ວກ. - ​ວັນ​ທີ 10 ທັນ​ວາ 1982, ອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ​ໄດ້​ຮັບການລົງ​ນາມ​ຢ່າງ​ເປັນ​ທາງ​ການ. ຕະຫຼອດ 40 ປີທີ່ຜ່ານມາ, UNCLOS ບໍ່​ພຽງ​ແຕ່​ເປັນ​ເອ​ກະ​ສານ​ທາງກົດໝາຍລະຫວ່າງປະເທດ​​ທີ່​ມີ​ຄຸນ​ຄ່າ​ສາກົນ, ຊ່ວຍ​ໃຫ້​ປະ​ເທດ​ຕ່າງໆ​ ສ້າງ​ລະ​ບຽບທາງກົດໝາຍທີ່ຮອບ​ດ້ານ, ຍຸ​ຕິ​ທຳ ແລະ ສັນ​ຕິ​​ໃນ​ທະ​ເລ, ແຕ່​ຍັງ​ມີ​ຄຸນ​ຄ່າຊີ້ນຳ​ມຸ່ງສູ່ອະ​ນາ​ຄົດ, ເໝາະ​ສົມ​ກັບ​ເປົ້າ​ໝາຍ​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ມະ​ນຸດ​ຊາດ.
ໃນ​ເດືອນສິງ​ຫາ 1967, ເລີ່ມ​ຕົ້​ນ​ຈາກ​ການ​ສະ​ເໜີ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາຮ໌ວິດ ປາຮ໌​ໂດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ປະ​ເທດ ມານ​ຕາ ທີ່​ສະ​ຫະ​ປະ​ຊາ​ຊາດ, ແນວ​ຄວາມ​ຄິດ​ກ່ຽວກັບສົນທິສັນຍາ​ລະຫວ່າງປະເທດທີ່ຄວບຄຸມກົ້ນ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ ເກີດຂຶ້ນ ເພື່ອ​​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຂອງ​ມະ​ນຸດຊາດ. ປີ 1973, ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດວ່າດ້ວຍກົດ​ໝາຍ​ທະ​ເລ​ຄັ້ງ​ທີ​ສາມ​ຈັດ​ຂຶ້ນຢ່າງເປັນທາງການ ໂດຍມີ​ພາ​ລະ​ກິດໃນການເຈລະຈາ​ສົນ​ທິ​ສັນ​ຍາ​ລະຫວ່າງປະເທດທີ່​ຮອບ​ດ້ານ ໃນດ້ານການ​ຄຸ້ມ​ຄອງ​ທະ​ເລແລະມະ​ຫາ​ສະ​ໝຸດ. ​ຜ່ານ​​ການ​ເຈ​ລະ​ຈາ​ເປັນເວ​ລາ 9 ປີ, ຮ່າງ​ UNCLOS (United Nations Convention on the Law of the Sea) ປີ 1982 ​ໄດ້​ຮັບການຮັບ​ຮອງ​ໃນ​ວັນ​ທີ 30 ເມ​ສາ 1982 ດ້ວຍຄະ​ແນນ​ສຽງເຫັນດີ 130 ສຽງ (​ບໍ່ເຫັນດີ 4 ສຽງ ແລະ ງົດອອກ​ສຽງ 17 ສຽງ)(1). ໃນວັນເປີດງານ​ຢ່າງ​ເປັນ​ທາງ​ການ (​ວັນທີ 10 ທັນ​ວາ 1982), 117 ປະ​ເທດລົງນາມໃນອະນຸສັນຍາ. ໃນ​ວັນ​ທີ 16 ​ພະ​ຈິກ 1994, ໜຶ່ງ​ປີ​ຫຼັງຈາກລັດ​ສະ​ມາ​ຊິກ 60 ປະ​ເທດໃຫ້ສັດຕະຍາບັນ, UNCLOS ປີ 1982 ​ມີ​ຜົນໃຊ້ບັງຄັບ​ຢ່າງ​ເປັນ​ທາງ​ການ. ມາ​ຮອດ​ປະ​ຈຸ​ບັນ, UNCLOS ປີ 1982 ໄດ້​ຮັບສັດຕະຍາບັນໂດຍລັດສະມາຊິກ 168 ປະ​ເທດ(2).
 

ກອງປະຊຸມຄົບຄະນະຄັ້ງທີ 30 ຂອງລັດສະມາຊິກອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS) _ແຫຼ່ງ: baoquocte.vn

ຂອບ​ກົດໝາຍ​ທີ່​ຄົບ​ຖ້ວນ ​ແລະ ຍຸຕິ​ທຳ

ກ່ອນ UNCLOS ປີ 1982, ໃນ​ປີ 1958, ສະ​ຫະ​ປະ​ຊາ​ຊາດ​​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມກ່ຽວກັບ​ກົດ​ໝາຍ​ທະ​ເລ​ຄັ້ງ​ທີ​ໜຶ່ງ ແລະ ບັນ​ລຸ​ຂອບ​ກົດໝາຍ​ສາ​ກົນຊຸດ​ທຳ​ອິດ ວ່າດ້ວຍ​ບັນ​ຫາ​ທະ​ເລ ແລະ ມະ​ຫາ​ມະ​ໝຸດ ​ຜ່ານອະນຸສັນຍາ 4 ສະ​ບັບ ວ່າ​ດ້ວຍ​ທະເລອານາເຂດ ແລະ ເຂດນ້ຳຕໍ່ເນື່ອງ, ໄຫຼ່​ທະ​ວີບ, ທະ​ເລຫຼວງ, ການ​ປະມົງ ແລະ ການອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ທີ່ມີຊີວິດໃນ​ທະ​ເລຫຼວງ ແລະ ພິທີສານ ເພື່ອ​ແກ້​ໄຂຂໍ້​ພິ​ພາດ(3). ນີ້​ແມ່ນ​ບາດ​ກ້າວສຳຄັນສູ່ການ​ສ້າງ​ຕັັ້ງກົດໝາຍສາກົນກ່ຽວກັບທະເລສະບັບ​ທຳ​ອິດ, ປະສານຜົນ​ປະ​ໂຫຍດ​ທີ່​ແຕກ​ຕ່າງ​ກັນ​ລະ​ຫວ່ງ​ບັນ​ດາປະ​ເທດຊາຍຝັ່ງ​ທະ​ເລ ແລະ ຜົນ​ປະ​ໂຫຍດ​ຮ່ວມກັນ​ຂອງ​ປະຊາ​ຄົມ​ສາ​ກົນ. ຢ່າງໃດກໍຕາມ, ອະນຸສັນຍາ​ປີ 1958 ໄດ້ເປີດເຜີຍ​ຂໍ້​ຈຳ​ກັດຫຼາຍປະການ. 

ທີ​ໜຶ່ງ, ການ​ກຳ​ນົດຂອບເຂດຂອງທະ​ເລ​​ຍັງ​ບໍ່​ສຳ​ເລັດ​ເສັດສິ້ນ ເນື່ອງຈາກ​ປະ​ເທດຕ່າງໆ ​ຍັງ​ບໍ່​ໄດ້ຕົກລົງ​ກ່ຽວ​ກັບ​ຄວາມກວ້າງ​ຂອງ​​ທະ​ເລອານາເຂດ ແລະ ພື້ນທີ່ເຮັດການປະມົງ. ທີ​ສອງ, ການ​ແບ່ງ​ສິດແລະຜົນ​ປະ​ໂຫຍດ​ໃນ​ທະ​ເລ ລຳ​ອຽງໄປທາງປົກ​ປ້ອງ​​ຜົນ​ປະ​ໂຫຍດ​ຂອງ​​ປະ​ເທດ​ທີ່ພັດ​ທະ​ນາແລ້ວ, ລະເລີຍ​ຜົນ​ປະ​ໂຫຍດ​ຂອງ​​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາ ແລະ ປະເທດເສຍປຽບທາງ​ພູມີ​ສາດ(4). ທີ​ສາມ, ສ່ວນຂອງກົ້ນ​ທະ​ເລ​ສາ​ກົນ​ທີ່ເກີນຂອບເຂດ​ໄຫຼ່​ທະ​ວີບ​ຂອງ​ປະ​ເທດຊາຍຝັ່ງນັ້ນ​ ຖືກ​ປະ​ໄວ້ໂດຍສົມບູນ, ບໍ່​​ໄດ້​ຮັບການຄວບຄຸມໂດຍ​ຂໍ້ບັງຄັບ​ທາງກົດໝາຍ​ສາ​ກົນ. ທີ​ສີ່, ອະນຸ​ສັນ​ຍາ​ວ່າ​ດ້ວຍ​ການ​ແກ້​ໄຂ​ຂໍ້​ພິ​ພາດ ​ຈຳ​ກັດທາງເລືອກຂອງການ​ບັງ​ຄັບ​ແກ້​ໄຂຂໍ້ພິພາດຜ່ານ​ສານ​ຍຸ​ຕິ​ທຳ​ສາ​ກົນ (International Court of Justice - ICJ) ດັ່ງ​ນັ້ນຈຶງ​ບໍ່​ໄດ້​ຮັບການສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ(5). ທີ​ຫ້າ, ເຖິງວ່າຈະ​ຄາດ​ເດົາບັນ​ຫາຄວາມເສື່ອມ​ໂຊມ ແລະ ມົນ​ລະ​ຜິດສິ່ງ​ແວດ​ລ້ອມທາງ​ທະ​ເລໄດ້​ແລ້ວ, ແຕ່ການກຳນົດກ່ຽວກັບການອະນຸ​ລັກ​ຊັບ​ພະ​ຍາ​ກອນຊີວະພາບທາງ​ທະ​ເລ ໃນ​ທະ​ເລຫຼວງ ພຽງຢ່າງດຽວ​​ບໍ່ພຽງພໍ ໃນແງ່ຂອງແຫຼ່ງກຳເນີດ​ມົນ​ລະ​ຜິດ, ຂອບ​ເຂດ​ຂອງການເກີດ​ມົນ​ລະ​ພິດ ແລະ ບົດລົງໂທດ​ໃນການຈັດການກັບການລະເມີດມົນລະພິດສິ່ງ​​ແວດ​ລ້ອມທາງ​ທະ​ເລ. 

UNCLOS ປີ 1982 ​ໄດ້​ແກ້​ໄຂຜ່ານຜ່າ​ຂໍ້​ຈຳ​ກັດຕ່າງໆ​ຂອງ​ບັນ​ດາອະນຸສັນຍາ​ປີ 1958 ແລະ ສ້າງ​ຂອບກົດໝາຍທີ່​ເປັນທຳ ແລະ ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອ​ງ​ກຸ່ມ​ປະ​ເທດ​ຕ່າງໆ ເຊັ່ນ ​ປະ​ເທດທີ່​ມີ​ທະ​ເລ ແລະ ບໍ່​ມີທາງອອກສູ່​ທະ​ເລ, ຫຼື​ການເສຍປຽບ​ທາງ​​ພູມສາດລະ​ຫວ່າງ​ປະ​ເທດ​ທີ່ພັດ​ທະ​ນາແລ້ວ ກັບປະ​ເທດ​ກຳ​ລັງ​ພັດ​ທະ​ນາ ແລະ ປະເທດດ້ອຍ​ພັດ​ທະ​ນາ.

ລະ​ອຽດ​ຄື, ເປັນຄັ້ງ​ທຳ​ອິດທີ່ UNCLOS ປີ 1982 ​ໄດ້​ສຳ​ເລັດເສັດສິ້ນ​ ຂໍ້ບັງຄັບວ່າດ້ວຍການ​ກຳ​ນົດຂອບເຂດຂອງພື້ນທີ່ທະເລຕັ້ງແຕ່ ເຂດນ້ຳພາຍໃນ, ​ທະ​ເລ​ອານາເຂດ, ເຂດ​ທະ​ເລຕໍ່ເນື່ອງ, ເຂດເສດ​ຖະ​ກິດຈຳເພາະ, ໄຫຼ່​ທະ​ວີບ, ທະ​ເລຫຼວງ ແລະ ເຂດ​ພື້ນທະເລ (ກົ້ນ​ທະ​ເລ​ສາ​ກົນ). ພິ​ເສດ, ລະ​ບອບ​ເຂດ​​ເສດ​ຖະ​ກິດຈຳເພາະ​ກຳ​ເນີດຂຶ້ນ​ ແມ່ນ​ຜົນ​ຂອງ​ການ​ປົກປ້ອງ​​ບັນ​ດາ​ສິດ​ເສດ​ຖະ​ກິດ​ພິ​ເສດ ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ແລະ ບັນ​ດາ​ປະ​ເທດ​ທີ່​ຫາກໍ່​ຍາດ​​ເອ​ກະ​ລາດ​ມາໄດ້​ ໃນ​ຂະ​ບວນ​ການ​ປົດ​ປ່ອຍ​ປະ​ເທດ​ຊາດ​ໃນ​ຊຸມ​ປີ 60 ຂອງ​ສະ​ຕະ​ວັດ 20. ນີ້​ແມ່ນຂໍ້​ບັງ​ຄັບທາງກົດໝາຍສະບັບທຳ​ອິດ ທີ່​ກຳ​ນົດໂດຍຄຳນຶງເຖິງການກະຈາຍຕາມທຳ​ມະ​ຊາດ​ ຂອງຊັບ​ພະ​ຍາ​ກອນທາງ​ທະ​ເລ ພາຍໃນ 200 ໄມທະເລ(6) ແລະ ສ້າງ​ຄວາມຍຸຕິ​ທຳ​ໃຫ້ກັບທຸກ​ປະ​ເທດ, ຍົກເວັ້ນລະບຽບການທີ່ອີງໃສ່ສິດທິການເຮັດປະມົງແບບດັ້ງເດີມແລະປະ​ຫວັດ​ສາດ ທີ່ກຳນົດ​ຂຶ້ນໂດຍ​ບັນ​ດາ​ປະ​ເທດ​ທີ່​ມີ​ເງື່​ອນ​ໄຂ​ທາງ​​ວິ​ທະ​ຍາ​ສາດແລະເຕັກ​ນິກຂັ້ນສູງ ​​ຕັ້ງແຕ່​ກ່ອນ​ທີ່ອະນຸສັນຍາຈະກຳເນີດເກີດຂຶ້ນ.   

ກ່ຽວ​ກັບ​ໄຫຼ່​ທະ​ວີບ, UNCLOS ປີ 1982 ກຳນົດ​ບັນດາ​ມາດ​ຖານສຳລັບການ​ກຳ​ນົດຂອບເຂດໄຫຼ່​ທະ​ວີບ​​ຕາມເກນພາວະວິໄສ​ທາງ​​ພູ​ມສາດ ​ບົນ​ພື້ນ​ຖານການ​ເຄົາ​ລົບຫຼັກ​ການ​ທີ່ວ່າ ແຜ່ນດິນຄອບ​ຄອງ​ທະ​ເລ. ຕາມນັ້ນ, ໄຫຼ່​ທະ​ວີບ​ແມ່ນ​ແນວຄວາມຄິດທາງທໍລະນີວິທະຍາ ເຊິ່ງເປັນ​ສ່ວນ​ຂະຫຍາຍຕາມ​ທຳ​ມະ​ຊາດ ​ຂອງ​ດິນແດນຂອງລັດຊາຍຝັ່ງ. ດັງນັ້ນ, ປະ​ເທດຊາຍຝັ່ງ​ສາ​ມາດ​ກຳ​ນົດຄວາມກວ້າງ​ຕ່ຳ​ສຸດຂອງ​ໄຫຼ່​ທະ​ວີບຕາມກົດໝາຍໄດ້ຄື 200 ໄມ​ທະເລຈາກ​ເສັ້​ນ​ຖານ. ​ປະ​ເທດ​ທີ່​ມີ​ໄຫຼ່​ທະ​ວີບຕາມ​ທຳ​ມະ​ຊາດກວ້າງ​ກວ່າ 200 ໄມທະເລ ໄດ້ຮັບອະນຸຍາດໃຫ້​ກຳ​ນົດ​ໄຫຼ່​ທະ​ວີບຂະຫຍາຍຕາມກົດໝາຍໄດ້(7). ແຕ່​ວ່າ, ເພື່ອໃຫ້ເກີດຄວາມເປັນທຳແລະທ່ຽງທຳ, ຄະ​ນະ​ກຳ​ມະ​ການກ່ຽວກັບຂອບເຂດໄຫຼ່​ທະ​ວີບ (Commission on the Limits of the Continental Shelf - CLCS)(8) ຂອງ​ສະ​ຫະ​ປະ​ຊາ​ຊາດ ຈະ​ມີ​ອຳນາດໃນການ​ພິ​ຈາ​ລະ​ນາ​ວິ​ທີ​ການຂອງລັດຊາຍຝັ່ງໃນການ​ກຳ​ນົດເຂດ​ໄຫຼ່​ທະ​ວີບ​ແບບຂະຫຍາຍ ແລະ ພຽງແຕ່ຂອບເຂດ​ໄຫຼ່​ທະ​ວີບແບບຂະຫຍາຍ​ທີ່​ກຳ​ນົດ​ຕາມຄຳແນະນຳຂອງຄະນະກຳມະການ CLCS ເທົ່ານັ້ນ ຈຶ່ງ​ມີຜົນ​ຜູກພັນ ແລະ ໄດ້ຮັບການຍອມ​ຮັບ​ຈາກ​​ປະ​ເທດ​ອື່ນໆ.   

ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ທີ່ບໍ່​ມີ​ທາງອອກສູ່ທະ​ເລ ຫຼືປະ​ເທດທີ່ເສຍປຽບທາງ​ພູມສາດກໍ່ຖືກນຳມາພິຈາລະນາ​ເມື່ອມີການລວມ ກົດລະບຽບຕ່າງໆ​ກ່ຽວ​ກັບ​ການ​ຜ່ານ​ແດນ​ແລະ​ການ​ປະມົງ​ເກີນຂະໜາດ ໄວ້​ໃນ​ລະ​ບຽບຂໍ້ບັງຄັບ​ຂອງ​ເຂດ​ເສດ​ຖະ​ກິດຈຳ​ເພາະ(9). ນອກຈາກນີ້, ຄຸນລັກສະນະຂອງລັດ​ໝູ່​ເກາະກໍ່​ໄດ້ຮັບການ​ພິ​ຈາ​ລະ​ນາ ແລະ ຈັດຮ່າງເປັນສະຖານະທາງ​ກົດ​ໝາຍ​ຂອງ​ປະ​ເທດ​ໝູ່​ເກາະເປັນຄັ້ງທຳອິດ(10).

​ພິ​ເສດ, ນອກເໜືອຈາກ​ການ​ສືບ​ທອດ​ຂໍ້ບັງຄັບວ່າດ້ວຍ​ເສ​ລີພາບໃນ​ທະ​ເລຫຼວງແລ້ວ, UNCLOS ປີ 1982 ​ໄດ້ກຳນົດສະຖານະທາງກົດໝາຍຂອງພາກພື້ນຂຶ້ນເປັນຄັ້ງທຳອິດ ໂດຍມີ​ລັກ​ສະ​ນະສະເພາະວ່າ ເປັນ​ມໍ​ລະ​ດົກຮ່ວມກັນ​ຂອງ​ມະ​ນຸດຊາດ. ໃນ​ນັ້ນ, ອົງ​ການຄຸ້ມຄອງກົ້ນທະເລສາກົນ (International Seabed Authority - ISA) ​ໄດ້​ຮັບການສ້າງ​ຕັ້ງ​ຂຶ້ນ ເພື່ອ​ກຳນົດ​ລະ​ບຽບວ່າດ້ວຍການໃຊ້ປະໂຫຍດຈາກ​ຊັບ​ພະ​ຍາ​ກອນໃນພູມພາກ ແລະ ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຢ່າງເທົ່າທຽມກັນໄປໃຫ້​ປະ​ເທດ​ສະ​ມາ​ຊິກ(11). ສົນ​ທິ​ສັນ​ຍາວ່າດ້ວຍການ​ປະ​ຕິ​ບັດຕາມ​ພາກ​ທີ່ 11 ກໍ່​ໄດ້​ລົງ​ນາມ​ໃນ​ປີ 1994 ເພື່ອເພີ່ມບົດບັນຍັດສະເພາະ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ການໃຊ້ປະໂຫຍດຈາກພື້ນທີ່ໃນ UNCLOS ປີ 1982.

ກົນ​ໄກ​ສັນ​ຕິ​ພາບເພື່ອ​ແກ້​ໄຂ​ຂໍ້​ພິ​ພາດທາງທະ​ເລ

ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ກຳ​ນົດຫຼັກ​ການ​ແກ້​ໄຂ​​ຂໍ້​ພິ​ພາດ​ລະຫວ່າງປະເທດໂດຍສັນຕິວິທີ. ຕາມນັ້ນ, ຂໍ້​ພິ​ພາດ​ຈະຕ້ອງ​ໄດ້ຮັບການ​ແກ້​ໄຂ​ດ້ວຍວິທີຕ່າງໆ ​ເຊັ່ນ ການເຈ​ລະ​ຈາ, ການສືບ​ສວນ, ການ​ໄກ່ເກ່ຍ, ການປະນີປະນອມ, ການອະນຸຍາໂຕຕຸລາການ, ສານ ແລະ ​ອົງ​ການ​ຈັດຕັ້ງລະດັບ​ພາກ​ພື້ນແລະສາ​ກົນ ຫຼື​ວິທີການ​ສັນ​ຕິ​ອື່ນໆ ທີ່ຄູ່ກໍລະນີເປັນຜູ້ເລືອກເອງ(12). UNCLOS ປີ 1982 ໄດ້​ຢືນ​ຢັນ​ເຈດຕະນາ​ຂອງຫຼັກ​ການນີ້ອີກຄັ້ງ ແລະ ​ປະ​ສົມປະສານວິທີການຢ່າງ​ສັນ​ຕິວິທີ ​ເພື່ອ​ສ້າງ​​ກົນ​ໄກ​ແກ້​ໄຂຂໍ້ພິພາດທີ່​ເໝາະ​ສົມ​ກັບລັກສະນະສະເພາະ​ຂອງ​ຂໍ້​ພິ​ພາດ ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ ກ່ຽວກັບການຕີຄວາມ ແລະ ​ການໃຊ້ອະນຸສັນຍາ.

ຕາມນັ້ນ, UNCLOS ປີ 1982 ໃຫ້​ຄວາມສຳຄັນກັບ​ຂໍ້​ຕົກ​ລົງ​ກ່ຽວ​ກັບວິທີ​ການ​ແກ້​ໄຂ​ຂໍ້​ພິ​ພາດທີ່ຄູ່ສັນຍາໄດ້ຕົກລົງກັນໄວ້ລ່ວງໜ້າ. ຫາກບໍ່​ມີ​ຂໍ້​ຕົກ​ລົງກ່ຽວ​ກັບການ​ແກ້​ໄຂ​ຂໍ້​ພິ​ພາດ, UNCLOS ປີ 1982 ກຳນົດໃຫ້ຄູ່ສັນຍາທັງສອງຝ່າຍຕ້ອງເຈ​ລະ​ຈາກັນ​ໂດຍ​ກົງ​ຜ່ານຂໍ້ກຳນົດທີ່ວ່າ ການແລກປ່ຽນຄວາມຄິດເຫັນ​ເປັນ​ມາ​ດ​ຕະ​ການ​ບັງ​ຄັບ. ຄຽງ​ຄູ່​ກັນ​ນັ້ນ, UNCLOS ປີ 1982 ຍັງສະໜັບສະໜູນໃຫ້​ຝ່າຍ​ຕ່າງໆ ໃຊ້​ການໄກ່ເກ່ຍເປັນທາງ​ເລືອກໂດຍ​ສະ​ໝັກ​ໃຈ ເພື່ອ​ອຳນວຍຄວາມສະດວກໃນການເຈລະຈາ​ໂດຍ​ກົງ.   

ຢ່າງໃດກໍຕາມ, ການ​ແລກ​ປ່ຽນ​ທັດ​ສະ​ນະແບບ​ບັງ​ຄັບນັ້ນໃຊ້ບໍ່ໄດ້ຕະຫຼອດໄປ. ອະນຸສັນຍາກຳນົດໃຫ້​ຝ່າຍ​ຕ່າງ​ໆ ​ແລກ​ປ່ຽນ​ຄວາມຄິດເຫັນພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່​ເໝາະ​ສົມເທົ່ານັ້ນ(13). ເມື່ອເກີນກຳນົດ​ເວລາ​ດັ່ງ​ກ່າວ, ​ຖ້າຄູ່ສັນຍາບໍ່ສາມາດຫາທາງອອກ​ເພື່ອຍຸຕິຂໍ້​ພິດ​ພາດໄດ້ ອະນຸຍາໂຕຕຸລາການ​ຈະ​ເປັນ​ທາງ​​ເລືອກຖັດ​ໄປ. ເພື່ອ​ມີ​ທາງເລືອກທີ່ຍືດຫຍຸ່ນຫຼາຍຂຶ້ນ, UNCLOS ປີ 1982 ​ກຳ​ນົດໃຫ້ຄູ່ສັນຍາສາມາດ​ປະ​ກາດ​ເລືອກເຂດອຳນາດສານໃດເຂດໜຶ່ງຈາກ​ສີ່ເຂດຄື: ສານ​ຍຸ​ຕິ​ທຳ​ສາ​ກົນ (ICJ), ສານ​ສາກົນກ່ຽວກັບກົດ​ໝາຍ​ທະ​ເລ (International Tribunal for the Law of the Sea - ITLOS), ​ອະນຸຍາໂຕຕຸລາການ​ທີ່ຈັດ​ຕັ້ງຂຶ້ນພາຍໃຕ້ພາກຜະໜວກ VII, ແລະ ອະນຸຍາໂຕຕຸລາການ​ທີ່ຈັດ​ຕັ້ງຂຶ້ນພາຍໃຕ້ພາກຜະໜວກ VIII(14). ໃນ​ນັ້ນ, ນອກ​ຈາກ ICJ ເຊິ່ງເປັນ​ສານ​ທີ່ຈັດ​ຕັ້ງຂຶ້ນຄຽງຂ້າງອົງການ​ສະ​ຫະ​ປະ​ຊາ​ຊາດຕັ້ງແຕ່​ປີ 1945, ບັນດາສະຖາບັນທີ່​ເຫຼືອ​ໄດ້ຮັບການຈັດ​ຕັ້ງຂຶ້ນ​ໃໝ່ ພາຍໃຕ້ບົດບັນຍັດ​ຂ​ອງ UNCLOS ໃນປີ 1982. ຈຸດ​ພິ​ເສດ​ແມ່ນ, UNCLOS ປີ 1982 ສ້າງ​ກົນ​ໄກ​​ເລີ່ມຕົ້ນໂດຍອັດຕະໂນມັດ. ຕາມນັ້​ນ, ຖ້າຫາກ​ຄູ່ສັນຍາ​ບໍ່​ຖະ​ແຫຼງກ່ຽວກັບ​ການ​​ເລືອກອົງ​ການ​ພິ​ພາກ​ສາ, ຫຼື​​ເລືອກ​ອົງ​ການ​ອື່ນນັ້ນ,​ ອະນຸຍາໂຕຕຸລາການທີ່ຈັດ​ຕັ້ງຂຶ້ນພາຍໃຕ້​ພາກ​ຜະ​ໜວກ VII ຈະເປັນ​ອົງ​ການ​ມີສິດ​ບັງ​ຄັບໃນການ​ແກ້​ໄຂຂໍ້​ພິ​ພາດ.   

​ກົນ​ໄກ​​ເລີ່ມຕົ້ນໂດຍອັດຕະໂນມັດນີ້ ທັງຮັບປະກັນຄວາມຍືດຫຍຸ່ນໃນການເລືອກອົງການແກ້ໄຂຂໍ້​ພິ​ພາດ, ທັງ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນເມື່ອຝ່າຍໜຶ່ງຝ່າຍໃດອາດຈະໃຊ້ສິດທິຂອງຕົນເພື່ອເລີ່ມຂະບວນການອະນຸຍາໂຕຕຸລາການຝ່າຍດຽວ ທີ່​ຈັດ​ຕັ້ງຂຶ້ນພາຍໃຕ້​ພາກ​ຜ​ະ​ໜວກ VII ເພື່ອ​ແກ້​ໄຂຂໍ້​ພິພາດ​ກັບລັດພາຄີ​ອື່ນ​ກ່ຽວ​ກັບຂໍ້​ຂັດ​ແຍ້ງ​ທີ່​ພົວ​ພັນ​ເຖິງ​ການຕີຄວາມ ແລະ ການປະ​ຕິ​ບັດ UNCLOS ປີ 1982. ສິດທິໃນການ​ເລີ່ມການ​ຟ້ອງ​ຮ້ອງພຽງ​ຝ່າຍ​ດຽວຕາມທີ່ກຳນົດ​ໄວ້ໃນ UNCLOS ປີ 1982 ເປັນອະນຸສັນຍາແບບທັງຊຸດ, ລັດ​ສະ​ມາ​ຊິກເມື່ອໃຫ້ສັດຕະຍາບັນອະນຸສັນຍາ​ບໍ່ໄດ້ຮັບອະນຸ​ຍາດໃຫ້​ສະ​ຫງວນບົດບັນຍັດໃດໆ, ດັ່ງ​ນັ້​ນຈຶງ​ມີຜົນ​ຜູກພັນໂດຍ​ສະ​ໝັກ​ໃຈ​ ຕໍ່ເຂດ​ອຳ​ນາດ​ສານ​ບັງ​ຄັບ ​ຂອງ​ກົນ​ໄກການ​ແກ້​ໄຂຂໍ້​ພິ​ພາດ ທີ່​​ກຳ​ນົດ​ໄວ້​ໃນ​ພາກ​ທີ XV ຂອງອະນຸສັນຍາ. 

ແຕ່​ວ່າ, ເພື່ອ​ສ້າງ​ຄວາມ​ຍືດຫຍຸ່ນ​ເຕີ່ມ​ອີກໃຫ້ແກ່​ກົນ​ໄກ​ແກ້​ໄຂ​ຂໍ້​ພິ​ພາດ ແລະ ເພື່ອ​ແກ້​ໄຂ​ຄວາມ​ຈຳ​ກັດຂອງຂໍ້ກຳນົດທີ່ເຂັ້ມງວດ​ຂອງພິທີສານ​ວ່າ​ດ້ວຍ​ການ​ແກ້​ໄຂຂໍ້​ພິ​ພາດ​ປີ 1958 (ເຊິ່ງເຮັດ​ໃຫ້ຫຼາຍ​ປະ​ເທດບໍ່​ໃຫ້ສັດຕະຍາບັນ), UNCLOS ປີ 1982 ຈຶງໃຫ້ຂໍ້ຍົກເວັ້ນແລະຂໍ້​ຈຳ​ກັດເພີ່ມເຕີມ. ຕາມນັ້ນ, ຂໍ້​ພິ​ພາດກ່ຽວກັບການຕີຄວາມ ຫຼືການ​ໃຊ້​​ຂໍ້​ກຳ​ນົດ​ຂອງອະນຸສັນຍາວ່າດ້ວຍ​ການໃຊ້​ສິດທິພາຍໃຕ້​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ເຂດອຳນາດສານຂອງ​ປະ​ເທດຊາຍຝັ່ງ ໄດ້ຮັບການຍົກເວັ້ນໂດຍທຳມະຊາດຈາກ​ກົນ​ໄກການ​ແກ້​ໄຂ​ຂໍ້​ພິ​ພາດພາກ​ບັງຄັບ ຂອງເຂດອຳນາດສານ(15). ຂໍ້​ພິ​ພາດ​ທີ່ກ່ຽວຂ້ອງກັບ​ການປັກປັນ​ເຂດແດນ, ເຂດ​ແດນທາງ​ທະ​ເລ, ປະຕິບັດການ​ທາງ​ທະຫານ​ຂອງເຮືອ ຫຼືທີ່ກຳລັງພິຈາລະນາໂດຍສະພາ​ຄວາມ​ໝັ້ນຄົງແຫ່ງ​ສະຫະ​ປະຊາ​ຊາດ ຈະ​ຖືກ​ຄັດແຍກອອກ​ຈາກກົນໄກ​ແກ້​ໄຂ​ຂໍ້ພິພາດ​ພາກ​ບັງຄັບ ​ຂອງ​ເຂດ​ອຳນາດສານ(16). ດັງນັ້ນ, ຖ້າ​ລັດພາຄີປະກາດ​ວ່າ ຈະບໍ່ລວມຂໍ້​ພິ​ພາດທັງ​ສາມ​ປະ​ເພດ​ທີ່​​ເລືອກໄວ້, ລັດອື່ນຈະບໍ່ໄດ້ຮັບອະນຸຍາດໃຫ້ນໍາຂໍ້ພິພາດເຫຼົ່ານີ້ໄປສູ່ອະນຸຍາໂຕຕຸລາການພາຍໃຕ້ບົດບັນຍັດຂອງອະນຸສັນຍາ.     

ເຖິງວ່າຈະມີການ​ຍົກ​ເວັ້ນໂດຍທຳມະຊາດ ຫຼືໂດຍທາງ​ເລືອກ​ ເອົາຂໍ້​ພິ​ພາດບາງລາຍການ ອອກ​ຈາກ​ຂອບ​ເຂດການ​ແກ້​ໄຂຂໍ້​ພິ​ພາດ​ພາກ​ບັງ​ຄັບ ​ຜ່ານ​ເຂດອຳນາດສານ, ປະ​ເທດ​ສະ​ມາ​ຊິກ​ຍັງ​ມີ​ພັນ​ທະໃນການ​ແກ້​ໄຂຂໍ້​ພິ​ພາດໂດຍສັນຕິວິທີ​ອື່ນໆ ລວມທັງ​ພັນ​ທະ​ໃນການແລກ​ປ່ຽນ​ຄວາມຄິດເຫັນ. ພິ​ເສດ, UNCLOS ປີ 1982 ​ລະບຸວ່າ ດ້ວຍຂໍ້​ພິ​ພາດ​ທີ່​ໄດ້ຮັບການ​ຍົກ​ເວັ້ນເຫຼົ່າ​ນີ້, ຝ່າຍ​ໜຶ່ງ​​ສາ​ມາດ​ຮ້​ອງຂໍການໄກ່​ເກ່ຍ​ພາກ​ບັງ​ຄັບພຽງຝ່າຍດຽວ ​​ເພື່ອ​ສະ​ເໜີ​ແນະກ່ຽວ​ກັບມາດ​ຕະ​ການ​ແກ້​ໄຂ​ຂໍ້​ພິ​ພາດ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ດ້ວຍບັນດາ​ຂໍ້​ກຳ​ນົດ​ທີ່ຍືດຫຍຸ່ນແລະສ້າງສັນ, UNCLOS ປີ 1982 ​ໄດ້​ສ້າງ​ກົນ​ໄກ​ແກ້​ໄຂຂໍ້​ພິ​ພາດ​ທີ່ມີ​ຫຼາຍ​​ຊັ້ນ, ທັງ​ຮັບ​ປະ​ກັນ​ຄວາມ​ໄຫ​ວ​ພິບ ແລະ ເສ​ລີພາບ​ໃນ​ການ​ເລືອກ​​ຝ່າຍ​​ກ່ຽວ​ກັບ​ມາດ​ຕະ​ການ ອົງ​ການ​ແກ້​ໄຂ​ຂໍ້​ພິ​ພາດ, ທັງ​ສ້າງ​ເງື່ອນ​ໄຂ​ທີ່ເອື້ອອຳນວຍເພື່ອຊຸກ​ຍູ້​ຂະ​ບວນການແກ້​ໄຂ​ຂໍ້ພິ​ພາດ​ຂອງຄູ່ສັນຍາ. ພິ​ເສດ, ກົນ​ໄກ​ແກ້ໄຂຂໍ້​ພິ​ພາດ​ຂອງ UNCLOS ປີ 1982 ແມ່ນ​ກົນ​ໄກ​ທຳ​ອິດທີ່ໃຫ້​ສິດແກ່ປະເທດສະມາຊິກໃນການຍື່ນ​ຟ້ອງຕໍ່​ສານ​ສາ​ກົນພຽງຝ່າຍດຽວ. ຍ້ອນ​ມີ​ລະບຽບ​ການ​ນີ້, ຂໍ້​ພິພາດ​ລະຫວ່າງປະ​ເທດຈຳນວນຫຼາຍໃນ​ທະ​ເລ ​ຈຶງໄດ້​ຮັບ​ການ​ແກ້​ໄຂ ​ແລະ ຄວາມຂັດແຍ້ງ​ລະຫວ່າງ​ບັນດາ​ປະ​ເທດກໍ່ແຄບ​ລົງ. ນັບ​ຕັ້ງແຕ່​ກຳເນີດ UNCLOS ປີ 1982, ຂໍ້​ພິ​ພາດທາງ​ທະ​ເລ ​29 ລາຍການໄດ້ຮັບການ​ແກ້​ໄຂ​​ຜ່ານ ICJ, 18 ລາຍການ​ໄດ້ຮັບການ​ແກ້​ໄຂ​​ຜ່ານ ITLOS ແລະ 11 ລາຍການ​ໄດ້ຮັບການ​ແກ້​ໄຂ​ຜ່ານອະນຸຍາໂຕຕຸລາການທີ່ຈັດ​ຕັ້ງຂຶ້ນ​ຕາມ​ພາກ​ຜະ​ໜວກ VII.  

ຄຸນ​ຄ່າ​ທີ່ຍືນ​ຍົງ, ມຸ່ງ​ສູ່ອະ​ນາ​ຄົດ

UNCLOS ປີ 1982 ບໍ່​ພຽງ​ແຕ່​ສ້າງ​​ຂອບກົດໝາຍ​ທີ່ຮອບ​ດ້ານແລະທົ່ວ​ໄປ, ກົນ​ໄກ​ແກ້​ໄຂຂໍ້​ພິ​ພາດ​ທີ່​ປະ​ດິດ​ສ້າງ, ສົ່ງເສີມສັນ​ຕິ​ພາບ ແລະ ​ສະ​ຖຽມ​ລະ​ພາບ​ໃນ​ທະ​ເລເທົ່າ​ນັ້ນ, ແຕ່ UNCLOS ປີ 1982 ​​ຍັງ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ້າວ​ໜ້າ ເຊິ່ງກ່ຽວຂ້ອງກັບທິດທາງການ​ບໍ​ລິ​ຫານທະ​ເລ ແລະ ​ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ, ມຸ່ງ​ສູ່​ອະ​ນາ​ຄົດ. ພັນ​ທະໃນການ​ຮ່ວມ​ມື​ແມ່ນ​ຈຸດ​ໃຈ​ກາງສຳຄັນ​ຂອງ​ອະນຸສັນຍາ ​ເມື່ອມີການກ່າວເຖິງ 60 ຄັ້ງໃນ 14 ສ່ວນທີ່ຕ່າງກັນຂອງອະນຸສັນຍາ, ໃນ​ນັ້ນ​ມີ​ຂໍ້​ກຳ​ນົດ​ວ່າດ້ວຍ​ການ​ຮ່ວມ​ມື​ໃນດ້ານການຄຸ້ມຄອງແລະຮັກ​ສາສິ່ງແວດ​ລ້ອມທາງ​ທະ​ເລ, ການ​ຮ່ວມ​ມື​ຄົ້ນຄວ້າ​ວິທະຍາສາດ​ທາງ​ທະ​ເລ, ການ​ຮ່ວມ​ມື​ໃນ​ການ​ຖ່າຍ​ທອດ​ວິທະຍາສາດ​-ເຕັກ​ໂນ​ໂລ​ຊີ, ການ​ຮ່ວມ​ມື​ຢູ່​ທະ​ເລ​ເຄິ່ງປິດ, ການ​ຮ່ວມ​ມື​ດ້ານການປາບປາມ​ອາຊະຍາ​ກຳ​ໃນ​ທະ​ເລ...  

ໃນ​ຂົງ​ເຂດການຄຸ້ມຄອງແລະຮັກ​ສາສິ່ງ​ແວດ​ລ້ອມ​ທາງທະ​ເລ, UNCLOS ປີ 1982 ໄດ້ກຳ​ນົດຢ່າາງ​ທົ່ວເຖິງ, ມອບໝາຍ​ຄວາມ​ຮັບ​ຜິດ​ຊອບ ແລະ ​ພັນ​ທະ​ຂອງ​ປະ​ເທດຊາຍຝັ່ງໃນຂອບເຂດ​​ເຂດ​ເສດ​ຖະ​ກິດຈຳເພາະ; ໃນຂະນະດຽວກັນກໍ່ກຳ​ນົດ​ພັນ​ທະການ​ຮ່ວ​ມ​ມື​ລະ​ຫວ່າງ​ປະ​ເທດ​ໃນ​ຂອບ​ເຂດ​ທະ​ເລຫຼວງ. ໂດຍສະເພາະ, ພາກທີ XII ຂອງ UNCLOS 1982 ໄດ້ໃຊ້ສະເພາະເພື່ອກຳ​ນົດ​ກ່ຽວ​ກັບການຄຸ້ມຄອງແລະ​ຮັກ​ສາສິ່ງ​ແວດ​ລ້ອມ​ທາງທະ​ເລ ໂດຍມີ 11 ສ່ວຍ.    

ນອກ​ຈາກສ່ວນທີ 1 ກ່ຽວກັບຂໍ້ຜູກພັນທົ່ວໄປທີ່​ໃຊ້ບັງຄັບ​ກັບ​ປະ​ເທດຕ່າງໆແລ້ວ, ພ​າກ​ທີ XII ຂອງ UNCLOS ປີ 1982 ມີຂໍ້​ກຳ​ນົດ​ສະເພາະ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນລະ​ດັບ​ພາກ​ພື້​ນ ແລະ ສາ​ກົນ, ການຊ່ວຍ​ເຫຼືອ​ທາງວິຊາການ​ແກ່​​ປະ​ເທ​ດ​ກຳ​ລັງ​ພັດ​ທະ​ນາ, ການປະເມີນ​ຜົນ​ກະ​ທົບ​ຂອງ​ແຫຼ່ງກຳເນີດ​ມົນ​ລະ​ຜິດສິ່ງ​ແວດ​ລ້ອມ​ທາງທະ​ເລ. ໃນ​ນັ້ນ, ເພື່ອ​ໃຫ້ສາ​ມາດພັດທະນາກົດລະບຽບວ່າດ້ວຍການ​ປ້ອງ​ກັນ​ມົນ​ລະ​ຜິດຕໍ່​ສິ່ງແວດ​ລ້ອມ​ທາງທະ​ເລ ໃນ​ລະ​ດັບຊາດແລະລະດັບສາ​ກົນ ແລ​ະ ເພື່ອກຳ​ນົດ​ຄວາ​ມ​ຮັບ​ຜິດ​ຊອບ​ໃນການ​ກະ​ທຳທີ່​ກໍ່ໃຫ້ເກີດ​ມົນ​ລະ​ຜິດຕໍ່ສິ່ງ​ແວດ​ລ້ອມ​ທາງທະ​ເລ, UNCLOS ປີ 1982 ໄດ້ຈຳແນກ​ສາ​ເຫດຂອງ​ມົນ​ລະ​ຜິດ​ຈາກແຫຼ່ງ​ທາງ​ບົກ, ຈາກການ​ເຄື່ອນ​ໄຫວ​ຂຸດ​ຄົ້ນໃນ​ເຂດທະເລ, ຈາກ​ເຮືອກຳ​ປັ່ນ, ຈາກການຖອກສິ່ງເສດເຫຼືອ ​ຂີ້​ເຫຍື້ອ​ລົງ​ທະ​ເລ, ຈາກ​ອາ​ກາດແລະບັນຍາກາດ. ນອກຈາກ​ນັ້ນ, UNCLOS ປີ 1982 ຍັງ​ມີ​ຂໍ້​ກຳ​ນົດສະເພາະສຳລັບ​ພື້ນທີ່​ປົກ​ຄຸມ​ດ້ວຍ​ນ້ຳແຂງໃນທະເລ ແລະ ກຳ​ນົດ​ຄວາມສຳພັນກັບ​ສົນ​ທິ​ສັນ​ຍາ​ລະຫວ່າງປະເທດ​ສະ​ເພາະອື່ນໆ ​ໃນດ້ານການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.   

ໃນ​ດ້ານການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດທາງ​ທະ​ເລ, UNCLOS ປີ 1982 ໄດ້ເນັ້ນ​ໜັກ​ເຖິງຄວາມ​ຮັບ​ປະ​ກັນ​ຄວາມກົມກຽວ​ ລະ​ຫວ່າງ​ສິດທິ​ອະ​ທິ​ປະ​ໄຕ ແລະ ສິດອຳນາດສານ​ຂອງ​​ປະ​ເທດ​ຊາຍຝັ່ງໃນດ້ານໜຶ່ງ ແລະ ​ຜົນ​ປະ​ໂຫຍດ​ຂອງ​ຊຸມ​ຊົນອີກຝ່າຍໜຶ່ງ. ຕາມນັ້ນ, ອະນຸສັນຍາໄດ້​ກຳ​ນົດ​ວ່າ ​ບັນ​ດາ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ເຜີຍ​ແຜ່​ບັນ​ດາ​ຂໍ້​ມູນ ແລະ ຄວາມ​ຮັບ​ຮູ້​ທີ່ເປັນ​ຜົນຈາກ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທາງທະ​ເລ. ພ້ອມກັນນັ້ນ, ອະນຸສັນຍາ​ກໍ່​ຮຽກ​ຮ້ອງ​ໃຫ້ບັນ​ດາ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຮ່ວມ​ມືກັນສ້າງ​ເງື່ອນ​ໄຂອຳນວຍຄວາມ​ສະ​ດວກ​ ໃຫ້​ແກ່​ການ​ແລກ​ປ່ຽນ​​ຂໍ້​ມູນຂ່າວສານແລະຂໍ້ມູນ​ວິ​ທະ​ຍາ​ສາດ ແລະເພື່ອການຖ່າຍທອດ​ຄວາມ​ຮູ້​ທີ່​ໄດ້ຈາກການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດທາງ​ທະ​ເລ, ໂດຍສະເພາະແມ່ນ​ ໃຫ້​ແກ່​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ລວມທັງການເສີມສ້າງ​ຂີດຄວາມ​ສາ​ມາດຂອງປະ​ເທດ​ກຳ​ລັງ​ພັດ​ທະ​ນາ ​ໃນດ້ານການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດທາງ​ທະ​ເລ”(17)

ພິ​ເສດ, ​ໂດຍ​ຮັບ​ຮູ້​ໄດ້ເຖິງຄວາມ​ສຳຄັນ​ຂອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຢີ, ພ້ອມ​ກັນ​ນັ້ນ, ກໍ່​ແກ້​ໄຂຜ່ານຜ່າ​ຄວາມ​ບໍ່​ສະ​ເໝີ​ພາບ​ລະຫວ່າງ​ປະ​ເທດ​ໃນ​ຂົງ​ເຂດ​ນີ້, UNCLOS ປີ 1982 ໄດ້ສະຫງວນພາກທີ່ XIV ​ໃຫ້​ແກ່​ບັນຫາ​ການ​ຖ່າຍໂອນ​ເຕັກນິກ. ຕາມນັ້ນ, ອະນຸສັນຍາຈຶງກຳ​ນົດຫຼັກ​ການທີ່​ປະ​ເທດຕ່າງໆ​ຮ່ວມ​ມືກັນ​ໂດຍ​ກົງ, ຫຼືຜ່ານ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ເພື່ອ​ສ້າງ​ເງື່ອນ​ໄຂທີ່ເອື້ອອຳນວຍຕໍ່​ການ​ພັດ​ທະ​ນາ ແລະ ການຖ່າຍທອດວິ​ທະ​ຍາ​ສາດແລະເຕັກ​ໂນໂລຊີທາງທະ​ເລ ພາຍໃຕ້ຮູບແບບ ແລະ ເງື່ອນໄຂທີ່ເປັນ​ທຳ ແລະ ​ສົມເຫດສົມຜົນ. ອະນຸສັນຍາໃຫ້ຄວາມສຳຄັນເປັນ​ພິ​ເສດ​ຕໍ່​ຄວາມ​ຕ້ອງ​ການ​ໄດ້ຮັບການ​ຊ່ວຍ​ເຫຼືອ​ທາງ​​ເຕັກ​ນິກ​ຂອງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ, ປະ​ເທດ​ທີ່​ບໍ່​ມີທາງອອກສູ່​ທະ​ເລ ຫຼືເສຍປຽບທາງ​ພູ​ມສາດ, ໃນ​ການ​ສຳຫຼວດ, ການສະແຫວງປະໂຫຍດ, ການປົກປ້ອງແລະ ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທາງທະ​ເລ​, ການປົກປ້ອງແລະ​ຮັກ​ສາສິ່ງ​ແວດ​ລ້ອມ​ທາງທະ​ເລ, ການຄົ້ນ​ຄວ້າ​ວິ​ທະ​ຍາ​ສາດທາງ​ທະ​ເລ ແລະ ກິດຈະກຳອື່ນໆ ທີ່ມຸ່ງ​ດຳ​ເນີນການ​ໃນ​ສະ​ພາບ​ແວດ​ລ້ອມທາງ​ທະ​ເລ​ທີ່​ເໝາະ​ສົມ ​ເພື່ອສົ່ງເສີມ​ຄວາມ​ກ້າວ​ໜ້າທາງ​ສັງ​ຄົມ ແລະ ເສດ​ຖະ​ກິດ​ຂອງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ. ອະນຸສັນຍາກໍ່​ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ບັນ​ດາ​ສູນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດແລະເຕັກໂນໂລຊີທາງ​ທະ​ເລ ​ຂອງ​ປະ​ເທດແລະພາກ​ພື້ນ ​ເພື່ອ​ລະ​ດົມແລະຊຸກ​ຍູ້​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດທາງທະ​ເລ​ ແນ​ໃສ່​ນຳ​ໃຊ້ ແລະ ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນທາງ​ທະ​ເລ ເພື່ອການ​ພັດ​ທະ​ນາ​ທີ່​ຍືນຍົງ. 

ເພື່ອ​ມຸ່ງ​ສູ່​ເປົ້າ​ໝາຍ​ໃນການອະນຸລັກຊັບພະຍາກອນພັນທຸກຳທາງທະເລອັນລ້ຳ​ຄ່າ ແນໃສ່​ຮັບ​ໃຊ້​​ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ​ໃນ​ອະ​ນາ​ຄົດ, ປະ​ຈຸ​ບັນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງອະນຸສັນຍາ​ກຳ​ລັງ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ເຈ​ລະ​ຈາ ແລະ ລົງ​ນາມໃນຂໍ້ຕົກລົງ​ກ່​ຽວ​ກັບ​ຄວາມຫຼາກຫຼາຍທາງ​ຊີ​ວະພາບໃນພື້ນທີ່ນອກເຂດ​ອຳນາດສານຂອງປະເທດ(18). ໃນຂະນະດຽວກັນ​ກັບ​ການ​ພັດ​ທະ​ນາດ້ານວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ແລະ ​ບັນ​ຫາ​ໃໝ່ໆທີ່ເກີດຂຶ້ນ, ເຊັ່ນ ​ຜົນ​ກະ​ທົບດ້ານລົບຂອງ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ, ລະ​ດັບ​ນ້ຳ​ທະ​ເລ​ທີ່ສູງຂຶ້ນ, ຜົນ​ກະ​ທົບຂອງ​ໂລກ​ລະ​ບາດ ​ຈະຍັງໄດ້ຮັບການປຶກສາຫາລືໂດຍ​ປະ​ເທດ​ສະ​ມາ​ຊິກ​ເພື່ອ​ເພີ່ມ​ເຕີມ​ຂໍ້​ກຳນົດ​ຂອງ​ອະນຸສັນຍາ.

ຫວຽດ​ນາມ - ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ UNCLOS ປີ 1982  

ທັນທີພາຍຫຼັງ​ການ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມຢ່າງຕັ້ງໜ້າໃນກອງ​ປະຊຸມ​​ສະຫະ​ປະຊາ​ຊາດວ່າດ້ວຍ​​ກົດໝາຍ​ທະ​ເລ ຄັ້ງ​ທີ 3; ພ້ອມ​ກັນນັ້ນໄດ້ອອກ​ຖະ​ແຫຼງ​ການວ່າດ້ວຍເຂດ​ທະ​ເລ​ອານາເຂດ, ເຂດທະເລຕໍ່ເນື່ອງ, ເຂດ​ເສດ​ຖະ​ກິດຈຳເພາະ ແລະ ໄຫຼ່​ທະ​ວີບ, ໃນວັນ​ທີ 12 ພຶດ​ສະ​ພາ 1977(19). ເຖິງວ່າ​ໄດ້​ເຜີຍແຜ່ຕັ້ງແຕ່ປີ 1977, ແຕ່​ເນື້ອ​ໃນ​ຂອງ​ຖະ​ແຫຼງ​ການ​ນີ້ສອດຄ່ອງຢ່າງສົມບູນ​ກັບບົດບັນຍັດ​ຂອງ UNCLOS ທີ່ລົງນາມໂດຍລັດຕ່າງໆ ໃນປີ 1982. ໃນປີ 1994 ຫວຽດ​ນາມເປັນ​ປະ​ເທດ​ທີ່ 63 ທີ່ໃຫ້ສັດຕະຍາບັນ UNCLOS ປີ 1982, ກ່ອນທີ່ອະນຸສັນຍາຈະ​ມີ​ຜົນ​ບັງຄັບໃຊ້ຢ່າງເປັນທາງການ​ໃນ​ເດືອນທັນ​ວາ 1994. ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມທີ່ໃຫ້ສັດຕະຍາບັນ UNCLOS ປີ 1982 ຢືນ​ຢັນ​ຢ່າງ​ຈະ​ແຈ້ງວ່າ ​ການໃຫ້ສັດຕະຍາບັນ UNCLOS ປີ 1982 ຫວຽດ​ນາມໄດ້ສະ​ແດງ​ຄວາມ​ຕັດ​ສິນ​ໃຈ ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນໃນການ​ສ້າງລະບຽບທາງກົດໝາຍທີ່​ຍຸ​ຕິ​ທຳ, ສົ່ງ​ເສີມ​ການ​ພັດ​ທະ​ນາ ແລະ ການຮ່ວມ​ມື​ໃນ​ທະ​ເລ(20)

ຫຼັງຈາກເຂົ້າ​ເປັນ​ສະ​ມາ​ຊິກ​ຢ່າງເປັນທາງ​ການ​ຂອງ UNCLOS ປີ 1982 ຫວຽດ​ນາມໄດ້​ອອກ​ເອ​ກະ​ສານ​ທາງກົດ​ໝາຍ​ພາຍ​ໃນ​ປະເທດຫຼາຍ​ສະ​ບັບ ​ເພື່ອຮັບຮອງບົດບັນຍັດຂອງອະນຸສັນຍາ​ໃນຫຼາຍ​ຂົງ​ເຂດ ເຊັ່ນ ​ຊາຍ​ແດນ ອານາເຂດ, ການ​ເດີນ​ທະ​ເລ, ການປະມົງ, ການຂຸດຄົ້ນນ້ຳ​ມັນແລະກ໊າດ, ການຄຸ້ມຄອງສິ່ງ​ແວດ​ລ້ອມໃນ​ທະ​ເລແລະໝູ່​ເກາະ… ໂດຍສະເພາະໃນປີ 2012, ຫວຽດ​ນາມໄດ້​ປະ​ກາດ​ໃຊ້​ກົດ​ໝາຍ​ທະ​ເລຫວຽດ​ນາມ ໂດຍເນື້ອ​ໃນ​ສ່ວນໃຫຍ່ສອດຄ່ອງ​ກັບ UNCLOS ປີ 1982.

ເພື່ອ​ປະ​ຕິ​ບັດ​ພັນ​ທະ​ກໍລະນີພາຍໃຕ້ UNCLOS ປີ 1982, ໃນປີ 2007 ຫຼັງຈາກເຂົ້າເປັນສະມາຊິກອະນຸສັນຍາໄດ້ 15 ປີ​, ຫວຽດ​ນາມໄດ້ຍື່ນເຂດ​ແດນນອກ​ໄຫຼ່​ທະວີບທີ່ເປີດກວ້າງອອກໄປທາງທິດ​ເໜືອ ໃຫ້ຄະ​ນະ​ກຳ​ມະການກ່ຽວກັບຂອບເຂດ​ໄຫຼ່​ທະ​ວີບ (CLCS) ​ຂອງ​ສະ​ຫະ​ປະ​ຊາ​ຊາດ(21). ຄຽງ​ຄູ່​ກັນ​ນັ້ນ, ຫວຽດ​ນາມຍັງ​ໄດ້​ຮ່ວມ​ມື​ກັບ ມາ​ເລ​ເຊຍ ໃນການຍື່ນຕໍ່ CLCS ກ່ຽວກັບ​ເຂດ​ແດນນອກ​ໄຫຼ່​ທະ​ວີບທີ່ຂະຫຍາຍອອກໄປທາງຕອນໃຕ້ຂອງທະເລຕາເວັນອອກ ເຊິ່ງທັງສອງ​ປະ​ເທດ​ມີ​ໄຫຼ່​ທະ​ວີບ​ທີ່​ຊັບ​ຊ້ອນ​ກັນ ແລະ ຍັງ​ບໍ່​ໄດ້ກຳນົດເຂດ​ແດນ(22).  

ດ້ວຍ​ຈິດ​ໃຈ​ສະ​ເໝີ​ພາບ, ຄວາມເຂົ້າ​ໃຈ ແລະ ຄວາມເຄົາ​ລົບ​ເຊິ່ງ​ກັນແລະກັນ, ການເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເປັນ​ຕົ້ນ​ແມ່ນ UNCLOS ປີ 1982, ຫວຽດ​ນາມປະສົບຄວາມສຳເລັດໃນການ​ກຳນົດ ແບ່ງ​ເຂດ​ທະ​ເລທັບ​ຊ້ອນກັບ​ປະ​ເທດເພື່ອນບ້ານ. ຄຽງຄູ່ກັບ​ການ​ກໍາ​ນົດ​ຂອບ​ເຂດ​ທາງ​ທະ​ເລ​, ຫວຽດ​ນາມແລະຈີນຍັງໄດ້ບັນລຸ​ຂໍ້​ຕົກ​​ລົງການ​ຮ່ວມ​ມື​ດ້ານ​ການ​ປະ​ມົງ​ທີ່​ອ່າວຕັງເກ໋ຍ, ​ຜ່ານນັ້​ນ​ກຳ​ນົດ​ພື້ນທີ່ການ​ຮ່ວມ​ມືດ້ານການປະມົງຮ່ວມ​ກັນ ແລະ ການລາດ​ຕະ​ເວນ​ຮ່ວມ​ກັນ ​ເພື່ອ​ປ້ອງ​ກັນ​ອາ​ຊະ​ຍາ​ກຳ ແລະ ​ກາ​ນ​​ລະ​ເມີດ​ໃນ​ທະ​ເລ(23).   

ມາ​ຮອດ​ປະ​ຈຸ​ບັນ, ​ສັນຍາ​ກຳນົດ​ເຂດ​ທະ​ເລ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ໄດ້​ຮັບ​ການ​ປະຕິບັດ​ຕາມ​ຫຼັກການ​ແກ້​ໄຂ​ຂໍ້​ພິພາດລະຫວ່າງປະເທດຢ່າງ​ສັນຕິ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ໂດຍສະເພາະ UNCLOS ປີ 1982, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສັນ​ຕິ​ພາບ, ສະຖຽນລະພາບ ແລະ ການພັດ​ທະ​ນາ ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ​ເພື່ອນບ້ານ. ນອກຈາກ​ການກຳນົດເຂດແດນທາງທະເລແລ້ວ, ຫວຽດ​ນາມຍັງໄດ້ບັນລຸ​ຂໍ້​ຕົກ​ລົງ​ກັ​ບ ກຳ​ປູ​ເຈຍ ກ່ຽວ​ກັບ​ເຂດ​ນ້ຳ​ປະ​ຫວັດ​ສາດໃນພື້ນທີ່​ທະ​ເລ​ທີ່​ຍັງ​ບໍ່​​ໄດ້ກຳນົດ​ລະ​ຫວ່າງ​ສອງ​ປະ​ເທດ. ພ້ອມ​ກັນນີ້ ຫວຽກນາມຮ່ວມ​ກັບມາ​ເລ​ເຊຍ ຈັດສ້າງພື້ນທີ່ຂຸດຄົ້ນ​ນ້ຳມັນ​ອາຍ​ແກັດ​ຮ່ວມ​ກັນ ໃນ​ເຂດ​ໄຫຼ່​ທະວີບ​ທັບ​ຊ້ອນທີ່ຍັງ​ບໍ່​ໄດ້ປັກປັນ​ລະຫວ່າງ​ສອງ​ປະ​ເທດ.  

ໃນພື້ນທີ່ທະເລ​ທີ່​ຍັງ​ມີ​ການ​ຊັບ​ຊ້ອນ​ກັນ, ຍັງ​ບໍ່​ໄດ້ປັກປັນກັນກັບ​ປະ​ເທດ​ເພື່ອນບ້ານ​ເຊັ່ນ ພື້ນທີ່ທັບຊ້ອນກັນກັບປະ​ເທດ​ກຳ​ປູ​ເຈຍ, ພື້ນທີ່​ທັບຊ້ອນ​ສາມ​ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ມາ​ເລ​ເຊຍ ແລະ ໄທ, ຫຼື​ພື້ນ​ທີ່ທັບ​ຊ້ອນທີ່ອາດຈະເກີດຂຶ້ນ​ລະ​ຫວ່າງຫວຽດ​ນາມກັບ ບຮູໄນ, ກໍ່​ຄື​ລະ​ຫວ່າງ​ຫວຽດ​ນາມ ແລະ ຟີ​ລິບ​ປີນ(24), ຫວຽດ​ນາມຍາມ​ໃດ​ກໍ່​ເຄົາ​ລົບ​ສິດທິອະ​ທິ​ປະ​ໄຕ ແລະ ສິດ​ອຳນາດສານ ​ຂອງ​ປະ​ເທດຊາຍຝັ່ງ​ ຕໍ່​ເຂດ​ເສ​ຖະ​ກິດຈຳເພາະ ແລະ ໄຫຼ່​ທະ​ວີບ, ໃນ​ຂະ​ນະທີ່ສົ່ງເສີມການເຈລະຈາ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂທີ່​ພື້ນຖານ ​ແລະ ຍາວ​ນານ, ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ການຮັກ​ສາສະຖຽນລະພາບ ​ບົນ​ພື້​ນ​ຖານຂອງການຮັກສາສະພາບທີ່ເປັນຢູ່, ບໍ່​ມີ​ການ​ກະ​ທຳ​ໃຫ້​ສະຖານະການສັບ​ສົນ​ຕື່ມ​ອີກ, ບໍ່​ໃຊ້​​ກຳ​ລັງ ຫຼື​ຂູ່​ວ່າຈະໃຊ້​​ກຳ​ລັງ.​       

ໂດຍສະເພາະຢ່າງຍິ່ງກັບ​ໝູ່​ເກາະສອງແຫ່ງຄື ຮ​ວ່າງ​ຊາແລະເຈື່ອງ​ຊາ, ດ້ານ​ໜຶ່ງ, ຫວຽດ​ນາມຢືນ​ຢັ​ນ​ວ່າ ​ມີ​ຫຼັກ​ຖານທາງ​ປະ​ຫວັດ​ສາດແລະກົດໝາຍ​ພຽງ​ພໍ ທີ່ຈະ​ພິ​ສູດ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມເໜືອ​ໝູ່​ເກາະ​ທັງສອງນີ້; ອີກ​ດ້ານ​ໜຶ່ງ, ຫວຽດ​ນາມ​ກຳ​ນົດ​ວ່າ ຈຳເປັນຕ້ອງ​ຈຳ​ແນກແຍກ​ ບັນ​ຫາ​ການ​ແກ້​ໄຂ​ຂໍ້​ພິ​ພາດ​ກ່ຽວ​ກັບ​ໝູ່​ເກາະ​ຮ່​ວາງ​ຊາແລະ​ເຈື່ອງ​ຊາ ອອກຈາກ​ບັນ​ຫາ​ປົກ​ປັກ​ຮັກ​ສາ​ບັນ​ດາ​ເຂດ​ທະ​ເລ ແລະ ໄຫຼ່​ທະ​ວີບ​ພາຍໃຕ້ອຳ​ນາດ​ອະ​ທິ​ປະ​ໄຕ, ສິດທິອະທິປະໄຕ ແລະ ສິດອຳນາດສານຂອງຫວຽດ​ນາມ ​ຕາມຫຼັກ​ການ ແລະ ​ມາດ​ຕະ​ຖານ​ຂອງ UNCLOS ປີ 1982. ບົນ​ພື້ນ​ຖານນັ້ນ, ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ລົງ​ນາມ ແລະ ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ໃນ​ທະ​ເລ​ຕາ​ເວນ​ອອກ (DOC), ພ້ອມ​ກັນນັ້ນ ກໍ່​ຕັ້ງ​ໜ້າ​ພ້ອມ​ກັນກັບ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ເຈ​ລະ​ຈາ​ກ່ຽວ​ກັບ​ປະ​ມວນລະ​ບຽບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວນ​ອອກ (COC).  

ວັນ​ທີ 22 ຕຸ​ລາ 2018, ກອງ​ປະ​ຊຸມ​ຄັ້ງ​ທີ​ແປດ​ຄະ​ນະ​ບໍ​ລິ​ຫານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມສະ​ໄໝ​ທີ 12 ​ໄດ້​ອອກ​ມະ​ຕິ​ວ່າ​ດ້ວຍ “ຍຸດ​ທະ​ສາດ​ການພັດ​ທະ​ນາເສດ​ຖະ​ກິດ​ທະ​ເລ​ຫວຽດ​ນາມແບບ​ຍືນ​ຍົງ​​ເຖິງ​ປີ 2030, ວິ​ໄສ​ທັດ​ເຖິງ​ປີ 2045”. ຍຸດ​ທະ​ສາດ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ “ທະ​ເລ​ເປັນ​ສ່ວນໜຶ່ງຂອງ​ອຳ​ນາດ​ອະ​ທິ​ປະ​ໄຕ​ອັນ​ສັກ​ສິດ​ຂອງ​ປະ​ເທດ​ຊາດ, ເປັນພື້ນທີ່ຢູ່ອາໄສ, ປະ​ຕູສູ່ການ​ແລກ​ປ່ຽນລະຫວ່າງປະເທດ, ເຊິ່ງຕິດ​ພັນ​ຢ່າງໃກ້ຊິດ​ກັບ​ພາ​ລະ​ກິດການສ້າງສາ ແລະ ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ(25). ຄຽງ​ຄູ່​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​​ສີ​ຟ້າ, ການອະນຸລັກ​ຄວາມຫຼາກຫຼາຍທາງ​ຊີ​ວະພາບ, ການອະນຸລັດແລະເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳທາງ​ທະ​ເລ, ປະ​ສົມ​ກັບ​ການ​ຮັບ​ຮູ້​ວິ​ທະ​ຍາ​ສາດແລະ​ເຕັກ​ໂນ​ໂລ​ຊີຂັ້ນສູງແລະທັນ​ສະ​ໄໝ, ໃຊ້ຊັບພະຍາກອນ​ບຸກຄົນທີ່ມີ​ຄູນ​ນະ​ພາບ​ສູງ, ຍຸດ​ທະ​ສາດ​ຍັງໄດ້ກຳ​ນົດ​ວິ​ໄສ​ທັດ​ເຖິງ​ປີ 1945 ວ່າ ຫວຽດ​ນາມຈະ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການແລະມີ​ຄວາມ​ຮັບ​ຜິດ​ຊອບ ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ, ພາກ​ພື້ນ​ ກ່ຽວ​ກັບ​ທະ​ເລແລະມະ​ຫາ​ສະໝຸດ. ​

​ເພື່ອປະ​ຕິ​ບັດ​​ຈິດ​ໃຈ​ນີ້, ໃນປີ 2021, ຫວຽດ​ນາມແລະ 11 ປະ​ເທດໄດ້ກໍ່ຕັ້ງ​ກຸ່ມ​ເພື່ອນ​ມິດ​ຂອງ UNCLOS ປີ 1982 ເພື່ອ​ສ້າງ​ເວ​ທີ​ປາ​ໄສ​ທີ່​ເປີດກວ້າງແລະເປັນມິດສຳລັບປະເທດຕ່າງໆ ​ເພື່ອ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ, ​ຜ່ານນັ້ນ​ປະ​ກອບ​ສ່ວນ​ປະ​ຕິ​ບັກ​ UNCLOS ປີ 1982 ຢ່າງເຕັມທີ່(26). ປະ​ຈຸ​ບັນ, ຫວຽດ​ນາມກຳ​ລັງແລະຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍຢ່າງເປັນ​ເຈົ້າ​ການແລະຕັ້ງ​ໜ້າ​ ແລະ ສົນ​ທະ​ນາ​ກ່ຽວ​ກັບ​​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃໝ່​ຂອງ​ທະ​ເລແລະມະ​ຫາ​ສະ​ໝຸດ ເຊັ່ນ ການອະນຸລັກຄວາມຫຼາກຫຼາຍ​ທາງ​ຊີ​ວະພາບ ໃນພື້ນທີ່ນອກ​ເຂດອຳນາດສານ​ຂອງ​ປະ​ເທດ, ການຮັບ​ມື​ກັບ​ຜົນ​ກະທົບ​ທາງ​ລົບ​ຂອງ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ​ຢູ່​ທະ​ເລ​ແລະມະຫາ​ສະໝຸດ, ການຄຸ້ມຄອງກິດຈະກຳທາງທະເລທ່າມກາງຄວາມທ້າທາຍ​ດ້ານ​ຄວາມ​ໝັ້ນຄົງຮູບແບບ​ໃໝ່ ເຊັ່ນ ການ​ລະ​ບາດຂອງ​ໂຄວິດ-19, ການ​ຄ້າ​ມະ​ນຸດ, ການອົບພະຍົບທີ່ຜິດກົດໝາຍ…  

UNCLOS ເຄີຍ​ຖືກ​ຖືວ່າ “ລັດ​ຖະ​ທຳ​ມະນູນໃນ​ມະ​ຫາ​ສະ​ໝຸດ”, ການລົງນາມໃນ UNCLOS ເມື່ອກ່ອນໜ້ານີ້ 40 ປີ​ເປັນເຫດການສຳຄັນທາງ​ປະ​ຫວັດ​ສາດ​ໃນ​ການ​ພັດ​ທະ​ນາ​ກົດ​ໝາຍລະຫວ່າງປະເທດ, ສ້າງ​ຂອບ​ກົດໝາຍທີ່ປົກຫູ້ມ​ຮອບ​ດ້ານ ​ເພື່ອ​ກ​ານ​ບໍ​ລິ​ຫານຄຸ້ມຄອງ​ທະ​ເລຢ່າງ​ສັນ​ຕິ​ແລະມີສະ​ຖຽນ​ລະ​ພາບ ແລະ ສົ່ງເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​​ປະ​ເທດຕ່າງໆ ແລະ ການ​ພັດ​ທະ​ນາ​​ທ​ະ​ເລແລະມະ​ຫາ​ສະ​ໝຸດຢ່າງຍືນຍົງ. ສະຫະປະຊາຊາດ - ອົງການຈັດຕັ້ງຫຼາຍຝ່າຍທີ່ມີຈໍານວນສະມາຊິກຫຼາຍທີ່ສຸດໃນໂລກໃນປັດຈຸບັນ - ໄດ້ຮັບຮູ້ຫຼາຍຄັ້ງກ່ຽວກັບບົດບາດຂອງ UNCLOS ປີ 1982 ແລະ ເນັ້ນໜັກເຖິງຄວາມຈຳເປັນໃນການຕິບັດຕາມອະນຸສັນຍາໃນທຸກກິດຈະກໍາໃນທະເລແລະມະຫາສະໝຸດ(27). ໃນ​ບັນດາຖະ​ແຫຼງ​ການ​ຂັ້ນ​ສູງ ອາ​ຊຽນໄດ້ເນັ້ນ​ໜັກ​ເຖິງ​ຄຸນ​ຄ່າ​ທົ່ວ​ໄປ ແລະ ຄວາມ​ສຳ​ຄັນຂອງ​ການ​ປະ​ຕິ​ບັດຕາມ UNCLOS ປີ 1982 ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ຕະຫຼອດຈົນການ​ຄຸ້ມ​ຄອງ ແລະ ການແກ້​ໄຂ​ຂໍ້​ພິ​ພາດທາງ​ທະ​ເລໃນ​ພາກ​ພື້ນຢ່າງສັນຕິ. ໃນຖານະປະເທດຊາຍຝັ່ງເຊິ່ງເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າແລະມີ​ຄວາມ​ຮັບ​ຜິດ​ຊອບ, ຫວຽດ​ນາມຍາມ​ໃດ​ກໍ່​ຢືນ​ຢັນ​ວ່າ UNCLOS ປີ 1982 ແມ່ນ​ໜຶ່ງ​ໃນ​ບົດບັນຍັດ​ຂອງ​ກົດ​ໝາຍ​ສາ​ກົນ​ທີ່​ມີ​ບົດ​ບາດ​ສຳຄັນ​ໃນ​ການ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ແຫ່ງ​ຊາດ; ພ້ອມ​ທັງ​ເປັນ​ພື້ນ​ຖານ ​ເພື່ອໃຫ້​ຫວຽດ​ນາມແກ້​ໄຂ​ຂໍ້​ພິ​ພາດທາງ​ທະ​ເລ​ກັບ​ບັນ​ດາ​ປະ​ເທດເພື່ອນບ້ານຢ່າງສັນຕິ, ເພື່ອມຸ່ງ​ສູ່​​ການ​ບໍ​ລິ​ຫານ​ຄຸ້ມຄອງທະ​ເລ​ຕາ​ເວນ​ອອກຢ່າງ​ສັນ​ຕິ​ແລະຍືນ​ຍົງ./.  

----------------------------

(1) Gabriele Goettsche-Wanli: “The United Nations Convention on the Law of the Sea: Multilateral Diplomacy at Work” (ອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ: ການ​ທູດຫຼາຍ​ຝ່າຍ​ທີ່ກອງ​ປະ​ຊຸມ),  No. 3, Vol. LI, United Nations, ເດືອນ​ທັນ​ວາ-2014, https://www.un.org/en/chronicle/article/united-nations-convention-law-sea-multilateral-diplomacy-work

(2) ເບິ່ງ: ​ລາຍ​ຊື່​ປະ​ເທດ​ທີ່​ລົງນາມ ແລະ ໃຫ້ສັດຕະຍາບັນ UNCLOS ປີ 1982. https://www.un.org/depts/los/reference_files/UNCLOS%20Status%20table_ENG.pdf

(3) ຂໍ້ຄວາມສະບັບເຕັມ ຂອງອະນຸສັນຍາ​ສີ່​ສະ​ບັບ ແລະ ພິທີສານວ່າດ້ວຍກົດໝາຍທະເລ​ປີ 1958 https://legal.un.org/avl/ha/gclos/gclos.html

(4) ມາດ​ຕະ 2 ຂອງອະນຸສັນຍາ​ໄຫຼ່​ທະ​ວີບລະບຸ​ວ່າ ລັດ​ອາດ​ຈະ​ກຳ​ນົດ​ໄຫຼ່​ທະ​ວີບໄດ້ເຖິງຂີດຈຳກັດ​ຕ​າມ​ຄວາມ​ສາ​ມາດ​ຂຸດ​ຄົ້ນ. ເກນກຳນົດນີ້​ຂຶ້ນຢູ່​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ-ເຕັກໂນໂລຊີ ແລະ ຄວາມເຂັ້ມແຂງ​ຂອງ​ປະ​ເທດທີ່​ພັດ​ທະ​ນາແລ້ວ.   

(5) ​ພິທີສານວ່າດ້ວຍ​ການ​ແກ້​ໄຂຂໍ້​ພິ​ພາດໄດ້ຮັບການຍອມຮັບຈາກ 18 ປ​ະ​ເທດເທົ່ານັ້ນ. ນອກ​ຈາກ​ການມອບ​ອຳ​ນາດ​​ບັ​ງ​ຄັບໃຫ້ກັບ ICJ, ພິທີສານຍັງເປີດປະຕູສູ່ເຂດອຳນາດ​ຂອງ​ສານອື່ນໆ ແລະ ອະນຸຍາໂຕຕຸລາການ ​ຖ້າ​ຫາກບັນ​ດາ​ປະ​ເທດ​ບັນ​ລຸ​​ຂໍ້​ຕົກ​ລົງ​ຮ່ວມ​ກັນ. ຢ່າງໃດກໍຕາມ, ເປົ້າ​ໝາຍ​ສູງ​ສຸດຍັງ​ແມ່ນການ​ສ້າງ​ຕັ້ງເຂດ​ອຳ​ນາດ​ບັງ​ຄັບ​ຂອງສານ ເພື່ອ​ແກ້​ໄຂຂໍ້​ພິ​ພາດທາງ​ທະ​ເລ. ເບິ່ງ: “ລາຍຊື່​ປະ​ເທດ​ທີ່​ໃຫ້ສັດຕະຍາບັນ”, https://treaties.un.org/Pages/showDetails.aspx?objid=08000002800332b0

(6) ກ່ອນບົດບັນຍັດ​ຂອງ UNCLOS ປີ 1982, ໃນ​ຖະ​ແຫຼງ​ການ ຊານ​ຕີ​ອາ​ໂກ ປີ 1952, ສາມ​ປະ​ເທດ​ໃນ​ອາ​ເມລິ​ກາ​ລາ​ຕີນ, ລວມ​ມີ: ຊີ​ເລ, ເອ​ກົວ​ດໍ ແລະ ເປ​ຣູ, ເປັນ​ບັນ​ດາ​ປະ​ເທດ​ທຳ​ອິດ​ທີ່ອ້າງສິດໃນພື້ນທີ່ທຳ​ການ​ປະ​ມົງ 200 ໄມ​ທະເລ ໂດຍອ້າງວ່າ ທີ່ນີ້​ເຄີຍ​ເປັນພື້ນທີ່​ທະ​ເລນ້ຳ​ຕື້ນ, ອຸນ​ຫ​ະ​ພຸມ​ອົບອູ່ນ, ເໝາະ​ສົມ​ກັບ​ການຈະເລີນ​ເຕີບ​ໂຕ ແລະພັດ​ທະ​ນາພັນທຸປາ. ເບິ່ງ: S. N. Nandan: “The Exclusive Economic Zone: A Historical Perspective” (​​ເຂດ​​ເສດ​ຖະ​ກິດ​ຈຳເພາະ: ມຸມມອງທາງ​ປະ​ຫວັດ​ສາດ), https://www.fao.org/3/s5280T/s5280t0p.htm

(7) ໄຫຼ່​ທະ​ວີບ​ທີ່ຂະຫຍາຍອອກອາດຈະ​ມີຄວາມກວ້າງ​​ເທົ່າ​ກັບໄຫຼ່​ທະ​ວີບຕາມທຳມະຊາດ, ຫຼື​ 350 ໄມທະເລຈາກ​ເສັ້ນ​ຖານ ຫຼື 100 ໄມ​ທະເລຈາກ​ເສັ້ນຄວາມ​ເລິກ 2.500 ແມັດ. ລາຍ​ລະ​ອຽດຂອງວິທີການ​ກຳ​ນົດຄວາມກວ້າງ​ຂອງໄຫຼ່​ທະ​ວີບຕາມກົດໝາຍລະບຸໄວ້​ໃນ​ມາດ​ຕາ 76 ຂອງ UNCLOS ປີ 1982.

(8) ຄະ​ນະ​ກຳ​ມະ​ການກ່ຽວກັບຂອບເຂດໄຫຼ່​ທະ​ວີບ (CLCS) ເປັນ​ໜຶ່ງ​ໃນ​ສາມ​ອົງ​ການ​ທີ່ຈັດ​ຕັ້ງຂຶ້ນພາຍໃຕ້ UNCLOS ປີ 1982 ເພື່ອ​ພິ​ຈາ​ລະ​ນາ​ການ​ສະ​ເໜີ​ຂອບເຂດ​ໄຫຼ່​ທະ​ວີບ​ທີ່ເກີນກວ່າ 200 ໄມ​ທະເລຂອງແຕ່ລະ​ປະ​ເທດ. ຄະ​ນະ​ກຳ​ມະ​ການ​ປະກອບດ້ວຍສະມາຊິກ 21 ຄົນ ເຊິ່ງເປັນຕົວແທນຂອງ 5 ພູມິພາກທາງພູ​ມີສາດ

(9) ອະນຸສັນຍາໃຊ້​ພາກ​ທີ X ໂດຍມີ 9 ມາດ​ຕາ​ ແຕ່​ມາດ​ຕາ 124 ເຖິງ 132; ສອງ​ມາດ​ຕາ​ໃນ​ກົດ​ລະ​ບຽບ​ຂອງ​ເຂດ​ເສດ​ຖະ​ກິດ​ຈຳເພາະ (ມາດ​ຕາ 69, 70) ແລະ ມາດ​ຕາ 254 ກ່ຽວ​ກັບ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທາງທະ​ເລ​ ເພື່ອກຳນົດ​ສິດທິ​ຂອງ​ປະ​ເທດທີ່ເສຍປຽບທາງ​ພູ​ມີສາດ ແລະ ບໍ່​ມີທາງອອກສູ່​ທະ​ເລ.

(10) ປະເທດໝູ່​ເກາະ, ເນື່ອງຈາກລັກສະນະສະເພາະຂອງການປະກອບຂຶ້ນຈາກໝູ່​ເກາະເທົ່ານັ້ນ, ແຕ່​ແບ່ງຕາມພື້ນທີ່ທາງພູມີສາດລະ​ຫວ່າງ​ເກາະ​ຕ່າງໆ, ດັ່ງ​ນັ້ນຈຶງ​ໄດ້​ໝູນ​ໃຊ້​ກົດ​ລະ​ບຽບ​ສະ​ເພາະ, ຕາມທີ່ລະບຸໄວ້ໃນພາກ​ທີ IV, ແຕ່​ມາດ​ຕາ 46 ເຖິງ 54. ຈາກນັ້ນ, ປະ​ເທດ​ໝູ່​ເກາະ​ໄດ້​ນຳ​ໃຊ້​ວິ​ທີ​ເສັ້ນ​ຖານຂອງ​ໝູ່​ເກາະ ໂດຍເຊື່ອມຕໍ່​ຈຸດນອກ​ສຸດ​ຂອງ​ເກາະ​ທີ່ຢູ່​ໄກທີ່​ສຸດກັບໂຄກຫິນນ້ຳລົງແລະນ້ຳຂຶ້ນສູງຂອງ​ໝູ່​ເກາະ, ໂດຍມີ​ເງື່ອນ​ໄຂວ່າ ແນວເສັ້ນຖານເຫຼົ່ານີ້ລ້ອມຮອບ​ເກາະຫຼັກ ແລະ ກຳ​ນົດພື້ນທີ່ທີ່ອັດຕາສ່ວນຂອງພື້ນທີ່ນ້ຳຕໍ່ແຜ່ນ​ດິນ ລວມ​ທັງເກາະ​ປະ​ກາ​ລັງ, ຄວນຢູ່ລະຫວ່າງ 1/,1 ແລະ 9/1. ນອກ​ຈາກນັ້ນ, ປະ​ເທດ​ເໝູ່​ເກາະຍັງມີສະຖານະທາງກົດໝາຍ​ພິ​ເສດ​ກັບ​ເຂດ​ນ້ຳ​ໝູ່​ເກາະ (ພື້ນທີ່ນ້ຳ​ທີ່​ລ້ອມຮອບ​ດ້ວຍ​ເສັ້ນຖານຂອງໝູ່​ເກາະ).

(11) ອົງ​ການຄຸ້ມຄອງກົ້ນທະເລສາກົນ​ແມ່ນ​ອົງ​ການທີ່ມີ​ໜ້າ​ທີ່​ຈັດລະບຽບແລະຄວບຄຸມກິດຈະກຳທີ່​ດຳ​ເນີນການ​ໃນພາກພື້ນ ເພື່ອຈຸດ​ປະ​ສົງ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ຂອງ​ພາກພື້ນ​ເພື່ອ​ເປົ້າ​ໝາຍ​ມໍ​ລະ​ດົກ​ຮ່ວມ​ກັນ​ຂອງ​ມະ​ນຸດຊາດ ​ບົນ​ພື້ນ​ຖານ​ຂອງກົດລະບຽບ​ກ່ຽວ​ກັບ​ໂຄງ​ປະ​ກອບ​​ການ​ຈັດ​ຕັ້ງ, ພາ​ລະ​ໜ້າ​ທີ່​ ຂອງ​ອົງ​ການຄຸ້ມຄອງກົ້ນທະເລສາກົນ ​ທີ່​ໄດ້​ກຳ​ນົດ​ໄວ້​ຢ່າງ​ລະ​ອຽດໃນ​ພາກ​ທີ XIແລະ ຂໍ້ຕົກລົງວ່າດ້ວຍການ​ປະ​ຕິ​ບັດ​ພາກ​ທີ XI ຂ​ອງ UNCLOS ປີ 1982.

(12) ມາດ​ຕາ 13 ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ.  

(13) ພັນ​ທະ​ໃນການແລກ​ປ່ຽນ​ຄວາມຄິດເຫັນ​​ໄດ້​ກຳ​ນົດ​ໄວ້ໃນ​ມາດ​ຕາ 283 ຂອງ UNCLOS ປີ 1982. ເວ​ລາ​ທີ່​ເໝາະ​ສົມຈະພິຈາລະນາ​ຕາມ​ສະຖານະ​ການຂອງ​ແຕ່​ລະກໍລະນີຫຼືເລື່ອງສະເພາະ.

(14) ກຳ​ນົດ​ໄວ້​ທີ່ມາດ​ຕາ 287 ຂອງ UNCLOS ປີ 1982. ໃນ​ນັ້ນ, ອະນຸຍາໂຕຕຸລາການທີ່ຈັດ​ຕັ້ງຂຶ້ນພາຍໃຕ້​ພາກ​ຜະ​ໜວກ​ທີ VII ແລະ ອະນຸຍາໂຕຕຸລາການທີ່ຈັດ​ຕັ້ງຂຶ້ນພາຍໃຕ້​ພາກ​ຜະ​ໜວກທີ VIII ຕ່າງກໍ່​ເປັນ​ອະນຸຍາໂຕຕຸລາການສະເພາະກິດ (ad-hoc arbitration). ອະນຸຍາໂຕຕຸລາການທີ່ຈັດ​ຕັ້ງຂຶ້ນພາຍໃຕ້​ພາກ​ຜະ​ໜວກ​ທີ VII ມີເຂດ​ອຳນາດສານທົ່ວໄປເໜືອຂໍ້ພິ​ສາດ​ທຸກປະເພດ ທີ່​ກ່ຽວຂ້ອງກັບ​ການຕີຄວາມ ແລະ ການ​ໃຊ້ UNCLOS ປີ 1982, ໃນຂະນະທີ່ອະນຸຍາໂຕຕຸລາການທີ່ຈັດ​ຕັ້ງຂຶ້ນພາຍໃຕ້​ພາກ​ສະ​ໜວກ​ທີ VIII ​ມີອຳນາດຕັດສິນສະເພາະຂໍ້​ພິ​ພາດ​ທີ່ກ່ຽວຂ້ອງກັບ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທະ​ເລ​ເທົ່າ​ນັ້ນ.

(15), (16) ກຳ​ນົດ​ໄວ້​ທີ່ມາດ​ຕາ 297 ຂອງ UNCLOS ປີ 1982.

(17) ກຳ​ນົດ​ໄວ້​ທີ່ມາດ​ຕາ 244 ຂອງ UNCLOS ປີ 1982

(18) ມາ​ຮອດ​ປະ​ຈຸ​ບັນ, ຂະ​ບວນ​​ການ​ເຈ​ລະ​ຈາ​ໄດ້​ຈັດ​ຂຶ້ນໃນກອງ​ປະ​ຊຸມ​ໃຫຍ່ລະຫວ່າງ​ລັດ​ຖະ​ບານ 5 ສະໄໝ. ເບິ່ງ: https://www.un.org/bbnj/

(19) ​ຂໍ້​ຄວາມ​ສະບັບສົມບູນ​ຂອງ​ຖະ​ແຫຼງ​ການນີ້ ​ຖືກຈັດ​ເກັບ​ໄວ້​ໃນ​ຖານ​ຂໍ້​ມູນ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ອ້າງ​ສິດທິ​ທາງ​ທະ​ເລ​ຂອງ​ລັດຕ່າງໆ​, https://www.un.org/Depts/los/LEGISLATIONANDTREATIES/PDFFILES/VNM_1977_Statement.pdf

(20) ຈຸດ​ທີ 2, ມະ​ຕິ​​ສະ​ພາ​ແຫ່ງ​ຊາດ​ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ໃນການໃຫ້ສັດຕະຍາບັນອະນຸສັນຍາ​ສະ​ຫະ​ປະ​ຊາ​ຊາດ​ວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ ປີ 1982 ​ລົງ​ວັນ​ທີ 23 ມິ​ຖຸ​ນາ 1994.

(21) ຫວຽດ​ນາມຍື່ນ​ສະ​ເໜີ​ໄຫຼ່​ທະ​ວີບ​ຂະກຍາຍອອກໄປໃນທາງທິດເໜືອ ຕໍ່ CLCS ໃນ​ວັນ​ທີ 7 ພຶດ​ສະ​ພາ 2009, https://www.un.org/depts/los/clcs_new/submissions_files/submission_vnm_37_2009.htm 

(22) ​ການຍື່ນຄຳຮ້ອງຮ່ວມ​ກັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ມາ​ເລ​ເຊຍ ກ່ຽວ​ກັບຂອບເຂດຂອງໄຫຼ່​ທະ​ວີບ​​ທີ່ຂະຫຍາຍອອກໄປ ​ຍື່ນ​ໃນ​ວັນ​ທີ 6 ພຶດ​ສະ​ພາ 2009 https://www.un.org/depts/los/clcs_new/submissions_files/submission_mysvnm_33_2009.htm

(23) ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ປະມົງ​ໃນ​ອ່າວຕັງເກ໋ຍ ລະ​ຫວ່າງ​ລັດ​ຖະ​ບານແຫ່ງສາທາລະນັລັດສັງຄົມນິຍົມຫວຽດ​ນາມ ແລະ ສາທາລະນະລັດປະຊາຊົນຈີນ ​ປີ 2000, http://biengioilanhtho.gov.vn/medias/public/Archives/head/Cac%20nuoc%20bien%20gioi/UBBG.Viettrung09.pdf

(24) ຫຼັງຈາກທີ່ຫວຽດ​ນາມໄດ້ຍື່ນ​ເລື່ອງຕໍ່​ໄຫຼ່​ທະ​ວີບທີ່ຂະຫຍາຍໄປຍັງພື້ນທີ່ທາງຕອນເໜືອແລ້ວ, ຟີ​ລິບ​ປິນໄດ້ສົ່ງບັນທຶກ​ສະ​ແດງ​ຄວາມກັງວົນວ່າ ​ໄຫຼ່ທະ​ວີບ​ຂອງ​ຫວຽດ​ນາມ​ອາດຈະສ້າງການທັບ​ຊ້ອນ​ກັບ​ໄຫຼ່​ທະ​ວີບ​ຂອງ​ຟີ​ລິບ​ປິນ. ຢ່າງໃດກໍ່ຕາມ, ມາ​ຮອດ​ປະ​ຈຸ​ບັນ, ​ຍັງ​ບໍ່ມີການລະບຸພື້ນທີ່ທັບຊ້ອນ​ຢ່າງ​ລະ​ອຽດ. ໃນ​ຂະນະ​ດຽວ​ກັນ, ​ໄຫຼ່​ທະ​ວີບ​ທີ່ຂະຫຍາຍອອກໄປຂອງຫວຽດ​ນາມ ກໍ່​ອາດ​ຈະ​ສ້າງພື້ນທີ່ທັບ​ຊ້ອນ​ກັນ​ຣູ​ໄນໄດ້. 

(25) ເອ​ກະ​ສານກອງ​ປະ​ຊຸມ​ຄັ້ງ​ທີ​ 8 ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ​ສະ​ໄໝທີ 13, ຫ້ອງວ່າ​ການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2018, ໜ້າ 81.

(26) ກຸ່ມ​ເພື່ອນ​ມິດ UNCLOS ແມ່ນ​ກຸ່ມ​ທຳ​ອິດ​ທີ່ຫວຽດ​ນາມເປັນ​ຜູ້​ລິ​ເລີ່ມ ແລະ ເປັນ​ປະ​ທານ​ຮ່ວມ​ກັນຂົນ​ຂວາຍ​ສ້າງ​ຕັ້ງ (ຮ່ວມ​ກັບ​ເຢຍ​ລະ​ມັນ) ແລະ ເຂົ້າ​ຮ່ວມ​ກຸ່ມແກນ (ລວມ​ມີ 12 ປະ​ເທດ​ແມ່ນ ອາກຊັງຕນ, ການາດາ, ດນມາກ, ເຢຍລະມັນ, ຈາໄມກາ, ເຄັາ, ໂຮນລັງ, ນູແວນເຊລັງ, ໂອມານ, ເຊເນການ, ອາຟຣິກາໃຕ້ ແລະ ຫວຽດນາມ). ມາ​ຮອດ​ປະ​ຈຸ​ບັນ, ມີ 115 ປະ​ເທດເຂົ້າ​ຮ່​ມ​ກຸ່ມ​ເພື່ອນ​ມິດ UNCLOS ເຊິ່ງເປັນຕົວແທນຂອງທຸກພູມພາກໃນໂລກ.

(27) ເບິ່ງ: ບົດ​ປາ​ໄສ​ຂອງ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 76 ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ອາບ​ດູາ ຊາ​ຮິດ (Abdulla Shahid), United Nations, ວັນ​ທີ 29 ເມ​ສາ 2022, https://www.un.org/pga/76/2022/04/29/40th-anniversary-of-the-adoption-of-the-united-nations-convention-on-the-law-of-the-sea-unclos/

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 999 (​ເດືອນຕຸ​ລາ 2022)