ວກ. - ດ້ວຍ​ການ​ເອົາ​ໃຈ​ໃສ່​ຢ່າງ​ເປັນປະຈຳ​ຂອງ​ພັກ, ວຽກ​ງານທີ່ປຶກສາຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ​ ໃນ​ໄລຍະ​ເກືອບ 40 ປີ​ແຫ່ງ​ການ​ດຳເນີນ​ການປ່ຽນແປງໃໝ່ ​ໄດ້​ບັນລຸຜົນ​ສຳເລັດທາງບວກ ທີ່ໜ້າເພິ່ງພໍໃຈ. ນີ້​ແມ່ນ​ພື້ນຖານ​ໃຫ້ອັດຕະພາບ​ທີ່​ປຶກສາ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານທີ່ປຶກສາ​ຍຸດ​ທະ​ສາດ ​ໃນ​ຂົງ​ເຂດ​ການຈັດ​ຕັ້ງ​ກໍ່ສ້າງ​ພັກ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ​ທີ່ສະອາດ​ປອດ​ໃສ ແລະເຂັ້ມ​ແຂງ ແລະການພັດທະນາ​ປະ​ເທດ​ໃນຍຸກ​ໃໝ່.

ໃນຊຸມປີຕໍ່ໜ້າ, ໃນສະຖານະການ ສະພາບການໃໝ່, ວຽກງານທີ່ປຶກສາຂອງອົງການພັກຢູ່ສູນກາງ ໃນຂົງເຂດການຈັດຕັ້ງກໍ່ສ້າງພັກ ຕ້ອງປະເຊີນກັບຄວາມຕ້ອງການຈຳນວນໜຶ່ງດັ່ງນີ້: 1- ຍົກສູງຄວາມສາມາດຂອງບັນດາອົງການພັກຢູ່ສູນກາງ ໃນການວິເຄາະ, ຕີລາຄາ ແລະ ຄາດຄະເນ ກ່ຽວກັບພັດທະນາການຂອງສະຖານະການໂລກ ແລະພາຍໃນປະເທດ ໃນໄລຍະກາງແລະຍາວ;  2- ກຳແໜ້ນ​ທັດສະນະ, ແນວທາງ ​ແລະ ແຜນນະ​ໂຍບາຍ​ຂອງ​ພັກ ​ກ່ຽວ​ກັບ​ວຽກງານການຈັດ​ຕັ້ງກໍ່ສ້າງ​ພັກ ​ໃນ​ສະພາບ​ການ​ໃໝ່; ຮັບປະກັນການປະຕິບັດຕາມຫຼັກການ, ທັງປະດິດສ້າງແລະໄຫວພິບ ໃນການສະເໜີຄໍາປຶກສາກ່ຽວກັບວຽກງານພະນັກງານ; 3- ຕິດຕາມຄວາມເປັນຈິງຢ່າງໃກ້ຊິດ, ຍູ້ແຮງການສະຫຼຸບສັງລວມພຶດຕິກຳ, ຄົ້ນຄວ້າທິດສະດີ ກ່ຽວກັບວຽກງານການຈັດຕັ້ງພະນັກງານ, ຮັບປະກັນໃຫ້ຄຳປຶກສາທີ່ຖືກຕ້ອງ, ຊັດເຈນກ່ຽວກັບເນື້ອໃນວຽກງານການຈັດຕັ້ງ ແລະ ພະນັກງານໃນໄລຍະໃໝ່; 4- ຮັບປະກັນຄວາມຄົບຊຸດຂອງການ​ປ່ຽນ​ແປງ​ໃໝ່ໃນ​ວຽກ​ງານ​ກໍ່ສ້າງ​ພັກ ຢ່າງ​ຮອບດ້ານ​ໃນ​ດ້ານ​ການ​ເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດ​ຕັ້ງ ​ແລະ ພະນັກງານ, ກ່ຽວກັບການຂົນຂວາຍ​ມະຫາຊົນ, ກ່ຽວກັບການກວດກາ, ຕິດຕາມກວດກາ, ປະຕິບັດ​ວິ​ໄນ​ຂອງ​ພັກ ແລະອື່ນໆ.

ສະຫາຍ ເຈິ່ນ ເກິ໋ມ ຕູ໊, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ, ປະທານຄະນະກຳມະການກວດກາສູນກາງພັກ ມາເຮັດວຽກກັບຜູ້ຕາງໜ້າການນຳອົງການ, ຄະນະກຳມະການພັກ, ໜ່ວຍງານບໍລິການສາທາລະນະ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງການເມືອງ-ສັງຄົມໃນລະດັບສູນກາງ ກ່ຽວກັບສະພາບການສະຫຼຸບການຈັດຕັ້ງປະຕິບັດມະຕິໝາຍເລກ 18-NQ/TW _ພາບ: TTXVN

ເພື່ອຍົກສູງຄຸນນະພາບວຽກງານທີ່ປຶກສາຍຸດທະສາດໃນຂົງເຂດການຈັດຕັ້ງກໍ່ສ້າງພັກ, ວິທີແກ້ໄຂທີ່ຈະຕ້ອງໄດ້ເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດຢ່າງຄົບຊຸດຄື:

ທີໜຶ່ງ, ​ປັບປຸງບູລະນະພາລະບົດບາດ ​ໜ້າ​ທີ່ ແລະ ການຈັດ​ຕັ້ງກົງຈັກ ​ຂອງ​ບັນດາ​ອົງການ​ພັກ​​ສູນ​ກາງທີ່ເຮັດວຽກງານທີ່ປຶກສາ ໃນຂົງເຂດການຈັດ​ຕັ້ງກໍ່ສ້າງ​ພັກ.

ສືບຕໍ່ກວດຄືນພາລະບົດບາດ, ໜ້າທີ່, ອຳນາດຂອບເຂດ, ການພົວພັນຮ່ວມມື, ໂຄງສ້າງການຈັດຕັ້ງພາຍໃນ ຂອງອົງການຈັດຕັ້ງພັກຂັ້ນສູນກາງ ເພືື່ອປັບປຸງໃຫ້ມີຄວາມກະທັດລັດຮັດກຸມ ແລະ ສົມເຫດສົມຜົນເທື່ອລະກ້າວ, ລົບລ້າງການຈັດຕັ້ງມືກາງ, ຊ້ຳຊ້ອນ ຫຼື ບໍ່ເໝາະສົມກັບພາລະບົດບາດ ໜ້າທີ່, ເພື່ອໃຫ້ກົງ​ຈັກ​ເຄື່ອນ​ໄຫວ​ຢ່າງ​ສະໝ່ຳສະເໝີ, ມີ​ປະສິດທິ​ພາບ, ​ປະສິດທິ​ຜົນ ​ແລະ ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ ໄດ້​ດີຢູ່ສະເໝີ.

ສຸມໃສ່ການປັບໂຄງສ້າງພະນັກງານ, ລັດຖະກອນ ແລະ ພາລະກອນ ໃນແຕ່ລະອົງການ, ສ້າງການປ່ຽນແປງຢ່າງຈະແຈ້ງ, ຮັບປະກັນອັດຕາສ່ວນພະນັກງານ, ລັດຖະກອນ, ພາລະກອນ ທີ່ມີຄຸນສົມບັດດ້ານການຄົ້ນຄວ້າ ແລະ ທີ່ປຶກສາທົ່ວໄປ ກວມຫຼາຍກວ່າ 50% ຂອງພະນັກງານທີ່ໄດ້ຮັບມອບໝາຍທັງໝົດ, ໃນນັ້ນ 20%–30% ເປັນຜູ້ຊ່ຽວຊານລະດັບສູງ, ລວມທັງຜູ້ຊ່ຽວຊານຈຳນວນຫຼາຍ ທີ່ມີຕຳແໜ່ງໜ້າທີ່ພຽງພໍ ທີ່ຈະເຮັດໜ້າທີ່ທີ່ປຶກສາຍຸດທະສາດໃຫ້ກັບສູນກາງ. ເດັດດ່ຽວໃນການປັບຫຼຸດຈຳນວນພະນັກງານ, ລັດຖະກອນ, ພາລະກອນ ທີ່ຂາດຄຸນສົມບັດ ແລະ ຄວາມສາມາດ, ຂາດສະຕິໃນການບໍລິການ ແລະ ບໍ່ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ສືບ​ຕໍ່​ປ່ຽນ​ແປງ​ໃໝ່ວຽກງານການຮັບສະໝັກ​ບຸກຄະລາກອນ, ວຽກງານການຜັດປ່ຽນພະນັກງານ, ລັດຖະກອນ​ໃນ​ລະບົບ​ການ​ເມືອງ, ມີ​ນະ​ໂຍບາຍ​ທີ່​ເໝາະ​ສົມ ​ແລະໜ້າດຶງດູດໃຈ ​ເພື່ອ​ດຶງ​ດູດບຸກຄະລາກອນ​ທີ່​ມີ​ຄຸນທຳ ແລະຄວາມສາມາດ ​ມາ​ເຮັດ​ວຽກໃນ​ບັນດາ​ອົງການ​ພັກ​ຂັ້ນ​ສູນ​ກາງ, ຈັດ​ຕັ້ງ​ແລະສັບຊ້ອນຢ່າງເໝາະ​ສົມ​ລະຫວ່າງໄວ​ ໃຫ້​ມີ​ການ​ສືບ​ທອດ ​ແລະ ການພັດທະນາ, ຫຼີກ​ເວັ້ນການ​ຂາດ​ເຂີນ​ພະນັກງານ​ທີ່​ມີ​ຄຸນ​ສົມບັດໃນການໃຫ້ຄຳ​ປຶກສາ​ຍຸດ​ທະ​ສາດ.

ທີສອງ, ກໍ່ສ້າງຖັນແຖວພະນັກງານເຮັດ​ວຽກ​ງານ​ທີ່​ປຶກສາໃນຂົງເຂດການຈັດຕັ້ງກໍ່ສ້າງ​ພັກ.

ປ່ຽນແປງໃໝ່​ວຽກ​ງານການ​ຄັດ​ເລືອກຮັບສະໝັກ ​ເພື່ອ​ດຶງ​ດູດ ​ແລະ ຄັດ​ເລືອກ​ພະນັກງານ ​ເຂົ້າ​ເຮັດ​ວຽກ​ງານທີ່ປຶກສາ ໃນຂົງເຂດການຈັດ​ຕັ້ງກໍ່ສ້າງພັກ ​ຜູ້​ທີ່​ມີຄວາມ​ດີ​ເດັ່ນ​ຢ່າງ​ແທ້​ຈິງ ​ທາງດ້ານ​ຄຸນວຸດທິ, ຄວາມ​ສາມາດ, ຄຸນສົມບັດ​ສິນ​ທຳ ​ເຂົ້າ​ເຮັດວຽກໃນຄະນະຈັດຕັ້ງຂອງອົງຄະນະພັກ​​ທຸກ​ຂັ້ນ; ກະຈາຍແຫຼ່ງສັນຫາບຸກຄະລາກອນຈາກອົງການ, ໜ່ວຍງານ ແລະ ສະຖາບັນການສຶກສາ ແລະມະຫາວິທະຍາໄລ.

ໃຫ້ຄວາມສຳຄັນກັບ​ການ​ວາງ​ແຜນ, ສ້າງ​ແຫຼ່ງກຳລັງ​ພະນັກງານ​ເຮັດ​ວຽກ​ງານ​ທີ່ປຶກສາ​ໃນຂົງເຂດ​ການຈັດ​ຕັ້ງກໍ່ສ້າງ​ພັກ​ ໃນທຸກ​ຂັ້ນ ​ແລະ ທຸກ​ຂະ​ແໜງ​ການ. ວຽກ​ງານການ​ວາງ​ແຜນ​ຜັງ​ພະ​ນັກ​ງານ ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ມີ​ວິ​ທີ​ການ, ມີ​ວິ​ໄສ​ທັດ​ໄລ​ຍະ​ຍາວ ​ແລະ ມີ​ຄວາມ​ເປີດ​ກວ້າງ; ຈາກ​ນັ້ນ, ສ້າງ​ແຜນການ​ຝຶກ​ອົບຮົມແລະບຳລຸງສ້າງ, ສ້າງ​ຄວາມເປັນເຈົ້າການທາງດ້ານແຫຼ່ງ​ພະນັກງານ​ນຳພາ, ​ເພື່ອ​ຕອບ​ສະໜອງ​ຄວາມຕ້ອງການ​ແລະໜ້າທີ່ໃນສະເພາະໜ້າ​​ແລະຍາວ​ນານ ຂອງ​ຂະ​ແໜງ​ການ. ການສືບ​ຕໍ່​ຊອກ​ຫາແຫຼ່ງພະນັກງານ​ໜຸ່ມ​ໃນ​ຫຼາຍ​ສຳນັກງານ, ອົງການ, ຂະ​ແໜງ​ການ ແລະ ວິຊາ​ຊີບ ​ທີ່ເປັນຜູ້​ມີ​ຄຸນທຳ, ມີ​ພອນ​ສະຫວັນ, ມີແນວໂນ້ມ ແລະຄວາມສາມາດ​ໃນ​ວຽກ​ງານການຈັດຕັ້ງ​ກໍ່ສ້າງ​ພັກ, ເອົາມາວາງແຜນເພື່ອຝຶກອົບຮົມ ສົ່ງເສີມ ສ້າງ​ແຫຼ່ງກຳລັງ.

ໃຫ້ຄວາມສຳຄັນກັບການ​ຝຶກ​ອົບຮົມ ​ແລະ ບຳລຸງ​ສ້າງທາງ​ທິດ​ສະ​ດີ​ການ​ເມືອງ, ວິຊາ​ສະ​ເພາະ, ວິຊາ​ຊີບ, ຈັນ​ຍາ​ບັນ​ດ້ານ​ວິຊາ​ຊີບ ​ໃຫ້​ແກ່​ພະນັກງານ​ທີ່ເຮັດວຽກງານທີ່ປຶກສາດ້ານການຈັດຕັ້ງກໍ່ສ້າງ​ພັກ. ນອກຈາກເນື້ອໃນກ່ຽວກັບຄຸນວຸດທິ ວິຊາຊີບ, ທິດສະດີການເມືອງ ແລະ ວິຊາສະເພາະແລ້ວ, ເນື້ອໃນສຳຄັນໃນການຝຶກອົບຮົມ ແລະບຳລຸງສ້າງພະນັກງານທີ່ເຮັດວຽກງານການຈັດຕັ້ງນັ້ນແມ່ນ ທັກສະ ແລະ ປະສົບການການປະເມີນ, ການຮັບຮູ້ຜູ້ຄົນ ແລະ ທັກສະ, ວິທີການ, ປະສົບການໃນການຈັດການກັບສະຖານະການທາງດ້ານການຈັດຕັ້ງ, ພະນັກງານ, ສະມາຊິກພັກ ແລະ ການປົກປ້ອງການເມືອງພາຍໃນ.

ປ່ຽນແປງໃໝ່​ຢ່າງ​ແຂງ​ແຮງ​ໃນ​ວຽກ​ງານການ​ຕີ​ລາຄາ, ການຈັດວາງສັບຊ້ອນ, ການແຕ່ງຕັ້ງເລື່ອນຊັ້ນ ​ແລະ ການນຳ​ໃຊ້​ພະນັກງານ​ທີ່​ປຶກສາ​ກ່ຽວ​ກັບ​ການຈັດ​ຕັ້ງກໍ່ສ້າງ​ພັກ ​ໂດຍ​ສະ​ເພາະ​ພະນັກງານ​ໜຸ່ມ. ຍູ້​ແຮງ​ການຜັດປ່ຽນ​ພະນັກງານ​ໃນ​ລະບົບ​ການ​ເມືອງ ​ແລະ​ໃນ​ຂົງ​ເຂດ​ການ​ເຮັດ​ວຽກ, ສ້າງ​ສະພາບ​ແວດ​ລ້ອມ​ການ​ຝຶກ​ອົບຮົມ​ຕົວ​ຈິງທີ່ອຸດົມສົມບູນ ​ໃຫ້​ແກ່​ພະນັກງານ​ໃນ​ອົງການ​ຈັດ​ຕັ້ງ​ກໍ່ສ້າງພັກ ເພື່ອສູ້ຊົນ​ພະຍາຍາມ​ແລະເຕີບໃຫຍ່. ສ້າງ​ແບບ​ແຜນ, ​ວິທີ​ເຮັດ​ວຽກ​ຢ່າງເປັນມືອາຊີບ ​ແລະ ວິທະຍາສາດ ​ໃຫ້​ແກ່ຖັນແຖວພະນັກງານທີ່ເຮັດ​ວຽກ​ງານທີ່ປຶກສາດ້ານການຈັດ​ຕັ້ງກໍ່ສ້າງ​ພັກ. ​ປັບປຸງ​ລະບົບ​ສະ​ຖາ​ບັນ ແລະ ກຳນົດມາດຕະຖານ ​ກ່ຽວ​ກັບແບບແຜນ ວິທີ​ການ​ເຮັດ​ວຽກ​ຂອງ​ພະນັກງານ​ທີ່​ປຶກສາ​ດ້ານ​ການຈັດ​ຕັ້ງ​ກໍ່ສ້າງ​ພັກໃຫ້ສົມບູນແບບ. ສ້າງ​ຊຸດ​ມາດ​ຖານໃນການ​ປະ​ເມີນ​ຄຸນ​ນະ​ພາບ​ພະ​ນັກ​ງານ​ໃນ​ຂົງ​ເຂດ​ການ​ຈັດ​ຕັ້ງ​ກໍ່​ສ້າງພັກ.

ທີ​ສາມ, ປ່ຽນແປງໃໝ່ແບບວິທີ​ການ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ເນື້ອ​ໃນ​ທີ່​ປຶກສາ​ໃນ​ຂົງ​ເຂດ​ການຈັດ​ຕັ້ງກໍ່ສ້າງ​ພັກ.

ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ລັກສະນະ​ລະບົບ​ຂອງ​ເນື້ອ​ໃນ​ທີ່​ປຶກສາ ​ໃນ​ຂົງ​ເຂດ​ການຈັດ​ຕັ້ງກໍ່ສ້າງ​ພັກ. ປັບປຸງ​ກົນ​ໄກ​ດຳເນີນງານດ້ານທີ່ປຶກສາໃນ​ບັນດາ​ອົງການ​ຂອງ​ພັກ​ໂດຍ​ທົ່ວ​ໄປ ​ແລະ ​ໃນ​ການຈັດ​ຕັ້ງກໍ່ສ້າງ​ພັກໂດຍ​ສະ​ເພາະ. ຕ້ອງເຊື່ອມໂຍງຢ່າງແໜ້ນແຟ້ນ ແບບອິນຊີ ລະຫວ່າງການຄົ້ນຄວ້າທິດສະດີ ກັບການສະຫຼຸບສັງລວມພຶດຕິກຳ, ເຄົາລົບພຶດຕິກຳຕົວຈິງ, ຖືເອົາຄວາມຕ້ອງການ ແລະຂໍ້ຮຽກຮ້ອງຕົວຈິງ ເປັນຈຸດເລີ່ມຕົ້ນ ແລະ ເປັນຈຸດໝາຍປາຍທາງ ຂອງວຽກງານຄົ້ນຄວ້າ ແລະ ໃຫ້ຄຳປຶກສາ; ໃຫ້ຄວາມສໍາຄັນກັບແນວຄິດສ້າງສັນ; ​ເອົາ​ໃຈ​ໃສ່​ເຖິງ​ລະບອບ​ວິຈານ, ລະບອບ​ວິຈານ​ຕົນ​ເອງ, ລະບອບ​ຮັບ​ເອົາ​ການ​ວິພາກ​ວິຈານ, ປະຊາທິປະ​ໄຕ ​ແລະ ພາວະວິໄສ ​ໃນ​ການ​ຄົ້ນຄວ້າ-​ໃຫ້​ຄຳ​ປຶກສາ ໃນການສ້າງ​ແນວທາງ, ແຜນນະ​ໂຍບາຍ ແລະ ນະໂຍບາຍ​ການພັດທະນາ​ປະ​ເທດ​ຊາດ; ສ້າງ​ກົນ​ໄກ, ວິ​ທີການ ​ແລະ ຮູບ​ແບບການຜັນຂະຫຍາຍ ການຫັນແນວທາງ ​ແລະ ແຜນນະ​ໂຍບາຍ​ຂອງ​ພັກ​ ​ເປັນ​ນະ​ໂຍບາຍ ​ແລະກົດໝາຍ​ຂອງ​ລັດ.

ວຽກ​ງານ​ທີ່ປຶກສາຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ການ​ຈັດ​ຕັ້ງ​ກໍ່ສ້າງພັກ ຕ້ອງ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ດັ່ງ​ນີ້:

1. ໃຫ້ຄຳປຶກສາກ່ຽວກັບການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມະຕິ​ໝາຍເລກ 28-NQ/TW, ລົງ​ວັນ​ທີ 17 ພະຈິກ 2022, ຂອງ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 6 ສະໄໝ XIII “ວ່າດ້ວຍການສືບ​ຕໍ່​ປ່ຽນແປງ​ໃໝ່ແບບວິທີ​ການ​ນຳພາ ​ແລະ ກຳອຳນາດຂອງ​ພັກ ຕໍ່ລະບົບການເມືອງ​ ໃນ​ໄລຍະ​ໃໝ່”. ສຸມ​ໃສ່ການ​ຄົ້ນ​ຄ້ວາພັດທະນາ ​ແລະ ສະ​ເໜີ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ​ແລະ ວິທີການ​ສືບ​ຕໍ່​ປັບປຸງ​ຮູບ​ແບບ​ລວມຂອງ​ລະບົບ​ການ​ເມືອງ​ໃຫ້​ສົມບູນ​ແບບ​ ໃນ 3 ດ້ານ: ພາລະບົດບາດ, ໜ້າທີ່; ໂຄງປະກອບການຈັດຕັ້ງ; ການພົວພັນລະຫວ່າງບັນດາສະຖາບັນການຈັດຕັ້ງໃນລະບົບ. ສຸມ​ໃສ່​ບັນດາ​ແຜນນະ​ໂຍບາຍ ​ແລະ ວິທີ​ແກ້​ໄຂ ​ເພື່ອ​ສືບ​ຕໍ່​ປັບປຸງ​ກົງຈັກ​ຂອງ​ພັກ​ໃຫ້​ສົມບູນ​ແບບ ຢ່າງສອດຄ່ອງກັບທີ່​ຕັ້ງ​ ແລະບົດບາດ​ກຳອຳນາດຂອງ​ພັກ ​ໃນ​ເງື່ອນ​ໄຂ​ຂອງການກໍ່ສ້າງ ​ແລະ ປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ ​ແລະ ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ. ໃຫ້ຄຳປຶກສາກ່ຽວກັບການຈັດ​ຕັ້ງ ​ແລະ ຜັນຂະຫຍາຍ​ ທິດ​ທາງການ​ສ້າງ ​ແລະ ປັບປຸງບູລະນະ ​ລັດແຫ່ງອຳນາດກົດໝາຍສັງຄົມ​ນິຍົມ​ຫວຽດນາມ ທີ່ໄດ້​​ກຳ​ນົດ​ໄວ້ໃນ​ມະ​ຕິໝາຍເລກ 27-NQ/TW, ລົງ​ວັນ​ທີ 9 ພະຈິກ 2022, ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ ຄັ້ງ​ທີ 6, ສະໄໝ​ທີ XIII, “ວ່າດ້ວຍການສືບ​ຕໍ່​ກໍ່ສ້າງ ​ແລະ ປັບປຸງລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ​ໃນ​ໄລຍະ​ໃໝ່ ໃຫ້ສົມບູນແບບ”. ຄົ້ນຄວ້າ, ສະເໜີນແຜນະໂຍບາຍ, ວິທີການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ສອດຄ່ອງກັບການປ່ຽນແປງໃໝ່ການຈັດຕັ້ງກົງຈັກຂອງພັກ ແລະ ລັດ, ເສີມຂະຫຍາຍປະຊາທິປະໄຕ, ຮັບປະກັນສິດເປັນເຈົ້າຂອງປະຊາຊົນ;

2. ຄົ້ນຄວ້າ ແລະ ສະເໜີຄຳປຶກສາ ກ່ຽວກັບການສືບຕໍ່ການປ່ຽນແປງໃໝ່ວຽກງານພະນັກງານ, ກໍ່ສ້າງຖັນແຖວພະນັກງານທີ່ທຽບເທົ່າກັບໜ້າທີ່ວຽກງານ, ຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່; ​ສຸມ​ໃສ່ໃຫ້ຄຳປຶກສາແກ່​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ໃນການ​ຄັດ​ເລືອກ ​ແລະ ສັບຊ້ອນພະນັກງານ​ທີ່​ມີ​ຄຸນສົມບັດເໝາະສົມທີ່ຈະໄດ້ຮັບເລືອກເຂົ້າສູ່​ຄະນະ​ພັກ ​ແລະ ​ຕຳ​ແໜ່​ງການ​ນຳ​ ຂອງ​​ອົງການ​ລັດ, ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ແລະ ​ອົງການ​ການ​ເມືອງ-ສັງຄົມ ​ທຸກ​ຂັ້ນ. ສືບ​ຕໍ່ໃຫ້​ຄຳປຶກສາແນະນຳ ໃນການປັບປຸງລະບຽບ ກ່ຽວກັບ​ກົນ​ໄກ​ການ​ນຳພາ​ລວມໝູ່ ແລະ​ບຸກຄົນຮັບຜິດຊອບ, ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ໜ້າ​ໃນ​ວຽກ​ງານພະນັກງານ, ​ໂດຍ​ສະ​ເພາະ ໃນການ​ຕີ​ລາຄາ, ​ແນະນຳ ແລະ ​ແຕ່ງ​ຕັ້ງ​ພະນັກງານ. ຄົ້ນຄ້ວາສະເໜີແຜນນະໂຍບາຍ, ວິທີການສຶບຕໍ່ປ່ຽນແປງໃໝ່ ແລະປັບປຸງນະໂຍບາຍໃຫ້ສົມບູນແບບ, ສ້າງແຮງຈູງໃຈໃຫ້ພະນັກງານ, ລັດຖະກອນ, ພາລະກອນ ໃນການເຮັດວຽກ ແລະ ອຸທິດຕົນ; ວິທີການເພີ່ມທະວີ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄວບຄຸມ​ອຳນາດ​ ໃນ​ວຽກ​ງານພະນັກງານ.

ທີ​ສີ່, ຍົກ​ສູງ​ປະສິດທິ​ຜົນ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ອົງການ​ພັກ​ຂັ້ນ​ສູນ​ກາງ ​ໃນ​ການ​ໃຫ້​ຄຳ​ປຶກສາ​ໃນ​ຂົງ​ເຂດ​ການຈັດ​ຕັ້ງກໍ່ສ້າງ​ພັກ.

ເພື່ອຍົກສູງຄຸນນະພາບຄຳປຶກສາເປັນລາຍລັກອັກສອນ ຂອງອົງການທີ່ປຶກສາແລະຊ່ວຍວຽກຂອງພັກ, ໂດຍສະເພາະ ຄຳປຶກສາດ້ານຍຸດທະສາດ, ການວາງແຜນນະໂຍບາຍ ແລະ ແນວທາງ, ຈຳເປັນຕ້ອງເພີ່ມທະວີການເຂົ້າຮ່ວມ ແລະ ສົມທົບ ລະຫວ່າງບັນດາອົງການຂອງພັກຢູ່ສູນກາງ ໃນການຜັນຂະຫຍາຍໂຄງການທີ່ຍື່ນສະເໜີຕໍ່ຄະນະບໍລິຫານງານສູນກາງ, ກົມການເມືອງ ແລະ ຄະນະເລຂາທິການ ຜ່ານການເຂົ້າຮ່ວມໃນຄະນະຊີ້ນຳ, ທີມງານບັນນາທິການ ແລະ ທິມງານສະໜັບສະໜູນໂຄງການ. ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ວຽກ​ງານ​ຄົ້ນຄວ້າ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ທີ່ປຶກສາ ​ເຊັ່ນ: ການຈັດ​ຕັ້ງ​ການ​ປຶກສາ​ຫາລື, ການຈັດ​ສຳ​ມະ​ນາ ​ແລະ ການ​ໂອ້​ລົມ​ສົນທະນາ. ສຳລັບເນື້ອໃນຄຳປຶກສາທີ່ກ່ຽວພັນກັບຫຼາຍຂະແໜງການ ຈຳເປັນຕ້ອງເຊີນຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຈາກບັນດາອົງການສູນກາງຂອງພັກ ມາໃຫ້ຄຳປຶກສາໃນຂະແໜງການນັ້ນໆ ເພື່ອຮ່ວມດຳເນີນການຫົວຂໍ້ຄົ້ນຄວ້າທາງເລິກ, ເຂົ້າຮ່ວມການສະໜອງຂໍ້ມູນຂ່າວສານ ຕາມຄວາມຕ້ອງການຂອງໂຄງການ ເພື່ອຮັບປະກັນລັກສະນະພາວິະວິໄສໃນການປະເມີນ, ສະແດງຄວາມຄິດເຫັນ ແລະ ຄວາມແທດຈິງ ແລະ ຄວາມເປັນໄປໄດ້ ຂອງວິທີແກ້ບັນຫາທີ່ສະເໜີ.

ທີ​ຫ້າ, ຮັບປະກັນ​ເງື່ອນ​ໄຂ ​ແລະ ​ແຫຼ່ງກຳລັງ ທີ່ຮັບໃຊ້​​ວຽກ​ງານທີ່ປຶກໄສໃນ​ຂົງ​ເຂດ​ການຈັດ​ຕັ້ງກໍ່ສ້າງ​ພັກ.

ສືບ​ຕໍ່ປັບປຸງ​ລະບຽບ​ການ​ກ່ຽວ​ກັບ​ການ​ກໍ່ສ້າງ​ພະນັກງານ​ທີ່​ປຶກສາໃຫ້ສົມບູນແບບ; ກຳນົດມາດຕະຖານ ແລະ ເງື່ອນໄຂສຳລັບຕຳແໜ່ງຜູ້ຊ່ຽວຊານໃຫ້ຊັດເຈນ; ຍົກສູງຄຸນນະພາບວຽກງານທີ່ປຶກຂອງພະນັກງານໃນຕໍາແໜ່ງຜູ້ຊ່ວຍ ແລະເລຂານຸການ; ສືບ​ຕໍ່ປັບປຸງກົນ​ໄກ ​ແລະ ນະ​ໂຍບາຍ​ດ້ານ​ຕຳ​ແໜ່​ງງານຂອງ​ພະນັກງານ, ລັດຖະກອນ ​ແລະ ພາລະກອນໃຫ້ສົມບູນແບບ, ​ໃນ​ນັ້ນ​ມີ​ຕຳ​ແໜ່​ງໜ້າທີ່ຂອງພະນັກງານ​ທີ່​ປຶກສາ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວຽກ​ງານຄັດເລືອກ ຮັບສະໝັກ, ນຳ​ໃຊ້, ຄຸ້ມຄອງ, ຝຶກອົບຮົມ ບຳລຸງ​ສ້າງ, ວາງ​ແຜນການ, ສັບຊ້ອນ​ພະນັກງານ, ລັດຖະກອນ, ພາລະກອນ;​ ​ເລັ່ງປັບປຸງ​ກົນ​ໄກ ​ແລະ ນະ​ໂຍບາຍໃຫ້ສົມບູນແບບ ເພື່ອ​ດຶງ​ດູດ​ແລະສົ່ງເສີມບຸກຄະລາກອນທີ່ມີ​ຄວາມ​ສາມາດ ແລະ ຜູ້​ຊ່ຽວຊານ​ ມາເຮັດ​ວຽກທີ່ປຶກສາໃນອົງການ​ສູນ​ກາງ​ພັກ ​ໃນ​ຂົງ​ເຂດ​ການຈັດ​ຕັ້ງກໍ່ສ້າງ​ພັກ. ຮັບປະກັນ​ເງື່ອນ​ໄຂ ແລະແຫຼ່ງກຳລັງທາງ​ເສດຖະກິດ, ສິ່ງ​ອຳນວຍ​ຄວາມ​ສະດວກ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ: ຊຸກຍູ້​ການ​ປະຕິ​ຮູບ​ເງິນ​ເດືອນ ໂດຍໃຫ້ຄວາມສຳຄັນກັບຄຸນ​ລັກສະນະ​ຂອງພະນັກງານ, ລັດຖະກອນ ​ແລະ ພາລະກອນ​ທີ່​ເຮັດ​ວຽກໃນ​ໜ່ວຍງານ​ທີ່​ປຶກສາ ​ຂອງ​ອົງການ​ພັກ​ຂັ້ນ​ສູນ​ກາງ; ຍູ້​ແຮງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ປະຕິບັດ​ວຽກ​ງານ​ທີ່ປຶກສາຂອງ​ອົງການ​ພັກ​ຂັ້ນ​ສູນ​ກາງ; ຍູ້​ແຮງ​ການ​ລົງທຶນ​ດ້ານພື້ນຖານວັດຖຸແລະເຕັກນິກ ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ທີ່ປຶກສາ​ແລະຄົ້ນຄວ້າ ຂອງ​ບັນດາ​ອົງການ​ພັກ​ຂັ້ນ​ສູນ​ກາງ; ຊອກ​ຫາ​ວິ​ທີ​ແກ້​ໄຂ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງວຽກ​ງານ​ໃຫ້​ຄຳ​ປຶກສາໂຄງການ ທີ່ຍື່ນ​ສະ​ເໜີ​ໃຫ້​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ; ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຮັດ​ວຽກ​ທີ່​ມີ​ປະຊາທິປະ​ໄຕ, ໂປ່ງໃສ, ຍຸຕິ​ທຳ ​ແລະ ມີວັດທະນະທຳ; ເຄົາລົບ​ແລະ​ຮັບ​ຟັງ​ຄຳ​ເຫັນ​ວິພາກວິຈານ ​ແລະ ​ເນື້ອ​ໃນ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ ​ໃນ​ຂະ​ບວນການ​ໃຫ້​ຄຳ​ປຶກສາ./.