ວ.ກ.ອອນ​ໄລ - ຕອນ​ບ່າຍ​ວັນ​ທີ 12 ມີນາ 2013, ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ ​ແຫ່ງ ສປປ ລາວ, ກອງ​ປະຊຸມຂັ້ນສູງກ່ຽວກັບ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 7 (ກລວ 7) ໄດ້ຈັດຂຶ້ນຢ່າງເປັນທາງການ. ກອງປະຊຸມໂດຍແມ່ນທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ໊ງ ເປັນປະທານ.

 

 

ນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິນຢຸ໊ງ, ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ລົງນາມໃນຖະແຫຼງການຮ່ວມ

     ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ, ທ່ານ ຮູ​ນ​ແຊນ ນາຍົກລັດຖະມົນຕີ​ແຫ່ງ​ ລາຊະ​ອານາຈັກ​ກຳປູ​ເຈຍ ​ແລະ ຜູ້​ຕາງໜ້າ​ບັນດາ​ກະຊວງ ຂະ​ແໜງ​ການຂອງ​ສາມ​ປະ​ເທດ.

     ກອງ​ປະຊຸມ​ໄດ້​ຮັບ​ຟັງ ທ່ານ​ປະທານ​ກຳມາ​ທິການ​ປະສານ​ງານ ລັດຖະມົນຕີ​ກະຊວງ​ແຜນການ​ແລະ​ການ​ລົງທຶນ​ຫວຽດນາມ ບູ່​ຍກວາງ​ວິ​ງ ອ່ານ​ລາຍ​ງານ​ຂອງ​ກຳມາທິການ​ປະສານ​ງານ​ລວມ ກລວ ກ່ຽວ​ກັບ​ຜົນງານ​ຕ່າງໆ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ ຢູ່​ເຂດ​ສາມຫຼ່ຽມ​ພັດທະນາ ກລວ, ພິ​ເສດ​ແມ່ນ ຄວາມ​ຄື​ບໜ້າ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ກຳນົດ​ສັງ​ລວມດັດສົມ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ເຂດ​ສາມຫຼ່ຽມ​ພັດທະນາ ກລວ ຮອດປີ 2020 ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳກ່ຽວ​ກັບ​ນະ​ໂຍບາຍບຸລິມະສິດ​ໃຫ້​ແກ່ ​ເຂດ​ສາມຫຼ່ຽມ​ພັດທະນາ​ ໄລຍະ 2010 - 2012. ລາຍ​ງານ​ຂອງ​ກຳມາ​ທິການ​ປະສານ​ງານ ກໍ່​ໄດ້​ນຳ​ສະ​ເໜີ​ຂໍ້​ສະ​ເໜີ​ຕ່າງໆ ກ່ຽວ​ກັບ​ທິດ​ທາງ ​ແລະ ວິທີ​ການຍົກ​ສູງປະສິດທິ​ຜົນ​ການ​ຮ່ວ​ມມື ​ແລະ ດຶງ​ດູດ​ການ​ລົງທຶນ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

     ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ອະນາຄົດ, ບົນ​ພື້ນຖານ​ຄວາມ​ຄິດ​ເຫັນ​ໃນ​ການ​ສົນທະນາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ໊ງ ​ໄດ້​ສະຫລຸບ​ວ່າ ມອບ​ໃຫ້​ກຳມາ​ທິການ​ປະສານ​ງານ ປະຕິບັດ​ໃນ​ທັນທີ​ວຽກ​ງານ​ຕ່າງໆ​ດັ່ງ​ນີ້: ສື​ບຕໍ່​ຄົ້ນຄວ້າວາງ​ວິທີ​ແກ້​ອັນ​ລະອຽດ ​ແນ​ໃສ່​ຜັນ​ຂະຫຍາຍ​ ​ແຜນ​ກຳນົດ​ສັງລວມທີ່​ໄດ້​ຖືກ​ດັດສົມ​ປີ 2010 ໃຫ້ມີ​ປະສິດທິ​ຜົນ​ກວ່າ​ອີກ; ກວດຄືນ​ບັນດາ​ຂໍ້​ສັນຍາ​ທະວິ​ພາຄີ ​ແລະ ພະຫຸ​ພາຄີ​ທີ່​ມີ​ຢູ່​ປັດຈຸບັນ​ຂອງ​ 3 ປະ​ເທດ ​ແລະ ກໍ່ສ້າງ​ສັນຍາວ່າ​ດ້ວຍ​ການສົ່ງເສີມອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ກລວ ​ເພື່ອສະ​ເໜີໃຫ້ລົງ​ນາມ​ໃນ ກອງ​ປະຊຸມ​ຂັ້ນ​ສູງ ກລວ ຄັ້ງ​ທີ່ 8; ມອບ​ໃຫ້​ລັດຖະມົນຕີກະຊວງ​ຄົມມະນາຄົມ 3 ​ປະ​ເທດ ສ້າງ​ຫຼັກ​ດຳ​ເນີນ​ງານ​ເພື່ອ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ບົດ​ບັນທຶກ​ຊ່ວຍ​ຈຳ 3 ຝ່າຍ​ ກ່ຽວ​ກັບ​ການ​ຄົມມະນາຄົມ​ທາງ​ບົກ ລະ​ຫວ່າງ​ລັດຖະບານ 3 ປະ​ເທດ​ຢູ່ ຈຳປາ​ສັກ; ​ເປັນ​ເອກະສັນກັນ​ ຖືການ​ພັດທະນາ​ອຸດສາຫະກຳ​ຢາງພາລາ ​ເປັນຂະ​ແໜງ​ບຸລິມະສິດ​ໜຶ່ງ ​​ໃນການ​ຮ່ວມ​ມື​ພັດທະນາ​ເສດຖະກິດ​ລະຫວ່າງ 3 ປະ​ເທດ. ສາມ​ປະ​ເທດສຸມ​ໃສ່​ພັດທະນາ​ແຫຼ່ງ​ແຮງ​ງານ​ຄຸນ​ນະພາ​ບສູງ​ຮັບ​ໃຊ້ບັນດາ​ໂຄງການ​ລົງທຶນ​ຢູ່​ເຂດ​ນີ້; ຮຽກຮ້ອງ​ບັນດາ​ຄູ່​ຮ່ວມທີ່​ພັດທະນາ ​ໃຫ້​ຕັ້ງໜ້າ​ຊ່ວຍ​ໜູນ ​ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບລັດຖະບານ 3 ປະ​ເທດ​ເພື່ອການ​ພັດທະນາ​ເສດຖະກິດ-ສັງຄົມ​ ໃນ​ເຂດ​ສາມຫຼ່ຽມ​ພັດທະນາ.

     ກຳມາ​ທິການປະສານ​ງານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າປະຕິບັດ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ລົງທຶນ ​ແລະ ການ​ຄ້າ; ຮັບປະກັນ​ສິ່ງ​ແວດ​ລ້ອມ​ມີ​ຄວາມ​ສະຫງົບ ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃຫ້​ນັກ​ລົງທຶນ ​ແລະ ປະຊາຊົນ​ຢູ່​ເຂດ​ສາມຫຼ່ຽມ​ພັດທະນາ; ຜັນ​ຂະຫຍາຍ​ຂໍ້​ສັນຍາ​ຕ່າງໆ ​ໃນ​ຂົງ​ເຂດປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ກໍ່ສ້າງ​ໂຄງການ​ລວມ ​ແລະ ​ແຜນການ​​ເຄື່ອນ​ໄຫວ​ເພື່ອ​ພິທັກ​ຮັກສາ​ບັນດາ​ສວນ​ທຳ​ມະ​ສາດ​ໃນ​ເຂດ​ສາມຫຼ່ຽມພັດທະນາ ກລວ.

     ສຳ​ເລັດ​ສິ້ນ​ສຸດ​ກອງ​ປະຊຸມ, ນາຍົກລັດຖະມົນຕີ 3 ປະ​ເທດ​ໄດ້​ລົງ​ນາມ​ໃນ ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຢູ່​ເຂດ​ສາມຫຼ່ຽມ​ພັດທະນາ, ຢັ້ງຢືນຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ 3 ປະ​ເທດ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ 13 ​ແຂວງໃນ​ເຂດ​ສາມຫຼ່ຽມ​ພັດທະນາ, ​ແລະ ​ເຮັດ​ໃຫ້​ເຂດ​ສາມຫຼ່ຽມພັດທະນາກາຍເປັນແບບຢ່າງແຫ່ງຜົນສຳເລັດ ຂອງການຮ່ວມມືໃນພາກພື້ນ./.

ແຫຼ່ງ​ຂ່າວ: TTXVN