ການເຂົ້າໃກ້ຄວາມຄິດກ່ຽວກັບ “ຄູ່ຮ່ວມງານ”, “ເປົ້າໝາຍ”
ໃນສະຖານະການໃໝ່

ໂດຍ ຮສ, ປອ. ດັ້ງ ດິ່ງ ກວີ
ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ
03:43, 27-04-2023
ວກ. - ໃນແນວທາງແລະນະໂຍບາຍການຕ່າງປະເທດ ຂອງພັກກອມມູນິດຫວຽດນາມ, ມະຕິເລກທີ 08-NQ/TW, ລົງວັນທີ 12 ກໍລະກົດ 2003, ຂອງກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ່ 9, “ວ່າດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”, ຫຼັງຈາກນັ້ນໄດ້ຮັບການເພີ່ມເຕີມແລະພັດທະນາເປັນມະຕິເລກທີ 28-NQ/TW, ລົງວັນທີ 25 ຕຸລາ 2013, ຂອງກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ່ 11, “ວ່າດ້ວຍຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່” ມີທີ່ຕັ້ງສຳຄັນເປັນພິເສດ. ໜຶ່ງໃນເນື້ອໃນທີ່ສໍາຄັນຂອງມະຕິດັ່ງກ່າວແມ່ນຄວາມຄິດກ່ຽວກັບ “ຄູ່ຮ່ວມງານ”, “ເປົ້າໝາຍ”.

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ ຝູ ຈ້ອງ ໃຫ້ການຕ້ອນຮັບທ່ານ ອານໂຕນີໂອ ກູເຕແຮດ ເລຂາທິການສະຫະປະຊາຊາດ ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນໂອກາດສະເຫຼີມສະຫຼອງ 45 ປີທີ່ຫວຽດນາມເຂົ້າຮ່ວມເປັນສະມາຊິກສະຫະປະຊາຊາດ _ພາບ: TTXVN

ຫຼັກການຂອງການກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ລະບຸໄວ້ຢ່າງຈະແຈ້ງວ່າ: ຜູ້ທີ່ສະໜັບສະໜູນການເຄົາລົບເອກະລາດ ອຳນາດອະທິປະໄຕ, ສ້າງຕັ້ງແລະຂະຫຍາຍການພົວພັນມິດຕະພາບ ແລະ ການຮ່ວມມືທີ່ສະເໝີພາບແລະມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັບ​ຫວຽດນາມ ​ແມ່ນ​ຄູ່​ຮ່ວມງານຂອງເຮົາ. ກອງກຳລັງໃດກໍ່ຕາມທີ່ສົມຮູ້ຮ່ວມຄິດ ແລະ ກະທຳການຕໍ່ຕ້ານຈຸດໝາຍຂອງປະເທດເຮົາ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ ລ້ວນແຕ່ແມ່ນເປົ້າໝາຍຂອງການຕໍ່ສູ້. ດ້ານອື່ນ, ໃນສະຖານະການປະຈຸບັນທີ່ພັດທະນາຢ່າງໄວວາແລະສັບສົນ, ຈໍາ​ເປັນ​ຕ້ອງ​ມີ​ທັດ​ສະ​ນະສັດຈະວິພາກວ່າ​: ໃນ​ແຕ່​ລະເປົ້າໝາຍ​ອາດ​ຈະ​ມີດ້ານທີ່​ຕ້ອງ​ການຍາດແຍ່ງເອົາແລະ​ຮ່ວມ​ມື​; ໃນບາງຄູ່ຮ່ວມງານ, ອາດຈະມີດ້ານທີ່ແຕກຕ່າງກັນ, ຂັດແຍ້ງກັບຜົນປະໂຫຍດຂອງພວກເຮົາ(1)

ອີງຕາມຫຼັກການດັ່ງກ່າວ, ພັກກອມມູນິດຫວຽດນາມກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ຈາກສອງທັດສະນາຄື: 

ທີໜຶ່ງ, ເບິ່ງ “ຄູ່ຮ່ວມງານ”, “ເປົ້າໝາຍ” ເປັນສິ່ງທີ່ມີຕົວຕົນ “ທັງຊຸດ”. ທັດສະນະນີ້ມີຈຸດເດັ່ນທີ່ການຈໍາແນກໄດ້ງ່າຍ. ອົງການໃດກໍ່ຕາມທີ່ມີນະໂຍບາຍແລະການ​ກະທຳ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດແຫ່ງຊາດຂອງຫວຽດນາມ, ຫວຽດນາມຈະຖືວ່າພວກເຂົາ​ເປັນ ຄູ່​ຮ່ວມງານ ໃນການຮ່ວມມື. ອົງການໃດທີ່ທຳລາຍຜົນປະໂຫຍດແຫ່ງຊາດຂອງຫວຽດນາມແມ່ນ “ເປົ້າໝາຍ” ຂອງການຕໍ່ສູ້. ແຕ່ວ່າ, ທັດສະນາການນີ້ພຽງແຕ່ໝາະກັບ​ບັນດາຕົວຕົນ​ທີ່​​ຍາມໃດກໍເຄົາລົບ​ເອກະລາດ ​ແລະ ອຳນາດອະທິປະ​ໄຕ, ສ້າງ​​ແລະຂະຫຍາຍ​ການ​ພົວພັນ​ກັບຫວຽດນາມ ຫຼືກົງກັນຂ້າມ, ຕົວຕົນທີ່ຍາມ​ໃດ​ກໍ່​ຄັດຄ້ານຕ້ານຫວຽດນາມແມ່ນ “ເປົ້າໝາຍ” ທີ່ພວກເຮົາຕ້ອງຕໍ່ສູ້. ດັ່ງນັ້ນ, ເພື່ອກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ໄດ້ຢ່າງຖືກຕ້ອງນັ້ນ, ຈໍາເປັນເພື່ອຫຼີກລ່ຽງການຄິດແບບອຸປະໄນທີ່ບໍ່ຄົບຖ້ວນ, ໂດຍສະເພາະອີງໃສ່ພຽງແຕ່ນະໂຍບາຍ ແລະ ການດໍາເນີນການບາງຢ່າງ ເພື່ອປະເມີນລັກສະນະຂອງຕົວຕົນນັ້ນ; ຫຼີກລ້ຽງອະຄະຕິທາງປະຫວັດສາດ ຫຼືອຸດົມການ.   

ທີ່ສອງ, ​ການເບິ່ງ ຄູ່​ຮ່ວມ​ມື”, “ເປົ້າໝາຍຜ່ານ​ການ​ປະພຶດ​ຂອງພວກເຂົາ​ໃນ​ບັນດາ​ບັນຫາ ​ແລະ ສະພາບ​ການ​ສະ​ເພາະເມື່ອ​ກ່ຽວຂ້ອງ​ກັບ​ຫວຽດນາມ. ມະຕິເນັ້ນໜັກວ່າ, “ໃນສະຖານະການປະຈຸບັນທີ່ພັດທະນາຢ່າງໄວວາແລະສັບສົນ, ຈໍາ​ເປັນ​ຕ້ອງ​ມີ​ທັດ​ສະ​ນະສັດຈະວິພາກ​: ໃນ​ແຕ່​ລະເປົ້າໝາຍ​ອາດ​ຈະ​ມີດ້ານທີ່​ຕ້ອງ​ການຍາດແຍ່ງເອົາແລະ​ຮ່ວມ​ມື​; ໃນແຕ່ລະຄູ່ຮ່ວມງານ, ອາດຈະມີດ້ານທີ່ຂັດແຍ້ງກັບຜົນປະໂຫຍດຂອງພວກເຮົາທີ່ຕ້ອງຕໍ່ສູ້”. ນີ້​ແມ່ນ​ວິທີເບິ່ງ​ທີ່​ເໝາະ​ສົມ​ກັບ​ບັນດາຕົວຕົນ​ທີ່​ມີ​ນະ​ໂຍບາຍ ​ແລະ ການ​ກະທຳ​ທີ່​ແຕກ​ຕ່າງ​ກັນ, ໂດຍ​ອີງ​ໃສ່​​ບັນຫາສະເພາະ ​ແລະ ສະພາບ​ການ​ສະ​ເພາະ ໃນການພົວພັນ​ກັບ​ຫວຽດນາມ. ແຕ່ວ່າ, ການເບິ່ງ “ຄູ່ຮ່ວມງານ”, “ເປົ້າໝາຍ” ຕາມວິທີນີ້ ຖື​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ສະເໝີ ​ເພາະ​ຕ້ອງ​ມີ​ຫຼັກ​ໝັ້ນ​ອັນ​ໜັກ​ແໜ້ນແລະໝັ້ນຄົງ​ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ ປະ​ເທດ​ຊາດ, ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍ​ດພາກສ່ວນຂອງ​ທ້ອງ​ຖິ່ນ; ມີສະຕິປັນຍາສ່ອງໃສເພື່ອຮັບຮູ້ຢ່າງຈະແຈ້ງ ບັນດາການກະທຳເຄົາລົບ ແລະ ຮ່ວມມືທີ່ມີປະໂຫຍດຕໍ່ປະເທດຫວຽດນາມ ແລະ ບັນດາກົນອຸບາຍ ເຈດຕະນາທີ່ຈະທຳລາຍຫວຽດນາມ ​ແຕ່​ຖືກ​ປົກ​ປິດ​ຢ່າງ​ເລິດແລບແນບນຽນ, ມີ​ວິທີ ​ແລະ ລະອຽດແຍບຍົນ. ທັດສະນາການນີ້ຍັງຕ້ອງມີຄວາມກ້າຫານທາງການເມືອງທີ່ເຂັ້ມແຂງ ເພາະຄວາມເປັນຈິງສະແດງໃຫ້ເຫັນວ່າ ມີທັດສະນະທີ່ແຕກຕ່າງກັນສະເໝີ ເມື່ອພິຈາລະນາພຶດຕິກໍາສະເພາະຂອງແຕ່ລະຕົວຕົນ ແລະ ມີອະຄະຕິທີ່ກ່ຽວຂ້ອງກັບປະຫວັດສາດ, ຄວາມແຕກຕ່າງໃນລະບອບການເມືອງແລະລະບົບຄຸນຄ່າ.   

ໝູນໃຊ້ແນວຄິດຂອງໂຮ່ຈີມິນ ໃນການກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ”

ວັນທີ 19 ມັງກອນ 1955, ທີ່​ພິທີ​ເປີດ​ຊຸດ​ຮຽນ​ທີ 1, ມະຫາວິທະຍາ​ໄລ​ປະຊາຊົນ​ຫວຽດນາມ, ປະທານ ​ໂຮ່ຈີ​ມິນ ​ໄດ້​ຕັກ​ເຕືອນ​ພະນັກງານ ​ແລະ ນັກ​ສຶກສາ​ວ່າ: ຕ້ອງ​ກຳນົດ​ຂອບເຂດ​ຢ່າງ​ຈະ​ແຈ້ງ, ​ແບ່ງຂວາຊ້າຍໃຫ້ຊັດເຈນ. ການກໍານົດຂອບເຂດແມ່ນການລະບຸໃຫ້ຊັດເຈນວ່າ ໃຜເປັນເພື່ອນ, ໃຜເປັນສັດຕູ? ສຳລັບຜູ້ອື່ນ, ຜູ້​ໃດທີ່​ເຮັດສິ່ງທີ່ມີຜົນ​ປະ​ໂຫຍ​ດຕໍ່​ປະຊາຊົນ​, ​ປະ​ເທດ​ຊາດ​ເຮົາ ​ຜູ້ນັ້ນເປັນເພື່ອນຂອງພວກເຮົາ. ຜູ້​ໃດ​ທີ່​ເຮັດ​ສິ່ງທີ່ເປັນ​ອັນ​ຕະ​ລາຍ​ຕໍ່​ປະ​ຊາ​ຊົນ, ​ປະ​ເທດ​ຊາດ​ເຮົາ ຜູ້ນັ້ນເປັນສັດຕູ​ຂອງ​ພວກ​ເຮົາສຳລັບຕົນເອງ, ແນວ​ຄວາມ​ຄິດ​ແລະ​ການ​ກະ​ທໍາ​ທີ່ເປັນ​ປະ​ໂຫຍດ​ຕໍ່​ປະ​ເທດ​ຊາດ​ແລະ​ພີ່ນ້ອງ​ຮ່ວມ​ຊາດເຮົາ ​ແມ່ນເປັນມິດ. ແນວ​ຄວາມ​ຄິດ​ແລະ​ການ​ກະ​ທໍາ​ທີ່​ເປັນອັນຕະລາຍ​ຕໍ່​ປະ​ເທດ​ຊາດ​ແລະພີ່ນ້ອງ​ຮ່ວມ​ຊາດເຮົາ​ ແມ່ນເປັນສັດຕູ. ດັ່ງນັ້ນ ບໍ່ພຽງແຕ່ພາຍນອກ, ແຕ່ພາຍໃນພວກເຮົາເອງ ກໍ່ມີເພື່ອນມິດ ແລະ ສັດຕູ. ເພາະສະນັ້ນ, ​ພວກ​ເຮົາ​ຈໍາ​ເປັນ​ຕ້ອງພະ​ຍາ​ຍາມ​ເພີ່ມເພື່ອນມິດຢູ່​ພາຍ​ໃນ​ແລະ​ພາຍ​ນອກ​, ເດັດ​ດ່ຽວ​ຕ້ານ​ສັດ​ຕູທັງພາຍ​ນອກ​ແລະ​ພາຍ​ໃນ​ຕົວຂອງເຮົາ​ເອງ(2).   

​ເພື່ອຈຸດປະສົງໃນການສອນພະນັກງານ ​ແລະ ນັກ​ຮຽນ ​ກ່ຽວ​ກັບ​ວິທີ​ຄິດ ​ແລະ ພຶດຕິ​ກຳ​ຕໍ່ຜູ້​ຄົນ​ອ້ອມ​ຂ້າງ ​ແລະ ກັບ​ຕົນ​ເອງ, ປະທານ​ ໂຮ່ຈີ​ມິນ ​ກ່າວ​ເຖິງຕົນຕົວທີ່ວິເຄາະຄື ຜູ້ອື່ນ​ແລະ ຕົນເອງ”; ແງ່ມຸມເພື່ອຈຳແນກຄວາມແຕກຕ່າງຕາມພຶດຕິກໍາ: (ໃຜ) ເຮັດຫຍັງ ແລະ ຄວາມຄິດແລະການກະທໍາ (ຂອງຕົນເອງ). ເພື່ອນ”, “ສັດຕູແມ່ນຄຳປຽບທຽບທີ່ເຂົ້າໃຈງ່າຍ, ເໝາະກັບສະພາບການໃນເວລານັ້ນ.

​ເມື່ອ​ນຳ​ໃຊ້​ເຂົ້າ​ໃນວຽກງານການ​ຕ່າງປະ​ເທດ​ໃນ​ສະພາບ​ການ​ປະຈຸ​ບັນ, ດ້ວຍ​ບັນດາອັດຕະພາບ​​ໃນ​ການ​ພົວພັນ​ສາກົນ​ທີ່ເປັນ​ປະ​ເທດຕ່າງໆນັ້ນ, ມະຕິ​ດັ່ງກ່າວໄດ້ກຳນົດ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ​ເພື່ອ​ປະ​ເທດ​ຊາດຂອງເຮົາ​ເປັນ ການເຄົາລົບ​ເອກະລາດ, ອຳນາດອະທິປະ​ໄຕ, ກໍ່ສ້າງ​ແລະຂະຫຍາຍ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ຫວຽດ​ນາມ”. ເຊັ່ນດຽວກັນ, ບັນດາສິ່ງ (ເລື່ອງ) ​ທີ່​ເປັນ​ອັນ​ຕະ​ລາຍ​ຕໍ່​ປະ​ຊາ​ຊົນ​ແລະ​ປະ​ເທດ​ຊາດ​ເຮົາ​ຖືກລວມເຂົ້າດ້ວຍກັນເປັນ ກົນອຸບາຍ​ແລະ​ການ​ກະ​ທຳ​ຕໍ່ຕ້ານທຳລາຍຈຸດ​ໝາຍ​ຂອງ​ປະ​ເທດ​ພວກ​ເຮົາ​ໃນ​ການ​ສ້າງສາແລະປົກປັກຮັກສາ​ປະ​ເທດຊາດ”. ຫຼັກການ​ສະ​ເໝີຕົ້ນສະເໝີປາຍ​ເມື່ອ​ນຳ​ໃຊ້​ແນວ​ຄິດ​ຂອງ​ປະທານ​ໂຮ່ຈິ​ມິນ ​ໃນ​ການສ້າງ​ແລະຜັນຂະຫຍາຍ​ຫຼັກການ​ກຳນົດ ຄູ່​ຮ່ວມ​ງານ,ເປົ້າໝາຍ​ແມ່ນ ​ຖື​ຜົນ​ປະ​ໂຫຍ​ດຂອງ​ຊາດ​ຫວຽດນາມ​ເປັນ​ມາດຖານ.     

ການ​ກຳນົດ ຄູ່​ຮ່ວມ​ງານ,ເປົ້າໝາຍ ສອດຄ່ອງກັບ
ຄວາມຕ້ອງການໃໝ່ຂອງສະຖານະການ

ມະຕິ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ສະ​ພາບ​ການ​ຂອງ​ໂລກ, ພາກ​ພື້ນ​ທີ່ມີ​ຄວາມ​ສັບ​ສົນ​ແລະຄາດເດົາໄດ້ຍາກ. ການໂຈມຕີຂອງຜູ້ກໍ່ການຮ້າຍໃນສະຫະລັດອາເມລິກາເມື່ອວັນທີ 11 ກັນຍາ 2001 ຖືເປັນໜຶ່ງໃນຕົວຢ່າງທົ່ວໄປ. ມື້ຫຼັງຈາກເຫດການກໍ່ການຮ້າຍ, ວັນທີ 12 ກັນຍາ 2001, ສະພາຄວາມໝັ້ນຄົມແຫ່ງສະຫະປະຊາຊາດ ໄດ້ຜ່ານມະຕິສະບັບເລກທີ 1368, ຮຽກຮ້ອງໃຫ້​ປະ​ຊາ​ຄົມ​ສາ​ກົນໃຊ້ຄວາມ​ພະ​ຍາ​ຍາມ​ຫຼາຍ​ກວ່າ​ເກົ່າ ​ໃນ​ການ​ປ້ອງ​ກັນ ແລະ ປາບປາມການ​ກໍ່​ການ​ຮ້າຍ, ຊຸກຍູ້ການປະສານສົມທົບລະຫວ່າງປະເທດຕ່າງໆ ໃນການປະກາດໃຊ້ກົດໝາຍ, ສອດຄ່ອງກັບອະນຸສັນຍາ, ມະຕິວ່າດ້ວຍການຕໍ່ຕ້ານການກໍ່ການຮ້າຍ ຂອງສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ຈາກນັ້ນ, ການຕ້ານການກໍ່ການຮ້າຍກາຍເປັນຫົວຂໍ້ທີ່ພົ້ນເດັ່ນ ໃນການພົວພັນລະຫວ່າງປະເທດ ເມື່ອສະຫະລັດອາເມລິກາສົ່ງທະຫານເຂົ້າໄປໃນອັບການິສະຖານ ແລະ ເຕົ້າໂຮມກອງກຳລັງ​ປະສົມ​ຂອງ 40 ປະ​ເທດ​ທີ່​ມີ​ກຳລັງ​ທະຫານ 130.000 ຄົນ, ​ໃນ​ນັ້ນ​ມີ​ສະມາຊິກ​ຂອງ​ອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO), ​​ໂຄ່ນ​ລົ້ມ​ລັດຖະບານ​ຕາ​ລີ​ບັນ, ປະກາດ​ເປົ້າ​ໝາຍ​ຄວບ​ຄຸມ​ເພື່ອ​ປ້ອງກັນບໍ່ໃຫ້ກອງ​ກຳລັງ​ກໍ່​ການ​ຮ້າຍ ອານ ເກດາ ມີ​ຖານ​ປະຕິບັດ​ການ​ທີ່​ປອດ​ໄພໃນ​ອາບ​ກາ​ນິສະຖານ(3). ຕໍ່ຈາກນັ້ນ, ເດືອນມີນາ 2003, ອາເມລິກາບຸກໂຈມຕີ ອີຮັກ. ຫຼັງ​ຈາກ​ຫຼາຍ​ກວ່າ 3 ອາທິດ, ກອງທັບ​ປະສົມ​ຂອງ​ອາ​ເມ​ລິ​ກາ, ອັງກິດ​ ແລະ ​ບາງ​ປະ​ເທດ​ ໄດ້​ຍຶດຄອງ​ນະຄອນຫຼວງ​ແບກ​ແດດ (ປະເທດ ອີຮັກ).

ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ກໍ່ມີບາງເຫດການທີ່ໜ້າສົນໃຈ. ເດືອນເມສາ 2001, ຈີນ​ໄດ້​ສົ່ງ​ເຮືອບິນ​ຮົບເຂົ້າ​ໃກ້ເຮືອບິນ​ສອດ​ແນມ EP3 ຂອງ​ອາ​ເມ​ລິ​ກາ ​ເຊິ່ງຖື​ວ່າ​ໄດ້​ບິນ​ເຂົ້າ​ສູ່​ຝັ່ງ​ທະ​ເລ​ທາງ​ພາກ​ໃຕ້​ຂອງ​ຈີນ ​ໃນ​ເຂດ​ເກາະ​ໄຫ​ໜານ. ເຮືອບິນ EP3 ຂອງອາເມລິກາຕ້ອງລົງຈອດສຸກເສີນ ຢູ່ເກາະໄຫໜານ.​ ນັກ​ວິ​ຊາ​ການ​ບາງ​ຄົນ​ກ່າວວ່າ, ເຫດການ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ຕໍ່ອາ​ເມ​ລິ​ກາ, ກ່ຽວ​ກັບ​ອຳນາດອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ຂອງ​ຈີນ ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ມີ​ຄວາມ​ໝັ້ນ​ໃຈ​ກວ່າ​ໃນ​ການຮັບມືກັບ​ການ​ເຄື່ອນ​ໄຫວ​ຂອງ​ອາ​ເມ​ລິ​ກາ​ຢູ່​ທະ​ເລ​ຕາ​ເວັນ​ອອກ(4). ເດືອນພະຈິກ 2002, ທີ່ນະຄອນຫຼວງພະນົມເປນ (ກຳປູເຈຍ), ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 8, ອາ​ຊຽນ ​ແລະ ຈີນ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ວ່າດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) - 10 ປີຜ່ານໄປນັບຕັ້ງແຕ່ຂໍ້ຄິດກ່ຽວກັບປະມວນຫຼັກການການປະພຶດຢູ່ທະເລຕາເວັນອອກ (COC) ໄດ້ຮັບການແນະນຳໃນເອກະສານຂອງອາຊຽນໃນປີ 1992.

ການພົວພັນຂອງຫວຽດນາມກັບບັນດາປະເທດໃຫຍ່, ໂດຍສະເພາະກັບຈີນ ແລະ ອາເສລິກາ ໃນ​ໄລ​ຍະ​ນັ້ນ ກໍ່​ມີ​​ຈຸດ​ເດັ່ນຫຼາຍຢ່າງ​. ສຳ​ລັບ​ຈີນ, ວັນ​ທີ 30 ທັນວາ 1999, ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ໄດ້ມີການລົງນາມໃນ ສົນ​ທິ​ສັນ​ຍາ​ວ່າດ້ວຍ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ທີ່ 2 ປະ​ເທດ​ມີການກຳນົດ​ເສັ້ນ​ຊາຍ​ແດນ​ທາງບົກທີ່ຊັດເຈນ. ວັນທີ 25 ທັນວາ 2000, ສອງຝ່າຍໄດ້ລົງນາມໃນສັນຍາ​ວ່າ​ດ້ວຍ​ການ​ກຳນົດ​ເຂດແດນໃນ​ອ່າວ​ຕົງ​ກິນ, ກຳນົດ​ເຂດ​ແດນຂອງ​ທະ​ເລອານາເຂດ, ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ ໃນ​ອ່າວ​ຕົງກິນ; ພ້ອມ​ກັນ​ນັ້ນ, ​ໄດ້​ລົງ​ນາມ​ໃນ​ສັນຍາ​ວ່າດ້ວຍການຮ່ວມ​ມື​ດ້ານ​ການ​ປະມົງ​ຢູ່​ອ່າວ​ຕົງກິນ. ສຳລັບອາເມລິກາ, ສອງຝ່າຍ​ໄດ້ລົງນາມໃນສັນຍາ​ການ​ຄ້າທະວິພາຄີ​ໃນ​ວັນ​ທີ 13 ກໍລະກົດ 2000 (ມີ​ຜົນ​ສັກສິດ​ແຕ່​ວັນ​ທີ 10 ທັນວາ 2001), ​ເປີດ​ກວ້າງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ສົ່ງ​ອອກທີ່ດີທີ່ສຸດ ສຳລັບສິນຄ້າ​ຂອງ​ຫວຽດນາມ, ລວມທັງ​ສ້າງ​ພື້ນຖານ​ໃຫ້​ຫວຽດນາມໃນການ​ເລັ່ງລັດ​ຂະ​ບວນການ​ເຈລະຈາເພື່ອ​ເຂົ້າ​ຮ່ວມ​ອົງການ​ການ​ຄ້າ​ໂລກ. ຄຽງຂ້າງບັນດາການເຄື່ອນໄຫວດ້ານມະນຸດສະທຳເຊັ່ນ ການຊອກຫາຊາວອາເມລິກາທີ່ຫາຍສາບສູນໃນສົງຄາມ (MIA), 2 ຝ່າຍຍັງໄດ້ພະຍາຍາມຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ວິທະຍາສາດແລະເຕັກໂນໂລຊີ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ...   

ຢູ່ໃນປະເທດ, ເດືອນກຸມພາ 2001, ຊາວຊົນເຜົ່າສ່ວນນ້ອຍຈຳນວນໜຶ່ງໃນເຂດພູພຽງ ໄຕງວຽນ ທີ່ຖືກຍຸຍົງແລະຂົນຂວາຍ ໂດຍພວກປະຕິການທີ່ຖືກເນລະເທດ ແລະ ກອງກຳລັງສັດຕູແລະປະຕິການ, ໄດ້ເຂົ້າຮ່ວມການຊຸມນຸມກໍ່ຄວາມວຸ້ນວາຍ ແລະ ເດີນຂະບວນປະທ້ວງ, ເຊິ່ງກໍ່ໃຫ້ເກີດຜົນສະທ້ອນທາງການເມືອງ, ສັງຄົມ ແລະ ເສດຖະກິດໃນພື້ນທີ່ດັ່ງກ່າວຢ່າງຮ້າຍແຮງ. ມີສາເຫດຫຼາຍປະການທັງພາຍໃນແລະພາຍນອກທີ່ນໍາໄປສູ່ເຫດການນີ້. ສາເຫດພາຍໃນເລີ່ມຕົ້ນມາຈາກຄວາມຫຍຸ້ງຍາກຂອງປະຊາຊົນບັນດາເຜົ່າໃນຊຸມປີທ້າຍສະຕະວັດທີ 20, ແຕ່ບໍ່ທັນໄດ້ຮັບການເອົາໃຈໃສ່, ແບ່ງປັນ ແລະ ແກ້ໄຂຢ່າງທັນການ ຈາກອຳນາດການປົກຄອງທ້ອງຖິ່ນ. ສາ​ເຫດ​ພາຍ​ນອກ​ແມ່ນຍ້ອນ​ອົງການ​ປະຕິການຟູນໂຮທີ່ຖືກເນລະເທດ ແລະ ກອງ​ກຳລັງ​​ສັດຕູ​ແລະ​ປະຕິການ ​ໄດ້​ສວຍ​​ໂອກາດ​ນີ້​ປອມ​ຕົວເປັນ “ອາສາ​ສະໝັກ​ເພື່ອ​ປະຊາຊົນ” ເພື່ອປະຕິບັດ​ກົນອຸບາຍແລະການເຄື່ອນໄຫວສວຍໂອກາດທາງ​ການ​ເມືອງ(5). ໃນເວລານັ້ນ, ອົງການ​ຟູນໂຮ ມີສຳນັກງານໃຫຍ່ຢູ່ເມືອງ ສະປາແຕນເບີກ ໃນລັດ ໂຄໂລຮາໂດ (ສະຫະລັດອາເມລິກາ)(6).      

ການກໍານົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ໃນວຽກງານການຕ່າງປະເທດ

ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດໃນ​ເວລາ​ເກືອບ 2 ທົດ​ສະ​ວັດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຫຼັກການ​ກຳນົດ ຄູ່​ຮ່ວມງານ, “ເປົ້າໝາຍ” ​ໃນ​ມະຕິ​ແມ່ນ​ພື້ນຖານ​ສຳຄັນ​ທີ່​ສຸດ​ ເພື່ອ​ໃຫ້​ຫວຽດນາມຈັດການການພົວພັນກັບຕ່າງປະເທດ​ຢ່າງກົມກຽວ ​ແລະ ໜ້າພໍໃຈ, ໂດຍສະເພາະ​ແມ່ນ​ການພົວພັນກັບປະ​ເທດ​ໃຫຍ່.

ໃນການພົວພັນກັບປະເທດຈີນ, ຫວຽດນາມ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງບັນດາ​ຂົງ​ເຂດທີ່ອາດຈະ​ຮ່ວມ​ມື ​ແລະ ບັນດາ​ຂົງ​ເຂດ​ທີ່ຕ້ອງ​ຕໍ່ສູ້, ​ແລະ ​ໄດ້​ຕັ້ງໝັ້ນໃນການຈັດການສອງດ້ານນີ້​ຢ່າງ​ສຳເລັດຜົນ. ບົນ​ພື້ນຖານ​ຄຳ​ຂວັນທີ່ວ່າ “​ເພື່ອນ​ບ້ານ​​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ, ສະຖຽນ​ລະ​ພາບ​ໄລຍະ​ຍາວ, ມຸ່ງ​ໄປ​ສູ່ອະນາຄົດເຊິ່ງ​ກຳນົດ​ໄວ້​ໃນ​ປີ 1999, ທັງສອງຝ່າຍ​ໄດ້​ເພີ່ມ​ຈິດ​ໃຈ ເພື່ອນບ້ານ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ຄູ່ຮ່ວມງານທີ່ດີ ໃນປີ 2005. ປິ 2008, ທັງສອງຝ່າຍ​ຕົກລົງທີ່ຈະ​ສ້າງ​ຂອບ​​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ກ່ຽວ​ກັບ​ບັນຫາ​ຊາຍ​ແດນ ​ແລະ ​​ດິນ​ແດນ, ສອງ​ຝ່າຍ​ໄດ້​ສຳ​ເລັດ​ການແບ່ງເຂດ ແລະ ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທັງ​ໝົດ​ໃນ​ປີ 2008 ​ແລະ ​​ລົງ​ນາມໃນ​ເອກະສານ 3 ສະບັບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ​ທາງ​ບົກ​ໃນ​ປີ 2009. ໃນ​ດ້ານ​ການ​ຄ້າ, ນັບແຕ່​ປີ 2004, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ກົມສຸລະກາກອນ​ຫວຽດນາມ, ປີ 2021, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ມີ​ຄວາມ​ສັບສົນ, ມູນຄ່າ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ຫວຽດນາມ - ຈີນ​ຍັງ​ບັນລຸ 165,8 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 24,6% ​ເມື່ອ​ທຽບກັບ​ປີ 2020. ໃນຂະນະນັ້ນ, ຕາມ​ສະຖິຕິ​ຂອງ​ກົມສຸລະກາກອນຈີນ, ມູນຄ່າການຄ້າສອງສົ້ນລະຫວ່າງຫວຽດນາມແລະຈີນ ເປັນ​ຄັ້ງ​ທຳ​ອິດ​ທີ່ສູງກວ່າ 200 ຕື້ໂດລາສະຫະລັດ, ບັນລຸ 230,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 19,7% ເມື່ອທຽບກັບປີ 2020 ຖ້າ​ຄິດ​ໄລ່​ເປັນ​ເງິນ​ໂດ​ລາ​ສະຫະລັດ ​ແລະ 12% ເມື່ອ​ຄິດ​ໄລ່​ເປັນ​ເງິນ​ຢວນ (ສະກຸນເງິນຈີນ). ຈີນສືບຕໍ່ເປັນຕະຫຼາດນຳເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ແລະ ເປັນຕະຫຼາດສົ່ງອອກ​ໃຫຍ່​ອັນ​ດັບ​ສອງ​ຂອງຫວຽດນາມ. ຫວຽດນາມ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໃນ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 6 ຂອງ​ຈີນໃນໂລກ ຖັດຈາກ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ, ​ເຢຍລະ​ມັນ ​ແລະ ອົດ​ສະ​ຕຮາ​ລີ(7). ກ່ຽວກັບບັນດາບັນຫາໃນທະເລ, ສອງຝ່າຍໄດ້ລົງນາມໃນ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານທີ່​ຊີ້​ນຳ​ການແກ້​ໄຂ​ບັນ​ຫາ​ທາງ​ທະ​ເລ ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນໃນ​ປີ 2011, ຮັກສາ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ​ຂອງ​ບັນດາ​ກົນ​ໄກ​ເຈລະຈາ​ຂັ້ນ​ລັດຖະບານ ກ່ຽວ​ກັບ​​ຊາຍ​ແດນ​ແລະ​ດິນ​ແດນ, ບັນດາການປະຊຸມ​ລະຫວ່າງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ ​ແລະ 3 ກົນ​ໄກ​ເຈລະຈາ​ຄື: ຄະນະ​ປະຕິບັດ​ງານຫວຽດນາມ - ຈີນ ກ່ຽວ​ກັບ​ເຂດ​ນ່ານ​ນ້ຳ​​​ອ່າວ​ຕົງກິນ, ຄະນະ​ເຮັດ​ວຽກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ອ່ອນ​ໄຫວໜ້ອຍໃນ​ທະ​ເລ, ຄະນະ​ເຮັດ​ວຽກ​​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຮ່ວມກັນ​ໃນ​ທະ​ເລ... ສຳລັບບັນຫາທີ່ມີຢູ່ຕາມປະຫວັດສາດເຊິ່ງກ່ຽວຂ້ອງກັບອະທິປະໄຕ, ສິດອະທິປະໄຕ ແລະ ອຳນາດຕັດສິນຂອງຫວຽດນາມໃນທະເລຕາເວັນອອກ... ກໍ່ໄດ້ຮັບການແກ້ໄຂຢ່າງໜ້າພໍໃຈ ດ້ວຍຄວາມເຂົ້າໃຈຊາບຊຶມຢ່າງເຂັ້ມງວດໃນຫຼັກການ “ຄູ່ຮ່ວມງານ”, “ເປົ້າໝາຍ”. ຫວຽດນາມຢຶດໝັ້ນແລະເດັດດ່ຽວໃນການປົກປ້ອງອະທິປະໄຕ, ສິດອະທິປະໄຕ ແລະ ອຳນາດຕັດສິນຂອງປະເທດຊາດ, ແກ້ໄຂຂໍ້ພິພາດຕ່າງໆ ຜ່ານການເຈລະຈາສັນຕິພາບ, ບົນພື້ນຖານກົດໝາຍລະຫວ່າງປະເທດ. ໃນເວລານັ້ນ, ການພົວພັນຮ່ວມມືກັບຈີນຍັງຄົງໄດ້ຮັບການຮັກສາແລະຊຸກຍູ້. ຕາມລາຍງານຂອງກົມໃຫຍ່ສະຖິຕິຫວຽດນາມ, ປີ 2014, ຈີນແມ່ນຕະຫຼາດນຳເຂົ້າໃຫຍ່ອັນດັບໜຶ່ງຂອງຫວຽດນາມ ໂດຍມີມູນຄ່າປະມານ 43,7 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,2% ເມື່ອທຽບກັບປີ 2013. ການຂາດດຸນການຄ້າຈາກຈີນໃນປີ 2014 ຄາດ​ວ່າ​ 28,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 21,8% ເມື່ອທຽບກັບປີ 2013(8). ໃນການພົວພັນກັບສະຫະລັດອາເມລິກາ, ຫວຽດນາມປະສົບຄວາມສຳເລັດໃນການຮ່ວມມືໃນດ້ານຕ່າງໆ. ເດືອນມີນາ 2006, ຫວຽດນາມ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ສອງ​ຝ່າຍ​ກັບ​ອາ​ເມ​ລິ​ກາ ​ກ່ຽວ​ກັບ​ເລື່ອງ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກອົງການການຄ້າໂລກ. ເດືອນທັນວາ 2006, ລັດຖະສະພາ​ອາ​ເມ​ລິ​ກາ​ໄດ້​ຜ່ານ ​ກົດລະບຽບ​ການ​ພົວພັນທາງ​ການ​ຄ້າ​ປົກກະຕິ​ຖາວອນ (PNTR) ກັບ​ຫວຽດນາມ. ນີ້​ແມ່ນ​ບາດກ້າວ​ທີ່​ຕັດສິນຊີ້ຂາດ​ ໃນ​ຂະ​ບວນການ​ເຂົ້າ​ເປັນ​ສະມາຊິກອົງການການຄ້າໂລກ ຂອງ​ປະ​ເທດ​ຫວຽດນາມ. ວັນທີ 25 ກໍລະກົດ 2013, ສອງຝ່າຍຕົກລົງສ້າງຕັ້ງການພົວພັນ “ຄູ່ຮ່ວມມືຮອບດ້ານ”ທາງດ້ານການຄ້າ, ພາຍຫຼັງທີ່ສັນຍາການຄ້າຫວຽດນາມ - ສະຫະລັດອາເມລິກາ ມີຜົນບັງຄັບໃຊ້, ມູນຄ່າການຄ້າລະຫວ່າງສອງຝ່າຍເພີ່ມຂຶ້ນຢ່າງໄວວາ ຈາກ 450 ລ້ານໂດລາສະຫະລັດ (ປີ 1995) ຂຶ້ນເປັນຫຼາຍກວ່າ 111 ຕຶ້ໂດລາສະຫະລັດ (ປີ 2021). ສະຫະລັດອາ​ເມ​ລິ​ກາ​ກາຍ​ເປັນ​ຕະ​ຫຼາດ​ສົ່ງ​ອອກທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ​ຢ່າງ​ວ່ອງ​ໄວ ແລະ ​ຍັງ​ເປັນ​ຕະຫຼາດ​ສົ່ງ​ອອກ​ເກີນ​ດຸນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ກ່ຽວ​ກັບ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ​ເຖິງ​ວ່າ ອາ​ເມ​ລິ​ກາຈະບໍ່ໄດ້ຢູ່ໃນ​ອັນ​ດັບ​ໜຶ່ງ​ໃນກຸ່ມ​ປະ​ເທດທີ່​ລົງທຶນໃນຫວຽດນາມ, ​ແຕ່ຫວຽດນາມໄດ້ໃຊ້ປະໂຫຍດຈາກ​ການ​ລົງທຶນ​ຂອງອາ​ເມ​ລິ​ກາ ​ເຂົ້າ​ໃນ​ບັນດາ​ຂະ​ແໜງ​ການ​ພິເສດແລະຂົງເຂດທີ່ຈຳເປັນ ເພື່ອດຳເນີນການຫັນປະເທດເປັນອຸດສາຫະກຳແລະທັນສະໄໝ ແລະ ປ່ຽນແປງໃໝ່ຮູບແບບການເຕີບໂຕຂອງປະເທດ. ນັ້ນແມ່ນບັນດາຂະແໜງການ, ຂົງເຂດເຕັກໂນໂລຊີສູງ, ມີຄຸນຄ່າເພີ່ມສູງ ແລະ ໄດ້ຮັບການລົງທຶນຈາກບໍລິສັດລະດັບໂລກທີ່ມີວິໄສທັດໄລຍະຍາວ ຂອງສະຫະລັດອາເມລິກາ ເຊັ່ນ: Apple, Qualcomm, Nike, Morgan Stanley, ACORN International, General Dynamics, Google... ທາງດ້ານການປ້ອງກັນປະເທດເດືອນກັນຍາ 2011, ສອງຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MoU) ວ່າດ້ວຍ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ. ຕາມນັ້ນ, ອາເມລິກາພ້ອມແລ້ວທີ່ຈະສະໜັບສະໜູນ, ແບ່ງປັນບົດຮຽນ ແລະ ຂໍ້ມູນ, ຝຶກອົົບຮົມພະນັກງານທີ່ປະຕິບັດກົດໝາຍທາງທະເລຂອງຫວຽດນາມ, ພ້ອມ​ທັງ​ໜູນ​ຊ່ວຍ​ຫວຽດນາມ ດ້ວຍຍຸດໂທປະກອນບາງຢ່າງ​ໃຫ້ກອງ​ກຳລັງ​ປະຕິບັດ​ກົດໝາຍ​ໃນ​ທະ​ເລ (ກຳ​ປັ່ນ, ​ເຮືອ​ລາດຕະ​ເວນ​ຢູ່​ທະ​ເລ), ການ​ຮ່ວມ​ມື​ດ້ານ​ການ​ແພດ​ທະຫານ... ເດືອນມິຖຸນາ 2015, ສອງຝ່າຍໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມ ກ່ຽວກັບການພົວພັນດ້ານການປ້ອງກັນປະເທດ ລະຫວ່າງຫວຽດນາມ - ສະປະລັດອາເມລິກາ. ບົນພື້ນຖານນັ້ນ, ການພົວພັນທາງດ້ານການປ້ອງກັນປະເທດ ລະຫວ່າງສອງປະເທດ ໄດ້ພັດທະນາຢ່າງໄວວາ ແລະ ນັບມື້ນັບມີເນື້ອແທ້, ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ກໍ່​ໄດ້​ຮັບ​ການ​ຊຸກຍູ້.

ດ້ານເປົ້າໝາຍ” ໃນການພົວພັນກັບອາເມລິກາສ່ວນໃຫຍ່​ແມ່ນ​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ສິດ​ເສລີ​ທາງ​ດ້ານ​ສາສະໜາ ​ແລະ ​ການ​ເຄື່ອນ​ໄຫວ​ຂອງອິດທິ​ກຳລັງ​ສັດຕູ ​ແລະ ພວກປະຕິການ ທີ່​ຕໍ່ຕ້ານທຳລາຍ​ຫວຽດນາມ ຢູ່ອາ​ເມ​ລິ​ກາ. ທຸກປີ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ໄດ້​ເຮັດ​ບົດ​ລາຍ​ງານ​ປະເມີນສະຖານະການ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ສິດ​ເສລີ​ທາງ​ສາສະໜາ​ ຢູ່​ຫວຽດນາມຢ່າງບໍ່ຖືກຕ້ອງຕາມພາວະວິໄສ. ບັນດາອິດທິກຳລັງສັດຕູ, ປະຕິການໄດ້ຕໍ່ຕ້ານຫວຽດນາມຢ່າງດຸເດືອດເຊັ່ນ: ການຈັດຕັ້ງຫວຽດເຕິນ, ການຈັດຕັ້ງທີ່ເອີ້ນວ່າ “ລັດເດກາອິດສະຫຼະ”... ລ້ວນມີສຳນັກງານໃຫຍ່ໃນສະຫະລັດອາເມລິກາ. ​ໃນສະຫະລັດ​ອາ​ເມ​ລິ​ກາ, ຍາມ​ໃດ​ກໍ່​ມີ​ບັນດາ​ກຸ່ມ​ຊຸກຍູ້​ການເຊື່ອມໂຍງການ​ພົວພັນ​ດ້ານ​ເສດຖະກິດ-ການ​ຄ້າ​ ກັບ​ເງື່ອນ​ໄຂ​ປະຊາທິປະ​ໄຕ, ສິດທິ​ມະນຸດ ແລະ ສາສະໜາ. ຕົວຢ່າງ​ທົ່ວໄປ​ໜຶ່ງ​ແມ່ນ​ ເລື່ອງ​ທີ່​ວັນ​ທີ 15 ກັນຍາ 2004, ອາ​ເມ​ລິ​ກາ​ໄດ້​ຈັດ​ໃຫ້ຫວຽດນາມຢູ່​ໃນ​ ລາຍ​ຊື່​​ປະ​ເທດ​ທີ່​ຕ້ອງກັງວົນ​ເປັນ​ພິ​ເສດ ​ກ່ຽວ​ກັບ​ເສລີພາບ​ທາງ​ສາສະໜາ (CPC). ແຕ່, ດ້ວຍການກຳນົດດ້ານ “ຄູ່ຮ່ວມງານ”, “ເປົ້າໝາຍ” ຢ່າງຈະແຈ້ງໃນແຕ່ລະການກະທຳ, ແຕ່ລະບຸກຄົນສຳຄັນ ໃນສະຫະລັດອາເມລິກາ, ຫວຽດນາມ​ໄດ້​ຕໍ່ສູ້​ກັບ​ກຸ່ມ​ຫົວ​ຮຸນ​ແຮງຢ່າງເດັດດ່ຽວ, ອົດທົນພະຍາຍາມສົນທະນາ​ກັບ​ຜູ້ທີ່ມີ​ຄວາມ​ເຂົ້າ​ໃຈ ​ແລະ ສະໜັບສະໜູນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ; ເຮັດໃຫ້ສະຖານະການໃນ​ເຂດ​ພູພຽງ ໄຕງວຽນ ມີສະຖຽນລະພາບ; ພ້ອມກັນນັ້ນ, ເຊີນນັກຂ່າວແລະຜູ້ຊ່ວຍສະມາຊິກລັດຖະສະພາສະຫະລັດຈໍານວນໜຶ່ງ ເຂົ້າມາພາກສະໜາມ ເພື່ອເຂົ້າໃຈລັກສະນະແລະຄວາມຈິງຂອງບັນຫາ. ຮອດວັນທີ 14 ພະຈິກ 2006, ສະຫະລັດອາ​ເມ​ລິ​ກາ​ໄດ້​ຖອນ​ຫວຽດນາມ​ອອກ​ຈາກ​ບັນຊີ​ລາຍ​ຊື່ CPC. ຫຼາຍ​ຄົນ​ໃຫ້​ຄວາມ​ເຫັນ​ວ່າ, ຖ້າ​ບໍ່​ມີ​ເຫດການ​ນີ້, ​ຈະເປັນການ​ຍາກ​ທີ່​ລັດຖະສະພາ​ອາ​ເມ​ລິ​ກາ​ຈະອະນຸມັດ​ລະບຽບ​ການ PNTR ກັບຫວຽດນາມ ​ໃນ​ໜຶ່ງ​ເດືອນ​ຕໍ່​ມາ.

ຄວາມເປັນຈິງແຫ່ງການພົວພັນຂອງຫວຽດນາມກັບ​ບັນດາ​ປະ​ເທດ (ທັງ​ໃນ​ແລະນອກພາກພື້ນ) ​ໃນ​ເກືອບ 20 ປີ​ສະ​ແດງ​ໃຫ້​ເຫັນ​ວ່າ: ທີໜຶ່ງ, ຫວຽດນາມກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ເມື່ອຈັດການສາຍພົວພັນກັບ​ບັນດາ​ປະ​ເທດ​ຕົ້ນຕໍ​ແມ່ນ​ວິທີ​ທີ 2 ເຊິ່ງແມ່ນການ​ເບິ່ງ​ພຶດຕິ​ກຳ​ຂອງພວກເຂົາ​ໃນ​​ບັນຫາ​ສະ​ເພາະ ​ແລະ ສະຖານະການ​ສະ​ເພາະ ​ເມື່ອຕິດຕໍ່​ກັບ​ຫວຽດນາມ; ​ເມື່ອ​ມີ​ຜົນ​ປະ​ໂຫຍ​ດສອງ​ຝ່າຍ ຈະສວຍ​ໃຊ້​ການ​ຮ່ວມ​ມື; ​ເມື່ອ​ຜົນ​ປະ​ໂຫຍ​ດບໍ່​ເຂົ້າ​ກັນ​ຫຼື​ຂັດ​ແຍ້​ງກັນ, ​ຫວຽດນາມ​ຈະມີ​ຮູບ​ການ​ຕໍ່ສູ້​ທີ່​ເໝາະ​ສົມ. ທີສອງ, ມີ​ປະ​ເທດ​ໜ້ອຍ​ທີ່​ສຸດ​ ທີ່​ຍາມ​ໃດ​ກໍ່​ເຄົາລົບຈຸດ​ໝາຍ​ຂອງ​ຫວຽດນາມ, ​ເຊິ່ງຜົນ​ປະ​ໂຫຍ​ດສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ ແລະ ກໍ່​ມີ​ປະ​ເທດ​ໜ້ອຍ​ທີ່​ສຸດ ​ທີ່​ຕໍ່ຕ້ານຫວຽດນາມໂດຍຕະຫຼອດ. ເລື່ອງນີ້​ແມ່ນ​ຄວາມ​ຈິງສໍາລັບທັງປະເທດ​ທີ່ຢູ່​ຫ່າງ​ໄກ​ຈາກ​ຫວຽດນາມ ເຊິ່ງເກືອບ​ວ່າ​ບໍ່​ມີ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ກັບຫວຽດນາມ, ​ແຕ່ກໍ່​ຍັງ​ໄດ້​ຮັບ​ຜົນ​ກະທົບ​ຈາກ​​ບັນດາປະ​ເທດ​ໃຫຍ່​ ໃນ​​ບັນຫາທີ່​ກ່ຽວຂ້ອງ​ກັບ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ສາສະໜາ... ທີ່ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ. ທີສາມ, ວິທີການເຂົ້າເຖິງຕາມຕົວຕົນຈິງ ໃນຫຼາຍກໍລະນີໄດ້ສ້າງຄວາມຫຍຸ້ງຍາກບໍ່ນ້ອຍໃຫ້ກັບຫວຽດນາມ ໃນການສ້າງຄວາມເຫັນດີເຫັນພ້ອມພາຍໃນ ​ເມື່ອ​ຍັງ​ມີ​ທັດສະນະ​ທີ່​ແຕກ​ຕ່າງ​ກັນ ​ເມື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ສັບສົນ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່, ໂດຍສະເພາະ​ແມ່ນ​ຈີນ ​ແລະ ອາ​ເມ​ລິ​ກາ.

ການກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ໃນສະຖານະການໃໝ່

ໂລກກຳລັງ​ຫັນ​ໄປ​ສູ່​ສະ​ພາບ​ການ​ໃໝ່ - ສະ​ຖາ​ນະ​ການ​ຫຼັງການແຜ່ລະບາດຂອງໂຄວິດ-19, ການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ - ​ຢູເຄຮນ ເກີດຂຶ້ນຢ່າງສັບສົນ...​ ເຖິງ​ວ່າ​ຍັງ​ບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງ​ກໍ່ຕາມ, ​ແຕ່​​ພັດທະນາ​ການມາ​ຮອດ​ປະຈຸ​ບັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນອີກ 5-10 ປີ​ຂ້າງໜ້າ, ລັກສະນະ​ເດັ່ນດ້ານ​ການ​ພົວພັນ​ສາກົນ​ຄາດ​ວ່າ​ຈະ​ເຄື່ອນຕົວ​ໄປໃນ​ທິດ​ທາງທີ່​ບັນດາ​ປະ​ເທດ​ໃຫຍ່ຍັງຮ່ວມມື, ແຕ່ຍັງສືບຕໍ່ແຂ່ງຂັນກັນ ປະເຊີນໜ້າກັນ​ຢ່າງ​ດຸ​ເດືອດ, ​ຮຸນ​ແຂງ​ກວ່າ​ໃນ 5-10 ປີຜ່ານມາ, ໂດຍສະເພາະ ບັນດາບັນຫາທີ່​ກ່ຽວຂ້ອງ​ເຖິງ​ພູມ​ສາດ-ການ​ເມືອງ, ພູມ​ສາດ-​ເສດຖະກິດ, ການປ້ອງກັນປະເທດ-​ຄວາມໝັ້ນຄົງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ... ເຮັດໃຫ້ມີການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ​ໃນການຊັ່ງຊາກຳລັງ ລະຫວ່າງ​ບັນດາ​ປະ​ເທດ ທາງ​ດ້ານ​ກຳລັງ​ເສດຖະກິດ, ການ​ປ້ອງ​ກັນ​ປະ​ເທດ ​ແລະ ອິດ​ທິພົນ​ລະຫວ່າງປະເທດຕ່າງໆ, ສົ່ງເສີມ​ການ​ເຕົ້າ​ໂຮມ​ກຳລັງ ​ແລະ ການ​ເຊື່ອມ​ໂຍງ​ລະຫວ່າງ​​ປະ​ເທດໃນຮູບແບບໃໝ່.

ວັນທີ 12 ຕຸລາ 2022, ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ຮັບຮອງຜ່ານ ມະຕິທີ່ເນັ້ນໜັກຫຼັກການເຄົາລົບ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ດິນ​ແດນ, ປ້ອງ​ກັນ​ກົດ​ບັດ​ສະຫະ​ປະຊາ​ຊາດ, ຄັດຄ້ານລັດ​ເຊຍ​ຍຶດ​ເອົາ 4 ​ແຂວງ​ພາກ​ຕາ​ເວັນ​ອອກ ​ແລະ ພາກ​ໃຕ້​ຂອງ​ຢູ​ເຄຮນ ດ້ວຍຄະແນນສຽງເຫັນດີ 143 ສຽງ. ແຕ່ວັນທີ 22 ກຸມພາ 2022 ຮອດວັນທີ 20 ຕຸລາ 2022, ສະຫະລັດອາ​ເມ​ລິ​ກາ ​ແລະ ​ປະ​ເທດ​ຕາ​ເວັນ​ຕົກ​ ໄດ້ກຳນົດບົດ​ລົງ​ໂທດ 9.873 ລາຍການ ​ຕໍ່​​ອົງການ​ແລະບຸກຄົນ​ຂອງ​ລັດ​ເຊຍ, ​ໃນ​ນັ້ນ​ມີ​ປະທານາທິບໍດີ​ລັດ​ເຊຍ ວະລາດີເມຍ ປູຕີນ(9). ໃນການພົວພັນກັບຈີນ, ອຳນາດການປົກຄອງຂອງປະທານາທິບໍດີອາເມລິການ ໂຈ ໄບເດນ ດຳເນີນນະໂຍບາຍ “ແກ່ງແຍ້ງເມື່ອຈຳເປັນ, ຮ່ວມມືເມື່ອເປັນໄປໄດ້, ປະເຊີນໜ້າເມື່ອຖືກບັງຄັບ(10). ການຖືວ່າ​ຈີນ​ເປັນ​ຄູ່​ແຂ່ງນັ້ນ​ ແມ່ນ​ຄວາມ​ຮັບ​ຮູ້​ຮ່ວມກັນຂອງທັງ​ພັກຣີພັບ​ບລີ​ກັນ ​ແລະ ​ພັກ​ເດ​ໂມ​ແຄຣດ. ເດືອນມິຖຸນາ 2022, ໃນເອກະສານຍຸດທະສາດສະບັບໃໝ່” ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການ​ນາ​ໂຕ້ ເຊິ່ງຈັດ​ຂຶ້ນ​ໃນເມືອງ ມາດຮິດ (ສະ​ເປນ), ເປັນຄັ້ງທຳອິດທີ່ ນາໂຕ້ ຖືວ່ານະໂຍບາຍ “ບັງຄັບ” ຂອງຈີນເປັນການທ້າທາຍ​ຕໍ່ "ຜົນ​ປະ​ໂຫຍ​ດ, ຄວາມ​ໝັ້ນຄົງ​ ແລະ ​ຄຸນຄ່າ” ຂອງ​ນາ​ໂຕ້(11). ສຳລັບຈີນ, ​ໃນ​ບົດ​ລາຍ​ງານ​ການ​ເມືອງ​ທີ່​ນຳ​ສະ​ເໜີໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນ (ແຕ່ວັນທີ16 ເຖິງ 22 ຕຸລາ 2022), ທ່ານ​ ສີ ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຢືນ​ຢັນ “ຫຼັກ​ໝັ້ນ​ທີ່​ຊັດເຈນ” ຂອງ​ຕົນ​ແມ່ນ ຕໍ່​ຕ້ານ​ລັດ​ທິເຈົ້າ​ຄອງໂລກ​ຢ່າງເດັດດ່ຽວ ແລະ ກ້າແກ່ນໃນ​ການ​ປະ​ເຊີນ​ໜ້າ​ກັບ “ການ​ຂົ່ມ​ເຫັງ”; ຈີນພ້ອມແລ້ວທີ່ຈະປະເຊີນໜ້າກັບ​​ຟອງ​ໃຫຍ່, ລົມ​ແຮງ ​ແລະ ​ນັບທັງ​ພະ​ຍຸ​ອັນ​ຕະ​ລາຍ”; ຈະຊະນະ “ສົງຄາມພາກພື້ນ(12).   

​ເສດຖະກິດ​ໂລກ​ຍັງຖືກ​ຄາດ​ຄະ​ເນ​ວ່າ​ ຈະ​ປະເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ໄລຍະ​ຜ່ານ​ມາ. ກອງ​ທຶນ​ເງິນຕາ​ສາກົນ (IMF) ຄາດ​ຄະ​ເນ​ວ່າ ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ 3,2% ​ໃນ​ປີ 2022 ​ແລະ 2,7% ​ໃນ​ປີ 2023 ​ເຊິ່ງ​ເປັນ​ອັດຕາ​ທີ່​ຕ່ຳ​ທີ່​ສຸດ ​ນັບ​ແຕ່​ປີ 2001 (ຍົກ​ເວັ້ນ​ໄລ​ຍະ​ວິ​ກິດ​ການ​ການ​ເງິນ​ໂລກ​ປີ 2008-2009 ແລະ ​ການ​ແຜ່ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19); ອັດຕາ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ ແລະ ​ຈະ​ແກ່ຍາວ​ຮອດ​ທ້າຍ​ປີ 2024, ​ເສດຖະກິດ​ຫຼາຍ​ແຫ່ງ​ອາດ​ຈະ​ຕົກ​ຢູ່​ໃນ​ສະພາບ​ຖົດ​ຖອຍ​ໃນ​ປີ 2023(13). ການ​ຄ້າ​ແລະ​ການ​ລົງ​ທຶນ​ສາ​ກົນ ເຊິ່ງ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂະນະນີ້ໄດ້​ຮັບ​ຜົນ​ກະ​ທົບ​ທາງ​ລົບ​ເພີ່ມ​ອີກ​ຈາກ​ການ​ປະ​ທະ​ກັນລະຫວ່າງລັດ​ເຊຍ-ຢູເຄຮນ. ເຊັ່ນດຽວກັນ, ລະບົບຕ່ອງໂສ້ການຜະລິດແລະການກະຈາຍສິນຄ້າທົ່ວໂລກທີ່ແຕກຫັກຢູ່ແລ້ວ ກໍ່ຈະພັງທະລາຍລົງອີກ, ເຮັດໃຫ້ມັນມີຄວາມຫຍຸ້ງຍາກຫຼາຍທີ່ຈະຟື້ນຕົວ. ສະຖານະ​ການ​ດັ່ງກ່າວ​ ສົ່ງ​ຜົນຮ້າຍ​ແຮງ​ຕໍ່​ທຸກ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ທຸກ​ຍາກ, ປະເທດທີ່​ໄດ້​ຮັບ​ຜົນ​ສະກະທົບ​ຈາກ​ການ​ປະ​ທະ​ກັນທາງອາວຸດ.

ເມື່ອເກີດການແກ່ງແຍ້ງແລະປະເຊີນໜ້າກັນ, ບັນດາປະເທດໃຫຍ່ເຄີຍເພີ່ມທະວີການແກ່ດຶງ, ຊື້ຈ້າງຈອບອອຍ, ຊ້ຳຍັງ “ບັງຄັບ” ປະເທດຂະນ້ອຍ ໃຫ້ສະໜັບສະໜູນແລະປະຕິບັດຕາມ. ສະນັ້ນ, ເມື່ອບັນດາປະເທດຂະໜາດນ້ອຍ ແລະ ຂະໜາດກາງ ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຫຼື ຂໍ້ຂັດແຍ່ງພາຍໃນທີ່ບໍ່ສາມາດແກ້ໄຂໄດ້, ປະເທດເຫຼົ່ານນີກໍ່ຍາກທີ່ຈະຮັກສາ ເອກະລາດຈາກຜົນກະທົບຂອງບັນດາປະເທດໃຫຍ່. ຜົນ​ການ​ລົງ​ຄະ​ແນນ​ສຽງ​ຢູ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ແຫ່ງສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ປະ​ເທດ​ໃຫຍ່​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ສົງຄາມ​ເຢັນ​ສິ້ນ​ສຸດ​ລົງ, ບັນດາ​ປະ​ເທດ​ຂະໜາດ​ນ້ອຍ ​ແລະ ຂະໜາດກາງ ​ສ່ວນຫຼາຍ​ເລືອກໃຊ້ນ​ະ​ໂຍບາຍ “​ປ້ອງ​ກັນຕົວບໍ່​ເຂົ້າ​ຂ້າງກັບຝ່າຍໃດ, ຕັດສິນໃຈລົງຄະແນນສຽງຕາມບັນຫາ ແລະ ສະຖານະການສະເພາະ(14). ຍົກ​ຕົວ​ຢ່າງ, ​ໃນ​ກອງ​ປະຊຸມ​ຂອງ​ຂະ​ບວນການ​ບໍ່ເຂົ້າ​ຮ່ວມ​ກຸ່ມ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເບ​ລາຣຸດ, ອູ​ການ​ດາ, ຊິມ​ບຳເວ - ບັນດາ​ປະ​ເທດ​ທີ່​ບໍ່​ກ່ຽວຂ້ອງ​ເຖິງ​ພາກ​ພື້ນ​ອາຊີປາຊີ​ຟິກ ​ໄດ້​ນຳ​ໜ້າ​ໃນ​ການ​ຄັດຄ້ານບັນດາ​ປະ​ເທດ ອາ​ຊຽນ ປັບປຸງ​ສະຖານະ​ການ​ພາກ​ພື້ນ (ລວມທັງ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ)(15  

ໃນສະຖານະການດັ່ງກ່າວ, ອາດຈະເຫັນວ່າ, ເປັນເລື່ອງຍາກ​ທີ່​ປະ​ເທດ​ໃດຈະ​ສະໜັບສະໜູນ​ຫວຽດນາມ​ສະ​ເໝີ​ໄປ ​ຫຼື​ກົງ​ກັນ​ຂ້າມ ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ການ​ພົວພັນ​ລະຫວ່າງ​ປະ​ເທດ, ໂດຍສະເພາະ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່. ເວົ້າ​ຢ່າງອື່ນ, ມັນ​ເປັນ​ການ​ຍາກ​ທີ່​ປະ​ເທດ​ໃດ​ໜຶ່ງ​ຈະ​ເປັນ ຄູ່​ຮ່ວມງານຫຼື ເປົ້າໝາຍສະເໝີກັບ​ຫວຽດ​ນາມ. ຈຸດປະສົງກາຍເປັນປະເທດທີ່ພັດທະນາແລ້ວແລະມີລາຍໄດ້ສູງພາຍໃນປີ 2045 ຈະສຳເລັດໄດ້ ກໍ່ຕໍ່ເມື່ອຫວຽດນາມຮັກສາສະພາບແວດລ້ອມທີ່ສະຫງົບ ໝັ້ນຄົງ ແລະ ເອື້ອອຳນວຍຕໍ່ການພັດທະນາ. ​ໃນ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ທີ່​ນັບ​ມື້​ນັບ​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້ ແລະ ​ເພື່ອ​ໃຫ້ບັນລຸ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ໃນ​ການ​ພັດທະນາ, ການ​ກຳນົດ ຄູ່​ຮ່ວມ​ງານ, ເປົ້າໝາຍ​ໃນ​ການຈັດການແກ້ໄຂສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ, ນອກຈາກ​ຈຸດໝາຍ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ແລ້ວ, ​ຈຳ​ເປັນຕ້ອງສຸມ​ໃສ່​ການໃຊ້ປະໂຫຍດຈາກ​ໂອກາດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ຍຸດ​ທະ​ສາດ ​ກັບ​ບັນດາ​ຄູ່​ຮ່ວມ​ມື, ​ເພາະວ່າ ຖ້າ​ບໍ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງຍຸດ​ທະ​ສາດ ກໍ່​ຍາກ​ທີ່​ຈະມີສະຖຽນລະພາບ​ໃນ​ສະພາບ​ແວດ​ລ້ອມ​ທີ່​ບໍ່​ໝັ້ນຄົງຢູ່ສະເໝີ, ຍາກ​ທີ່​ປະ​ເທດ​ໃດ​ຈະ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຍາວ​ນານ​ກັບ​ຫວຽດນາມ, ໂດຍສະເພາະ​ການ​ຂາຍຫຼືຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ຫຼັກໃຫ້ກັບຫວຽດນາມ.

ໂລກປ່ຽນແປງ, ສະພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ​ໄດ້​ປ່ຽນ​ແປງ​ໄປ, ຈຸດໝາຍຍຸດທະສາດຂອງຫວຽດນາມກໍ່ສູງກວ່າໄລຍະກ່ອນ, ວິທີກຳນົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ຕາມຕົວຕົນຈິງຖືກກ່າວວ່າ ໄດ້ສໍາເລັດພາລະກິດຂອງຕົນແລ້ວ. ໃນສະພາບການໃໝ່ຈໍາເປັນຕ້ອງກໍານົດ “ຄູ່ຮ່ວມງານ”, “ເປົ້າໝາຍ” ຕາມພຶດຕິກໍາ. ວິທີການກຳນົດນີ້ສອດຄ່ອງກັບການປ່ຽນແປງຂອງສະຖານະການໃໝ່, ອຳນວຍຄວາມສະດວກໃຫ້ຂະບວນການສ້າງຄວາມເຫັນດີເຫັນພ້ອມໃນການວາງກຳນັດ ແລະ ການຜັນຂະຫຍາຍນະ ໂຍບາຍການຕ່າງປະເທດ. ວິທີການກຳນົດນີ້ກໍ່ບໍ່ເປັນຜົນກະທົບເຖິງນະໂຍບາຍຂອງຫວຽດນາມ ເມື່ອມີຕົວຕົນໃດທີ່ເປັນ “ຄູ່ຮ່ວມງານ” ຫຼືເປັນ “ເປົ້າໝາຍ” ຂອງປະເທດຂອງພວກເຮົາຢູ່ສະເໝີ. ວິທີການກຳນົດນີ້ ພ້ອມກັນຄຳນຳ “ເພີ່ມເພື່ອມມິດ, ຫຼຸດຜ່ອນສັດຕູ” ໃນແນວຄິດການທູດຂອງໂຮ່ຈີມິນ ສືບຕໍ່ມີຄວາມໝາຍສຳຄັນ​ໃນ​ການ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ, ສ້າງທ່າ​ແລະກຳລັງ​ແຮງ​ໃໝ່​ ໃຫ້ກັບ​ປະ​ເທດຫວຽດນາມໃນ “​ກະດານ​ໝາກຮຸກລະດັບ​ພາກ​ພື້ນ​ແລະລະດັບໂລກ./.       

--------------------------

(1) ຄະນະແນວຄິດ - ວັດທະນະທຳສູນກາງເອກະສານເພື່ອຄົ້ນຄວ້າຮ່ຳຮຽນມະຕິຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ (ສະໄໝທີ 9), ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2003, ໜ້າ 44.

(2) ໂຮ່ຈີມິນ: ພົງສາມະດານຊີວະປະຫວັດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ເຫຼັ້ມ 6 (1955-1957), ໜ້າ 15-16.

(3) ເບິ່ງ: “Afghanistan War: How did 9/11 lead to a 20-year war?” (ແປ: ສົງຄາມໃນອາບການິສະຖານ: ເຫດການ 11-9 ພາໃຫ້ເກີດສົງຄາມທີ່ແກ່ຍາວ 20 ປີຄືແນວໃດ?”, Imperial War Museums, 2022, https://www.iwm.org.uk/history/afghanistan-war-how-did-911-lead-to-a-20-year-war

(4) Shirley A. Kan (Coordinator): “China - U.S. Aircraft Collision Incident of April 2001: Assessments and Policy Implications” (ແປ: ເຫດການ​ເຮືອບິນຊົນກັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາໃນເດືອນ ເມສາ 2001: ການປະເມີນແລະຄວາມໝາຍນະໂຍບາຍ”, CRS Report for Congress, ວັນທີ 10 ຕຸລາ 2001, https://sgp.fas.org/crs/row/RL30946.pdf

(5) ກຸ່ມນັກຂ່າວຂອງໜັງສືພິມກອງທັບປະຊາຊົນ: “ກໍ່ສ້າງ ປ້ອມປາການໃນໃຈປະຊາຊົນຢູ່ເຂດພູພຽງໄຕງວຽນ: ຈາກບົດຮຽນອັນນອງເລືອດ ເຖິງບັນດາຜົນງານອັນໃຫຍ່ຫຼວງ”, ໜັງສືພິມເອເລັກໂຕຮນິກຂອງກອງທັບປະຊາຊົນ, ວັນທີ 11 ທັນວາ 2020, https://www.qdnd.vn/chinh-tri/cac-van-de/xay-thanh-tri-long-dan-o-tay-nguyen-tu-bai-hoc-xuong-mau-den-thanh-qua-to-lon-646348

(6) ເບິ່ງ: ຫງວຽນ ຍື ຟອງ: “ຄວາມຈິງກ່ຽວກັບ “ການກໍ່ຄວາມວຸ່ນວາຍທີ່ມີສີສັນການເມືອງ ຢູ່ເຂດພູພຽງໄຕງວຽນ”, ເວັບໄຊທ໌ Vnexpress, ວັນທີ 7 ມີນາ2002, https://vnexpress.net/su-that-ve-cuoc-gay-roi-mang-mau-sac-chinh-tri-o-tay-nguyen-1956176.html

(7) ເບິ່ງ: ຫວູ ເຄວ: “ປີ 2021: ການຄ້າຫວຽດນາມ - ຈີນ ເພີ່ມຂຶ້ນເກືອບ 25%”, ເວັບໄຊທ໌ VnEconomy, ວັນທີ 25 ມັງກອນ 2022, https://vneconomy.vn/nam-2021-thuong-mai-viet-nam-trung-quoc-tang-gan-25.htm

(8) ເບິ່ງ: ຈູງ ນິງ: “ຂາດ​ດຸນ​ການ​ຄ້າຈາກ​ຈີນ​ແມ່ນ​ເກືອບ 29 ຕື້ໂດລາສະຫະລັດ ໃນ​ປີ 2014”, ເວັບໄຊທ໌ ການເງິນຫວຽດນາມ, ວັນທີ 29 ທັນວາ 20214, https://thoibaotaichinhvietnam.vn/nhap-sieu-tu-trung-quoc-gan-29-ty-usd-trong-nam-2014-24512.html

(9) ເບິ່ງ: “Total number of list-based sanctions imposed by Australia, Canada, the European Union (EU), France, Japan, Switzerland, the United Kingdom (UK), and the United States on Russia from February 22 to October 20, 2022, by target” (ແປ: ຈຳນວນການລົງໂທດ​​ຕາມລາຍການທັງ​ໝົດ ​ທີ່​ກຳນົດ​ໂດຍ​ອົດສະຕຣາລີ, ກາ​ນາ​ດາ, ສະຫະພາບ​ເອີຮົ​ບ, ຝະຣັ່ງ, ຍີ່ປຸ່ນ, ສະ​ວິດ, ອັງກິດ ​ແລະ ອາ​ເມ​ລິ​ກາ ຕໍ່​ລັດ​ເຊຍ ນັບ​ແຕ່​ວັນ​ທີ 22 ກຸມພາ ​ເຖິງ 20 ຕຸລາ 2022, ຕາມ​ຄາດໝາຍ. theo mc tiêu”, Statista, 2022, https://www.statista.com/statistics/1293531/western-sanctions-imposed-on-russia-by-target/

(10) Cheng Li: “Biden’s China strategy: Coalition-driven competition or Cold War-style confrontation?” (ແປ: ຍຸດທະສາດຈີນຂອງປະທານາທິບໍດີສະຫະລັດອາເມລິກາ ໂຈ ໄບເດນ: ການແຂ່ງຂັນທີ່ຂັບເຄື່ອນໂດຍພັນທະມິດຫຼືການປະເຊີນໜ້າແບບສັງຄາມເຢັນ?), Brookings, ເດືອນພຶດສະພາ 2021, https://www.brookings.edu/research/bidens-china-strategy-coalition-driven-competition-or-cold-war-style-confrontation/

(11) “NATO declares China a security challenge for the first time” (ແປ: ນາໂຕ້ ປະກາດຈີນເປັນຄວາມທ້າທາຍດ້ານຄວາມໝັ້ນຄົງເປັນຄັ້ງທຳອິດ), Aljareera, ວັນທີ 30 ມັງກອນ 2022, https://www.aljazeera.com/news/2022/6/30/nato-names-china-a-strategic-priority-for-the-first-time

(12) Nation Congress: “Full text of the report to the 20th National Congress of the Communist Party of China” (ແປ: ລາຍ​ງານກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນສະບັບເຕັມ), Xinhua, ວັນທີ 25 ຕຸລາ 2022, https://english.news.cn/20221025/8eb6f5239f984f01a2bc45b5b5db0c51/c.html

(13) ເບິ່ງ: “Lastest World Economic Outlook Growth Projections” (ແປ: ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕຂອງ​ເສດ​ຖະ​ກິດ​ໂລກຫຼ້າ​ສຸດ), International Monetary Fund, ເດືອນຕຸລາ 2022, https://www.imf.org/en/Publications/WEO/Issues/2022/10/11/world-economic-outlook-october-2022

(14) Ilyin - Ilya V. - Bilyuga, S. - Malkov - Sergey: “The Impirical analysis of the voting results in the UN General Asembly” (ແປ: ການວິເຄາະຜົນການລົງຄະແນນຈິງໃນກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊດາ), Social Studys, 2022, https://www.sociostudies.org/almanac/articles/the_empirical_analysis_of_the_voting_results_in_the_un_general_assembly/

(15) ຜູ້ຂຽນບົດຄວາມໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີໂດຍກົງຂອງຂະບວນການບໍ່​ເຂົ້າ​ຮ່ວມ​ກຸ່ມຢູ່​ນະ​ຄອນ​ຫຼວງ ກາຮາກາດ (ເວເນຊູເອລາ) ປີ 2019.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1004 (ເດືອນມັນວາ 2022)