ສັນຍາປາຣີ ປີ 1973: ເຫດການສຳຄັນທາງປະຫວັດສາດ
ຂອງການທູດປະຕິວັດຫວຽດນາມ
ຂອງການທູດປະຕິວັດຫວຽດນາມ
ວກ. - ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບ ຢູ່ຫວຽດນາມ (ເອີ້ນວ່າ ສັນຍາປາຣີ) ໄດ້ລົງນາມໃນວັນທີ 27 ມັງກອນ 1973 ແມ່ນເຫດການສຳຄັນໃນປະຫວັດສານການທູດ, ກໍ່ຄືໃນພາລະກິດປະຕິວັດ ຂອງຊາດຫວຽດນາມ ພາຍໃຕ້ການນຳພາທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ. ດ້ວຍໄຊຊະນະນີ້, ຊາດຫວຽດນາມໄດ້ບັນລຸເປົ້າໝາຍໃນການຕໍ່ສູ້ “ໃຫ້ອາເມລິກາຕ້ອງອອກຈາກຫວຽດນາມ”, ສ້າງທ່າແລະພະລັງໃໝ່ ເພື່ອກ້າວຂຶ້ນ “ຕໍ່ສູ້ໃຫ້ພວກຫຸ່ນລົ້ມທະລາຍ”, ປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ໂຮມປະເທດຊາດເປັນເອກະພາບ.
1- ຫວຽດນາມມີຈຸດພິເສດສະເພາະແມ່ນ ໃນໄລຍະເຄິ່ງຫຼັງຂອງສະຕະວັດທີ 20, ຫວຽດນາມຕ້ອງປະເຊີນໜ້າ ແລະ ເອົາຊະນະຜູ້ຮຸກຮານຕ່າງປະເທດທີ່ແຂງແຮງກວ່າຕົນເອງຫຼາຍເທົ່າໃນດ້ານວັດຖຸ; ພ້ອມກັນນັ້ນ, ຍັງເປັນປະເທດດຽວໃນໂລກທີ່ເຂົ້າຮ່ວມການເຈລະຈາສາກົນ 4 ຄັ້ງ ເຊິ່ງມີການເຂົ້າຮ່ວມຂອງສະມາຊິກຖາວອນທັງ 5 ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເພື່ອປຶກສາຫາລືກ່ຽວກັບການຢຸດຕິສົງຄາມ ແລະ ການຟື້ນຟູສັນຕິພາບ, ລວມມີ: ສັນຍາເຊີແນວປີ 1954 ກ່ຽວກັບອີນດູຈີນ, ສັນຍາເຊີແນວກ່ຽວກັບລາວປີ 1962, ສັນຍາປາຣີກ່ຽວກັບຫວຽດນາມປີ 1973 ແລະ ສັນຍາປາຣີ ກ່ຽວກັບກຳປູເຈຍປີ 1991. ພຽງແຕ່ສອງສິ່ງທີ່ກ່າວມາຂ້າງເທິງນີ້ ໄດ້ສະແດງໃຫ້ເຫັນທີ່ຕັ້ງແລະຄວາມສຳຄັນ ຂອງແຫຼມອິນດູຈີນເວົ້າລວມ ແລະ ຂອງຫວຽດນາມເວົ້າສະເພາະ ບົນ “ກະດານໝາກຮຸກ” ທີ່ຍິ່ງໃຫຍ່ຂອງໂລກຮ່ວມສະໄໝ.
ກອງປະຊຸມປາຣີ ກ່ຽວກັບຫວຽດນາມ ໄດ້ຜ່ານ 4 ໄລຍະຕົ້ນຕໍຄື:
ໄລຍະທີ 1 ເກີດຂຶ້ນແຕ່ກາງປີ 1965 ເຖິງປີ 1967, ເມື່ອຈັກກະພັດອາເມລິກາເລີ່ມຕົ້ນການຖິ້ມລະເບີດ ຍິງທຳລາຍພາກເໜືອ ດ້ວຍກອງທັບອາກາດແລະກອງທັບເຮືອ, ພ້ອມກັນນັ້ນ ກໍສົ່ງກອງກຳລັງທະຫານເຂົ້າຮຸກຮານພາກໃຕ້ຫວຽດນາມ. ໄປຄຽງຄູ່ກັບການກະທຳສົງຄາມທີ່ໂຫດຮ້າຍນັ້ນ, ອຳນາດການປົກຄອງອາເມລິກາໄດ້ນຳສະເໜີ “ການເຈລະຈາສັນຕິພາບໂດຍບໍ່ມີເງື່ອນໄຂ”, ໝາຍຄວາມວ່າ ການເຈລະຈາພາຍໃຕ້ການຖິ້ມລະເບີດ ຍິງທຳລາຍຂອງສະຫະລັດອາເມລິກາ.
ໄລຍະທີ 2 ດຳເນີນແຕ່ຕົ້ນປີ 1967 ເຖິງເດືອນພຶດສະພາ 1968, ເມື່ອສອງຝ່າຍສຳຫຼວດຄວາມເປັນໄປໄດ້ຂອງການເຈລະຈາ, ໃນນັ້ນ ຫວຽດນາມຮຽກຮ້ອງຢ່າງເດັດດ່ຽວໃຫ້ອາເມລິກາຢຸດຕິການຖິ້ມລະເບີດ ຍິງທຳລາຍພາກເໜືອຢ່າງບໍ່ມີເງື່ອນໄຂ.
ໄລຍະທີ 3 ໄດ້ດຳເນີນໄປພາຍຫຼັງການລຸກຮືຂຶ້ນບຸກໂຈມຕີຂະໜາດໃຫຍ່ ໃນບຸນປີໃໝ່ ປີວອກ 1968 ຂອງກອງທັບແລະປະຊາຊົນພາກໃຕ້ຫວຽດນາມ. ວັນທີ 13 ພຶດສະພາ 1968, ການເຈລະຈາລະຫວ່າງຄະນະຜູ້ແທນ ສາທາລະນະລັດປະຊາທິປະໄຕຫວຽດນາມ ແລະ ສະຫະລັດອາເມລິກາ ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການຢູ່ສູນປະຊຸມສາກົນ Kléber ໃນເມືອງຫຼວງປາຣີ (ປະເທດຝຣັ່ງ). ຫົວໜ້າຄະນະຜູ້ແທນສາທາລະນະລັດປະຊາທິປະໄຕຫວຽດນາມແມ່ນທ່ານ ຊວັນ ຖວີ ລັດຖະມົນຕີກະຊວງການຕ່າງປະເທດ. ວັນທີ 31 ຕຸລາ 1968, ອາເມລິກາປະກາດຢຸດຕິການຖິ້ມລະເບີດ ຍິງທຳລາຍພາກເໜືອຕັ້ງແຕ່ວັດທີ 1 ພະຈິກ 1968; ຍອມຮັບການປະຊຸມສີ່ຝ່າຍກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນາມ (ປະກອບດ້ວຍຄະນະຜູ້ແທນສາທາລະນະລັດປະຊາທິປະໄຕຫວຽດນາມ, ລັດຖະບານປະຕິວັດຊົ່ວຄາວແຫ່ງສາທາລະນະລັດພາກໃຕ້ຫວຽດນາມ, ລັດຖະບານອາເມລິການ ແລະ ສາທາລະນະລັດຫວຽດນາມ (ອຳນາດການປົກຄອງໄຊ່ງ່ອນ).
ໄລຍະທີ 4 ໄດ້ເລີ່ມຕົ້ນໃນເດືອນມັງກອນ 1969, ເມື່ອກອງປະຊຸມສີ່ຝ່າຍໄດ້ໄຂຂຶ້ນ ແລະ ແກ່ຍາວໄປຈົນເຖິງສັນຍາກ່ຽວກັບການຢຸດຕິສົງຄາມ ແລະ ການຟື້ນຟູນສັນຕິພາບຢູ່ຫວຽດນາມ ໄດ້ລົງນາມໃນວັນທີ 27 ມັງກອນ 1973; ຕໍ່ມາແມ່ນກອງປະຊຸມສາກົນໃນວັນທີ 2 ມີນາ 1973, ທີ່ລົງນາມໃນຂໍ້ຕົກລົງເພື່ອຢືນຢັນ ແລະ ຮັບຮອງການປະຕິບັດສັນຍາປາຣີ.
ຂະບວນການເຈລະຈາທັງໝົດຢູ່ນະຄອນຫຼວງປາຣີໄດ້ດຳເນີນໄປພາຍໃຕ້ການນຳພາຊີ້ນຳໂດຍກົງຂອງສູນກາງພັກກອມມູນິດຫວຽດນາມ, ລະອຽດແມ່ນ ກົມການເມືອງສູນກາງພັກໃນຖານະ “ກອງບັນຊາການສູງສຸດ” ແລະ ຄະນະອະນຸກຳມະການຫວຽດນາມ - CP-50 ໄດ້ຮັບການກໍ່ຕັ້ງຂຶ້ນ, ເຊັ່ນ “ກອງເສນາທິການໃຫຍ່”, ນຳໜ້າໂດຍສະຫາຍ ຫງວຽນ ຢູຍ ຈິງ, ກຳມະການກົມການເມືອງ, ຮອງປະທານສະພາລັດຖະມົນຕີ ຄວບຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດ. ຜູ້ດຳເນີນ “ການຕໍ່ສູ້” ໂດຍກົງທີ່ໂຕະປະຊຸມແມ່ນນັກປະຕິວັດທີ່ກ້າຫານ, ເດັດດ່ຽວໜຽວແໜ້ນ ແລະ ມີປະສົບການ, ໃນນັ້ນມີ: ທີ່ປຶກສາພິເສດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ເລ ດຶກ ທໍ້; ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນສາທາລະນະລັດປະຊາທິປະໄຕຫວຽດນາມ ຊວັນ ຖຸຍ; ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນ ເກີ ແທັ້ກ; ລັດຖະມົນຕີກະຊວງການຕ່າງປະເທດຂອງ ລັດຖະບານປະຕິວັດຊົ່ວຄາວແຫ່ງສາທາລະນະລັດພາກໃຕ້ຫວຽດນາມ ຫງວຽນ ທີ້ ບິ່ງ, ພ້ອມດ້ວຍພະນັກງານທີ່ມີຄວາມສາມາດອີກຫຼາຍຄົນ...
ແນວຄວາມຄິດ “ທັງຕີ, ທັງເຈລະຈາ” ປາກົດຂຶ້ນຄັ້ງທໍາອິດໃນກອງປະຊຸມຄັ້ງທີ 12 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 3, ໃນເດືອນທັນວາ 1965, ຫຼັງຈາກທີ່ອາເມລິກາໄດ້ເປີດ “ສົງຄາມພາກສ່ວນ” ໃນສອງພາກໃຕ້ແລະເໜືອຂອງຫວຽດນາມ. ໃນກອງປະຊຸມດັ່ງກ່າວ, ສະຫາຍ ເລ ຢ໋ວນ, ເລຂາທິການທີ່ໜຶ່ງຄະນະບໍລິຫານງານສູນກາງພັກ, ເຄີຍກ່າວວ່າ: ບັນຫາທັງຕໍ່ສູ້ແລະເຈລະຈາບໍ່ແມ່ນເລື່ອງໃໝ່ອ່ຽມ. ໃນປະຫວັດສາດຂອງປະເທດເຮົາ, ທ່ານ ຫງວຽນ ຈ້າຍ ກໍໄດ້ປະຕິບັດຍຸດທະສາດໂດຍໃຊ້ອ່ອນຕໍ່ສູ້ກັບແຂງ, ດຳເນີນການຕໍ່ສູ້ ດຳເນີນການເຈລະຈາ ເພື່ອຕໍ່ສູ້ກັບກອງທັບສັກດິນາຂອງລາຊະວົງໝິງ... ທາງດ້ານການທະຫານ, ພວກເຮົາບໍ່ຕັ້ງແຜນທີ່ຈະຕີແລະດັບສູນທະຫານອາເມລິກາເຖິງຄົນສຸດທ້າຍຢູ່ພາກໃຕ້ ແລະ ບັງຄັບໃຫ້ພວກຈັກກະພັດອາເມລິກາຍອມຈຳນົນໂດຍບໍ່ມີເງື່ອນໄຂ, ແຕ່ພວກເຮົາມີແຜນນະໂຍບາຍຈະຕໍ່ສູ້ຈົນກວ່າກອງທະຫານຫຸ່ນຖືກທຳລາຍໂດຍພື້ນຖານ, ພ້ອມກັນນັ້ນ ກໍດັບສູນສ່ວນສຳຄັນຂອງກອງທັບອາເມລິກາ, ດັ່ງນັ້ນ ຈຶ່ງທໍາລາຍເຈດຈຳນົງຮຸກຮານ ຂອງຈັກກະພັດອາເມລິກາ, ບັງຄັບໃຫ້ພວກເຂົາຍອມຮັບເງື່ອນໄຂຂອງພວກເຮົາ. ດັ່ງນັ້ນ, ບັນຫາມີການຕໍ່ສູ້ ມີການເຈລະຈາດ - ຕໍ່ສູ້ໄດ້ຮັບໄຊຊະນະແລ້ວຈຶ່ງຈະເຈລະຈາ, ຫຼືວ່າ ທັງຕໍ່ສູ້ທັງເຈລະຈາ - ແມ່ນຍຸດໂທບາຍໜຶ່ງທີ່ຕິດແໜ້ນກັບແນວທາງການທະຫານ ແລະ ການເມືອງດັ່ງກ່າວຂ້າງເທິງ. ແນວທາງແລະຍຸດໂທບາຍທັງໝົດນັ້ນ ລ້ວນແຕ່ຢູ່ໃນຍຸດທະສາດໃຊ້ອ່ອນຕໍ່ສູ້ກັບແຂງຂອງພວກເຮົາ(1).
ຫຼັງຈາກນັ້ນສອງປີ (ເດືອມັງກອນ 1967), ກອງປະຊຸມຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 3 ໄດ້ຕັດສິນຕົງລົງປ່ຽນການທູດເປັນແນວຮົບ, ເຫັນດີເພີ່ມທະວີການເຄື່ອນໄຫວທາງການທູດຕໍ່ຕ້ານອາເມລິກາ ໃນສາມດ້ານທັງການເມືອງ, ການທະຫານ ແລະ ທາງການທູດ ເພື່ອສ້າງກຳລັງແຮງສັງລວມ ແລະ ກ້າວໄປສູ່ໄຊຊະນະທີ່ຍິ່ງໃຫຍ່ກວ່າອີກ. ມະຕິລະບຸວ່າ: “ໄປຄຽງຄູ່ກັບການຕໍ່ສູ້ທາງດ້ານການທະຫານແລະການເມືອງຢູ່ພາກໃຕ້, ພວກເຮົາຕ້ອງບຸກໂຈມຕີສັດຕູທາງດ້ານການທູດ, ສົມທົບກັບສອງດ້ານການຕໍ່ສູ້ນັ້ນເພື່ອຍາດເອົາໄຊຊະນະທີ່ຍິ່ງໃຫຍ່ກວ່າເກົ່າ(2); “ການຕໍ່ສູ້ທາງດ້ານການທະຫານ ແລະ ການຕໍ່ສູ້ທາງດ້ານການເມືອງຢູ່ພາກໃຕ້ ແມ່ນປັດໄຈສຳຄັນທີ່ຕັດສິນໄຊຊະນະໃນສະໜາມຮົບ, ເປັນພື້ນຖານໃຫ້ແກ່ໄຊຊະນະໃນແນວຮົບທາງການທູດ. ພວກເຮົາຈະຊະນະບົນໂຕະປະຊຸມໄດ້ ກໍ່ຕໍ່ເມື່ອເຮົາຊະນະໃນສະໜາມຮົບເທົ່ານັ້ນ. ຢ່າງໃດກໍ່ຕາມ, ການຕໍ່ສູ້ທາງການທູດບໍ່ພຽງແຕ່ສະແດງໃຫ້ເຫັນເຖິງການຕໍ່ສູ້ຢູ່ສະໜາມຮົບເທົ່ານັ້ນ, ແຕ່ໃນສະພາບການສາກົນປະຈຸບັນ ດ້ວຍລັກສະນະສົງຄາມລະຫວ່າງພວກເຮົາກັບສັດຕູ, ການຕໍ່ສູ້ທາງການທູດມີບົດບາດສຳຄັນ, ຕັ້ງໜ້າ ແລະ ເປັນເຈົ້າການ”(3). ກອງປະຊຸມກຳນົດສາມໜ້າທີ່ການທູດຕົ້ນຕໍ່ແມ່ນ: 1- ກ່າວປະນາມໂທດກຳອັນປ່າເຖື່ອນຂອງຜູ້ຮຸກຮານອາເມລິກາຢ່າງຮຸນແຮງຍິ່ງຂຶ້ນ, ເປີດໂປງກົນອຸບາຍ "ສັນຕິພາບ" ທີ່ສໍ້ກົງຂອງພວກເຂົາ; 2- ຊີ້ແຈງຫຼັກໝັ້ນທີ່ທ່ຽງທຳ ແລະ ໄຊຊະນະທີ່ຫຼີກລ່ຽງບໍ່ໄດ້ ຂອງພວກເຮົາ ດ້ວຍການສະເໜີຫຼັກໝັ້ນ 4 ປະການຂອງລັດຖະບານຂອງພວກເຮົາ ແລະ ຖະແຫຼງການ 5 ປະການຂອງແນວໂຮມປົດປ່ອຍແຫ່ງຊາດ; 3- ຍາດແຍ່ງຄວາມເຫັນດິເຫັນພ້ອມ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອທີ່ແຂງແຮງ ຂອງປະຊາຊົນບັນດາປະເທດສັງຄົມນິຍົມ ຂອງຂະບວນການກອມມູນິດແລະກຳມະກອນສາກົນ, ຂອງຂະບວນການປົດປ່ອຍຊາດ, ຂອງປະຊາຊົນບັນດາປະເທດທຶນນິຍົມ, ໂດຍສະເພາະແມ່ນປະຊາຊົນອາເມລິກາ ແລະ ບັນດາກຳລັງທີ່ຮັກຫອມສັນຕິພາບ ແລະ ຄວາມຍຸຕິທຳໃນທົ່ວໂລກ, ສ້າງແນວໂຮມປະຊາຊົນໂລກຕໍ່ຕ້ານຈັກກະພັດອາເມລິກາຜູ້ຮຸກຮານ...(4). ກອງປະຊຸມຍັງໄດ້ວາງທິດນຳການຕໍ່ສູ້ທາງການທູດສາມປະການຄື “ເສີມຂະຫຍາຍທ່າແຮງ, ທ່າໄຊຊຊະນະຂອງເຮົາ; ເປັນເຈົ້າການບຸກໂຈມຕີສັດຕູ; ຮັກສາຄວາມເປັນເອກະລາດຂອງຕົນເອງ”(5) - ເຊິ່ງແຕກຕ່າງຈາກກອງປະຊຸມເຊີແນວປີ 1954, ເມື່ອປະເທດໃຫຍ່ບາງປະເທດໄດ້ຈັດວາງວິທີແກ້ໄຂເພື່ອແບ່ງຫວຽດນາມອອກເປັນ 2 ພາກ. ສະນັ້ນ, ເຫັນໄດ້ວ່າ, ແນວຄວາມຄິດ “ການຕໍ່ສູ້ທາງການທູດ” ທີ່ກ່າວມາໃນມະຕິຂອງກອງປະຊຸມຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກສະໄໝ 3 ບໍ່ຈຳກັດສະເພາະການເຈລະຈາສັນຕິພາບ, ແຕ່ກວມເອົາເນື້ອໃນທີ່ກວ້າງຂວາງກວ່ານັ້ນຫຼາຍ.
ສັນຍາປາຣີປີ 1973 ແມ່ນໝາກຜົນຂອງການຕໍ່ສູ້ຢ່າງດູເດືອດ ເດັດດ່ຽວໜຽວແໜ້ນແລະບໍ່ຍອມຈຳນົນ ຂອງປະຊາຊົນຫວຽດນາມໃນທັງສອງພາກຂອງປະເທດ, ຢືນຢັນຄວາມກ້າຫານ, ສະຕິປັນຍາ ແລະ ການນຳພາທີ່ຖືກຕ້ອງ, ປະດິດສ້າງຂອງພັກກອມມູນິດຫວຽດນາມ; ແມ່ນບາດລ້ຽວປະຫວັດສາດໃນການຕໍ່ສູ້ກູ້ຊາດ ຕ້ານອາເມລິກາຂອງຊາດຫວຽດນາມ. ແຫຼ່ງກຳເນີດຂອງໄຊຊະນະທີ່ກອງປະຊຸມປາຣີ ແມ່ນຈິດໃຈຕັດສິນໃຈຕໍ່ສູ້, ຕັດສິນໃຈຍາດເອົາໄຊຊະນະ, ເຈດຈຳນົງຕໍ່ສູ້ຢ່າງພິລະອາດຫານ, ຄວາມກ້າຫານ ແລະ ຄວາມມານະພະຍາຍາມປົກປັກຮັກສາສັດຈະທຳ, ຄວາມເປັນທຳ, ອຸດົມຄະຕິແຫ່ງເອກະລາດ ແລະ ເສລີພາບຂອງຊົນຊາດຫວຽດນາມ. ໃນກອງປະຊຸມຮ່ວມຢ່າງເປີດເຜີຍ ກໍ່ຄືການຕິດຕໍ່ສ່ວນຕົວ, ຫວຽດນາມບໍ່ໄດ້ລະເລີຍຕໍ່ບັນດາບັນຫາສຳຄັນທີ່ກ່ຽວຂ້ອງກັບສົງຄາມ, ແຕ່ໄດ້ສຸມປາຍຫອກໃສ່ການຕໍ່ສູ້ໃນສອງບັນຫາສຳຄັນ, ໂດຍສະເພາະແມ່ນ ຮຽກຮ້ອງໃຫ້ອາເມລິກາ ຖອນກອງທະຫານສົ່ງນອກ ແລະ ກອງກຳລັງບໍລິວານທັງໝົດອອກຈາກພາກໃຕ້ ແລະ ເຄົາລົບສິດທິພື້ນຖານຂອງຊາດ ແລະ ສິດຕັດສິນດ້ວຍຕົນເອງ ຂອງປະຊາຊົນພາກໃຕ້ຫວຽດນາມ. ຝ່າຍອາເມລິກາມີທັດສະນະທີ່ກົງກັນຂ້າມ, ໂດຍສະເພາະແມ່ນ ບັນຫາການຖອນທະຫານ, ເຂົາຮຽກຮ້ອງໃຫ້ກອງທັບພາກເໜືອຕ້ອງຖອນອອກຈາກພາກໃຕ້ ແລະ ປະຕິເສດທີ່ຈະລົງນາມໃນຮ່າງສັນຍາທີ່ສະເໜີໂດຍຝ່າຍຫວຽດນາມ (ເດືອນຕຸລາ 1972), ຕໍ່ຈາກນັ້ນ ອາເມລິກາ ໄດ້ເປີດການໂຈມຕີຍຸດທະສາທາງອາກາດໂດຍເຮືອບິນ B52 ເຂົ້າໃສ່ຮ່າໂນ້ຍ, ຫາຍຟ່ອງ ແລະ ບັນດາທ້ອງຖິ່ນອື່ນຂອງພາກເໜືອໃນ 12 ວັນແລະຄືນໃນທ້າຍປີ 1972 ໂດຍມີເຈດຕະນາບັງຄັບໃຫ້ຫວຽດນາມລົງນາມໃນຮ່າງສັນຍາທີ່ສະເໜີໂດຍອາເມລິກາ. ແຕ່ອາເມລິກາປະສົບຄວາມລົ້ມເຫຼວຢ່າງສາຫັດ. ຫວຽດນາມໄດ້ທັບມ້າງການໂຈມຕີດ້ວຍເຮືອບິນຍຸດທະສາດ B52 ຂອງກອງທັບອາກາດອາເມລິກາ, ໄດ້ຮັບໄຊຊະນະໃນບັ້ນຮົບ “ຮ່າໂນ້ຍ - ດ້ຽນບຽນຝູກາງອາກາດ”. ຄວາມປະລາໄຊຂອງອາເມລິກາໃນສະໜາມຮົບ ໄດ້ຕັດສິນຄວາມປະລາໄຊຂອງພວກເຂົາຢູ່ໃນໂຕະເຈລະຈາ.
ປັດໄຈສຳຄັນອີກປະການໜຶ່ງທີ່ປະກອບສ່ວນເຂົ້າໃນໄຊຊະນະນັ້ນແມ່ນ ຫວຽດນາມໄດ້ເປັນເຈົ້າການໃນການຊຸກຍູ້ການສ້າງແນວໂຮມປະຊາຊົນໂລກ ເພື່ອສະໜັບສະໜູນຫວຽດນາມໃນການຕໍ່ຕ້ານອາເມລິກາ. ຫວຽດນາມໄດ້ເຊີດຊູຄວາມເປັນທຳຂອງການຕໍ່ສູ້ເພື່ອເອກະລາດແລະເສລີພາບຂອງຊາດ, ເຜີຍແບລັກສະນະໄຮ້ສິນທຳຂອງສົງຄາມຮຸກຮານຂອງອາເມລິກາ; ຄວາມຕັດສິນໃຈຍາດເອົາເອກະລາດ, ຢືນຢັນໄຊຊະນະທີ່ຫຼີກລ່ຽງບໍ່ໄດ້ຂອງຫວຽດນາມ ແລະ ຄວາມປະລາໄຊຂອງອາເມລິກາ; ເຊີດຊູຄວາມຫວັງດີໃນສັນຕິພາບຂອງຫວຽດນາມ; ກ່າວປະນາມໂທດກຳສົງຄາມ, ກົນອຸບາຍບິດເບືອນຄວາມຈິງແລະການຫຼອກລວງຂອງອາເມລິກາ.
2- ຂະບວນການເຈລະຈາ “ມາຣາທອນ” ຂອງກອງປະຊຸມປາຣີ ແມ່ນການຕໍ່ສູ້ທາງການທູດທີ່ຍາວນານແລະຫຍຸ້ງຍາກທີ່ສຸດ ໃນປະຫວັດສາດການທູດຫວຽດນາມ ເຊິ່ງໄດ້ສ້າງບັນດາບົດຮຽນທາງປະຫວັດສາດອັນລ້ຳຄ່າໄວ້.
ບົດຮຽນກ່ຽວກັບການສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ. ໃນການຕໍ່ສູ້ທີ່ບໍ່ເທົ່າທຽມກັນ, ການ “ໃຊ້ອ່ອນຕໍ່ສູ້ກັບແຂງ”, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ ໄດ້ຖືວ່າເປັນໜ້າທີ່ສຳຄັນຂອງການປະຕິວັດຫວຽດນາມ. ເລີ່ມຈາກຄວາມຮຽກຮ້ອງຕ້ອງການທີ່ສຳຄັນນີ້, ພັກກອມມູນິດຫວຽດນາມໄດ້ວາງແຜນນະໂຍບາຍ ແລະ ດຳເນີນການສ້າງ “ແນວຮ່ວມສາມຊັ້ນ”. ຊັ້ນທີໜຶ່ງ ແມ່ນກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດແຕ່ເໜືອຮອດໃຕ້. ຊັ້ນທີສອງ ແມ່ນກຸ່ມກ້ອນສາມັກຄີສາມປະເທດໃນອີນດູຈີນ ເຊິ່ງກອງປະຊຸມສຸດຍອດສາມປະເທດໃນເດືອນມີນາ 1965 ໄດ້ສະເໜີ, ໂດຍມີການເຂົ້າຮ່ວມຂອງ ນາຍົກລັດຖະມົນຕີ ຟ້າມວັນໂດ່ງ; ນັກກົດໝາຍ ຫງວຽນຫຶວທໍ້, ປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດເພື່ອການປົດປ່ອຍພາກໃຕ້ຫວຽດນາມ; ປະມຸກແຫ່ງຊາດ ສົມເດັດແຫ່ງກຳປູເຈຍ ໂນໂຣດົມ ສີຫານຸ ແລະ ສົມເດັດສຸພານຸວົງ ຕາງໜ້າແນວລາວຮັກຊາດ. ຊັ້ນທີສາມ ແມ່ນບັນດາກອງກຳລັງທີ່ກ້າວໜ້າແລະຮັກຫອມສັນຕິພາບໃນໂລກສະໜັບສະໜູນຫວຽດນາມ, ໃນນັ້ນ ຄວາມສາມັກຄີຂອງບັນດາປະເທດສັງຄົມນິຍົມມີບົດບາດສຳຄັນ.
ບົດຮຽນກ່ຽວກັບການສົມທົບຢ່າງແໜ້ນແຟ້ນລະຫວ່າງສາມແນວຮົບການເມືອງ, ການທະຫານ ແລະ ການທູດ. ປີ 1967, ພວກຈັກກະພັດອາເມລິກາຖືກບັງຄັບໃຫ້ຢຸດຕິການຖິ້ມລະເບີດ ຍິງທຳລາຍພາກເໜືອຫວຽດນາມ ແລະ ເຂົ້າສູ່ໂຕະເຈລະຈາ ພຽງແຕ່ຫຼັງຈາກເຮືອບິນຂອງພວກເຂົາຖືກຍິງຕົກ 3.243 ລຳເທົ່ານັ້ນ, ນັກບິນຈຳນວນຫຼາຍຖືກກອງທັບແລະປະຊາຊົນຫວຽດນາມຈັບໃນໄລຍະຕົ້ນເດືອນກຸມພາ 1965 ເຖິງຕົ້ນເດືອນພະຈິກ 1968; ຢູ່ພາກໃຕ້ຫວຽດນາມ, ກອງທັບອາເມລກາທີ່ຫາກໍ “ຕີນປຽກ, ຂາແຫ້ງ” ຂຶ້ນຝັ່ງບົນແຜ່ນດິນໃຫຍ່ ກໍຕ້ອງປະເຊີນກັບການບຸກໂຈມຕີຈາກກອງທັບແລະປະຊາຊົນຫວຽດນາມຢູ່ ຈູລາຍ (ແຂວງກວ໋າງນາມ), ວ້ານເຕື່ອງ (ແຂວງກວ໋າງງ້າຍ)... ໃນສະຖານະການນັ້ນ, ເມື່ອໃຫ້ສໍາພາດນັກຂ່າວຊາວອົດສະຕຣາລີ ວ. ເບີຣ໌ແຊຕດ໌ (W. Burchet) ວັນທີ 28 ມັງກອນ 1967, ລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນ ຢູຍ ຈີງ ເວົ້າວ່າ: “ຝ່າຍອາເມລິກາຕ້ອງຢຸດຕິການຖິ້ມລະເບີດ ແລະ ການກະທຳສົງຄາມອື່ນໆ ຕໍ່ສາທາລະນະລັດປະຊາທິປະໄຕຫວຽດນາມ ຢ່າງບໍ່ມີເງື່ອນໄຂ. ຫຼັງຈາກທີ່ອາເມລິກາເຮັດສິ່ງນີ້ແລ້ວ ສາທາລະນະລັດປະຊາທິປະໄຕຫວຽດນາມ ແລະ ອາເມລິກາຈະສາມາດ ສົນທະນາໄດ້”. ແລະເຖິງທ້າຍປີດຽວກັນ, ຄ່ຳວັນທີ 29 ທັນວາ 1967, ໃນງານລ້ຽງຕ້ອນຮັບ ການຢ້ຽມຢາມຫວຽດນາມ ຂອງລັດຖະມົນຕີກະຊວງການຕ່າງປະເທດມົງໂກລີ, ລັດຖະມົນຕີ ຫງວຽນ ຢູຍ ຈິງ ເນັ້ນໜັກວ່າ: “ຫຼັງຈາກທີ່ອາເມລິກາຢຸດຕິການຖິ້ມລະເບີດ ແລະ ການກະທຳສົງຄາມອື່ນໆ ຕໍ່ພາກເໜືອຫວຽດນາມຢ່າງບໍ່ມີເງື່ອນໄຂ, ສາທາລະນະລັດປະຊາທິປະໄຕຫວຽດນາມຈະສົນທະນາກັບອາເມລິກາກ່ຽວກັບບັນຫາທີ່ກ່ຽວຂ້ອງ”. ການເຄື່ອນໄຫວຕ່າງປະເທດແລະຂໍ້ຄວາມຕ່າງປະເທດໃນໄລຍະເວລານີ້ ໄດ້ສ້າງທ່າສະໜາມທີ່ດີແລະເປັນປະໂຫຍດທີ່ສຸດ ຕໍ່ຫວຽດນາມ, ພ້ອມກັນນັ້ນ ກໍ່ຍູ້ໃຫ້ອາເມລິກາຕົກເຂົ້າສູ່ທ່າຮັບໃນການເຄື່ອນໄຫວການຕ່າງປະເທດ ແລະ ຢູ່ພາຍໃຕ້ແຮງກົດດັນຢ່າງໃຫຍ່ຫຼວງ.
ປີ 1968, ພາຍຫຼັງຄວາມປະລາໄຊຢ່າງໜັກໜ່ວງໃນການລຸກຮືຂຶ້ນ ບຸກໂຈມຕີຂະໜາດໃຫຍ່ ໃນບຸນປີໃໝ່ ປີວອກ ຂອງກອງທັບແລະປະຊາຊົນພາກໃຕ້ຫວຽດນາມ, ອາເມລິກາຖືກບັງຄັບໃຫ້ຍອມຮັບການເຈລະຈາ 4 ຝ່າຍ ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນລັດຖະບານປະຕິວັດຊົ່ວຄາວແຫ່ງສາທາລະນະລັດພາກໃຕ້ຫວຽດນາມ. ວັນທີ 31 ມັງກອນ 1968, ກ່າວຄຳເຫັນໃນລາຍການໂທລະພາບອາເມລິກາ, ທ່ານປະທານາທິບໍດີອາເມລິກາ ລ.ບ. ຈອນເຊີນ ຍອມຮັບຄວາມພ່າຍແພ້ໃນການບຸກໂຈມຕີໃນບຸນປີໃໝ່ປີວອກ ແລະ ປະກາດວ່າ ໄດ້ສັ່ງໃຫ້ຢຸດຕິການບຸກໂຈມຕີດ້ວຍເຮືອບິນ ແລະ ກຳປັ່ນຮົບ ຕໍ່ພາກເໜືອຫວຽດນາມທັງໝົດ, ຍົກເວັ້ນທາງຕອນເໜືອຂອງເຂດປອດທະຫານ; ໃຫ້ຄຳໝັ້ນສັນຍາວ່າ “ພ້ອມແລ້ວທີ່ຈະກ້າວບາດກ້າວທຳອິດບົນເສັ້ນທາງສູ່ການຫຼຸດຜ່ອນຄວາມເຄັ່ງຕຶງ” ເພື່ອ “ສະແຫວງຫາສັນຕິພາບທີ່ມີກຽດ”; ພ້ອມກັນນັ້ນ, ທ່ານຢືນຢັນວ່າ, ທ່ານຈະບໍ່ລົງສະໝັກຮັບເລືອກຕັ້ງເປັນປະທານາທິບໍດີອາເມລິກາເປັນສະໄໝທີ 2. ຄວາມພ່າຍແພ້ໃນສະໜາມຮົບ ບັງຄັບໃຫ້ຈັກກະພັດອາເມລິກາບໍ່ສາມາດພິກປິ້ນ, ຫຼົບລິ້ນປິ້ນຄວາມໄດ້ອີກ. ວັນທີ 27 ມັງກອນ 1973, ອາເມລິກາຈຳເປັນຕ້ອງລົງນາມໃນ “ສັນຍາກ່ຽວກັບການຢຸດຕິສົງຄາມ ແລະ ຟື້ນຟູສັນຕິພາບຢູ່ຫວຽດນມ, ຫຼັງຈາກ “ໄມ້ເດັດ” ລຳສຸດທ້າຍຂອງອາເມລິກາ - ເຮືອບິນຍຸດທະສາດ B52 ທຳລາຍລ້າງ ຮ່າໂນ້ຍ, ຫາຍຟ່ອງ ແລະ ບາງທ້ອງຖິ່ນຂອງພາກເໜືອ ໃນເວລາ 12 ວັນຄືນ, ໄດ້ຖືກປະລາໄຊຈາກກອງທັບແລະປະຊາຊົນຫວຽດນາມ ໃນໄຊຊະນະອັນກ້ອງກັງວານ “ຮ່າໂນ້ຍ - ດ້ຽນບຽນຝູກາງອາກາດ”. ການພັດທະນາຂ້າງເທິງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄຳແນະນຳຂອງປະທານໂຮ່ຈີມິນ: “ຕ້ອງອີງໃສ່ຄວາມເຂັ້ມແຂງ. ກໍາລັງທີ່ເຂັ້ມແຂງ, ການທູດຈະຊະນະ. ຄວາມເຂັ້ມແຂງແມ່ນຄ້ອງ, ການທູດແມ່ນສຽງ. ຄ້ອງໃຫຍ່ຈະໃຫ້ສຽງດັງກ້ອງ”(6).
ບົດຮຽນກ່ຽວກັບການສົມທົບຢ່າງແໜ້ນແຟ້ນລະຫວ່າງ ການຢຶດໝັ້ນ ກັບການສະຫຼາດຄ່ອງແຄ້ວ ຕາມຈິດໃຈ “ຫຼັກການຂອງພວກເຮົາຕ້ອງໜັກແໜ້ນ, ແຕ່ຍຸດໂທບາຍຂອງພວກເຮົາຕ້ອງໄຫວພິບ” ຄືທີ່ປະທານໂຮ່ຈີມິນໄດ້ຕັກເຕືອນ(7). ແນວຄວາມຄິດນີ້ໄດ້ຮັບການເນັ້ນໜັກໃນມະຕິກອງປະຊຸມຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 3: “ບົນພື້ນຖານຢຶດໝັ້ນໃນການປົກປ້ອງອຳນາດອະທິປະໄຕ, ເອກະລາດ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ..., ຕ້ອງໝູນໃຊ້ຍຸດໂທບາຍການທູດຢ່າງໄຫວພິບ, ສະຫຼາດຄ່ອງແຄ້ວ”(8). ໃນການເຈລະຈາ, ຢ່າງສະເໝີຕົ້ນສະເໝີປາຍ, ຫວຽດນາມຮຽກຮ້ອງຢ່າງເດັດດ່ຽວໃຫ້ອາເມລິກາຢຸດຕິການຖິ້ມລະເບີດ ຍິງທຳລາຍພາກເໜືອໂດຍບໍ່ມີເງື່ອນໄຂ ກ່ອນທີ່ຈະ “ເຈລະຈາ”; ລັດຖະບານປະຕິວັດຊົ່ວຄາວແຫ່ງສາທາລະນະລັດພາກໃຕ້ຫວຽດນາມຕ້ອງໄດ້ເຂົ້າຮ່ວມການເຈລະຈາຢ່າງສະເໝີພາບ; ອາເມລິກາຕ້ອງຖອນທະຫານອາເມລິກາ ແລະ ກອງກຳລັງຂອງບັນດາປະເທດພັນທະມິດທັງໝົດ ອອກຈາກພາກໃຕ້ຫວຽດນາມ; ອາເມລິການຕ້ອງຍອມຮັບເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນຫວຽດນາມ. ທາງດ້ານຍຸດໂທບາຍ, ໃນສັນຍາ, ຫວຽດນາມຍັງບໍ່ທັນໄດ້ຮຽກຮ້ອງໃຫ້ຍົກເລີກລັດຖະບານໄຊງ່ອນໃນທັນທີ, ແຕ່ໃນເບື້ອງຕົ້ນແມ່ນການຍົກເລີກກຸ່ມທະຫານທ້ຽວ-ກີ່; ໃນໄລຍະສຸດທ້າຍ, ຫວຽດນາມກໍ່ບໍ່ເນັ້ນໜັກເຖິງຂໍ້ກຳນົດນີ້. ການເຂົ້າຮ່ວມຢ່າງສະເໝີພາບໃນການເຈລະຈາຂອງຄະນະຜູ້ແທນລັດຖະບານປະຕິວັດຊົ່ວຄາວ ແຫ່ງສາທາລະນະລັດພາກໃຕ້ຫວຽດນາມ ໄດ້ສະແດງໃຫ້ເຫັນທັງລັກສະນະຫຼັກການ ແລະ ຄວາມຍືດຫຍຸ່ນຂອງຍຸດໂທບາຍ. ເມື່ອເຂົ້າຮ່ວມກອງປະຊຸມການທູດສອງພາກ, ປະທານໂຮ່ຈີມິນໄດ້ຕັກເຕືອນວ່າ: “ເຖິງວ່າສອງແຕ່ໜຶ່ງ, ເຖິງວ່າໜຶ່ງແຕ່ສອງ... ພວກເຮົາມີການທູດຂອງສາທາລະນະລັດປະຊາທິປະໄຕຫວຽດນາມ ແລະ ມີທັງການທູດຂອງແນວໂຮມປົດປ່ອຍແຫ່ງຊາດ. ສອງອັນນັ້ນແມ່ນສອງແຕ່ກໍ່ແມ່ນໜຶ່ງ. ສອງກຸ່ມນັ້ນຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ. ບາງທີແນວໂຮມ ຄວນເວົ້າ, ຖ້າໃຫ້ສາທາລະນະລັດປະຊາທິປະໄຕຫວຽດນາມເວົ້າໄປກໍບໍ່ຖືກຕ້ອງ. ບາງຄັ້ງທັງສອງເວົ້າ. ຕ້ອງສາມັກຄີກັນ, ສອງຝ່າຍປຶກສາຫາລືກັນ”(9). ນີ້ແມ່ນກໍລະນີພິເສດໃນການເຈລະຈາທາງການທູດສາກົນ; ເຖິງວ່າຮູ້ແນວນັ້ນກໍ່ຕາມ, ແຕ່ອາເມລິກາກໍ່ຍັງຕ້ອງຍອມຮັບຄວາມພ່າຍແພ້ໃນສະໜາມຮົບ, ເສຍປຽບເມື່ອສົມທຽບກອງກຳລັງກັບສະຫະພາບໂຊວຽດ ແລະ ຍ້ອນໄດ້ເສຍໄຊໃນບ້ານໃຫ້ກັບຂະບວນການຕໍ່ຕ້ານສົງຄາມທີ່ເພີ່ມສູງຂຶ້ນ.
ບົດຮຽນກ່ຽວກັບຄວາມທົນທານໜຽວແໜ້ນ. ໃນສະພາບການ “ໃຊ້ອ່ອນຕໍ່ສູ້ກັບແຂງ”, ຫວຽດກນາມບໍ່ສາມາດຟ້າວຟັ່ງ “ຕີໄວ, ຊະນະໄວ” ທັງໃນສະໜາມຮົບແລະໃນໂຕະເຈລະຈາໄດ້, ແຕ່ຕ້ອງເອົາຊະນະເທື່ອລະກ້າວ, ທໍາລາຍແຕ່ລະພາກສ່ວນ, ກ້າວໄປສູ່ໄຊຊະນະຢ່າງສົມບູນ. ການຕໍ່ສູ້ກູ້ຊາດຕ້ານອາເມລິກາໄດ້ແກ່ຍາວເປັນເວລາ 10 ປີແລະ ການເຈລະຈາເພື່ອສັນຕິພາບແກ່ຍາວເປັນເວລາເກືອບ 5 ປີເປັນສິ່ງພິສູດທີ່ຈະແຈ້ງກ່ຽວກັບວິທີເຂົ້າເຖິງນີ້. ໃນໄລຍະຕົ້ນ, ຕາມແຜນນະໂຍບາຍຂອງກອງປະຊຸມຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 3, ຫວຽດນາມຮຽກຮ້ອງໃຫ້ອາເມລິກາຕ້ອງຢຸດຕິການຖິ້ມລະເບີດ ຍິງທຳລາຍພາກເໜືອຢ່າງບໍ່ມີເງື່ອນໄຂແລ້ວ ຈຶ່ງຈະມີການສົນທະນາ; ໃນເບື້ອງຕົ້ນ, ສົນທະນາກັນທັງສອງຝ່າຍ, ຫຼັງຈາກນັ້ນຈຶ່ງສົນທະນາສີ່ຝ່າຍ. ຫຼັງຈາກທີ່ສັນຍາປາຣີໄດ້ຮັບການລົງນາມ, ກອງປະຊຸມຄັ້ງທີ 21 ຂອງຄະນະບໍລິຫານງານສູນກາງສະໄໝທີ 3 (ເດືອນກໍລະກົດ 1973) ເນັ້ນໜັກວ່າ: 1- ເສັ້ນທາງຂອງການປະຕິວັດຢູ່ພາກໃຕ້ແມ່ນເສັ້ນທາງຄວາມຮຸນແຮງປະຕິວັດ... ຕ້ອງກຳແໜ້ນໂອກາດ, ຮັກສາແນວທາງຍຸດທະສາດການບຸກໂຈມຕີ ແລະ ການຊີ້ນຳຢ່າງໄຫວພິບ; 2- ໜ້າທີ່ໃນສະເພາະໜ້າແມ່ນ ດຳເນີນການຕໍ່ສູ້ທັງສາມແນວຮົບ ການເມືອງ, ການທະຫານ, ການທູດ,... ການຕໍ່ສູ້ກັບສັດຕູໃນແນວຮົບການເມືອງ ແລະ ການທະຫານ ຕ້ອງສົມທົບຢ່າງແໜ້ນແຟ້ນກັບການຕໍ່ສູ້ໃນແນວຮົບການທູດ. ຢ່າງໃດກໍ່ຕາມ, ຕໍ່ໜ້າການຜັນແປປ່ຽນຢ່າງໄວວາຂອງສະຖານະການ, ໃນກອງປະຊຸມເປີດກວ້າງແຕ່ວັນທີ 18 ທັນວາ 1974 ເຖິງວັນທີ 8 ມັງກອນ 1975, ກົມການເມືອງສູນກາງໄດ້ຮັບຮອງເອົາການຕັດສິນໃຈຄັ້ງປະຫວັດສາດ: ປົດປ່ອຍພາກໃຕ້ຢ່າງສົມບູນໃນປີ 1975, ປະຕິບັດຄຳເວົ້າຂອງລຸງໂຮ່ຢ່າງຄົບຖ້ວນຄື: “ຕີໃຫ້ອາເມລິກາຕ້ອງອອກຈາກຫວຽດນາມ, ຕີໃຫ້ພວກຫຸ່ນລົ້ມທະລາຍ”, ທ້ອນໂຮມປະເທດເຂົ້າເປັນອັນໜຶ່ງ.
ໄຊຊະນະຂອງການເຈລະຈາປາຣີເວົ້າສະເພາະ ແລະ ຂອງການຕໍ່ສູ້ກູ້ຊາດ ຕ້ານອາເມລະກາຂອງປະຊາຊົນຫວຽດນາມເວົ້າລວມ ໄດ້ປະກອບສ່ວນສຳຄັນ ເຮັດໃຫ້ການຊັ່ງຊາກຳລັງໃນໂລກມີການປ່ຽນແປງທີ່ດີຕໍ່ກຳລັງສັນຕິພາບ, ແມ່ນການອຸທິດອັນຍິ່ງໃຫຍ່ຂອງຊາດຫວຽດນາມ ຕໍ່ພາລະກິດການຕໍ່ສູ້ຂອງປະຊາຊົນໂລດເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ປະກອບສ່ວນເຊີດຊູກຽດສັກສີ ແລະ ບົດບາດທີ່ຕັ້ງຂອງປະເທດຫວຽດນາມໃນເວທີໂລດ. ຂໍ້ພິສູດຂອງເລື່ອງນີ້ຄື ຄະນະຜູ້ແທນທັງສອງຂອງພາກເໜືອແລະພາກໃຕ້ຫວຽດນາມ ເປັນຄັ້ງທຳອິດໃນປະຫວັດສາດ ໄດ້ເຂົ້າຮ່ວມຢ່າງສະເໝີພາບ ໃນກອງປະຊຸມສາກົນ ເຊິ່ງໄດ້ຈັດຂຶ້ນຫຼັງຈາກສັນຍາປາຣີໄດ້ຮັບການລົງນາມ ໂດຍມີການເຂົ້າຮ່ວມຂອງສະມາຊິກຖາວອນທັງຫ້າ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ສີ່ສະມາຊິກຂອງຄະນະກຳມາທິການຄວບຄຸມສາກົນ, ລວມມີ ໂປໂລຍ, ຮຸງກາຣີ, ອິນໂດເນເຊຍ ແລະ ການາດາ. ສົນທິສັນຍາໄດ້ຮັບການໃຫ້ສັດຕະຍາບັນແລະລົງນາມຢູ່ທີ່ກອງປະຊຸມ ໄດ້ຢືນຢັນຢ່າງໜັກແໜ້ນເຖິງການເຄົາລົບເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງ ຂອງປະຊາຊົນຫວຽດນາມ. ໃນປີ 1973 ນັ້ນ, ມີອີກ 15 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ, ໃນນັ້ນ ມີຫຼາຍປະເທດອຸດສາຫະກຳທີ່ພັດທະນາຄື: ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ, ແບນຊິກ, ໂຮນລັງ, ລຸກແຊມບົວ, ອົດສະຕຣາລີ, ຍີ່ປຸ່ນ...
3- ປະຈຸບັນ, ສະພາບການຂອງປະເທດ ແລະ ສະຖະນະການໂລກແມ່ນແຕກຕ່າງຈາກກ່ອນໜ້ານີ້ 50 ປີ. ຜ່ານກວ່າ 35 ປີແຫ່ງການປ່ຽນແປງໃໝ່, ເປີດປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍສຳຄັນທາງປະຫວັດສາດ. ເສດຖະກິດແລະສັງຄົມມີສະຖຽນລະພາບ ແລະ ນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງທັງໃນດ້ານມາດຕະຖານການຄອງຊີບ ແລະ ຄຸນນະພາບຊີວິດ; ລະບົບການເມືອງໄດ້ຮັບການກໍ່ສ້າງແລະປັບປຸງໃຫ້ໝັ້ນຄົງເຂັ້ມແຂງ; ການປ້ອງກັນປະເທດແລະປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງແລະເພີ່ມທະວີ; ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງ, ບົດບາດ ທີ່ຕັ້ງສາກົນຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນ. ຫວຽດນາມປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມືແລະການພັດທະນາ, ດຳເນີນການພົວພັນຕ່າງປະເທດຢ່າງຫຼາຍຮູບແບບ, ຫຼາຍກ້ຳຫຼາຍຝ່າຍ; ຫວຽດນາມເປັນເພື່ອນ, ເປັນຄູ່ຮ່ວມທີ່ໄວ້ວາງໃຈໄດ້ ແລະ ເປັນສະມາຊິກທີ່ຕັ້ງໜ້າແລະມີຄວາມຮັບຜິດຊອບໃນປະຊາຄົມສາກົນ.
ໃນການເຊື່ອມໂຍງເສດຖະກິດສາກົນ, ຫວຽດນາມມີການພົວພັນເສດຖະກິດແລະການຄ້າກັບ 220 ປະເທດແລະອານາເຂດ, ກວ່າ 70 ປະເທດຍອມຮັບວ່າ ຫວຽດນາມມີລະບົບເສດຖະກິດແບບຕະຫຼາດ. ຫວຽດນາມໄດ້ເຂົ້າຮ່ວມແລະລົງນາມໃນສັນຍາການຄ້າເສລີ 15 ສະບັບ, ໃນນັ້ນມີບັນດາສັນຍາການຄ້າເສລີລຸ່ນໃໝ່ ດ້ວຍມາດຕະຖານທີ່ສູງຫຼາຍ ເຊັ່ນ ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVFTA). ນອກຈາກນັ້ນ, ລະບົບກົດໝາຍ, ກົນໄກ, ນະໂຍບາຍ ໄດ້ຮັບການປັບປຸງໃຫ້ສົມບູບແບບຢ່າງຕໍ່ເນື່ອງ ດ້ວຍຄວາມຕ້ອງການກໍ່ສ້າງລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ.
ກ່ຽວກັບແນວທາງການພັດທະນາປະເທດໃນໄລຍະຈະມາເຖິງ, ຫວຽດນາມຕັດສິນໃຈກໍ່ສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສາມາດຕ້ານທານໄດ້ກັບຄວາມຜັນຜວນຈາກພາຍນອກ ແລະ ຕັ້ງໜ້າເຊື່ອມໂຍງສາກົນຢ່າງກວ້າງຂວາງ, ເປັນເຈົ້າການ, ແທ້ຈິງ ແລະ ມີປະສິດທິຜົນ. ເປົ້າໝາຍໂດຍລວມແມ່ນພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ, ຮອດກາງສະຕະວັດທີ 21 ຫວຽດນາມຈະກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມ. ໂດຍສະເພາະແມ່ນ ສູ້ຊົນໃຫ້ຮອດປີ 2025: ເປັນປະເທດທີ່ກຳລັງພັດທະນາ, ມີອຸດສາຫະກຳຕາມທິດທັນສະໄໝ, ກ້າວຂ້າມລະດັບລາຍຮັບປານກາງຕ່ຳ; ຮອດປີ 2030: ເປັນປະເທດທີ່ກຳລັງພັດທະນາ, ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບປານກາງສູງ; ຮອດປີ 2045: ກາຍເປັນປະເທດທີ່ພັດທະນາແລ້ວ, ມີລາຍຮັບສູງ(10).
ສະເຫຼີມສະຫຼອງ 50 ປີແຫ່ງການລົງນາມໃນສັນຍາປາຣີກ່ຽວກັບຫວຽດນາມ, ປະຊາຊົນຫວຽດນາລະນຶກເຖິງບັນດາຜົນງານອັນຍິ່ງໃຫຍ່ ແລະ ບົດຮຽນອັນລ້ຳຄ່າຂອງການທູດຂອງຫວຽດນາມ ໃນໄລຍະສົງຄາມຕໍ່ຕ້ານອາເມລິກາເພື່ອກູ້ຊາດ. ປະຊາຊົນ ຫວຽດນາມໄດ້ຮັບຮູ້ຢ່າງເລິກເຊິ່ງວ່າ, ໃນສົງຄາມກໍຄືການກໍ່ສ້າງສັນຕິພາບ, ເພື່ອສ້າງກຳລັງແຮງສັງລວມຂອງປະເທດຊາດ, ການທູດຍາມໃດກໍ່ແມ່ນແນວຮົບໜຶ່ງ. ບັນດາບົດຮຽນຈາກການເຈລະຈາສັນຕິພາບປາຣີ ກໍ່ຄືບັນດາການເຄື່ອນໄຫວທາງການທູດຢ່າງມີຫົວຄິດປະດິດສ້າງຕາມ “ປັດຊະຍາການທູດຂອງໂຮ່ຈີມິນ” ຕະຫຼອດມານັບຕັ້ງແຕ່ການປະຕິວັດເດືອນສິງຫາ ຍັງຄົງຖືກຕ້ອງ, ເຖິງວ່າສະຖານະການໃໝ່ຮຽກຮ້ອງໃຫ້ມີວິທີການໝູນໃຊ້ໃໝ່. ປັດໄຈຫຼັກແມ່ນ “ຕ້ອງອີງໃສ່ກຳລັງທີ່ເຂັ້ມແຂງ” ທັງໃນດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການປ້ອງກັນປະເທດ - ຄວາມໝັ້ນຄົງ, ລວມເຖິງຄຸນຄ່າທາງວັດທະນະທຳທີ່ຍືນຍົງ ໄດ້ຫຼໍ່ຫຼອມຜ່ານປະຫວັດສາດນັບພັນປີ ແຫ່ງການກໍ່ສ້າງປະເທດແລະປົກປັກຮັກສາປະເທດຊາດ.
ໃນໂລກທີ່ເຕັມໄປດ້ວຍການປ່ຽນແປງແລະຄວາມສັບສົນຄືປະຈຸບັນ, ຫວຽດນາມ ຕ້ອງຍຶດໝັ້ນໃນຫຼັກການ, ຍຶດໝັ້ນຜົນປະໂຫຍດຂອງຊາດ-ປະເທດຊາດ ໃນດ້ານຂອງການປົກປັກຮັກສາສັນຕິພາບ, ເອກະລາດ, ອຳນາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ພ້ອມກັນນັ້ນ ຕ້ອງມີຄວາມໄຫວພິບຄ່ອງແຄ້ວ ແລະ ຍືດຫຍຸ່ນໃນການພົວພັນກັບບັນດາປະເທດສຳຄັນ ເພື່ອໃຊ້ປະໂຫຍດຈາກເງື່ອນໄຂທີ່ດີທີ່ສຸດ ເພື່ອຕອບສະໜອງເປົ້າໝາຍໃນການສ້າງຫວຽດນາມໃຫ້ເປັນປະເທດທີ່ພັດທະນາແລ້ວຕາມທິດທາງສັງຄົມນິຍົມ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີ (ປີ 2045) ແຫ່ງການສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ, ຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນຫ້າທະວີບ./.
--------------------------------
(1) ເບິ່ງ: ເອກະສານຄົບຊຸດຂອງພັກ, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 2003, ເຫຼັ້ມ 56, ໜ້າ 593.
(2) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນນຳ, ເຫຼັ້ມ 28, ໜ້າ 174.
(3) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນນຳ, ເຫຼັ້ມ 28, ໜ້າ 174.
(4) ເບິ່ງ: ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນນຳ, ເຫຼັ້ມ 28, ໜ້າ 175.
(5) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນນຳ, ເຫຼັ້ມ 28, ໜ້າ 174.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 4, ໜ້າ 147.
(7) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 8, ໜ້າ 555.
(8) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນນຳ, ເຫຼັ້ມ 28, ໜ້າ 175.
(9) ເບິ່ງ: ກະຊວງການຕ່າງປະເທດ 70 ປີແຫ່ງການສ້າງຕັ້ງແລະພັດທະນາ 1945 - 2015, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2015, ໜ້າ 167.
(10) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 112.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1007 (ເດືອນກຸມພາ 2023).