ວກ. – ຫວຽດນາມ​ແລະ​ລາວ ​ເປັນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະ​ໜິດ​ສະ​ໜົມ, ​ໄດ້​ມີ​ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ ໃນປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກປັກ​ຮັກສາປະ​ເທດ​ຊາດ ຂອງ​ປະຊາຊົນ​ສອງ​ຊາດ. ນັບ​ແຕ່​ເມື່ອ​ມີ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ອີນດູ​ຈີນ (ຕໍ່ມາ​ແມ່ນພັກກອມມູນິດຫວຽດນາມ) ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ, ສາຍ​ພົວພັນ​ອັນ​ແໜ້ນ​ແຟ້ນນັ້ນ ນັບ​ມື້​ນັບ​ພັດທະນາຢ່າງ​ແຂງ​ແຮງ​ຂຶ້ນ​ສູ່​ຄວາມ​ສູງ​ໃໝ່, ກາຍ​ເປັນ​​ປັດ​ໄຈ​ສຳຄັນທີ່​ຮັບ​ປະ​ກັນ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ຂອງ​ແຕ່​ລະ​ປະ​ເທດ.

ປະທານໂຮ່ຈີມິນ ຕ້ອນຮັບແລະໂອ້ລົມຢ່າງສະໜິດສະໜົມກັບສະຫາຍ ໄກສອນ ພົມວິຫານ, ຫົວໜ້າຄະນະຜູ້ແທນພັກແລະແນວລາວຮັກຊາດ ມາຢ້ຽມຢາມມິດຕະພາບປະເທດຫວຽດນາມ (ປີ 1966) _ພາບ: TTXVN

60 ປີ​ແຫ່ງ​ການ​ເດີນ​ທາງ​ອັນ​ສະຫງ່າ​ລາສີ​
ຂອງ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ

ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ​​ໃນ​ເອກະລາດ​ແລະ​ເສລີພາບ, ປະທານ​ໂຮ່ຈີມິນ, ປະທານ ​ໄກສອນ ພົມວິຫານ ​ແລະ ​ປະທານ ​ສຸພາ​ນຸວົງ ພ້ອມ​ກັບ​ບັນດາ​ການ​ນຳປະຕິວັດ​ຮຸ່ນ​ກ່ອນ​ຂອງ​ສອງ​ປະ​ເທດ ໄດ້​ຮ່ວມ​ມື​ກັນ​ສ້າງ ປົກ​ປັກ​ຮັກ​ສາ ແລະ ​ເພີ່​ມພູນປູກຝັງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ອັນ​ສະ​ໜິດ​ສະ​ໜົມ ແລະ ພັນ​ທະ​ມິດການ​ຕໍ່​ສູ້ຂອງ​ການ​ປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ​. ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ, ກອງ​ກຳລັງ​ປະຕິ​ວັດ​ຂອງ​ສອງ​ຊາດ​ຫວຽດນາມ - ລາວ ​ໄດ້​ຮ່ວມສູ້​ຮົບ​ໃນ​ຂຸມ​ຄອງ​ດຽວ​ກັນ ພ້ອມ​ກັນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ເພື່ອ​ນຳສົງຄາມ​ຕໍ່ຕ້ານ​ຂອງ​ສອງ​ປະ​ເທດ​ໄປສູ່​ໄຊຊະນະ ເຊິ່ງ​ສິ້ນ​ສຸດ​ລົງດ້ວຍ​ໄຊຊະນະຄັ້ງ​ປະຫວັດສາດທີ່​ດ້ຽນບຽນ​ຝູ​ ໃນ​ປີ 1954 ທີ່​ສັ່ນ​ສະ​ເທືອ​ນທົ່ວ​ໂລກ.

ກ່ອນ​ໜ້າ​ນີ້ 60 ປີ, ໃນ​ສະພາບ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ນິຍົມ​ຢ່າງ​ດຸ​ເດືອດ​ຂອງ​ປະຊາຊົນ​ຫວຽດນາມ​ແລະປະຊາຊົນລາວ, ​ໂດຍ​ສະ​ເພາະ​ ຫຼັງຈາກ​ການ​ລົງ​ນາມ​ສັນຍາ​ເຊີ​ແນວກ່ຽວ​ກັບ​ລາວ ປີ 1962 - ​ເຊິ່ງ​ແມ່ນ​ໄຊຊະນະ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດສຳລັບ​ການ​ປະຕິວັດ​ຂອງ​ສອງ​ປະ​ເທດ, ຫວຽດນາມແລະລາວໄດ້ສ້າງຕັ້ງການພົວພັນທາງການທູດຢ່າງ​ເປັນ​ທາງການຂຶ້ນ ໃນວັນທີ 5 ກັນຍາ 1962. ນີ້​ແມ່ນ​ເຫດການ​ສຳຄັນທີ່​ເປີດໜ້າ​ປະຫວັດສາດໃໝ່​ ໃນ​ການ​ພົວພັນ​ລະຫວ່າງສອງປະ​ເທດ, ຢືນຢັນ​ຄວາມ​ຜູກ​ພັນ​ແຫ່ງ​ໂຊກ​ຊະຕາ​ຂອງ​​ສອງຊາດ ​ໃນ​ການ​ຕໍ່ສູ້​​ເພື່ອ​ການປົດ​ປ່ອຍ​ຊາດ ​ແລະ ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ໃນ​ຊຸມ​ປີ​ທີ່​ຫຍຸ້ງ​ຍາກ​ແລະ​ລໍາ​ບາກ​ທີ່​ສຸດ, ກອງທັບ​ແລະປະຊາຊົນຂອງ​ຫວຽດນາມ​ແລະລາວ ​ໄດ້​ໃຫ້ການ​ແບ່ງປັນ​ຢ່າງ​​​ເລິກເຊິ່ງແລະຍິ່ງ​ໃຫຍ່​ແກ່​ກັນ ທັງ​​ໃນດ້ານ​ວັດຖຸ​ແລະຈິດ​ໃຈ, “​ເກື​ອ​ເມັດ​ດຽວ​ຫັກ, ຜັກ​ຕອນ​ໜຶ່ງ​ກໍ່​ແບ່ງກັນ​ກິນ”, ເພື່ອ​ສານ​ຕໍ່​ບົດ​ເພງ​ວິລະ​ຊົນອະ​ມະຕະ​ກ່ຽວ​ກັບນ້ຳ​​ໃຈ​ສາມັກຄີສູ້​ຮົບ. ພັກ ລັດ ​ແລະ​ ປະຊາຊົນ​ຫວຽດນາມ ໄດ້ສົ່ງພະນັກງານ, ນັກຮົບນັບໝື່ນຄົນໄປສົມທົບ, ຊ່ວຍເຫຼືອ ​ແລະ ຕໍ່ສູ້​ຄຽງ​ຂ້າງ​ກອງທັບ​ແລະປະຊາຊົນລາວ. ດ້ວຍ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ, ພັກ ລັດ ​ແລະ ປະຊາຊົນ​ລາວ ​ໄດ້ສະໜັບສະໜູນ​ຫວຽດນາມ​ຢ່າງ​ສຸດອົດ​ສຸດ​ໃຈ​ ໃຫ້​ແກ່ການກໍ່ສ້າງ “​ເສັ້ນທາງ​ໂຮ່ຈີມິນ”, ​ເພື່ອ “ຕັດຜ່ານ​ສາຍພູ​ຫຼວງ​ໄປ​ກູ້​ຊາດ”... ການ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນທີ່​ຍິ່ງ​ໃຫຍ່​ແລະ​ສູງ​ສົ່ງ​ທີ່​ສຸດ​ນັ້ນ ​ໄດ້​ກາຍ​ເປັນ​ກຳລັງ​ແຮງ​ທີ່​ບໍ່​ມີ​ສິ່ງ​ໃດ​ປຽບທຽບ​ໄດ້, ນຳມາ​ເຊິ່ງການ​ປົດ​ປ່ອຍຊາດ​ແລະ​ການ​ໂຮມ​ຊາດ​ຂອງ​ແຕ່ລະ​ປະ​ເທດ​ບັນລຸ​ໄຊຊະນະຢ່າງ​ສົມບູນ​ໃນ​ປີ 1975.

ຫຼັງຈາກ​ສັນຕິພາບ​ໄດ້​ກັບ​ຕ່າວ​ຄືນ​ມາ, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ໃນ​ວັນ​ທີ 18 ກໍລະກົດ 1977 ​​ເຊິ່ງ​ເປັນ​ພື້ນ​ຖານ​ການ​ເມືອງ, ກົດໝາຍ​ທີ່​ສຳຄັນ​ ໃຫ້​ສອງ​ຝ່າ​ຍ​ເພີ່ມ​ທະວີ​ການ​ປັບປຸງ​ ​ແລະ ພັດທະນາ​ການ​ພົວພັນ​ຫວຽດນາມ - ລາວ​ຢ່າງຮອບດ້ານ ​ໃນ​ສະ​ໄໝ​ໃໝ່​ແຫ່ງ​ການກໍ່ສ້າງ, ພັດທະນາ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ສຸດສຳລັບ​ການ​ປະຕິວັດ​ຂອງ​ສອງ​ປະ​ເທດ, ຢືນຢັນ​ບົນ​ພື້ນຖານ​ທີ່​ໝັ້ນຄົງ​ຂອງຄວາມ​ສາມັກຄີ​ແລະມິດຕະພາບ​ທີ່​ບໍ່​ມີ​ສິ່ງ​ໃດ​ສັ່ນ​ຄອນ​ໄດ້ ລະຫວ່າງ​ປະຊາຊົນສອງປະ​ເທດ, ນ້ຳ​ໃຈ​ສະຫາຍ​ທີ່​ຍິ່ງ​ໃຫຍ່​ ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ທີ່ໄດ້​ຮັບ​ການ​ຫຼໍ່​ຫຼອມ​ໃນ​ຫຼາຍ​ສິບ​ປີ​ແຫ່ງ​ການຄຽງຂ້າງ​ກັນ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ​ເສລີພາບ. ສອງປະ​ເທດ​ຫວຽດນາມ​ແລະ​ລາວ ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ຮ່ວມ​ມື​ແລະຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ດ້ວຍ​ຄວາມ​ຮູ້ສຶກປອດ​ໂປ່​ງ​ແລະ​ບໍລິສຸດ​ໃຈ ​ເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ເອກະລາດ, ສັນຕິພາບ ​ແລະ ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ແຕ່ລະ​ປະ​ເທດ. 

ພາບ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ, ພາລະກິດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ເຊື່ອມ​ໂຍງ​ສາກົນ​ຂອງ​ແຕ່ລະ​ປະ​ເທດ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ, ​ໃນ​ນັ້ນ ສາຍ​ພົວພັນ​ຫວຽດນາມ - ລາວ​ໄດ້​ພັດທະນາ​ຢ່າງຕໍ່​ເນື່ອງຮອບດ້ານ ​ແລະ ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ. ການ​ພົວພັນ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ພັກ ​ແລະ ສອງ​ປະ​ເທດ ນັບ​ມື້​ນັບ​ສະ​ໜິດ​ສະ​ໜົມ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈກັນ, ​ເປັນ​ພື້ນຖານ​ທີ່​ໝັ້ນຄົງ ກຳນົດທິດ​ທາງ​ໃຫ້​ແກ່​ການ​ຮ່ວມ​ມື ໃນທຸກ​ຂົງ​ເຂດ​ລະຫວ່າງ​ສອງ​ປະ​ເທດ​​. ການຕິດ​ຕໍ່, ພົບ​ປະ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂອງ​ພັກ, ລັດ ​ແລະ ທ້ອງ​ຖິ່ນ​ຂອງສອງປະ​ເທດ​ ໄດ້​ຮັບ​ການດຳ​ເນີນ​ຢ່າງ​ເປັນ​ປະຈຳ. ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ ນັບ​ມື້​ນັບ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ບັນດາ​ອົງການ​ສັງຄົມ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງສອງປະ​ເທດ​ ນັບ​ມື້​ນັບ​ຟົດ​ຟື້ນ ​ແລະ ອຸດົມສົມບູນ. ຫຼາຍ​ໂຄງການ​, ​ແຜນ​ງານການ​ຮ່ວມ​ມືທີ່ສະ​ແດງ​ເຖິງມິດຕະພາບ​ທີ່​ຊື່ສັດ​ ແລະ ການ​ພົວພັນ​ພິ​ເສດລະຫວ່າງ​ຫວຽດນາມ - ລາວ ​ໄດ້​ຮັບ​ການສົ່ງ​ເສີມ​ຢ່າງ​ມີ​ປະສິດທິ​ຜົນ.​ ຕົວຢ່າງເຊັ່ນ: ຫໍ​ສະພາ​ແຫ່ງ​ຊາດ​ລາວທີ່​ເປີດນຳ​ໃຊ້​ໃໝ່​​ໃນ​ປີ 2021 - ຂອງຂວັນ​ຈາກ​ພັກ, ລັດ ​ແລະ ປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ແມ່ນໜຶ່ງໃນບັນດາສັນຍາລັກ ຂອງ​ສາຍ​ພົວພັນ​ແບບພິເສດລະຫວ່າງຫວຽດນາມ​ແລະລາວ ໃນໄລຍະການ​ປ່ຽນ​ແປງ​​ໃໝ່.

ການ​ຮ່ວມມື​ທາງ​ດ້ານການ​ປ້ອງ​ກັນ​ປະ​ເທດ​ແລະປ້ອງກັນ​ຄວາມ​ໝັ້ນຄົງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຫຼັກ​ທີ່​ສຳຄັນ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ. ສອງ​ປະ​ເທດ​ໄດ້​ປະສານ​ສົມທົບ​​ແລະ​ສະໜັບສະໜູນ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ​ໃນ​ການ​ຮັກສາ​ນຄວາມ​ໝັ້ນຄົງທາງ​ການ​ເມືອງ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃນ​ແຕ່ລະ​ປະ​ເທດ, ​ໂດຍ​ສະ​ເພາະ​ ໃນ​ການ​ປ້ອງ​ກັນ​ແລະ​ປາບ​ປາມ​ອາດຊະຍາ​ກຳ​ຂ້າມ​ຊາດ, ປັບປຸງ​ຮັດ​ແໜ້ນເສັ້ນ​ຊາຍ​ແດນລະຫວ່າງ​ສອງ​ປະ​ເທດທີ່​ເປັນ​ຊາຍ​​ແດນ​ແຫ່ງ​ສັນຕິພາບ ມິດຕະພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ. ດັ່ງ​ນັ້ນ, ​ເພີ່ມ​ທະວີ​ການ​​ພົວພັນ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ຢູ່​ບັນດາ​ທ້ອງ​ຖິ່ນ​ຊາຍ​ແດນ​ລະຫວ່າງສອງ​ປະ​ເທດ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໄດ້​ກາຍ​ເປັນ​ພື້ນ​ຖານ​ອັນ​ຍາວ​ນານ​ ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ແລະ ​ນັບ​ມື້​ນັບ​ດີ​ຂຶ້ນ. ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນ​ສະ​ເລ່ຍ 10% ຕໍ່​ປີ​ ໃນ​ໄລ​ຍະ 2016-2020. ​ເຖິງ​ຈະ​ຖືກຜົນ​ກະທົບ​ທາງ​ລົບ​ຢ່າງ​ຮ້າຍ​ແຮງ​ຈາກການ​ແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ກໍ່ຕາມ, ​ແຕ່​ການ​ແລກປ່ຽນ​ທາງ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2021 ກໍ່​ຍັງ​ເຕີບ​ໂຕ 33,3%, ບັນລຸ 1,37 ຕື້​ໂດ​ລາ​ສະຫະລັດ. ການ​ຮ່ວມ​ມື​ທາງ​ດ້ານ​ການ​ລົງທຶນ​ກໍ່​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຫຼວງ​ຫຼາຍ. ມາ​ເຖິງ​ປະຈຸ​ບັນ, ຫວຽດນາມ​ໄດ້​ລົງທຶນ​ເຂົ້າ​ໃນ 214 ​ໂຄງການ​ຢູ່​ປະ​ເທດລາວ ດ້ວຍ​ທຶນຈົດ​ທະບຽນ 5,33 ຕື້​ໂດ​ລາ​ສະຫະລັດ, ​ເປັນ​ອັນ​ດັບ 3 ​ໃນ​ກຸ່ມ​ປະ​ເທດ​ແລະ​ເຂດ​ແດນທີ່​ລົງທຶນ​​ໃນ​ລາວ. ບັນດາ​ໂຄງການ​ຂອງ​ຫວຽດນາມ​ຢູ່​ລາວກຳລັງ​ເສີມ​ຂະຫຍາຍປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ​ໄຟຟ້າ​ນ້ຳຕົກ, ​ໂຄງ​ສ້າງ​ພື້ນຖານ, ການບິນ, ການ​ເງິນ, ທະນາຄານ, ​ໂທລະຄົມມະນາຄົມ, ການ​ກະສິກຳ..., ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ເຊື່ອມຕໍ່​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ເທົ່ານັ້ນ, ແຕ່​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ ຂອງ​ແຕ່ລະ​ປະ​ເທດ. ພິ​ເສດ​ແມ່ນ​ໂຄງ​ການ​ທ່າ​ກຳ​ປັ່ນ​ສາ​ກົນ ຫວຽດ​ນາມ - ລາວ ຢູ່ ຫວຸງ​ອ໋າງ (ຮ່າ​ຕິ້ງ) ພ້ອມ​ກັບ​ບັນດາ​ໂຄງການການ​ຮ່ວມ​ມືຄົ້ນຄວ້າ​ແລະກໍ່ສ້າງ​ເສັ້ນທາງບົກ ​ແລະ ​ທາງ​ລົດ​ໄຟ​ຂ້າມ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ ຕາມ​​ແນວ​ແກນຕາ​ເວັນ​ອອກ-ຕາ​ເວັນ​ຕົກ ​ຈະ​ປະກອບສ່ວນ​ສຳຄັນ​ ເຂົ້າ​ໃນ​ການ​ຊ່ວຍ​​ໃຫ້​ລາວໃຊ້ປະ​ໂຫຍ​ດຈາກ​ການ​ຂົນ​ສົ່ງ​ທາງ​ທະ​ເລ ​ແລະ ເຂົ້າ​ເຖິງ​ເສັ້ນທາງເດີນ​ເຮື​ອ​ສາກົນ ​ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ຍຸດ​ທະ​ສາດ​ຂອງ​ລາວ ​ໃນ​ການ​ສູ້​ຊົນ​ໃຫ້​ກາຍ​ເປັນ​ສູນ​ກາງ​ການ​ຂົນ​ສົ່ງ​ (​ໂລ​ຈິ​ສະຕິ​ກ) ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້.

ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດຈາກ​ພັກ​ແລະລັດ ຂອງສອງປະ​ເທດ. ນັກຮຽນ​ລາວນັບໝື່ນຄົນໄດ້ຮ່ຳຮຽນ ແລະ ຄົ້ນຄວ້າຢູ່ຫວຽດນາມ, ພ້ອມດຽວກັນນັ້ນ, ລາວກໍ​ໄດ້​ຝຶກ​ອົບຮົມນັກຮຽນຫວຽດນາມຫຼາຍພັນຄົນ. ​ໃນ​ຖັນ​ແຖວ​ພະນັກງານ​ນີ້ ຫຼາຍ​ຄົນ​ໄດ້​ກາຍ​ເປັນ​ຜູ້ນຳ, ຜູ້ຈັດການ ແລະ ນັກຄົ້ນຄວ້າທີ່ດີເລີດ, ໄດ້ປະກອບສ່ວນສໍາຄັນຕໍ່​ການ​ພັດທະນາ​ຂອງແຕ່ລະປະເທດ.

ການຮ່ວມ​ມື​ດ້ານ​ທ້ອງ​ຖິ່ນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ສາທາລະນະ​ສຖກ, ວັດທະນະທຳ-ສັງຄົມ​ ໄດ້ຮັບ​ຜົນງານ​ທີ່​ຕັ້ງໜ້າ​ຫຼາຍ​ຢ່າງ. ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ລະຫວ່າງ​ສອງ​ປະ​ເທດ​ໃນ​ສອງ​ປີ​ທີ່​ຜ່ານ​ມາ ​ໄດ້​ຢືນຢັນ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ ໃນ​ສະຖາ​ນະ​ການ​ໃດ​ກໍ​ຕາມ, ຫວຽດ​ນາມແລະລາວ ຍາມ​ໃດ​ກໍ​​ຄຽງ​ບ່າ​ຄຽງ​ໄລ່​ກັນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນແລະກັນ.​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ໄດ້​ພະຍາຍາມ​ສຸດ​ຂີດ​ ເພື່ອ​ໃຫ້ການ​ສະໜັບສະໜູນ​ເຊິ່ງກັນ​ແລະກັນ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ ໃນ​ດ້ານ​ຊັບພະຍາກອນ, ອຸປະກອນ​ການ​ແພດ ​ແລະ ຢາ​ວັກ​ແຊງ ​ເພື່ອ​ຮັບ​ໃຊ້​ການ​ປ້ອງ​ກັນ​ແລະຄວບ​ຄຸມ​ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19.

ການ​ຮ່ວມ​ມືມິດຕະພາບ​ລະຫວ່າງ​ຫວຽດນາມ​ແລະ​ລາວບໍ່​ພຽງ​ແຕ່​ໄດ້​ພັດທະນາ​ຢ່າງຮອບດ້ານ​ແລະ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ​ໃນ​ຂອບ​ເຂດ​ສອງ​ຝ່າຍ​ເທົ່າ​ນັ້ນ, ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດລະຫວ່າງຫວຽດນາມ​ແລະລາວ ​ຍັງໄດ້​ຮັບ​ການ​ຢືນຢັນ​ໃນ​ລະດັບ​ຫຼາຍ​ຝ່າຍອີກ​ດ້ວຍ. ສອງ​ປະ​ເທດ​ແບ່ງ​ປັນຄວາມ​ຄ້າຍ​ຄື​ກັນ​ຫຼາຍ​ຢ່າ​ງ, ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ແລະ ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ແລະ​ເວທີ​ປາ​ໄສ​ສາກົນ, ​ເຊັ່ນ: ອົງການ​ສະຫະ​ປະຊາ​ຊາດ, ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ-​ເອີຣົບ (ACEM), ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS), ​ເຂດ​ສາມຫຼ່ຽມ​ພັດທະນາ​ ກຳປູ​ເຈຍ - ລາວ - ຫວຽດນາມ (CLV), ການ​ຮ່ວມ​ມື​ລະຫວ່າງ​ສີ່​ປະ​ເທດ ກຳ​ປູ​ເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​​ແມ່​ນ້ຳ​ສາມ​ສາຍ ອີຣະ​ວະ​ດີ-ເຈົ້າ​ພະ​ຍາ-ແມ່​ນ້ຳ​ຂອງ (ACMECS),... 

ຫວນຄືນປະຫວັດວິລະຊົນໃນຮອບ 60 ປີຜ່ານມາ, ຫວຽດນາມແລະລາວຍາມ​ໃດ​ກໍ່​ຮູ້ສຶກພາກພູມໃຈໃນການພົວພັນແບບພິເສດ, ທັງເປັນສະຫາຍ ແລະ ອ້າຍ​ນ້ອງ​ລະຫວ່າງ​ສອງປະເທດ. ນັ້ນ​ແມ່ນ​ສາຍ​ພົວພັນ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ປະທານ​ ໂຮ່ຈີ​ມິນ, ປະທານ ​ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ​ແລະ ​ໄດ້​ຮັບ​ການປັບປຸງ ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ການ​ນຳ​ຮຸ່ນຕ່າງໆ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ. ນັ້ນ​ແມ່ນ​ສາຍ​ພົວພັນ​ທີ່​ເກີດ​ຈາກມິດຕະພາບ​ທີ່​​​ຊື່​ສັດ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​​ຄຽງບ່າຄຽງ​ໄຫຼ່​ກັນ ​ໃນ​ການ​ຕໍ່ສູ້​​ເພື່ອຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ​ແລະ ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາປະ​ເທດໃນ​ທຸກ​ວັນ​ນີ້. ນັ້ນ​ກໍ່​ແມ່ນ​ສານ​ພົວພັນ​ທີ່​ຕອບ​ສະໜອງ​ຄວາມ​ປາຖະ​ໜາ​ອັນ​ແຮງ​ກ້າລວມກັນ ຂອງ​ປະຊາຊົນ​ສອງ​ປະ​ເທດ ກ່ຽວ​ກັບ​ຄວາມ​ສາມັກຄີ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ ບົນ​ຈິດ​ໃຈ​ມະນຸດອາລະຍະ​ທຳ “ການຊ່ວຍ​ເຫຼືອ​ເພື່ອນ​ຄື​ການຊ່ວຍ​ຕົນ​ເອງ”, ການ​ຮ່ວມ​ມື​ມິດຕະພາບ, ສະ​ເໝີ​ພາບ ​ແລະ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ການ​ພົວພັນ​ທີ່​ຊື່​ສັດ​ແລະ​ໂປ່​ງ​ໃສ​ລະຫວ່າງ​ສອງ​ພັກ​ແລະສອງ​ປະ​ເທດ ​ໄດ້​ກາຍ​ເປັນ​ສາຍ​ພົວພັນ​ທີ່​ຫາ​ຍາກ​ແລະເປັນ​ແບບຢ່າງ​ໃນ​ໂລກ, ດັ່ງ​ທີ່​ທ່ານ​ປະທານ ​ໄກສອນ ພົມວິຫານ ຢືນຢັນວ່າ ​ໃນ​ປະຫວັດສາດ​ຂອງ​ການ​ປະຕິວັດ​ໂລກ, ​ໄດ້​ມີ​ຕົວຢ່າງ​ທີ່​​ໃສ​ແຈ້ງ​ກ່ຽວ​ກັບ​ຈິດ​ໃຈ​ສາກົນ​ຂອງ​ຊົນ​ຊັ້ນກຳມາ​ຊີບ,​ ​ແຕ່​ບໍ່​ມີ​ບ່ອນ​ໃດ​ແລະບໍ່​ເຄີຍ​ມີ​ຄວາມ​ສາມັກຄີ​ແລະພັນທະ​ມິດ​ການ​ສູ້​ຮົບ​ທີ່​ພິ​ເສດ, ຍາວ​ນານ ​ແລະ ຮອບດ້ານ ຄື​ແນວ​ນີ້​ມາ​ກ່ອນ.  

​ໃນການສະ​ເຫຼີ​ມສະຫຼອງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ​ແລະ​ລາວ​ຄົບຮອບ 60 ປີ (5 ກັນຍາ 1962 - 5 ກັນ​ຍາ 2022) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ແລະການ​ຮ່ວມ​ມື​ລະຫວ່າງຫວຽດນາມ​ແລະລາວຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022), ສອງ​ປະ​ເທດ​ໄດ້​ແລະ​ກຳລັງ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວທີ່ຄຶກຄື້ນ​ແລະ​ແທດ​ຈິງ ດ້ວຍ​ເນື້ອ​ໃນ​ເລິກ​ເຊິ່ງ​ແລະກ້ວາງ​ຂວາງ ​​ໃນ​ສອງ​ປະ​ເທດ​ໃນ “ປີສາມັກຄີ​ມິດຕະພາບ​ຫວຽດນາມ-ລາວ, ລາວ-ຫວຽດນາມ 2022”. ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້ ​ບໍ່​ພຽງ​ແຕ່​ເຊີດ​ຊູ​ຄວາມ​ຍິ່ງ​ໃຫຍ່ ​ຂອງ​ການ​ພົວພັນ​​ແບບ​ພິ​ເສດ​ ລະຫວ່າງ​ຫວຽດນາມ​ແລະ​ລາວ​ເທົ່າ​ນັ້ນ, ​ແຕ່​ຍັງສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ ຂອງ​ການ​ນຳ​ຮຸ່ນຕ່າງໆ​ຂອງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ທີ່​ໄດ້​ສ້າງ ອະນຸ​ລັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຫວຽດນາມ-ລາວ ​ໃນຫຼາຍ​ທົດ​ສະ​ວັດ​ທີ່ຜ່ານມາ, ພ້ອມ​ກັນ​ນັ້ນ ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ຢ່າງກວ້າງຂວາງ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ຮຸ່ນໜຸ່ມ​ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ຊື່​ສັດ ​ແລະ ​ໂປ່​ງ​ໃສ​ລະຫວ່າງສອງພັກ ​ແລະ ສອງປະ​ເທດ, ຈາກ​ນັ້ນ ເພີ່ມ​ຄວາມ​ພາກພູມ​ໃຈ​ແລະຄວາມຕັດສິນ​ໃຈ ​ທີ່​ຈະທະນຸຖະໜອ​ມ,​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ ສາຍ​ພົວພັນ​ອັນ​ສັກສິດ​ແລະລ້ຳຄ່າ​ນີ້.

ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ, ຮ່ວມ​ກັນ​ສ້າງ​ອະນາຄົດ​ອັນ​ສົດ​ໃສ
​ຂອງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ​ແລະລາວ

ການ​ພົວພັນ​ຫວຽດນາມ - ລາວ ມີ​ຄວາມ​ສຳຄັນ​ສູງ​ສຸດ​ໃນ​ແນວທາງ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ແລະ​ລັດ​ຫວຽດນາມ. ພັກ, ລັດ ​ແລະ ​ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຮັບຮູ້​ຢ່າງ​ເລິກ​ເຊິ່ງວ່າ ​ແຕ່ລະ​ໄຊຊະນະ​ໃນ​ພາລະກິດ​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໃນພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຫວຽດນາມປະຈຸ​ບັນ ລ້ວນ​ແຕ່​ຕິດ​ພັນ​ກັບຄວາມ​ສາມັກຄີ, ການສະໜັບສະໜູນ ​ແລະ ການຊ່ວຍ​ເຫຼືອ​ຢ່າງ​ສຸດ​ອົກ​ສຸດ​ໃຈຂອງ​ພັກ, ລັດ ແລະ ປະຊາຊົນລາວ. ​ໃນ​ຫົວ​ໃຈ​ຂອງທຸກ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນຫວຽດນາມ ​ໄດ້​ຈາລຶກ​ຄຳແນະນຳ​ຂອງ​ປະທານ​ໂຮ່ຈີ​ມິນຕະຫຼອດ​ການ: “ສອງ​ຊາດຫວຽດລາວ​ໄດ້ ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ / ​ຮົ່ງ​ຮ່າທັງ​ແມ່​ຂອງ ບໍ່​ເລິກ​ປຸນ​ປານ​ໄດ້”(1).

​ໃນ​ຖານະ​ທີ່​ເປັນ​ສະຫາຍ​ແລະອ້າຍ​ນ້ອງ​ທີ່​ສະໜິດສະໜົມ, ພັກ, ລັດ ​ແລະ ປະຊາຊົນຫວຽດນາມ ຮູ້ສຶກ​ດີ​ໃຈທີ່​ສຸດ​ຕໍ່ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ພັກ, ລັດ ​ແລະ ປະຊາຊົນ​ລາວບັນລຸ​ໄດ້ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ, ຮັກສາ​ການ​ປ້ອງ​ກັນປະ​ເທດ​ແລະ​ຄວາມ​ໝັ້ນຄົງ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຫວຽດນາມຫວັງຢ່າງຈິງໃຈວ່າ ປະຊາຊົນລາວບັນດາເຜົ່າ ພາຍ​ໃຕ້​ການ​ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈະ​ປະສົບ​ຄວາມ​ສຳ​ເລັດ ​ໃນ​ການ​ສ້າງ​ປະ​ເທດລາວທີ່​ມີສັນຕິພາບ, ເອກະລາດ, ເອກະພາບ ແລະ ວັດທະນາ​ຖາວອນ, ມີ​ການ​ພົວພັນ​​ຕ່າງປະ​ເທດ​ທີ່​ເປີດ​ກວ້າງ, ມີ​ຖານະ​ບົດບາດ​ທີ່​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ເວທີ​ສາ​ກົນ.

ໂລກ​ແລະ​ພາກ​ພື້ນກຳລັງ​ຢູ່​ໃນ​ຄວາມຜັນ​ປ່ຽນ​ທີ່​ເລິກ​ເຊິ່ງ​ແລະ​​ສັບສົນ. ເຖິງ​ວ່າ ຫວຽດນາມ​ແລະລາວ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ແລະສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງຢູ່​ຂ້າງ​ໜ້າ, ​ແຕ່​ກໍ່​ມີໂອກາດ​ໃນ​ການ​ພັດທະນາ​ໃໝ່​ຫຼາຍ​ຢ່າງ. ຫວຽດນາມພວມ​ມານະ​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ສູ້​ຊົນ​ກາຍ​ເປັນ​ປະ​ເທດກຳລັງ​ພັດທະນາ​ທີ່​ມີ​ອຸດສາຫະກຳ​ທັນ​ສະ​ໄໝ, ມີ​ລາຍ​ໄດ້​ປານ​ກາງ​ສູງ​​ໃນ​ປີ 2030 ​ແລະ ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ​​ໃນ​ປີ 2045. ລາວ​ກຳລັງ​ອອກ​ແຮງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 11 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ດ້ວຍ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ແລະ ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ສີ​ຂຽວ, ສ້າງ​ສາ​ປະ​ເທດ​ລາວ​ໃຫ້​ມີ​ສັນ​ຕິ​ພາບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ, ​ເອກະ​ພາບ ແລະ​ ຈະ​ເລີນ​ຮຸ່ງ​ເຮືອງ.

ເພື່ອ​ໃຫ້​ບັນລຸ​ໄດ້​ວິ​ໄສ​ທັດ ​ແລະ ​ເປົ້າ​ໝາຍ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ຮຽກຮ້ອງ​ໃຫ້​ສອງພັກ ​ແລະ ສອງ​ປະ​ເທດ​ສືບ​ຕໍ່​ປົກປ້ອງ, ​ຮັກສາ ​ແລະ ພະຍາຍາມ​ສຸດ​ຂີດ ເພື່ອ​​ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ຫວຽດນາມ - ລາວ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ເພື່ອອະນາຄົດອັນສົດໃສຂອງທັງສອງຊາດ.

ຢາກ​ໄດ້​ຄື​ແນວ​ນັ້ນ, ຈຳ​ເປັນ​ຕ້ອງ​ປັບປຸງ​ແລະ​ເພີ່ມ​ທະວີ​ເສົາ​ຫຼັກ​ຂອງ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ລະຫວ່າງ​ຫວຽດນາມ​ແລະ​ລາວຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ສືບ​ຕໍ່​ມີ​ບົດ​ບາດ​ສຳ​ຄັນ ແລະ ​ເປັນ​ທິດ​ທາງ​​​ໃນ​ການ​ພົວ​ພັນ​ຮ່ວມ​ມື​ໂດຍລວມຕໍ່​ໄປ. ສອງ​ປະ​ເທດຕ້ອງ​ປັບ​ປຸງ​ການ​ພົວພັນຮ່ວມ​ມື​ຢ່າງ​ໝັ້ນຄົງ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ ​ໃນ​ຊ່ອງ​ທາງ​ພັກ, ລັດ, ທ້ອງ​ຖິ່ນ ​ແລະ ປະຊາຊົນ ​ເພື່ອເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ແລະຍຸດ​ທະ​ສາດ. ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ຮັກສາ​ຄວາມ​ໝັ້ນຄົງ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ​ເພື່ອປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ ຂອງ​ແຕ່ລະ​ປະ​ເທດ.

​ເປີດ​ກວ້າງ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ເຊື່ອມ​ໂຍງ​ເສດຖະກິດ, ​ໂຄງ​ສ້າງ​ພື້ນຖານ ​ເພື່ອ​ປັບປຸງຮາກ​ຖານ​ທີ່​ໝັ້ນ​ຄົງ​ຍາວນານ​ ຂອງ​ການພັວພັນ​ລະຫວ່າງ​ສອງ​ປະ​ເທດ. ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ຄະນະກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ - ລາວ, ຜັນ​ຂະຫຍາຍປະຕິບັດບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ​ບັນດາ​ສັນຍາ​ທີ່​ໄດ້​ລົງ​ນາມ​ຢ່າງ​ຈິງ​ຈັງ ​​ໃນ​ຈິດ​ໃຈທີ່​ວ່າ “​ເມື່ອ​ໄດ້​ລົງມື​ເຮັດ​ແມ່ນ​ຕ້ອງເຮັດ​ໃຫ້​ສຳ​ເລັດລຽບ​ລ້ອຍ”. ສືບ​ຕໍ່ລະດົມ​ແລະ​ນຳ​ໃຊ້​ແຫຼ່ງກຳລັງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ ​ແລະ ​ແຫຼ່ງທຶນ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ​ ເພື່ອ​ການ​ຮ່ວມ​ມື​​ແລະການ​ເຊື່ອມ​ຕໍ່​ ດ້ານ​ເສດຖະກິດລະຫວ່າງ​ຫວຽດນາມ​ແລະລາວ ​ໃນ​​ໂຄງ​ສ້າງ​ພື້ນຖານ​​ທັງ​ແບບ​ແຂງ ​ແລະ​ແບບອ່ອນ. ​ໃນ​ນັ້ນ, ​ໃຫ້​ບຸລິມະສິດ​ແກ່​ການ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ໂຄງ​ສ້າງ​ພື້ນຖານ​ທາງບົກ, ທາງ​ລົດ​ໄຟ, ພະລັງງານ, ​ໂທລະ​ຄົມມະນາຄົມ, ​ເສດຖະກິດ​ດິຈິ​ຕອນ, ການ​ເງິນ-ທະນາຄານ,... ການ​ເຮັດ​ຄື​ແນວ​ນີ້ຈະ​ຊຸກຍູ້​ການ​ເຊື່ອມ​ຈອດ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ແຕ່ລະ​ປະ​ເທດ.

ຄຽງ​ຄູ່​ກັນ​ນັ້ນ, ຕ້ອງ​ສືບ​ຕໍ່​ເປີດ​ກວ້າງ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ສາທາລະນະ​ສຸກ, ການທ່ອງທ່ຽວ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ສິ່ງ​ແວດ​ລ້ອມ, ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະອື່ນໆ ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ປະກອບສ່ວນ​ເພີ່ມ​ທະວີ​ແລະ​ເພີ່ມ​ຄວາມ​ໄດ້​ປຽບ​ເຊິ່ງກັນ​ແລະກັນ ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ສອງ​ປະ​ເທດ.

ສິ່ງໜຶ່ງທີ່ສໍາຄັນທີ່​ສຸດແມ່ນ ສອງ​ປະ​ເທດຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ​, ​ອົບຮົມ​ສຶກສາແລະບຳລຸງ​ສ້າງຫຼາຍ​ກວ່າ​ອີກ ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນຮຸ່ນໜຸ່ມ ​ກ່ຽວ​ກັບຄວາມ​ສຳຄັນ​ຍຸດ​ທະ​ສາດ​ຂອງ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ເພື່ອ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຂອງ​ແຕ່ລະ​ປະ​ເທດ.

​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ, ນຳ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ ໃນ​ໄລຍະການ​ພັດທະນາ​ໃໝ່​ຂອງ​ສອງ​ປະ​ເທດ, ພັກ, ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປ່ຽນ​​ແປງໃໝ່, ປັບປຸງບູລະນະ​ກົນ​ໄກ, ນະ​ໂຍບາຍ ​ແລະ ຈັດ​ຕັ້ງຊີ້​ນຳ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ ແລະ ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ​ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ສືບ​ຕໍ່​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ແນວ​ຄິດ​ຮ່ວມ​ມື ​ເພື່ອ​ມີ​ທິດ​ທາງ​ແລະມາດ​ຕະການ​ແບບ​ບຸກທະລຸ, ສ້າງ​ກຳລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ຮອບດ້ານ, ຍືນ​ຍົງ ​ແລະ ມີ​ປະສິດທິ​ຜົນ​ ຂອງ​ການ​ພົວພັນຫວຽດນາມ - ລາວ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ພາລະກິດ​ການ​ປະ​ຕິ​ວັດ​ຂອງ​ແຕ່ລະ​ປະ​ເທດ​ວາງ​ອອກ​ ໃນ​ສະພາບ​ການ​ໃໝ່.

ພາຍ​ໃຕ້​ການ​ນຳພາ​ຂອງ​ສອງ​ພັກ, ການ​ຊີ້ນຳ ​ຄຸ້ມ​ຄອງ ​​ແລະ ​ບໍລິຫານ​ຂອງ​ສອງ​ລັດຖະບານ, ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ​ຫວຽດນາມ​ແລະ​ລາວ ​ເສີມ​ຂະຫຍາຍ​ມູນ​ເຊື້ອການ​ຮ່ວມ​ມື​ອັນ​ດີງາມ, ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ, ພະຍາຍາມທຸກ​ວິທີ​ທາງ​ພ້ອມ​ກັບບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງຖິ່ນ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນຫວຽດນາມ-ລາວ ​ໃນ​ທຸກ​ຊ່ອງ​ທາງຂອງ​ການ​ທູດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ​ສອງ​ປະ​ເທດ. ກະຊວງ​ການ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິ​ບັດຂໍ້​ຕົກລົງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະ​ຊວງ ​ໄລຍະ​ປີ 2021-2025 ​ໃຫ້​ມີ​ປະສິດທິ​ຜົນ, ​ໃນ​ນັ້ນ ສຸມ​ໃສ່ຊຸກ​ຍູ້​ການ​ປະ​ສານ​ງານ​ໃນການ​ປະ​ຕິ​ບັດ​ການ​ທູດທາງ​ເສດ​ຖະ​ກິດ ແລະ ວັດທະນະທຳ, ຮັກສາ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ລະຫວ່າງສອງປະ​ເທດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການອົບຮົມ​ສຶດສາ, ບຳລຸງ​ສ້າງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ​ການ​ທູດ, ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ທີ່​​ກົນ​ໄກ ​ແລະ ​ເວທີ​ປາ​ໄສ​ສາກົນ, ​ແບ່ງປັນ​ປະສົບ​ການ​ໃນ​ການ​ຄົ້ນ​ຄ້ວາ​ຕ່າງປະ​ເທດ, ການສື່ສານ​​ຕ່າງປະ​ເທດ, ກິດຈະການກົງສຸນ ​ແລະ ການຄຸ້ມ​ຄອງ​ພົນລະ​ເມືອງ,...

ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ພົວ​ພັນ​ທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງສອງປະ​ເທດ, ສອງ​ຊາດ ຫວຽດ​ນາມແລະລາວ ໄດ້​ຮັບການກໍ່​ຕັ້ງ, ປົກ​ປັກ​ຮັກ​ສາ ແລະ ບຳ​ລຸງຄູນ​ສ້າງ ​ຈາກ​ການ​ນຳ​ຮຸ່ນ​ຕ່າງໆ​ຂອງ​ສອງ​ພັກ, ສອງລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ​ໄດ້​ຮັບ​ການ​ຫຼໍ່​ຫຼອມຜ່ານ​ສິ່ງ​ທ້າ​ທາຍ​ອັນຮ້າຍ​ແຮງຫຼາຍ​ຢ່າງ, ​ໄດ້ພັດທະນາ​ຢ່າງຮອບດ້ານ​ແລະ​ກວ້າງຂວາງເລິກ​ເຊິ່ງ ຢ່າງ​ຕໍ່​ເນື່ອງ, ກາຍ​ເປັນ​ຊັບ​ສິນ​ລວມອັນ​ລ້ຳ​ຄ່າ​ ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເປັນ​ກົດ​ເກນ​ແຫ່ງ​ການ​ດຳລົງ​ຄົງ​ຕົວ ​ແລະ ​ເປັນ​ປັດ​ໄຈ​ທີ່​ຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ການ​ປະຕິວັດ​ຂອງ​ສອງ​ປະ​ເທດ. ​ໃນ​ໄລຍະ​ການ​ພັດທະນາ​ໃໝ່​ຂອງ​ສອງ​ປະ​ເທດ, ນ້ຳ​ໃຈ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ​ແລະ​ລາວ ຍິ່ງ​ມີ​ຄວາມ​ສຳຄັນ​ກວ່າ​ເວລາ​ໃດ​ໝົດ ​ສຳລັບ​ທັງ​ສອງ​ປະ​ເທດ. ​​ເຖິງຈະ​ຫຍຸ້ງຍາກ ລຳບາກ​ປານ​ໃດກໍ່ຕາມ, ສອງ​ປະ​ເທດຫວຽດນາມ​ແລະລາວ ກໍ່​ຕັດສິນ​ໃຈທີ່​ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ເພື່ອ “​ຮັກສາ​ແລະປົກປ້ອງ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ-ລາວ ​ຄື​ປົກ​ປັກ​ຮັກສາ​​ແກ້ວ​ຕາຂອງ​ຕົນ​ເອງ”(2) ເຮັດ​ໃຫ້​ຄວາມ​ພົວພັນອັນ​ສັກສິດ​ລະຫວ່າງ​ຫວຽດນາມ​ແລະ​ລາວ ຂຽວສົດ​ງົດ​ງາມ​ແລະ​ຍືນ​ຍົງ​ຕະຫຼອດ​ໄປ, ​ເພື່ອການ​ພັດທະນາ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງຂອງ​ທັງ​ສອງ​ປະ​ເທດ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ./.

------------------------

(1) ​​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 14, ໜ້າ 55.

(2) ບົດ​ປາ​ໄສ​ຂອງ​ສະຫາຍ ຫງວຽນ ​ຝູຈ້ອງ ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ​ແລະ​ລາວ​ຄົບ​ຮອບ 55 ປີ (5 ກັນຍາ 1962 – 5 ກັນຍາ 2017) ​ແລະ ວັນ​ເຊັນ​ສົນ​ທະ​ສັນຍາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຫວຽດນາມ-ລາວ ຄົບຮອບ 40 ປີ (18 ກໍ​ລະ​ກົດ 1977 – 18 ກໍລະກົດ 2017), ໜັງສື​ພິມ​ຕຳຫຼວດປະຊາຊົນ​ເອ​ເລັກ​ໂຕຣນິກ, https://cand.com.vn/Su-kien-Binh-luan-thoi-su/Toan-van-cua-dong-chi-Tong-Bi-thu-Nguyen-Phu-Trong-tai-Le-ky-niem-55-nam-Ngay-thiet-lap-quan-he-ngoai-giao-va-40-nam-Ngay-ky-Hiep-uoc-Huu-nghi-va-Hop-tac-Viet-Nam-Lao-i440502/, ວັນ​ທີ 18 ກໍລະກົດ 2017.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 993 (​ເດືອນ​ກໍລະກົດ 2022)