ວກ. - ການ​ທູດ​ວັດທະນະທຳແມ່ນໜຶ່ງໃນສາມເສົາຫຼັກຂອງການທູດທີ່ຮອບດ້ານຂອງຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງໂລກ. ດ້ວຍຄວາມຍືດຫຍຸ່ນ ແລະ ຄວາມໄຫວພິບ, ການ​ທູດ​ວັດທະນະທຳໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຂອງຕົນ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ, ປະກອບສ່ວນສ້າງກຳລັງແຮງສັງລວມແຫ່ງຊາດ, ຮັບໃຊ້ການຜັນຂະຫຍາຍປະຕິບັດບັນດາເປົ້້າໝາຍການຕ່າງປະເທດຂອງປະເທດຊາດ.

ທ່ານ ຟ້າມ ມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຂຽນປື້ມບັນທຶກແຂກ ຢູ່ສໍານັກງານໃຫຍ່ UNESCO ໃນເມືອງຫຼວງປາຣີ (ຝຣັ່ງ) _ພາບ: TTXVN

ບົດ​ບາດ​ຂອງວັດ​ທະ​ນະ​ທຳ​ໃນ​ການ​ຊຸກ​ຍູ້​ການແລກ​ປ່ຽນ ແລະ ການຮ່ວມ​ມື​ສາ​ກົນ

ການ​ທູດ​ວັດ​ທະ​ນະ​ທຳ​ແມ່ນ​ການເຄື່ອນ​ໄຫວ​ທາງການ​ທູດ​ທີ່​ຕິ​ດ​ພັນ​ກັບ​ວັດ​ທະ​ນະ​ທຳ, ຕາມນັ້ນ, ວັດ​ທະ​ນະ​ທຳ​ຖືກໃຊ້ເປັນວັດຖຸ ແລະ ວິທີການໃນການ​ສ້າງ ຮັກ​ສາ ແລະ ພັດ​ທະ​ນາ ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ເພື່ອ​​ບັນລຸ​ເປົ້າ​ໝາຍ ​ແລະ ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະ​ເທດ​ທີ່ກ່ຽວຂ້ອງກັບ​ຄວາມໝັ້ນຄົງ, ການ​ພັດ​ທະ​ນາ ແລະ ການ​ຂະຫຍາຍ​ອິດ​ທິ​ພົນ, ພ້ອມ​ທັງ​ສ້າງ​ເອ​ກະ​ລັກທາງ​ການ​ທູດ​ຂອງປະເທດ. ການ​ທູດ​​ວັດ​ທະ​ນະ​ທຳ​ເຄີຍ​ຖືກ​ປະ​ເທດ​ຕ່າງໆ ​ນຳໃຊ້ໃນຫຼາກຫຼາຍຮູບແບບ ເຊັ່ນ ​ການສົ່ງເສີມການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຊວນເຊື່ອແລະຂໍ້ມູນຂ່າວສານ​ຕ່າງ​ປະ​ເທດ; ການກໍ່​ສ້າງ​ກິດຈະການ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ຢູ່​ຕ່າງ​ປະ​ເທດ; ການເຄື່ອນ​ໄຫວ​ພົບ​ປະແລກ​ປ່ຽນສິລະປະ ​ວັດ​ທະ​ນະ​ທຳ, ການຈັດກິດຈະກຳທາງ​ວັດ​ທະ​ນະ​ທຳ; ການເຂົ້າ​ຮ່ວມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ; ການເສີມ​ຂະ​ຫຍາຍ​​ບົດ​ບາດ​ຂອງ​ຊາວຫວຽດນາມ​ຢູ່​ຕ່າງ​ປະ​ເທດ ​ໃນ​ການ​ຊຸກ​ຍູ້​ການເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທ​ະ​ນະ​ທຳ  

ໃນ​ສະ​ຖາ​ນະ​ການ​ໂລ​ກາ​ພິ​ວັດ ແລະ ການເຊື່ອມ​ໂຍງ​ສາ​ກົນນັບມື້ນັບ​ເລິກ​ເຊິ່ງ, ຫຼາຍ​ປະ​ເທດໃຊ້ວັດ​ທະ​ນະ​ທຳ​ເປັນ​ເຄື່ອງ​ມື​ທີ່ທີ່ມີປະສິດທິພາບຂອງ ​ອຳ​ນາດອ່ອນ”. ບັນ​ດາ​ປະ​ເທດສ່ວຍຫຼາຍ, ບໍ່​ພຽງ​ແຕ່​​ປະ​ເທດ​ທີ່ພັດ​ທະ​ນາ​ເທົ່າ​ນັ້ນ ແຕ່ລວມ​ທັງ​ປະ​ເທດ​ທີ່ຫາກໍ່ພົ້ນ​ເດັ່ນຂຶ້ນ ກໍ່​ມີ​ນະ​ໂຍ​ບາຍ​ເຜີຍແຜ່​ວັດ​ທະ​ນະ​ທຳໃນ​ຕ່າງ​ປະ​ເທດ, ດັງນັ້ນຈຶ່ງມີການສ້າງ ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະຫວ່າງ​ປະ​ເທດ. ​ຜ່ານ​ການ​ທູດ​ວັດທະນະທຳ, ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່, ​ແຜ່​ຂະຫຍາຍ​ອິດ​ທິພົນ​ໄປທົ່ວ​ໂລກ. ອາ​ເມລິ​ກາ, ຈີນ, ຍີ່​ປຸ່ນ, ເກົາຫຼີ​ໃຕ້,… ເປັນ​ປະ​ເທດ​ທີ່ຂະ​ຫຍາຍ​ ຄູນ​ຄ່າແລະ ອິດ​ທິ​ພົນ​ຂອງ​ຕົນ​ເອງ​ຢູ່ສະເໝີ ໂດຍ​ຜ່ານ​ກິດຈະກຳ​ການ​ທູດ​ທາງ​ວັດ​ທະ​ນະ​ທຳ. ຄຽງ​ຄູ່​ກັນ​ນັ້ນ, ໃນ​ຂະ​ບວນ​​ການ​ແລກ​ປ່ຽນວັດທະນາທຳ ແລະ ການ​ປະຕິສຳພັນທາງ​ວັດ​ທະ​ນະ​ທຳ,​ປະ​ເທດຕ່າງໆ​ຈະ​ມີ​ການ​ແລກ​ປ່ຽນທາງວັດທະນະທຳ, ການແຊກຊ້ອນ ຮັບ​ເອົາປັດໄຈ​ວັດ​ທະ​ນະ​ທຳຂອງກັນແລະກັນ, ການເພີ່ມ​​ສົມ​ບັດທາງ​ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ປະ​ເທດ; ພ້ອມ​ກັນ​ນັ້​ນ, ດັດແປງ ອະນຸຮັກ ສົ່ງເສີມ ແລະ ປັບປຸງ​ຄູນ​ຄ່າ​ວັດ​ທະ​ນະ​ທຳ​​ຂອງ​ປະ​ເທດຕົນເອງ ໃຫ້ສອດຄ່ອງ​ກັບ​ກະ​ແສ​ໂລກ, ຍຸກສະ​ໄໝ.

ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ກຳລັງ​ພັດ​ທະ​ນາ​ຄື​ຫວຽດ​ນາມ, ການ​ທູດ​​ວັດ​ທະ​ນະ​ທຳ​ເສີມ​ຂະ​ຫຍາຍ​ບົດ​ບາດ ໃນຖານະ​ວິ​ທີ​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ ແລະ ຄຸນຄ່າຂອງມະນຸດ, ​ໂຄສະນາ​ພາບ​ພົດ, ຍົກ​ສູງ​ທີ່​ຕັ້ງ​ແລະ​ສຽງ​ຂອງ​ປະ​ເທດ​ໃນ​ເວ​ທີ​ສາ​ກົນ; ພ້ອມ​ກັນ​ນັ້ນ, ສ້າງ​ກຳ​ລັງ​ໜູນ ແລະ ໂອກາດ​ໃຫ້​ແກ່​ການ​ພັດ​ທະ​ນາ. ການ​ທູດ​​ວັດ​ທະ​ນະ​ທຳເປັນ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​​ ຂອງ​ພື້ນ​ຖານ​ການ​ທູດ​ຫວຽດ​ນາມທີ່ຮອບ​ດ້ານ ແລະ ທັນ​ສະ​ໄໝ. ​ຕະຫຼອດ​ປະ​ຫວັດ​ສາດຫຼາຍ​ພັນ​ປີ​ແຫ່ງ​ການ​ຮັກ​ສາ​ເອ​ກະ​ລາດ ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ການປົກປ້ອງເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ກໍ່​ຄື​ໃນການ​ສ້າງ​ສາ​ປະ​ເທດຊາດ, ຫວຽດ​ນາມ​ໄດ້​ໝູນ​ໃຊ້​ການ​ທູດ​​ວັດ​ທະ​ນະ​ທຳ​ຢ່າງ​ມີ​ຄວາມ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ໄຫວ​ພິບ​ ຜ່ານ​ຍຸດ​ທະ​ສາດ ການ​ທູດ​ແບບ​ໃຈເຖິງໃຈ”, “ການ​ທູດ​​ສັນ​ຕິ​ພາບ”.

ຫວຽດ​ນາມ​ແມ່ນ​ປະ​ເທດ​ທີ່​ມີ​​ວັດ​ທະ​ນະ​ທຳ, ອາລະຍະ​ທຳ​ອັນ​ຍາວ​ນານ, ມີ​ປະ​ຫວັດ​ສາດ​ຫຼາຍ​ພັນ​ປີ. ​ພື້ນ​ຖານ​ວັດ​ທະ​ນະ​ທຳນັ້ນ​ມີ​ລະບົບ​ຄຸນຄ່າ ​ແລະ ​ເອກະລັກ​ຂອງ​ຕົນເອງ, ເຮັດໃຫ້ເກີດ ພະລັງ​ອ່ອນຂອງ​ວັດທະນະທຳ​ຫວຽດນາມ. ​ການ​ທູດ​ວັດທະນະທຳ​ໄດ້​ຮັບ​ການ​ກຳນົດ​ວ່າເປັນເສົາຫຼັກໜຶ່ງ, ຮ່ວມ​ກັບ​ການ​ທູດ​ການ​ເມືອງ ແລະ ການ​ທູດ​ເສດຖະກິດ ປະກອບເປັນ​ການ​ທູດ​ຫວຽດນາມທີ່​ຮອບດ້ານ ​ແລະ ທັນ​ສະ​ໄໝ. ໃນ​ນັ້ນ, ການ​ທູດ​​ການ​ເມືອງ​ມີ​​ບົດ​ບາດ​ກຳ​ນົດ​ເປົ້າ​ໝາຍ, ກຳ​ນົດ​ທິດທາງ​ໃຫ້​ແກ່​ວຽກ​ງານ​ການ​ທູດ​ດ້ານ​ວັດ​ທະ​ນະ​ທຳ. ການ​ທູດ​​ເສດ​ຖະ​ກິດ​ແມ່ນ​ພື້ນ​ຖານ​ວັດ​ຖຸ, ສ້າງ​ແຫຼ່ງ​ກຳ​ລັງແຮງ​ເພື່ອ​ຊຸກ​ຍູ້​ການ​ທູດ​​ວັດ​ທະ​ນະ​ທຳ. ໃນ​ສາຍ​ພົວ​ພັນ​ທີ່ກົງ​ກັນ​ຂ້າມ, ການ​ທູດ​ວັດທະນະທຳ​ນຳ​ເອົາ​ບັນດາ​ຄຸນຄ່າ​ທາງວັດທະນະທຳ ​ເອກະລັກ ຄວາມປອງດອງ ​ແລະ ຄວາມເປັນມະນຸດ ເຂົ້າ​ໃນ​ການ​ທູດທາງ​ການ​ເມືອງ, ຜ່ານ​ນັ້ນ ​ປະກອບສ່ວນ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ລົງ​ເລິກ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ໂຄສະນາພາບລັກສະນະຂອງ​ຊາດ, ບັນດາ​ເຄື່ອງໝາຍ​ຂອງ​ທ້ອງ​ຖິ່ນ, ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ, ປຸກລະດົມ​ນ້ຳ​ໃຈ ຄວາມຮູ້ສຶກຜູກພັນ ຕໍ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຊາວ​ຫວຽດນາມ​ໃນ​ຕ່າງປະ​ເທດ.   

ການ​ທູດ​​ວັດ​ທະ​ນະ​ທຳ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງຕົນ
ໃນຖານະ​ໜຶ່ງ​ໃນ​ສາມ​ເສົາຫຼັກຂອງພື້ນຖານ​ການ​ທູດ​ຮອບ​ດ້ານ​ຫວຽດ​ນາມ

ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 11 ຂອ​ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (ເດືອນມັງ​ກອນ 2011) ​ໄດ້​ກຳ​ນົດ​ແຜນ​ນະ​ໂຍ​ບາຍກ່ຽວ​ກັບ ການເຊື່ອມ​ໂຍງເຂົ້າກັບສາ​ກົນຢ່າງເປັນ​ເຈົ້າ​ການແລະຕັ້ງ​ໜ້າ​”, ກຸ່ມ​ຄຳ​ສັບ ການ​ທູດ​​ວັດ​ທະ​ນະ​ທຳໄດ້ຮັບການ​ນຳ​ໃຊ້ເປັນຄັ້ງ​ທຳ​ອິດ​ ເຊິ່ງໄດ້​ຖື​ວ່າ​ທ່ຽບ​ເທົ່າ​ກັນ​ກັບ​ການ​ທູດ​ການ​ເມືອງ ແລະ ການ​ທູດ​​ເສດ​ຖະ​ກິດ. ຍຸດ​ທະ​ສາດ​ການ​ທູດ​​ວັດ​ທະ​ນະ​ທຳ​ເຖິງ​ປີ 2020 ຖືກ​ປະ​ກາດ​ໃຊ້ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ຂໍ້​ຕົກ​ລົງ​ເລກ​ທີ 208/2011/QĐ-TTg, ​ລົງ​ວັນ​ທີ 14 ກຸມ​ພາ 2011, ​ໄດ້​ເນັ້ນ​ໜັກ​​ທັດ​ສະ​ນະວ່າ: “ການ​ທູດ​ວັດ​ທະ​ນະ​ທຳພ້ອມ​ກັນ​ກັບ​ການ​ທູດ​​ເສດ​ຖະ​ກິດ ແລະ ການ​ທູດ​ການ​ເມືອງ​ ເປັນ​ສາມ​ເສົາ​ຫຼັກຂອງ​ພື້ນ​ຖານ​ການ​ທູດ​ທີ່ຮອບ​ດ້ານ ແລະ ທັນ​ສະ​ໄໝ​ ຂອງຫວຽດ​ນາມ. ສາມ​ເສົາຫຼັກນີ້​ຕິດ​ພັນ ແລະ ກະ​ທົບ​ເຊິ່ງ​ກັບແລະກັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ແນວ​ທາງ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ. ການ​ທູດ​​ການ​ເມືອງ​ມີບົດ​ບາດ​ກຳ​ນົດ​ທິດທາງ, ການ​ທູດ​ເສດ​ຖະ​ກິດເປັນ​ພື້​ນ​ຖານ​ວັດ​ຖຸ ແລະ ການ​ທູດ​ວັດ​ທະ​ນະ​ທຳເປັນ​ພື້ນ​ຖານ​ຈິດ​ໃຈ ​ຂອງການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ”. ພ້ອມ​ກັນ​ນັ້ນ, ບັນ​ດາ​ສົນ​ທິ​ສັນ​ຍາ ແລະ ຂໍ້​ຕົກ​ລົງ​ສາ​ກົນ​ ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ທີ່​ໄດ້​ລົງ​ນາມ​ໃໝ່ ຫຼື ຕໍ່​ອາ​ຍຸ​ ໄດ້​ສ້າງ​ພື້ນ​ຖານ​ນິ​ຕິ​ກຳ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ທູດ​ວັດ​ທະ​ນະ​ທຳ ແລະ ຜັນຂະຫຍາຍ​ພາ​ລະ​ບົດ​ບາດ​ຂອງ​ການ​ທູດ​​ວັດ​ທະ​ນະ​ທຳ​ເທື່ອ​ລະ​ກ້າວ ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ຊາດ.  

ວຽກ​ງານ​ການ​ທູດ​ວັດ​ທະ​ນະ​ທຳ​​ໄດ້ຮັບການ​ຜັນ​ຂະ​ຫຍາຍ​ນັບ​ມື້​ນັບເປັນ​ແບບ​ແຜນ ແລະ ມື​ອ​າ​ຊີບ, ຕິດ​ພັນ ແລະ ຊຸກ​ຍູ້​ການ​ທູດ​​ການ​ເມືອງ ແລະ ການ​ທູດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ສ້າງ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ, ຮັບ​ໃຊ້ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າໝາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ. 

ການ​ທູດ​ວັດ​ທະ​ນະ​ທຳ​​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ການເຄື່ອນ​ໄຫວ​ຕົ້ນ​ຕໍ່​ ໃນ​ເນື້ອ​ໃນ​ຂອງ​ໂຄງ​ການ, ແຜນ​ການ, ແຜນງານການເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ທີ່ສຳຄັນ ຂອງບັນດາ​ຂັ້ນ​, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ. ການ​ເຄື່ອນ​ໄຫວ​ການ​ທູດ​​ວັດ​ທະ​ນະ​ທຳ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດທີ່ກວ້າງ​ຂວາງ, ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໃນທຸກທະ​​ວີບ; ມີ​ຄວາມຫຼາກຫຼາຍທາງດ້ານ​ເປົ້າ​ໝາຍ, ຄວາມອຸ​ດົມ​ສົມ​ບຸນ​ກ່ຽວ​ກັບ​ເນື້ອ​ໃນ ແລະ ຮູບ​ການ, ມີ​ແບບ​​ແຜນ​ໃນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ພັກແລະລັດ, ກໍ່​ຄື​ການ​ຕ້ອນ​ຮັບປະ​ມຸກ​ລັດຂອງຫຼາຍ​ປະ​ເທດ ​ທີ່​ມາ​ຢ້ຽມ​ຢາມຫວຽດ​ນາມ; ໃນບັນ​ດາ​ກອງ​ປະ​ຊຸມ ແລະ ເຫດ​ການ​ສາ​ກົນ​ສຳຄັນ​ທີ່ຫວຽດ​ນາມ​ເປັນ​ເຈົ້າ​ພາບ; ບັນ​ດາ​ໂອ​ກາດ​ສະ​ເຫຼີມ​ສະຫຼອງການ​ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທາງການທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ປະ​ເທດ​ຕ່າງໆ. ຜ່ານການເຄື່ອນໄຫວເຫຼົ່​ານີ້, ຈິດ​ໃຈ ແລະ ເອກະລັກ​ຂອງວັດ​ທະ​ນະ​ທຳ​ຫວຽດ​ນາມ​ໄດ້ແຜ່​ກະ​ຈາຍ, ຢືນ​ຢັນ​ແນວ​ທາງ​ການ​ຕ່​າງ​ປະ​ເທດ​ທີ່ຢຶດໝັ້ນໃນຄວາມເປັນ​ເອ​ກະ​ລາດ, ເປັນ​ເຈົ້າຕົນ​ເອງ​ ເພື່ອ​ສັນ​ຕິ​ພາບ ມິດ​ຕະ​ພາບ ການຮ່ວມ​ມື ແລະ ການພັດ​ທະ​ນາ, ການຫັນ​ເປັນຫຼາຍ​ທິດ ຫຼາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ສາ​ກົນຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ຮອບ​ດ້ານ; ພ້ອມ​ກັນນັ້ນ, ກໍ່​ຍົກ​ໃຫ້​ເຫັນ​ຄວາມ​ສວຍ​ງາມ​ຂອງ​ຮີດຄອງ​ປະ​ເພນີ​ມະນຸດສະທຳ ຄວາມ​ສັດຊື່ ສັນຕິພາບ ຄວາມ​ສາມັກຄີ ​ແລະ ມິດຕະພາບ​ຂອງ​ຫວຽດນາມ.

ການ​ທູດ​​ວັດ​ທະ​ນະ​ທຳ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ການ​ທູດ​ເສດ​ຖະ​ກິດ ໃນ​ການເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ ການ​ຄ້າ ແລະ ການ​ທ່ອງ​ທ່ຽວ ເພື່ອແນໃສ່​ສ້າງ​ຮູບ​ພາບຂອງ​ຫວຽດ​ນາມທີ່ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ດຶງ​ດູດ​ໃຈ​ຢູ່​ໃນ​ໂລກ​ ດ້ວຍ​ລະ​ບົບ​ການ​ເມືອງ​ທີ່​ໝັ້ນ​ຄົງ, ປະ​ຊາ​ຊົນ​ທີ່ເປັນມິດ, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ ແລະ ຫຼາກ​ຫຼາຍ​. ອົງ​ການການ​ສຶກ​ສາ​ ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ ແຫ່ງສະ​ຫະ​ປະ​ຊາ​ຊາດ (UNESCO) ໄດ້ຮັບ​ຮອງຊື່​ມໍ​ລະ​ດົກທາງທຳມະຊາດ ແລະ ​ວັດ​ທະ​ນະ​ທຳຂອງໂລກຫຼາຍລາຍການຂອງ​ຫວຽດ​ນາມ. ການ​ລົງທະບຽນ​ໃນ​​ລາຍ​ຊື່ແຫຼ່ງ​ມໍ​ລະ​ດົກໂລກທາງ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ໂລກ, ເຂດສະຫງວນຊີວະມົນທົນ​ໂລກ ແລະ ອຸທະຍານທໍລະນີໂລກ ບໍ່​ພຽງ​ແຕ່​ເປັນ​ຄຳ​ໝັ້ນ​ສັນ​ຍາ​ແຫ່ງ​ຊາດເທົ່າ​ນັ້ນ, ແຕ່ຍັງ​ເປັນຮູບ​ແບບການໃຊ້​ປະໂຫຍດເພື່ອຕອບສະໜອງຄວາມ​ຕ້ອງ​ການຂອງການ​ພັດ​ທະ​ນາທີ່ເປັນມິດຕໍ່ສິ່ງແວດລ້ອມແລະຍື​ຍົງ. ເຖິງທ້າຍ​ເດືອນທັນວາ 2020, ຫວຽດ​ນາມ​ໄດ້​​ສ້າງ​ເອ​ກະ​ສານ ແລະ ໄດ້ຮັບຜົນສຳ​ເລັດໃນການ​ຂົນ​ຂວາຍໃຫ້ UNESCO ຮັບ​ຮອງ​ມໍ​ລະ​ດົກ ແລະ ນາ​ມະ​ຍົດ​ຕ່າງໆ 44 ລາຍການ. ຫຼາຍ​ທ້ອງ​ຖິ່ນ​ໄດ້​ຮັບ​ຜົນ​ສຳ​ເລັດ​ ໃນ​ການ​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ໜຶ່ງ​ໃນ​ຂະ​ແໜງ​ເສດ​ຖະ​ກິດຫົວຫອກ ໂດຍທີ່​ອີງ​ໃສ່​​ທ່າ​ແຮງ​ດ້ານ​ທັດ​ສະ​ນິຍະ​ພາບ ແລະ ບັນ​ດາ​ມໍ​ລະ​ດົກທາງ​ວັດ​ທະ​ນະ​ທຳ ເຊິ່ງຊ່ວຍເສີມພາບລັກສະນະຂອງຫວຽດ​ນາມ​ໃນ​ແຜນ​ທີ່​ມໍ​ລະ​ດົກ ແລະ ວັດ​ທະ​ນະ​ທຳ​ໂລກ; ພ້ອມກັນນັ້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ສົ່ງເສີມຄວາມຫຼາກຫຼາຍ​ທາງ​ຊີ​ວະ​ພາບ ວັດ​ທ​ະ​ນະ​ທຳ ມູນ​ເຊື້ອ ແລະ ຜູ້ຄົນ​ຫວຽດ​ນາມ ໃຫ້​ກັບ​ເພື່ອນ​ມິດ​ສາ​ກົນ.  

​ຜ່ານການ​ເຄື່ອນ​ໄຫວທາງ​ການ​ທູດ​ວັດ​ທະ​ນະ​ທຳ, ພາບລັກສະນະຂອງ​ປະ​ເທດແລະຜູ້​ຄົນ ແລະ ຄວາມ​ງາມ​ຂອງວັດ​ທະ​ນະ​ທຳ​ຫວຽດ​ນາມ ​ໄດ້ຮັບການ​ໂຄ​ສະ​ນາ ແລະ ໄດ້ຮັບການ​ຮັບ​ຮູ້​​ໃນຫຼາຍ​ປະ​ເທດ ແລະ ​ພາກ​ພື້ນ​ທົ່ວ​ໂລກ. ການ​ເຄື່ອນ​ໄຫວ​ໂຄ​ສະ​ນາສົ່ງເສີມ​ທີ່​ໄດ້​ຜັນ​ຂະ​ຫຍາຍ​ຢ່າງແຂງຂັນໃນ​ເຫດ​ການ​ການ​ຕ່າງ​ປະ​ເທດ, ວັນ​ບຸນ, ງານສະແດງສິນຄ້າ, ເທດສະການວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ, ແຜນງານລາຍສັບປະດາ/ລາຍວັນຂອງຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ ໃນປະເທດທີ່ເປັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​ຂອງ​ຫວຽດ​ນາມ, ​ໂຄງ​ການຍົກຍ້ອງໃຫ້​ກຽດ​ແກ່​ວີລະບຸລຸດຂອງ​ຊາດ ແລະ ຜູ້​ມີ​ຊື່​ສຽງທາງວັດ​ທະ​ນະ​ທຳ​, ໂດຍສະເພາະ​ແມ່ນ​ໂຄງ​ການ ​ເຊີດ​ຊູ​ຍົກຍ່ອງປະທານ​ໂຮ່ຈີ​ມິນ, ວິລະ​ຊົນ​ແຫ່ງ​ການ​ປົດ​ປ່ອຍ​ຊາດ​ຫວຽດນາມ, ນັກ​ວັດທະນະທຳ​ທີ່​ດີ​ເດັ່ນ”, ​ທີ່ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ 100 ກວ່າ​ປະ​ເທດ ​ແລະ ​ອານາເຂດ​​ໃນ​ໂລກການເຊື່ອມໂຍງ​ບັນ​ດາ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການທ່ອງ​ທ່ຽວ ແລະ ວຽກ​ງານ​ຊຸມ​ຊົນ​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນພິ​ເສດ, ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແນະ​ນຳໃຫ້​ເພື່ອນ​ມິດ​ສາ​ກົນ ຮູ້ຈັກ​​ພາບ​ລັກສະນຂອງຫວຽດ​ນາມ ທີ່​ມີ​ປະ​ຫວັດ​ສາດທີ່​ສະ​ຫງ່າ​ອົງ​ອາດ, ປະ​ເທດ​​ທີ່​ສວຍ​ງາມ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນໃນການ​ພັດ​ທະ​ນາສູງ; ຄົນ​ຫວຽດ​ນາມຮັກຄວາມສະຫງົບ, ມີຄວາມ​ເມດ​ຕາ ຄວາມ​ອົດ​ທົນ, ເຄົາ​ລົບ​ຄວາມ​ກະ​ຕັນ​ຍູ, ດູ້​ໝັ່ນ​ຂະ​ຫຍັນ​ພຽນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຮັກ​ແຂກ; ວັດ​ທະ​ນະ​ທຳ​​ຫວຽດ​ນາມ​ກ້າວໜ້າ ແລະ ເຕັມໄປດ້ວຍເອກະ​ລັກ​ຂອງ​ຊາດ. ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຍັງ​ປະກອບສ່ວນ ​ຖ່າຍທອດ​ຂ່າວ​ສານກ່ຽວກັບແຜນນະໂຍບາຍ ທິດທາງການພັດທະນາ ແລະ ການເຊື່ອມໂຍງສາກົນຂອງຫວຽດນາມ ເຖິງ​ເພື່ອນ​ມິດສາ​ກົນ ​ແລະ ຊຸມຊົນ​ຊາວ​ຫວຽດນາມໃນ​ຕ່າງປະ​ເທດ.​ 

ໃນ​ຂອບເຂດ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ການ​ທູດ​​ວັດ​ທະ​ນະ​ທຳ​​ໄດ້​ປະ​ກອບ​ສ່ວນ​ທີ່​ຕັ້ງ​ໜ້າໃນການ​ເຊື່ອມ​ໂຍງ​ສາກົນດ້ານ​ວັດ​ທະ​ນະ​ທຳ, ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ການ, ເຂົ້າ​ຮ່ວມ​ການ​ສ້າງ ກະ​ຕິ​ກາຂອງ​ເວ​ທີ​ປາ​ໄສ, ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃນ​ບັນ​ດາ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ, ການ​ພັດ​ທະ​ນາ ແລະ ເພີ່ມ​ທະ​ວີ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ. ທີ່​ກອງ​ປະ​ຊຸມ​ຂອງ UNESCO, ຫວຽດ​ນາມ​ໄດ້ແບ່ງປັນບົດຮຽນປະສົບການຢ່າງແຂງຂັນ, ສະແດງໃຫ້ເຫັນເຖິງການເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງ​ການ​ນີ້ ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ​. ຫວ່າງມໍ່ໆ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມໃນບົດບັນທຶກການຮ່ວມມື​ລະ​ຫວ່າງ​ລັດ​ຖະ​ບານ​ຫວຽດ​ນາມ ແລະ UNESCO ໄລ​ຍະປີ 2021-2025 ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ UNESCO ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຟ້າມ​ມິງ​ຈີ້ງ. ການ​ທູດ​ວັດ​ທະ​ນະ​ທຳ​ໄດ້​ຊຸກ​ຍູ້​​ຜົນ​ປະ​ໂຫຍດ​ຂອງ​ຫວຽດ​ນາມ ໃນ​​ເວ​ທີ​ປາ​ໄສ UNESCO, ປະ​ກອບ​ສ່ວນ​ເຂົ້າ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ບັນ​ດາ​ແຫຼ່ງ​ກຳ​ລັງ​ແຮງ, ໝູນ​ໃຊ້​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ ແລະ ບົດ​ຮຽນ​ຂອງ​ອົງ​ການ​ນີ້​ ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ປະ​ເທດ​ ໃນ​ບັນ​ດາ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ວິ​ທະ​ຍາ​ສາດ. ຫວຽດ​ນາມ​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສະຖາບັນ ແລະ ເວ​ທີ​ປາ​ໄສຫຼາຍຝ່າຍ​ທີ່ສຳຄັນເກືອບທັງໝົດ ໃນ​ທຸກ​ລະດັບຂອງ​ເວ​ທີແລະອົງ​ການທາງ​ວັດ​ທະ​ນະ​ທຳລະດັບ​ພາກ​ພື້ນ, ລະ​ຫວ່າງ​ພາກ​ພື້ນ ແລະ ສາ​ກົນ​, ເຊັ່ນ: ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ-ເອ​ຣົບ (ASEM), ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊີ​ຕາ​ເວນ​ອອກ (EAS), ເວ​ທີ​ປາ​ໄສ​ການຮ່ວມ​ມື​ອາ​ຊີ​ຕາ​ເວນ​ອອກ - ອາ​ເມ​ລິ​ກາ​ລາ​ຕິນ (FEALAC), ອົງ​ການ​ພາ​ສາ​ຝ​ຣັ່ງ, ບັນ​ດາ​ອົງ​ການຈັດ​ຕັ້ງບໍ່​ຂຶ້ນ​ກັນ​ລັດ​ຖະ​ບານ (NGOs) ກ່ຽວ​ກັບ​ວັດ​ທະ​ນະ​ທຳຢູ່​ພາກ​ພື້ນ, ​ຜ່ານ​ການ​ເຄື່ອນ​ໄຫວທາງດ້ານ​ການ​ທູດ​​ວັດ​ທະ​ນະ​ທຳ, ຫວຽດ​ນາມ​ໄດ້​ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ທີ່ຕັ້ງ​ໜ້າ​ ໃນ​ການ​ຮ່ວມ​ມື, ກໍ່​ສ້າງ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ-ສັງ​ຄົມ ອາ​ຊຽນ ແລະ ຮ່ວມ​ມື​ວັດ​ທະ​ນະ​ທຳອາ​ຊຽນ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ກ່ຽວ​ກັບ​ອາ​ຊຽນ; ພ້ອມກັນນັ້ນ, ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ​ເຖິງ​ບັນດາ​ປະ​ເທດ​ໃນພາກພື້ນ ​ແລະ ນອກພາກພື້ນ, ສ້າງ​ເອກະລັກ​ສະ​ເພາະ​ຂອງອາ​ຊຽນ.

ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ວັດທະນະທຳສຳລັບຊຸມຊົນ​ຊາວ​ຫວຽດ​ນາມ​ຢູ່ຕ່າງ​ປະ​ເທດ ກໍ່​ໄດ້​ຮັບການຜັນ​ຂະ​ຫຍາຍ​ຢ່າງ​ຕັ້ງ​ໜ້າ ດ້ວຍຮູບ​ການ​ທີ່ນັບມື້​ນັບ​ຫຼາກຫຼາຍ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 36-NQ/TW, ​ລົງ​ວັນ​ທີ 26 ມີິນາ 2004, ຂອງ​ກົມ​ການ​ເມືອງສູນກາງພັກສະ​ໄໝ​ທີ 9 ກ່ຽວ​ກັບ​ວຽກ​ງານ​ສຳ​ລັບຊາວ​ຫວຽດນາມຢູ່​ຕ່າງ​ປະ​ເທດ​ໃນ​ສະ​ພາບ​ການ​ໃໝ່”; ຄຳ​ສັ່ງ​ເລກ​ທີ 45-CT/TW, ​ລົງ​ວັນ​ທີ 19 ພຶດ​ສະ​ພາ 2015, ຂອງ​ກົມ​ການ​ເມືອງສູນກາງພັກ ກ່ຽວ​ກັບ​ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ບັດ​​ມະ​ຕິ​ເລກ​ທີ 36-NQ/TW, ຂອງ​ກົມ​ການ​ເມືອງສູນກາງພັກ​ສະ​ໄໝທີ 9 ກ່ຽວ​ກັບ​ວຽກ​ງານ​ສຳລັບຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ໃນ​ສະ​ພາບ​ການ​ໃໝ່”; ບົດສະຫຼຸບ​ເລກ​ທີ 12-KL/TW, ​ລົງ​ວັນ​ທີ 12 ສິງ​ຫາ 2021, ຂອງ​ກົມ​ການ​ເມືອງສູນກາງພັກກ່ຽວ​ກັບ​ວຽກ​ງານສຳລັບຊາວ​ຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ໃນ​ສະ​ພາບ​ການ​ໃໝ່”. ຕົວ​ຢ່າງ​ເຊັ່ນ: ລາຍການວັນຫວຽດນາມ​ຢູ່​ຕ່າງ​ປະ​ເທດ​ ທີ່​​ຈັດ​ຂຶ້ນໃນຫຼາຍ​ປະ​ເທດ​ຄື ສະວິດເຊີແລນ, ເດນມາກ, ສະເປນ, ອິນເດຍ, ລັດເຊຍ,… ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ສ້າງ​ທ່າ​ພັດ​ທະ​ນາ​ການ​ພົວ​ພັນ​ຂອງ​ຫວຽດ​ນາມ ກັບ​ຄູ່​ຮ່ວມ​ມືຫຼາຍ​ປະເທດ. ນີ້ແມ່ນໂຄງການສັງລວມບັນດາການເຄື່ອນໄຫວດ້ານການເມືອງ, ເສດຖະກິດ, ວັດທະນະທຳ ທີ່ດຳເນີນຢູ່ຫຼາຍປະເທດໃນແຕ່ລະໄລຍະ, ສຸມໃສ່ແນະນຳກາລະໂອກາດຮ່ວມມືດ້ານການລົງທຶນ, ການຄ້າ, ການທ່ອງທ່ຽວ, ການບໍລິການ, ແນະນຳວັດທະນະທຳຫວຽດນາມ, ການພົບ​ປະ​ແລ​ກ​ປ່ຽນ​ປະ​ຊາ​ຊົນ,… ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່ຫຼາກຫຼາຍ ​ທີ່ມຸ່ງສູ່​​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ ​ໄດ້​ຊຸກ​ຍູ້ການ​ເຊື່ອມ​ຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ​ໃນທົ່ວໂລກ ກັບບ້ານເກີດເມືອງນອນ, ມີ​​ການ​ປະ​ກອບ​ສ່ວນ​ທີ່​ແທ້​ຈິງ ​ເຂົ້າ​ໃນ​ພາ​ລະ​ກິດການ​ປົກ​ປັກ​ຮັກ​ສາ, ສ້າງ​ສາ ແລະ ພັດ​ທະ​ນ​າ​ປະ​ເທດ, ມີ​ຜົນ​ກະ​ທົບ​ອັນ​ເລິກ​ເຊິ່ງ​ໃນ​ການ​ປຸກ​ຕື່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈແຫ່ງ​ຊາດ, ຄວາມ​ຮັກ​ແພງ​ຜູກ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ, ຊຸກ​ຍູ້​ການ​ແຜ່​ລາມ​ບັນ​ດາ​ຄຸນ​ຄ່າຫວຽດ​ນາມ​ໄປ​ສູ່​ໂລກ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ເອກະລັກ​ວັດ​ທະ​ນະ​ທຳ ແລະ ມູນ​ເຊື້ອ​ອັນ​ດີ​ງານ​ຂອງ​ຊາດ.

ການ​ທູດ​​ວັດ​ທະ​ນະ​ທຳ​ກໍ່​ໄດ້ປະ​ກອບ​ສ່ວນອັນ​ຕັ້ງ​ໜ້າ​ ​ຊ່ວ​ຍໃຫ້​ບັນ​ດາ​ຂະ​ແໜງ​ການ, ບັນ​ດາ​ທ້ອງ​ຖິ່ນ ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ແຜນ​ການ​ພັດ​ທະ​ນ​າ​ເສດ​ຖະ​ກິດ-ສັງ​ຄົມ. ກໍ່​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ທ້ອງ​ຖິ່ນ​ເທື່ອ​ລະ​ກ້າວ. ການ​ທູດ​ວັດ​ທະ​ນະ​ທຳ​ໄດ້ຄ່ອຍໆລວມເຂົ້າກັບເນື້ອໃນ​ຂອງ​ຍຸດ​ທະ​ສາດ, ໂຄງ​ການ ແລະ ການວາງ​ແຜນໃນທ້ອງຖິ່ນ ກ່ຽວກັບການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ການ​ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດ-ສັງ​ຄົມ. ​ງານບຸນ, ເຫດ​ການທາງ​ວັດ​ທະ​ນະ​ທຳ​ທີ່ຈັດເປັນ​ປະ​ຈຳ ແລະ ປະ​ຈຳ​ປີ​ຈຳ​ນວນຫຼາຍ ​ຄ່ອຍໆ​ກາຍ​ເປັນເຄື່ອງ​ໝາຍ​ການ​ຄ້າຂອງ​ທ້ອງ​ຖິ່ນ, ສ້າງແຮງ​ດຶງ​ດູດໃຈໃຫ້ກັບ​ຄະ​ນະທູຕານຸທູດ ​ເພື່ອນ​ມິດ ແລະ ແຂກຈາກຕ່າງປະເທດ, ​ຜ່ານນັ້ນ, ເຮັດໃຫ້​ພາບລັກສະນະ​ຂອງ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ມີຄວາມໃກ້ຊິດ, ເປັນມິດ ​ແລະ ​ເປີດ​ກວ້າງກວ່າອີກ, ປະກອບສ່ວນ​ດຶງ​ດູດ​ການ​ລົງທຶນໃນປະເທດ ​ແລະ ຕ່າງປະ​ເທດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ທ້ອງ​ຖິ່ນ​ເວົ້າ​​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ.     

ສະຫຼຸບ​ລວມ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​, ໂດຍສະເພາະ​ແມ່ນ​ໃນ 10 ປີ​ແຫ່ງການຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ການ​ທູດ​ວັດ​ທະ​ນະ​ທຳ​ເຖິງ​ປີ 2020, ການ​ທູດ​​ວັດ​ທະ​ນະ​ທຳ​​ໄດ້ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ​ມີ​ແບບ​ແຜນ, ມີ​ປະ​ສິດ​ທິ​ຜົນ ກັບ​ການ​ທູດ​​ການ​ເມືອງ ແລະ ການ​ທູດ​ເສດ​ຖະ​ກິດ, ສ້າງ​ຜົນ​ກ​ະ​ທົບ​ສຳ​ຄັນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເວົ້າ​ລວມ.

ສືບ​ຕໍ່​ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ ແລະ
ເຜີຍ​ແຜ່​ຄຸນ​ຄ່າ​ຂອງ​ຫວຽດ​ນາມ​​ໄປ​ສູ່​ປະ​ຊາ​ຄົມໂລກ
    

ສະຖານະການ​ໂລກແລະພາກ​ພື້ນ​​ໄດ້ຮັບການ​ຄາດຄະເນວ່າ ​ຈະ​ມີການເຄື່ອນ​ໄຫວ ແລະ​ປ່ຽນແປງ​ຢ່າງບໍ່​ຢຸດຢັ້ງ ແລະ ຈະທະວີຄວາມ​ສັບ​ສົນ, ຄາດ​ເດົາ​ບໍ່ໄດ້​ຫຼາຍ​ຂຶ້ນ. ບັນ​ດາ​ການ​ຫັນ​ປ່ຽນທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຜົນ​ງານ​ຂອງ​ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ ຈະສົ່ງ​​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ, ຫຼາຍ​ທິດ, ຫຼາຍ​ລະ​ດັບ​ ເຖິງ​ທຸກໆ​ປະ​ເທດ, ໃນຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ວັດ​ທະ​ນະ​ທຳ. ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ການ​ພົບ​ປະ​ແລກ​ປ່ຽນ​ທາງວັດ​ທະ​ນະ​ທຳ, ການຮ່ວມ​ມື​ປະ​ຊາ​ຊົນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ໃນຖານະທີ່ເປັນປັດ​ໄຈ​ສຳ​ຄັນທີ່ສ້າງ​ເປັນ​ພະລັງອ່​ອນ​ຂອງ​ຊາດ, ໃນ​ສະ​ພາບ​ການ​ໂລ​ກາ​ພິ​ວັດ ແລະ ການເຊື່ອມ​ໂຍງ​ສາ​ກົນ​ສືບ​ຕໍ່​ໄດ້ຮັບການ​ຊຸກ​ຍູ້, ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ມີ​ທ່າ​ອຽງ​ຮັບ​ຮູ້​ວັດ​ທະ​ນ​ທຳ​ເປັນອົງປະກອບ​ສຳ​ຄັນ ​ໃນ​ການ​ພົວ​ພັນ​ສາ​ກົນ, ຊຸກ​ຍູ້​ຄວາມໄວ້ເນື້ອເຊື່ອໃຈ, ສົ່ງເສີມ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ ເພື່ອ​ເຜີຍແຜ່​ເອກະລັກ​ຂອງ​ຊາດ, ຍົກ​ສູງ​​ພາບພົດ ແລະ ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ, ພ້ອມ​ທັງ​ອະນຸລັກ ດູດຊຶມ ແລະ ເພີ່ມພູນສົມ​ບັດທາງວັດທະນະ​ທຳ​ຂອງ​​ຊາດ. ແມ່ນວັດ​ທະ​ນ​ະ​ທຳ​ນັ້ນ​ເອງທີ່ເປັນ​ປັດ​ໄຈຊີ້ນຳ, ເປັນ​ເງື່ອນ​ໄຂທີ່​ຈຳ​ເປັນແລະ​ຂາດບໍ່​ໄດ້ ສຳລັບການ​ບັນລຸເປົ້າ​ໝາຍ​ຂອງການ​ທູດ​​ເສດ​ຖະ​ກິດ, ການ​ທູດ​ການ​ເມືອງ, ການເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ການປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດເລິກ​ເຊິ່ງກວ່າ​ອີກ​, ປະ​ກອບ​ສ່ວນ​ໂດຍ​ກົງ​ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ, ການຮ່ວມ​ມື ແລະ ການພັດ​ທະ​ນາ.         

ໃນຖານະ​ປະ​ເທດ​ທີ່​ມີ​​ປະ​ຫວັດ​ສາດ​​ອັນ​ຍາວ​ນານໃນການສ້າງສາ ແລະ ປົກປັກຮັກ​ສາ​ປະ​ເທດ ດ້ວຍວັດທະນະທຳທີ່ຫຼາກຫຼາຍ ແລະເຕັມໄປດ້ວຍເອກະລັກປະຈຳ​ຊາດ, ຫວຽດນາມຈຶງມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ ເພື່ອພັດທະນາ ແລະ ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ທູດ​​ວັດ​ທະ​ນະ​ທຳ​ ທີ່​ສົມ​ກັບ​ລະ​ດັບ​ແລະ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ, ກໍ່​ຄື​ປະ​ກອບ​ສ່ວນທີ່ສຳ​ຄັນ ແລະ ມີ​ປະ​ສິດ​ທິ​ຜົນ ​ເຂົ້າ​ໃນ​ຂະ​ບວນ​​​ການ​ເຊື່ອມ​ໂຍງ​ສາ​ກົນ​ຢ່າງຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ ​ໃນ​ຊຸມ​ປີ​ຂ້າງໜ້າ. ຍຸດ​ທະ​ສາດ​ການ​ທູດ​​ວັດ​ທະ​ນະ​ທຳ​ເຖິງ​ປີ 2030 ​ໄດ້ກຳນົດ​ເປົ້າ​ໝາຍ ການນຳ​ໃຊ້​ເຄື່ອງ​ມື​ທາງວັດ​ທະ​ນະ​ທຳ​ໃນ​ການ​ທູດ ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນຂອງຫວຽດ​ນາມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ ໄປ​ສູ່​ລວງ​ເລິກແລະໝັ້ນ​ຄົງ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ, ສ້າງ​ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມທີ່ສະຫງົບແລະໝັ້ນຄົງ, ລະ​ດົມ​ຊັບພະຍາກອນ​ພາຍນອກ, ຫັນ​ປ່ຽນເງື່ອນ​ໄຂ​ແລະຕຳແໜ່ງທີ່ເອື້ອອຳນວຍຂອງປະເທດ ໃຫ້ເປັນ​ຊັບພະຍາກອນ ສຳລັບການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ພ້ອມ​ທັງນຳ​ໃຊ້ບັນ​ດາ​ມາດ​ຕະ​ການ​ການ​ທູດ​ ເພື່ອ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ ແລະ ຄວາມ​ງາມ​ຂອງວັດ​ທະ​ນະ​ທຳ​ຫວຽດ​ນາມ, ຮັບ​​ເອົາ​ສິ່ງຍອດ​ຍ້ຽມ​ຂອງ​ມະ​ນຸດ, ​ຜ່ານນັ້ນ​ປຸກ​ຕື່ນ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ພັດ​ທະ​ນາ​ປະ​ເທດ, ເພີ່ມ​ທະ​ວີພະລັງອ່​ອນ, ຍົກ​ສູງ​ຖາ​ນະ​ບົດ​ບາດຂອງ​ປະ​ເທດ(1). ເປົ້າ​ໝາຍນີ້​ເນັ້ນໜັກອີກ​ເທື່ອ​ໜຶ່ງເຖິງ​ບົດ​ບາດ​ຂອງ​ການ​ທູດ​​ວັດ​ທະ​ນະ​ທຳ​ ໃນ​ພື້ນ​ຖານ​ການ​ທູດ​ຫວຽດ​ນາມທີ່​ຮອບ​ດ້ານ ແລະ ທັນ​ສະ​ໄໝ. ການ​ທູດ​ວັດ​ທະ​ນະ​ທຳ​ຈະ​ພ້ອມ​ກັນ​ກັບ​ການ​ທູດ​​ການ​ເມືອງ, ການ​ທູດ​ເສດ​ຖະ​ກິດ ​ຮັບ​ໃຊ້​ບັນ​ດາ​ເປົ້າ​ໝາຍ ແລະ ຜົນ​ປະ​ໂຫຍດ​ຂອງ​ຊາດ ປະ​ເທດຊາດ, ໂດຍສະເພາະ​ເປົ້າ​ໝາຍຂອງ​ສັນ​ຕິ​ພາບ, ຄວາມໝັ້ນຄົງ, ການ​ພັດ​ທະ​ນາ ແລະ ຖາ​ນະ​ບົດ​ບາດ, ອິດ​ທິ​ພົນ; ເຊື່ອມໂຍງວັດທະນະທຳຢ່າງໃກ້ຊິດກັບຍຸດ​ທະ​ສາດ​ການພັດ​ທະ​ນ​າ​ເສດ​ຖະ​ກິດ-ສັງ​ຄົມ, ຍຸດ​ທະ​ສາດ​ໂດຍ​ລວມ​ກ່ຽວ​ກັບການ​ເຊື່ອມ​ໂຍງ​ສາ​ກົນ ແລະ ທິດທາງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເຖິງ​ປີ 2030 ຂອງ​ພັກ ແລະ ​ປະ​ເທດ. ການ​ທູດວັດ​ທະ​ນ​ທຳ​ຂອງ​ຫວຽດ​ນາມ​ໃນ​ເວ​ລາ​ຕໍ່​ໄປ​ຈະ​ໄດ້​ຜັນ​ຂະ​ຫຍາຍ​ກັບ​ຫ້າ​ໜ້າ​ທີ່​ລະ​ອຽດ​ຄື: 1- ຊຸກ​ຍູ້ ແລະ ເພີ່ມທະວີການ​ພົວ​ພັນ ແລະ ຄວາມໄວ້ເນື້ອເຊື່ອໃຈ​ລະ​ຫວ່າງ​ຫວຽດ​ນາມ​ກັບ​​ບັນ​ດາປະ​ເທດ, ພາກ​ພື້ນ ແລະ ​ອົງ​ການ​ສາ​ກົນອື່ນໆ; 2- ການ​ເຊື່ອມ​ໂຍງ​ຢ່າງ​ຕັ້ງໜ້າ ​ແລະ ກວ້າງຂວາງ​ ໃນດ້ານ​ວັດ​ທະ​ນະ​ທຳ​ ໃນ​ອົງ​ການແລະເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ; 3- ໂຄສະນາ ​ແລະ ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ, ຜູ້ຄົນ​ ແລະ ວັດທະນະທຳຫວຽດນາມ ​ໃນ​ເວທີ​ສາກົນ; 4- ຂົນ​ຂວາຍ, ປົກ​​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ຫວຽດ​ນາມ​ທີ່​ໄດ້ຮັບ​ການຍອມ​ຮັບໃນລະດັບສາ​ກົນ; 5- ເລືອກຮັບເອົາແກ່ນສານຂອງ​ວັດ​ທະ​ນະ​ທຳ​ມະ​ນຸດ​ ເພື່ອ​ເພີ່ມພູນຄູນສ້າງ​ເອກະລັກທາງວັດ​ທະ​ນະ​ທຳ​ຂອງ​ຊາດ​.    

ໃນ​ໂລ​ກ​ທີ່ໂລ​ກາ​ພິ​ວັດ​ ແລະ ເຊື່ອມ​ໂຍງສາກົນຢ່າງ​ແຂງ​ແຮງ​ຄື​ປະ​ຈຸ​ບັນ ວັດ​ທະ​ນະ​ທຳ​​ໄດ້​ຮັບການຍອມຮັບຫຼາຍຂຶ້ນຈາກ​ປະ​ເທດຕ່າງໆວ່າ ​ເປັນ​ບົດບາດ​ສຳ​ຄັນ, ເປັນແຫຼ່ງພະລັງ​ພາຍ​ໃນ ແລະ ເປັນ​ກຳ​ລັງ​ໜູນ​ໃນການ​ພັດ​ທະ​ນາ, ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ຖານະການ​ໃໝ່. ດັງນັ້ນ ຈຶງຈຳເປັນຕ້ອງ​ເສີມ​ຂະ​ຫຍາຍ ແລະ ຖ່າຍທອດ​ຄຸນ​ຄ່າ​ຄວາມງາມທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ມີມະ​ນຸດ​ອາລະຍະທຳສູງສຸດ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊາດແລະຍຸກ​ສະ​ໄໝ ​ເຂົ້າ​ໃນການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ ເພື່ອ​ໃຫ້ວັດ​ທະ​ນະ​ທຳສາມາດມີສ່ວນຮ່ວມຢ່າງຮອບດ້ານ, ມີ​ປະ​ສິດ​ທິ​ຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເປົ້າ​ໝາຍ ແລະ ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ໃນ​ເວ​ລາ​ຕໍ່​ໄປ.   

ເພື່ອບັນລຸ​ເປົ້າ​ໝາຍດັ່ງກ່າວ, ການ​ທູດ​​ວັດ​ທະ​ນະ​ທຳ​ຈຳເປັນຕ້ອງຍຶດ​ຕິດກັບ​ໜ້າ​ທີ່​ຮັບ​ໃຊ້ ແລະ ຮັບປະກັນ​ເປົ້າ​ໝາຍ​ສູງ​ສຸດ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເຊີດ​ຊູ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ຄື: ສັນຕິພາບ, ຄວາມ​ໝັ້ນຄົງ, ອິດ​ທິພົນຕໍ່​ໂລກ ​ແລະ ​ເສີມ​ຂະຫຍາຍ​ຖານະ​ບົດບາດຂອງປະເທດ. ຂະ​ບວນ​​ການ​ຜັນ​ຂະ​ຫຍາຍຈຳເປັນ​ຕ້ອງ​ຕິດ​ພັນ​ຢ່າງແໜ້ນ​ແຟ້ນ​ກັບ​​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​​ຂອງ​ພັກແລະ​ປະ​ເທດ, ​ແຜນ​​ພັດ​ທະ​ນ​າ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ສູນ​ກາງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ. ນອກຈາກ​ນັ້ນ, ຈຳເປັນຕ້ອງກຳ​ນົດການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ ເພື່ອໃຫ້​ເຂົ້າ​ໃຈໃນ​ຄວາມ​ໝາຍກວ້າງໆ, ບໍ່​ພຽງແຕ່ລວມຢູ່ໃນການ​ເຄື່ອນ​ໄຫວທາງ​ວັດ​ທ​ະ​ນະ​ທຳ​ ແລະ ສິລະ​ປະ​ສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ລວມເຖິງ​ຂົງ​ເຂດຕ່າງໆ​ເຊັ່ນ ​ວິ​ທະ​ຍາ​ສາດ, ການ​ສຶກ​ສາ, ການ​ແລກ​ປ່ຽນລະຫວ່າງບຸກຄົນແລະ​ຂົງ​ເຂດ​ອື່ນໆ​ຂອງ​ຊີ​ວິດ​ສັງ​ຄົມ.    

ການ​ເຊື່ອມໂຍງ​ວຽກ​ງານ​ການ​ທູດ​​ວັດ​ທະ​ນະ​ທຳ​ ກັບ​ການ​ທູດ​ການ​ເມືອງ, ການ​ທູດ​ດ້ານ​ເສດ​ຖະ​ກິດ ແລະ ວຽກ​ງານຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ​ຕ້ອງ​ໄດ້​ຮັບການຊຸກ​ຍູ້ຢ່າງ​ຕໍ່ເນື່ອງ​. ບັນ​ດາ​ປັດໄຈ​ເຫຼົ່າ​ນີ້ ​ມີ​ການ​ພົວ​ພັນ​ແບບ​​ອິນ​ຊີ, ກະ​ທົບ​ເຊິ່ງ​ກັນ​ແລະ​ກັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ. ຖ້າ​ວ່າ​ການ​ທູດ​ການ​ເມືອງ​ທີ່​ມີ​ບົດ​ບາດ​ກຳ​ນົດ​ທິດທາງ, ການ​ທູດ​ເສດ​ຖະ​ກິດ​ສ້າງ​ພື້ນ​ຖານ​ດ້ານວັດ​ຖຸ ​ເຊິ່ງ​ການ​ທູດ​ວັດ​ທະ​ນະ​ທຳ​ສ້າງ​ພື້ນ​ຖານ​ທາງຈິດ​ໃຈ​ໃຫ້​ແກ່​ການເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ, ເຮັດ​ໃຫ້​ມີສີ​ສັນ​ສະ​ເພາະ, ສິລະ​ປະ​ການ​ທູດທີ່ອ່​ອນນວນ, ໄຫວ​ພິບ, ຮັກ​ຫອມ​ສັນ​ຕິ​ພາບ, ການພົວ​ພັນສັນ​ຕິ ແລະ ​ສະ​ໜິດ​ສະ​ໜົມ​ນຳ​ກັນ, ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ​ ໃຫ້​ແກ່​ພື້ນ​ຖານ​ການ​ທູດການ​ເມືອງ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາ​ກົນ, ​ສ້າງແລະໂຄ​ສະ​ນາ​ພາບພົດຂອງປະ​ເທດ​ຊາດ, ເຄື່ອງ​ໝາຍ​ການ​ຄ້າຂອງ​ທ້ອງ​ຖິ່ນ,… ຊ່ວຍ​ເຫຼືອ​ການ​ທູດ​ດ້ານ​ເສດ​ຖະ​ກິດ.

ການ​ຜັນ​ຂະ​ຫຍາຍວຽກ​ງານ​ການ​ທູດ​​ວັດ​ທະ​ນະ​ທຳ​​ຢ່າງຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ​ນັ້ນ ຕ້ອງ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ​ແມ່ນ​ໜ້າ​ທີ່​ລວມ​ຂອງ​ລະ​ບົບ​ການ​ເມືອງທັງ​ໝົດ, ຂອງ​ບັນ​ດາ​ອົງ​ການ​​​ພັກ, ອົງ​ການ​​ລັດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ ແລະ ຊາວຫວຽດ​ນາມຢູ່​ຕ່າງ​ປະ​ເທດ​ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແລະ ການ​ຄຸ້ມ​ຄອງເປັນ​ເອ​ກະ​ພາບ​ຂອງ​ລັດ. ສືບ​ຕໍ່​ຍູ້​ແຮງ​ການ​ແບ່ງ​ຂັ້​ນ, ແບ່ງ​ສິດ, ສ້າງ​ສະ​ພາບ​ແວດ​ລ້ອມ​ທາງກົນ​ໄກ, ນະ​ໂຍ​ບາຍທີ່​ສະ​ດວກ ເພື່ອ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ດ້ານ​ວັດ​ທະ​ນ​ະ​ທຳ. 

ສືບ​ຕໍ່​ສືບ​ທອດ, ຮັບ​ເອົາ ແລະ ໝູນ​ໃຊ້​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ​ ເພື່ອ​ປັບ​ປຸງ​ເນື້ອ​ໃນ​, ຂໍ້​ຄວາມສຳຄັນ ແລະ ເອກະລັກຂອງ​ການ​ທູດ​ວັດ​ທະ​ນະ​ທຳ​ຫວຽດ​ນາມໃຫ້ສົມບູນແບບ; ເພີ່ມຄວາມສອດຄ່ອງກັນ​ລະ​ຫວ່າງ​ການ​ທູດວັດ​ທະ​ນະ​ທຳ ແລະ ການ​ທູດສາທາລະນະ. ຄຽງ​ຄູ່​ກັນ​ນັ້ນ, ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​​ວັດ​ທະ​ນະ​ທຳ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​ຄວນໃຫ້ຄວາມ​ສຳ​ຄັນກັບ​ການ​ຕິດ​ຕາມ​ທ່າ​ອຽງ ແລະ ການ​ພັດ​ທະ​ນາ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່ຢ່າງໃກ້ຊິດ, ໂດຍສະເພາະ​ແມ່ນ​ຄວາມ​ກ້າວ​ໜ້າດ້ານດິຈິຕອນ ແລະ ເຕັກ​ໂນໂລຊີ​ດິຈິ​ຕອນ ເພື່ອປັບຕົວຕອບສະໜອງ ແລະ ເຮັດ​ໃຫ້​ການ​ທູດ​​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ເຊື່ອມ​ໂຍງເຂົ້າກັບພາກ​ພື້ນ ແລະ ໂລກ​ຢ່າງ​​ໄວແລະເລິກ​ເຊິ່ງກວ້າງ​ຂວາງ. ​

ຄວບຄູ່ໄປກັບ​ວິ​ໄສ​ທັດ​ການ​ພັດ​ທະ​ນາ​ປະ​ເທດ​ເຖິງ​ປີ 2030 ແລະ 2045, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ​ໄດ້ກຳນົດແຜນ​ນະ​ໂຍ​ບາຍດັງຕໍ່ໄປນີ້: “ສ້າງ​ພື້ນ​ຖານ​ການ​ທູດ​ທີ່ຮອບ​ດ້ານແລະທັນ​ສະ​ໄໝ​ ດ້ວຍ​ສາມ​ເສົາ​ຫຼັກ: ການ​ທູດຂອງ​ພັກ, ການ​ທູດ​ຂອງ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ(2). ນີ້​ແມ່ນ​ແຜນ​ນະ​ໂຍ​ບາຍສຳຄັນ ເຊິ່ງສະທ້ອນເຖິງ​ຄວາມ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພື້ນ​ຖານ​ການ​ທູດ​ຫວຽດ​ນາມ ແລະ ຍັງເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການທີ່ຮີບ​ດ່ວນ ​ຍຸດ​ທະ​ສາດ ແລະ ຍາວ​ນານ​ສຳລັບ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເວົ້າ​ລວມ, ໃນ​ນັ້ນ​ມີ​ການ​ທູດ​​ວັດ​ທ​ທະ​ນະ​ທຳ. ຍຶດໝັ້ນໃນ​ເປົ້າ​ໝາຍ ແລະ ໜ້າ​ທີ່​ທີ່​ໄດ້ວາງໄວ້, ພ້ອມກັນນັ້ນກໍ​ມີ​ຄວາມ​ໄຫ​ວ​ພິບ, ມີຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ແນວ​ຄິດ ແລະ ວິທີການດຳເນີນການ, ການ​ທູດ​ວັດ​ທະ​ນະ​ທຳ​ຈະ​ສືບ​ຕໍ່​ເສີມ​ຂະ​ຫາຍ​​ບົດ​ບາດຂອງຕົນໃນຖານະເສົາຫຼັກດ້ານນະໂຍບາຍ​ການ​ຕ່າງ​ປະ​ເທດທີ່​ສຳ​ຄັນ​ ແລະ ມີ​​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງໃນການ​ຍົກ​ລະ​ດັບ ແລະ ເຜີຍແຜ່​​​ຄຸນ​ຄ່າຂອງ​ຫວຽດ​ນາມ​ສູ່​ປະ​ຊາ​ຄົມ​ສາ​ກົນ./. 

----------------

(1) ຂໍ້​ຕົກ​ລົງ​ເລກ​ທີ 2013/QĐ-TTg, ​ລົງ​ວັນ​ທີ 30 ພະ​ຈິກ 2021, ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ວ່າ​ດ້ວຍ ການອະ​ນຸ​ມັດ​ຍຸດ​ທະ​ສາດ​ການ​ທູດ​​ວັດ​ທະ​ນະ​ທຳ​ເຖິງ​ປີ 2030”.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ​ ສື້ເຖິ້ດ, ຮ່າ​ໂນ້ຍ, 2021, ພາກ 1,  ໜ້າ 162.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 998 (​ເດືອນກັນ​ຍາ 2022)