ວກ. - ຕາມ​ທັດ​ສະ​ນະ​ວັດ​ຖຸ​ນິ​ຍົມປະ​ຫວັດວິພາກ, ມະ​ຫາ​ຊົນ​ແມ່ນ​ຜູ້​ສ້າງ​ປະ​ຫວັດ​ສາດ ແລະ ເປັນ​ກຳ​ລັງ​ຕັດ​ສິນຊີ້ຂາດ​ຂະ​ບວນ​​ການ​ພັດ​ທະ​ນາ​​ປະ​ຫວັດ​ສາດຂອງ​ມະ​ນຸດ ກໍ່​ຄື​ປະ​ຫວັດ​ສາດຂອງປະຊາຊາດ, ໃນ​ນັ້ນ​ມີ​ຫວຽດ​ນາມ. ດັ່ງນັ້ນ, ຄຽງ​ຄູ່​ກັນ​ກັບ​ການ​ກຳ​ນົດ​ແຜນ​ນະ​ໂຍ​ບາຍແລະແນວ​ທາງ​ທີ່​ຖືກ​ຕ້ອງ ແລະ ຮັບ​ປະ​ກັນ​​ບົດ​ບາດການ​ນຳ​ພາ​ຂອງ​ພັ​ກກອມ​ມູ​ນິດ​ຫວຽດ​ນາມນັ້ນ,​ ການເສີມ​ຂະ​ຫຍາຍບົດ​ບາດ​ປະ​ດິດ​ສ້າງ, ການ​ສະ​ໜັບ​ສະ​ໜູນ ແລະ ການ​ເຂົ້າ​ຮ່ວມ​ຢ່​າງ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຊົນ, ພິເສດ​ແມ່ນ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ມີຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ທຸກ​ສະຖານະການ.

ບັນດາເອກອັກຄະລັດຖະທູດຍິງ ແລະ ຫົວໜ້າອົງການຈັດຕັ້ງສາກົນຢູ່ຫວຽດນາມ ສຳຜັດປະສົບການການວາດພາບດົງໂຮ່ ໃນບ້ານ ດົ່ງກີ້, ເມືອງ ຕື່ເຊີນ, ແຂວງ ບັກນິງ. _ພາບ: TTXVN

ບາງຄວາມຄິດເຫັນກ່ຽວກັບນະໂຍບາຍການຕ່າງປະເທດແລະການທູດ 

ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແມ່ນ​ສັງ​ລວມ​ແຜນ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ, ຍຸດ​ທະວິທີ, ການຕັດສິນ​ຕົກ​ລົງ ແລະ ​ມາດ​ຕະ​ການ ທີ່​ລັດ​ວາງແຜນແລະດຳເນີນການ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ອັດ​ຕະ​ພາບ​ທີ່​ແຕກ​ຕ່າງ​ກັນ​ໃນ​ເວ​ທີ​ສາ​ກົນ, ໃນ​ແຕ່​ລະໄລ​ຍະ​ປະ​ຫວັດ​ສາດ, ບົນ​ພື້ນ​ຖານ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ ໂດຍສອດຄ່ອງ​ກັບ​ທ່າ​ອຽງ​ການ​ພັດ​ທະ​ນາ​ຂອງ​ສະ​ພາບ​ການ​ໂລກ ແລະ ກົດ​ໝາຍ​ສາ​ກົນ. ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແມ່ນ “ແຂນ​ຂະຫຍາຍ” ຂອງ​ນະ​ໂຍ​ບາຍພາຍ​ໃນ​ປະ​ເທດ ເຊິ່ງມີຕົ້ນກຳເນີດຈາກ​ລະ​ບອບ​ເສດ​ຖະ​ກິດ, ການ​ເມືອງແລະສັງ​ຄົມ​ຂອງ​ປະ​ເທດ ເພື່ອ​ຮັບ​ໃຊ້​ນະ​ໂຍ​ບາຍ​​ພາຍ​ໃນ​ປະ​ເທດ; ພ້ອມກັນນັ້ນ, ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ​ມີ​ຄວາມເປັນເອ​ກະ​ລາດ​ທີ່ແນ່ນອນ ແລະ ສົ່ງ​ຜົນ​ກະ​ທົບ​ຕໍ່​ນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ. ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດໃດກໍ່ຕາມ ກໍ່​ລວມ​ມີ​ເປົ້າ​ໝາຍ​​ພື້​ນ​ຖານ 3 ປະການຄື: ​ຄວາມໝັ້ນຄົງ, ການ​ພັດ​ທະ​ນາ ແລະ ອິດ​ທິ​ພົນ. ເປົ້າ​ໝາຍ​ດ້ານ​ຄວາມໝັ້ນຄົງ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນຄົງຂອງ​ຊາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຂອງປະເທດ. ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແມ່ນການໃຊ້ປະໂຫຍດຈາກ​ຊັບ​ພະ​ຍາ​ກອນ​ພາຍນອກ ແລະ ສ້າງ​ເງື່ອນ​ໄຂ​ສາ​ກົນ​ທີ່ເອື້ອອຳນວຍຕໍ່ການ​ພັດ​ທະ​ນາ​ເສດ​ຖະ​ກິດແລະສັງ​ຄົມ​ຂອງ​ປະ​ເທດ.  ເປົ້າ​ໝາຍ​ອິດ​ທິ​ພົນມີສ່ວນຊ່ວຍໃນການ​ຍົກ​ສູງ​ຖາ​ນະ​ບົດ​ບາດຂອງ​ຊາດ, ເສີມ​ຂະ​ຫຍາຍ​ອິດ​ທິ​ພົນ​ຂອງ​ປະ​ເທດໃນ​ເວ​ທີ​ສາ​ກົນ. ​ເປົ້າ​ໝາຍ​ທັງສາມນີ້​ເຊື່ອມໂຍງກັນຢ່າງໃກ້ຊິດ, ​ແຍກຈາກກັນບໍ່​ໄດ້ ແລະ ສະທ້ອນໂດຍລວມເຖິງ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ. ບັນ​ດາ​ເປົ້າ​ໝາຍເທິງນີ້ບໍ່​ປ່ຽນຮູບ, ແຕ່​ເນື້ອ​ໃນສະເພາະ, ພິເສດແມ່ນ​ວິ​ທີ​ການ​ດຳ​ເນີນ​ການເພື່ອໃຫ້​ບັນ​ລຸ​ເປົ້າ​ໝາຍຂອງການຫັນ​ປ່ຽນ​ຕາມ​ເວ​ລາແລະມີ​ຄວາມຍືດຫຍຸ່ນນັ້ນ​ ​ຂຶ້ນ​ຢູ່ກັບ​ພັດທະນາການທາງ​ປະ​ຫວັດ​ສາດ(1).

ເພື່ອ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ຈຳເປັນ​ຕ້ອງມີ​ເຄື່ອງ​ມືແລະມາດ​ຕະ​ການ. ມາດ​ຕະ​ການ​ການ​ຕ່າງ​ປະ​ເທດ​ແມ່ນ​ລະ​ບົບ​ການ​ເຄື່ອນ​ໄຫວ​ໃນ​ການ​ພົວ​ພັນ​ສາ​ກົນ​ໃນ​ບັນ​ດາ​ຂົງ​ເຂດ ແລະ ຫຼາຍຂັ້ນແລະລະ​ດັບ​ທີ່​ແຕກ​ຕ່າງ​ກັນ (ສອງ​ຝ່າຍ, ຫຼາຍ​ຝ່າຍ) ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ທີ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດຂອງປະເທດ(2). ບັນ​ດາ​ມາດ​ຕະ​ການ​ການ​ຕ່າງ​ປະ​ເທດ​ໄດ້​ປະ​ຕິ​ບັດ​ຜ່ານ​ບັນ​ດາ​ເຄື່ອງ​ມື​ການ​ທູດ, ເສດ​ຖະ​ກິດ, ກົດ​ໝາຍ, ການ​ໂຄ​ສະ​ນາ, ກຳ​ລັງ​ແຮ​ງທາງ​ການ​ທະ​ຫານ… ເຄື່ອງ​ມື​ແມ່ນ​ລະ​ບົນ​ປັດ​ໄຈ​ມະ​ນຸດ ແລະ ພາ​ຫະ​ນະ​ດ້ານ​ວັດ​ຖຸ​ທີ່​​ລະ​ດົມ​ ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອັດ​ຕະ​ພາບ​ການ​ເມືອງ​ການ​ຕ່າງ​ປະ​ເທດ​ໃນ​ພາກ​ຕົວ​ຈິງ(3). ມີ​ເຄື່ອງ​ມື​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຫຼາຍ​ຢ່າງ ​ເຊັ່ນ: ການ​ທູດ, ​ເສດຖະກິດ, ກົດໝາຍ, ການ​ໂຄສະນາ​ເຜີຍ​ແຜ່ການ​ຕ່າງປະ​ເທດ ​ແລະ ​ເຄື່ອງ​ມື​ທາງ​ການ​ທະຫານ...; ໃນນັ້ນ, ເຄື່ອງມືທາງການທູດມີບົດບາດສໍາຄັນທີ່ສຸດ. ການ​ທູດ​ແມ່ນ​ເຄື່ອງ​ມື​ປະ​ຕິ​ບັດນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ​ປະເທດ, ແມ່ນ​ສັງລວມ​ຂອງມາດ​ຕະ​ການ, ວິ​ທີ​ການ ແລະ ກົນ​ອຸບາຍທີ່ບໍ່ແມ່ນທາງການທະຫານ ທີ່​ໃຊ້​ໂດຍ​ຄໍາ​ນຶງ​ເຖິງ​ເງື່ອນ​ໄຂ​​ແລະຄຸນ​ລັກ​ສະ​ນະສະເພາະ ​ຂອງ​ຄວາມ​ຕ້ອງ​ການ​ແລະ​ວຽກ​ງານ​; ແລະ ຈຸດ​ສະ​ເພາະ​ຂອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການແລະໜ້າ​ທີ່; ການ​ເຄື່ອນ​ໄຫວ​ຢ່າງເປັນທາງ​ການ​ຂອງ​ປະມຸກແຫ່ງ​ລັດ, ລັດຖະບານ, ລັດຖະມົນຕີ​ການ​ຕ່າງປະ​ເທດ, ອົງການ​ຜູ້ຕາງໜ້າ​ການ​ທູດ​ຢູ່​ຕ່າງປະ​ເທດ, ຄະນະ​ຜູ້​ແທນ​ທີ່​ກອງ​ປະຊຸມ​ສາກົນ​ເພື່ອ​ປະຕິບັດ​ຕາມ​ເປົ້າ​ໝາຍ ​ແລະ ໜ້າທີ່ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດຖະບານ, ການປົກ​ປັກ​ຮັກສາ​ສິດ​ແລະຜົນ​ປະ​ໂຫຍ​ດຂອງ​ຊາດ, ຂອງນິຕິ​ບຸກຄົນ ​ແລະ ພົນລະ​ເມືອງ​ຢູ່​ຕ່າງປະ​ເທດ. ພ້ອມກັນນັ້ນ, ການ​ທູດ​ແມ່ນ​ສິ​ລະ​ປະ​ການ​ເຈ​ລະ​ຈາທີ່​ແນ​ໃສ່​ສະ​ກັດ​ກັ້ນ ຫຼື ຈັດ​ການ​ໄກ່​ເກ່ຍຄວາມຂັດແຍ້ງລະຫວ່າງປະເທດ, ຊອກ​ຫາ​ວິ​ທີ​ການ​ປະ​ນີ​ປະ​ນ​ອມ ແລະ ຈັດຫາແນວທາງແກ້ໄຂທີ່ທຸກຝ່າຍສາມາດຍອມຮັບໄດ້ ​ກໍ່​ຄື​ການຂະຫຍາຍແລະປັບ​ປຸງ​ການ​ຮ່ວມ​ມື​ສາ​ກົນ.

ເຄື່ອງມືທາງການທູດຕົ້ນຕໍທີ່ໃຊ້ກັນທົ່ວໄປໃນທາງປະຕິບັດຄື: ການຈັດຕັ້ງ ແລະການແລກປ່ຽນຜູ້ແທນທາງການທູດ, ຈົດໝາຍທາງການທູດ, ທີມງານເຈລະຈາ, ການລົງນາມໃນສົນທິສັນຍາສາກົນ, ການພົບປະ, ການຕິດຕໍ່ພົວພັນ, ກອງປະຊຸມສໍາມະນາສາກົນ; ຄຳຖະ​ແຫຼງຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ທັດສະນະ​ຂອງ​ລັດ​ກ່ຽວ​ກັບ​ບັນຫາ​ສາກົນ ​ແລະລະດັບ​ຊາດ; ປະຕິບັດໜ້າທີ່ກົງສຸນ; ແຕ່ງຕັ້ງຜູ້ແທນເຂົ້າຮ່ວມວຽກງານຂອງອົງການຈັດຕັ້ງແລະເວທີປາໄສສາກົນ ແລະ ພາກພື້ນ…(4). ການ​ເລືອກເຄື່ອງ​ມືທາງ​ການ​ທູດທີ່ເໝາະສົມຖືເປັນ​ສິ​ລະ​ປະ​ຂອງຜູ້ກຳນົດ​ນະ​ໂຍ​ບາຍ. ເຄື່ອງ​ມື​ທາງການ​ທູ​ດບໍ່ໄດ້ແທນທີ່​ນະ​ໂຍ​ບາຍ​ທາງການ​ທູດ, ນະ​ໂຍ​ບາຍ​ທາງການ​ທູດ​ກຳ​ນົດ​ການ​ນຳ​ໃຊ້​ເຄື່ອງ​ມືທາງ​ການ​ທູດ. ການທູດລວມມີທັງຄວາມໝາຍແຄບແລະກວ້າງ. ໃນ​ຄວາມ​ໝາຍ​ກວ້າງ ການ​ທູດ​ແມ່ນ​ເຄື່ອງ​ມື​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ. ໃນຄວາມໝາຍແຄບ, ການທູດແມ່ນການເຈລະຈາ. ລັດ​ຖະ​ບານ​ນຳ​ພາການ​ເຄື່ອນ​ໄຫວທາງ​ການ​ທູດ​ຂອງ​ຊາດ, ເຊິ່ງກ່ອນ​ອື່ນແລະໂດຍ​ກົງ​ແມ່ນກະ​ຊວງ​ການ​ຕ່າງ​ປະ​ເທດ; ການ​ທູດ​ໃນ​ປະ​ເທດ​ໃດກໍ່ຕາມ ກໍ່​ມີ​ລັກ​ສະ​ນະ​ຊົນ​ຊັ້ນ. ດັ່ງນັ້ນ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະການ​ທູ​ດ​ແມ່ນ​ສອງ​ດ້ານ​ຂອງ​ບັນ​ຫານີ້ ເຊິ່ງມີຄວາມສຳພັນກັນ​ຢ່າງໃກ້ຊິດ ແລະ​ແຍກຈາກກັນບໍ່​ໄດ້. ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດກຳນົດ​ແຜນ​ນະ​ໂຍ​ບາຍ ແລະໜ້າ​ທີ່​ໃນ​ການ​ພົວ​ພັນ​ກັບ​ອັດ​ຕະ​ພາບ​ທີ່​ແຕກ​ຕ່າງ​ກັນ​ໃນ​ເວ​ທີ​ສາ​ກົນ, ໃນຂະນະທີ່​ການ​ທູດເປັນ​ເຄື່ອງ​ມື​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ. ດັ່ງ​ນັ້ນ, ເນື້ອແທ້ແລ້ວ ນີ້ແມ່ນຄຳສັບສອງຄຳທີ່ມີຄວາມໝາຍຄືກັນ.

ກ່ຽວ​ກັບ​ການ​ວາງ​ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ: ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແມ່ນ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະທີ່​ລັດ​ວາງແຜນ​ແລະຜັນ​ຂະ​ຫຍາຍປະຕິບັດ. ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ປະກອບດ້ວຍ​ສອງ​ບັນ​ຫາ​ໃຫຍ່, ນັ້ນ​ແມ່ນ​ຍຸດ​ທະ​ສາດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ການ​ເມືອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ. ເພື່ອ​ວາງກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຕ້ອງຄຳນຶງເຖິງຫຼາຍ​ປັດ​ໄຈ​ທີ່​ແຕກ​ຕ່າງ​ກັນ, ເຊິ່ງບາງ​ປັດໄຈບໍ່ຄ່ອຍ​ປ່ຽນ​ແປງ, ແຕ່ກໍ່​ມີ​ປັດ​ໄຈ​ທີ່​ມັກຜັນຜວນ. ເຮົາ​ສາ​ມາດເວົ້າ​ເຖິງ​ປັດໄຈຕ່າງໆ​ ເຊັ່ນ ພູ​ມີ​ສາດການ​ເມືອງ, ກຳ​ລັງ​ແຮງ​ສັງ​ລວມຂອງ​ຊາດ, ການ​ເມືອງ​ພາຍ​ໃນ, ວັດ​ທະ​ນະ​ທຳ, ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ, ​ໂດຍ​ສະ​ເພາະ​ແມ່ນ​ ສະຖານະ​ການແລະຄວາມ​ສະຫງົບບຽບ​ຮຽບຮ້ອຍ​ຂອງ​ໂລກ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດ... ໃນ​ບັນ​ດາ​ປັດໄຈ​ການ​ວາງ​​ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ແລະ ເປັນ​ສິລາຮາກຖານ. ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ​ແມ່ນ​ແນວຄວາມຄິດສັງ​ເຂບສູງ​ຂອງ​ຄວາມ​ຕ້ອງ​ການ​ທີ່​ສໍາ​ຄັນ​ຂອງ​ປະ​ເທດ​ຊາດ​. ສິ່ງເຫຼົ່ານີ້​ແມ່ນ​ການ​ປ້ອງ​ກັນ​ຕົນ​ເອງ, ​ເອກະລາດ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຄວາມ​ໝັ້ນຄົງ​ທາງ​ການ​ທະຫານ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ເສດຖະກິດ”(5) ເຊິ່ງຜູ້​ນຳ​ແຕ່​ລະ​ປະ​ເທດ​ຮັບ​ຮູ້​ໃນຮູບ​ແບບ​ເປົ້າ​ໝາຍ​ຂອງຍຸດ​ທະ​ສາດ​ຄວາ​ມໝັ້ນຄົງ ແລະຍຸດ​ທະ​ສາດ​ການ​ຕ່າງ​ປະ​ເທດ​ໃນ​ແຕ່​ລະ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ແນ່ນອນ. ໃນ​ເດືອນມີນາ 1848, ນາ​ຍົກ​ລັດ​ຖະ​ມົນ​ຕີອັງ​ກິດ ແຮນ​ຣີ ພານ​ເມີສະຕັນ (Henry Palmerston) ໄດ້ກ່າວຄຳປາໄສແບບຄລາດສິກກ່ຽວກັບຜົນປະໂຫຍດຂອງຊາດໃນລັດຖະສະພາອັງກິດວ່າ: “ປະເທດອັງກິດບໍ່ມີເພື່ອນມິດຖາວອນ ແລະກໍບໍ່ມີສັດຕູຖາວອນ; ປະເທດອັງກິດ​ມີ​ຜົນ​ປະ​ໂຫຍ​ດຂອງ​ຊາດຢ່າງຖາວອນເທົ່ານັ້ນ ​ແລະ​ໜ້າ​ທີ່​ຂອງ​ພວກ​ເຮົາແມ່ນ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດເຫຼົ່ານັ້ນ”(6). ໃນປີ 1964, ປະ​ທານ​ໂຮ່​ຈິ​ມິນ ໄດ້​ຢືນ​ຢັນ​ວ່າ, ການ​ທູດ “ຍາມໃດກໍ່ຕ້ອງຮັບໃຊ້ຜົນປະໂຫຍດຂອງຊາດ”(7). ກອງ​ປ​ະ​ຊຸມ​ໃຫຍ່ຄັ້ງ​ທີ XI (ປີ 2011) ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ເນັ້ນ​ໜັກ​ເປັນຄັ້ງທຳອິດວ່າ ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ​ເປັນທັງ​ເປົ້າ​ໝາຍແລະ​ຫຼັກ​ການ​ສູງ​ສຸດ​ຂອງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ​ຫວຽດ​ນາມ(8). ແນວ​ຄິດ​ດັ່ງ​ກ່າວຍັງ​ໄດ້ຮັບການຢືນຢັນຈາກ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII (ເດືອນມັງ​ກອນ 2016) ແລະ ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ XIII (ເດືອນ ມັງ​ກອນ 2021 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດໄດ້ຮັບການຈັດ​ແບ່ງ​ຕາມ​ມາດ​ຖານ​ເນື້ອ​ໃນ ​ຫຼື​ຕາມ​ຄວາມ​ສໍາ​ຄັນ​ຂອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະເທດຊາດ, ຫຼື​ຕາມ​ການ​ເວ​ລາ...ຕາມ​ມາດຕະຖານ​ເນື້ອ​ໃນ, ຜົນ​ປະ​ໂຫຍດທາງ​ການ​ເມືອງ-ຄວາມໝັ້ນຄົງ​ຂອງ​ແຕ່​ລະ​ປະ​ເທດ​ລວມ​ມີ ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ຂອງ​ຊາດ ແລະ ອຳ​ນາດ​ອະ​ທິ​ປະ​ໄຕແຫ່ງ​ຊາດ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຄວາມໝັ້ນຄົງຂອງສະຖາບັນ​ລັດ​ຖະ​ທຳ​ມະ​ນູນ, ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ, ຕຳແໜ່ງແລະບົດ​ບາດຂອງປະເທດ​ໃນ​ການ​ເມືອງ​ໂລກ. ຜົນ​ປະ​ໂຫຍດ​ທາງດ້ານ​ເສດ​ຖະ​ກິດ​ຂອງ​ແຕ່​ລະ​ປະ​ເທດ​ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດທີ່​ນຳ​ຄວາມ​ຈະເລີນ​ຮຸ່ງເຮືອງມາ​ໃຫ້​​ປະ​ເທດແລະປະ​ຊາ​ຊົນ. ຜົນ​ປະ​ໂຫຍດ​ດ້ານ​ວັດ​ທະ​ນະ​ທທຳສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ​ແມ່ນການ​ປົກປ້ອງ​ເອ​ກະ​ລັກທາງ​ວັດ​ທະ​ນະ​ທຳ​ຂອງ​ຊາດ; ລະ​ດັບຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຊົນ​ເຜົ່າແລະກຸ່ມ​ສັງ​ຄົມ; ຄຸນ​ນະ​ພາບ​ຊີ​ວິດ, ລະ​ດັບ​ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ​ຂອງ​ພົນ​ລະ​ເມືອງ. ຕາມ​​ຄວາມ​ສຳ​ຄັນ, ​ຜົນ​ປະ​ໂຫຍດຂອງ​ຊາດ-ປະ​ເທດ​ຊາດ​ສາມາດແບ່ງອອກເປັນ​ສາມ​ກຸ່ມຕົ້ນຕໍດັ່ງນີ້: 1- ຜົນ​ປະ​ໂຫຍດແຫ່ງການຍືນຍົງຄົງຕົວ ແມ່ນ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່ກ່ຽວຂ້ອງກັບການຢູ່ລອດ​, ຄວາມ​ໝັ້ນຄົງ ແລະ ຄວາມ​ສາ​ມາດ​ດຳລົງ​ຄົວ​ຕົວ​ຂອງ​ປະ​ເທດ; 2- ຜົນ​ປະ​ໂຫຍດທີ່​ສຳ​ຄັນ​ທີ່​ສຸດ​ ແມ່ນ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່ສົ່ງຜົນກະ​ທົບ​ຕໍ່​ຄວາມ​ຈະ​ເລີນຮຸ່ງເຮືອງ​​ຂອງ​ປະ​ເທດ ແລະລັກສະນະສະເພາະ​ຂອງ​ໂລກ; ແມ່ນ​ການ​ເຄົາ​ລົບ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ລວມ​ເຖິງ​ຄວາມ​ໝັ້ນຄົງແລະຄວາມ​ຈະເລີນຮຸ່ງເຮືອງ​ຂອງ​ພັນ​ທະ​ມິດ ແລະ​ມິດສະຫາຍ; ສະກັດກັ້ນ​ການຄອບ​ຄອງ​ຂອງ​ສັດ​ຕູ​ໃນ​ພື້ນ​ທີ່​ສຳ​ຄັນ; 3- ຜົນ​ປະ​ໂຫຍດຕາມປົກກະຕິ ແມ່ນ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ຈະ​ເລີນຮຸ່ງເຮືອງທາງ​ດ້ານ​ເສດ​ຖະ​ກິດ ແລະ​ບັນດາບັນ​ຫາດ້ານ​ມະ​ນຸດ​ສະ​ທຳ, ແມ່ນ​ຄວາມ​ສາ​ມາດ​ຍືນ​ຍົງ​ຄົງ​ຕົວແລະການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກຳ​ລັງ​ແຮງ​ການ​ຜະ​ລິດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດໂລກ; ຄວາມໝັ້ນຄົງທາງ​ທະ​ເລ, ​ເຂດທ້ອງ​ຟ້າ ແລະ ອະວະກາດ. ຕາມ​ເວ​ລາ, ຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ​​ໄດ້ຮັບການ​ແບ່ງ​ອອກເປັນ​ບັນ​ດາ​ກຸ່ມ​ຜົນ​ປະ​ໂຫຍດ ເຊັ່ນ ​ຜົນ​ປະ​ໂຫຍດໄລຍະ​ຍາວ, ຜົນ​ປະ​ໂຫຍດ​ໄລ​ຍະ​ສັ້ນ, ຜົນ​ປະ​ໂ​ຫຍດ​ທັນທີ… 

ເພື່ອ​ວາງ​​ກຳ​ນົດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ​ປະ​ເທດ​ຕ່າງໆຕ້ອງ​ສ້າງ​ຂະບວນ​ການ​ວາງ​ແຜນ​ທີ່​ມີ​ວິ​ທະ​ຍາ​ສາດ, ລ​ວມ​ມີ​ການກວດຫາ​ບັນ​ຫາ, ລະບຸ​ເປົ້າ​ໝາຍແລະປະ​ເພດ​ຂອງເອ​ກະ​ສານ, ຮ່າງແຜນຢ່າງຈະ​ແຈ້ງ ແລະ ເລື​ອກແຜນການດຳເນີນງານ… ຖ້າ​ຫາກ​ເອົາອັດຕະພາບມາ​ເປັນ​ມາດຖານ, ປະຈຸ​ບັນ, ​ການ​ວາງກຳນົດ​ນະ​ໂຍບາຍ​ການ​ຕ່າງປະ​ເທດໃນໂລກມີ 3 ຮູບແບບ ​ຄື: ບຸກ​ຄົນ​ຕັດສິນ​ໃຈ​ກ່ຽວ​ກັບ​ນະ​ໂຍບາຍ, ລວມໝູ່​​ຕັດສິນ​ໃຈກ່ຽວກັບນະ​ໂຍບາຍ ​ແລະ ​ອົງການ​ຈັດຕັ້ງຕັດສິນໃຈກ່ຽວກັບ​ນະ​ໂຍບາຍ. ຮູບແບບ​ການວາງ​ກຳ​ນົດນະໂຍບາຍການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແມ່ນ​ການຕັດສິນໃຈຮ່ວມກັນ. ອົງ​ການທີ່ມີອຳນາດຕັດສິນໃຈດ້ານນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແມ່ນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງສູນກາງ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

ການເຂົ້າຮ່ວມຂອງປະຊາຊົນໃນກິດຈະກຳການຕ່າງປະເທດຂອງລັດ

ວຽກງານການຕ່າງປະເທດຂອງລັດ ພ້ອມກັບຂົງເຂດການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ຖືກເອີ້ນວ່າ “ການເມືອງລະດັບສູງ”(9) ເນື່ອງຈາກກ່ຽວຂ້ອງກັບບັນດາບັນຫາທີ່ສຳຄັນຂອງລັດ, ຜົນປະໂຫຍດຂອງຊາດ-ປະເທດຊາດ, ຄວາມສຳພັນກັບປະເທດອື່ນໆ, ຈຳເປັນຕ້ອງມີການຮັກສາຄວາມລັບໃນລະດັບສູງ, ດັ່ງນັ້ນ ບໍ່ແມ່ນປະຊາຊົນທຸກຄົນສາມາດເຂົ້າເຖິງໄດ້. ຕາມນັ້ນ, ການເຂົ້າຮ່ວມຂອງປະຊາຊົນໃນກິດຈະກຳການຕ່າງປະເທດຂອງລັດຈຶງມີຂ້ອນຂ້າງຈຳກັດ, ພິເສດແມ່ນ ໃນຂັ້ນຕອນການວາງກຳນົດນະໂຍບາຍການຕ່າງປະເທດ. ປະຊາຊົນເຂົ້າຮ່ວມວຽກງານການຕ່າງປະເທດຂອງປະເທດໃນດ້ານສະເພາະດັ່ງຕໍ່ໄປນີ້:  1- ເຂົ້າຮ່ວມຢ່າງແຂງຂັນໃນທຸກການເຄື່ອນໄຫວຂອງປະເທດ, ໃນບັນດາຂົງເຂດທີ່ແຕກຕ່າງກັນ ເຊັ່ນ ເສດຖະກິດ-ສັງຄົມ, ການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ,…ປະກອບສ່ວນສ້າງກຳລັງແຮງສັງລວມຂອງຊາດ ເຊິ່ງເປັນປັດໄຈທີ່ສຳຄັນໃນການວາງກຳນົດນະໂຍບາຍການຕ່າງປະເທດຂອງປະເທດ; 2- ໃນຖານະພະນັກງານຄົ້ນຄວ້າ, ຜູ້ຊ່ຽວຊານໃນບັນດາພື້ນຖານຄົ້ນຄວ້າແລະຝຶກອົບຮົມກ່ຽວກັບສາກົນໃນທົ່ວປະເທດ, ຜ່ານບັນດາໂຄງການຄົ້ນຄວ້າວິທະຍາສາດກ່ຽວກັບໂລກແລະພາກພື້ນ ປະກອບສ່ວນອະທິບາຍພື້ນຖານວິທະຍາສາດຂອງການວາງແນວທາງແລະນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວທາງການທູດຂອງພັກແລະລັດ; 3- ການຮັບເອົາ, ການສະໜັບສະໜູນ ແລະ ຄວາມເຫັນດີເຫັນພ້ອມກັບແນວທາງແລະນະໂຍບາຍຂອງພັກແລະລັດ, ໃນນັ້ນມີແນວທາງແລະນະໂຍບາຍການຕ່າງປະເທດ ຖືເປັນກຳລັງແຮງຂອງຊາດ. ການສະໜັບສະໜູນຂອງປະຊາຊົນຕໍ່ແນວທາງ ນະໂຍບາຍການຕ່າງປະເທດແລະການທູດຂອງພັກແລະລັດ ແມ່ນວີທີການໃຫ້ປະຊາຊົນເຂົ້າຮ່ວມໃນການເຄື່ອນໄຫວການຕ່າງປະເທດຂອງພັກ ແລະລັດ; 4- ນະໂຍບາຍການຕ່າງປະເທດຂອງຫວຽດນາມປະກອບດ້ວຍສາມເສົາຫຼັກ: ການຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການຕ່າງປະເທດຂອງປະຊາຊົນ, ໃນນັ້ນ ການຕ່າງປະເທດຂອງສະພາແຫ່ງຊາດມີບົດບາດສຳຄັນທີ່ສຸດ, ມັນມີທັງລັກສະນະລັດແລະລັກສະນະປະຊາຊົນທີ່ເລິກເຊິ່ງ, ເຊິ່ງໄດ້ຮັບການຜັນຂະຫຍາຍຄວບຄູ່ກັບບັນດາເສົາຫຼັກການຕ່າງປະເທດອື່ນ, ສ້າງເປັນກຳລັງແຮງສັງລວມດ້ານການຕ່າງປະເທດຂອງປະເທດ. ພະນັກງານແລະລັດຖະກອນ ໃນບັນດາເສົາຫຼັກການຕ່າງປະເທດເຊັ່ນ ນັກຄົ້ນຄວ້າ, ຜູ້ບັນນາທິການ, ຜູ້ແປພາສາ, ພະນັກງານຕ້ອນຮັບ, ນັກຂ່າວ,…   ເປັນຜູ້ເຂົ້າຮ່ວມໂດຍກົງໃນການຮັບໃຊ້ກິດຈະກຳການຕ່າງປະເທດ, ປະກອບສ່ວນເຮັດໃຫ້ກິດຈະກຳການຕ່າງປະເທດປະສົບຄວາມສຳເລັດ;  5- ປະຊາຊົນເປັນອັດຕະພາບຂອງການຕ່າງປະເທດປະຊາຊົນ ຫຼື ການທູດປະຊາຊົນ - ໜຶ່ງໃນເສົາຫຼັກທີ່ສຳຄັນຂອງການຕ່າງປະເທດຂອງຫວຽດນາມ. “ການທູດປະຊາຊົນຫວຽດນາມ ແມ່ນບັນດາເຄື່ອນໄຫວການຕ່າງປະເທດທີ່ຈັດໂດຍອົງການການເມືອງ-ສັງຄົມ, ສະມາຄົມວິຊາຊີບ, ບຸກຄົນ ແລະ ຜູ້ຕາງໜ້າປະຊາຊົນທຸກຊົນຊັ້ນ, ຈັດຕັ້ງໃຫ້ປະຊາຊົນຊົນທຸກຊັ້ນວັນນະເຂົ້າຮ່ວມການປະຕິບັດ ດ້ວຍບົດບາດປະສານງານຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດໃນການປະຕິບັດເປົ້າໝາຍນະໂຍບາຍການຕ່າງປະເທດ, ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ”(10).  “ການທູດປະຊາຊົນໂດຍພື້ນຖານແລ້ວແມ່ນວຽກງານຂົນຂວາຍປະຊາຊົນ, ຂົນຂວາຍມະຫາຊົນໃນປະເທດຂອງເຮົາ ແລະ ມະຫາຊົນຂອງປະເທດອື່ນໆ ເພື່ອປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບມິດຕະພາບ ແລະ ການຮ່ວມມືຂອງປະເທດເຮົາ”(11).  ການທູດປະຊາຊົນມີບົດບາດເປັນ “ແຂນຂະຫຍາຍ”, ແນວໂຮມຫຼາຍຊ່ອງທາງ, ກອງກຳລັງພິເສດ ແລະກຳລັງຂະໜາດໃຫຍ່ ເຊິ່ງຊ່ວຍປູທາງແລະສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຕ່າງປະເທດຂອງພັກແລະການທູດຂອງລັດ, ປະສົມປະສານຫຼັກການແລະພຶດຕິກໍາສະເພາະຂອງແຕ່ອັດຕະພາບໃນການປະຕິບັດເປົ້າໝາຍນະໂຍບາຍການຕ່າງປະເທດ; ສົ່ງເສີມ, ເພີ່ມເຕີມ ແລະປະສານງານຢ່າງຍືດຫຍຸ່ນກັບເສົາຫຼັກອື່ນໆ ໃນທຸກຂົງເຂດການເຄື່ອນໄຫວ, ປະກອບສ່ວນເພີ່ມທະວີຄວາມສາມັກຄີຂອງຊາດ, ປົກປ້ອງຜົນປະໂຫຍດຂອງຊາດ, ຍົກສູງປັນຍາຄວາມຮູ້ຂອງປະຊາຊົນ, ປຸກລະດົມນ້ຳໃຈຮັກຊາດ, ເຈດຈຳນົງອີງໃສ່ຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມປາຖະໜາໃນການພັດທະນາຂອງຊາດ; ຜົນກະທົບຕໍ່ການພົວພັນສາກົນ, ບົນພື້ນຖານນັ້ນຈະໃຫ້ຄຳແນະນຳແກ່ພັກແລະລັດໃນວຽກງານການຕ່າງປະເທດ(12); 6- “ຊາວຫວຽດນາມຢູ່ຕ່າງປະເທດເປັນພາກສ່ວນທີ່ສຳຄັນແລະເປັນຊັບພະຍາກອນຂອງວົງຄະນະຍາດຊາດຫວຽດນາມ, ແມ່ນປັດໄຈສຳຄັນທີ່ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືແລະມິດຕະພາບ ລະຫວ່າງຫວຽດນາມແລະປະເທດອື່ນໆ”(13). ໃນປະຈຸບັນ, ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດມີ 5,3 ລ້ານຄົນທີ່ອາໄສແລະເຮັດວຽກໃນ 130 ປະເທດແລະດິນແດນ, ເຊິ່ງຫຼາຍກວ່າ 80% ຢູ່ໃນປະເທດທີ່ພັດທະນາແລ້ວ”(14). ນີ້ແມ່ນກອງກຳລັງພິເສດຂອງເຫຼົ່າຮົບການທູດປະຊາຊົນ ເຊິ່ງເປັນຂົວເຊື່ອມຄວາມສຳພັນລະຫວ່າງຫວຽດນາມກັບໂລກ. ວຽກງານຊາວຫວຽດນາມຢູ່ຕ່າງປະເທດແມ່ນຈຸດສຸມໃຈກາງຂອງວຽກງານການຕ່າງປະເທດຂອງພັກແລະລັດ; 7- ແຕ່ເດືອນມິຖຸນາ 2014, ປະຕິບັດແຜນນະໂຍບາຍຂອງພັກກອມມູນິດຫວຽດນາມແລະລັດ, ຫວຽດນາມເລີ່ມເຂົ້າຮ່ວມໃນກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດທີ່ຄະນະຜູ້ແທນສະຫະປະຊາຊາດ ໃນສາທາລະນະລັດອາຟຣິກາກາງ, ຊູດານໃຕ້ ແລະ ສຳນັກງານໃຫຍ່ຂອງສະຫະປະຊາຊາດ. ນັບເຖິງປະຈຸບັນ, ຫວຽດນາມໄດ້ສົ່ງນາຍທະຫານແລະທະຫານອາຊີບຈຳນວນ 533 ຄົນ ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ນີ້ແມ່ນກິດຈະກຳການທູດທາງທະຫານທີ່ມີປະສິດທິຜົນ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງປະຊາຊົນໃນວຽກງານການຕ່າງປະເທດ.

ບັນດາບັນຫາໃໝ່ໃນການເສີມຂະຫຍາຍກຳລັງແຮງປະຊາຊົນ

ບາງປັດໄຈທີ່ສົ່ງຜົນກະທົບ

ທີໜຶ່ງ, ໃນຂະບວນການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມມີຄວາມຮັບຮູ້ນັບມື້ນັບຈະແຈ້ງກ່ຽວກັບບົດບາດຂອງປະຊາທິປະໄຕ ແລະ ເອົາໃຈໃສ່ທີ່ສຸດເຖິງການສ້າງລະບອບລະບຽບ, ປັບປຸງສະຖາບັນໃຫ້ສົມບູນແບບ, ປ່ຽນແປງໃໝ່ກົນໄກແລະນະໂຍບາຍ ເພື່ອຮັບປະກັນສິດເປັນເຈົ້າຂອງຂອງປະຊາຊົນໄດ້ດີກວ່າເກົ່າ. ຂະບວນຂະຫຍາຍປະຊາທິປະໄຕໃນບັນດາຂົງເຂດຂອງຊີວິດສັງຄົມ ໄດ້ສ້າງແຮງຜັກດັນທີ່ຍິ່ງໃຫຍ່ໃຫ້ແກ່ພາລະກິດການປ່ຽນແປງໃໝ່. ສິດເປັນເຈົ້າຂອງຂອງປະຊາຊົນໄດ້ຫັນເປັນນິຕິກຳເທື່ອລະກ້າວ. ບັນດາເອກະສານຂອງພັກລ້ວນຢືນຢັນວ່າ ການຫັນສິດທິພົນລະເມືອງເປັນນິຕິກຳຕາມກົດໝາຍ ແລະ ການກຳນົດລະບຽບລະບອບແລະສະຖາບັນທີ່ມີຜົນສັກສິດເພື່ອດຳເນີນການນັ້ນ ແມ່ນເນື້ອໃນສຳຄັນຂອງການຫັນເປັນປະຊາທິປະໄຕ. ພ້ອມກັບຂະບວນການການປ່ຽນແປງໃໝ່, ຂະບວນການຫັນເປັນປະຊາທິປະໄຕໄດ້ເກີດຂຶ້ນໃນທຸກຂົງເຂດຂອງປະເທດ.

ການປ່ຽນແປງໃໝ່ດ້ານການເມືອງໄດ້ດຳເນີນໄປພ້ອມກັບການປ່ຽນແປງໃໝ່ດ້ານເສດຖະກິດ. ການກໍ່ສ້າງແລະປັບປຸງບຸລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນທີ່ນຳໂດຍພັກກອມມູນິດຫວຽດນາມແມ່ນໜ້າທີ່ຈຸດໜັກໃຈກາງຂອງການປ່ຽນແປງໃໝ່ລະບົບການເມືອງ… ກຳນົດຢ່າງຈະແຈ້ງກ່ຽວກັບ ບົດບາດ, ທີ່ຕັ້ງ, ພາລະໜ້າທີ່ ແລະ ສິດອຳນາດຂອງບັນດາອົງການຂອງລັດ…, ຖືເອົາສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ຊອບທຳ ຂອງປະຊາຊົນແລະວິສາຫະກິດເປັນຈຸດສຸມ(15). ກໍ່ສ້າງການບໍລິຫານລັດທີ່ຮັບໃຊ້ປະຊາຊົນ, ປະຊາທິປະໄຕ, ຕາມຫຼັກນີຕິທຳ, ເປັນມືອາຊີບ, ທັນສະໄມ, ສະອາດ, ເຂັ້ມແຂງ, ເປີດກວ້າງ ແລະ ໂປ່ງໃສ. ດ້ວຍພາລະໜ້າທີ່ນິຕິບັນຍັດ, ຕັດສິນບັນດາບັນຫາທີ່ສຳຄັນຂອງປະເທດ ແລະ ຕິດຕາມກວດກາສູງສຸດ, ສະພາແຫ່ງຊາດມີໜ້າທີ່ປ່ຽນແປງໃໝ່ວິທີການດຳເນີນງານ, ປັບປຸງຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ເສີມຂະຫຍາຍປະຊາທິປະໄຕ ແລະຫຼັກນິຕິທຳ… ສຸມໃສ່ກໍ່ສ້າງແລະປັບປຸງສະຖາບັນເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມໃຫ້ສົມບູນແບບ... ສ້າງການປະສານສົມທົບ ແລະ ເຊື່ອມໂຍງກົນໄກຕິດຕາມກວດກາແລະວິຈານສັງຄົມຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນ”(16).

ສຳລັບປະຊາຊົນ, ກົດລະບຽບປະຊາທິປະໄຕຢູ່ຮາກຖານ ແລະ ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຮາກຖານ ຊ່ວຍໃຫ້ປະຊາຊົນສາມາດໃຊ້ສິດທິໃນການເປັນເຈົ້າຂອງໃນທາງປະຕິບັດໄດ້. ການຂະຫຍາຍປະຊາທິປະໄຕການເມືອງພາຍໃນສ້າງເງື່ອນໄຂດີກວ່າແລະຫຼາຍກວ່າ ໃຫ້ປະຊາຊົນເຂົ້າຮ່ວມໃນວຽກງານຂອງພັກແລະລັດ, ໃນນັ້ນມີນະໂຍບາຍການຕ່າງປະເທດ.

ທີສອງ, ການປະຕິວັດອຸດສາຫະກຳຄັ້ງທີ 4 ກຳລັງພັດທະນາຢ່າງໄວວາ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ຊີວິດທາງສັງຄົມແລະເສດຖະກິດຂອງທຸກປະເທດ, ໃນນັ້ນມີປະເທດຫວຽດນາມ. ສືບຕໍ່ພັດທະນາຄວາມກ້າວໜ້າໃນໂຄງສ້າງພື້ນຖານທາງເອເລັກໂຕຣນິກ, ຄອມພິວເຕີແລະດິຈິຕອນ, ຊູເປີຄອມພິວເຕີ, ຄອມພິວເຕີສ່ວນຕົວ ແລະ ອິນເຕີເນັດ; ການປະຕິວັດອຸດສາຫະກຳຄັ້ງທີ 4 ຫຼືທີ່ເອີ້ນວ່າການປະຕິວັດດິຈິຕອນ ຜ່ານບັນດາເຕັກໂນໂລຊີທີ່ເປັນນະວັດຕະກຳ ເຊັ່ນ ອິນເຕີເນັດສັບພະສິ່ງ (IoT), ປັນຍາປະດິດ (AI), ຄວາມເປັນຈິງສະເໝືອນ (VR), ການປະຕິສຳພັນສະເໝືອນຈິງ (AR), ເຄືອຂ່າຍສັງຄົມ, ການປະມວນຜົນແບບຄລາວດ໌, ອຸປະກອນເຄື່ອນທີ່, ການວິເຄາະຂໍ້ມູນຂະໜາດໃຫຍ່ (SMAC)... ເພື່ອປ່ຽນໂລກແຫ່ງຄວາມຈິງທັງໝົດ ໃຫ້ກາຍເປັນໂລກດິຈິຕອນ. ຜົນງານຂອງການປະຕິວັດທາງວິທະຍາສາດແລະເຕັກໂນໂລຊີເຮັດໃຫ້ເກີດເງື່ອນໄຂອັນເອື້ອອຳນວຍຫຼາຍຢ່າງ ໃຫ້ປະຊາຊົນເຂົ້າຮ່ວມການເຄື່ອນໄຫວຂອງລັດ.

ທີສາມ, ການເຄື່ອນໄຫວທາງດ້ານການຕ່າງປະເທດຂອງພັກກອມມູນິດຫວຽດນາມແລະລັດຫວຽດນາມ ໃນໄລຍະເຊື່ອມໂຍງສາກົນ ມີຄວາມກວ້າງຂວາງເລິກເຊິ່ງກວ່າອີກ, ອຸດົມສົມບູນ ຫຼາກຫຼາຍ ແລະ ສັບສົນກວ່າອີກ ແລະ ບົດບາດຂອງປະຊາຊົນທີ່ເຂົ້າຮ່ວມກິດຈະກຳການຕ່າງປະເທດກໍ່ຫຼາຍຂຶ້ນແລະຂະຫຍັນຂັນແຂງກວ່າເກົ່າ. ນີ້ແມ່ນໄລຍະເວລາຂອງການທູດທີ່ຮອບດ້ານ, ດັ່ງນັ້ນຈຶງສາມາດຢືນຢັນໄດ້ວ່າ ສູນກາງເຮັດວຽກງານການທູດ, ທ້ອງຖິ່ນເຮັດວຽກງານການທູດ, ປະຊາຊົນທຸກຄົນເຮັດວຽກງານການທູດ…

ລະບຸບັນຫາໃໝ່ໃນການເສີມຂະຫຍາຍກຳລັງແຮງຂອງປະຊາຊົນ 

ທີໜຶ່ງ, ຖັນແຖວນັກຄົ້ນຄວ້າສາກົນຈຳນວນຫຼວງຫຼາຍເຂົ້າຮ່ວມຢ່າງຕັ້ງໜ້າກວ່າອີກ ໃນການຄົ້ນຄວ້າບັນຫາສາກົນ ເພື່ອອະທິບາຍພື້ນຖານວິທະຍາສາດສຳລັບແນວທາງ ນະໂຍບາຍການຕ່າງປະເທດຂອງພັກແລະລັດ. ບັນດາສະຖານທີ່ຄົ້ນຄ້ວາ ແລະ ຝຶກອົບຮົມສາກົນໄດ້ພັດທະນາຢ່າງແຂງແຮງໃນທົ່ວປະເທດ, ເຊັ່ນດຽວກັບໃນຫຼາຍຄະນະແລະກະຊວງສ່ວນກາງ ແລະທ້ອງຖິ່ນຫຼາຍແຫ່ງ. ທຸກປີ, ໂຄງການຄົ້ນຄວ້າວິທະຍາສາດຫຼາຍຮ້ອຍໂຄງການໄດ້ຖືກຈັດພີມເຜີຍແຜ່ ແລະ ວິທະຍານິພົນລະດັບປະລິນຍາເອກດ້ານຄວາມສຳພັນສາກົນແລະການສຶກສາສາກົນຈຳນວນຫຼາຍທົ່ວປະເທດ ກໍ່ໄດ້ຮັບການປົກປ້ອງຢ່າງປະສົບຄວາມສໍາເລັດ.

ທີສອງ, ປະຊາຊົນເຂົ້າຮ່ວມການເຄື່ອນໄຫວທາງການທູດເຄິ່ງທາງການຢ່າງຕັ້ງໜ້າ. ການທູດເຄິ່ງທາງການ ຫຼືທີ່ເອີ້ນວ່າ “ການທູດແບບຊ່ອງທາງດ້ານຫຼັງ” (back channel diplomacy) ແມ່ນການເຄື່ອນໄຫວການຕ່າງປະເທດທີ່ມີຈຸດມຸ່ງໝາຍເພື່ອມີອິດທິພົນໂດຍກົງຕໍ່ປະເທດອື່ນໆ ຜ່ານຊ່ອງທາງເຄິ່ງທາງການຫຼືທາງອ້ອມ ໂດຍຜ່ານບັນດາໜ່ວຍງານທີ່ບໍ່ແມ່ນລັດ, ແຕ່ມີອິດທິພົນທີ່ແນ່ນອນຕໍ່ຂະບວນການກຳນົດນະໂຍບາຍຂອງປະເທດ”(17). ນີ້ແມ່ນການທູດຊ່ອງ 1,5 ແລະຊ່ອງ 2. ການທູດຊ່ອງ 1,5 ແມ່ນເຈົ້າໜ້າທີ່ຂອງລັດທີ່ປະຕິບັດໜ້າທີ່ໃນຖານະບຸກຄົນ. ການທູດຊ່ອງ 2 ແມ່ນການເຄື່ອນໄຫວແລກປ່ຽນລະຫວ່າງນັກວິຊາການແລະຜູ້ຊ່ຽວຊານທີ່ມີອິດທິພົນຕໍ່ນະໂຍບາຍການຕ່າງປະເທດ ແຕ່ບໍ່ໄດ້ເປັນຕົວແທນຂອງປະເທດ. ການເຄື່ອນໄຫວທາງການທູດຊ່ອງ 1,5 ແລະຊ່ອງ 2 ເຄີຍມີລັກສະນະເປັນສ່ວນຕົວ ໂດຍມີບັນຍາກາດເປີດກວ້າງເພື່ອສ້າງຄວາມໄວ້ວາງໃຈໃນການເຈລະຈາບັນຫາລະອຽດອ່ອນທີ່ຍາກຕໍ່ການຫາລືໃນຊ່ອງທາງລັດຖະການ ແລະ ມຸ່ງສູ່ການຊອກຫາແນວທາງແກ້ໄຂບັນຫາຍາກ ທີ່ຜູກພັນດ້ວຍປັດໄຈທາງການເມືອງຫຼາຍປະການ. ໃນໄລຍະທີ່ຜ່ານມາມໍ່ນີ້, ຄຽງຄູ່ກັບທ່າອ່ຽງເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ, ການທູດແບບບໍ່ເປັນທາງການໄດ້ພັດທະນາຢ່າງແຂງແຮງ. ສະຖາບັນການທູດ, ບັນດາອົງການຄົ້ນຄວ້າຂອງສະຖາບັນວິທະຍາສາດສັງຄົມຫວຽດນາມ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ມະຫາວິທະຍາໄລ,... ເຂົ້າຮ່ວມຢ່າງຫຼາຍ, ເປັນເຈົ້າການ ແລະຕັ້ງໜ້າໃນການເຄື່ອນໄຫວທາງການທູດແບບບໍ່ເປັນທາງດານ. 

ທີສາມ, ອາໄສຄວາມກ້າວໜ້າຂອງວິທະຍາສາດແລະເຕັກໂນໂລຊີ, ທ່າອຽງຫັນເປັນປະຊາທິປະໄຕ, ຂໍ້ມູນກ່ຽວກັບກິດຈະກຳການຕ່າງປະເທດຂອງພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ຈຶງເຂົ້າເຖິງປະຊາຊົນໄດ້ໄວກວ່າແລະຫຼາຍກວ່າ, ດັ່ງນັ້ນປະຊາຊົນຈຶງເຫັນດີເຫັນພ້ອມແລະສະໜັບສະໜູນການເຄື່ອນໄຫວການຕ່າງປະເທດຂອງພັກແລະລັດຢ່າງສຸດອົກສຸດໃຈ.

ທີສີ່, ໃນໄລຍະການເຊື່ອມໂຍງສາກົນ, ການພົວພັນຕ່າງປະເທດຂະຫຍາຍຕົວ, ປະຊາຊົນເຂົ້າຮ່ວມການເຄື່ອນໄຫວທາງການຕ່າງປະເທດຢ່າງຫຼວງຫຼາຍແລະກວ້າງຂວາງເລິກເຊິ່ງກວ່າອີກ. ຕົວຢ່າງເຊັ່ນ ຜ່ານການເຂົ້າຮ່ວມໃນຮູບການການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວຢ້ຽມຊົມບູຮານວັດຖຸທາງປະຫວັດສາດ, ທັດສະນີຍະພາບ, ໝູ່ບ້ານຫັດຖະກຳ,… ສ້າງຊ່ອງທາງການຕ່າງປະເທດທີ່ມີປະສິດທິພາບ, ດຶງດູດນັກທ່ອງທ່ຽວຕ່າງຊາດທີ່ມາຢາມຫວຽດນາມ, ໄດ້ເຫັນພາລະກິດການປ່ຽນແປງໃໝ່ທີ່ສຳເລັດຜົນຂອງຫວຽດນາມ, ມີຄວາມຮັບຮູ້ທີ່ດີງາມຕື່ມອີກຫຼາຍຢ່າງ, ປະກອບສ່ວນຍົກສູງຖານະບົດບາດ ແລະຊື່ສຽງຂອງປະເທດ. ນີ້ແມ່ນໜຶ່ງໃນບັນດາຜົນງານຂອງການທູດມະຫາຊົນ. 

ທີຫ້າ, ບົດບາດຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ. ໃນປະຈຸບັນ, ຊຸມຊົນຊາວຫວຽດນາມຢູ່ໃນ 130 ປະເທດແລະດິນແດນ ໃນເກືອບທຸກທະວີບ ໂດຍມີໜ້າທີ່ເປັນ “ທູດ”, ເປັນຂົວເຊື່ອມໂຍງລະຫວ່າງຫວຽດນາມກັບປະເທດເຈົ້າບ້ານ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງຫວຽດນາມແລະໂລກ, ໂດຍນຳໂລກມາສູ່ຫວຽດນາມ ແລະ ຫວຽດນາມໄປສູ່ໂລກ. ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນກຳລັງສຳຄັນທີ່ເຮັດວຽກດ້ານຂໍ້ມູນແລະໂຄສະນາການຕ່າງປະເທດທີ່ມີປະສິດທິພາບ.

ທີຫົກ, ກອງປະຊຸມໃຫຍ່ຄັ້ງທີ XIII (ເດືອນມັງກອນ 2021) ຂອງພັກກອມມູນິດຫວຽດນາມ ເນັ້ນໜັກທັດສະນະວ່າ: “ປຸກລະດົມຈິດໃຈຮັກຊາດຢ່າງແຂງແຮງ, ເຈດຈຳນົງສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ, ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມປາດຖະໜາຢາກພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ; ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ແລະ ກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ, ຂອງວັດທະນະທຳ ແລະ ຜູ້ຄົນຫວຽດນາມ”(18). “ກຳລັງແຮງຂອງການຕ່າງປະເທດຫວຽດນາມຖືກສ້າງຂຶ້ນບົນພື້ນຖານຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ພ້ອມທັງປະສົມປະສານຢ່າງກົມກຽວແລະເປັນເອກະພາບ ລະຫວ່າງບັນດາເສົາຫຼັກ, ເຫຼົ່າຮົບ ແລະ ກອງກຳລັງທີ່ເຂົ້າຮ່ວມໃນວຽກງານການຕ່າງປະເທດ, ເພື່ອຈາກນັ້ນ ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ”(19). ດ້ວຍກຳລັງແຮງທາງຈິດໃຈນີ້, ປະຊາຊົນຫວຽດນາມທຸກຄົນຈະຕ້ອງຕັດສິນໃຈເຮັດວຽກງານຂອງຕົນເອງໃຫ້ດີທີ່ສຸດ, ປະກອບສ່ວນພັດທະນາກຳລັງແຮງສັງລວມຂອງຊາດ ແລະ ສູ້ຊົນບັນລຸບັນດາເປົ້າໝາຍອັນຍິ່ງໃຫຍ່ທີ່ພັກກຳນົດໄວ້, ນັ້ນແມ່ນ: ພາຍໃນປີ 2025 ຫວຽດນາມເປັນປະເທດກຳລັງພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ກ້າວຂ້າມລະດັບລາຍໄດ້ປານກາງຕ່ຳ. ຮອດປີ 2030: ເປັນປະເທດກຳລັງພັດທະນາ, ມີອຸດສາຫະກຳທັນສະໄໝ ແລະມີລາຍໄດ້ປານກາງສູງ. ຮອດປີ 2045: ເປັນປະເທດທີ່ພັດທະນາແລ້ວ ແລະ ມີລາຍໄດ້ສູງ(20). ນັ້ນແມ່ນວິທີການເສີມຂະຫຍາຍກຳລັງແຮງຂອງປະຊາຊົນທາງອ້ອມໃນວຽກງນການຕ່າງປະເທດຂອງພັກແລະລັດ.

ໃນຊຸມປີຕໍ່ໄປ ຄາດຄະເນວ່າສະພາບການໃນພາກພື້ນແລະໂລກ ຈະສືບຕໍ່ມີການປ່ຽນແປງຢ່າງໄວວາ, ສັບສົນ ແລະ ຄາດເດົາບໍ່ໄດ້. ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງແມ່ນທ່າອຽງສຳຄັນ, ແຕ່ຍັງຕ້ອງປະເຊີນກັບອຸປະສັກ, ຄວາມຍາກລຳບາກ ແລະ ຄວາມທ້າທາຍຫຼາຍປະການ. ໂລກາພິວັດແລະການເຊື່ອມໂຍງສາກົນສືບຕໍ່ກ້າວໜ້າ, ແຕ່ກໍ່ຖືກນາບຂູ່ຈາກລັດທິຊາດນິຍົມສຸດຂົ້ວ, ການແຂ່ງຂັນຍຸດທະສາດ, ການແຂ່ງຂັນທາງເສດຖະກິດ, ສົງຄາມການຄ້າທີ່ເກີດຂຶ້ນຢ່າງເຄັ່ງຮ້ອນ(21)… ເພື່ອສືບຕໍ່ເສີມຂະຫຍາຍກຳລັງແຮງຂອງປະຊາຊົນໃນວຽກງານການຕ່າງປະເທດ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ, ຫວຽດນາມຕ້ອງບຸລິມະສິດປະຕິບັດບາງບັນຫາດັ່ງນີ້: ທີໜຶ່ງ, ສ້າງຕັ້ງສະມາຄົມຄົ້ນຄວ້າສາກົນ ຫຼື ສະພາການຕ່າງປະເທດ ເພື່ອເຕົ້າໂຮມຜູ້ຊ່ຽວຊານດ້ານການຄົ້ນຄວ້າສາກົນ ເພື່ອປະສານງານໃຫ້ຄຳແນະນຳ ແລະໃຫ້ຄຳປຶກສາແກ່ພັກແລະລັດກ່ຽວກັບວຽກງານການຕ່າງປະເທດແລະການທູດ; ທີສອງ, ມີກົນໄກພິເສດສຳລັບນັກຄົ້ນຄວ້າແລະຜູ້ຊ່ຽວຊານດ້ານການຄົ້ນຄວ້າສາກົນ ໃນການສະເໜີຄວາມຄິດເຫັນຕໍ່ພັກແລະລັດ ກ່ຽວກັບບັນດາບັນຫາສາກົນ ແລະ ການຕ່າງປະເທດ, ເພາະວ່າ ການຕ່າງປະເທດແມ່ນຂົງເຂດການເມືອງຂັ້ນສູງແລະແຄບ ເຊິ່ງກ່ຽວຂ້ອງກັບຄວາມລັບຂອງລັດຫຼາຍປະການ; ທີສາມ, ເພີ່ມທະວີວຽກງານຂໍ້ມູນຂ່າວສານ ແລະໂຄສະນາການຕ່າງປະເທດ, ເປັນຕົ້ນແມ່ນການປ່ຽນແປງໃໝ່ເນື້ອໃນ, ວິທີການ ແລະຄວາມຄິດ ກ່ຽວກັບວຽກງານຂໍ້ມູນຂ່າວສານ ແລະໂຄສະນາການຕ່າງປະເທດ; ທີສີ່, “ປະສານສົມທົບຢ່າງແໜນແຟ້ນການເຄື່ອນໄຫວການທູດຂອງລັດ, ການເຄື່ອນໄຫວການຕ່າງປະເທດຂອງພັກ ແລະ ການເຄື່ອນໄຫວການຕ່າງປະເທດປະຊາຊົນ”, ພ້ອມກັນນັ້ນ “ປັບປຸງກົນໄກຄຸ້ມຄອງການເຄື່ອນໄຫວການຕ່າງປະເທດທີ່ເປັນເອກະພາບໃຫ້ສົມບູນແບບ, ສ້າງກຳລັງແຮງສັງລວມເພື່ອປະຕິບັດໜ້າທີ່ວຽກງານການຕ່າງປະເທດຢ່າງມີປະສິດທິພາບ”(22).

ສະຫຼຸບລວມ, ໃນສະພາບການໃໝ່, ດ້ວຍປັດໄຈໃໝ່ຫຼາຍປະການ ເຊັ່ນ ການຂະຫຍາຍປະຊາທິປະໄຕການເມືອງພາຍໃນ, ການປະຕິວັດອຸດສາຫະກຳຄັ້ງທີ 4, ທ່າອ່ຽງຂອງການເປີດກວ້າງແລະການເຊື່ອມໂຍງສາກົນ, ການເຂົ້າຮ່ວມຂອງພົນລະເມືອງໃນການເຄື່ອນໄຫວການຕ່າງປະເທດຂອງພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ມີຂໍ້ດີຫຼາຍຢ່າງເຊິ່ງຈຳເປັນຕ້ອງເສີມຂະຫຍາຍແລະສົ່ງເສີມ./.

-------------------------
(1) ຫວູເຢືອງຮວນ: ປຶກສາຫາລືກ່ຽວກັບນະໂຍບາຍການຕ່າງປະເທດ: ບາງບັນຫາກ່ຽວກັບການພົວພັນສາກົນ, ນະໂຍບາຍການຕ່າງປະເທດ ແລະ ການທູດ ຫວຽດນາມ, ສພຈ. ທິດສະດີການເມືອງ, ຮ່າໂນ້ຍ, 2018, ພາກ 4, ໜ້າ 159
(2), (3) ສະຖາບັນວາລະສານ ແລະການສື່ສານ: ປື້ມແບບຮຽນການພົວພັນການເມືອງສາກົນ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2008, ໜ້າ 283.
(4) ຫວູເຢືອງຮວນ: ການທູດ ແລະ ວຽກງານການການທູດ (ພິມຈຳໜ່າຍຄັ້ງທີ 5), ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2018, ໜ້າ 20.
(5) Chas. W. Freeman, Jr: The Diplomat’s Dictionary (ວັດຈະນານຸກົມການທູດ), National Defence University Press, Washinton, DC, 1994, ໜ້າ 18
(6) ເບິ່ງ: Michel G. Roskin: National Interest: From Abstraction to Strategy (ແປໂດຍຫຍໍ້): ຜົນປະໂຫຍດແຫ່ງຊາດ: ເລີ່ມແຕ່ນາມທະທຳຫາຍຸດທະສາດ), The US Army War College Quarterly: Parameters, Volume 24, No.1, 1994, ໜ້າ 1
(7) ສະຖາບັນການພົວພັນສາກົນ: ລຸງໂຮ່ເວົ້າເຖິງການທູດ (ໃຊ້ສຳລັບພາຍໃນ), ຮ່າໂນ້ຍ, 1994, ໜ້າ 13
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ XI, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2011, ໜ້າ 236  
(9) ໂງເຟືອງງີ້-ຫງວຽນແທງຕຸ່ງ-ດ່າວງອກຕວ໋ນ: ຄວາມຮູ້ເບື້ອງຕົ້ນກ່ຽວກັບການເມືອງສາດສາກົນ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2015, ໜ້າ 129.
(10) ໂງທີ້ທຸຍຮ່ຽນ: ການເຄື່ອນໄຫວທາງການທູດປະຊາຊົນຫວຽດນາມ ແຕ່ປີ 2011 ເຖິງປີ 2018 (ວິທະຍານິພົນປະລິຍາເອກ), ໂຮງຮຽນມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສະທຳ, ປີ 2023
(11) ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2013, ໜ້າ 12.
(12) ໂງທີ້ທຸຍຮ່ຽນ: ການເຄື່ອນໄຫວທາງການທູດປະຊາຊົນຫວຽດນາມ ແຕ່ປີ 2011 ເຖິງປີ 2018, ເອກະສານທີ່ໄດ້ແນະນຳ, ໜ້າ 68
(13) ມະຕິໝາຍເລກ 36-NQ/TW ລົງວັນທີ 26 ມີນາ 2004 ຂອງກົມການເມືອງສູນກາງພັກ, “ກ່ຽວກັບວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດ”, https://thuvienphapluat.vn/van-ban/Quyen-dan-su/Nghi-quyet-36-NQ-TW-cong-tac-nguoi-Viet-Nam-o-nuoc-ngoai-66727.aspx
(14) ຂໍ້ຕົກລົງໝາຍເລກ 12-KLTW ລົງວັນທີ 12 ສິງຫາ 2021, “ກ່ຽວກັບວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່” https://thuvienphapluat.vn/chinh-sach-phap-luat-moi/vn/thoi-su-phap-luat/chinh-sach-moi/37234/ket-luan-cua-bo-chinh-tri-ve-cong-tac-nguoi-viet-nam-o-nuoc-ngoai
(15), (16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 174-175, 176
(17) ຫງວຽນຮູ່ງເຊີນ: ການທູດເຄິ່ງທາງການ ແລະ ບົດຮຽນຂົນຂວາຍບັນດາອົງການທີ່ບໍ່ຂຶ້ນກັບລັກຖະບານ, ກະຊວງການຕ່າງປະເທດ, 2021.
(18) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ພາກ 1, ໜ້າ 110
(19) ຫງວຽນຟູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ, ການທູດຫວຽດນາມ ທີ່ຮອບດ້ານ, ທັນສະໄໝ, ເຕັມໄປດ້ວຍເອກະລັກ “ໄມ້ໄຝ່ຫວຽດນາມ”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 28
(20) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປື້ມໄດ້ແນະນຳ, ພາກ 1, ໜ້າ 112
(21), (22) ຫງວຽນຟູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ, ການທູດຫວຽດນາມ ທີ່ຮອບດ້ານ, ທັນສະໄໝ, ເຕັມໄປດ້ວຍເອກະລັກ “ໄມ້ໄຝ່ຫວຽດນາມ”, ປື້ມທີ່ໄດ້ແນະນຳ, ໜ້າ 164-165, 28
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດສະບັບທີ 1033 (ເດືອນມີນາ 2024)