມໂຍງສາກົນທີ່ເລິກເຊິ່ງ, ແທ້ຈິງ ແລະມີປະສິດທິພາບ, ນຳພາປະເທດອອກຈາກຄວາມສ່ຽງຂອງການຖອຍຫຼັງ ເພື່ອໄປສູ່ການພັດທະນາທີ່ຈະເລີນຮຸ່ງເຮືອງ.
ທິດສະດີກ່ຽວກັບວັດທະນະທໍາ, ສັງຄົມ ແລະ ການສ້າງມະນຸດທີ່ພັດທະນາຢ່າງຮອບດ້ານ; ເຊື່ອມໂຍງການພັດທະນາເສດຖະກິດກັບການພັດທະນາວັດທະນະທໍາ ແລະສັງຄົມ, ຮັບປະກັນຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ; ວັດທະນະທໍາແລະສິ່ງແວດລ້ອມເປັນຮາກຖານຂອງການພັດທະນາ, ເປັນແຮງຂັບເຄື່ອນແລະຕົວຄວບຄຸມການພັດທະນາທາງສັງຄົມ; ການສ້າງລະບົບຄຸນຄ່າ ແລະການພັດທະນາວັດທະນະທໍາ ແລະສັງຄົມໃຫ້ທຽບເທົ່າກັບການພັດທະນາເສດຖະກິດ.
ການປັບປຸງບູລະນະທິດສະດີກ່ຽວກັບການປົກປ້ອງປະເທດຊາດຕັ້ງແຕ່ຫົວທີ, ຈາກໄລຍະໄກ, ການປົກປັກຮັກສາປະເທດກ່ອນທີ່ຈະຕົກຢູ່ໃນອັນຕະລາຍ; ຄູ່ຮ່ວມງານ ແລະ ເປົ້າໝາຍທີ່ຈະຕໍ່ສູ້; ຄວາມໝັ້ນຄົງທາງສັງຄົມ, ຄວາມໝັ້ນຄົງຂອງມະນຸດ; ການປ້ອງກັນປະເທດ, ການຮັກສາຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດເປັນສິ່ງສໍາຄັນ ແລະເປັນປະຈຳ. ພ້ອມກັນນັ້ນ, ເຮົາຕ້ອງສ້າງແລະພັດທະນາທິດສະດີກ່ຽວກັບແບບວິທີການນໍາພາແລະການກຳອຳນາດຂອງພັກ, ການກຳອຳນາດເພື່ອປະຊາຊົນ, ການປົກຄອງຕາມຫຼັກວິທະຍາສາດ, ການປົກຄອງຕາມຫຼັກປະຊາທິປະໄຕ, ການປົກຄອງຕາມກົດໝາຍ, ເຄື່ອງມືໃນການກຳອຳນາດຂອງພັກ; ກົນໄກພັກນໍາພາ ລັດຄຸ້ມຄອງບໍລິຫານ ແລະ ປະຊາຊົນເປັນເຈົ້າຂອງ; ຄວາມຍືນຍົງຂອງພັກຜູ້ດຽວທີ່ກຳອຳນາດໃນໄລຍະຍາວ; ຄວາມທ້າທາຍທີ່ຕ້ອງເອົາຊະນະ...
ສືບຕໍ່ປັບປຸງບູລະນະທິດສະດີກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; ກ່ຽວກັບລະບົບກົດໝາຍທີ່ຄົບຖ້ວນ, ຍຸດຕິທຳ, ໂປ່ງໃສແລະທັນສະໄໝ ທີ່ມຸ່ງສູ່ປະຊາຊົນ; ກ່ຽວກັບການລວມອຳນາດເປັນເອກະພາບ ແຕ່ມີການແບ່ງງານຢ່າງຈະແຈ້ງລະຫວ່າງບັນດາອົງການຂອງລັດ; ກ່ຽວກັບກົນໄກການຄວບຄຸມອຳນາດພາຍໃນລະບົບກົງຈັກຂອງລັດ; ກ່ຽວກັບບໍລິການສາທາລະນະທີ່ຊື່ສັດແລະເພື່ອປະຊາຊົນ.
ທີສີ່, ກ່ຽວກັບສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ. ຈຳເປັນຕ້ອງຊີ້ແຈງລັກສະນະ, ຂັ້ນຕອນ, ເສັ້ນທາງ ແລະ ໄລຍະຂອງສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມໃນຫວຽດນາມ; ທິດສະດີກ່ຽວກັບການແບ່ງຍຸກສະໄໝ; ຄວາມສຳພັນລະຫວ່າງການປ່ຽນແປງໃໝ່ ແລະສະໄໝຂ້າມຜ່ານ; ຄວາມສຳພັນລະຫວ່າງຍຸກແຫ່ງການພັດທະນາໃໝ່, ຍຸກແຫ່ງຄວາມກ້າວໜ້າຂອງຊາດ ແລະ ບັນດາໄລຍະທາງ, ບັນດາຂັ້ນຕອນຂອງການຂ້າມຜ່ານ; ຄວາມສຳພັນລະຫວ່າງການກໍ່ສ້າງແລະການພັດທະນາກຳລັງການຜະລິດໃໝ່ ທີ່ມີຄຸນນະພາບໃໝ່ ແລະ ການປັບປຸງບູລະນະການພົວພັນການຜະລິດທີ່ກ້າວໜ້າ ແລະເໝາະສົມກັບເງື່ອນໄຂຂອງການປະຕິວັດອຸດສາຫະກຳຄັ້ງທີສີ່ ແລະເງື່ອນໄຂຂອງຫວຽດນາມ. ທິດສະດີກ່ຽວກັບການຫັນເປັນອຸດສາຫະກຳແລະທັນສະໄໝ ໃນສະພາບການຂອງຄວາມກ້າວໜ້າໃນວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດິຈິຕອນ; ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ ດ້ວຍເນື້ອໃນໃໝ່ ພາຍໃຕ້ສະພາບການຂອງໂລກາພິວັດ ແລະການເຊື່ອມໂຍງສາກົນທີ່ເຂັ້ມແຂງ; ເນື້ອໃນ, ຫຼັກການ ແລະເງື່ອນໄຂພື້ນຖານສຳລັບການພັດທະນາປະເທດຢ່າງວ່ອງໄວແລະຍືນຍົງ.
ທີຫ້າ, ກ່ຽວກັບສອງໜ້າທີ່ຍຸດທະສາດຄື ການສ້າງລັດທິສັງຄົມນິຍົມ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມ. ຈຳເປັນຕ້ອງສຶກສາແລະຊີ້ແຈງວິທີການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ ແລະ ນະໂຍບາຍ ກົດໝາຍຂອງລັດ ໃຫ້ປະສົບຜົນສຳເລັດ, ໂດຍສະເພາະແມ່ນ ແນວທາງການປ່ຽນແປງໃໝ່, ແຜນນະໂຍບາຍ ແລະນະໂຍບາຍຂອງພັກແລະລັດ ຜ່ານກອງປະຊຸມໃຫຍ່ຕ່າງໆຂອງພັກ. ສອງໜ້າທີ່ຍຸດທະສາດຄື: ການສ້າງສາແລະການປົກປັກຮັກສາປະເທດຊາດ ມີຄວາມໝາຍແຕກຕ່າງກັນໄປຕາມແຕ່ລະໄລຍະເວລາ, ແຕ່ໜ້າທີ່ທັງສອງນັ້ນແຍກຈາກກັນບໍ່ໄດ້, ໂດຍມີດັ່ງນີ້: ກ່ຽວກັບການກໍ່ສ້າງລັດທິສັງຄົມນິຍົມ: ຈຳເປັນຕ້ອງກຳນົດເປົ້າໝາຍ ແລະຄາດໝາຍທີ່ເໝາະສົມສຳລັບແຕ່ລະໄລຍະ; ກຳນົດການບຸກທະລຸທາງຍຸດທະສາດ ແລະໜ້າທີ່ສຳຄັນຫຼັງປີ 2030 ຫຼືບໍ່? ກ່ຽວກັບການປົກປັກຮັກສາປະເທດຊາດ: ຈຳເປັນຕ້ອງແກ້ໄຂສາຍພົວພັນໂດຍລວມລະຫວ່າງເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ການຕ່າງປະເທດ./.
------------
* ບົດຄວາມນີ້ແມ່ນຜົນມາຈາກໂຄງການຄົ້ນຄວ້າວິທະຍາສາດລະດັບຊາດ, ລະຫັດໂຄງການເລກທີ່ KX 03.04/21-25.
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 76.