ເພີ່ມ​ທະ​ວີ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງສະ​ພາ​ແຫ່ງຊາດ​
ໃນ​ສະ​ພາບ​ການ​ເຊື່ອມ​ໂຍງສາ​ກົນ​ເລິກ​ເຊິ່ງກວ້າງຂວາງ

ໂດຍ ຫວູ ຫາຍຮ່າ
ກຳມະການສູນກາພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານຄະນະກຳມະການການຕ່າງປະເທດສະພາແຫ່ງຊາດ
08:26, 10-08-2022

ວກ. - ກອງປະ​ຊຸມ​ໃຫຍ່​​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດນາມ ໄດ້​ຢືນ​ຢັນ​ວ່າ, ​ພາຍຫຼັງ 5 ປີ​ແຫ່ງ​ການ​ປ​ະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ການ​ພົວ​ພັງ​ນ​ການ​ຕ່າງ​ເທດ ແລະ ເຊື່ອມ​ໂຍງ​ສາ​ກົນ​ ນັບ​ມື້​ນັບ​ເລິກ​ເຊິ່ງກວ້າງຂວາງ, ​ບັນ​ລຸ​ໄດ້​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ຈຳ​ນວນຫຼາຍ. ການ​ເຊື່ອມ​ໂຍງສາ​ກົນ​ສືບ​ຕໍ່​ໄດ້​ເປີດກວ້າງ, ຮອບ​ດ້ານ ແລະ ເລິກ​ເຊິ່ງກວ້າງຂວາງ, ໄຫວ​ພິບ, ມີ​ປະ​ສິດ​ທິ​ຜົນ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ, ຮັບ​ປະ​ກັນ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ຕົນ​ເອງ ​ແລະ ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ. ໃນ​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ ແລະ ຜົນ​ງານ​ອັນ​ສຳ​ຄັນ​ດັ່ງ​ກ່​າວນັ້ນ, ການເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງສະ​ພາ​ແຫ່ງ​ຊາດ​ມີ​​ບົດ​ບາດ​ສຳ​ຄັນທີ່​ສຸດ.​

ໃນ​ເວ​ລາ​ທີ່​ຜ່ານ​ມາ, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​​ມີ​ການ​ຫັນ​ປ່ຽນ​ຢ່າງ​​ໄວວາ ແລະ ສັນ​ສົນ​ທີ່​ສຸດ, ພິ​ເສດ​ແມ່ນ​ ການ​ແຜ່​ລະ​ບາດ​ຂອງ​​ພະ​ຍາດ​ໂຄວິດ-19, ໄດ້​ກໍ່​ຄວາມ​ຫັນ​ປ່ຽນ​ອັນ​ໃຫຍ່ຫຼວງ ທີ່ບໍ່​ບໍ່​ເຄີຍ​ມີ​ມາ​ໃນຫຼາຍ​ທົດ​ສະ​ວັດ ​ພ້ອມ​ກັບ​ການ​ກະ​ທົ​ບ​ຂອງ​ບັນ​ຫາຄວາມ​ໝັ້ນຄົງ​ທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ ​ເຊິ່​ໄດ້​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ​ແລະ ສະ​ຖຽມ​ລະ​ພາບ​ຂອງຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ. ໃນ​ສະ​ຖາ​ນະ​ການ​ດັ່ງ​ກ່າວ, ຫວຽດ​ນາມໄດ້​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຜົນ​ງານ​ທີ່​ສຳ​ຄັນ​ເປັນ​ຈຳ​ນວນຫຼາຍ​ ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ເຊິ່ງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ຖາ​ນະ​ບົດ​ບາດ ແລະ ກຳ​ລັງ​ແຮງ​ຂອງ​ປະ​ເທດ, ໃນ​ນັ້ນ​ມີ​ວຽກ​ງານ​ການ​ຕ່າງ​ປະ​ເທດທີ່​​ໄດ້ປະ​ຕິ​ບັດ​ໜ້າ​ທີ່​​ເປັນປົກກະຕິແລະປົກ​ຄຸມ​ ແມ່ນ​ຮັກ​ສາ​​ສະ​ພາບ​ແວດ​ລ້ອມສັນ​ຕິ​ພາບ ສະ​ຖຽມ​ລະ​ພາບ, ຍາດ​ແຍ່ງ​ບັນ​ດາ​ປັດ​​ໄຈ​ທີ່​ສະ​ດວກ​ໃຫ້​ແກ້​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຖາ​ນະ​ບົດ​ບາດ ​ແລະ ອິດ​ທິ​ພົນ​ສາ​ກົນ​ຂອງຫວຽດ​ນາມ.

ສະຫາຍ ເວືອງດິ່ງເຫ້ວ ກຳມະການກົມການເມືອງສູນກາງ, ປະທານສະພາແຫ່ງຊາດ ພ້ອມກັບສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນການ, ປະທານສະພານແຫ່ງຊາດ ແຫ່ງ ສປປ ລາວ ຢ້ຽມຊົມຫ້ອງມູນເຊື້ອຂອງສະພາແຫ່ງຊາດຫວຽດນາມ _ ພາບ: TTXVN

ສິ່ງ​ເຫຼົ່າ​ນີ້​ໄດ້​ສະ​ແດງອອກ​ຢ່າງ​ລະ​ອຽດ​ໂດຍ​ຜ່ານ​​ການເຄື່ອນ​ໄຫວຕ່າງໆ​ເຊັ່ນ: ຫວຽດ​ນາມຮັບ​ຜິດ​ຊອບ​ຢ່າງ​ສຳ​ເລັດ​ຜົນ​ພາ​ລະ​ບົດ​ບາດ​ເປັນ​ກຳ​ມະ​ການບໍ່​ຖາ​ວອນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ​ໄລ​ຍະ 2020–2021, ປະ​ທານ ອາ​ຊຽ​ນ ປີ 2020, ​ເປັນ​ຂີດ​ໝາຍ​​ສຳ​ຄັນພິ​ເສດ​ໃນ​ການ​ຍູ້​ແຮງ ແລະ ຍົກ​ສູງ​ລະ​ດັບ​ການ​ຕ່າງ​ປະ​ເທດພະ​ຫຸພາຄີ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າປະ​ກອບ​ສ່ວນ ​ແລະ ກໍ່​ສ້າງ​​ບັນ​ດາກົນ​ໄກ​ພະຫຸພາຄີ. ຄຽງຂ້າງ​ນັ້ນ, ການ​ພົ​ວ​ພັນ​ຕ່າງ​ປະ​ເທດ​ຂອງຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ ໄດ້​ຮັບ​ການເພີ່ມ​ພູນ​ຄຸນ​ສ້າງ ແລະພັດ​ທະ​ນາຢ່າງ​ແທ້​ຈິງ, ສະ​ຖຽມ​ລະ​ພາບ ແລະ ຂະຫຍາຍຕົວ; ສ້າງ​ແຫຼ່ງຊັບພະຍາກອນ​ໃຫ້​ແກ່​ການ​ພັດທະນາ​​ປະ​ເທດ​ຕື່ມ​ອີກ. ໃນ​ຜົນ​ງານ​ຮ່ວມ​ກັນ​ນັ້​ນ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ອັນ​ໜຶ່ງ ​ໃນວຽກ​ງານ​ການ​ຕ່າງ​ປ​ະ​ເທດ​ລວ​ມ​ຂອງ​ພັກ ແລະ ລັດ, ນຳ​ເອົາ​ຜົນ​ປະ​ໂຫຍດ​ອັນ​ແທ້​ຈິງ ມາ​ໃຫ້ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ປະ​ຕິ​ບັດຂະ​ບວນ​ການ​ເປັນ​ເຈົ້າ​ການ ​ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ສາ​ກົນຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ້າງ​ຂວາງ​ເພື່ອ​ຍົກ​ສູງ​ກຳ​ລັງ​ແຮງ​ສັງ​ລວມ, ປ່ຽນ​ແປງ​ໃໝ່, ປັບ​ປຸງ​ບູ​ລະ​ນະ​ລະ​ບຽບ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ, ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​​ຕົນ​ເອງ, ຄວາມ​ສາມາດ​ແຂ່ງຂັນ ​ແລະ ການ​ປັບ​ຕົວ​ຂອງ​ປະ​ເທດ.

ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ຜົນສໍາ​​ເລັດທີ່ສໍາ​ຄັນ​ຫຼາຍຢ່າງ ​ໃນ​ສະ​ພາບ​ການ​​ໃໝ່

ໃນ​ຊຸມ​ປີ​ທີ​ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດ​ໄດ້ ກໍ່​ສ້າງ ແລະ ປັບ​ປຸງຂອບ​ກົດໝາຍ​ໃຫ້​ສົມບູນ ສຳລັບ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທີ່​ວາງ​ອອກ​ໃນ​ສະ​ພາບ​ການ​ໃຫໝ່ ແລະ ການເຊື່ອມ​ໂຍງ​ສາ​ກົນ​ທີ່ເລິກ​ເຊິ່ງກວ້າງ​ຂວາງ​ຂອງ​ປະ​ເທດ. ສະ​ພາ​ແຫ່ງງ​ຊາດ​ໄດ້​ມີ​ການປຶກສາ​ຫາລື, ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ບັນ​ດາ​ກົດ​ໝາຍ​ແບບ​ໂດຍ​ກົງແລະທາງອ​ອ້ມ​ທີ່​ພົວ​ພັນ​ເຖິງວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ສາ​ກົນ​ເຊັ່ນ: ກົດ​ໝາຍ​ວ່າ​ດ້ວຍ​ຊາຍ​ແດນ​ແຫ່ງ​ຊາດ (2003), ກົດ​ໝາຍ​ວ່າ​ດ້ວຍ​ຄວາມໝັ້ນຄົງ​ແຫ່ງ​ຊາດ (2004), ກົດ​ໝາຍ​ວ່າ​ດ້ວຍ​ການລົງ​ນາມ, ເຂົ້າ​ຮ່ວມ ແລະ ປະ​ຕິ​ບັດ​​ສົນ​ທິ​ສັນ​ຍາ​ສາ​ກົນ (2005), ກົດ​ໝາຍ​ວ່າ​ດ້ວຍອົງ​ການ​ຕາງ​ໜ້າ​ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ (ປີ 2009, ສະ​ບັບ​ປັບ​ປຸງ ປີ 2017), ກົດ​ໝາຍ​ວ່າ​ດ້ວຍທະ​ເລຂອງຫວຽດ​ນາມ (2012), ກົດ​ໝາຍ​ວ່າ​ດ້ວຍ​ສົນ​ທິ​ສັນ​ຍາ​ສາ​ກົນ (ປີ 2016), ກົດ​ໝາຍ​ວ່າ​ດ້ວຍຄຳ​ໝັ້ນ​ສັນ​ຍາ (ປີ 2020). ສະ​ພາ​ແຫ່ງ​ຊາດກໍ່​ໄດ້​ກວດ​ຄືນ, ​ແກ້​ໄຂ, ປັບ​ປຸງ​ບັນ​ດາ​ກົດ​ໝາຍ, ລັດ​ຖະ​ດຳ​ລັດ​ທີ່​ກ່ຽວຂ້ອງ​, ຮັບ​ປະ​ກັນ​ໃຫ້​ແກ່​ລະ​ບົບ​ກົດ​ໝາຍຂອງປະ​ເທດ​ເໝາະ​ສົມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຂອງຫວຽດ​ນາມ ໃນ​ຂະ​ບວນ​ວິ​ວັດ​​ການ​ເຊື່ອມ​ໂຍງ​ສາ​ກົນ.

​ຄຽງ​ຄູ່​ກັນ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການກວດສອດ, ຕິດ​ຕາມ​ການ​ ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ ແລະ ການເຊື່ອມ​ໂຍງ​ສາ​ກົນ, ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ທີ່ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ. ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ສານ​ສົມ​ທົບ​ກັບ​ລັດ​ຖະສະ​ພາບາງ​ປະ​ເທດ ​ເພື່ອ​ທົດ​ລອງ​ກົນ​ໄກ​ກວດ​ກາ​ຕິດ​ຕາມ​ເຊັ່ນ ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກັບ​ສະ​ພາ ດູ​ມາ ​ແຫ່ງສະ​ຫະ​ພາບ​ລັດ​ເຊຍ (ປີ 2020). ການ​ເຄື່ອນ​ໄຫວ​ກວດກາ​ຕິດ​ຕາມ ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ກັບສະ​ພາ​ແຫ່ງ​ຊາດ ລາວ ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ລັດຖະບານ​ ໃນ​ການ​ແກ້​ໄຂ​ບັນຫາ​ຄົນ​ອົບ​ພະຍົບຢ່າງ​ເສລີ​ແລະ​ ການແຕ່ງງານບໍ່ມີ​ໃບ​ສົມລົດ​ໃນ​ເຂດຊາຍແດນຫວຽດນາມ-ລາວ (ປີ 2020). ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດກໍ່​​ກຳ​ລັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ຮູບ​ການ​ຮ່ວມ​ມື​ທີ່​ເໝາະ​ສົມ​ກັບ​ລັກ​ສະ​ນະ ແລະ ລະ​ດັບ​ການ​ພົວ​ພັນ​ສອ​ງ​ຝ່າຍ​ອື່ນໆເຊັ່ນ: ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ-ລັດ​ຖະ​ສະ​ພາເອີ​ຣົບ ແນ​ໃສ່​ຊຸກ​ຍູ້​ການ​ປະ​ຕິ​ບັດສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ-ສະ​ຫະ​ພາບເອີ​ຣົບ (EVFTA) ໃຫ້​ມີ​ປະ​ສິດ​ທິ​ຜົນ; ​ຄົ້ນ​ຄວ້າຂໍ້​ລິ​ເລີ່​ມການ​ຮ່ວມ​ມືໃນຂອບຂອງສະຫະພັນລັດຖະສະພາລະຫວ່າງປະເທດ (IPU) ແລະ ສະ​ເໜີ​ສ້າງ​ເຄືອ​ຂ່າຍ​ສະມາຊິກ​ລັດຖະສະພາ ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າຂ້າມ​ປາຊີ​ຟິກ (CPTPP) ຢ່າງ​ມີ​ປະສິດທິ​ຜົນ.

ໂດຍ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​​ຕົກ​ລົງບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ​ຕົກ​ລົງ​ບັນ​ດາ​ນະ​ໂຍ​ບາຍ​ພື້ນ​ຖານ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ, ແຜນ​ນະ​ໂຍ​ບາຍ​ລົງ​ນາມ, ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ, ຂໍ້​ຕົກ​ລົງ​ຮ່ວ​ມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ. ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ເປັນ​ປະ​ທານ​ສອບ​ສ​ວນ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ, ຍື່ນ​ໃຫ້​ສະ​ພາ​ແຫ່ງ​ຊາດ​ອະ​ນຸ​ມັດ​ຜ່ານ, ອອກ​ຂໍ້​ຕົກ​ລົງ​ເຂົ້າ​ຮ່ວມ​ບັນ​ດາ​ສົນ​ທິ​ສັນ​ຍາ​ທີ່​ສຳ​ຄັນທີ່​ພົວ​ພັນ​ເຖິງ​ອຳ​ນາດ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ຊາຍ​ແດນ, ຜືນ​ແຜ່ນ​ດິນ, ຖາ​ນະ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຂອງຫວຽດ​ນາມ ໃນ​ບັນ​ດາ​ອົງ​ການ​​ສາ​ກົນ, ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້​ນ​ຖານ​ຂອງ​ພົນ​ລະ​ເມືອງ.

ຕາມນັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ັ້ນ, ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ​​ສົນ​ທິ​ສັນ​ຍາສາ​ກົນ​ທີ່​ສຳ​ຄັນຫຼາຍ​ສະ​ບັບ, ບັນ​ດາ​ສັນ​ຍາ​ການຄ້າ​ເສ​ລີ​ລຸ້ນ​ໃໝ່, ເຊັ່ນ CPTPP, EVFTA, ສັນ​ຍາ​ວ່າ​ດ້ວຍ​ການປົກ​ປ້ອງການ​ລົງ​ທຶນ ຫວຽດ​ນາມ-ອີ​ຢູ (EVIPA); ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່ພົວ​ພັນ​ເຖິງ​ຊາຍ​ແດນ, ອຳ​ນາດ​ອະ​ທິ​ປະ​ໄຕ ລະ​ຫວ່າງຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ໃກ້​ຄຽງທີ່​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ​ກັນ ເຊັ່ນ: ສົນທິສັນຍາ​ເພີ່ມ​ຈຸດ​ເລີ່​ມຕົ້ນ ​ແລະ ​ເພີ່ມ​​ຄວາມຖີ່ຂອງຫຼັກ​ໝາຍ​ຊາຍ​ແດນ​ລະຫວ່າງຫວຽດນາມ​ແລະລາວ; ສົນທິສັນຍາ​ເພີ່ມ​ເຕີມ​ຕໍ່​ສົນທິສັນຍາ​ກຳນົດ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ປີ ​​1985 ແລະ ສົນທິສັນຍາ​ເສີມ​ປີ 2005 ​ແລະ ອະນຸ​ສັນຍາ​ກ່ຽວ​ກັບ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ ​ລະຫວ່າງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ລາຊະ​ອານາຈັກ​ກຳປູ​ເຈຍ; ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ສາກົນ​ທີ່​ສຳຄັນ ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ຫວຽດນາມ, ເຊັ່ນ: ອະນຸ​ສັນຍາ​ສາກົນ​ 98 ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ (ILO) ວ່າ​ດ້ວຍ​ສິດທິ​ໃນ​ການ​ຈັດ​ຕັ້ງ ແລະເຈ​ລະ​ຈາ​ຮ່ວມ​ກັນ, ອະນຸ​ສັນຍາ​ສາກົນ 105 ຂອງອົງ​ການ​ແຮງ​ງານ​ສາ​ກົນ (ILO) ວ່າ​ດ້ວຍ​ການ​ເລີກ​ຈ້າງ​ແຮງ​ງານ​ບັງ​ຄັບ; ໃຫ້​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ດາ​ສົມ​ທິ​ສັນ​ຍາ​ທີ່​ມີ​ການ​ກຳ​ນົດ​ຕ່າງ​ກັນ ຫຼື ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ, ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ. ການ​ໃຫ້​ສັດຕະຍາບັນ ​ແລະ ການ​ເຂົ້າ​ເປັນ​ສະມາຊິກ​ສົນທິສັນຍາ​ສາກົນ​ທີ່​ສຳຄັນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ​ແມ່ນ​ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ ​ແລະ ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຢືນ​ຢັນ​ຄວາມ​ຮັບ​ຜິດ​ຊອບ ແລະ ຄວາມຕັດ​ສິນ​ໃຈ​ຂອງຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ, ເປັນ​ຕົ້ນ​ແມ່ນການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ; ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍທີ່​ອີງ​ຕາມ​ກົດ​ໝາຍ ​ໃນ​ສະ​ພາບ​ການທີ່​ລັດ​ທິປະ​ຊາລາດ ແລະ ການປົກ​ປ້ອງ​ການ​ຄ້າ​ຜັນ​ແປ​ຢ່າງ​ສັບ​ສົນ. ຊ່ວຍ​​ເປີດ​ຄວາມ​ຫຼາກຫຼາຍ​ຂອງ​ຕະຫຼາດ​ຂອງຫວຽດ​ນາມ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດ​ຖະ​ກິດ: ສ້າງ​ທ່າ​ແຮງ​ໃຫ້​ແກ່​ການເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ ແລະ ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ສະ​ຖາ​ນະ​ການ​ໂລກ​ລະ​ບາດໂຄວິດ-19.

ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ການເຄື່ອ​ນ​ໄຫວ​ການ​ຕ່າງ​ປະ​ເທດ​ລັດ​ຖະ​ສະ​ພາ, ​ການເຄື່ອນ​ໄຫ​ວ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມໄດ້​ສ້າງ​ຮອບ​ປະ​ທັບ​ທີ່​ສຳຄັນ​ຈຳ​ນວນຫຼາຍ. ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ສອງ​ຝ່າຍ ຂອງ​ສະ​ພາ​ແຫ່ງ​ຊາດ​ທີ່​ໄດ້​ຜັນ​ຂະ​ຫຍາຍ​ຢູ່ໃນຫຼາຍ​ລະ​ດັບ, ພິ​ເສດ​ຢູ່​ຂັ້ນ​ສູງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ດ້ວຍ​ທິດ​ນຳ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ, ຕັ້ງ​ໜ້າ, ໄຫວ​ພິບ ແລະ ຮອບ​ດ້ານ​ໃນ​ທຸກໆ​ຂົງ​ເຂດ. ຜົນ​ງານ​ຂອງ​ບັນ​ດາ​ການເຄື່ອນ​ໄຫວ​ການ​ທູດ​ລັດ​ຖະ​ສະ​ພາ ​ຂອງ​ສ​ະ​ພາ​ແຫ່ງວ​ຊາດ ​ແມ່ນ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ເລິກ​ເຊິ່ງກວ່າ​ອີກ ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່​ງ​ຊາດ ແລະ ບັນ​ດາ​ລັດ​ຖະ​ສະ​ພາ​ຢູ່​ໃນ​ໂລກ. ສີ່ງ​ເຫຼົ່າ​ນີ້​ ສະ​ແດງ​ຜ່ານ​ບັນ​ດາການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ແລກ​ປ່ຽນ​ການເຄື່​ອນ​ໄຫ​ວຂອງ​ກຸ່ມ​ຜູ້​ແທນ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ, ຜູ້​ແທນ​ລັດ​ຖະ​ສະ​ພາ​ເພດ​ຍິງ, ຜູ້​ແທນ​ລັດ​ຖະ​ສະ​ພາ​ຄົນ​ໜຸ່ມ; ແລກ​ປ່ຽນ ແລະ ຮ່ວມ​ມື​ຢ່າງຫຼາກຫຼາຍ​ໃນ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ການປ້ອງ​ການ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ, ວິ​ທະ​ຍາ​ສາດ - ເຕັດ​ໂນ​ໂລ​ຊີ, ວັດ​ທະ​ນະ​ທຳ ແລະ ສຶກ​ສາ​ທິ​ການ, ແລ​ກ​ປ່ຽນ​ປະ​ຊາ​ຊົນ… ​

ບັນ​ດາ​ການເຄື່ອນ​ໄຫວ​ການ​ທູດ​ລັດ​ຖະ​ສະ​ພາຫຼາຍ​ຝ່າຍ ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ໄດ້​ຜັນ​ຂະ​ຫຍາຍ​ຕາມ​ຄຳ​ສັ່ງ​ເລ​ກ​ທີ 25-CT/TW ສະ​ບັບ​ລົງ​ວັນ​ທີ 8 ສິງ​ຫາ 2018, ຂອງ​ຄະ​ນະ​ເລ​ຂາ​ທິ​ການ, “ກ່ຽວ​ກັບ​ການຍູ້​ແຮງ ແລະ ຍົກ​ລະ​ດັບ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ເຖິງ​ປີ 2030”. ເປັນ​ສະ​ມາ​ຊິກຜູ້ຕັ້ງ​ໜ້າ​ຂອງ​ປະ​ຊາ​ຄົມ​ສາ​ກົນ, ບັນ​ດາ​ເຄື່ອ​ນ​ໄຫວ​ການ​ທູດ​ລັດ​ຖະ​ສະ​ພາຫຼາຍ​ຝ່າຍ ​ຕົ້ນຕໍ່​ໃນ​ຂອບ​ຂອງ​ກົນ​ໄກ​ຮ່ວມ​ມື​ລັດ​ຖະ​ສະ​ພາຫຼາຍ​ຝ່າຍເຊັ່ນ IPU, ສະ​ພາລະ​ຫວ່າງ​ລັດ​ຖະ​ສະ​ພາ ອາ​ຊຽນ (AIPA), ກອງ​ປະ​ຊຸມ​ຄູ່​ຮ່ວມ​ມື​ລັດ​ຖະ​ສ​ະ​ພ​າ ອາ​ຊີ-ເອີ​ຣົບ (ASEP), ເວ​ທີ​ປ​າ​ໃສ​ລັດ​ຖະ​ສະ​ພາ​ອາ​ຊີ-ປາ​ຊີ​ຟິກ (APPF), ສະຫະພັນລັດຖະສະພາພາ​ສາ​ຝ​ຣັ່ງ (APF) ດ້ວຍຫຼາຍ​ຄວາມ​ຄິດ​ລິ​ເລີ່ມ​ສຳ​ຄັນ, ສ້າງການ​ຫັນປ່ຽນ​ຢ່າງແທ້​ຈິງ​ ໃນ​ການເຄື່ອນ​ໄຫວ​ຂອງ​ອົງ​ການ​ຈັດ​ຕັ້ງ​​ເຫຼົ່ານີ້, ຍົກ​ລະ​ດັບ​ພາ​ລະ​ບົດ​ບາດ​ຂອງຫວຽດ​ນາມ ຈາກ ເຂົ້າ​ຮ່ວມ​ຢ່າງຕັ້ງ​ໜ້າຂຶ້ນ​ເປັນ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​ໃນ​ການກໍ່​ສ້າງ ແລະ ກຳ​ນົດ​ຮູບ​ການ​ເຄື່ອນ​ໄຫວ​ຮ່ວມມ​ກັນ​”, ເພື່ອ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ ແລະ ຊຸກ​ຍູ້​​ຜົນ​ປະ​ໂຫຍດ​ຍຸກ​ທະ​ສາດ​ທາງ​ດ້ານ​ຄວາມໝັ້ນຄົງ​ແລະການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ.

ການ​ເຂົ້າ​ຮ່ວມ​ຢ່າງ​ເຕັມ​ສ່ວນ​ແລະລະດັບ​ສູງ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ​ທີ່​ສຳຄັນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດຂອງ​ຫວຽດນາມ ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ.​ ເຄື່ອງໝາຍ​ການ​ທູດ​ຫຼາຍ​ຝ່າຍ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້​ແມ່ນ​ ບັນດາກອງ​ປະຊຸມ​ຫຼາຍ​ຝ່າຍ​ທີ່​ສຳຄັນ, ລະດັບ​ສາກົນ ​ແລະ ພາກ​ພື້ນ, ​ເຊັ່ນ​: ການ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ IPU ຄັ້ງ​ທີ 132 (ປີ 2015), ກອງ​ປະ​ຊຸມ​ເວ​ທີ​ປາ​ໃສ​ລັດ​ຖະ​ສະ​ພາ​ອາ​ຊີ-ປາ​ຊີ​ຟິກ ຄັ້ງ​ທີ 26 (APPF-26, ປີ 2018) ​ແລະ ສະ​ມັກ​ຊາ​ໃຫຍ່  AIPA 41 (ປີ 2020). ຄວາມ​ຄິດ​ລິ​ເລີ່ມ​ຫຼາຍ​ຢ່າງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມສະ​ເໜີ​ ​ໄດ້​ສ້າງການ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ, ວາງ​ຮາກ​ຖານ ແລະ ທິດ​ທາງ​ພັດ​ທະ​ນາ​ໄລ​ຍະ​ຍາວ​ຂອງ​ກົນ​ໄກ​ດັ່ງ​ກ່າວ.

ໃນ​ປີ 2021, ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ທີ່ AIPA, APPF, ສະຫະພັນລັດຖະສະພາພາ​ສາ​ຝ​ຣັ່ງ (APF), IPU ລ້ວນ​ແຕ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ ​ແລະ ​ໄດ້​ຮັບ​ການຍອມຮັບ​ ໃນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ກັນ. ທາງ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ຢືນ​ຢັນ​ສະ​ໜັບ​ສະ​ໜູນ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ ເພື່ອ​ພັດ​ທະ​ນາ, ຍົກ​ສູງ​ສິດ​ອຳ​ນາດ​ກົດ​ໝາຍ ແລະ ລັດ​ທິຫຼາຍ​ຝ່າຍ, ພາ​ລະ​ບົດ​ບາດ​ຂອງ​ສະ​ຫະ​ປະຊາ​ຊາດ, ຫຼັກ​ການ​ເຄົາ​ລົບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ ອະນຸ​ສັນຍາ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982) ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທາງ​ດ້ານ​ຄວາມໝັ້ນຄົງ​ຂອງ​ພາກ​ພື້ນ ແລະ ສາ​ກົນ.

ດ້ວຍ​ກຽດ​ສັກ​ສີ, ຖານະ​ບົດບາດ ແລະ ຄວາມ​ກ້າ​ຫານ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ, ໃນ​ຫລາຍ​ປີ​ຜ່ານ​ມາ, ສະ​ພາ​ແຫ່​ງ​ຊາດຫວຽດ​ນາມນັບ​ມື້​ນັບ​ມີ​ຜູ້​ຕາງ​ໜ້າຫຼາຍ​ຄົນ​ ທີ່​ໄດ້​ອອກ​ສະ​ໝັກ​ເລືອກ​ຕັ້ງ ແລະ ໄດ້​ຮັບ​ຄວາມ​ເຊື່ອ​ຖື​ຈາກ​ເພື່ອນ​ມິດ​ສາ​ກົນ ​ເລືອກ​ຕັ້ງ​ເຂົ້າ​ໃນ​ບັນ​ດາທີ່​ຕັ້ງ​ສຳ​ຄັນ​ໃນ​ຄະ​ນະ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ, ​ເຊັ່ນ ຄະ​ນະກຳມະການ​ບໍ​ລິ​ຫານ IPU, ຮອງ​ປະ​ທານ IPU, ຮອງ​ປະ​ທານ APF, ຄະ​ນະກຳມະການ​ບໍ​ລິ​ຫານ APPF, ເລ​ຂາ​ທິ​ການ​ໃຫຍ່ AIPA. ຜ່ານ​ການ​ແລກປ່ຽນ​ຢູ່​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຫຼາຍ​ຝ່າຍ ​ແລະ ບັນດາ​ການ​ພົບ​ປະ​ສອງ​ຝ່າຍ​ໃນ​ໂອກາດ​ກອງ​ປະຊຸມ, ສະພາ​ແຫ່ງ​ຊາດຫວຽດນາມມີ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ແລກປ່ຽນ ​ແລະ ດູດ​ຊືມ​ບັນດາ​ປະສົບ​ການ​ອັນ​ລ້ຳ​ຄ່າ ​ໃນ​ການ​ສ້າງ​ຂອບ​ກົດໝາຍ ​ແລະ ຊຸກຍູ້​ການ​ປະຕິ​ຮູບ​ບັນດາ​ອົງການ​ ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ. ​ໃນກອງ​ປະ​ຊຸມ APPF 29 (ເດືອນທັນ​ວາ 2021) ຜ່ານ​ມາ, ສະ​ພາ​ແຫ່ງ​ຊາດຫວຽດ​ນາມໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນແລະສະ​ໜັບ​ສະ​ໜູນ​ສູງ​ໃຫ້​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ເວ​ທີ​ປາ​ໄສ APPF ໄລ​ຍະ 4 ປີ (2022-2026).

ພິ​ເສດ, ການ​ທູດ​ລັດ​ຖະ​ສະ​ພາ​​ໄດ້ປະ​ກອບ​ສ່ວນທີ່​ແທ້​ຈິງ​ເຂົ້າ​ໃນ​​ຄວາມ​ພະ​ຍາ​ຍາມປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ​ໂຄວິດ-19, ຂົ​ນ​ຂວາຍ​ວັກຊີນ, ຢາ​ປົວ​ພະ​ຍ​າດ ແລະ ອຸ​ປະ​ກອນ​ການ​ແພດ, ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ​ແບ່ງ​ປັນ​ວັກຊີນ, ສ້າງ​ຄວາມ​ສະ​ດວກ​​ໃນ​ການເຂົ້າ​ເຖິງວັກ​ຊີນຢ່າງ​ຍຸຕິ​ທຳ ສະ​ເໝີ​ພາບ ແລະ ຄ່າ​ໃຊ້​ຈ່າຍ​ທີ່​ເໝາະ​ສົມ. ປີ 2020, ​ເມື່ອ​ພະຍາດ​ໂຄ​ວິດ-19 ​ແຜ່​ລະບາດຢ່າງ​ແຮ​ແລະຜັນ​ແປ​ຢ່າງ​ສັບ​ສົນ, ສະ​ພາ​ແຫ່ງ​ຊາດຫວຽດ​ນາມໄດ້​ມອບຜ້າ​ອັດ​ປາກ​ໃຫ້​ບັນ​ດາ​ລັດ​ຖະ​ສະ​ພາ ແລະ ອົງ​ການ​ຈັດ​ຕັ້ງ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ, ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງານ​ໃຫ້​ກັບ​ປະ​ຊາ​ຄົມ​ສາ​ກົນ, ​ໄປພ້ອມກັບການທູດຂອງປະເທດເຮົາ ໃນການປ້ອງ​ກັນ​ແລະ​ຕ້ານ​ການລະບາດ​ຂອງ​ພະ​ບາດໂຄວິດ-19. ປີ 2021, ​ໃນ​ການຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ໂຄວິດ-19, ການ​ໂອ້​ລົມ​ທາງ​ໂທລະສັບ, ການ​ສົນທະນາ​ທາງ​ອິນ​ເຕີ​ເນັດ ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ ​ແລະ ບັນດາ​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ​ປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 5 ໄດ້​ສ້າງ​ຈຸດ​ພົ້ນ​ເດັ່ນ ​ແລະ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ອັນ​ໜັກ​ແໜ້ນ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ສະ​ໄໝ​ໃໝ່. ບັນ​ດາ​ການ​ຢ້ຽມ​ຢາມ​ສອງ​ຝ່າຍຢ່າງ​ເປັນ​ທາງ​ການ ​ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ທີ່​ລັດ​ຖະ​ສ​ະ​ພາ ເອີ​ຣົບ, ລາຊະອາ​ນາ​ຈັກແບນຊິກ, ຟິນ​ແລນ, ສ​.ເກົາຫຼີ ແລະ ອິນ​ເດຍ ດ້ວຍ​ເນື້ອ​ໃນ​ວາ​ລະ​ທີ່​ຄົບ​ຖ້ວນ, ລວມ​ແລະ​​ແທດ​ຈິງ ເຊິ່ງ​ໄດ້​ປັບ​ປຸງ​ການ​ພົວ​ພັ​ນ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງຫວຽດ​ນາມ ກັບ​ປະ​ເທດ​ຕ່າງໆ, ​ເຜີ​ຍ​ແຜ່ຂໍ້ຄວາມກ່ຽວ​ກັບ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມທີ່ເປັນ​ເຈົ້າ​ການ, ປ່ຽນ​ແປງ​ໃໝ່ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ. ຄຽງຂ້າງ​ນັ້ນ, ບັນ​ດາ​ຜົນ​ງານ​ຂອງ​ການ​ທູດ​ລັດ​ຖະ​ສະ​ພາ​ສອງ​ຝ່າຍ​ໄດ້​ສ້າງ​ພື້ນ​ຖານ ​ເພື່ອ​​ໃຫສະ​ພາ​ແຫ່ງຊາດ​ຫວຽດນາທ ແລະ ລັດ​ຖະ​ສະ​ພາ​ປະ​ເທດ​ຕ່າງໆ​ ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ພາກ​ພື້ນ ແລະ ສາ​ກົນ, ປະ​ຕິ​ບັດ​​ຄຳ​ໝັ້ນ​ສັນ​ຍາ​ສອງ​ຝ່າຍ​ທີ່​ໄດ້​ລົງ​ນາມຢ່າງ​ມີ​ປະສິດທິ​ຜົນ ແລະ ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ໃໝ່ ​ກັບ​ລັດຖະສະພາ​ຂອງ​ປະ​ເທດ​ຕ່າງໆ ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ເນື້ອ​ໃນ​ສຳຄັນ.

ການ​ທູດ​ລັດ​ຖະ​ສະ​ພາກໍ່​ໄດ້​ຮັບ​ໃຊ້​ເສດ​ຖະ​ກິດ, ປະ​ກອບ​ສ່ວນຊຸກ​ຍູ້​ການ​ເຕີບ​ໂຕ​ການ​ຄ້າ, ດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ, ສະ​ແດງ​ຜ່ານ​ບັນ​ດາ​ການເຄື່ອນ​ໄຫວ​ດຶງ​ດູດ​ການ​ລົງ​ທຶນ, ສົ່ງ​ເສີມ​ການ​ຄ້າ​ ເນື່ອງ​ໃນ​ໂອກ​າດ​ບັນ​ດາ​ການ​ຢ້ຽມ​ຢາມ​ເປັນ​ທາງ​ການ​ຂອງ​ປະ​ທານສະ​ພາ​ແຫ່ງ​ຊາດ, ການເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ສົນ​ທະ​ນາ​ນະ​ໂຍ​ບາຍ. ກ່ຽວ​ກັບ​ເສດ​ຖະ​ກິດ, ຍູ້​ແຮງ​ການ​ແລກ​ປ່ຽນ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ໃຈ​ກາງ​ຕໍ່ຫວຽດ​ນາມ, ເຊັ່ນ​ການຫັນ​ເປັນ​ດິຈີ​ຕອນດີ​ຈີ​ຕອນ, ການພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈີ​ຕອນ​ປົກ​ຫຸ້ມ ​ທີ່​ໄປ​ຄຽງ​ຄູ່​ກັບຄວາມ​ສະ​ເໝີ​ພາບທາງ​ດ້ານ​ດີ​ຈີ​ຕອນ, ຮັກ​ສາ​ຄວາມ​ລັບ​ຂໍ້​ມູນ​, ເອ​ກະ​ສານ; ຫັນ​ປ່ຽນ​ຕົວ​ແບບ​ພັດ​ທະ​ນາ, ເສດ​ຖະ​ກິດ​ສີຂຽວ, ເສດ​ຖະ​ກິດ​ແບບ​ໜູນວ​ຽນ, ໝັ້ນ​ຄົງ; ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ການ​ຄ້າ ແລະ ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ. ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ ຄື​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ, ໃນ​ນັ້ນ​ ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ບັນ​ຫາ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ຄວາມສະ​ເໝີ​ພາບທາງ​ເພດ ແລະ ການຮ່ວມ​ມືດ້ານ​ວັດ​ທະ​ນະ​ທຳ.

ສືບ​ຕໍ່​ຢືນຢັນ​ບົດບາດ​ຂອງ​ຊ່ອງ​ທາງການ​ຕ່າງປະ​ເທດ​ທີ່​ມີ​ປະສິດທິ​ຜົນ

ບັນ​ດາ​ຜົນ​ງານ​ອັນ​ສຳ​ຄັນ​ຂອງ​ການ​ທູດ​ລັດ​ຖະ​ສະ​ພາຂອງສະ​ພາ​ແຫ່ງ​ຊາດຫວຽດນາມ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ ເຂົ້າ​ໃນ​ການ​ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ, ສ້າງ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ແລະ ປັບ​ປຸງ​ແຫຼ່ງ​ພະ​ລັງ​​ໃຫ້​ແກ່​ພາ​ລະ​ກິດ​ເຊື່ອມ​ໂຍງ​ສາ​ກົນ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ້າງ​ຂວາງ​ ຂອງຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຄຽງ​ຄູ່​ກັນ​ກັບ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ແລະ ຂອງ​ລັດ​ເວົ້າ​ລວມ ກໍ່​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາດ​ແລະ​ອຸປະສັກ​ເຊັ່ນ ​ບັນ​ຫາ​ບຸກ​ຄະ​ລາ​ກອນ, ກົນ​ໄກ​ຂໍ້​ມູນ​ຂ່າວ​ສານ ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ວຽກ​ງານກນ​ຕ່າງ​ປະ​ເທດ; ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ​ກັບ​ບັນ​ດາ​ອົງ​ການ​ຂອງ​ລັດ​ຖະ​ບານ; ວຽກ​ງານ​ເປັນ​ເສ​ນາ​ທິ​ການ, ຄົ້​ນ​ຄວ້າ, ຕີ​ລາ​ຄາ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້​ນ, ສະ​ພາບ​ການ​ຜັນ​ຂະ​ຫຍາຍກິດຈະກຳ​ການ​ຕ່າງ​ປະ​ເທດ, ແກ້​ໄຂອຸປະສັກ​ໃນ​ການ​ປະ​ຕິ​ບັດ​​ນະ​ໂຍບ​າຍ, ກົດ​ໝາຍ​ທີ່​ກ່ຽວຂ້ອງ​ກັບວຽກ​ງານ​ການ​ຕ່າງ​ປະ​ເທດ; ຄຸນ​ນະ​ພາບຂອງ​ການກໍ່​ສ້າງ​ກົດ​ໝາຍ, ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ການກວດ​ການ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ ​ກັບ​ສະ​ພາບ​ການ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ໃໝ່.

ໃນ​ຊຸມ​ປີ​ຕໍ່​ໄປ​ນີ້, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ຈະ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ໄວ​ວາ​ແລະສັບ​ສົນ, ມີກາ​ລະ​ໂອ​ກາດແລະສິ່ງ​ທ້າ​ທາຍສັບ​ຊ້ອນ​ກັນ, ກະ​ທົບ​ຮອບ​ດ້ານ​ຕໍ່​ຄວາມ​ສະ​ຫງົບ, ​ສະ​ຖຽມ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ. ພ້ອ​ມ​ກັນ​ນັ້ນ, ດ້ວຍການ​ພັດທະນາ​ຂອງ​ສະ​ຖາ​ບັນ​ລັດຖະສະ​ດາ, ການ​ທູດ​ລັດ​ຖະ​ສະ​ພາ​ສືບ​ຕໍ່​ໄດ້​ພິ​ສູດ​ວ່າເປັນຊ່ອງ​ທາງການ​ທູດທີ່​ມີ​ປະ​ສິດ​ທິ​ຜົນ, ເປັນ​ທ່າ​ອຽງທີ່​ຍືນ​ຍົງ​ໃນ​ໄລ​ຍະ​ຍາວ, ປະ​ກອບ​ສ່ວນ​ປັບ​ປຸງການ​ທູດ​ແບບ​ດັ້ງ​ເດີມ. ການເຊື່ອມ​ໂຍງ​ສາ​ກົນ, ​ໂດຍ​ສະ​ເພາະ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ເປັນ​ການ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ ​ໃນ​ແຜນ​ນະ​ໂຍບ​າຍ, ແນວທາງ​ຂອງ​ພັກ ​ກ່ຽວ​ກັບ​ການພັດ​ທະ​ນາ​ປະ​ເທດ. ບົນ​ພື້ນ​ຖານ​ການ​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ຜົນ​ງານ​ທີ່​ບັນ​ລຸ​ໄດ້ ​ໃນ​ເວ​ລາ​ທີ່​ຜ່ານ​ມາ, ກຳ​ແໜ້ນ​ເນື້ອ​ໃນ​ຊີ້​ນຳ​​ຂອງ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ​ແລະຮອບດ້ານ, ຈຳຕ້ອງ​​ເອົາ​ໃຈ​ໃສ່ບັນດາ​ເນື້ອ​ໃນ​ຕໍ່​ໄປນີ້:

ທີ​ໜຶ່ງ, ກຳນົດ​ບົດບາດທີ່​ຕັ້ງ ​ແລະ ຄວາມ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ຢ່າງ​ຈະ​ແຈ້ງ ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ລວມຂອງ​ພັກແລະລັດ ແນ​ໃສ່​ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປຽບ​ຂອງ​ການ​ທູດ​ລັດ​ຖະ​ສະ​ພາ ​ໃນ​ການກໍ່​ສ້າງ​ພື້ນ​ຖານການ​ທູດທີ່ທັນ​ສະ​ໄໝ ແລະ ຮອບ​ດ້ານ. ບົນ​ພື້ນ​ຖານ​ນັ້ນ, ກໍ່​ສ້າງ​​ທິດ​ການນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະທີ່ 15 ຂອງ​ສະ​ພາ​ແຫ່ງ​ຊາດ, ໃນ​ນັ້​ນ​ ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ, ແລກປ່ຽນ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ ໃນ​ບັນ​ດາ​ບັນ​ຫາ​ກໍ່​ສ້າງ​ກົດ​ໝາຍ, ກວດ​ກາ​ຕິດ​ຕາມ​ສູງ​ສຸດ, ຕົກ​ລົງ​ງົບ​ປະ​ມານ, ບັນ​ດາ​ບັນ​ຫາ​ສຳ​ຄັນ ແລະ ໃຫ້ສັດຕະຍາບັນ, ຕັດສິນໃຈເຂົ້າຮ່ວມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ​ສະ​ພາ​ແຫ່ງ​ຊາດ.

     ທີ​ສອງ, ສືບ​ຕໍ່​ເພີ່ມ​ທະ​ວີ​ວຽກ​ງານການກໍ່​ສ້າງ​ກົດ​ໝາຍ, ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ກົດ​ໝາຍ​ ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມທາງ​ກົດໝາຍທີ່​ເອື້ອອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍແນວ​ທາງ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທ​ດ ແລະ ການເຊື່ອມ​ໂຍງ​ສາ​ກົນ; ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ບັນ​ດາ​ໂຄງ​ການ​ກົດ​ໝາຍ, ລັດ​ຖະ​ດຳ​ລັດ​ ໃນ​ທຸກໆ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ​ ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ຂອງຫວຽດ​ນາມ ແລະ ກວດ​ກາ​ຕິດ​ຕາມ​ຄວາມແທດ​ເໝາະ​ຂອງ​ການ​ເຈ​ລະ​ຈາ, ລົງ​ນາມ ແລະ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ບັນ​ດາ​ບັນ​ຫາ​ສຳ​ຄັນ, ເປັນ​ຕົ້ນ​ແມ່ນ​ ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້​ນ​ໃໝ່, ຊຸກ​ຍູ້ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ວຽກ​ງານ​ຊາຍ​ແດນ ​ແລະ ​ເຂດ​ດິນ​ແດນ, ວຽກ​ງານ​ຄົນຫວຽດ​ນາມຢູ່​ຕ່າງ​ປະ​ເທດ ແລະ ການປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ (SDG).

ທີ​ສາມ, ຊາບ​ຊືມ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເລກ​ທີ 272-QĐ/TW, ​ລົງ​ວັນ​ທີ 21 ມັງ​ກອນ 2015, ຂອງ​ກົມ​ກ​ານ​ເມືອງສູນ​ກາງ​ພັກ, “ວ່າ​ດ້ວຍ​ການ​ປະ​ກ​າດ​ໃຊ້​ກົດ​ລະ​ບຽບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເປັ​ນ​ເອກ​ະ​ພາບ ​ບັນ​ດາການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ”, ພ້ອມດ້ວຍ​ເອກະສານ​ແນະ​ນຳ​ ແລະ ເອ​ກະ​ສານຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ກ່ຽວກັບ​ການ​ເພີ່ມ​ທະວີ​ກົນ​ໄກ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ ລະ​ຫວ່າງ​ບັນ​ດາຊ່ອງທາງ ແລະ ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ; ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​ ຕ້ອງສືບ​ຕໍ່​ເພີ່ມ​ທະ​ວີ​ລັກ​ສະ​ນະ​ເປັນ​ເຈົ້າ​ການ ແລະ ປະ​ຕິ​ບັດຢ່າງ​ມີ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ປະ​ສານ​ສົມ​ທົບ, ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວຂ້ອງ, ຮັບ​ປະ​ກັນ​ການ​ຈັດການແກ້​ໄຂ, ​ໃຫ້ຄຳ​ແນະນຳ​ທີ່​ຖືກ​ຕ້ອງ, ທັນ​ເວ​ລາ ແລະ ມີຄຸນ​ນະ​ພາບ ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ພົວ​ພັນ​ເຖິງວຽກ​ງານ​ການ​ຕ່າງ​ປະ​ເທດ.

ທີ​ສີ່, ບັນດາຂະ​ແໜງ​ການ, ບັນດາ​ຂັ້ນ ​ແລະ ອົງການ ຕ້ອງສົມທົບກັນຢ່າງ​ແໜ້ນ​ແຟ້ນ​ເພື່ອຮັບປະກັນໃຫ້ສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມໃນບົດບາດຄະນະກຳມະ​ການ​ບໍລິຫານ APPF ຢ່າງ​ສຳ​ເລັດ​ຜົນ; ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ບັນ​ດາການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ IPU; ກະ​ກຽມ​ໃຫ້​ດີ​ ການ​ເຂົ້າ​ຮ່ວມ​ໃນ AIPA, APF, ASEP ​ເພື່ອ​ແນ​ໃສ່​ຍົກ​ສູງ​ບົດບາດທີ່​ຕັ້ງ ​ທີ່​ຫວຽດນາມ​ໄດ້​ສ້າງ​ຂຶ້ນ ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ຫັນ​ເປັນ​ຫຼາກຫຼາຍ​ຮູບ​ການ ແລະ ເນື້ອ​ໃນ​ການ​ເຂົ້າ​ຮ່ວມ​ການ​ທູດ​ລັດ​ຖະ​ສະ​ພາ, ເປັນ​ຕົ້ນ​ແມ່ນ ​ໝູນ​ໃຊ້​ການ​ປ່​ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ດິຈີ​ຕອນ - ໜຶ່ງ​ໃນ​ບັນ​ດາ​ທ່າ​ອຽງ​ໃຫຍ່​ຂອງ​ອະ​ນາ​ຄົດ.

ທີ​ຫ້າ, ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນຂອງ​ຂໍ້​ມູນ ​ແລະ ການໂຄສະ​ນາ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ, ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ ​ແລະ ຮ່ວມ​ເປັນອກະພາບ​ລະຫວ່າງ​ຂໍ້​ມູນ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ກັບ​ຂໍ້​ມູນ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ, ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ ລະ​ຫວ່າງ​ຂໍ້​ມູນ​ພາຍ​ໃນ ແລະ ຂໍ້​ມູນ​ການ​ຕ່າງ​ປະ​ເທດ, ສົ່ງ​ຂໍ້ຄວາມ​ກ່ຽວ​ກັບ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມປ່ຽ​ນ​ແປງ​ໃໝ່ ​ແລະ ປະ​ເທດຫວຽດ​ນາມເຊື່ອມ​ໂຍງສາກົນ​ຢ່າງ​ຮອບ​ດ້ານ ແລະ ກວ້າງ​ຂວາງ.

ທີ​ຫົກ, ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ​ກົງ​ຈັກ, ຍົກ​ສູງ​ຄວາມ​ສາ​ມາດ ແລະ ຄຸນ​ທາດ​ຂອງ​ຖັນ​ແຖວ​ພະນັກງານ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ, ທີ່​ເປັນ​ມື​ອາຊີບ, ການປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ​ຂອງ​ພື້ນ​ຖານ​ການ​ທູດ​ຮອບ​ດ້ານ ແລະ ທັນ​ສະ​ໄໝ.

ໃນ​ສະ​ຖາ​ນະ​ການ​ໂລກ ແລະ ພາກ​ພື້ນມີ​ການ​ຫັນ​ປ່​ຽນ​ໃໝ່, ມີກາ​ລະ​ໂອ​ກາດ​ດີ ແລະ ມີຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ທີ່​ສັບ​ຊ້ອນ​ກັນ, ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ອີກ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍຢ່າງ​ແຂງ​ແຮງ ​ຖານະບົດບາດ​ແລະຕຳ​ແໜ່ງ​ທີ່​ໄດ້​​ສ້າງ​ຂຶ້ນໃນ​ຫຼາຍ​ປີ​ທີ່​ຜ່ານມາ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ສຳ​ເລັດ​ຜົນ ​ໃນ​ຂົງ​ເຂດ​ການ​ເມືອງ, ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນຊາ​ດ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ການສຶກ​ສາ-ຝຶດອົບຮົມ ແລະ ການພັດ​ທະ​ນາ​ແບບ​ຍືນ​ຍົງ; ​ຈາກນັ້ນ, ປະສົບ​ຄວາມ​ສຳ​ເລັດ​ມີ​ໄຊ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບ​າຍ​ຜັນ​ຂະ​ຫຍາຍ​ທິດ​ທາງ​ຍຸດ​ທະ​ສາດການເຊື່ອມ​ໂຍງ​ສາ​ກົນຢ່າງ​ເປັນ​ເຈົ້າ​ການ​ແລະຕັ້ງ​ໜ້າ​ຂອ​ງ​ພັກ ທີ່ໄດ້​ວາງ​ອອກ​ໃນກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນ​ນິດຫວຽດ​ນາມ./.

------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 986 (​ເດືອນ​ມີນາ 2022)