ການທູດປ້ອງກັນປະເທດ - ປົກປັກຮັກສາ
ປະເທດຊາດສັງຄົມນິຍົມຕັ້ງແຕ່ຕົ້ນ, ຈາກໄກ
ປະເທດຊາດສັງຄົມນິຍົມຕັ້ງແຕ່ຕົ້ນ, ຈາກໄກ
ທ່ານ ຟ້າມ ມິງ ຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ (ຜູ້ຢູ່ເບື້ອງຂວາ) ເຂົ້າຮ່ວມພິທີເປີດງານວາງສະແດງການປ້ອງກັນປະເທດຫວຽດນາມ 2022 _ພາບ: TTXVN
ການທູດປ້ອງກັນປະເທດປະກອບສ່ວນຢ່າງຕັ້ງໜ້າ
ເຂົ້າໃນການປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກ
ເມື່ອເບິ່ງຄືນປະຫວັດສາດນັບພັນປີ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ສາມາດເຫັນໄດ້ວ່າ ຄົນຮຸ່ນກ່ອນໆ ໃຫ້ຄວາມສຳຄັນກັບການປົກປັກຮັກສາປະເທດຊາດຈາກໄກ ດ້ວຍຫຼາຍມາດຕະການທີ່ແຕກຕ່າງກັນ: ດ້ານໜຶ່ງ, ສ້າງການພົວພັນທາງການທູດ, ສັນຕິພາບ ແລະ ມິດຕະພາບ ກັບບັນດາປະເທດບ້ານໃກ້ເຮືອນຄຽງ; ອີກດ້ານໜຶ່ງ, ເປັນເຈົ້າການໃນການກໍ່ສ້າງກອງກຳລັງທະຫານ, ປັບປຸງການປ້ອງກັນປະເທດ ແລະ ຄວາມໝັ້ນຄົມ. ໂດຍໄວ ປະທານໂຮ່ຈີມິນໄດ້ສືບທອດ ແລະ ພັດທະນາຍຸດທະສາດການປົກປັກຮັກສາປະເທດຊາດຈາກໄລຍະໄກ. ເພີ່ນຢືນຢັນວ່າ: “ປະເທດຫວຽດນາມເປັນໜຶ່ງດຽວ, ຊາດຫວຽດນາມເປັນໜຶ່ງດຽວກັນ”(2) ແລະ ຕັກເຕືອນປະຊາຊົນແລະ ກອງທັບຫວຽດນາມທັງໝົດວ່າ: “ບັນດາເຈົ້າຊີວິດຮຸ່ງເວືອງມີຄຸນງາມຄວາມດີໃນການສ້າງປະເທດ, ລຸງກັບພວກຫຼານຕ້ອງພ້ອມກັນປົກປັກຮັກສາປະເທດ”(3).
ໂດຍສືບທອດທັດສະນະ, ແນວຄິດ ແລະ ບົດຮຽນປະສົບການທີ່ມີຄຸນຄ່າເຫຼົ່ານັ້ນ, ພັກແລະລັດຫວຽດນາມ ໄດ້ສືບຕໍ່ຢືນຢັນວ່າ ຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່ນັ້ນ ຈຳເປັນຕ້ອງປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ, ຈາກໄກ”, ພ້ອມກັນນັ້ນ ກໍ່ຜັນຂະຫຍາຍການປ້ອງກັນຢ່າງຮອບດ້ານ ໃນທຸກຂົງເຂດ, ທຸກດ້ານຂອງປະເທດ. ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ຊີ້ແຈງວ່າ, ເພື່ອບັນລຸເປົ້າໝາຍສັງຄົມນິຍົມ, ໜຶ່ງໃນບັນດາໜ້າທີ່ທີ່ຕ້ອງປະຕິບັດແມ່ນ “ປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ”(4). ທັດສະນະຊີ້ນຳຂອງພັກກອມມູນິດຫວຽດນາມ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ກໍ່ໄດ້ຊີ້ແຈງວ່າ: “ເຊີດຊູເຈດຈຳນົງເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການ, ຕັ້ງໜ້າໃນການເຊື່ອມໂຍງເຂົ້າກັບສາກົນ ແລະ ຍົກສູງປະສິດທິຜົນ ຂອງການຮ່ວມມືສາກົນ”(5). ສິ່ງນີ້ສະແດງໃຫ້ເຫັນເຖິງ ການປ່ຽນແປງໃໝ່ແນວຄວາມຄິດກ່ຽວກັບການຕ່າງປະເທດ ແລະ ການຮ່ວມມືດ້ານປ້ອງກັນປະເທດ ຂອງພັກກອມມູນິດຫວຽດນາມ, ພ້ອມກັນນັ້ນ ຍັງສະແດງໃຫ້ເຫັນເຖິງບົດບາດຂອງການຕ່າງປະເທດ ແລະ ການທູດປ້ອງກັນປະເທດ ໃນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ. ໃນນັ້ນ, ການທູດຖືເປັນແນວປ້ອງກັນດ່ານໜ້າ ໃນການປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກ ແລະ ກອງທັບຖືເປັນກຳລັງສຳຄັນ ໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກ. ໂດຍສະເພາະ:
ທີໜຶ່ງ, ການປ່ຽນແປງໃໝ່ແນວຄວາມຄິດກ່ຽວກັບການຕ່າງປະເທດ ແລະ ການຮ່ວມມືດ້ານປ້ອງກັນປະເທດ ຂອງພັກແລະລັດຫວຽດນາມ ໄດ້ສະແດງອອກຜ່ານບັນດາກອງປະຊຸມໃຫຍ່ຂອງພັກ (ແຕ່ກອງປະຊຸມໃຫຍ່ຄັ້ງທີ 6 ເຖິງກອງປະຊຸມໃຫຍ່ຄັ້ງທີ 13). ແຕ່ປີ 1986, ພັກແລະລັດຫວຽດນາມໄດ້ມີການປ່ຽນແປງໃໝ່ແນວຄວາມຄິດການຕ່າງປະເທດ, ສ້າງບາດກ້າວຫັນປ່ຽນໃນທຸກໆ ການເຄື່ອນໄຫວຮ່ວມມືດ້ານປ້ອງກັນປະເທດ, ຫັນປ່ຽນຈາກ “ການປະເຊີນໜ້າ” ມາເປັນ “ການສົນທະນາ”, “ເພີ່ມເພື່ອນມິດ, ຫຼຸດຜ່ອນສັດຕູ”, “ສົມທົບກຳລັງແຮງຂອງປະເທດຊາດ ກັບກຳລັງແຮງຂອງຍຸກສະໄໝ ໃນເງື່ອນໄຂໃໝ່”(6). ກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກໄດ້ວາງແຜນນະໂຍບາຍ “ຮ່ວມມືຢ່າງສະເໝີພາບ ແລະ ມີຜົນປະໂຫຍດຮ່ວມກັນ ກັບທຸກປະເທດ ໂດຍບໍ່ຈຳແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນ, ບົນພື້ນຖານຫຼັກການຢູ່ຮ່ວມກັນຢ່າງສັນຕິ(7). ກອງປະຊຸມໃຫຍ່ຄັ້ງທີ 8 ຢືນຢັນ “ການຮ່ວມມືຫຼາຍດ້ານ, ສອງຝ່າຍແລະຫຼາຍຝ່າຍ ກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ”; “ປະຕິບັດການພົວພັນຕ່າງປະເທດແບບຫຼາຍກ້ຳຫຼາຍຝ່າຍ ແລະ ຫຼາຍຮູບແບບ” ດ້ວຍທິດນຳ “ຢາກເປັນເພື່ອນຂອງທຸກປະເທດ”(8).
ປີ 2003, ພັກກອມມູນິດຫວຽດນາມວາງຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່, ຫັນປ່ຽນຈາກທັດສະນະກ່ຽວກັບ ເພື່ອນ - ສັດຕູ ໄປເປັນການກຳນົດຄູ່ຮ່ວມ ແລະ ເປົ້າໝາຍ ຢ່າງຍືດຫຍູ່ນ; ຂົງເຂດການຮ່ວມມືດ້ານປ້ອງກັນປະເທດ ໄດ້ຖືກກ່າວເຖິງເປັນພິເສດ ໃນບັນດາເອກະສານຂອງກອງປະຊຸມໃຫຍ່. ກອງປະຊຸມໃຫຍ່ຄັ້ງທີ 9 ກຳນົດວ່າ “ຫວຽດນາມພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ຂອງທຸກປະເທດໃນປະຊາຄົມສາກົນ”(9). ນີ້ແມ່ນຄັ້ງທຳອິດທີ່ພັກກອມມູນິດຫວຽດນາມໄດ້ກຳນົດແຜນນະໂຍບາຍການສ້າງສາຍພົວພັນຄູ່ຮ່ວມມື ແລະ ສະແດງຄວາມຮັບຜິດຊອບຢ່າງສູງໃນການພົວພັນສາກົນ. ດ້ວຍຈິດໃຈນີ້, ການຕ່າງປະເທດ ແລະ ການຮ່ວມມືດ້ານປ້ອງກັນປະເທດ ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ທັງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ. ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໄດ້ຢືນຢັນວ່າ: “ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງເສດຖະກິດສາກົນ, ພ້ອມກັນນັ້ນ ເປີດກວ້າງການຮ່ວມມືໃນຂົງເຂດອື່ນໆ. ຫວຽດນາມເປັນເພື່ອນ, ຄູ່ຮ່ວມມືທີ່ເຊື່ອຖືໄດ້ ຂອງບັນດາປະເທດໃນປະຊາຄົມສາກົນ, ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂະບວນການຮ່ວມມືສາກົນ ແລະ ພາກພື້ນ”(10). ກອງປະຊຸມໃຫຍ່ຄັ້ງທີ 11 ໄດ້ເພີ່ມເຕີມ ແລະ ພັດທະນາໃຫ້ກວ້າງຂວາງກວ່າອີກ ເມື່ອກຳນົດວ່າ: “ເຊື່ອມໂຍງສາກົນຢ່າງເປັນເຈົ້າການ ແລະ ຕັ້ງໜ້າ; ຍົກສູງຖານະຕຳແໜ່ງຂອງປະເທດ; ເພື່ອຜົນປະໂຫຍດຂອງຊາດ, ປະຊາຊາດ, ເພື່ອປະເທດຫວຽດນາມສັງຄົມນິຍົມທີ່ຈະເລີນຮຸ່ງເຮືອງ; ເປັນເພື່ອນ, ເປັນຄູ່ຮ່ວມທີ່ເຊື່ອຖືໄດ້ ແລະ ສະມາຊິດທີ່ມີຄວາມຮັບຜິດຊອບ ໃນປະຊາຄົມສາກົນ”(11). ສິ່ງທີ່ໜ້າສົນໃຈຄື, ເປັນຄັ້ງທຳອິດທີ່ໃນກອງປະຊຸມໃຫຍ່ຂອງພັກ, ວຽກງານການທູດປ້ອງກັນປະເທດໄດ້ຮັບການຢືນຢັນຢ່າງຈະແຈ້ງ. ລາຍງານການເມືອງຂອງຄະນະບໍລິຫານງານສູນກາງສະໄໝທີ 10 ຕໍ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກໄດ້ກຳນົດໜ້າທີ່ສຳຄັນ “ສືບຕໍ່ເປີດກວ້າງການພົວພັນຮ່ວມມືສາກົນ ໃນຂົງເຂດປ້ອງກັນປະເທດ ແລະ ຄວາມໝັ້ນຄົງ”(12). ເພື່ອປະຕິວັດແຜນນະໂຍບາຍເຊື່ອມໂຍງສາກົນຂອງກອງປະຊຸມໃຫຍ່ຄັ້ງທີ 11, ຄະນະພັກການທະຫານສູນກາງໄດ້ອອກມະຕິເລກທີ 806-NQ/QUTW, ລົງວັນທີ 31 ຕຸລາ 2013, “ວ່າດ້ວຍການເຊື່ອມໂຍງສາກົນ ແລະ ການທູດປ້ອງກັນປະເທດ ເຖິງປີ 2020 ແລະ ຊຸມປີຕໍ່ໄປ”, ໃນນັ້ນ ເນັ້ນໜັກວ່າ, ການເຊື່ອມໂຍງສາກົນ ແລະ ການທູດປ້ອງກັນປະເທດ ແມ່ນທິດທາງ, ແຜນການປົກປັກຮັກສາປະເທດຊາດຈາກໄກດ້ວຍສັນຕິວິທີ. ປະຕິບັດການເຊື່ອມໂຍງສາກົນ ແລະ ການທູດປ້ອງກັນປະເທດ ທັງສອງຝ່າຍແລະຫຼາຍຝ່າຍ ໃຫ້ເຂົ້າສູ່ລວງເລິກ, ສະຖຽນລະພາບ ແລະ ໝັ້ນຄົງ. ນີ້ແມ່ນທິດທາງພື້ນຖານ, ສ້າງຮາກຖານອັນໜັກແໜ້ນ ເພື່ອປະກອບສ່ວນຊຸກຍູ້ການເຊື່ອມໂຍງສາກົນ ແລະ ການທູດປ້ອງກັນປະເທດ ໃຫ້ຂຶ້ນສູ່ລະດັບໃໝ່, ຕອບສະໜອງເປົ້າໝາຍ ໜ້າທີ່ ຄວາມຕ້ອງການຂອງການກໍ່ສ້າງ ແລະ ປົກປັກຮັກສາປະເທດຂາດ ໃນສະພາບການໃໝ່. ກອງປະຊຸມໃຫຍ່ຄັ້ງທີ 12 ສືບຕໍ່ຢືນຢັນ “ເຊື່ອມໂຍງສາກົນຢ່າງເປັນເຈົ້າການ ແລະ ຕັ້ງໜ້າ; ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ເຊື່ອຖືໄດ້ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”(13). ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກໍ່ໄດ້ເນັ້ນວ່າ: “ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດໃນການສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ລະດົມບັນດາແຫຼ່ງພະລັງຈາກພາຍນອກ ເພື່ອພັດທະນາປະເທດ, ຍົກສູງຖານະຕຳແໜ່ງ ແລະ ອິດທິພົນຂອງປະເທດ”(14). ກອງປະຊຸມໃຫຍ່ຄັ້ງທີ 13 ລະບຸແຈ້ງວ່າ, ໜຶ່ງໃນບັນດາໜ້າທີ່, ວິທີແກ້ຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ແມ່ນ “ຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ, ເປັນເຈົ້າການເຊື່ອມໂຍງສາກົນ, ສ້າງສະພາບແວດລ້ອມສັນຕິພາບ ແລະ ເງື່ອນໄຂສະດວກດີ ເພື່ອສ້າງສາພັດທະນາປະເທດ”(15). ເພື່ອຫັນທັດສະນະຂອງພັກກ່ຽວກັບການເຊື່ອມໂຍງສາກົນດປັນຮູບປະທຳ, ກົມການເມືອງສູນກາງພັກໄດ້ອອກມະຕິເລກທີ 22-NQ/TW, ລົງວັນທີ 10 ເມສາ 2013, “ວ່າດ້ວຍການເຊື່ອມໂຍງສາກົນ”, ຊຶ່ງເປັນຄັ້ງທຳອິດທີ່ໄດ້ຊີ້ແຈງຢ່າງຈະແຈ້ງ ກ່ຽວກັບທິດທາງເຊື່ອມໂຍງດ້ານການປ້ອງກັນປະເທດ, ໃນນັ້ນມີ: “ຊຸກຍູ້ການເຄື່ອນໄຫວຮ່ວມມືທະວິພາຄີດ້ານປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ, ປະເທດໃຫຍ່, ປະເທດເພື່ອນມິດດັ້ງເດີມ” ແລະ “ເປັນເຈົ້າການແລະຕັ້ງໜ້າ ໃນການເຂົ້າຮ່ວມບັນດາກົນໄກພະຫຸພາຄີ ກ່ຽວກັບການປ້ອງກັນປະເທດ ແລະ ຄວາມໝັ້ນຄົງທີ່ປະເທດເຮົາເປັນສະມາຊິກ, ກ່ອນອື່ນໝົດແມ່ນ ບັນດາກົນໄກໃນຂອບອາຊຽນ ແລະ ນຳພາໂດຍອາຊຽນ”(16).
ອາດຈະເຫັນໄດ້ວ່າ, ການປ່ຽນແປງໃໝ່ແນວຄວາມຄິດກ່ຽວກັບການຕ່າງປະເທດ ແລະ ການຮ່ວມມືດ້າການປ້ອງກັນປະເທດ ໄດ້ຮັບການປັບປຸງເພີ່ມເຕີມຜ່ານບັນດາກອງປະຊຸມໃຫຍ່ຂອງພັກ, ສອດຄ່ອງກັບສະພາບການຕົວຈິງຂອງປະເທດໃນແຕ່ລະໄລຍະ. ໂດຍສະເພາະ, ການຕ່າງປະເທດ ແລະ ການຮ່ວມມືດ້ານການປ້ອງກັນປະເທດນັບມື້ນັບໄດ້ຮັບການເອົາໃຈໃສ່ເປັນສຳຄັນ ແລະ ຖືວ່າເປັນແຜນການປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ, ຈາກໄກດ້ວຍສັນຕິວິທີ. ການປ່ຽນແປງໃໝ່ແນວຄວາມຄິດກ່ຽວກັບການຕ່າງປະເທດນີ້ຂອງພັກ ໄດ້ຊຸກຍູ້ການຮ່ວມມື ແລະ ການເຊື່ອມໂຍງສາກົນດ້ານການປ້ອງກັນປະເທດ ໃຫ້ນັບມື້ນັບກວ້າງຂວາງແລະມີປະສິດທິຜົນ, ປະກອບສ່ວນປະຕິບັດ ແຜນນະໂຍບາຍ ເຊື່ອມໂຍງສາກົນກວ້າງຂວາງແລະຮອບດ້ານ ຂອງພັກແລະລັດຫວຽດນາມ ຢ່າງສຳເລັດມີໄຊ.
ທີສອງ, ຄວາມບໍ່ປ່ຽນແປງໃນແຜນຍະໂຍບາຍ ແລະ ເປົ້າໝາຍການຮ່ວມມືດ້ານການປ້ອງກັນປະເທດ. ປຶ້ມປົກຂາວການປ້ອງກັນປະເທດຫວຽດນາມ ປີ 2004 ໄດ້ກຳນົດແຜນນະໂຍບາຍການທູດປ້ອງກັນປະເທດວ່າ “ສ້າງແລະພັດທະນາການພົວພັນແລກປ່ຽນ ແລະ ການຮ່ວມມື ບົນພື້ນຖານສະເໝີພາບ ແລະ ຄວາມເຂົ້າໃຈຮ່ວມກັນ ກັບກອງທັບຂອງປະເທດອື່ນໆ”(17). ປຶ້ມປົກຂາວການປ້ອງກັນປະເທດຫວຽດນາມ ປີ 2019 ເນັ້ນໜັກວ່າ: “ຫວຽດນາມສະໜັບສະໜູນການພັດທະນາການພົວພັນຮ່ວມມືດ້ານປ້ອງກັນປະເທດກັບທຸກປະເທດ”; “ເຕັມໃຈທີ່ຈະເປີດກວ້າງການພົວພັນຮ່ວມມືດ້ານປ້ອງກັນປະເທດ ໂດຍບໍ່ຄຳນຶງເຖິງຄວາມແຕກຕ່າງຂອງລະບອບການເມືອງ ແລະ ລະດັບການພັດທະນາ” ບົນຈິດໃຈ “ຫວຽດນາມບໍ່ຍອມຮັບການພົວພັນຮ່ວມມືດ້ານປ້ອງກັນປະເທດພາຍໃຕ້ເງື່ອນໄຂໃດໆທີ່ບັງຄັບຫຼືກົດດັນ”(18) ແລະ “ຫວຽດນາມເພີ່ມທະວີການຮ່ວມມືດ້ານປ້ອງກັນປະເທດຫຼາຍຝ່າຍ ແນໃສ່ປະກອບສ່ວນຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ປົກປັກຮັກສາອະທິປະໄຕຂອງຊາດ”(19). ດ້ວຍຄວາມປະສົງຢາກ “ເພິ່ມເພື່ອນມິດ, ຫຼຸດຜ່ອນສັດຕູ”, ຫວຽດນາມໄດ້ມີແຜນນະໂຍບາຍ ເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດສອງຝ່າຍແລະຫຼາຍຝ່າຍ ກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ບົນພື້ນຖານການເຄົາລົບເອກະລາດ ແລະ ອະທິປະໄຕ ຂອງກັນແລະກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຍິນດີທີ່ຈະເຂົ້າຮ່ວມໃນການແກ້ໄຂສິ່ງທ້າທາຍດ້ານຄວາມປອດໄພທົ່ວໄປ ບົນພື້ນຖານຄວາມເຄົາລົບ ແລະ ປະຕິບັດຕາມກົດໝາຍສາກົນ, ເຊິ່ງປຶ້ມປົກຂາວການປ້ອງກັນປະເທດຫວຽດນາມ ປີ 2019 ໄດ້ລະບຸ: “ຫວຽດນາມພິຈາລະນາການເຂົ້າຮ່ວມ ໃນບັນດາກົນໄກຮ່ວມມືດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງຫຼາຍຝ່າຍ ແລະ ອົງການທາງກົດໝາຍສາກົນອື່ນໆ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ”(20).
ອາດຈະເຫັນໄດ້ວ່າ, ແຜນນະໂຍບາຍການຕ່າງປະເທດ ແລະ ການຮ່ວມມືດ້ານການປ້ອງກັນປະເທດຂອງຫວຽດນາມ ໄດ້ສະແດງໃຫ້ເຫັນແຈ້ງເຖິງທາດແທ້ຂອງກອງທັບປະຊາຊົນຫວຽດນາມ ແມ່ນຮັກສາສັນຕິພາບ, ເພື່ອສັນຕິພາບ, ຕໍ່ສູ້ເພື່ອປົກປັກຮັກສາສັນຕິພາບ, ປ້ອງກັນຕົວ ເພື່ອປົກປ້ອງຄວາມຍຸດຕິທໍາ.
ດ້ວຍທິດນຳຫັນການພົວພັນສາກົນເປັນຫຼານຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ, ທັງຮ່ວມມື, ທັງຕໍ່ສູ້, ຂະຫຍັນຂັນເຄື່ອນ, ປະດິດສ້າງ, ໄຫວພິບ, ສອດຄ່ອງກັບທີ່ຕັ້ງ ເງື່ອນໄຂ ແລະ ສະພາບສະເພາະຂອງປະເທດ ກໍຄືການປ່ຽນແປງຂອງສະຖານະການໂລກແລະພາກພື້ນ, ສອດຄ່ອງກັບຈຸດພິເສດຂອງແຕ່ລະເປົ້າໝາຍ ແລະ ພາລະໜ້າທີ່ສະເພາະ ຂອງກຳລັງປະກອບອາວຸດ, ເປົ້າໝາຍການທູດປ້ອງກັນປະເທດແມ່ນ “ປະກອບສ່ວນກໍ່ສ້າງປະເທດ, ກໍ່ສ້າງກຳລັງປະກອບອາວຸດ, ປັບປຸງການປ້ອງກັນປະເທດ, ຄວາມສະຫງົບ, ປົກປັກຮັກສາປະເທດຊາດ, ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນໂລກ”(21). ມະຕິຂອງຄະນະພັກການທະຫານສູນກາງເລກທີ 806-NQ/QUTW, ລົງວັນທີ 31 ທັນວາ 2013 ໄດ້ກຳນົດວ່າ ການທູດປ້ອງກັນປະເທດເພື່ອປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ປົກປ້ອງພັກ ລັດ ປະຊາຊົນ ແລະ ລະບອບສັງຄົມນິຍົມ; ປົກປ້ອງພາລະກິດການປ່ຽນແປງໃໝ່, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ປົກປ້ອງຜົນປະໂຫຍດຂອງຂາດ, ປະເທດຊາດ; ປົກປັກຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບປອດໄພທາງສັງຄົມ ແລະ ວັດທະນະທໍາ; ຮັກສາຄວາມໝັ້ນຄົງທາງການເມືອງ ແລະ ສະພາບແວດລ້ອມສັນຕິພາບ; ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ຂົງເຂດອື່ນໆເຊື່ອມໂຍງສາກົນ ເພື່ອສ້າງສາ ແລະ ພັດທະນາປະເທດ ຕາມທິດສັງຄົມນິຍົມ. ນອກຈາກນັ້ນ, ການທູດປ້ອງກັນປະເທດຍັງແນໃສ່ເປົ້າໝາຍຮັກສາສັນຕິພາບ, ສະຖຽນລະພາບ, ກາຮ່ວມມື, ການພັດທະນາໃນພາກພື້ນ ແລະ ໃນໂລກ; ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ບັນດາບັນຫາຂອງພາກພື້ນ ແລະ ຂອງປະຊາຄົມສາກົນ.
ການທູດປ້ອງກັນປະເທດປະກອບສ່ວນຢ່າງຕັ້ງໜ້າ
ເຂົ້າໃນການປົກປັກຮັກສາປະເທດຊາດສັງຄົມນິຍົມຕັ້ງແຕ່ຕົ້ນ, ຈາກໄກ
ໃນຊຸມປີທີ່ຜ່ານມາ, ການເຊື່ອມໂຍງສາກົນ ແລະ ການທູດປ້ອງກັນປະເທດ ໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ, ມີບາດກ້າວພັດທະນາແບບບຸກທະລຸ ທັງດ້ານຄວາມຮັບຮູ້ແລະການກະທຳ; ປະກອບສ່ວນຍົກສູງຖານະທີ່ຕັ້ງຂອງປະເທດ, ປະກອບສ່ວນສ້າງຄວາມໄວ້ວາງໃຈຍຸດທະສາດລະຫວ່າງບັນດາປະເທດ, ຊຸກຍູ້ທ່າອ່ຽງສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. ການທູດປ້ອງກັນປະເທດໄດ້ກາຍເປັນຊ່ອງທາງສຳຄັນ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ພັດທະນາການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດ, ອົງການ ແລະ ພາກພື້ນໃນໂລກ. ບັນດາກິດຈະກຳການທູດປ້ອງກັນປະເທດ ໄດ້ສົ່ງເສີມປັບປຸງຄວາມໄວ້ວາງໃຈຍຸດທະສາດ, ສ້າງການພົວພັນມິດຕະພາບກັບບັນດາຄູ່ຮ່ວມມື. ຫວຽດນາມໄດ້ເຂົ້າຮ່ວມໃນຫຼາຍກົນໄກ, ເວທີປາໄສການປ້ອງກັນປະເທດແລະ ການທະຫານຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນ, ແລະ ປະກອບສ່ວນຢ່າງຕັ້ງໜ້າແລະສຳຄັນ ເຂົ້າໃນບັນດາກົນໄກ ແລະ ເວທີປາໄສເຫຼົ່ານີ້. ດ້ວຍເຫດນັ້ນ, ບົດບາດທີ່ຕັ້ງ ແລະ ກຽດສັກສີຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ, ກໍ່ຄືໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການຍົກສູງຂຶ້ນ. ມາເຖິງດຽວນີ້, ຫວຽດນາມໄດ້ສ້າງການຮ່ວມມືດ້ານການປ້ອງກັນປະເທດ ກັບຫຼາຍກວ່າ 100 ປະເທດໃນໂລກ, ລວມທັງສະມາຊິດຖາວອນທັງ 5 ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊົນ, ໄດ້ຈັດຕັ້ງທູດປ້ອງກັນປະເທດໃນຫຼາຍກວ່າ 30 ປະເທດ ແລະ ຫຼາຍກວ່າ 40 ປະເທດໄດ້ຈັດຕັ້ງທູດປ້ອງກັນປະເທດໃນຫວຽດນາມ.
ໃນພາກພື້ນ, ດ້ວຍການເຂົ້າຮ່ວມໃນບັນດາກົນໄກການປ້ອງກັນປະເທດ ແລະ ການທະຫານຂອງອາຊຽນ ຢ່າງເປັນເຈົ້າການແລະຕັ້ງໜ້າ, ຫວຽດນາມໄດ້ຢືນຢັນທີ່ຕັ້ງແລະບົດບາດຂອງຕົນ ໃນກົນໄກເຫຼົ່ານັ້ນຫຼາຍຂຶ້ນ, ໂດຍສະເພາະ ໃນກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+). ຜົນສຳເລັດທີ່ສຸດ ເມື່ອເຂົ້າຮ່ວມບັນດາກົນໄກນີ້ແມ່ນ ຫວຽດນາມໄດ້ປ່ຽນຈາກການມີສ່ວນຮ່ວມພຽງຢ່າງດຽວ ໄປສູ່ການເປັນເຈົ້າການ “ຄວບຄຸມເກມ”, ເຂົ້າຮ່ວມການພັດທະນາແລະອອກແບບ “ກົດລະບຽບຂອງເກມ”; ກາຍເປັນສະມາຊິກທີ່ມີສຽງສໍາຄັນ ຢູ່ໃນເວທີປາໄສ. ຂໍ້ສະເໜີ ແລະ ຄວາມຄິດລິເລີ່ມດ້ານການຮ່ວມມືຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດ ແລະ ໄດ້ຮັບການພິສູດແລ້ວວ່າ ມີປະສິດທິຜົນເມື່ອນຳໄປປະຕິບັດຕົວຈິງ. ຫວຽດນາມໄດ້ສ້າງພາບພົດຂອງປະເທດທີ່ມີຄວາມຮັບຜິດຊອບ, ເປັນເຈົ້າການ ແລະ ກະຕືລືລົ້ນ ໃນການຮ່ວມມືດ້ານການປ້ອງກັນປະເທດ ແລະ ທາງການທະຫານ ໃນອາຊຽນ.
ໃນເວທີສາກົນ, ໂດຍການເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ຫວຽດນາມໄດ້ຢືນຢັນທີ່ຕັ້ງ, ກຽດສັກສີ ແລະ ພາບພົດຂອງປະເທດທີ່ມີຄວາມຮັບຜິດຊອບສູງ ຕໍ່ປະຊາຄົມໂລກ. ການເຂົ້າຮ່ວມປະຕິບັດການຮັກສາສັນຕິພາບຂອງສະຫະປະຊາຊາດເປັນໜຶ່ງໃນເສົາຫຼັກ ຂອງການທູດປ້ອງກັນປະເທດ ແລະ ເປັນຈຸດສຳຄັນໃນການພົວພັນຫຼາຍຝ່າຍ ຂອງກອງທັບປະຊາຊົນຫວຽດນາມ ໃນຊຸມປີທີ່ຜ່ານມາມໍ່ນີ້. ສິ່ງທີ່ໜ້າສົນໃຈຄື, ເພື່ອສ້າງແລວທາງກົດໝາຍ ໃຫ້ແກ່ການເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ວັນທີ 13 ພະຈິກ 2020, ສະພາແຫ່ງຊາດ ໄດ້ຜ່ານມະຕິເລກທີ 130/2020/QH14 ວ່າດ້ວຍການເຂົ້າຮ່ວມຂອງຫວຽດນາມ ໃນກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ສິ່ງນີ້ສະແດງໃຫ້ເຫັນເຖິງ ຄວາມຕັດສິນໃຈທາງການເມືອງທີ່ເຂັ້ມແຂງ, ຢືນຢັນການເຂົ້າຮ່ວມຢ່າງຍາວນານຂອງຫວຽດນາມ ໃນພາລະກິດການຮັກສາ ແລະ ສ້າງສັນຕິພາບ ໃນພາກພື້ນແລະໃນໂລກ, ສອດຄ່ອງກັບແຜນນະໂຍບາຍການຕ່າງປະເທດ ແລະ ການເຊື່ອມໂຍງສາກົນຂອງຫວຽດນາມ. ບັນດາທະຫານໝວກເບເຮສີຂຽວຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຈາກປະຊາຊົນໃນປະເທດທີ່ເຮົາເຂົ້າໄປປະຕິບັດໜ້າທີ່ ແລະ ກະຈາຍການສະໜັບສະໜູນຄວາມຮັກແພງຂອງຊາດຫວຽດນາມ ເຖິງປະຊາຊົນໃນປະເທດອື່ນໆ. ນີ້ແມ່ນຊັບສິນທາງຈິດໃຈອັນລ້ຳຄ່າ ທີ່ປະກອບສ່ວນປົກປັກຮັກສາປະເທດຊາດຫວຽດນາມຕັ້ງແຕ່ຕົ້ນ, ຈາກໄກ.
ບັນດາຜົນງານດ້ານການທະຫານ ແລະ ການປ້ອງກັນປະເທດ ພ້ອມກັບບັນດາຜົນສຳເລັດດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ການທູດ ບໍ່ພຽງແຕ່ພັດທະນາທາງກວ້າງເທົ່ານັ້ນ ແຕ່ຍັງພັດທະນາໃນຄວາມເລິກ ເຊິ່ງໄດ້ປະກອບສ່ວນຍົກສູງບົດບາດທີ່ຕັ້ງ ແລະ ກຽດສັກສີຂອງຫວຽດນາມ ໃນເວທີສາກົນ; ເປັນປະຖົມປັດໃຈທີ່ສຳຄັນ ເພື່ອປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມໄວ້ຢ່າວໝັ້ນຄົງ ຕັ້ງແຕ່ຕົ້ນ ຈາກໄກ, ສ້າງແຮງຜັກດັນໃໝ່ ເພື່ອສືບຕໍ່ສ້າງສາ ແລະ ພັດທະຍາປະເທດ ໃນສະໄໝແຫ່ງການເຊື່ອມໂຍງສາກົນ.
ໂດຍຊາບຊຶມຢ່າງເລິກເຊິ່ງ ບັນດາຂໍ້ຄິດທິດສະດີກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ ໃນບົດຄວາມຂອງສະຫາຍເລຂາທິການໃຫຍ່ ຫງຽນ ຝູ ຈ້ອງ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ”, ກອງທັບປະຊາຊົນຫວຽດນາມຈະສືບຕໍ່ ແລະ ພະຍາຍາມປະຕິບັດເປົ້າໝາຍ “ເດັດດ່ຽວ, ໜຽວແໜ້ນໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດ; ປົກປັກຮັກສາພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ… ເປັນເຈົ້າການໃນການປ້ອງກັນຄວາມສ່ຽງຂອງສົງຄາມແລະການປະທະກັນ ຕັ້ງແຕ່ຕົ້ນແລະຈາກໄກ; ກວດພົບໂດຍໄວ ແລະ ຈັດການກັບປັດໄຈທີ່ເປັນອັນຕະລາຍຢ່າງທັນທ່ວງທີ, ໂດຍສະເພາະປັດໄຈຄວາມສ່ຽງ ເຫດສຸດເສີນ; ຍູ້ແຮງການຕໍ່ສູ້ເພື່ອເອົາຊະນະທຸກກົນອຸບາຍແລະ ການເຄື່ອນໄຫວຕ້ານຢັນທຳລາຍ ຂອງບັນດາອິດທິກຳລັງສັດຕູ”(22), ປະກອບສ່ວນຢ່າງຕັ້ງໜ້າແລະມີໄຊ ເຂົ້າໃນພາລະກິດສ້າງສາສັງຄົມນິຍົມຢູ່ຫວຽດນາມ. ເພື່ອປະຕິບັດແນວທາງການພັດທະນາປະເທດ ໃນໄລຍະ 2021-2030: “ສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ; ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ ຢ່າງຮອບດ້ານ, ກວ້າງຂວາງເລິກເຊິ່ງ ແລະ ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບ, ຍົກສູງບົດບາດທີ່ຕັ້ງແລະ ກຽດສັກສີສາກົນຂອງຫຽດນາມຢ່າງບໍ່ຢຸດຢັ້ງ”, ການທູດປ້ອງກັນປະເທດຫວຽດນາມ ຈະຕັ້ງໜ້າພະຍາຍາມຊຸກຍູ້ການເຄື່ອນໄຫວຮ່ວມມືສາກົນ ທັງສອງຝ່າຍ ແລະ ຫຼາຍຝ່າຍ ຢ່າງມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກສູງຖານະທີ່ຕັ້ງຂອງຫວຽດນາມໂດຍລວມ, ຂອງກອງທັບປະຊາຊົນຫວຽດນາມໂດຍສະເພາະ ໃນເວທີສາກົນ.
ໃນສະຖານະການໂລກ ພາກພື້ນນີ້ມີການຜັນປ່ຽນທີ່ສັບສົນ, ຂໍ້ໄດ້ປຽບ ແລະ ສິ່ງທ້າທາຍ, ກາລະໂອກາດ ແລະ ຄວາມສ່ຽງ ກ່ຽວພັນແຊກຊ້ອນກັນ; ເອກະລາດ ອຳນາດອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມໝັ້ນຄົງຂອງປະເທດ ຖືກຄຸກຄາມສະເໝີ, ໜ້າທີ່ຂອງກອງທັບປະຊາຊົນຫວຽດນາມໜັກໜ່ວງຂຶ້ນເລື້ອຍໆ. ເພາະສະນັ້ນ, ເພື່ອປະຕິບັດ “ແຜນການປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ ຈາກໄກ ດ້ວຍສັນຕິວິທີ”, ປະກອບສ່ວນປັບປຸງເສີມສ້າງຄວາມໝັ້ນແກ່ນໃຫ້ກັບ “ແນວປ້ອງກັນດ່ານໜ້າ”, ການທູດປ້ອງກັນປະເທດຕ້ອງສືບຕໍ່ປະຕິບັດທິດນຳ “ຕັ້ງໜ້າ, ເປັນເຈົ້າການ, ໜັກແໜ້ນ, ໄຫວພິບ, ມີປະສິດທິຜົນ”, ປ່ຽນແປງໃໝ່ຢ່າງຢຸດບໍ່ຢັ້ງ, ໃຫ້ຄຳແນະນຳແກ່ພັກແລະລັດໃນຂົງເຂດທີ່ກ່ຽວຂ້ອງຢ່າງມີປະສິດທິຜົນ ເພື່ອມີມາດຕະການແກ້ໄຂຢ່າງທັນການ, ຍາດໄດ້ໄຊຊະນະອັນໃຫຍ່ຫຼວງຢູ່ໂຕະເຈລະຈາ, ໄດ້ຮັບໄຊຊະນະໃນແນວຮົບທາງການທູດ, ຍູ້ແຮງການຮ່ວມມືດ້ານການປ້ອງກັນປະເທດ ເພື່ອປະກອບສ່ວນເພີ່ມທະວີກຳລັງແຮງພາຍໃນ, ຍາດແຍ່ງເອົາແຫຼ່ງກຳລັງ ແລະ ການໜູນຊ່ວຍຈາກພາຍນອກ ທັງດ້ານວັດຖຸແລະຈິດໃຈ ເພື່ອກໍ່ສ້າງກອງທັບທີ່ “ເປັນລະບຽບກະທັດລັດ, ເຂັ້ມແຂງ, ຊຳນາການຮົບ”, ປະກອບສ່ວນປັບປຸງກຳລັງແຮງສັງລວມຂອງປະເທດ, ສ້າງທ່າແລະພະລັງ, ຢືນຢັນຖານະທີ່ຕັ້ງຂອງປະເທດໃນເວທີສາກົນ./.
--------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 104.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 13, ໜ້າ 245.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 9, ໜ້າ 59.
(4) ຫງວຽນ ຝູ ຈ້ອງ: ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມຢູ່ຫວຽດນາມ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 24.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 325.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ສພຈ ສື້ເຖິ້ດ, ຮ່າໂນ້ຍ, 1987, ໜ້າ 30.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7, ສພຈ ສື້ເຖິ້ດ, ຮ່າໂນ້ຍ, 1991, ໜ້າ 88.
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 8, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1996, ໜ້າ 120.
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 9, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2001, ໜ້າ 119.
(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ໜ້າ 112.
(11), (12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2011, ໜ້າ 83-84, 233.
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ປຶ້ມທີ່ໄດ້ແນະນຳ, ໜ້າ 153.
(14) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 162.
(15) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 153.
(16) ມະຕິເລກທີ 22-NQ/TW, ລົງວັນທີ 10 ເມສາ 2013, ຂອງກົມການເມືອງສູນກາງ “ວ່າດ້ວຍການເຊື່ອມໂຍງສາກົນ”.
(17) ກະຊວງປ້ອງກັນປະເທດ: ກົດລະບຽບການຈັດຕັ້ງ ແລະ ຄຸ້ມຄອງການເຄື່ືອນໄຫວການທູດທາງທະຫານ (ສະບັບແກ້ໄຂ ເພີ່ມເຕີມ), ສພຈ ກອງທັບປະຊາຊົນ, ຮ່າໂນ້ຍ, 2007, ໜ້າ 60.
(18), (19), (20) ກະຊວງປ້ອງກັນປະເທດ: ການປ້ອງກັນປະເທດຫວຽດນາມ ປີ 2019, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ໜ້າ 28, 28, 29.
(21) ກະຊວງປ້ອງກັນປະເທດ: ປຶ້ມປົກຂາວການປ້ອງກັນປະເທດຫວຽດນາມ, ສພຈ ໂລກ, ຮ່າໂນ້ຍ, 2009, ໜ້າ 23.
(22) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 331.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1002 (ເດືອນພະຈິກ 2022).