ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນ
ການເຄື່ອນໄຫວຮ່ວມມືສາກົນໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ

ໂດຍ ປອ ເລ ຊວນດີ້ງ
ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
09:57, 19-12-2022

ວກ. - ຫວຽດນາມພວມຍູ້ແຮງ ແລະ ຍົກສູງປະສິດທິຜົນ ການເຄື່ອນໄຫວຮ່ວມມືສາ ກົນ ຢ່າງຮອບດ້ານ, ໃນນັ້ນ ມີຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ. ນີ້ແມ່ນໜຶ່ງໃນບັນດາໜ້າທີ່, ວິທີການແກ້ໄຂຈຸດສຸມ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເພື່ອເຮັດໃຫ້ ບັນດາເປົ້າໝາຍ, ຄວາມປາຖະໜາອັນແຮງກ້າ ໃນການພັດທະນາປະເທດ ໃຫ້ປາກົດຜົນເປັນຈິງ.

 

1- ໃນແຕ່ລະໄລຍະການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ວິທະຍາສາດແລະເຕັກໂນໂລຊີ ຍາມໃດກໍໄດ້ຮັບການກໍານົດວ່າ ເປັນກຸນແຈສຳຄັນ, ກໍາລັງຊຸກດັນ, ພື້ນຖານ ແລະ ໂຍບາຍແຫ່ງຊາດອັນດັບໜຶ່ງ. ວິທະຍາສາດ-ເຕັກໂນໂລຊີມີບົດບາດຫຼັກແຫຼ່ງ ໃນການພັດທະນາກໍາລັງການຜະລິດ ທີ່ທັນສະໄໝ, ປົກປັກຮັກສາ ຊັບພະຍາກອນ ແລະ ສິ່ງແວດລ້ອມ, ຍົກສູງສະມັດຖະພາບ ຄຸນນະພາບ ປະສິດທິຜົນ ອັດຕາການພັດທະນາ ແລະ ກໍາລັງແຮງໃນການແຂ່ງຂັນ ຂອງພື້ນຖານເສດຖະກິດ. ໃນນັ້ນ, ການເຄື່ອນໄຫວຮ່ວມມືສາກົນ ໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ ນັບມື້ນັບໄດ້ຖືເປັນສໍາຄັນ, ປະກອບສ່ວນເຂົ້າໃນການຍົກສູງລະດັບການຄົ້ນຄ້ວາພາຍໃນປະເທດ ຕາມມາດຕະຖານສາກົນ, ຫຼຸດຊ່ອງຫວ່າງດ້ານເຕັກໂນໂລຊີ ລະຫວ່າງຫວຽດນາມກັບໂລກ. ຍ້ອນແນວນັ້ນ, ບັນດາການເຄື່ອນໄຫວຮ່ວມມືສາກົນ ແມ່ນຊ່ອງທາງໜຶ່ງທີ່ສໍາຄັນທີ່ສຸດ, ສົມທົບກັບແຫຼ່ງກໍາລັງພາຍໃນ ເພື່ອປະຕິບັດສໍາເລັດ ບັນດາເປົ້າໝາຍ ແລະ ນະໂຍບາຍແຫ່ງຊາດ; ພ້ອມດຽວກັນນັ້ນ, ແມ່ນປັດໄຈໜຶ່ງ ໃນບັນດາການເຄື່ອນໄຫວການທູດ ຂອງປະເທດ ເມື່ອສັນຍາການຮ່ວມມືຮອບດ້ານ, ສັນຍາຄູ່ຮ່ວມມືຍຸດທະສາດຕ່າງໆ ລະຫວ່າງຫວຽດນາມກັບປະເທດຈຳນວນໜຶ່ງ ໄດ້ຖືເອົາວິທະຍາສາດ-ເຕັກໂນໂລຊີເປັນເສົາຄ້ຳ.

ສະຫາຍ ຫງວຽນ ຊວນຝຸກ, ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແລະ ທ່ານ ດາແຣນ ຕາງ, ຜູ້ອຳນວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເຂົ້າຮ່ວມພິທີປະດັບ ນາມະຍົດທູດໜຸ່ມຊັບສິນທາງປັນຍາຂອງ WIPO ໃຫ້ແກ່ກຸ່ມບັນດານັກປະດິດສ້າງໜຸ່ມ Vihelm (ໝວກກັນພະຍາດໂຄວິດ-19) _ພາບ: TTXVN

ກ່ອນຊຸມປີ 90 ຂອງສະຕະວັດທີ 20, ໃນໄລຍະເສດຖະກິດຂອງປະເທດ ຍັງມີ ຄວາມຫຍຸ້ງຍາກຫຼາຍ, ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ  ໄດ້ຊ່ວຍໃຫ້ ຫວຽດນາມ ຍາດແຍ່ງການຊ່ວຍເຫຼືອ ຂອງບັນດາປະເທດ ກ່ຽວກັບວັດຖຸອຸປະກອນ, ຝຶກອົບຮົມພະນັກງານເຕັກນິກ, ຜູ້ຊ່ຽວຊານ, ສ້າງພື້ນຖານວັດຖຸ ໃຫ້ແກ່ການຄົ້ນຄ້ວາ, ສ້າງປະຖົມປັດໄຈ ອັນສຳຄັນ ໃຫ້ແກ່ການພັດທະນາວິທະຍາສາດ-ເຕັກໂນໂລຊີ ໃນໄລຍະຕໍ່ມາ. ຜ່ານການຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປີດກ້ວາງຂົງເຂດການຮ່ວມມື ຕັ້ງແຕ່ການຄົ້ນຄ້ວາພື້ນຖານ ຈົນເຖິງການຄົ້ນຄ້ວາໝູນໃຊ້ ແລະ ຖ່າຍທອດເຕັກໂນໂລຊີ, ຕັ້ງແຕ່ການຈັດຕັ້ງກອງປະຊຸມສຳມະນາ, ການຝຶກອົບຮົມ ຈົນເຖິງການສະແດງເຕັກໂນໂລຊີ, ຫວຽດນາມໄດ້ປະກອບສ່ວນ ເຂົ້າໃນການແກ້ໄຂ ສະພາບການຂາດເຂີນແຫຼ່ງກຳລັງວິທະຍາສາດ-ເຕັກໂນໂລຊີ ໃນໄລຍະສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມຢູ່ເອີຣົບຕາເວັນອອກ ຖືກລົ້ມລະລາຍ; ຈາກນັ້ນ, ໄດ້ເພີ່ມທະວີ ພື້ນຖານວັດຖຸເຕັກນິກ ໃຫ້ແກ່ບັນດາອົງການຈັດຕັ້ງວິທະຍາສາດ-ເຕັກໂນໂລຊີ, ຍົກສູງລະດັບຄວາມຮູ້ຂອງພະນັກງານ, ຊຸກຍູ້ວິທະຍາສາດ-ເຕັກໂນໂລຊີໃນປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ ເທື່ອລະກ້າວ.

ນັບແຕ່ປີ 2000 ຈົນເຖິງປະຈຸບັນ, ການຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນ ໂລຊີ ໄດ້ໃຫ້ຄວາມສຳຄັນ ກັບຍຸດທະສາດພັດທະນາວິທະຍາສາດ-ເຕັກໂນໂລຊີ ແຫ່ງຊາດ ຢ່າງບໍ່ຢຸດຢັ້ງ. ພັກໄດ້ປະກາດໃຊ້ ເອກະສານທີ່ກ່ຽວພັນເຖິງວິທະຍາສາດ-ເຕັກໂນໂລຊີ ຢ່າງຫຼວງຫຼາຍ, ໃນນັ້ນ, ມີມະຕິກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ 11, ລົງວັນທີ 1 ພະຈິກ 2012, “ວ່າດ້ວຍການພັດທະນາວິທະຍາສາດ-ເຕັກໂນໂລຊີ ຮັບໃຊ້ພາລະກິດ ການຫັນເປັນອຸດສາຫະກຳແລະທັນສະໄໝ ໃນເງື່ອນໄຂ ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງສາກົນ” (ເອີ້ນຫຍໍ້ວ່າ ມະຕິສະບັບເລກທີ 20-ມຕ/ສກ). ມະຕິ ສະບັບເລກທີ 20-ມຕ/ສກ ໄດ້ກຳນົດທັດສະນະ, ເປົ້າໝາຍ, ໜ້າທີ່ ການຣ່ວມມືສາກົນ ດ້ານວິທະຍາສາດ-ເຕັກໂນໂລຊີ, ຊີ້ແຈ້ງ ຕ້ອງມີຄວາມເປັນເຈົ້າການເຊື່ອມໂຍງສາກົນ ຢ່າງຕັ້ງໜ້າ ເພື່ອອັບເດດ ຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຊີ ທີ່ກ້າວໜ້າຂອງໂລກ, ດຶງດູດແຫຼ່ງກຳລັງ ແລະ ຜູ້ຊ່ຽວຊານ, ຄົນຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ເຂົ້າຮ່ວມໃນໂຄງການວິທະຍາສາດ-ເຕັກໂນໂລຊີ ຂອງຫວຽດນາມ. ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ໃຫ້ນັກສຶກສາ, ນັກຄົ້ນຄ້ວາ, ນັກຝຶກງານ ຫຼັງຈາກໄດ້ຮັບການຝຶກອົບຮົມຢູ່ຕ່າງປະເທດແລ້ວ ກັບມາເຮັດວຽກໃນປະເພດ; ຜັນຂະຫຍາຍ ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີລະດັບຊາດ ກັບບັນດາປະເທດທີ່ມີຄວາມກ້າວໜ້າດ້ານວິທະຍາສາດ-ເຕັກໂນໂລຊີ, ເປັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ; ມີກົນໄກ, ນະໂຍບາຍບຸລິມະສິດ ກ່ຽວກັບການລົງທຶນ, ທີ່ດິນ, ໂຄງສ້າງພື້ນຖານ, ລະບຽບການບໍລິຫານ ແລະອື່ນໆ ເພື່ອສ້າງບາດກ້າວບຸກທະລຸ ໃນການດຶງດູດນັກວິທະຍາສາດ-ເຕັກໂນໂລຊີຫວຽດນາມ ຢູ່ຕ່າງປະເທດ, ນັກວິທະຍາສາດ-ເຕັກໂນໂລຊີຕ່າງປະເທດ ເຂົ້າຮ່ວມການເຄື່ອນໄຫວວິທະຍາສາດ-ເຕັກໂນໂລຊີ ໃຫວຽດນາມ.

ກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີ ສະບັບທຳອິດຂອງຫວຽນາມ ທີ່ ສະພາແຫ່ງຊາດຮັບຮອງໃນປີ 2000 ໄດ້ໃຊ້ໝວດໜຶ່ງສະເພາະ ສຳລັບການຮ່ວມມືສາກົນ (ໝວດທີ 5). ກົດໝາຍວ່າດ້ວຍວິທະຍາສາດແລະເຕັກໂນໂລຊີປີ 2013 ສືບຕໍ່ໃຊ້ໝວດທີ 8 ເພື່ອກຳນົດການເຄື່ອນໄຫວເຊື່ອມໂຍງສາກົນ ດ້ານວິທະຍາສາດ-ເຕັກໂນໂລຊີ. ບັນດາກົດໝາຍເຊັ່ນ ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ, ກົດໝາຍວ່າດ້ວຍເຕັກໂນໂລຊີສູງ ລ້ວນແຕ່ມີ ຂໍ້ກຳນົດກ່ຽວກັບການຮ່ວມມືສາກົນ ແລະ ຮູບແບບການເຄື່ອນໄຫວ ທີ່ກ່ຽວພັນເຖິງ ການຮ່ວມມືສາກົນ ຢ່າງຫຼວງຫຼາຍ. ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງວ່າດ້ວຍການຮັບຮອງໂຄງການ, ແຜນການວິທະຍາສາດ-ເຕັກໂນໂລຊີ ທີ່ເນັ້ນໜັກເຖິງບົດບາດຂອງການຮ່ວມມືສາກົນຢ່າງຫຼວງຫຼາຍ(1). ນາຍົກລັດຖະມົນຕີກໍໄດ້ຮັບຮອງ ແລະ ປະຕິບັດ 2 ແຜນການ ສຸມໃສ່ການຂຸດຄົ້ນທ່າແຮງຂອງການຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ນັ້ນແມ່ນແຜນການຮ່ວມມືໃນການຄົ້ນຄ້ວາສອງຝ່າຍ ແລະ ຫຼາຍຝ່າຍ ເຖິງປີ 2020 ແລະ ແຜນການຄົ້ນຫາ ແລະ ຖ່າຍທອດເຕັກໂນໂລຊີຕ່າງປະເທດ ເຖິງປີ 2020. ບັນດາແຜນການເປົ້າໝາຍແຫ່ງຊາດເຊັ່ນ: ແຜນການພັດທະນາຜະລິດຕະພັນແຫ່ງຊາດ, ແຜນການປ່ຽນແປງໃໝ່ເຕັກໂນໂລຊີ ແຫ່ງຊາດ, ແຜນການສາກົນກ່ຽວກັບການພັດທະນາເຕັກໂນໂລຊີສູງ ແລະອື່ນໆ ກໍໄດ້ເນັ້ນໜັກການເຄື່ອນໄຫວຮ່ວມມືສາກົນ ຄື: ກໍ່ສ້າງຊັບພະຍາກອນມະນຸດຕາມມາດຖານສາກົນ, ຄົ້ນຫາບັນດາເຄັດລັບດ້ານເຕັກໂນໂລຊີ ຈາກຕ່າງປະເທດ, ການຖອດລະກັດ ແລະ ຮຽນຮູ້ເປັນເຈົ້າເຕັກໂນໂລຊີ ເທື່ອລະຫ້າວ; ຊອກຮູ້, ຄົ້ນຫາຕະຫຼາດສາກົນ ໃຫ້ຜະລິດຕະພັນຂອງປະເທດ. ການຮ່ວມມືສາກົນແມ່ນໜຶ່ງໃນບັນດາວິທີການແກ້ໄຂທີ່ສຳຄັນ ເພື່ອປະຕິບັດໂຄງການໃຫ້ປະສົບຄວາມສຳເລັດ ໂດຍມີເປົ້າໝາຍໃນການຝຶກອົບຮົມ, ຍົກສູງຄວາມສາມາດ ແລະລະດັບຄວາມຮູ້ ໃຫ້ຖັນແຖວຜູ້ຊ່ຽວຊານໃນປະເທດ, ໃຊ້ປະໂຫຍດຈາກການຮ່ວມມືສາກົນ ເພື່ອສະໜັບສະໜູນການເພີ່ມຂີດຄວາມສາມາດ ໃນການທົດສອບຄຸນນະພາບຂອງຜະລິດຕະພັນ, ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສອງ​ຝ່າຍ​ໃນ​ການ​ຮັບ​ຮູ້​ເຊິ່ງ​ກັນ​ແລະ​ກັນ.      

ກົນໄກການເງິນມີການປ່ຽນແປງໃໝ່ຫຼາຍຢ່າງ, ປະກອບສ່ວນສ້າງແລວເສດຖະກິດທີ່ເປີດກວ້າງ ແລະ ເປັນເຈົ້າການ ສຳລັບການເຄື່ອນໄຫວຮ່ວມມືສາກົນ ດ້ານວິທະຍາສາດ-ເຕັກໂນໂລຊີ ໂດຍມີຈຸດປະສົງຍາດແຍ່ງເອົາເງິນທຶນ ແລະ ຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຊີທີ່ກ້າວໜ້າ ຂອງຕ່າງປະເທດ ເພື່ອເພີ່ມທະວີຄວາມສາມາດດ້ານວິທະຍາສາດ-ເຕັກໂນໂລຊີ ໃນປະເທດ, ສ້າງຕັ້ງຂະແໜງການອຸດສາຫະກຳຫຼັກຈຳນວນໜຶ່ງ. ການປ່ຽນແປງໃໝ່ເຫຼົ່ານັ້ນ ລວມມີຕັ້ງແຕ່ການເອື້ອອຳນວຍດ້ານພາສີອາກອນ (2) ຈົນເຖິງການສະໜອງທຶນສົມທັບໂດຍກົງ ເພື່ອດຶງດູດຄູ່ຮ່ວມມືຕ່າງປະເທດ ໃຫ້ເຂົ້າມາລົງທຶນ ເພື່ອພັດທະນາວິທະຍາສາດ-ເຕັກໂນໂລຊີ ໃນຫວຽດນາມ. ຕັ້ງແຕ່ປີ 2000, ຫວຽດນາມໄດ້ໃຊ້ເງິນຈາກງົບປະມານສະເພາະ ວິທະຍາສາດ-ເຕັກໂນໂລຊີ ເພື່ອເປັນທຶນສົມທົບ ໃນການດຳເນີນໂຄງການຮ່ວມມື ດ້ານການຄົ້ນຄ້ວາຮ່ວມ ກັບຄູ່ຮ່ວມມືຕ່າງປະເທດ. ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ແລະ ວິສາຫະກິດຫວຽດນາມ ໄດ້ຮັບການຊ່ວຍເຫຼືອງົບປະມານສ່ວນໜຶ່ງ ເພື່ອປະຕິບັດໂຄງການຮ່ວມມືຄົ້ນຄ້ວາວິທະຍາສາດ, ພັດທະນາ ຫຼື ປັບປຸງເຕັກໂນໂລຊີໃຫ້ສົມບູນ ກັບຄູ່ຮ່ວມມືຕ່າງປະເທດ. ເຄື່ອງມືນີ້ ໄດ້ດຶງດູດຄູ່ຮ່ວມມືຕ່າງປະເທດ ໃຫ້ຮ່ວມລົງທຶນ ເພື່ອປະຕິບັດຄຳໝັ້ນສັນຍາ ໃນການຮ່ວມມືກັບຫວຽດນາມ (ໄລ່ສະເລ່ຍໃນໄລຍະ 2000-2020, ເງິນລົງທຶນໜຶ່ງດົ່ງຂອງຫວຽດນາມ ສາມາດດຶງດູດທຶນຈຳນວນເກືອບ 4 ດົ່ງ ຈາກຄູ່ຮ່ວມມືຕ່າງປະເທດ ພ້ອມກັນລົງທຶນໃຫ້ແກ່ໂຄງການຄົ້ນຄວ້າ ແລະ ການຖ່າຍທອດເຕັກໂນໂລຊີ). ນອກຈາກນັ້ນ, ຫວຽດນາມໄດ້ມີນະໂຍບາຍປະກອບສ່ວນດ້ວຍເງິນ ໃຫ້ບັນດາອົງການຈັດຕັ້ງວິທະຍາສາດ-ເຕັກໂນໂລຊີສາກົນ ທີ່ຫວຽດນາມເປັນສະມາຊິກ.    

ຈົນເຖິງປະຈຸບັນ, ຫວຽດນາມໄດ້ຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ກັບເກືອບ 70 ອົງການສາກົນ ລະດັບຊາດແລະເຂດແດນ; ມີການລົງນາມສົນທິສັນຍາສາກົນຫຼາຍກວ່າ 150 ສະບັບ (ລະດັບລັດຖະບານ) ແລະຂໍ້ຕົກລົງການຮ່ວມມືສາກົນຫຼາຍກວ່າ 80 ສະບັບ (ລະດັບລັດຖະມົນຕີ) ເຊິ່ງສົນທິສັນຍາສາກົນເກືອບ 110 ສະບັບ ແລະ ຂໍ້ຕົກລົງການຮ່ວມມືສາກົນ 40 ສະບັບທີ່ຍັງມີຜົນບັງຄັບໃຊ້. ກະຊວງວິທະຍາສາດແລະເຕັກໂນໂລຊີມີບົດບາດເປັນອົງການປະສານງານຫຼັກ ໃນການຜັນຂະຫຍາຍສົນທິສັນຍາສາກົນ ແລະ ຂໍ້ຕົກລົງການຮ່ວມມືສາກົນ ແລະ ເປັນຈຸດສູນກາງສຳລັບການຮ່ວມມືຫຼາຍຝ່າຍ ກັບອົງການແລະ ເວທີປາໄສພາກພື້ນ ແລະ ສາກົນທີ່ສຳຄັນຫຼາຍແຫ່ງ ເຊັ່ນ: ປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN), ເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC), ອົງການຊັບສິນທາງປັນຍາໂລກ (WIPO), ອົງການພະລັງງານປະລະມານູສາກົນ (IAEA), ຄະນະ​ກຳມະການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ນຳ​ໃຊ້​ອະວະກາດ​ໂດຍ​ສັນຕິ (COPUOS), ເວທີປາໄສອົງການອະວະກາດພາກພື້ນອາຊີ-ປາຊີຟິກ (APRSAF), ອົງການເພີ່ມຜະລິດຕະພາບແຫ່ງອາຊີ (APO), ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ (UNESCO) ແລະອື່ນໆ ດ້ວຍການເຄື່ອນໄຫວຮ່ວມມືສາກົນສອງຝ່າຍແລະຫຼາຍຝ່າຍຫຼວງຫຼາຍ.  

ສາມາດເຫັນວ່າ ການຮ່ວມມືສາກົນໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ ໄດ້ ປະກອບສ່ວນອັນສຳຄັນ ເຂົ້າໃນການຍົກສູງລະດັບການຄົ້ນຄ້ວາຢູ່ພາຍໃນປະເທດ ຕາມມາດຕະຖານສາກົນ, ດຶງດູດການຖ່າຍທອດ ແລະ ມີຄວາມເປັນເຈົ້າ ເຕັກໂນໂລຊີທີ່ກ້າວໜ້າຈາກຕ່າງປະເທດ ຢ່າງແທ້ຈິງ, ໄດ້ຫຼຸດຊ່ອງຫວ່າງດ້ານເຕັກໂນໂລຊີກັບໂລກ, ປັບປຸງໂຄງສ້າງພື້ນຖານດ້ານເຕັກນິກໃຫ້ດີຂຶ້ນ ແລະ ເພີ່ມທະວີກຳລັງບົ່ມຊ້ອນ ດ້ານວິທະຍາສາດ-ເຕັກໂນໂລຊີ ໃຫ້ແກ່ຫວຽດນາມ.    

ຢ່າງໄດກໍຕາມ, ໂລກກຳລັງປ່ຽນແປງຢ່າງໄວວາ ເນື່ອງຈາກຜົນກະທົບຢ່າງແຂງແຮງ ຂອງການປະຕິວັດອຸດສາຫະກຳຄັ້ງທີສີ່. ບັນດາຜົນສຳເລັດທີ່ກ້າວກະໂດດ ໃນຂົງເຂດເຕັກໂນໂລຊີຊີວະພາບ, ລະບົບອັດຕະໂນມັດ, ຫຸ່ນຍົນ, ຄອມພິວເຕີຄວານຕັມ, ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່, ການຫັນເປັນດິຈິຕອນ, ເຕັກໂນໂລຊີພິຊິດອະວະກາດ, ວິທະຍາສາດອະວະກາດ ແລະອື່ນໆ ໄດ້ແລະກຳລັງກຳນົດບາດກ້າວຂອງມະນຸດຊາດຄືນໃໝ່, ເຮັດໃຫ້ມີການປ່ຽນແປງຮູບແບບການເຕີບໂຕ ຂອງບັນດາປະເທດ, ພິເສດແມ່ນ ວິທີທີ່ບັນດາປະເທດໃນໂລກ ເຊື່ອມຕໍ່ເຊິ່ງກັນແລະກັນ. ໃນສະພາບການນັ້ນ, ການປ່ຽນແປງໃໝ່ປະດິດສ້າງ ໄດ້ກາຍເປັນພາສາກາງທົ່ວໂລກ ພ້ອມດ້ວຍຄວາມຮູ້ທາງວິທະຍາສາດແລະເຕັກໂນໂລຊີຈຳນວນຫຼາຍທີ່ຫຼັ່ງໄຫຼໄປສູ່ທຸກມູມຂອງຊີວິດ. ຍ້ອນແນວນັ້ນ, ການຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ຕ້ອງໄດ້ຮັບຮູ້ຢ່າງກວມລວມ ແລະ ມີລັກສະນະຍຸດທະສາດ ຫຼາຍກ່ວາ ເພື່ອມີຄວາມເປັນເຈົ້າການໃນການ “ເປີດຊ່ອງທາງ” ໃຫ້ບັນດາແຫຼ່ງຄວາມຮູ້ ແລະ ເຕັກໂນໂລຊີກ້າວໜ້າ ເຂົ້າໃນປະເທດ, ປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດດຶງດູດຄວາມຮູ້ໃໝ່, ນຳເຂົ້າເຕັກໂນໂລຊີທັນສະໄໝ ຈາກຕ່າງປະເທດ, ນຳເອົາ ວິທະຍາສາດ-ເຕັກໂນໂລຊີໃນປະເທດ ເຂົ້າເຖິງວິທະຍາສາດ-ເຕັກໂນໂລຊີ ສາກົນ; ພ້ອມດຽວກັນນັ້ນ, ປະກອບສ່ວນເຂົ້າໃນການສະກັດກັ້ນ ເຕັກໂນໂລຊີທີ່ຫຼ້າຫຼັງ ຈາກຕ່າງປະເທດ, ຮັບປະກັນຄວາມໝັ້ນຄົງດ້ານເຕັກໂນໂລຊີຂອງຊາດ ແລະ ກາຍເປັນສະມາຊິກທີ່ມີຄວາມຮັບຜິດຊອບ ໃນປະຊາຄົມວິທະຍາສາດ-ເຕັກໂນໂລຊີ ຂອງໂລກ.

2- ໃນປະຈຸບັນ, ມີທ່າອ່ຽງຈຳນວນໜຶ່ງໃນໂລກ ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວ ຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ຂອງຫວຽດນາມ ຄືດັ່ງນີ້:

ທີໜຶ່ງໂລກສືບຕໍ່ເພີ່ມການໃຊ້ຈ່າຍໃຫ້ແກ່ການຄົ້ນຄ້ວາ ແລະ ພັດທະນາ. ເຖິງແມ່ນ ວ່າ ເສດຖະກິດຂອງໂລກ ພົບຄວາມຫຍຸ້ງຍາກດ້ານການເງິນກໍຕາມ (ພິເສດແມ່ນ ຍ້ອນຜົນ ຕາມມາທີ່ໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19), ແຕ່ຈຳນວນເງິນລົງທຶນທັງໝົດຂອງທົ່ວໂລກ ໃຫ້ແກ່ວິທະຍາສາດ-ເຕັກໂນໂລຊີ ບໍ່ຖືກຜົນກະທົບຫຼາຍ. ອັດຕາການເຕີບໂຕຂອງການລົງທຶນ ດ້ານວິທະຍາສາດ-ເຕັກໂນໂລຊີ ຍັງໄວກວ່າອັດຕາການເຕີບໂຕຂອງ GDP ໂລກ. ທ່າອ່ຽງທົ່ວໄປແມ່ນ ປະເທດສ່ວນໃຫຍ່ຍັງສືບຕໍ່ເພີ່ມການລົງທຶນດ້ານການຄົ້ນຄ້ວາແລະພັດທະນາ ຍ້ອນມີຄວາມຮັບຮູ້ຢ່າງຈະແຈ້ງເຖິງບົດບາດຂອງ ວິທະຍາສາດ-ເຕັກໂນໂລຊີ ຕໍ່ການພັດທະນາແບບຍືນຍົງ.

ທີສອງການພັດທະນາແລະການແກ່ງແຍ້ງຊັບພະຍາກອນມະນຸດດ້ານວິທະຍາສາດ-ເຕັກໂນໂລຊີ ທີ່ມີຄຸນນະພາບສູງນັ້ນ ນັບມື້ນັບຮຸນແຮງກ່ວາເກົ່າ. ບັນດາປະເທດຍາມໃດ ກໍຕ້ອງມີນະໂຍບາຍທີ່ເໝາະສົມ ເພື່ອດຶງດູດແລະຮັກສາຜູ້ມີລະດັບຄວາມຮູ້ມາປະເທດຂອງຕົນ, ລວມທັງຄວາມສົນໃຈ ເຖິງກະແສການເຄື່ອນຍ້າຍຂອງນັກສຶກສາ ແລະ ນັກວິທະຍາສາດຕ່າງປະເທດ.

ທີສາມ, ໂລກນັບມື້ນັບຖືເປັນສຳຄັນ ການຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ບົດບາດ​ຂອງ​ພາກ​ເອກະ​ຊົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ໃນ​ການ​ພັດທະນາ ​ແລະ ​ເຜີຍ​ແຜ່​ບັນດາ​ຄວາມ​ຮູ້​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນ​ທົ່ວ​ໂລກ. ສະນັ້ນ, ບັນດາປະເທດກຳລັງກ້າວໄປເຖິງ ການອີງໃສ່ຄວາມສາມາດປ່ຽນແປງໃໝ່ປະດິດສ້າງ ໃນວິສາຫະກິດຕ່າງໆ ເພື່ອຊຸກຍູ້ຄວາມສາມາດແຂ່ງຂັນຂອງປະເທດ ໃນຂອບເຂດທົ່ວໂລກ.

ທີສີ່ການຮ່ວມມືສາກົນດ້ານວິທະຍາສາດ-ເຕັກໂນໂລຊີ ນັບມື້ນັບກາຍເປັນກະແສຫຼັກ ແລະ ເປັນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ ເຖິງແມ່ນວ່າ ການແຂ່ງຂັນຍັງຄົງດຳເນີນຄວບຄູ່ກັນໄປໃນທຸກຂົງເຂດເສດຖະກິດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ສາທາລະນະສຸກ, ສິ່ງແວດລ້ອມ, ພະລັງງານ, ການສຶກສາ ແລະອື່ນໆ. ຮູບແບບການເຕີບໂຕໃໝ່ຍາມໃດກໍຖືເອົາເຕັກໂນໂລຊີເປັນໜຶ່ງ ໃນບັນດາປັດໄຈຫຼັກ ສຳລັບການເຕີບໂຕເສດຖະກິດ. ຄວາມຮູ້ທີ່ສະສົມຢູ່ໃນຄວາມສາມາດຄົ້ນຄວ້າ ແລະ ພັດທະນາຂອງປະເທດ ຈະເຮັດໃຫ້ເພີ່ມ ສະມັດຖະພາບການຜະລິດ ຂອງພື້ນຖານເສດຖະກິດ, ເພີ່ມມູນຄ່າຂອງມັນສະໝອງໃຫ້ກັບສັງຄົມ ກໍຄືສ້າງການສະທ້ອນແຜ່ກະຈາຍ, ປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດ ໃນການຜະລິດ ໃຫ້ແກ່ບັນດາປະເທດອື່ນໆ ເມື່ອນຳໃຊ້ຄວາມຮູ້ດັ່ງກ່າວ; ຍ້ອນແນວນັ້ນ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມື ເພື່ອໃຊ້ປະໂຫຍດຈາກໂອກາດການແຜ່ກະຈາຍ ຂອງເຕັກໂນໂລຢີ.   

ທີຫ້າຮູບການແລະເປົ້າໝາຍເຂົ້າຮ່ວມການຮ່ວມມືສາກົນດ້ານວິທະຍາສາດ - ເຕັກໂນໂລຊີໃນໂລກ ມີ​ຄວາມ​ຫຼາກ​ຫຼາຍ​ຫຼາຍ​ຂຶ້ນ, ຈາກການຮ່ວມມືຄົ້ນຄ້ວາວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ, ການຮ່ວມມືຮ່ວມກັນຂຽນປຶ້ມ ແລະ ບັນດາບົດຂ່າວທີ່ໄດ້ປະ ກາດໃນວາລະສານວິທະຍາສາດໂລກຕ່າງໆ, ເຂົ້າຮ່ວມກອງປະຊຸມ/ກອງປະຊຸມສຳມະນາ ສາກົນ, ເຂົ້າຮ່ວມບັນດາໂຄງການໃຫຍ່ ຮ່ວມຂະແໜງການ ກັບນັກວິທະຍາສາດທີ່ດີເດັ່ນຫຼາຍຄົນ; ສ້າງຕັ້ງສູນຄົ້ນຄ້ວາແລະພັດທະນາ ຢູ່ປະເທດທີ່ເປັນຄູ່ຮ່ວມມື, ສະໜອງທຶນການສຶກສາຄົ້ນຄ້ວາ, ຊຸກຍູ້ການແລກປ່ຽນ ແລະ ເຄື່ອນຍ້າຍປະຊາຄົມວິທະຍາສາດ-ເຕັກໂນໂລຊີຂ້າມຊາດ ແລະອື່ນໆ. ບັນດາມະຫາວິທະຍາໄລ ນັບມື້ນັບມີທີ່ຕັ້ງໃຈກາງ ໃນການຮ່ວມມືສາກົນ ດ້ານວິທະຍາສາດ-ເຕັກໂນໂລຊີ ຍ້ອນມີການດຶງດູດຊັບພະຍາກອນມະນຸດ, ເງິນທຶນ ແລະ ສາຍພົວພັນກັບບັນດາວິສາຫະກິດເຕັກໂນໂລຊີໃນໂລກ. ວິສາຫະກິດກຳລັງແລະຈະສືບຕໍ່ກາຍເປັນເປົ້າໝາຍ ທີ່ບໍ່ສາມາດຂາດໄດ້ ໃນການຖ່າຍທອດເຕັກໂນໂລຊີ, ຊ່ວຍເຫຼືອປະເທດທີ່ໄດ້ຕັ້ງສຳນັກງານ ເພື່ອພັດທະນາຄວາມສາມາດບົ່ມຊ້ອນ ດ້ານວິທະຍາສາດ-ເຕັກໂນໂລຊີ, ຊອກຫາ, ຝຶກອົບຮົມ ແລະ ຄັດເລືອກ ບຸກຄະລາກອນທີ່ມີລະດັບຄວາມຮູ້ ຢູ່ປະເທດທີ່ໄດ້ຕັ້ງສຳນັກງານ, ຮ່ວມສຳພັນກັບບັນດາມະຫາວິທະຍາໄລ ໃນການປະຕິບັດໂຄງການທົດລອງເຕັກໂນໂລຊີ. ບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານ ແລະ ກອງທຶນບໍ່ສະແຫວງຫາກຳໄລ ຂອງບັນດາຜູ້ໃຈບຸນ ພວມເຄື່ອນໄຫວຊ່ວຍເຫຼືອ ຫຼື ຊຸກຍູ້ການຮ່ວມມືສາກົນ ດ້ານວິທະຍາສາດ-ເຕັກໂນໂລຊີ ຢ່າງຫຼວງຫຼາຍ. ຊຸມ​ຊົນ​ນັກ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຢູ່​ຕ່າງ​ປະ​ເທດ ​ທີ່​ຮັກ​ຊາດ, ລວມ​ທັງ​ນັກ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ທີ່ເກັ່ງ ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ​ກັບ​ນັກ​ວິ​ທະ​ຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ ພາຍ​ໃນ​ປະ​ເທດ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຖ່າຍ​ທອດ​ຄວາມ​ຮູ້ ແລະ ເຕັກ​ໂນ​ໂລ​ຊີ.

ທີຫົກໂລກປະຈຸບັນພວມສ້າງຕັ້ງບັນດາໂຄງການວິທະຍາສາດ-ເຕັກໂນໂລຊີລະ ດັບພາກພື້ນແລະໂລກ ເພື່ອຮ່ວມແຮງກັນແກ້ໄຂບັນດາສິ່ງທ້າທາຍທີ່ມີລັກສະນະໂລ ກາພິວັດ, ມີຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການຄົງຕົວ ແລະ ພັດທະນາ ຂອງມະນຸດຊາດ ເຊັ່ນ: ໂລກລະບາດ, ການປ່ຽນແປງສະພາບພູມີອາກາດ, ສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ ແລະອື່ນໆ. ຄຽງຄູ່ກັນນັ້ນ, ທ່າອ່ຽງປະຈຸບັນແມ່ນ ຄວາມຮູ້ທ້ອງຖິ່ນແລະພາຍໃນ ຈະກາຍເປັນພາກສ່ວນໜຶ່ງ ໃນລະບົບຄວາມຮູ້ທົ່ວໂລກ. ບໍ່ມີປະເທດໃດມີບົດບາດເປັນພຽງຜູ້ໃຊ້ຄວາມຮູ້ທີ່ປະເທດອື່ນສ້າງຂຶ້ນເທົ່ານັ້ນ ແຕ່ຈຳເປັນຕ້ອງຮັບຜິດຊອບໃນການສ້າງຄວາມຮູ້ໃໝ່ ເພື່ອການພັດທະນາຕົນເອງ ແລະ ມະນຸດຊາດ.

3- ໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງຄືປະຈຸບັນນີ້, ເພື່ອພັດທະນາການຮ່ວມມືສາກົນ ດ້ານວິທະຍາສາດ-ເຕັກໂນໂລຊີ, ໃນຕໍ່ໜ້າ, ຕ້ອງເອົາ ໃຈໃສ່ບັນດາບັນຫາດັ່ງນີ້: 

ກ່ຽວກັບແນວທາງ, ແຜນນະໂຍບາຍ: ເຊື່ອມ​ໂຍງ​ການ​ຮ່ວມ​ມື​ສາກົນ​ດ້ານ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ເປັນ​ສ່ວນ​ໜຶ່ງ ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຊາດ, ສ້າງ​ຊ່ອງ​ທາງ​ການ​ສົມທົບ​ກັບ​ການ​ທູດ​ເສດຖະກິດ, ຄວາມ​ໝັ້ນຄົງ, ວັດທະນະທຳ ​ແລະ ການ​ສຶກສາ ເຂົ້າເປັນກຳລັງແຮງສັງລວມ ​ເພື່ອ​ດຶງ​ດູດ​ຄວາມ​ຮູ້ ​ແລະ ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ ເຂົ້າ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ. ໃນໄລຍະ 2020-2030, ສ້າງນະໂຍບາຍການທູດດ້ານວິທະຍາສາດ-ເຕັກໂນໂລຊີ; ເຮັດໃຫ້ວິທະຍາສາດ-ເຕັກໂນໂລຊີ ເປັນເສົາຫຼັກ ໃນສົນທິສັນຍາສາກົນ ແລະ ເອກະສານການຮ່ວມມືກັບປະເທດທີ່ເປັນຄູ່ຮ່ວມມືຍຸດທະສາດ ຫຼື ຄູ່ຮ່ວມມືຮອບດ້ານ ຂອງຫວຽດນາມ; ​ນຳເອົາ​ບາງ​ເນື້ອ​ໃນ​ຂອງ​ການ​ຮ່ວມ​ມື​ວິທະຍາສາດ ​ແລະ​ເຕັກ​ໂນ​ໂລ​ຊີ ​ເຂົ້າ​ໃນ​ສົນທິສັນຍາ​ສາກົນ​ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ເຂດ​ການ​ຄ້າ​ເສລີ​ສອງ​ຝ່າຍ​ແລະຫຼາຍ​ຝ່າຍ ເຊັ່ນ: ບໍລິການຄົ້ນຄ້ວາແລະພັດທະນາ, ດຶງດູດການ ລົງທຶນໃຫ້ແກ່ການຄົ້ນຄ້ວາແລະພັດທະນາ, ຖ່າຍທອດເຕັກໂນໂລຊີ; ເຊັນສັນຍາຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີແບບໃໝ່, ໃນນັ້ນ, ຮ່ວມກັນຖ່າຍທອດເຕັກໂນໂລຊີ, ການ​ປົກ​ປັກ​ຮັກສາ​ຊັບ​ສິນ​ທາງ​ປັນຍາ, ຂໍ້ຕົກລົງວ່າດ້ວຍການຍອມຮັບຮ່ວມກັນໃນມາດຖານ ການວັດແທກ ແລະ ຄຸນນະພາບຂອງສິນຄ້າ, ກົນໄກສົ່ງເສີມໃຫ້ວິສາຫະກິດຫວຽດນາມ ແລະ ຄູ່ຮ່ວມມື ເຂົ້າຮ່ວມການຮ່ວມມື ເພື່ອການພັດທະນາ ແລະ ການຖ່າຍທອດເຕັກໂນໂລຊີ.   

ກ່ຽວກັບການປະຕິບັດ: ບຸລິມະສິດສຸມໃສ່ກຸ່ມວຽກງານດັ່ງຕໍ່ໄປນີ້:

ທີໜຶ່ງການດຶງດູດເງິນທຶນຕ່າງປະເທດເຂົ້າມາລົງທຶນໃນການພັດທະນາວິທະຍາສາດແລະເຕັກໂນໂລຊີ ໃນຫວຽດນາມນັ້ນ ສະແດງອອກໃນຮູບແບບຕ່າງໆ ເຊັ່ນ: ການດຶງດູດຄວາມຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ສຳລັບໂຄງການທີ່ກ່ຽວພັນເຖິງວິທະຍາສາດແລະເຕັກໂນໂລຊີ (ການປ່ຽນແປງໃໝ່ເຕັກໂນໂລຊີ, ຊຸກຍູ້ຄວາມສາມາດປ່ຽນແປງໃໝ່ປະດິດສ້າງໃນວິສາຫະກິດ); ດຶງດູດວິສາຫະກິດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ດ້ວຍ​ເນື້ອ​ໃນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ; ດຶງດູດບັນດາທຸລະກິດລິເລີ່ມໃໝ່ (start-up) ດ້ວຍເຕັກໂນໂລຊີຈາກຕ່າງປະເທດ, ເຮັດໃຫ້ຫວຽດນາມກາຍເປັນສະຖານທີ່ທີ່ໜ້າສົນໃຈ ສຳລັບວິສາຫະກິດເຫຼົ່ານີ້ ໃນການຈັດຕັ້ງແລະເລີ່ມຕົ້ນທຸລະກິດ; ດຶງດູດກອງທຶນການລົງທຶນເຕັກໂນໂລຊີສູງທີ່ມີຄວາມສ່ຽງ ເຂົ້າ​ໃນ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ພາຍ​ໃນ​ປະ​ເທດ​; ຈາກນັ້ນ, ເພີ່ມຄຸນນະພາບຂອງກະແສການລົງທຶນຈາກຕ່າງປະເທດ, ສ້າງ​ຕັ້ງ​ກຸ່ມ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ໃໝ່, ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ; ຍົກສູງຄວາມສາມາດ​ຄົ້ນຄວ້າ ​ແລະ ພັດທະນາ ສຳລັບ​ບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ/ມະຫາວິທະຍາ​ໄລ​ ພາຍ​ໃນ​ປະ​ເທດ, ສ້າງ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຈຳນວນ​ໜຶ່ງ​ ທີ່​ມີ​ຄວາມ​ສາມາດ​ອອກ​ສູ່​ຕະຫຼາດ​ໂລກ.   

ທີສອງດຶງດູດເຕັກໂນໂລຊີສູງ, ເຕັກໂນໂລຊີແຫຼ່ງທີ່ກ້າວໜ້າ ຈາກຕ່າງປະເທດ ເຂົ້າມາໃນຫວຽດນາມ, ສະແດງອອກຜ່ານບັນດາຮູບການ ເຊັ່ນ: ດຶງດູດບັນດາກຸ່ມບໍລິສັດຂ້າມຊາດ ເຂົ້າມາສ້າງຕັ້ງສູນຄົ້ນຄ້ວາແລະພັດທະນາ ໃນຫວຽດນາມ ຫຼືລົງທຶນສ້າງຫ້ອງທົດລອງ, ສູນປ່ຽນແປງໃໝ່ປະດິດສ້າງ ໃນບັນດາມະຫາວິທະຍາໄລ/ສະຖາບັນຄົ້ນຄ້ວາ ພາຍໃນປະເທດ; ນຳເຂົ້າບັນດາເຕັກໂນໂລຊີທີ່ກ້າວໜ້າ ຂອງຕ່າງປະເທດ, ການຖອດ​ລະ​ຫັດ ການຮຽນຮູ້ ແລະ ການຮ່ວມເຂົ້າ ກັບຂະບວນການຜະລິດຜະລິດຕະພັນ ໃນປະເທດ; ການຄົ້ນຫາແລະການລະບຸເຕັກໂນໂລຊີ ເພື່ອຈາກນັ້ນ, ຜັນຂະຫຍາຍການເຄື່ອນໄຫວຊື້ຂາຍເຄັດລັບ ດ້ານເຕັກໂນໂລຊີ, ຊື້ສິດທິບັດ ຫຼື ລົງທຶນປັບປຸງເຕັກໂນໂລຊີຕ່າງປະເທດ ຈາກເງິນໃນປະເທດ; ດຳເນີນການເຄື່ອນໄຫວຮ່ວມມືພັດທະນາເຕັກໂນໂລຊີ ລະຫວ່າງສະຖາບັນ ຄົ້ນຄ້ວາ/ມະຫາວິທະຍາໄລ, ວິສາຫະກິດຕ່າງໆ ໃນປະເທດ ກັບຄູ່ຮ່ວມມືຕ່າງປະເທດ; ດຶງດູດເຕັກໂນໂລຊີທີ່ທັນສະໄໝ, ເຕັກໂນໂລຊີໃໝ່ ທີ່ໄດ້ສະແດງ, ແນະນຳ, ໂຄສະນາ ຢູ່ຫວຽດນາມ, ເຮັດໃຫ້ຫວຽດນາມກາຍເປັນສະຖານທີ່ຈັດເຫດການສະແດງເຕັກໂນໂລຊີ ທີ່ມີຊື່ສຽງຂອງໂລກ ເຊັ່ນ: ງານວາງສະແດງການບິນ-ອະວະກາດ, ເຕັກໂນໂລຊີອັດຊະລິຍະ, ຫຸ່ນຍົນ. ຈາກນັ້ນ, ຈະເປີດກ້ວາງການພົວພັນ, ການຖ່າຍທອດ ແລະ ເປັນເຈົ້າເຕັກໂນໂລຊີທີ່ກ້າວໜ້າຢູ່ຫວຽດນາມ, ເພີ່ມຄວາມສາມາດຮັບເອົາເຕັກໂນໂລຊີ ແລະ ກຳລັງແຮງແຂ່ງຂັນ ຂອງວິສາຫະກິດຫວຽດນາມ.   

ທີສາມດຶງດູດມັນສະໝອງດ້ານວິທະຍາສາດ-ເຕັກໂນໂລຊີ ຈາກໂລກ ເຂົ້າໃນຫວຽດນາມ, ພິເສດແມ່ນ ດຶງດູດນັກວິທະຍາສາດ-ເຕັກໂນໂລຊີຫວຽດນາມຢູ່ຕ່າງປະເທດ; ດຶງດູດບັນດາມະຫາວິທະຍາໄລ/ສະຖາບັນຄົ້ນຄ້ວາ/ວິສາຫະກິດເຕັກໂນໂລຊີຕ່າງປະເທດ ມາສ້າງຕັ້ງສະຖາບັນຄົ້ນຄ້ວາແລະພັດທະນາ ຢູ່ຫວຽດນາມ ແລະ ຈັດສົ່ງຜູ້ຊ່ຽວຊານແຖວ ໜ້າມາເຮັດວຽກ; ຊຸກຍູ້ໃຫ້ບັນດານັກວິທະຍາສາດ-ເຕັກໂນໂລຊີຫວຽດນາມທີ່ເຮັດວຽກ, ຄົ້ນຄ້ວາຕາມກຳນົດເວລາ ຢູ່ຫ້ອງທົດລອງຕ່າງໆ, ອົບຮົມສຶກສາລະດັບເໜືອມະຫາວິທະຍາໄລ ຢູ່ບັນດາມະຫາວິທະຍາໄລເຕັກໂນໂລຊີຊັ້ນນຳ ຢູ່ຕ່າງປະເທດ ເພື່ອຮັບເອົາວິທະຍາສາດ, ເຕັກນິກ, ເຕັກໂນໂລຊີໃໝ່; ດຶງດູດບັນດານັກວິທະຍາສາດ-ເຕັກໂນໂລຊີທີ່ດີເດັ່ນໃນໂລກ ມາຫວຽດນາມເຂົ້າຮ່ວມເຫດການວິທະຍາສາດ-ເຕັກໂນໂລຊີສາກົນຕ່າງໆ. ຈາກນັ້ນ, ເພີ່ມທະວີ ຄວາມສາມາດໃນການຄົ້ນຄ້ວາ, ເພີ່ມຈຳນວນບົດປະກາດທາງສາກົນ, ຍົກລະດັບພື້ນຖານ ວິທະຍາສາດ-ເຕັກໂນໂລຊີແຫ່ງຊາດ ຕາມມາດຕະຖານສາກົນ, ເພີ່ມທະວີການເຊື່ອມຕໍ່ ຂອງບັນດານັກວິທະຍາສາດ-ເຕັກໂນໂລຊີຫວຽດນາມ ເຂົ້າໃນລະບົບເຄືອຂ່າຍວິທະຍາສາດ ທົ່ວໂລກ, ສ້າງຜົນກະທົບແຜ່ກະຈາຍ ໃຫ້ແກ່ການເຄື່ອນໄຫວວິທະຍາສາດ-ເຕັກໂນໂລຊີ ພາຍໃນປະເທດ. 

ທີສີ່ການສົ່ງອອກມັນສະໝອງແລະເຕັກໂນໂລຊີຂອງຫວຽດນາມໄປສູ່ຕະຫຼາດສາກົນ ໂດຍສະແດງອອກໃນຮູບແບບຕ່າງໆ ເຊັ່ນ: ຈັດສົ່ງຜູ້ຊ່ຽວຊານດ້ານວິທະຍາສາດ-ເຕັກໂນໂລຊີ ໄປຕ່າງປະເທດ ໃນບັນດາຂົງເຂດວິທະຍາສາດ-ເຕັກໂນໂລຊີ ທີ່ຜູ້ຊ່ຽວຊານ ຫວຽດນາມ ໄດ້ແລະກຳລັງເຂົ້າເຖິງລະດັບສາກົນ ຄື: ສາທາລະນະສຸກ, ກະສິກຳ, ເຕັກໂນໂລຊີຊີວະພາບ, ວິທະຍາສາດພື້ນຖານ; ສົ່ງອອກການບໍລິການຄົ້ນຄ້ວາ ແລະ ພັດທະນາ; ຖ່າຍທອດເຕັກໂນໂລຊີ ຫຼື ສົ່ງອອກສິນຄ້າເຕັກໂນໂລຊີທີ່ມີກຳລັງແຮງໃນການແຂ່ງຂັນ ຈາກເຕັກໂນໂລຊີຫວຽດນາມ ຄຽງຄູ່ກັບບັນດາສິນຄ້າແລະບໍລິການອື່ນໆ.   

ທີຫ້າກາຍເປັນພາກສ່ວນໜຶ່ງທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ໃນບັນດາກິດຈະກຳທາງວິທະຍາສາດ-ເຕັກໂນໂລຊີ ຂອງພາກພື້ນແລະທົ່ວໂລກ. ຫວຽດນາມຕ້ອງປະກອບສ່ວນດ້ານການເງິນ ແລະ ນຳຜູ້ຊ່ຽວຊານຫວຽດນາມເຂົ້າຮ່ວມຢ່າງແຂງຂັນ ແລະກະຕືລືລົ້ນ ໃນອົງການວິທະຍາສາດ-ເຕັກໂນໂລຊີສາກົນ ທີ່ມີຊື່ສຽງ; ໃນບັນດາແຜນການ /ໂຄງການສາກົນທີ່ມີລັກສະນະປະຊາຄົນ ເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮັບມືກັບການປ່ຽນແປງພູມີອາກາດ, ການຄວບຄຸມໂລກລະບາດ ແລະອື່ນໆ; ບັນດາແຜນການ/ໂຄງການວິທະຍາສາດ-ເຕັກໂນໂລຊີໃຫຍ່ ຂອງໂລກກ່ຽວກັບອະວະກາດ, ອາກາດ, ວິທະຍາສາດພື້ນຖານ ແລະອື່ນໆ; ຈາກນັ້ນ, ປະກອບສ່ວນອັນສຳຄັນ ເຂົ້າໃນການຍົກສູງຮູບພາບພົວພັນຕ່າງປະເທດຂອງຫວຽດນາມ - ເປັນປະເທດທີ່ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ, ມີສຽງເວົ້າໃນບັນດາເວທີສາກົນ ຫຼາຍຝ່າຍກ່ຽວກັບວິທະຍາສາດ-ເຕັກໂນໂລຊີ ຢ່າງເປັນເຈົ້າການ, ມີຄວາມສາມາດດ້ານ ເຕັກໂນໂລຊີ ໃນການແກ້ໄຂບັນຫາຈຳນວນໜຶ່ງ ໃນລະດັບພາກພື້ນ ແລະ ທົ່ວໂລກ./.

--------------------------

(1) ເຊັ່ນ: ຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 735/ຕລ-ນຍ, ລົງວັນທີ 18 ພຶດສະພາ 2011, ວ່າດ້ວຍການຮັບຮອງໂຄງການເຊື່ອມໂຍງສາກົນດ້ານວິທະຍາສາດ - ເຕັກໂນໂລຊີ ເຖິງປີ 2020; ຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບເລກທີ 40/ຕລ-ນຍ, ລົງວັນທີ 7 ມັງກອນ 2016, ວ່າດວ້ຍການຮັບຮອງຍຸດທະສາດລວມຂອງການເຊື່ອມໂຍງ ສາກົນ ເຖິງປີ 2020, ວິໄສທັດເຖິງປີ 2030.

(2) ການນຳໃຊ້ເຕັກໂນໂລຊີສູງ, ເຕັກນິກທັນສະໄໝ, ການປົກປັກຮັກສາສິ່ງແວດລ້ອມ, ການລົງທຶນໃຫ້ແກ່ການຄົ້ນຄ້ວາແລະພັດທະນາ ແມ່ນບັນດາການບຸລິມະສິດ ຂອງຫວຽດນາມ ໃນການສົ່ງເສີມນັກລົງທຶນຕ່າງປະເທດ; ການຍົກເວັ້ນພາສີນຳເຂົ້າ ເພື່ອສ້າງຊັບສິນຄົງທີ່ ສຳລັບສິນຄ້ານຳເຂົ້າ ທີ່ກ່ຽວພັນກັບອຸປະກອນ ແລະເຄື່ອງຈັກ ໃນສາຍເຕັກໂນໂລຊີ; ການຍົກເວັ້ນພາສີນຳເຂົ້າສຳລັບສິນຄ້າທີ່ໃຊ້ເຕັກໂນໂລຊີທົດແທນ ແລະ ນະວັດຕະກຳ; ການຍົກເວັ້ນພາສີນຳເຂົ້າສຳລັບສິນຄ້າທີ່ໃຊ້ໂດຍກົງ ໃນການຄົ້ນຄ້ວາວິທະຍາສາດ ແລະ ການພັດທະນາເຕັກໂນໂລຊີ ລວມທັງເຕັກໂນໂລຊີທີ່ບໍ່ສາມາດສ້າງຂຶ້ນເອງໄດ້ໃນປະເທດ, ການຫຼຸດພາສີລາຍໄດ້ວິສາຫະກິດ ສຳລັບຄ່າໃຊ້ຈ່າຍໃຫ້ແກ່ ການເຄື່ອນໄຫວປ່ຽນແປງໃໝ່ເຕັກໂນໂລຊີ, ການຄົ້ນຄວ້າແລະພັດທະນາ ວິທະຍາສາດເຕັກໂນໂລຊີ, ຄ່າໃຊ້ຈ່າຍໃນການຊື້ສິດທິບັດ, ໃບອະນຸຍາດເຕັກໂນໂລຊີ ແລະອື່ນໆ.  

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 995 (ເດືອນສິງຫາ 2022)