ປັບປຸງຮູບແບບການຈັດຕັ້ງລວມຂອງລະບົບການເມືອງຢູ່ຫວຽດນາມ
ໃຫ້ສົມບູບແບບໃນສະພາບການປະຈຸບັນ
ໃຫ້ສົມບູບແບບໃນສະພາບການປະຈຸບັນ
ວກ. - ການສ້າງຮູບແບບການຈັດຕັ້ງລວມຂອງລະບົບການເມືອງຫວຽດນາມ ແມ່ນຂະບວນການທີ່ສັບສົນ ແລະ ຍາວນານ, ສະແດງໃຫ້ເຫັນເຖິງຄວາມເຂົ້າກັນໄດ້ກັບສະພາບທາງປະຫວັດສາດ ວັດທະນະທຳ ແລະ ການເມືອງຂອງປະເທດ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມທີ່ນັບມື້ນັບເລິກເຊິ່ງ, ຮູບແບບລວມຂອງລະບົບການເມືອງຕ້ອງສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການ ແລະ ການປະຕິບັດໃນປະເທດ ແລະ ສາກົນ.
ຮູບແບບການຈັດຕັ້ງລວມຂອງລະບົບການເມືອງຢູ່ຫວຽດນາມໃນປະຈຸບັນ
ການຈັດຕັ້ງກົງຈັກຂອງລະບົບການເມືອງມີບົດບາດແລະຕຳແໜ່ງສຳຄັນທີ່ສຸດ ແລະເປັນພື້ນຖານຫຼັກປະກັນຄວາມສຳເລັດອັນຍິ່ງໃຫຍ່ຂອງປະເທດ.
ຮູບແບບການຈັດຕັ້ງລວມຂອງລະບົບການເມືອງຫວຽດນາມປະກອບດ້ວຍອົງປະກອບຕ່າງໆ ເຊັ່ນ ພັກ ລັດ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.
* ຮູບແບບການຈັດຕັ້ງລວມຂອງພັກ.
ມາດຕາ 10, ກົດລະບຽບຂອງພັກກອມມູນິດຫວຽດນາມ ກຳນົດ: “1. ລະບົບການຈັດຕັ້ງອົງການຂອງພັກຖືກສ້າງຂຶ້ນໃຫ້ສອດຄ່ອງກັບລະບົບການຈັດຕັ້ງການບໍລິຫານຂອງລັດ. 2. ອົງການພັກຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນໃນໜ່ວຍງານບໍລິຫານ, ໜ່ວຍພາລະການສາທາລະນະ, ໜ່ວຍເສດຖະກິດຫຼືການງານ ເຊິ່ງຢູ່ພາຍໃຕ້ການນໍາພາຂອງຄະນະພັກເມືອງ, ຕົວເມືອງ ແລະ ນະຄອນຂຶ້ນກັບແຂວງ. ອົງການພັກໃນກອງທັບປະຊາຊົນຫວຽດນາມ ແລະ ຕຳຫຼວດປະຊາຊົນຫວຽດນາມ ຕາມຂໍ້ກຳນົດຂອງໝວດທີ VI. ການຈັດຕັ້ງອົງການພັກໃນສະຖານທີ່ທີ່ມີລັກສະນະສະເພາະ ໃຫ້ຈັດຕັ້ງຕາມລະບຽບການຂອງຄະນະບໍລິຫານງານສູນກາງ”(1). ລະບົບການຈັດຕັ້ງອົງການຂອງພັກທີ່ຕັ້ງຂຶ້ນໃນລະດັບບໍລິຫານອານາເຂດແມ່ນລະບົບພື້ນຖານ ເຊິ່ງຮັບປະກັນການນຳພາໂດຍກົງ ແລະ ຮອບດ້ານຂອງພັກໃນແຕ່ລະລະດັບ ແລະ ຂອງທົ່ວພັກ. ຕາມຂໍ້ກຳນົດຂອງກົດລະບຽບຂອງພັກ, ການຈັດຕັ້ງຂອງພັກກອມມູນິດຫວຽດນາມໃນປະຈຸບັນລວມມີ: ລະບົບການຈັດຕັ້ງອົງຄະນະພັກ, ໜ່ວຍພັກ (ຈາກຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນຮາກຖານ, ໜ່ວຍພັກພາຍໃຕ້ຄະນະພັກຮາກຖານ, ຄະນະພັກພາກສ່ວນ, ໜ່ວຍພັກຮາກຖານ); ອົງການການນຳຂອງພັກທຸກຂັ້ນ (ກອງປະຊຸມໃຫຍ່, ຄະນະບໍລິຫານງານພັກ); ໜ່ວຍງານທີ່ປຶກສາແລະຊ່ວຍເຫຼືອຂອງຄະນະບໍລິຫານງານພັກ (ບັນດາຄະນະຂອງພັກ - ໜ່ວຍງານທີ່ປຶກສາແລະຊ່ວຍເຫຼືອຂອງຄະນະພັກ, ໜ່ວຍບໍລິການສາທາລະນະຂອງພັກ); ອົງການພັກທີ່ສ້າງຕັ້ງຂຶ້ນໃນສຳນັກງານອົງການລັດ ແລະ ອົງການທາງການເມືອງ-ສັງຄົມ (ຄະນະກຳກັບວຽກງານພັກ, ຄະນະກຳມະການພັກ).
* ຮູບແບບການຈັດຕັ້ງລວມຂອງລັດ.
ກົງຈັກຂອງລັດແມ່ນອົງການຂອງລັດທັງໝົດ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ, ເຊິ່ງດຕັ້ງ ແລະ ດຳເນີນງານຕາມຫຼັກການເປັນເອກະພາບ, ສ້າງເປັນກົນໄກທີ່ຄົບຊຸດ ເພື່ອປະຕິບັດພາລະບົດບາດແລະໜ້າທີ່ຂອງລັດ. ຕາມລັດຖະທຳມະນູນ, ລັດຫວຽດນາມລວມມີ: ສະພາແຫ່ງຊາດ (ແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນ, ອົງການອຳນາດລັດສູງສຸດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ; ໃຊ້ອຳນາດນິຕິບັນຍັດ ສ້າງລັດຖະທຳມະນູນ, ຕັດສິນຕົກລົງບັນດາບັນຫາສຳຄັນຂອງປະເທດ ແລະ ດຳເນີນການຕິດຕາມກວດກາສູງສຸດຕໍ່ການເຄື່ອນໄຫວຂອງລັດ); ປະທານປະເທດ (ແມ່ນປະມຸກລັດ, ຕາງໜ້າສາທາລະນະລັດສັງຄົມນິຍົມຫວຽດນາມ ໃນການພົວພັນພາຍໃນ ແລະຕ່າງປະເທດ, ດຳລົງຕຳແໜ່ງປະທານສະພາປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ແລະ ປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ); ລັດຖະບານ (ແມ່ນອົງການບໍລິຫານລັດສູງສຸດຂອງສາທາລະນະລັດສັງຄົມນິຍົມຫວຽດນາມ, ໃຊ້ອຳນາດບໍລິຫານ, ແມ່ນອົງການປະຕິບັດງານຂອງສະພາແຫ່ງຊາດ), ສານປະຊາຊົນ, ອົງການໄອຍະການປະຊາຊົນ; ອົງການອຳນາດການປົກຄອງທ້ອງຖິ່ນ (ຈັດຕັ້ງຢູ່ບັນດາຫົວໜ່ວຍບໍລິຫານຂອງສາທາລະນະລັດສັງຄົມນິຍົມຫວຽດນາມ; ລະດັບການປົກຄອງທ້ອງຖິ່ນລວມມີ: ສະພາປະຊາຊົນ ແລະ ຄະນະກຳມະການປະຊາຊົນ ເຊິ່ງໄດ້ຈັດຕັ້ງຢ່າງເໝາະສົມຕາມລັກສະນະຂອງພື້ນທີ່ຊົນນະບົດ, ຕົວເມືອງ, ໝູ່ເກາະ, ຫົວໜ່ວຍບໍລິຫານ-ເສດຖະກິດພິເສດ ທີ່ກຳນົດໂດຍກົດໝາຍ).
* ຮູບແບບການຈັດຕັ້ງລວມຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.
ຕາມລັດຖະທຳມະນູນປີ 2013, ແນວໂຮມປະເທດຊາດຫວຽດນາມແມ່ນພັນທະມິດທາງການເມືອງ, ສະຫະພາບສະໝັກໃຈຂອງບັນດາອົງການທາງການເມືອງ, ອົງການທາງສັງຄົມ ແລະ ບຸກຄົນທີ່ມີຊື່ສຽງໃນບັນດາຊົນຊັ້ນສັງຄົມ, ຊົນເຜົ່າ, ສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດ. ແນວໂຮມປະເທດຊາດຫວຽດນາມແມ່ນພື້ນຖານທາງການເມືອງຂອງອຳນາດການປົກຄອງປະຊາຊົນ; ເປັນຜູ້ຕາງໜ້າແລະປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງປະຊາຊົນ; ເຕົ້າໂຮມແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ປະຕິບັດປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມທາງສັງຄົມ; ດຳເນີນການຕິດຕາມກວດກາແລະວິຈານສັງຄົມ; ເຂົ້າຮ່ວມການກໍ່ສ້າງພັກ ລັດ ແລະການເຄື່ອນໄຫວພົວພັນຕ່າງປະເທດຂອງປະຊາຊົນ, ປະກອບສ່ວນກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ສະຫະພັນກຳມະບານຫວຽດນາມ, ສະມາຄົມຊາວກະສິກອນຫວຽດນາມ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຫະພັນແມ່ຍິງວຫຽດນາມ ແລະ ສະມາຄົມນັກຮົບເກົ່າຫວຽດນາມ ແມ່ນບັນດາອົງການຈັດຕັ້ງການເມືອງ-ສັງຄົມ ທີ່ກໍ່ຕັ້ງຂຶ້ນບົນພື້ນຖານຂອງຄວາມສະໝັກໃຈ, ເປັນຕົວແທນແລະປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກຕ້ອງຕາມກົດຫມາຍ ຂອງສະມາຊິກສະມາຄົມ ແລະສະມາຊິກຂອງອົງການຈັດຕັ້ງຂອງຕົນ; ພ້ອມກັນກັບອົງການສະມາຊິກອື່ນຂອງແນວໂຮມ ເພື່ອປະສານງານແລະຮ່ວມການດຳເນີນງານພາຍໃນແນວໂຮມປະເທດຊາດຫວຽດນາມ.
ແນວທາງແກ້ໄຂເພື່ອເຮັດໃຫ້ຮູບແບບການຈັດຕັ້ງລວມຂອງລະບົບການເມືອງຢູ່ຫວຽດນາມສົມບູນແບບ
ໃນໄລຍະຈະມາເຖິງ
ທີໜຶ່ງ, ຄວາມເປັນເອກະພາບທາງດ້ານການຮັບຮູ້
ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນແມ່ນ ຕ້ອງມີທັດສະນະທີ່ເປັນເອກະພາບ ແລະ ຄວາມຕັດສິນໃຈທາງການເມືອງອັນຍິ່ງໃຫຍ່ໃນລະດັບສູງຂອງພັກ, ໃນນັ້ນມີຄະນະບໍລິຫານງານສູນກາງ, ກົມການເມືອງ ແລະ ຄະນະເລຂາທິການ, ໂດຍມີທິດທາງທີ່ຈະແຈ້ງ ແລະ ມີແຜນງານໃນການຜັນຂະຫຍາຍຮູບແບບການຈັດຕັ້ງກົງຈັກໃໝ່ຂອງລະບົບການເມືອງ ຢ່າງເປັນວິທະຍາສາດແລະສົມເຫດສົມຜົນ. ຈຳເປັນຕ້ອງອອກມະຕິສູນກາງພ້ອມກັບຄຳແນະນຳສະເພາະໃຫ້ທຸກຂັ້ນ, ກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນ ກ່ຽວກັບບັນຫານີ້. ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ຍົກສູງຄວາມຮັບຮູ້ຂອງຄະນະພັກ, ພະນັກງານ ແລະ ສະມາຊິກພັກ ໃນລະບົບຂອງພັກ ແລະ ອຳນາດການປົກຄອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນ ກ່ຽວກັບຮູບແບບການຈັດຕັ້ງກົງຈັກໃໝ່. ຜັນຂະຫຍາຍການສ້າງຮູບແບບການຈັດຕັ້ງກົງຈັກໃໝ່ໃນທາງປະຕິບັດ ບົນພື້ນຖານຂອງການຄົ້ນຄວ້າ, ການປຶກສາຫາລື ການສົນທະນາ ການແລກປ່ຽນຮຽນຮູ້ຈາກປະສົບການ ແລະການນຳໄປປະຕິບັດເທື່ອລະກ້າວ, ເຮັດເນື້ອໃນທີ່ງ່າຍແລະຊັດເຈນກ່ອນ, ເຮັດທົດລອງບັນຫາທີ່ສັບສົນ ຫຍຸ້ງຍາກແລ້ວ ສະຫຼຸບແລະປະເມີນຜົນຢ່າງລະອຽດກ່ອນທີ່ຈະນຳໄປປະຕິບັດໃນວົງກວ້າງ. ເພີ່ມທະວີການນຳພາ ຊີ້ນຳການປັບປຸງຍົກສູງຄຸນນະພາບການເຄື່ອນໄຫວຂອງອົງການສື່ມວນຊົນ ໃນການໂຄສະນາເຜີຍແຜ່ກ່ຽວກັບການສ້າງຮູບແບບການຈັດຕັ້ງກົງຈັກໃໝ່.
ທີສອງ, ປັບປຸງກົງຈັກຂອງໜ່ວຍງານແລະອົງການໃນລະບົບການເມືອງໃຫ້ສົມບູນແບບ.
ໃນປະຈຸບັນ, ຈຳເປັນຕ້ອງສຸມໃສ່ການຈັດວາງສັບຊ້ອນໜ່ວຍງານແລະອົງການຕ່າງໆໃຫ້ຮັດກຸມສົມບູນເຂັ້ມແຂງ ເພື່ອເພີ່ມທະວີບົດບາດນຳພາແລະກຳອຳນາດຂອງພັກ; ປັບປຸງປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງບໍລິຫານຂອງລັດ; ເສີມຂະຫຍາຍບົດບາດໃນການເຕົ້າໂຮມ ແລະສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຕິດຕາມກວດກາແລະວິຈານສັງຄົມ, ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ. ການຈັດວາງສັບຊ້ອນແລະປັບປຸງບູລະນະໜ່ວຍງານແລະອົງການຕາມທິດທາງດັ່ງນີ້: 1- ຮັບປະກັນຄວາມຄົບຊຸດລະຫວ່າງບັນດາກຸ່ມ ແລະລະຫວ່າງບັນດາໜ່ວຍງານແລະອົງການໃນກຸ່ມ; 2- ໃຫ້ສອດຄ່ອງກັບລະບອບລະບຽບຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; 3- ສືບຕໍ່ປັບປຸງຫົວເງື່ອນແລະການບັນຈຸພະນັກງານ, ຫຼຸດຜ່ອນຕົວກາງ; 4- ເພີ່ມທະວີປະສິດທິພາບຂອງກົນໄກການແບ່ງຂັ້ນ, ການກະຈາຍອຳນາດ, ການແບ່ງງານ, ປະສານງານ ແລະ ການຄວບຄຸມລະຫວ່າງອົງການຂອງລັດ ໃນການດຳເນີນການຕາມອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ; 5- ສືບຕໍ່ການແບ່ງຂັ້ນ ແລະກະຈາຍອຳນາດ ໄປຄຽງຄູ່ກັບການກຳນົດຄວາມຮັບຜິດຊອບຂອງອົງການແລະບຸກຄົນ ໂດຍສະເພາະຫົວໜ້າໃນກົງຈັກຂອງລັດ.
ທີສາມ, ປັບປຸງສະຖາບັນ ກົນໄກ ກົດລະບຽບ ແລະ ນະໂຍບາຍທີ່ເໝາະສົມໃຫ້ສົມບູນແບບ.
ກວດກາທົບທວນຄືນລະບົບກົດລະບຽບທັງໝົດຂອງພັກ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາກົດໝາຍແລະເອກະສານຂອງລັດທີ່ກ່ຽວຂ້ອງ ເພື່ອແກ້ໄຂແລະເພີ່ມເຕີມໃຫ້ສອດຄ່ອງກັບຮູບແບບການຈັດຕັ້ງກົງຈັກໃໝ່, ແຕ່ຕ້ອງເປັນໄປບົນພື້ນຖານກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດລະບຽບຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໃນປະຈຸບັນ.
ເພີ່ມທະວີແລະປັບປຸງຍົກສູງຄຸນນະພາບຂອງການຄົ້ນຄວ້າວິທະຍາສາດກ່ຽວກັບການຈັດຕັ້ງກົງຈັກຂອງລະບົບການເມືອງ ແລະ ກະກຽມເປັນຢ່າງດີໃຫ້ແກ່ການແກ້ໄຂກົດລະບຽບຂອງພັກ, ກົດລະບຽບຂອງແນວໂຮມປະເທດຊາດຫວຽດນາມ, ກົດລະບຽບຂອງ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ການແກ້ໄຂລັດຖະທຳມະນູນໃນເວລາທີ່ເໝາະສົມ. ດຳເນີນການຕິດຕາມ ແລະ ຕິດຕາມກວດກາການເຄື່ອນໄຫວຕົວຈິງຂອງອົງການຈັດຕັ້ງໃນລະບົບການເມືອງທຸກຂັ້ນທີ່ໄດ້ຮັບການກໍ່ສ້າງຕາມຮູບແບບການຈັດຕັ້ງກົງຈັກໃໝ່, ເອົາໃຈໃສ່ຕີລາຄາປະສິດທິພາບການເຄື່ອນໄຫວ, ມີແຜນນະໂຍບາຍແລະວິທີແກ້ໄຂທີ່ຖືກຕ້ອງ ທັນການ ເພື່ອເສີມຂະຫຍາຍຂໍ້ດີ, ຜ່ານຜ່າຂໍ້ຈຳກັດ ແລະ ຄວາມຂາດເຂີນ, ເພື່ອໃຫ້ບັນດາອົງການດັ່ງກ່າວສາມາດດຳເນີນງານໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນຫຼາຍຂຶ້ນ.
ຕ້ອງໃຫ້ຄວາມສຳຄັນເປັນພິເສດ ແລະດຳເນີນການຢ່າງດີ ໃນການກໍ່ສ້າງຖັນແຖວພະນັກງານ ລັດຖະກອນ ແລະ ພາລະກອນທີ່ດີ (ມີຄຸນສົມບັດ ມີຄວາມສາມາດ ມີຄຸນວຸດທິ) ເພື່ອປັບຕົວໃຫ້ເຂົ້າກັບຮູບແບບການຈັດຕັ້ງກົງຈັກໃໝ່. ປ່ຽນແປງໃໝ່ນະໂຍບາຍພະນັກງານໃຫ້ເໝາະສົມກັບຄວາມຕ້ອງການຂອງການປ່ຽນແປງໃໝ່ ແລະ ປັບປຸງໃຫ້ຮູບແບບການຈັດຕັ້ງກົງຈັກໃໝ່ສົມບູນແບບ. ຊຸກຍູ້ການສ້າງ ປະກາດໃຊ້ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍແລະນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງ ການຝຶກອົບຮົມ ການນຳໃຊ້ ແລະການຄຸ້ມຄອງພະນັກງານຕາມຕຳແໜ່ງພະນັກງານ, ຮັບປະກັນຜົນປະໂຫຍດທາງວັດຖຸຂອງພະນັກງານ ແລະປຸກລະດົມຈິດໃຈຕາມຕຳແໜ່ງພະນັກງານ ແລະຕຳແໜ່ງງານ; ດຳເນີນການກວດສອບແລະປະມວນຜົນເອກະສານປະຈຸບັນ, ພັດທະນາແລະປະກາດເອກະສານໃໝ່ຂອງພັກກ່ຽວກັບນະໂຍບາຍພະນັກງານຕຳແໜ່ງພະນັກງານ ແລະຕຳແໜ່ງງານ. ນຳພາແລະຊີ້ນຳຢ່າງແໜ້ນແຟ້ນຕໍ່ການທົດລອງປະຕິບັດເອກະສານຕ່າງໆຂອງພັກກ່ຽວກັບນະໂຍບາຍພະນັກງານ, ໂດນສະເພາະເອກະສານທີ່ອອກໃໝ່, ຖອດຖອນບົດຮຽນປະສົບການໃນການຕັດສິນໃຈສະເພາະຂອງເອກະສານແຕ່ລະປະເພດ; ຜັນຂະຫຍາຍຢ່າງແຂງແຮງການຈ່າຍເງິນເດືອນ ເງິນລາງວັນໃຫ້ແກ່ພະນັກງານ ລັດຖະກອນ ຕາມຕໍາແໜ່ງພະນັກງານ ແລະຕໍາແໜ່ງງານ. ເສີມຂະຫຍາຍບົດບາດຂອງປະຊາຊົນຢ່າງແຂງແຮງແລະມີປະສິດທິຜົນ ໃນການເຂົ້າຮ່ວມການປ່ຽນແປງໃໝ່ນະໂຍບາຍພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງການປ່ຽນແປງແລະປັບປຸງລະບົບການເມືອງໃຫ້ສົມບູນຕາມຮູບແບບການຈັດຕັ້ງໃໝ່.
ເພີ່ມທະວີການກວດກາ ກວດສອບ ແລະຕິດຕາມກວດກາການປະຕິບັດ ແລະ ຈັດການກັບບັນຫາທີ່ເກີດຂຶ້ນໂດຍທັນທີ. ສ້າງໂຄງການ ແຜນການ ແລະ ກຳນົດເນື້ອໃນຂອງວຽກງານກວດກາ ຕິດຕາມກວດກາລາຍໄຕມາດ ປະຈຳປີ ແລະໄລຍະຍາວ; ເລືອກຮູບແບບການກວດກາ, ຕິດຕາມກວດກາທີ່ເໝາະສົມ ແລະ ນຳໄປປະຕິບັດ. ປະຕິບັດການນຳພາເປັນຢ່າງດີ ໃນການກວດກາ ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດໜ້າທີ່ໃຫ້ເປັນໄປຕາມຂໍ້ກຳນົດຂອງກົດລະບຽບຂອງພັກ; ໃຫ້ຄວາມສຳຄັນແລະສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະປະຊາຊົນ ໃຫ້ເຂົ້າຮ່ວມໃນວຽກງານຕິດຕາມ ແລະກວດກາການສ້າງຮູບແບບການຈັດຕັ້ງກົງຈັກໃໝ່.
ຍູ້ແຮງການສະຫຼຸບສັງລວມ ແລະ ຄົ້ນຄວ້າທິດສະດີກ່ຽວກັບວິທະຍາສາດການຈັດຕັ້ງທີ່ຕິດພັນກັບສະພາບການຕົວຈິງຂອງຫວຽດນາມ ໃນໄລຍະການປ່ຽນແປງໃໝ່ໃນປະຈຸບັນ ໂດຍຄຳນຶງເຖິງຄຸນລັກສະນະຂອງສະຖານະການໂລກ ແລະ ພາກພື້ນ.
ທີສີ່, ປ່ຽນແປງໃໝ່ສາຍພົວພັນລະຫວ່າງພັກ ລັດ ແລະແນວໂຮມປະເທດຊາດຫວຽດນາມ ກັບ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.
ຈຳເປັນຕ້ອງຮັບຮູ້ຢ່າງຈະແຈ້ງເຖິງບົດບາດທີ່ຕັ້ງ ຕຳແໜ່ງ ແລະຄວາມຮັບຜິດຊອບຂອງພັກກອມມູນິດຫວຽດນາມໃນລະບົບການເມືອງ, ພັກເປັນຜູ້ນຳພາພາລະກິດການປະຕິວັດ, ສ້າງ ແລະພັດທະນາປະເທດຕາມທິດທາງສັງຄົມນິຍົມ, ມຸ່ງສູ່ການສ້າງຫວຽດນາມໃຫ້ເປັນປະເທດທີ່ “ປະຊາຊົນຮັ່ງມີ, ປະທດຊາເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະອາລະຍະທຳ”. ສືບຕໍ່ປ່ຽນແປງໃໝ່ແລະປັບປຸງລະບົບການເມືອງໃຫ້ສົມບູນແບບ ຕິດກັບການປ່ຽນແປງໃໝ່ແບບວິທີການນຳພາແລະກຳອຳນາດຂອງພັກ.
ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ; ກໍ່ສ້າງກົງຈັກລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ມີຄວາມຄ່ອງຕົວ ມີປະສິດທິພາບ ແລະປະສິດທິຜົນ; ຍູ້ແຮງການແບ່ງຂັ້ນ ແລະການກະຈາຍອຳນາດ ເພື່ອຮັບປະກັນການຄຸ້ມຄອງເປັນເອກະພາບ, ເສີມຂະຫຍາຍຄວາມເປັນເຈົ້າການ ຄວາມຄິດປະດິດສ້າງ ແລະຄວາມຮັບຜິດຊອບຂອງທຸກຂັ້ນ ທຸກຂະແໜງການ. ກໍ່ສ້າງລັດທີ່ສ້າງສັນ, ລັດຖະບານທີ່ຊື່ສັດທ່ຽງທຳ ກະທຳ ແລະຮັບໃຊ້; ການບໍລິຫານທີ່ທັນສະໄໝ ເປັນມືອາຊີບ ມີລະບຽບວິໄນ ເປີດເຜີຍ ແລະໂປ່ງໃສ. ສືບຕໍ່ກໍ່ສ້າງລະບົບຕຸລາການຫວຽດນາມທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ຊື່ສັດ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນປະຊາຊົນ.
ສ້າງກົນໄກແລະກົດລະບຽບໃນການປະສານງານບົນພື້ນຖານຂອງການແບ່ງໜ້າທີ່ທີ່ຊັດເຈນແລະຈະແຈ້ງລະຫວ່າງ ພັກ ລັດ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ; ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ຮັບປະກັນການນຳພາລວມສູນ ເປັນເອກະພາບຂອງພັກ; ພ້ອມກັນນັ້ນ, ໃຫ້ເຄົາລົບຫຼັກການປຶກສາຫາລືຊາທິປະໄຕໃນອົງການຈັດຕັ້ງ ແລະການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ, ເສີມຂະຫຍາຍບົດບາດ ຄວາມເປັນເຈົ້າຕົນເອງ ຄວາມຂະຫຍັນຂັນເຄື່ອນ ແລະຄວາມຄິດປະດິດສ້າງ ຂອງແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຢ່າງແຂງຂັນ. ເພີ່ມທະວີການປະສົມປະສານລະຫວ່າງການຕິດຕາມກວດກາຂອງພັກ ກັບການຕິດຕາມກວດກາຂອງລັດ ແລະ ຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ເພື່ອເສີມຂະຫຍາຍກຳລັງແຮງສັງລວມ ແລະປັບປຸງຍົກສູງປະສິດທິພາບຂອງການຕິດຕາມກວດກາ, ຫຼີກລ້ຽງການທັບຊ້ອນ ການຊ້ຳຊ້ອນ ແລະ ການສິ້ນເປືອງຊັບພະຍາກອນ, ສ້າງການເຄື່ອນໄຫວທີ່ຄ່ອງແຄ້ວ ກົມກຽວຂອງລະບົບການເມືອງ, ເປີດກວ້າງແລະເສີມຂະຫຍາຍປະຊາທິປະໄຕໃນສັງຄົມ, ປັບປຸງຍົກສູງຄຸນນະພາບຂອງລະບົບການເມືອງທັງໝົດ.
ເສີມຂະຫຍາຍບົດບາດຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງພັກ ແລະລະບົບການເມືອງ, ເພີ່ມທະວີການພົວພັນໃກ້ຊິດສະໜິດແໜ້ນ ລະຫວ່າງພັກແລະລັດກັບປະຊາຊົນ. ປ່ຽນແປງໃໝ່ເນື້ອໃນແລະວິທີການໂຄສະນາຂົນຂວາຍປະຊາຊົນ ໂດຍຖືເອົາຄວາມຕ້ອງການແລະຜົນປະໂຫຍດທີ່ຊອບທຳຂອງປະຊາຊົນທຸກຊົນຊັ້ນເປັນພະລັງຂັບເຄື່ອນທີ່ສຳຄັນສຳລັບວຽກງານຂົນຂວາຍແລະເຕົ້າໂຮມປະຊາຊົນ; ການຫັນລົງສູ່ຮາກຖານຢ່າງແຂງແຮງ, ໃຫ້ຄວາມສຳຄັນກັບປັດໄຈໃໝ່ ແລະວິທີການສ້າງສັນ ໃນການເຮັດສິ່ງຕ່າງໆ ທີ່ມີຜົນກະທົບໃນວົງກວ້າງ./.
-----------------------------
* ບົດຄວາມນີ້ເປັນຜົນງານວິໄຈຂອງໂຄງການວິທະຍາສາດແຫ່ງຊາດ ເລື່ອງ “ຮູບແບບການຈັດຕັ້ງໂດຍລວມຂອງລະບົບການເມືອງທີ່ສອດຄ່ອງກັບຄວາມຕ້ອງການແລະເງື່ອນໄຂສະເພາະ ຂອງປະເທດເຮົາ ໃນສະພາບການໃໝ່” (ລະຫັດ KX.04.39/21-25) ພາຍໃຕ້ໂຄງການວິທະຍາສາດສັງຄົມຈຸດສຸມແຫ່ງຊາດ ໄລຍະປີ 2021-2025.
(1) ກົດລະບຽບຂອງພັກກອມມູນິດຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 19-20.
(2) ຂໍ້ມູນໃນບົດຄວາມລວບລວມໂດຍທີມວິໄຈຕາມລາຍງານຂອງບັນດາອົງການ, ຄະນະ, ກະຊວງ, ຂະແໜງການ.
(3) ການຈັດຕັ້ງກົງຈັກຂອງແຂວງ, ນະຄອນຂຶ້ນກັບສູນກາງ:
- ອົງການບໍລິຫານຂອງກຸ່ມພັກລະດັບແຂວງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ຄະນະພັກ, ບັນດາອົງຄະນະພັກກຸ່ມ ແລະ ອົງຄະນະພັກຂຶ້ນກັບແຂວງ.
- ອົງການບໍລິຫານຂອງກຸ່ມພັກລະດັບເມືອງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ຄະນະພັກ, ບັນດາອົງຄະນະພັກຂຶ້ນກັບເມືອງທີ່ມີພະນັກງານວິຊາສະເພາະ.
- ອົງການປົກຄອງທ້ອງຖິ່ນຂັ້ນແຂວງລວມມີບັນດາອົງການສະເພາະໃນສັງກັດຄະນະກໍາມະການປະຊາຊົນແຂວງ ແລະໜ່ວຍງານບໍລິຫານອື່ນໆຢູ່ຂັ້ນແຂວງ.
- ອົງການປົກຄອງທ້ອງຖິ່ນຂັ້ນເມືອງລວມມີບັນດາອົງການສະເພາະໃນສັງກັດຄະນະກໍາມະການປະຊາຊົນເມືອງ ແລະໜ່ວຍງານບໍລິຫານອື່ນໆຢູ່ຂັ້ນເມືອງ.
- ອົງການບໍລິຫານຂອງກຸ່ມແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນແຂວງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນແຂວງ.
- ອົງການບໍລິຫານຂອງກຸ່ມແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນເມືອງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ແນວໂຮມປະເທດຊາດຫວຽດນາ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນເມືອງ.
(4) ເຊີນລາ, ລ່າວກາຍ, ຮ່າຢາງ, ກາວບັ່ງ, ລັກນິງ, ຮືງອຽນ, ນິງບິ່ງ, ຮ່າຕິ້ງ, ກວ໋າງຈີ້, ເທື່ອທຽນເຫວ້, ຝູອຽນ, ກອນຕຸມ, ຢາລາຍ, ດັກນົງ, ນິງຖ້ວນ, ບິ່ງຖ້ວນ, ບິ່ງເຝື້ອກ, ບິ່ງເຢືອງ, ໄຕນິງ, ບ່າເຣ້ຍ - ຫວຸງເຕົ່າ, ລອງອານ, ເບ໊ນແຈ, ດົ່ງທ້າບ, ຫວິງລອງ, ຈ່າວິງ, ສອັກຈັງ, ອານຢາງ, ກ່າເມົາ.
(5) ລ່າວກາຍ.
(6) ຫາຍຝ່ອງ, ດ້ຽນບຽນ, ອຽນບ໊າຍ, ຮ່າຢາງ, ຕວຽນກວາງ, ກວ໋າງນິງ, ນາມດິ້ງ, ເງ້ອານ, ຮ່າຕິ້ງ, ກວ໋າງງ້າຍ, ກອນຕຸມ, ບິ່ງຖ້ວນ, ຈ່າວິງ.
(7) ຮ່າຢາງ.
(8) ຫາຍຝ່ອງ, ດ້ຽນບຽນ, ອຽນບ໊າຍ, ຮ່າຢາງ, ຕວຽນກວາງ, ກວ໋າງນິງ, ຮ່າຕິ້ງ, ກວ໋າງງ້າຍ, ກອນຕຸມ, ບິ່ງຖ້ວນ, ຈ່າວິງ.
(9) ຮ່າຢາງ.
(10) ຫາຍຝ່ອງ, ດ້ຽນບຽນ, ອຽນບ໊າຍ, ຮ່າຢາງ, ຕວຽນກວາງ, ກວ໋າງນິງ, ບັກນິງ, ຫານເຢືອງ, ຮ່ານາມ, ນາມດິ້ງ, ນິງບິ່ງ, ຮ່າຕິ້ງ, ກວ໋າງຈິ້, ກວ໋າງຫງາຍ, ຝູອຽນ, ກອນຕຸມ, ນິງຖ້ວນ, ບິ່ງຖ້ວນ, ບິ່ງເຝື້ອກ, ບ່າເຣ້ຍ - ຫວຸງເຕົ່າ, ຫວິງລອງ, ຈ່າວິງ, ເກີ່ນເທີ, ອານຢາງ.
(11) ຮ່າໂນ້ຍ, ຫາຍຝ່ອງ, ດ້ຽນບຽນ, ລ່າວກາຍ, ບັກກ້ານ, ບັກຢາງ, ກວ໋າງຈິ້, ບິ່ງດິ້ງ, ຝູອຽນ, ດັກລັກ, ບິ່ງເຝື້ອກ, ເກີ່ນເທີ, ເຮົ້າຢາງ, ກຽນຢາງ.
(12) ມະຕິເລກທີ 18-NQ/TW ລົງວັນທີ 25 ຕຸລາ 2017 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XII ວ່າດ້ວຍ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະ ສັບຊ້ອນການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ ແລະເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ”, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xii/nghi-quyet-so-18-nqtw-ngay-25102017-hoi-nghi-lan-thu-sau-ban-chap-hanh-trung-uong-dang-khoa-xii-mot-so-van-de-ve-tiep-568
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 184
(14) ມະຕິເລກທີ 18-NQ/TW ລົງວັນທີ 25 ຕຸລາ 2017 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XII ວ່າດ້ວຍ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະ ສັບຊ້ອນການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ ແລະເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ”, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xii/nghi-quyet-so-18-nqtw-ngay-25102017-hoi-nghi-lan-thu-sau-ban-chap-hanh-trung-uong-dang-khoa-xii-mot-so-van-de-ve-tiep-568
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1030 (ເດືອນມັງກອນ 2024)