ຍົກລະດັບການພົວພັນຕ່າງປະເທດດ້ານປ້ອງກັນຊາດ,
ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາ
ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່

ໂດຍ ຮສ, ປອ ຮ່ວາງ ຊວນຈ໋ຽນ
ພົນໂທ, ກໍາມະການສູນກາງພັກ, ກໍາມະການຄະນະພັກທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
02:54, 23-08-2022
ວກ. - ແມ່ນພາກສ່ວນໜຶ່ງໃນການເຄື່ອນໄຫວພົວພັນຕ່າງປະເທດຂອງລັດ, ພາຍ​ໃຕ້ການນໍາພາຂອງພັກ, ໂດຍກົງແມ່ນຄະນະພັກທະຫານສູນກາງ ​ແລະ ກະຊວງປ້ອງ​ກັນ​ປະ​ເທດ, ໃນເວລາຜ່ານມາ, ວຽກງານພົວພັນຕ່າງປະເທດດ້ານປ້ອງ​ກັນ​ຊາດຍາດ​ໄດ້​ຜົນງານທີ່ສໍາຄັນຢ່າງຫຼວງຫຼາຍ, ປະກອບສ່ວນເຂົ້າໃນການປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜົນປະໂຫຍດຂອງຊາດ-ປະ​ເທດ; ຮັກສາສະພາບແວດລ້ອມສັນຕິພາບ, ຄວາມໝັ້ນຄົງ ເພື່ອສ້າງສາ, ຍົກສູງອິດທິພົນ, ຖານະບົດບາດຂອງປະເທດ ແລະ ກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ.

ຜົນງານຂອງການພົວພັນຕ່າງປະເທດດ້ານປ້ອງກັນຊາດ ​
ໃນ​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍຊາດ ແລະ ສ້າງສາ, ປົກປັກຮັກສາປະເທດຊາດ

ໃນສອງຄັ້ງແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣ່ັງ ແລະ ຈັກກະພັດອາເມລິກາ, ໂດຍເຊື່ອມຊຶມ ແລະ ປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍການ​ຕ່າງປະ​ເທດ​ຂອງ​ພັກ: ການປະຕິວັດຫວຽດນາມ ແມ່ນພາກສ່ວນໜຶ່ງຂອງການປະຕິວັດໂລກ”, “ຊ່ວຍ​ເພື່ອນ​ແມ່ນ​ຊ່ວຍຕົນເອງ”, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ມີບົດບາດສໍາຄັນພິ​ເສດ ໃນການຮ່ວມສໍາພັນກັບສອງປະເທດເພື່ອນມິດ​ເພື່ອຕໍ່ສູ້ ນັ້ນແມ່ນປະເທດລາວ ແລະ ປະ​ເທດກໍາປູເຈຍ ເພື່ອຕ້ານສັດຕູຕົວດຽວໃນແຫຼມອິນດູຈີນ, ປະກອບສ່ວນເຂົ້າ​ໃນ​ການປັບປຸງກໍາລັງ​ແຮງສາມັກຄີລະຫວ່າງກອງທັບຂອງເຮົາກັບ​ກອງທັບ​ປະຊາຊົນລາວ ແລະ ກໍາປູເຈຍ ໃນການຕໍ່ສູ້.

ພ້ອມດຽວກັນນັ້ນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດກໍ​ກາຍ​ເປັນ​ຊ່ອງ​ທາງ​ທີ່ສໍາຄັນ ເພື່ອຮັບເອົາການສະໜັບສະໜູນ, ຊ່ວຍເຫຼືອຂອງສະຫະພາບໂຊວຽດ, ຈີນ ແລະ ປະເທດເພື່ອນມິດອ້າຍນ້ອງຈໍານວນໜຶ່ງໃນໂລກ,​ ຕັ້ງແຕ່ການປະກອບອາວຸດ, ຍຸດທະພັນ, ພະລາທິການ, ການແພດທະຫານ ຈົນເຖິງການແຕ່ງຕັ້ງພະນັກງານໄປບັນດາປະເທດ ​ເພື່ອ​ຮຽນ​ເອົາບົດຮຽນໃນການຕໍ່ສູ້, ຍົກສູງລະດັບຄວາມຮູ້ດ້ານທິດສະດີການເມືອງການທະຫານ ແລະ ວິທີການສູ້ຮົບ, ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາ ແລະ ພັດທະນາ​ກອງທັບ​ປະຊາຊົນຫວຽດນາມ, ຕອບສະໜອງບັນດາຄວາມຮຽກຮ້ອງທີ່ຈໍາ​ເປັນ​ຂອງ​ການ​ຕໍ່ຕ້ານ. ໃນໄລຍະນີ້, ກອງທັບປະຊາຊົນຫວຽດນາມ ໄດ້ຈັດການແນະນໍາບົດຮຽນ ​ໃນ​ການສ້າງກໍາລັງ, ບົດຮຽນໃນການຕໍ່ສູ້ດ້ານການເມືອງ, ການຕໍ່ສູ້ປະກອບອາວຸດ ແລະ ສິລະປະດໍາເນີນການຕໍ່ສູ້ຂອງປະຊາຊົນ ກັບກອງທັບຫຼາຍປະເທດໃນໂລກ, ຈາກນັ້ນ, ໄດ້ເປີດກ້ວາງການພົວພັນດ້ານການທະຫານ, ປ້ອງກັນຊາດ ແລະ ຍົກສູງອິດທິພົນ, ຖານະບົດບາດຂອງກອງທັບປະຊາຊົນຫວຽດນາມ ຕໍ່ເພື່ອນມິດສາກົນ.

ຜ່ານການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຫວຽດນາມບໍ່ພຽງແຕ່ຍາດແຍ່ງ ແລະ ເສີມຂະຫຍາຍປະສິດທິຜົນກໍາລັງແຮງຄວາມສາມັກຄີສາກົນເທົ່ານັ້ນ ​ແຕ່ຍັງປະກອບ​ສ່ວນເຂົ້າໃນການປັບປຸງ, ເພີ່ມທະວີຄວາມສາມັກຄີພາຍໃນລະບົບບັນດາປະເທດສັງ ຄົມນິຍົມຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການປະຕິບັດແຜນນະໂຍບາຍສ້າງຄວາມສາ ມັກຄີສາກົນ, ສົມທົບລະຫວ່າງກໍາລັງແຮງຂອງຊາດ ກັບກໍາລັງແຮງຍຸກສະໄໝຢ່າງມີໄຊ, ສ້າງກໍາລັງແຮງສັງລວມຕີເອົາໄຊຊະນະສັດຕູຜູ້ຮຸກຮານ, ປະຕິບັດສໍາເລັດພາລະກິດປົດ​ປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບອີກດ້ວຍ.

ໃນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນຫຼັງປີ 1986, ພາຍໃຕ້ແສງສະຫວ່າງ​ແຫ່ງ​ການປ່ຽນແປງໃໝ່ໃນກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ, ບົນພື້ນຖານແນວທາງການຕ່າງປະເທດ ເປີດກ້ວາງ”, ຫວຽດນາມ​ໄດ້​ເປີດ​ກວ້າງການພົວພັນຮ່ວມມືດ້ານປ້ອງກັນຊາດ ກັບຫຼາຍປະເທດ. ການພົວພັນຕ່າງປະເທດ ດ້ານປ້ອງກັນຊາດໃນໄລຍະນີ້ ສືບຕໍ່ເປັນຊ່ອງທາງການທູດທີ່ສໍາຄັນ, ມີການປ່ຽນ​ແຜງ​ໃໝ່​ຢ່າ​ງຫຼວງຫຼາຍ, ປະກອບສ່ວນພ້ອມກັບການທູດຂອງລັດ ທັບມ້າງວົງປິດລ້ອມຂອງ​ສັດຕູ, ຊຸກຍູ້ຂະບວນວິວັດແຫ່ງການຫັນການພົວພັນກັບຈີນ ແລະ ອາເມລິກາເປັນປົກກະຕິ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ ​ແລະ ຄວາມໝັ້ນຄົງ ​ເພື່ອ​ສ້າງສາປະເທດຊາດ, ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ.

ໃນໄລຍະການເຊື່ອມໂຍງສາກົນ, ເພື່ອເຊື່ອມຊຶມ ແລະ ຜັນຂະຫຍາຍ​ແນວ​ທາງ​ການຕ່າງປະເທດຂອງພັກໃນແຕ່ລະສະໄໝກອງປະຊຸມໃຫຍ່, ປະຕິບັດມະຕິກອງ​ປະຊຸມ​ສູນ​ກາງ​ພັກຄັ້ງທີ 8 ສະໄໝທີ 11, ລົງວັນທີ 25 ຕຸລາ 2013, “ວ່າດ້ວຍຍຸດທະ​ສາດ​ປົກ​ປັກຮັກສາປະເທດຊາດໃນສະພາບການໃໝ່”; ມະຕິຂອງກົມການເມືອງສູນກາງພັກ ສະບັບ​ເລດ​ທີ 22-NQ/TW, ລົງວັນທີ 10 ພຶດສະພາ 2013, “ວ່າດ້ວຍການເຊື່ອມໂຍງສາກົນແລະ ມະຕິຂອງຄະນະພັກທະຫານສູນກາງສະບັບເລກທີ 806-NQ/QUTW, ລົງວັນທີ 31 ທັນວາ 2013, “ວ່າດ້ວຍການເຊື່ອມໂຍງສານກົນ ແລະ ການພົວພັນຕ່າງປະ​ເທດ​ດ້ານປ້ອງກັນຊາດເຖິງປີ 2020 ແລະ ໃນຊຸມປີຕໍ່ໜ້າ”, ວຽກງານພົວພັນຕ່າງປະ​ເທດ​ດ້ານ​ປ້ອງກັນຊາດສືບຕໍ່ຜັນຂະຫຍາຍຢ່າງ ຕັ້ງໜ້າ, ເປັນເຈົ້າການ, ແໜ້ນແຟ້ນ, ມີໄຫວພິບ, ມີປະສິດທິຜົນ”, ຍາດໄດ້ບັນດາຜົນງານທີ່ສໍາຄັນຢ່າງຫຼວງຫຼາຍ. ການຮ່ວມມືສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ສືບຕໍ່ໄດ້ຮັບການເປີດກ້ວາງ ແລະ ພັດທະ​ນາ​ທັງລວງກ້ວາງ ແລະ ລວງເລິກ, ກາຍເປັນເນື້ອໃນສໍາຄັນໜຶ່ງໃນການພົວພັນຕ່າງປະ​ເທດ​ຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ; ສ້າງພື້ນຖານການປ້ອງກັນຊາ​ດ​ໃນ​ທົ່ວປວງຊົນທັງຊາດ ເພື່ອເສີມຂະຫຍາຍກໍາລັງແຮງຂອງຊາດ ສົມທົບກັບກໍາລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ສ້າງກໍາລັງແຮງສັງລວມ - ພື້ນຖານອັນໜັກແໜ້ນ ເພື່ອປະຕິບັດວິທີການ ແລະ ແຜນອຸບາຍປົກປັກຮັກສາປະເທດຊາດແຕ່ຫົວທີ, ຈາກທາງໄກ.

ບັນດາໝາກຜົນ, ຜົນສໍາເລັດທີ່ສໍາຄັນຂອງການພົວພັນຕ່າງປະເທດດ້ານປ້ອງກັນ ຊາດ ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາເອກະລາດ, ອະທິປະໄຕ, ​ເອກະ​ພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ ຢ່າງໝັ້ນຄົງ ແລະ ແທດ​ເໝາະ​ກັບພຶດຕິກໍາຕົວຈິງ; ຍົກສູງອິດທິພົນ ແລະ ຖານະບົດບາດຂອງປະເທດເວົ້າລວມ, ​ເວົ້າ​ສະ​ເພາະແມ່ນຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ; ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂບັນດາບັນຫາຊາຍແດນ, ​ເຂດ​ແດນ,​ ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ;​ ສົມທົບລະຫວ່າງການຮ່ວມມື ແລະ ການຕໍ່ສູ້ຢ່າງໄຫວພິບ, ແກ້ໄຂສາຍພົວພັນ​ດ້ານປ້ອງ​ກັນຊາດ ກັບບັນດາປະເທດຢູ່ພາຍໃນ ແລະ ຢູ່ນອກພາກພື້ນ ໃຫ້​ໄດ້ເປັນຢ່າງດີ, ພິ​ເສດ​ແມ່ນບັນດາປະເທດໃຫຍ່, ສ້າງທ່າຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັກສາສະພາບ​ແວດ​ລ້ອມສັນຕິພາບ, ຄວາມໝັ້ນຄົງ, ສະກັດກັ້ນໄພອັນຕະລາຍທີ່ເກີດການປະທະກັນ ແລະ ສົງຄາມ, ຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດຊາດ;​ ປະກອບສ່ວນ​ເຂົ້!​ໃນ​ການປັບປຸງ ແລະ ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ, ສ້າງເປັນກອງທັບຫຼວງ, ຍອດຢ້ຽມ ແລະ ທັນສະໄໝ; ຍົກສູງປະສິດທິຜົນການສົມທົບ ລະຫວ່າງການຕໍ່ສູ້ດ້ານ​ການ​ເມືອງ, ການທະຫານ ແລະ ການທູດ ໃນໜ້າທີ່ປົກປັກຮັກສາປະເທດຊາດ.

ໂດຍປະຕິບັດຕາມທັດສະນະຂອງພັກ ສົມທົບລະຫວ່າງກໍາລັງແຮງຂອງຊາດ ກັບ ກໍາລັງແຮງຍຸກສະໄໝ, ມີຄວາມເປັນເຈົ້າການ ແລະ ມີຄວາມຕັ້ງໜ້າໃນການ​ເຊື່ອມ​ໂຍງ​ສາກົນຢ່າງຮອບດ້ານ, ກ້ວາງຂວາງ ແລະ ເລິກເຊິ່ງ”, ການພົວພັນຕ່າງປະເທດດ້ານປ້ອງ​ກັນຊາ​ດຕ້ອງມີຄວາມເປັນເຈົ້າການ ໃນການເປີດກ້ວາງສາຍພົວພັນສອງຝ່າຍ ກັບ​ບັນດາ​ປະ​ເທດໃນໂລກ. ເຖິງປະຈຸບັນ, ຫວຽດນາມໄດ້ມີການພົວພັນດ້ານປ້ອງກັນຊາດກັບ 100 ປາຍປະເທດ, ​ປະກອບມີ 5 ປະເທດເປັນກໍາມະການຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະປະຊາຊາດ ແລະ ບັນດາປະເທດມະຫາອໍານາດໃນໂລກ. ການຮ່ວມມືດ້ານ​ປ້ອງ​ກັນຊາດລະຫວ່າງຫວຽດນາມ ແລະ ບັນດາປະເທດ ນັບມື້ນັບກ້າວເຂົ້າສູ່ລວງເລິກ ບົນ​ພື້ນຖານເນື້ອໃນຕ່າງໆ, ຂົງເຂດການຮ່ວມມືແທດເໝາະກັບພຶດຕິກໍາຕົວຈິງ, ສອດຄ່ອງ​ກັບເງື່ອນໄຂ, ຄວາມຕ້ອງການ ແລະ ຜົນປະໂຫຍດຂອງຫວຽດນາມ ແລະ ຂອງ​ບັນດາປະ​ເທດຄູ່ຮ່ວມມື, ສຸມໃສ່ຂົງເຂດຕ່າງໆ ເຊັ່ນ: ແລກປ່ຽນຄະນະຜູ້ແທນ, ບັນດາກົນ​ໄກປຶກສາຫາລື, ສົນທະນາ, ກໍ່ສ້າງ, ຮ່ວມມືລະຫວ່າງທະຫານບັນດາເຫຼົ່າຮົບ, ອຸດສາຫະກຳປ້ອງກັນຊາດ, ການແພດທະຫານ,​ ການກູ້ຊີບ - ກູ້ໄພ,​ ການລາດຕະ​ເວນ​ກວດກາລວມເຂດຊາຍແດນທາງບົກ, ທາງທະເລ, ສ້າງສັນມິດຕະພາບການ​ປ້ອງ​ກັນຊາ​ດ​ເຂດຊາຍແດນ; ມີຄວາມເປັນເຈົ້າການໃນການເຂົ້າຮ່ວມ ແລະ ຈັດຕັ້ງການ​ເປັນ​ເຈົ້າພາບ​ບັນດາງານແຂ່ງຂັນການທະຫານສາກົນ ເຊັ່ນ: Army Games, ງານແຂ່ງຂັນການ​ທະຫານ​ອາ​ຊຽນ; ບັນລຸໄດ້ປະສິດທິຜົນສູງໃນການຮ່ວມມື​ແກ້​ໄຂ​ຜົນ​ຍ້ອນ​ຫຼັງ​ຂອງ​ການ​ສົງຄາມ; ແກ້ໄຂມົນລະພິດຈາກລະເບີດ, ໝາກມິນ ແລະ ສານພິດສີສົ້ມ/ດີໂອຊິນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາພື້ນທີ່ຈຸດສຸມ​ໃນ​ທົ່ວ​ປະ​ເທດ​ຢ່າງຫຼວງຫຼາຍ.

ກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດຫຼາຍຝ່າຍ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ ແລະ ມີຄວາມເປັນເຈົ້າການປະກອບສ່ວນເຂົ້າ ໃນການສ້າງ ແລະ ວາງແຜນນະໂຍບາຍເທື່ອລະກ້າວ, ສະເໜີແນວຄິດປະດິດສ້າງທີ່ມີ ຄຸນຄ່າໃນບັນດາກົນໄກການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ​ຂອງ​ພາກ​ພື້ນ ແລະ ສາກົນຢ່າງຫຼວງຫຼາຍ ເຊັ່ນ: ກອງປະຊຸມລັດຖະມົນຕີກະຊວງປ້ອງກັນ​ປະ​ເທດ​ບັນດາປະເທດອາຊຽນ (ADMM), ກອງປະຊຸມລັດລັດຖະມົນຕີກະຊວງປ້ອງ​ກັນ​ປະ​ເທດ​ບັນດາປະເທດອາຊຽນເປີດກ້ວາງ (ADMM+), ເວທີປາ​ໄສຄວາມສະຫງົບພາກພື້ນອາຊຽນ (ARF), ກອງປະຊຸມສົນທະນາ Shangri-La, ກອງປະຊຸມຄວາມສະຫງົບສາກົນມົດສະກູ, ເວທີປາ​ໄສ ແຊງຊານ - ປັກກິງ, ກອງປະຊຸມສົນທະນາການປ້ອງກັນຊາດ ເຊອຸນ ແລະ ອື່ນໆ.

ພົນໂທ ຟານວັນຢາງ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນການທະຫານຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 15, ໄດ້ຈັດຂຶ້ນໃນຮູບແບບອອນໄລນ໌, ວັນທີ 15 ມິຖຸນາ 2021 _ພາບ: TTXVN

ພິເສດ, ຜົນສຳເລັດຂອງການເປັນປະທານອາຊຽນປີ 2020 ​ໃນ​ຊ່ອງ​ທາງ​ການ​ປ້ອງ​ກັນປະ​ເທດດ, ການທະຫານ ແມ່ນຈຸດເດັ່ນຂອງການຕ່າງປະ​ເທດດ້ານປ້ອງກັນຊາດ. ດ້ວຍບັນດາຄວາມພະຍາຍາມທີ່ໂດດ​ເດັ່ນ, ບັນດາມາດຕະການທີ່ໄຫວພິບ, ປະດິດສ້າງ, ​ແກ້​ໄຂ​ຜ່ານ​ຜ່າຄວາມຫຍຸ້ງຍາກ​ແລະສິ່ງທ້າ​ທາຍທີ່​​ເກີດຈາກຜົນກະທົບຂອງການລະບາດ​ໃຫຍ່​ຂອງໂຄວິດ-19, ຫວຽດນາມໄດ້ເຮັດສໍາເລັດບັນດາເນື້ອໃນ, ກິດຈະກຳປ້ອງກັນຊາດ, ການທະຫານທັງໝົດຢ່າງມີໄຊ, ຮັບປະກັນປະສິດທິຜົນ​ແລະ​ແທດ​ຈິງ​ທາງ​ດ້ານ​ເນື້ອ​ໃນ, ຄວາ​ງ​ເຄົາ​ລົບ​ນັບຖື​ແລະຮອບ​ຄອບຖີ່ຖ້ວນທາງດ້ານພິທີການ, ຮັບປະກັນ​ຄວາມ​ປອດ​ໄພ​ທັງ​ໃນ​ດ້ານຄວາມປອດ​ໄພ, ສຸຂະ​ພາບ ​ແລະ ຄວາມປອດ​ໄພ​ຂອງ​ເຄືອ​ຂາຍ. ບັນດາ​ໝາກຜົນ​ທີ່​ດີ​ຂອງ​ກອງ​ປະຊຸມ​ການ​ທະຫານ ​ແລະ ການ​ປ້ອງ​ກັນ​ປະ​ເທດ​ ໃນ​ປີ​ທີ່ຫວຽດນາມ​ເຂົ້າຮັບ​ຕຳ​ແໜ່​ງ​ປະທານ​ອາ​ຊຽນ, ​ໂດຍ​ສະ​ເພາະ​ກອງ​ປະຊຸມ ADMM-14, ADMM+ ຄັ້ງທີ 7 ແລະ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ADMM+ ຄົບຮອບ 10 ປີ, ໄດ້ຢືນຢັນອີກ​ເທື່ອ​ໜຶ່ງ​ເຖິງຖານະບົດບາດ, ທີ່​ຕັ້ງ ​ແລະ ກຽດ​ສັກ​ສີ​ ຂອງ​ຫວຽດນາມ​ເວົ້າລວມ, ຂອງ​ກອງທັບ​ປະຊາຊົນຫວຽດນາມເວົ້າສະເພາະ ໃນພາກພື້ນແລະໃນເວທີສາກົນ.

ໃນຂອບເຂດສະຫະປະຊາຊາດ, ຕັ້ງແຕ່ປີ 2014 ເຖິງປະຈຸບັນ, ຫວຽດນາມໄດ້ສົ່ງ​ເຈົ້າ​ໜ້າ​ທີ່​ແລະ​ພະນັກງານກວ່າ 250 ຄົນພ້ອມໂຮງໝໍພາກ​ສະໜາມສາມຮອບ ​ໄປ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ຊູ​ດັງ​ໃຕ້, ສາທາລະນະ​ລັດ ອາ​ຟຣິກາ​ກາງ ​ແລະ ສຳນັກງານ​ໃຫຍ່ຂອວ​ສະຫະ​ປະຊາ​ຊາດ; ກຳລັງສຳເລັດການກະກຽມ​ເພື່ອ​ສົ່ງ​ທີ​ມວິ​ສາວະ​ກອນໄປຮ່ວມຄະນະ UNISFA ຢູ່ຊູດານ. ຈາກນັ້ນ, ໄດ້ຢັ້ງຢືນຄວາມຮັບຜິດຊອບ​ຂອງຫວຽດນາມ ໃນການປະຕິບັດພັນທະ ຂອງປະເທດທີ່ເປັນ ສະມາຊິກ​ຂອງສະຫະ​ປະຊາ​ຊາດ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ​ຂອງ​ໂລກ.

ບັນດາຜົນງານຂອງການຕ່າງປະເທດດ້ານປ້ອງກັນຊາດໃນເວລາທີ່ຜ່ານມາ ​ແມ່ນ​ໄດ້ເລີ່ມຈາກການນຳພາໂດຍກົງແລະເດັດຂາດໃນທຸກດ້ານຂອງພັກ, ການຄຸ້ມຄອງ ບໍລິຫານເປັນເອກະພາບຂອງລັດ, ​ໂດຍກົງຈາກຄະນະພັກທະຫານສູນກາງ ແລະ ກະ ຊວງປ້ອງກັນປະເທດ; ການປະສານງານຢ່າງແໜ້ນແຟ້ນແລະມີປະສິດທິຜົນ ລະຫວ່າງ​ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ຊ່ອງທາງພົວພັນຕ່າງປະເທດຕ່າງໆ ແລະ ເຈດຈຳນົງ, ຄວາມພະຍາຍາມອັນ​ພົ້ນ​ເກັ່ນຂອງຖັນແຖວພະນັກງານປະຕິບັດໜ້າ​ທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດ ບົນຈິດໃຈ “ໜ້າທີ່ໃດກໍຕ້ອງເຮັດຫຼ້ອນ, ຄວາມ ຫຍຸ້ງຍາກໃດກໍຕ້ອງຜ່ານຜ່າ”. ບັນດາຜົນງານດັ່ງກ່າວ ສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ເປັນບົດຮຽນກ່ຽວກັບການຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ຍາມໃດກໍຖືຜົນ ປະໂຫຍດຂອງຊາດ-ປະ​ເທດຂຶ້ນກ່ອນ ໃຫ້ເລິກເຊິ່ງກ່ວາເກົ່າ; ໝູນໃຊ້ທັດສະນະ ຄວາມ​ສາມັກຄີສາກົນຂອງລັດທິ ມາກ-ເລນິນ ແລະ ແນວທາງການທະຫານ, ການປ້ອງກັນ ຊາດຂອງພັກ, ແນວຄິດ​ແລະແບບແຜນການທູດ ໂຮ່ຈີມິນ ແລະ ມູນເຊື້ອການ​ທູດ​ຫວຽດນາມເຂົ້າໃນເງື່ອນໄຂໃໝ່ຂອງປະເທດຢ່າງປະດິດສ້າງ, ໄຫວພິບ ແລະ ມີ​ປະສິດທິ​ຜົນ.

ໜ້າທີ່, ວິທີການແກ້ໄຂຈຳນວນໜຶ່ງ ເພື່ອຍົກລະດັບການພົວພັນຕ່າງປະເທດ
ດ້ານປ້ອງກັນຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາ
ແລະ ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່

ໃນຕໍ່ໜ້າ, ສະພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ​ຍັງ​ສືບ​ຕໍ່​ສັບສົນ, ມີ​ຄວາມ​ສ່ຽງ ​ແລະ ຄວາມ​ບໍ່​ໝັ້ນຄົງ​ຫຼາຍ​ຢ່າງ; ພາລະ​ກິດ​ສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ ໄດ້ຢືນຢູ່ຕໍ່ໜ້າກາລະໂອກາດ​ໃໝ່​ຢ່າງຫຼວງຫຼາຍ ແຕ່ກໍມີຄວາມຫຍຸ້ງຍາກ ​ແລະ ສິ່ງທ້າທາຍຫຼາຍຢ່າງ, ໄດ້ຕັ້ງຂຶ້ນບັນດາ ຄວາມຮຽກຮ້ອງຕ້ອງການໃໝ່ທີ່ນັບມື້ນັບສູງຂຶ້ນ ຕໍ່ການພົວພັນຕ່າງປະເທດດ້ານປ້ອງກັນ ຊາດ. ການແກ່ງແຍ້ງຍຸດທະສາດ, ການເຕົ້າໂຮມກຳລັງລະຫວ່າງບັນດາປະເທດໃຫຍ່ ສືບຕໍ່ເກີດຂຶ້ນຢ່າງດຸເດືອດ. ໃນພາກພື້ນ ແລະ ໃນໂລກເກີດມີການຂັດແຍ່ງ, ແກ່ງແຍ້ງ, ປະເຊີນໜ້າກັນຢ່າງດຸເດືອດ, ຊ້ຳບໍ່ໜຳ ແມ່ນເກີດການປະທະກັນ ​ເກີດສົງຄາມລະຫວ່າງ ບັນດາປະເທດ, ການເຕົ້າໂຮມກຳລັງໃໝ່ຕ່າງໆ. ຄຽງຄູ່ກັນນັ້ນ, ການຕໍ່ສູ້ປົກປັກຮັກສາ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຫຼາຍຢ່າງ; ບັນດາກຳລັງສັດຕູຍັງບໍ່ທັນປະປ່ອຍກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຕ້ານ ແລະທຳລາຍການປະຕິວັດຫວຽດນາມ; ບັນດາບັນຫາຄວາມໝັ້ນຄົງທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ ເຊັ່ນ: ໄພທຳມະຊາດ, ຄວາມໝັ້ນຄົງດ້ານສິ່ງແວດລ້ອມ, ຄວາມໝັ້ນຄົງຂອງແຫຼ່ງນ້ຳ, ຄວາມມັ້ນຄົງ​ທາງ​ໄຊ​ເບີຣ໌, ອາດຊະຍາກຳຂ້າມຊາດ, ການກໍ່ການຮ້າຍ ແລະອື່ນໆ ທີ່​ສົ່ງ​ຜົນ​ກະທົບ​ນັບ​ມື້​ນັບເລິກເຊິ່ງຕໍ່ປະເທດເຮົາໃນທຸກຂົງເຂດ, ໃນນັ້ນ, ມີການປ້ອງກັນຊາດ, ​ເຊິ່ງຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນຈິ່ງສາມາດແກ້ໄຂໄດ້.

ສະພາບການດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ໜ້າທີ່ການທະຫານ, ການປ້ອງກັນຊາດ, ການສ້າງກອງທັບ, ປົກປັກຮັກສາປະເທດຊາດໂດຍກົງ, ໄດ້ຮຽກຮ້ອງ​ໃຫ້​ວຽກ​ງານ​ການຕ່າງປະເທດດ້ານປ້ອງກັນຊາດ ຕ້ອງສືບຕໍ່ໝູນໃຊ້ ແລະ ເສີມຂະຫຍາຍຜົນງານ​ທີ່​ຍາດ​ມາໄດ້; ພ້ອມກັນນັ້ນ, ຍົກລະດັບຈິນຕະນາການ, ການເຄື່ອນໄຫວ, ປ່ຽນແປງໃໝ່ທັງ ດ້ານເນື້ອໃນ ແລະ ທັງດ້ານຮູບການ, ສືບຕໍ່ຜັນຂະຫຍາຍບົດບາດນຳໜ້າຂອງການພົວ ພັນຕ່າງປະເທດໃນການສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມສັນຕິພາບ ສະຖຽນ​ລະ​ພາບ, ລະດົມບັນດາແຫຼ່ງກຳລັງພາຍນອກ ເພື່ອພັດທະນາປະເທດຊາດ, ຍົກສູງຖານະ​ບົດບາດ ແລະ ກຽດ​ສັກ​ສີຂອງປະເທດ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ສ້າງ​ກອງທັບ​ປະຊາຊົນຊົນປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວຢ່າງ​ມີ​ໄຊ, ໃນນັ້ນ, ເຫຼົ່າທັບ, ເຫຼົ່າຮົບ, ກຳລັງຈຳນວນໜຶ່ງຈະ​ກ້າວ​ຂຶ້ນທັນສະໄໝໂດຍກົງ. ​ເຖິງ​ປີ 2025, ສ້າງກອງທັບໃຫ້ກະທັດຫັດ, ເຂັ້ມແຂງໂດຍພື້ນຖານ, ສ້າງປະຖົມປັດ​ໄຈ​ອັນ​ໜັກ​ແໜ້ນເພື່ອສູ້ຊົນເຖິງປີ 2030 ຈະສ້າງໄດ້ກອງທັບປະຊາຊົນປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ ແລະ ທັນສະໄໝ”(1), ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກ​ປັກ​ຮັກສາປະເທດຊາດໃນສະພາບການໃໝ່ຢ່າງຕັ້ງໜ້າ. ເພື່ອເຮັດຫຼ້ອນບັນດາ​ໜ້າ​ທີ່​ດັ່ງກ່າວ​ໄດ້​ເປັນ​ຢ່າງ​ດີ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດຕ້ອງ​ສຸມ​ໃສ່​ການ​ປະຕິບັດ​ບັນດາ​ໜ້າ​ທີ່, ວິທີການແກ້ໄຂຕົ້ນຕໍຢ່າງຄົບຊຸດ ດັ່ງນີ້:

ໜຶ່ງແມ່ນ, ເພີ່ມທະວີການນຳພາໂດຍກົງ​ແລະເດັດຂາດໃນທຸກດ້ານຂອງພັກ​ກອມ​ມູນິດ​ຫວຽດນາມ, ການຄຸ້ມຄອງເປັນເອກະພາບຂອງລັດ ແລະ ການບໍລິຫານຂອງ ລັດຖະບານ, ໂດຍກົງແມ່ນຄະນະພັກການ​ທະຫານສູນກາງແລະກະຊວງປ້ອງກັນປະເທດ ຕໍ່ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດໃນສະພບການໃໝ່. ຜັນຂະຫຍາຍແນວ ທາງການຕ່າງປະເທດທີ່ໄດ້ກຳນົດໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ 11, ລົງວັນທີ 25 ຕຸລາ 2013, “ວ່າ​ດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”; ມະຕິຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກສະໄໝທີ 11 ສະບັບເລກທີ 22-NQ/TW, ລົງວັນທີ 10 ເມສາ 2013, “ວ່າດ້ວຍການເຊື່ອມໂຍງສາກົນ”; ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ 11 ແລະ ມະຕິຂອງຄະນະພັກການ​ທະຫານສູນກາງສະບັບເລກທີ 806-NQ/QUTW, ລົງວັນທີ 31 ທັນວາ 2013, “ວ່າດ້ວຍການເຊື່ອມໂຍງສາກົນ ແລະ ການ​ຕ່າງປະ​ເທດ​ດ້ານປ້ອງກັນຊາດເຖິງປີ 2020 ແລະ ໃນຊຸມປີຕໍ່ໜ້າ” ຢ່າງມີປະສິທິຜົນ. ປະຕິບັດ​ແນວທາງການຕ່າງປະເທດທີ່​ເປັນເອກະລາດ, ເປັນເຈົ້າຕົນເອງຢ່າງສະເໝີຕົ້ນສະເໝີປາຍ, ເສີມຂະຫຍາຍກຳລັງແຮງພາຍໃນ, ຍາດແຍ່ງກຳລັງແຮງພາຍນອກ​ໃຫ້​ໄດ້​ຫຼາຍ​ທີ່ສຸດ; ຢຶດມັ້ນນະໂຍບາຍຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຕາມທິດນຳ “​ເພີ່ມ​ເພື່ອນມິດ, ຫຼຸດຜ່ອນສັດຕູ”; ສົມທົບລະຫວ່າງການຕ່າງປະເທດ ກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງແໜ້ນແຟ້ນ; ຖືເອົາການຕ່າງປະເທດດ້ານປ້ອງກັນຊາດ ​ເຊື່ອມ​ຕິດກັບຍຸດທະສາດສັງລວມຂອງການຕ່າງປະເທດຂອງພັກ, ການທູດຂອງລັດ ແລະການ​ທູດປະຊາຊົນ; ລະຫວ່າງການຕໍ່ສູ້ດ້ານການທູດກັບການຕໍ່ສູ້ໃນສະໜາມຮົບຕົວຈິງຂອງບັນ ດາກຳລັງ ເພື່ອເຮັດໃຫ້ທຸກກົນອຸບາຍ, ເລ່ລ່ຽມລ່ວງລະເມີດອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາ ແລະ ຜົນປະໂຫຍດຂອງປະເທດຫວຽດນາມ ຖືກປະລາໄຊ; ​ເພີ່ມ​ທະວີ​ການ​ປັບປຸງຈັດວາງກຳລັງດ້ານປ້ອງກັນຊາດຫວຽດນາມໃນຍຸດທະສາດປົກປັກຮັກສາປະເທດ ຊາດ.

ສອງແມ່ນ, ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ຍົກສູງຄວາມຮັບຮູ້ຂອງທົ່ວພັກ, ທົ່ວປວງຊົນທັງຊາດ ແລະ ທົ່ວກອງທັບ ກ່ຽວກັບທີ່ຕັ້ງ, ບົດບາດ ແລະ ໜ້າທີ່ຂອງການ​ຕ່າ​ອງປະ​ເທດດ້ານປ້ອງກັນຊາດໃນວຽກງານພົວພັນຕ່າງປະເທດຂອງພັກ, ການທູດຂອງ​ລັດ, ການທູດປະຊາຊົນຢ່າງສັງລວມ, ຮັບໃຊ້ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະ​ເທດ​ຊາດໃນສະພາບການໃໝ່. ກຳນົດການຕ່າງປະເທດດ້ານປ້ອງກັນຊາດ ແມ່ນໜຶ່ງ​ໃນ​ບັນດາ​ເສົາຄ້ຳ ເພື່ອຊຸກຍູ້ການພົວພັນດ້ານການເມືອງ, ສ້າງຄວາມ​ໄວ້ວາງ​ໃຈ​ກັບປະເທດອື່ນໆ, ພ້ອມທັງ​ເປັນເວທີໂດຍກົງສຳລັບ​ການຮ່ວມມືແລະຕໍ່ສູ້ ​ເພື່ອຮັກສາສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມໝັ້ນຄົງ, ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາ​ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປົກປັກ​ຮັກສາ​ພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມຢ່າງໝັ້ນຄົງ; ຍົກສູງອິດທິພົນ, ຖານະ​ບົດບາດຂອງປະເທດ, ຂອງກອງທັບໃນພາກພື້ນແລະໃນເວທີສາກົນ, ປະກອບສ່ວນອັນ​ຕັ້ງໜ້າເຂົ້າ​ໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມ​ກ້າວໜ້າ​ທາງ​ສັງຄົມໃນພາກພື້ນ ແລະ ໃນທົ່ວໂລກ; ຍາດແຍ່ງບັນດາ​ແຫຼ່ງພະລັງ​ຈາກ​ພາຍ​ນອກເພື່ອເພີ່ມທະວີກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ຮັບໃຊ້ຢ່າງໄດ້ການໄດ້ງານ​ໃຫ້​ແກ່ໜ້າ​ທີ່​ສ້າງ​ກອງທັບ​ປະຕິວັດ, ກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ.

ສາມແມ່ນ, ຍົກສູງຄຸນນະພາບວຽກງານຄົ້ນຄ້ວາ ຄາດຄະເນ ແລະ ເປັນເສນາທິ ການຍຸດທະສາດ ກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ເພີ່ມທະວີການກຳ ແໜ້ນ, ຄົ້ນຄ້ວາ, ຄາດຄະເນສະພາບການ ແລະ ເປັນເສນາທິການກ່ຽວກັບຍຸດທະສາດ, ໂດຍສະເພາະແມ່ນບັນດາທ່າອ່ຽງ, ພາລະວັດໃໝ່ຢູ່ພາກພື້ນ ແລະ ໃນໂລກ, ການແກ່ງ ແຍ້ງດ້ານຍຸດທະສາດ, ການເຕົ້າໂຮມກຳລັງ, ການແຊກແຊງຂອງປະເທດໃຫຍ່ຕ່າງໆ, ສະ ພາບການເຂດທະເລຕາເວັນອອກ, ຊາຍແດນອານາ​ເຂດ; ຖືເປັນສຳຄັນການຕີລາຄາ, ວິໄຈບັນດາຂໍ້ສະດວກ, ຄວາມຫຍຸ້ງຍາກ ທີ່ສົ່ງຜົນກະທົບໂດຍກົງຕໍ່ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງປະເທດ ແລະ ໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເປັນພື້ນຖານໃຫ້ແກ່ການເປັນເສນາທິການຊ່ວຍພັກ, ລັດ, ຄະນະພັກການ​ທະຫານສູນກາງ ແລະກະຊວງປ້ອງກັນປະເທດ ໃນການສ້າງ, ວາງແຜນຍຸດທະສາດ, ນະໂຍບາຍການຕ່າງ ປະເທດດ້ານປ້ອງກັນຊາດ ແລະ ມາດຕະການຕ່າງໆໃນການແກ້ໄຂສາຍພົວພັນກັບບັນດາ ປະເທດ, ອົງການການຈັດຕັ້ງສາກົນຢ່າງທັນທ່ວງທີ ແລະ ຖືກຕ້ອງ, ສອດຄ່ອງກັບ​ສະພາບການສາກົນ, ພາກພື້ນ ແລະ ກັບຂະບວນວິວັດການເຊື່ອມໂຍງສາ​ກົນຂອງ​ປະ​ເທດເຮົາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ​ແລະໜ້າທີ່ປົກປັກຮັກສາປະ​ເທດ​ຊາດ​ໃນສະພາບການໃໝ່. ມີການປະສານງານກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງ​ຖິ່ນ ແລະ ກອງກຳລັງທີ່ກ່ຽວຂ້ອງ ໃນການຄົ້ນຄ້ວາ ຄາດຄະເນ ແລະ ​ເປັນ​ເສ​ນາທິການຍຸດທະສາດ ກ່ຽວກັບການພົວພັນຕ່າງປະເທດດ້ານປ້ອງກັນຊາດ ຢ່າງ​ເປັນ​ປະຈຳ, ແໜ້ນແຟ້ນ ແລະ ມີປະສິດທິຜົນສູງ ເພື່ອເສີມຂະຫຍາຍກຳລັງ​ແຮງ​ສັງ​ລວມ​ໃນ​ການວິໄຈ, ຕີລາຄາສະພາບການ, ນຳເອົາວຽກງານດັ່ງກ່າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ.

ສີ່ແມ່ນ, ຍົກສູງປະສິດທິຜົນການພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍ, ນຳເອົາການພົວພັນຮ່ວມມືກັບບັນດາປະເທດເຂົ້າສູ່ລວງເລິກ ແລະ ມີທາດແທ້. ຊຸກຍູ້ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ປັບປຸງຄວາມໄວ້ວາງໃຈດ້ານການເມືອງ ກັບປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານຕ່າງໆ, ບັນດາ ປະເທດອາຊຽນ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ບົນຫຼັກການຮັບປະກັນຜົນ ປະໂຫຍດຂອງປະເທດ, ຂອງຊາດ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະຕິບັດຕາມກົດໝາຍສາກົນ. ໃນຂະບວນການຜັນຂະຫຍາຍ, ຕ້ອງຢຶດໝັ້ນບັນດາບັນ ຫາທີ່ມີລັກສະນະເປັນຫຼັກການ ແຕ່ຕ້ອງມີຄວາມຄ່ອງແຄ້ວ, ອ່ອນໂຍນ, ໄຫວພິບ​ໃນ​ການ​ປະພຶດ, ປະຕິບັດ “ຖືເອົາຫຼັກການເປັນພື້ນ ເພື່ອໝູນໃຊ້ຢ່າງໄຫວພິບ”; ກຳນົດ “ຄູ່ຮ່ວມມື, ເປົ້າໝາຍ” ຢ່າງຈະແຈ້ງ ເພື່ອທັງຮ່ວມມື, ທັງຕໍ່ສູ້, ເພີ່ມທະວີການຮ່ວມມື, ຫຼີກລ່ຽງການ ປະທະກັນ, ປະເຊີນໜ້າກັນ, ຫຼີກເວັ້ນການຕົກຢູ່ໃນທ່າໂດດດ່ຽວ, ຂຶ້ນກັບຫຼືຕົກໃສ່ສະພາບ ຕ້ອງ “ເລືອກຝ່າຍ”. ເພີ່ມທະວີບັນດາມາດຕະການສ້າງຄວາມເຊື່ອໝັ້ນຍຸດທະສາດ, ມີ​ຄວາມ​ເຂົ້າ​ໃຈເຊິ່ງກັນແລະກັນ, “ເພີ່ມເພື່ອນມິດ, ຫຼຸດຜ່ອນສັດຕູ”; ຢຶດໝັ້ນການແກ້ໄຂ ບັນດາບັນຫາທີ່ບໍ່ລົງຮອຍກັນແລະປະທະກັນດ້ວຍສັນຕິວິທີ, ບົນຈິດໃຈເຄົາລົບນັບຖື​ກົດໝາຍສາກົນ, ກົດບັດສະຫະປະຊາຊາດ. ຫັນເອົາບັນດາຮູບການ, ເນື້ອໃນພົວພັນ ຕ່າງປະເທດດ້ານປ້ອງກັນຊາດເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍປະຕິບັດບັນດາ​ເນື້ອ​ໃນ​ການຮ່ວມມືທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ສຸມໃສ່ການຊຸກຍູ້ບັນດາກົນໄກປຶກສາ​ຫາລື, ສົນທະນາ, ຮ່ວມມືລະຫວ່າງທະຫານບັນດາເຫຼົ່າຮົບ, ກາ​ຝຶກ​ອົບຮົມ, ອຸດສາຫະກຳການ​ປ້ອງ​ກັນ​ປະ​ເທດ, ການແພດທະຫານ, ການກູ້ໄພ-ກູ້ຊີບ, ສ້າງສັງມິດຕະພາບດ້ານ​ປ້ອງ​ກັນຊາ​ດເຂດຊາຍແດນ, ​ແກ້​ໄຂ​ຜ່ານ​ຜ່າຜົນຍ້ອນຫຼັງຂອງການສົງຄາມ ແລະການຮັກສາ​ສັນຕິພາບຂອງສະຫະປະຊາຊາດ ແລະອື່ນໆ, ສອດຄ່ອງກັບທ່າແຮງຂອງແຕ່ລະຄູ່ຮ່ວມມື ແລະ ຄວາມຕ້ອງການຂອງຫວຽດນາມ.

ຫ້າແມ່ນ, ປະຕິບັດຕາມຄຳສັ່ງຂອງຄະນະເລຂາທິການສູນ​ກາງ​ພັກສະບັບເລກທີ 25-CT/TW “ວ່າດ້ວຍການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍ​ຝ່າຍ​ໃນ​ສະພາບການໃໝ່” ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ມີຄວາມເປັນເຈົ້າການປະກອບສ່ວນ​ເຂົ້າ​ໃນການສ້າງ ແລະ ວາງແຜນນະໂຍບາຍຢ່າງຕັ້ງໜ້າ, ສະເໜີບັນດາ​ແນວ​ຄິດ​ປະດິດ​ສ້າງ ແລະ ມີສ່ວນຮ່ວມໃນບັນດາກົນໄກ, ເວທີ​ປາ​ໄສ​ຄວາມ​ໝັ້ນຄົງພາກພື້ນແລະສາກົນ ຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ ໃນຂອບເຂດສະມາຄົມບັນດາປະເທດອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ໂດຍອາຊຽນເປັນເຈົ້າພາທາງ, ປະກອບສ່ວນສ້າງປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງພາກພື້ນແລະຂອງໂລກ ຢ່າງຕັ້ງໜ້າ. ສືບ​ຕໍ່​ຍູ້​ແຮງ​ການ​ເຂົ້າ​ຮ່ວມ​ກິດຈະກຳຮັກສາສັນຕິພາບຂອງສະຫະປະຊາຊາດ ຕາມມະຕິຂອງສະພາແຫ່ງຊາດສະບັບ​ເລກທີ 130/2020/QH14, ລົງວັນທີ 13 ພະຈິກ 2020, “ວ່າດ້ວຍການເຂົ້າຮ່ວມກອງ​ກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ” ຕາມທິດ ເປີດກ້ວາງຂົງເຂດ, ພື້ນທີ່ ແລະ ຂະໜາດ.

ຫົກແມ່ນ, ມີຄວາມເປັນເຈົ້າການຍົກສູງຄຸນນະພາບ, ປະສິດທິຜົນວຽກງານຂໍ້ມູນ ຂ່າວສານ, ໂຄສະນາການຕ່າງປະເທດຢ່າງຕັ້ງໜ້າ. ສົມທົບກັບຫຼາຍກຳລັງ, ມາດຕະການ ຢ່າງຄົບຊຸດ, ສະໜອງຂໍ້ມູນຂ່າວສານໃຫ້ພະນັກງານ, ນັກຮົບ, ປະຊາຊົນ, ພີ່ນ້ອງຮ່ວມ ຊາດຫວຽດນາມຢູ່ຕ່າງປະເທດ ແລະ ປະຊາຄົມສາກົນ ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ແນວທາງການຕ່າງປະເທດ, ນະໂຍບາຍປ້ອງກັນປະ​ເທດທີ່ສັນຕິພາບ, ປ້ອວກັນ​ຕົວ​ເອງຂອງພັກ ​ແລະລັດເຮົາ, ບັນດາຜົນງານການພັດທະນາຂອງປະເທດ, ຂອງ​ກອງທັບ​ປະຊາຊົນຫວຽດນາມ ຢ່າງຈະແຈ້ງ ແລະ ທັນທ່ວງທີ; ເຮັດໃຫ້ໂລກ​ໄດ້​ຮູ້​ວ່າຫວຽດນາມບໍ່​ພຽງ​ແຕ່​ເປັນປະເທດທີ່ຮັກຫອມສັນຕິພາບ, ກຳລັງພັດທະນາຢ່າງແຂງແຮງເທົ່ານັ້ນ ​ແຕ່ຍັງ ເປັນປະເທດໜຶ່ງທີ່ໄດ້ແລະກຳລັງໄດ້ມີສ່ວນຮ່ວມຢ່າງຮັບຜິດຊອບ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນແລະພາກພື້ນ, ເພື່ອສັນຕິພາບ ການພັດທະນາ ແລະ ຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງຜູ້​ຄົນ​ທົ່ວໂລກ. ຈາກນັ້ນ, ປະກອບສ່ວນເຂົ້າໃນການຍົກສູງປະສິດທິ​ຜົນ​ການ​ຕ່າງປະເທດດ້ານປ້ອງກັນຊາດ;   ສ້າງຄວາມເຫັນດີເຫັນພ້ອມ, ການສະໜັບສະ​ໜູນ​ຕໍ່​ພາລະກິດ​ການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງພັກ, ລັດ ແລະ ກອງທັບ​ເຮົາໃນສະພາບການໃໝ່, ຕ້ານຄືນບັນດາທັດສະນະບິດເບື່ອນຂອງກຳລັງສັດຕູ ທີ່​ໄດ້​ສວຍ​ໃຊ້ບັນຫາເຊື່ອມໂຍງສາກົນ, ການຕ່າງປະເທດດ້ານປ້ອງກັນຊາດ ເພື່ອແບ່ງແຍກພັກ, ກອງທັບ ກັບປະຊາຊົນເຮົາ.

ເຈັດແມ່ນ, ສືບຕໍ່ປັບປຸງລະບົບເອກະສານຂໍ້ກຳນົດກົດໝາຍທີ່ກ່ຽວຂ້ອງກັບ​ການ​ຕ່າງປະ​ເທດດ້ານປ້ອງກັນຊາດໃຫ້ສົມບູນ, ຮັບປະກັນຄວາມສອດຄ່ອງກັບກົດໝາຍ ​ແລະການ​ປະຕິບັດສາກົນ ​ແລະ ສອດຄ່ອງ ​ເປັນ​ເອກະ​ພາບ​ກັບ​ເອກະສານ​ກົດໝາຍການ​ຕ່າງປະ​ເທດຂອງຊາດ, ສອດຄ່ອງກັບຈຸດພິເສດການເຄືື່ອນໄຫວພົວພັນ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນຊາດ, ຕອບສະໜອງທັງຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ​ໄລຍະ​ຍາວ. ກ່ອນອື່ນໝົດ, ສ້າງ​ແລະຍື່ນ​ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ແລະການ​ທູດ​ປ້ອງ​ກັນ​ປະ​ເທດ​ຮອດ​ປີ 2030. ແລະ ຊຸມປີຕໍ່​ໄປ, ​ເປັນ​ພື້ນຖານ​ເພື່ອຜັນຂະຫຍາຍບັນດາໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຕອບ​ສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ​ໃນ​ສະພາບ​ການ​ໃໝ່. ເພີ່ມທະວີການປະສານງານ ລະຫວ່າງບັນດາອົງການ, ໜ່ວຍ​ງານ​ປະຕິບັດ​ວຽກ​ງານການຕ່າງປະເທດດ້ານປ້ອງກັນຊາດ ໃນທົ່ວກອງທັບ, ພ້ອມກັນນັ້ນ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນທີ່​ກ່ຽວຂ້ອງ​ໃນ​ການ​ຜັນ​ຂະຫຍາຍປະຕິບັດໜ້າທີ່ການຕ່າງປະເທດດ້ານປ້ອງກັນຊາດ ຢ່າງມີປະສິດທິຜົນ.

ແປດແມ່ນ, ປັບປຸງການຈັດຕັ້ງ, ຍົກສູງຄຸນນະພາບຖັນແຖວພະນັກງານປະຕິບັດ​ວຽກ​ງານ​ການເຊື່ອມໂຍງສາກົນ ແລະ ການຕ່າງປະເທດດ້ານປ້ອງກັນຊາດ. ສືບຕໍ່ ປັບປຸງກົງຈັກການຈັດຕັ້ງບັນດາອົງການພົວພັນຕ່າງປະເທດ ຕາມທິດກະທັດຫັດ, ມີປະສິດ ທິພາບ ແລະ ປະສິດທິຜົນ; ປະຕິບັດຫຼາຍມາດຕະການຢ່າງຄົບຊຸດ ໃນການສ້າງຖັນແຖວ ພະນັກງານປະຕິບັດວຽກງານການຕ່າງປະເທດດ້ານປ້ອງກັນຊາດ ທີ່ມີຄຸນທາດການ​ເມືອງ​ທີ່​ໜັກ​ແໜ້ນ, ມີສະຕິການຈັດຕັ້ງ ລະບຽບວິໄນ ຢ່າງເຂັ້ມງວດ, ມີຄຸນທາດ, ຄຸນສົມບັດ, ແບບແຜນການດຳລົງຊີວິດທີ່ຈົບງາມ, ປອດໃສ, ມີຄວາມຮູ້ຢ່າງຮອບດ້ານ, ມີຄວາມຊຳ ນານດ້ານວິຊາການ, ວິຊາສະເພາະ, ພາສາຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງ ຕ້ອງການເປີດກ້ວາງ ແລະ ຍົກລະດັບວຽກງານການຕ່າງປະເທດດ້ານປ້ອງກັນຊາດ ໃນ ສະພາບການໃໝ່./.

--------------------

(1) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 157 - 158.

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 987 (ເດືອນເມສາ 2022)