ການປ່ຽນແປງໃໝ່ວິທີການນຳພາຂອງພັກ
ຕໍ່ສະພາແຫ່ງຊາດ ໃນເງື່ອນໄຂໃໝ່
ຕໍ່ສະພາແຫ່ງຊາດ ໃນເງື່ອນໄຂໃໝ່
ວກ. - ບົນພື້ນຖານທັດສະນະ, ຫຼັກການ ແລະ ເປົ້າໝາຍຂອງການກໍ່ສ້າງພັກ ແລະ ລະບົບການເມືອງ ຕາມຈິດໃຈກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຄວາມຕ້ອງການທີ່ວາງອອກມາໃນປະຈຸບັນແມ່ນ ຕ້ອງສືບຕໍ່ປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ ຕາມທິດຄົບຊຸດແລະມີປະສິດທິຜົນ, ແນໃສ່ຍົກສູງປະສິດຕິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່.
ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫວ້ (ຄົນທີ 3 ຈາກຊ້າຍ) ແລະຄະນະຜູ້ແທນສະພາແຫ່ງຊາດນະຄອນ ຫາຍຟ່ອງ ພົບປະຜູ້ມີສິດເລືອກຕັ້ງໃນເມືອງ ຖູຍງວຽນ, ນະຄອນຫາຍຟ່ອງ ກ່ອນກອງປະຊຸມສະພາແຫ່ງຊາດຄັ້ງທີສີ່ ສະໄໝທີ 15 _ພາບ: TTXVN
ການປ່ຽນແປງໃໝ່ວິທີການນຳພາຂອງພັກກອມມູນິດຫວຽດນາມ
ຕໍ່ສະພາແຫ່ງຊາດ - ພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງ
ວິທີການນຳພາຂອງພັກແມ່ນສັງລວມບັນດາຮູບການ, ວິທີການ, ວິທີ, ກົດລະບຽບ, ຂໍ້ກຳນົດ, ລຳດັບດຳເນີນງານ, ແບບແຜນ ແລະ ແບບວິທີເຮັດວຽກ ທີ່ພັກນຳໃຊ້ ເພື່ອກະທົບເຂົ້າໃນເປົ້າໝາຍນຳພາ, ແນໃສ່ປະຕິບັດໃຫ້ສຳເລັດມີໄຊ ໂຄງການການເມືອງ, ແນວທາງ ແລະ ມະຕິຂອງພັກ, ເພື່ອກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໃຫ້ໝັ້ນຄົງ.
ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມ (ສະບັບປັບປຸງ ພັດທະນາປີ 2011) ກຳນົດຢ່າງຈະແຈ້ງກ່ຽວກັບວິທີການນຳພາຂອງພັກ ເຊິ່ງສຸມໃສ່ບັນດາເນື້ອໃນຕົ້ນຕໍ່ຄື: ພັກນຳພາດ້ວຍໂຄງການການເມືອງ, ຍຸດທະສາດ, ກຳນົດທິດທາງນະໂຍບາຍ ແລະ ແຜນນະໂຍບາຍທີ່ສຳຄັນ; ດ້ວຍວຽກງານໂຄສະນາຊວນເຊື່ອ, ຂົນຂວາຍ, ຈັດຕັ້ງ, ກວດກາ, ຕິດຕາມກວດກາ ແລະ ດ້ວຍການເປັນແບບຢ່າງຂອງສະມາຊິກພັກ; ພັກເປັນເອກະພາບໃນການນຳພາວຽກງານພະນັກງານ; ພັກນຳພາຜ່ານການຈັດຕັ້ງພັກ ແລະ ສະມາຊິກພັກທີ່ດຳເນີນງານໃນອົງການຈັດຕັ້ງຂອງລະບົບການເມືອງ(1).
ປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ ໄດ້ຮັບການຜັນຂະຫຍາຍແລະ ຈັດຕັ້ງຄົ້ນຄວ້າບົນພື້ນຖານບັນດາເນື້ອໃນທີ່ກ່າວມາຂ້າງເທິງ. ພັກນຳພາລັດ ແລະ ສັງຄົມ, ພ້ອມກັນນັ້ນ ບັນດາອົງການຈັດຕັ້ງພັກ ແລະ ສະມາຊິກພັກເຄື່ອນໄຫວໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ. ຜ່ານກົດໝາຍ ແລະ ມະຕິຕົກລົງຕ່າງໆ, ສະພາແຫ່ງຊາດຫັນແນວທາງ ແຜນນະໂຍບາຍຂອງພັກເປັນນິຕິກຳ ແລະ ຕັດສິນຕົກລົງບັນດາບັນດາຫາທີ່ສຳຄັນຂອງປະເທດ ແລະ ຕິດຕາມກວດກາການເຄື່ອນໄຫວຂອງລັດ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ກຳນົດໜ້າທີ່: “ການສືບຕໍ່ສ້າງແລະປັບປຸງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ຈຸດໜັກໃຈກາງຂອງການປ່ຽນແປງໃໝ່ລະບົບການເມືອງ... ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສະພາແຫ່ງຊາດແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດຢ່າງແທ້ຈິງ. ປ່ຽນແປງໃໝ່ວິທີການ, ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວ, ເສີມຂະຫຍາຍປະຊາທິປະໄຕ ແລະ ອຳນາດກົດໝາຍ, ເພີ່ມຄວາມເປັນມືອາຊີບໃນການຈັດຕັ້ງ ແລະ ການດຳເນີນງານຂອງສະພາແຫ່ງຊາດ, ໃນການປະຕິບັດໜ້າທີ່ດ້ານນິຕິບັນຍັດ, ໃນການຕັດສິນຕົກລົງບັນດາບັນຫາທີ່ສຳຄັນຂອງປະເທດ ແລະ ໃນການຕິດຕາມກວດກາສູງສຸດ”(2).
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກຳນົດຄວາມຕ້ອງການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດ, ວາງພາລະກິດຫຼັກໂດຍລວມໃນການປ່ຽນແປງໃໝ່ລະບົບການເມືອງແມ່ນ ການສືບຕໍ່ສ້າງແລະປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ. ເພື່ອປະຕິບັດໂຄງການວຽກງານຄົບຊຸດຂອງຄະນະບໍລິຫານງານສູນກາງພັກຊຸດທີ 13, ກອງປະຊຸມສູນກາງພັກຄັ້ງທີ 6 ທີ່ໄດ້ປະກາດໃຊ້ມະຕິເລກທີ 27-NQ/TW, ສະບັບລົງວັນທີ 9 ພະຈິກ 2022, “ວ່າດ້ວຍການສືບຕໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ໃນໄລຍະໃໝ່” ແລະ ມະຕິເລກທີ 28-NQ/TW, ສະບັບລົງວັນທີ 17 ພະຈິກ 2022, “ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ວິທີການນຳພາ ແລະ ການກຳອຳນາດ ຂອງພັກຕໍ່ລະບົບການເມືອງໃນໄລຍະໃໝ່” ເຊິ່ງກຳນົດບັນດາໜ້າທີ່ສຳຄັນ ແລະ ມາດຕະການຫຼັກ ໃນການປ່ຽນໃໝ່ວິທີການນຳພາຂອງພັກ ໂດຍເຊື່ອມໂຍງກັບການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃນການປັບປຸງກົງຈັກຂອງລັດໂດຍລວມ.
ການປ່ຽນແປງໃໝ່ວິທີການນຳພາຂອງພັກມີຄວາມໝາຍຕັດສິນໃນການກຳນົດທິດແລະ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ສະພາບຄວາມເປັນຈິງໃນຊຸມປີທີ່ຜ່ານມາໃຫ້ເຫັນວ່າ, ບົດບາດນຳພາຂອງພັກຕໍ່ສະພາແຫ່ງຊາດ ໃນການຫັນແນວທາງ ແຜນນະໂຍບາຍຂອງພັກ ເປັນນິຕິກຳນັ້ນ ນັບມື້ນັບຈະແຈ້ງ, ມັນຈຳກັດການທັບຊ້ອນກັນ, ການອຸ້ມວຽກ ເຮັດແທນ. ການນຳພາຂອງພັກຕໍ່ສະພາແຫ່ງຊາດສະແດງອອກໃນການກຳນົດຢ່າງຖືກຕ້ອງບົດບາດ ແລະ ທີ່ຕັ້ງຂອງສະພາແຫ່ງຊາດ, ກຳນົດທິດທາງພື້ນຖານ, ເສີມຂະຫຍາຍປະຊາທິປະໄຕ, ເພີ່ມທະວີບົດບາດເປັນເຈົ້າການ, ຄວາມຄິດປະດິດສ້າງ ແລະ ສ້າງເງື່ອນໄຂອຳນວຍສະດວກໃຫ້ສະພາແຫ່ງຊາດສຳເລັດໜ້າທີ່ໄດ້ດີ.
ທັດສະນະ, ຫຼັກການ ແລະ ເປົ້າໝາຍປ່ຽນແປງໃໝ່
ວິທີການນຳພາຂອງພັກກອມູນິດຫວຽດນາມຕໍ່ສະພາແຫ່ງຊາດ
ກ່ຽວກັບທັດສະນະ ແລະ ຫຼັກການ:
- ການປ່ຽນແປງໃໝ່ວິທີການນຳພາຂອງພັກຕາມໂຄງການການເມືອງ ແລະ ບັນດາທັດສະນະ, ແຜນນະໂຍບາຍຂອງພັກ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ; ຮັບປະກັນການນຳພາຂອງພັກຕໍ່ສະພາແຫ່ງຊາດ ໃນການປະຕິບັດພາລະບົດບາດ, ໜ້າທີ່ ແລະ ສິດຂອບເຂດ ທີ່ໄດ້ລະບຸໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.
- ການປ່ຽນແປງໃໝ່ວິທີການນຳພາຂອງພັກຕ້ອງໄປຄຽງຄູ່ກັບການປ່ຽນແປງໃໝ່ທາງດ້ານການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ຕັ້ງຢູ່ໃນຂໍ້ກຳນົດໂດຍລວມ ກ່ຽວກັບການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລະບົບການເມືອງ ຕາມທິດນຳຂອງການດຳເນີນການເທື່ອລະກ້າວ ໂດຍມີແຜນງານທີ່ສົມເຫດສົມຜົນແລະເໝາະສົມ.
- ການປ່ຽນແປງໃໝ່ວິທີການນຳພາຂອງພັກຕ້ອງປະຕິບັດຕາມຫຼັກການອຳນາດລັດທັງໝົດເປັນຂອງປະຊາຊົນ. ອຳນາດລັດແມ່ນເປັນເອກະພາບ, ມີການແບ່ງງານຢ່າງຈະແຈ້ງ ແລະ ການປະສານສົມທົບຢ່າງແໜ້ນແຟ້ນ ແລະ ການຄວບຄຸມທີ່ມີປະສິດທິຜົນ ລະຫວ່າງບັນດາອົງການຂອງລັດທີ່ໃຊ້ອຳນານິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ. ສະພາແຫ່ງຊາດແມ່ນອົງການອຳນາດລັດສູງສູດ. ການປ່ຽນແປງໃໝ່ບົນພື້ນຖານການເລືອກຮັບເອົາບົດຮຽນຂອງໂລກ ຕາມລັກສະນະສະເພາະ ແລະ ເງື່ອນໄຂຕົວຈິງ ຂອງຫວຽດນາມ ແລະ ຄວາມຕ້ອງການຂອງການເຊື່ອມໂຍງສາກົນຢ່າງເລິກເຊິ່ງກວ້າງຂວາງ; ຮັບປະກັນການພັດທະນາແບບຍືນຍົງໃນອະນາຄົດ.
ກ່ຽວກັບເປົ້າໝາຍ:
ເປົ້າໝາຍຂອງການປ່ຽນແປງໃໝ່ວິທີການນຳພາຂອງພັກແມ່ນ ແນໃສ່ກໍ່ສ້າງສະພາແຫ່ງຊາດເພື່ອປະຊາຊົນ, ເປັນຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນຢ່າງແທ້ຈິງ, ເປັນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດ, ເສີມຂະຫຍາຍປະຊາທິປະໄຕ, ອຳນາດກົດໝາຍ ແລະ ວິທະຍາສາດ, ເພີ່ມຄວາມເປັນມືອາຊີບ, ທັນສະໄໝ, ປະສິດທິພາບ, ປະສິດທິຜົນ, ເປີດເຜີຍ, ໂປ່ງໃສໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ຕອບສະໜອງຄວາມຕ້ອງການໃນການສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ເຖິງປີ 2030 ແລະ ກຳນົດທິດເຖິງປີ 2045; ລະອຽດຄື:
- ການປ່ຽນແປງໃໝ່ວິທີການນຳພາຂອງພັກ ເພື່ອປະຕິບັດໜ້າທີ່ນຳພາລັດ ແລະ ສັງຄົມຢ່າງມີປະສິດທິຜົນ, ທັງຮັບປະກັນເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດທີ່ເປັນອົງການອຳນາດລັດສູງສຸດ, ອົງການຕົວແທນສູງສຸດຂອງປະຊາຊົນ, ທັງຮັບປະກັນປະຊາທິປະໄຕໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ເພີ່ມຄວາມເປັນມືອາຊີບ, ເສີມຂະຫຍາຍປະຊາທິປະໄຕ ແລະ ອຳນາດກົດໝາຍໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ.
- ການປ່ຽນແປງໃໝ່ວິທີການນຳພາຂອງພັກຕິດພັນກັບການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃນຂອບຂອງລັດຖະທຳມະນຸນ; ກຳນົດຢ່າງຈະແຈ້ງທີ່ຕັ້ງ, ບົດບາດ, ພາລະໜ້າທີ່, ສິດອຳນາດ ແລະ ວິທີການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາຜູ້ແທນສະພາແຫ່ງຊາດ ແລະ ສະພາຊົນເຜົ່າ, ບັນດາຄະນະກຳມາທິການຂອງສະພາແຫ່ງຊາດ ຕາມທິດຈະແຈ້ງ, ມີຄວາມຮັບຜິດຊອບ, ສະເພາະເລິກເຊິ່ງ, ເປັນມືອາຊີບ, ເພີ່ມການຄົ້ນຄວ້າວິທະຍາສາດ, ຄວາມໄຫວພິບ, ກວມລວມຄວາມສັກສິດໃນການເຄື່ອນໄຫວ, ສະເໜີຄວາມຄິດລິເລີ່ມ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ. ຄຸນນະພາບຂອງການເຄື່ອນໄຫວນິຕິບັນຍັດໄດ້ຮັລການຍົກສູງຂຶ້ນ, ຂັ້ນຕອນຂະບວນການໄດ້ຮັບການປ່ຽນແປງໃໝ່ ແລະ ຕອບສະໜອງຄວາມຕ້ອງການໃນທາງປະຕິບັດໂດຍທັນທີ; ຕັດສິນຕົກລົງບັນດາບັນຫາທີ່ສຳຄັນຂອງປະເທດຢ່າງເປັນຮູບປະທຳຂຶ້ນ; ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວຕິດຕາມກວດກາ. ເພີ່ມຄວາມເປີດເຜີຍ ແລະ ໂປ່ງໃສ, ຮັບປະກັນປະຕິບັດພາລະໜ້າທີ່ເປັນຕົວແທນຂອງປະຊາຊົນ; ປ່ຽນແປງໃໝ່ຮູບການເຄື່ອນໄຫວຂອງສະພາແຫ່ງຊາດ; ກໍ່ສ້າງສະພາແຫ່ງຊາດເອເລັກໂຕຮນິກ. ສືບຕໍ່ປັບປຸງບູລະນະກົນໄກຄວບຄຸມອຳນາດ ແລະ ກົນໄກປົກປ້ອງລັດຖະທຳມະນູນ, ຮັບປະກັນບັນາຫຼັກການອຳນາດກົດໝາຍໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ປັບປຸງບັນດາໜ່ວຍງານຊ່ວຍວຽກທີ່ມີວິທະຍາສາດ, ເປັນເຈົ້າການ, ເປັນມືອາຊີບ, ເລິກເຊິ່ງ.
- ການປ່ຽນແປງໃໝ່ວິທີການນຳພາຂອງພັກແນໃສ່ກໍ່ສ້າງສະພາແຫ່ງຊາດທີ່ມີວິທະຍາສາດ, ທັນສະໄໝ, ຮັບປະກັນປະສິທິພາບ, ປະສິດທິຜົນ, ເປີດເຜີຍ, ໂປ່ງໃສ, ປະຊາທິປະໄຕ, ມຸ່ງສູ່ການເຄື່ອນໄຫວປົກກະຕິ, ເພື່ອປະຊາຊົນຢ່າງແທ້ຈິງ, ເປັນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດ; ປະຕິບັດຢ່າງຄົບຖ້ວນແລະເປັນມືອາຊີບໃນການດຳເນີນພາລະໜ້າທີ່ນິຕິບັນຍັດ, ຕັດສິນຕົກລົງບັນດາບັນຫາທີ່ສຳຄັນຂອງຊາດ ແລະ ຕິດຕາມກວດສູງສຸດ ຕໍ່ການເຄື່ອນໄຫວຂອງລັດ; ປັບໂຄງສ້າງ ແລະ ບຸກຄະລາກອນລະດັບສູງ ຂອງບັນດາອົງການຂອງລັດ ໃຫ້ສົມບູນແບບ, ກຳນົດຕຳແໜ່ງ, ບົດບາດຂອງສະພາເລືອກຕັ້ງແຫ່ງຊາດ ແລະ ກົນໄກປົກປ້ອງລັດຖະທຳມະນູນ. ເສີມຂະຫຍາຍທີ່ຕັ້ງແລະບົດບາດເປັນໃຈກາງ ຂອງຜູ້ແທນສະພາແຫ່ງຊາດ; ສ້າງລະບົບກົດໝາຍທີ່ມີວິທະຍາສາດ, ຄົບຊຸດ, ເປັນເອກະພາບ, ໝັ້ນຄົງ, ເປັນໄປໄດ້, ເປີດເຜີຍ, ໂປ່ງໃສ, ຊຸກຍູ້ຄວາມຄິດສ້າງສັນ, ຍືນຍົງ, ຮັບມືຢ່າງທັນເວລາຕໍ່ການປ່ຽນແປງຢ່າງໄວວາຂອງຄວາມເປັນຈິງ ແລະ ການເຊື່ອມໂຍງສາກົນທີ່ເລິກເຊິ່ງກວ້າງຂວາງ, ຮັບປະກັນການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງໃນເງື່ອນໄຂໃໝ່.
ການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ
ດ້ວຍບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍໃຫຍ່
ໃນເວລາທີ່ຜ່ານມາ, ສະພາແຫ່ງຊາດໄດ້ເຮັດໜ້າທີ່ຢ່າງດີ ໃນການຫັນແນວທາງ ແຜນນະໂຍບາຍຂອງພັກ ເປັນກົດໝາຍແລະມະຕິຂອງສະພາແຫ່ງຊາດ. ກົດໝາຍວ່າດ້ວຍການປະກາດໃຊ້ເອກະສານທາງກົດໝາຍ ໄດ້ກຳນົດເນື້ອໃນບັງຄັບກວດສອບຄວາມສອດຄ່ອງຂອງຮ່າງເອກະສານ ກັບແນວທາງ ແຜນນະໂຍບາຍຂອງພັກ. ຄະນະພັກສະພາແຫ່ງຊາດໄດ້ເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ເປັນເຈົ້າການ ໃນການນຳພາ ຊີ້ນຳຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ. ບັນດາແຜນນະໂຍບາຍ ແລະ ນະໂຍບາຍທີ່ສຳຄັນ, ສັບສົບທັງໝົດ ຈະຖືກລາຍງານ ຂໍຄຳຄິດເຫັນຂອງກົມການເມືອງ ແລະ ຄະນະເລຂາທິການທັນທີ ເພື່ອຫາແນວທາງແກ້ໄຂທີ່ເໝາະສົມ ແລະ ມີປະສິດທິຜົນ. ຄະນະພັກສະພາແຫ່ງຊາດໄດ້ລາຍງານຂໍຄວາມຄິດເຫັນຢ່າງຈິງຈັງຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງ ເພື່ອກຳນົດທິດທາງຫຼັກ ກ່ຽວກັບເນື້ອໃນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາບັນຫາສຳຄັນຂອງໂຄງການກົດໝາຍ ແລະ ລັດຖະດຳລັດທີ່ສຳຄັນ ຫຼາຍສະບັບ, ມີຜົນກະທົບແລະອິດທິພົນຕໍ່ສະຖານະການທາງການເມືອງ, ການປ້ອງກັນປະເທດ, ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ສະພາແຫ່ງຊາດໄດ້ສ່ອງແສງຕໍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງຢ່າງທັນການ ເຖິງຄວາມຄິດເຫັນ ແລະ ຂໍ້ສະເໜີຂອງປະຊາຊົນ ກ່ຽວກັບການສ້າງສາປະເທດຊາດ ເພື່ອປະກອບສ່ວນເຂົ້າໃນການກຳນົດແຜນນະໂຍບາຍ ແນວທາງ ແລະ ນະໂຍບາຍຂອງພັກ. ໃນໄລຍະເວລາຂອງສະພາແຫ່ງຊາດຊຸດທີ 14, ການເຄື່ອນໄຫວຂອງຄະນະພັກສະພາແຫ່ງຊາດມີການປ່ຽນແປງໃໝ່ຫຼາຍຢ່າງ ໃນການໃຫ້ຄຳປຶກສາກັບກົມການເມືອງສູນກາງ. ບັນດາເນື້ອໃນຂອງລາຍງານຄວາມຄິດເຫັນຖືກຈັດກຸ່ມເປັນນກຸ່ມບັນຫາ ເພື່ອຮັບປະກັນເພີ່ມທະວີບົດບາດນຳພາ ຊີ້ນຳຂອງພັກ, ທັງເສີມຂະຫຍາຍປະຊາທິປະໄຕໃນການພິຈາລະນາຂອງສະພາແຫ່ງຊາດ ລວມທັງບັນຫາທີ່ຕ້ອງຂໍຄວາມເຫັນຊີ້ນຳສະເພາະ ແລະ ບັນຫາທີ່ຈະລາຍງານຕໍ່ກົມການເມືອງສູນກາງພັກ ເພື່ອຮັບຊາບແລະຂໍໃຫ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາແລະປຶກສາສົນທະນາ.
ສືບເນື່ອງຈາກຜົນງານໃນເວລາທີ່ຜ່ານມາ, ໃນໄລຍະເວລາຕໍ່ໄປ ຈຳເປັນຕ້ອງຍູ້ແຮງການປ່ຽນແປງໃໝ່ວິທີການນຳພາ ດ້ວຍບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍສະເພາະດັ່ງນີ້:
ທີໜຶ່ງ, ສືບຕໍ່ປັບປຸງ ແລະ ພັດທະນາແນວທາງການເມືອງ ເພື່ອຊ່ວຍໃຫ້ພັກນຳພາລັດຢ່າງຮອບດ້ານ, ໃນນັ້ນມີການນຳພາສະພາແຫ່ງຊາດ. ດ້ວຍບົດບາດຂອງຕົນ, ສະພາແຫ່ງຊາດມີໜ້າທີ່ປະຕິບັດແນວທາງການເມືອງທີ່ໄດ້ປະກາດໃນໂຄງການການເມືອງ ແລະ ບັນດາແຜນນະໂຍບາຍທີ່ສຳຄັນຂອງພັກ. ແນວທາງການເມືອງທີ່ໄດ້ກຳນົດຢ່າງລະອຽດໃນເອກະສານກອງປະຊຸມໃຫຍ່ຂອງພັກ ແລະ ຫັນເປັນລະອຽດໃນບັນດາກອງປະຊຸມສູນກາງພັກ ດ້ວຍບັນດາມະຕິສະເພາະທີ່ກຳນົດເປົ້າໝາຍ, ໜ້າທີ່ ແລະ ມາດຕະການນະໂຍບາຍທີ່ເລີ່ມຈາກຄວາມຮຽກຮ້ອງຕ້ອງການພາກປະຕິບັດ.
ທີສອງ, ຍົກສູງຄຸນນະພາບການສົນທະນາບັນດາບັນຫາກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ປະກາດໃຊ້ມະຕິ ຢ່າງທັນເວລາ; ໃນນັ້ນ, ກຳນົດຈຸດໝາຍຢ່າງຈະແຈ້ງ, ແນະນຳວິທີແກ້ໄຂ ແລະ ເຄື່ອງມືນະໂຍບາຍທີ່ເໝາະສົມ ເພື່ອໃຫ້ລັດປະຕິບັດ. ດ້ານໜຶ່ງ, ສະພາແຫ່ງຊາດເປັນອົງປະກອບໜຶ່ງໃນລະບົບການເມືອງ ເຊິ່ງໄດ້ຮັບມອໝາຍໃຫ້ດຳເນີນການຕາມວັດຖຸປະສົງຂອງນະໂຍບາຍເຫຼົ່ານີ້; ອີກດ້ານໜຶ່ງ, ເປັນອົງການທີ່ໃຊ້ອຳນາດນິຕິບັນຍັດ ແລະ ຕິດຕາມກວດກາສູງສຸດ ໃນການປະຕິບັດຕາມລັດຖະທຳມະນຸນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ.
ການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດດ້ວຍບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍທີ່ຮັບປະກັນການສ້າງ ແລະ ປັບປຸງບູລະນະລະບົບກົດໝາຍໃຫ້ຄົບຖ້ວນ, ຄົບຊຸດ, ເປັນເອກະພາບ, ທັນເວລາ, ເປັນໄປໄດ້, ໝັ້ນຄົງ, ເປີດເຜີຍ, ໂປ່ງໃສ, ມີກຳລັງແຮງໃນການແຂ່ງຂັນສາກົນ ຕາມຄວາມຮຽກຮ້ອງຕ້ອງການແລະທິດທາງຂອງ ຍຸດທະສາດການສ້າງແລະປັບປຸງ ລັດແຫ່ງອຳນາດກົດໝາຍຫວຽດນາມສັງຄົມນິຍົມເຖິງປີ 2030 ແລະ ກຳນົດທິດເຖິງປີ 2045. ການປ່ຽນແປງໃໝ່ວິທີການນຳພານັ້ນຕິດພັນກັບການເຮັດໃຫ້ລະບົບກົດໝາຍສົມບູນແບບ ເພື່ອປະຕິບັດບັນດາເປົ້າໝາຍນະໂຍບາຍໃນບັນດາຂົງເຂດ, ຂະແໜງການ ບົນພື້ນຖານແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍທີ່ໄດ້ວາງໄວ້ຂອງພັກ.
ການປ່ຽນແປງໃໝ່ວິທີການນຳພາດ້ວຍບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ ເຊິ່ງຮັບປະກັນວ່າພັກບໍ່ໄດ້ເຮັດໜ້າທີ່ແທນລັດ, ໃນນັ້ນມີສະພາແຫ່ງຊາດ, ໃນການຈັດຕັ້ງປະຕິບັດນະໂຍບາຍໃນທຸກດ້ານ ແລະ ທຸກຂົງເຂດຂອງຊີວິດສັງຄົມ; ພ້ອມກັນນັ້ນ, ບົນພື້ນຖານແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍທີ່ສຳຄັນ, ພັກນຳພາລັດ, ໃນນັ້ນມີສະພາແຫ່ງຊາດ, ໃນການສືບຕໍ່ປັບປຸງນະໂຍບາຍສະເພາະໃຫ້ສົມບູນ ແລະ ນຳນະໂຍບາຍໄປປະຕິບັດ, ປະເມີນນະໂຍບາຍໂດຍຜ່ານພາລະໜ້າທີ່ຂອງສະພາແຫ່ງຊາດ ເຊັ່ນການອອກມະຕິ ແລະ ໂຄງການກົດໝາຍ, ການຕັດສິນຕົກລົງບັນຫາສຳຄັນ, ການຕິດຕາມກວດກາສູງສຸດ… ບັນດາຈຸດປະສົງຂອງນະໂຍບາຍ ຈຳເປັນຕ້ອງໄດ້ຮັບການວັດແທກໂດຍສະເພາະຈາກຕົວຊີ້ວັດ ແລະ ມາດຖານດ້ານປະລິມານ ເພື່ອອຳນວຍຄວາມສະດວກໃນການນຳໄປປະຕິບັດ, ຕິດຕາມກວດກາ ແລະ ປະເມີນຜົນ.
ການປ່ຽນແປງໃໝ່ວິທີການນຳພາຂອງພັກເພື່ອໃຫ້ສະພາແຫ່ງຊາດປະຕິບັດນະໂຍບາຍດ້ວຍໂຄງການກົດໝາຍ (ຜ່ານກົດໝາຍ) ແລະ ໂຄງການຕິດຕາມກວດກາ ແລະ ປະຕິບັດນະໂຍບາຍ ຜ່ານການຕັດສິນໃຈທີ່ສຳຄັນ; ໃນນັ້ນ, ຂະບວນການໃຊ້ງົບປະມານຂອງສະພາແຫ່ງຊາດ ກໍ່ແມ່ນການປະຕິບັດບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຂອງພັກ, ຕັ້ງແຕ່ການຈັດສັນງົບປະມານ ຈົນເຖິງການຊຳລະງົບປະມານ. ດັ່ງນັ້ນ, ການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ, ຜ່ານການເຄື່ອນໄຫວຂອງສະພາແຫ່ງຊາດ ລ້ວນແຕ່ຕິດພັນກັບການປະຕິບັດບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ ເຊິ່ງພັກໃນຖານະອົງປະກອບຫຼັກແລະເປັນຜູ້ນຳລະບົບການເມືອງ ໄດ້ວາງແຜນ ແລະ ສ້າງຂຶ້ນ. ດ້ວຍເຫດນັ້ນ, ການປ່ຽນແປງໃໝ່ວິທີການນຳພາດ້ວຍແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຂອງພັກ ຕິດພັນກັບການປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສ້າງແຮງຜັກດັນອັນຍິ່ງໃຫຍ່ໃນການບໍລິຫານປົກຄອງປະເທດຢ່າງມີປະສິດທິຜົນ ໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ.
ໃນເວລາທີ່ຜ່ານມາ, ບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຂອງພັກ, ເຊັ່ນການຫຼຸດຜ່ອນຄວາມທຸກຍາກ, ການປົກປັກຮັກສາສິ່ງແວດລ້ອມນິເວດ, ການພັດທະນາແບບຍືນຍົງ, ການຕ້ານການສໍ້ລາດບັງຫຼວງ, ການຮັບມືກັບການປ່ຽນແປງດິນຟ້າອາກາດ, ການເປັນເຈົ້າດ້ວຍຕົນເອງ ແລະ ການຫັນເປັນສັງຄົມຂອງການບໍລິການສາທາລະນະ, ການສຶກສາແລະສາທາລະນະສຸກ, ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງໂຄວິດ-19,… ລ້ວນແຕ່ຕິດພັນກັບໂຄງການກົດໝາຍ ແລະ ການຕັດສິນຕົກລົງບັນດາບັນຫາທີ່ສຳຄັນ ເຊັ່ນ ການຕັດສິນຕົກລົງດ້ານງົບປະມານ, ການຕັດສິນໃຈລົງທຶນພາກລັດ ເພື່ອຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງໂຄວິດ-19. ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນໃນປະຈຸບັນແມ່ນ ຕ້ອງການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ, ປ່ຽນແປງໃໝ່ການເຄື່ອນໄຫວດ້ານນິຕິບັນຍັດຂອງສະພາແຫ່ງຊາດ ເພື່ອຕອບສະໜອງຄວາມຕ້ອງການໃນການຍົກສູງຄຸນນະພາບ, ຮັບປະກັນຄວາມຄືບໜ້າຂອງການປະກາດໃຊ້ກົດໝາຍ ແລະ ການປັບປຸງລະບົບກົດໝາຍໃຫ້ສົມບູນແບບ, ສ້າງກອບທາງກົດໝາຍເພື່ອປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະປີ 2021-2030, ກຳນົດທິດເຖິງປີ 2045 ໃຫ້ສຳເລັດມີໄຊ.
ທີສາມ, ການປ່ຽນແປງໃໝ່ວິທີການນຳພາຂອງພັກນັ້ນ ຕິດພັນກັບຄວາມຮັບຜິດຊອບໃນການກວດກາ, ຕິດຕາມກວດກາ ແລະ ປະເມີນຜົນການປະຕິບັດແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ. ລັດ, ໃນນັ້ນມີສະພາແຫ່ງຊາດ, ປະຕິບັດແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ ຜ່ານໂຄງການກົດໝາຍ, ອອກກົດໝາຍ, ຮັບຮອງຄວາມຖືກຕ້ອງຂອງກົດໝາຍ ແລະ ລະບົບກົດໝາຍ, ການປະຕິບັດຕາມກົດໝາຍ ຜ່ານການເຄື່ອນໄຫວຕິດຕາມ, ອີງຕາມເປົ້າໝາຍນະໂຍບາຍຂອງແຕ່ລະຂະແໜງການ, ແຕ່ລະຂົງເຂດໂດຍທີ່ມີຈຸດໝາຍ ແລະ ມາດຖານສະເພາະ.
ການປ່ຽນແປງໃໝ່ວິທີການນຳພາຂອງພັກຕາມທິດພັກເປັນຜູ້ກວດກາ, ຕິດຕາມກວດກາຜົນຂອງການປະຕິບັດນະໂຍບາຍ, ຜົນກະທົບທາງດ້ານນະໂຍບາຍ (ພາຍຫຼັງການປະຕິບັດ), ຜ່ານການສະຫຼຸບເບື້ອງຕົ້ນ, ສະຫຼຸບສັງລວມບັນດາມະຕິທີ່ໄດ້ປະກາດໃຊ້ກາງວາລະ ຫຼື ສິ້ນສຸດວາລະ ຂອງສະພາແຫ່ງຊາດ, ເພື່ອຮັບປະກັນການກວດກາ, ຕິດຕາມກວດກາ ແລະ ປະເມີນຜົນສຳເລັດຂອງການປະຕິບັດ, ຜົນກະທົບຂອງບັນດາແຜນນະໂຍບາຍ ແລະ ນະໂຍບາຍ ຢ່າງຄົບຖ້ວນທີ່ສຸດ.
ທີສີ່, ຍົກສູງຄຸນນະພາບການສ້າງນະໂຍບາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດ ປະຕິບັດພາລະບົດບາດແລະໜ້າທີ່ຂອງຕົນ. ການປ່ຽນແປງໃໝ່ວິທີການນຳພາຂອງພັກລວມມີການຍົກສູງຄຸນນະພາບຂອງການວິເຄາະນະໂຍບາຍ, ປຶກສາຫາລືດ້ານນະໂຍບາຍ, ຮັບປະກັນຈຸດໝາຍນະໂຍບາຍທີ່ເໝາະສົມ ແລະ ຄວາມເຫັນດີເຫັນພ້ອມກັບລັດ, ເປັນຕົ້ນແມ່ນສະພາແຫ່ງຊາດກັບຊຸມຊົນສັງຄົມ. ສິ່ງສຳຄັນໃນການປັບປຸງຢູ່ທີ່ນີ້ແມ່ນ, ບົນພື້ນຖານແນວທາງການເມືອງທີ່ສະແດງອອກໃນໂຄງການການເມືອງ, ການອອກມະຕິທີ່ “ຖືກຕ້ອງ” ແລະ “ເໝາະສົມ” ພິເສດແມ່ນ ມະຕິສະເພາະເລື່ອງ, ສ້າງຄວາມເຫັນດີເຫັນພ້ອມໃນລະບົບການເມືອງທັງໝົດ, ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ສະພາແຫ່ງຊາດໃນການຈັດຕັ້ງປະຕິບັດ.
ທີຫ້າ, ການປ່ຽນແປງໃໝ່ວິທີການນຳພາຂອງພັກເພື່ອສ້າງຄວາມເປັນເຈົ້າການ ແລະຄວາມຄິດສ້າງສັນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ໂດຍສະເພາະຢ່າງຍິ່ງ ໃນກິດຈະກຳດ້ານກົດໝາຍສຳລັບແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຕ່າງໆ ເຊິ່ງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ ກຳນົດຂອບການ ເພື່ອໃຫ້ສະພາແຫ່ງຊາດສົນທະນາ ແລະ ຕັດສິນຕົກລົງສະເພາະ ໃນຂອບເຂດຂອງແຜນນະໂຍບາຍຂອງພັກ; ພ້ອມກັນນັ້ນ ຊ່ວຍໃຫ້ກົມການເມືອງສູນກາງດັດປັບເນື້ອໃນຊີ້ນຳຂອງພັກຢ່າງໄວ ຕໍ່ບັນດາບັນຫາສຳຄັນທີ່ມີຄວາມເຫັນແຕກຕ່າງກັນໃນການປຶກສາຫາລືຢູ່ສະພາແຫ່ງຊາດ. ໃນແຕ່ລະສະໄໝຂອງສະພາແຫ່ງຊາດ, ພັກໄດ້ວາງທິດທາງແຜນການສ້າງກົດໝາຍ ແລະ ລັດຖະບັນຍັດສໍາລັບວາລະທັງໝົດ
ການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ
ດ້ວຍວຽກງານການຈັດຕັ້ງພະນັກງານ
ໃນເວລາທີ່ຜ່ານມາ, ຄະນະພັກສະພາແຫ່ງຊາດໄດ້ດຳເນີນການຕາມຂັ້ນຕອນທີ່ເຄັ່ງຄັດ ເພື່ອຮັບປະກັນການນຳພາຂອງພັກຕໍ່ສະພາແຫ່ງຊາດ ແລະ ວຽກງານການຈັດຕັ້ງພະນັກງານຂອງສະພາແຫ່ງຊາດ. ບົນພື້ນຖານການສະຫຼຸບຄວາມເປັນຈິງຂອງບັນດາສະໄໝທີ່ຜ່ານມາ, ຈຳເປັນຕ້ອງປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ ໃນດ້ານວຽກງານການຈັດຕັ້ງພະນັກງານດັງຕໍ່ໄປນີ້:
ທີໜຶ່ງ, ກ່ອນການເລືອກຕັ້ງຜູ້ແທນສະພາແຫ່ງຊາດແຕ່ລະຄັ້ງ, ຄະນະພັກສະພາແຫ່ງຊາດຈະສ້າງແຜນການຢ່າງລະອຽດ ກ່ຽວກັບບັນດາເນື້ອໃນໃຫຍ່ ຂອງການເລືອກຕັ້ງ ແລະ ຍື່ນໃຫ້ກົມການເມືອງສູນກາງ ແລະ ຄະນະບໍລິຫານງານສູນກາງພັກ ເພື່ອຂໍຄວາມເຫັນ; ພ້ອມກັນນັ້ນ, ປະຕິບັດຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການເລືອກຕັ້ງຢ່າງເຂັ້ມງວດ. ແຕ່ວ່າ, ພັກບໍ່ໄດ້ເຮັດແທນ, ໂດຍສະເພາະ ບໍ່ໄດ້ກຳນົດໂຄງສ້າງສະມາຊິກສະພາແຫ່ງຊາດ, ບໍ່ກຳນົດໂຄງສ້າງ “ແຂງ” ທີ່ຈະຈັດແບ່ງໃຫ້ກັບອົງການ, ການຈັດຕັ້ງ. ໃນເວລາທີ່ຜ່ານມາ, ຜູ້ສະໝັກຮັບເລືອກຕັ້ງສ່ວນຫຼາຍໃນໂຄງສ້າງ “ແຂງ” ແມ່ນຜູ້ນຳຂອງອົງການແລະການຈັດຕັ້ງ ເຮັດໃຫ້ອັດຕາສ່ວນຜູ້ແທນທີ່ເປັນນັກວິທີຍາສາດ, ເພດຍິງ ແລະ ຂະແໜງການບໍ່ໄດ້ຕາມຄາດໝາຍ, ພາໃຫ້ຜູ້ແທນສະພາແຫ່ງຊາດສ່ວນໃຫຍ່ຕ້ອງ “ຮັບຜິດຊອບຫຼາຍໜ້າທີ່”. ທ່າອຽງເພີ່ມຈຳນວນຜູ້ແທນສະພາແຫ່ງຊາດເຕັມເວລາ ຈາກປະມານ 5 - 6% ຂອງຈຳນວນຜູ້ແທນສະພາແຫ່ງຊາດທັງໝົດ ໃນຕົ້ນວາລະການປະຊຸມສະພາແຫ່ງຊາດສະໄໝທີ 9 ຂຶ້ນເປັນ 25,1% ໃນສະພາແຫ່ງຊາດຊຸດທີ 11(3), ປະມານ 35 - 40% ໃນສະພາແຫ່ງຊາດຊຸດທີ 13 ແລະ ເພີ່ມຂຶ້ນປະມານ 5% ໃນແຕ່ລະວາລະຖັດໄປ ແມ່ນສັນຍານທີ່ດີ; ຍ້ອນວ່າ, ການເພີ່ມຈຳນວນຜູ້ແທນສະພາແຫ່ງຊາດເຕັມເວລາ ຈະຊ່ວຍໃຫ້ສະພາແຫ່ງຊາດເຄື່ອນໄຫວມີປະສິດທິຜົນ ແລະ ມີຄຸນນະພາບດີຂຶ້ນ.
ທີສອງ, ການປ່ຽນແປງໃໝ່ວຽກງານພະນັກງານ, ຄັດເລືອກຄົນທີ່ມີຄຸນນະພາບແລະຄວາມສາມາດເຂົ້າຮ່ວມຄະນະປະຈຳສະພາແຫ່ງຊາດ. ບຸກຄະລາກອນຂັ້ນຍຸດທະສາດຕ້ອງການມີຄວາມຮັບຜິດຊອບຕໍ່ພັກ ກ່ຽວກັບການປະຕິບັດບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຂອງພັກ, ໝາຍຄວາມວ່າ ເຊື່ອມໂຍງການຄັດເລືອກບຸກຄະລາກອນຂັ້ນຍຸດທະສາດ ກັບການປະຕິບັດນະໂຍບາຍ; ເວົ້າອີກແບບໜຶ່ງແມ່ນ ການສົມທົບວິທີການນຳພາດ້ວຍວຽກງານພະນັກງານ ກັບວິທີການນຳພາດ້ວຍນະໂຍບາຍ. ໂຄງສ້າງບຸກຄະລາກອນໃນບັນດາຄະນະກຳມະການຂອງສະພາແຫ່ງຊາດໃນປະຈຸບັນ ມີຄວາມເໝາະສົມໂດຍພື້ນຖານ, ຮັບປະກັນການເຊື່ອມໂຍງລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບສະພາຊົນເຜົ່າ, ບັນດາຄະນະກຳມະການ ແລະ ອົງການຂອງຄະນະປະຈຳສະພາແຫ່ງຊາດ, ລວມມີ 3 ອົງການຊ່ວຍວຽກກ່ຽວກັບວຽກງານຜູ້ແທນ, ການພົວພັນກັບຜູ້ມີສິດເລືອກຕັ້ງ ແລະ ການນິຕິບັນຍັດ(4). ໂດຍສະເພາະຢ່າງຍິ່ງ, ຄະນະວຽກງານຜູ້ແທນໄດ້ເຮັດໜ້າທີ່ໃຫ້ຄຳປຶກສາ ແລະ ຮັບໃຊ້ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນເປັນຢ່າງດີ; ຍົກສູງຄຸນນະພາບຂອງຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາແຫ່ງຊາດເຕັມເວລາ.
ໃນເວລາທີ່ຜ່ານມາ, ພັກໄດ້ນຳພາຄະນະປະຈຳສະພາແຫ່ງຊາດ ໃນການປະຕິບັດເປັນຢ່າງດີ ໜ້າທີ່ເປັນອົງການປະຈຳການຂອງສະພາແຫ່ງຊາດ, ຊີ້ນຳ, ດັດປັບ, ປະສານສົມທົບການເຄື່ອນໄຫວ ຂອງບັນດາອົງການຂອງສະພາແຫ່ງຊາດ. ຄະນະປະຈຳສະພາແຫ່ງຊາດ ໄດ້ແບ່ງງານໃຫ້ສະພາຊົນເຜົ່າ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ ກວດສອບຮ່າງກົດໝາຍ, ມະຕິ ແລະ ບັນດາບົດລາຍງານ ແລະ ໂຄງການອື່ນໆ ຕາມພາລະບົດບາດ, ໜ້າທີ່ ແລະ ສິດອຳນາດຂອງຕົນ; ປະຕິບັດບັນດາເນື້ອໃນຂອງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຂອງຄະນະປະຈຳສະພາແຫ່ງຊາດ.
ທີສາມ, ຕ້ອງມີກົນໄກເພີ່ມທະວີບົດບາດ, ການເຂົ້າຮ່ວມຂອງຄະນະພັກສະພາແຫ່ງຊາດ ແລະ ການຈັດຕັ້ງພັກຢູ່ໃນຄະນະປະຈຳສະພາຊົນເຜົ່າ, ບັນດາຄະນະກຳມະການຂອງສະພາແຫ່ງຊາດ ຕັ້ງແຕ່ຕົ້ນ ຈາກໄກ ໃນການໃຫ້ຄຳປຶກສາແກ່ພັກ ເພື່ອຕັດສິນຕົກລົງແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ; ມີຂໍ້ກຳນົດກ່ຽວກັບການປະສານສົມທົບລະຫວ່າງຄະນະພັກສະພາແຫ່ງຊາດ ແລະ ອົງການທີ່ຍື່ນເນື້ອໃນມະຕິ ໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສນກາງ ເພື່ອສ້າງຄວາມເຫັນດີເປັນເອກະພາບ ໃນການເຄື່ອນໄຫວຂອງສະພາແຫ່ງຊາດ. ຍົກສູງບົດບາດຂອງເລຂາທິການ, ຮອງເລຂາທິການຄະນະພັກສະພາແຫ່ງຊາດ ແລະ ຂອງຄະນະພັກສະພາແຫ່ງຊາດ ໃຫ້ຮັບຜິດຊອບຕໍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ ກ່ຽວກັບຜົນສຳເລັດຂອງການເຄື່ອນໄຫວຂອງສະພາແຫ່ງຊາດ, ເປີດກວ້າງຂອບເຂດການປະເມີນ ແລະ ການຫັນເປັນຮູບປະທຳໂດຍປະເມີນຜົນການປະຕິບັດບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ ທີ່ພັກໄດ້ວາງແຜນໄວ້.
ທີສີ່, ການປ່ຽນແປງໃໝ່ວິທີການນຳພາໂດຍຜ່ານບັນດາອົງການຈັດຕັ້ງພັກໃນສະພາແຫ່ງຊາດ, ເພີ່ມທະວີການນຳພາຂອງພັກຕໍ່ສະພາຊົນເຜົ່າ ແລະ ຄະນະກຳມາທິການ 9 ຄະນະຂອງສະພາແຫ່ງຊາດ(5) (ນັບແຕ່ສະພາແຫ່ງຊາດຊຸດທີ 12) ຜ່ານບັນດາອົງການພັກຢູ່ທີ່ນີ້. ສະພາຊົນເຜົ່າ ແລະ ບັນດາຄະນະກຳມະການມີຄະນະປະຈຳການ ເຊິ່ງປະກອບດ້ວຍປະທານ, ຮອງປະທານ ແລະ ກຳມະການເຕັມເວລາ. ຈຳເປັນຕ້ອງປັບປຸງການຈັດຕັ້ງອົງການພັກໃນສະພາແຫ່ງຊາດໂດຍໄວ ເພື່ອເຊື່ອມໂຍງແລະຄຸ້ມຄອງຢ່າງແໜ້ນແຟ້ນ ຜູ້ແທນສະພາແຫ່ງຊາດທີ່ເຮັດວຽກເຕັມເວລາ ໃນບັນດາອົງການຂອງສະພາແຫ່ງຊາດ, ອົງການຂອງຄະນະປະຈຳສະພາແຫ່ງຊາດ; ກຳນົດບົດບາດຂອງອົງການພັກໃນສະພາຊົນເຜົ່າ ແລະ ບັນດາຄະນະກຳມະການຂອງສະພາແຫ່ງຊາດຢ່າງຊັດເຈນ ໃນການນຳພາອົງການທຽບເທົ່າຂອງສະພາແຫ່ງຊາດ; ມີຮູບແບບການຈັດຕັ້ງພັກສະເພາະ ໃນສະພາແຫ່ງຊາດ ເມື່ອເພີ່ມຜູ້ແທນສະພາແຫ່ງຊາດເຕັມເວລາ.
ທີ່ຫ້າ, ການປ່ຽນແປງໃໝ່ການນຳພາຂອງພັກຕໍ່ຄະນະຜູ້ແທນສະພາແຫ່ງຊາດ ໂດຍສຸມໃສ່ຜູ້ແທນສະພາແຫ່ງຊາດທີ່ເຮັດວຽກເຕັມເວລາ, ຊ່ວຍໃຫ້ຄະນະຜູ້ແທນສະພາແຫ່ງຊາດເສີມຂະຫຍາຍບົດບາດຂອງຕົນ ໃນຖານະຂົວຕໍ່ລະຫວ່າງຜູ້ແທນສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງ, ສະໜອງຂໍ້ມູນເພີ່ມເຕີມ, ຂໍ້ມູນທີ່ໂປ່ງໄສກວ່າອີກ ໃຫ້ແກ່ການເຄື່ອນໄຫວຕິດຕາມກວດກາຂອງອົງການຂອງສະພາແຫ່ງຊາດ, ຊ່ວຍໃຫ້ຜູ້ແທນສະພາແຫ່ງຊາດປະຕິບັດໜ້າທີ່ໄດ້ດີ.
ທີຫົກ, ປ່ຽນແປງໃໝ່ວິທີການນຳພາຂອງພັກໂດຍຜ່ານການຊອກຫາ ແລະ ການຄັດເລືອກຜູ້ມີຄວາມສາມາດທີ່ເປັນບຸກຄະລາກອນລະດັບຍຸດທະສາດ ໃນພາກສ່ວນຊ່ວຍເຫຼືອ ແລະ ໃຫ້ຄຳປຶກສາແກ່ສະພາແຫ່ງຊາດ, ໂດຍສະເພາະຕຳແໜ່ງເລຂາທິການໃຫຍ່ສະພາແຫ່ງຊາດ ແລະ ເສີມຂະຫຍາຍລະບຽບວິໄນດ້ານການບໍລິຫານ ແລະ ເປົ້າໝາຍການປະຕິຮູບດ້ານການບໍລິຫານຂອງຫ້ອງວ່າການສະພາແຫ່ງຊາດ.
ການປ່ຽນແປງໃໝ່ວິທີການນຳພາຂອງພັກຕໍ່ສະພາແຫ່ງຊາດ
ດ້ວຍວຽກງານການຂົນຂວາຍ ແລະ ໂຄສະນາຊວນເຊື່ອ
ສະພາແຫ່ງຊາດຜ່ານຜູ້ມີສິດເລືອກຕັ້ງ ຮັບຟັງຄວາມຄິດຄວາມປາດຖະໜາ ແລະ ເຈດຈຳນົງຂອງປະຊາຊົນ, ຂົນຂວາຍປະຊາຊົນໃຫ້ມີສ່ວນຮ່ວມຢ່າງຕັ້ງໜ້າ ໃນການກໍ່ສ້າງພັກ ແລະ ລະບົບການເມືອງ, ພິເສດແມ່ນ ຂົນຂວາຍປະຊາຊົນປະຕິບັດນະໂຍບາຍພັດທະນາເສດຖະກິດ-ສັງຄົມ.
ທີໜຶ່ງ, ພັກເອົາໃຈໃສ່ຮັບຟັງຄວາມຄິດເຫັນ ແລະ ຄຳສະເໜີຂອງປະຊາຊົນທຸກຊົນຊັ້ນ. ເພື່ອປ່ຽນແປງໃໝ່ວິທີການນຳພາຂອງພັກດ້ວຍວຽກງານຂົນຂວາຍ ແລະ ໂຄສະນາຊວນເຊື່ອຢ່າງມີປະສິດທິຜົນ, ສະມາຊິກພັກແຕ່ລະຄົນທີ່ເຂົ້າຮ່ວມສະພາແຫ່ງຊາດນັ້ນ ຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຄຸນສົມບັດ ຕິດກັບການຮ່ຳຮຽນທິດສະດີລັດທິມາກ-ເລນິນ, ແນວຄິດໂຮ່ຈິີມິນ, ເປັນຕົ້ນແມ່ນກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ຂອງກຸ່ມກ້ອນມາຫາສາມັກຄີປວງຊົນທັງຊາດ… ມີວິທີທີ່ຖືກຕ້ອງ ແລະ ມີປະສິດທິຜົນ ໃນການປຸກລະດົມ ແລະ ຂົນຂວາຍມະຫາຊົນ ເພື່ອປະຕິບັດໜ້າທີ່ການເມືອງໃຫ້ສຳເລັດຜົນ.
ທີສອງ, ບັນດາຜູ້ແທນສະພາແຫ່ງຊາດເປັນຂົວຕໍ່ລະຫວ່າງຜູ້ມີສິດເລືອກຕັ້ງ ແລະສະພາແຫ່ງຊາດ, ຮັບຟັງຄວາມຄິດເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ, ລວບລວມຄວາມຄິດເຫັນເຫຼົ່ານັ້ນ ແລະ ນຳສະເໜີຕໍ່ພັກ; ພ້ອມກັນນັ້ນ, ເຕົ້າໂຮມແລະຂົນຂວາຍປະຊາຊົນໃຫ້ປະຕິບັດຕາມນະໂຍບາຍ ແລະ ກົດໝາຍຂອງລັດ.
ທີສາມ, ຖັນແຖວພະນັກງານ, ເປັນຕົ້ນແມ່ນພະນັກງານນຳພາຕົ້ນຕໍ່ ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການ, ສະພາ, ຄະນະກຳມາທິການຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ມີໜ້າທີ່ປືກສາຫາລືຢ່າງໂປ່ງໃສກັບຄວາມຕ້ອງການ, ເຈດຈຳນົງ ແລະ ຄວາມປາດຖະໜາອັນຊອບທຳຂອງປະຊາຊົນ ກ່ຽວກັບແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ, ປະເມີນຜົນກະທົບຂອງນະໂຍບາຍແລະກົດໝາຍໃນໂຄງການກົດໝາຍ, ປະເມີນການປະຕິບັດນະໂຍບາຍ ແລະ ຜົນກະທົບຂອງນະໂຍບາຍ; ຈາກນັ້ນ, ແນະນຳໃຫ້ພັກວາງແຜນ “ຖືກຕ້ອງ” ແລະ “ເໝາະສົມ” ໂດຍທັນທີ ກ່ຽວກັບບັນດາບັນຫາການພັດທະນາເສດຖະກິດ-ການເມືອງ, ວັດທະນະທຳ-ສັງຄົມ, ການປ້ອງກັນປະເທດ-ຄວາມໝັ້ນຄົວໃນສະພາບການໃໝ່.
ທີສີ່, ວຽກງານພົວພັນກັບຜູ້ມີສິດເລືອກຕັ້ງ ບໍ່ພຽງແຕ່ໃຫ້ຄຳແນະນຳການປະຕິບັດວຽກງານຂອງສະພາແຫ່ງຊາດເທົ່ານັ້ນ, ແຕ່ຍັງເປັນເຈົ້າການໃນການຮັບເອົາ, ຈັດປະເພດ ແລະ ປະມວນຜົນຄຳຮ້ອງ, ໃບສະເໜີ ແລະ ຈົດໝາຍຂອງພົນລະເມືອງ, ວິເຄາະແລະປະເມີນຄຳຮ້ອງຂອງຜູ້ມີສິດເລືອກຕັ້ງ ແລະ ຊຸກຍູ້ໃຫ້ໜ່ວຍງານຈັດການແກ້ໄຂຄຳຮ້ອງຂອງຜູ້ມີສິດເລືອກຕັ້ງ; ຄ່ອຍໆແກ້ໄຂຜ່ານຜ່າສະພາບການສົ່ງຕໍ່ໃບສະເໜີແລະຈົດໝາຍ ລະຫວ່າງອົງການຕ່າງໆຂອງສະພາແຫ່ງຊາດ, ດຳເນີນການໃຫ້ຄຳຕອບແລະປະຕິບັດຂໍ້ສະເໜີ ຂອງຜູ້ມີສິດເລືອກຕັ້ງ ຢ່າງໄວແລະມີປະສິດທິຜົນ. ເອົາໃຈໃສ່ເກັບກຳຄວາມຄິດຈິດໃຈ, ເຈດຈຳນົງ ແລະ ຄວາມປາດຖະໜາຂອງປະຊາຊົນກ່ຽວກັບບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍ, ຜ່ານຄະນະປະຈຳສະພາແຫ່ງຊາດ ເພື່ອສົ່ງຕໍ່ໄປໃຫ້ອົງການນຳພາຂອງພັກຢູ່ສູນກາງ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງໃນທັນທີ.
ທີຫ້າ, ປະຕິບັດເປັນຢ່າງດີ ຄວາມຮັບຜິດຊອບເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກ ໃນສະພາແຫ່ງຊາດ. ບັນດາຜູ້ແທນສະພາແຫ່ງຊາດຕ້ອງມານະພະຍາຍາມຮ່ຳຮຽນຄຸນສົມບັດສິນທຳປະຕິວັດ ຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ, ລົບລ້າງລັດທິເອກະຊົນ, ດຳເນີນການ “ເວົ້າພ້ອມກັບການກະທຳ”, ໃຫ້ກາຍເປັນແບບຢ່າງທີ່ໃສແຈ້ງຢູ່ພາຍໃນອົງການ ແລະ ໃນສັງຄົມ; ຈາກນັ້ນ, ສ້າງຄວາມໜ້າເຊື່ອຖື ແລະ ຄວາມດຶງດູດໃຈຕາມທຳມະຊາດ ຕໍ່ປະຊາຊົນທຸກຊັ້ນວັນນະໃນສັງຄົມ./.
------------------------
(1) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 88 - 89.
(2) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 9, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2001, ໜ້າ 132.
(3) ເປັນຄັ້ງທຳອິດທີ່ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດປີ 2001 ກຳນົດໃຫ້ຜູ້ແທນສະພາແຫ່ງຊາດຢ່າງໜ້ອຍ 25% ເຮັດວຽກເຕັມເວລາ.
(4) ຄະນະວຽກງານຜູ້ແທນ, ຄະນະພົວພັນກັບຜູ້ມີສິດເລືອກຕັ້ງ ແລະ ຄະນະວຽກງານນິຕິບັນຍັດ.
(5) ເພີ່ມຄະນະກຳມະການຕຸລາການ, ຍຸບຄະນະກຳມະການເສດຖະກິດ ແລະ ງົບປະມານ ໂດຍແທນທີ່ດ້ວຍຄະນະກຳມະການເສດຖະກິດ ແລະ ຄະນະກຳມະການການເງິນແລະງົບປະມານ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1004 (ເດືອນທັນວາ 2022)