ວ.ກ.ອອນໄລ - ແຕ່ວັນທີ 19 ເຖິງວັນທີ 21-11-2012, ຢູ່ທີ່ນະຄອນ ໂຮ່ຈີມິນ, ສະຖາບັນການຕ່າງປະເທດຫວຽດນາມ ແລະ ສະມາຄົມນັກກົດໝາຍຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ວິທະຍາສາດສາກົນ ຄັ້ງທີ 4 ກ່ຽວກັບຫົວຂໍ້: “ທະເລຕາເວັນອອກ: ຮ່ວມມືເພື່ອ ຄວາມໝັ້ນຄົງ ແລະ ການພັດທະນາ ໃນພາກພື້ນ” ດ້ວຍການເຂົ້າຮ່ວມຂອງ ນັກຮຽນຮູ້ ແລະ ຊ່ຽວຊານ ເກືອບ 200 ຄົນ.

ຮູບພາບຫ້ອງປະຊຸມສຳມະນາ - ຮູບຂອງ: TTXVN

ການປະຊຸມສຳມະນາໄດ້ຈັດຂຶ້ນທ່າມກາງສະພາບການທີ່ວົງຄະນາຍາດສາກົນກຳລັງສະເຫຼິມສະຫຼອງ 30 ປີ ແຫ່ງການ ຮັບຮອງຜ່ານ ອະນຸສັນຍາສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ ແລະ 10 ປີແຫ່ງການເຊັນ ຖະແຫຼງການ ກ່ຽວກັບວິທີການປະພຶດ ຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).

ກ່າວຄຳປາໄສໄຂກອງປະຊຸມສຳມະນາ, ຜູ້ອຳນວຍການສະຖາບັນການຕ່າງປະເທດ, ທ່ານ ດຣ ດັ້ງດິ່ງກວີ ໃຫ້ທັດສະນະວ່າ ທະເລຕາເວັນອອກແມ່ນໜຶ່ງ ໃນບັນດາເຂດທີ່ມີການໂຕ້ຖຽງແກ່ງແຍ້ງກັນຢ່າງສັບສົນ. ຄວາມສັບສົນ ນັ້ນພວມເພີ່ນຂຶ້ນ ຍ້ອນການຜັນປ່ຽນຂອງສະພາບການພາຍໃນບັນດາປະເທດທີ່ກ່ຽວຂ້ອງ; ບັນດາບັນຫາຮັກສາ ຄວາມປອດໄພ ທີ່ບໍ່ເປັນແບບດັ້ງເດີມ ເຊັ່ນ ໂຈນທະເລ, ມົນລະພິດສິ່ງແວດລ້ອມທະເລ, ການຊຸດໂຊມລົງ ຂອງເຄື່ອງທະເລ, ການປ່ຽນແປງອາກາດ…

ດຣ ດັ້ງດິ່ງກວີ ຢືນຢັນວ່າ ສະພາບການຍິ່ງຜັນປ່ຽນສັບສົນ ຍິ່ງຕ້ອງມີຄວາມຕັ້ງໜ້າພະຍາຍາມຫຼາຍກວ່າ, ຊອກຫາ ວິທີການທີ່ມີປະສິດທິຜົນກວ່າ ເພື່ອນຳເອົາຜົນຂອງການຄົ້ນຄວ້າ ແລະ ບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍ ເຂົ້າໃນຊີວິດການເປັນຢູ່.

ຕາມທັດສະນະຂອງ ດຣ ດັ້ງດິ່ງກວີ, ປີນີ້ພວກເຮົາໄດ້ເຫັນຄວາມພະຍາຍາມຢ່າງໃຫຍ່ຫຼວງ ຂອງບັນດາຝ່າຍ ທີ່ກ່ຽວຂ້ອງໂດຍກົງ ແລະ ບໍ່ກ່ຽວຂ້ອງໂດຍກົງກັບການໂຕ້ຖຽງແກ່ງແຍ້ງກັນ, ປະກອບສ່ວນເຂົ້າໃນການກີດກັ້ນ ການປະທະກັນ, ຊຸກຍູ້ການຮ່ວມມື ເພື່ອໃຫ້ທະເລຕາເວັນອອກສືບຕໍ່ເປັນພາກພື້ນ ແຫ່ງສັນຕິພາບ. ໃນເມື່ອ ພ້ອມກັນເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍ ຖະແຫຼງການກ່ຽວກັບວິທີການປະພຶດ ຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC), ບັນດາປະເທດອາຊຽນ ແລະ ຈີນ ໄດ້ບັນລຸເຖິງຂໍ້ຕົກລົງ ກ່ຽວກັບການຊຸກຍູ້ການສ້າງ ຊຸດຫຼັກການການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ໃນຈຸດເວລາທີ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຮຸງແຮງຂຶ້ນນັ້ນ, ຄວາມພະຍາຍາມດ້ານການທູດລະຫວ່າງບັນດາປະເທດ ທີ່ກ່ຽວຂ້ອງໂດຍກົງກັບການໂຕ້ຖຽງແກ່ງແຍ້ງກັນ, ລະຫວ່າງອາຊຽນ ແລະ ຈີນ ກໍ່ບໍ່ຖືກຢຸດສະງັກຕັດຕອນ. ປະກອບສ່ວນ ເຂົ້າໃນຄວາມພະຍາຍາມລວມນັ້ນ ມີບົດບາດຂອງບັນດານັກຮຽນຮູ້ທີ່ຄົ້ນຄວ້າກ່ຽວກັບທະເລຕາເວັນອອກ, ໃນນັ້ນຫຼາຍທ່ານ ໄດ້ເຂົ້າຮ່ວມໃນກອງປະຊຸມສຳມະນານີ້. ໂດຍຜ່ານການປະກາດບັນດາໝາກຜົນການຄົ້ນຄວ້າ ແລະ ອອກຄວາມເຫັນການເມືອງ ຂອງຕົນ ພວກເພິ່ນໄດ້ຊ່ວຍໃຫ້ຫາງສຽງ ແລະ ຄົນທັງຫຼາຍເຂົ້າໃຈແຈ້ງ ກວ່າກ່ຽວກັບທາດແທ້ ຂອງການ ໂຕ້ຖຽງແກ່ງແຍ້ງກັນ; ຊ່ວຍໃຫ້ບັນດາຜູ້ວາງກຳນົດນະໂຍບາຍ ມີເງື່ອນໄຂຄິດໄລ່ຊັ່ງຊາ ຢ່າງຮອບຄອບ ຜົນປະໄຫຍດຂອງບັນດາຝ່າຍທີ່ກ່ຽວ ກ່ອນເມື່ອຕັດສິນຕົກລົງ ສິ່ງທີ່ມີການພົວພັນ ກັບທະເລຕາເວັນອອກ.

ຄະນະຈັດຕັ້ງກອງປະຊຸມສຳມະນາໃຫ້ຮູ້ວ່າ ນີ້ແມ່ນເວທີປາຖະກະຖາວິທະຍາສາດ ທີ່ມີຈຸດໝາຍໜຶ່ງດຽວຄື ປຶກສາ ສົນທະນາ, ແລກປ່ຽນຜົນການຄົ້ນຄວ້າທີ່ເລີ່ມຈາກກົດໝາຍສາກົນ ແລະ ການພົວພັນສາກົນກ່ຽວກັບ ຄວາມສຳຄັນຂອງທະເລ ຕາເວັນອອກ; ກ່ຽວກັບຜົນປະໂຫຍດຂອງບັນດາຝ່າຍທີ່ກ່ຽວຂ້ອງ; ກ່ຽວກັບເຫດການ ຕ່າງໆທີ່ເກີດຂຶ້ນຢູ່ທະເລຕາເວັນອອກ ໃນເວລາມໍ່ໆມານີ້, ພິເສດແມ່ນໃນປີຜ່ານມາ.

ການປະຊຸມສຳມະນາໄດ້ສະເໜີຂໍ້ສະເໜີແນະຈຳນວນໜຶ່ງ ໃຫ້ລັດຖະບານບັນດາປະເທດ ທີ່ກ່ຽງຂ້ອງໂດຍກົງ ແລະ ໂດຍ ທາງອ້ອມ ກັບການໂຕ້ຖຽງແກ່ງແຍ້ງ ເພື່ອຈະເພີ່ມທະວີການຮ່ວມມື, ກີດກັ້ນ ແລະ ກວດກາການປະທະກັນ, ກວດກາການວິກິດ ຢູ່ທະເລຕາເວັນອອກ; ສະເໜີບັນດາຊ່ອງ, ບັນດາວິທີທາງ ເພື່ອໃຫ້ການຄົ້ນຄວ້າ, ການແລກປ່ຽນຄວາມຮູ້ ມີການກະທົບ ຢ່າງຕັ້ງໜ້າຕໍ່ມະຫາຊົນ, ມີປະໂຫຍດຫຼາຍກວ່າອີກ ໃຫ້ແກ່ບັນດາຜູ້ນຳໃນການຕັດສິນຕົກລົງຂອງເຂົາ ທີ່ກ່ຽວພັນກັບທະເລຕາເວັນອອກ.

ກອງປະຊຸມສຳມະນາດຳເນີນໃນເວລາ 3 ວັນ (ແຕ່ວັນທີ 19 ເຖິງວັນທີ 21-11-2012) ດ້ວຍການນັ່ງປະຊຸມ 10 ຄັ້ງ ແລະ ສຸມໃສ່ສົນທະນາບັນດາຫົວຂໍ້ຕົ້ນຕໍ່ເຊັ່ນ ທະເລຕາເວັນອອກໃນການຫຍັບຍ້າຍພູມສາດການເມືອງ; ບັນດາເຫດການ ທີ່ເກີດຂຶ້ນໃນມໍ່ໆນີ້ ຢູ່ທະເລຕາເວັນອອກ; ນະໂຍບາຍພາຍໃນ ແລະ ນະໂຍບາຍການຕ່າງປະເທດ ຢູ່ທະເລຕາເວັນອອກ; ການຫັນເປັນການທະຫານ ແລະ ບັນດາສິ່ງຜູກມັດ; ຜົນປະໂຫຍດ ແລະ ນະໂຍບາຍຂອງຝ່າຍຕ່າງໆ ທີ່ຢູ່ນອກເຂດທະເລ ຕາເວັນອອກ; ທະເລຕາເວັນອອກໃນການພົວພັນລະຫວ່າງ ອາເມລິກາ - ອາຊຽນ - ຈີນ; ບັນດາແງ່ມູມນິຕິທຳ ຂອງບັນຫາທະເລຕາເວັນອອກ; ການຮ່ວມມືຢູ່ທະເລຕາເວັນອອກ: ຫັນເບິ່ງຄືນອະດີດຕະການ ແລະ ມຸ່ງໜ້າໄປຫາອະນາຄົດ; ແກ້ໄຂການໂຕ້ຖຽງແກ່ງແຍ້ງກັນ, ຄຸ້ມຄອງການປະທະກັນ ແລະ ບັນດາແບບວິທີໄປສູ່ວິທີແກ້; ບັນດາຂໍ້ສະເໜີແນະ ກ່ຽວກັບນະໂຍບາຍ./.

                                                                   ນັກຂ່າວ