ການທູດຫຼາຍຝ່າຍ - ທັດສະນະແລະວິໄສທັດການພັດທະນາ
ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ
13
ຂອງພັກ

ໂດຍ ປອ ລືວ ຖຸ໋ຍໂຮ່ງ
ສະຖາບັນວາລະສານສາດ ແລະ ການໂຄສະນາ
01:16, 21-10-2022
ວກ. - ການທູດຫຼາຍຝ່າຍບໍ່ແມ່ນຄຳສັບໃໝ່ໃນການພົວພັນສາກົນທີ່​ທັນ​ສະ​ໄໝ ​ທັງ​ດ້ານທິດສະດີ ແລະ ພາກ​ປະຕິບັດ. ແຕ່, ການຮັບຮູ້ທີ່​ຖືກຕ້ອງກ່ຽວກັບການ​ທູດ​ຫຼາຍ​ຝ່່າຍ, ຈາກນັ້ນກຳນົດທິດທາງນະໂຍບາຍແລະພຶດຕິທຳຕົວຈິງ ຖື​ເປັນ​ຂະ​ບວນການໜຶ່ງ. ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ທູດ​ຫຼາຍ​ຝ່າຍແຕ່ຫົວທີຢ່າງຈະແຈ້ງ, ພ້ອມດຽວກັນນັ້ນ, ໄດ້ນຳໃຊ້ການທູດຫຼາຍຝ່າຍຂ້ອນ​ຂ້າງ​ມີ​ປະສິດທິ​ຜົນ ​ແລະ ສອດຄ່ອງກັບຄວາມ​ເປັນຈິງ, ​ໂດຍ​ສະ​ເພາະຕັ້ງແຕ່ສະຕະວັດທີ 20 ເຖິງປະຈຸບັນ.

ການທູດຫຼາຍຝ່າຍ - ວິທີການເຂົ້າເຖິງທາງທິດສະດີ

ການທູດຫຼາຍຝ່າຍແມ່ນຮູບ​ແບບ​ໜຶ່ງ​ຂອງ​ກິດຈະກຳທາງການທູດ ທີ່​ມີຜູ້​ມີບົດ​ບາດ​ໃນ​ການ​ພົວພັນ​ສາກົນຕັ້ງ​ແຕ່​ສາມ​ຄົນ​ຂຶ້ນ​ໄປ (ສ່ວນ​ໃຫຍ່ແມ່ນປະເທດ-ຊາດ) ​ເຂົ້າ​ຮ່ວມ​ໃນຂະບວນການເຈລະຈາ ຕັດສິນ​ຕົກລົງ​ໃນເວລາດຽວກັນ ແລະ ຕອບ​ສະໜອງ​ຕໍ່​ຄວາມ​ຕ້ອງການທີ່ແຕກຕ່າງກັນຫຼວງຫຼາຍ ​ໃນ​ບັນຫາ​ໃດ​ບັນຫາ​ໜຶ່ງ​ໂດຍ​ສະ​ເພາະ(1). ຮູບ​ແບບ​ຕົ້ນຕໍແລະທົ່ວໄປຂອງການທູດຫຼາຍຝ່າຍ​ໃນປະຈຸບັນແມ່ນ ອົງການ​ຈັດ​ຕັ້ງ​ສາກົນ (ທີ່​ມີ​ລັກສະນະ​ແຕກ​ຕ່າງກັນ ​ຈາກ​ອົງການ​ທີ່​ມີ​ລັກ​ສາ​ນະຊຸມ​ຊົມ, ອົງການ​ພັນທະ​ມິດ​ ຈົນ​ເຖິງອົງການ​ຮ່ວມ​ມື​ທີ່ມີຄໍາໝັ້ນສັນຍາງ່າຍໆ; ໃນລະດັບທີ່ແຕກຕ່າງກັນ, ເຊັ່ນ: ພາກພື້ນ, ລະຫວ່າງພາກພື້ນ, ທົ່ວໂລກ; ​ໃນບັນດາ​ຂົງ​ເຂດທີ່​ຫຼາກ​ຫຼາຍ​: ເສດ​ຖະ​ກິດ​, ການ​ເມືອງ​, ວັດ​ທະ​ນະ​ທໍາ​, ສັງ​ຄົມ​); ບັນດາເວທີປາໄສ, ສະມາຄົມ (ມີລັກສະນະແລະຂະໜາດທີ່​ຫຼາກ​ຫຼາຍ ​ແຕ່ມີຄວາມຜູກພັນ​ທີ່ຫຼວມ​ແຫຼວ​ກວ່າ); ບັນດາຂະບວນການ, ກອງປະຊຸມ, ກອງປະຊຸມສຳມະນາ ແລະ ອື່ນໆ (ຂະໜາດທີ່ຫຼາກຫຼາຍ, ບໍ່ມີຂໍ້ຜູກມັດຫຼາຍ ​ເພື່ອ​ແກ້​ໄຂບັນຫາ​ໜຶ່ງຫຼືສອງ​ສາມ​ບັນຫາ ທີ່​ເກີດ​ຂຶ້ນ​ເອງຫຼືປະຈຳປີ).

ການອະພິປາຍລະດັບສູງຂອງກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດສະໄໝທີ 76 ຢູ່ສຳນັກງານໃຫຍ່ຂອງສະຫະປະຊາຊາດ ໃນນິວຢອກ, ສະຫະລັດອາເມລິກາ _ແຫຼ່ງ: UN

ໃນການທູດຫຼາຍຝ່າຍ, ຜົນປະໂຫຍດຍາມໃດກໍເປັນປັດໄຈກຳນົດພຶດຕິທໍາຂອງ ອັດຕະພາບ. ໃນແຕ່ລະຈຸດເວລາ​ແລະສະພາບການທີ່ແຕກຕ່າງກັນ, ບັນດາປະເທດຕ່າງ​ມີ​ຜົນ​ປະ​ໂຫຍ​ດທີ່​ແຕກ​ຕ່າງ​ກັນ, ນຳ​ໄປ​ສູ່​ການກໍ່​ຕົວຂອງ​ແຮງ​ກະ​ຕູ້ນຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງບັນດາອັດຕະພາບ ​ແລະ ​ເວລາ​ນຳ​ໃຊ້​ບັນດາ​ຮູບ​ແບບ​ການ​ທູດ​ຫຼາຍ​ຝ່າຍ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພົວພັນ​ສາກົນ. ໃນປະຈຸບັນ, ອັດຕະພາບຂອງການພົວພັນສາກົນ (ພື້ນຖານ​ທີ່​ສຸດແມ່ນລັດປະເທດອະທິປະ​ໄຕ​ທີ່​ເປັນເອກະລາດ) ເຂົ້າຮ່ວມການທູດຫຼາຍຝ່າຍຢ່າງ​ຟົດ​ຟື້ນພໍສົມຄວນ ​ເຊິ່ງສະ​ແດ​ງໃຫ້ເຫັນວ່າ ການທູດຫຼາຍຝ່າຍກຳລັງຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງອັດຕະພາບຕ່າງໆ. ຈຸດທີ່ຄວນ​ເອົາ​ໃຈ​ໃສ່​ໃນ​ການ​ທູດ​ຫຼາຍ​ຝ່າຍ​ແມ່ນ ການ​ທຽບ​ຄຽງ​ກຳລັງ ​ແລະ ກຳລັງແທ້ຈິງຂອງປະເທດ. ນີ້ແມ່ນພື້ນຖານທີ່​ສໍາ​ຄັນ​ຂອງລະບຽບ​ໂລກ ແລະເປັນພື້ນຖານເພື່ອກຳນົດ “ສະໜາມ​ຫຼິ້ນ” ແລະຫຼັກການປະຕິບັດ (“ກົດ​ລະບຽບ”) ໃນການພົວພັນສາກົນເວົ້າລວມ ແລະ ເວົ້າສະເພາະແມ່ນການທູດຫຼາຍຝ່າຍ; ມີບົດບາດສໍາຄັນໃນການກໍານົດພຶດຕິກໍາແລະອິດທິພົນໃນຂະບວນການເຈລະຈາ. ພ້ອມ​ດຽວ​ກັນ​ນັ້ນ, ກຳລັງແທ້ຈິງຂອງປະເທດ - ໄດ້ຖືວ່າເປັນປັດໄຈພື້ນຖານຂອງການວາງ​ແຜນແລະປະຕິບັດນະໂຍບາຍການຕ່າງປະເທດ - ກໍໄດ້ຕັດສິນການກະທຳຂອງ​ປະ​ເທດ​ໃນ​ການ​ທູດຫຼາຍຝ່າຍ. ຍ້ອນແນວນັ້ນ, ບັນດາປະເທດໃຫຍ່ມີການກະທຳຕາມ​ທິດ​ທາງ​ຄອບ​ງຳ ແລະ “ເກື້ອກູນ” ໃຫ້ແກ່ລະບອບລະບຽບຫຼາຍຝ່າຍ, ສ່ວນບັນດາປະ​ເທດ​ນ້ອຍ​ຈະ​ເຄື່ອນ​ໄຫວຕາມທິດຍອມຮັບ, ປະຕິບັດຕາມ ແລະ “ຮ່ວມນຳ”(2).  

ຄຽງຄູ່ກັນນັ້ນ, ການກະທຳຂອງປະເທດກໍໄດ້ຂຶ້ນຢູ່ກັບລະດັບການຫັນເປັນລະບອບ ລະບຽບຂອງບັນດາການຈັດຕັ້ງຫຼາຍຝ່າຍ. ການຈັດຕັ້ງຫຼາຍຝ່າຍທີ່ມີລະດັບການຫັນເປັນ ລະບອບລະບຽບສູງ ຈະມີຄວາມສາມາດສູງກ່ວາ ໃນການບັງຄັບໃຫ້ບັນດາປະເທດຕ້ອງ ປະຕິບັດຕາມລະບຽບກົດໝາຍ ແລະ ກົງກັນຂ້າມ, ມີລະດັບການຫັນເປັນລະບອບ ລະບຽບຕ່ຳ ຈະເຮັດໃຫ້ທ່າອ່ຽງບໍ່ປະຕິບັດຕາມລະບຽບກົດໝາຍເກີດຂຶ້ນຫຼາຍກ່ວາ(3).

“ກົດ​ລະບຽບ” (ຫຼັກການ, ຂໍ້ບັງຄັບ) ຂອງສະ​ຖາ​ບັນ​ຫຼາຍຝ່າຍສາກົນກໍໄດ້ສົ່ງ​ເສີມ ຫຼື ມີ​ອິດ​ທິພົນ​ຕໍ່ພຶດຕິທຳຂອງລັດ​ທີ່ເຂົ້າ​ຮ່ວມ. ບັນດາຮູບແບບການທູດ​ຫຼາຍ​ຢ່າ​ຍທີ່​ແຕກຕ່າງກັນຈະມີ “ກົດ​ລະບຽບ” ທີ່ຕ່າງກັນ. ແຕ່ຈຸດລວມຂອງບັນດາຮູບ​ແບບ​ການ​ທູດ​ຫຼາຍ​ຝ່າຍແມ່ນຜະລິດຕະພັນຫຼືໝາກຜົນຕົ້ນຕໍແມ່ນ ບັນດາບົດບັນທຶກ​ການ​ຮ່ວມ​ມື​ສາກົນ​ຫຼາຍ​ຝ່າຍເອງ ແຕ່​ຈຸດ​ລວມຂອງ​ບັນດາ​ຮູບ​ແບບ​ການ​ທູດ​ຫຼາຍ​ຝ່າຍ​ແມ່ນ​ບັນດາ​ຜະລິດ​ຕະພັນ ຫຼືໝາກຜົນ​ຕົ້ນຕໍ​ແມ່ນ ​​ສັນຍາ​ສາກົນ​ຫຼາຍ​ຝ່າຍ. ຂໍ້​ຕົກ​ລົງ​ເຫຼົ່າ​ນີ້​ແມ່ນ “ກົດ​ລະບຽບ” ທີ່​ຈໍາ​ກັດ​ພຶດ​ຕິ​ກໍາ​ຕໍ່​ມາ​ຂອງອັດຕະພາບໃນການທູດຫຼາຍຝ່າຍ. ຍ້ອນແນວນັ້ນ, ໃນຂະບວນວິວັດແຫ່ງການກໍ່ຮ່າງສ້າງຕົວ “ກົດ​ລະບຽບ”, ປະເທດໃດ​ໄດ້​ເຂົ້າ​ຮ່ວມ​ການ​ເຈລະຈາ ແລະ ມີແນວຄວາມຄິດທີ່ໄດ້ຍອມຮັບ ແລະ ຮັບຮອງແນວຄວາມຄິດດັ່ງກ່າວ​ໃນຜະລິດຕະພັນສຸດທ້າຍຂອງການທູດຫຼາຍຝ່າຍ, ປະເທດນັ້ນ​ຈະຢືນຢັນຜົນປະໂຫຍດ ແລະ ຖານະບົດບາດຂອງຕົນ​ໄດ້ໃນ “ສະໜາມ​ເກ​ມ” ຫຼາຍຝ່າຍນີ້. ນີ້ຈະ​ເປັນພື້ນຖານອັນ​ສຳຄັນ​ເພື່ອ​ໃຫ້​ປະ​ເທດ​ອຳນວຍ​ຄວາມ​ສະດວກດ້ານ​ສິ່ງ​ແວດ​ລ້ອມ ​​ເພື່ອພຶດຕິ​ກຳ​ໃນອະນາຄົດ. ແຕ່, ຍ້ອນອະທິປະໄຕຂອງປະເທດ, ລະບອບລະບຽບ​ຍັງ​ບໍ່​ທັນສົມບູນ​ແບບ ແລະ ​ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຝ່າຍ​ຕ່າງໆ​ໃນ​ສັນຍາ​ສາກົນ​ຫຼາຍ​ຝ່າຍ​, ດັ່ງ​ນັ້ນ “ກົດ​ລະບຽບ” ຂອງບັນດາສະ​ຖາ​ບັນຫຼາຍຝ່າຍຜູກມັດ​ຜຶດຕິ​ກຳ​ຂອງ​ລັດ​ພຽງ​ບາງສ່ວນເທົ່ານັ້ນ, ​ເພາະ​ເມື່ອຈໍາເປັນ, ອັດຕະພາບ (ລັດ) ຈະ​ອ້າງ​ເຫດຜົນດ້ານອຳນາດອະທິປະໄຕແລະຜົນປະໂຫຍດຂອງຊາດ​ ເພື່ອ​ໃຫ້ສາມາດ​ເພີກ​ເສີຍ​ຕໍ່ “ກົດລະບຽບ” ເຫຼົ່ານີ້ (4).    

ໃນຄວາມເປັນຈິງ, ພຶດຕິກໍາຂອງອັດຕະພາບນັ້ນຂ້ອນຂ້າງຫຼາກຫຼາຍ. ​ແຕ່​ເວົ້າ​ລວມ​ແລ້ວ, ອັດຕະພາບທີ່ເຂົ້າຮ່ວມການທູດຫຼາຍຝ່າຍປະຕິບັດ​ຕາມພຶດຕິກຳພື້ນຖານ​ສາມ​ປະການຄື: 1- ອັດຕະພາບທີ່ເປັນສະມາຊິກຕ້ອງຍອມຮັບແລະປະຕິບັດຕາມ “ກົດ​ລະບຽບ” ທົ່ວ​ໄປ (rule taker - ຜູ້ຮັບກົດ); 2- ການໝູນໃຊ້ “ກົດ​ລະບຽບ” ຫຼື​ຊ່ອງ​ຫວ່າງ​ຂອງ​ກົດໝາຍ ເພື່ອຜົນປະໂຫຍດຂອງ​ຊາດ-ປະເທດຊາດຂອງຕົນ (rule manipulator - ຜູ້​ຄວບ​ຄຸມ​ກົດ); 3- ການປ່ຽນແປງ, ປັບປຸງ ຫຼື ສ້າງ “ກົດລະບຽບ” ໃໝ່ ເພື່ອປັບ​ຕົວ​ເຂົ້າ​ກັບ​ຖານະ​ບົດບາດ​ແລະກຳລັງແທ້ຈິງໃໝ່ (rule maker ຫຼື shaper)(5). ອັດຕະພາບ​ສາມາດ​ປ່ຽນພຶດຕິ​ກຳຂອງຕົນ​ໄດ້​ຕາມຜົນປະໂຫຍດ, ການທຽບຄຽງກຳລັງ, “ກົດລະບຽບ” ແລະ “ສະໜາມ​ຫຼິ້ນ” ຫຼາຍຝ່າຍ​ໃນ​ເວລາ​ແລະ​ບັນຫາຕ່າງໆ. ນອກຈາກນັ້ນ, ອັດຕະພາບໃດໜຶ່ງໃນເວລາໜຶ່ງສາມາດມີໜຶ່ງຫຼືສອງ, ແມ່ນແຕ່ສາມພຶດຕິກຳ ​ໃນ​ການ​ເຄື່ອນໄຫວທາງການທູດຫຼາຍຝ່າຍທີ່ແຕກຕ່າງກັນ.

ໃນສະຕະວັດທີ 21, ທັດສະນະແລະການເຄື່ອນໄຫວການທູດຫຼາຍຝ່າຍຂອງ ບັນດາປະເທດສ່ວນຫຼາຍມີຄວາມອຸດົມສົມບູນ, ຈະແຈ້ງ ແລະ ມີລັກສະນະສະເພາະ. ຕົວຢ່າງ​ເຊັ່ນ ອາເມລິກາ ສະ​ແຫວ​ງຫາລັດທິຫຼາຍຝ່າຍທີ່ມີການຄັດເລືອກ ແລະ ລັດທິຫຼາຍຝ່າຍທີ່ມີປະສິດທິຜົນ ບົນພື້ນຖານທັດສະນະການສ້າງລະບົບຫຼາຍຝ່າຍທີ່ນຳ​ໂດຍອາເມລິກາແລະບັນດາປະເທດຕາເວັນຕົກ ເພື່ອສາມາດສ້າງອິດທິພົນຕໍ່​ປະ​ເທດ​ອື່ນໆ. ການທູດຫຼາຍຝ່າຍຂອງອາເມລິກາຄົງຕົວພ້ອມກັບການທູດສອງຝ່າຍ ແລະ ມີລັກສະນະອັດຖະ​ປະ​ໂຫຍ​ດ. ສະຫະລັດອາເມລິກາເລືອກທີ່ຈະພັດທະນາ ຫຼື​ເຮັດ​ພໍ​ແລ້ວມື ຫຼືປະ​ຖິ້ມການທູດຫຼາຍຝ່າຍ ຕາມການຄິດໄລ່ດ້ານຜົນປະໂຫຍດຂອງຕົນ​ເອງ ​ໃນ​ຈຸດ​ເວລາທີ່ແຕກຕ່າງກັນ. ສິ່ງດັ່ງກ່າວສະແດງອອກຢ່າງຈະແຈ້ງໃນພຶດຕິ​ກຳການທູດ​ຫຼາຍ​ຝ່າຍຂອງອາເມລິກາໃນຕົວຈິງຈະມີທ່າອ່ຽງບັງຄັບ “ກົດ​ລະບຽບ” ເພື່ອຮັບປະກັນ​ຜົນ​ປະ​ປະ​ໂຫຍ​ດຂອງຊາດ ແຕ່ອາເມລິກາກໍໍ່​ເຕັມ​ໃຈ​ທີ່​ຈະ​ອອກ​ຈາກ​ອົງການ​ຫຼາຍ​ຝ່າຍ​ເກົ່າ ​ແລະ​ລິ​ເລີ່​ມສ້າງ​ຕັ້ງ​ສະ​ຖາ​ບັນ​ຫຼາຍ​ຝ່າຍ​ໃໝ່​ ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມ​ລິ​ກາ​ເອງ.

ຣັດເຊຍ ຍາມໃດກໍມີແຜນນະໂຍບາຍຕິດພັນກັບບັນດາຫຼັກການຂອງລັດທິຫຼາຍ ຝ່າຍຢ່າງເລິກເຊິ່ງ(6). ຣັດເຊຍກໍຖືເປັນສຳຄັນບັນດາກົນໄກຫຼາຍຝ່າຍຄືກັນກັບຮູບການ ເຕົ້າໂຮມກຳລັງໜຶ່ງ ເພື່ອຟື້ນຟູຄວາມຈະເລີນຂອງປະເທດຄືນໃໝ່ ແລະ ສະກັດກັ້ນອິດ ທິພົນຂອງຕາເວັນຕົກ. ການທູດຫຼາຍຝ່າຍຂອງຣັດເຊຍໄດ້ກະຈາຍດ້ານລວງກ້ວາງ​ໃນ​ລະດັບໂລກ, ພາກພື້ນ ຈົນເຖິງອະນຸພາກພື້ນ, ມີລັກສະນະເລືອກເຟັ້ນບົນພື້ນຖານບັນ ດາທັດສະນະຄື: 1- “ການນຳພາເປັນໝູ່ຄະນະຂອງບັນດາປະເທດແຖວໜ້າ” ​ເພື່ອ​ພ້ອມ​ກັນມີຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາໂລກາພິວັດ, ແຕກຕ່າງ​ຈາກ​ທັດສະນະນຳພາຂອງມະຫາອຳນາດ; 2- ໃນການທູດຫຼາຍຝ່າຍ, ນະໂຍບາຍຫຼາຍຝ່າຍ ຕ້ອງໄດ້ມີການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຣັດເຊຍບໍ່ຍອມຮັບການ ຕັດສິນໃດໜຶ່ງທີ່ຍັງບໍ່ທັນໄດ້ຮັບຮອງ (ຕົວຢ່າງ, ການຕັດສິນຕົກລົງ​ຂອງ​ອົງການ​ສົນທິສັນຍາອັດລັງຕິກເໜືອ ຫຼື ສະຫະພາບເອີຣົບ ທີ່ຣັດເຊຍບໍ່ໄດ້ເປັນພາຄີ ຈະ​ເປັນ​ໂມ​ຂະ); 3- ການທູດຫຼາຍຝ່າຍຕ້ອງກາຍເປັນພື້ນຖານ, ສ່ອງແສງການແບ່ງສິດອຳນາດ​ໃນ​ໂລກຫຼາຍຂົ້ວທີ່ກຳລັງພັດທະນາໃໝ່, ປະກອບມີ: ຈີນ, ອິນເດຍ, ບຣາຊີນ ​ເຊິ່ງຣັດ​ເຊຍ​ຖື​ເປັນສຳຄັນທີ່ສຸດ(7).

ຈີນ ໃນປະຈຸບັນກຳລັງສະແດງ​ໃຫ້​ເຫັນເຖິງ​ແນວທາງ​ທີ່​ແຂງ​ແຮງ​ແລະ​ແຜ່​ຫຼາຍ​ໃນ​ການທູດຫຼາຍຝ່າຍ, ໂດຍສະເພາະຢ່າງ​ຍິ່ງ​ກັບອະນຸພາກພື້ນ, ພາກພື້ນ ແລະ ອົງການ​ຂະໜາດ​ໃຫຍ່​ທີ່ມີຄວາມ​ຫຼາກຫຼາຍໃນຫຼາຍຂົງເຂດ. ຈີນເລີ່ມຢັ້ງຢືນຖານະບົດບາດ, ກຳ ລັງແຮງ ແລະ ການນຳພາຂອງຕົນ ໃນຫຼາຍສະ​ຖາ​ບັນ​ຫຼາຍຝ່າຍ ໂດຍຜ່ານ​ການ​ເຂົ້າຮ່ວມ​ບັນດາກົນໄກດ້ວຍຄວາມຄິດສ້າງສັນຫຼາຍຝ່າຍ, ການລົງທຶນ ແລະ ການ​ປະກອບສ່ວນ​ທີ່​ຕັ້ງໜ້າ, ສະແດງ​ໃຫ້​ເຫັນເຖິງຄວາມຮັບຜິດຊອບ, ການ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ, ​ແລະ​ຊຸກ​ຍູ້ “ອຳ​ນາດ​ອ່ອນ” ຂອງ​ຈີນ. ຈີນສະ​ເໜີ​ຫຼັກ​ຄຳ​ສອນກ່ຽວກັບ​ໂລກ​ທີ່​ກົມກຽວ​ກັນ​ ເຊິ່ງ​ເນັ້ນ​ໜັກ​ເຖິງບົດບາດຂອງອົງການຈັດຕັ້ງຫຼາຍຝ່າຍ - ຮ່ວມມືນຳ​ກັນ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງເຮືອງຮ່ວມ​ກັນ, ຕ້ອງເຄົາລົບນັບຖືຄວາມຫຼາກຫຼາຍດ້ານ​ວັດທະນະທຳ ແລະ ລະບົບ​ການ​ເມືອງ, ບັນດາປະເທດກຳລັງພັດທະນາມີ​ສິດ​ຕົດ​ສິນ​ຫຼາຍ​ກວ່າ. ຈີນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ຢ່າງ​ຕັ້ງໜ້າ, ເຜີຍແຜ່ແນວຄິດໃໝ່, ​ສົ່ງ​ຂໍ້​ຄວາມ​ໃໝ່ ​ກ່ຽວ​ກັບ​ການ​ສ້າງ​ໂລກ​ທີ່​ກົມກຽວ​ ແລະ​ເປັນ​ປະຊາທິປະ​ໄຕ, ສ້າງ​ລະບຽບ​ເສດຖະກິດ​ໂລກ​ໃໝ່, ໂດຍ​ສະ​ເພາະ​ແມ່ນ ​ຈີນ​ສະ​ແດງ​ຄວາມ​ເຫັນວ່າ​ຈະ​ບໍ່​ເຂົ້າ​ຮ່ວມ​ພັນທະ​ມິດ(8).

ທັດສະນະແລະການເຄື່ອນໄຫວທາງການທູດຫຼາຍຝ່າຍຂອງຫວຽດນາມ
ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ໃນເວລາທີ່ຜ່ານມາ, ຫວຽດນາມບັນລຸ​ໄດ້​ບັນດາ​ໝາກຜົນສຳຄັນຈຳນວນ​ໜຶ່ງ​ທາງ​ດ້ານ​ການຕ່າງປະເທດ. ການເຊື່ອມໂຍງເສດຖະກິດສາກົນມີການຂະຫຍາຍຕົວຢ່າງ​ກວ້າງຂວາງ ແລະເລິກເຊິ່ງໃນຫຼາຍລະດັບ ຕັ້ງແຕ່ພາກພື້ນຈົນເຖິງທົ່ວ​ໂລກ, ມີ​ຮູບ​ການ​ທີ່​ຫຼາກ​ຫຼາຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ອົງການ, ​ເວທີ​ປາ​ໄສ, ກອງປະຊຸມ​ຫຼາຍ​ຝ່າຍ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ ປະຊາຄົມບັນດາປະເທດອາຊີຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ສະຫະປະຊາຊາດ ແລະ ເວທີຮ່ວມມືເສດຖະກິດອາຊີ-ປາຊີຟິກ (​ເອ​ເປ​ກ); ເຂົ້າຮ່ວມການລົງນາມ​ໃນສັນຍາການຄ້າເສລີສອງຝ່າຍ, ສັນຍາ​ການ​ຄ້າ​ເສລີ​ຫຼາຍຝ່າຍ​ແບບ​ໃໝ່, ພົ້ນເດັ່ນແມ່ນ ສັນຍາການຄ້າເສລີຫວຽດນາມ​ແລະສະຫະພາບເສດຖະກິດ ອາຊີ-ເອີຣົບ (VN - EAEU FTA), ສັນຍາຄູ່ຮ່ວມມືຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVFTA). “ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ສືບຕໍ່​ໄດ້​ຮັບ​ການ​ເປີດ​ກວ້າງແລະເຂົ້າສູ່ລວງເລິກ, ສ້າງກອບການພົວພັນກັບບັນດາຄູ່ຮ່ວມມືຢ່າງໝັ້ນຄົງ ແລະຍືນຍົງ. ມີຄວາມເປັນເຈົ້າການ​ໃນ​ການເຂົ້າຮ່ວມການສ້າງບັນດາຫຼັກການ, ມາດຕະຖານ​ໃນສະ​ຖາ​ບັນຫຼາຍຝ່າຍຕ່າງໆ ຂອງພາກພື້ນ ແລະທົ່ວໂລກ”(9).

ບົນພື້ນຖານດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ເດືອນມັງກອນ 2021) ໄດ້ວາງທັດສະນະການພັດທະນາປະເທດຊາດເວົ້າລວມ, ເວົ້າສະ​ເພາະ​ແມ່ນ​ທັດສະນະການພົວພັນຕ່າງປະເທດ, ນັ້ນແມ່ນ: 1- ຮັບປະກັນສູງສຸດຜົນ​ປະ​ໂຫຍ​ດຂອງຊາດ - ປະ​ເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ແລະກົດໝາຍສາກົນ, ສະເໝີພາບ, ການຮ່ວມມື, ຕ່າງຝ່າຍຕ່າງ​ມີ​ຜົນ​ປະໂຫຍດ. ສືບ​ຕໍ່​ພັດທະນາປະເທດຢ່າງໄວວາແລະຍືນຍົງ; 2- ປຸກລະດົມນ້ຳ​ໃຈ​ຮັກ​ຊາດ, ​ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍເອງຂອງຊົນຊາດ, ກຳລັງແຮງມະຫາ​ສາມັກຄີ​ປວງ​ຊົນ​ທັງຊາດ ແລະ ຄວາມປາຖະໜາອັນແຮງກ້າ​ໃນ​ການ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ຜາ​ສຸກ; 3- ສົມທົບລະຫວ່າງກຳລັງແຮງຂອງຊາດ ກັບກຳລັງ​ແຮງ​ຂອງຍຸກສະໄໝ; ຍົກ​ສູງ​ເຈດຈຳນົງເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການໃນການ​ເຊື່ອມ​ໂຍງ​ເຂົ້າກັບ​ສາ​ກັນ​ຢ່າງຕັ້ງໜ້າ ແລະ ຍົກສູງປະສິດທິຜົນການຮ່ວມມືສາກົນ, ເສີມຂະຫຍາຍສຸດ​ຂີດກຳລັງ​ແຮງ​ພາຍ​ໃນ, ຍາດແຍ່ງກຳລັງແຮງພາຍນອກ, ໃນນັ້ນ, ແຫຼ່ງກຳລັງພາຍໃນ, ໂດຍສະ​ເພາະ​ຊັບພະຍາກອນມະນຸດ ເປັນສຳຄັນທີ່ສຸດ(10). ເຖິງວ່າ ທັດສະນະກ່ຽວກັບການ​ພົວພັນ​ທາງ​ການທູດຫຼາຍຝ່າຍ(11) ຍັງບໍ່ທັນໄດ້ລວມຢ່າງ​ເປັນ​ທາງ​ການ​ແລະ​ເປັນ​ເອກະລາດ ​ໃນ​ເອກະສານ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມກໍ​ຕາມ ​ແຕ່​ບັນດາ​ທັດສະນະຂ້າງ​ເທິງນີ້ ຖືວ່າເປັນປະຖົມປັດໄຈພື້ນຖານ (ຫຼັກການ, ທິດນຳ) ໃຫ້​ແກ່​ນະ​ໂຍບາຍ ແລະ ການກະທຳ (ການເຄື່ອນໄຫວ) ​ໃນການທູດຫຼາຍຝ່າຍ.

ໃນກອງປະຊຸມໃຫຍ່ຄັ້ງທີ 13, ພັກກອມມູນິດຫວຽດນາມໄດ້ຢັ້ງຢືນເປົ້າໝາຍ ຂອງການພົວພັນຕ່າງປະເທດຄື: “ສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່​ເປັນ​ເອກະລາດ, ເປັນເຈົ້າຕົນເອງ, ການພົວພັນ​ເປັນຫຼາຍຮູບຫຼາຍແບບ ຫຼາຍ​ກ້ຳ​ຫຼາຍ​ຝ່າຍ; ມີຄວາມເປັນເຈົ້າການ ແລະ ເຊື່ອມໂຍງສາກົນຢ່າງຕັ້ງໜ້າ, ຮອບດ້ານ, ກ້ວາງຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ ສະຖຽນ​ລະ​ພາບ, ຍົກສູງຖານະບົດບາດ ​ແລະ ອິດທິພົນທາງສາກົນຂອງຫວຽດນາມຢ່າງບໍ່ຢຸດຢັ້ງ”(12); ແຕ່ວ່າ ພັກຍັງບໍ່ທັນໄດ້ເວົ້າເຖິງການທູດຫຼາຍຝ່າຍ, ພຽງແຕ່ມີຄວາມໝາຍແອບແຝງ ໃນກຸ່ມຄຳສັບ “ຫັນເປັນການພົວພັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ” ເທົ່ານັ້ນ. ພັກກອມມູນິດຫວຽດນາມໄດ້ຊີ້ແຈ້ງວ່າ: “ຍູ້ແຮງການພົວພັນຕ່າງປະເທດສອງຝ່າຍ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ມີຄວາມເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດຂອງຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍ, ພິ​ເສດ​ແມ່ນ ອາ​ຊຽນ, ສະຫະປະຊາຊາດ, ເອເປກ, ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ກອບການຮ່ວມມືພາກພື້ນ ແລະ ສາກົນອື່ນໆ, ໃນບັນດາບັນຫາແລະກົນໄກສຳຄັນຕ່າງໆ ທີ່ມີລະດັບຍຸດທະສາດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ຄວາມສາມາດ ແລະ ເງື່ອນໄຂຕົວ​ຈິງ…; ມີຄວາມເປັນເຈົ້າການ, ຄວາມຕັ້ງໜ້າ ແລະ ຄວາມຮັບຜິດຊອບ​ພ້ອມ​ກັບບັນດາປະເທດອາຊຽນ ສ້າງປະຊາຄົມອາຊຽນທີ່ມີຄວາມສາມັກຄີກັນ ແລະອື່ນໆ. ມີຄວາມເປັນເຈົ້າການໃນການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມຈິນຕະນາການໃໝ່ ກ່ຽວກັບການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງຕັ້ງໜ້າ”(13). ໃນຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ, 10 ປີ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເປົ້າໝາຍແລະໜ້າທີ່ຈຸດ​ສຸມ​ເຖິງວ່າຍັງບໍ່ໄດ້ເວົ້າເຖິງການພົວພັນຕ່າງປະເທດຫຼາຍຝ່າຍ ເຊິ່ງພຽງແຕ່​ເວົ້າ​ເຖິງ​ວຽກ​ງານ​ພົວພັນຕ່າງປະເທດ​ແບບລວມຄື: “ຮັກສາຄວາມ​ເປັນເອກະລາດ, ເປັນເຈົາຕົນເອງ, ສືບ​ຕໍ່​ຍົກ​ສູງຄຸນນະພາບ ​ແລະປະສິດທິຜົນ ຂອງການເຄື່ອນໄຫວພົວພັນຕ່າງປະເທດ ແລະ ການ​ເຊື່ອມ​ໂຍງສາກົນຢ່າງໝັ້ນຄົງ”(14), ແຕ່ໃນພາກທິດທາງ, ໜ້າທີ່, ວິທີ​ການ​ແກ້​ໄຂ​ການ​ພັດທະນາ​ເສດຖະກິດ-ສັງຄົມໄລຍະ 10 ປີ, ພັກກອມມູນິດຫວຽດນາມພັດ​ໄດ້​ເວົ້າ​ເຖິງ​ຢ່າງລະອຽດ, ວ່າ: “ເພີ່ມທະວີການຮ່ວມມືສາກົນດ້ານປ້ອງກັນຊາດ, ປ້ອງ​ກັນ​ຄວາມສະຫງົບ, ປະຕິບັດໜ້າທີ່ ເຂົ້າຮ່ວມການຮັກສາສັນຕິພາບ ຂອງສະຫະປະຊາຊາດ ໃຫ້​ໄດ້ຜົນຢ່າງດີ”. ພິເສດ, ໃນທິດທາງພົວພັນຕ່າງປະເທດ, ພັກຂອງເຮົາສືບຕໍ່ຢັ້ງຢືນ ແລະຂະຫຍາຍທັດສະນະທີ່ໄດ້ລະບຸໃນຄຳສັ່ງຂອງຄະນະເລຂາທິການສູນ​ກາງ​ສະບັບ​ເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018, “ວ່າດ້ວຍການຍູ້ແຮງແລະຍົກລະດັບ​ການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030”, ນັ້ນແມ່ນ: ຍູ້ແຮງແລະຍົກ​ລະດັບການ​ພົວພັນ​ຕ່າງປະ​ເທດຫຼາຍຝ່າຍ, ສົມທົບກັບການພົວພັນຕ່າງປະເທດສອງ​ຝ່າຍ​ ຢ່າງ​ແໜ້ນ​ແຟ້ນ, ປະຕິບັດບັນດາໜ້າທີ່ສຳຄັນທາງສາກົນໃຫ້​ໄດ້ເປັນຢ່າງດີ, ໂດຍສະເພາະແມ່ນ​ໃນ​ອາ​ຊຽນ, ສະຫະປະຊາຊາດ ແລະ ກອບການຮ່ວມມືຢູ່ອາຊີ - ປາຊີຟິກ ຕ່າງໆ(15).

ເວົ້າລວມແລ້ວ, ຫວຽດນາມໄດ້ກຳນົດວ່າ ການທູດຫຼາຍຝ່າຍແມ່ນເນື້ອໃນສຳຄັນ ໜຶ່ງໃນທັດສະນະກ່ຽວກັບການພົວພັນຕ່າງປະເທດ ດ້ວຍການນຳໃຊ້ກຸ່ມຄຳສັບ “ຍົກ​ລະດັບການພົວພັນຕ່າງປະເທດຫຼາຍຝ່າຍ” ຫຼາຍເທື່ອໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ພ້ອມດຽວກັນນັ້ນ, ທັດສະນະກ່ຽວກັບການທູດຫຼາຍຝ່າຍໄດ້ກຳນົດຢ່າງລະ ອຽດພໍສົມຄວນ ເຊັ່ນ: ຄູ່ຮ່ວມມືຈຸດສຸມແມ່ນອາຊຽນ, ສະຫະປະຊາຊາດ, ເອເປກ, ການ ຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ອື່ນໆ; ຂົງເຂດທີ່ໄດ້ຮັບການບູລິມະສິດແມ່ນເສດ ຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະອື່ນໆ; ທັດສະນະກ່ຽວ​ກັບ​ທ່າ​ທີ່ເຂົ້າຮ່ວມການທູດຫຼາຍຝ່າຍແມ່ນ ມີຄວາມເປັນເຈົ້າການ ແລະ ຕັ້ງໜ້າ. ໃນຕໍ່ໜ້າ, ການທູດຫຼາຍຝ່າຍຂອງຫວຽດນາມໄດ້ພັກກອມມູນິດຫວຽດນາມກຳນົດວ່າ: “ຜັນ​ຂະຫຍາຍ​ບັນ​ດາຄຳໝັ້ນສັນຍາລະດັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ, ສົມທົບກັບບັນດາຍຸດທະ ສາດ, ນະໂຍບາຍ, ແຜນການ ແລະ ແຜນງານພັດທະນາເສດຖະກິດ-ສັງຄົມ. ​ເປັນ​ເຈົ້າ​ການໃນການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງບົດບາດຂອງ​ວຽດນາມ​ໃນ​ການສ້າງ​ແລະກຳນົດບັນດາກາລະບອບລະບຽບຫຼາຍຝ່າຍ ແລະ ລະບຽບ​ການ​ການ​ເມືອງ - ເສດຖະກິດສາກົນ, ປະຕິບັດບັນດາຄໍາໝັ້ນສັນຍາສາກົນ ແລະສັນຍາການຄ້າທີ່​ໄດ້​ລົງ​ນາມ​ຢ່າງຄົບຖ້ວນ”(16). ຕາມນັ້ນ, ຫວຽດນາມຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ແລະ​ເປັນ​ເຈົ້າ​ການ ​ໃນ​ການ​ປະກອບສ່ວນ​ແລະສ້າງ “​ກົດລະບຽບ” ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຫຼາຍ​ຝ່າຍ.  

ພິເສດ, ຫວຽດນາມໄດ້ສະແດງ​ໃຫ້​ເຫັນເຖິງການຍົກລະດັບດ້ານຈິນຕະນາການ ​ແລະ ທັດສະນະກ່ຽວກັບການທູດຫຼາຍຝ່າຍເມື່ອຢັ້ງຢືນວ່າ: “ສືບຕໍ່ປ່ຽນແປງໃໝ່ການຮ່ວມ​ມື​ສາກົນດ້ານກົດໝາຍ ຕາມທິດເປັນເຈົ້າການ, ຕັ້ງໜ້າ, ໝູນໃຊ້ບັນດາກົດຂໍ້ບົງຄັບ, ກົດໝາຍສາກົນຢ່າງມີປະສິດທິຜົນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ​ປະຊາຊົນ, ປະຊາຄົມ, ພາກພື້ນ ແລະ ສາກົນ; ມີຄວາມເປັນເຈົ້າການໃນການສະເໜີແນວຄິດ​ປະດິດ​ສ້າງ, ກົນໄກການຮ່ວມມື ບົນຫຼັກການຕ່າງຝ່າຍຕ່າງຜົນປະໂຫຍດ, ເພື່ອສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ, ແນໃສ່ສ້າງການຫັນປ່ຽນດ້ານຄຸນນະພາບ​ໃນ​ວຽກ​ງານ​ການ​ຮ່ວມ​ມື​ສາກົນ​ດ້ານ​ກົດໝາຍ”(17). ສະ​ນັ້ນ, ຈະ​ເຫັນ​ໄດ້​ວ່າ, ຫວຽດນາມຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ພົວພັນ​ທາງ​ການ​ທູດ​ຫຼາຍ​ຝ່າຍ ບົນ​ພື້ນຖານ​ການ​ສົມທົບ 3 ພຶດຕິ​ກຳ​ຄື: ຜູ້ປະຕິບັດ “ກົດ​ລະບຽບ”, ຜູ້ໃຊ້ປະ​ໂຫຍ​ດ ແລະ ຜູ້​ເຂົ້າ​ຮ່ວມການສ້າງ “ກົດ​ລະບຽບ” (rule taker, rule manipulator ​ແລະ rule shaper). ຫວຽດນາມຫວັງວ່າ​ຈະເປັນເຈົ້າການ​ ໃນ​ການເຂົ້າຮ່ວມ​ການທູດຫຼາຍ​ຝ່າຍ ຕາມ​ທິດ​ປະກອບສ່ວນເຂົ້າໃນການສ້າງຫຼັກການ, “ກົດລະບຽບ” ໃນການພົວພັນສາກົນ. ແຕ່ວ່າ ລະດັບການກະທຳຍັງຂຶ້ນກັບຮູບ​ແບບ​ການ​ທູດ​ຫຼາຍຝ່າຍທີ່​ຫວຽດນາມ​ຈະ​ເຂົ້າ​ຮ່ວມ.

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ມາ​ຮອດ​ປະຈຸ​ບັນ, ໃນ​ສະພາບ​ການ​ຂອງ​ການຜັນ​ແປ​ທີ່​ສັບສົນ​ຫຼາຍ​ຢ່າງ​ໃນ​ໂລກ, ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19​ ມີ​ການຜັນ​ປ່ຽນ​​ຫຼາຍ​ຢ່າງ​ທີ່​ຄາດ​ບໍ່​ໄດ້, ​ແຕ່ການເຄື່ອນໄຫວທາງການທູດຫຼາຍ​ຝ່າຍຂອງ​ຫວຽດນາມກໍ່ຍັງ​ໄດ້​ດຳ​ເນີນ​ໄປຢ່າງໄຫວພິບ, ຂະຫຍັນຂັນເຂື່ອນ ແລະ ​ເປັນ​ການ​ຢັ້ງຢືນ​ໃຫ້​ເຫັນວ່າ ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ການ​ສ້າງ “ກົດລະບຽບ” ​ແລະ ຫຼັກການ​ຂອງ​ສະ​ຖາ​ບັນ​ຫຼາຍ​ຝ່າຍຢ່າງຕັ້ງໜ້າ. ຫວຽດນາມຍັງຮັບຜິດຊອບບົດບາດ ​ແລະ​ທີ່​ຕັ້ງ​ຂອງ​ຕົນໃນບັນດາ “ເວທີຫຼາຍຝ່າຍ” ຂອງພາກພື້ນ ແລະ ຂອງໂລກໄດ້ເປັນຢ່າງດີ. ​ໂດຍ​ສະ​ເພາະ​ຫວຽດນາມ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນການ​ປະຕິບັດ​ໜ້າ​ທີ່​ໃນ​ຖານະ​ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະ​ຫະປະຊາ​ຊາດ​ ສຳລັບ​ວາລະ​ປີ 2020-2021, ​ເຂົ້າ​ຮ່ວມ​ກອງປະຊຸມຫຼາຍຮ້ອຍຄັ້ງ ແລະ ລົງ​ຄະ​ແນນ​ສຽງ​ໃນມະຕິຕ່າງໆ, ​ໄດ້​ມີ​ແນວ​ຄິດລິ​ເລີ່ມຕ່າງໆ​ທີ່ສຳຄັນ ກ່ຽວຂ້ອງກັບ​ຄວາມ​ເຄົາລົບນັບຖືກົດໝາຍ​ ໃນ​ການ​​ຮັກສາ​ສັນຕິພາບ ​ແລະຄວາມ​ໝັ້ນຄົງ​ຂອງ​ໂລກ; ຊຸດຍູ້ການປົກປ້ອງປະຊາຊົນ, ໂດຍສະເພາະແມ່ນ ແມ່ຍີງ ແລະ ເດັກນ້ອຍ; ຮັບມືກັບສິ່ງທ້າທາຍຕ່າງໆຈາດ​ຄວາມ​ໝັ້ນຄົງທີ່ບໍ່​ເປັນ​ແບບດັ້ງເດີມ (ການປ່ຽນແປງພູມີອາກາດ, ນ້ຳທະເລໜູ​ນສູງ ແລະອື່ນໆ); ຊຸດຍູ້ການ​ຮ່ວມ​ມື​ສາກົນ​ໃຫ້​ແໜ້ນ​ແຟ້ນກ່ວາເກົ່າ ແລະ ຍົກສູງບົດບາດຂອງ​ບັນ​ດາ​ອົງການຈັດຕັ້ງພາກພື້ນ ແລະ ອະນຸພາກພື້ນ, ການຮ່ວມມືລະຫວ່າງບັນດາອົງການ​ຈັດ​ຕັ້ງພາກພື້ນແລະອະນຸພາກພື້ນ ກັບສະຫະປະຊາຊາດ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມມັ້ນຄົງ​ໃນ​ພາກ​ພື້ນ​ຕ່າງໆ ​ແລະ ​ໄນ​ໂລກ. ພິເສດ, ໃນເດືອນທັນວາ 2021, ຫວຽດນາມໄດ້ປະສົບຄວາມສຳ​ເລັດ​ ໃນ​ການຈັດກອງປະຊຸມຕາມຮູບ​ແບບ ອາຣີອາ ຄັ້ງທໍາອິດ ກ່ຽວກັບບັນຫາ​ເດັກນ້ອຍ​ທີ່ບໍ່ໄດ້ຮັບການເບິ່ງແຍງດູແລຂຶງ​ພໍ່​​ແມ່​ໃນ​ຄວາມ​ຂັດ​ແຍ່ງ. ​ໃນ​ຖານະປະທານ​ໝູນວຽນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​​ແຫ່ງສະຫະ​ປະຊາ​ຊາດ, ​ໃນ​ເດືອນ​ເມສາ 2021, ຫວຽດນາມ​ໄດ້​ຈັດ​ຕັ້ງ, ​ເປັນ​ປະທານ ​ແລະ ດຳ​ເນີນ​ກອງ​ປະຊຸມ​ປະມານ 30 ​ເທື່ອ ພາຍ​ໃຕ້​ທິດນຳ​ທີ່​ວ່າ ຄວາມ​ເປັນ​ເຈົ້າ​ການ ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ທັງຮັບປະກັນຄວາມ​​ໂປ່​ງ​ໃສ ພາວະວິໄສ, ທັງມີຄວາມໄຫວພິບ, ​ແກ້​ໄຂ​ຢ່າງກົມກຽວ ​ແລະດຸ່ນດ່ຽງ ​​ຄວາມ​ກັງ​ວົນ​ຂອງ​ບັນດາ​ປະ​ເທດຕໍ່​ບັນຫາ​ທີ່​ໄດ້​ປຶກສາ​ຫາລື ​ແລະ ຊຸກຍູ້​ການ​ຮ່ວມ​ມື ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ສະພາ​ຄວາມ​ໝັ້ນຄົງ(18); ຊຸກຍູ້​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ປະທານ​ສະພາ​ຄວາມ​ໝັ້ນຄົງ​​ແຫ່ງສະຫະ​ປະຊາ​ຊາດ, ໃນນັ້ນ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງ​ເພີ່ມ​ທະວີການຮ່ວມມືສາກົນ ເພື່ອຮ່ວມກັນແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລະ​ເບີດ​ຝັງ​ດິນ​​ຫຼັງ​ສົງ​ຄາມ ​ເພື່ອ​ຄວາມ​ປອດ​ໄພ​ ແລະ​ຊີ​ວິດ​ການ​ເປັນ​ຢູ່ທີ່​ຍືນ​ຍົງ​ຂອງ​ຜູ້​ຄົນ​ແລະ​ຊຸມ​ຊົນ(19).

ການເຂົ້າຮ່ວມຢ່າງຕັ້ງໜ້າແລະເປັນເຈົ້າການ ​ໃນກິດຈະກຳຕ່າງໆ ຂອງ​ອາ​ຊຽນ​ໃນ​ປີ 2021 ໄດ້ແລະກຳລັງຢືນຢັນບົດບາດນຳໜ້າ​ແລະກຳນົດ “ກົດ​ລະບຽບ” ຂອງ​ຫວຽດນາມ ໃນເວທີຫຼາຍຝ່າຍທີ່ໃຫຍ່ທີ່ສຸດຂອງພາກພື້ນນີ້. ຫຽດນາມໄດ້​ເຂົ້າ​ຮ່ວມ​ລະບົບ​ກອງປະຊຸມຂັ້ນສູງແລະກອງປະຊຸມສຳຄັນ ຂອງອາຊຽນ ເຊັ່ນ: ກອງປະຊຸມ​ຂັ້ນສູງອາຊຽນ, ກອງປະຊຸມຂັ້ນສູງອາຊຽນກັບບັນດາຄູ່ຮ່ວມມື, ກອງປະຊຸມແມ່ນ້ຳຂອງ - ​ສ.​ເກົາຫຼີ ​ຄັ້ງ​ທີ​ສາມ, ​ໃນຮູບການໂດຍກົງແລະອອນໄລນ໌. ພ້ອມກັນນັ້ນ, ຫວຽດນາມຍັງ​ໄດ້​ເປັນ​ເຈົ້າ​ການໃນການເຂົ້າຮ່ວມ ​ແລະ ປະສານງານຢ່າງ​ແຂງ​ຂັນ​ ແລະ ​ມີຄວາມ​ຮັບຜິດຊອບ ກັບປະ​ເທດເຈົ້າພາບບຣູໄນ ​ເພື່ອ​ຊຸກຍູ້ສົ່ງ​ເສີມການບູລິມະສິດຕ່າງໆຂອງປີ 2021, ​ໂດຍ​ສະ​ເພາະແມ່ນ ການຊຸກຍູ້ແລະຜັນ​ຂະຫຍາຍ​ບັນດາ​ໂຄງການ​ແລະ​ແຜນການ​ຕາມຄວາມ​ຄິດ​ລິ​ເລີ່​ມຂອງຫວຽດນາມຕັ້ງ​ແຕ່​ປີ 2020 ​ເຊັ່ນ: ກອງທຶນອາຊຽນ​ເພື່ອ​ການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງພະຍາດໂຄວິດ-19, ຄັງ​ສະ​ສົມ​ອຸ​ປະ​ກອນ​ການ​ແພດ​ສຸກ​ເສີນຂອງ​ອາ​ຊຽນ​, ຂອບ​ການ​ຟື້ນ​ຕົວ​​ໂດຍ​ລວມຂອງ​ອາ​ຊຽນ ​ແລະ ຂອບສັນຍາວ່າ​ດ້ວຍ​​ແລວ​ທາງການທ່ອງ​ທ່ຽວອາຊຽນ (ATCAF) ແລະອື່ນໆ.

ການເຂົ້າຮ່ວມການທູດຫຼາຍຝ່າຍໃນກອບ ເອເປກ ກໍແມ່ນການ​ເຄື່ອນ​ໄຫວ​ທີ່​ໜ້າ​ສົນ​ໃຈ​ຂອງຫວຽດນາມໃນປີ 2021. ຄຽງຄູ່ກັບການເຂົ້າຮ່ວມແລະກ່າວ​ສຸນທອນພົດ​ຂອງປະທານປະເທດ ຫງວຽນຊວນຟຸກ ​ໃນກອງປະຊຸມສຸດຍອດເອເປກຄັ້ງທີ 28 (ເດືອນ​ພະຈິກ 2021) ​ເຊິ່ງຈັດຂຶ້ນ​ທີ່ ນິວ​ຊີ​ແລນ, ຫວຽດນາມຍັງໄດ້ເຂົ້າຮ່ວມ​ໃນການ​ເຄື່ອນ​ໄຫວ​ແລະ​ກິດຈະກຳ​ທີ່ສຳຄັນຫຼວງ​ຫຼາຍ ຂອງສັບປະດາ ເອເປກ ເຊັ່ນ: ກອງ​ປະຊຸມ​ຜູ້ນຳ​ເສດຖະກິດເອເປກຄັ້ງທີ 28, ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ຜູ້​ນຳ​ເສດ​ຖະກິດ ​ເອ​ເປ​ກ ແລະ ສະພາ​ທີ່​ປຶກ​ສາ​ທຸລະກິດ ເເປກ (ABAC), ກອງ​ປະຊຸມ​ສຸດ​ຍອດ​ວິ​ສາ​ຫະກິດ ເອເປກ. ພ້ອມກັນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ, ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳແລະການຄ້າຂອງຫວຽດນາມ ຍັງໄດ້ເຂົ້າຮ່ວມກອງ​ປະຊຸມລັດຖະມົນຕີ​ເສດຖະກິດ​ ແລະ ການ​ຕ່າງປະ​ເທດ ເອເປກ. ພິເສດ, ​ໃນ​ກອງ​ປະຊຸມເອເປກຄັ້ງທີ 28, ຫວຽດນາມໄດ້ສະເໜີ​ແນວ​ຄິດ​ຫຼາຍ​ປະການທີ່ບັນດາປະ​ເທດ​ສະມາຊິກ​ໄດ້ຍອມຮັບ, ​ເຊັ່ນ: ການ​ແບ່ງ​ປັນ​ແລະ​ການ​ເຂົ້າ​ເຖິງ​ຢ່າງ​ສະ​ເໝີ​ພາບ ກ່ຽວ​ກັບວັກຊິນປ້ອງ​ກັນໂຄວິດ-19, ອຸປະກອນການແພດ ແລະ ຊັບພະຍາກອນ, ສະ​ເໜີ​ໃຫ້ ເອເປກ ມີວິໄສທັດ​ແລະ​ວິທີ​ທາງ​ໃໝ່ ໃນການຟື້ນຟູເສດຖະກິດ ເຊັ່ນ: ສົ່ງ​ເສີມ​ເສດ​ຖະ​ກິດ​ດິ​ຈິ​ຕອນ​, ສົ່ງ​ເສີມ​ການ​ຄ້າ​ເອ​ເລັກ​ໂຕຣນິກ, ຊຸກຍູ້ການຄ້າເສລີ, ລົບລ້າງ​ອຸປະສັກ ສິ່ງ​ກີດຂວາງຕ່າງໆດ້ານການຄ້າ ເພື່ອຟື້ນຟູການຜະລິດ​ແລະທຸລະກິດ, ຫຼີກລ່ຽງການຢຸດ​ຊະ​ງັກຂອງ​ຕ່ອງ​ໂສ້​ການ​ຜະ​ລິດ, ສະເໜີໃຫ້ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ​ສະໜັບສະໜູນ ​ແລະ ​ເບິ່ງ​ແຍງ​ດູ​ແລ​ບັນດາ​ກຸ່ມ​ຄົນ​ດ້ອຍ​ໂອກາດ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະນ້ອຍ, ມີມາດຕະການ, ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ສີຂຽວ, ການ​ເຕີບ​ໂຕ​ແບບ​ກວມ​ລວມ ແລະອື່ນໆ. ຄວາມ​ຄິດ​ລິ​ເລີ່​ມ​ແລະຂໍ້​ສະ​ເໜີ​ທັງ​ໝົດຂອງ​ຫວຽດນາມ ​ໄດ້ຮັບ​ການ​ບັນທຶກ​ຢ່າງ​ຄົບ​ຖ້ວນ​ ໃນ​ບັນດາ​ເອກະສານ​ຂອງເອເປກ, ໃນນັ້ນ, ມີບົດຖະແຫຼງການຂັ້ນສູງເອເປກ, ບົດຖະ​ແຫຼ​ງການ​ຂັ້ນ​ລັດຖະມົນຕີເອເປກ, ກໍຄື ແຜນ​ການ​ປະ​ຕິ​ບັດ​ວິ​ໄສ​ທັດ ​ເອ​ເປ​ກ ຮອດ​ປີ 2040; ຈາກນັ້ນ, ສະແດງໃຫ້​ເຫັນ​ເຖິງ​ການ​ປະກອບສ່ວນຢ່າງ​ມີ​ຄວາມ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ ຂອງ​ຫວຽດນາມ​ໂດຍ​ເປັນ​ສະມາຊິກ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ແລະ​ນຳ​ໜ້າ​ໃນ​ເອ​ເປ​ກ ໃນ​ການ​ກໍ່ສ້າງ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ໃນ​ເອ​ເປ​ກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ສັນຕິພາບ​ ແລະສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ - ປາຊີ​ຟິກ”(20).

ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແລະສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ​ແຕ່ດ້ວຍ​​ການ​ເຄື່ອນ​ໄຫວທີ່​ມີ​ຊີວິດ​ຊີວາ​ແລະມີ​ປະສິດທິ​ຜົນ ​ຂອງ​ການ​ທູດ​ເວົ້າ​ລວມ ​ແລະ ການ​ທູດ​ຫຼາຍ​ຝ່າຍ​ເວົ້າ​ສະ​ເພາະ, ຫວຽດນາມ​ໄດ້ຢືນຢັນ​ບົດບາດທີ່​ຕັ້ງ​ຂອງ​ຕົນ ​ໃນ​ຖານະປະ​ເທດກຳລັງ​ພັດທະນາ. ດ້ວຍຖານະບົດບາດ ​ແລະ ກຳລັງ​ແຮງແທ້ຈິງຂອງ​ປະ​ເທດ ​ແລະ ​ແນວ​ທາງທີ່​ຖືກຕ້ອງຂອງພັກແລະລັດ, ການຍູ້ແຮງແລະຍົກລະດັບການທູດຫຼາຍຝ່າຍ​ໃນ​ພາກ​ຕົວຈິ​ງ ຈະເປັນແນວທາງສຳຄັນ ເພື່ອໃຫ້ຫວຽດນາມປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຢ່າງ​ສຳ​ເລັດ​ຜົນ./.

-----------------

(1) ລືວ ຖຸ໋ຍ​ໂຮ່ງ: ການທູດຫຼາຍຝ່າຍໃນລະບົບການພົວພັນສາກົນຍຸກປະຈຸບັນ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2015, ໜ້າ 49.

(2), (3) ເບິ່ງ: ດັ້ງ ດິ່ງກຸ໋ຍ (ຫົວໜ້າບັນນາທິການ): ລັດທິຫຼາຍຝ່າຍໃນໂລກ ແລະ ການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ສນຈ ການເມືອງແຫ່ງຊາດ  ສື້ເຖິ້ດ, ຮ່າໂນ້ຍ, 2019, ໜ້າ 89 - 90.

(4) ເບິ່ງ: ຮ່ວາງ ຄັກນາມ: ທິດສະດີພົວພັນສາກົນ, ສນຈ ໂລກ, 2017, ຮ່າໂນ້ຍ, 2017, ໜ້າ 37, 64.

(5) ເບິ່ງ: ດັ້ງ ດິ່ງກຸ໋ຍ (ຫົວໜ້າບັນນາທິການ): ລັດທິຫຼາຍຝ່າຍໃນໂລກ ແລະ ການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ປື້ມທີ່ໄດ້ແນະນຳ, ໜ້າ 89 - 90.

(6) Elena Wilson Rowe - Stina Torjesen: “The Multilateral Dimension in Russian Foreign Policy” (ແປ: “ທ່າອ່ຽງຫຼາຍຝ່າຍໃນນະໂຍບາຍ ການຕ່າງປະເທດຂອງຣັດເຊຍ”), 2009, https://www.routledge.com/The-Multilateral-Dimension-in-Russian-Foreign-Policy/Rowe-Torjesen/p/book/9780415542920

(7) ເບິ່ງ: ລືວ ຖຸ໋ຍ​ໂຮ່ງ (ຫົວໜ້າບັນນາທິການ): ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຫຼາຍ​ຝ່າຍ (ຫົວຂໍ້ພື້ນຖານຈຸດສຸມ), ສະຖາບັນວາລະສານ​ສາດ ແລະການ​ໂຄສະນາ,​ຮ່າໂນ້ຍ, 2021.

(8) ໃນປື້ມປົກຂາວຂອງຈີນ “ການພັດທະນາສັນຕິພາບ” ປີ 2011 ໄດ້ເນັ້ນໜັກ ຫຼັກການບໍ່ຮ່ວມສຳພັນດ້ານການທະຫານກັບປະເທດອື່ນ, ຫຼັກແຫຼ່ງຂອງແນວຄິດ ແລະ ຄວາມສຳນຶກຄວາມໝັ້ນຄົງແບບໃໝ່ຂອງຈີນ; ຍອມຮັບການປາກົດຕົວຂອງບັນດາ ປັດໄຈຄວາມສະໝັ້ນ​ຄົງທີ່ບໍ່ແມ່ນ​ແບບ​ດັ້ງ​ເດີມ.

(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 69.

(10) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 110 - 111.

(11) ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ພັກຂອງເຮົານຳໃຊ້ກຸ່ມຄຳສັບ “ການພົວພັນຕ່າງປະເທດຫຼາຍຝ່າຍ”.

(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 117 - 118.

(13), (14), (15), (16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 162-163, 201, 281-283, 164.

(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ​ພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 154.

(18) ເບິ່ງ: ຖຸ່ຍຢຸງ: “ຫວຽດນາມຮັບຜິດຊອບບົດບາດປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງສະຫະປະຊາຊາດ”, ໜັງສືພິມເອເຫຼັກໂທນິກລັດຖະບານ, ວັນທີ 25 ມີນາ 2021, https://baochinhphu.vn/viet-nam-dam-nhan-vai-tro-chu-tich-hoi-dong-bao-an-lhq-102289742.htm

(19) ເບິ່ງ: ຮ່ວາງ ກ່ຽວ: “10 ສິ່ງປະທັບໃຈຂອງຫວຽດນາມໃນສະພາຄວາມ​ໝັ້ນ​ຄົງ​ແຫ່ງສະຫະປະຊາຊາດສະໄໝປີ 2020-2021”, ເວັບໄຊວິທະຍາ​ກະຈາຍສຽງ​ຫວຽດນາມ, ວັນທີ 18 ມັງກອນ 2022, https://vov.vn/chinh-tri/10-dau-an-cua-viet-nam-tai-hoi-dong-bao-an-lien-hop-quoc-nhiem-ky-2020-2021-post918924.vov

(20) ເບິ່ງ: ດ່ວານກາ: “ຫວຽດນາມເປັນສະມາຊິກນຳໜ້າ, ປະກອບສ່ວນຢ່າງ ມີຄວາມຮັບຜິດຊອບໃນເອເປກ”, ເວັບໄຊກອງທັບປະຊາຊົນ, ວັນທີ 31 ພະຈິກ 2021, https://www.qdnd.vn/chinh-tri/tin-tuc/viet-nam-la-thanh-vien-di-dau-dong-gop-co-trach-nhiem-trong-apec-677336

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 992 (​ເດືອນມິຖຸນາ 2022)