ການກໍ່ສ້າງເສັ້ນຊາຍແດນມິດຕະພາບ, ການຮ່ວມມື ແລະ
ການພັດທະນາ ກັບບັນດາປະເທດເພື່ອນມິດລາວ, ກຳປູເຈຍ
ຢູ່ເຂດເຕິຍງວຽນ: ທິດທາງ ແລະ ວິທີການແກ້ໄຂ
ການພັດທະນາ ກັບບັນດາປະເທດເພື່ອນມິດລາວ, ກຳປູເຈຍ
ຢູ່ເຂດເຕິຍງວຽນ: ທິດທາງ ແລະ ວິທີການແກ້ໄຂ
ບັນດາກໍາລັງປ້ອງກັນຊາດແດນຫວຽດນາມ - ລາວ - ກໍາປູເຈຍ ລາດຕະເວນກວດກາ ຢູ່ຫຼັກໝາຍຊາຍແດນ ຂອງສາມແຍກຊາຍແດນສາມປະເທດ _ແຫຼ່ງພາບ: baodaknong.org.vn
ເຂດເຕິຍງວຽນປະກອບມີ 5 ແຂວງຄື: ກອນຕູມ, ຢາລາຍ, ດັກລັກ, ດັກນົງ ແລະ ເລິມດົ່ງ, ມີເນື້ອທີ່ປະມານ 54.600 ກມ2 ແລະ ປະຊາກອນປະມານ 2,2 ລ້ານຄົນ (ກວມເອົາ 15,6% ຂອງພົນລະເມືອງທົ່ວປະເທດ, ປີ 2019)(1).
ໂດຍໄດ້ຮັບການຂະໜານນາມເປັນ “ຫຼັງຄາແຫ່ງອິນດູຈີນ”, ຕັ້ງຢູ່ໃນເຂດສາມແຍກຊາຍແດນຂອງສາມປະເທດຫວຽດນາມ - ລາວ - ກໍາປູເຈຍ, ເຕິຍງວຽນ ເປັນ “ປະຕູ” ສູ່ເຂດ “ສາມຫຼ່ຽມພັດທະນາ” ຂອງຫວຽດນາມ - ລາວ - ກໍາປູເຈຍ.
ໃນຊຸມປີຜ່ານມາ, ພັກ ແລະ ລັດຫວຽດນາມ ຍາມໃດກໍຖືເຂດເຕິຍງວຽນ ເປັນເຂດຍຸດທະສາດສໍາຄັນທາງດ້ານເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງປະເທດ, ໄດ້ໃຫ້ບຸລິມະສິດໃນການພັດທະນາເຂດເຕິຍງວຽນ ກາຍເປັນ “ກໍາລັງຫຼັກແຫຼ່ງ” ຂອງພື້ນທີ່ “ສາມຫຼ່ຽມພັດທະນາ”. ເພື່ອບັນລຸຈຸດໝາຍດັ່ງກ່າວ, ໜຶ່ງໃນບັນດາໜ້າທີ່ໃຈກາງແມ່ນ ທັງຮັດແໜ້ນ ແລະ ປົກປັກຮັກສາເສັ້ນຊາຍແດນດິນຕໍ່ແຜ່ນກັບບັນດາປະເທດເພື່ອນລາວ, ກໍາປູເຈຍ ໃນເຂດເຕິຍງວຽນ ໃຫ້ມີສັນຕິພາບ, ສະ ຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຢູ່ຕະຫຼອດເວລາ, ພ້ອມທັງສ້າງເງື່ອນໄຂສະດວກ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ພົວພັນຄ້າຂາຍ, ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງພາກພື້ນ ໃຫ້ເກີດປະສິດທິຜົນສູງສຸດ ເພື່ອສາມາດປົວແປງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວເຂດເຕິຍງວຽນ ແລະ ບັນດາເຂດອ້ອມຂ້າງໃກ້ຄຽງເທື່ອລະກ້າວ. ນີ້ແມ່ນໜ້າທີ່ສໍາຄັນໜຶ່ງທີ່ມີລັກສະນະຄວບຄູ່, ໝາຍວ່າ ທັງຈັດຕັ້ງການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນຢ່າງດີ, ທັງແກ້ໄຂບັນດາບັນຫາທີ່ຄົງຄ້າງເທື່ອລະກ້າວ ເພື່ອສ້າງ ແລະ ປົກປ້ອງເສັ້ນຊາຍແດນທີ່ມີຄວາມຈະແຈ້ງ, ມີສະຖຽນລະພາບ.
ສະພາບຄວາມເປັນຈິງ ແລະ ບັນດາບັນຫາທີ່ຕັ້ງຂຶ້ນ
ເຂດເຕິຍງວຽນມີເສັ້ນຊາຍແດນທັງໝົດ 586,4 ກມ ໂດຍຜ່ານ 31 ຕາແສງຊາຍແດນ, ຂຶ້ນກັບ 12 ເມືອງ(2) ຂອງສອງປະເທດລາວ ແລະ ກໍາປູເຈຍ. ໃນຂະນະທີ່ຫວຽດນາມ ແລະ ລາວ ໄດ້ສໍາເລັດການກໍານົດເສັ້ນຊາຍແດນທັງທາງດ້ານພູມສາດຕົວຈິງ ແລະ ດ້ານນິຕິກໍາຢ່າງຄົບຖ້ວນ, ຫວຽດນາມ ແລະ ກໍາປູເຈຍ ຫາກໍສໍາເລັດການປັກຫຼັກໝາຍຊາຍແດນດິນຕໍ່ແຜ່ນ ໄດ້ປະມານ 84%. ໃນນັ້ນ, ຢູ່ເຂດເຕິຍງວຽນ, ສອງປະເທດໄດ້ປະຕິບັດສໍາເລັດປະມານ 312,8 ກມ, ຕ້ອງໄດ້ຮັບການແກ້ໄຂຕື່ມອີກປະມານ 119,4 ກມ (ໃນຈໍານວນເສັ້ນຊາຍແດນດິນຕໍ່ແຜ່ນ ລະຫວ່າງສອງປະເທດ ຍັງບໍ່ທັນສໍາເລັດການປັກຫຼັກໝາຍຊາຍແດນອີກປະມານ 213 ກິໂລແມັດ).
ໃນໄລຍະຜ່ານມາ, ອໍານາດການປົກຄອງທ້ອງຖິ່ນຂອງບັນດາປະເທດໄດ້ ແລະ ພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດເປັນຢ່າງດີ ບັນດານິຕິກໍາກ່ຽວກັບຊາຍແດນທີ່ໄດ້ລົງນາມ ລະຫວ່າງປະເທດຫວຽດນາມ ແລະ ປະເທດເພື່ອນມິດລາວ - ກໍາປູເຈຍ, ປະກອບມີ: ອະນຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍແຫ່ງຊາດຫວຽດນາມ - ລາວ (ປີ 2016); ສັນຍາວ່າດ້ວຍລະບຽບຂໍ້ກໍານົດຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນດິນຕໍ່ແຜ່ນ ລະຫວ່າງຫວຽດນາມ - ລາວ (ປີ 2016); ສັນຍາວ່າດ້ວຍລະບຽບຂໍ້ກໍານົດຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍ (ປີ 1983); ອະນຸສັນຍາວ່າດ້ວຍການປັກຫຼັກໝາຍຊາຍແດນດິນຕໍ່ແຜ່ນ ລະຫວ່າງຫວຽດນາມ - ກໍາປູເຈຍ (ປີ 2019),… ບັນດາກໍາລັງຮັບຜິດຊອບປ້ອງກັນຊາຍແດນຂອງສອງປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເປັນຢ່າງດີ ການແລກປ່ຽນ, ເກັບກໍາຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂບັນດາບັນຫາຄວາມໝັ້ນຄົງ ຢູ່ເຂດຊາຍແດນເປັນປົກກະຕິ, ບໍ່ປ່ອຍໃຫ້ເກີດມີບັນຫາທີ່ສັບສົນ ແລະ ແກ່ຍາວ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ເຂດຊາຍແດນ ແລະ ຫຼັກໝາຍຊາຍແດນໃນພື້ນທີ່ໄດ້ຮັບການປົກປ້ອງ ແລະ ມີຄວາມໝັ້ນຄົງ; ບັນດາຫຼັກໝາຍທີ່ເປ່ເພເສຍຫາຍ ຫຼື ມີຄວາມສ່ຽງສູງທີ່ຈະຖືກເຊາະເຈື່ອນ ກໍໄດ້ຮັບການກວດພົບຢ່າງທັນທ່ວງທີ ແລະ ລາຍງານຕໍ່ໜ່ວຍງານຮັບຜິດຊອບ ເພື່ອມີມາດຕະການແກ້ໄຂຢ່າງເໝາະສົມ. ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນເຂດຊາຍແດນ ກໍມີສະຖຽນລະພາບໂດຍພື້ນຖານ, ບໍ່ເກີດມີກໍລະນີສັບສົນ, ປະກອບສ່ວນປົກປ້ອງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.
ປັດຈຸບັນ, ເຂດເຕິຍງວຽນ ມີ 6 ດ່ານຊາຍແດນທີ່ພວມເຄື່ອນໄຫວປົກກະຕິ, ປະກອບມີ: 3 ດ່ານຊາຍແດນຮ່ວມກັບລາວ ແລະ 3 ດ່ານຊາຍແດນຮ່ວມກັບກໍາປູເຈຍ. ລະບົບດ່ານຊາຍແດນດິນຕໍ່ແຜ່ນ ຢູ່ເຂດເຕິຍງວຽນ ມີບົດບາດເປັນຂົວຕໍ່ຊຸກຍູ້ການຄ້າ ລະຫວ່າງເຂດເຕິຍງວຽນ ກັບບັນດາເຂດອະນຸພາກພື້ນແມ່ນໍ້າຂອງ, ລະຫວ່າງຫວຽດນາມ ແລະ ເພື່ອນມິດລາວ, ກໍາປູເຈຍ; ພ້ອມກັນນັ້ນ ກໍໝູນໃຊ້ບັນດາທ່າໄດ້ປຽບຂອງຄວາມອາດສາມາດບົ່ມຊ້ອນໃນແຕ່ລະທ້ອງຖິ່ນຊາຍແດນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃນເຂດຊາຍແດນ. ເຖິງຢ່າງໃດກໍຕາມ, ດ່ານຊາຍແດນຈໍານວນໜຶ່ງຢູ່ເຂດເຕິຍງວຽນ ຍັງບໍ່ທັນໄດ້ຮັບການລົງທຶນຢ່າງເໝາະສົມ ແລະ ເປັນລະບົບຈາກທັງສອງຝ່າຍ.
ໃນໄລຍະ 2 ປີ (2020 - 2021), ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ເກືອບວ່າທຸກຂົງເຂດການຮ່ວມມື ລະຫວ່າງຫວຽດນາມ ແລະ ສອງປະເທດເພື່ອນລາວ ແລະ ກໍາປູເຈຍ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເຊັ່ນ: ການເຄື່ອນໄຫວລົງທຶນ ແລະ ການຄ້າຂ້າມຊາຍແດນຖືກຢຸດສະຫງັກ, ບໍ່ສາມາດຈັດຕັ້ງປະຕິບັດໄດ້; ການເດີນທາງຂ້າມຊາຍແດນຖືກຈໍາກັດ ຍ້ອນນະໂຍບາຍປ້ອງກັນແລະ ຄວບຄຸມການແຜ່ລະບາດຂອງພະຍາດ ຈາກລັດຖະບານແຕ່ລະປະເທດ. ເຖິງຢ່າງໃດກໍຕາມ, ເພື່ອຜ່ານຜ່ານຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເຫຼົ່ານັ້ນ, ບັນດາກໍາລັງເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ມີການປະສານສົມທົບກັນຢ່າງແໜ້ນແຟ້ນ, ເອົາໃຈໃສ່ປະຕິບັດວຽກງານຊາຍແດນ ແລະ ດ່ານຊາຍແດນຢ່າງມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງວຽກງານປ້ອງກັນ ແລະ ຕ້ານພະຍາດລະບາດຂອງທັງ 3 ປະເທດ, ບໍ່ປ່ອຍປະໃຫ້ເກີດຜົນສະທ້ອນເຖິງຈຸດໝາຍການພັດທະນາເສດຖະກິດາ-ສັງຄົມ ແລະ ຍັງຮັບປະກັນການຄຸ້ມຄອງເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນໄດ້ເປັນຢ່າງດີ.
ຫຼັກການ ແລະ ການກໍານົດທິດທາງກໍ່ສ້າງເສັ້ນຊາຍແດນມິດຕະພາບ, ການຮ່ວມມື,
ການພັດທະນາຂອງຫວຽດນາມ ກັບບັນດາປະເທດເພື່ອນລາວ ແລະ ກໍາປູເຈຍ
ໃນວັນທີ 28 ກັນຍາ 2018, ກົມການເມືອງສູນກາງ ພັກກອມມູນິດຫວຽດນາມ ສະໄໝທີ 12 ໄດ້ອອກມະຕິສະບັບເລກທີ 33-NQ/TW ວ່າດ້ວຍຍຸດທະສາດປົກປ້ອງຊາຍແດນແຫ່ງຊາດ, ໃນນັ້ນ ໄດ້ກໍານົດຈຸດໝາຍລວມວ່າ: ກໍ່ສ້າງຊາຍແດນແຫ່ງຊາດທີ່ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ; ປົກ ປ້ອງຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການເພີ່ມທະວີວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ຢູ່ເຂດຊາຍແດນ ແລະ ໃນທົ່ວປະເທດ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ກໍານົດທິດທາງວຽກງານຄຸ້ມຄອງລັດ ຂອງບັນດາອົງການທີ່ກ່ຽວຂ້ອງ ກ່ຽວກັບບັນຫາດັ່ງກ່າວນີ້ ໃນສະພາບການໃໝ່, ລະອຽດຄື: “ເດັດດ່ຽວ, ຍຶດໝັ້ນການຕໍ່ສູ້ ແລະ ເອົາຊະນະທຸກກົນອຸບາຍ, ການກະທໍາທີ່ເປັນການແຊກແຊງຂອງບັນດາອິດທິກໍາລັງສັດຕູ…, ທີ່ລ່ວງລໍ້າຄວາມເປັນເອກະລາດ, ອໍານາດອະທິປະໄຕ, ຄວາມເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງແຫ່ງຊາດ… ຮັດແໜ້ນເສັ້ນຊາຍແດນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາ; ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກ່ຽວຂ້ອງເຖິງເສັ້ນຊາຍແດນທາງບົກ ກັບບັນດາປະເທດບ້ານໃກ້ເຮືອນຄຽງ”(3).
ໃນໄລຍະແຕ່ປີ 2021-2026, ທິດທາງ, ໜ້າທີ່, ຈຸດໝາຍ ແລະ ວິທີການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດເຕິຍງວຽນ ໄດ້ກໍານົດອອກໃນແຜນກໍານົດສັງລວມຍຸດທະສາດພັດທະນາເສດຖະກິດ-ສັງຄົມ 10 ປີ 2021-2030, ໂດຍໄດ້ເນັ້ນໜັກວ່າ: “ກໍ່ສ້າງທາງດ່ວນ ແລະ ຍົກລະດັບຕາໜ່າງຄົມມະນາຄົມ ພາຍໃນເຂດ, ບັນດາເສັ້ນທາງເຊື່ອມຈອດບັນດາແຂວງເຕິຍງວຽນ ກັບພາກຕາເວັນອອກສຽງໃຕ້, ເຂດຊາຍຝັ່ງທະເລພາກາງຕອນໃຕ້, ກັບພາກໃຕ້ຂອງລາວ ແລະ ພາກຕາເວັນອອກສຽງເໜືອຂອງກໍາປູເຈຍ. ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັບປະກັນການປ້ອງກັນຄວາມສະຫງົບໃນທຸກສະຖານນະການ”(4). ແລະ ເພື່ອສືບຕໍ່ກໍ່ສ້າງເຂດເຕິຍງວຽນ ໃຫ້ກາຍເປັນພື້ນທີ່ສົມກັບເປັນຍຸດທະສາດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເປັນເຂດເສດຖະກິດຈຸດສຸມຂອງປະເທດ, ໃນວັນທີ 14 ເມສາ 2022, ທ່ານນາຍົກລັດຖະມົນຕີ ໄດ້ອອກມະຕິຕົກລົງສະບັບເລກທີ 461/QD-TTg ວ່າດ້ວຍການຮັບຮອງເອົາໜ້າທີ່ການສ້າງແຜນກໍານົດພັດທະນາເຂດເຕິຍງວຽນ ໄລຍະແຕ່ປີ 2021-2030, ວິໄສທັດຮອດປີ 2050, ໂດຍມອບໃຫ້ບັນດາກະຊວງ, ຂະແໜງການຮັບຜິດຊອບລາຍງານກ່ຽວກັບສະພາບການຕົວຈິງ ແລະ ທິດທາງການພັດທະນາ ໃນບັນດາຂົງເຂດທີ່ຂຶ້ນກັບຂອບເຂດການຄຸ້ມຄອງຂອງກະຊວງ, ຂະແໜງການຂອງຕົນ.
ບັນດາຫຼັກການ ແລະ ທິດທາງ ເພື່ອກໍ່ສ້າງຊາຍແດນກັບບັນດາປະເທດບ້ານໃກ້ເຮືອນຄຽງ ຢູ່ເຂດເຕິຍງວຽນ ໃຫ້ກາຍເປັນແນວຊາຍແດນມິດຕະພາບ, ການຮ່ວມມື ແລະ ພັດທະນາ:
ໜຶ່ງ, ເພີ່ມທະວີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ປັບປຸງ, ເພີ່ມທະວີກ້ອນມະຫາສາມັກຄີແຫ່ງຊາດ ໃນພາລະກິດປົກປ້ອງອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ແນວຊາຍແດນແຫ່ງຊາດ.
ການຄຸ້ມຄອງ ແລະ ປົກປ້ອງອໍານາດອະທິປະໄຕ, ແນວຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ ແມ່ນໜ້າທີ່ສໍາຄັນເປັນຢ່າງຍິ່ງ ຂອງທົ່ວປະເທດ. ໃນສະພາບການປັດຈຸບັນ, ການເພີ່ມທະວີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ກ່ຽວກັບຊາຍແດນອານາເຂດ ຕ້ອງສົມທົບຢ່າງແໜ້ນແຟ້ນ ກັບການຈັດຕັ້ງປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ; ພ້ອມກັນນັ້ນ, ຕ້ອງກໍ່ສ້າງ, ປັບປຸງຮາກຖານການເມືອງ, ສັງຄົມ ຢູ່ບັນດາເມືອງ, ຕາແສງຊາຍແດນ ໃຫ້ເຂັ້ມແຂງໜັກແໜ້ນ; ຖືສໍາຄັນການຍົກສູງຄວາມຮູ້, ບໍາລຸງສ້າງຄວາມອາດສາມາດຂອງຖັນແຖວພະນັກງານ, ສະມາຊິກພັກໃນການຄຸ້ມຄອງ, ປົກປ້ອງອໍານາດອະທິປະໄຕ ຜືນແຜ່ນດິນອານາເຂດ, ຊາຍແດນແຫ່ງຊາດ, ຈາກນັ້ນ ເພີ່ມທະວີ ແລະ ຍົກສູງຄຸນນະພາບການນໍາພາຂອງອົງການຈັດຕັ້ງພັກ, ການຄຸ້ມຄອງລັດ ກ່ຽວກັບຊາຍແດນອານາເຂດ.
ຈາກຈຸດພິເສດດ້ານພົນລະເມືອງ ຢູ່ເຕິຍງວຽນ, ບັນຫາການເພີ່ມທະວີ ແລະ ປັບປຸງກ້ອນມະຫາສາມັກຄີແຫ່ງຊາດ, ກໍ່ສ້າງ “ທ່າສະໜາມຈິດໃຈປະຊາຊົນ” ໃຫ້ໝັ້ນຄົງ ແມ່ນໜ້າທີ່ທີ່ຕ້ອງໄດ້ຖືສໍາຄັນ, ເປັນພື້ນຖານໃຫ້ແກ່ການກໍ່ສ້າງທ່າສະໜາມປ້ອງກັນຊາດທົ່ວປວງຊົນ ແລະ ຄວາມສະຫງົບທົ່ວປວງຊົນ. ວຽກງານອັນຮີບດ່ວນໃນສະເພາະໜ້ານີ້ ແມ່ນ ການຮັກສາສະຖຽນລະພາບການປູກຝັງ ແລະ ການຕັ້ງຖິ່ນຖານຂອງປະຊາຊົນຊົນເຜົ່າສ່ວນໜ້ອຍ ຢູ່ເຂດເຕິຍງວຽນ, ຈໍາກັດສະພາບການຍ້າຍຄົວແບບເສລີ, ໂດຍຜ່ານການມອບດິນ, ມອບປ່າໃຫ້ແຕ່ລະຄອບຄົວ, ແຕ່ລະບ້ານ, ສົມທົບລະຫວ່າງການປົກປັກຮັກສາປ່າ ກັບການປົກປ້ອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ພາຍໃຕ້ການແນະນໍາຂອງອົງການ, ກໍາລັງຮັບຜິດຊອບທ້ອງຖິ່ນ. ຄຽງຄູ່ກັນນັ້ນ, ຕ້ອງຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມສະຕິຄວາມຮັບຜິດຊອບ, ຍົກລະດັບຄວາມຮູ້ໃຫ້ປະຊາຊົນ, ໂດຍສະເພາະແມ່ນຜູ້ອາວຸໂສໃນບ້ານ, ປະທານບ້ານ, ຜູ້ມີອິດທິພົນໃນວົງຄະນາຍາດ, ພີ່ນ້ອງຮ່ວມຊາດບັນດາຊົນເຜົ່າທີ່ດໍາລົງຊີວິດອາໄສ ຢູ່ໃນເຂດຊາຍແດນ ກ່ຽວກັບການປົກປ້ອງຊາຍແດນ ແລະ ການພັດທະນາເສດຖະກິດ-ສັງຄົມໃນເຂດຊາຍແດນ, ຫຼີກລ່ຽງບໍ່ໃຫ້ຖືກສວຍໃຊ້, ຊັກຈູງຈາກບັນດາອິດທິກໍາລັງປໍລະປັກສັດຕູ ແລະ ປະຕິການ.
ສອງ, ສົມທົບຢ່າງແໜ້ນແຟ້ນ ແລະ ກົມກຽວ ລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ກໍານົດວ່າ: “ສົມທົບຢ່າງແໜ້ນແຟ້ນ, ມີປະສິດທິຜົນ ລະຫວ່າງເສດຖະກິດ, ວັດທະນະທໍາ, ສັງຄົມ, ການຕ່າງປະເທດ ກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະຫວ່າງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບເສດຖະກິດ, ວັດທະນະທໍາ, ສັງຄົມ ແລະ ການຕ່າງປະເທດ”(5). ເຕິຍງວຽນເປັນໜຶ່ງໃນເຈັດເຂດເສດຖະກິດຈຸດສຸມຂອງທົ່ວປະເທດ, ພ້ອມກັນນັ້ນ ກໍເປັນພື້ນທີ່ຍຸດທະສາດສໍາຄັນພິເສດ ໃນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເປັນສູນກາງຂອງເຂດ “ສາມຫຼ່ຽມພັດທະນາ”. ດ້ວຍເຫດນັ້ນ, ການກໍ່ສ້າງເສັ້ນຊາຍແດນມິດຕະພາບ, ການຮ່ວມມື ແລະ ການພັດທະນາ ກັບບັນດາປະເທດເພື່ອນລາວ, ກໍາປູເຈຍ ຢູ່ເຂດເຕິຍງວຽນ ຈຶ່ງຮຽກຮ້ອງໃຫ້ມີການສົມທົບຢ່າງແໜ້ນແຟ້ນ, ກົມກຽວ ລະຫວ່າງປັດໄຈປ້ອງກັນຊາດ - ປ້ອງກັນຄວາສະຫງົບ ກັບປັດໄຈເສດຖະກິດ - ສັງຄົມ. ສິ່ງດັ່ງກ່າວນີ້ ມັນຈະປະກອບສ່ວນເສີມຂະຫຍາຍກໍາລັງແຮງສັງລວມ, ທັງຮັບປະກັນໃຫ້ແກ່ການປົກປ້ອງອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ; ພ້ອມທັງປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນທີ່ດໍາລົງຊີວິດອາໄສ ຢູ່ຕາມສອງເຂດຊາຍແດນ.
ຕາມເນື້ອໃນຈິດໃຈດັ່ງກ່າວ, ອໍານາດການປົກຄອງທ້ອງຖິ່ນຊາຍແດນແຕ່ລະຂັ້ນ ຕ້ອງ: ສ້າງນະໂຍບາຍໃຫ້ບຸລິມະສິດ, ນະໂຍບາຍໃຫ້ສິດທິພິເສດໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ກັບເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ; ຄົ້ນຄວ້າ, ລົງທຶນກໍ່ສ້າງບັນດາກິດຈະການຕ່າງໆ ທີ່ທັງຮັບໃຊ້ແກ່ການຄຸ້ມຄອງ, ປົກປ້ອງຊາຍແດນ, ພ້ອມທັງຮັບໃຊ້ແກ່ການດໍາລົງຊີວິດຂອງປະຊາຊົນຕາມແນວຊາຍແດນ; ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ປະກອບເຄື່ອງມືອຸປະກອນໃຫ້ເຂດດ່ານຊາຍແດນ; ດໍາເນີນການວາງແຜນຜັງດ່ານຊາຍແດນດິນຕໍ່ແຜ່ນ, ວາງແຜນກໍານົດພັດທະນາເສດຖະກິດເຂດຊາຍແດນໃຫ້ແຕ່ລະແຂວງ, ແຕ່ລະເຂດ (ທັງກະສິກໍາ, ປ່າໄມ້, ອຸດສາຫະກໍາ, ການບໍລິການ ຕາມສາມລະດັບ: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ).
ສາມ, ປັບປຸງບັນດາກົນໄກຊີ້ນໍາການຈັດຕັ້ງຜັນຂະຫຍາຍວຽກງານຊາຍແດນ ແລະ ເພີ່ມທະວີການກໍ່ສ້າງກໍາລັງຮັບຜິດຊອບການປົກປ້ອງຊາຍແດນ.
ເຊື່ອມຊຶມ, ກໍາແໜ້ນ ແລະ ປະຕິບັດຢ່າງເຂັ້ມງວດ ຕາມທັດສະນະ, ແຜນນະໂຍບາຍຂອງພັກ, ລັດ ກ່ຽວກັບອໍານາດອະທິປະໄຕ, ຊາຍແດນແຫ່ງຊາດ, ກໍຄືບັນດາບົດບັນທຶກ, ການຕົກລົງເຫັນດີເປັນເອກະພາບ ໃນກອບບັນດາກົນໄກການຮ່ວມມືສອງຝ່າຍ ກ່ຽວກັບຊາຍແດນຫວຽດນາມ - ລາວ, ຫວຽນາມ - ກໍາປູເຈຍ.
ໃນສະພາບການໃໝ່, ຕໍ່ກັບບັນດາກໍາລັງຮັບຜິດຊອບໃນພື້ນທີ່, ຕ້ອງສືບຕໍ່ປັບປຸງ, ກໍ່ສ້າງຕາມທິດຮອບດ້ານ, ເປັນລະບົບປົກກະຕິ, ຄົບຊຸດ ແລະ ນັບມື້ຍິ່ງມີຄວາມທັນສະໄໝ ທັງທາງດ້ານການຈັດຕັ້ງ ແລະ ເຄື່ອງມືອຸປະກອນ. ກໍາແໜ້ນລະບົບເອກະສານນິຕິກໍາສອງຝ່າຍ ແລະ ລະບຽບກົດໝາຍໃນປະເທດ ແນໃສ່ຮັບປະກັນປະຕິບັດສໍາເລັດຜົນເປັນຢ່າງດີ ໃນການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ປົກປ້ອງຄວາມເປັນເອກະລາດ, ອໍານາດອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ສະກັດກັ້ນບໍ່ໃຫ້ເກີດຄວາມສ່ຽງການປະທະແຕ່ຫົວທີ, ແຕ່ໄກ.
ສີ່, ສືບຕໍ່ເສີມຂະຫຍາຍບົດບາດຂອງຜູ້ມີຊື່ສຽງຢູ່ເຂດຊົນເຜົ່າສ່ວນໜ້ອຍ.
ຜູ້ສູງອາຍຸ, ປະທານບ້ານ, ຜູ້ມີອິດທິພົນພາຍໃນບ້ານ ເວລາໃດກໍມີບົດບາດເປັນຂົວຕໍ່ ລະຫວ່າງອໍານາດການປົກຄອງຂັ້ນຮາກຖານ ແລະ ພີ່ນ້ອງຮ່ວມຊາດຊົນເຜົ່າສ່ວນໜ້ອຍ, ປະກອບສ່ວນນໍາເອົາແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ເຂົ້າສູ່ການດໍາລົງຊີວິດຂອງວົງຄະນາຍາດພີ່ນ້ອງຮ່ວມຊາດຊົນເຜົ່າສ່ວນໜ້ອຍ, ຈາກນັ້ນ ກໍປະກອບສ່ວນບໍ່ໜ້ອຍ ເຂົ້າໃນພາລະກິດກໍ່ສ້າງກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ. ໃນປີ 2022, ໃນທົ່ວເຂດເຕິຍງວຽນ ມີຜູ້ສູງອາຍຸ, ຜູ້ມີອິດທິພົນທັງໝົດ 3.433 ຄົນ, ໃນນັ້ນ ຢູ່ແຂວງກອນຕູມ ມີ 678 ຄົນ, ແຂວງຢາລາຍ ມີ 955 ຄົນ, ດັກລັກ ມີ 1.021 ຄົນ, ດັກນົງ ມີ 300 ຄົນ ແລະ ເລິມດົ່ງ ມີ 479 ຄົນ(6). ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່, ຕ້ອງເອົາໃຈໃສ່ຢ່າງບໍ່ຢຸດຢັ້ງໃນການກໍ່ສ້າງຖັນແຖວພະນັກງານ ແລະ ຜູ້ມີອິດທິພົນທີ່ພົ້ນເດັ່ນ ໃນເຂດຊົນເຜົ່າສ່ວນໜ້ອຍ. ໃນສະເພາະໜ້າ, ຕ້ອງປ່ຽນແປງໃໝ່ນະໂຍບາຍ, ຫຼັກສູດກໍ່ ສ້າງ, ບໍາລຸງ, ໃຫ້ບູລິມະສິດແກ່ພະນັກງານທີ່ເປັນຄົນຊົນເຜົ່າສ່ວນນ້ອຍ, ຜູ້ມີອິດທິພົນໃນເຂດຊົນເຜົ່າສ່ວນນ້ອຍ.
ຫ້າ, ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ ເພື່ອປັບປຸງ, ພັດທະນາການພົວພັນບ້ານໃກ້ເຮືອນຄຽງ ມິດຕະພາບ ກັບບັນດາປະເທດເພື່ອນລາວ, ກໍາປູເຈຍ.
ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດກັບບັນດາປະເທດທີ່ຊາຍແດນຮ່ວມກັນ ເພື່ອປັບປຸງ, ພັດທະນາການພົວພັນບ້ານໃກ້ເຮືອນຄຽງ ມິດຕະພາບ, ປະຕິບັດນະໂຍບາຍເປີດປະຕູ, ເປີດກວ້າງການຮ່ວມມືທ້ອງຖິ່ນ, ການພົບປະແລກປ່ຽນ, ການຮ່ວມມືການຄ້າຊາຍແດນ, ຈາກນັ້ນ ພັດທະນາເສດຖະກິດເຂດຊາຍແດນໃນທຸກຂົງເຂດ.
ບັນດາແຂວງ, ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ແລະ ກໍາລັງຮັບຜິດຊອບການປົກປ້ອງຊາຍແດນ ຢູ່ເຕິຍງວຽນ ຕ້ອງສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາປະເທດເພື່ອນ ໃນການແລກປ່ຽນຂໍ້ມູນຂ່າວສານ; ເພີ່ມທະວີການກວດກາລາດຕະເວນສອງຝ່າຍ, ແນໃສ່ຮັບປະກັນຄວາມໝັ້ນຄົງຂອງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ ແລະ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນເຂດຊາຍແດນ; ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃຫ້ໄດ້ເປັນຢ່າງດີ ບົນຈິດໃຈມິດຕະພາບ, ບໍ່ປ່ອຍໃຫ້ສະພາບຄວາມສະຫງົບ-ການເມືອງເກີດຄວາມສັບສົນ; ຍູ້ແຮງການຮ່ວມມື, ການພົບປະແລກປ່ຽນທາງດ້ານເສດຖະກິດ, ວັດທະນະທໍາກັບທ້ອງຖິ່ນຮ່ວມຊາຍແດນທາງຝ່າຍລາວ ແລະ ກໍາປູເຈຍ.
ບັນດາວິທີການຕົ້ນຕໍແນໃສ່ປົກປັກຮັກສາ ແລະ ຮັດແໜ້ນແນວຊາຍແດນ
ສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ
ໜຶ່ງ, ຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ, ຄວາມປອດໄພທາງສັງຄົມໃນເຂດຊາຍແດນ.
ຕໍ່ກັບລາວ, ຕ້ອງຄຸ້ມຄອງເສັ້ນຊາຍແດນທີ່ໄດ້ກໍານົດເປັນຢ່າງດີ, ປະສານສົມທົບກັບເພື່ອນເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນ ບົນຈິດໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດຫວຽດນາມ - ລາວ. ເຖິງວ່າສອງປະເທດໄດ້ສໍາເລັດການປັກຫຼັກໝາຍຊາຍແດນທັງໝົດ ແລະ ປັດຈຸບັນພວມສຸມໃສ່ວຽກງານຄຸ້ມຄອງຊາຍແດນ, ແຕ່ກໍຍັງມີບັນດາບັນຫາທີ່ກ່ຽວຂ້ອງເຖິງການປົກປັກຮັກສາຫຼັກໝາຍຊາຍແດນ ເຊັ່ນ: ຖືກຕົກໂໝກ, ເປ່ເພເສຍຫາຍ, ເຊາະເຈື່ອນ… ອັນສົ່ງຜົນສະທ້ອນເຖິງຄວາມສະຫງົບໝັ້ນຄົງ, ຄວາມກະ ຈ່າງແຈ້ງ ຂອງເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນແຫ່ງຊາດ.
ຕໍ່ກັບກໍາປູເຈຍ, ຕ້ອງຄຸ້ມຄອງເສັ້ນທາງແດນ, ຫຼັກໝາຍຊາຍແດນເປັນຢ່າງດີ ແລະ ຊຸກຍູ້ການຮ່ວມມື ຢູ່ບັນດາເຂດຊາຍແດນທີ່ໄດ້ສໍາເລັດການປັກຫຼັກໝາຍຊາຍແດນ; ປົກປັກຮັກສາການຄຸ້ມຄອງທີ່ສະຫງົບປອດໄພ ຢູ່ໃນບັນດາເຂດຊາຍແດນທີ່ບໍ່ທັນສໍາເລັດການປັກຫຼັກໝາຍຊາຍແດນ, ບໍ່ປ່ອຍໃຫ້ເກີດມີບັນຫາຄ້າງຄາອັນສົ່ງຜົນສະທ້ອນເຖິງການພົວພັນຂອງສອງປະເທດ.
ໃນຊຸມປີຜ່ານມາ, ນອກຈາກກໍາລັງຫຼວງທີ່ເຮັດໜ້າທີ່ປົກປ້ອງຊາຍແດນຄື ທະຫານປ້ອງກັນຊາຍແດນແລ້ວ, ຍັງມີຂະບວນການມະຫາຊົນທີ່ໄດ້ເຂົ້າຮ່ວມໃນການປົກປ້ອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ, ຕາແສງ ເຊິ່ງມີການຂະຫຍາຍຕົວຢ່າງກວ້າງຂວາງ ຢູ່ໃນແຕ່ລະແຂວງເຕິຍງວຽນ. ດັ່ງນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈທົ່ວປວງຊົນເຂົ້າຮ່ວມການປົກປ້ອງຊາຍແດນ ເພື່ອຮັບປະກັນຄວາມສະຫງົບ, ຄວາມໝັ້ນຄົງຂອງເສັ້ນຊາຍແດນ.
ສະຖານະການເຂດຊາຍແດນ ຢູ່ເຂດເຕິຍງວຽນ ໃນປັດຈຸບັນ ພວມບົ່ມຊ້ອນບັນຫາທີ່ສັບສົນຈໍານວນໜຶ່ງ ເຊັ່ນ: ອາດຊະຍາກໍາຂ້າມຊາດ, ພິເສດແມ່ນອາດຊະຍາກໍາກ່ຽວກັບຢາເສບຕິດ. ບັນດາອິດທິກໍາລັງປໍລະປັກສັດຕູ, ປະຕິການ ບໍ່ລົດລະການເຄື່ອນໄຫວໂຄສະນາ, ສວຍໃຊ້ບັນດາບັນຫາກ່ຽວກັບເສລີພາບ, ປະຊາທິປະໄຕ, ຊົນເຜົ່າ, ສາສະໜາ, ສິດທິມະນຸດ ເພື່ອປຸກລະດົມຍຸຍົງປະຊາຄົມຢູ່ທີ່ນີ້ ເພື່ອແບ່ງແຍກການພົວພັນ ລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ. ດັ່ງນັ້ນ, ການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ຕ້ອງຕິດພັນກັບວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພສັງຄົມ ຢູ່ເຂດຊາຍແດນ.
ສອງ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກ່ຽວກັບຊາຍແດນດິນຕໍ່ແຜ່ນ ລະຫວ່າງຫວຽດນາມ - ກໍາປູເຈຍ ເທື່ອລະກ້າວ.
ປັດຈຸບັນ, ສອງປະເທດຍັງເຫຼືອປະມານ 16% ຂອງຈໍານວນເສັ້ນຊາຍແດນທີ່ຍັງບໍ່ທັນສໍາເລັດການປັກຫຼັກໝາຍຊາຍແດນ, ໃນນັ້ນ ເຂດເຕິຍງວຽນ ກວມເອົາຫຼາຍກວ່າ 50%. ຜ່ານຫຼາຍເວທີແລກປ່ຽນໃນແຕ່ລະຂັ້ນ, ສອງຝ່າຍລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການແກ້ໄຂບັນດາເຂດທີ່ຍັງບໍ່ທັນສໍາເລັດການປັກຫຼັກໝາຍຊາຍແດນ ບົນຈິດໃຈທີ່ສອດຄ່ອງລະບຽບກົດໝາຍສາກົນ ແລະ ບັນດາສົນທິສັນຍາ, ຂໍ້ຕົກລົງເປັນເອກະພາບສາກົນ ກ່ຽວກັບຊາຍແດນອານາເຂດ ລະຫວ່າງສອງປະເທດ. ສະນັ້ນ, ການສືບຕໍ່ດໍາເນີນການປັກຫຼັກໝາຍຊາຍແດນໃຫ້ສໍາເລັດໃນຈໍານວນ 16% ຂອງເສັ້ນຊາຍແດນທີ່ຍັງເຫຼືອ ແມ່ນວຽກງານອັນຮີບດ່ວນສະເພາະໜ້າ ເຊິ່ງປະກອບສ່ວນຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ຮັບໃຊ້ແກ່ການພັດທະນາປະເທດຊາດ ກໍຄືການພົວພັນຮ່ວມມືມິດຕະພາບກັບກໍາປູເຈຍ.
ສາມ, ບູລະນະກອບນິຕິກໍາກົດໝາຍສອງຝ່າຍກ່ຽວກັບການຄຸ້ມຄອງຊາຍແດນ, ດ່ານຊາຍແດນ ລະຫວ່າງຫວຽດນາມ ກັບສອງປະເທດເພື່ອນລາວ ແລະ ກໍາປູເຈຍ.
ຍູ້ແຮງການກໍ່ສ້າງ ແລະ ບູລະນະກອບນິຕິກໍາກົດໝາຍສອງຝ່າຍ ກ່ຽວກັບການຄຸ້ມຄອງຊາຍແດນ ແລະ ການຄຸ້ມຄອງດ່ານຊາຍແດນດິນຕໍ່ແຜ່ນ ແມ່ນເງື່ອນໄຂສໍາຄັນເພື່ອປົກປັກຮັກສາແນວຊາຍແດນທີ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ.
ໃນໄລຍະຕໍ່ໜ້າ, ຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍຢ່າງມີປະສິດທິຜົນ “ສັນຍາວ່າດ້ວຍລະບຽບຂໍ້ກໍານົດຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນບົນດິນຕໍ່ແຜ່ນ ຫວຽດນາມ - ລາວ”, ສອງປະເທດຈະພ້ອມກັນຈັດຕັ້ງການກວດກາຄືນ, ຕີລາຄາ ແລະ ສະຫຼຸບສັງລວມ ການຈັດຕັ້ງປະຕິບັດສັນຍາຕາມຮອບວຽນ 10 ປີ ແນໃສ່ການແກ້ໄຂ, ປັບປຸງກອບນິຕິກໍາກົດໝາຍສອງຝ່າຍ ກ່ຽວກັບການຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ກວ່າເກົ່າ.
ໃນການພົວພັນດ້ານການຄຸ້ມຄອງຊາຍແດນ ລະຫວ່າງຫວຽດນາມ ແລະ ກໍາປູເຈຍ, ເຖິງວ່າສອງປະເທດໄດ້ສໍາເລັດການປັກຫຼັກໝາຍຊາຍແດນປະມາຍ 84% ຂອງຈໍານວນເສັ້ນຊາຍແດນລວມທັງໝົດ, ແຕ່ການປະສານງານໃນການຈັດການແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ຊາຍແດນຍັງມີຄວາມຫຍຸ້ງຍາກ ແລະ ສັບສົນຫຼາຍຢ່າງ. ຍ້ອນແນວນັ້ນ, ໃນການຈັດຕັ້ງປະຕິບັດອະນຸສັນຍາປັກຫຼັກໝາຍຊາຍແດນບົນດິນຕໍ່ແຜ່ນຫວຽດນາມ - ກໍາປູເຈຍ ໃນປີ 2019, ຕ້ອງໄດ້ຊຸກຍູ້ການຈັດຕັ້ງກອງປະຊຸມເຈລະຈາກັບກໍາປູເຈຍໂດຍໄວ ເພື່ອລົງນາມໃນສັນຍາວ່າດ້ວຍລະບຽບຂໍ້ກໍານົດຊາຍແດນໃໝ່ ແລະ ສັນຍາວ່າດ້ວຍດ່ານຊາຍແດນ ປ່ຽນແທນໃຫ້ສັນຍາປີ 1983. ຈາກນັ້ນ, ຈຶ່ງສາມາດສ້າງເງື່ອນໄຂສະດວກໃນການຈັດຕັ້ງກໍາລັງ, ດໍາເນີນການເຄື່ອນໄຫວທາງດ້ານວິຊາສະເພາະ ຢູ່ຕາມເຂດຊາຍແດນ, ປະກອບສ່ວນປົກປັກຮັກສາສະຖຽນລະພາບໃນທົ່ວແນວຊາຍແດນ ກໍຄືຢູ່ໃນບັນດາເຂດທີ່ບໍ່ທັນສໍາເລັດການປັກຫຼັກໝາຍຊາຍແດນ, ປະກອບສ່ວນສ້າງສະພາບແວດລ້ອມທີ່ໝັ້ນຄົງ ໃຫ້ແກ່ການຮ່ວມມື, ພັດທະນາເສດຖະກິດ-ສັງຄົມເຂດຊາຍແດນ, ສ້າງຖ່ວງທ່າເພື່ອໃຫ້ສອງປະເທດສາມາດແກ້ໄຂຢ່າງຂາດຕົວໃນ 16% ຂອງຈໍານວນເສັ້ນຊາຍແດນທີ່ຍັງບໍ່ທັນສໍາເລັດການປັກຫຼັກໝາຍຊາຍແດນ.
ສີ່, ຍູ້ແຮງວຽກງານຄຸ້ມຄອງ ແລະ ພັດທະນາດ່ານຊາຍແດນ, ການຮ່ວມມືພັດທະນາເສດຖະກິດເຂດຊາຍແດນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມຕ້ອງການຂອງທ້ອງຖິ່ນສອງຝ່າຍ.
ວຽກງານສະເພາະໜ້າ, ສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາດ່ານຊາຍແດນ, ຊຸກຍູ້ເສດຖະກິດຊາຍແດນ ໂດຍຜ່ານ: ແຜນກໍານົດ ແລະ ການພັດທະນາລະບົບດ່ານຊາຍແດນ, ບັນດາເຂດເສດຖະກິດຈຸດສຸມ ຢູ່ເຂດຊາຍແດນ ພ້ອມກັບລະບົບພື້ນຖານໂຄງລ່າງການເຊື່ອມຕໍ່ ແນໃສ່ຍູ້ແຮງການພົວພັນຄ້າຂາຍ, ສ້າງການປະສົມປະສານດ້ານຍຸດທະສາດ ກໍຄືການເຮັດໃຫ້ຍຸດທະສາດການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ກາຍເປັນຈິງ.
ຍູ້ແຮງການຮ່ວມມືພັດທະນາເສດຖະກິດເຂດຊາຍແດນ ສອດຄ່ອງກັບສະພາບຕົວຈິງ ແລະ ຄວາມຕ້ອງການຂອງທ້ອງຖິ່ນສອງຝ່າຍ ທີ່ມີຄວາມໝາຍເປັນການຊຸກຍູ້ການພົວພັນຄ້າຂາຍຮັບໃຊ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງບັນດາແຂວງຊາຍແດນເວົ້າສະເພາະ ແລະ ສອງປະເທດເວົ້າລວມ. ພິເສດແມ່ນ ຂະບວນວິວັດເພີ່ມທະວີການຮ່ວມມືໃນເຂດ “ສາຍຫຼ່ຽມພັດທະນາ” ຈະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ປັບປຸງວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເຂດຊາຍແດນສາມປະເທດ. ນີ້ແມ່ນປັດໄຈສຸດທີ່ສໍາຄັນສຳລັບຄວາມໝັ້ນຄົງ ແລະ ການພັດທະນາຂອງເຂດຊາຍແດນ ແລະ ໃນແຕ່ລະປະເທດ.
ຫ້າ, ເພີ່ມທະວີການກໍ່ສ້າງບັນດາກິດຈະການທີ່ທັງຮັບປະກັນຈຸດໝາຍປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ທັງຮັບໃຊ້ຈຸດໝາຍການພັດທະນາເສດຖະກິດ - ສັງຄົມໃນເຂດຊາຍແດນ.
ໃນຊຸມປີຜ່ານມາ, ພັກ ແລະ ລັດ ໄດ້ປະກາດໃຊ້ຫຼາຍນະໂຍບາຍ, ແຜນງານ, ໂຄງການລົງທຶນກໍ່ສ້າງ, ພັດທະນາເສດຖະກິດ - ສັງຄົມລຽບຕາມແນວຊາຍແດນເຕິຍງວຽນ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນທີ່ດິນ ແລະ ສ້າງທ່າສະໜາມຍຸດທະສາດທາງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢູ່ໃນພື້ນທີ່. ໂດຍຜ່ານບັນດາແຜນງານ, ໂຄງການທີ່ເປັນຈຸດໝາຍລະດັບຊາດ, ພື້ນຖານໂຄງລ່າງ (ຂົວ, ຖະໜົນ, ການຄົມມະນາຄົມ, ລະບົບຕາໜ່າງໄຟຟ້າ, ບັນດາຄ້າຍທະຫານເຂດ-ສຸຂາພິບານປຊາຊົນແບບປະສົມ, ເສັ້ນທາງກວດກາລາດຕະເວນ, ກິດຈະການ ....) ເຂດຊາຍແດນເຕິຍງວຽນ ໄດ້ຮັບການລົງທຶນກໍ່ສ້າງ, ທັງຮັບປະກັນດ້ານສະຫວັດດິການສັງຄົມ, ພັດທະນາການຜະລິດ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປັບປຸງວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ການກໍ່ສ້າງຊາຍແດນແຫ່ງຊາດທີ່ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ເປັນຈຸດໝາຍ, ໜ້າທີ່ທີ່ພັກ, ລັດຫວຽດນາມ ເວລາໃດກໍໄດ້ຢືນຢັນ ແລະ ຕັດສິນໃຈປະຕິບັດຢ່າງສະເໝີຕົ້ນສະເໝີປາຍ, ເຕິຍງວຽນ ເປັນພື້ນທີ່ຍຸດທະສາດສໍາຄັນພິເສດ, ດ້ວຍເຫດນັ້ນ, ການພັດທະນາເສດຖະກິດ - ສັງຄົມເຂດຂາຍແດນເຕິຍງວຽນ ເວລາໃດກໍຕິດພັນກັບການກໍ່ສ້າງແນວຊາຍແດນມິດຕະພາບ, ສັນຕິພາບ, ປົກປ້ອງອໍານາດອະທິປະໄຕ, ຄວາມສະຫງົບແຫ່ງຊາດໄວ້ຢ່າງໝັ້ນຄົງຍິ່ງມີຄວາມສໍາຄັນ. ເພື່ອເສີມຂະຫຍາຍຖານະບົດບາດ, ຄວາມສາມາດບົ່ມຊ້ອນຂອງເຂດ ແລະ ບັນດາແຂວງເຕິຍງວຽນ ຕ້ອງປະຕິບັດບັນດາວິທີການກໍ່ສ້າງລະບົບການເມືອງທີ່ມີຄວາມເຂັ້ມແຂງໜັກແໜ້ນ ຢ່າງເປັນລະບົບຄົບຊຸດ; ສົມທົບລະຫວ່າງການພັດທະນາເສດຖະກິດ - ສັງຄົມກັບການຮັບປະກັນວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ຈັດຕັ້ງປະຕິບັດວຽກງານຊາຍແດນຢ່າງມີປະສິດທິຜົນ; ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນ ຢູ່ໃນເຂດຊົນເຜົ່າສ່ວນນ້ອຍ; ແລະ ຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດເປັນຢ່າງດີກັບບັນດາແຂວງປະເທດບ້ານໃກ້ເຮືອນຄຽງ. ເອົາໃຈໃສ່ປະຕິບັດວຽກງານຊາຍແດນເປັນຢ່າງດີ ບໍ່ພຽງແຕ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງເຂດເຕິຍງວຽນ ເວົ້າສະເພາະ, ເຂດ “ສາມຫຼ່ຽມພັດທະນາ” ເທົ່ານັ້ນ, ຫາກຍັງສ້າງກໍາລັງຜັກດັນໃຫ້ແກ່ພາລະກິດການປົກປັກຮັກສາ ແລະ ປັບປຸງແນວທາງຊາຍແດນ ກັບບັນດາປະເທດເພື່ອນລາວ, ກໍາປູເຈຍ ໃຫ້ມີສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງຕະຫຼອດການ./.
----------------------
(1) ເບິ່ງ: ຄະນະກໍາມະທິການຊົນເຜົ່າ, ກົມໃຫຍ່ສະຖິຕິ: ຜົນການສໍາຫຼວດເກັບກໍາຂໍ້ມູນກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງ 53 ຊົນເຜົ່າສ່ວນນ້ອຍ ປີ 2019, ສໍານັກພິມຈໍາໜ່າຍ ສະຖິຕິ, ປີ 2020, ໜ້າ 54.
(2) ພາກຜະໜວກ ດໍາລັດສະບັບເລກທີ 34/ND-CP, ລົງວັນທີ 29 ເມສາ 2014, ຂອງລັດຖະບານ, “ວ່າດ້ວຍລະບຽບຂໍ້ກໍານົດເຂດຊາຍແດນດິນຕໍ່ແຜ່ນແຫ່ງປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ”.
(3), (4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13, ສພຈ ການເມືອງແຫ່ງຊາດ - ສຶ້ເຖິ້ດ, ຮ່າໂນ້ຍ, ປີ 2021.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 1, ໜ້າ 157.
(6) ເບິ່ງ: “ເສີມຂະຫຍາຍບົດບາດຜູ້ມີອິດທິພົນ ຢູ່ບັນດາບ້ານເຕິຍງວຽນ”, ໜັງສືພິມປະຊາຊົນເອເລັກໂຕຮນິກ, ວັນທີ 6 ມັງກອນ 2022, https://nhandan.vn/phat-huy-vai-tro-nguoi-co-uy-tin-trong-cac-buon-lang-tay-nguyen-post681207.html
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 997 (ເດືອນກັນຍາ 2022)