ວກ. - ​ໃນ​ທຸກ​ເວລາ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຕົ້າ​ໂຮມ​ແລະ​ຂົນຂວາຍ​ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ - ໜ້າ​ທີ່​ໜຶ່ງ​ທີ່ສຳຄັນ​ໃນ​ພາລະ​ກິດ​ການ​ປະຕິວັດ​ຂອງ​ຊາດ​ຫວຽດນາມ​ເວົ້າ​ລວມ, ຂອງ​ການ​ເພີ່ມ​ທະວີ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ເວົ້າ​ສະ​ເພາະ. ​ໃນ​ໄລຍະ​ເວລາ​ທີ່​ຈະ​ມາ​ເຖິງ​ນີ້, ຕໍ່ໜ້າ​ຄວາມ​ຕ້ອງການ​ຂອງ​ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມສືບ​ຕໍ່​ມານະ​ພະຍາຍ​ມ​ ເພື່ອ​ເຮັດ​​ສຳ​ເລັດ​ພາລະກິດ​ຂອງ​ຕົນ.

ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ກັບຜູ້ແທນຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ທີ່ວິຫານ ງ້ອກເຊີນ, ນະຄອນຮ່າໂນ້ຍ _ພາບ: TTXVN

ຄວາມ​ສາມັກຄີປວງ​ຊົນ​ທັງ​ຊາດ​ໃນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍທີ່ສຳຄັນ
ຂອງ​ພັກ​ແລະ​ລັດ ກ່ຽວ​ກັບ​ວຽກ​ງານສຳລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ

ໃນ​ຊ່ວງ​ຊີວິດ​ຂອງ​ຕົນ, ປະທານ​ໂຮ່ຈີມິນຍາມ​ໃດ​ກໍ່​ເນັ້ນ​ໜັກ​ວ່າ: ສາມັກ​ຄີ, ສາມັກຄີ, ມະຫາ​ສາມັກຄີ. ຄວາມສໍາເລັດ, ຄວາມສໍາເລັດ, ຄວາມສໍາເລັດທີ່ຍິ່ງໃຫຍ່. ນັ້ນ​ແມ່ນ “ເສັ້ນ​ໄໝ​ສີ​ແດງ” ທີ່​ສອດ​ຮ້ອຍ​ຕະຫຼອດ​ໃນ​ແນວ​ຄິດ​ທັງ​ໝົດ​ຂອງ​ເພິ່ນ, ກໍ​ຄື ​ໃນ​ປະມວນ​ຫຼັກການ​ແລະ​ທິດ​ນຳ ທີ່​ເພີ່ນກຳນົດ​ໄວ້​ ໃຫ້​ແກ່​ການ​ປະຕິວັດ​ຫວຽດນາມ. ນັ້ນ​ກໍ​ແມ່ນການ​ສະທ້ອນ​ແລະຄວາມ​ສືບ​ຕໍ່ຮີດຄອງ​ປະ​ເພນີ​ອັນ​ຍາວ​ນານ ​ຂອງ​ຊາດ​ຫວຽດນາມ: ຍູ້​ເຮືອ​ແມ່ນ​ປະຊາຊົນ, ພິກ​ປີ້ນ​ເຮືອ​ກໍ​ປະຊາຊົນການພິກ​ເຮືອ​ໃຫ້​ຮູ້​ວ່າ ​ກຳລັງ​ຂອງ​ຄົນ​ຄື​ກັບ​ນ້ຳ. ພາລະ​ກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ​ບໍ່​ສາມາດ​ປະສົບ​ຜົນສຳ​ເລັດ​ໄດ້, ຖ້າ​ບໍ່​ມີ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ຈຳນວນ​ຫຼວງ​ຫຼາຍຈາກ​ທຸກ​ຊັ້ນ​ວັນນະ ​ໂດຍ​ບໍ່​ຈຳ​ແນ​ກຊົນ​ເຜົ່າ ສາສະໜາ ຊົນ​ຊັ້ນ, ຢູ່​ໃນ​ປະ​ເທດ​ຫຼື​ຢູ່​ຕ່າງປະ​ເທດ, ຍິງຫຼື​ຊາຍ, ຮັ່ງມີ​ຫຼື​ທຸກ​ຍາກ...

​ໃນ​ເວລາ​ເດີນທາງ​ໄປ​ຕ່າງປະ​ເທດ​ເພື່ອຊອກ​ຫາວິທີທາງ​ກອບກູ້​ປະ​ເທດຊາດ ​ແລະ ໃນ​​ໄລຍະຕົ້ນ​ຂອງ​ການ​ສ້າງສາ​ປະ​ເທດ​ຊາດ, ປະທານ​ໂຮ່ຈີ​ມິນ ​ແລະ ບັນດາຜູ້ນຳຮຸ່ນ​ກ່ອນ​ຂອງພັກ ​ໄດ້​ເຄື່ອນ​ໄຫວ​ໃນ​ໝູ່​ປະຊາຊົນ ​ແລະ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມທີ່​ອາ​ໄສຢູ່​ຕ່າງປະ​ເທດ, ໄດ້​ຮັບ​ການ​ດູ​ແລ ປົກ​ປ້ອງ ​ແລະ ​ຊ່ວຍ​ເຫຼືອ​ ຈາກ​​ເພື່ອນ​ຮ່ວມ​ຊາດ; ດັ່ງ​ນັ້ນ, ​ເພິ່ນ​ໄດ້​ສົນ​ໃຈ​ແລະ​ເຂົ້າ​ໃຈ​ແຈ້ງ​ທີ່​ສຸດ​ເຖິງ ບົດບາດສຳຄັນ​ຂອງ​​ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ​ໃນ​ການ​ປະຕິວັດ. ​ເພິ່ນ​ໄດ້​ກໍ່​ຕັ້ງ​ຮາກ​ຖານ​ເບື້ອງ​ຕົ້ນ​ໂດຍ​ກົງ ​ເພື່ອ​ສ້າງ​ຕັ້ງ​ບັນ​ດາ​ອົງ​ການ​ຂອງ​ຊາວຫວຽດ​ນາມທີ່​ອາ​ໄສ​ຢູ່​ຝ​ລັ່ງ, ຈີນ, ໄທ..., ກ້າວ​ໄປ​ເຖິງ​ການກໍ່​ຕັ້ງ​ຂະ​ບວນການ​ຊາວ​ຫວຽດນາມຕ່າງປະ​ເທດຮັກຊາດ ທີ່​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ໃນ​ປະ​ເທດ​ເຫຼົ່າ​ນີ້, ສ້າງ​ພື້ນ​ຖານ​ເພື່ອ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ໃນ​ປະ​ເທດ. 

ຫຼັງ​ຈາກ​ທີ່ປະ​ເທດ​ໄດ້​ຮັບ​ເອກະລາດ, ປະທານ​ໂຮ່ຈີ​ມິນ​ໄດ້​ຮຽກຮ້​ອງ​ແລະປຸກລະດົມ​ພີ່ນ້ອງ​ຮ່ວມ​ຊາດຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃຫ້​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​, ຍາດ​ແຍ່ງ​ເອົາ​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ, ດ້ວຍ​ຫຼາຍ​ມາດ​ຕະການ​ທີ່​ເໝາະ​ສົມ ​ເພື່ອສະໜັບ​ສະ​ໜູນ​ປະ​ເທດ​ຊາດ. ຕອບ​ສະໜອງຄຳຮຽກຮ້​ອງຂອງປະທານ​ໂຮ່ຈີ​ມິນ, ​ພີ່ນ້ອງ​ຮ່ວມ​ຊາດຊາວ​ຫວຽດນາມທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໄດ້​​ປະ​ກອບສ່ວນ​ອັນ​ໃຫຍ່​ຫຼວງ​ທາງ​ດ້ານ​ວັດຖຸ​ ຈິດ​ໃຈ ແລະ ສະຕິ​ປັນຍາ ​ໃຫ້​ປະ​ເທດ​ຊາດ, ພິ​ເສດ​ແມ່ນ ​ໃນ​ໄລຍະ​ທີ່​ຫຍຸ້ງ​ຍາດ ລຳບາກ ​ເມື່ອ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ຫາ​ກໍ່​ໄດ້​ກໍາ​ເນີດ​. ​ໃນ​ສົງຄາມ​ຕໍ່​ຕ້າ​ນສອງ​ຄັ້ງ ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາຜູ້​ຮຸກ​ຮານ, ​ແຫຼ່ງກຳລັງ​ແຮງ​ຂອງປະຊາ​ຄົມຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ສຸດ​ຂີດ, ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນພາລະກິດ​ປະຕິວັດ​ ຮັກສາ​ເອກະລາດ​ແຫ່ງ​ຊາດ ​ແລະ​ຄວາມ​ເປັນ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ.

ສືບ​ຕໍ່​ຈິດ​ໃຈມະຫາ​ສາ​ມັກ​ຄີປວງຊົນ​ທັງ​ຊາດ​ຂອງປະທານ​ໂຮ່ຈີ​ມິນ, ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ລັດ​ຫວຽ​ດນາມ​ ໄດ້​ສືບ​ຕໍ່​ຢືນຢັນ​ບົດບາດ​ທີ່ຕັ້ງສຳຄັນຂອງ​ປະຊາ​ຄົມຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ. ທັດສະນະ​ແລະ​ນະ​ໂຍບາຍ​ທີ່​ສອດ​ຮ້ອຍ​ຕະຫຼອດ​ຂອງ​ພັກ​ແລະ​ລັດ ກໍ່​ຄື​ນ້ຳ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ທຸກ​ຄົນ​ໃນ​ປະ​ເທດ, ຍາມ​ໃດ​ກໍ​ຢືນ​ຢັນ: ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດແມ່ນ​ພາກ​ສ່ວນ​ທີ່​​ແຍກອອກບໍ່​ໄດ້ ​ແລະ ​ເປັນ​ແຫຼ່ງພະລັງ​ໜຶ່ງ​ຂອງປະຊາ​ຄົມ​ຊາດ​ພັນ​ຫວຽດນາມ. ດ້ວຍ​ພາລະ​ກຳ ສິດ​ຂອບ​ເຂດ​​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການແລະຕັ້ງໜ້າ​ ໃນ​ວຽກ​ງານການ​ຂົນຂວາ​ຍ ​ແລະ ​ເຕົ້າ​ໂຮມຊາວຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ພ້ອມ​ກັນບຳລຸງ​ຄູນ​ສ້າງ​ກ້ອມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ຕ່າງໆ​ ໄດ້ອອກບັນດາ​ເອກະສານ​ທີ່ສຳຄັນ ກ່ຽວ​ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ(1), ຕາມ​ນັ້ນ:

1- ວຽກ​ງານສໍາລັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ຕ້ອງ​ສະ​ແດງ​ອອກ​ຢ່າງ​ຄົບ​ຖ້ວນ​ເຖິງ ມູນ​ເຊື້ອມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ພື້ນຖານ​ຂອງ​ຄວາມ​ສາມັກຄີ​ນັ້ນ​ແມ່ນ​ສະຕິຊາດ​ແລະນ້ຳ​ໃຈ​ຮັກ​ຊາດ, ຄວາມ​ທະ​ນົງ​ໃຈ​ແຫ່ງ​ຊາດ ​ແລະ ​ເປົ້າ​ໝາຍ​ລວມຂອງ​ຊາວ​ຫວຽດນາມ​ທຸກ​ຄົນ​ແມ່ນ ​ການ​ຮັກສາ​ເອກະລາດ​ແຫ່ງ​ຊາດ ​ແລະ ​ເອກະ​ພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸຕິທຳ ​ແລະ ອາລະຍະທຳ”. ລົບລ້າງຄວາມຮູ້ສຶກຜິດ ອະຄະຕິ ​ແລະ ການຈໍາ​ແນ​ກປະຕິບັດ ​ທີ່​ເກີດ​ຈາກ​ອະດີດ ຫຼື​ຈາກ​ພາກສ່ວນ​ຊົນ​ຊັ້ນ; ສ້າງ​ຈິດ​ໃຈ​ເປີດ​ກວ້າງ ​ຄວາມເຄົາລົບ ຄວາມ​ເຂົ້າ​ໃຈ ຄວາມ​ໄວ້ວາງ​ໃຈ​ເຊິ່ງກັນ​ແລະກັນ ​ແລະ ມຸ່ງ​ໄປຂ້າງ​ໜ້າ​ເຖິງ​ອະນາຄົດ. ຊາວ​ຫວຽດນາມທຸກ​ຄົນ, ບໍ່ຈຳ​ແນ​ກຊົນ​ເຜົ່າ ສາສະໜາ ຕົ້ນກໍາເນີດ ສະຖານະພາບທາງສັງຄົມ ​ເຫດຜົນ​ຂອງການໄປຕ່າງປະເທດ, ຄວາມ​ປາຖະໜາ​ຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ບັນລຸ​ເປົ້າ​ໝາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້​ ລ້ວນ​ແຕ່​ໄດ້​ເຕົ້າ​ໂຮມ​ຢູ່​ໃນກຸ່ມ​ກ້ອນມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ.

2- ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດແມ່ນ​ພາກ​ສ່ວນ​ທີ່​​ແຍກອອກບໍ່​ໄດ້ ​ແລະ​ເປັນ​ແຫຼ່ງພະລັງ​ໜຶ່ງ​ຂອງປະຊາ​ຄົມ​ຊາດ​ພັນ​ຫວຽດນາມ ​ໃນ​ກິດຈະການ​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ແມ່ນ​ປັດ​ໃຈສຳຄັນ​ທີ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ແລະ​ມິດ​ຕະພາບ​ ລະຫວ່າງ​ຫວຽດນາມ​ກັບບັນດາ​ປະ​ເທດ​ໃນ​ໂລກ.

3- ວຽກ​ງານສຳລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທັງລະບົບ​ການ​ເມືອງ ແລະ​ຂອງ​ປະ​ຊາ​ຊົນ​ທັງ​ໝົດ. ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງຄະ​ນະມະ​ຫາ​ຊົນ, ບັນດາ​ຂະ​ແໜງ​ການ ທຸກ​ຂັ້ນ​ຕັ້ງ​ແຕ່​ສູນ​ກາງ ຈົນ​ເຖິງທ້ອງ​ຖິ່ນ, ຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​ແລະ ປະຊາຊົນ​ທຸກ​ຄົນ ຕ້ອງ​ຖື​ວ່າ​ ນີ້​ແມ່ນ​ໜ້າ​ທີ່​ທີ່ສຳຄັນ ​ເພື່ອ​ເສີມ​ຂະຫຍາຍກຳລັງ​ແຮງຂອງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ພາລະກິດ​ສ້າງສາ​ ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມປະ​ຕິ​ບັດ​ວຽກ​ງານ​ຂົນ​ຂວາຍ
ເຕົ້າ​ໂຮມ ​ແລະ ​ສາ​ມັກ​ຄີ
ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ

ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ສິ​ດຂ​ອບ​ເຂດ​ແລະ​ໜ້າ​ທີ່ ​ທີ່​ໄດ້ກຳນົດ​ໃນລັດຖະທຳມະນູນ​ແລະ​ກົດໝາຍ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ ໃນ​ການ​ປ່ຽນ​ແປງ​ໃໝ່​, ​ຂະຫຍາຍ​ເນື້ອ​ໃນ ​ແລະ​ແບບ​ວິທີ​ການ​ເຄື່ອນ​ໄຫວ, ​ເຮັດ​ໃຫ້​ວຽກ​ງານ​ຂົນຂວາຍ​ ເຕົ້າ​ໂຮມຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ກາຍ​ເປັນ​ເນື້ອ​ໃນ​ທີ່ສຳຄັນ ​ເປັນ​ໜ້າ​ທີ່​ທີ່​ສອດ​ຮ້ອຍຕະຫຼອດ​ໂຄງການ​ດຳ​ເນີນ​ງານ​ ໂດຍ​ຜ່ານ​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ, ​ໃນ​ໂຄງການປະສານ​ງານ ​ປະຕິບັດ​ການ​ປະ​ຈໍາ​ປີ ​ຂອງ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ກ່ຽວຂ້ອງ(2).

ຜ່ານໂຄງການປະສານ​ງານ ​ປະຕິບັດ​ການ​ປະ​ຈໍາ​ປີຂອງ​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຄະນະ​ປະຈຳ​​ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​​ສະມາ​ຊິກ ຈະ​ເປັນ​ເອກະ​ພາບ​ກັນ​ສ້າງ​ແຜນ​ການ​ສະ​ເພາະ ​ໂດຍ​ສຸມ​ໃສ່​ຜັນ​ຂະຫຍາຍ​ວຽກ​ງານ​ຂໍ້​ມູນ​ຂ່າວສານ, ​ໂຄສະ​ນາ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ ກົດໝາຍ​ຂອງ​ລັດ, ​ໂຄງການ​ປະຕິບັດ​ງານ, ຄຳຮຽກຮ້ອງ​ຂອງ​ຄະນະ​ປະທານ​ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ກັບ​ປະຊາ​ຄົມຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ.

ຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປະສານ​ສົມທົບ​ກັບຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃນ​ວຽກ​ງານ​ທີ່​ປຶກ​ສາ​, ຄົ້ນຄວ້າ, ວິພາ​ກວິຈານ, ປະກອບ​ຄວາມ​ຄິດ​ເຫັນ ​ເພື່ອ​ສ້າງ​ນະ​ໂຍບາຍ, ກົດໝາຍ​ທີ່​ກ່ຽວຂ້ອງ​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ. ຜ່ານ​ນັ້ນ, ດຳ​ເນີນ​ການກວດກາ​ຄືນ ​ບັນດາ​ເອກະສານກົດໝາຍ​ທີ່​ລັດ​ປະກາດ​ໃຊ້​ ທີ່ກ່ຽວຂ້ອງ​ກັບ​ຊາວຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ປະສານ​ສົມທົບ​ແລະ​ທາ​ບທາ​ມຄວາມ​ເຫັນ​ເຊິ່ງກັນ​ແລະ​ກັນ ​ໃນ​ການ​ສ້າງ ​ປັບປຸງແກ້​ໄຂ ​ເພີ່ມ​ເຕີມ ​ແລະ ບູລະນະບັນ ດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ, ກົດໝາຍ​ທີ່​ກ່ຽວຂ້ອງ​ ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ​ໃຫ້​ສົມບູນ​ແບບ, ​ເຊັ່ນ ກົດໝາຍ​ວ່າ​ດ້ວຍ​ສັນຊາດ​ຫວຽດນາມ, ກົດໝາຍ​ວ່າ​ດ້ວຍ​ທີ່ຢູ່​ອາ​ໄສ, ກົດໝາຍ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ...; ປະສານ​ສົມທົບ​ການ​ຂົນຂວາຍຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ສະໜັບສະໜູນ ​ແລະ​ປະຕິບັດ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ພັກ, ນະ​​ໂຍບາຍ ກົດໝາຍ​ຂອງ​ລັດ; ​ແບ່ງ​ປັນ​ແລກປ່ຽນ​ຂໍ້​ມູນ​ສະພາບ​ການ​ຂອງ​ປະຊາ​ຄົມ, ກຳ​ສະພາບແນວ​ຄິດ​ຈິດ​ໃຈ ​ແລະ ​ຄວາມ​ປາຖະໜາ​ຂອງ​ເຂົາ​ເຈົ້າ ​ເພື່ອສ່ອງ​ແສງ ສະ​ເໜີ​ໃຫ້​ພັກແລະລັດ ​ເພື່ອ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ ​ຊອບ​ທຳ ​ຂອງຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ; ປະສານ​ສົມທົບ​ການ​ປະ​ເມີນ​ ​ແລະ ​ສະ​ເໜີ​ແນະ​ ກ່ຽວ​ກັບ​ມາດ​ຕະຖານ​ຄັດ​ເລືອກ​ຊາວ​ຫວຽດ​ນາມ​ທີ່ອາ​ໄສ​ຢູ່​ຕ່າງ​ປະ​ເທດທີ່​ດີ​ເດັ່ນ ​ເພື່ອ​ແນະ​ນຳ​ໃຫ້​ເຂົ້າ​ຮ່ວມ​ຄະນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຊຸດ​ຕ່າງໆ; ສົມທົບ​ກັນ​ຈັດ​ຕັ້ງ​ເຫດການປະຈຳປີ ສຳລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເຊັ່ນ ລາຍການ “ລະດູ​ບານ​ໃໝ່​ໃນ​ບ້ານ​ເກີດ​ເມືອງ​ນອນ”, ຈັດ​ຕັ້ງ​ໃຫ້​ພີ່ນ້ອງ​ຮ່ວມ​ຊາດ​ໄປ​ຢາມ​ໝູ່​ເກາະ ​ເຈື່ອງ​ຊາ...

ຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ເປັນ​ປະ​ທານ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕິດ​ຕໍ່​ພົວ​ພັນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ​ເກັບ​ກຳຄວາມ​ຄິດ​ຈິດ​ໃຈ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ​ຫວຽດ​ນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ສົ່ງ​ຜູ້​ແທນ​ເຂົ້າ​ຮ່ວມ​ກິດຈະກຳທີ່​ຈັດ​ໂດຍສະມາຄົມ, ອົງການ​ຂອງຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ຈັດ​ຕັ້ງ​ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ ຂອງຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ໄປ​ຢາມ​ແລະ​ເຮັດ​ວຽກ ກັບ​ປະຊາ​ຄົມຊາວ​ຫວຽດນາມທີ່​ອາ​ໄສ​ໃນປະ​ເທດ​ຕ່າງໆ; ຕ້ອນຮັບ​ແລະ​ເຮັດ​ວຽກ​ກັບ​ບັນດາ​ສະມາຄົມ, ອົງການ, ບຸກຄົນ​ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ທີ່​ມາຄຳນັບ ​ແລະ ​ຢ້ຽມຢາມແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ; ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ ກົດໝາຍ ​ເພື່ອ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບທຳ ຖືກ​ກົດໝາຍ​ ຂອງຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ສ້າງ​ແລະ​ອອກ​ບົດ​ແນະນຳ​ກ່ຽວ​ກັບ​ການຍ້ອງຍໍ​ໃຫ້​ລາງວັນ​ ​ແກ່​ໝູ່​ຄະນະ​ແລະບຸກຄົນ ​ຊາວຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ມີ​ຜົນງານ​​ໂດດ​ເດັ່ນ​ໃນ​ການ​ເຕົ້າ​ໂຮມ ສາມັກຄີ​ປະຊາ​ຄົມ ​ແລະ ມີ​ການ​ເຄື່ອນ​ໄຫວ​ຕົວ​ຈິງຫຼາຍ​ຢ່າງ ​ໃນ​ການ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ; ຂົນຂວາຍ​ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃຫ້ຕັ້ງໜ້າ​ຕອບ​ສະໜອງ​ການ​ຂົນຂວາຍ ​ແລະ ຂະ​ບວນການ​ແຂ່ງຂັນ​ກັນຮັກ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ ​ບັນດາ​ຂະ​ບວນການ ​ແລະການ​ຂົນຂວາຍ​ ທີ່​​ເປີດຕົວ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ກໍ່​ໃຫ້​ຄວາມສຳຄັນ ​ແລະ​ ເປັນ​ເຈົ້າ​ການ​ໃນ​ການ​ຂົນຂວາຍ ​ປັນຍາ​ຂົນ​ທີ່​ເກັ່ງ, ນັກທຸລະກິດທີ່ປະສົບຄວາມສໍາເລັດ, ຜູ້​ຊົງ​ຄຸນ​ວຸດ​ທິ, ບຸກຄົນ​ທີ່​ໂດດ​ເດັ່ນ ​ໃນ​ປະຊາ​ຄົ​ມຊາວ​ຫວຽດນາມທີ່​ອາ​ໄສ​​ໃນປະ​ເທດຕ່າງໆ ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄົ້ນ​ຄວາມ​ວິທະຍາສາດ, ລົງທຶນ​ທາງ​ປັນ​ຍາ​ໃນ​ຂົງ​ເຂດ​ຫົວຫອກ​ຂອງ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ, ລົງທຶນ​ໃນ​ບັນດາ​ໂຄງການ​ຈຸດ​ສຸມ​ທາງ​ເສດຖະກິດ, ຍົກ​ສູງ​ຊີວິດ​ດ້ານວັດທະນະທຳຈິດ​ໃຈ, ຮັກສາ ​ເສີມ​ຂະ​ຫຍາ​ຍ ​ແລະ​ ຍົກ​ຍ້ອງເອກະລັກ​ວັດທະນະທຳ​ຂອງ​ຊາດ ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ; ສົມທົບ​ກັນ​ໜູນ​ຊ່ວຍ​ປະຊາ​ຄົມ​ຊາວຫວຽດນາມຢູ່​ບັນດາ​ປະ​ເທດ​ ທີ່ມີ​ຄວາມ​ຕ້ອງການທີ່​ຖືກຕ້ອງ​ຕາມ​ກົດໝາຍ ສຳລັບ​ຊີວິດ​ວັດທະນະທຳ ຈິດ​ວິນ​ຍານ ​ແລະ ສາສະໜາ; ໜູນ​ຊ່ວຍຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ປະສົບ​ຄວາມ​ຫຍຸ້ງຍາກ, ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ...

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຄັດ​ເລືອກ​ຊາວ​ຫວຽດນາມ​ທີ່​ດີ​ເດັ່ນ ​ໃນ​ພື້ນ​ທີ່ສຳຄັນ, ​ໃນ​ປະ​ເທດ​ທີ່​ມີ​ຊາວ​ຫວຽດນາມຈຳນວນ​ຫຼາຍ ​ໃຫ້​ເຂົ້າ​ຮ່ວມ​​ໃນ​ຄະນະ​ປະທານ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ(3) ​ແລະ ​ແນະນຳ​ໃຫ້​ເຂົ້າ​ຮ່ວ​​ມ​ໃນຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມທຸກ​ຂັ້ນ. ນີ້​ແມ່ນ​ກຳລັງ​ຫຼັກ​ແຫຼ່ງທີ່​ຕາງໜ້າ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ເພື່ອ​ສ່ອງ​ແສງ​ແລະ​ສະໜອງ​ຂໍ້​ມູນ​ເປັນ​ປະຈຳ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ, ສະມາຄົມຊາວ​ຫວຽດນາມ​ທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ປະ​ເທດ​; ​ໂຄສະນາ​ກ່ຽວ​ກັບ​​ແນວທາງ ແຜນ​ນະ​ໂຍບາຍຂອງ​ພັກ, ນະ​ໂຍບາຍ ​ກົດໝາຍ​ຂອງ​ລັດ​ ໃຫ້ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ; ​ເປັນ​ຂົວ​ຕໍ່ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໂດຍ​ຜ່ານ “ຊ່ອງ​ທາງ” ການ​ທູດ​ປະຊາຊົນຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ແຂວງ, ນະຄອນ​ຕ່າງໆ ​ໄດ້​ຕັ້ງໜ້າ​ປະສານ​ງານ​ແລະ​ສະໜັບສະໜູນການ​ສ້າງ​ຕັ້ງ​ ແລະ​ ການຈັດ​ຕັ້ງການ​ເຄືອ​ນ​ໄຫວ ​ຂອງ​ສະ​ມາ​ຄົມ​ຕິດຕໍ່​, ສະມາຄົມທ້ອງຖິ່ນຂອງຍາດຕິພີ່ນ້ອງຊາວຫວຽດນາມທີ່​ອາ​ໄສຢູ່ຕ່າງປະເທດ, ພ້ອມ​ກັບ​ອົງການ​ທ້ອງ​ຖິ່ນ ສ້າງ​ເງື່ອນ​ໄຂ​ທີ່​ເອື້ອອຳນວຍ​ຕໍ່​ວຽກ​ງານ​ຂົນຂວາຍ​ແລະ​ເຕົ້າ​ໂຮມ​ຍາດຕິ​ພີ່ນ້ອງ​ແລະຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ເປັນ​ຄົນ​ຂອງ​ທ້ອງ​ຖິ່ນ.

ໜ້າ​ທີ່​ແລະ​ແນວທາງ​​ແກ້​ໄຂ​ຫຼັກຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
​​ໃນ​ໄລຍະ​ຈະ​ມາ​ເຖິງ

ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ແລະຂະ​ບວນການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ ​ໄດ້​ແລະ​ກຳລັງ​ເປີດ​ໂອກາດ​ທີ່​ດີ​ໃຫ້​ປະ​ເທດ, ​ແຕ່​ຍັງກໍ່ໃຫ້ເກີດສິ່ງທ້າທາຍຕໍ່​ລະບົບ​ການ​ເມືອງ​ ໃນ​ການ​ຢືນຢັນຖານະຕຳ​ແໜ່​ງຂອງ​ປະ​ເທດ​ໃນ​ເວທີ​ສາກົນ, ພາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ, ສ້າງ​ໃຫ້​ມີ​ການ​ບຸກທະລຸ​ຫຼາຍ​ຢ່າງ; ພ້ອມ​ກັນ​ນັ້ນ, ກໍ່​ຮັກສາ​ນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປົກ​ປັກ​ຮັກສາ​ຄວາມ​​ເປັນ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ອະທິປະ​ໄຕ​​ໃນທະ​ເລ​ແລະໝູ່​ເກາະ ​ຂອງ​ປະ​ເທດ​ຊາດ. ​ໃນ​ສະຖານະ​ການ​ນັ້ນ, ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ ​ແຂງ​ແຮງ ​ແລະ ​ແທ້​ຈິງ​ກວ່າ​ອີກ ​ໃນ​ບັນດາ​ຂັ້ນ ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ ​ໜ່ວຍ​ງານ. ​ເພື່ອ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຄັ້ງ​ທີ 9, ​ວາລະປີ 2019-2024; ປະຕິບັດແນວທາງ ແຜນນະ​ໂຍບາຍ ມະຕິ ຄຳສັ່ງຂອງພັກ ກ່ຽວ​ກັບ​ວຽກ​ງານສຳລັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ, ຍູ້​ແຮງ​ການ​ຂົນຂວາຍ​ແລະ​ເຕົ້າ​ໂຮມຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃຫ້​ສາມັກຄີ​ກັນ​ຫັນ​ສູ່​ການ​ສ້າງສາ​ແລະ​ປົກ​ປກຮັກສາ​ປະ​ເທດ​ຊາດ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມທຸກ​ຂັ້ນ​ຕ້ອງ​ສຸມ​ໃສ່​ປະຕິບັດໜ້າ​ທີ່ ​ແລະ​ວິທີ​ແກ້​ໄຂ​ທີ່ສຳຄັນຈຳນວນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ຊຸກຍູ້​ໃຫ້​ມີ​ການ​ປ່ຽນ​ແປງຢ່າງ​ແຂງ​ແຮງ, ກ້າວ​ໄປ​ເຖິງ​ຄວາມ​ເປັນ​ເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້​ຂອງບັນດາ​ອົງການ ໜ່ວຍ​ງານ​ໃນ​ລະບົບ​ການ​ເມືອງ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ກ່ຽວ​ກັບຄວາມສຳຄັນ​ຂອງ​ວຽກ​ງານ​ຂົນຂວາຍ ​ເຕົ້າໂຮມ ​ແລະ​ສາມັກຄີຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ​ເຊີດ​ຊູ​ບົດບາດ​ຂອງ​ບັນ​ດາ​ອົງ​ການ​ສະ​ມາ​ຊິກແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ວຽກ​ງານ​ຕໍ່​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ລົບ​ລ້າງ​ຈິນຕະນາການ​ເກົ່າທີ່​ມີ​ຄວາມ​ຮູ້ສຶກ​ຜິດອັນ​ໜັກໜ່ວງ ​ກ່ຽວ​ກັບ​ອະດີດທາງ​ປະຫວັດສາດ, ອະ​ຄະຕິ​ກ່ຽວ​ກັບຊົນ​ຊັ້ນ​ສັງຄົມ, ການ​ຈຳ​ແນ​ກການ​ປະພຶດຕໍ່​ຖານະ​ສັງຄົມ ຊົນ​ເຜົ່າ ສາມະ​ໜາ ສະຖານະ​ການ​ຮັ່ງມີ-ທຸກ​ຍາກ ​ແລະ ລະດັບ​ການ​ພັດທະນາ ​ເພື່ອມຸ່ງ​ໄປ​ສູ່​ການ​ເປີດ​ກວ້າງ ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ຄວາມເຄົາລົບ​ນັບຖື ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ຕາມ​ຈິດ​ໃຈ​ມະຕິ​ເລກທີ 36-NQ/TW, ລົງ​ວັນ​ທີ 26 ມີນາ 2004, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “ວ່າ​ດ້ວຍ​ວຽກ​ງານ​ຕໍ່ກັບ​ຊາວ​ຫວຽດນາມທີ່​ອາ​ໄສຢູ່​ຕ່າງປະ​ເທດ”: ປະຊາ​ຄົມຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ທີ່​ແຍກ​ອອກ​ບໍ່​ໄດ້​ຂອງ​ປະຊາ​ຄົມ​ຊາດ​ພັນ​ຫວຽດນາມ.

ທີ​ສອງ, ສືບຕໍ່ປະສານ​ງານ​ການ​ກວດຄືນ​ເອກະສານ​ກ່ຽວ​ກັບ​ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ທີ່​ກ່ຽວຂ້ອງ​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ສະ​ເໜີ​ໃຫ້​ອົງການ​ທີ່​ມີ​ອຳນາດ​ແກ້​ໄຂ ​ແລະ​ເພີ່ມ​ເຕີມ​ໃຫ້​ເໝາະ​ສົມ ​ກັບຄວາມ​ຕ້ອງການ, ຄວາມ​ປາດ​ຖະໜາທີ່​ແທ້ຈິງ ແລະ ຜົນ​ປະ​ໂຫຍ​ດທີ່ຖືກຕ້ອງຕາມກົດໝາຍ, ພ້ອມ​ກັນ​ນັ້ນ ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫານ​ທີ່​ຍັງ​ຄົງ​ຄ້າງ ຄ້າງ​ຄາ​ໃນ​ຂະ​ບວນການ​ຜັນ​ຂະຫຍາຍ​ປະຕິບັດ​ ໃນ​ເວລາ​ທີ່​ຜ່ານ​ມາ; ຍູ້​ແຮງ​ການ​ຄົ້ນຄວ້າ, ສະ​ເໜີ​ແນະ​ການ​ປັບປຸງບູລະນະ​ກົນ​ໄກການ​ດຶງ​ດູດ ການ​ໃຊ້​ປະ​ໂຫຍ​ດຈາກຊັບພະຍາກອນ “ສະໝອງສີຂີ້ເຖົ່າ”, ທ່າແຮງການລົງທຶນ ແລະ ອິດ​ທິພົນທາງ​ບວກ ຂອງຊຸມຊົນແລະບຸກຄົນຊາວ​ຫວຽດນາມໃນປະເທດເຈົ້າພາບ ​ແລະ ທ່າ​ແຮງ ຄວາມສາມາດຊ້ອນ​ແຝງ​ອື່ນ​ອີກ ​ຂອງຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ ​ແລະການ​ເຊື່ອ​​ມໂຍງສາກົນ​ຂອງ​ປະ​ເທດ.

​ເພີ່ມ​ທະວີ​ວຽກ​ງານ​ການ​ຕິດຕາມ​ກວດກາ ​ແລະ ​ການວິຈານ​ສັງຄົມ ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ການ​ສືບ​ຕໍ່​ປັບປຸງ​ບູລະນະ ​ແລະ ການປະຕິບັດ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ກົດໝາຍ​ ກ່ຽວກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ປະຕິບັດ​ເປັນ​ຢ່າງ​ດີ ​ໜ້າ​ທີ່​ເປັນ​ຕົວ​ແທນ ​ແລະ ປົກ​ປ້ອງ​ສິດທິ​ດ​ ແລະ ​ຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ແລະ​ຊອບ​ທຳ ​ຂອງຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ສົມຄວນ​ເປັນ​ຂົວ​ຕໍ່​​ເພື່ອຈັດ​ຕັ້ງ​ໃຫ້​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ​ ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ​ແລະລັດ​ ຕາມ​ລະບຽບ​ການ. ປະສານ​ງານ​ກັບ​ອົງການ​ສະມາຊິກ​ລະດັບດຽວ​ກັນ, ​ໂດຍ​ສະ​ເພາະ​ ອົງການ​ຈັດ​ຕັ້ງ​ທາງ​ການ​ເມືອງ-ສັງຄົມ, ສະມາຄົມຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ, ສະມາຄົມ​ຍາດຕິ​ພີ່ນ້ອງ​ຂອງຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ... ​​ໃນ​ການ​ເກັບ​ກຳຄວາມ​ຄິດ​ຈິດ​ໃຈ, ຄວາມ​ປາຖະໜາ​ ຂອງ​ພີ່ນ້ອງ​ຮ່ວມ​ຊາດ, ຈາກ​ນັ້ນ ​ສະ​ເໜີ​ໃຫ້​ພັກ​ແລະ​ລັດ​ພິຈາລະນາ​ແກ້​ໄຂ​ຄວາມ​ຕ້ອງການ, ຄວາມ​ປາຖະໜາ​ອັນ​ຊອບ​ທຳຂອງ​ຊຸມ​ຊົນ; ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ພີ່ນ້ອງ​ຮ່ວມ​ຊາດ​ແກ້​ໄຂບັນດາ​ບັນຫາ​ກ່ຽວ​ກັບ​ສະຖານະ​ທາງ​ກົດໝາຍ, ການ​ກັບ​ເຂົ້າ​ສູ່ສັນ​ຊາດ​ຄືນ​ໃໝ່​, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ກ່ຽວ​ກັບ​ລະບຽບ​ການທາງ​ປົກຄອງ​ແລະທາງ​ແພ່ງ​ ເມື່ອ​ມາ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ ຕະຫຼອດ​ຈົນ​ເລື່ອງການ​ລົງທຶນ, ການ​ທຸລະ​ກິດ, ການດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ... ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ລະດົມ​ຊັບພະຍາກອນ​ສັງຄົມ​ ຢູ່​ໃນ​ແລະ​ຕ່າງປະ​ເທດ​ ເພື່ອພ້ອມ​ກັນ​ກັບ​ບັນດາ​ອົງການ ​ແລະ ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອ ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ທີ່​ປະສົບ​ຄວາມ​ຫຍຸ້ງຍາກ ​ຖືກໄພພິບັດ.

ທີ​ສາມ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປະສານ​ງານ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ຍູ້​ແຮງວຽກ​ງານ​ໂຄສະນາ ຂົນຂວາຍ​ຊຸມ​ຊົນຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ແລະຍາດຕິ​ພີ່ນ້ອງ​ຂອງ​ເຂົາ ສາມັກຄີ​ກັນ​ແລະ​ຫັນ​ສູ່​ປິຕຸ​ພູມ. ສຸມ​ໃສ່​ການ​ໂຄສະນາ​ແຜນ​ນະ​ໂຍບາຍ ນະ​ໂຍບ​ຍຂອງ​ພັກ​ແລະ​ລັດ, ​ໂດຍ​ສະ​ເພາະ​ແມ່ນ ​ມະຕິ​ເລກ​ທີ່ 36-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ແລະ ບົດ​ສະຫຼຸບ​ສະບັບ​ເລກ​ທີ 12-KL/TW, ລົງວັນ​ທີ 12 ສິງຫາ 2021, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “ວ່າ​ດ້ວຍ​ວຽກ​ງານ​ຕໍ່​ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃນ​ສະພາບ​ການ​ໃໝ່”; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ຂ່າວ ​ແລະ ວິທະຍຸ​ກະຈາຍສຽງ​ ໃນ​ລະບົບແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາອົງການ​ສະມາຊິກ​ ໃນ​ການ​ປະຕິບັດ​ໜ້າ​ທີ່; ປ່ຽນ​ແປງ​ໃໝ່ ​ແລະ ​ເປີດ​ຄວາມ​ຫຼາກ​ຫຼາຍ ​ຂ​ອງ​ຮູບ​ການ​ແລະ​ແບບ​ວິທີ​ການ​ໂຄສະນາ, ປະສານງານທິດ​ທາງສື່ສານ​ໃຫ້​ກັບ​ຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ກ່ຽວ​ກັບບັນດາ​ບັນຫາ​ທີ່​ສັບສົນ, ອ່ອນ​ໄຫວ; ປັດ​ປະຕິ​ເສດ​ຢ່າງມີ​ປະ​ສິດ​ທິ​ຜົນ ກັບຂໍ້​ມູນ​ທີ່​ຜິດພາດ​, ບິດ​ເບືອນ​ສະຖານະ​ການ​ຂອງ​ປະ​ເທດ, ບັນຫາ​ຊາຍ​ແດນ​ດິນ​ແດນ, ຊົນ​ເຜົ່າ, ສາສະໜາ, ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ສິດເສລີພາບໃນການປາກເວົ້າ.  

ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມປະສານ​ສົມທົບ​ກັບຄະນະ​ກຳມະການ​​ແຫ່ງ​ຊາດ​ກ່ຽວ​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ການ​ເອົາ​ໃຈ​ໃສ່​ສະໜັບສະໜູນ, ຮັບ​ຮູ້, ປົກ​ປ້ອງ ​ແລະ ສົ່ງ​ເສີມ​ໃຫ້​ສື່, ໜັງສືພິມ ​ແລະ ບຸກຄົນ​ ຊາວ​ຫວຽດນາມ​ໃນ​ຕ່າງປະ​ເທດ​ເຜີຍ​ແຜ່ຢ່າງ​ແຂງ​ຂັນ ​ແລະ​ແນະນຳສະຖານະ​ການ​ຂອງ​ປະ​ເທດ​ ຕໍ່​ຊຸມ​ຊົນ​ຢ່າງສະໝ່ຳສິ​ເໝີ ​ແລະພາວະ​ວິ​ໄສ.

ຕັ້ງໜ້າ​ໂຄສະນາ ຂົນຂວາຍ, ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ ໃນຂະ​ບວນການ​ປອງ​ດອງ​ຊາດ ​ເພື່ອ​ສ້າງ​ແລະ​ປັບປຸງ​ກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​ໝັ້ນຄົງ. ​ເປັນ​ເຈົ້າ​ການ​ໃນ​ການ​ປະສານ​ງານ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ ​ແລະ ໜ່ວຍ​ງານ ​ໃນ​ການ​ຄົ້ນຄວ້າ, ກຳສະພາບ​ການ ​ແລະ​ ຂະຫຍາຍພື້ນທີ່ຕິດຕໍ່ ເພື່ອລົບ​ລ້າງ​ຄວາມ​ຮູ້ສຶກ​ຜິດ​ໃນ​ອະ​ດີດ; ຂົນຂວາຍຜູ້​ທີ່​ມີ​ອິດ​ທິພົນ​ ຫຼືບຸກຄົນຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ທີ່​ຍັງ​ມີ​ອະຄະຕິ ມີຄວາມ​ຮູ້ສຶກ​ຜິດ​​ຕໍ່​ປະ​ເທດ, ​ໃຫ້​ເຂົາ​ມີ​ຄວາມ​ຄິດ​ທີ່​ຕັ້ງໜ້າ ​ແລະ​ ຫັນ​ສູ່​ປະ​ເທດ​ຊາດ.

ທີ​ສີ່, ​ເພີ່ມ​ທະວີ​ການ​ຂົນຂວາຍຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ທີ່​ສາມັກຄີ ​ແລະ ​ມີ​ຄວາມ​ເຂັ້ມ​ແຂ​ງທາງ​ດ້ານ​ເສດຖະກິດ, ​ເຊື່ອມ​ໂຍງ ​ແລະປະຕິບັດ​ຕາມ​ກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບ, ຮັກສາ​ແລະ​ເສີມຂະຫຍາຍ​ເອກະລັກ​ວັດທະນະທຳ ​ແລະ​ ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ມື​ກັນ​ກໍ່ສ້າງ​ປະ​ເທດ​ຊາດ. ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ປະສານ​ງານ ຊຸກ​ຍູ້​ວຽກ​ງານ​ສະໜັບສະໜູນ​ຊຸມ​ຊົນ​ຮັກສາ​ແລະ​ເສີມ​ຂະຫຍາຍເອກະລັກ​ວັດທະນະທຳຂອງ​ຊາດ, ການ​ສອນ​ແລະ​ຮຽນພາສາ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ ​ສໍາ​ລັບ​ລຸ້ນ​ໜຸ່ມ​ຂອງ​ຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ; ຊ່ວຍ​ໜູນ​ຊຸມ​ຊົນທີ່ຕ້ອງການກິດຈະກໍາທາງຈິດວິນຍານແລະສາດສະໜາ; ​ສົມທົບ​ກັນ​ໃນ​ການ​ຂົນຂວາຍ ​ແລະ ​ດຶງ​ດູດຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃຫ້​ເຂົ້າ​ຮ່ວມ​ໃນ​ກິດຈະກໍາ, ການ​ຂົນຂວາຍ, ຂະ​ບວນການ​ແຂ່ງຂັນ​ຢູ່​ໃນປະ​ເທດ, ຕອບສະໜອງ ຄຳຮຽກຮ້ອງ ຂອງຄະນະ​ປະທານ ຄະນະ​ກຳມະການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

ທີ​ຫ້າ, ສົມທົບ​ກັນ​ໜູນ​ຊ່ວຍ​ປັບປຸງ​ສະມາຄົມດັ້ງ​ເດີມ ​ແລະ ສ້າງ​ສະມາຄົມ​ໃໝ່; ກຳນົດທິດ​ທາງ​ການ​ຄັດ​ເລືອກ​ແລະຝຶກ​ອົບຮົມ ປັດ​ໄຈ​ໄວ​ໜຸ່ມ​ທີ່​ມີ​ຄວາມຕັ້ງໜ້າ ຄວາມ​ສາມາດ ຄວາມ​ກະຕືລືລົ້ນ​ ​ໃຫ້​ເຂົ້າໃນ​ຄະນະ​ນຳ​ຂອງ​ສະມາພັນ; ປ່ຽນ​ແປງ​ໃໝ່​ແລະ​ຂະຫຍາຍ​ຮູບ​ການ​ເຕົ້າ​ໂຮມ, ​ໂດຍ​ສະ​ເພາະ​ແມ່ນ ​ເຕົ້າ​ໂຮມ​ຄົນ​ລຸ້ນ​ໃໝ່; ຄົ້ນຄວ້າ​ສະ​ເໜີ​ກົນ​ໄກ ນະ​ໂຍບາຍສະ​ເພາະ​ທີ່​ເໝາະ​ສົມ ​ເພື່ອ​ໜູ​ນຊ່ວຍສະມາ​ພັນ. ຄົ້ນຄວ້າ​ບັນດາ​ຮູບ​ແບບ​ທີ່​ມີ​ຢູ່​ ແລະ ສືບ​ຕໍ່​ສະ​ເໜີ​ການ​ທົດ​ລອງ​ຮັບ​ຮູ້​ບັນດາ​ສະມາ​ພັນຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ເປັນ​ສະມາຊິກ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຂອງອົງການ​ຈັດ​ຕັ້ງສະມາຊິກ​ຂອງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

ທີ​ຫົກ, ປະສານ​ສົມທົບ​ເພື່ອດຳ​ເນີນ​ການ​ຍ້ອງຍໍ​​ໃຫ້​ລາງວັນຢ່າງສະໝ່ຳສະເໝີ ​ແລະ ບໍ່ສະໝ່ຳສະເໝີ ​ເພື່ອ​ຮັບ​ຮູ້ ສົ່ງ​ເສີມ ​ແລະ ລະດົມ​ກຳລັງ​ໃຈ​ ໃຫ້​ແກ່​ບັນດາ​ໝູ່​ຄະນະ ​ແລະ ບຸກຄົນ ຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ທີ່​ມີ​ຜົນງານ​ໃນ​ການ​ເຄື່ອນ​ໄຫວກໍ່ສ້າງ​ຊຸມ​ຊົນ, ມຸ່ງ​ສູ່​ບ້ານ​ເກີດ​ເມືອງ​ນອນ, ກໍ່ສ້າງ​ປະ​ເທດ; ສືບ​ຕໍ່​ຄົ້ນຄວ້າ​ສະ​ເໜີຮູບ​ແບບ​ການຍ້ອງຍໍ​ໃຫ້​ລາງວັນ ​ແລະ​ການ​​ໃຫ້ກຳລັງ​ໃຈທີ່​​ແທດ​ຈິງ, ເໝາະ​ສົມ​ກັບ​ສະ​ຖານ​ທີ່​​ແລະ​ເປົ້າ​ໝາຍສະ​ເພາະ​ແຕ່ລະ​ແຫ່ງ​.

ທີ​ເຈັດ, ​ເສີມຂະຫຍາຍ​ຫຼາຍ​ກວ່າ​ອີກ ບົດບາດ​ຂອງ​​ສະມາຊິກ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ​ໃນ​ທຸກ​ລະດັບ ​ທີ່​ເປັນ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ​ແລະ ບົດບາດ​ຂອງ​ສະພາ​ທີ່​ປຶກສາ​ດ້ານ​ການ​ຕ່າງປະ​ເທດ​ແລະຊາວ​ຫວຽດນາມ​ຢູ່ຕ່າງປະ​ເທດ ​ໃນ​ການ​ເກັບກຳສະພາບ​ການ​ແລະ​ສ່ອງ​ແສງ​ສະພາບ​ການ, ​ໃຫ້ຄຳປຶກສາຊ່ວຍ​ຄະນະກຳມະການ​ສູນ​ກາງ, ຄະນະ​ປະທານ ​ແລະ ຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃນ​ການ​ຕິດຕາມກວດກາ​ແລະ​ວິຈານ​ນະ​ໂຍບາຍ, ກົດໝາຍ ​ແລະ ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ.

ທີ​ແປດ, ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ, ສະ​ເໜີ ​ແລະ ​ເຂົ້າ​ຮ່ວມ​ການ​ສ້າງ, ປັບປຸງ​ບູລະນະ​ກົນ​ໄກ ​ເພື່ອ​ປະສານ​ສົມທົບຢ່າງ​ແໜ້ນ​ແຟ້ນ​ແລະ​ຄົບ​ຊຸດ​ກວ່າ​ອີກ ລະຫວ່າງບັນດາ​ອົງ​ການ​ທີ່​ເຮັດ​ວຽກ​ກ່ຽວ​ກັບຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ. ​ເພີ່ມ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດກົດລະບຽບການປະສານງານ ​ແລະ ປະສານງານຢ່າງປົກກະຕິ ລະຫວ່າງ ຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກັບ ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ວຽກ​ງານ​ການ​ຂົນຂວາຍ ​ເຕົ້າ​ໂຮມ ​ແລະ ສາມັກຄີຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ.

​ເພື່ອປະຕິບັດ​ບັນດາ​ເປົ້າ​ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ 13 ຂອງ​ພັກກອມ​ມູນິດ​ຫວຽດນາມ​ວາ​ງອອກ​ມາ, ສູ້​ຊົນ​ຮອດ​ປີ 2030 ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດກຳລັງ​ພັດທະນາ​ທີ່​ມີ​ອຸດສາຫະກຳທັນ​ສະ​ໄໝ, ມີ​ລາຍ​ໄດ້​ປານ​ກາງ​ສູງ ​ແລະ ​ເຖິງ​ປີ 2045 ຈະ​ກາຍ​ເປັນ​ປະ​ເທດ​ພັດທະນາ​ແລະມີ​ລາຍ​ໄດ້​ສູງນັ້ນ, ການ​ເສີມ​ຂະຫຍາຍກຳລັງ​ແຮງ​ຂອງ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ຄວາມ​ມຸ່ງ​ມາດ​ປາຖະໜາ ​ເຈດຈຳນົງ​ ​ແລະ ຄວາມ​ສາມາດ​ຊ້ອງ​ແຝງ​ຂອງ​ຄົນຫວຽດນາມ​ຢູ່​ໃນ​ແລະ​ຕ່າງປະ​ເທດ ​ແມ່ນ​ມີ​ຄວາມໝາຍສຳຄັນ ຕັດສິນ​ຊີ້​ຂາດ. ໃນ​ການ​ເດີນ​ທາງ​ອັນ​ສະຫງ່າ​ງາມແລະມີ​ຄວາມ​ຮັບ​ຜິດ​ຊອບນັ້ນ, ດ້ວຍ​ບົດບາດ​ແລະ​ພາລະ​ກຳ​ຂອງ​ຕົນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຈະ​ສືບ​ຕໍ່​ປະກອບສ່ວນ​ປັບປຸງ ​ແລະ ​ເສີມ​ຂະ​ຫຍາຍກຳລັງ​ແຮງ​ຂອງ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ໃນ​ນັ້ນ​ມີ​ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພາກສ່ວນ​ທີ່​ແຍກ​ອອກ​ບໍ່​ໄດ້​ຂອງ​ປະຊາ​ຄົມ​ຊາດ​ພັນ​ຫວຽດນາມ, ​ເປັນ​ສ່ວນ​ໜຶ່ງ​ຂອງ​ເລືອດ​ເນື້ອ​ທີ່​ຕິດ​ພັນ​ກັບ​ຕົ້ນ​ກໍາ​ເນີດ​ຂອງ​ຊາດ​, ​ແມ່ນ​ແຫຼ່ງກຳລັງ​ອັນ​ສຳຄັນ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ./.

---------------

(1) ປະກອບ​ມີ: ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 36-NQ/TW, ລັງ​ວັນ​ທີ 26 ມີນາ 2004, “ວ່າ​ດ້ວຍ​ວຽກ​ງານສໍາລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ”; ຄຳສັ່ງຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ສະບັບເລກທີ 45-CT/TW, ລົງ​ວັນ​ທີ 19 ພຶດສະພາ 2015, “ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກຊຸດ​ທີ 9 ສະບັບ​ເລກທີ 36-NQ/TW, ກ່ຽວ​ກັບວຽກ​ງານສໍາລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”; ບົດ​ສະຫຼຸບຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 12-KL/TW, ລົງ​ວັນ​ທີ 12 ສິງຫາ 2021, “ວ່າ​ດ້ວຍ​ວຽກ​ງານສໍາລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”.

(2) ຄະນະ​ປະທານ ຄະນະ​ກຳມະການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 5 ​ໄດ້​ຜັນ​ຂະຫຍາຍ​ແຜນການ “​ເພີ່ມ​ທະວີ​ການ​ຂົນຂວາຍຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຍາດຕິ​ພີ່ນ້ອງ​ຂອງ​ເຂົາ”; ຄະນະ​ປະທານ ຄະນະ​ກຳມະການ​ສູນ​ກາງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7 ​ໄດ້​ສ້າງ​ແລະ​ຜັນ​ຂະຫຍາຍ​ແຜນການ “ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຕົ້າ​ໂຮມ​ແລະ​ສາມັກຄີ ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃນ​ສະພາບ​ການ​ໃໝ່”; ຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ມະຕິ​ຮ່ວມ ສະບັບເລກທີ 01/2010/NQLT-MTTW-UBNVNONN, ລົງ​ວັນ​ທີ 3 ມີນາ 2010, ວ່າ​ດ້ວຍ​ກົດ​ລະບຽບ “ການ​ປະສານ​ງານ​ລະຫວ່າງຄະນະ​ປະຈຳ ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກັບ ຄະນະ​ກຳມະການ​ແຫ່ງ​ລັດກ່ຽວ​ກັບ​ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ວ່າ​ດ້ວຍ​ການ​ຂົນຂວາຍຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ​ແລະ​ຍາດຕິ​ພີ່ນ້ອງ​ຂອງ​ເຂົາ”; ປະກາດ​ໃຊ້​ໂຄງການ​ປະຕິບັດງານ​ປະ​ຈໍາ​ປີ ສະບັບ​ເລກທີ 30/CTr-MTTW-BTT, ລົງ​ວັນ​ທີ 17 ຕຸລາ 2012, ວ່າ​ດ້ວຍ “​ເພີ່ມ​ທະວີ​ການ​ໂຄສະນາ ຂົນຂວາຍ ​ເຕົ້າ​ໂຮມ ​ແລະ ສາມັກຄີ ຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດ ​ໃນ​ສະພາບ​ການ​ໃໝ່”; ລົງ​ນາມໂຄງການປະຕິບັດ​ງານ​ສະບັບ​ເລກທີ 17/CTPH-MTTW-TCTV, ລັງ​ວັນ​ທີ 18 ສິງຫາ 2016 ພ້ອມກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ, ວ່າ​ດ້ວຍ​ການ​ປະ​ສານ​ງານ​ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ​ແລະ ວຽກ​ງານສໍາລັບຊາວ​ຫວຽດນາມທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ...

(3) ​ແຕ່​ຊຸດ​ທີ 1 ​ເຖິງ​ຊຸດ​ທີ 9 ຂອງ​ຄະນະກຳມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ມີຊາວ​ຫວຽດນາມ​ທີ່​ອາ​ໄສຢູ່​ຕ່າງປະ​ເທດທີ່​ດີ​ເດັ່ນ 86 ທ່ານ​ ເຂົ້າ​ຮ່ວມ​ໃນ ຄະນະກຳມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 989 (​ເດືອນ​ພຶດສະພາ 2022)