ວກ. - ໂລກ​ພວມ​ປະ​ເຊີນ​ກັບ​ຈຸດ​ຫັນ​ປ່ຽນ​ຂອງ​ປະ​ຫວັດ​ສາດ ​ໃນ​ໄລ​ຍະເວລາຂອງ​ການປັບ​ປ່ຽນ​​ລະ​ບຽບ​​ໂລກໃໝ່​ ພາຍ​ໃຕ້​ຜົນ​ກະ​ທົບ​ຂອງ​ການແຜ່​ລະ​ບາດຂອງໂຄວິດ-19, ການ​ປ່ຽນ​ແປງ​ທາງ​ພູມສາດ-ການເມືອງ, ພູມ​ສາດ-​ຍຸດ​ທະ​ສາດ​, ພູມສາດ-ເສດຖະສາດ ພາຍຫຼັງການຂັດແຍ້ງລະຫວ່າງລັດເຊຍ - ຢູເຄຣນ ແລະ ຄວາມກ້າວໜ້າຢ່າງວ່ອງໄວທາງດ້ານວິທະຍາສາດແລະເຕັກໂນໂລຊີ, ກໍ່ໃຫ້ເກີດການປ່ຽນແປງອັນໃຫຍ່ຫຼວງຫຼາຍຢ່າງ ເຮັດໃຫ້ຫວຽດນາມປະເຊີນກັບໂອກາດ ແລະ ຄວາມທ້າທາຍອັນໃຫຍ່ຫຼວງທີ່ກ່ຽວພັນກັນ ຊັບຊ້ອນ ແລະ ຍາກທີ່ຈະລະບຸ. ສິ່ງ​ນີ້​ຮຽກ​ຮ້ອງ​ໃຫ້​ຫວຽດ​ນາມຕ້ອງປັບປ່ຽນຄວາມຄິດແລະການກະທຳ​ໂດຍ​ພື້ນ​ຖານ ເພື່ອໃຫ້​ມີ​ວິທີການປັບຕົວທີ່ເໝາະສົມ.

ບັນດາທ່າ​ອ່ຽງ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ໃນ​ໂລກ

ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງແມ່ນທ່າອ່ຽງທີ່ສຳຄັນ ແລະ ແມ່ນຄວາມມຸ່ງມາດປາຖະໜາລວມຂອງມະນຸດຊາດທັງໝົດ, ແຕ່ກຳລັງປະເຊີນກັບອຸປະສັກແລະຄວາມຫຍຸ້ງຍາກຫຼາຍຢ່າງ. ຂະບວນການໂລກາພິວັດກຳລັງປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ; ອັດຕາການຜະລິດແລະການບໍລິໂພກທົ່ວໂລກ (ທີ່ຂັບເຄື່ອນໂດຍບໍລິສັດຂ້າມຊາດ) ອາດຈະຊ້າລົງ ຍ້ອນການຢຸດຊະງັກແລະການປັບຕົວຂອງລະບົບຕ່ອງໂສ້ການສະຫນອງ, ທ່າອ່ຽງການເພີ່ມທະວີການເປັນເຈົ້າຕົນເອງທາງຍຸດທະສາດ ຂອງປະເທດຕ່າງໆ, ການແບ່ງແຍກລະຫວ່າງສະຫະລັດອາເມລິກາ ແລະ ຈີນ, ລະຫວ່າງສະຫະລັດອາເມລິກາ/ຕາເວັນຕົກ ແລະ ລັດເຊຍ. ຂະບວນການສ້າງຄວາມສຳພັນລະດັບໂລກໃຫ້ເປັນສະຖາບັນທີ່ເຈລະຈາໂດຍປະເທດຕ່າງໆ, ການຂະຈັດອຸປະສັກ ແລະ ການອຳນວຍຄວາມສະດວກໃນແຕ່ລະເປົ້າໝາຍຂອງກຸ່ມຜົນປະໂຫຍດ ແລະອື່ນໆ ກໍຈະຊັກ​ຊ້າ​ລົງ ຫຼື​ຢຸດ​ຕິ​ຢ່າງ​ສິ້ນ​ເຊີງ​ໃນ​ຫຼາຍ​ຂົງ​ເຂດ​ ຍ້ອນ​ຄວາມ​ຂັດ​ແຍ່ງທາງ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ການຫັນເປັນພາກພື້ນສືບຕໍ່ຂະຫຍາຍຕົວ; ບັນດາ​ຮູບ​ແບບ​ແລະ​ຮູບການເຊື່ອມໂຍງລະດັບ​ຍ່ອຍພະຫຸພາຄີ ກຳລັງບາຍປາຍຫຼາຍຂຶ້ນ.   

ທ່າ​ອ່ຽງ​ເປີດປະຊາທິປະ​ໄຕ​ໃນ​ການ​ພົວພັນ​ສາກົນຍັງ​ຄົງ​ສືບ​ຕໍ່ ​ດ້ວຍ​ບົດບາດທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ຂອງ​ປະ​ເທດ​ຂະໜາດ​ນ້ອຍ​ແລະຂະໜາດ​ກາງ, ບັນດາ​ອົງການ​ຫຼາຍ​ຝ່າຍ, ສື່​ມວນ​ຊົນ ​ແລະ ຄວາມຄິດ​ເຫັນ​ຂອງ​ປະຊາຊົນ; ຄຽງ​ຄູ່​ກັນ​ນັ້ນແມ່ນ​ທ່າ​ອ່ຽງ​ສົ່ງເສີມຫຼັກນິຕະທຳ, ກົດໝາຍ​ສາກົນ, ລັດທິລັດຖະສະພາ ​ແລະ ບົດບາດ​ຂອງ​ລັດຖະສະພາ​ໃນ​ການ​ເມືອງ ​ແລະ ການ​ທູດ​ທົ່​ໂລກ. ​ຢ່າງ​ໃດ​ກໍ​ຕາມ, ການໃຊ້​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ, ການ​ແຂ່ງ​ຂັນກັນປະກອບ​ອາວຸດ​ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ລັດທິ​ຊາດນິຍົມສຸດຂົ້ວ, ການ​ເມືອງອຳນາດບາດໃຫຍ່ ​ແລະ ການ​ກະທຳ​ຝ່າຍ​ດຽວ ຍົງ​ຈະ​ຄົງ​ຢູ່ຕໍ່ໄປ.

ບັນດາ​ອົງການທີ່​ບໍ່​ແມ່ນ​ລັດ ​ມີ​ບົດບາດ​ນັບ​ມື້​ນັບ​ໃຫຍ່​ຫຼວງ ​ໃນ​ການ​ພົວພັນ​ສາກົນ​ ກໍ່​ຄືໃນ​ຂະ​ບວນການ​ໂລກາພິວັດ, ໂດຍສະເພາະ​ ບົດບາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຂ້າມ​ຊາດ ​ທີ່​ມີ​ຄວາມ​ສາມາດໂດດເດັ່ນໃນ​ດ້ານ​ທຶນ, ​ເຕັກ​ໂນ​ໂລ​ຢີ, ​ໂຄງສ້າງ​ພື້ນຖານສັງຄົມ, ບໍ່​ພຽງ​ແຕ່​ມີ​ບົດບາດຂັບເຄື່ອນ​ຂະ​ບວນການ​ຫັນ​ເປັນ​ດິຈິຕອນ​ເທົ່າ​ນັ້ນ ​ແຕ່​ຍັງກໍ່ໃຫ້ເກີດຄວາມ​ທ້າ​ທາຍ​ທີ່​ສຳຄັນ ​ໃນ​ດ້ານ​ອະທິປະ​ໄຕ​ຂອງ​ຂໍ້​ມູນ ​ແລະ ຄວາມ​ປອດ​ໄພ​ຂອງ​ຂໍ້​ມູນສຳລັບ​ຫຼາຍ​ປະ​ເທດ.  

ການແຂ່ງຂັນກ່ຽວກັບຄວາມເຂັ້ມແຂງທາງເສດຖະກິດ ລະຫວ່າງສອງປະເທດເສດຖະກິດຊັ້ນນໍາຂອງໂລກ ແມ່ນສະຫະລັດອາເມລິກາແລະຈີນ ໄດ້ກ້າວເຂົ້າສູ່ໄລຍະຍາວ ໂດຍການແຂ່ງຂັນດ້ານເຕັກໂນໂລຊີເປັນແນວໜ້າ (ໃນພາບ: ການແຂ່ງຂັນດ້ານເຕັກໂນໂລຍີເຊມິຄອນດັກເຕີຣ໌ ລະຫວ່າງສະຫະລັດອາເມລິກາແລະຈີນ ກຳລັງເພີ່ມຫຼາຍຂຶ້ນ) _ແຫຼ່ງ: Reuters

ເສດຖະກິດໂລກເຂົ້າສູ່ໄລຍະພັດທະນາໃໝ່ ໂດຍມີການປ່ຽນແປງຢ່າງແຂງແຮງທາງດ້ານລັກສະນະແລະລະດັບ ຂອງກຳລັງການຜະລິດ ພາຍ​ໃຕ້​ຜົນ​ກະ​ທົບແບບບຸກທະລຸ​ຂອງຄວາມ​ສໍາ​ເລັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກໍາ​ຄັ້ງ​ທີ 4​ ແລະ ການແຜ່ລະບາດໃຫຍ່ຂອງໂຄວິດ-19. ການປ່ຽນແປງຂອງກຳລັງການຜະລິດຈະສົ່ງຜົນກະທົບຢ່າງແຂງແຮງ ເຖິງການພົວພັນການຜະລິດ, ຊຸກຍູ້​ການ​ປ່ຽນ​ແປງ​ຂອງ​ການ​ພົວພັນ​ເສດຖະກິດ​ໂລກ; ພ້ອມກັນນັ້ນ, ເຕັກໂນໂລຊີດິຈິຕອນຈະເຮັດໃຫ້ມີການປ່ຽນແປງຂັ້ນພື້ນຖານ ໃນໂຄງສ້າງເສດຖະກິດ, ແບບວິທີການຜະລິດ ແລະອື່ນໆ, ສ້າງ​ບັນດາພາຫະນະ ແລະ ​ວິທີ​ການ​ໃໝ່ ໃນດ້ານ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ​ລວມທັງ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ບົດບາດທີ່​ຕັ້ງ, ອິດ​ທິພົນ​​ສາກົນ ແລະອື່ນໆ.

ທີໜຶ່ງ, ການປ່ຽນແປງຢ່າງເລິກເຊິ່ງ ແຂງແຮງຂອງລະບົບການຜະລິດວັດຖຸ. ​ຫາກ​​ໃນອະດີດ, ​ໂຄງ​ປະກອບ​ເສດຖະກິດ​ປະກອບ​ດ້ວຍ 3 ຂົງເຂດ​ຕົ້ນຕໍ​ຄື: ອຸດສາຫະກຳ, ກະສິກຳ ​ແລະ ການ​ບໍລິການ, ເຊິ່ງໃນປະຈຸ​ບັນ​ ບັນດາ​ເງື່ອນ​ໄຂ​ຂອງລະບົບການຜະລິດ​ເສດຖະກິດ​ໃໝ່ປາກົດຂຶ້ນ, ຄາດ​ວ່າ​ຈະ​ສືບ​ຕໍ່​ຄົງຕົວ​ຢູ່ ​ແລະ ພັດທະນາ​ ໃນ​ໄລຍະ​ຈະ​ມາ​ເຖິງ. ຂະແໜງທີ່ພົ້ນເດັ່ນໃນນັ້ນແມ່ນ ເສດຖະກິດດິຈິຕອນ. ປັດ​ໄຈ​ໃໝ່​ນີ້​ ບໍ່​ພຽງ​ແຕ່​ໄດ້​ນຳ​ໃຊ້​ໃນ​​ຂະ​ແໜງ​ການ​ຜະລິດ​ແບບ​ດັ້ງ​ເດີມ​ທັງສາມເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນຂະແໜງເສດຖະກິດ ທີ່​ມີຕຳແໜ່ງ​ນັບ​ມື້​ນັບ​ໃຫຍ່​ ​ໃນ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ (ຈີດີພີ) ຂອງ​ແຕ່ລະ​ປະ​ເທດ ແລະ ທົ່ວ​ໂລກ.   

ທີສອງ, ການປ່ຽນແປງເຄື່ອງມືການຜະລິດ. ໃນສະຕະວັດທີ 18 ແລະ 19, ການລະເບີດຂຶ້ນຂອງການປະຕິວັດອຸດສາຫະກໍາຄັ້ງທໍາອິດ ເຮັດໃຫ້ລະບົບກົນຈັກຄ່ອຍໆປ່ຽນແທນແຮງງານກາຍຂອງມະນຸດ. ຮອດສະຕະວັດທີ 20, ເຄື່ອງຈັກຄ່ອຍໆຮອງຮັບແລະເຂົ້າມາແທນທີ່ສະໝອງຂອງມະນຸດ. ເຂົ້າສູ່ສະຕະວັດທີ 21, ເຄື່ອງຈັກໄດ້ຂຶ້ນສູ່ລະດັບສູງໃໝ່ ດ້ວຍຫຸ່ນຍົນ ແລະ ເທັກໂນໂລຍີປັນຍາປະດິດ (AI) ເຂົ້າມາແທນທີ່ຄວາມສະຫຼາດຂອງມະນຸດໃນລະດັບໜຶ່ງ ແລະຄາດວ່າ ໃນອະນາຄົດຈະນຳໄປສູ່ການປ່ຽນແປງຢ່າງເລິກເຊິ່ງ ໃນໂຄງສ້າງຊົນຊັ້ນ ແລະ ໂຄງສ້າງອາຊີບໃນປະເທດຕ່າງໆ, ​ແລະ​ການ​ຫັນປ່ຽນ​ຂອງ​ລະບົບ​ການ​ຜະລິດ, ການ​ຄຸ້ມ​ຄອງ ​ແລະ ການ​ບໍລິຫານ​ທັງ​ໝົດ​ໃນ​ທົ່ວ​ໂລກ.

ທີສາມ, ການປ່ຽນແປງທີ່ແຂງແຮງຂອງວິທີການແລກປ່ຽນອີຄອມເມິຣ໌ຊ ຈາກທາງກົງ ໄປເປັນທາງອ້ອມນັ້ນຄອບຄອງຕໍາແໜ່ງທີ່ໃຫຍ່ຂຶ້ນເລື້ອຍໆ. ຕະຫຼອດປະຫວັດສາດອັນຍາວນານຂອງການພັດທະນາສັງຄົມມະນຸດ, ຫຼຽນໂລຫະແລະເງິນເຈ້ຍໄດ້ຄອບຄອງຕໍາແໜ່ງທີໜຶ່ງພຽງລຳພັງ; ຢ່າງໃດກໍ່ຕາມ, ໃນປັດຈຸບັນສະກຸນເງິນສະເໝືອນ ແລະ ສະກຸນເງິນດິຈິຕອນ (ສະກຸນເງິນທີ່ບໍ່ແມ່ນແບບດັ້ງເດີມ) ໄດ້ປະກົດຕົວ ແລະ ໄດ້ຮັບຄວາມນິຍົມເພີ່ມຂຶ້ນ, ແລະຄາດວ່າ ຈະເຂົ້າມາແທນທີ່ສະກຸນເງິນດັ້ງເດີມໃນອະນາຄົດ. ຄຽງຄູ່ກັນນັ້ນ, ວິ​ທີ​ການ​ແລກ​ປ່ຽນ​ໃນ​ແຕ່​ລະ​ປະ​ເທດ​ແລະ​ແຕ່​ລະ​ພາກ​ພື້ນ ​ໄດ້​ແຜ່​ກະຈາຍ​ໄປ​​ທົ່ວ​ໂລກ, ແຕ່​ມີ​ທ່າ​ອ່ຽງທີ່​ຈະ​ຢຸດ​ເຊົາ, ແບ່ງ​ແຍກ ​ແລະ ​ແຍກອອກ. ເສດຖະກິດໂລກປະເຊີນກັບຄວາມສ່ຽງຈາກປັດໄຈໃໝ່ທີ່ເກີດຂຶ້ນໃນຂະນະທີ່ຄຸນລັກສະນະທີ່ກຳນົດແບບເກົ່າຍັງຄົງຢູ່; ສອງສະຖານະນີ້ແຂ່ງຂັນກັນ ແລະ ກ່ຽວພັນກັນ.

ທີສີ່, ທ່າ​ອ່ຽງຂອງ​ບັນດາ​ປະ​ເທດ​ທີ່ເພີ່ມ​ຄວາມເປັນເຈົ້າຕົນເອງທາງ​ຍຸດ​ທະ​ສາດເສດຖະກິດ, ຊຸກຍູ້​ການ​ເຄື່ອນ​ໄຫວ​ແລະຄວາມ​ຫຼາກ​ຫຼາຍ​ຂອງ​ຕ່ອງ​ໂສ້ການ​ສະໜອງ ໃນທິດທາງ​ຫຼຸດຜ່ອນ​ການ​ເພິ່ງ​ພາ​​ຕະຫຼາດບາງແຫ່ງ, ເຊິ່ງເຮັດໃຫ້ມີການ​ເພີ່ມ​ທ່າ​ອ່ຽງ​ການ​ແບ່ງ​ແຍກ​ແລະ​ການແຕກ​ແຍກ ​ໃນ​ໂຄງ​ສ້າງ​ເສດ​ຖະ​ກິດ​ໂລກ. ການຫັນເປັນດິຈິຕອນ, ການຫັນເປັນສີຂຽວ... ແລະການເຊື່ອມໂຍງເສດຖະກິດໃໝ່ ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ແລະ ຄາດວ່າຈະເປັນທ່າອ່ຽງຕົ້ນຕໍ ທີ່ກຳນົດຄວາມສາມາດໃນການແຂ່ງຂັນ ແລະ ການພັດທະນາແບບຍືນຍົງ ຂອງບັນດາປະເທດໃນອີກ 15 ປີຂ້າງໜ້າ.  

ຊີວິດການເມືອງ-ສັງຄົມສາກົນ, ໂດຍສະເພາະ ການແກ່ງແຍ້ງທາງຍຸດທະສາດລະຫວ່າງບັນດາມະຫາອຳນາດທີ່ກຳລັງເກີດຂຶ້ນຢ່າງເຄັ່ງຮ້ອນ ດຸເດືອດ ຮອບດ້ານ ໂດຍມີການປ່ຽນແປງຢ່າງຮຸນແຮງ ໃນການປຽບທຽບກຳລັງ ເຊິ່ງນຳໄປສູ່ຄວາມສ່ຽງທີ່ຈະເກີດການປະທະກັນເພີ່ມຂຶ້ນຢ່າງຫຼາຍ. ​ໃນ 15 ປີ​ຂ້າງ​ໜ້າ, ອາ​ເມ​ລິ​ກາ​ອາດ​ຈະ​ຍັງ​ຄອງທ່າດີກ່ຽວກັບກຳລັງແຮງສັງລວມ​ແຫ່ງ​ຊາດ, ແຕ່​ຊ່ອງ​ຫວ່າງ​ລະຫວ່າງ​ອາ​ເມ​ລິ​ກາ ແລະ ​ຈີນ ​ກໍ່​ແຄບລົງຢ່າງ​ວ່ອງ​ໄວ. ຊ່ອງ​ຫວ່າງທາງດ້ານ​ກຳລັງແຮງສັງລວມ​ແຫ່ງ​ຊາດ​ ລະຫວ່າງ​ສອງ​ປະ​ເທດຊັ້ນ​ນຳ ຄືອາ​ເມ​ລິ​ກາ, ຈີນ ​ແລະ ກຸ່ມ​ມະຫາ​ອຳນາດ​ທີ່ເຫຼືອເຊັ່ນ ລັດ​ເຊຍ, ຍີ່ປຸ່ນ, ສະຫະພາບ​ເອີ​ລົບ (ອີ​ຢູ),... ຈະມີຂະໜາດໃຫຍ່​ຂຶ້ນເລື້ອຍໆ. ການແກ່ງແຍ້ງທາງຍຸດທະສາດລະຫວ່າງປະເທດໃຫຍ່, ໂດຍສະເພາະ ລະຫວ່າງອາເມລິກາກັບຈີນ, ອາເມລິກາ /ຈາເວັນຕົກ ກັບລັດເຊຍ, ຈະຮຸນແຮງຫຼາຍຂຶ້ນ, ໂດຍສະເພາະ ຫຼັງຄວາມຂັດແຍ້ງລະຫວ່າງລັດເຊຍ-ອູເຄຣນ.

ຂະ​ບວນ​ການ​ແບ່ງ​ແຍກ​ແລະ​ການແກ່ງແຍ້ງ​ຍຸດ​ທະ​ສາດ ​ຈະ​ສືບ​ຕໍ່​ເກີດຂຶ້ນ​ຢ່າງຮຸນແຮງ. ຫາກ​​ໃນ​ເມື່ອ​ກ່ອນ, ການແກ່ງແຍ້ງ​ຕົ້ນຕໍ​ແມ່ນ​ດຳ​ເນີນ​ໄປ​ໃນ​ດ້ານ​ອຸດົມ​ການ, ຄວາມ​ໝັ້ນຄົງ, ການ​ທະຫານ ແລະອື່ນໆ, ປະຈຸ​ບັນນີ້ ການ​ແກ່ງແຍ້ງ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ ພວມ​ດຳ​ເນີນ​ໄປ​ດ້ວຍ​ລັກສະນະ​ສັບສົນ, ລະອຽດ​ອ່ອນ; ມີຄວາມ​ຫຼາກ​ຫຼາຍ​ໃນ​ຂົງ​ເຂດ (ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຊີ, ການ​ຂົນ​ສົ່ງ... ) ແລະ​ຂອບ​ເຂດ​ທາງ​ພູ​ມິ​ສາດ​, ຂະ​ໜາດກຳລັງຂະຫຍາຍໄປຍັງພາກພື້ນຂົ້ວໂລກເໜືອ, ຂົ້ວໂລກໃຕ້​, ມະ​ຫາ​ສະ​ໝຸດ​, ອະວະກາດ ແລະອື່ນໆ. ທ່າອ່ຽງນີ້ຈະດຳເນີນຕໍ່ໄປ ແລະ ຄອບງຳການພົວພັນສາກົນອີກຢ່າງໜ້ອຍສອງສາມທົດສະວັດຂ້າງໜ້າ; ບັນດາປະເທດຂະໜາດນ້ອຍແລະຂະໜາດກາງ ຈະຢູ່ພາຍໃຕ້ແຮງກົດດັນທີ່ຫຼາຍຂຶ້ນໃນການ “ເລືອກຂ້າງ”. ​ໃນ​ສະພາບ​ການ​ດັ່ງກ່າວ, ບາງ​ອົງການ​ຈັດ​ຕັ້ງ​ສາກົນ​ຄາດ​ວ່າ​ຈະມີ​ບົດ​ບາດຫຼຸດລົງ ​ຫຼືເຖິງຂັ້ນ​ຖືກ​ຍຸບ​ເລີກ; ບາງ​ອົງການ​ຈັດ​ຕັ້ງ​ສາກົນ​ຈະປັບ​ໂຄງ​ສ້າງ​ໃໝ່​ໃນ​ດ້ານ​ການຈັດ​ຕັ້ງ, ການ​ເຕົ້າ​ໂຮມ​ກຳລັງ​ແລະ​ກົດ​ລະບຽບ​ຂອງ​ເກມ; ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ທີ່​ສອດຄ່ອງ​ກັບ​ກົດເກນ​ການ​ເຄື່ອນ​ໄຫວ​ ຈະ​ນັບ​ມື້​ນັບ​ພັດທະນາ.

ບັນດາບັນຫາ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ​ແລະ ຄວາມໝັ້ນຄົງບໍ່​ເປັນ​ແບບ​ດັ້ງ​ເດີມ ຍັງສືບ​ຕໍ່​​ຂະຫຍາຍ​ຢ່າງ​ສັບສົນ ເຊິ່ງສົ່ງ​ຜົນກະທົບ​ຕໍ່​ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ ໃນຫຼາຍດ້ານ. ການ​ແກ້​ໄຂ “ຈຸດ​ຮ້ອນ” ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ຈະ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ປານ​ໃດ, ໃນຂະນະທີ່ຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ກຳລັງຮ້ອນແຮງຂຶ້ນ. ​ໃນ 15 ປີ​ຕໍ່ໜ້າ, ຄວາມ​ສ່ຽງ​ຂອງ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ, ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄຼຍ ແລະ ການສະແດງອຳນາດທາງ​ການ​ເມືອງ​ ອາດ​ຈະ​ສືບ​ຕໍ່​ຜັນແປ​ຢ່າງ​ສັບສົນ ຊັບຊ້ອນກວ່າອີກ ແລະ ທ້າ​ທາຍ​ບົດບາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງປະເທດຂະໜາດ​ນ້ອຍ​ແລະຂະໜາດກາງ. ບັນດາບັນຫາລະດັບໂລກເຊັ່ນ ການປົກປ້ອງສັນຕິພາບ, ຄວາມ​ປອດ​ໄພ​ຂອງ​ມະ​ນຸດ​, ໄພທຳມະຊາດ, ໂລກລະບາດ, ຄວາມ​ໝັ້ນຄົງ​ທາງ​ສັງ​ຄົມ, ​ໂດຍ​ສະ​ເພາະ ​ຄວາມໝັ້ນຄົງ​ທາງ​ອິນ​ເຕີ​ແນັດ, ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ, ລະດັບ​ນ້ຳ​ທະ​ເລ​ທີ່ສູງ​ຂຶ້ນ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ແລະອື່ນໆ ອາດຈະຮ້າຍແຮງຂຶ້ນຕື່ມ, ທັງທາງດ້ານລັກສະນະ ຂະໜາດ ລະດັບຜົນກະທົບ ແລະ ບໍ່ຍົກເວັ້ນຄວາມເປັນໄປໄດ້ຂອງວິກິດການທີ່ຄ້າຍຄືກັນກັບການແຜ່ລະບາດຂອງໂຄວິດ-19. ການ​ຮັບ​ມື​ກັບຄວາມ​ທ້າ​ທາຍ​ດ້ານ​ຄວາມໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ໄດ້​ກາຍ​ເປັນ​ໜ້າທີ່​ຕົ້ນຕໍ​ ແລະຖາວອນ ສຳລັບ​ຫຼາຍ​ປະ​ເທດ.  ບັນດາປະເທດທີ່ກຳລັງພັດທະນາ ແລະ ກຸ່ມທີ່ມີຄວາມສ່ຽງ ບໍ່ມີຂີດຄວາມສາມາດ ຊັບພະຍາກອນ ແລະ ຄວາມສາມາດທີ່ພຽງພໍ ໃນການຟື້ນຕົວ ຈະເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກຄວາມທ້າທາຍເຫຼົ່ານີ້. ດ້ານອື່ນ, ດ້ວຍລັກສະນະລະອຽດອ່ອນໜ້ອຍກ່ວາບັນຫາຄວາມໝັ້ນຄົງແບບດັ້ງເດີມ, ນີ້ເປັນຂົງເຂດທີ່ງ່າຍຕໍ່ການລະດົມຄວາມພະຍາຍາມຮ່ວມກັນ ແລະ ເປັນໂອກາດເພື່ອ​ໃຫ້​ບັນດາ​ປະ​ເທດ​ຊຸກຍູ້​ການ​ຮ່ວມ​ມືເຊິ່ງການແລະກັນ ນັບທັງການຮ່ວມມື​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ຍັງ​ມີ​ຄວາມ​ຂັດ​ແຍ້​ງ​ແລະຂໍ້​ພິພາດ ​ກ່ຽວ​ກັບ​ບັນຫາ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ.

ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ​ສືບ​ຕໍ່​ກາຍ​ເປັນ​ສູນກາງ​ຂອງການບັນຈົບກັນຂອງ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ, ​ສູນ​ກາງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ໃໝ່ ແລະ​ ເປັນຈຸດ​ສຸມ​ຂອງ​ການແກ່ງແຍ້ງກັນ ລະຫວ່າງມະຫາອຳນາດ. ໃນນັ້ນ, ໂຄງ​ປະກອບ​ຂອງ​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ ຈະ​ມີຮູບແບບທີ່​ຈະ​ແຈ້ງຍິ່ງຂຶ້ນ ເຊິ່ງສະທ້ອນເຖິງຄວາມຈິງຂອງພູມ​ສາດ-​ຍຸດ​ທະ​ສາດ​, ພູມສາດ-ເສດຖະສາດໃໝ່ໃນພາກພື້ນ. ສະຖານະການ “ສອງມະຫາອຳນາດ, ພະຫຸອຳນາດ” ໃນພາກພື້ນທີ່ມີບົດບາດນຳຂອງຂອງຈີນແລະອາເມລິການ ຈະມີຄວາມຊັດເຈນຫຼາຍຂຶ້ນ. ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ການຜັນຂະຫຍາຍ​ຍຸດ​ທະ​ສາດ ​ແລະ ​ຄວາມຄິດ​ລິ​ເລີ່ມທີ່ສຳຄັນ ເຊັ່ນ ຍຸດທະສາດອິນໂດປາຊີຟິກ (IPS), ຄວາມຄິດລິເລີ່ມ “ຄູ່ຮ່ວມມືກ່ຽວກັບໂຄງສ້າງພື້ນຖານແລະການລົງທຶນລະດັບໂລກ” (PGII) ຂອງອາເມລິກາ; ຄວາມຄິດລິເລີ່ມ “ແລວທາງແລະເສັ້ນທາງ” (BRI) ແລະ ຄວາມຄິດລິເລີ່ມກ່ຽວກັບຄວາມປອດໄພລະດັບໂລກ (GSI) ຂອງຈີນ; ການເພີ່ມທະວີການເຕົ້າໂຮມກຳລັງຜ່ານບັນດາກົນໄກ ເຊັ່ນ ກຸ່ມ QUAD (ອິນເດຍ, ອາເມລິກາ, ຍີ່ປຸ່ນ, ອົດສະຕາລີ), ພັນທະມິດຄວາມ​ຮ່ວມ​ມື​ດ້ານ​ຄວາມໝັ້ນຄົງ​ສາມ​ຝ່າຍ​ລະຫວ່າງ ອາ​ເມ​ລິ​ກາ-ອັງກິດ-ອົດ​ສະ​ຕາ​ລີ (AUKUS), ອົງການຄວາມຮ່ວມມືຊ່ຽງໄຮ່ (SCO), ກຸ່ມເພື່ອນເພື່ອການລິເລີ່ມການພັດທະນາລະດັບໂລກ (GDI)..., ພ້ອມກັນນັ້ນ ສືບຕໍ່ແກ່ດຶງປະເທດຕ່າງໆ, ໂດຍສະເພາະ ປະເທດໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN), ເພື່ອຈຳກັດແລະແກ່ງແຍ້ງເຊິ່ງກັນແລະກັນ ໃນການສ້າງອິດທິພົນໃນພາກພື້ນ.  

ອາຊຽນ ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມ, ກ້າວ​ຂຶ້ນ​ກາຍ​ເປັນ​ລະບົບ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ໂລກ ​ຈາກ​ອັນ​ດັບ 6 ​ໃນ​ປະຈຸ​ບັນ, ​ແຕ່​ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຈາກ​ການແກ່ງແຍ້ງ​ຍຸດ​ທະ​ສາດ ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ການ​ສ້າງຕັ້ງ​ບັນດາກຸ່ມ​ກຳລັງ​ໃໝ່ ​ແລະ ບັນດາບັນຫາ​ພາຍ​ໃນ​ຂອງ​ອາ​ຊຽນ. ໃນສະພາບການດັ່ງກ່າວ, ອາ​ຊຽນອາດ​ຈະ​ຕ້ອງ​ປັບຕົວ​ ຫຼືຍືດຫຍຸ່ນ​ ໃນ​ການ​ນຳ​ໃຊ້​ຫຼັກການ​ທີ່​ມີ​ຢູ່​ແລ້ວ​ ເພື່ອ​ຮັກສາ​ຄຸນຄ່າ​ຍຸດ​ທະ​ສາດ​ ແລະ ​ບົດບາດ​ໃຈກາງຂອງຕົນ. ອະນຸພາກພື້ນລຸ່ມນ້ຳຂອງນັບມື້ນັບດຶງດູດຄວາມສົນໃຈຂອງບັນດາປະເທດ ແລະ ອາດຈະກາຍເປັນຈຸດສຸມໃໝ່ ຂອງການແກ່ງແຍ້ງລະຫວ່າງມະຫາອຳນາດ.

ໂອກາດ ແລະ ສິ່ງທ້າທາຍ ສຳລັບຫວຽດນາມ

ໃນ 15 ປີຂ້າງໜ້າ, ບັນດາທ່າອ່ຽງໃຫຍ່ທີ່ກ່າວມາຂ້າງເທິງ ຄາດວ່າຈະສົ່ງຜົນກະທົບຫຼາຍດ້ານຕໍ່ສະພາບແວດລ້ອມຍຸດທະສາດຂອງຫວຽດນາມ. ຄວາມບໍ່ແນ່ນອນ ແລະຄວາມຫຍຸ້ງຍາກໃນການຄາດຄະເນທ່າອ່ຽງການພັດທະນາທົ່ວໂລກ ເຮັດໃຫ້ເກີດຄວາມສ່ຽງທີ່ບໍ່ໜ້ອຍຕໍ່ຂະບວນການເຊື່ອມໂຍງສາກົນຂອງປະເທດຫວຽດນາມ. ສິ່ງທ້າທາຍຈະຮ້າຍແຮງຂຶ້ນ, ແຕ່ໂອກາດໃໝ່ໆ ກໍ່ຈະປະກົດຂຶ້ນ.

ກ່ຽວກັບໂອກາດ

ທີໜຶ່ງຄວາມສະດວກພື້ນຖານແມ່ນສັນຕິພາບ ການຮ່ວມມື ແລະ ການພັດທະນາສືບຕໍ່ເປັນທ່າອ່ຽງທີ່ສຳຄັນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຫວຽດນາມມີບ່ອນອີງເພື່ອເຂົ້າຮ່ວມໃນຂະບວນການເຊື່ອມໂຍງສາກົນຢ່າງສະເໝີພາບ ກວ້າງຂວາງເລິກເຊິ່ງ, ພ້ອມ​ທັງ​ເປັນ​​ໂອ​ກາດ ​ເພື່ອເສີມຂະຫຍາຍຄຸນຄ່າພູມສາດ-ຍຸດທະສາດ ຂອງປະເທດ. ບົນພື້ນຖານນັ້ນ, ລັດທິພະຫຸພາຄີ ແລະ ກົດໝາຍສາກົນ ສືບຕໍ່ໄດ້ຮັບການເຄົາລົບແລະສົ່ງເສີມ. ສະຫະ​ປະຊາ​ຊາດ​ຍັງ​ຄົງ​ເປັນ​ສະ​ຖາ​ບັນ​ການ​ຄຸ້ມ​ຄອງ​ທົ່ວ​ໂລກ​ແຫ່ງ​ດຽວ​ ທີ່ມີຄວາມ​ສາ​ມາດ​ໃນ​ການ​ເຕົ້າ​ໂຮມ​ການ​ສະ​ໜັບ​ສະໜູນ ​ແລະ ​ຊັບ​ພະ​ຍາ​ກອນ​ຂອງ​ທຸກປະ​ເທດ​. ​ເຖິງ​ວ່າ​ຈະ​ມີ​ຂໍ້​ຈຳກັດ​ກໍ່ຕາມ, ແຕ່​ອາ​ຊຽນຍັງ​ມີ​ບົດບາດ​ສຳຄັນ ​ແລະ ​ໄດ້​ຮັບຄວາມເຄົາລົບ​ແລະການຍາດແຍ່ງ ​ຈາກ​ບັນດາ​ປະ​ເທດ​ໃຫຍ່. ລັດທິພະຫຸພາຄີ ແລະ ກົດໝາຍສາກົນ ສືບຕໍ່ເປັນບ່ອນອີງຂອງບັນດາປະເທດຂະໜາດນ້ອຍແລະຂະໜາດກາງ ລວມທັງຫວຽດນາມ, ​ເພື່ອ​ສາມາດ​ຊຸກຍູ້ ​ແລະ ຍົກ​ສູງ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ. ຄຽງຄູ່ກັນນັ້ນ, ໂດຍຕັ້ງ​ຢູ່ໃຈ​ກາງສີ່ແຍກທາງ​ຍຸດ​ທະ​ສາດ, ຄຸນຄ່າພູມສາດ-ຍຸດທະສາດຂອງຫວຽດນາມເພີ່ມຂຶ້ນ, ເປັນຄູ່ຮ່ວມສຳຄັນທີ່ຫຼາຍປະເທດຕ້ອງການຍາດແຍ່ງ ແລະ ເປີດໂອກາດ ໃຫ້ຫວຽດນາມເສີມຂະຫຍາຍທີ່​ຕັ້ງ​ຂອງ​ຕົນ​ໃນ​ພາກ​ພື້ນ ແລະ​​ທົ່ວ​ໂລກ, ໂດຍສະເພາະ​ໃນ​ສະຖານະການ​ໂລກ​ສືບ​ຕໍ່​ຫັນປ່ຽນ​ໄປ​ສູ່​​ຮູບ​ແບບຫຼາຍຂົ້ວ ຫຼາຍ​ສູນກາງ, ແລະ ສູນກາງທາງພູມສາດ-ການ​ເມືອງ-​ເສດຖະກິດ​ຂອງ​ໂລກ ​ພວມ​ຫັນ​ໄປ​ສູ່​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ. ການແກ່ງແຍ້ງຍຸດທະສາດທີ່ເພີ່ມຂຶ້ນ ພ້ອມກັບຄວາມສົນໃຈແລະການມີໜ້າຂອງຫຼາຍປະເທດທີ່ສຳຄັນໃນພາກພື້ນ ເຮັດໃຫ້ເກີດຄວາມສົມດຸນທາງຍຸດທະສາດທີ່ເປັນປະໂຫຍດຕໍ່ຫວຽດນາມ ໃນການຊຸກຍູ້ການພົວພັນກັບບັນດາປະເທດໃຫຍ່. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມເສີມຂະຫຍາຍຄຸນຄ່າຍຸດທະສາດ, ປະຕິບັດ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ແລະ​ຫຼາຍຮູບຫຼາຍແບບ, ຍາດແຍ່ງເອົາແຫຼ່ງກຳລັງຈາກຍຸດທະສາດ ແລະ ຄວາມຄິດລິເລີ່ມຂອງບັນດາປະເທດໃຫຍ່ ເພື່ອຮັບໃຊ້ການພັດທະນາ, ພ້ອມທັງຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ຍົກສູງຖານະບົດບາດຂອງປະເທດ.

ທີສອງຫວຽດນາມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ນັບມື້ນັບຫຼາຍ (ທຶນ ເຕັກໂນໂລຊີ ຜູ້ຄົນ ການຮ່ວມມືສາກົນ...) ເພື່ອ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບພໍຄວນ ແລະຍາດແຍ່ງເອົາໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີສີ່. ຫວຽດ​ນາມກຳລັງຢືນຕໍ່ໜ້າ​​ໂອ​ກາດ​ໃນການເພິ່ງພາການປ່ຽນແປງໃໝ່ປະດິດສ້າງ, ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ການປັບ​ປຸງ​ຍົກສູງຄວາມ​ສາ​ມາດ​ໃນການແຂ່ງ​ຂັນແລະສະມັດຕະພາບ​ແຮງ​ງານ ເພື່ອການພັດ​ທະ​ນາທີ່ກ້າວໜ້າ. ການໃຊ້ປະໂຫຍດຈາກໂອກາດນີ້ ຂຶ້ນຢູ່ກັບຄວາມສາມາດໃນການປັບໂຄງສ້າງ, ດັດປັບຮູບແບບການເຕີບໂຕ, ເພີ່ມຊັບພະຍາກອນພາຍໃນ ແລະ ຍາດແຍ່ງການຮ່ວມມືສາກົນ ເພື່ອເສີມສ້າງຮາກຖານ ແລະ ສົ່ງເສີມການປະຍຸກໃຊ້້ວິທະຍາສາດແລະເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາ.  

ທີສາມໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ເຄືອ​ຂ່າຍ​ສັນຍາ​ການ​ຄ້າ​ເສລີ (FTA) ກວ້າງຂວາງ​ທີ່​ສຸດ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ກັບ​​ສູນກາງທາງ​ເສດຖະກິດ​ແລະການ​ເມືອງທີ່ສຳຄັນສ່ວນ​ໃຫຍ່​ຂອງ​ໂລກ, ຫວຽດນາມ​ຢູ່​ໃນຖານະທີ່ຈະໃຊ້ປະໂຫຍດຈາກ​ໂອກາດໃນການຂະຫຍາຍ​ຕະຫຼາດ ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ແລະຊັບພະຍາກອນຄຸນນະພາບສູງ ສົມທົບກັບການປ່ຽນແປງໃໝ່ສະຖາບັນໃນປະເທດ ເພື່ອປ່ຽນແປງໃໝ່ຮູບແບບ ແລະ ຄຸນນະພາບການເຕີບໂຕ, ປັບປຸງຍົກສູງຕຳແໜ່ງໃນລະບົບຕ່ອງໂສ້ຄຸນຄ່າ ແລະ ການສະໜອງລະດັບພາກພື້ນ ແລະລະດັບໂລກ. ຫວຽດນາມສາມາດຮ່ວມມືກັບບັນດາປະເທດຄູ່ຮ່ວມຄື: ອາ​ເມ​ລິ​ກາ, ຈີນ, ລັດ​ເຊຍ, ຍີ່​ປຸ່ນ ​ແລະ ບັນດາ​ປະ​ເທດ​ເອີ​ຣົບ ​ເພື່ອ​ຮ່ວມ​ມື​ກັນໃນການແກ້​ໄຂ​ບັນຫາລະດັບ​ໂລກ, ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ, ທຶນ​, ​ເຕັກ​ໂນ​ໂລ​ຢີ, ປັບປຸງຍົກ​ສູງຕຳແໜ່ງ​ໃນ​ຕ່ອງ​ໂສ້​ການ​ສະໜອງ, ກໍຄື​​ການຮ່ວມ​ມືກັບຄູ່ຮ່ວມທີ່ມີທ່າແຮງສະເພາະ​ໃນ​ດ້ານ​ເສດ​ຖະ​ກິດ​ດິ​ຈິ​ຕອນ, ການ​ພັດ​ທະ​ນາ​ສີ​ຂຽວ, ຄວາມສາມາດຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.  

ກ່ຽວກັບສິງທ້າທາຍ

ທີ່ໜຶ່ງ, ການທຽບຄຽງກຳລັງລະຫວ່າງບັນດາປະເທດໃຫຍ່ໃນປະຈຸບັນກຳລັງປ່ຽນໄປ ແລະ ບໍ່ມີກົນໄກໃນການຄວບຄຸມອຳນາດ, ການແກ່ງແຍ້ງລະຫວ່າງປະເທດມະຫະອຳນາດພວມເພີ່ມຂຶ້ນ, ໂດຍສະເພາະ ການແກ່ງແຍ້ງທາງຍຸດທະສາດລະຫວ່າງອາເມລິກາ - ຈີນ ແລະ ອາເມລິກາ - ລັດເຊຍ, ເພີ່ມຄວາມບໍ່ແນ່ນອນ ແລະ ສ້າງຄວາມທ້າທາຍຕໍ່ສະພາບແວດລ້ອມທາງຍຸດທະສາດຂອງຫວຽດນາມ. ​ໃນ​ແຕ່ລະ​ເວລາ ​ແລະ ບັນຫາ​ສະ​ເພາະ, ບັນດາ​ປະ​ເທດ​ໃຫຍ່​ອາດ​ຈະ​ເພີ່ມ​ທະວີ​ການ​ກະທຳ​ທີ່​ຂັດ​ກັບ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ​ໃນ​ປະຈຸ​ບັນ ​ເຊັ່ນ: ການ​ເຄົາລົບ​ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​, ຄວາມ​ສະ​ເໝີ​ພາບ​ແລະຜົນ​ປະ​ໂຫຍ​ດຮ່ວມກັນ, ສິດທິ​ໃນ​ການ​ຕັດສິນ​ໃຈ​ດ້ວຍ​ຕົນ​ເອງ​ຂອງຊາດ​. ການແກ່ງແຍ້ງທີ່ຮຸນແຮງຂຶ້ນລະຫວ່າງປະເທດມະຫາອຳນາດສາມາດເພີ່ມຄວາມຕຶງຄຽດ ແລະ ຄວາມສ່ຽງທີ່ຈະເກີດຄວາມຂັດແຍ້ງໃນ “ຈຸດຮ້ອນ” ທົ່ວໂລກ. ພ້ອມ​ກັນ​ນັ້ນ, ເຮົາບໍ່ສາມາດລະເລີຍຄວາມສ່ຽງຂອງບັນດາປະເທດໃຫຍ່ທີ່ປະນີປະນອມເຊິ່ງກັນແລະກັນ ແລະ ສົ່ງຜົນເສຍຕໍ່ຜົນປະໂຫຍດແຫ່ງຊາດ ຂອງປະເທດຂະໜາດນ້ອຍແລະຂະໜາດກາງທີ່ກ່ຽວຂ້ອງ, ລວມທັງຫວຽດນາມ. ບາງ​ປະ​ເທດ​ມີ​ທ່າ​ອ່ຽງທີ່ຈະປະຕິບັດ​ຕາມ​ກົດ​ໝາຍ​ສາ​ກົນຢ່າງມີການຄັດເລືອກ, ຕີຄວາມກົດໝາຍສາກົນຕາມຜົນປະໂຫຍດຂອງປະເທດແລະປະຊາຊົນຕົນເອງ... ສະ​ພາບ​ການ​ດັ່ງ​ກ່າວ​ມີ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ​ຕໍ່​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ ຄວາມໝັ້ນຄົງ ແລະ ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. ບໍ່​ເຄີຍ​ມີມາກ່ອນທີ່​ສະພາບ​ແວດ​ລ້ອມ​ດ້ານ​ຄວາມ​ໝັ້ນຄົງ​ຂອງ​ຫວຽດນາມ​ໄດ້​ຮັບ​ຜົນ​ກະທົບ ​ແລະ ທ້າ​ທາຍ​ຈາກບັນຫາ​ທີ່​ສັບສົນ ຫຼາຍ​ດ້ານ ​ແລະ ຫຼາຍ​ທິດ​ທາງ ຄືເປັນຢູ່ໃນປະຈຸ​ບັນ, ຮຽກ​ຮ້ອງ​ໃຫ້​ຫວຽດ​ນາມຕ້ອງ​ຄິດ​ໄລ່​ຢ່າງ​ຮອບ​ຄອບ ​ແລະ ຈັດການກັບຄວາມສຳພັນກັບ​ປັດ​ໄຈຕ່າງໆຢ່າງເມາະສົມ, ເຊັ່ນ ຈີນ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນເດຍ, ຍີ່ປຸ່ນ, ອາຊຽນ ແລະອື່ນໆ.      

ທີສອງການເຕົ້າໂຮມກຳລັງ​ໃນ​ສະພາບ​ການ​​ທີ່ການ​ແກ່ງ​ແຍ້​ງລະຫວ່າງປະເທດມະຫາອຳນາດເພີ່ມຂຶ້ນນັ້ນ ​ສ້າງ​ສິ່ງ​ທ້າ​ທາຍ​ໃໝ່ ​ເມື່ອຫວຽດນາມຕ້ອງຊັ່ງຊາ​​ຄວາມເປັນໄປໄດ້​ ແລະ ລະດັບ​ການ​ເຂົ້າ​ຮ່ວມ, ຕະຫຼອດຈົນ​ຕົກ​ຢູ່​ໃນສະຖານະ​ທີ່​ອຶດ​ອັດ​ໃຈ​​ໃນ​ການ​ພົວພັນ​ສອງ​ຝ່າຍ ​ກັບ​ແຕ່ລະ​ປະ​ເທດ​ໃຫຍ່. ການ​ທີ່​ບັນດາ​ປະ​ເທດ​ໃຫຍ່​ຊຸກຍູ້​ການ​ແກ່ງແຍ້ງກັນເຕົ້າ​ໂຮມ​ກຳລັງ, ສ້າງ​ຕັ້ງ​ກົນ​ໄກ​ແລະພັນທະ​ມິດ​ໃໝ່​ໃນ​ພາກ​ພື້ນນັ້ນ ​ສາມາດ​ທ້າ​ທາຍ​ບົດບາດ​ໃຈກາງ​ຂອງອາ​ຊຽນ ແລະ ​ເພີ່ມ​ການ​ແບ່ງ​ແຍກພາຍ​ໃນ​ກຸ່ມ. ພາຍຫຼັງ 30 ປີແຫ່ງການພັດທະນາ ນັບແຕ່ສົງຄາມເຢັນສິ້ນສຸດລົງ, ອາຊຽນພວມກ້າວເຂົ້າສູ່ໄລຍະໃໝ່ ດ້ວຍສິ່ງທ້າທາຍຫຼາຍຢ່າງ ຈາກທັງພາຍໃນແລະພາຍນອກ; ການ​ຮັກສາ​ຄວາມ​ສາມັກຄີ​ ແລະຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັນ ເປັນເລື່ອງ​ຍາກ​ຂຶ້ນ. ຄຽງຄູ່ກັບແຮງ​ກົດ​ດັນ​ຈາກ​ການແກ່ງແຍ້ງທາງ​ຍຸດ​ທະ​ສາດ ​ລະຫວ່າງມະຫາ​ອຳນາດ​ແລ້ວ, ການເກີດຂຶ້ນຂອງ​ກົນ​ໄກການ​ຮ່ວມ​ມື​ຫຼາຍ​ຝ່າຍລະດັບພາກ​ພື້ນ ​ແລະ ສາກົນ (QUAD, AUKUS...) ຄາດ​ວ່າ​ຈະ​ແຂ່ງຂັນ ​ແລະ ທ້າ​ທາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ. ລັດທິພະຫຸພາຄີ ແລະ ກົດໝາຍສາກົນ ຍັງຖືກທ້າທາຍໂດຍລັດທິຝ່າຍດຽວ ແລະ ການໃຊ້ກຳລັງອຳນາດຂອງປະເທດໃຫຍ່.   

ທີສາມຫວຽດ​ນາມຈະ​ປະ​ເຊີນ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ຕົກ​ຢູ່​ເບື້ອງ​ຫຼັງ ຖ້າ​ຫາກ​ບໍ່ກຳ​ແໜ້ນ​ທ່າ​ອ່ຽງ​ໃໝ່ ແລະ ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ໃນທັນທີ. ຄວາມ​ສ່ຽງ​ນີ້​ເພີ່ມ​ຂຶ້ນ​ເມື່ອ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກອັນເນື່ອງມາຈາກການແຜ່ລະບາດຂອງໂຄ​ວິດ-19 ​ແລະ ​ວິ​ກິດ​ເສດຖະກິດ​ໂລກ, ຄຽງຄູ່ກັບ​ຂໍ້​ຈຳກັດບາງຢ່າງ​ທີ່​ຍັງບໍ່ສາມາດ​ແກ້​ໄຂໄດ້. ຂະ​ບວນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ ແລະ​ກວ້າງ​ຂວາງ​ຂອງ​ຫວຽດ​ນາມ ຍັງກໍ່ໃຫ້ເກີດ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ເອ​ກະ​ລາດ, ຄວມເປັນເຈົ້າຕົນເອງ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ເສດຖະກິດຂອງປະເທດຫວຽດນາມມີຄວາມເປີດກວ້າງສູງ, ເຮັດໃຫ້ຄວາມສ່ຽງຂອງຄວາມອ່ອນແອຕໍ່ການພັດທະນາທາງລົບຈາກພາຍນອກເພີ່ມຂຶ້ນ.

ທີສີ່, ບັນດາສິ່ງ​ທ້າ​ທາຍ​ດ້ານ​ຄວາມໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ເຊັ່ນ: ພະຍາດອຸບັດ​ໃໝ່, ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ທາງດ້ານ​ອິນ​ເຕີ​ແນັດ, ຄວາມ​ໝັ້ນຄົງດ້ານແຫຼ່ງ​ນ້ຳ, ລະດັບ​ນ້ຳ​ທະ​ເລທີ່ສູງ​ຂຶ້ນ ແລະອື່ນໆ ຈະ​ສົ່ງ​ຜົນກະທົບເພີ່ມຂຶ້ນ ຕໍ່ສະພາບແວດ​ລ້ອມ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ເຊິ່ງກໍ່ໃຫ້ເກີດຄວາມທ້າທາຍທີ່ສຳຄັນຕໍ່ປະເທດ ໃນການຈັດການແລະຮັບມືກັບຄວາມທ້າທາຍ ໃນຂະນະທີ່ຄວາມຮັບຮູ້, ຄວາມອາດສາມາດຂອງສະຖາບັນ, ນະໂຍບາຍ ແລະ ຊັບພະຍາກອນທີ່ໃຊ້ເພື່ອຮັບມືກັບສິ່ງທ້າທາຍເຫຼົ່ານີ້ ຍັງຈໍາກັດ.   

ບາງ​ບັນຫາທີ່ວາງ​ອອກ​ມາ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດຫວຽດນາມ

ຈາກ​ການ​ວິ​ເຄາະ​ແລະຄາດ​ຄະ​ເນ​ທ່າ​ອ່ຽງສຳຄັນ​ໃນ​ໂລກ ​ທີ່ສົ່ງ​ຜົນກະທົບຕໍ່​ສະພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ, ສາມາດເຫັນໄດ້ວ່າ ເພື່ອແກ້ໄຂສິ່ງທ້າທາຍ ແລະ ເປັນເຈົ້າການຮັບມືກັບຂໍ້ເສຍ;​ ພ້ອມກັນນັ້ນ ຕ້ອນ​ຮັບ​ຄື້ນແຫ່ງ​ໂອກາດ​ເມື່ອ​ມີ​ເງື່ອນ​ໄຂເກີດຂຶ້ນ ກໍ່ໃຫ້ເກີດບັນຫາຕ່າງໆກ່ຽວກັບ​ຄວາມ​ຮັບ​ຮູ້ ​ຈິນຕະນາການ ​ແລະ ການ​ກະທຳ​ຂອງ​ຫວຽດນາມ.

ກ່ຽວກັບ​ຄວາມ​ຮັບ​ຮູ້, ​ຈິນຕະນາການ: ຕາມທີ່​ນັກວິ​ເຄາະລະບຸວ່າ ຫວຽດນາມຈຳເປັນຕ້ອງ​ລະບຸບັນຫາ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະເທດຊາດຢ່າງຄົບຖ້ວນແລະຖືກຕ້ອງ. ດ້ວຍ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ ແລະ ການ​ເຄື່ອນ​ໄຫວ​ພາວະວິໄສ​ຂອງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ ມີການຂະຫຍາຍຕົວຢ່າງ​ຕໍ່ເນື່ອງ​ ທັງ​ດ້ານ​ເນື້ອ​ໃນ ແລະ ຂອບ​ເຂດ. ຄຽງຄູ່ກັນນັ້ນ, ຫວຽດນາມຕ້ອງມີ “ແນວຄວາມຄິດເຊື່ອມໂຍງ” ​ທີ່​ເໝາະ​ສົມ​ກັບ​ສະຖານະ​ການ​ໃໝ່. ປ່ຽນ​ແນວຄວາມ​ຄິດ​ເຊື່ອມ​ໂຍງ​ຈາກ​ການ​ເຂົ້າ​ຮ່ວມ​ແລະມີສ່ວນຮ່ວມ ໄປສູ່​ແນວຄວາມ​ຄິດ​ເຊື່ອມສຳພັນ ດ້ວຍທັດສະນະຄະຕິ​ຕັ້ງໜ້າ ​ໄຫວພິບ ແລະ ຂະຫຍາຍພື້ນທີ່​ເຄື່ອນ​ໄຫວການ​ຕ່າງປະ​ເທດ ​ເພື່ອ​ໃຊ້ປະໂຫຍດຈາກ​ໂອກາດທັງໝົດສຳລັບ​ຄວາມ​ໝັ້ນຄົງ​ແລະການພັດທະນາຂອງປະເທດ.  

ຮັບປະກັນຄວາມກົມກຽວຂອງສາຍ​ພົວພັນ​ລະຫວ່າງ​ເອກະລາດ, ຄວາມເປັນເຈົ້າຕົນເອງ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ທຸກ​ຂົງ​ເຂດ ​ເພື່ອ​ຍົກ​ສູງທ່າ​ແລະກຳລັງແຮງ​ຂອງ​ປະ​ເທດ​ໃນ 15 ປີ​ຂ້າງໜ້າ. ການເຊື່ອມໂຍງສາກົນແມ່ນວິທີການເພື່ອສົມທົບພະລັງພາຍໃນປະເທດ ກັບພະລັງຈາກຕ່າງປະເທດ, ແມ່ນປະຖົມປັດໄຈທີ່ຈະເຮັດໃຫ້ຫວຽດນາມຢູ່ໃນຕຳແໜ່ງທີ່ເໝາະສົມທີ່ສຸດທ່າມກາງທ່າອ່ຽງ ແລະ ການເຕົ້າໂຮມກຳລັງ, ຜ່ານ​ນັ້ນ ການລະດົມ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ, ​ສີມຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ໃຫ້​ສູງ​ສຸດ ແລະ ຂະຫຍາຍພື້ນທີ່ການ​ພັດທະນາ​ຂອງ​ປະ​ເທດ. ເອກະລາດ ແລະຄວາມມມເປັນເຈົ້າຕົນເອງ ແມ່ນສອງດ້ານທີ່ເປັນເອກະພາບກັນ (ແຕ່ບໍ່ເປັນອັນໜຶ່ງອັນດຽວກັນ) ຂອງອະທິປະໄຕແຫ່ງຊາດ; ລະຫວ່າງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ ມີຄວາມສຳພັນແບບສັດຈະວິພາກ, ທັງສ້າງປະຖົມປັດໄຈ ແລະ ເພີ່ມເຕີມໃຫ້ແກ່ກັນ, ທັງເປັນເອກະພາບກັນ ໃນການປະຕິບັດເປົ້າໝາຍ ແລະ ຜົນປະໂຫຍດພື້ນຖານຂອງປະເທດ, ກ່ອນອື່ນໝົດແມ່ນເປົ້າໝາຍຄວາມໝັ້ນຄົງແລະການພັດທະນາ, ຕໍ່ຈາກນັ້ນແມ່ນ​ ຍົກ​ສູງ​ທີ່​ຕັ້ງ​ແລະ​ຂະຫຍາຍ​ອິດ​ທິພົນ​​ສາກົນ. ກຳແໜ້ນທັດສະນະກ່ຽວກັບການສົມທົບຢ່າງແໜ້ນແຟ້ນ ກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ; ຫຼັກຄຳສອນຫຼັກກ່ຽວກັບການເຊື່ອມໂຍງລະຫວ່າງເອກະລາດ ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນນັ້ນ ແມ່ນການເຂົ້າເຖິງຢ່າງຮອບດ້ານ ກ່ຽວກັບເອກະລາດ ຄວາມເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ, ໃນນັ້ນ, ​ອີງໃສ່ກຳລັງ​ຂອງ​ຕົນ​ເອງ, ອີງ​ໃສ່​ແຫຼ່ງກຳລັງ​ພາຍ​ໃນ​ຂອງ​ປະ​ເທດ ​ເປັນ​ຕົ້ນຕໍ, ປຸກລະດົມ​ແລະເສີມຂະຫຍາຍຊັບພະຍາກອນ​ພາຍ​ໃນ​ໃຫ້​ສູງ​ສຸດ ແລະ ໃຊ້​ຊັບພະຍາກອນ​ພາຍ​ນອກ​ໃຫ້ເກີດປະໂຫຍດ​ສູງ​ສຸດ. ການເຊື່ອມໂຍງສາກົນເພື່ອຮັບໃຊ້ເອກະລາດ ແລະ ຄວາມເປັນເຈົ້າຕົນເອງ; ເອກະລາດ ແລະ ຄວາມເປັນເຈົ້າຕົນເອງ ເປັນພື້ນຖານໃຫ້ແກ່ການເຊື່ອມໂຍງສາກົນຢ່າງກວ້າງຂວາງ ຮອບດ້ານ ແລະມີປະສິດທິຜົນ. ເພື່ອຮັບປະກັນການເຊື່ອມໂຍງສາກົນມີປະສິດທິຜົນ ຈຳເປັນຕ້ອງເສີມຂະຫຍາຍເອກະລາດ ແລະ ຄວາມເປັນເຈົ້າຕົນເອງ ໃນການຕັດສິນຕົກລົງກ່ຽວກັບຍຸດທະສາດໂດຍລວມ, ລະດັບ ຂອບເຂດ ​ເສັ້ນທາງ ​ແລະ ບາດກ້າວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ໃນ​ແຕ່ລະ​ຂົງ​ເຂດ ແຕ່ລະບັນຫາ​ ​ແຕ່​ລະ​ຫົວຂໍ້ສະ​ເພາະ.

ກ່ຽວກັບການປະຕິບັດຕົວຈິງ

ທີໜຶ່ງ, ຮັກສາ​ການ​ພົວພັນ​ທີ່​ສົມ​ດູນ ​ແລະ ກົມກຽວ​ກັບ​ບັນດາ​ປະ​ເທດເພື່ອນ​ບ້ານ​ໃກ້ຄຽງ ​ແລະ ບັນດາປະ​ເທດ​ໃຫຍ່ ​ໃນ​ໂລກ​ທີ່​ມີ​ຜົນ​ປະ​ໂຫຍ​ດກ່ຽວພັນທີ່​ສັບສົນ, ຕອບສະໜອງຢ່າງເໝາະສົມ ຕໍ່ທ່າອ່ຽງຂອງການຫັນປ່ຽນຈຸດສຸມພູມສາດ-ຍຸດທະສາດ, ພູມສາດ-ເສດຖະກິດ ໄປ​ສູ່​ພາກ​ພື້ນ​ອິນ​ໂດ​ປາ​ຊີ​ຟິກ.  

ທີສອງ, ຮັກສາແລະຈັດການສອງເປົ້າໝາຍຢ່າງກົມກຽວຄື ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຮັບປະກັນ​ເອກະລາດ​ແລະ ຄວາມ​ເປັນ​ເຈົ້າ​ຕົນ​ເອງ.

ທີສາມ, ປັບປຸງ​ວຽກ​ງານ​ໃຫ້​ຄຳ​ປຶກສາ ​ແລະ ຄາດ​ຄະ​ເນ​ຍຸດ​ທະ​ສາດ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງວຽກງານ​ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ສາກົນ​ກາຍ​ເປັນພາລະກິດ​ຂອງ​ທົ່ວ​ປວງ​ຊົນ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງລະບົບການເມືອງທັງໝົດ. 

ທີສີ່, ເສີມຂະຫຍາຍບົດບາດນຳໜ້າຂອງ​ການ​ຕ່າງປະ​ເທດ ​ໃນ​ການ​ສ້າງ​ເງື່ອນ​ໄຂພາຍນອກທີ່ເອື້ອອຳນວຍຕໍ່​ການ​ພັດທະນາປະເທດ; ລະດົມ​ແຫຼ່ງກຳລັງ​ພາຍ​ນອກ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ. 

ທີຫ້າ, ​ໃຫ້​ບຸລິມະສິດ​, ​ເອົາ​ໃຈ​ໃສ່ ​ແລະ ໃຊ້ຊັບພະຍາກອນຢ່າງພຽງພໍ ​ເພື່ອ​​ປະຕິບັດໜ້າທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ​ ແລະ ສະຖຽນ​ລະ​ພາບ ​ເພື່ອການ​ພັດທະນາ, ໃນນັ້ນ ສຸມ​ໃສ່​ແກ້​ໄຂ​ບັນຫາ​ອະທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງ​ຢູ່​ທະ​ເລ, ໂດຍສະເພາະ​ທະ​ເລ​ຕາ​ເວັນ​ອອກ.

ທີຫົກ, ຊຸກຍູ້ການພົວພັນແບບຄົບຊຸດກັບບັນດາປະເທດໃຫ້ເຂົ້າສູ່ລວງເລິກ ແທ້ຈິງແລະມີປະສິດທິຜົນ, ເພີ່ມທະວີການເຊື່ອມໂຍງຜົນປະໂຫຍດ ແລະ ຄວາມໄວ້ວາງໂຈທາງການເມືອງ, ພິ​ເສດ​ແມ່ນ​ ໃຫ້​ບຸລິມະສິດ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ພາກພື້ນ, ບັນດາ​ປະ​ເທດ​ໃຫຍ່, ປະເທດຄູ່​ຮ່ວມ​ມື​ທີ່ສຳຄັນ ​ແລະ ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ. ເປັນເຈົ້າການໃນການຮ່ວມມືກັບບັນດາປະເທດໃນພາກພື້ນ, ບັນດາປະເທດທີ່ກຳລັງຊ້ອນແຟງຫຼາຍເພື່ອປະກອບສ່ວນ​ສ້າງ​ສະຖານະ​ການ​ທີ່​ສົມ​ດຸນ, ຫຼາຍຂົ້ວ, ຫຼາຍສູນກາງໃນ​ພາກ​ພື້ນ ​ໃນດ້ານການ​ປ້ອງ​ກັນ​ປະ​ເທດ, ຄວາມ​ໝັ້ນຄົງ, ການ​ເມືອງ-ການ​ທູດ ​ແລະ ​ເສດຖະກິດ./.

--------------------------------

ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1010 (ເດືອນມີນາ 2023)