ສະຫະພັນແມ່ຍິງຫວຽດນາມ ປະກອບສ່ວນປັບປຸງຍົກສູງ
ຄວາມສາມາດດ້ານເສດຖະກິດຂອງແມ່ຍິງ
ຄວາມສາມາດດ້ານເສດຖະກິດຂອງແມ່ຍິງ
ທ່ານນາງ ຮ່າ ທີ້ ງາ ກຳມະການສູນກາງພັກ, ປະທານສະຫະພັນແມ່ຍິງຫວຽດນາມ ຢ້ຽມຢາມຮູບແບບ ສະໂມສອນແມ່ຍິງຕ່ຳແຜ່ນແພພື້ນເມືອງ ແຂວງຢາລາຍ _ແຫຼ່ງ: baogialai.com.vn
ໃນຂົງເຂດເສດຖະກິດ, ແມ່ຍິງມີສ່ວນຮ່ວມໃນກໍາລັງແຮງງານໃນອັດຕາທີ່ສູງ. ກວມເອົາ 47,7% ຂອງກຳລັງແຮງງານໃນຕົວເມືອງ ແລະ 47,2% ຂອງກຳລັງແຮງງານຊົນນະບົດ(1), ແມ່ຍິງມີຢູ່ໃນທຸກຂົງເຂດ ແລະ ເປັນສ່ວນໃຫຍ່ໃນບາງຂະແໜງການແລະ ອາຊີບ ເຊັ່ນ: ກະສິກຳ, ການສຶກສາ, ການແພດ. ກວມເອົາ 45,5% ຂອງກຳລັງແຮງງານໃນຂົງເຂດກະສິກຳ ແລະ ປ່າໄມ້; ແມ່ຍິງຢູ່ຊົນນະບົດສູ້ຊົນບືນຕົວຂຶ້ນ ແລະ ເປັນເຈົ້າການຜະລິດຢ່າງແທ້ຈິງ ; ແມ່ຍິງສ່ວນຫຼາຍໄດ້ເຂົ້າໃກ້ ແລະ ປັບຕົວເຂົ້າກັບກົນໄກໃໝ່, ມີບົດບາດສຳຄັນໃນການຜະລິດກະສິກຳ ແລະ ກໍ່ສ້າງຊົນນະບົດໃໝ່, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ.
ຄຽງຄູ່ກັບການຫັນປ່ຽນຢ່າງແຂງແຮງຂອງໂຄງປະກອບເສດຖະກິດຂອງປະເທດ, ແມ່ຍິງໄດ້ເຂົ້າຮ່ວມນັບມື້ນັບໜາແໜ້ນ ໃນຂະແໜງອຸດສາຫະກຳປຸງແຕ່ງ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ເອເລັກໂຕຼນິກ, ການຄ້າ, ການເງິນ ແລະ ການທະນາຄານ. ຂະບວນການພັດທະນາເສດຖະກິດຫຼາຍພາກສ່ວນ ໄດ້ຈັດຕັ້ງແລະພັດທະນາຖັນແຖວນັກທຸລະກິດຍິງ ທີ່ດຳເນີນທຸລະກິດໃນຫຼາຍຂົງເຂດ, ຂະແໜງການ ແລະ ວິຊາຊີບ ໂດຍມີສ່ວນປະກອບທີ່ສຳຄັນເຂົ້າໃນເສດຖະກິດ. ດ້ວຍອັດຕາວິສາຫະກິດທີ່ແມ່ນຍິງເປັນເຈົ້າຂອງສູງເຖິງ 24% ໃນປີ 2019(2), ນັກທຸລະກິດແມ່ຍິງຫວຽດນາມ ໄດ້ມີການປະກອບສ່ວນທີ່ບໍ່ອາດຈະປະຕິເສດໄດ້ ໃນຂະແໜງການຄ້າ, ການບໍລິການ, ຂະບວນການ “ປະເທດເລີ່ມຕົ້ນ” ແລະ ປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມ. ພິເສດ, ເມື່ອທົ່ວປະເທດຕ້ອງຕໍ່ສູ້ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພາວະເສດຖະກິດຖົດຖອຍ, ບັນດານັກທຸລະກິດຍິງໄດ້ພ້ອມໃຈກັນກັບຄົນງານ ແລະ ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ.
ເຖິງວ່າມີຄວາມມານະພະຍາຍາມ ແລະ ການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດ, ແຕ່ແມ່ຍິງຫວຽດນາມຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ສົ່ງຜົນຕໍ່ການພັດທະນາຂອງແມ່ຍິງ, ໂດຍສະເພາະໃນການປັບປຸງຍົກສູງຄວາມສາມາດດ້ານເສດຖະກິດຂອງແມ່ຍິງ ແລະ ການປະຕິບັດເປົ້າໝາຍສະເໝີພາບທາງເພດ.
ສະຫະພັນແມ່ຍິງຫວຽດນາມເຂົ້າຮ່ວມແລະສະໜັບສະໜູນ
ການປັບປຸງຍົກສູງຄວາມສາມາດດ້ານເສດຖະກິດຂອງແມ່ຍິງ
ໃນຖານະອົງການຫຼັກໃນວຽກງານແມ່ຍິງ, ສະຫະພັນແມ່ຍິງຫວຽດນາມໄດ້ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ ເພື່ອສາມັກຄີ, ເຕົ້າໂຮມ, ຂົນຂວາຍ, ເສີມຂະຫຍາຍທ່າແຮງ ແລະ ຄວາມຄິດປະດິດສ້າງຂອງແມ່ຍິງທຸກຊັ້ນວັນນະໃນທົ່ວປະເທດ. ໂດຍຍຶດໝັ້ນຢ່າງໃກ້ຊິດກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງປະເທດແລະທ້ອງຖິ່ນ, ສະມາຄົມແມ່ຍິງທຸກຂັ້ນໄດ້ຜັນຂະຫຍາຍບັນດາຂະບວນການແຂ່ງຂັນ, ບັນດາການຂົນຂວາຍ ແລະ ບັນດາໜ້າທີ່ສຳຄັນ, ປະກອບສ່ວນຍົກສູງຄວາມສາມາດ ແລະ ຄຸນນະພາບຊີວິດໃນທຸກດ້ານຂອງສະມາຊິກສະມາຄົມ ແລະ ແມ່ຍິງ; ໃນນັ້ນ ມີກິດຈະກຳສະໜັບສະໜູນແມ່ນຍິງໃນການພັດທະນາເສດຖະກິດ, ຍົກສູງຄວາມສາມາດດ້ານເສດຖະກິດໃຫ້ແກ່ແມ່ຍິງ, ດ້ວຍ 5 ຜົນງານທີ່ໂດດເດັ່ນໃນໄລຍະ 2017-2022(3), ລະອຽດຄື:
1- ການເຄື່ອນໄຫວໜູນຊ່ວຍສະມາຊິກ ແລະ ແມ່ຍິງ ໃນການຫຼຸດຜ່ອນຄວາມທຸກຍາກແມ່ນໄດ້ຮັບການສົ່ງເສີມໃນທຸກລະດັບ. ຜ່ານບັນດາຮູບແບບການດຳລົງຊີວິດທີ່ສ້າງວຽກເຮັດງານທຳຢູ່ໃນສະຖານທີ່, ບັນດາການເຄື່ອນໄຫວທີ່ກຳນົດເປົ້າໝາຍເພື່ອໜູນຊ່ວຍແມ່ຍິງທຸກຍາກ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການພັດທະນາເສດຖະກິດຄອບຄົວ, ໜູນຊ່ວຍທຶນສິນເຊື່ອ ໃຫ້ແກ່ແມ່ຍິງຜູ້ທຸກຍາກ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ເຊິ່ງເຊື່ອມໂຍງກັບໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂຄງການແຫ່ງຊາດ “ຕາແສງໜຶ່ງມີຜະລິດຕະພັນປະເພດໜຶ່ງ” (OCOP), ການຂົນຂວາຍ “ກໍ່ສ້າງຄອບຄົວ 5 ບໍ່, 3 ສະອາດ”, ໂຄງການພ້ອມກັບແມ່ຍິງຊາຍແດນ. ສະມາຄົມແມ່ຍິງທຸກຂັ້ນໄດ້ຊ່ວຍເຫຼືອຄອບຄົວທີ່ທຸກຍາກຫຼາຍກວ່າ 2 ລ້ານຄອບຄົວ, ໃນຈຳນວນນີ້ ເກືອບ 270.000 ຄອບຄົວໄດ້ຫຼຸດພົ້ນຈາກຄວາມທຸກຍາກຕາມແບບຫຼາຍມິຕິ. ຄວາມສຳເລັດໃນການປະຕິບັດບັນດາຮູບແບບຫຼຸດຜ່ອນຄວາມທຸກຍາກ ບົນພື້ນຖານການສ້າງກົນໄກຄຸ້ມຄອງທຶນໝູນວຽນ ທີ່ເໝາະສົມກັບສະພາບຕົວຈິງ ຂອງແຕ່ລະຕົວແບບນັ້ນ ໄດ້ຮັບການຕີລາຄາສູງ ຈາກບັນດາອົງການແລະຂະແໜງການ ແລະ ເປັນພື້ນຖານເພື່ອສືບຕໍ່ກໍ່ສ້າງ ແລະ ພັດທະນາຮູບແບບຫຼຸດຜ່ອນຄວາມທຸກຍາກ ຂອງໂຄງການເປົ້າໝາຍແຫ່ງຊາດເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021-2025.
2- ການຜັນຂະຫຍາຍໂຄງການ “ໜູນຊ່ວຍແມ່ຍິງເລີ່ມຕົ້ນທຸລະກິດ ໄລຍະ 2017-2025” (ໂຄງການ 939) ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ ແລະ ສົ່ງເສີມຈິດໃຈເລີ່ມຕົ້ນທຸລະກິດຂອງແມ່ຍິງທຸກຊັ້ນວັນນະ, ເອົາໃຈໃສ່ພາກສ່ວນແມ່ຍິງທີ່ອ່ອນແອ ມີຄວາມສ່ຽງ ເຊັ່ນ: ແມ່ຍິງພິການ, ໂສເພນີທີ່ກັບຄືນສູ່ຊີວິດຊື່ສັດ, ແມ່ຍິງທີ່ໄດ້ຮັບຜົນກະທົບຈາກເຊື້ອ HIV/AIDS, ແມ່ຍິງທຸກຍາກ, ແມ່ຍິງຊົນເຜົ່າ ແລະ ແມ່ຍິງຢູ່ເຂດຫ່າງໄກສອກຫຼີກ, ຮັບປະກັນບັນລຸຜົນສຳເລັດຕາມເປົ້າໝາຍ “ບໍ່ປະຜູ້ໃດໄວ້ເບື້ອງຫຼັງ”. ກິດຈຳກຳການເຄື່ອນໄຫວໜູນຊ່ວຍຂອງສະມາຄົມແມ່ຍິງ ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະເປົ້າໝາຍແມ່ຍິງ; ວິທີການຈັດຕັ້ງມີຄວາມຍືດຫຍຸ່ນ, ສອດຄ່ອງກັບຄວາມຕ້ອງການແລະທ່າອ່ຽງການພັດທະນາສັງຄົມ (ອອນໄລນ໌ສົມທົບກັບການເຮັດໂດຍກົງໜ້າຕໍ່ໜ້າ).
ການເຄື່ອນໄຫວໜູນຊ່ວຍການປະກອບການຂອງແມ່ຍິງແມ່ນໄດ້ຮັບການຊຸກຍູ້ດ້ວຍຫຼາຍຮູບແບບທີ່ມີຫົວຄິດປະດິດສ້າງ. ຫົວຂໍ້ວັນແມ່ຍິງເລີ່ມຕົ້ນທຸລະກິດປະຈໍາປີ ໄດ້ປະຕິບັດຕາມການຊີ້ນຳຂອງລັດຖະບານ ແລະ ການເຄື່ອນໄຫວຂອງເສດຖະກິດຢ່າງໃກ້ຊິດ; ຈາກນັ້ນ, 63 ໃນ 63 ແຂວງ, ນະຄອນໄດ້ຈັດຕັ້ງວັນແມ່ຍິງເລີ່ມຕົ້ນທຸລະກິດຂັ້ນແຂວງ, 31 ໃນ 63 ແຂວງ, ນະຄອນ ຈັດຕັ້ງວັນແມ່ຍິງເລີ່ມຕົ້ນທຸລະກິດຂັ້ນເມືອງ, ໄດ້ດຶງດູດແມ່ຍິງທີ່ມີແນວຄິດແລະໂຄງການຫຼາຍກວ່າ 24.640 ຄົນ ມາຮ່ວມການແຂ່ງຂັນ. ສະມາຄົມແມ່ຍິງລະດົມເງິນໄດ້ 479 ຕື້ດົ່ງ (ໃນນັ້ນ 254 ຕື້ດົ່ງຈາກງົບປະມານຂອງລັດແລະທ້ອງຖິ່ນ ແລະ 225 ຕື້ດົ່ງຈາກແຫຼ່ງສັງຄົມ) ເພື່ອການເຄື່ອນໄຫວໜູນຊ່ວຍການເລີ່ມຕົ້ນທຸລະກິດຂອງແມ່ຍິງ; ລະດົມແລະໜູນຊ່ວຍແມ່ຍິງເກືອບ 73.000 ຄົນໃນການເລີ່ມຕົ້ນທຸລະກິດ, ຜ່ານການຝຶກອົບຮົມຍົກສູງຄວາມສາມາດ, ເຊື່ອມໂຍງເຂົ້າເຖິງສິນເຊື່ອ, ເຊື່ອມໂຍງຕະຫຼາດການບໍລິໂພກຜະລິດຕະພັນ, ເຊື່ອມໂຍງການສົ່ງເສີມການຄ້າແລະການລົງທຶນ ແລະອື່ນໆ. ພາຍໃນກອບຂອງໂຄງການ 939, ພາຍຫຼັງ 5 ປີ, 100% ຂອງພະນັກງານສະຫະພັນແມ່ຍິງທຸກຂັ້ນເຂົ້າຮ່ວມການຜັນຂະຫຍາຍໂຄງການ ໄດ້ຍົກສູງຄວາມຮັບຮູ້ ແລະ ວິທີໜູນຊ່ວຍແມ່ຍິງ ໃນການເລີ່ມດຳເນີນທຸລະກິດ ແລະ ການພັດທະນາທຸລະກິດ; 70% ຂອງສະມາຊິກແມ່ຍິງໄດ້ຮັບການໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ກ່ຽວກັບວຽກເຮັດງານທຳ ແລະ ການເລີ່ມຕົ້ນທຸລະກິດ ໂດຍຜ່ານການໂຄສະນາເຜີຍແຜ່ 197.140 ຄັ້ງ ໃຫ້ແກ່ສະມາຊິກແມ່ຍິງຫຼາຍກວ່າ 13,6 ລ້ານຄົນ ກ່ຽວກັບວຽກເຮັດງານທຳ ແລະ ການເລີ່ມຕົ້ນທຸລະກິດ; ຊ່ວຍເຫຼືອແມ່ຍິງ 63.864 ຄົນໃນການເລີ່ມຕົ້ນທຸລະກິດ; ປະສານສົມທົບແລະໜູນຊ່ວຍການສ້າງຕັ້ງໜ່ວຍຮ່ວມມື/ສະຫະກອນ 4.747 ແຫ່ງທີ່ຄຸ້ມຄອງໂດຍແມ່ຍິງ; 50.665 ວິສາຫະກິດຂອງແມ່ຍິງທີ່ສ້າງຕັ້ງຂຶ້ນໃໝ່ ໄດ້ຮັບການປຶກສາ ແລະ ສະໜັບສະໜູນ ໃນການພັດທະນາທຸລະກິດ.
ການເຄື່ອນໄຫວໜູນຊ່ວຍພັດທະນາວິສາກິດທີ່ແມ່ຍິງເປັນເຈົ້າຂອງ ໄດ້ຮັບການປ່ຽນແປງໃໝ່ ໃນທິດທາງໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນ ວິສາຫະກິດຂະໜາດນ້ອຍແລະຂະໜາດນ້ອຍສຸດ ໂດຍອີງໃສ່ຄວາມຕ້ອງການໃນການພັດທະນາ ແລະ ການປັບຕົວເຂົ້າກັບສະພາບປັດຈຸບັນ; ສະມາຄົມແມ່ຍິງທຸກຂັ້ນ ໄດ້ຈັດຕັ້ງໂຄງການທີ່ຫຼາກຫຼາຍ ເພື່ອສະໜັບສະໜູນວິສາຫະກິດແລະຄອບຄົວທຸລະກິດ ທີ່ແມ່ຍິງເປັນເຈົ້າຂອງ ເພື່ອປັບປຸງຍົກສູງຄວາມສາມາດ; ສະໜັບສະໜູນການເຂົ້າເຖິງສິນເຊື່ອ ຕະຫຼາດ ຂໍ້ມູນຂ່າວສານ ເຕັກໂນໂລຊີ ແລະ ຜົນກະທົບດ້ານນະໂຍບາຍ. ຄຽງຄູ່ກັບເນື້ອໃນການຝຶກອົບຮົມແບບດັ້ງເດີມເພື່ອປັບປຸງຄວາມສາມາດໃນການທຸລະກິດ, ສະມາຄົມແມ່ຍິງທຸກຂັ້ນໄດ້ເສີມຂະຫຍາຍຄວາມຕັ້ງໜ້າ, ຄວາມຄິດສ້າງສັນ, ຈັດຕັ້ງການເຄື່ອນໄຫວເຊື່ອມໂຍງ ແລະ ການຮ່ວມມືຫຼາຍຢ່າງ, ຍົກສູງປະສິດທິຜົນ ແລະ ຄວາມສາມາດແຂ່ງຂັນ ເຊັ່ນ: ການບໍລິຫານທຸລະກິດ, ຄວາມສາມາດໃນການຕອບໂຕ້ວິກິດການທີ່ເກີດຈາກການແຜ່ລະບາດຂອງໂຄວິດ-19, ການໃຊ້ອີຄອມເມີຊ, ການເຊື່ອມໂຍງການຈຳໜ່າຍຜະລິດຕະພັນ, ການຈັດຕັ້ງການແຂ່ງຂັນ ແລະ ການສົ່ງເສີມຜະລິດຕະພັນຂອງແມ່ຍິງທີ່ເລີ່ມຕົ້ນທຸລະກິດ; ຊຸກຍູ້ການເຊື່ອມໂຍງລະຫວ່າງແຂວງ ແລະ ພາຍໃນແຂວງ, ຊ່ວຍໜູນການຈຳໜ່າຍຜະລິດຕະພັນ ໂດຍສະເພາະ ຜະລິດຕະພັນກະສິກຳ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໂຄວິດ-19; ການເຊື່ອມໂຍງການຈຳໜ່າຍຜະລິດຕະພັນ ຜ່ານການປະສານງານກັບໄປຊະນີຫວຽດນາມ, ເວທີການຄ້າອີຄອມເມີຊ Postmart, Tiki, Shoppee ແລະອື່ນໆ.
ການເຊື່ອມຕໍ່ກັບເຄືອຂ່າຍສະມາຄົມ / ສະມາພັນ / ສະໂມສອນນັກທຸລະກິດແມ່ຍິງ, ເພີ່ມທະວີການຮ່ວມມື, ເສີມຂະຫຍາຍທ່າແຮງຂອງແຕ່ລະອົງການ (ສະຫະພັນແມ່ຍິງ ແລະ ສະມາຄົມ / ສະມາພັນນັກທຸລະກິດແມ່ຍິງ) ນັ້ນ ໄດ້ຮັບຄວາມເອົາໃຈໃສ່ຫຼາຍກວ່າແຕ່ກ່ອນ; ຊຸກຍູ້ການພັດທະນາເຄືອຂ່າຍສະມາຄົມ / ສະມາພັນ / ສະໂມສອນນັກທຸລະກິດແມ່ຍິງ. ມາເຖິງປະຈຸບັນ, ໃນທົ່ວປະເທດມີ 31 ສະມາຄົມ / ສະມາພັນນັກທຸລະກິດແມ່ຍິງ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ໂດຍມີສະມາຊິກເກືອບ 10.000 ຄົນ; ມີສະໂມສອນນັກທຸລະກິດແມ່ຍິງ 896 ແຫ່ງ ໃນນັ້ນມີ 42 ສະໂມສອນຂັ້ນແຂວງ.
3- ໃນສະພາບການຈັດຕັ້ງສູນຝຶກອົບຮົມວິຊາຊີບຂອງສະມາຄົມຄືນໃໝ່, ສະມາຄົມແມ່ຍິງທຸກຂັ້ນ ໄດ້ປັບປ່ຽນແບບວິທີການຝຶກອົບຮົມຢ່າງມທັນການ, ເພີ່ມທະວີການປະສານງານ, ການເຊື່ອມໂຍງ, ແນະນຳການບຳລຸງສ້າງ, ຈັດຕັ້ງຈຸ / ໜ່ວຍແມ່ຍິງຊ່ວຍເຫຼືອເຊິ່ງກັນແລະກັນ ໃນ ການຮຽນວິຊາຊີບທີ່ໃກ້ກັບຄວາມຕ້ອງການຂອງຕະຫຼາດ,ເພີ່ມອັດຕາສ່ວນຂອງແຮງງານເພດຍິງທີ່ໄດ້ຮັບການຝຶກອົບຮົມວິຊາຊີບ.
ສະມາຄົມແມ່ຍິງທຸກຂັ້ນ ແລະ ສະຖານອາຊີວະສຶກສາຂອງສະມາຄົມ ໄດ້ຈັດການຝຶກອົບຮົມວິຊາຊີບ, ປະສານງານ ແລະ ແນະນຳການຝຶກອົບຮົມວິຊາຊີບ ໃຫ້ແກ່ແຮງງານຍິງຫຼາຍກວ່າ 206.765 ຄົນ, ຕົ້ນຕໍແມ່ນການຝຶກອົບຮົມໃນລະດັບອາຊີວະສຶກສາຊັ້ນປະຖົມ ແລະ ຕ່ຳກວ່າ 3 ເດືອນ ດ້ວຍການຝຶກອົບຮົມສາຂາວິຊາການຜະລິດກະສິກຳທີ່ສະອາດແລະປອດໄພ. (ເຕັກນິກການປູກຜັກຢ່າງປອດໄພ, ເຕັກນິກການລ້ຽງງົວຄວາຍແລະສັດປີກ...) ຫຼືງານຫັດຖະກຳ (ການຖັກສານຜັກຕົບຊະວາ, ໄມ້ໄຜ່ ຫວາຍ, ການຖັກແສ່ວ, ການປັກຖັກຮ້ອຍ...). ການເຄື່ອນໄຫວຝຶກອົບຮົມວິຊາຊີບຂອງສະມາຄົມແມ່ຍິງທຸກຂັ້ນ ຕິດພັນກັບການສ້າງວຽກເຮັດງານທຳຫຼັງການຝຶກອາຊີບ ຜ່ານການສະໜັບສະໜູນການສ້າງຮູບແບບເສດຖະກິດລວມໝູ່ ເຊັ່ນ: ສະຫະກອນ, ໜ່ວຍຮ່ວມມື, ຈຸ/ໜ່ວຍແມ່ຍິງທີ່ເຊື່ອມໂຍງກັນການຜະລິດແລະທຸລະກິດ ແລະ ການສະໜັບສະໜູນແມ່ຍິງເລີ່ມຕົ້ນທຸລະກິດ...ນັ້ນ ໄດ້ຮັບການສົ່ງເສີມຍູ້ແຮງ; ຈາກນັ້ນ, ປະກອວສ່ວນສ້າງວຽກເຮັດງານທຳທີ່ຍືນຍົງ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ແກ່ແມ່ຍິງ, ດຶງດູດແມ່ຍິງເຂົ້າຮ່ວມການຝຶກອົບຮົມວິຊາຊີບຢ່າງຕັ້ງໜ້າ. ພາຍຫຼັງ 5 ປີແຫ່ງການປະຕິບັດ, ມີແຮງງານຍິງຈຳນວນ 206.765 ຄົນໄດ້ຮັບການຝຶກອົບຮົມດ້ານວິຊາຊີບ.
4- ສະຫະພັນແມ່ຍິງຫວຽດນາມສືບຕໍ່ເປັນອົງການຊັ້ນນຳທີ່ມີ 6 ຂໍ້ “ດີທີ່ສຸດ”(4) ໃນກິດຈະກຳການມອບໝາຍກັບທະນາຄານນະໂຍບາຍສັງຄົມ, ເປັນຊ່ອງທາງທຶນທີ່ມີປະສິດທິພາບສໍາລັບໂຄງການສິນເຊື່ອຕາມນະໂຍບາຍຂອງລັດ. ກິດຈະກໍາການເງິນຈຸລະພາກຂອງສະມາຄົມແມ່ຍິງທຸກຂັ້ນ ມີຄວາມເປັນມືອາຊີບເພີ່ມຂຶ້ນ. ໂຄງການການເງິນຈຸລະພາກຂອງສະມາຄົມທຸກຂັ້ນ ໄດ້ເຕີບໂຕຢ່າງຕໍ່ເນື່ອງ, ບໍ່ພຽງແຕ່ທາງດ້ານປະລິມານເທົ່ານັ້ນ ແຕ່ຍັງມີຄຸນນະພາບ ແລະ ປະສິດທິຜົນອີກນຳ; ບໍ່ພຽງແຕ່ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ໂດຍສະເພາະໃນເຂດປະສົບກັບຄວາມຫຍຸ້ງຍາກແລະຫ່າງໄກສອກຫຼີກ ເທົ່ານັ້ນ ແຕ່ຍັງມຸ່ງຫວັງທີ່ຈະປະຕິບັດຕາມຂໍ້ກຳນົດຂອງກົດໝາຍສະເພາ(5). ຈຸດພົ້ນເດັ່ນໃນໄລຍະຜ່ານມາແມ່ນ ມີໂຄງການ/ແຜນງານການເງິນຈຸລະພາກຂອງແຂວງ, ນະຄອນ ຈຳນວນ 30 ໂຄງການ ໄດ້ຂຶ້ນທະບຽນຕາມມະຕິຕົກລົງສະບັບເລກທີ 20/2017/QD-TTg, ລົງວັນທີ 12 ມິຖຸນາ 2017 ຂອງນາຍົກລັດຖະມັນຕີ ກ່ຽວກັບ “ລະບຽບການດຳເນີນງານຂອງໂຄງການແລະແຜນງານການເງິນຈຸລະພາກຂອງອົງການການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ”.
ຕາມນັ້ນ, ອົງການການເງິນຈຸລະພາກທີ່ມີຄວາມຮັບຜິດຊອບຈຳກັດສະມາຊິກດຽວເພື່ອຄວາມເຫັນອົກເຫັນໃຈ ໄດ້ສຸມໃສ່ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການກະຈາຍຜະລິດຕະພັນການເງິນແລະບໍ່ແມ່ນການເງິນ, ຕອບສະໜອງຄວາມຕ້ອງການຂອງແມ່ຍິງຫຼາຍກຸ່ມທີ່ແຕກຕ່າງກັນ, ໃນນັ້ນມີກຸ່ມແມ່ຍິງເລີ່ມຕົ້ນທຸລະກິດ ດ້ວຍເງິນກູ້ຢືມຫຼາຍກວ່າ 2.000 ຕື້ດົ່ງ ໃຫ້ແມ່ຍິງ 173.000 ຄົນ. ສູນກາງສະຫະພັນແມ່ຍິງຫວຽດນາມ ສືບຕໍ່ທົດລອງກິດຈະກຳກອງທຶນປະກັນໄພຈຸລະພາກ ເພື່ອປະກອບສ່ວນກະຈາຍຜະລິດຕະພັນການເງິນຈຸລະພາກ ແລະ ສ້າງຊ່ອງທາງປະກັນສັງຄົມເພີ່ມເຕີມໃຫ້ແມ່ຍິງທີ່ທຸກຍາກ.
ແຜນການປະຕິບັດຍຸດທະສາດການເງິນຮອບດ້ານຂອງລັດເຖິງປີ 2025, ວິໄສທັດເຖິງປີ 2030 ໄດ້ຮັບການເຜີຍແຜ່ແລະຜັນຂະຫຍາຍໃນທົ່ວລະບົບຂອງສະມາຄົມແມ່ຍິງ ເພື່ອປັບປຸງຍົກສູງຄວາມເຂົ້າໃຈ ຄວາມສາມາດທາງການເງິນ ແລະ ຄວາມສາມາດຂອງແມ່ຍິງ ໃນການເຂົ້າເຖິງ ແລະ ໃຊ້ຜະລິດຕະພັນແລະບໍລິການດ້ານການເງິນ ຢ່າງປອດໄພແລະສະດວກ ເໝາະສົມກັບຄາມຕ້ອງການຂອງຕົນເອງ.
ການເຄື່ອນໄຫວສິນເຊື່ອ ແລະ ເງິນຝາກປະຢັດ ຢູ່ສາຂາສະມາຄົມ ແລະ ກຸ່ມແມ່ຍິງ ສືບຕໍ່ໄດ້ຮັບການຮັກສາ, ຕອບສະໜອງຄວາມຕ້ອງການແທດຈິງຂອງສະມາຊິກສະມາຄົມ ແລະ ແມ່ຍິງ.
5- ສະມາຄົມແມ່ຍິງທຸກຂັ້ນໄດ້ຍູ້ແຮງການເຄື່ອນໄຫວສະໜັບສະໜູນແມ່ຍິງໃຫ້ເຂົ້າຮ່ວມແລະພັດທະນາຮູບແບບເສດຖະກິດລວມໝູ່, ສະຫະກອນ ໃນຫຼາຍຮູບການເຊັ່ນ: ໂຄສະນາເຜີຍແຜ່, ຂົນຂວາຍບັນດາສະມາຊິກ, ແມ່ຍິງ ແລະ ປະຊາຊົນ ໃຫ້ເຂົ້າຮ່ວມບັນດາຮູບແບບເສດຖະກິດລວມໝູ່; ພະນັກງານສະມາຄົມແມ່ຍິງທຸກຂັ້ນປະມານ 90% ແລະ ສະມາຊິກສະມາຄົມກວ່າ 80% ໄດ້ຮັບການໂຄສະນາເຜີຍແຜ່ກ່ຽວກັບນະໂຍບາຍ ແລະ ແຜນນະໂຍບາຍການພັດທະນາເສດຖະກິດລວມໝູ່; ສ້າງຮູບແບບສະຫະກອນທີ່ເໝາະສົມກັບການປັບໂຄງປະກອບເສດຖະກິດ ແລະ ໂຄງປະກອບແຮງງານໃນທ້ອງຖິ່ນ, ເຂດ, ພາກພື້ນ ໃນທິດທາງຟື້ນຟູ ແລະ ເສີມຂະຫຍາຍອາຊີບດັ້ງເດີມ, ເສີມຂະຫຍາຍຊັບພະຍາກອນທີ່ມີຢູ່, ປະກອບສ່ວນສ້າງຍີ່ຫໍ້ຜະລິດຕະພັນທ້ອງຖິ່ນ; ຜະລິດຜະລິດຕະພັນທີ່ປົກປ້ອງສຸຂະພາບຂອງຜູ້ໃຊ້ແລະເປັນມິດກັບສິ່ງແວດລ້ອມ; ສ້າງຮູບແບບສະຫະກອນຕິດກັບການສ້າງວຽກເຮັດງານທຳໃຫ້ຄົນງານຍິງ. ສະມາຄົມແມ່ຍິງທຸກຂັ້ນໄດ້ສະໜັບສະໜູນການສ້າງຕັ້ງສະຫະກອນໃໝ່ຫຼາຍກວ່າ 800 ແຫ່ງທີ່ຄຸ້ມຄອງໂດຍແມ່ຍິງ ເຊິ່ງມີສະມາຊິກຫຼາຍກວ່າ 14.000 ຄົນ ແລະ ໜ່ວຍຮ່ວມມື 11.000 ໜ່ວຍ ທີ່ມີສະມາຊິກຫຼາຍກວ່າ 30.000 ຄົນ, ໃນນັ້ນ 70% ແມ່ນສະຫະກອນກະສິກຳທີ່ຜະລິດແລະ ບໍລິໂພກຜະລິດຕະພັນທີ່ປອດໄພ; ລາຍຮັບສະເລ່ຍຂອງສະມາຊິກສະເລ່ຍຫຼາຍກວ່າ 5 ລ້ານດົ່ງ / ຄົນ / ເດືອນ. ມີການຈັດຕັ້ງຮູບແບບການດຳລົງຊີວິດເກືອບ 400 ຮູບແບບ ເພື່ອໜູນຊ່ວຍແມ່ຍິງຢູ່ເຂດຊາຍແດນ ໃຫ້ພັດທະນາເສດຖະກິດແບບຍືນຍົງ ພາຍໃຕ້ໂຄງການພ້ອມກັນກັບແມ່ຍິງຊາຍແດນ. ໂຄງການ “ໜູນຊ່ວຍສະຫະກອນທີ່ຄຸ້ມຄອງໂດຍແມ່ຍິງ, ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານເພດຍິງຮອດປີ 2030”(6)ໄດ້ຮັບການອະນຸມັດຈາກລັດຖະບານໃນປີ 2023 ໂດຍມີເປົ້າໝາຍ, ໜ້າທີ່ ແລະ ວິທີແກ້ໄຂສະເພາະ, ນີ້ແມ່ນພື້ນຖານທີ່ສຳຄັນເພື່ອໃຫ້ສະມາຄົມ ແລະ ບັນດາຂະແໜງການ ແລະ ຂັ້ນຕ່າງໆ ສືບຕໍ່ຊຸກຍູ້ການເຄື່ອນໄຫວໜູນຊ່ວຍແມ່ຍິງໃຫ້ເຂົ້າຮ່ວມໃນການພັດທະນາເສດຖະກິດລວມໝູ່, ປະກອບສ່ວນເພີ່ມທະວີຄວາມສາມາດດ້ານເສດຖະກິດຂອງແມ່ຍິງ.
ບົດຮຽນປະສົບການແລະບາງວິທີແກ້ໄຂ ເພື່ອສະໜັບສະໜູນການປັບປຸງຍົກສູງ
ຄວາມສາມາດດ້ານເສດຖະກິດຂອງແມ່ຍິງ
ຈາກໝາກຜົນເບື້ອງຕົ້ນໃນການໜູນຊ່ວຍປັບປຸງຍົກສູງຄວາມສາມາດດ້ານເສດຖະກິດຂອງແມ່ຍິງ, ສະຫະພັນແມ່ຍິງຫວຽດນາມ ໄດ້ຖອດຖອນບົດຮຽນປະສົບການບາງປະການດັ່ງຕໍ່ໄປນີ້:
ທີໜຶ່ງ, ກຳແໜ້ນແລະຫັນແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດໃນແຕ່ລະປີ ແຕ່ລະໄລຍະ ເປັນຮູບປະທຳ; ເລືອກກິດຈະກຳສະໜັບສະໜູນທີ່ເໝາະສົມກັບຄວາມຕ້ອງການຮີບດ່ວນຂອງແມ່ຍິງ ແລະ ຄວາມສາມາດຂອງສະມາຄົມຂັ້ນຕ່າງໆ; ພ້ອມກັນນັ້ນ, ຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ ໃຫ້ສອດຄ່ອງກັບພຶດຕິກຳຕົວຈິງໂດຍທັນທີ.
ທີສອງ, ເສີມຂະຫຍາຍ ແລະ ກະຕູ້ນເຈດຈຳນົງເປັນເຈົ້າຕົນເອງ, ອີງໃສ່ຕົນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາດຖະໜາທີ່ຈະບືນຕົວຂຶ້ນ ແລະ ຈິດໃຈເປັນເຈົ້າການ ປະດິດຄິດສ້າງ ເພື່ອໃຫ້ສະມາຊິກແລະແມ່ຍິງສາມາດເພີ່ມລາຍຮັບໄດ້ ແລະ ເຂົ້າຮ່ວມຢ່າງແຂງຂັນ ໃນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
ທີສາມ, ຍົກສູງຄວາມສາມາດຂອງພະນັກງານສະມາຄົມທີ່ເຮັດວຽກສະໜັບສະໜູນການພັດທະນາເສດຖະກິດຂອງແມ່ຍິງ, ປັບປຸງຄວາມຮັບຮູ້ແນວທາງ ນະໂຍບາຍທີ່ກ່ຽວຂ້ອງເຖິງການພັດທະນາເສດຖະກິດຢ່າງທັນການ, ມີຄວາມຮູ້ ແລະ ທັກສະພື້ນຖານໃນການຈັດຕັ້ງການເຄື່ອນໄຫວໜູນຊ່ວຍການພັດທະນາເສດຖະກິດຂອງແມ່ຍິງ.
ທີສີ່, ເກັບກຳສະພາບການແນວຄິດ, ຊີວິດ ແລະ ການເຮັດວຽກຂອງສະມາຊິກສະມາຄົມ ແລະ ແມ່ຍິງ; ປັບປຸງຍົກສູງປະສິດທິພາບຂອງວຽກງານໃຫ້ຄໍາປຶກສາ, ສະເໜີນະໂຍບາຍ, ຕິດຕາມກວດກາ ແລະ ວິພາກວິຈານສັງຄົມ ຕໍ່ນະໂຍບາຍທີ່ກ່ຽວຂ້ອງກັບການສະໜັບສະໜູນການພັດທະນາເສດຖະກິດຂອງແມ່ຍິງ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.
ທີຫ້າ, ລະດົມແຫຼ່ງກຳລັງສັງລວມຈາກບັນດາຂະແໜງການ, ອົງການຈັດຕັ້ງ ແລະ ບຸກຄົນທັງໃນປະເທດ ແລະ ຕ່າງປະເທດ ເພື່ອສ້າງແຫຼ່ງກຳລັງສຳລັບການເຄື່ອນໄຫວ, ເຊື່ອມໂຍງເຂົ້າກັບບັນດາໂຄງການເປົ້າໝາຍແຫ່ງຊາດ, ໂຄງການພັດທະນາເສດຖະກິດ-ສັງຄົມ ຂອງສູນກາງແລະທ້ອງຖິ່ນ, ແລະ ໂຄງການປະສານງານກັບກະຊວງ, ຂະແໜງການ ແລະ ອົງການຕ່າງໆ.
ເພື່ອປັບປຸງຍົກສູງຄວາມສາມາດດ້ານເສດຖະກິດຂອງແມ່ຍິງໃນໄລຍະທີ່ຈະມາເຖິງ, ສະມາຄົມແມ່ຍິງຈະຜັນຂະຫຍາຍວິທີແກ້ໄຂທີ່ສຳຄັນບາງຢ່າງ ດັ່ງນີ້:
ທີໜຶ່ງ, ຍູ້ແຮງການໂຄສະນາຊວນເຊື່ອທາງສື່ມວນຊົນ ແລະ ຊ່ອງທາງການສື່ສານຂອງສະມາຄົມ ກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດກ່ຽວກັບການເລີ່ມຕົ້ນທຸລະກິດ, ການພັດທະນາທຸລະກິດ ແລະ ສະຫະກອນ; ກ່ຽວກັບບົດບາດແລະທີ່ຕັ້ງຂອງແມ່ຍິງ ໃນການພັດທະນາເສດຖະກິດ-ສັງຄົມ; ເສີມຂະຫຍາຍກຳລັງພາຍໃນ, ເຈດຈຳນົງບືນຕົວຂຶ້ນຂອງແມ່ຍິງແລະຊຸມຊົນ; ເອົາໃນໃສ່ເຖິງການຄົ້ນພົບ, ເຜີຍແຜ່, ໃຫ້ກຽດ ແລະ ຍົກຕົວຢ່າງຂອງຕົວຢ່າງທີ່ດີເດັ່ນ; ຂະຫຍາຍບັນດາຕົວແບບທີ່ມີປະສິດທິຜົນ ແລະ ແນວປະຕິບັດທີ່ດີ ໃນການພັດທະນາເສດຖະກິດ, ການເລີ່ມຕົ້ນທຸລະກິດ ແລະ ພັດທະນາສະຫະກອນແລະວິສາຫະກິດ.
ທີສອງ, ສືບຕໍ່ຕິດຕາມກວດກາ, ສະເໜີນະໂຍບາຍເພື່ອສະໜັບສະໜູນວິສາຫະກິດທີ່ແມ່ຍິງເປັນເຈົ້າຂອງ, ສຸມໃສ່ວິສາຫະກິດຂະໜາດນ້ອຍແລະຂະໜາດນ້ອຍສຸດ; ຄົ້ນຄວ້າ ປະເມີນ ແລະ ຂະຫຍາຍຮູບແບບສະຫະກອນ, ໜ່ວຍຮ່ວມມືທີ່ມີປະສິດທິຜົນ.
ທີສາມ, ຍົກສູງຄວາມສາມາດໃນການຈັດຕັ້ງຂອງຖັນແຖວພະນັກງານສະມາຄົມແມ່ຍິງ. ສະມາຄົມແມ່ຍິງຈັດຕັ້ງຊຸດຝຶກອົບຮົມເພື່ອເພີ່ມຂີດຄວາມສາມາດຂອງຖັນແຖວພະນັກງານ ໃນການເຄື່ອນໄຫວສະໜັບະໜູນການເລີ່ມຕົ້ນທຸລະກິດຂອງແມ່ຍິງ, ການພັດທະນາເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກ; ຈັດນຳເນື້ອໃນການສຶກສາທາງການເງິນທີ່ຮອບດ້ານ, ທັກສະໃນການສະໜັບສະໜູນໃຫ້ແມ່ຍິງພັດທະນາເສດຖະກິດລວມໝູ່ ແລະ ສະຫະກອນ ເຂົ້າໃນເອກະສານຝຶກອົບຮົມຂອງສະມາຄົມແມ່ຍິງ.
ທີສີ່, ປະສານສົມທົບ ແລະ ລະດົມແຫຼ່ງກຳລັງ ເພື່ອໜູນຊ່ວຍການພັດທະນາເສດຖະກິດຂອງແມ່ຍິງ. ສະມາຄົມແມ່ຍິງທຸກຂັ້ນຊຸກຍູ້ການສ້າງເຄືອຂ່າຍທີ່ປຶກສາ, ສະໜັບສະໜູນແມ່ຍິງໃນການເລີ່ມຕົ້ນທຸລະກິດ ແລະ ພັດທະນາເສດຖະກິດ; ຈັດຕັ້ງກອງປະຊຸມ, ເວທີປາໄສການເຊື່ອມໂຍງ, ການເຊື່ອມຕໍ່ລະຫວ່າງວິສາຫະກິດຂອງແມ່ຍິງ, ສະຫະກອນທີ່ຄຸ້ມຄອງໂດຍແມ່ຍິງ ກັບບັນດາວິສາຫະກິດແລະຜູ້ຈັດຈໍາໜ່າຍ; ປະສານງານກັບທະນາຄານນະໂຍບາຍສັງຄົມ, ທະນາຄານກະສິກຳແລະພັດທະນາຊົນນະບົດ ແລະສະຖາບັນສິນເຊື່ອ ໃນການສະໜັບສະໜູນແມ່ຍິງເຂົ້າເຖິງບໍລິການທາງການເງິນທີ່ຫຼາກຫຼາຍ; ເພີ່ມທະວີການລະດົມແຫຼ່ງທຶນຈາກງົບປະມານແຫ່ງລັດ ດ້ວຍຄວາມເປັນເຈົ້າການໃນການເຄື່ອນໄຫວຄົ້ນຄວ້າ, ພັດທະນາ, ສະເໜີບັນດາການເຄື່ອນໄຫວ ໂຄງການ ແລະ ການເຂົ້າຮ່ວມບັນດາໂຄງການເປົ້າໝາຍແຫ່ງຊາດ; ຂະຫຍາຍການປະສານງານກັບບັນດາອົງການຈັດຕັ້ງໃນປະເທດແລະຕ່າງປະເທດ ເພື່ອເຕົ້າໂຮມແຫຼ່ງພະລັງເຂົ້າໃນການເຄື່ອນໄຫວໜູນຊ່ວຍການພັດທະນາເສດຖະກິດຂອງແມ່ຍິງ ແລະ ການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ./.
---------------------------
(1) ເບິ່ງ: ກົມໃຫຍ່ສະຖິຕິ: “ລາຍງານການສຳຫຼວດແຮງງານແລະວຽກເຮັດງານທຳປີ 2020”, https://www.gso.gov.vn/wp-content/uploads/2022/02/sach_laodong_2020_b6.pdf
(2) ເບິ່ງ: ກະຊວງແຜນການແລະການລົງທຶນ: “ລາຍງານແຫ່ງຊາດປີ 2020 - ຄວາມຄືບໜ້າ 5 ປີ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ”, ໜ້າ 71.
(3) ເບິ່ງ: ສະຫະພັນແມ່ຍິງຫວຽດນາມ: “ເອກະສານເພື່ອຮຽນຮູ້ແລະຊາບຊຶມມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13”, http://hoilhpn.org.vn/documents/1809139/3700021/baigiang+NQDH+13+full.pdf/1a534372-bd08-4cc5-912f-c3ac991bd154
(4) 6 ຂໍ້ “ທີ່ສຸດ”: ໜີ້ຄົງຄ້າງສູງສຸດ; ອັດຕາໜີ້ທີ່ຄ້າງຊໍາລະຕໍ່າສຸດ; ຈຳນວນໜ່ວຍເງິນຝາກປະຢັດແລະເງິນກູ້ມີຫຼາຍທີ່ສຸດ; ອັດຕາສ່ວນສະມາຊິກທີ່ເຂົ້າຮ່ວມໃນເງິນຝາກປະຢັດສູງທີ່ສຸດ; ຈໍານວນສະມາຊິກຫຼາຍທີ່ສຸດ; ໜ່ວຍສິນເຊື່ອແລະເງິນຝາກປະຢັດມີຄຸນນະພາບດີທີ່ສຸດ.
(5) ເຖິງເດືອນທັນວາ 2021, ລະບົບສະມາຄົມແມ່ຍິງໃນ 52/63 ແຂວງ ນະຄອນ ທີ່ມີການດຳເນີນໂຄງການການເງິນຈຸລະພາກ, ໃນນັ້ນມີ 1 ອົງການການເງິນຈຸລະພາກທີ່ໄດ້ຮັບໃບອະນຸຍາດ (ຂັ້ນສູນກາງ), ໂຄງການການເງິນຈຸລະພາກ 170 ໂຄງການທີ່ດຳເນີນການໂດຍສະຫະພັນແມ່ຍິງບໍລິຫານຈັດການໂດຍກົງ. ໜີ້ຄົງຄ້າງລວມມີມູນຄ່າເກືອບ 2.000 ຕື້ດົ່ງ ແລະ ຍອດເງິນຝາກປະຢັດສູງເຖິງເກືອບ 400 ຕື້ດົ່ງ ໂດຍມີລູກຄ້າທັງໝົດເກືອບ 300.000 ຄົນ.
(6) ຕາມມະຕິຕົກລົງສະບັບເລກທີ 01/QĐ-TTg, ລົງວັນທີ 3 ມັງກອນ 2023, ຂອງນາຍົກລັດຖະມົນຕີ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1010 (ເດືອນມີນາ 2023)