ການຄ້າສາກົນໃນສະພາບການໃໝ່:
ກາລະໂອກາດແລະສິ່ງທ້າທາຍສຳລັບຫວຽດນາມ

ໂດຍ ຮສ, ປອ ຕື່ ຖູຍ ແອັງ
ມະຫາວິທະຍາໄລການຄ້າຕ່າງປະເທດ
10:10, 04-11-2023
ວກ. - ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນເສຍ​ຕໍ່​ປະ​ເທດຕ່າງໆ​ໃນ​ທົ່ວ​ໂລກ, ໂດຍສະເພາະໃນຂົງເຂດເສດຖະກິດ. ເພື່ອ​ປັບຕົວໃຫ້ເຂົ້າກັບຜົນກະທົບທາງລົບຂອງໂລກລະບາດ, ການ​ຄ້າ​ສາ​ກົນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເດັ່ນ​ຊັດ, ດ້ວຍ​ການ​ພັດ​ທະ​ນາ​ການ​ຄ້າເອເລັກໂຕຣນິກ (ອີຄອມເມີຊ), ຂໍ້​ຕົກ​ລົງ​ດິ​ຈິ​ຕອນ, ການ​ຫັນປ່ຽນ​ແລະ​​ການ​ປັບ​ໂຄງ​ສ້າງ​ຕ່ອງ​ໂສ້​ການ​ສະ​ໜອງ ແລະອື່ນໆ. ການໃຊ້​ໂອກາດ​ຈາກ​ທ່າ​ອ່ຽງເຫຼົ່ານີ້ຢ່າງມີປະສິດທິຜົນ ຈະ​ປະກອບສ່ວນ​ຍົກສູງ​ຄວາມ​ສາມາດໃນການ​ປັບ​ຕົວ​ໂດຍ​ໄວ ​ແລະ ພັດທະນາເສດຖະກິດ​ຫວຽດນາມຢ່າງ​ຍືນ​ຍົງ ​ໃນ​ສະພາບ​ການ​ໃໝ່ໃນ​ປະຈຸ​ບັນ

ຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19
ຕໍ່ເສດຖະກິດໂລກ ແລະເສດຖະກິດຫວຽດນາມ

ທີໜຶ່ງ, ອັດຕາການເຕີບໂຕທາງເສດຖະກິດຫຼຸດລົງ. ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ ເຖິງທຸກດ້ານຂອງຊີວິດເສດຖະກິດແລະສັງຄົມ ຂອງ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ. ພິເສດ, ໃນຂົງເຂດເສດຖະກິດ, ການແຜ່ລະບາດຂອງໂຄວິດ-19 ເຮັດ​ໃຫ້​ອັດຕາ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຫຼຸດ​ລົງ​ຢ່າງ​ໜັກໜ່ວງ ຍ້ອນ​ການ​ຢຸດຊະງັກຂອງ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ ພ້ອມກັບມາດ​ຕະການ​ຈຳກັດ​ການ​ເຄື່ອນ​ໄຫວ​ຂອງ​ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ. ຕາມທະນາຄານໂລກ (WB), ປີ 2020, ອັດຕາການເຕີບໂຕຂອງ ຈີດີພີ ທົ່ວໂລກບັນລຸ 3,6% ເຊິ່ງປັນລະດັບຕ່ຳສຸດໃນຮອບ 50 ປີທີ່ຜ່ານມາ (1970-2020). ເມື່ອປະເຊີນກັບຜົນກະທົບຮຸນແຮງຈາກການແຜ່ລະບາດຂອງໂຄວິດ-19, ປະເທດຕ່າງໆຕ້ອງໃຊ້ມາດຕະການທີ່ບໍ່ເຄີຍມີມາກ່ອນ ເພື່ອ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ແລະ​ຜົນ​ຕາມມາຂອງ​ການ​ແຜ່​ລະ​ບາດ​, ເຊັ່ນ: ການຈໍາກັດການເດີນທາງລະຫວ່າງປະເທດ, ການເວັ້ນໄລຍະຫ່າງທາງສັງຄົມ ແລະ ການລະງັບກິດຈະກໍາໃນສະຖານທີ່ຜະລິດແລະທຸລະກິດ ແລະອື່ນໆ. ປະເທດສ່ວນໃຫຍ່ໃນທົ່ວໂລກໄດ້ຕົກລົງທີ່ຈະປິດຊາຍແດນ ແລະ ໂຈະການອອກວີຊາຊົ່ວຄາວ ສໍາລັບຄົນຕ່າງປະເທດ. ​ໃນ​ປີ 2021 ​ເສດຖະກິດ​ໂລກ​ໄດ້​ຟື້ນ​ຕົວ​ຢ່າງ​ວ່ອງ​ໄວ ​ໂດຍ​ມີການ​ເຕີບ​ໂຕເຖິງ 5,8%(1). ຜ່ານ​ນະ​ໂຍບາຍ​ສັກ​ວັກ​ແຊງ​ປ້ອງ​ກັນແລະຄວບ​ຄຸມ​ພະຍາດຢ່າງກວ້າງຂວາງ ຕະຫຼອດ​ໂຄງການ​ໜູນ​ຊ່ວຍ​ຂອງ​ບັນດາ​ພັນທະ​ມິດ​ໃນ​ພາກ​ພື້ນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຈຶງຖືກຄວບ​ຄຸມ​ເທື່ອ​ລະ​ກ້າວ. ປີ 2022, ​ເສດຖະກິດ​ໂລກ​ສືບ​ຕໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທະ​ກັນ​ລະຫວ່າງຣັດ​ເຊຍ-ຢູ​ເຄຣນ, ​ເຮັດ​ໃຫ້​ວັດຖຸ​ດິບ​ແລະ​ນ້ຳມັນ​ເຊື້ອ​ໄຟ​ຕົກ​ຢູ່​ໃນ​ສະພາບ​ຂາດ​ແຄນ​ຢ່າງ​ຮ້າຍ​ແຮງ, ຜັກດັນ​ລາຄາ​ພະລັງງານ​ແລະ​ສະບຽງ​ອາຫານ​​ເພີ່ມ​ຂຶ້ນ, ເຮັດໃຫ້ການ​ເຕີບ​ໂຕ​ຂອງ​ໂລກຊ້າລົງ ​ແລະ ເພີ່ມການຄາດຄະເນ​ອັດຕາ​ເງິນ​ເຟີ້.

ໃນ​ຖາ​ນະຂອງປະ​ເທດໜຶ່ງ​​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19, ຕົວຊີ້ວັດເສດຖະກິດມະຫາພາກຂອງຫວຽດນາມ ໄດ້ມີການປ່ຽນແປງຢ່າງຈະແຈ້ງ. ປີ 2020, ​ເຖິງ​ວ່າອັດຕາການ​ເຕີບ​ໂຕ​ຂອງລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຈີດີພີ) ບັນລຸ 2,1% ກໍ່ຕາມ, ແຕ່ເມື່ອທຽບກັບປີ 2019 ຕົວເລກນີ້ຫຼຸດລົງ 4,1%. ປີ 2021, ເສດຖະກິດຫວຽດນາມເຕີບໂຕ 2,58%, ຕ່ຳກວ່າປີ 2020 ແລະ ກໍຕ່ຳກວ່າເມື່ອທຽບກັບເປົ້າໝາຍທີ່ວາງໄວ້ 6,5%. ນີ້​ກໍແມ່ນ​ອັດຕາການ​ເຕີບ​ໂຕທາງເສດຖະກິດຂອງຫວຽດນາມຕ່ຳທີ່ສຸດ​ໃນຮອບ​ຫຼາຍ.

ທີສອງ, ອັດຕາສ່ວນການຄ້າຫຼຸດລົງ. ປີ 2019, ເສດຖະກິດໂລກຖືກຜົນກະທົບທາງລົບຈາກການແຜ່ງລະບາດຂອງໂຄວິດ-19, ດັ່ງນັ້ນ ອັດ​ຕາ​ສ່ວນ​ການ​ຄ້າ​ທົ່ວ​ໂລກ​ໄດ້​ຫຼຸດ​ລົງ 22%; ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ທົ່ວ​ໂລກ​ຫຼຸດ​ລົງ 1.400 ຕື້ໂດລາສະຫະລັດ. ໃນປີ 2020, ການຄ້າທົ່ວໂລກເລີ່ມ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ອີກ​ເທື່ອ​ໜຶ່ງ, ບັນລຸ​ລະດັບ​ສູງ​ສຸດ​ເຖິງ 28.500 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13% ເມື່ອທຽບກັບໄລຍະກ່ອນການແຜ່ລະບາດຂອງໂຄວິດ-19(2). ຕາມອົງການການຄ້າໂລກ (WTO), ອັດຕາການເຕີບໂຕຂອງການຄ້າສິນຄ້າໃນໄຕມາດທໍາອິດ ແລະ ໄຕມາດທີສອງຂອງປີ 2022 ເພີ່ມຂຶ້ນ 4,8% ແລະ 4,7% ຕາມລໍາດັບ​ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021, ແນວ​ໃດ​ກໍ​ດີ, ຄາດ​ຄະ​ເນ​ປະລິມານການ​ຄ້າ​ສິນຄ້າ​ໃນ​ປີ 2022 ຈະເຕີບໂຕ​ພຽງ 3,5% ​ແລະ​ໃນ​ປີ 2023 ​ແມ່ນ 1% ຍ້ອນ​ຜົນກະທົບທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ທະ​ກັນ​ລະຫວ່າງ ລັດ​ເຊຍ - ຢູ​ເຄຣນ ​ແລະ ນະໂຍບາຍການເງິນທີ່ເຂັ້ມງວດຂຶ້ນ​ ຂອງປະເທດ​ເສດຖະກິດທີ່ສຳຄັນ.

​ເຊັ່ນ​ດຽວ​ກັບ​ປະເທດອື່ນໆ​ໃນ​ທົ່ວ​ໂລກ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ແຕ່​ເດືອນມີນາ 2020 ​ໄດ້ສົ່ງຜົນກະທົບ​ຕໍ່ລະບົບ​ການ​ສະໜອງ​ຢູ່​ຫວຽດນາມ. ບັນດາ​ຕະຫຼາດ​ຄູ່​​ຄ້າທີ່ສຳຄັນ​ຂອງ​ຫວຽດນາມ ຄື: ອາ​ເມ​ລິ​ກາ, ສະຫະພາບເອີຣົບ (EU), ຍີ່ປຸ່ນ, ຝຣັ່ງ ແລະອື່ນໆ ລ້ວນ​ແຕ່​ໄດ້​ຫຼຸດ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຢ່າງ​ຫຼວງ​ຫຼາຍ. ບັນດາ​ຜະລິດ​ຕະພັນ​ທີ່​ສຳຄັນ​ຂອງ​ຫວຽດນາມ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະທົບຄູ່ ​ເມື່ອຂັ້ນຕອນວັດສະດຸປ້ອນໄດ້ຮັບການປັບປຸງ, ​ແຕ່​ປະ​ເຊີນ​ໜ້າ​ກັບ​​ບັນຫາ​ໃນ​ຕະຫຼາດ​ຜະລິດ​ຕະພັນ. ດັ່ງນັ້ນ, ອັດຕາສ່ວນການສົ່ງອອກໃນປີ 2020 ຫຼຸດລົງກວ່າ 31% ເມື່ອທຽບກັບປີ 2019; ມູນຄ່າການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​ຂອງຫວຽດນາມ ບັນລຸ 545,36 ຕື້ໂດລາສະຫະລັດ, ​ໃນ​ນັ້ນມູນຄ່ານການ​ສົ່ງ​ອອກ​ບັນລຸ 282,66 ຕື້ໂດລາສະຫະລັດ, ກວມ​ເອົາ 51,8% ຂອງ​ໂຄງ​ປະກອບ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ຂອງຫວຽດນາມ. ໃນສະພາບການທີ່ເສດຖະກິດໂລກຖືກຜົນກະທົບທາງລົບຈາກການແຜ່ລະບາດຂອງໂຄວິດ-19, ໝາກຜົນ​ນີ້​​ຖື​ເປັນ​ສັນຍານທາງບວກຕໍ່​ເສດຖະກິດ​ຫວຽດນາມ. ປີ 2021, ຍອດ​ມູນ​ຄ່າ​ການ​ຄ້າ​ສິນຄ້າ​ບັນລຸ 668,54 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 22,6% ​ເມື່ອ​ທຽບກັບ​ປີ 2020. ໃນນັ້ນ, ມູນຄ່າການສົ່ງອອກ ແລະ ການນໍາເຂົ້າເພີ່ມຂຶ້ນ 19% ແລະ 26,5% ຕາມລໍາດັບ. ຕາມ​ຂໍ້​ມູນ​ຂອງ​ກົມ​ສຸນລະກາກອນຫວຽດນາມ​, ໃນ 10 ​ເດືອນ​ຕົ້ນ​ປີ 2022, ມູນຄ່າການ​ສົ່ງ​ອອກ​ຂອງ​ຫວຽດນາມ​ບັນລຸ 312,9 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 16% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021. ບັນດາ​ຂະ​ແໜງ​ການ​ເສດຖະກິດ​ໃນປະເທດ ​ແລະ ຂະ​ແໜງ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ມີ​ການ​ເຕີບ​ໂຕ​ຂ້ອນຂ້າງສະໝ່ຳສະເໝີ; ດຸນການຄ້າເກີນດຸນ (ເກີນດຸນການຄ້າເຖິງ 9,6 ຕື້ໂດລາສະຫະລັດ). ໝາກຜົນ​ນີ້​ແມ່ນ​ຍ້ອນ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ ​ຍືດຫຍຸ່ນ ແລະ ​ໃກ້ຊິດ​ ຂອງ​ລັດຖະບານ​ຫວຽດນາມ ໂດຍມີ​ເປົ້າ​ໝາຍ "ການປັບຕົວທີ່ປອດໄພແລະຍືດຫຍຸ່ນ, ການຄວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງມີປະສິດທິຜົນ”. ນີ້​ແມ່ນປະຖົມປັດໄຈເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ນຳ​ເຂົ້າແລະສົ່ງ​ອອກ​ຂອງ​ຫວຽດ​ນາມ ​ນຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ​ທີ່​ດີຢ່າງຕໍ່ເນື່ອງ​ ໃນ​ສະ​ພາບ​ການ​​ທີ່ເສດ​ຖະ​ກິດ​ໂລກບໍ່​ໝັ້ນ​ຄົງ​.

ການແຜ່ລະບາດຂອງໂຄວິດ-19 ໄດ້ຊຸກຍູ້ບັນດາທ່າອ່ຽງການປັບໂຄງສ້າງ ແລະ ລັກສະນະການຄ້າລະຫວ່າງປະເທດ ເນື່ອງຈາກການແຜ່ລະບາດຂອງພະຍາດທີ່ຂັດຂວາງຕ່ອງໂສ້ການສະໜອງທົ່ວໂລກ ເຮັດໃຫ້ວິສາຫະກິດສ້າງແບບຈໍາລອງ ແລະປະເມີນຄວາມສ່ຽງໄດ້ຍາກ. ໃນສະພາບການນັ້ນ, ໂຄງສ້າງການຄ້າສິນຄ້າ​ຂອງ​ຫວຽດ​ນາມໄດ້ໃຫ້ເຫັນມີການ​ປ່ຽນ​ແປງ​ ໂດຍສິນຄ້າ​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ​​ເຊັ່ນ: ນ້ຳມັນ​ເຊື້ອ​ໄຟ, ເຄື່ອງ​ຈັກ, ກົນ​ຈັກ, ເຫຼັກ​ກ້າ ແລະອື່ນໆ. ໃນນັ້ນ, ຄວາມຕ້ອງການສິນຄ້າເຊັ່ນ: ຢາປົວພະຍາດ ແລະ ອຸປະກອນປ້ອງກັນ, ອາຫານ ແລະອື່ນໆ ເພີ່ມຂຶ້ນຢ່າງໄວວາ. ການຄ້າບໍລິການການທ່ອງທ່ຽວຫຼຸດລົງຢ່າງໄວ. ປີ 2020, ຈຳນວນນັກທ່ອງທ່ຽວສາກົນທີ່​ມາຢາມ​ຫວຽດນາມ​ຫຼຸດ​ລົງ 78,7% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2019, ລາຍຮັບລວມຈາກການທ່ອງທ່ຽວຫຼຸດລົງ. ມາດ​ຕະການ​ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ ​ໄດ້ເຮັດໃຫ້ສະມັດຕະພາບ ​ແລະ ​ປະລິມານ​ການ​ຜະລິດຫຼຸດລົງ. ນອກຈາກນັ້ນ, ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ອອກແຮງງານ, ເຮັດໃຫ້ເກີດການຂາດແຄນຊັບພະຍາກອນມະນຸດໃນໂຮງງານຜະລິດ. ພ້ອມກັນນັ້ນ, ການ​ສະໜອງ​ສິນຄ້າ​ທີ່​ຈຳ​ເປັນ ​ບໍ່​ຕອບ​ສະໜອງ​ໄດ້ກັບຄວາມ​ຕ້ອງການ​ຂັ້ນ​ຕ່ຳ​ຂອງ​ປະຊາຊົນ. ນອກຈາກນັ້ນ, ບັນດາ​ມາດ​ຕະການ​ຮັບ​ມື​ກັບການແຜ່ລະບາດຂອງ​ພະຍາດ​ໄດ້ຂັດຂວາງຕ່ອງ​ໂສ້​ການ​ຜະລິດ​ກະສິກຳ ​ແລະ ອຸດສາຫະກຳ​ຫຼາຍ​ແຫ່ງ, ສົ່ງ​ຜົນກະທົບຕໍ່​ຂະ​ບວນການ​ນຳ​ຜະລິດ​ຕະພັນ​ສູ່​ຜູ້​ບໍລິ​ໂພ​ກ, ຂັດຂວາງ​ການ​ຜະລິດ, ເຮັດໃຫ້ເກີດການຢຸດຊະງັກ​ໃນ​ຕ່ອງ​ໂສ້​ການສະໜອງ​.  

ທ່າ​ອ່ຽງ​ການປ່ຽນແປງຂອງການ​ຄ້າ​ຫວຽດ​ນາມ

ການບັນທຸກແລະຂົນສິນຄ້າສົ່ງອອກທີ່ທ່າເຮືອ ກາດຫຼາຍ (ນະຄອນໂຮ່ຈີມິນ) _ແຫຼ່ງ: nhiepanhdoisong.vn

ທີໜຶ່ງ, ໃນສະພາບການແຜ່ລະບາດຂອງໂຄວິດ-19 ນັ້ນ, ການຄ້າເອເລັກໂຕຣນິກສືບຕໍ່ພັດທະນາຢ່າງແຂງແຮງ ແລະ ກາຍເປັນທ່າອຽງບຸລິມະສິດ.

ບັນດາວິສາຫະກິດນັບມື້ນັບເອົາໃຈໃສ່ເຖິງການຂະຫຍາຍກິດຈະກຳອີຄອມເມີຊ. ກິດຈະກໍາອີຄອມເມີຊມີການປ່ຽນແປງຢ່າງໄວວາ ດ້ວຍວິທີການແລກປ່ຽນໃໝ່ຈໍານວນຫຼາຍເພື່ອໃຫ້ສອດຄ່ອງກັບພຶດຕິກໍາຂອງຜູ້ບໍລິໂພກ. ໃນຊຸມປີທີ່ຜ່ານມາ, ອີຄອມເມີຊຍັງຄົງຮັກສາອັດຕາການເຕີບໂຕທີ່ໝັ້ນຄົງ, ໃນປີ 2022 ໄດ້ເພີ່ມຂຶ້ນຢ່າງແຂງແຮງ ດ້ວຍອັດຕາການເຕີບໂຕ 20%. ພ້ອມກັນນັ້ນ, ໃນໄລຍະປີ 2020-2021, ມູນຄ່າເງິນສົດໝູນວຽນມີແນວໂນ້ມເພີ່ມຂຶ້ນ, ເຖິງວ່າອັດຕາສ່ວນຂອງເງິນສົດຕໍ່ວິທີການຊໍາລະທັງໝົດຈະຫຼຸດລົງກໍຕາມ (ປີ 2020, ອັດຕາສ່ວນນີ້ແມ່ນ 11,66% ແລະປີ 2021 ແມ່ນ 11,48%); ກິດຈະກໍາການຊຳລະເງິນທີ່ບໍ່ແມ່ນເງິນສົດ ມີການເຕີບໂຕສູງ (ການຊໍາລະເງິນຜ່ານຊ່ອງທາງອິນເຕີເນັດເພີ່ມຂຶ້ນ 48,8% ໃນດ້ານປະລິມານ ແລະ 32,6% ໃນມູນຄ່າ; ການຊໍາລະເງິນຜ່ານຊ່ອງທາງໂທລະສັບມືຖືເພີ່ມຂຶ້ນ 76,2% ໃນດ້ານປະລິມານ ແລະ 87,5% ໃນມູນຄ່າ); ອັດ​ຕາ​ສ່ວນທຸລະກຳຖອນ​ເງິນ​ສົດ​ຜ່ານ​ເຄື່ອງຖອນເງິນອັດຕະໂນມັດ (ATM) ​ໃນ​ຈຳນວນ​ທຸລະ​ກຳ​ທັງ​ໝົດ ​ທີ່ປະມວນຜົນ​ຜ່ານ​ລະບົບ​ຂອງບໍລິສັດ​ຫຸ້ນ​ສ່ວນ​ຊຳລະ​ເງິນ​ແຫ່ງ​ຊາດຫວຽດນາມ (NAPAS) ​ໄດ້​ຫຼຸດ​ລົງຢ່າງຫຼາຍ​ຈາກ 26% (ປີ 2020) ເຫຼືອ 12% (ປີ 2021). ໃນອະນາຄົດ, ຮູບການອີຄອມເມີຊຈະກາຍເປັນການບຸລິມະສິດຂອງຜູ້ບໍລິໂພກ, ພ້ອມກັນນັ້ນ, ການໃຊ້ເງິນສົດຈະຄ່ອຍໆຖືກແທນທີ່ດ້ວຍວິທີການຊຳລະເງິນອອນໄລນ໌, ປະກອບສ່ວນຊຸກຍູ້ການພັດທະນາເຕັກໂນໂລຊີທາງການເງິນ (Fintech) ຢ່າງແຂງແຮງ. ດ້ານອື່ນ, ການ​ຄ້າ​ດິ​ຈິ​ຕອນ ​ແລະ ​ການ​ຄ້າ​ຂ້າມ​ຊາຍ​ແດນ ໄດ້​ເລັ່ງ​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິ​ຕອນ​, ພັດ​ທະ​ນາ​ໂຄງສ້າງພື້ນຖານດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ ແລະ ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​. ປີ 2022, ​ເສດຖະກິດ​ດິຈິຕອນ​ຂອງ​ຫວຽດນາມ ມີ​ອັດຕາການ​ເຕີບ​ໂຕ 28% ເຊິ່ງເປັນອັດຕາການ​ເຕີບ​ໂຕ​ສູງ​ທີ່​ສຸດ ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການແຜ່ລະບາດຂອງໂຄວິດ-19 ພ້ອມກັບມາດຕະການເວັ້ນໄລຍະຫ່າງທາງສັງຄົມ ໄດ້ກະຕຸ້ນໃຫ້ວິສາຫະກິດປັບປ່ຽນພາລະບົດບາດຕ່າງໆຢ່າງຕັ້ງໜ້າ ແລະ ຍົກສູງຄຸນນະພາບຮັບໃຊ້ລູກຄ້າເມື່ອໃຊ້ເວທີອອນໄລນ໌.

ທີສອງ, ການຄ້າສາກົນຊຸກຍູ້ການຮ່ວມມືທາງດ້ານເຕັກໂນໂລຊີດິຈິຕອນ.

ນອກເໜືອຈາກສັນຍາການຄ້າເສລີ (FTA) ແລ້ວ ຈະມີການຈັດເຮັດສັນຍາດິຈິຕອນສຳລັບສິນຄ້າແລະບໍລິການດ້ານການສື່ສານ. ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານແລະກ້າວໜ້າ ຂ້າມ​ປາຊີ​ຟິກ (CPTPP), ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໄດ້ໃຊ້ປະໂຫຍດຈາກໂອກາດ​ຈາກ CPTPP ຢ່າງ​ມີ​ປະສິດທິ​ຜົນ ​ແລະ ບັນລຸໝາກຜົນ​ທີ່​ຕັ້ງໜ້າ. ຕາມລາຍງານຂອງກະຊວງອຸດສາຫະກຳແລະການຄ້າ, ປີ 2021, ມູນຄ່າການສົ່ງອອກຂອງຫວຽດນາມ ​ໄປ​ຍັງ​ປະ​ເທດ​ສະມາຊິກ CPTPP ບັນລຸ​ປະມານ 45,7 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 18,1% ​ເມື່ອ​ທຽບກັບ​ປີ 2020. ໃນທາງກົງກັນຂ້າມ, ມູນ​ຄ່າ​ການ​ນຳ​ເຂົ້າທັງໝົດ​ຂອງ​ຫວຽດ​ນາມ​ຈາກ​ປະ​ເທດ​ສະ​ມາ​ຊິກ CPTPP ບັນ​ລຸ​ປະ​ມານ 45,5 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ​ 37,6% ເມື່ອ​ທຽບກັບ​ປີ 2020. ໃນ 10 ເດືອນຕົ້ນປີ 2022, ມູນຄ່າການສົ່ງອອກແລະການນຳເຂົ້າທັງໝົດລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ CPTPP ບັນລຸ 88,1 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ​ 19,2% ເມື່ອທຽບກັບໄລຍະດຽວກັນຂອງປີ 2021. ໃນນັ້ນ, ມູນຄ່າການສົ່ງອອກໄປ​ຍັງ​ປະ​ເທດ​ສະມາຊິກ CPTPP ບັນລຸ 45,1 ຕື້ໂດລາສະຫະລັດ, ເພີ່ມ​ຂຶ້ນ​ 22,1% ເມື່ອທຽບກັບໄລຍະດຽວກັນຂອງປີ 2021. ການຄ້າບໍລິການດິຈິຕອນໄດ້ຮັບການເປີດກວ້າງ, CPTPP ກາຍເປັນບັນທັດຖານນະໂຍບາຍດ້ວຍຂໍ້ຕົກລົງເສດຖະກິດດິຈິຕອນ. ການສົ່ງເສີມໃຫ້ມີການເພີ່ມຂຶ້ນ ແລະ ການນຳໃຊ້ມາດຕະຖານເຫຼົ່ານີ້ ສາມາດປູທາງເພື່ອຊຸກຍູ້ໃຫ້ມາດຕະຖານດິຈິຕອນ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ແລະມີປະສິດທິຜົນ.

ທີສາມ, ການຄ້າໄປສູ່ການພັດທະນາແບບຍືນຍົງ.

ບັນດາສັນຍາການຄ້າເສລີຮຸ່ນໃໝ່ບໍ່ໄດ້ຈຳກັດຢູ່ພຽງການຄ້າແລະບໍລິການ ແຕ່ຍັງກວມເອົາຂົງເຂດອື່ນອີກ ລວມທັງສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ຂໍ້​ກຳນົດ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ​ໄດ້​ຖືກ​ເຊື່ອມ​ໂຍງ ​ແລະ ກາຍ​ເປັນ​ບົດ​ທີ່​ແຍກຕ່າງຫາກໃນ​ກອງ​ປະຊຸມ. ພາຍຫຼັງ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍປະຕິບັດ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບເອີຣົບ ​ເຕີບ​ໂຕຂຶ້ນ​ຢ່າງ​ດີ, ​ແຕ່​ບໍ່​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການ​ຂອງ​ສອງ​ຝ່າຍ. ໃນເວລາທີ່ຜ່ານມາ, ວິສາຫະກິດຫວຽດນາມຈຳນວນໜຶ່ງ ໄດ້ເປັນເຈົ້າການໃນການສ້າງເຄື່ອງໝາຍການຄ້າຂອງຕົນເອງ, ປັບປຸງການຜະລິດເພື່ອໃຫ້ໄດ້ມາດຕະຖານສິ່ງແວດລ້ອມ ເມື່ອເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ການສະໜອງຂອງຕະຫຼາດອີຢູ. ເອີຣົບສົ່ງເສີມການພັດທະນາແຫຼ່ງພະລັງງານສີຂຽວ ແລະພະລັງງານທົດແທນຢູ່ຫວຽດນາມ. ບັນດາ​ວິ​ສາ​ຫະກິດ​ເອີ​ຣົບ ກໍ່​ປາຖະໜາທີ່ຈະແບ່ງປັນ​ປະສົບ​ການ, ​ເຕັກ​ໂນ​ໂລ​ຢີ ແລະ ການລົງທຶນທາງການເງິນ ເພື່ອ​ຊຸກຍູ້​ການ​ພັດທະນາແບບຍືນຍົງ ຂອງ​ເສດຖະກິດ​ຫວຽດນາມ.​ ທາງດ້ານຫວຽດນາມ, ວິສາຫະກິດຈຳນວນໜຶ່ງ ໄດ້ເປັນເຈົ້າການໃນການຍົກສູງຄວາມສາມາດ, ປັບຍຸດທະສາດການການຜະລິດ ແລະ ທຸລະກິດໃຫ້ເໝາະສົມ ເພື່ອປັບຕົວແລະພັດທະນາຢ່າງວ່ອງໄວ ບົນເສັ້ນທາງສີຂຽວ ແລະ ຍືນຍົງ. ຍິ່ງກວ່ານັ້ນ, ເພື່ອສະໜັບສະໜູນໃຫ້​ວິ​ສາ​ຫະກິດ​ປັບ​ຕົວ​ເຂົ້າ​ກັບ​ມາດຕະຖານຂອງສັນຍາການຄ້າເສລີ​ໂດຍ​ໄວ, ກະຊວງອຸສາຫະກຳແລະການຄ້າ ໄດ້ສ້າງໂຄງການສະໜັບສະ​ໜູນ​​ວິ​ສາ​ຫະກິດ ໃນການໃຊ້​ປະ​ໂຫຍ​ດຈາກສັນຍາການຄ້າເສດລີ ໂດຍມີກິດຈະກຳຕ່າງໆ​ເຊັ່ນ: ການໂຄສະນາແລະ​ເຜີຍ​ແຜ່​ຄຳ​ໝັ້ນ​ສັນຍາ​ ກໍ່​ຄື​ກົດລະບຽບແຫຼ່ງກຳ​ເນີ​ດສິນຄ້າ; ສົ່ງເສີມ​ການ​ສົ່ງ​ອອກ​ບົນແພຼດຟອຣ໌ມດິຈິ​ຕອນ, ສະໜັບສະໜູນ​ການ​ເຊື່ອມ​ຕໍ່​ທາງການ​ຄ້າ; ໂຄສະນາເຜີຍແຜ່ແລະໜູນຊ່ວຍວິສາຫະກິດ ໃນການປ້ອງກັນແລະຫຼີກລ່ຽງຄວາມສ່ຽງ ຈາກມາດຕະການປ້ອງກັນການຄ້າ ທີ່ຖືກນຳໃຊ້ໃນເມື່ອສົ່ງອອກສິນຄ້າ. ຍິ່ງ​​ກວ່າ​ນັ້ນ, ສຳລັບ​​ຕະຫຼາດ​ທີ່​ມີ​ຂໍ້ກຳນົດແຫຼ່ງກຳເນີດວັດຖຸດິບທີ່​ເຂັ້ມ​ງວດ, ​ວິ​ສາ​ຫະກິດ​ຕ້ອງ​ໃຊ້​ແຫຼ່ງວັດຖຸ​ດິບທີ່ໄດ້​ມາດ​ຖານ ເພື່ອໃຫ້ກົງຕາມກົດລະບຽບແຫຼ່ງກຳ​ເນີ​ດສິນຄ້າ, ເພື່ອ​ໃຫ້​ການ​ສົ່ງ​ອອກ​ໄປຍັງ​ຕະຫຼາດ​ພາຍ​ນອກ​ເປັນ​ຜົນດີ, ມີປະສິດທິ​ຜົນ​ສູງ​ແລະ ຍືນ​ຍົງ. ນີ້​ກໍ່​ແມ່ນ​ທ່າ​ອ່ຽງ​ທົ່ວ​ໂລກທີ່ບໍ່ສາມາດປີ້ນກັບໄດ້​ ​ແລະ ​ເປັນ​ຂໍ້​ກໍາ​ນົດ​ບັງ​ຄັບສຳລັບວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່ຈະ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ໃໝ່.

ທີສີ່, ມີ​ການ​ປ່ຽນ​ແປງ​ແລະ​ການ​ປັບ​ໂຄງ​ສ້າງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ ​ໃຫ້ມີ​ຄວາມ​ໜ້າ​ເຊື່ອ​ຖື​ ຄວາມ​ປອດ​ໄພ ​ແລະ ​ຄວາມ​ຍືນ​ຍົງຫຼາຍຂຶ້ນ.

ການແຜ່ລະບາດຂອງໂຄວິດ-19 ໄດ້ສ້າງຄວາມທ້າທາຍໃຫ້ກັບຕ່ອງໂສ້ການສະໜອງ ໂດຍການຂັດຂວາງແລະລົບກວນຕ່ອງໂສ້ມູນຄ່າທົ່ວໂລກ, ໂດຍສະເພາະ ໃນດ້ານໂລຈິສະຕິກ. ການຂາດແຄນເຊມີຄອນດັກເຕີຣ໌, ລາຄາພະລັງງານທີ່ສູງຂຶ້ນ, ຄ່າຂົນສົ່ງເພີ່ມຂຶ້ນ ແລະອື່ນໆ ລ້ວນແມ່ນເຫດຜົນກະຕຸ້ນການຈັດໂຄງສ້າງເຄືອຂ່າຍການຜະລິດທີ່ຍືດຫຍຸ່ນຫຼາຍຂຶ້ນ. ຢູ່ຫວຽດນາມ, ການບໍລິໂພກຢ່າງຍືນຍົງກຳລັງໄດ້ຮັບຄວາມສົນໃຈຈາກຊຸມຊົນຜູ້ບໍລິໂພກ ແລະ ວິສາຫະກິດຫຼາຍຂຶ້ນເລື້ອຍໆ. ໃນເວລາທີ່ຜ່ານມາ, ການແຜ່ລະບາດຂອງໂຄວິດ-19 ໄດ້ກະຕຸ້ນໃຫ້ຜູ້ບໍລິໂພກຕັດສິນໃຈຊື້ຕາມແຜນແລະຕັ້ງໃຈ ແລະ ປ່ຽນມາໃຊ້ການບໍລິໂພກທີ່ຍືນຍົງ ແລະ ສົມເຫດສົມຜົນຫຼາຍຂຶ້ນ. ສິນຄ້າທີ່ຖືກ​ເລືອກ​ອັນ​ດັບ​ໜຶ່ງ​ແມ່ນ​ອາຫານ ​ແລະ ຜະລິດ​ຕະພັນທາງ​ການ​ແພດ ​ເພາະວ່າ ສິນຄ້າເຫຼົ່າ​ນີ້​ປະກອບສ່ວນ​ສຳຄັນ​ໃນ​ການ​ປົກ​ປ້ອງ​ສຸຂະພາບ ​ແລະ ຮັບປະກັນ​ຊີວິດ ທ່າມກາງ​ພະຍາດ​ລະບາດ​ທີ່​ຍັງ​ແຜ່​ລາມ​ໄປໃນຮູບແບບ​ທີ່ເປັນ​ອັນຕະລາຍ​ກວ່າອີກ. ເຖິງວ່າການແຜ່ລະບາດຂອງໂຄວິດ-19 ຈະ​ນຳ​ເອົາ​ຂໍ້​ເສຍ ​ແລະ ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ ມາ​ໃຫ້​ວິ​ສາ​ຫະກິດ, ​ແຕ່ຄວາມເປັນ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພັດທະນາ​ຕາມ​ທິດທາງ​ຍືນ​ຍົງ, ມຸ່ງສູ່ຄຸນຄ່າ​ຂອງ​ຊຸມ​ຊົນເພີ່ມຂຶ້ນ. ​ວິ​ສາ​ຫະ​ກິດ​ຫວຽດ​ນາມຫຼາຍ​ແຫ່ງ ​ໄດ້​ປ່ຽນ​ຮູບ​ແບບ​ການ​ດຳ​ເນີນ​ທຸ​ລະ​ກິດ, ຈາກ​ການ​ຜະ​ລິດ​ເຖິງ​ການແຈກຢາຍ, ການ​ຂົນ​ສົ່ງ ແລະ ການ​ບໍ​ລິ​ໂພກ. ນີ້​ແມ່ນວິທີແກ້ໄຂທີ່ເໝາະສົມ​ທີ່​ສຸດ ໃນການ​ຊ່ວຍ​ໃຫ້​ວິສາຫະກິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ໃນປະຈຸບັນ.

ທີຫ້າ, ບຸລິມະສິດການຮ່ວມມືສອງຝ່າຍ ການຮ່ວມມືພາກພື້ນ ແລະ ການຮ່ວມມື ກຸ່ມ.

ການແຜ່ລະບາດຂອງໂຄວິດ-19 ສະແດງໃຫ້ເຫັນເຖິງຂໍ້ເສຍຂອງໂລກາພິວັດ, ກະຕຸ້ນທ່າອ່ຽງຂອງລັດທິກີດກັນທາງການຄ້າ, ເຖິງວ່າໂລກາພິວັດ ແລະການເຊື່ອມໂຍງສາກົນ ຍັງເປັນທ່າອ່ຽງພາວະວິໄສກໍຕາມ. ຢູ່ຫວຽດນາມ, ການເຊື່ອມໂຍງເສດຖະກິດສາກົນຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ແລະຊຸກຍູ້​ ໃນ​ສະພາບ​ການ​ບໍ່​ໝັ້ນຄົງ ​ຂອງ​ເສດຖະກິດ​ໂລກ ດ້ວຍປັດ​ໄຈທີ່​ເຊື່ອມ​ໂຍງ​ກັນ ແລະ ສະທ້ອນກັບຫຼາຍປະການ. ການເປີດການຄ້າລະດັບພາກພື້ນກໍມີທ່າອ່ຽງເພີ່ມຂຶ້ນ, ຫວຽດນາມເຈລະຈາແລະລົງນາມໃນບັນດາສັນຍາການຄ້າເສລີຮຸ່ນໃໝ່, ເຊັ່ນ ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ສະຫະພາບເອີຣົບ, ສັນຍາຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ (RCEP). ລັດຖະບານຫວຽດນາມສະເໜີບັນດາຂົງເຂດທີ່ມີທ່າແຮງ ແລະ ການຮ່ວມມືທີ່ມີແງ່ຫວັງ ເຊິ່ງສາມາດນຳໄປໃຊ້ປະໂຫຍດ ແລະຜັນຂະຫຍາຍເພື່ອສົ່ງເສີມການພົວພັນສອງຝ່າຍ, ໂດຍສະເພາະ ໃນຂະບວນການຟື້ນຟູ, ພັດທະນາເສດຖະກິດແລະສັງຄົມ ໃນໄລຍະທີ່ການແຜ່ລະບາດຂອງໂຄວິດ-19 ຈະຖືກຄວບຄຸມແລະຂັບໄລ່. ການເຊື່ອມໂຍງທາງເສດຖະກິດໃນລະດັບພາກພື້ນທີ່ເພີ່ມຂຶ້ນ ກໍໄດ້ຊຸກຍູ້ຂະບວນການປ່ຽນເສັ້ນທາງການຄ້າ ຈາກປະເທດນອກກຸ່ມທີ່ເຊື່ອມໂຍງ ແລະ ສົ່ງເສີມໃຫ້ເກີດກະແສການຄ້າໃນລະດັບພາກພື້ນ, ປະກອບສ່ວນຟື້ນຟູເສດຖະກິດໃນສະຖານະການໃໝ່.  

​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຕໍ່​ການ​ຄ້າ​ຫວຽດນາມ​ໃນ​ໄລຍະ​ໃໝ່​

ໂອກາດທີ່ຈະໄດ້ໃຊ້ໃຫ້ເປັນປະໂຫຍດ

ທີໜຶ່ງ, ໃນສະຖານະການປະຈຸບັນ, ບັນດາທ່າ​ອ່ຽງ​ໃໝ່​ສືບ​ຕໍ່​ຢືນຢັນທິດທາງບຸລິມະສິດ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແມ່ນ​ຖືກຕ້ອງ; ຫວຽດນາມ​ແມ່ນ​ສະມາຊິກຂອງ​ຄວາມຄິດ​ລິ​ເລີ່​ມ ​ແລະ ການ​ເຊື່ອມໂຍງ​ພາກ​ພື້ນຫຼາຍຢ່າງ, ​ເຊັ່ນ: ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ສະມາຄົມປະຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN), ທະນາຄານພັດທະນາອາຊີ (ADB), CPTPP, EVFTA, RCEP ແລະອື່ນໆ. ນອກຈາກນັ້ນ, ຫວຽດນາມກໍໄດ້ເຂົ້າຮ່ວມຂະບວນການເຈລະຈາຂໍ້ຄິດລິເລີ່ມ ແລະ ສັນຍາຈຳນວນໜຶ່ງ ເຊັ່ນ ກອບເສດຖະກິດອິນໂດ-ປາຊີຟິກ (IPEF), ສັນຍາການຄ້າເສລີລະຫວ່າງຫວຽດນາມແລະກຸ່ມປະເທດ EFTA(3) (VN - EFTA FTA), ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອິດສຣາແອນ (VIFTA). ຈາກນັ້ນ, ຂະບວນການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມນັບມື້ນັບກວ້າງຂວາງ, ຫຼາກຫຼາຍ ແລະ ຫຼາຍລະດັບ. ໃນການພົວພັນຮ່ວມມືກັບຄູ່ຮ່ວມຂະໜາດນ້ອຍ, ຕຳແໜ່ງຂອງຫວຽດນາມໄດ້ຮັບການເພີ່ມທະວີ, ປະກອບສ່ວນ​ນຳ​ການ​ພົວພັນທະວິພາຄີ ແລະ ພະຫຸພາຄີຍ່ອຍ ​ເຂົ້າ​ສູ່​ລວງ​ເລິກ,​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

ທີສອງ, ບົດບາດແລະຄຸນຄ່າຂອງພາກພື້ນອາຊີ-ປາຊີຟິກນັບມື້ໄດ້ຮັບການປັບປຸງຜ່ານບັນດາສັນຍາການຄ້າເສດລີທະວິພາຄີ, ພະຫຸພາຄີຍ່ອຍ ແລະ ພາກພື້ນຮຸ້ນໃໝ່. ໃນນັ້ນ, ຫວຽດນາມມີບົດບາດສຳຄັນໃນລະບົບການສະໜອງ ແລະ ລະບົບເສດຖະກິດ-ການຄ້າໃນພາກພື້ນແລະໃນໂລກ. ມີສະພາບແວດລ້ອມເສດຖະກິດມະຫາພາກ ແລະ ສະຖານະການທາງການເມືອງທີ່ໝັ້ນຄົງ, ດ້ວຍ​ພື້ນຖານ​ເສດຖະກິດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ຕະຫຼາດ​ຜູ້​ບໍລິ​ໂພ​ກທີ່ນັບ​ມື້​ນັບ​ຂະຫຍາຍຕົວ ​ແລະ ສະພາບ​ແວດ​ລ້ອມທາງທຸລະ​ກິດ​ທີ່​ສົມບູນ​ແບບຫຼາຍຂຶ້ນ, ​ຕົວ​ຊີ້​ວັດຫຼາຍປະການ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມທາງ​​ທຸລະ​ກິດ ​ແລະ ຄວາມ​ສາມາດໃນການແຂ່ງຂັນຂອງ​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕັ້ງໜ້າ ແລະອື່ນໆ ​ແມ່ນ​ບັນດາ​ຂໍ້​ໄດ້​ປຽບທີ່ດີ ​ເພື່ອ​ໃຫ້ຫວຽດນາມຍາດ​ແຍ່ງ​​ໂອກາດ ​ແລະ ດຶງ​ດູດບໍລິສັດ​ຂະໜາດ​ໃຫຍ່ ​ແລະ ບໍລິສັດ​ເຕັກ​ໂນ​ໂລ​ຊີຂັ້ນສູງ ​ທີ່​​ຕ້ອງການປ່ຽນ​ການຜະລິດ ແລະ ​ຕ່ອງ​ໂສ້​ການສະໜອງ​ລະດັບ​ພາກ​ພື້ນ ​ແລະ ​​ທົ່ວ​ໂລກ. ໃນເວລາທີ່ຜ່ານມາ, ການແຜ່ລະບາດຂອງໂຄວິດ-19 ໄດ້ສົ່ງຜົນກະທົບທາງລົບເຖິງເສດຖະກິດໂລກ, ເຮັດໃຫ້ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດໃນທົ່ວໂລກຫຼຸດລົງຢ່າງແຮງ. ປີ 2020, ເຖິງວ່າກະແສເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນຫວຽດນາມຫຼຸດລົງ 25% ເມື່ອທຽບກັບປີ 2019 ກໍຕາມ ແຕ່ເຖິງປີ 2021, ໃນສະພາບການບໍ່ໝັ້ນຄົງຂອງເສດຖະກິດໂລກ, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າໃນຫວຽດນາມເພີ່ມຂຶ້ນຢ່າງໄວ, ເພີ່ມຂຶ້ນ 9,1% (ຫຼາຍກວ່າ 31 ຕື້ໂດລາສະຫະລັດ).

ທີສາມ, ການຄ້າດິຈິຕອນ ແລະ ເສດຖະກິດດິຈິຕອນກາຍເປັນພະລັງຂັບເຄີ່ອນການຟື້ນຟູ ແລະ ພັດທະນາເສດຖະກິດ. ປີ 2021, ເສດຖະກິດດິຈິຕອນໃນຫວຽດນາມໄດ້ປະກອບ 6% ເຂົ້າໃນ ຈີດີພີ, ໃນນັ້ນ, ຂົງເຂດການຄ້າເຕີບໂຕໄວທີ່ສຸດ ດ້ວຍອັດຕາການເພີ່ມຂຶ້ນຫຼາຍກວ່າ 50% ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020; ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ສິນຄ້າ ​ບັນລຸ​ເຖິງ 668,5 ຕື້ໂດລາສະຫະລັດ. ບໍລິສັດແລະວິສາຫະກິດຫຼາຍແຫ່ງໃນປະເທດແລະຕ່າງປະເທດ ໄດ້​ໃຊ້​ມາດ​ຕະ​ການ​ທີ່​ທັນ​ການ ​ເພື່ອ​ຕອບ​ໂຕ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ​ສວຍ​ໃຊ້​ກາ​ລະ​ໂອ​ກາດ​ໃນ​ການ​ປັບ​ປຸງ​ປະ​ສິດ​ທິ​ພາບ​ການ​ເຮັດ​ວຽກ ​ໂດຍ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃນ​ການ​ຄຸ້ມ​ຄອງ, ການ​ຜະ​ລິດ​ ​​ທຸ​ລະ​ກິດ ແລະ ອື່ນໆ. ຜ່ານນັ້ນ, ການຄ້າດິຈິຕອນຊ່ວຍໃຫ້ຮັກສາ ແລະ ພັດທະນາລະບົບຕ່ອງໂສ້ການເຊື່ອມໂຍງລະຫວ່າງວິສາຫະກິດ, ລະຫວ່າງວິສາຫະກິດແລະລູກຄ້າ, ປະກອບສ່ວນຢ່າງຫຼວງຫຼາຍ ເພື່ອຫຼຸດຜ່ອນຜົນກະທົບທາງລົບ ຍ້ອນການຂາດຕອນຂອງລະບົບຕ່ອງໂສ້ການສະໜອງ.   

ສິ່ງທ້າທາຍຈຳນວນໜຶ່ງ

ທີໜຶ່ງໃນສະພາບການທີ່ການແຜ່ລະບາດຂອງໂຄວິດ-19 ຖືກຄວບຄຸມຢ່າງທັນການ, ຫວຽດນາມຈຳເປັນຕ້ອງ​ນຳ​ສະເໜີ​ນະ​ໂຍບາຍ​ທີ່​ສົມ​ເຫດ​ສົມ​ຜົນ ​ເພື່ອ​ຟື້ນ​ຟູ​ເສດຖະກິດ ​ແລະ ກະກຽມ​ແຫຼ່ງກຳລັງເພື່ອ​ຮັບ​ມື​ກັບ​ພະຍາດ​ລະບາດ​ອື່ນໆ ທີ່​ອາດ​ຈະ​ເກີດ​ຂຶ້ນ; ການລົງທຶນພາກລັດຍັງຄົງເປັນປັດໄຈສຳຄັນໃນການເຕີບໂຕເສດຖະກິດ, ຢ່າງໃດກໍຕາມ ການຊຸກຍູ້ການລົງທຶນພາກລັດບໍ່ພຽງແຕ່ສຸມໃສ່ການເປີດໂຄງການທີ່ຫຼາກຫຼາຍເທົ່ານັ້ນ ແຕ່ຍັງຕ້ອງມີການກວດກາ, ຕິດຕາມກວດກາຢ່າງຮອບຄອບ ເພື່ອຮັບປະກັນປະສິດທິຜົນໃນໄລຍະຍາວ.   

ທີສອງໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສາ​ກົນ ແລະພັນທະກໍລະນີດ້ານການຄຸ້ມຄອງ​ສິ່ງ​ແວດ​ລ້ອມ, ຫວຽດ​ນາມຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຈາກ​ບັນ​ຫາ​ພາຍ​ໃນ. ຍົກຕົວຢ່າງເຊັ່ນ, ກ່ຽວ​ກັບ​ບັນຫາ​ການຕໍ່ສູ້ກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ, ຫວຽດນາມຍັງ​ບໍ່​ທັນ​ອອກ​ກອບ​ກົດໝາຍທີ່ສົມບູນ​ຕາມ​ມາດຖານ​ສາກົນ ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາຕໍ່ສູ້ກັບ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ.

ທີສາມການແຜ່ລະບາດຂອງໂຄວິດ-19 ສະແດງໃຫ້ເຫັນເຖິງຄວາມບອບບາງແລະ ຄວາມແຕກຫັກງ່າຍ ຂອງລະບົບຕ່ອງໂສ້ການສະໜອງທົ່ວໂລກ. ເຖິງວ່າລະບົບຕ່ອງໂສ້ການສະໜອງຈະໄດ້ຮັບການປັບໂຄງສ້າງໃໝ່ໃນເບື້ອງຕົ້ນ, ແຕ່ໃນຄວາມເປັນຈິງແລ້ວ ວິສາຫະກິດອຸດສາຫະກຳ​ຂອງ​ຫວຽດນາມ ​ສ່ວນ​ໃຫຍ່​ຍັງ​ນ້ອຍ ​ແລະ ບໍ່​ສາມາດ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ໃນ​ຕ່ອງ​ໂສ້​ມູນ​ຄ່າໄດ້. ຕາມກະຊວງອຸສາຫະກຳແລະການຄ້າ, ໃນປະຈຸ​ບັນ ຫວຽດນາມມີ​ວິ​ສາ​ຫະກິດ​ປະມານ 2.000 ແຫ່ງ​ທີ່ຜະລິດ​ອາ​ໄຫຼ່ ແລະ ສ່ວນ​ປະກອບ, ​ໃນ​ນັ້ນ ມີ​ວິສາຫະກິພຽງ​ປະມານ 300 ແຫ່ງເທົ່ານັ້ນ ທີ່​ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ການ​ສະໜອງ. ການປະຍຸກໃຊ້ວິທະຍາສາດ ແລະເຕັກໂນໂລຊີ, ໂດຍສະເພາະ ອີຄອມເມີຊ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ເຕັມທີ່ ສົ່ງຜົນໃຫ້​ຮູບ​ແບບ​ທຸລະ​ກິດ​ສົ່ງ​ອອກ​ຂອງ​ບໍລິສັດຫວຽດນາມເຂົ້າເຖິງຕະຫຼາດ​ຜູ້​ບໍລິ​ໂພ​ກໄດ້ຊ້າ, ຂະ​ບວນ​ການ​ຄ້າ​ສິນ​ຄ້າດຳເນີນໄປຢ່າງຊ້າໆ, ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ການ​ເຄື່ອນ​ໄຫວ​ສົ່ງ​ອອກ. ທາດແທ້ຂອງກິດຈະກໍາການຄົ້ນຄວ້າປະດິດສ້າງຕ້ອງມີຄວາມສ່ຽງຢ່າງຫຼາຍ, ດັ່ງນັ້ນວິສາຫະກິດຈຶ່ງຕ້ອງຍອມຮັບຄວາມສ່ຽງ ແລະ ລົງທຶນໃນການຄົ້ນຄວ້າ ແລະ ການພັດທະນາຫຼາຍຂຶ້ນ.  

ສາມາດເຫັນໄດ້ວ່າ, ການແຜ່ລະບາດຂອງໂຄວິດ-19 ສົ່ງຜົນກະທົບຢ່າງກວ້າງຂວາງເຖິງທຸກດ້ານຂອງເສດຖະກິດໂລກ, ດ້ວຍການປ່ຽນແປງຢ່າງໄວວາແລະຫຼາກຫຼາຍ. ການ​ຄ້າ​ສາ​ກົນ​​ລົງຄ້ອຍ​ຍ້ອນ​ການຢຸດຊະງັກ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ຂະແໜງການ​ບໍ​ລິ​ການ​ກໍ​ຫຼຸດ​ລົງ​ຢ່າງ​​ຫຼາຍ. ບັນດາວິສາຫະກິດ, ໂດຍສະເພາະວິສາຫະກິດຂະໜາດກາງແລະຂະໜາດນ້ອຍ ຕ້ອງປະເຊີນກັບການກະທົບທາງລົບ, ພິເສດແມ່ນ ການລົ້ມລະລາຍ, ການຢຸດຊະງັກຂອງການຜະລິດ. ພຶດຕິກໍາຂອງຜູ້ບໍລິໂພກ ແລະ ການຄ້າມີແນວໂນ້ມທີ່ຈະປ່ຽນແປງ, ຄວາມຍືນຍົງ ແລະ ປະສິດທິພາບ (ການບໍລິໂພກສີຂຽວ, ການບໍລິໂພກແບບວົງກົມ, ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ) ໄດ້ກາຍເປັນທ່າອ່ຽງຂອງໂລກ. ຄຽງ​ຄູ່​ກັບ​ຜົນ​ກະທົບ​ທາງ​ດ້ານ​ເສດຖະກິດ-​ການ​ຄ້າ​ແລ້ວ, ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ປັບ​ໂຄງສ້າງແລະຊຸກຍູ້ທ່າອ່ຽງ​ການ​ຄ້າ​ສາກົນ. ການປ່ຽນແປງແລະການປັບຕົວໃນການຄ້າສາກົນ ໃນໄລຍະປະຈຸບັນ ມີຜົນກະທົບຢ່າງກວ້າງຂວາງຕໍ່ການເຄື່ອນໄຫວເສດຖະກິດ ແລະການຄ້າຂອງຫວຽດນາມ. ທ່າ​ອ່ຽງ​ການ​ຄ້າ​ໃໝ່​ຄ່ອຍໆ​ປະກົດ​ຂຶ້ນ, ໂດຍ​ສະ​ເພາະ: 1- ອີຄອມເມີຊມີການເຕີບໂຕຢ່າງແຂງແຮງ ແລະ ກາຍເປັນທ່າອ່ຽງບຸລິມະສິດ; 2- ການຄ້າສາກົນຊຸກຍູ້ການພັດທະນາຕາມທິດທາງການຮ່ວມມືທາງດ້ານດິຈິຕອນ; 3- ການຄ້າມຸ່ງສູ່ການພັດທະນາແບບຍືນຍົງ; 4- ການຫັນປ່ຽນແລະການປັບໂຄງສ້າງຕ່ອງໂສ້ການສະໜອງໄປສູ່ຄວາມໜ້າເຊື່ອຖື ຄວາມປອດໄພ ແລະ ຄວາມຍືນຍົງ; 5- ​ໃຫ້​ບຸລິມະສິດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ພາກ​ພື້ນ ​ແລະ ກຸ່ມ​ບໍລິສັດ ​ໃນ​ຂະນະ​ທີ່​ໂລກາພິວັດ​ຊ້າ​ລົງ. ທ່າ​ອ່ຽງເຫຼົ່ານີ້​ນຳ​ມາ​ເຊິ່ງ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້​ແກ່​ຫວຽດນາມ; ການໃຊ້ປະໂຫຍດຈາກ​ໂອກາດ ​ແລະ ການ​ແກ້​ໄຂບັນຫາຄວາມ​ທ້າ​ທາຍ ​ຈະ​ຊຸກຍູ້​ໃຫ້​ເສດຖະກິດ​ປັບ​ຕົວ​ໄດ້​ໄວ, ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ລະດັບໂລກ ຂອງສິນຄ້າ​ແລະ​ບໍລິການ​, ພັດທະນາ​ຕາມ​ທິດທາງ​ຍືນ​ຍົງ, ສີຂຽວ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ./.  

------------------------

(1) ຖູຍ ຫ່ຽນ: “ຄວາມທ້າທາຍໃນການບັນລຸເປົ້າໝາຍການເຕີບໂຕຂອງ ຈີດີພີ 6,5% - 7% ໃນໄລຍະປີ 2021-2025”, ໜັງສືພິມເອເລັກໂຕຣນິກຂອງສຳນັກຂ່າວສານຫວຽດນາມ, ວັນທີ 14 ຕຸລາ 2022, https://www.vietnamplus.vn/thach-thuc-khi-dat-tang-truong-gdp-tu-657-giai-doan-20212025/823685.vnp

(2) ຟ້າມ ແຮັ້ງ: “ການຄ້າໂລກບັນລຸລະດັບສູງສຸດເປັນປະຫວັດການທີ 28.500 ຕື້ໂດລາສະຫະລັດໃນປີ 2021, ແຕ່ອາດຈະຫຼຸດລົງໃນປີ 2022”, ເວັບໄຊຂອງສະຖາບັນວິທະຍາສາດສະຖິຕິ, ວັນທີ 24 ກຸມພາ 2022, https://vienthongke.vn/thuong-mai-toan-cau-dat-muc-cao-ky-luc-285-nghin-ty-do-la-vao-nam-2021-nhung-co-the-giam-xuong-vao-nam-2022/ 

(3) ກຸ່ມ EFTA ປະກອບດ້ວຍ 4 ປະເທດຄື ສະວິດ, ນອກແວ, ອຽກລັງ, ເລັກເຕນສະເຕນ.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ, ສະບັບທີ 1011 (ເດືອນເມສາ 2023)