ເພີ່ມທະວີການພົວພັນລະຫວ່າງປະເທດບ້ານໃກ້ເຮືອນຄຽງ
ຫວຽດນາມ - ລາວ - ກໍາປູເຈຍ ໃນສະພາບການປະຈຸບັນ

ໂດຍ ຮສ, ປອ ຫງວຽນ ທິ ຖຸ໋ຍ ຮ່າ - ໂຮ່ ທິ ກວິ່ງ ເຟືອງ
ຄະນະວິຊາການເມືອງວິທະຍາ ແລະ ພົວພັນສາກົນ, ສະຖາບັນການເມືອງເຂດ 1 - ກົມລາວ-ກໍາປູເຈຍ, ຄະນະພົວພັນຕ່າງປະເທດສູນກາງພັກ
04:37, 14-04-2023
ວກ. - ໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນໃນວຽກງານພົວພັນຕ່າງປະເທດຂອງຫວຽດນາມຜ່ານເວລາ 35 ກ່ວາປີແຫ່ງການປ່ຽນແປງໃໝ່ນັ້ນ ແມ່ນການຮັກສາ, ປັບປຸງ ແລະ ພັດທະນາການພົວພັນອັນດີງາມ ກັບບັນດາປະເທດບ້ານໃຫ້ເຮືອນຄຽງ. ໃນສະພາບການປະຈຸບັນ, ການເສີມຂະຫຍາຍ ແລະ ເພີ່ມທະວີບັນດາສາຍພົວພັນທີ່ເປັນມູນເຊື້ອເວົ້າລວມ ແລະ ເວົ້າສະເພາະແມ່ນ ກັບສອງປະເທດບ້ານໃກ້ເຮືອນຄຽງລາວ ແລະ ກໍາປູເຈຍ ມີບົດບາດສໍາຄັນ, ປະກອບສ່ວນເຂົ້າໃນການເພີ່ມທະວີກໍາລັງບົ່ມຊ້ອນດ້ານການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ, ການພັດທະນາແບບຍືນຍົງ ແລະ ຍົກສູງຖານະບົດບາດຂອງຫວຽດນາມ ໃນເວທີສາກົນ.

ສະຫາຍ ຫງວຽນ ຝູ ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ຮຸນແຊນ, ປະທານພັກປະຊາຊົນ ກໍາປູເຈຍ, ນາຍົກລັດຖະມົນຕີ ລາຊະອານາຈັກກໍາປູເຈຍ ໃນການພົບປະຂັ້ນສູງລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ, ເດືອນກັນຍາ 2021 _ພາບ: TTXVN

ການປັບປຸງ ແລະ ພັດທະນາການພົວພັນລະຫວ່າງ
ບັນດາປະເທດບ້ານໃກ້ເຮືອນຄຽງ ກັບປະເທດ ລາວ ແລະ ກໍາປູເຈຍ

ຫວຽດນາມ, ລາວ ແລະ ກໍາປູເຈຍ ແມ່ນສາມປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ລ້ວນແຕ່ນອນໃນແຫຼມອິນດູຈີນ, ເຂດລຸ່ມແມ່ນໍ້າຂອງ, ຮ່ວມເສັ້ນຊາຍແດນທາງບົກ ແລະ ທາງທະເລ. ສາຍພົວພັນແບບພິເສດລະຫວ່າງສາມປະເທດ ຫວຽດນາມ - ລາວ - ກໍາປູເຈຍ ໄດ້ເລີ່ມຕົ້ນຈາກການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ, ຍາດເອົາເອກະລາດແຫ່ງຊາດ, ໄດ້ຮັບການເພີ່ມພູນຄຸນສ້າງ ແລະ ພັດທະນາ ຜ່ານບັນດາໄລຍະຕໍ່ສູ້ປະຕິວັດ. ນັ້ນແມ່ນ ຄວາມສາມັກຄີສະເໝີຕົ້ນສະເໝີປາຍ, ແມ່ນຄວາມເຊື່ອໝັ້ນທາງດ້ານຈິງໃຈ, ປອດໃສທີ່ປະຊາຊົນສາມປະເທດມີຕໍ່ກັນ, ​ແມ່ນການຊ່ວຍເຫຼືອຢ່າງໝົດຈິດໝົດໃຈ ເພື່ອປະຕິບັດບັນດາໜ້າທີ່ປະຕິວັດຢ່າງມີໄຊ, ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການພັດທະນາຂອງສາມ ຊາດ.

ໃນພຶດຕິກໍາຕົວຈິງຊີວິດການພົວພັນສາກົນໃຫ້ເຫັນວ່າ ບັນດາປະເທດລ້ວນແຕ່ມີຄວາມເອົາໃຈໃສ່ໃນການແກ້ໄຂສາຍພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ຮ່ວມ ເສັ້ນຊາຍແດນຢ່າງເໝາະສົມຕາມຄວນ. ຍ້ອນວ່າ ນີ້ແມ່ນສາຍພົວພັນທີ່ສົ່ງຜົນກະທົບໂດຍກົງຕໍ່ບັນຫາຮັບປະກັນຄວາມໝັ້ນຄົງດ້ານຄວາມສະຫງົບ, ການເມືອງ ແລະ ການພັດທະນາເສດຖະກິດ - ສັງຄົມ ຂອງແຕ່ລະປະເທດ.

ການພົວພັນລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນ ຍາມໃດກໍແມ່ນໜຶ່ງໃນບັນດາສາຍພົວພັນທີ່ສໍາຄັນ ແຕ່ກໍມີລັກສະນະສັບສົນ ແລະ ລະອຽດອ່ອນ. ເຖິງແມ່ນວ່າ ຈະມີບັນດາຈຸດຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທໍາ ແລະ ການແບ່ງປັນຄຸນຄ່າລວມຕ່າງໆໃນສິ່ງແວດລ້ອມນິເວດ, ທີ່ຕັ້ງພູມີສາດ - ຍຸດທະສາດອັນດຽວກັນກໍຕາມ... ແຕ່ໃນຕົວຈິງ, ຍ້ອນສາເຫດອັດຕະວິໄສ ແລະ ພາວະວິໄສຢ່າງຫຼວງຫຼາຍ, ສາຍພົວພັນລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງກໍມີບັນຫາຈໍານວນໜຶ່ງເກີດຂຶ້ນ, ຖ້າການແກ້ໄຂບໍ່ຄ່ອງແຄ້ວ ກໍອາດຈະເຮັດໃຫ້ເກີດບັນດາຜົນຕາມມາທີ່ຄາດຄະເນໄດ້ຍາກ, ສົ່ງຜົນກະທົບຫຼາຍຢ່າງ ຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງຫຼາຍປະເທດ. ຍ້ອນແນວນັ້ນ ເພື່ອມີສະພາບແວດລ້ອມທີ່ສັນຕິພາບ ແລະ ສະຖຽນລະພາບ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາຂອງປະເທດ, ບັນຫາຕັ້ງຂຶ້ນຕໍ່ບັນດາປະເທດ ກ່ອນອື່ນໝົດແມ່ນຕ້ອງສ້າງໄດ້ການພົວພັນຮ່ວມມື, ມິດຕະພາບ,​ ສັນຕິພາບ ກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ.

ໂດຍຮັບຮູ້ຢ່າງຈະແຈ້ງເຖິງຄວາມສໍາຄັນຂອງບັນຫາດັ່ງກ່າວ, ໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຈິນຕະນາການພົວພັນຕ່າງປະເທດຕາມທິດເປີດກ້ວາງ, ຫັນການພົວພັນຕ່າງປະເທດເປັນການພົວພັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ພັກກອມມູນິດຫວຽດນາມ ຍາມໃດກໍຖືເປັນສໍາຄັນພິເສດ ການພົວພັນຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພ້ອມດຽວກັນນັ້ນ, ໄດ້ກໍານົດຢ່າງຈະແຈ້ງວ່າ ນີ້ແມ່ນບັນຫາຍຸດທະສາດ, ກະທົບໂດຍກົງຕໍ່ຜົນປະໂຫຍດຂອງຊາດ ປະເທດຊາດ; ກະທົບຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນປີ 1986, ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ ໄດ້ເປັນຂີດໝາຍແຫ່ງການຫັນປ່ຽນໃນການປ່ຽນແປງຈິນຕະນາການ, ວິທີເຂົ້າເຖິງຢ່າງແຂງແຮງ ເພື່ອພິຈາລະນາບັນດາບັນຫາຍຸກສະໄໝ, ແກ້ໄຂບັນຫາທັງໝົດພາຍໃນປະເທດ ເພື່ອສາມາດ ແກ້ໄຂກ່ອນການຫັນປ່ຽນທີ່ໄວວາ ຂອງສະພາບການພາກພື້ນ ແລະ ໃນໂລກ ຢ່າງໄຫວພິບ, ເພື່ອຈຸດໝາຍລວມໜຶ່ງ ນັ້ນແມ່ນຮັບປະກັນຄວາມໝັ້ນຄົງ ແລະ ການພັດທະນາ. ໃນນັ້ນ, ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກໄດ້ກໍານົດໜ້າທີ່ ພັດທະນາ ແລະ ປັບປຸງສາຍ ພົວພັນແບບພິເສດລະຫວ່າງສາມປະເທດໃນອິນດູຈີນ,... ການຮ່ວມມືຮອບດ້ານ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແມ່ນກົດເກນແຫ່ງການເປັນຕາຍ ແລະ ພັດທະນາຂອງທັງສາມຊາດອ້າຍນ້ອງ... ຫວຽດນາມມີຄວາມຈົ່ງຮັກພັກດີຕໍ່ພັນທະສາກົນຂອງຕົນ ຕໍ່ການປະຕິວັດລາວ ແລະ ການປະຕິວັດກໍາປູເຈຍ(1). ພິເສດ, ການລົ້ມລະລາຍຂອງລະບອບສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະ ເອີຣົບຕາເວັນອອກ, ລະບຽບໂລກມີການປ່ຽນແປງ ໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນຢ່າງແຂງແຮງ. ໃນສະພາບການດັ່ງກ່າວ ການພົວພັນລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງຂອງພັກກອມມູນິດຫວຽດນາມ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຖືເປັນໜຶ່ງໃນບັນດາການບຸລິມະສິດແຖວໜ້າ. ໃນກອງປະຊຸມໃຫຍ່ຄັ້ງທີ 7 (ປີ 1991), ພັກກອມມູນິດຫວຽດນາມສືບຕໍ່ເນັ້ນໜັກວ່າປັບປຸງ, ພັດທະນາສາຍພົວພັນສາມັກຄີ ແລະ ມິດຕະພາບແບບພິເສດ ລະຫວ່າງພັກ ແລະ ປະຊາຊົນເຮົາກັບພັກ ແລະ ປະຊາຊົນລາວ, ພັກ ແລະ ປະຊາຊົນກໍາປູເຈຍອ້າຍນ້ອງ ຢ່າງບໍ່ຢຸດຢັ້ງ. ປ່ຽນແປງໃໝ່ແບບວິທີການຮ່ວມມື, ຖືເປັນສໍາຄັນປະສິດທິຜົນຕາມຫຼັກການສະເໝີພາບ, ເຄົາລົບນັບຖືຄວາມເປັນເອກະລາດ, ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທໍາຂອງກັນແລະກັນ”(2). 

ໃນເອກະສານກອງປະຊຸມໃຫຍ່ຂອງພັກບັນດາສະໄໝຕໍ່ມາ, ການພົວພັນກັບບັນດາ ປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຢັ້ງຢືນວ່າ ແມ່ນໜຶ່ງໃນບັນດາການບຸລິມະສິດແຖວໜ້າ. ຕັ້ງແຕ່ແຜນນະໂຍບາຍ ຢາກເປັນເພື່ອນຈົນເຖິງພ້ອມແລ້ວທີ່ຈະເປັນເພື່ອນ”, “ເປັນຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ”, “ເປັນເພື່ອນ, ຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖືໄດ້ ​ແລະ ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ”, ຈົນເຖິງຄ່ອຍໆກ້າວ​ໄປ​ສູ່​ການ​ພົວ​ພັນ​ສາ​ກົນແບບ​ຫຼາຍຮູບຫຼາຍແບບ ແລະ ​ຫຼາຍ​ກ້ຳຫຼາຍຝ່າຍ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຢັ້ງຢືນວ່າ: “ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າການ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ຫັນເອົາການພົວພັນຕ່າງປະເທດເປັນ ການພົວພັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ ຢ່າງສະເໝີຕົ້ນສະເໝີປາຍ(3); “ຫວຽດນາມເປັນເພື່ອນ, ເປັນຄູ່​ຮ່ວມ​ມື​ທີ່​​ເຊື່ອຖືໄດ້ ​ແລະ ເປັນສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ(4), ພິເສດ, ພັກກອມມູນິດຫວຽດນາມໄດ້ເນັ້ນໜັກວ່າ: “ຖືເປັນສໍາຄັນການພັດທະນາສາຍພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອ ກັບບັນດາປະເທດບ້ານໃກ້ເຮືອນຄຽງ(6). ທິດ​ທາງ​ບຸລິມະສິດ​ທີ່​ພັກ​ວາງ​ອອກ​ໃນ​ການ​ພົວພັນກັບ​ຄູ່​ຮ່ວມ​ມືທີ່ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ຄູ່​ຮ່ວມ​ມື​ທີ່ໃຫຍ່, ຄູ່​ຮ່ວມ​ມື​ສຳຄັນ, ໃນນັ້ນ, ໄດ້ເນັ້ນໜັກຄວາມຮຽກຮ້ອງຕ້ອງການຕ້ອງພັດທະນາການພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອ; ຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດທີ່ພັດທະນາແລ້ວ, ບັນດາຄູ່ຮ່ວມມືທີ່ກຳລັງບົ່ມຊ້ອນໃຫຍ່ ເພື່ອຮັບໃຊ້ຢ່າງແທດຈິງໃຫ້ແກ່ເປົ້າໝາຍສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ໃນເມື່ອກ້າວເຂົ້າສູ່ຂະບວນການປ່ຽນແປງໃໝ່ແຕ່ຫົວທີ, ຫວຽດນາມໄດ້ຖືເປັນສໍາຄັນພິເສດບັນຫາປັບປຸງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ, ກໍານົດການແກ້ໄຂບັນຫາກໍາປູເຈຍ ແມ່ນຈຸດ ບຸກທະລຸໜຶ່ງທີ່ທັງປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມສາກົນທີ່ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ທັງສ້າງເງື່ອນໄຂສະດວກ ເພື່ອພັດທະນາປະເທດ. ຍ້ອນແນວນັ້ນ, ຫວຽດນາມໄດ້ມີການປະສານງານກັບລັດຖະບານສາທາລະນະລັດ ປະຊາຊົນກໍາປູເຈຍຢ່າງຕັ້ງໜ້າ ເພື່ອ​ຊຸກຍູ້​ການ​ເຈລະຈາ​ລະຫວ່າງ​ຝ່າຍຕ່າງໆ​ທີ່​ມີ​ຄວາມ​ສົນ​ໃຈ ແລະ ​ຫາທາງອອກ​ທີ່​ທຸກ​ຝ່າຍ​​ຍອມຮັບໄດ້ຢ່າງ​ໄວ. ໃນວັນທີ 23 ຕຸລາ 1991, ສັນ​ຍາ​ສັນ​ຕິ​ພາບ​ປາ​ຣີ​ໄດ້​ຮັບ​ການ​ລົງ​ນາມ ເຊິ່ງນຳໄປສູ່​ການ​ແກ້​ໄຂບັນຫາທາງ​ການ​ເມືອງໃນ​ກຳ​ປູ​ເຈຍ. ນີ້ແມ່ນໄຊຊະນະຂອງພັກກອມມູນິດຫວຽດນາມ ໃນຂະບວນວິວັດແຫ່ງການຜັນຂະຫຍາຍນະໂຍບາຍການຕ່າງປະເທດກັບບັນດາປະເທດບ້ານໃກ້ເຮືອນຄຽງ, ສ້າງເງື່ອນໄຂສະດວກ ເພື່ອປະກອບສ່ວນນໍາເອົາປະເທດຫວຽດນາມ ພົ້ນອອກຈາກການປິດລ້ອມ, ທ່າໂດດດຽວ, ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດ ໃນພາກພື້ນ ແລະ ໃນໂລກ.

ການສ້າງຕັ້ງສາຍພົວພັນຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງບົນພື້ນຖານຂອງຄວາມເພິ່ງພາອາໃສເຊິ່ງກັນແລະກັນໃນດ້ານຄວາມສະຫງົບ ແລະ ການພັດທະນາ ແມ່ນການຮັບປະກັນທີ່ສໍາຄັນທີ່ສຸດ ເພື່ອສ້າງຖານະບົດບາດທີ່ດີ, ຫຼຸດຜ່ອນສິ່ງເສຍປຽບໃນການພົວພັນຂອງຫວຽດນາມກັບປະເທດອື່ນໆ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃນພາລະກິດປ່ຽນແປງໃໝ່ ແລະ ຍົກສູງຖານະບົດບາດຂອງປະເທດ. ບົນພື້ນຖານດັ່ງກ່າວ, ຫວຽດນາມໄດ້ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະ ໂລກນັບມື້ນັບເລິກເຊິ່ງ ແລະ ກ້ວາງຂວາງ, ສ້າງຕັ້ງທ່າແຮງ ແລະ ກໍາລັງແຮງໃໝ່ໃຫ້ແກ່ປະເທດມີການພັດທະນາແບບຍືນຍົງໃນອະນາຄົດ.

ບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນກັບ
ສອງປະເທດບ້ານໃກ້ເຮືອນຄຽງລາວ ແລະ ກໍາປູເຈຍ

ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກັບລາວ ແລະ ກໍາປູເຈຍ ຍາມໃດກໍແມ່ນການບຸລິມະສິດອັນດັບໜຶ່ງ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ. ຜ່ານເວລາ 35 ກ່ວາປີແຫ່ງການປ່ຽນແປງໃໝ່, ພວກເຮົາຍາດມາໄດ້ຜົນງານອັນພົ້ນເດັ່ນໃນການພົວພັນກັບສອງປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອຢ່າງຫຼວງຫຼາຍ.

ສໍາລັບປະເທດລາວ, ສາມາດເວົ້າວ່າ ຜົນງານອັນໃຫຍ່ຫຼວງທີ່ສຸດ ນັ້ນແມ່ນຄວາມສອດຄ່ອງແລະຄວາມສະເໝີຕົ້ນສະເໝີປາຍໃນຄວາມຮັບຮູ້, ທັດສະນະ ແລະ ແຜນນະໂຍບາຍກ່ຽວກັບການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບປະເທດລາວ. ສອງຝ່າຍຍາມໃດກໍນັບຖືຢ່າງສູງ, ຮັກສາ ແລະ ຈົດຈໍາໄລຍະປະຕິວັດທີ່ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດເຄີຍໄດ້ຮ່ວມທຸກຮ່ວມສຸກ, ຄຽງບ່າຄຽງໄລ່ນໍາກັນ, ພ້ອມກັນຕໍ່ສູ້ ແລະ ເອົາຊະນະສັດຕູ. ນີ້ແມ່ນປັດໄຈຕັດສິນໄຊຊະນະຂອງການປະຕິວັດແຕ່ລະປະເທດ, ແມ່ນຊັບສິນລວມອັນລໍ້າຄ່າຂອງສອງຊາດ. ໃນການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ, ສອງປະເທດຍາມໃດກໍກໍານົດວ່າ ສຸມໃສ່ບັນດາຂົງເຂດທີ່ສາມາດເສີມຂະຫຍາຍໄດ້ທ່າແຮງ ແລະ ເງື່ອນໄຂສະດວກພື້ນຖານຂອງແຕ່ລະຝ່າຍ, ສົມທົບລະຫວ່າງປະເພນີ ແລະ ທໍານຽມທາງສາກົນກັບລັກສະນະພິເສດຂອງສາຍພົວພັນລະຫວ່າງຫວຽດນາມ - ລາວຢ່າງເໝາະສົມຕາມຄວນ.

​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ​ຫຼາຍ​ຢ່າງ, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການສູ້ຮົບລະຫວ່າງປະເທດຣັດເຊຍ ແລະ ຢູແຄຣນ ພວມກໍ່ຝຫ້ເກີດຜົນສະທ້ອນອັນຫຍໍ້ທໍ້ຕໍ່ບັນດາປະເທດ, ຫວຽດນາມ ແລະ ລາວຍັງພະຍາຍາມຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ. ການພົວພັນດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີ, ເຂົ້າສູ່ລວງເລິກ ແລະ ມີບົດບາດຫຼັກແຫຼ່ງ, ກໍານົດທິດທາງທັງໝົດໃນການຮ່ວມມືລວມ ລະຫວ່າງສອງປະເທດ. ການຮ່ວມມືດ້ານການປ້ອງກັນປະເທດດ - ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ຖືກຖືວ່າແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງຫວຽດນາມ - ລາວ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ, ຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ. ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ, ຫວຽດນາມສືບຕໍ່ແມ່ນໜຶ່ງໃນສາມນັກລົງທຶນຫຼາຍທີ່ສຸດຢູ່ລາວ. ໂດຍມີຫຼາຍໂຄງການລົງທຶນທີ່ມີປະສິດທິຜົນເປັນຢ່າງດີ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນຂະບວນການພັດທະນາຂອງສອງປະເທດ, ສ້າງວຽກເຮັດງານທໍາເພີ່ມຢ່າງຫຼວງຫຼາຍ, ຊ່ວຍຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວ. ໃນເວລາ 5 ເດືອນຕົ້ນປີ 2022, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວບັນລຸ 690 ກ່ວາລ້ານໂດລາສະຫະລັດ, ເພີ່ມ 21% ເມື່ອທຽບກັບໄລຍະດຽວກັນຂອງປີ 2021. ​ກົນ​ໄກພິເສດ​ກ່ຽວ​ກັບ​ພາສີ​ນຳ​ເຂົ້າ ​ແລະ ສົ່ງ​ອອກສຳລັບ​ສິນຄ້າ​ທີ່​ມີ​ແຫຼ່ງກຳ​ເນີ​ດຈາກ 2 ປະເທດ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຈາກ​ສອງ​ຝ່າຍ ​ແລະ ບັນດາ​ລາຍການ​ຊຸກຍູ້​ກໍ່​ນັບ​ມື້​ນັບ​ກວ້າງຂວາງ. ເພື່ອຊ່ວຍ ເຫຼືອລາວພັດທະນາແບບຍາວນານ, ຫວຽດນາມກໍສ້າງເງື່ອນໄຂໃຫ້ລາວນໍາໃຊ້ທ່າເຮືອ ຫວູງອ໋າງ 1,2,3, ເພື່ອຊ່ວຍປະເທດລາວມີຄວາມສະດວກໃນການຂົນສົ່ງສິນຄ້າຜ່ານທາງທະເລ. ສອງປະເທດກໍາລັງຊຸກຍູ້ການຊອກຫາແຫຼ່ງເງິນລົງທຶນ ເພື່ອຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ຄົມມະນາຄົມລະຫວ່າງສອງຝ່າຍ ເຊັ່ນ: ເສັ້ນທາງດ່ວນ ວຽງຈັນ - ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ - ຫວູງອ໋າງ ແລະ ອື່ນໆ. ນີ້ແມ່ນບັນດາໂຄງການສະແດງຄວາມຮັກແພງແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ, ໝົດຈິດໝົດໃຈລະຫວ່າງບັນດາຜູ້ທີ່ເປັນສະຫາຍ, ອ້າຍນ້ອງຢ່າງຈະແຈ້ງ, ແມ່ນໂຄງການໜຶ່ງບໍ່ມີສອງໃນການຮ່ວມມືລະຫວ່າງສອງປະເທດ(6). ການຮ່ວມມືດ້ານການສຶກສາ-ເຝຶກອົບຮົມ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ຍາມໃດກໍແມ່ນຂົງເຂດໄດ້ຮັບການບຸລິມະສິດ. ເພື່ອຊ່ວຍເຫຼືອລາວເພີ່ມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຫວຽດນາມໄດ້ຊ່ວຍລາວກໍ່ສ້າງລັດຖະກອນ, ນັກຄົ້ນຄ້ວາ, ພະນັກງານການແພດ, ທະຫານ, ນັກວິສະວະກອນ ເປັນໝື່ນຄົນ... ປະຈຸບັນ, ມີນັກສຶກສາລາວກໍາລັງຮຽນຢູ່ຫວຽດນາມຈໍານວນ 16.000 ຄົນ. ສອງປະເທດກໍໄດ້ມີການປະສານງານ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ໃນບັນດາເວທີພາກພື້ນ ແລະ ສາກົນຢ່າງເປັນປະຈໍາ(7). ປີ 2022, ເນື່ອງໃນໂອກາດປີສາມັກຄີມິດຕະພາບຫວຽດນາມ - ລາວ, ສອງປະເທດໄດ້ພ້ອມກັນຜັນຂະຫຍາຍ, ຈັດຕັ້ງບັນດາກິດຈະກຳທີ່ແທດເໝາະກັບພຶດຕິກໍາຕົວຈິງເປັນຈໍານວນຫຼວງຫຼາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວຄົບຮອບ 45 ປີ. ນີ້ແມ່ນບັນດາເຫດການສໍາຄັນທີ່ສຸດ, ມີຄວາມໝາຍປະຫວັດສາດໃນການພົວພັນລະຫວ່າງສອງຊາດ, ແມ່ນໂອກາດເພື່ອໂຄສະນາໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ້ນໜຸ່ມຂອງສອງຝ່າຍໄດ້ມີຄວາມເຂົ້າໃຈກ່ຽວກັບມູນເຊື້ອການພົວພັນອັນດີງາມ, ຄວາມຈົ່ງຮັກພັກດີ, ປອດໃສຂອງສອງຊາດຢ່າງຈະແຈ້ງ.

ສໍາລັບປະເທດກໍາປູເຈຍ, ບົນພື້ນຖານທິດນໍາບ້ານໃກ້ເຮືອນຄຽງອັນດີງາມ, ມິດ ຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ”, ໃນຊຸມປີທີ່ຜ່ານມາ, ສາຍພົວພັນບ້ານໃກ້ເຮືອນຄຽງ, ມິດຕະພາບລະຫວ່າງຫວຽດນາມ - ກໍາປູເຈຍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ແນໃສ່ເນັ້ນໜັກຄວາມສໍາຄັນ ແລະ ການຕັດສິນໃຈປັບປຸງການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ - ກໍາປູເຈຍ, ໃນເວລາທີ່ຜ່ານມາ, ການຮ່ວມມືໃນຂົງເຂດການເມືອງສືບຕໍ່ໄດ້ຮັກສາ, ມີບົດບາດຫຼັກແຫຼ່ງ, ກໍານົດທິດທາງການພົວພັນລະຫວ່າງສອງ ຊາດ. ການຮ່ວມມືດ້ານການປ້ອງກັນປະເທດດ - ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ ສືບຕໍ່ໄດ້ຮັບການຊຸກຍູ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນທີ່ແທດເໝາະກັບພຶດຕິກໍາຕົວຈິງຢ່າງຫຼວງຫຼາຍ, ແມ່ນເສົາຄໍ້າທີ່ສໍາຄັນໃນການພົວພັນລະຫວ່າງສອງປະເທດ.

ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກໍາປູເຈຍຍັງສືບຕໍ່ຮັກສາໄດ້ຈັງຫວະການພັດທະນາຢ່າງຕັ້ງໜ້າ. ກ່ຽວກັບການຮ່ວມມືດ້ານການລົງທຶນ, ໃນປະຈຸບັນ ຫວຽດນາມມີໂຄງການລົງທຶນທີ່ຍັງມີຜົນສັກສິດຢູ່ກໍາປູເຈຍຈໍານວນ 188 ໂຄງການ ເຊິ່ງມີທຶນຈົດທະບຽນທັງໝົດປະມານ 2.846 ລ້ານໂດລາສະຫະລັດ, ຢືນ​ອັນ​ດັບ​ທີ 2 ໃນ​ບັນ​ດາ 78 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ຫວຽດ​ນາມໄດ້​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ. ກິດຈະກໍາການລົງທຶນຂອງຫວຽດນາມໄດ້ລົງທຶນຢູ່ 18 ໃນ 25 ແຂວງ, ນະຄອນຂອງກໍາປູເຈຍ, ສ່ວນຫຼາຍແມ່ນບັນດາຂົງເຂດສໍາຄັນ ເຊັ່ນ: ກະສິກໍາ (ກວມເອົາເກືອບ 70% ຈໍານວນເງິນລົງທະບຽນທັງໝົດ), ການເງິນ, ທະນາຄານ, ປະກັນໄພ, ໂທລະຄົມມະນາຄົມ; ໂຄງການທີ່ເຫຼືອຢູ່ໃນ ຂົງເຂດການບິນ, ແຮ່ທາດ, ອຸດສາຫະກໍາປຸງແຕ່ງ, ການຜະລິດ, ການຂົນສົ່ງແລະສາງສິນຄ້າ, ສາທາລະນະສຸກ,​ ການກໍ່ສ້າງ, ການທ່ອງທ່ຽວ ໂຮງແຮມ, ອະສັງຫາລິມະຊັບ ແລະ ບໍລິການອື່ນໆ(8). ໂດຍບໍ່ສົນໃຈຕໍ່ບັນດາຜົນກະທົບອັນໃຫຍ່ຫຼວງຂອງພະຍາດໂຄວິດ-19 ໃນເວລາທີ່ຜ່ານມາ, ການຮ່ວມມືດ້ານການຄ້າ, ການລົງທຶນສືບຕໍ່ແມ່ນ ຈຸດພົ້ນເດັ່ນໃນຂົງເຂດເສດຖະກິດຂອງສອງປະເທດບົນ ພື້ນຖານການເຕີບໂຕຢ່າງກ້າວກະໂດດ. ວົງເງິນນໍາເຂົ້າ, ສົ່ງອອກສອງຝ່າຍທັງໝົດຂອງປີ 2020 ບັນລຸ 5,32 ຕື້ໂດລາສະຫະລັດ, ປີ 2021 ບັນລຸ 9,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 80% ເມື່ອທຽບກັບປີ 2020. ໃນໄຕມາດທີ 1 ປີ 2022, ຕົວເລກນີ້ສູງເຖິງເກືອບ 3,4 ຕື້ໂດລາສະຫະລັດ, ຄາດວ່າໃນປີ 2022 ຈະບັນລຸກ່ວາ 10 ຕື້ໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ການຮ່ວມມືດ້ານການສຶກສາ - ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຮັບຄວາມເອົາໃຈໃສ່ເປັນ ພິເສດຈາກສອງຝ່າຍ, ຖືວ່າເປັນບັນຫາສໍາຄັນໃນລະດັບຍຸດທະສາດ, ຍ້ອນຂະບວນການສ້າງຖັນແຖວພະນັກງານທີ່ມີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງບັນດາຂະແໜງການ, ອາຊີບ, ຂົງເຂດຂອງສອງປະເທດ ແມ່ນການປະກອບສ່ວນເຂົ້າໃນການປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ຍາວນານລະຫວ່າງປະຊາຊົນສອງຊາດ. ແຕ່ລະປີ, ຫວຽດນາມໄດ້ມອບທຶນການສຶກສາໄລຍະສັ້ນ ແລະ ໄລຍະຍາວໃຫ້ແກ່ກໍາປູເຈຍຫຼາຍຮ້ອຍຄົນ. ກໍາປູເຈຍກໍມີທຶນການສຶກສາໃຫ້ແກ່ຫວຽດນາມຈໍານວນ 35 ທຶນ, ປະກອບມີທຶນການສຶກສາຮຽນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລຈໍານວນ 15 ທຶນ, ທຶນສຶກສາດ້ານພາສາ, ວັດທະນະທໍາຂະແມໃນເວລາສອງປີຈໍານວນ 20 ທຶນ. ໃນປະຈຸບັນ, ມີນັກສຶກສາຫວຽດນາມກໍາລັງຮໍ່າຮຽນຢູ່ກໍາປູເຈຍປະມານ 200 ຄົນ. ນອກຈາກນັ້ນ, ສອງຝ່າຍຍັງເພີ່ມທະວີການຮ່ວມມືໃນຂົງເຂດສອນວິຊາຊີບ ຜ່ານການຈັດຕັ້ງບັນດາກິດຈະກໍາພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອປະກອບເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮັບໃຊ້ພາລະກິດສ້າງສາ ແລະ ພັດທະນາປະເທດ(9).

ໃນເວລາທີ່ຜ່ານມາ, ຫວຽດນາມ ແລະ ກໍາປູເຈຍບັນລຸຜົນສໍາເລັດທີ່ສໍາຄັນໃນການແບ່ງເຂດ ແລະ ປັກຫຼັກໝາຍຊາຍແດນ. ໃນເດືອນຕຸລາ 2019, ສອງຝ່າຍໄດ້ລົງນາມໃນສົນທິສັນຍາເພີ່ມເຕີມໃນປີ 2019 ແລະ ພິທີສານເພື່ອບັນທຶກຄວາມສຳເລັດຂອງການແບ່ງເຂດ ແລະ ປັກຫຼັກໝາຍ 84% ຂອງຊາຍແດນທາງບົກ ແລະ ການຈັດສົ່ງມອບຮັບແຜນທີ່ພູມີປະເທດເຂດຊາຍແດນ. ການລົງລາຍເຊັນສອງເອກະສານນິຕິກໍາດັ່ງ ກ່າວ ມີຄວາມໝາຍສໍາຄັນ, ສ້າງພື້ນຖານເພີ່ມ ເພື່ອໃຫ້ສອງຝ່າຍສືບຕໍ່ຮັກສາຄວາມໝັ້ນຄົງ, ຊຸກຍູ້ການພັດທະນາເສດຖະກິດເຂດຊາຍແດນ. ປີ 2022 ແມ່ນປີມິດຕະພາບລະຫວ່າງຫວຽດນາມ - ກໍາປູເຈຍ, ສອງປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ແລະ ເປັນປະໂຫຍດຕົວຈິງຢ່າງຫຼວງຫຼາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງຫວຽດນາມ - ກໍາປູເຈຍ ຄົບຮອບ 45 ປີ, ສະ​ແດງ​ຄວາມ​ເຄົາ​ລົບ​ ​ແລະ ໃຫ້ຄວາມສຳຄັນຕໍ່ກັນສະເໝີມາ​ໃນ​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ກັບ​ລາວ ​ແລະ ກຳປູ​ເຈຍ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງຂອງຫວຽດນາມ​ກັບ​ພາກ​ພື້ນ ​ແລະ ໂລກ​ຢ່າງ​ແໜ້ນແຟ້ນແລະເລິກ​ເຊິ່ງ. ແລະສໍາຄັນກ່ອນໝູ່ແມ່ນ ປະກອບສ່ວນເຂົ້າໃນການສ້າງແລະຮັກສາສະພາບແວດລ້ອມໃນພາກພື້ນ ແລະ ສາກົນ ທີ່ສະຫງົບສຸກ, ໝັ້ນຄົງ ແລະ ເອື້ອອຳນວຍຕໍ່ການປ່ຽນແປງໃໝ່ ແລະ ການຫັນປະເທດເປັນປະເທດອຸດສາຫະກໍາ ແລະທັນສະໄໝ, ການພັດທະນາເສດຖະກິດ-ສັງຄົມ, ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.  

ສືບຕໍ່ຊຸກຍູ້ການພົວພັນບ້ານໃກ້ເຮືອນຄຽງລະຫວ່າງ
ຫວຽດນາມ - ລາວ - ກໍາປູເຈຍ ໃນສະພາບການໃໝ່

ໃນສະພາບການສາກົນມີການຜັນແປຢ່າງໄວວາແລະຄາດເດົາໄດ້ຍາກ, ດ້ວຍຮູບແບບຂອງການເຕົ້າໂຮມກໍາລັງທີ່ຫຼາກຫຼາຍ ແລະ ການແກ່ງແຍ້ງທາງອໍານາດທີ່ສັບສົນ, ໂດຍສະເພາະແມ່ນ ລະຫວ່າງບັນດາປະເທດໃຫຍ່ໃນພາກພື້ນ ຈຶງເປັນສິ່ງສຳຄັນທີ່ຈະຕ້ອງປັບປຸງການພົວພັນຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ສັນຕິພາບ ແລະ ສະຖຽນລະພາບ ເປັນສິ່ງທີ່ມີຄຸນຄ່າອັນໃຫຍ່ຫຼວງ ແລະ ມີຄວາມສຳາຄັນທີ່ສຸດ ໃນການຮັບປະກັນຄວາມໝັ້ນຄົງ ແລະ ການພັດທະນາຂອງຫວຽດນາມ. ຂະບວນການກຳນົດແຜນນະໂຍບາຍການຕ່າງປະເທດຂອງຫວຽດນາມໃນປະຈຸບັນ ຈຳຕ້ອງມີການວິໄສທັດຍຸດທະສາດຕໍ່ບັນດາບັນຫາພູມີລັດຖະສາດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ກ້ວາງກ່ວານັ້ນແມ່ນເຂດອາຊີ-ປາຊີຟິກ ແລະ ໃນໂລກ. ວິໄສທັດນີ້ສະທ້ອນໃຫ້ເຫັນເຖິງ ຄວາມຕິດພັນທີ່ແໜ້ນແຟ້ນ ລະຫວ່າງຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ ກັບພາກພື້ນ, ດ້ວຍເຫດນີ້ຈຶງເປັນພື້ນຖານໃຫ້ແກ່ການຊຸກຍູ້ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ກ້ວາງຂວາງ.

ທີໜຶ່ງຕ້ອງກໍານົດບັນດາໜ້າທີ່ໃຫຍ່ແລະສໍາຄັນຂອງວຽກງານພົວພັນຕ່າງ ປະເທດໃນສະພາບການໃໝ່ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຊີ້ແຈ້ງວ່າ: “ສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າຂອງການພົວພັນຕ່າງປະເທດໃນການເສິມສ້າງ ແລະ ຮັກສາສະພາບແວດລ້ອມສັນຕິພາບ ແລະສະຖຽນລະພາບ, ລະດົມບັນດາແຫຼ່ງກໍາລັງພາຍນອກ ເພື່ອພັດທະນາປະເທດ, ຍົກສູງຖານະບົດບາດ ແລະ ອິດທິພົນຂອງປະເທດ(10). ຕ້ອງສ້າງຍຸດທະສາດການພົວພັນຕ່າງປະເທດທີ່ຮອບດ້ານ, ໃນນັ້ນ, ປະກອບມີການກໍານົດທິດນະໂຍບາຍພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນ. ບົນພື້ນຖານນັ້ນ, ສະຫຼຸບເປັນທາງອອກສະເພາະເພື່ອແກ້ໄຂ ແລະ ຈໍາກັດບັນຫາທີ່ຄ້າງຄາຢູ່, ຊຸກຍູ້ການພົວພັນຮ່ວມມືກັບລາວ ແລະ ກໍາປູເຈຍ ກໍຄືການພົວພັນກັບບັນດາປະເທດໃນອາຊີຕາເວັນອອກງສຽງໃຕ້ ໃຫ້ເຂົ້າສູ່ລວງເລິກ, ທາດແທ້ ແລະ ມີປະສິດທິຜົນສູງ. ເພື່ອໃຫ້ມີຍຸດທະສາດພົວພັນຕ່າງປະເທດດັ່ງກ່າວ ຈຳເປັນຕ້ອງຄົ້ນຄ້ວາແລະປະເມີນການພັດທະນາສາຍພົວພັນຂອງຫວຽດນາມກັບບັນດາປະເທດບ້ານໃກ້ເຮືອນຄຽງຢ່າງຮອບດ້ານ ແລະທົ່ວເຖິງ ແລະ ພາລະວັດການພັດທະນາຂອງສາຍພົວພັນດັ່ງກ່າວ ໃນສະພາບການຂອງພາກພື້ນ ແລະ ໂລກມີຄວາມໝາຍສໍາຄັນທີ່ສຸດ.

ທີສອງ, ຫວຽດນາມຕ້ອງເປັນເຈົ້າການຫຼາຍກ່ວາອີກໃນການເຂົ້າຮ່ວມການຮັກສາສະພາບແວດລ້ອມສາກົນທີ່ສະຫງົບສຸກ, ໂດຍສະເພາະສະພາບແວດລ້ອມໃນພາກພື້ນຂອງບັນດາປະເທດບ້ານໃກ້ເຮືອນຄຽງ, ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການພັດທະນາປະເທດໃນທຸກດ້ານ, ປົກປັກຮັກສາເອກະລາດ ອະທິປະໄຕ ເອກະພາບ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະ ລະບອບສັງຄົມນິຍົມຢ່າງໝັ້ນຄົງ. ກໍາແໜ້ນທັດສະນະສັດຈະວິພາກກ່ຽວກັບການຮ່ວມມືແລະການຕໍ່ສູ້, ກ່ຽວກັບຄູ່ຮ່ວມແລະເປົ້າໝາຍ ເພື່ອບໍ່ຖືກຕົກໃນທ່າຮັບ, ຕົກຢູ່ໃນທ່າໂດດດຽວ, ຕ້ອງ ເລືອກຝ່າຍແລະ ຖືກຂຶ້ນກັບ. ໃນສະພາບແວດລ້ອມພູມີສາດການເມືອງທີ່ເຕັມໄປດ້ວຍການແກ່ງແຍ້ງ, ຄາດເດົາໄດ້ຍາກໃນປະຈຸບັນ, ຈຳເປັນຕ້ອງເອົາໃຈໃສ່ ແລະ ລົງທຶນຫຼາຍກ່ວາເກົ່າ ເພື່ອພັດທະນາການພົວພັນກັບບັນດາປະເທດໃນພາກພື້ນເວົ້າລວມ ແລະ ເວົ້າສະເພາະແມ່ນການພົວພັນກັບປະເທດບ້ານໃກ້ເຮືອນຄຽງ ທີ່ຮ່ວມເສັ້ນຊາຍແດນ, ສ້າງບາດກ້າວບຸກທະລຸໃໝ່ ແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການພົວພັນຮ່ວມມືກັບລາວ ແລະ ກໍາປູເຈຍ.

ທີສາມຕ້ອງເຊື່ອມຊຶມຈິດໃຈກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກ່ຽວກັບແນວຄິດຊີ້ນໍາກໍານົດທິດສາຍພົວພັນລະຫວ່າງຫວຽດນາມກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນຢ່າງເລິກເຊິ່ງ ນັ້ນແມ່ນຮັກສາເອກະລາດ, ຄວາມເປັນເຈົ້າການ, ການອີງໃສ່ຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ ປະເທດຊາດ​ເປັນ​ອັນ​ດັບ​ໜຶ່ງ, ຖື​ເອົາ​ສິ່ງ​ດັ່ງກ່າວ​ເປັນ​ມາດຖານ​ທຳ​ອິດເພື່ອກໍານົດ ຫຼື ດັດແປງມາດຕະການ, ນະໂຍບາຍຢ່າງທັນທ່ວງທີ, ໄຫວພິບ, ຄ່ອງແຄ້ວ, ຢຶດໝັ້ນດ້ານຫຼັກການ, ມີຍຸດໂທບາຍຢ່າງອ່ອນໂຍນ. ຄວາມເປັນເອກະລາດແລະເປັນເຈົ້າຕົນເອງແມ່ນຜົນປະໂຫຍດສູງສຸດຂອງປະເທດ ແລະ ກໍແມ່ນຫຼັກການທີ່ບໍ່ປ່ຽນແປງຂອງຫວຽດນາມໃນການພົວພັນຕ່າງປະເທດ. ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມສຳຄັນທາງຍຸດ​ທະ​ສາດ ​ແລະ ຄວາມ​ໝາຍ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ລາວ ​ແລະ ກຳປູ​ເຈຍ ຕໍ່​ພາລະກິດ​ການສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດຊາດ​ຂອງ​ພວກ​ເຮົາ​ໃນ​ສະພາບ​ການ​ໃໝ່. ບັນດາສາຍພົວພັນດັ່ງກ່າວ ຕ້ອງໄດ້ຖືເປັນສໍາຄັນຢ່າງ​ເໝາະ​ສົມ​ໃນ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ທັງໝົດ, ຕາມ​ຈິດ​ໃຈ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມກັນ, ບົນ​ພື້ນຖານ​ປະຕິບັດຕາມ​ຫຼັກການ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​​ຊາດ-ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ.  

ພຶດຕິກໍາຕົວຈິງໃຫ້ເຫັນວ່າ ບັນຫາຮັບປະກັນຄວາມໝັ້ນຄົງແລະການພັດທະນາຂອງຫວຽດນາມ, ລາວ ແລະ ກໍາປູເຈຍ ມີຄວາມກ່ຽວຂ້ອງຢ່າງໃກ້ຊິດແລະແຍກກັນບໍ່ອອກ, ຄວາມບໍ່ໝັ້ນຄົງໃນປະເທດໜຶ່ງຈະສົ່ງຜົນກະທົບໂດຍກົງຕໍ່ອີກປະເທດໜຶ່ງ ແລະ ໃນທາງກົງກັນຂ້າມ. ຍ້ອນແນວນັ້ນ, ການຮັກສາ, ປັບປຸງ ແລະ ເພີ່ມທະວີສາຍພົວພັນ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ; ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ ລະຫວ່າງຫວຽດນາມ - ກໍາປູເຈຍ ມີຄວາມສໍາຄັນພິເສດ. ສະນັ້ນ, ຍິ່ງກ່ວາເວລາໃດໝົດ, ຫວຽດນາມຕ້ອງເປັນເຈົ້າການໃນການຜັນຂະຫຍາຍການຮ່ວມມືຢ່າງລະອຽດ ແລະ ແທດຈິວກັບລາວ ແລະ ກໍາປູເຈຍ, ຮັບປະກັນການປະສານງານຢ່າງແໜ້ນແຟ້ນ, ຄົບຊຸດ, ເອກະພາບ, ແທດເໝາະກັບພຶດຕິກໍາຕົວຈິງ ແລະ ມີປະສິດທິຜົນ ໃນການພົວພັນຮ່ວມມືລະຫວ່າງຝ່າຍຕ່າງໆ.

ທີສີ່, ໃນຂະບວນການພັດທະນາສາຍພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ພາກພື້ນ, ຕ້ອງສືບຕໍ່ຖືເປັນສໍາຄັນທິດນໍາ ການພັດທະນາເສດຖະກິດແມ່ນຈຸດໃຈກາງແລະ ການພັດທະນາເສດຖະກິດ-ການຄ້າຕິດພັນກັບການປ້ອງກັນປະເທດ - ປ້ອງກັນຄວາມສະຫງົບ ແລະ ການເຄື່ອນໄຫວພົວພັນຕ່າງປະເທດ”; ທຸກແຜນນະໂຍບາຍ, ນະໂຍບາຍຕໍ່ປະເທດບ້ານໃກ້ເຮືອນຄຽງ ລ້ວນແຕ່ສຸມໃສ່ເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ໃນນັ້ນ, ໃນການພົວພັນກັບລາວ ແລະ ກໍາປູເຈຍ ຕ້ອງແກ້ໄຂສາຍພົວພັນລະຫວ່າງການພັດທະນາ ແລະ ຄວາມສະຫງົບຢ່າງຖືກຕ້ອງ, ຕາມທິດຖືເອົາການພັດທະນາເສດຖະກິດ ແມ່ນປັດໄຈຕັດສິນ ເພື່ອຮັບປະກັນຄວາມສະຫງົບ, ການພັດທະນາ ແລະ ກົງກັນຂ້າມ, ຮັບປະກັນຄວາມສະຫງົບ ເພື່ອຮັບໃຊ້ການພັດທະນາເສດຖະກິດ.

ທີຫ້າ, ຕ້ອງເສີມຂະຫຍາຍສຸດຂີດຄວາມເປັນເຈົ້າການ ແລະ ໄຫວພິບ, ປັຍປຸງການປະຕິບັດຈິງແລະຄວາມເປັນຈິງໃນການພົວພັນຕ່າງປະເທດລະຫວ່າງສາມປະເທດ, ປ້ອງກັນກອງກໍາລັງພາຍນອກ ບໍ່ໃຫ້ແບ່ງແຍກ, ຕໍ່ຕ້ານ ແລະ ທໍາລາຍການພົວພັນຂອງຫວຽດນາມກັບບັນດາປະເທດບ້ານໃກ້ເຮືອນຄຽງ. ຫວຽດນາມຕ້ອງຊຸກຍູ້ການຮ່ວມມື, ພ້ອມດຽວກັນນັ້ນ, ມີຄວາມເປັນເຈົ້າການ, ເດັດດ່ຽວ, ຄ່ອງແຄ້ວໃນການຕໍ່ສູ້ ເພື່ອປົກປ້ອງ, ຮັກສາຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ. ຍູ້ແຮງວຽກງານໂຄສະນາເຜີຍແຜ່ ເພື່ອໃຫ້ປະຊາຊົນທັງສາມປະເທດມີຄວາມຮັບຮູ້ກ່ຽວກັບຄວາມສໍາຄັນຂອງສາຍພົວພັນລະຫວ່າງປະເທດບ້ານໃກ້ເຮືອນຄຽງຢ່າງຈະແຈ້ງແລະເປັນຮູບປະທຳ, ພ້ອມດຽວກັນນັ້ນ, ມີຄວາມລະມັດລະວັງຕໍ່ທຸກກົນອຸບາຍ, ການເຄື່ອນໄຫວຕ້ານ ແລະ ທໍາລາຍຂອງກອງກໍາລັງສັດຕູ ແລະ ປະຕິການ. ຕໍ່ບັນດາຂໍ້ມູນຂ່າວສານທີ່ສວນກະແສ, ບໍ່ຖືກກັບຄວາມຈິງ ແລະ ບັນຫາລະອຽດອ່ອນ ກ່ຽວກັບສາຍພົວພັນລະຫວ່າງປະເທດບ້ານໃກ້ເຮືອນຄຽງ, ກ່ຽວພັນກັບປະເທດໃຫຍ່, ຕ້ອງ​ຕັ້ງໜ້າ​ໂຄສະນາ​ຢ່າງ​ທັນ​ການ ​ແລະ ຖືກຕ້ອງ ເພື່ອໃຫ້ປະຊາຊົນເຂົ້າໃຈຄວາມຈິງຢ່າງຖືກຕ້ອງ ແລະ ກໍານົດທິດທາງຄວາມຄິດເຫັນຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ກ່ຽວກັບແນນະໂຍບາຍ, ທັດສະນະ, ນະໂຍບາຍຂອງພັກແລະລັດຫວຽດນາມ. ຖືເປັນສໍາຄັນວຽກງານໂຄສະນາເຜີຍແຜ່, ອົບຮົມສຶກສາພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໂດຍສະເພາະແມ່ນຄົນຮຸ້ນໜຸ່ມ ໃຫ້ເຄົາລົບນັບຖື, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມິດຄະພາບ ແລະ ການຮ່ວມມືໃນຫຼາຍດ້ານ ລະຫວ່າງຫວຽດນາມກັບລາວ ແລະ ກໍາປູເຈຍ.

ໃນສະພາບການຂອງໂລກປະຈຸບັນ ການເພິ່ງພາອາໄສກັນລະຫວ່າງບັນດາປະເທດນັບມື້ນັບເພີ່ມຂຶ້ນ, ທຸກປະເທດລ້ວນແຕ່ຖືກຜູກມັດໂດຍກົດລະບຽບທົ່ວໄປຂອງເກມ, ແຕ່ລະປະເທດຈະບໍ່ໄດ້ແຍກຈາກກັນອີກຕໍ່ໄປ ແຕ່ຕ້ອງຍອມຮັບ ຫຼືຕິດພັນກັນໃນສາຍພົວພັນ. ການປັບປຸງແລະພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງມີຄວາມໝາຍຍຸດທະສາດທີ່ສໍາຄັນໃນແນວທາງ, ນະໂຍບາຍ ແລະ ການເຄື່ອນໄຫວພົວພັນຕ່າງປະເທດຂອງພັກແລະລັດຫວຽດນາມ. ແກ້ໄຂສາຍພົວພັນດັ່ງກ່າວຢ່າງມີປະສິດທິຜົນ ຈະເປັນພື້ນຖານໃຫ້ແກ່ຫວຽດນາມໃນການເຊື່ອມໂຍງສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ, ມີທາດແທ້ ແລະ ມີປະສິດທິຜົນສູງກ່ວາເກົ່າ./.

--------------------------

(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ສນຈ ສື້ເຖິ້ດ, ຮ່າໂນ້ຍ, 1987, ໜ້າ 100-101.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7ສນຈ ສື້ເຖິ້ດ, ຮ່າໂນ້ຍ, 1991, ໜ້າ 89.

(3), (4), (5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 161, 162, 163.

(6) ຟ້າມ ກຽນ: “ການພົວພັນຫວຽດນາມ - ລາວ: ສັນຍາລັກ 60 ປີແຫ່ງການກ້າວໄປພ້ອມກັນ”, ໜັງສືພິມເອເຫຼັກໂທນິກສໍານັກຂ່າວສານຫວຽດນາມ, ລົງວັນທີ 18-7-2022, https://www.vietnamplus.vn/quan-he-viet-namlao-dau-an-60-nam-cung-sanh-buoc-ben-nhau/806215.vnp

(7) ຄວາ ທື: “ສາຍພົວພັນແບບພິເສດຫວຽດນາມ - ລາວບໍ່ມີການປ່ຽນແປງຈາກການປ່ຽນແປງຂອງສະພາບການ”, ໜັງສືພິມໄວໜຸ່ມອອນໄລ, ລົງວັນທີ 2-12-2020, https://tuoitre.vn/quan-he-dac-biet-viet-lao-khong-suy-chuyen-boi-doi-thay-thoi-cuoc-20201202115843049.htm

(8) ຫງວຽນ ມິງ ເຕີມ - ໂຮ່ ກວິ່ນ ເຟືອງ: “ການພົວພັນຫວຽດນາມ - ກໍາປູເຈຍໄລຍະ 2011-2021: ຜົນສໍາເລັດ ແລະ ແງ່ຫວັງ”, ວາລະສານກອມມູນິດເອເຫຼັກໂທນິກ, ລົງວັນທີ 18-9-2021,  https://www.tapchicongsan.org.vn/web/guest/tin-binh-luan/-/asset_publisher/DLIYi5AJyFzY/content/quan-he-viet-nam-cam-pu-chia-giai-doan-2011-2021-thanh-tuu-va-trien-vong

(9) ທູ ຮ່ວາ: “55 ປີແຫ່ງການພົວພັນຮ່ວມມືມິດຕະພາບຫວຽດນາມ - ກໍາປູເຈຍ”, ວາລະສານຕົວເລກ ແລະ ເຫດການເອເຫຼັກໂທນິກ, ລົງວັນທີ 15-7-2022, https://consosukien.vn/55-nam-quan-he-ho-p-ta-c-hu-u-nghi-vie-t-nam-Cam-pu-chia.htm

(10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປື້ມທີ່ໄດ້ແນະນໍາ, ເຫຼັ້ມ 1, ໜ້າ 162.

- ບົດນີ້ໄດ້ລົງພິມໃນວາລະສາມກອມມູນິດ ສະບັບທີ 1004 (ເດືອນທັນວາ 2022)