ຮອຍປະທັບທາງການ​ທູດ​ຂອງ​ຫວຽດນາມ ​ໃນ​ປີ 2022

ໂດຍ ບຸ່ຍ ແທັງ ເຊີນ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ
02:28, 14-06-2023
ວກ. - ໃນປີ, ສະຖານະການສາກົນຍັງຄັງພັດທະນາຢ່າງໄວວາ ແລະ ສັບສົນ​ກວ່າທີ່ຄາດການໄວ້. ເພື່ອຜັນຂະຫຍາຍແນວທາງການຕ່າງປະເທດທີ່ຖືກຕ້ອງຂອງພັກ ແລະ ລັດ ພ້ອມດ້ວຍພາລະກິດ, ທ່າແຮງ, ທີ່ຕັ້ງ ແລະ ກຽດຊື່ສຽງທາງສາກົນຂອງ​ພັກ, ການທູດທີ່ມີເອກະລັກ “ໄມ້ໄຜ່ຫວຽດນາມ” ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ ​ແລະ ຮອບດ້ານ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ຊາດ.

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນ ຝູ ຈ້ອງ ຕ້ອນຮັບທ່ານເລຂາທິການອົງການສະຫະປະຊາຊາດ ອານໂຕນີໂອ ກູເຕີແຣດ ທີ່ມາຢາມຫວຽດນາມຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງການຫວຽດນາມເຂົ້າເປັນສະມາຂິກ ຂອງອົງການສະຫະປະຊາຊາດ _ ພາບ: TTXVN

ໂລກກໍາລັງກ້າວສູ່ໄລຍະໃໝ່

ເມື່ອເບິ່ງຄືນຫຼັງໄປ​ໃນປີ 2022, ໂລກມີການປ່ຽນແປງທີ່ໃຫຍ່ຫຼວງ ແລະ ສັບສົນ​ຫຼາຍຢ່າງ, ລວມທັງການພັດທະນາທີ່ບໍ່ເຄີຍເກີດຂຶ້ນມາກ່ອນ. ສັນຕິພາບ, ການຮ່ວມມື ແລະ ການເຊື່ອມໂຍງ ເພື່ອການພັດທະນາ ແມ່ນຄວາມປາຖະໜາລວມກັນຂອງ​ບັນດາ​ປະ​ເທດ, ປະຊາຊາດ, ແຕ່ໂລກກໍ່ປະເຊີນກັບສິ່ງທ້້າທາຍຫຼາຍປະການ. ການ​ແຂ່ງຂັນ​ທາງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ເກີດຂຶ້ນຢ່າງດຸເດືອດ ແລະ ຮຸນ​ແຮງ​ກວ່າ​ແຕ່ກ່ອນ, ໃນນັ້ນ, ການປະທະກັນລະຫວ່າງລັດເຊຍ ແລະ ຢູເຄຮນ ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຮງ ​ຕໍ່​ສະຖານະ​ການ​ຄວາມ​ໝັ້ນຄົງ, ການ​ເມືອງ ​ແລະ ​ເສດຖະກິດ ຂອງ​ໂລກ, ຊຸກຍູ້​ການ​ແຂ່ງຂັນ​ດ້ານ​ອາວຸດໃນ​ຫຼາຍ​ປະ​ເທດ. ການຮ່ວມມື, ການຕໍ່ສູ້ກັນ​ໃນ​ເວທີ​ປາ​ໄສ​ພະຫຸພາຄີ​ໃນຫຼາຍແຫ່ງ ພ້ອມກັບການເຕົ້າໂຮມກຳລັງທີ່​ສັບສົນ​ຂຶ້ນ​ເລື້ອຍໆ. ຄຽງ​ຄູ່ກັບ​ຄວາມ​ທ້າ​ທາຍ​ດ້ານ​ຄວາມໝັ້ນຄົງ​ແບບ​ດັ້ງ​ເດີມ (ການ​ປະ​ທະ​ກັນ​ທາງ​ອາ​ວຸດ, ຊົນ​ເຜົ່າ, ຄວາມ​ບໍ່​ໝັ້ນ​ຄົງ​ທາງ​ສັງ​ຄົມແລະການເມືອງ, ການ​ຂັດ​ແຍ້ງທາງ​ດິນ​ແດນ...) ນັ້ນ, ຄວາມ​ທ້າ​ທາຍດ້ານຄວາມໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ໂດຍ​ສະ​ເພາະ​ແມ່ນ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໂລກລະບາບ ທີ່​ເກີດ​ຂຶ້ນ​ຢ່າງ​ຮຸນ​ແຮງ​ຫຼາຍ​ຂຶ້ນ.  

ໂດຍພື້ນຖານແລ້ວ ໂລກໄດ້ປ່ຽນຈາກການຮັບມື ໄປສູ່ການຄວບຄຸມ ແລະ ການປັບຕົວຢ່າງປອດໄພ ກັບການແຜ່ລະບາດຂອງໂຄວິດ-19. ການ​ຄ້າ​ສາ​ກົນ, ການ​ເມືອງ​ ແລະ​ ເສດ​ຖະ​ກິດ-ສັງ​ຄົມ ​ກັບເຂົ້າສູ່ພາວະ​ເປັນ​ປົກ​ກະ​ຕິໂດຍພື້ນຖານແລ້ວ. ຢ່າງໃດກໍ່ຕາມ, ຂະບວນການຟື້ນຟູຍັງປະສົບກັບຫຼາຍບັນຫາ ເນື່ອງຈາກ​ຜົນ​ກະທົບ​ທີ່​ຍືດ​ເຍື້ອຈາກການແຜ່ລະບາດຂອງໂຄວິດ-19. ເສດຖະກິດໂລກເວົ້າລວມ ແລະ ເສດຖະກິດ​ຂອງຫຼາຍປະເທດ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ການເຕີບໂຕທີ່ຕໍ່າ ຄວບ​ຄູ່​ກັບ​ອັດຕາເງິນເຟີ້ສູງ, ລະບົບຕ່ອງໂສ້ການສະໜອງທົ່ວໂລກ ຍັງບໍ່ຟື້ນຕົວເຕັມສ່ວນ, ຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ຍັງປະ​ເຊີນ​ກັບ​ສິ່ງ​ທ້າທາຍຫຼາຍຢ່າງ.  

ການ​ເປີດ​ປະ​ຕູ​ຄືນ​ໃໝ່​ຂອງ​ປະ​ເທດ​ສ່ວນ​ໃຫຍ່ ​ໄດ້​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ແລກ​ປ່ຽນ ​ແລະ ​ການ​ຮ່ວມ​ມື​ສາ​ກົນ. ບັນດາການເຊື່ອມໂຍງເສດຖະກິດ, ໂດຍສະເພາະ ການເຊື່ອມໂຍງພາກພື້ນ ແລະ ອະນຸພາກພື້ນ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ ​ເພື່ອ​ສົ່ງ​ເສີມການຟື້ນຟູເສດຖະກິດ ພາຍຫຼັງການແຜ່ລະບາດຂອງໂຄວິດ-19. ຂະບວນການ​ປັບ​ໂຄງສ້າງເສດຖະກິດຄືນໃໝ່ ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້​ ໂດຍການປະຕິວັດ​ອຸດສາຫະກຳ​ຄັ້ງທີ 4, ການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ແລະ ຄວາມຕ້ອງການອັນຮີບດ່ວນເພື່ອການພັດທະນາແບບຍືນຍົງແລະປົກຫຸ້ມ; ​ໃນ​ນັ້ນ, ທ່າ​ອ່ຽງຂອງ​ການເປັນເຈົ້າ​ຕົນ​ເອງ​ທາງ​ຍຸດ​ທະ​ສາດ, ການ​ຫັນ​ເປັນ​ດິຈິຕອນ, ການ​ເຕີບ​ໂຕ​ສີຂຽວ ​ແລະ ການ​ຫັນປ່ຽນ​ລະບົບ​ຕ່ອງ​ໂສ້​ການ​ສະໜອງ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ແຮງ.    

ສະພາບ​ການ​ສາກົນ​ໃນ​ປີ 2022 ດ້ວຍ​ບັນດາ​ຈຸດ​ດີແລະຂໍ້​ເສຍ​ຂອງມັນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຫວຽດນາມ​ໃນ​ຫຼາຍ​ດ້ານ, ເຮັດໃຫ້ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດມີຄວາມ​ໜັກໜ່ວງ​ ແລະ ສັບສົນກວ່າ​ອີກ.

ການ​ທູດ​ຂອງ​ຫວຽດນາມເກັບກ່ຽວ​ຜົນສຳ​ເລັດ​ໃໝ່​
ດ້ວຍ​ຄວາມປະທັບໃຈ​ທີ່​ສຳຄັນຫຼາຍຢ່າງ

ທີໜຶ່ງ, ສືບ​ຕໍ່​ຮັກ​ສາ​ສະຖານະ​ການ​​ການ​ຕ່າງ​ປະ​ເທດທີ່​ເອື້ອ​ອຳນວຍ​ຕໍ່ການ​ພັດ​ທະ​ນາ​ ແລະ ​ການ​ປ້ອງ​ກັນ​ປະ​ເທດຊາດ.   

ບັນດາ​ກິດຈະກຳ​ການ​ຕ່າງປະ​ເທດ​ທີ່​ສຳຄັນ ​ໄດ້​ຮັບ​ການຈັດ​ຕັງ​ໃນ​ເວລາ​ທີ່​ເໝາະສົມ​ ດ້ວຍ​ນະ​ໂຍບາຍ​ທີ່​ຖືກຕ້ອງ ​ໄດ້​ຊ່ວຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ, ຮັດ​ແໜ້ນ​ມິດຕະພາບ ​ແລະ ສ້າງ​​ແຮງຜັກ​ດັນ​ໃໝ່​ ໃນ​ການ​ນຳ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ ໄປ​ສູ່​ທິດ​ທາງ​ທີ່​ຖືກ​ຕອ້ງ​ຢ່າງ​ເລິກ​ເຊິ່ງ, ​ໂດຍ​ສະ​ເພາະ​ປະ​ເທດ​​ເພື່ອນບ້ານ​ໃກ້​ຄຽງ, ຄູ່​ຮ່ວມ​ມືທີ່​ສຳຄັນ, ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມທີ່​ມີ​ທ່າ​ແຮງ.

ປີ 2022, ບັນດາການ​ຢ້ຽມຢາມ, ການ​ໂອ້​ລົມ​ທາງ​ໂທລະສັບ ​ຂອງ​ການ​ນຳ​ພັກ ​ແລະ ລັດ ຫວຽດນາມ ​ເຖິງ​ບັນດາ​ປະ​ເທດ​ຄື: ຈີນ, ລາວ, ກຳປູ​ເຈຍ, ປະ​ເທດ​ສະມາຊິກ​ອາ​ຊຽນ, ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ, ອົດ​ສະ​ຕຣາ​ລີ, ​ໂຮ​ນລັງ...; ​ການ​ເຂົ້າ​ຮ່ວມ​​ໃນຫຼາຍ​ອົງການ ​ແລະ ​ເວທີ​ປາ​ໄສ​ສາກົນ​ທີ່​ສຳຄັນ, ​ເຊັ່ນ: ສະຫະ​ປະຊາ​ຊາດ, ອາ​ຊຽນ, ​ເວທີ​ປາ​ໄສການ​ຮ່ວມ​ມື​ດ້ານ​ເສດຖະກິດ​ອາຊີປາຊີ​ຟິກ (APEC), ສະ​ພາ​ລະ​ຫວ່າງລັດຖະ​ສະ​ພາ​ ແຫ່ງສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (AIPA)..., ພ້ອມຜູ້​ນຳ​ຂັ້ນ​ສູງ​ຂອງ​ຫຼາຍ​ປະ​ເທດ​ມາ​ຢ້ຽມຢາມ​ຫວຽດນາມ(1) ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ທີ່​ມີ​ຊີວິດ​ຊີວາ​ໃນ​ດ້ານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ ​ເຊິ່ງ​ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ ການ​ສະໜັບສະໜູນ​ຈາກຄວາມ​ຄິດ​ເຫັນ​ສາທາລະນະ​ໃນປະ​ເທດ ​ແລະ ຕ່າງປະ​ເທດ. ນີ້​ແມ່ນ​ຜົນ​ຂອງ​ຂະ​ບວນການ​ຜັນ​ຂະຫຍາຍ​ປະຕິບັດ​ ແນວທາງ​ການ​ຕ່າງປະ​ເທດ​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກຢ່າງ​ແຂງ​ແຮງ, ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຍົກ​ສູງ​ບົດບາດ ຕຳ​ແໜ່​ງ ​ແລະ ກຽດ​ຊື່​ສຽງ​ຂອງ​ຫວຽດນາມ​ໃນ​ເວທີ​ໂລກ.  

ຊາ​ບຊຶມ​ແຜນນະ​ໂຍບາຍ​ປົກ​ປັກ​ຮັກສາ​ປະ​ເທດ​ແຕ່​ຕົ້ນ ແຕ່​ໄກ, ການ​ທູດ​ຫວຽນາມ​ໄດ້​ຈັດການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ກ່ຽວ​ກັບ​ຊາຍ​ແດນ​ແລະ​​ດິນ​ແດນ ​ຢ່າງ​ເໝາະ​ສົມ ​ແລະ ທັນ​ການ; ພ້ອມ​ກັນ​ນັ້ນ, ຢຶດໝັ້ນ​ໃນ​ການ​ຊຸກຍູ້​ການ​ສົນທະນາ​ແລະ​ການ​ເຈລະຈາ ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ທີ່​ສຸດ​ ກ່ຽວ​ກັບ​ການກຳນົດ​ຊາຍ​ແດນ​ແລະ​ການປັກ​ຫຼັກ​ໝາຍ​ຊາຍ​ແດນ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ຜ່ານ​ນັ້ນ​ ປັບປຸງ​ຮັດ​ແໜ້ນ​ເສັ້ນ​ຊາຍ​ແດນ​​ແຫ່ງສັນຕິພາບ ມິດຕະພາບ ການ​ຮ່ວມ​ມື​ ​ແລະ ການພັດທະນາ, ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​​ແກ່​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ການ​ພັດທະນາຂອງ​ປະ​ເທດ.

ຄຽງ​ຄູ່​ກັນ​ນັ້ນ, ຂະ​ແໜງ​ການ​ທູດ​ໄດ້​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ກັບ​ທຸກ​ຂັ້ນ​​ແລະຂະ​ແໜງ​ການ​ຕ່າງໆ ​ເພື່ອປົກ​ປ້ອງ​ພື້ນຖານ​ແນວ​ຄິດ​ຢ່າງ​ເດັດດ່ຽວ ​ແລະ ຕໍ່ສູ້​ກັບ​ການ​ເຄື່ອນ​ໄຫວ​ທີ່​ຕ້ານ​ພັກ​ແລະ​ລັດ ​ໃນ​ໜ້າຊື່​ການ​ຕ່າງ​ປະ​ເທດ; ພ້ອມ​ກັນ​ນັ້ນ, ຊຸກຍູ້​ການ​ສົນທະນາ​ແລະ​ການຮ່ວມມື ​ເພື່ອ​ໃຫ້​ປະຊາ​ຄົມ​ສາກົນ​ສາມາດ​ເຂົ້າ​ໃຈ​ແນວທາງ ນະ​ໂຍບາຍ ​ແລະ ຄວາມ​ສຳ​ເລັດ​ຂອງ​ຫວຽດນາມ​ໃນ​ດ້ານປະຊາທິປະ​ໄຕ ສິດທິ​ມະນຸດ ​ແລະ ສາສະໜາ ​ໄດ້​ຢ່າງ​ຖືກຕ້ອງ.

ທີ​ສອງ, ການ​ທູດ​ທາງເສດຖະກິດ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຟື້ນ​ຟູ ​ແລະ ການພັດທະນາ​ເສດຖະກິດ-ສັງຄົມ.

​​ໂດຍເຂົ້າ​ໃຈ​ແຜນ​ນະ​ໂຍບາຍ​ການ​ທູດ​ທາງ​ເສດຖະກິດຢ່າງ​ເລິກ​ເຊິ່ງວ່າ​ ເປັນໜ້າ​ທີ່ພື້ນຖານ​ແລະ​ໃຈກາງ​ຂອງ​ການ​ທູດ​ຫວຽດນາມ, ຂະ​ແໜງການທູດ​ໄດ້​ປະສານງານ​ຢ່າງ​ໃກ້ຊິດ​ກັບ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆ ​ເພື່ອ​​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ຊຸກຍູ້​​ບັນດາ​ເນື້ອ​ໃນ​ເສດຖະກິດ​ ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ການ​ທູດ​ຂັ້ນ​ສູງ, ຜ່ານ​ນັ້ນ ​ໄດ້ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ລົງ​ນາມ​ສັນຍາຫຼາຍ​ສະບັບ ​ແລະ ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ ​ເຊິ່ງກໍ່​ໃຫ້​ເກີດຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ເສດຖະກິດ-ສັງຄົມ.  

ການ​ທູດທາງ​ເສດຖະກິດ​ໄດ້​ຕິດ​ຕາມ​ຈຸດສູນ​ກາງ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ-​ສັງ​ຄົມ​ຂອງ​ລັດຖະບານຢ່າງ​​ໃກ້ຊິດ, ສວຍ​ໂອ​ກາດ​ຢ່າງມີ​ໄຫວ​ພິບເມື່ອ​ບັນດາປະ​ເທດເປີດປະ​ເທດ​ຄືນ​ໃໝ່, ຍາດ​ແຍ່ງ​ເອົາ​ຜົນ​ປະ​ໂຫຍ​ດຈາກ​ສັນຍາ​ການ​ຄ້າ​ເສລີທີ່​ໄດ້​ລົງ​ນາມ ​ແລະ ທ່າ​ອ່ຽງການພັດທະນາ​ໃໝ່​ໃນ​ໂລກ ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຂະຫຍາຍ​ແລະ​ເພີ່​ທະວີ​ການຮ່ວມມືທາງ​ເສດຖະກິດກັບຫຼາຍປະ​ເທດ, ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດຫວຽດນາມ ຍົກ​ສູງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ດ້ວຍ​ຄຳ​ຂວັນ “ຖື​ປະຊາຊົນ, ທ້ອງ​ຖິ່ນ ​ແລະ ທຸລະ​ກິດ​ເປັນ​ສູນກາງ​​ແຫ່ງການ​ບໍລິການ”. ການ​ທູດທາງ​ເສດຖະກິດ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ຊຸກຍູ້​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ. ​ໃນ​ປີ 2022, ການ​ເຕີບ​ໂຕຂອງ ຈີ​ດີ​ພີ ຂອງ​ປະ​ເທດສູງ​ກວ່າ 8%, ການ​ເບີກ​ຈ່າຍ​​ເງິນລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ກວ່າ 22 ຕື້​ໂດ​ລາ​ສະຫະລັ​ດ, ມູນ​ຄ່າ​ການ​ນຳ​ເຂົ້າ​ແລະສົ່ງ​ອອກ​ສູງ​ເປັນ​ປະຫວັດ​ການ 732 ຕື້ໂດລາສະຫະລັດ, ສືບ​ຕໍ່​ຢູ່​ໃນ​ກຸ່ມ 25 ປະ​ເທດ​ເສດຖະກິດ​ແຖວ​ໜ້າ​ຂອງ​ໂລກທາງ​ດ້ານ​ການ​ຄ້າ​,... ນີ້​ແມ່ນ​ບັນດາ​ຜົນງານ​ສຳຄັນ ທີ່​ມີ​ຄວາມ​ໝາຍ​ຫຼາຍ​ດ້ານ ​ໃນ​ສະພາບ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ໂລກ​ຫຼຸດ​ລົງ, ​ເສດຖະກິດ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ທີ​ສາມ, ຖານະ​ຕຳ​ແໜ່​ງ ​ແລະ ກຽດ​ສັກ​ສີ​ຂອງ​ຫວຽດນາມ ສືບ​ຕໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ໃນ​ເວທີ​ສາກົນ.

​ໃນ​ການ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ມິດຕະພາບ ການ​ຮ່ວມ​ມື​​ແລະ​ການ​ພັດທະນ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ປະກອບສ່ວນທີ່​ສຳຄັນ​ ເຂົ້າ​ໃນ​ຄວາມ​ພະຍາຍາມ​ລວມ ຂອງ​ປະຊາ​ຄົມ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ ໃນ​ການ​ຮັກສາ​ສັນຕິພາບ, ຕ້ານ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ປ້ອງກັນແລະຄວບຄຸມພະຍາດ ແລະ ການພັດທະນາແບບຍືນຍົງ. ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂ​ບາງບັນຫາ​ສາກົນ​ທີ່​ສຳຄັນ, ສຸລະສຽງ, ຂໍ້​ລິ​ເລີ່​ມ, ການ​ປະພຶດ​ແລະວິທີການ​ແກ້​ໄຂ​ທີ່​ເໝາະ​ສົມ ​ແລະ ສົມ​ເຫດ​ສົມ​ຜົນ​ຂອງ​ຫວຽດນາມ ​ດ້ວຍ​ຈິດ​ໃຈ​ສະ​ເໝີ​ພາບ ​ເປັນ​ມິ​ດສັນຕິ ​ມະນຸດ​ສະທຳ ແລະ ​ເຄົາລົບ​ກົດໝາຍ​ສາກົນ ​ໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​​ໂລກ. ຍ້ອນ​ເຫດ​ນັ້ນ, ຫວຽດນາມ​ສືບ​ຕໍ່​ໄດ້​ຮັບ​ເລືອກ​ເຂົ້າ​ເປັນ​ສະມາ​ຊິກ​ ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ ຫຼາຍ​ແຫ່ງ, ​ເຊັ່ນ ​ໄດ້​ຮັບ​ເລືອກ​​ເປັນ​ຄັ້ງ​ທີ 2 ​ໃຫ້​ດຳລົງ​ຕຳ​ແໜ່​ງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ​ ໃນ​ໄລຍະ​ປີ 2023-2025, ດຳລົງ​ຕຳ​ແໜ່ງ​​ຮອງ​ປະທານ​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດສະ​ໄໝ​ທີ 77, ​ໄດ້​ຮັບ​ເລືອກ​ໃຫ້​ເປັນ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຂອງອະນຸ​ສັນ​ຍາວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່ມີ​ຕົວ​ຕົນ ປີ 2023 ຂອງ​ອົງ​ການ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNESCO) ວາ​ລະ​ປີ 2022-2026.   

ທີ​ສີ່, ຍູ້​ແຮງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ຄົ້ນຄວ້າ, ການຄາດຄະເນ ​ແລະ ​ໃຫ້​ຄຳປຶກສາດ້ານ​ການ​ຕ່າງປະ​ເທດ.

ປີ 2022, ຂະ​ແໜງ​ການ​ທູດ​ໄດ້​ສຳ​ເລັດ​ຫຼາຍ​ໂຄງການ​ສຳ​ຄັນ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ເຊິ່ງ​ໄດ້ວາງ​ທິດ​ທາງ, ມາດ​ຕະການ​ທີ່​ສຳຄັນ​ແລະ​ຍາວ​ນານ ສຳລັບ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ຂະ​ແໜງ​ການ​ທູດ​ ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ຄຽງຄູ່​ກັນ​ນັ້ນ, ​ໄດ້​ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ກະຊວງ​ ແລະ ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ໃຫ້ຄຳ​ແນະນຳ​ທັນທີ ​ກ່ຽວ​ກັບແຜນນະ​ໂຍບາຍ ​ແລະ ມາດ​ຕະການ​ທີ່ເໝາະສົມ ສຳລັບ​ບັນຫາ​ສາກົນ​ທີ່​ສັບສົນ, ຜ່ານ​ນັ້ນ ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ຍາດ​ແຍ່ງ​ກາລະ​ໂອກາດປັບປຸງການຮ່ວມມື, ຫຼຸດຜ່ອນຜົນກະທົບດ້ານລົບ ຈາກຄວາມ​ຜັນ​ຜວນ​ໃນໂລກ.

ທີ​ຫ້າ, ການ​ທູດທາງ​ວັດທະນະທຳ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ ກັບ​ການ​ທູດ​ທາງ​ເສດຖະກິດ ​ແລະ ການ​ສື່ສານ​ການ​ຕ່າງປະ​ເທດ ສືບ​ຕໍ່​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ ຜູ້​ຄົນ ວັດທະນະທຳ ​ແລະ ຄວາມ​ສຳ​ເລັດ​ດ້ານ​ການ​ພັດທະນາ ​ຂອງ​ຫວຽດນາມ ຢ່າງ​ກວ້າງຂວາງ​​ໃນ​ທົ່ວ​ໂລກ.

ປີ 2022, ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເພື່ອ​ເຊີດ​ຊູ​ໃຫ້​ກຽດ​ປະທານ ​ໂຮ່ຈີ​ມິນ ຢູ່​ຕ່າງປະ​ເທດ, ປະສົບຄວາມສຳ​ເລັດ​ໃນ​ການ​ລະດົມ​ປະຊາ​ຄົມ​ໂລກ​​ໃຫ້​ຍອມຮັບ​​ມໍລະດົກຫຼາຍ​ຢ່າງ​ຂອງ​ຫວຽດນາມ(2). ​ໂດຍ​ເຂົ້າ​ໃຈ​ແຈ້ງແຜນ​ນະ​ໂຍບາຍ​ປັບປຸງຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ວຽກ​ງານກ່ຽວ​ກັບ​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ດ້ວຍ​ຫຼາຍ​ໂຄງການ​ເຊື່ອມ​ໂຍງ ​ແລະ ດຶງ​ດູດ​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ ​ແລະ ພ້ອມ​ກັນ​ນັ້ນ ​ກໍ​ຕັ້ງໜ້າ​ເບິ່ງ​ແຍງ​ພີ່​ນ້ອງ​ຮ່ວມ​ຊາດ​ໃຫ້ມີ​ຊີວິດ​ເປັນ​ປົກກະຕິ ​ແລະ ພັດທະນາ. ວຽກ​ງານຄຸ້ມຄ​ອງ​ພົນລະ​ເມືອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ, ​ເຊັ່ນ: ການ​ອົບ​ພະຍົບ​ພົນລະ​ເມືອງ ​ແລະ ຊາວ​ຕ່າງປະ​ເທດຫຼາຍ​ພັນ​ຄົນຢ່າງ​ປອດ​ໄພ​ໃນຢູ​ແກຼນ, ການ​ປົກ​ປ້ອງ​ຊາວ​ປະມົງ, ​ເຮືອ​ປະມົງ, ສິດທິ ​ແລະ ຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ​ແລະຊອບ​ທຳ​ຂອງ​ພົນລະ​ເມືອງຫວຽດນາມຢູ່​ຕ່າງປະ​ເທດ.

​ເສີມ​ຂະຫຍາຍເອກະລັກທາງການທູດ “ໄມ້ໄຜ່ຫວຽດນາມ”

ສະຫາຍ​ເລຂາທິການ​ໃຫຍ່ພັກກອມູນິດ​ຫວຽດນາມ ຫງວຽນ ຝູ ຈ້ອງ ​ໄດ້​ຢືນຢັນ​ວ່າ, ບັນດາ​ຜົນງານ​ດ້ານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຂອງຫວຽດນາມ ​ແມ່ນ “ຈຸດ​ສະຫວ່າງ”(3) ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ​ໃນ​ປີ 2022. ຜົນສຳເລັດດັ່ງກ່າວ ແມ່ນຍ້ອນແນວທາງການຕ່າງປະເທດທີ່ຖືກຕ້ອງຂອງພັກແລະລັດ, ພາລະກິດ ທ່າແຮງ ຖານະຕຳແໜ່ງ ແລະ ກຽດສັກສີຂອງປະເທດ ພາຍຫຼັງກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່; ​ແມ່ນການຕົກ​ຜະລຶກຂອງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຄວາມ​ພະຍາ​ຍາມຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ ກອງທັບ ​ແລະ ລະບົບ​ການ​ເມືອງ​ ໃນ​ການດຳ​ເນີນ​ວຽກ​ງານ​ການ​ຕ່າງປະ​ເທດ, ​ໃນ​ນັ້ນ ​ມີ​​ຄວາມ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ຂອງ​ພະນັກງານ ສະມາຊິກ​ພັກ​ໃນ​ຂະ​ແໜງ​ການ​ທູດ.     

ຜົນງານ​ຂອງ​ການ​ຕ່າງປະ​ເທດ​ແລະ​ການ​ທູດ​ໃນ​ປີ 2022 ກໍ່​ຄື​​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກມາ​ເຖິງ​ດຽວ​ນີ້ ​ໄດ້​ຢືນຢັນ​ວ່າ: ​ເອກະລັກ​ທາງ​ການ​ທູດ “​ໄມ້​ໄຜ່​ຫວຽດນາມ” ມີ​ພື້ນຖານ​ມາ​ຈາກ​ແນວ​ຄິດການ​ທູດ​ໂຮ່ຈີ​ມິນ ພ້ອມ​ດ້ວຍຮີດຄອງ​ປະ​ເພນີ​ເອກະລັກທາງ​ວັດທະນະທຳ​ ​ແລະ ການ​ທູດ​​ທີ່ເປັນ​ມິດ​ສັນຕິຂອງ​ຊາດ ​ເຊິ່ງ​ເໝາະສົມ​ກັບ​ເງື່ອນ​ໄຂສະ​ເພາະ​ຂອງ​ຫວຽດນາມ ​ແລະ ຕອບ​ສະໜອງ​ຄວາມ​​ຕ້ອງການ​​ພັດທະນາ​ຂອງ​ປະ​ເທດ​ໃນ​ໄລຍະ​ປະຈຸ​ບັນ. ຕໍ່ໜ້າການ​ປ່ຽນ​ແປງທີ່​ສັບສົນ​ຂອງ​ສະຖານະ​ການ​ສາກົນ, ການ​ທູດ “​ໄມ້​ໄຜ່​ຫວຽດນາມ” ຍັງ​ຄົງ​ຮັກສາ​ທີ່​ຕັ້ງ​ທີ່​ໝັ້ນຄົງ, ກ້າຫານ, ລຸກ​ຂຶ້ນ​ໄດ້​ຍ້ອນ “ຮາກທີ່​ໝັ້ນຄົງ” ຄື​ຄວາມ​ຢຶດໝັ້ນ​ໃນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນການ​ພົວພັນ​ເປັນ​ຫຼາຍກ້ຳ​ຫຼາຍ​ຝ່າຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງຊາດ-​ປະ​ເທດ​ຊາດ, ຍຶດຖື​ຫຼັກການ​ພື້ນຖານ​ຂອງກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ; ພ້ອມ​ກັນ​ນັ້ນ, ມີຄວາມຍືດຫຍຸ່ນ, ​ໄຫວ​ພິບ, ປະດິດ​ສ້າງ ​ແລະ ການເຄື່ອນໄຫວໃນຍຸດ​ໂທ​ບາຍ ​ເພື່ອ​ປັບ​ຕົວ​​ໃຫ້ເຂົ້າ​ກັບສະຖານະ​ການ​ໃໝ່ ຕາມຄໍາຂວັນທີ່ວ່າ “​ຖື​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”, ການຮ່ວມມື​ຢ່າງ​ສະ​ເໝີ​ພາບ ແລະ ຜົນປະໂຫຍດຮ່ວມກັນ.   

ເອກະລັກທາງການທູດ “ໄມ້ໄຜ່ຫວຽດນາມ” ​ໄດ້ຮັບການ​ເສີມ​ຂະຫຍາຍ ​ແລະ ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ ໃນ​ແຕ່​ລະ​ກິດຈະກຳ​ການ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ກິດຈະກຳ​ການ​ຕ່າງປະ​ເທດຂັ້ນ​ສູງ, ລວມທັງ​ການ​ປະພຶດ​​ກັບ​ແຕ່ລະ​ຄູ່​ຮ່ວມ​ມື ​ແລະ ​ໃນ​ແຕ່​ລະ​ກົນ​ໄກ, ​ເວທີ​ປາ​ໄສ​ພະຫຸ​ພາຄີ. ຜ່າ​ນນັ້ນ, ທັງ​ຢືນຢັນວ່າ ​​ຫວຽດນາມ​ກ້າຫານ ຈິງ​ໃຈ ມີ​ເມດ​ຕາ ຊື່ສັດ ​ເຊື່ອ​ຖື​ໄດ້ ​ແລະ ມີ​ຄວາມ​ຮັບຜິດຊອບ,​ ​ແລະ​ ພ້ອມ​ທັງ​ຮັກສາ​ສະຖານະ​ການ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໂດຍ​ລວມທີ່​ເອື້ອ​ອຳນວຍ​ຕໍ່​​ການ​ພັດທະນາ​ປະ​ເທດ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ ​ໃນ​ສະພາບ​ທີ່​ມີ​ຫຼາຍ​ປັດ​ໄຈ​ບໍ່​ໝັ້ນຄົງ ​ແລະ ບໍ່​ແນ່ນອນ​ຂອງ​ໂລກ.  

ພຶດຕິ​ກຳ​ຕົວ​ຈິງ​ດ້ານການຕ່າງປະເທດ ແລະ ການທູດໃນປີ 2022 ສືບ​ຕໍ່​ເຮັດ​ໃຫ້​ບັນດາ​ບົດຮຽນອັນລ້ຳຄ່າ ຂອງການຕ່າງປະເທດ​ ເລິກ​ເຊິ່ງກວ່າ​ອີກ, ດັ່ງທີ່ສະຫາຍ​ເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ສະຫຼຸບໃນກອງປະຊຸມການ​ຕ່າງປະ​ເທດ​ແຫ່ງ​ຊາດໃນເດືອນທັນວາ 2021, ພ້ອມດຽວກັນນັ້ນ ໄດ້ເພີ່ມບົດຮຽນໃໝ່ຄື: 1- ຕໍ່ໜ້າ​ສະຖານະ​ການ​ທີ່​ຜັນ​ແປຢ່າງ​ສັບສົນ, ຫຍຸ້ງຍາກ ​ແລະ ທ້າ​ທາຍ, ຈຳ​ເປັນ​ຕ້ອງສະຫງົບ​ສະຕິ ​ໃຈ​ເຢັນ, ສະຫຼາດຄ່ອງ​ແຄ້ວ ​ແລະ ຮອບ​ຄອບ ​ເພື່ອ​ຈັດການ​ກັບການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ເໝາະ​ສົມ ບົນ​ພື້ນຖານການ​ຮັກສາ​ເອກະລາດ, ຄວາມ​ເປັນ​ເຈົ້າຕົນ​ເອງ ​ແລະ ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ​ຊາດ, ເຄົາລົບກົດໝາຍສາກົນ; 2- ບໍ່​ລົດ​ລະ​ໃນ​ການ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ, ການ​ປັບ​ຕົວ​ເຂົ້າ​ກັບ​ສະຖານະ​ການ​ໃໝ່, ພະຍາຍາມ​ຊອກ​ຫາ​ວິທີ​ການ​ໃໝ່, ທິດ​ທາງ​ໃໝ່, ຂົງ​ເຂດ​ໃໝ່, ຈັບ​ເອົາ​ໂອ​ກາດ​ຢ່າງ​ອ່ອນ​ໄຫວ, “ຫັນປ່ຽນ​ໄພ​ຂົ່ມຂູ່ເປັນໂອກາດ”; 3- ປັບປຸງຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄົ້ນ​ຄ້ວາ, ຄາດ​ຄະ​ເນ, ທີ່​ປຶກສາ​ດ້ານການ​ຕ່າງປະ​ເທດ, ປະເມີນສະຖານະການຢ່າງຖືກຕ້ອງ, “ຮູ້ຕົວເອງ, ຮູ້ຈັກຄົນອື່ນ”, “ຮູ້ການເວລາ, ຮູ້ຈັກສະຖານະການ” ເພື່ອຍືດຫຍຸ່ນ “​ເຂັ້ມ​ແຂງ, ອ່ອນ​ໂຍນ”, “ຮູ້ກ້າວໜ້າ, ຮູ້ຈັກຖອນຕົວ” ​ເພື່ອຈະ​ມີ​ຄວາມ​ໄຫວ​ພິບ ​ໃນກາ​ນພັດທະນາຢ່າງ​ໄວວາ ​ແລະ ສັບສົນ ​ຂອງ​ສະ​ຖາ​ນະ​ການ​ພາກ​ພື້ນ​ແລະ​ໂລກ​; 4- ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ການ​ກໍ່ສ້າ​ງ​ແລະ​ປັບປຸງ​ພັກ​ຢ່າງຮອບດ້ານ ທາງ​ດ້ານ​ການ​ເມືອງ ​ແນວ​ຄິດ ຄຸນສົມບັດ​ສິນ​ທຳ ການຈັດ​ຕັ້ງ ​ແລະ ພະນັກງານຢູ່​ໃນ​ຂະ​ແໜງ​ການ​ທູດ.    

ສືບ​ຕໍ່​ກໍ່ສ້າງ​ຂະ​ແໜງ​ການ​ທູດ​ທີ່​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ,
​​ເປັນມື​ອາຊີບ, ຮອບດ້ານ ​ແລະ ທັນ​ສະ​ໄໝ

ປີ 2023 ​ແມ່ນປີຫົວລ້ຽວຫົວ​ຕໍ່​ທີ່ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ.​ ​ເຖິງ​ວ່າ​ປະ​ເທດ​​ໄດ້ຮັບ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນປີ​ທີ່​ຜ່ານ​ມາ, ແຕ່ກໍ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ແລະ ສິ່ງ​ທ້າ​ທາຍ​ໃຫຍ່​ຫຼາຍ​ຢ່າງ. ​ໃນ​ຂະນະ​ນັ້ນ, ຄາດ​ຄະ​ເນ​ວ່າ, ສະພາບ​ການ​ໃນ​ໂລກ ​ແລະ ພາກ​ພື້ນ​ຈະ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ ​ແລະ ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້​ ໃນ​ດ້ານ​ພູມ​ສາດ-ການ​ເມືອງ, ​ເສດຖະກິດ-ສັງຄົມ.

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດ​ວ່າ: ປະຕິບັດຢ່າງຕໍ່​ເນື່ອງ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ, ຫັນ​ການພົວພັນ​ຕ່າງປະ​ເທດ​ເປັນຫຼາຍ​ຝ່າຍ ຫຼາຍຮູບ​ແບບ; ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ ​ໃນ​ການ​ເຊື່ອມ​ໂຍງ​ສາກົນ​ ຢ່າງຮອບດ້ານ ​ແລະ ​ເລິກ​ເຊິ່ງ; ​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມມື​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ​ເປັນ​ສະມາ​ຊິດ​ທີ່​ຫ້າວຫັນ ​ແລະ ​ມີ​ຄວາມ​ຮັບຜິດຊອບ​ ໃນ​ປະຊາ​ຄົມ​ສາກົນ(4).   

​ເພື່ອສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ສະ​ເໝີ​ຕົ້ນສ​ະເໝີປາຍ ​ແລະ ຖືກຕ້ອງດັ່ງກ່າວ ​ແລະ ​ເສີມ​ຂະຫຍາຍ​ທ່າ​ແລະ​ພະລັງ​ໃໝ່​ ຂອງ​ປະ​ເທດ, ຂະ​ແໜງ​ການ​ທູດ​ໄດ້​ກຳ​ແໜ້ນ​ບັນດາ​ມະຕິ, ບົດ​ສະຫຼຸບ, ຄຳ​ສັ່ງ​ຂອງຄະນະ​ບໍລິຫານ​ງານສູນ​ກາງ​, ກົມ​ການ​ເມືອງສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ, ພ້ອມ​ກັນ​ກັບ​ບັນດາ​ຂັ້ນ ​ແລະ ຂະ​ແໜງ​ການ ​ເພື່ອ​​ປະຕິບັດ​ບັນດາ​ທິດ​ທາງ ​ແລະ ໜ້າ​ທີ່​ຕໍ່​ໄປ​ນີ້​ໃຫ້​ໄດ້​ເປັນ​ຢ່າງ​ດີ:

ທີ່​ໜຶ່ງ, ສືບ​ຕໍ່ປັບປຸງສະຖານະ​ການ​ການ​ຕ່າງປະ​ເທດ​ໃຫ້​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ແນ​ໃສ່ສ້າງ​ເງື່ອນ​ໄຂ​ທີ່​ເອື້ອ​ອຳນນວຍ​ຕໍ່​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ປະ​ເທດ, ປົກ​ປັກ​ຮັກສາ​ເອກະ​ລາດ ອະທິປ​ະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບຖ້ວນ​ໄວ້​ຢ່າງ​ໝັ້ນຄົງ ​ໃນ​ຄວາມ​ສຳພັນ​ໃກ້ຊິດ​ກັບ​ໜ້າ​ທີ່​ຮັກສາ​ສັນຕິພາບ ​ແລະ ສະຖຽນລະ​ພາບ.

ປະສານສົມທົບ​ການ​ທູດ​ຂອງ​ພັກ, ການ​ທູດ​ຂອງ​ລັດ, ການ​ທູດ​ປະຊາຊົນ ​ກັບ​ການ​ຕ່າງປະ​ເທດ​ໃນ​ທຸກ​ຂົງ​ເຂດ ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ສູນ​ກາງ​ແລະທ້ອງ​ຖິ່ນ ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ ​ໃນ​ການຜັນ​ຂະຫຍາຍ​ກິດຈະກຳ​ການ​ຕ່າງປະ​ເທດ, ​​ໂດຍ​ສະ​ເພາະ​ແມ່ນ​ ການ​ຕ່າງປະ​ເທດ​ຂັ້ນ​ສູງ, ຜ່ານ​ນັ້ນ ຊຸກ​ຍູ້​ບັນດາ​ການ​ພົວພັນການ​ຕ່າງປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ມີ​ເນື້ອ​ແທ້ ​ແລະ ມີ​ປະສິດທິ​ຜົນ.   

ສືບ​ຕໍ່​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ກັບ​ບັນດາ​ປະ​ເທດ​​ເພື່ອນບ້ານ​ໃກ້​ຄຽງ; ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ ​ໃນ​ການ​ເປີດ​ກວ້າງ​ ແລະ ​ເພື່ມທະວີ​ການ​ພົວພັນ​ ກັບ​ບັນ​ປະ​ເທດ​ຄູ່​ຮ່ວມ​ມື, ​ໂດຍ​ສະ​ເພາະ​ ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ, ປະ​ເທດ​ເພື່ອນ​ມິດ​ດັ້ງ​ເດີມ ​ແລະ ຄູ່ຮ່ວມທີ່ມີທ່າແຮງ. ປະຕິບັດ​ໜ້າ​ທີ່​ສາກົນ​ຢ່າງ​ດີ, ສືບ​ຕໍ່​ປະກອບສ່ວນທີ່​ຕັ້ງໜ້າ​ແລະ ມີ​ຄວາມ​ຮັບຜິດຊອບ​ ເຂົ້າ​ໃນ​ບັນດາ​ອົງການ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ທີ່​ສຳຄັນ, ພິ​ເສດ​ແມ່ນ​ ສະຫະ​ປະຊາ​ຊາດ, ອາ​ຊຽນ, ​ເອ​ເປ​ກ, ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ​ອື່ນໆ, ຜ່ານ​ນັ້ນ ປັບປຸງ​ແລະ​ຍົກ​ສູງ​ຖານະ​ບົດບາດ​ ແລະ ​ກຽດສັກ​ສີ​ຂອງປະ​ເທດ​ຫວຽດນາມ. ສືບ​ຕໍ່​ສະ​ແດງສຽງ​ທີ່​ແຂງ​ແຮງ ​ແລະ ​ຫຼັກ​ໝັ້ນ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ແຂງ​ຂັນ, ສອດຄ່ອງ​ກັບ​ທີ່​ຕັ້ງ ​ແລະ ອຳນາດ​ໃໝ່​ຂອງ​ປະ​ເທດ, ​ໂດຍ​ສະ​ເພາະຢ່າງ​ຍິ່ງ ​ໃນ​ບັນຫາ​ຜົນ​ປະ​ໂຫຍ​ດຫຼັກ ​ແລະ ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ຫວຽດນາມ.  

ທີ​ສອງ, ຜັນ​ຂະຫຍາຍ​ຢ່າງຮອບດ້ານ ​ແລະ ​ເຊື່ອມ​ໂຍງ​ບັນດາ​ເສົາ​ຄ້ຳ​ທາງ​ການ​ທູດຢ່າງ​ແໜ້ນ​ແຟ້ນ, ​ເຮັດ​ໃຫ້​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ ເປັນ​ພະລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ​.

ຈັດ​ຕັ້ງ​​ປະ​ຕິ​ບັດ​ການ​ທູດ​ດ້ານ​ເສດ​ຖະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຮອດ​ປີ 2030. ​ໃນ​ນັ້ນ, ຈຸດ​ສຸມ​ແມ່ນ ​ຊຸກຍູ້​ການ​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ, ດຶງ​ດູດ​ເງິນ​ລົງທຶນ​ທີ່​ກ່ຽວຂ້ອງ​ກັບ​ເຕັກ​ໂນ​ໂລ​ຊີ​ສູງ, ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ແຫຼ່ງທຶນ​ພາຍ​ໃນ​ປະ​ເທດ ​ເພື່ອ​ຮັບ​ໃຊ້​ການ​ປ່ຽນ​ແປງ​​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໄປ​ຄຽງ​ຄູ່​ກັບ​ການ​ເຊື່ອມ​ໂຍງ​ສາກົນ​ ຢ່າງຮອບດ້ານ ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ. ​ໃຊ້​ປະ​ໂຫຍ​ດຈາກ​ຂໍ້​ຕົກລົງ ​ແລະ ສັນຍາ​ການ​ຄ້າ​ເສ​ລີທີ່​ມີ​ຜົນ​ບັງຄັບ​ໃຊ້; ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມບັນດາ​ຂໍ້​ລິ​ເລີ່​ມຫຼາຍ​ຝ່າຍ ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ ​ແລະ​ ການ​ເຊື່ອມ​ຕໍ່​ເສດຖະກິດ ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ເງື່ອນ​ໄຂ​ຂອງ​ຫວຽດນາມ. ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ຮອບດ້ານ ​ແລະ​ເຂັ້ມ​ແຂງ​ ​ການ​ທູດທາງ​ວັດທະນະທຳ, ການ​ສື່​ຂ່າວ​ການ​ຕ່າງປະ​ເທດ, ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ການ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ປົກ​ປ້ອງ​ສິດທິ​ແລະຜົນ​ປະ​ໂຫຍ​ດທີ່​ຊອບ​ທຳ ຖືກ​ກົດໝາຍ​ ຂອງ​ອົງການ​ຈັດ​ຕັ້ງ ​ແລະ ບຸກຄົນ​ຫວຽດນາມ ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.  

ທີສາມ, ຊຸກຍູ້ ​ແລະ ປັບປຸງ​ຄຸນ​ນະພາ​ບການ​ຄົ້ນ​ຄ້ວາ, ການ​ຄາດ​ຄະ​ເນ ​ແລະ ການ​ໃຫ້​ຄຳ​ປຶກສາ​ ກ່ຽວ​ກັບ​ການ​ຕ່າງປະ​ເທດ, ຮັກສາຄວາມເປັນ​ເຈົ້າການ ​ຕັ້ງໜ້າ​ ໃນ​ໂລກ​ທີ່​ມີການປ່ຽນແປງ.

ຄຽງ​ຄູ່​ກັບການຕິດຕາມ​ສະພາບ​ການ​ພາກ​ພື້ນ​ແລະ​ສາກົນ​ຢ່າງ​ໃກ້ຊິດ ​ເພື່ອ​ໃຫ້​ຄຳ​ແນະນຳ​ແກ່​ພັກ​ແລະ​ລັກ​ໂດຍ​ທັນທີ, ຕ້ອງ​ສຸມ​ໃສ່​ຄົ້ນຄວ້າ ຕີ​ລາຄາ ​ແລະ ຄາດ​ຄະ​ເນ​ການ​ປ່ຽນ​ແປງ​ໃນສະຖານະ​ການ​ໂລກ​ແລະ​ພາກ​ພື້ນ, ທິດ​ທາງ​ເຄື່ອນ​ໄຫວ​ດ້ານ​ນະ​ໂຍບາຍ ​ແລະ ການ​ພົວພັນ​ຕ່າງປະ​ເທດ ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ທ່າ​ອ່ຽງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ-ສັງຄົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ, ​ໂດຍ​ສະ​ເພາະ​ທ່າ​ອ່ຽງການຫັນ​ເປັນ​ດິ​ຈິ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ, ການ​ປ້ອງ​ກັນ​ແລະ​ຄວບຄຸມ​ໂລກລະບາດ, ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ບົນ​ພື້ນຖານ​ນັ້ນ, ​ໃຫ້ຄຳ​ແນະນຳ, ​ວາງ​ແຜນ​ຍຸດ​ທະ​ສາດ ​ນະ​ໂຍບາຍ ​ແລະ ຂັ້ນ​ຕອນ​ນະ​ໂຍບາຍ​ ການ​ຕ່າງປະ​ເທດ​ ທີ່​ເໝາະ​ສົມ.    

ທີ​ສີ່, ຕັດສິນ​​ໃຈສ້າງຂະ​ແໜງ​ການ​ທູດ​ໃຫ້​ມີ​ຄວາມ​ປອດ​​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ​ເປັນ​ມື​ອາຊີບ, ຮອບດ້ານ ​ແລະ ທັນ​ສະ​ໄໝ.

ດ້ວຍ​ບັນດາ​ມາດ​ຕະການ​ທີ່​ຄົບ​ຊຸດ, ​ໂດຍ​ລວມທັງ​ສະ​ເພາະ​ໜ້າ​ແລະ​ຍາວ​ນານ ກ່ຽວ​ກັບ​ການ​ຈັດ​ຕັ້ງກົງຈັກ, ພະນັກງານ, ພື້ນຖານ​ວັດຖຸ, ​ແບບ​ວິທີ​ການ​ດຳ​ເນີນ​ງານ ​ແລະ​ອື່ນໆ, ການ​ທູດ​ຫວຽດນາມສືບ​ຕໍ່​ຊຸກຍູ້​ການຊາບ​ຊຶມ ​ແລະ​ ການປະຕິບັດຢ່າງ​ເຂົ້ມງວດ ຕາມ​ມະຕິ​ແລະຂໍ້ສະຫຼຸບ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ ກ່ຽວ​ກັບການ​ເພີ່​ທະວີ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ ຢ່ງ​ເຂັ້ມ​ງວດ; ​ເດັດດ່ຽວ​ໃນ​ການ​ກິດ​ກັ້ນ​ແລະ​ຍູ້​ຖອຍ ຄວາມເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ, ວິຖີ​ຊີວິດ, ປະກົດ​ການ “ຫັນປ່ຽນ​ຕົນ​ເອງ”, “ປ່ຽນ​ແປງ​ຕົນ​ເອງ” ຢູ່​ພາຍ​ໃນ. ກວດຄືນ, ປັບປຸງ, ຍົກສູງຄວາມ​ສາມາດ​ໃນ​ການຈັດ​ຕັ້ງ​ກົງຈັກ ຕາມ​ທິດ​ທາງ​ກະທັດ​ລັດ​ຮັດກຸມ, ມີ​ປະສິດທິພາບ​ ແລະ ​ປະສິດທິ​ຜົນ. ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານ​ພະນັກງານ, ​ໂດຍ​ສະ​ເພາະ​ ໃນ​ການ​ຮັບ​ສະໝັກ, ການຈັດ​ວາງ​ສັບ​ຊ້ອນ, ການວາງ​ແຜນ, ການ​ຍົກ​ຍ້າຍຜັດປ່ຽນ, ການ​ອົບຮົມ​ສຶກສາ, ການ​ຝຶກຝົນ ​ແລະ ການ​ຕີ​ລາຄາ​ພະນັກງານ ​ເພື່ອ​ແນ​ໃສ່​ສ້າງຖັນ​ແຖວ​ພະນັກງານ​ການ​ທູດ​ທີ່​ຂະຫບາຍ​ຕົວ​ຮອບ​ດ້ານ ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ຄວາມ​ກ້າຫານ​ແລະ​ມີ​ສະຕິ​ປັນຍາ, ທັນ​ສະ​ໄໝ, ​ເປັນ​ມື​ອາຊີບ​ທາງ​ດ້ານ​ແບບ​ແຜນ ​ແລະ​ວິທີ​ເຮັດ​ວຽກ, ມີຄວາມ​ສາມາດກ້າວ​ສູ່​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ​ເທື່ອ​ລະ​ກ້າວ.

ພ້ອມ​ກັບ​ປະ​ເທດ, ການ​ທູດ​ຫວຽດນາມພວມ​ກ້າວ​ເຂົ້າ​ສູ່​ໄລຍະໃໝ່ຂອງ​ການ​ພັດທະນາ ​ເຊິ່ງຕ້ອງການ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງກ້າ​ທີ່​ຈະ​ປ່ຽນ​ໃໝ່​ທັງ​ແນວ​ຄິດ ​ແລະ ການ​ກະທຳ ​ເພື່ອ​ສ້າງ​ການ​ຫັນປ່ຽນ​ໃໝ່​ທີ່​ມີ​ປະສິດທິ​ຜົນ​ສູງ​ກວ່າສຳລັບ​ວຽກ​ງານ​ການ​ຕ່າງປະ​ເທດ. ​ເຊື່ອມ​ຊຶມເອກະລັກ​ທາງ​ການ​ທູດ “​ໄມ້​ໄຜ່​ຫວຽດນາມ” ​ແລະ ມູນ​ເຊື້ອ​ອັນ​ສະຫງ່າ​ງາມ​ຂອງ​ການ​ທູດປະຕິວັດ, ​ເສີມ​ຂະຫຍາຍ​ສຸດ​ຂີດ ຈິດ​ໃຈ​ຮັບ​ໃຊ້​ພັກ​ແລະ​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ, ດ້ວຍ​ສັດທາ ບັນຍາກາດໃໝ່ ​ແລະ ຄວາມ​ກ້າຫານ​ທີ່ໄດ້​ຖືກ​ຫຼໍ່​ຫຼອມ​ຜ່ານ​ການ​ທົດສອບ​ແລະ​ຄວາມ​ທຸກ​ລຳບາກ​ຫຼາຍ​ຢ່າງ, ຂະ​ແໜງ​ການ​ການ​ທູດທັງ​ໝົດ​ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ຕັດສິນ​ໃຈ​ທິ່ຈະ​ພະຍາຍາມສ້າງ​ການ​ທູດ​ທີ່​ສະອາດປອດ​​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ​ເປັນ​ມື​ອາຊີບ, ຮອບດ້ານ ​ແລະ ທັນ​ສະ​ໄໝ, ສືບ​ຕໍ່ປະກອບສ່ວນ​ອັນສົມກຽດເຂົ້າ​ໃນ​ພາລະກິດການ​ພັດທະນາ​ປະ​ເທດ, ​ສ້າງສາ​ແລະປົກ​ປັກ​ຮັກສາ​ປະ​ເທດຊາດກວຽດນາມ./.​  ​​    

---------------------

(1) ປີ 2022, ຫວຽດນາມ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ໂດຍ​ກົງ, ທາງ​ໂທລະສັບ ​ແລະ ທາງ​ອອນ​​ໄລນ໌ຂອງ​ບັນດາ​ການ​ນຳ​ສຳຄັນ ​ເກືອບ 70 ກິດຈະກຳ.

(2) ປີ 2022, ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ສະຫະປະຊາຊາດ ໄດ້​ຮັບ​ຮອງ​ເມືອງ ກາວ​​ແຫຼັ​ງ (​ແຂວງດົງ​ທາບ) ​ເປັນ​ສະມາຊິກ​ຂອງ​ເຄືອ​ຂ່າຍ​​ເມືອງແຫ່ງ​ການ​ຮຽນ​ຮູ້​ທົ່ວ​ໂລກ; ສິລາ​ຈາລຶກ ມາຍາ​ຍ ແລະ ​ເອກະສານຮັ່ນ​ໂນ​ມ ຢູ່ໝູ່ບ້ານ​ເຈືອງ​ລຶວ ​ເປັນມໍລະດົກ​ຄວາມ​ຊົງ​ຈຳຂອງໂລກ ໃນພາກພື້ນອາຊີປາຊີ​ຟິກ.  

(3) ສຳນັກຂ່າວສານຫວຽດນາມ: “ຄຳ​ປາ​ໄສ​ຂອງ​ເລຂາທິການ​ໃຫຍ່​ໃນ​ກອງ​ປະຊຸມ​ຂອງ​ລັດຖະບານກັບ​ທ້ອງ​ຖິ່ນ”, ໜັງສືພິມ​ເອ​ເລັກ​ໂຕຼນິກ Vietnamplus, ອອກ​ວັນ​ທີ 3 ມັງກອນ 2023, https://www.vietnamplus.vn/phat-bieu-cua-tong-bi-thu-tai-hoi-nghi-chinh-phu-voi-dia-phuong/839295.vnp

(4) ​ເບິ່ງ: ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 13 ຂອງ​ພັກ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່​າໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 161-162.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1006 (​ເດືອນ​ມັງ​ກອນ 2023).